ໄຊຊະນະອັນຍິ່ງໃຫຍ່ໃນລະດູບານໃໝ່ປີ 1975 - ບົດຮຽນກ່ຽວກັບ
ການເສີມຂະຫຍາຍຈິດໃຈແຫ່ງຄວາມຕັດສິນໃຈຕໍ່ສູ້ ແລະ ໄຊຊະນະ
ໃນການສ້າງສາແລະປົກປັກຮັກສາປະເທດຊາດ

ໂດຍ ຈິ້ງ ວັນ ກວ້ຽດ
ພົນໂທ, ເລຂາທິການຄະນະບໍລິຫານງານສູນກາງພັກ, ກໍາມະການປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ
11:46, 14-10-2025
ວກ.- ໃນ​ການ​ຕໍ່ສູ້​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ, ດ້ວຍ​ແນວທາງ​ຍຸດ​ທະ​ສາດ ແລະ ວິທີ​ດຳ​ເນີນ​ສົງຄາມ​ປະຕິວັດ​​ທີ່​ຖືກຕ້ອງ ຕາມ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ປຸກລະດົມ ​ແລະ ​ເຕົ້າ​ໂຮມ​ຄວາມ​ຕັດສິນ​ໃຈ, ກຳລັງແຮງ​ຂອງ​ຊາດ​​ແລະຍຸກສະໄໝ ເພື່ອ​ເຮັດ​ສຳ​ເລັດ​ພາລະກິດ​ການປົດ​ປ່ອຍ​ພາກ​ໃຕ້ ​ແລະ ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ. ການສືບ​ທອດແລະ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ, ຄວາມ​ມຸ່ງໝັ້ນໃນການ​ຕໍ່ສູ້ແລະໄຊຊະນະ ແລະ ຄວາມປາຖະໜາໃນ​ສັນຕິພາບ, ທົ່ວ​ພັກ ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບຂອງເຮົາ​ສືບ​ຕໍ່​ສາມັກຄີ, ເປັນ​ເອກະ​ພາບ, ຮ່ວມ​ແຮງ​ຮ່ວມ​ໃຈ, ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ​ແລະສິ່ງ​ທ້າ​ທາຍ ​ເພື່ອກໍ່ສ້າງ​ແລະປົກ​ປັກ​ຮັກສາ​ປະ​ເທດ​ຊາດຢ່າງໝັ້ນຄົງ​ໃນຍຸກ​ໃໝ່ແຫ່ງການພັດທະນາ.
ການ​ບຸກໂຈມຕີແລະ​ລຸກ​ຮື​ຂຶ້ນຂະໜາດໃຫຍ່​ ​ໃນ​ລະດູບານ​ໃໝ່​ປີ 1975 ​ແມ່ນ​ຜົນງານ​ອັນ​ຍິ່ງໃຫຍ່​ຂອງ​ປະຊາຊົນ​ຫວຽດນາມ ​ໃນ​ພາລະກິດ​ປົດ​ປ່ອຍ​ຊາດ. ພາຍໃຕ້ການນຳພາຂອງພັກ ແລະ ປະທານໂຮ່ຈີມິນ, ທົ່ວພັກ ທົ່ວປວງຊົນແລະທົ່ວກອງທັບ ໄດ້ປະຕິບັດຕາມຄວາມປາຖະໜາອັນສັກສິດຂອງປະທານ ໂຮ່ຈີມິນ: ປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ ແລະ ເຕົ້າໂຮມພີ່ນ້ອງຮ່ວມຊາດພາກເໜືອແລະພາກໃຕ້ເຂົ້າໃນຄອບຄົວດຽວກັນ. ໄຊຊະນະ​ດັ່ງກ່າວ​ໄດ້​ເປັນ​ຂີດ​ໝາຍ​ການ​ຫັນປ່ຽນເດັດຂາດ, ນຳ​ປະຊາຊົນ​ຫວຽດນາມໄປ​ສູ່​ຍຸກແຫ່ງ​ເອກະລາດ, ​ເອກະ​ພາບ ​ແລະ ສັງຄົມ​ນິຍົມ; ພ້ອມ​ກັນ​ນັ້ນ, ຍັງ​ໄດ້ສ້າງ​ບົດຮຽນ​ອັນ​ລ້ຳ​ຄ່າໄວ້ຫຼວງ​ຫຼາຍ ລວມທັງ​ບົດຮຽນ​ໃນ​ການເສີມຂະຫຍາຍຈິດໃຈແຫ່ງຄວາມຕັດສິນຕໍ່ສູ້ ແລະ ໄຊຊະນະໃນການສ້າງສາ​ແລະປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ​ຫວຽດນາມ.

ລົດຖັງຂອງກອງທັບປົດປ່ອຍພາກໃຕ້ຫວຽດນາມ ເຂົ້າຍຶດຄອງທຳນຽບປະທານາທິບໍດີ ຂອງລັດຖະບານຫຸ່ນ ໃນໄຊ່ງ່ອນ ຕອນທ່ຽງວັນທີ 30 ເມສາ 1975 _ພາບ:TTXVN

ທີ​ໜຶ່ງ, ຍຶດໝັ້ນ​ໃນເປົ້າເອກະລາດ​ແຫ່ງ​ຊາດ ​ແລະ ສັງຄົມ​ນິຍົມ, ຮັກສາ​ການ​ນຳພາ​ຂອງ​ພັກ; ສ້າງຄວາມເປັນເອກະພາບ​ສູງທາງດ້ານເຈດຈຳນົງແລະການກະທຳ​ໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ.

​ໃນການ​ຕໍ່ສູ້​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ, ແນວທາງຍຸດ​ທະ​ສາດການເຊີດຊູຄັນທຸງເອກະລາດແຫ່ງຊາດແລະສັງຄົມ​ນິຍົມ, ດຳເນີນພ້ອມກັນ​ແລະສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຍຸດ​ທະ​ສາດ​ການປະຕິວັດ​ສອງຢ່າງຄື: ການ​ປະຕິວັດຊາດ​ປະຊາທິປະ​ໄຕ​ປະຊາຊົນ​ຢູ່ພາກ​ໃຕ້ ​ແລະ ການ​ປະຕິວັດ​ສັງຄົມ​ນິຍົມຢູ່​ພາກ​ເໜືອ ເຊິ່ງໄດ້ຕອບສະໜອງ​ຄວາມ​ປາດ​ຖະໜາ, ​ກາຍເປັນອາລົມຈິດອັນສັກສິດ ແລະ ຄວາມຕັດສິນໃຈຂອງປະຊາຊົນ, ສອດຄ່ອງກັບຄວາມເປັນຈິງຂອງການປະຕິວັດຫວຽດນາມ ແລະ ທ່າອ່ຽງທົ່ວໄປຂອງ​ການ​ປະ​ຕິ​ວັດ​ໂລກ​. ເປົ້າໝາຍນັ້ນໄດ້ກາຍເປັນທຸງທີ່ເຕົ້າໂຮມ ບັນດາກຳລັງສັງຄົມ, ຊົນຊັ້ນ, ສາສະໜາ, ບັນດາເຜົ່າໃນທົ່ວປະເທດ ໃຫ້ກາຍເປັນກຳລັງແຮງຂອງຊາດ, ສົມທົບກັບກຳລັງແຮງຂອງພີ່ນ້ອງຊາວຫວຽດນາມຢູ່ຕ່າງປະເທດ, ກຳລັງແຮງຈາກຄວາມເຫັນດີເຫັນພ້ອມແລະສະໜັບສະໜູນຂອງປະຊາຊົນ ແລະ ບັນດາກຳລັງປະຕິວັດທີ່ຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມໃນໂລກ, ສ້າງເປັນກຳລັງແຮງສັງລວມ ເພື່ອຕໍ່ສູ້ຕ້ານຈັກກະພັດອາເມລິກາຜູ້ຮຸກຮານ.

