ວກ. - ໜຶ່ງ​ໃນ​ສາມ​ວິທີ​ການ​ບຸກທະລຸ​ຂອງ​ວຽກ​ງານ​ກໍ່ສ້າງ​ພັກຕາມ​ຈິດ​ໃຈ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ແມ່ນເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ຮັດ​ແໜ້ນ​ລະບຽບ​ວິ​ໄນ ​ໄປ​ຄຽງ​ຄູ່​ກັບ​ການ​ສ້າງ​ສະພາບ​ແວດ​ລ້ອມສໍາລັບ​ການປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ໃນ​ວຽກ​ງານ​ພະນັກງານ ​ແລະ ການ​ສ້າງ​ຖັນ​ແຖວ​ພະນັກງານ(1). ດັ່ງ​ນັ້ນ, ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ວາງ​ອອກ​ມາ​ໃນ​ປະຈຸ​ບັນ​ແມ່ນ​ ສືບ​ຕໍ່​ການ​ປ່ຽນ​ແປງ​ໃໝ່​ຈິນຕະນາການ ​ແລະ ການ​ກະທຳ​ໃນ​ວຽກງານ​ພະນັກງານ ​ແລະ ການ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ທີ່​ສອດຄ່ອງ​ກັບ​ພຶດຕິ​ກຳ​ຕົວ​ຈິງ.

ຕ້ອງເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງຖັນແຖວພະນັກງານນຳພາ, ຄຸ້ມຄອງທີ່ມີຄຸນສົມບັດ ຄວາມສາມາດ ແລະ ຊື່ສຽງຢ່າງພຽງພໍ, ມີຄວາມກ້າຫານທາງການເມືອງ ມີສະຕິປັນຍາ, ເປັນແບບຢ່າງ, ກ້າຄິດ ກ້າເຮັດ ກ້າຮັບຜິດຊອບ (ໃນພາບ: ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມກັນກັບບັນດາສະຫາຍກຳມະການສູນກາງ ເຂົ້າຮ່ວມກອງປະຊຸມສູນກາງພັກຄັ້ງທີ 3 ສະໄໝທີ 13) _ພາບ: TTXVN

ພະນັກງານ​ແມ່ນ​ປັດ​ໄຈ​ຕັດສິນ​ຊີ້​ຂາດຄວາມ​ສຳ​ເລັດຫຼືຄວາມລົ້ມເຫຼວ​ຂອງ​ພາລະກິດ​ການ​ປະຕິວັດ; “ວຽກ​ງານ​ພະນັກງານ​ແມ່ນ​ໜ້າ​ທີ່ທີ່ “ສຳ​ຄັນ” ຂອງ​ວຽກ​ງານ​ກໍ່ສ້າງ​ພັກ”(2) ​ແລະ ກໍ່ສ້າງ​ລະບົບ​ການ​ເມືອງ. ​ໃນ​ເວລາ 35 ປີ​ແຫ່ງ​ການ​ປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຢ່າງຮອບດ້ານ, ວຽກ​ງານ​ພະນັກງານ ​ແລະ ການສ້າງ​ຖັນ​ແຖວ​ພະນັກງານ ​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່ສຳຄັນ, ປະກອບສ່ວນ​ເຮັດ​ໃຫ້​ວຽກ​ງານ​ກໍ່ສ້າງ​ພັກ​ ແລະ ບັນດາ​ໜ້າ​ທີ່​ການ​ເມືອງ​ຂອງ​ປະ​ເທດ​ປະສົບ​ຄວາມສຳ​ເລັດ. ​ເພື່ອ​ປະຕິບັດ​ແນວທາງ​ການ​ປ່ຽນ​ແປງ​ໃໝ່ ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ຢ່າງ​ສຳ​ເລັດ​ຜົນ, ບັນຫາ​ທີ່​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ແມ່ນ ກໍ່ສ້າງ​ຖັນ​ແຖວ​ພະນັກງານນຳພາ, ຄຸ້ມ​ຄອງທີ່​ມີຄຸນ​ສົມ​ບັດ ຄວາມ​ສາ​ມາດ ​ແລະ ​ຊື່​ສຽງຢ່າງ​ພຽງພໍ​, ມີ​ຄວາມ​ກ້າຫານ​ທາງ​ການ​ເມືອງ ມີສະຕິ​ປັນຍາ, ​ເປັນ​ແບບຢ່າງ, ກ້າ​ຄິດ ກ້າ​ເຮັດ ກ້າ​ຮັບຜິດຊອບ, ກ້າ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ກ້າ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ ​ແລະ ປະຕິບັດງານຢ່າງເດັດຂາດ ເພື່ອຜົນປະໂຫຍດສ່ວນລວມ.

ຂະ​ບວນການ​ປ່ຽນ​ແປງ​ໃໝ່​ ແຕ່​ຄວາມ​ຮັບ​ຮູ້​ເຖິງ​ການ​ກະທຳ​ ຂອງພັກ​ກອມ​ມູນິດ​ຫວຽດນາມ
​ໃນ
ວຽກ​ງານ​ພະນັກງານ ​ແລະ ການສ້າງ​ຖັນ​ແຖວ​ພະນັກງານ

​ໃນ​ກອງ​ປະຊຸມ​ໃຫຍ່​ແຕ່​ລະ​ຄັ້ງ, ບັນດາ​ທັດສະນະ ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບວຽກ​ງານ​ພະນັກງານ ​ແລະ ການສ້າງ​ຖັນ​ແຖວ​ພະນັກງານ ນັບ​ມື້​ນັບ​ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ, ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ, ໜ້າ​ທີ່ທີ່​ກຳນົດ​ໄວ້​ໂດຍ​ການ​ປະຕິວັດ ​ແລະ ມິ​ລັກສະນະສະ​ເໝີ​ຕົ້ນສະ​ເໝີ​ປາຍ. ​ໃນ​ນັ້ນ, ທັດສະນະກ່ຽວ​ກັບ​ການ ທັງ​ຮັບປະກັນ​​ການເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ຮັດ​ແໜ້ນ​ລະບຽບ​ວິ​ໄນ, ທັງ​ສ້າງ​ສະພາບແວດລ້ອມສໍາລັບການການ​ປ່ຽນ​ແປງ​ໃໝ່ປະດິດສ້າງ ​ໃນ​​ວຽກງານ​ພະນັກງານ ​ແລະ ການສ້າງ​ຖັນ​ແຖວ​ພະນັກງານ ​ໄດ້​ມີ​ບາດກ້າວ​ພັດທະນາ​ໃໝ່​ທາງ​ດ້ານ​ຄວາມ​ຮັບ​ຮູ້ ​ແລະ ການ​ປະຕິບັດ​ຕົວ​ຈິງ.

ການ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ໃນວຽກ​ງານ​ພະນັກງານ ​ແລະ ການສ້າງ​ຖັນ​ແຖວ​ພະນັກງານ ​ແມ່ນ​ປະຖົມ​ປັດ​ໄຈ​ທີ່ສຳຄັນ​ເພື່ອ​ຮັບປະກັນຫຼັກການ ພັກ​ນຳພາວຽກ​ງານພະນັກງານ ແລະ ຄຸ້ມ​ຄອງ​ຖັນ​ແຖວ​ພະນັກງານເປັນ​ເອກະພາບ, ​ໄປ​ຄຽງ​ຄູ່​ກັບ​ການ​ເສີມ​ຂະຫຍາຍ​ຄວາມ​ຮັບຜິດຊອບ ຂອງ​ບັນດາຄະນະ​ພັກ​ແລະຫົວໜ້າ ​ໃນ​ວຽກ​ງານພະນັກງານ. ​ເນື້ອ​ໃນ​ຂອງການ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ໃນວຽກ​ງານ​ພະນັກງານ ​ແລະ ການສ້າງ​ຖັນ​ແຖວ​ພະນັກງານ ​ໄດ້​ຮັບ​ການ​ເນັ້ນໜັກ​ໃນ​ບັນດາ​ເອກະສານ​ຂອງ​ພັກ ​ແລະ ​ໄດ້​ຮັບ​ການ​ເພີ່ມ​ເຕີມ, ປັບປຸງ​ບູລະນະ​ໂດຍ​ບັນດາ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ໃນ​ສະ​ໄໝ​ແຫ່ງ​ການປ່ຽນ​ແປງ​ໃໝ່: “​ເປີດ​ປະຊາທິປະ​ໄຕ​ໃນວຽກ​ງານ​ພະນັກງານດ້ວຍ​ກົດ​ລະບຽບ​ທີ່​ຈະ​ແຈ້ງ”(3), “ຮັບປະກັນລັກສະນະ​ປະຊາທິປະ​ໄຕ ​ແລະ ລວມສູນ​ໃນວຽກ​ງານ​ພະນັກງານ”(4), “ຮັບປະກັນ​ຫຼັກການ​ລວມສູນ​ແລະປະຊາທິປະ​ໄຕ ​ໄປ​ຄຽງ​ຄູ່​ກັບການ​ເສີມ​ຂະຫຍາຍ​ຄວາມ​ຮັບຜິດຊອບ​ສ່ວນ​ບຸກຄົນ​ ໃນວຽກ​ງານ​ພະນັກງານ​”(5), “​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ອີງ​ໃສ່ໝູ່ຄະນະ​ແລະ​ປະຊາຊົນ ເພື່ອ​ຄັດ​ເລືອກ​ເອົາ​ພະ​ນັກ​ງານ(6).  

