ການທູດຫວຽດນາມ - 80 ປີແຫ່ງການພັດທະນາ
ແລະການເຕີບໂຕຄຽງຄູ່ກັບປະເທດຊາດ
ແລະການເຕີບໂຕຄຽງຄູ່ກັບປະເທດຊາດ
ວກ. - ຫຼັງຈາກການປະຕິວັດເດືອນສິງຫາປະສົບຄວາມສຳເລັດ, ໃນວັນທີ 28 ສິງຫາ 1945, ປະທານໂຮ່ຈີມິນ ໄດ້ລົງນາມໃນລັດຖະດຳລັດສ້າງຕັ້ງລັດຖະບານຊົ່ວຄາວແຫ່ງສາທາລະນະລັດປະຊາທິປະໄຕຫວຽດນາມ ເຊິ່ງລວມທັງການຈັດຕັ້ງກະຊວງການຕ່າງປະເທດ - ນັບເປັນການເລີ່ມຕົ້ນຢ່າງເປັນທາງການຂອງການທູດສະໄໝໃໝ່ຂອງຫວຽດນາມ ການທູດຫວຽດນາມຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບການຊີ້ນຳ ນຳພາ ແລະດູແລໂດຍກົງ ຈາກປະທານໂຮ່ຈີມິນ ໃນຖານະລັດຖະມົນຕີກະຊວງການຕ່າງປະເທດຄົນທຳອິດ ຂອງຫວຽດນາມໃໝ່. ຕະຫຼອດໄລຍະເວລາ 80 ປີແຫ່ງການພັດທະນາແລະການເຕີບໂຕ, ພາຍໃຕ້ການນຳພາຂອງພັກ ແລະປະທານໂຮ່ຈີມິນ ການທູດຫວຽດນາມໄດ້ຍຶດໝັ້ນໃນຈິດໃຈຂອງການຮັບໃຊ້ປະເທດຊາດ ແລະປະຊາຊົນສະເໝີມາ ແລະ ປະກອບສ່ວນຢ່າງສຳຄັນຕໍ່ພາລະກິດການປະຕິວັດຂອງຊາດ.
ການທູດຫວຽດນາມໃນການຕໍ່ສູ້ເພື່ອການປົດປ່ອຍຊາດ
ແລະທ້ອນໂຮມປະເທດຊາດເປັນເອກະພາບ
ປະເທດທີ່ຫາກໍ່ໄດ້ຮັບເອກະລາດໄດ້ປະເຊີນກັບສະຖານະການວິກິດ ທັງຈາກສັດຕູພາຍໃນແລະພາຍນອກ, ກະຊວງການຕ່າງປະເທດຫວຽດນາມໄດ້ຕັດສິນໃຈຢ່າງຖືກຕ້ອງ, ກ້າຫານ ແລະ ຊານສະຫຼາດ ເພື່ອປົກປ້ອງເອກະລາດຂອງຊາດ ແລະປົກປັກຮັກສາອຳນາດການປົກຄອງປະຕິວັດທີ່ຍັງໜຸ່ມນ້ອຍ. ສັນຍາເບື້ອງຕົ້ນລົງວັນທີ 6 ມີນາ 1946 ແລະ ສັນຍາຊົ່ວຄາວລົງວັນທີ 14 ກັນຍາ 1946 ເຊິ່ງຫວຽດນາມລົງນາມກັບຝຣັ່ງ ຖືເປັນ “ການທູດທີ່ເປັນແບບຢ່າງ” ໃນການນຳໃຊ້ຍຸດໂທບາຍ “ສັນຕິພາບເພື່ອຄວາມກ້າວໜ້າ” ເພື່ອດຶງປະເທດອອກຈາກສະຖານະການທີ່ອັນຕະລາຍ, ຫຼີກລ່ຽງການປະເຊີນໜ້າກັບສັດຕູຫຼາຍຝ່າຍພ້ອມກັນ, ປົກປ້ອງເອກະລາດ ແລະອຳນາດການປົກຄອງປະຕິວັດທີ່ຍັງໜຸ່ມນ້ອຍ; ແລະມີເວລາໃນການລວມກຳລັງເພື່ອກະກຽມຮັບມືກັບລັດທິລ່າເມືອງຂຶ້ນຝຣັ່ງໃນພາຍຫຼັງ. ຍິ່ງກວ່ານັ້ນ, ສັນຍາເບື້ອງຕົ້ນ ແລະ ສັນຍາຊົ່ວຄາວທີ່ກ່າວມາຂ້າງເທິງ ແມ່ນເອກະສານທາງກົດໝາຍສາກົນສະບັບທຳອິດທີ່ສຳຄັນ ລະຫວ່າງຫວຽດນາມ ແລະ ຝຣັ່ງ, ເປັນໄຊຊະນະທາງການເມືອງທີ່ສຳຄັນຂອງຫວຽດນາມ, ບັງຄັບໃຫ້ຝຣັ່ງຍອມຮັບລັດຖະບານສາທາລະນະລັດປະຊາທິປະໄຕຫວຽດນາມ. ພາຍໃຕ້ການນຳພາທີ່ສະຫຼາດຄ່ອງແຄ້ວຂອງປະທານໂຮ່ຈີມິນ, ການທູດທີ່ຍັງໜຸ່ມນ້ອຍຂອງຫວຽດນາມໄດ້ບັນລຸໄຊຊະນະອັນສະຫງ່າງາມຄັ້ງທຳອິດ.