ໂດຍຊາບຊຶມ​ແນວທາງ​ການ​ເມືອງ, ການ​ທະຫານ​ຂອງ​ພັກ​ຢ່າງ​ເລິກ​ເຊິ່ງ, ກອງທັບ ​ແລະ ປະຊາຊົນ​ພາກ​ໃຕ້​ໄດ້ຍອມ​ຮັບ​ຄວາມທຸກ​ຍາກ, ຄວາມ​ເສຍ​ຫາຍ ແລະການ​ເສຍສະຫຼະ, ຍູ້ແຮງການກໍ່ສ້າງ ​ແລະ ປັບປຸງ​ກຳລັງ, ດຳເນີນການຕໍ່ສູ້ດ້ວຍອາວຸດ ສົມທົບກັບການຕໍ່ສູ້ທາງການເມືອງ, ​ເອົາ​ຊະນະ​ຍຸດ​ທະ​ສາດ​ສົງຄາມ​ຂອງ​ຈັກກະພັດ​ອາ​ເມ​ລິ​ກາ. ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ເຖິງ​ຄວາມຕັດສິນໃຈ​ຍຸດ​ທະ​ສາດ​ຂອງ​ພັກ, ກອງທັບ ​ແລະປະຊາຊົນ​ພາກ​ເໜືອ​ໄດ້​ເອົາ​ຊະນະ​ສົງຄາມ​ທຳລາຍຂອງຈັກກະພັດອາເມລິກາ, ປົກ​ປັກ​ຮັກສາ​ພາກເໜືອ​ສັງຄົມ​ນິຍົມ ເຊິ່ງເປັນຖານ​ການ​ປະຕິວັດ​ຂອງ​ທົ່ວ​ປະ​ເທດ. ໂດຍກຳແໜ້ນ​ກາລະ​ໂອກາດ, ກອງທັບ ​ແລະ ປະຊາຊົນ​ສອງ​ພາກ​ໃຕ້ ​ແລະ ພາກ​ເໜືອ ​ໄດ້​ສຸມ​ທຸກ​ຄວາມ​ມານະ​ພະຍາຍາມ​ ເພື່ອດຳເນີນການບຸກໂຈມຕີແລະ​ລຸກ​ຮື້​ຂຶ້ນຂະໜາດໃຫຍ່ ​ໃນ​ລະດູບານ​ໃໝ່​ປີ 1975, ປົດ​ປ່ອຍ​ພາກ​ໃຕ້ ​ແລະ ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ.

ປະຈຸ​ບັນ, ​ໃນ​ສະພາບ​ການ​ໂລກາພິວັດ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ທີ່ນັບ​ມື້​ນັບ​ເລິກ​ເຊິ່ງ, ສະຖານະການ​ໂລກ​ແລະພາກ​ພື້ນ​ພວມ​ປ່ຽນແປງຢ່າງສັບສົນ, ມີ​ຄວາມ​ສ່ຽງຕໍ່​ຄວາມ​ບໍ່​ແນ່ນອນ​ແລະຄວາມ​ບໍ່​ໝັ້ນຄົງ; ກາລະໂອກາດ ແລະ ສິ່ງທ້າທາຍ, ເປົ້າໝາຍແລະຄູ່ຮ່ວມມື ມີຄວາມຕິດພັນກັນ. ໃນ​ຂະນະ​ນັ້ນ, ບັນດາ​ອິດທິກຳລັງ​​ສັດຕູ, ປະຕິ​ກິລິຍາ ​ແລະ ສວຍ​ໂອກາດທາງການເມືອງ ຍັງຄົງ​ຊຸກຍູ້​​ການ​ເຄື່ອນ​ໄຫວ​ຕ້ານຢັນທຳລາຍ​ການ​ປະຕິວັດຫວຽດນາມ ດ້ວຍ​ຍຸດ​ທະ​ສາດ “​ການຫັນປ່ຽນໂດຍ​ສັນຕິ” ​ແລະ ກົນອຸບາຍອັນເລິກແລບແນບນຽນ​ແລະຊົ່ວຮ້າຍຫຼາຍ. ສະພາບ​ການ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ພວກ​ເຮົາ​ຕ້ອງ​ຍຶດໝັ້ນ​ໃນ​ຈຸດໝາຍ​ເອກະລາດ​ແຫ່ງ​ຊາດ ​ແລະ ລັດທິ​ສັງຄົມ​ນິຍົມ, ຕັ້ງໝັ້ນ​ໃນ​ລັດທິມາກ-​ເລ​ນິນ ​ແລະ ​ແນວ​ຄິດ​ໂຮ່ຈີ​ມິນ, ເຊື່ອ​ໝັ້ນ​ຢ່າງ​ແທ້ຈິງ​ໃນ​ການ​ນຳພາ​ຂອງ​ພັກ, “ຮັກສາ ​ແລະ ​ເພີ່ມ​ທະວີ​ການ​ນຳພາ​ໂດຍ​ກົງ ແລະເດັດຂາດ​ໃນ​ທຸກ​ດ້ານຂອງພັກ, ການ​ຄຸ້ມ​ຄອງລວມສູນ​ແລະ​ເປັນ​ເອກະ​ພາບຂອງລັດ ຕໍ່ກອງທັບປະຊາຊົນ”(1).

ສືບ​ຕໍ່ຊາບຊຶມແນວທາງການປ່ຽນແປງໃໝ່ຂອງພັກ​ຢ່າງ​ເລິກ​ເຊິ່ງ ​ແລະ ປະຕິບັດແນວທາງດັງກ່າວຢ່າງເຂັ້ມງວດແລະມີປະສິດທິຜົນ; ຖືເອົາ​ການ​ພັດທະນາ​ເສດຖະກິດ​ເປັນໜ້າທີ່​ໃຈກາງ, ການກໍ່ສ້າງພັກເປັນກຸນແຈ, ການພັດທະນາວັດທະນະທໍາເປັນພື້ນຖານທາງວິນຍານຂອງສັງຄົມ; ​ການເພີ່ມ​ທະວີ​ການ​ປ້ອງ​ກັນ​ປະ​ເທດແລະຄວາມ​ໝັ້ນຄົງ​ເປັນ​ໜ້າທີ່​ສຳຄັນ​ແລະ​ເປັນ​ປະຈຳ; ສົມທົບ​​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ການ​ພັດທະນາ​ເສດຖະກິດ-ສັງຄົມ ກັບ​ການ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ປະ​ເທດ, ຄວາມ​ໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ. ໃນ​ຂະ​ບວນ​ການ​ປະ​ຕິ​ບັດ, ​ຕ້ອງຕັ້ງໝັ້ນ​ໃນ​ເປົ້າ​ໝາຍ​ແລະ​ຫຼັກ​ການຍຸດທະສາດ; ມີຄວາມໄຫວພິບ ຍືດຫຍຸ່ນທາງດ້ານຍຸດໂທບາຍ; ທັງຮ່ວມມື ແລະຕໍ່ສູ້; ເດັດດ່ຽວໜຽວແໜ້ໃນການຕໍ່ສູ້, ຖືເອົາການປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ, ການປົກປັກຮັກສາຜົນປະໂຫຍດຂອງຊາດ-ປະເທດຊາດໄວ້ຢ່າງໝັ້ນຄົງ ເປັນເປົ້າໝາຍສູງສຸດ; ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ ​ເພື່ອ​ສ້າງສາ​ແລະພັດທະນາ​ປະ​ເທດໃຫ້ມີຄວາມ​ຮັ່ງມີ, ປະຊາທິປະ​ໄຕ, ຍຸດຕິ​ທຳ ​ແລະ ອາລະຍະທຳ. ເປັນເຈົ້າການໃນການຕໍ່ສູ້​​ເອົາ​ຊະ​ນະ​ທຸກ​ກົນອຸບາຍ ​ແລະ ການເຄື່ອນໄຫວທຳລາຍມ້າງເພ​ຂອງບັນດາອິດທິ​ກຳລັງ​ສັດຕູ, ປະຕິ​ກິລິຍາ ​ແລະ ສວຍ​ໂອກາດທາງການເມືອງ. ​ເດັດດ່ຽວ​ປົກ​ປັກ​ຮັກສາ​ແນວທາງ, ທັດສະນະ ​ແລະ ພື້ນຖານແນວຄິດ​ຂອງ​ພັກ, ຮັກສາ​ການ​ນຳພາ​ຂອງ​ພັກ​ທີ່​ມີ​ຕໍ່​ລັດ, ທົ່ວ​ສັງຄົມ​ແລະພາລະກິດ​ການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ປະຊາຊົນ​ເຮົາ.