ຈາກ​ການ​ສະຫຼຸບ​ສັງ​ລວມພຶດຕິ​ກຳ​ການ​ຊີ້ນຳນຳພາ​ຂອງ​ພັກ​ໃນ​ສະ​ໄໝ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 (ປີ 2006 - 2010), ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມຊີ້​ແຈ້ງວ່າ, ​ການ​ປ່ຽນ​ແປງ​ໃໝ່ວຽກ​ງານ​ພະນັກງານຍັງ​ຊ້າ; ຂາດ​ກົນ​ໄກ ນະ​ໂຍບາຍ​ສະ​ເພາະ ​ເພື່ອ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ຢ່າງ​ແທ້​ຈິງ ​ໃນວຽກ​ງານ​ພະນັກງານ, ​ໃນ​ການ​ຄົ້ນ​ພົບ​ແລະນຳ​ໃຊ້​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ. ຈາກ​ນັ້ນ, ທັດສະນະ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ໃນວຽກ​ງານ​ພະນັກງານ​ໄດ້​ຮັບ​ການ​ເພີ່ມ​ເຕີມ, ບູລະນະ​ເປັນ “ການ​ເປີດ​ກວ້າງ​ແລະ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ ຕ້ອງ​ຕິດ​ກັບ​ການ​ເພີ່ມ​ທະວີ​ລະບຽບ​ວິ​ໄນ” ​ແລະ ​ກາຍ​ເປັນ​ບົດຮຽນ “ຮັບປະກັນ​ການ​ປະຕິບັດ​ຫຼັກການ​ລວມສູນ​ປະຊາທິປະ​ໄຕ, ໝູ່ຄະນະນຳພາ, ບຸກຄົນ​ຮັບຜິດຊອບ, ​ໄປ​ຄຽງ​ຄູ່​ກັບ​ການ​ເສີມ​ຂະຫຍາຍ​ບົດບາດ ຄວາມ​ຮັບຜິດຊອບ ຄວາມ​ເປັນ​ເຈົ້າ​ການ​ຂອງ​ຫົວໜ້າ”(7). ພ້ອມ​ກັນ​ນັ້ນ, ຄວາມ​ຮຽກຮ້ອງ​ຕ້ອງການ​ແມ່ນ​ຕ້ອງ​ເພີ່ມ​ທະວີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ​ຄວາມ​ປະດິດ​ສ້າງ​ຂອງຖັນ​ແຖວ​ພະນັກງານ​ ໃຫ້​ແກ່​ການ​ພັດທະນາ​ປະ​ເທດ, ຕາມ​ການ​ຊີ້​ນຳ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນຝູຈ້ອງ ​ໃນ​ກອງ​ປະຊຸມທົ່ວ​ປະ​ເທດ​​ເພື່ອສະຫຼຸບ​ວຽກ​ງານ​ຈັດ​ຕັ້ງກໍ່ສ້າງ​ພັກ​ໃນ​ປີ 2017 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2018: “ຫັນ​ເປັນມາດຕະຖານ ແລະ ຮັດແໜ້ນລະບຽບວິໄນ, ປ່ຽນ​ແປງ​ໃໝ່​ວຽກ​ງານພະນັກງານ​ຢ່າງ​ແຂງ​ແຮງ ​ແນ​ໃສ່ຕອບ​ສະໜອງ​ຄວາມ​ຕ້ອງການ​, ​ໜ້າ​ທີ່​ການ​ເມືອງ ​ແລະ ສະພາບ​ການ​ໃໝ່, ປົດ​ປ່ອຍ​ແຫຼ່ງພະລັງ​ໄດ້, ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ສະຕິ​ປັນຍາ ​ແລະ ຄວາມ​ປະດິດ​ສ້າງ​ຂອງຖັນ​ແຖວ​ພະນັກງານ​ໃນ​ທຸກ​ຂະ​ແໜ​ງ​ການ ທຸກ​ຂັ້ນ ທຸກ​ຂົງ​ເຂດ”(8).

ມະຕິ​ເລກທີ 26-NQ/TW, ລົງ​ວັນ​ທີ 19 ພຶກ​ສະພາ 2018, ຂອງ​ຄະນະ​ບໍລິຫານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມສະ​ໄໝ​ທີ 12, “ກ່ຽວ​ກັບ​ການ​ສຸມ​ໃສ່​ກໍ່ສ້າງຖັນ​ແຖວ​ພະນັກງານ​ທຸ​ກຂັ້ນ, ​ໂດຍ​ສະ​ເພາະ​ຂັ້ນ​ຍຸດ​ທະ​ສາດ, ​ໃຫ້​ມີ​ຄຸນສົມບັດ ຄວາມ​ສາມາດ ​ແລະ​ຊື່​ສຽງ​ຢ່າງ​ພຽງພໍ, ທຽບ​ເທົ່າ​ກັບ​ລະດັບ​ໜ້າ​ທີ່”, ກໍ​ໄດ້ກຳນົດສອງ​ຈຸດ​ສຸມ​ຄື: 1- ສືບ​ຕໍ່​ປ່ຽນ​ແປງ​ໃໝ່ວຽກ​ງານ​ພະນັກງານຢ່າງ​ແຂງ​ແຮງ ຮອບດ້ານ ຄົບ​ຊຸດ ​ແລະ ​ມີ​ປະສິດທິ​ຜົນ; ຫັນ​ເປັນ​ມາດຕະຖານ, ຮັດ​ແໜ້ນ​ລະບຽບ​ວິ​ໄນ ​ໄປ​ຄຽງ​ຄູ່​ກັບ​ການ​ສ້າງ​ສະພາບ​ແວດລ້ອມ ​ເງື່ອນ​ໄຂ​ເພື່ອ​ຊຸກ​ຍູ້​ການ​ປ່ຽນ​ແປງ​ໃໝ່ ປະດິດ​ສ້າງຮັບ​ໃຊ້​ການ​ພັດທະນາ; 2- ມີ​ກົນ​ໄກ​ປົກ​ປ້ອງ​ພະນັກງານ​ທີ່​ກ້າ​ຄິດ ກ້າ​ເຮັດ ກ້າ​ບຸກທະລຸ ກ້າ​ຮັບ​ຜິດ​ຊອບ​ ເພື່ອຜົນ​ປະ​ໂຫຍ​ດລວມ; ສຸມ​ໃສ່​ການ​ກໍ່ສ້າງຖັນ​ແຖວ​ພະນັກງານຂັ້ນ​ຍຸດ​ທະ​ສາດ, ​ເລຂາ​ຄະນະ​ພັກ ​ແລະ ​ຫົວໜ້າອົງກາ​ນຂັ້ນ​ຕ່າງໆ ​ໄປ​ຄຽງ​ຄູ່​ກັບ​ການ​ແບ່ງ​ງານ, ​ແບ່ງ​ສິດ​ຂອບ​ເຂດ ​ແນ​ໃສ່​ເສີມ​ຂະຫຍາຍ​ລັກສະນະເປັນ​ເຈົ້າ​ການ ປະດິດ​ສ້າງ; ພ້ອມ​ກັນ​ນັ້ນ, ​ເພີ່ມ​ທະວີ​ການ​ກວດກາ ຕິດຕາມ​ກວດກາ ຄວບ​ຄຸມອຳນາດ​ຢ່າງ​ແໜ້ນ​ແຟ້ນ. ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13, ພັກ​ໄດ້​ເນັ້ນ​ໜັກ “​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ຮັດ​ແໜ້ນ​ລະບຽບ​ວິ​ໄນ ​ໄປ​ຄຽງ​ຄູ່​ກັບ​ການ​ສ້າງ​ສະພາບ​ແວດ​ລ້ອມ​ແລະ​ພື້ນ​ທີ່​​ສຳລັບ​ການ​ປ່ຽນ​​ແປງ​ໃໝ່​ປະດິດ​ສ້າງ ​ໃນ​ວຽກ​ງານ​ພະນັກງານ​ ແລະ ການ​ກໍ່ສ້າງຖັນ​ແຖວ​ພະນັກງານ” ​ແລະ​ ຖື​ວ່າ​ນີ້​ເປັນ​ໜຶ່ງ​ໃນ​ບັນດາ​ວິທີການບຸກທະລຸ​ຂອງ​ວຽກ​ງານ​ກໍ່ສ້າງ​ພັກ.

​ໃນ​ບັນດາ​ທັດສະນະ​ແລະ​ແຜນ​ນະ​ໄຍບາຍ​ທີ່​ຖືກຕ້ອງ​ຂອງ​ພັກນັ້ນ, ວຽກ​ງານ​ພະນັກງານ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ, ນັບ​ມື້​ນັບ​ມີ​ການ​ປ່ຽນ​ແປງ, ມີ​ລະບຽບ, ຕິດ​ແໜ້ນ​ກັບ​ບັນດາ​ທັດສະນະ, ຫຼັກການ​ຂອງ​ພັກ ​ແລະ ​ບັນລຸຜົນສຳ​ເລັດ​ທີ່ສຳຄັນ​ຫຼາຍ​ຢ່າງ, ຕອບ​ສະໜອງ​ຢ່າງ​ທັນ​ການ​ກັບ​ຄວາມ​ຕ້ອງການ​ກໍ່ສ້າງຖັນ​ແຖວ​ພະນັກງານ ​ໃນ​ຍຸກສະ​ໄໝ​ເລັ່ງລັດ​ການ​ຫັນ​ປະ​ເທດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນຢ່າງ​ກວ້າງຂວາງ ​ເລິກ​ເຊິ່ງ. ລະບຽບ​ລະບອບ​ກ່ຽວ​ກັບວຽກ​ງານ​ພະນັກງານ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສົມ​ບຸນ​ຂຶ້ນ​ເລື້ອຍໆ; ບັນດາ​ຂອດ, ບັນດາ​ຂັ້ນ​ຕອນ​ໃນ​ຂະ​ບວນວິວັດຂອງ​ວຽກ​ງານ​ພະນັກງານ​ໄດ້​ຮັບ​ການກໍານົດຢ່າງ​ລະອຽດກວ່າ​ອີກ. ກົມ​ການ​ເມືອງ​ສູນ​ກາງ, ຄະນະ​ເລຂາທິການ​ສູນ​ກາງ​ໄດ້​ປະກາດ​ໃຊ້ບັນດາ​ຂໍ້ກຳນົດ ​ແລະ ກົດ​ລະບຽບ​ທີ່​ຮັບປະກັນ​ຄວາມ​ຄົບ​ຊຸດ ຄວາມ​ເຊື່ອມ​ໂຍງ​ລະຫວ່າງ​ຂັ້ນ ຂະ​ແໜງ​ການ ຂອດ​ຕ່າງໆ​ຂອງວຽກ​ງານ​ພະນັກງານ.