ທີສອງ, ຕິດຕາມ​ແລະ​ກຳ​ແໜ້ນ​ສະພາບ​ຕົວ​ຈິງ, ຕີ​ລາຄາ ​ແລະ ຄາດ​ຄະ​ເນ​ສະພາບ​ການ​ຢ່າງ​ຖືກຕ້ອງ, ເປັນເຈົ້າການໃນການຈັດການ​ສະຖານະ​ການ​ຢ່າງ​ທັນ​ການແລະ​ມີ​ປະສິດທິ​ຜົນ, ບໍ່​ໃຫ້​ຕົກ​ໃນທ່າຮັບແລະຄວາມບັງເອີນ.

ການ​ກຳແໜ້ນ​ສະ​ພາບ​ການ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ສຳ​ຄັນ​ທີ່​ສຸດ​ ເພື່ອ​ສ້າງ​ເຈດ​ຈຳນົງແຫ່ງການຕໍ່​ສູ້​ແລະ​ເອົາ​ຊະ​ນະ. ​ໃນ​ສົງຄາມ​ຕໍ່ຕ້ານຈັກກະພັດ​ອາ​ເມ​ລິ​ກາ, ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ປະທານ​ໂຮ່ຈີມິນ ຍາມ​ໃດ​ກໍ່​ເປັນເຈົ້າການໃນການຕີ​ລາຄາສະຖານະ​ການ​ ແລະສະພາບ​ການໃນສະໜາມຮົບ​ຢ່າງຊັດເຈນ ​ແລະ ສະ​ເໜີ​ແນວທາງ​ການ​ຕັດສິນ​ໃຈ​ຍຸດ​ທະ​ສາດ​ທີ່​ເໝາະ​ສົມ, ຖືກ​ຕ້ອງ ​ແລະ ປະດິດສ້າງ.  ບົນ​ພື້ນຄວາມເຂົ້າໃຈແລະກຳແໜ້ນກົດເກນປະຕິວັດ, ກົດເກນ​ສົງຄາມປະຕິວັດ, ທັດສະນະ​ປະຕິບັດ, ກົມ​ການ​ເມືອງສູນການແລະຄະນະພັກ​ການ​ທະຫານ​ສູນ​ກາງ ​ໄດ້​ວິ​ເຄາະ ​ແລະ ຕີ​ລາຄາ​ຈຸດແຂງ​ຂອງ​ສັດຕູ​ຢ່າງ​ຖືກຕ້ອງ ​ເພື່ອ​ຊອກ​ຫາ​ວິທີ​ຈຳກັດ​ແລະແກ້ໄຂຜ່ານຜ່າມັນ; ​ຄົ້ນ​ພົບ​ຈຸດ​ອ່ອນຮ້າຍແຮງ​ຂອງ​ສັດຕູໄດ້​ຢ່າງ​ຖືກຕ້ອງ ​ເພື່ອໃຊ້ປະໂຫຍດແລະເຮັດໃຫ້ຈຸດອ່ອນເຫຼົ່ານັ້ນເລິກ​ເຊິ່ງຍິ່ງຂຶ້ນ, ໃນ​ຂະນະ​ດຽວ​ກັນ ກໍ​ສຸມ​​ຄວາມ​ພະຍາຍາມ​ທັງໝົດ ເພື່ອໂຈມຕີຢ່າງເດັດຂາດໃນການ​ປ່ຽນ​ສະຖານະການຂອງ​ສົງຄາມ, ຍາດ​​ເອົາ​ໄຊຊະນະ​ເທື່ອ​ລະ​ກ້າວ ແລະ ກ້າວໄປສູ່ໄຊຊະນະຄັ້ງສຸດທ້າຍ. ລະຫວ່າງການ​ບຸກ​ໂຈມ​ຕີ​ແລະລຸກ​ຮື້​ຂຶ້ນຂະໜາດໃຫຍ່ ໃນລະດູບານໃໝ່​ປີ 1975 ​ດ້ວຍຄວາມຍືດຫຍຸ່ນໃນການຄວ້າໂອກາດ, ຄວາມເປັນເຈົ້າການໃນການສ້າງໂອກາດ ແລະການຊຸກຍູ້ໂອກາດ, ກົມ​ການ​ເມືອງສູນກາງ​ແລະຄະນະພັກ​ການ​ທະຫານ​ສູນ​ກາງ ​ໄດ້​ເພີ່ມ​ຄວາມຕັດສິນໃຈທາງ​ຍຸດ​ທະ​ສາດ​ຢ່າງ​ຕໍ່ເນື່ອງ ເພື່ອໃຫ້ທັນຕໍ່ການປ່ຽນແປງຢ່າງ​ວ່ອງ​ໄວໃນ​ສະໜາມ​ຮົບ ແລະ ສ້າງປັດໂຈທີ່ບໍ່ຄາດຄິດ. ເມື່ອປະເຊີນກັບການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ, ແຜນການໃນການ​ປົດ​ປ່ອຍ​ພາກ​ໃຕ້​ຈຶງຖືກປັບປ່ຽນ​ຢ່າງຕໍ່ເນື່ອງເພື່ອ​ໃຫ້ສອດຄ່ອງ​ກັບຄວາມເປັນ​ຈິງ. ​​ທ້າຍ​ເດືອນມີນາ 1975, ກົມ​ການ​ເມືອງສູນກາງໄດ້​ຕີ​ລາຄາ​ວ່າ: “ສົງຄາມ​ປະຕິວັດ​ຢູ່​ພາກ​ໃຕ້​ບໍ່​ພຽງ​ແຕ່​ກ້າວ​ເຂົ້າ​ສູ່​ໄລຍະ​ແຫ່ງການພັດທະນາ​ແບບ​ກ້າວ​ກະ​ໂດດ​ເທົ່າ​ນັ້ນ, ຫາກ​ໂອກາດເພື່ອ​ເປີດສາກ​​ການ​ບຸກ​ໂຈມ​ຕີ​ແລະລຸກ​ຮື້​ຂຶ້ນ​ຂະໜາດໃຫຍ່ໃນ​ໄຊ່​ງ່ອນ-ຢາ​ດິ້ງ ກໍໄດ້ສຸກງອມແລ້ວ. ນັບແຕ່ນີ້ເປັນຕົ້ນໄປ, ​ການ​ສູ້​ຮົບ​ຍຸດ​ທະ​ສາດ​ຄັ້ງສຸດ​ທ້າຍ​ຂອງ​ກອງ​ທັບ ແລະ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ໄດ້​ເລີ່ມຕົ້ນ​ຂຶ້ນ​ແລ້ວ”(2).