ພິ​ເສດ, ​ໃນ​ວາລະ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ​ໄດ້​ມີ​ຄວາມ​ຕັ້ງໜ້າ​ໃນ​ການ​ແກ້​ໄຂ​ເພີ່ມ​ເຕີມ ​ແລະ ປະກາດ​ໃຊ້​ແຜນ​ນະ​ໂຍບາຍ ກົດ​ລະບຽບ ຂໍ້ກຳນົດ ບົດ​ສະຫຼຸບ​ຫຼາຍ​ສະບັບ ​ເພື່ອຕອບບັນຫາພາກປະຕິບັດທີ່ກໍາລັງຖືກຍົກຂຶ້ນມາ, ແກ້ໄຂຂໍ້ຈຳກັດ ແລະ ຈຸດອ່ອນໃນວຽກງານພະນັກງານຢ່າງຖືກຕ້ອງ ແລະ ທັນການ; ພ້ອມ​ກັນ​ນັ້ນ, ຊີ້ນຳສືບ​ຕໍ່​ປະຕິບັດທົດ​ລອງ​ນະ​ໂຍບາຍ​ໃໝ່​ຈຳນວນ​ໜຶ່ງ ​ກ່ຽວ​ກັບ​ວຽກ​ງານ​​ພະນັກງານ; ກໍ່ສ້າງ ​ແກ້​ໄຂ ​ເພີ່ມ​ເຕີມ ​ແລະ ປະກາດ​ໃຊ້ຂໍ້ກຳນົດ, ກົດ​ລະບຽບ​ໃໝ່​ຫຼາຍ​ສະບັບ​ ກ່ຽວ​ກັບການ​ຕີ​ລາຄາ ການວາງ​ແຜນກຳນົດ ການຝຶກ​ອົບຮົມ ການ​ຍົກຍ້າຍ​ຜັດປ່ຽນ ການ​ແຕ່ງ​ຕັ້ງພະນັກງານ, ການ​ແນະນຳພະນັກງານສະໝັກຮັບ​ເລືອກ​ຕັ້ງ ​ແລະ ການ​ຄວບ​ຄຸມອຳນາດ. ກົມ​ການ​ເມືອງ​ສູນ​ກາງພັກ​ໄດ້ສະຫຼຸບ​ໂດຍ​ອອກ​ກົດ​ລະບຽບສະ​ເພາະ​ຫຼາຍ​ສະບັບ(9). ບົນ​ພື້ນຖານ​ນັ້ນ, ບັນດາ​ຄະນະ​ພັກ ອົງການ​ຈັດ​ຕັ້ງ​ພັກ​ໄດ້ຫັນ​ເປັນອັນ​ລະອຽດ​ ແລະ ຊີ້ນຳ ນຳພາ ຈັດ​ຕັ້ງ​ປະຕິບັດບັນດາ​ມະຕິ ຂໍ້​ສະຫຼຸບ ຂໍ້ກຳນົດຂອງ​ສູນ​ກາງ​ຢ່າງ​ເຂັ້ມ​ງວດ. ສາມາດ​ຢືນຢັນ​ວ່າ, ວຽກ​ງານການຕີ​ລາຄາ ການວາງ​ແຜນກຳນົດ ການຝຶກ​ອົບຮົມ ການ​ເລືອກ​ຕັ້ງ ການ​ແຕ່ງ​ຕັ້ງ ການ​ຍົກຍ້າຍ​ຜັດປ່ຽນພະນັກງານ ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າຕາມ​ທິດ​ເປີດ​ກວ້າງ​ປະຊາທິປະ​ໄຕ ພາວະ​ວິ​ໄສ ​ເປີດ​ເຜີຍ ​ໂປ່​ງ​ໃສ ຖືກຕ້ອງ​ຊັດ​ເຈນ, ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ພະນັກງານນຳພາ, ຄຸ້ມ​ຄອງ​ທຸກ​ຂັ້ນ. ພະນັກງານ​ສ່ວນ​ໃຫຍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຫ້າວຫັນ​ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ກ້າ​ຄິດ ກ້າ​ເຮັດ ກ້າ​ຮັບ​ຜິດ​ຊອບ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ລວມ ​ແລະ ສຳ​ເລັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ. ພະນັກງານ​ຫຼາຍ​ທ່ານ​ມີ​ຄວາມ​ສາມາດ​ຊີ້​ນຳ ​ແລະ ປະສານສົມທົບ​ວຽກ​ງານ, ມີ​ຄວາມ​ສາມາດ​ວິ​ເຄາະ ສັງ​ລວມ ​ແລະ ອ່ອນ​ໄຫວ​ຕໍ່​ວຽກ​ງານ​ການ​ເມືອງ, ມີ​ຈິນຕະນາການ​ສັດຈະວິພາກ, ກ້າ​ສະ​ເໜີ ກ້າ​ຮັບຜິດຊອບ, ມີ​ຄວາມ​ເປັນ​ເຈົ້າ​ການ ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ເຮັດ​ວຽກ, ບໍ່​ຕົກ​ໃນ​ທ່າ​ຮັບ, ​ລໍຖ້າ, ​ເພິ່​ງພາເອື່ອຍອີງ.

ວຽກ​ງານ​ກວດກາ ຕິດຕາມ​ຫວກກາ​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ​ໄດ້ຈັດ​ຕັ້ງ​ປະຕິບັດ​ຢ່າງ​ເດັດດ່ຽວ ຮອບດ້ານ ຄົບ​ຊຸດ, ມີ​ການ​ປ່ຽນ​ແປງ​ໃໝ່​ຫຼາຍ​ຢ່າງ, ຮັບ​ປະ​ກັນ​ຫຼັກການ​ບໍ່​ມີ “​ເຂດ​ຕ້ອງ​ຫ້າມ”, ບໍ່​ມີ​ການ​ຍົກ​ເວັ້ນ. ຜ່ານ​ການ​ກວດກາ, ກຳະການ​ຄະນະ​ພັກທຸກ​ຂັ້ນຈຳນວນ​ໜຶ່ງ, ຫົວໜ້າ​ຄະນະ​ພັກ ຫົວໜ້າອຳນາດ​ການ​ປົກຄອງຈຳນວນ​ໜຶ່ງ, ນັບ​ທັງ​ພະນັກງານ​ທີ່​ເຄີຍ​ດຳລົງ​ຕຳ​ແໜ່ງ​ຂັ້ນ​ສູງ​ໃນ​ບັນດາ​ອົງການ​ນຳ​ຂອງ​ພັກ, ອົງການ​ຄຸ້ມ​ຄອງ​ຂອງ​ລັດ, ພະນັກງານຫຼາຍຄົນ​ເປັນນາຍພົນໃນກໍາລັງປະກອບອາວຸດ, ​ໄດ້​ຖືກ​ລົງໂທດທາງ​ວິ​ໄນ​ຢ່າງ​ຖືກຕ້ອງ​ແລະ​ເຂັ້ມ​ງວດ. ​ໃນ​ວາລະ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ຄະນະ​ພັກ, ຄະນະ​ກຳມະການ​ກວດກາ​ທຸກ​ຂັ້ນ ​ໄດ້​ປະຕິບັດ​ວິ​ໄນ​ຕໍ່​ພະນັກງານ ສະມາຊິກ​ພັກ 2.209 ຄົນທີ່​ກ່ຽວຂ້ອງ​ກັບ​ໂທດ​ສໍ້​ລາດ​ບັງ​ຫຼວງ; ​ໃນ​ນັ້ນ, ມີພະນັກງານພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ສູນ​ກາງ​ພັກ 113 ຄົນ​ທັງ​ຜູ້​ດຳລົງ​ຕຳ​ແໜ່​ງ ​ແລະ ບຳນານ(10). ຫຼາຍ​ກໍລະນີ ຄະດີ​ສໍ້​ຫຼາດ​ບັງ​ຫຼວງທີ່​ຮ້າຍ​ແຮງ ສັບ​ສົນ, ໄດ້ຮັບຄວາມສົນໃຈຂອງປະຊາຊົນ, ​ໄດ້​ຖືກ​ຈັດການ​ແກ້​ໄຂ​ຢ່າງ​ເຂັ້ມ​ງວດ ຖືກ​ກົດໝາຍ, ມີ​ຜົນ​ກະ​ທົບ​​ໃນ​ການ​ກ່າວ​ເຕືອນ ສັ່ງສອນ, ຮັດ​ແໜ້ນລະບຽບ​ວິ​ໄນ​ໃນ​ພັກ ​ແລະ ​ໃນ​ກົງ​ຈັດ​ແຫ່ງ​ລັດ, ປະກອບສ່ວນ​ປັບປຸງ​ແລະ​ຍົກ​ສູງຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ​ຕໍ່​ພັກ, ລັດ ​ແລະ ລະບອບ​ສັງຄົມ​ນິຍົມ.

ຄຽງ​ຄູ່​ກັບ​ບັນດາ​ຜົນສໍາ​ເລັດສໍາຄັນທີ່ບັນລຸໄດ້, ວຽກ​ງານ​ພະນັກງານຍັງ​ມີ​ຂໍ້ຈຳກັດ​ທີ່​ແນ່ນອນ, ​ໃນ​ນັ້ນມີຂໍ້ຈຳກັດຈຳນວນ​ໜຶ່ງ​ທີ​ກ່ຽວຂ້ອງກັບ​ການ​ປະຕິບັດ​ບັນດາ​ທັດສະນະ​ຂອງ​ພັກ​ກ່ຽວ​ກັບວຽກ​ງານ​ພະນັກງານ ​ແລະ ການ​ສ້າງ​ຖັນ​ແຖວ​ພະນັກງານ. ກົນ​ໄກ​ຄວບ​ຄຸມອຳນາດ​ໃນວຽກ​ງານ​ພະນັກງານ ​ແລະ ການ​ສ້າງ​ຖັນ​ແຖວ​ພະນັກງານ ຍັງ​ບໍ່​ທັນ​ສົມ​ບູນ, ຂາດ​ຄວາມ​ຄົບ​ຊຸດ, ພາ​ໃຫ້​ປະສິດທິພາບ​ໃນ​ການ​ປະຕິບັດ​ບໍ່​ສູງ. ບົດບາດ​ຕິດຕາມ​ກວດກາ​ຂອງ​ປະຊາຊົນຍັງ​ບໍ່​ທັນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ແຂງ​ແຮງ, ​ໃນ​ຫຼາຍ​ແຫ່ງ​ມີ​ສະພາບ​ການ​ປະຊາທິປະ​ໄຕ​ຕາມແບບຮູບການ, ຂະ​ບວນການຂັ້ນ​ຕອນ​ຂອງ​ວຽກ​ງານ​ພະນັກງານ​ບໍ່​ໄດ້ຖືກຄວບຄຸມຢ່າງເຂັ້ມງວດ. ການ​ຕີ​ລາຄາ​ພະນັກງານ​ຢູ່​ບາງ​ແຫ່ງຍັງ​ບໍ່​ຖືກຕ້ອງ​ແທ້; ວຽກ​ງານ​ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມຍັງ​ອ່ອນ​ແອ. ນອກຈາກ​ນັ້ນ, ການ​ຫັນ​ເປັນ​ນິຕິ​ກຳ​ຕໍ່ແຜນ​ນະ​ໂຍບາຍ ​ແນວທາງ​ຂອງ​ພັກກ່ຽວ​ກັບ​ບາງ​ເນື້ອ​ໃນ​ໃນວຽກ​ງານ​ພະນັກງານ ​ແລະ ການ​ສ້າງ​ຖັນ​ແຖວ​ພະນັກງານນັ້ນ ຍັງ​ບໍ່​ທັນ​ຄົບ​ຊຸດ, ບໍ່ທັນ​ການ; ນະ​ໂຍບາຍ​ພະນັກງານ​​ບໍ່​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສົມບູນ ​ແນ​ໃສ່​ສ້າງ​ແຮງ​ຈູງ​ໃຈ​ໃຫ້​ພະນັກງານມີຄວາມຕັ້ງໃຈ ແລະ ສຸດ​ອົກ​ສຸດ​ໃຈ​ໃນການເຮັດວຽກ. ພະນັກງານຈຳນວນ​ໜຶ່ງ​ມີ​ປະກົດ​ການ​ຂອງຄວາມ​ເສື່ອມ​ໂຊມ​ດ້ານ​ແນວ​ຄິດ​ການ​ເມືອງ ສິນ​ທຳ ວິ​ຖີ​ຊີ​ວິດ, ລະ​ເມີດ​ກົດ​ໝາຍ, ແຕ່ຍັງບໍ່ຖືກກວດ​ພົບ​ແລະ​ຈັດການ​ໄດ້​ທັນ​ທ່ວງທີ, ກະທົບຕໍ່ຄວາມໄວ້ວາງໃຈຂອງປະຊາຊົນ. ການ​ສໍ້​ລາດ​ບັງ​ຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ, ຄວາມ​ຫຍໍ້​ທໍ້​ເລວ​ຊາມ​ໃນ​ບາງ​ຂົງ​ເຂດ, ບາງ​ພື້ນ​ທີ່​ຍັງຮ້າຍແຮງ ສັບສົນ, ດ້ວຍ​​ປະກົດ​ການ​ທີ່​ນັບ​ມື້​ນັບ​ແຍບຍົນ, ​ເຮັດ​ໃຫ້​ເກີດ​ຄວາມ​ຮ້ອນ​ເຄືອງໃນ​ສັງຄົມ.

ບັນດາຂໍ້ຈໍາກັດຂ້າງເທິງນີ້​ເກີດຈາກສາ​ເຫດຫຼາຍປະການ​ດັງນີ້: 1- ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບາງ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ​ແລະ​ລັດ​ກ່ຽວ​ກັບວຽກ​ງານ​ພະນັກງານ ​ແລະ ການ​ສ້າງ​ຖັນ​ແຖວ​ພະນັກງານ ຍັງ​ບໍ່​ທັນ​ເລິ​ກ​ເຊິ່ງ ບໍ່​ຄົບ​ຖ້ວນ, ​ເຮັດ​ໃຫ້​ເກີດ​ຄວາມ​ສັບສົນ​ແລະ​ຂາດ​ຄວາມ​ເດັດຂາດ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ ​ແລະ ປະສິດທິ​ຜົນ​ຕໍ່າ; 2- ການ​ແບ່ງ​ຂັ້ນຄຸ້ມຄອງພະນັກງານບໍ່ເໝາະສົມກັບສະພາບຕົວຈິງ, ຍັງ​ບໍ່​ທັນ​ສົມທົບ​ກັບການ​ກວດກາ ຕິດຕາມກວດກາ ​ແລະ ຄວບ​ຄຸມ​ການ​ປະຕິບັດ; ບໍ່​ມີ​ກົນ​ໄກ​ໃນ​ການ​ຄວບຄຸມອຳນາດຢ່າງ​ແໜ້ນ​ແຟ້ນ, ຄັດ​ເລືອກ​ພະນັກງານ​ຢ່າງ​ຮອບ​ຄອບ, ການ​ທົດ​ແທນ​ພະນັກງານທີ່ອ່ອນແອ ຊື່ສຽງຕໍ່າ ບໍ່​ໄດ້​ເຮັດ​ຢ່າງທັນການ; 3- ກົນ​ໄກ ນະ​ໂຍບາຍ ວິທີ​ແກ້​ໄຂທີ່​ມີ​ລັກ​ສາ​ນະ​ບຸກທະລຸ​ແລະຄົບ​ຊຸດ​ນັ້ນ ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ ​ເພື່ອ​​ເສີມ​ຂະຫຍາຍ​ລັກສະນະ​ເປັນ​ເຈົ້າ​ການ ປະດິດ​ສ້າງ​ຂອງ​ຖັນ​ແຖວ​ພະນັກງານ; 4- ບົດບາດ​ຕິດຕາມ​ກວດກາ​ຂອງ​ບັນດາ​ອົງການທີ່​ມາ​ຈາກ​ການ​ເລືອກ​ຕັ້ງ, ບົດບາດ​ຕິດຕາມ​ກວດກາ ​ແລະ ວິຈານ​ສັງຄົມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​​ຢ່າງ​ເຕັມທີ່.

ທິດ​ທາງ​ໜ້າ​ທີ່ທີ່ສໍາຄັນກ່ຽວ​ກັບວຽກ​ງານ​ພະນັກງານ ​ແລະ ການ​ສ້າງ​ຖັນ​ແຖວ​ພະນັກງານ
ຕາມ​ຈິດ​ໃຈ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ

​ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮີບ​ດ່ວນ​ຂອງ​ວຽກ​ງານ​ກໍ່ສ້າງ​ພັກ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້ກຳນົດ:ການ​ເສີມຂະຫຍາຍ​ປະຊາທິປະ​ໄຕ, ຮັດ​ແໜ້ນລະບຽບ​ວິ​ໄນ ​ໄປ​ຄຽງ​ຄູ່​ກັບ​ການ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ໃນວຽກ​ງານ​ພະນັກງານ ​ແລະ ການ​ສ້າງ​ຖັນ​ແຖວ​ພະນັກງານ​ແມ່ນ​ໜຶ່ງ​ໃນ​ສາມ​ວິ​ທີ​ການບຸກທະລຸ​ເພື່ອ​ກໍ່ສ້າງ​ຖັນ​ແຖວ​ພະນັກງານທີ່​ມີ​ຄຸນສົມບັດ ຄວາມ​ສາມາດ ​ແລະ ຊື່​ສຽງ​ຢ່າງ​ພຽງພໍ, ທຽບ​ເທົ່າ​ກັບ​ລະດັບ​ຂອງ​ໜ້າ​​ໃນ​ສະພາບ​ການ​ໃໝ່, ປະກອບສ່ວນ​ກໍ່ສ້າງ​ພັກ ​ແລະ ລະ​ບົບການ​ເມືອງ​ໃຫ້​ມີ​ຄວາມ​ສະອາດປອດ​ໃສ ​ແລະ ​ເຂັ້ມ​ແຂງ. ດ້ວຍ​ທັດສະນະ ວຽກ​ງານ​ການຈັດ​ຕັ້ງ ພະນັກງານ ຕ້ອງ​ໄດ້​ຖື​ເປັນ​ຈຸດ​ບຸກທະລຸ, ​ເປັນກຸນ​ແຈຂອງ​ໜ້າ​ທີ່ກຸນ​​ແຈ”, ມີ​ຄວາມ​ກ່ຽວຂ້ອງ​ກັບການຢູ່ລອດ​ຂອງ​ພັກ ​ແລະ ຊະ​ຕາ​ກຳ​ຂອງ​ລະບອບ​ການ​ປົກຄອງ; ກັບ​ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ​ຂອງ​ປະ​ເທດ(11), ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້ຊີ້​ໃຫ້​ເຫັນ​ບັນດາ​ເນື້ອ​ໃນ​ທິດທາງທີ່​ມີ​ຄຸນຄ່າ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງທີ່​ເລິກ​ເຊິ່ງ ກ່ຽວ​ກັບວຽກ​ງານ​ພະນັກງານ ​ແລະ ການ​ສ້າງ​ຖັນ​ແຖວ​ພະນັກງານ ​ໃນ​ໄລຍະ​ຕໍ່​ໄປ; ລະອຽດ​ຄື:  

ທີ​ໜຶ່ງ, ສຸມ​ໃສ່​ກໍ່ສ້າງ​ຖັນ​ແຖວ​ພະນັກງານ ລັດຖະກອນທີ່​ມີ​ຄຸນສົມບັດ ຄວາມ​ສາມາດ ​ແລະ ຊື່​ສຽງ​ຢ່າງ​ພຽງພໍ ​ເພື່ອ​ຮັບ​ໃຊ້​ປະຊາຊົນ ​ແລະ ຊຸກຍູ້​ການ​ພັດທະນາ​ຂອງ​ປະ​ເທດ. ​ການເພີ່ມ​ທະວີ​ລະບຽບ​ວິ​ໄນ​ໄປ​ຄຽງ​ຄູ່​ກັບ​​ການ​ປະຕິ​ຮູບ​​ເງິນ​ເດືອນ ລະບອບ ນະ​ໂຍບາຍ​ຄ່າ​ຕອບ​ແທນສ້າງ​ສະພາບ​ແວດ​ລ້ອມ​ແລະ​ເງື່ອນ​ໄຂ​ເຮັດ​ວຽກ ​ເພື່ອ​ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ຮັບ​ໃຊ້​ການ​ພັດທະນາ, ສ້າງ​ແຮງ​ຈູງ​ໃຈ​ໃຫ້​ພະນັກງານ​ສູ້​ຊົນ ຝຶກ​ຝົນ​ຫຼໍ່​ຫຼ​ອມ ສຸດ​ອົກ​ສຸດ​ໃຈ​ກັບ​ວຽກ​ງາມ. ກວດຄືນ ​ແກ້​ໄຂ ​ເພີ່ມ​ເຕີມ​ນະ​ໂຍບາຍຕໍ່​ພະນັກງານ ລັດຖະກອນ ຕາມ​ທິດສົ່ງ​ເສີມ​ພະນັກງານ ລັດຖະກອນຍົກ​ສູງ​ລະດັບ​ວິຊາ​ຊີບ ວິຊາ​ສະ​ເພາະ, ຈັນ​ຍາ​ບັນ​ການ​ບໍລິການສາທາລະນະ, ເຮັດ​ສໍາ​ເລັດ​ວຽກ​ງານ​ເປັນ​ຢ່າງ​ດີ; ອີງ​ໃສ່​ຄວາມ​ກ້າຫານ​ທາງ​ການ​ເມືອງ ຄຸນສົມບັດ​ຄຸນທຳ ປະສິດທິ​ຜົນ​ໃນ​ການ​ປະຕິບັດ​ໜ້າ​ທີ່ ​ເພື່ອຕີ​ລາຄາ, ​ເລື່ອນ​ຊັ້ນຕຳ​ແໜ່​ງ, ​ແຕ່ງ​ຕັ້ງ​ພະນັກງານ. ​ໃນ​ນັ້ນ, ຕ້ອງ​ຍົກ​ສູງ​ປະສິດທິ​ຜົນ​ຕົວ​ຈິງຂອງການ​ຕີ​ລາຄາ​ພະນັກງານຕາມ​ທິດ​ສອດ​ຮ້ອຍ​ໄປ​ຕະຫຼອດ, ຫຼາຍມິ​ຕິ, ມີມາດຖານ ​ແລະ ຜ່ານຜະລິດ​ຕະພັນ​ສະ​ເພາະ ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ປະຕິບັດຄວາມ​ຮັບຜິດຊອບ, ​ໜ້າ​ທີ່ທີ່​ໄດ້​ຮັບ​ມອບ​ໝາຍ. ​ເອົາ​ໃຈ​ໃສ່​ການ​ກໍ່ສ້າງ​ພັດທະນາ​ແຫຼ່ງບຸກຄະລາ​ກອນ; ມີ​ກົນ​ໄກບຳລຸງ​ສ້າງ ​ແລະ ​ເຊື່ອ​ຖືນຳ​ໃຊ້ຜູ້​ທີ່ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ພະນັກງານ​ທີ່​ມີ​ຄວາມ​ສາມາດ​ໂດດ​ເດັ່ນ; ຍູ້​ແຮງການ​ດຶງ​ດູດ​ແລະ​​ສ້າງພະນັກງານ​ ຈາກຜູ້ສຳ​ເລັດ​ການ​ສຶກສາ​ມະຫາວິທະຍາ​ໄລທີ່ດີເລີດ ​ແລະ ​ນັກ​ວິ​ທະ​ຍາ​ສາດໜຸ່ມ. ພ້ອມ​ກັນ​ນັ້ນ, “ມີ​ກົນ​​ໄກ​ໃນ​ການ​ກັ່ນ​ກອງ​ແລະ​ປ່ຽນ​ແທນພະນັກງານ​ໂດຍ​ໄວ ຕໍ່​ຜູ້​ທີ່ບໍ່​ປະຕິບັດ​ໜ້າ​ທີ່, ຝ່າຝືນ​ກົດໝາຍ, ລະ​ເມີດຈັນ​ຍາ​ບັນ​ການ​ບໍລິການ​ສາທາລະນະ ​ແລະ ​ຈັນຍາ​ບັນ​​ແຫ່ງ​ວິຊາ​ຊີບ, ຖືກ​ວິ​ໄນ, ບໍ່​​ໄດ້​ຮັບ​ຄວາມ​ເຊື່ອ​ຖື​ຈາກ​ປະຊາຊົນອີກ​ຕໍ່​ໄປ(12). ວຽກ​ງານ​ພະນັກງານ ​ແລະ ການ​ຄຸ້ມ​ຄອງຖັນ​ແຖວ​ພະນັກງານ ຕ້ອງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ວ່ອງ​ໄວ ເຂັ້ມ​ງວດ ພາວະ​ວິ​ໄສ, ຜ່ານ​ບັນດາ​ກົນ​ໄກ ນະ​ໂຍບາຍ​ທີ່​ສອດຄ່ອງ ​​ເພື່ອ​ກັ່ນ​ກອງ​​ແລະ​ປ່ຽນ​ແທນພະນັກງານນຳພາ​ຄຸ້ມ​ຄອງ​ທີ່ບໍ່ສຳ​ເລັດ​ໜ້າ​ທີ່, ບໍ່​ສົມຄວນ, ບໍ່​ຮັບປະກັນ​ມາດຕະຖານ ​ເງື່ອນ​ໄຂ, ​ແຕ່​ກໍ່​ບໍ່ປະ​ຂ້າມ​ພະນັກງານ​ທີ່ມີ​ຄຸນສົມບັດ​ສິນ​ທຳດີ ມີ​ຄວາມ​ສາມາດ​ແທ້ໆ. ມີ​ກົນ​ໄກ ຂໍ້ກຳນົດສະ​ເພາະ​ກ່ຽວ​ກັບການ​ໃຫ້​ເລີກ​ງານ, ການ​ລາ​ອອກ ສຳລັບ​ພະນັກງານທີ່​ມີ​ຂີດຄວາມ​ສາມາດ​ຈຳກັດ ມີຊື່ສຽງຕ່ຳ, ຜູ້ທີ່ເຮັດຜິດ​ ໂດຍ​ບໍ່​ຕ້ອງລໍຖ້າ​ໃຫ້​ໝົດ​ອາຍຸ​ການ, ໝົດ​ໄລຍະການແຕ່ງຕັ້ງ ຫຼື ອາຍຸເຮັດວຽກ. 