ບົດຮຽນກ່ຽວກັບການເປັນເຈົ້າການ, ຄວາມປະດິດສ້າງ ແລະ ຄວາມສາມາດວິເຄາະສະພາບການຕົວຈິງ, ຄົ້ນພົບກົດເກນ ແລະປະຕິບັດຕາມກົດເກນນັ້ນ ຍັງຄົງມີຄຸນຄ່າໃນແນວທາງປະຕິບັດປະຕິວັດປະຈຸບັນ. ຫຼັງຈາກເກືອບ 40 ປີແຫ່ງການປະຕິບັດກິດຈະການປ່ຽນແປງໃໝ່, ປະເທດໄດ້ບັນລຸຜົນສໍາເລັດຍິ່ງໃຫຍ່ທີ່ມີຄວາມສໍາຄັນທາງປະຫວັດສາດ. ຢ່າງ​ໃດ​ກໍ​ຕາມ, ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ພວມ​ຜັນປ່ຽນ​ຢ່າງ​ວ່ອງ​ໄວ ​ແລະສັບສົນ, ບັນດາອິດທິ​ກຳລັງ​​ສັດຕູ, ປະຕິ​ກິລິຍາ ແລະ ສວຍ​ໂອກາດທາງການເມືອງ ຍັງ​ສືບ​ຕໍ່​ຊຸກຍູ້​ຍຸດ​ທະ​ສາດ “ການຫັນປ່ຽນໂດຍ​ສັນຕິ”, ຊຸກຍູ້ “ການປ່ຽນແປງ​ຕົນເອງ”, “ການຫັນ​ປ່ຽນ​ຕົວ​ເອງ” ຢູ່​ພາຍ​ໃນ, “ປົດການເມືອງ” ຂອງກອງທັບ ​ແລະ ຫັນການທະຫານ “ເປັນພົນລະ​ເຮືອນ”. ດັງນັ້ນ, ວຽກງານພະຍາກອນຍຸດທະສາດ, ການຄົ້ນຄວ້າ ແລະ ຕີລາຄາສະພາບການຢ່າງຖືກຕ້ອງ, ມີຄວາມເຂົ້າໃຈຢ່າງຈະແຈ້ງກ່ຽວກັບຄູ່ຮ່ວມມື ແລະ ເປົ້າໝາຍ ແມ່ນມີຄວາມສຳຄັນເປັນພິເສດ ໃນການໃຫ້ຄຳປຶກສາຢ່າງຖືກຕ້ອງ ແມ່ນຢຳ ວ່ອງໄວ ແລະມີປະສິດທິພາບ ເພື່ອແກ້ໄຂການພົວພັນພາຍໃນປະເທດແລະສາກົນໄດ້ດີ, ຮັບປະກັນຜົນປະໂຫຍດຂອງຊາດ-ປະເທດຊາດ, ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງໝັ້ນຄົງ.

ໝູນໃຊ້ບົດຮຽນຈາກປະຫວັດສາດເຂົ້າໃນພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດ “ຕັ້ງແຕ່ຕົ້ນ, ຈາກໄລຍະໄກ, ຕັ້ງແຕ່ເວລາທີ່ປະເທດຍັງບໍ່ທັນຕົກຢູ່ໃນອັນຕະລາຍ”, ສົມທົບກັບທຸກຂັ້ນແລະຂະແໜງການ, ກອງທັບປະຊາຊົນຫວຽດນາມ ຕ້ອງ “ຍົກສູງຄວາມສາມາດໃນການຄາດຄະເນຍຸດທະສາດ, ຮັກສາທ່າເປັນເຈົ້າການທາງຍຸດທະສາດ; ບໍ່ໃຫ້ຕົກໃນທ່າຮັບ ຫຼືຕົກຕະລຶງໃນທຸກສະຖານະການ”(3).

ທີ​ສາມ, ເສີມຂະຫຍາຍ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ສົມທົບ​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ; ປຸກລະດົມ​ຄວາມ​​ປາດ​ຖະໜາທີ່ຈະບືນຕົວຂຶ້ນ​ຂອງຊາດຫວຽດນາມ.

​ໃນ​ສົງຄາມ​ຕໍ່ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ, ການ​ບຸກ​ໂຈມ​ຕີ​ແລະ​ລຸກ​ຮື້​ຂຶ້ນຂະໜາດໃຫຍ່​ໃນ​ລະດູບານ​ໃໝ່​ປີ 1975, ​ດ້ວຍການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ພາຍ​ໃນ​ເປັນ​ກຳລັງ​ຕົ້ນຕໍ, ສົມທົບ​ກຳລັງ​ແຮງ​ຂອງ​​ຊາດເຂົ້າກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ຫວຽດນາມ​ໄດ້ຮັບ​ໄຊຊະນະ​ຄັ້ງຍິ່ງ​ໃຫຍ່​ທີ່ມີຄວາມສຳຄັນທາງປະຫວັດສາດ. ບົນພື້ນຖານ​ການ​ວິ​ເຄາະ​ແລະ​ປະ​ເມີນ​ສະພາບ​ການ​ພາຍ​ໃນ​ປະເທດແລະ​ຕ່າງປະ​ເທດ; ທ່າ​ແຮງແລະກຳລັງ​ຂອງ​ປະ​ເທດ​ແລະຂ້າເສິກ, ​ໂດຍ​ສະ​ເພາະສະຖານະການ​ຈິງ​ໃນ​ສະໜາມ​ຮົບ, ​ເດືອນ​ຕຸລາ​ປີ 1974, ກົມ​ການ​ເມືອງສູນກາງ​ໄດ້​ຕົກລົງ​ປຸກລະດົມ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ​ທັງ​ພາກ​ໃຕ້ ​ແລະພາກ​ເໜືອ ​ເປີດ​ບັ້ນ​ບຸກ​ໂຈມ​ຕີແລະລຸກ​ຮື້​ຂຶ້ນຂະໜາດໃຫຍ່ ເພື່ອປົດ​ປ່ອຍ​ພາກ​ໃຕ້​ຢ່າງສົມບູນ, ເຕົ້າໂຮມປະເທດເປັນ​ເອກະ​ພາບ ແລະ ເຮັດການ​ປະຕິວັດຊາດປະຊາທິປະ​ໄຕປະຊາຊົນຢ່າງສຳເລັດ. ໜ້າທີ່​ຮີບ​ດ່ວນ​ແມ່ນ “ນັບ​ແຕ່​ນີ້​ໄປ, ເຮົາຕ້ອງດຳເນີນການ​ກຽມການທັງໝົດ​ຢ່າງ​ຮີບ​ດ່ວນ, ສ້າງ​ເງື່ອນ​ໄຂແລະສິ່ງອຳນວຍຄວາມສະດວກທີ່ຄົບຖ້ວນ​ທີ່​ສຸດ ​ເພື່ອ​ໂຈມ​ຕີຢ່າງໜັກ, ໂຈມ​ຕີ​ຢ່າງ​ວ່ອງ​ໄວ, ຊະ​ນະ​ຢ່າງ​ສະ​ອາດ ແລະ ຊະ​ນະ​ຢ່າງສົມບູນ”(4). ກຳລັງແຮງຂອງແນວຫຼັງ​ຍຸດ​ທະ​ສາດ​ໄດ້​ຮັບ​ການລະດົມ​ສູງ​ສຸດ​ ແລະ​ເສີມຂະຫຍາຍ​ປະ​ສິດ​ທິ​ຜົນ​ສູງສຸດ. ດ້ວຍ​ຈິດ​ໃຈ “ທັງ​ໝົດ​ເພື່ອ​ແນວ​ໜ້າ”, “ທັງ​ໝົດ​ເພື່ອ​ໄຊ​ຊະ​ນະ”, ທັງປະ​ເທດໄດ້​ທຸ່ມເທ​ຄວາມ​​ພະ​ຍາ​ຍາມທັງໝົດໃຫ້ການຮົບ​ຍຸດ​ທະ​ສາດ​. ຄະນະກຳມະການກາງສະໜັບສະໜູນພາກ​ໃຕ້​ໄດ້​ຮັບ​ການຈັດ​ຕັ້ງຂຶ້ນ ​ໂດຍມີນາຍົກລັດຖະມົນຕີ ຟ້າມວັນດົ່ງ ​ເປັນ​ປະທານ​ ດ້ວຍ​ໜ້າ​ທີ່ “ຄິດ​ໄລ່ ​ແລະ ຕັດສິນ​ໃຈ​ກ່ຽວກັບແຜນ​ນະ​ໂຍບາຍ, ​ແຜນການ ​ແລະ ມາດ​ຕະການທີ່ຕັ້ງໜ້າແລະມີປະສິດທິຜົນທີ່ສຸດ ໃນການຊີ້​ນຳ​ແລະກວດກາຊຸກຍູ້​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ​ເພື່ອ​ລະດົມ​ຊັບພະຍາກອນ​ບຸກຄົນ ແລະວັດສະດຸຢ່າງ​ທັນ​ການ ​ແລະ​​ເໝາະສົມ ເພື່ອຕອບສະໜອງ​ຄວາມ​​ຕ້ອງການ​ທຸກຢ່າງຂອງ​ພາກ​ໃຕ້​ໃນ​ສະພາບ​ການ​ໃໝ່”(5).