ທີ​ສອງ, ການສ້າງສະພາບແວດລ້ອມວັດທະນະທໍາສຳນັກ​ງານ ​ແນ​ໃສ່​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ສົ່ງ​ເສີມ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ຕິດ​ພັນ​ກັບ​ການ​ຮັດ​ແໜ້ນ​ລະບຽບ​ວິ​ໄນ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ຊີ້​ແຈ້ງ: “​ເອົາ​ໃຈ​ໃສ່ການສ້າງສະພາບ​ແວດ​ລ້ອມວັດທະນະທໍາສຳນັກ​ງານທີ່​ສົດ​ໃສ ປະຊາທິປະ​ໄຕ ສາມັກຄີ ​ແລະ ມະນຸດ​ອາລະຍະທຳ; ຂະ​ຈັດ​ພະຍາດ​ອາດຍາ​ສິດ, ດຶງ​ພັກ​ດຶງ​ພວກ, ​ເສຍ​ຄວາມ​ສາມັກຄີ, ລັດທິ​ສວຍ​ໂອກາດ ​ແລະ​ອັດຖະ​ປະ​ໂຫຍ​ດ(13). ການສ້າງສະພາບ​ແວດ​ລ້ອມວັດທະນະທໍາສຳນັກ​ງານທີ່​ສົດ​ໃສ ປະຊາທິປະ​ໄຕ ສາມັກຄີ ​ແລະ ມະນຸດ​ອາລະຍະທຳ ​ແມ່ນ​ເນື້ອ​ໃນ​ສຳຄັນທີ່​ຂາດ​ບໍ່​ໄດ້ ​ເພື່ອ​ສ້າງ​ແຮງ​ຈູງ​ໃນ​ໃຫ້​ພະນັກງານ​ເຮັດ​ວຽກ ​ແລະ ອຸທິດ​ຕົນ. ​ໃນ​ສະພາບ​ແວດ​ລ້ອມ​ການ​ເຮັດ​ວຽກ, ການ​ນຳຂອງສຳນັກ​ງານ​ອົງການ, ​ໂດຍ​ສະ​ເພາະ​ແມ່ນ​ຫົວໜ້າ, ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ປະຕິບັດ​ປະຊາທິປະ​ໄຕ, ​ນັບຖື​ຄວາມ​ຄິດ​ເຫັນ​ຂອງ​ພະນັກງານ ສະມາຊິກ​ພັກ; ບັນດາ​ສະມາຊິກ​ໃນສຳນັກ​ງານ​ອົງການຍາມ​ໃດ​ກໍ​ສາມັກຄີ, ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ ​ໃນ​ວຽກ​ງານ. ເພື່ອສ້າງສະພາບແວດລ້ອມ​ໃນ​ສຳນັກງານທີ່ກະຕຸ້ນ​ໃຫ້​ພະນັກງານປ່ຽນ​ແປງ​ໃໝ່​ປະດິດ​ສ້າງຢ່າງແທ້ຈິງ, ກ່ອນ​ອື່ນ​ໝັດ, ພະນັກງານນຳ​ພາ ຄຸ້ມ​ຄອງທຸກຂັ້ນ ​ຕ້ອງນຳໜ້າ​ຢ່າງ​ແທ້​ຈິງ​ໃນ​ການ​ປະຕິບັດ​ບັນດາ​ຫຼັກການ​ແລະ​ກົດ​ລະບຽບ​ການ​ເຮັດ​ວຽກ ບົນ​ພື້ນຖານລວມສູນ​ປະຊາທິປະ​ໄຕ, ໝູ່ຄະນະນຳພາ, ບຸກຄົນ​ຮັບຜິດຊອບ(14). ​ເພີ່ມ​ທະວີຄວາມ​ສາ​ມັກ​ຄີ​ພາຍ​ໃນ ​ແລະ ລະບຽບ​ວິ​ໄນ; ບໍ່​ຕົກ​ໃສ່​ຄວາມ​ເສື່ອ​ມ​ໂຊມທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ, ວິຖີ​ຊີວິດ, ບັນດາ​ປະກົດ​ການ ຫັນປ່ຽນ​ຕົນ​ເອງ”, “ປ່ຽນ​ແປງ​ຕົນ​ເອງ”; ປະຕິບັດ​ມະຕິ ຄຳ​ສັ່ງ ຂໍ້ກຳນົດ ຂໍ້​ສະຫຼຸບ ກົດ​ລະບຽບ ​ແລະ ​ເນື້ອ​ໃນ​ຂອງ​ອົງການ, ການຈັດ​ຕັ້ງ, ໜ່ວຍ​ງານ; ຮັບ​ຜິດ​ຊອບ​ໃນ​ການ​ລາຍ​ງານ ອະ​ທິ​ບາຍ​ ແລະ ຍອມຮັບ​ຄວາມ​ຮັບ​ຜິດ​ຊອບ​ເມື່ອ​ຈຳ​ເປັນ. ບັນດາ​ອົງການ, ໜ່ວຍ​ງານ​ທີ່​ໃຊ້​ພະນັກງານ​ໂດຍ​ກົງ ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ເພີ່ມ​ເຕີມ ປັບປຸງບູລະນະ ​ແລະ ປະຕິບັດ​ຫຼັກ​ຈັນ​ຍາ​ບັນ​ການ​ບໍລິການ​ສາທາລະນະ ລະບຽບ​ພາຍ​ໃນ ກົດ​ລະບຽບຢ່າງ​ເຂັ້ມ​ງວດ, ປະຕິບັດຂໍ້​ບັງຄັບ​ກ່ຽວ​ກັບ​ການ​ຄຸ້ມ​ຄອງພະນັກ​ງານ​ທັງ​ໃນ​ເວລາ​ແລະຫຼັງເວລາເຮັດວຽກ ເພື່ອຮັດແໜ້ນລະບຽບ​ວິ​ໄນ​ໃນ​ການ​ຄຸ້ມຄອງພະນັກງານ; ກວດກາ ​ແລະ ​ຕິດຕາມ​ກວດກາ​ການ​ປະຕິບັດ​ຢ່າງ​ເປັນ​ປະຈຳ; ກຳ​ແໜ້ນ​ສະພາບ​ການ​ເຄື່ອນ​ໄຫວ ຈິດ​ວິທະຍາ ​ແລະ ຊີວິດການ​ເປັນ​ຢູ່​ຂອງ​ພະນັກງານ ​ແລະ ຂໍ້​ມູນ​ສະທ້ອນ​ກ່ຽວ​ກັບ​ພະນັກງານ ເພື່ອຈະ​ໃຊ້​ມາດ​ຕະການ​ແກ້​ໄຂ​ຢ່າງ​ທັນ​ການ.

ທີ​ສາມ, ສ້າງ​ກົນ​ໄກ​ຄວບ​ຄຸມ​ອຳນາດທີ່​ເຂັ້ມ​ງວດ, ປ່ຽນ​ແປງ​ໃໝ່​ວຽກ​ງານ​ກວດສອບ ກວດກາ ຕິດຕາມ​ກວດກາ, ​ເປັນ​ເຈົ້າ​ການ​ໃນ​ການກວດ​ພົບ​ແຕ່​​ໄກ ​ໂດຍ​ໄວ ​ເພື່ອ​ປ້ອງ​ກັນ, ກີດ​ກັ້ນ​ຄວາມ​ຜິດ​ພາດ​, ການ​ລະ​ເມີດ​ໃນວຽກ​ງານ​ພະນັກງານ ​ແລະ ການ​ສ້າງ​ຖັນ​ແຖວ​ພະນັກງານ. ປັບປຸງ​ບູລະນະ​ກົນ​ໄກ​ຄວບ​ຄຸມອຳນາດ, ກ່ອນ​ອື່ນ​ໝົດ​​ແມ່ນສຸມ​ໃສ່ບັນດາ​ຂົງ​ເຂດ​ທີ່ມັກ​ເກີດ​ການ​ສໍ້​ຫຼາດ​ບັງ​ຫຼວງ, ເກີດຄວາມຫຍໍ້ທໍ້ເລວຊາມງ່າຍ. ວຽກ​ງານ​ປ້ອງ​ກັນ​ແລະ​ຕ້ານຄວາມຫຍໍ້ທໍ້ເລວຊາມ​ ຈະ​ສຸມ​ໃສ່​ການ​ປ້ອງ​ກັນ​ແລະ​ຕ້ານຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ ​ແລະ​ ວິຖີ​ຊີວິດ​ຂອງ​ພະນັກງານ. ການ​ເຄື່ອນ​ໄຫວ​ກວດ​ສອບ ກວດກາ ຕິດຕາມ​ກວດກາຕ້ອງ​ໄດ້ “ຮັບປະກັນ​ລັກສະນະ​ພາວະ​ວິ​ໄສ ປະຊາທິປະ​ໄຕ ວິທະຍາສາດ ຄົບ​ຊຸດ ​ເປັນ​ເອກະ​ພາບ ຮອບ​ຄອບ ​ແໜ້ນ​ແຟ້ນ ​ແລະ ​ເປັນ​ໄປ​ໄດ້”(15) ​ແນ​ໃສ່​ເປັນ​ເຈົ້າ​ການ​ໃນ​ການກວດ​ພົບ​ໄວ ​ເພື່ອປ້ອງ​ກັນ, ກີດ​ກັ້ນ​ແຕ່​ໄກ ​ແລະ ​ແກ້​ໄຂ​ໂດຍ​ໄວ, ບໍ່​ປ່ອຍ​ໃຫ້​ຄວາມ​ຜິດ​ເລັກໆ​ ນ້ອຍໆ ກໍ່​ຕົວ​ຂຶ້ນ​ເປັນ​ເລື່ອງ​ໃຫຍ່; ພ້ອມ​ກັນ​ນັ້ນ, ບໍ່ຂັດຂວາງວຽກງານ​ວິຊາ​ສະ​ເພາະ ແລະ ເຮັດໃຫ້ເກີດຄວາມຕົກໃຈ​ໃນ​ຖັນ​ແຖວພະນັກງານ. ກວດຄືນ ​ເພີ່ມ​ເຕີມ ​ແລະ ປັບປຸງ​ຂໍ້​ກຳນົດ​ກ່ຽວກັບສິດ​ຂອບ​ເຂດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ໝູ່​ຄະນະ ​ແລະ ຂອງ​ບຸກຄົນ; ກ່ຽວ​ກັບ​ບົດບາດກວດກາ ຕິດຕາມ​ກວດກາ​ຂອງ​ບັນດາ​ອົງການ​ທີ່​ມີ​ໜ້າ​ທີ່, ອົງການທີ່​ມາ​ຈາກ​ການ​ເລືອກ​ຕັ້ງ, ສື່​ມວນ​ຊົນ ແລະ​ ຂອງ​ປະ​ຊາ​ຊົນ ​ໃນ​ວຽກ​ງານ​ພະນັກງານ; ການ​ກໍ່ສ້າງ​ແລະ​ຄຸ້​ມຄອງຖັນ​ແຖວ​ພະນັກງານ​ຕາມ​ຫຼັກການ ສິດ​ຂອບ​ເຂດ​ໄປ​ຄຽງ​ຄູ່​ກັບ​ຄວາມ​ຮັບຜິດຊອບ, ອຳນາດທັງໝົດຕ້ອງຖືກຄວບຄຸມ.