ດ້ວຍທັດສະນະທີ່ວ່າ ການ​ປະຕິວັດ​ຫວຽດນາມເປັນສ່ວນ​ໜຶ່ງ​ຂອງ​ການ​ປະຕິວັດ​ໂລກ ​ແລະ ຍາມ​ໃດ​ກໍ​ເດັດດ່ຽວ​ປະຕິບັດ​ແນວທາງສາມັກຄີ​ສາກົນທີ່ຜ່ອງໃສ, ຍາດແຍ່ງເອົາ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ແລະ ການ​ສະໜັບສະໜູນ​ຂອງ​ປະຊາຊົນ​ທົ່ວ​ໂລກ, ຫວຽດນາມຈຶງ​ໄດ້​ຮັບ​ການສະໜັບສະໜູນຢ່າງ​ໃຫຍ່​ຫຼວງ​ຈາກກອງ​ກຳລັງ​ປະຊາທິປະ​ໄຕ ​ແລະ ກ້າວໜ້າ​ໃນ​ໂລກ, ປະຊາຊົນກ້າວໜ້າໃນອາ​ເມ​ລິ​ກາ, ພິ​ເສດ​ແມ່ນ​ຈາກ​ບັນດາ​ປະ​ເທດ​ສັງຄົມ​ນິຍົມ​ອ້າຍນ້ອງ, ປະກອບສ່ວນ​ນຳ​ການ​ບຸກ​ໂຈມ​ຕີແລະ​ລຸກ​ຮື້​ຂຶ້ນຂະໜາດໃຫຍ່ ໃນ​ລະດູບານ​ໃໝ່​ປີ 1975 ໄປສູ່​ໄຊຊະນະ​ຢ່າງສົມບູນ.

ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ນັບທີ່​ມື້​ນັບ​ເລິກ​ເຊິ່ງປະຈຸບັນ, ກຳ​ລັງ​ແຮງ​ຂອງຊາດ​ຕ້ອງ​ຕິດ​ພັນ​ກັບ​ກຳ​ລັງ​ແຮງ​ຂອງ​ຍຸກ​ສະໄໝຢູ່ສະເໝີ, ວຽກງານການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ການ​ທູດ​ດ້ານ​ການປ້ອງ​ກັນ​ປະ​ເທດ ຕ້ອງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ, ເປັນເຈົ້າການ, ສະຫຼາດຄ່ອງ​ແຄ້ວ, ໄຫວພິບ, ​ແທດ​ຈິງ, ມີ​ປະສິດທິ​ຜົນ, ສ້າງແລວທາງນິລະໄພເພື່ອ​​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຕັ້ງແຕ່​ຕົ້ນ ​ແລະ​ຈາກໄລຍະໄກ.

ບັນດາອົງການ, ກົມກອງໃນທົ່ວກອງທັບຕ້ອງສຸມໃສ່ຊາບຊຶມ ແລະ ປະຕິບັດແນວທາງການຕ່າງປະເທດຂອງພັກຢ່າງສະເໝີຕົ້ນສະເໝີປາຍ ດ້ວຍຄຳຂວັນທີ່ວ່າ: ເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ ແລະ ຄວາມຫຼາກຫຼາຍ; ເປັນເຈົ້າການ​ແລະຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ຮອບດ້ານ, ​ເລິກ​ເຊິ່ງ ​ແລະ ມີ​ປະສິດທິ​ຜົນ; ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ, ປັບປຸງ​ທີ່​ຕັ້ງ​ ແລະກຽດ​ສັກ​ສີ​ສາກົນ​ຂອງຫວຽດນາມຢ່າງ​ບໍ່​ຢຸດ​ຢັ້ງ(6). ສົ່ງເສີມ​ການ​ທູດ​ສອງຝ່າຍ ​ແລະ ຍົກ​ສູງ​ລະດັບ​ການ​ທູດ​ຫຼາຍ​ຝ່າຍ; ເປັນເຈົ້າການແລະຕັ້ງໜ້າປະກອບສ່ວນເຂົ້າໃນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ. ຫວຽດນາມ​ເປັນ​ເພື່ອນ, ເປັນຄູ່​ຮ່ວມ​ມື​ທີ່​ໄວ້​ໃຈໄດ້, ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ​ ແລະມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ສາກົນ; ໃຊ້ປະໂຫຍດຈາກຊັບພະຍາກອນ, ​​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ແລະ ການສະໜັບສະໜູນ​ຂອງ​ປະຊາ​ຄົມ​ໂລກ, ສ້າງ​ສະພາບ​ແວດ​ລ້ອມທີ່​ສັນຕິ ​ແລະເງື່ອນ​ໄຂທີ່ເອື້ອອຳນວຍ​ ເພື່ອສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ເຂົ້າໃຈຢ່າງເລິກເຊິ່ງທິດ​ທາງ​ຍຸດ​ທະ​ສາດ ​ແລະ ແຜນນະ​ໂຍບາຍ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຕັ້ງແຕ່​ຕົ້ນ, ຈາກໄລຍະ​ໄກ, “ປົກ​ປ້ອງ​ປະ​ເທດຊາດ​ກ່ອນທີ່​ຈະ​ຕົກ​ຢູ່​ໃນ​ອັນຕະລາຍ” ດ້ວຍ​ສັນຕິວິທີ. ໃນ​ຂະ​ບວນ​ການຜັນຂະຫຍາຍ​ປະ​ຕິ​ບັດ ຕ້ອງ​ສືບ​ຕໍ່​ປະ​ຕິ​ບັດ​ຄຳ​ຂວັນ “ຕັ້ງ​ໜ້າ, ເປັນເຈົ້າການ, ແນ່ນອນ, ໄຫວພິບ, ມີປະ​ສິດ​ທິ​ຜົນ”, ຕາມປັດຊະຍາການ​ທູດແບບ “ໄມ້ໄຜ່ຫວຽດນາມ”; ພ້ອມ​ກັນ​ນັ້ນ, ຕ້ອງ​ມີ​ຄວາມສ້ຽມແຫຼມໃນການກວດຈັບ, ປ້ອງ​ກັນ ແລະ ຂະຈັດ​ຄວາມ​ສ່ຽງ​ຂອງ​ການ​ປະເຊີນໜ້າ, ການ​ປະ​ທະ​ກັນ ແລະ ສົງຄາມຢ່າງທັນທ່ວງທີ. ປະຕິບັດ​ຄຳ​ຂວັນ​ວ່າດ້ວຍການ​ທັງ​ຮ່ວມ​ມື ​ແລະ ການຕໍ່ສູ້​ຢ່າງສະເໝີຕົ້ນສະເໝີປາຍ; ຍຶດໝັ້ນແລະຕັ້ງໝັ້ນໃນຫຼັກການຍຸດທະສາດ; ໄຫວພິບແລະຍືດຫຍຸ່ນໃນ​ຍຸດໂທບາຍ, ​ເຮັດ​ໃຫ້​ການ​ທູດ​ດ້ານການປ້ອງ​ກັນ​ປະ​ເທດ​ເປັນ​ເຄື່ອງ​ມື​ທີ່​ມີ​ປະສິດທິ​ຜົນ ​ແລະ​ເປັນ​ຊ່ອງ​ທາງ​ການ​ທູດ​ທີ່​ສຳຄັນ ​ຂອງ​ການຕ່າງປະເທດ​ຂອງ​ພັກ ​ແລະ ການ​ທູດ​ຂອງ​ລັດ.ພັດທະນາການພົວພັນຮ່ວມມືດ້ານການປ້ອງກັນຊາດກັບທຸກປະເທດ, ໂດຍສະເພາະແມ່ນປະເທດເພື່ອນບ້ານ, ບັນດາປະເທດໃນອາຊຽນ, ບັນດາປະເທດໃຫຍ່, ບັນດານປະເທດຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ, ປະເທດເພື່ອນມິດດັ້ງເດີມ, ສ້າງຄວາມໄວ້ວາງໃຈ, ສ້າງການສະໜັບສະໜູນ ແລະຊ່ວຍເຫຼືອສາກົນ ເພື່ອປ້ອງກັນຄວາມສ່ຽງຈາກສົງຄາມ; ບົນ​ພື້ນຖານ​ຂອງການຍຶດໝັ້ນແຜນ​ນະ​ໂຍບາຍການ​ປ້ອງ​ກັນ​ປະ​ເທດແບບ “ສີ່​ບໍ່” ຢ່າງໝັ້ນຄົງ, ສ້າງສົມດຸນ​ຍຸດ​ທະ​ສາດ​ໃນ​ການ​ພົວພັນ​ກັບ​ຄູ່​ຮ່ວມ​ມື, ຕອບສະໜອງ​ເປົ້າ​ໝາຍ​ຍຸດ​ທະ​ສາດ ​ແລະ ຮັບປະກັນ​ຜົນ​ປະ​ໂຫຍ​ດ​ສູງ​ສຸດຂອງ​ຊາດ-ປະເທດຊາດ ໂດຍອີງໃສ່ບັນດາ​ຫຼັກການ​ພື້ນຖານ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ. ພ້ອມ​ກັນ​ນັ້ນ, ໃຊ້ປະໂຫຍດສູງສຸດຈາກ​ຊັບ​ພະຍາກອນພາຍ​ນອກ​ ​ເພື່ອ​ເພີ່ມທະວີ​ທ່າ​ແຮງ​ດ້ານ​ການປ້ອງ​ກັນ​ປະ​ເທດ; ຂະຫຍາຍຄູ່ຮ່ວມມືທີ່ຫຼາກຫຼາາຍເພື່ອຊຸກຍູ້ການຮ່ວມມືໃນການພັດທະນາອຸດສາຫະກຳປ້ອງກັນປະເທດ ແລະເຕັກໂລຊີທາງການທະຫານ, ຄວບຄູ່ໄປກັບການປະກອບອາວຸດແລະອຸປະກອນໃໝ່ແລະທັນສະໄໝ ແລະ ເຊື່ອມໂຍງກັບການຖ່າຍທອດເຕັກໂນໂລຊີ ໂດຍສະເພາະເຕັກໂນໂລບີໃໝ່ແລະທັນສະໄໝ. ເປັນເຈົ້າການໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນການທະຫານທຸກຂັ້ນ; ການສົນທະນາກ່ຽວກັບ​ນະ​ໂຍ​ບາຍການ​ປ້ອງ​ກັນ​ປະ​ເທດ​ລະ​ດັບ​ສູງ; ​ເຂົ້າ​ຮ່ວມ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະພາກ​ພື້ນ..., ເພື່ອເພີ່ມ​ທະວີມິດຕະພາບ, ຄວາມ​ເຂົ້າ​ໃຈ​ເຊິ່ງກັນແລະກັນ, ສ້າງ​ຄວາມ​ໄວ້ວາງ​ໃຈ​ຍຸດ​ທະ​ສາດ ​ແລະ ປ້ອງກັນຄວາມຂັດແຍ່ງ, ປະກອບສ່ວນ​ປັບປຸງຍົກ​ສູງ​ທີ່​ຕັ້ງ ແລະກຽດ​ສັກ​ສີ​ຂອງຊາດ ​ແລະ ກອງທັບ​ໃນ​ເວທີ​ສາກົນ.

ທີ​ສີ່, ສຸມ​ໃສ່​ກໍ່ສ້າງ​ກອງທັບ​ປະຊາຊົນ​ຫວຽດນາມ​ທີ່​ຍອດຍ້ຽມ, ກະທັດລັດ, ​ແຂງແຮງ, ໝັ້ນຄົງ​ເຂັ້ມ​ແຂງທາງການເມືອງ, ແນວຄິດ ແລະການຈັດຕັ້ງ; ມີ​ຄຸນ​ນະ​ພາບສັງລວມ​ແລະກຳລັງແຮງ​ສູ້ຮົບສູງ​.