ສືບ​ຕໍ່ສ້າງ​ກົນ​ໄກ ​ແລະ ນະ​ໂຍບາຍ​ທີ່​ເໝາະ​ສົມ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ບົດບາດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ອົງການທີ່​ມາ​ຈາກ​ການ​ເລືອກ​ຕັ້ງ ​ແລະ ປະຊາຊົນ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ, ​ໂດຍ​ສະ​ເພາະ​ແມ່ນ​ການ​ເປັນ​ເຈົ້າ​ການກວດ​ພົບ, ການ​ກີດ​ກັ້ນ​ຄວາມ​ຜິດພາດຂອງພະນັກງານ ແລະ ສະມາຊິກພັກໂດຍໄວ. ຍູ້​ແຮງການສ້າງກົນ​ໄກ​ການ​ປະສານ​ງານທີ່ໃກ້ຊິດ ລະຫວ່າງບັນດາ​ອົງການການກວດກາ ກວດສອບ ຕິດຕາມ​ກວດກາ ​ໃນ​ການແລກປ່ຽນຂໍ້ມູນຂ່າວສານ ແລະ ການຈັດ​ຕັ້ງ​ຄະນະ​ກວດກາ​ລະຫວ່າງ​ບັນດາ​ອົງການ​ກວດກາ ​ເພື່ອ​ຮັບປະກັນ​ການ​ປະຕິບັດ​ຢ່າງ​ຄົບ​ຊຸດ ​ແລະ ຮອບດ້ານ, “ຫຼີກ​ລ້ຽງ​ການ​ທັບ​ຊ້ອນ​, ການຊ້ຳ​ກັນ​, ການ​ສູນ​ເສຍ​ຊັບ​ພະ​ຍາ​ກອນ​, ບໍ່​ມີ​ປະ​ສິດ​ທິ​ພາບ​”(16) ​ແລະ ຫຼີກລ້ຽງການ​ສົ່ງ​ຜົນ​ກະທົບຕໍ່ການດໍາເນີນງານປົກກະຕິຂອງອົງການ ຫຼືການຈັດຕັ້ງ.

ທີ​ສີ່, ບັນດາ​ຄະນະ​ພັກ ອົງການ​ຈັດ​ຕັ້ງ​ພັກ, ບັນດາ​ອົງການ ການຈັດ​ຕັ້ງ​ໃນ​ລະບົບ​ການ​ເມືອງ ຕ້ອງ​ຍົກ​ສູງ​ຈິດ​ໃຈ​ຮັບຜິດຊອບ, ຈັດ​ຕັ້ງ​ປະຕິບັດ​ຂັ້ນ​ຕອນ​ຕ່າງໆ​ໃນວຽກ​ງານ​ພະນັກງານຢ່າງ​ຄົບ​ຊຸດ ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ; ກວດຄືນ ສ້າງ ​ແລະ ປັບປຸງ​ບູລະນະ​ບັນ​ດາ​ກອບ​ມາ​ຕະຖານຍົດຕໍາແໜ່ງ ແລະ ຕໍາແໜ່ງງານທີ່ເໝາະສົມ; ຈັດ​ຫາ​ຄົນ​ທີ່​ຖືກຕ້ອງ, ຈັດວຽກທີ່ຖືກຕ້ອງ, ສ້າງ​ສະພາບ​ແວດ​ລ້ອມ ​ໂອກາດ ​ແລະ ​ເງື່ອນ​ໄຂ​ທີ່​ສະດວກ​ໃຫ້​ພະນັກງານ​ເສີມ​ຂະຫຍາຍ​ຄວາມ​ສາມາ​ດ, ອຸ່ນ​ໃຈ​ໃນ​ການ​ເຮັດ​ວຽກ ການອຸທິດ​ຕົນ ​ແລະ ​ການເຕີບ​ໃຫຍ່. ຄະນະ​ພັກ, ຫົວໜ້າ​ອົງການ​ທຸກ​ຂັ້ນ ຕ້ອງ​ຊາບ​ຊຶມ ​​ແລະ ​ປະຕິບັດ​ຢ່າງ​ເຕັມ​ສ່ວນ ບັນດາ​ເນື້ອ​ໃນ​ໃນ​ບົດ​ສະຫຼຸ​ບ​ເລກທີ 14-KL/TW, ລົງ​ວັນ​ທີ 22 ກັນຍາ 2021, ຂອງ​ກົມ​ການ​ເມືອງ​ສູນ​ກາງ, “ກ່ຽວ​ກັບ​ແຜນ​ນະ​ໂຍບາຍ​ສົ່ງ​ເສີມ ​ແລະ ປົກ​ປ້ອງ​ພະນັກງານທີ່​ຫ້າວຫັນ​ຂະຫຍັນ​ຂັນ​ແຂງ ​ແລະ ​ມີ​ຫົວຄິດ​ປະດິດ​ສ້າງ ​ເພື່ອ​ຜົນ​ປະ​ໂຫຍດສ່ວນ​ລວມ” ​ແລະ ສືບ​ຕໍ່​ຄົ້ນຄວ້າ, ສ້າງບັນດາ​ນະ​ໂຍບາຍປຸກກະ​ຕຸ້ນ​ຄວາມ​ຮັບ​ຜິດ​ຊອບ, ຄວາມ​ປາດ​ຖະໜາ​ຢາກ​ປະກອບສ່ວນ, ຈິດ​ໃຈ​ປ່ຽນ​ແປງ​ໃໝ່, ສຸດ​ອົກ​ສຸດ​ໃນການ​ຮັ​ບໃຊ້ປະ​ເທດ​ຊາດ, ຮັບ​ໃຊ້​ປະຊາຊົນ​ ຂອງ​ຖັນ​ແຖວ​ພະນັກງານ. ນິຍົມ​ນັບຖື, ຮັບ​ຟັງ​ຄວາ​ຄິດ​ລິ​ເລິ່ມສ້າງສັນທັງ​ໝົດ​ຂອງ​ພະນັກງານ, ສົ່ງ​ເສີມໃຫ້ກຳລັງ​ໃຈຢ່າງ​ເປັນ​ປະຈຳ, ສ້າງ​ກົນ​ໄກ ສະພາບ​ແວດ​ລ້ອມ ​ເງື່ອນ​ໄຂທີ່​ສະດວກ​ດີ ​ໃຫ້​ພະນັກງານ​ກ້າ​ສະ​ເໜີ​ ແລະ ​ຜັນ​ຂະຫຍາຍຄວາມ​ຄິດປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນລວມ. ຍ້ອງຍໍ​ຊົມ​ເຊີຍ ​ແລະ​ ໃຫ້​ລາງວັນທີ່​ສົມ​ຄວນກັບ​ການ​ປະກອບສ່ວນຂອງພະນັກງານ; ມີ​ກົນ​ໄກ​ພິ​ເສດ, ບຸລິມະສິດ​ການຈັດ​ວາງ ​ແລະ ນຳໃຊ້ພະນັງານ​ທີ່​ມີ​ຈິນຕະນາການ​ປ່ຽນ​ແປງ​ໃໝ່, ມີ​ວິທີ​ປະຕິບັດ​ງານ​ແບບ​ບຸກທະລຸ ປະດິດ​ສ້າງ ມີ​ປະສິດທິ​ຜົນ​ສູງ. ຄຽງຄູ່ກັບການຂະຫຍາຍພື້ນທີ່ ​ເພື່ອ​ໃຫ້​ພະນັກງານ​ເສີມຂະຫຍາຍ​ສຸດ​ຂີດ ຄວາມ​ສາມາດ​ປ່ຽນ​ແປງ​ໃໝ່ ປະດິດ​ສ້າງ, ຄະນະ​ພັກ​ແລະ​ອົງການ​ຈັດ​ຕັ້ງ​ພັກ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ກວດກາ ຕິດຕາມ​ກວດກາ, ກວດ​ພົບ ດັດ​ແກ້​ ແລະ ​ແກ້​ໄຂ​ຄວາມ​ຜິດ​ພາດ ​ໃນ​ຂະ​ບວນ​ການ​ຂອງ​ການ​ປະ​ຕິ​ບັດ​ແຜນການ​ຢ່າງ​ທັນ​ການ. ກີດ​ກັ້ນ​ຢ່າງ​ທັນ​ການ ​ແລະ ຈັດການ​ຢ່າງ​ເຂັ້ມ​ງວດ ​ກັບການ​ກະທຳສວຍ​ໃຊ້ການ​ສົ່ງ​ເສີມ​ແລະ​ປົກ​ປ້ອງພະນັກງານ​ທີ່​ມີ​ຈິນຕະນາການປ່ຽນ​ແປງ​ໃໝ່ປະດິດ​ສ້າ ​ເພື່ອ​ສ້າງ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ, ຮັບ​ໃຊ້ “ຜົນ​ປະ​ໂຫຍ​ດໝູ່​ພວກ”, ປົກ​ປິດ ປ່ອຍ​ມື​ໃຫ້ການ​ກະທຳ​ຜິດ.

ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້ກຳນົດວິ​ໄສ​ທັດ ​ແລະ ທິດ​ທາງ​ສູ້​ຊົນ​ຂອງ​ຫວຽດນາມ​ເຖິງ​ກາງ​ສະຕະວັດ​ທີ 21 ຈະ​ກາຍ​ເປັນປະ​ເທດ​ພັດທະນາ​ແລ້ວ ​ແລະ​ມີ​ລາຍ​ໄດ້​ສູງ ຕາມ​ທິດ​​ສັງຄົມ​ນິຍົມ ດ້ວຍ​ແຜນ​ທີ່​ເສັ້ນທາງ​ທີ່​ສະທ້ອນ​ໂດຍ​ຜ່ານ​ສາມ​ຫຼັກ​ໝາຍສໍາຄັນ: ​ເຖິງ​​ປີ 2025 ຈະເປັນ​ປະ​ເທດກຳລັງ​ພັດທະນາ, ມີ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ, ມີລາຍ​ໄດ້ລື່ນ​ກາຍ​ລະດັບ​ປານ​ກາງ​ຕ່ຳ;​ ໃນ​ປີ 2030 ຈະເປັນ​ປະ​ເທດກຳລັງ​ພັດທະນາ, ມີ​ອຸດສາຫະກຳ​ທັນ​ສະ​ໄໝ, ມີ​ລາຍ​ໄດ້​ປານ​ກາງ​ສູງ​; ​ແລະ​ເຖິງ​ປີ 2045 ກາຍ​ເປັນ​ປະ​ເທດ​ທີ່​ພັດທະນາ​ແລ້ວ, ມີ​ລາຍ​ໄດ້​ສູງ​. ເປົ້າ​ໝາຍ​ນັ້ນ​ຮຽກ​ຮ້ອງ​ໃຫ້​ມີ​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ມີ​ວິ​ໄສ​ທັດ, ດ້ວຍ​ຈິນຕະນາການ​ບຸກທະລຸ​ ແຕ່​ໄຫວ​ພິບ, ​ເພື່ອ​ເສີມ​ຂະຫຍາຍ​ສຸດ​ຂີດ​ຊັບພະຍາກອນ​ທັງ​ໝົດ​ ຂອງທັງ​ລະບົບ​ການ​ເມືອງ ​ແລະ ທົ່ວ​ສັງຄົມ, ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ ແລະ ຄວາມ​ຄິດ​ປະດິດ​ສ້າງ​ຂອງ​ຖັນ​ແຖວ​ພະນັກງານທີ່​ມີ​ຫຼັກ​ໝັ້ນການ​ເມືອງທີ່​ໜັກ​ແໜ້ນ, ຄຸນສົມບັດ​ສິນ​ທຳ​ທີ່​ຜ່ອງ​ໃສ, ຄວາມ​ສາມາດ​ທີ່​ໂດດ​ເດັ່ນ ຂະຫຍັນ​ຂັນ​ເຄື່ອນ ​ແລະ ປະດິດ​ສ້າງ​ ເພື່ອ​ຜົນ​ປະ​ໂຫຍ​ດສ່ວນລວມ./.

---------------------

(1), (2) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ II, ໜ້າ 257, 226.

(3) “ລາຍ​ງານ​ການ​ເມືອງຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມທີ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 6 ຂອງ​ພັກ”, ​ໃນ​ປຶ້ມ: ກ່ຽວ​ກັບ​ພະນັກ​ງານ ​ແລະ ວຽກ​ງານ​ພະນັກງານ ​ໃນ​ສະ​ໄໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ (ຄັດ​ຈາກ​ເອກະສານ​ຂອງ​ພັກ), ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2018, ໜ້າ 10.

(4) “ລາຍ​ງານ​ການ​ເມືອງຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກສະ​ໄໝ​ທີ 6 ທີ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 7 ຂອງ​ພັກ”, ​ໃນ​ປຶ້ມ: ກ່ຽວ​ກັບ​ພະນັກ​ງານ ​ແລະ ວຽກ​ງານ​ພະນັກງານ ​ໃນ​ສະ​ໄໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ (ຄັດ​ຈາກ​ເອກະສານ​ຂອງ​ພັກ), ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 71.

(5) “ລາຍ​ງານ​ການ​ເມືອງຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກສະ​ໄໝ​ທີ 7 ທີ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 8 ຂອງ​ພັກ”, ​ໃນ​ປຶ້ມ: ກ່ຽວ​ກັບ​ພະນັກ​ງານ ​ແລະ ວຽກ​ງານ​ພະນັກງານ ​ໃນ​ສະ​ໄໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ (ຄັດ​ຈາກ​ເອກະສານ​ຂອງ​ພັກ), ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 105.

(6) “ລາຍ​ງານ​ການ​ເມືອງຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກສະ​ໄໝ​ທີ 8 ທີ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 9 ຂອງ​ພັກ”, ​ໃນ​ປຶ້ມ: ກ່ຽວ​ກັບ​ພະນັກ​ງານ ​ແລະ ວຽກ​ງານ​ພະນັກງານ ​ໃນ​ສະ​ໄໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ (ຄັດ​ຈາກ​ເອກະສານ​ຂອງ​ພັກ), ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 229.

(7) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12, ຫ້ອງການ​ສູນ​ກາງພັກ, ຮ່າ​ໂນ້ຍ, 2016, ໜ້າ 215.

(8) https://nhandan.vn/tin-tuc-su-kien/doi-moi-manh-me-cong-tac-can-bo-dap-ung-yeu-cau-nhiem-vu-chinh-tri-va-tinh-hinh-moi-314967/, ວັນ​ທີ 19 ມັງກອນ 2018.

(9) ກົດລະບຽບສະບັບເລກທີ 89-QD/TW, ລົງວັນທີ 4 ສິງຫາ 2017, “ກ່ຽວກັບກອບມາດຕະຖານຕຳ​ແໜ່​ງ, ທິດ​ທາງ​ກອບມາດຕະຖານການ​ປະເມີນພະນັກງານ ນຳພາ, ຄຸ້ມ​ຄອງທຸກຂັ້ນ”; ກົດລະບຽບສະບັບເລກທີ 90-QD/TW, ລົງວັນທີ 4 ສິງຫາ 2017, “ກ່ຽວກັບກອບມາດຕະຖານຕຳ​ແໜ່​ງ, ມາດຕະຖານການ​ປະເມີນພະນັກງານ ພາຍ​ໃຕ້​ການຄຸ້ມ​ຄອງ​ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ​ສູນ​ກາງ, ຄະນະ​ເລຂາທິການ​ສູນ​ກາງ” (ປະຈຸ​ບັນ​ແມ່ນກົດລະບຽບສະບັບເລກທີ 214-QĐ/TW, ລົງ​ວັນ​ທີ 2 ມັງກອນ 2020); ກົດລະບຽບສະບັບເລກທີ 105-QĐ/TW, ລົງ​ວັນ​ທີ 19 ທັນວາ 2017, “ກ່ຽວ​ກັບການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ພະນັກງານ ​ແລະ ​ແຕ່ງ​ຕັ້ງ, ແນະນຳຜູ້ສະໝັກຮັບ​ເລືອກ​ຕັ້ງ”; ກົດລະບຽບສະບັບເລກທີ 132-QĐ/TW, ລົງ​ວັນ​ທີ 8 ມີນາ 2018, “ກ່ຽວ​ກັບ​ການທົບ​ທວນ​​ ການ​ປະ​ເມີນ​ ແລະ ການ​ຈັດ​ອັນ​ດັບ​ຄຸນ​ນະ​ພາບປະ​ຈໍາ​ປີ ​ສໍາ​ລັບໝູ່​ຄະນະ ແລະ ​ບຸກ​ຄົນ​ໃນ​ລະ​ບົບ​ການ​ເມືອງ​”.

(10) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ II, ໜ້າ 208 – 209.

(11) ຫງວຽນ​ຝູຈ້ອງ: “ກະກຽມ​ ແລະ ດຳເນີນກອງປະຊຸມໃຫຍ່ຄັ້ງທີ 13 ຂອງ​ພັກ​ເປັນຢ່າງດີ, ນຳ​ປະ​ເທດ​​ເຂົ້າ​ສູ່​ໄລຍະ​ການພັດທະນາ​ໃໝ່”, ​ເບິ່ງ: https://nhandan.vn, ວັນ​ທີ 31 ສິງຫາ 2020.

(12) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ I, ໜ້າ 179.

(13), (14), (15) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ I, ໜ້າ 144, 198, 188.

(16) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ I, ໜ້າ 190.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະ​ສານ​ກອມ​ມູນິດ ສະບັບ​ທີ 977 (​ເດືອນ​ພຶດສະພາ 2021)