​ໃນ​ປະຫວັດສາດ​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ປະຊາຊົນ​ຫວຽດນາມ, ບໍ່​ມີ​ການເຕົ້າໂຮມທາງທະຫານຄັ້ງ​ໃດທີ່​ມີຄວາມສຳຄັນຍິ່ງໃຫຍ່ເທົ່າກັບບັ້ນຮົບໂຮ່ຈີມິນ. ໂດຍປະຕິບັດ​ຕາມເຈດ​ຈຳນົງແລະຄວາມຕັດສິນໃຈ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ທົ່ວ​ກອງທັບ, ​ໃນໄລຍະເວລາສັ້ນໆ, ກອງກຳລັງ​ທະຫານ​ຂະໜາດ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​​ໄດ້​ເຕົ້າ​ໂຮມ​ກັນ ແລະ ກໍ່ຕົວເປັນກ້ອນກຳລັງທີ່ເໜືອກວ່າ, ພ້ອມ​ທີ່​ຈະ​ທຳລາຍ​ແລະສະຫຼາຍ​ກຸ່ມ​ປ້ອງທີ່​ໃຫຍ່​ທີ່​ສຸດ​ຂອງ​ສັດຕູທີ່ສຳນັກງານໃຫຍ່ຂອງພວກເຂົາ.

ພາຍຫຼັງຈາກການກໍ່ສ້າງ, ສູ້ຮົບ ແລະ ເຕີບໃຫຍ່ມານານກວ່າ 80, ກອງທັບປະຊາຊົນຫວຽດນາມໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງທາດແທ້ແລະມູນເຊື້ອ ຂອງກອງທັບປະຕິວັດທີ່ເກີດຈາກປະຊາຊົນ ແລະ ຕໍ່ສູ້ເພື່ອປະຊາຊົນ; ເປັນ​ກຳລັງ​ການ​ເມືອງ, ກຳລັງການ​ຕໍ່ສູ້​ທີ່ຈົງຮັກພັກດີ ແລະເຊື່ອຖືໄດ້ຢ່າງແທ້ຈິງ​ຕໍ່​ພັກ, ລັດ ​ແລະ ປະຊາຊົນ. ໃນ​ທຸກ​ເງື່ອນ​ໄຂ​ແລະສະຖານະການ, ກອງທັບ​ຂອງ​ພວກ​ເຮົາ ຍາມ​ໃດ​ກໍ່​ສາມັກຄີ ແລະ​ໃກ້ຊິດຕິດ​ແທດ​ກັບ​ປະຊາຊົນ, ​ເຊີດ​ຊູ​ຈິດ​ໃຈ​ສະຕິ​ປັນຍາ, ຄວາມ​ກ້າຫານ, ​ເດັດດ່ຽວ​ຕໍ່ສູ້ ​ແລະເອົາຊະນະ, ​ເຮັດສຳເລັດເປັນຢ່າງດີ​ທຸກໜ້າທີ່​ທີ່​ພັກ, ລັດ ​ແລະ ປະຊາຊົນ​ມອບ​ໝາຍ​ໃຫ້​, ສົມ​ກັບ​ນາມມະຍົດອັນສູງສົ່ງ “​ທະຫານ​ລຸງ​ໂຮ່”, ເຊິ່ງເປັນກອງທັບ​ວິລະກຳ​ຂອງ​ຊາດ​ຫວຽດນາມວິລະຊົນ.

ຕໍ່ໜ້າຄວາມຕ້ອງການແລະໜ້າທີ່ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່, ພັກ, ລັດ ແລະ ປະຊາຊົນ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລການກໍ່ສ້າງກອງກຳລັງປະກອບອາວຸດເວົ້າລວມ, ກອງທັບປະຊາຊົນຫວຽດນາມເວົ້າສະເພາະ ໃຫ້ມີຄວາມໝັ້ນຄົງເຂັ້ມແຂງໃນທຸກດ້ານ, ມີຄຸນນະພາບສັງລວມ ແລະ ມີກຳລັງແຮງສູ້ຮົບສູງ, ພ້ອມແລ້ວທີ່ຈະຮັບແລະປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ. ກອງທັບບໍ່ພຽງແຕ່ປະຕິບັດສຳເລັດພາລະບົດບາດ ແລະໜ້າທີ່ ຂອງກອງທັບສູ້ຮົບເທົ່ານັ້ນ, ຫາກຍັງປະຕິບັດໜ້າທີ່ຂອງກອງທັບເຮັດວຽກ, ກອງທັບອອກແຮງງານເພີ່ມພູນຜະລິດຜົນ ໄດ້ເປັນຢ່າງດີ, ປະກອບສ່ວນສ້າງສາປະເທດ, ຍົກສູງພາບພົດ, ບົດບາດທີ່​ຕັ້ງ ແລະ ກຽດ​ສັກ​ສີ​ຂອງ​ຫວຽດ​ນາມໃນ​ເວ​ທີ​ສາ​ກົນ.

​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ກໍ່ສ້າງ​ກຳລັງ​ປະກອບ​ອາວຸດ 3 ປະ​ເທດ​ທີ່​ສົມ​ດູນ ​ແລະຄົບຊຸດ; ກໍ່ສ້າງ​ກອງທັບ​ປະຊາຊົນ​ຫວຽດນາມທີ່ປະຕິວັດ​, ເປັນ​ລະບຽບຫຼວງ, ຊຳນານການຮົບ, ກ້າວສູ່ທັນ​ສະ​ໄໝ ​ໂດຍ​ມີ​ຄຸນ​ນະພາ​ບສັງລວມ ​ແລະ ກຳລັງແຮງສູ້ຮົບ​ສູງ, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ມີ​ຄວາມ​ໝັ້ນຄົງເຂັ້ມ​ແຂງທາງ​ການ​ເມືອງ, ແນວຄິດ, ຄຸນສົມບັດສິນທຳ, ການຈັດຕັ້ງ ​ແລະ ພະນັກງານ, ຮັບປະກັນ​ໃຫ້​ກອງທັບ​ເປັນ​ກຳລັງທາງ​ການ​ເມືອງທີ່ແທ້ຈິງ, ເປັນ​ກຳລັງຮົບທີ່ຈົງຮັກພັກດີແລະ​ໄວ້ວາງ​ໃຈໄດ້ຢ່າງແທ້ຈິງ​ຕໍ່​ພັກ, ລັດ ​ແລະ ປະຊາຊົນ ແລະ ເປັນກຳລັງຫຼັກ​ໃນ​ພາລະກິດປົກປັກຮັກສາປະເທດ​ຊາດສັງຄົມນິຍົມຫວຽດນາມ.

 ທີ​ຫ້າ, ການກໍ່ສ້າງ​ແລະເສີມຂະຫຍາຍ​ປັດ​ໄຈ​ດ້ານ​ການ​ເມືອງແລະຈິດ​ໃຈ ​ແມ່ນ​ແຫຼ່ງກຳ​ເນີ​ດຂອງ​ຈິດ​ໃຈແຫ່ງຄວາມ​ຕັດສິນ​ໃຈ​ຕໍ່ສູ້ ​ແລະເອົາຊະນະ.

ໄຊຊະນະອັນຍິ່ງໃຫຍ່ໃນລະດູບານໃໝ່ປີ 1975 ແມ່ນໄຊຊະນະແຫ່ງຄວາມກ້າຫານ, ກຳລັງແຮງ ແລະສະຕິປັນຍາຂອງຫວຽດນາມ, ໄຊຊະນະຂອງສົງຄາມປະຊາຊົນຫວຽດນາມ, ໃນນັ້ນກຳລັງແຮງທາງດ້ານການເມືອງ ແລະຈິດໃຈແມ່ນປັດໄຈພື້ນຖານທີ່ສຳຄັນແລະຊີ້ຂາດ. ພາຍໃຕ້ການນຳພາຂອງພັກ, ຄະນະພັກ, ອົງການຈັດຕັ້ງພັກ, ພະນັກງານການເມືອງ, ຜູ້ບັນຊາການທຸກຂັ້ນ ໄດ້ມີມາດຕະການສຶກສາອົບຮົມ, ລະດົມຈິດໃຈ ແລະແນວຄິດ, ສົມທົບກັບການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ທະຫານ. ຜ່ານ​ການຊາບຊຶມແລະຮຽນຮູ້​ຢ່າງ​ເລິກ​ເຊິ່ງ, ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ໄດ້ຍຶດໝັ້ນ​ໃນຈຸດໝາຍ​​ເອກະລາດ​ແຫ່ງ​ຊາດ, ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ເຖິງ​ຈຸດ​ດີ, ຄວາມ​ຫຍຸ້ງຍາກ; ດ້ວຍ​ເຫດ​ນີ້, ສ້າງ​ເຈດ​ຈຳນົງ​ກ້າ​ຕໍ່ສູ້, ຕັດສິນໃຈຕໍ່ສູ້ແລະ​ເອົາ​ຊະນະ, ດ້ວຍ​ບັນດາ​ມາດ​ຕະການ ​ແລະ ວິທີການ​ສ້າງສັນ ​ແລະແທດຈິງ. ຈິດສຳນຶກປະຕິບັດຕາມລະບຽບວິໄນ, ຄວາມຕັດສິນໃຈຕໍ່ສູ້ແລະເອົາຊະນະໄດ້ຮັບການເພີ່ມທະວີຢ່າງຕໍ່ເນື່ອງ ເຮັດໃຫ້ເກີດຄວາມໄດ້ປຽບຢ່າງແທ້ຈິງໃນດ້ານກຳລັງແຮງທາງການເມືອງ ແລະຈິດວິນຍານຕະຫຼອດສົງຄາມຕໍ່ຕ້ານ ໂດຍສະເພາະ ໃນຈຸດປ່ຽນທີ່ມີຄວາມໝາຍຍຸດທະສາດ, ໃນນັ້ນມີການບຸກໂຈມຕີແລະລຸກຮື້ຂຶ້ນຂະໜາດໃຫຍ່ໃນລະດູບານໃໝ່ປີ 1975 ເຊິ່ງສາມາດປົດປ່ອຍພາກໃຕ້ໄດ້ຢ່າງສົມບູນ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ.

ຈາກບົດຮຽນຂອງໄຊຊະນະອັນຍິ່ງໃຫຍ່ໃນລະດູບານໃໝ່ປີ 1975 ສາມາດເຫັນໄດ້ຊັດເຈນວ່າ ຕ້ອງສືບຕໍ່ຜັນຂະຫຍາຍການລະດົມ ແລະ ເສີມຂະຫຍາຍປັດໄຈທາງການເມືອງແລະຈິດໃຈ ໃນສະຖານະການໃໝ່ ຢ່າງມີປະສິດທິຜົນ. ໃນນັ້ນ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການຊີ້ນຳ ​ນຳພາການ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ດ້ານ​ການ​ເມືອງ, ແນວຄິດ ເພື່ອຮັບປະກັນ​ໃຫ້​ກອງທັບ​ຍາມ​ໃດ​ກໍ່​ຮັກສາທາດແທ້​ຊົນ​ຊັ້ນ​ກຳມະກອນ, ຕັ້ງໝັ້ນໃນເປົ້າໝາຍ​ເອກະລາດ​ແຫ່ງ​ຊາດ ​ແລະ ລັດທິສັງຄົມ​ນິຍົມ, ຈົງ​ຮັກ​ພັກດີ​ຢ່າງສົມບູນຕໍ່​ປະ​ເທດ​ຊາດ, ຕໍ່ພັກ, ລັດ ​ແລະ ປະຊາຊົນ.​ ກ່ອນ​ອື່ນ​ໝົດ, ຕ້ອງ​ຊີ້​ນຳ​ນຳພາປະຕິບັດ​ຄຳ​ສັ່ງ​ເລກທີ 2423-CT/QUTW, ລົງ​ວັນ​ທີ 9 ພະຈິກ 2023 ຂອງ​ຄະນະ​ປະຈຳຄະນະ​ພັກ​ການ​ທະຫານ​ສູນ​ກາງ “ກ່ຽວ​ກັບ​ການ​ປ່ຽນແປງໃໝ່, ຍົກ​ສູງ​ຄຸນ​ນະພາ​ບວຽກງານອົບຮົມສຶກສາ​ການ​ເມືອງ​ໃນ​ໄລຍະ​ໃໝ່” ​ໂດຍ​ສຸມ​ໃສ່​ກໍ່ສ້າງ​ຄວາມກ້າຫານທາງ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ ແລະ ວິຖີຊີວິດ​ໃຫ້​ພະນັກງານ ແລະ ນັກຮົບ, ເພື່ອເປັນພື້ນຖານໃນການສ້າງກອງທັບທີ່ໝັ້ນຄົງເຂັ້ມແຂງ ແລະ ຊ່ຽວຊານດ້ານການເມືອງ, ຍົກ​ສູງ​ຄຸນ​ນະພາ​ບສັງລວມ ​ແລະ ກຳລັງ​ແຮງ​ສູ້​ຮົບ​ຂອງ​ກອງທັບ.

ຕ້ອງເປັນເຈົ້າການໃນການຕໍ່ສູ້, ຫັກລ້າງ​ທັດສະນະ​ທີ່​ຜິດພາດ​ແລະ​ເປັນ​ສັດຕູ; ປ້ອງກັນແລະຕ້ານປະກົດການຂອງຄວາມເສື່ອມຖອຍທາງການເມືອງແນວຄິດ, “ການປ່ຽນແປງຕົນເອງ” ແລະ “ການຫັນປ່ຽນຕົນເອງ” ຢ່າງມີປະສິດທິຜົນ; ຕໍ່ສູ້ເພື່ອຜາບແພ້ແຜນການ ແລະ ກົນອຸບາຍຂອງສັດຕູ ທີ່ຈະດຳເນີນການ “ຫັນປ່ຽນໂດຍສັນຕິ”, “ປົດການເມືອງ” ຂອງ​ກອງທັບ, ຫັນການທະຫານ “ເປັນພົນລະ​ເຮືອນ”, ຮັກສາ​ສະໜາມຮົບທາງດ້ານແນວຄິດ​ຂອງ​ພັກໃນກອງທັບ;​ ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ລັດທິມາກ-​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ, ​ແນວທາງ ແຜນນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍແລະກົດໝາຍ​ຂອງ​ລັດຢ່າງປະດິດສ້າງ; ​ຜາບແພ້ທຸກ​ແຜນການແລະກົນ​ອຸບາຍ​ຂອງອິດທິກຳລັງ​ສັດຕູ, ປະຕິກິລິຍາ, ສວຍ​ໂອກາດ​ທາງ​ການ​ເມືອງ ທີ່​ແບ່ງ​ແຍກ​ພັກ, ລັດ, ກອງທັບ ​ແລະ ປະຊາຊົນ.

----------------------------------------

(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 160

(2) ເອກະສານຄົບຊຸດຂອງພັກ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2004, ເຫຼັ້ມ 36, ໜ້າ 95

(3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 159

(4) ເອກະສານຄົບຊຸດຂອງພັກ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 35, ໜ້າ 185

(5) ເອກະສານຄົບຊຸດຂອງພັກ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 36, ໜ້າ 82-83

(6) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 331–332