ປະຊາຊົນນະຄອນຫຼວງ ວໍຊໍ ຕ້ອນຮັບປະທານໂຮ່ຈີມິນຢ່າງອົບອຸ່ນ ໃນໂອກາດທີ່ທ່ານມາຢ້ຽມຢາມປະເທດ ສາທາລະນະລັດປະຊາຊົນໂປໂລຍ (ໃນປີ 1957) _ແຫຼ່ງ: hochiminh.vn
ກ້າວເຂົ້າສູ່ສົງຄາມຕໍ່ຕ້ານການຮຸກຮານຂອງຝຣັ່ງທີ່ຍືດເຍື້ອຍາວນານ, ໜ້າທີ່ຫຼັກຂອງການທູດໃນເວລານີ້ແມ່ນນຳພາປະເທດອອກຈາກ “ສະຖານະໂດດດ່ຽວ”, ໄດ້ຮັບການຍອມຮັບແລະການສະໜັບສະໜູນຈາກສາກົນ ແລະ ໃຫ້ການຊ່ວຍເຫຼືອຢ່າງແຂງແຮງແກ່ແນວຮົບທາງການທະຫານ. ດ້ວຍຄວາມພະຍາຍາມຢ່າງບໍ່ອິດເມື່ອຍ ການທູດຫວຽດນາມໄດ້ປະກອບສ່ວນເຂົ້າໃນການສ້າງພັນທະມິດຕໍ່ສູ້ກັບລາວ ແລະກຳປູເຈຍ; ສ້າງສາຍພົວພັນກັບໄທ, ມຽນມາ, ອິນໂດເນເຊຍ, ອິນເດຍ; ໂດຍສະເພາະແມ່ນການຊຸກຍູ້ໃຫ້ຈີນ, ສະຫະພາບໂຊວຽດ ແລະ ຫຼາຍປະເທດສັງຄົມນິຍົມອື່ນໆ ຍອມຮັບ ແລະ ສ້າງສາຍພົວພັນທາງການທູດຢ່າງເປັນທາງການກັບຫວຽດນາມ. ບາດກ້າວທີ່ສຳຄັນເຫຼົ່ານີ້ໄດ້ເປີດແນວຫຼັງຂະໜາດໃຫຍ່ໃຫ້ແກ່ແນວໜ້າ, ເຊື່ອມຕໍ່ການປະຕິວັດຫວຽດນາມກັບການປະຕິວັດໂລກ ແລະ ສາມາດລະດົມການຊ່ວຍເຫຼືອຢ່າງມະຫາສານຈາກສາກົນ ເພື່ອສະໜັບສະໜູນການຕໍ່ຕ້ານຂອງປະຊາຊົນຫວຽດນາມ. ພ້ອມກັນນັ້ນ, ການທູດໄດ້ປະສານງານຢ່າງໃກ້ຊິດກັບການທະຫານ, ເສີມຂະຫຍາຍໄຊຊະນະອັນຍິ່ງໃຫຍ່ໃນສະໜາມຮົບ ເພື່ອຍູ້ແຮງການຕໍ່ສູ້ຢູ່ໂຕະເຈລະຈາ. ຫຼັງໄຊຊະນະດຽນບຽນຟູ "ທີ່ໂດ່ງດັງໄປທົ່ວຫ້າທະວີບ ແລະ ສັ່ນສະເທືອນແຜ່ນດິນໂລກ”, ຝຣັ່ງຕ້ອງໄດ້ລົງນາມໃນສັນຍາ ເຊີແນວ ປີ 1954 ກ່ຽວກັບການຢຸດຕິສົງຄາມ ແລະ ຟື້ນຟູສັນຕິພາບໃນອິນດູຈີນ. ໄຊຊະນະນີ້ໄດ້ລົບລ້າງການປົກຄອງຂອງຝຣັ່ງ, ຮັບຮູ້ເອກະລາດຂອງສາມປະເທດຄື ຫວຽດນາມ ລາວ ແລະ ກຳປູເຈຍ, ສິ້ນສຸດລະບອບອານານິຄົມໃນອິນດູຈີນຢ່າງເປັນທາງການ; ພາກເໜືອຫວຽດນາມໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ການປະຕິວັດຫວຽດນາມໄດ້ເຂົ້າສູ່ໄລຍະໃໝ່: ການສ້າງສັງຄົມນິຍົມໃນພາກເໜືອ, ການຕໍ່ສູ້ເພື່ອປົດປ່ອຍພາກໃຕ້ ແລະ ໂຮມປະເທດເປັນເອກະພາບ. ສັນຍາເຊີແນວແມ່ນຈຸດສຳຄັນທາງປະຫວັດສາດ ເຊິ່ງເປັນການກ້າວກະໂດດທີ່ສຳຄັນ ໃນຄວາມເຕີບໃຫຍ່ຂອງການທູດຫວຽດນາມໃນເວທີສາກົນ. ດັ່ງທີ່ປະທານໂຮ່ຈີມິນໄດ້ຢືນຢັນວ່າ: "ກອງປະຊຸມເຊີແນວໄດ້ສິ້ນສຸດລົງແລ້ວ. ການທູດຂອງພວກເຮົາໄດ້ຮັບໄຊຊະນະອັນຍິ່ງໃຫຍ່"(1).
ຫຼັງຈາກການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງຢ່າງດຸເດືອດຍາວນານເຖິງເກົ້າປີ, ປະຊາຊົນຫວຽດນາມທັງຊາດກໍ່ຕ້ອງເລີ່ມຕົ້ນສົງຄາມຕໍ່ຕ້ານຈັກກະພັດນິຍົມອາເມລິກາອີກຄັ້ງ. ປະຫວັດສາດໄດ້ມອບພາລະກິດໃຫ້ແກ່ການທູດຫວຽດນາມອີດຄັ້ງໜຶ່ງ ໂດຍຮ່ວມມືກັບສາຂາອື່ນໆຂອງການປະຕິວັດຫວຽດນາມ ໃນການຕໍ່ສູ້ແລະເອົາຊະນະສັດຕູທີ່ມີກຳລັງແຮງກວ່າເຮົາຫຼາຍເທົ່າ. ໃນລາຍງານສະຖານະການແລະໜ້າທີ່ດ້ານການທູດ, ໃນເດືອນພຶດສະພາ 1969, ພັກຂອງພວກເຮົາໄດ້ລະບຸວ່າ ພ້ອມກັນກັບດ້ານການທະຫານແລະການເມືອງ “ການທູດແມ່ນແນວຮົບທີ່ສຳຄັນ ແລະມີຄວາມໝາຍທາງຍຸດທະສາດ”. ການທູດຫວຽດນາມໄດ້ລະດົມການສະໜັບສະໜູນ ແລະ ການຊ່ວຍເຫຼືອຢ່າງມະຫາສານ ທັງທາງດ້ານຈິດໃຈແລະວັດຖຸ ຈາກບັນດາປະເທດສັງຄົມນິຍົມ ແລະປະຊາຊົນທີ່ກ້າວໜ້າທົ່ວໂລກ, ໂດຍສະເພາະແມ່ນສະຫະພາບໂຊວຽດ, ຈີນ, ລາວ, ກຳປູເຈຍ, ກູບາ ແລະອື່ນໆ. ພ້ອມກັນນັ້ນ, ການທູດຫວຽດນາມໄດ້ປະກອບສ່ວນສ້າງຂະບວນການສາກົນຂະໜາດໃຫຍ່ທີ່ບໍ່ເຄີຍມີມາກ່ອນ, ສາມັກຄີ ແລະ ສະໜັບສະໜູນການຕໍ່ສູ້ທີ່ເປັນທຳຂອງປະຊາຊົນຫວຽດນາມ, ແລະ ສົ່ງເສີມການເຄື່ອນໄຫວຕໍ່ຕ້ານສົງຄາມພາຍໃນອາເມລິກາ. ພ້ອມກັບພີ່ນ້ອງຮ່ວມຊາດຢູ່ພາຍໃນປະເທດ, ຊາວຫວຽດນາມຢູ່ຕ່າງປະເທດສະແດງອອກເຖິງຄວາມຮັກຊາດຢ່າງແຮງກ້າ ແລະ ເຂົ້າຮ່ວມຂະບວນການຕໍ່ຕ້ານໃນຫຼາຍຮູບແບບ, ຫຼາຍຄົນໄດ້ອາສາສະໝັກກັບບ້ານເກີດເມືອງນອນ, ປະກອບສ່ວນຄວາມຮູ້ ແລະ ຊັບສົມບັດຂອງຕົນເພື່ອຊ່ວຍກູ້ຊາດ. ໃນປະຫວັດສາດຂອງສະຕະວັດທີ 20, ມີການຕໍ່ສູ້ເພື່ອເອກະລາດຂອງຊາດໜ້ອຍແຫ່ງທີ່ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງ ແລະ ເຂັ້ມແຂງທັງໃນປະເທດ ແລະ ຕ່າງປະເທດ ຄືກັບການຕໍ່ສູ້ຂອງປະຊາຊົນຫວຽດນາມ.
ໃນການປະເຊີນໜ້າທາງປະຫວັດສາດລະຫວ່າງປະເທດທີ່ເຄີຍຖືກຖືວ່າ "ອ່ອນແອ" ກັບມະຫາອຳນາດອັນດັບໜຶ່ງຂອງໂລກ, ຝ່າຍການທູດໄດ້ປະສານງານຢ່າງກົມກຽວ ແລະໃກ້ຊິດກັບຝ່າຍທະຫານ ແລະການເມືອງ, ເຮັດໃຫ້ເກີດສະຖານະການ "ການຕໍ່ສູ້ແລະການເຈລະຈາໄປພ້ອມໆກັນ”. ສິລະປະແຫ່ງ "ການຕໍ່ສູ້ແລະການເຈລະຈາ" ໄດ້ບັນລຸເຖິງຈຸດສູງສຸດແລ້ວ ໂດຍທີ່ການຕໍ່ສູ້ທາງທະຫານ ແລະການເມືອງເປັນພື້ນຖານຂອງການເຈລະຈາທາງການທູດ, ໃນຂະນະທີ່ການຕໍ່ສູ້ທາງການທູດກໍ່ມີສ່ວນຊ່ວຍໃຫ້ຄວາມພະຍາຍາມທາງທະຫານ ແລະການເມືອງ ປະສົບຄວາມສຳເລັດ. ດ້ວຍໄຊຊະນະອັນຍິ່ງໃຫຍ່ຂອງຫວຽດນາມໃນສະໜາມຮົບ, ໂດຍສະເພາະແມ່ນໄຊຊະນະ "ດຽນບຽນຟູທາງອາກາດ" (ເດືອນທັນວາ 1972), ສະຫະລັດອາເມລິກາຖືກບັງຄັບໃຫ້ລົງນາມໃນສັນຍາປາຣີກ່ຽວກັບການຢຸດຕິສົງຄາມ ແລະ ຟື້ນຟູສັນຕິພາບໃນຫວຽດນາມ, ສ້າງພື້ນຖານທີ່ສຳຄັນໃຫ້ປະຊາຊົນຫວຽດນາມສາມາດເຮັດສຳເລັດພາລະກິດການຕໍ່ສູ້ປົດປ່ອຍຊາດ ແລະໂຮມປະເທດເປັນເອກະພາບ ໃນລະດູບານໃໝ່ປີ 1975.
ໃນໄລຍະເວລາແຫ່ງການຟື້ນຟູ ແລະພັດທະນາປະເທດຫຼັງສົງຄາມ, ການທູດຫວຽດນາມມີສ່ວນຮ່ວມທັງໃນການສ້າງສາພັດທະນາປະເທດ ແລະການຕໍ່ສູ້ເພື່ອປົກປ້ອງຊາຍແດນ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ໃນສະພາບການຖືກປິດລ້ອມ, ຖືກຂວ້ຳບາດທາງເສດຖະກິດ ແລະ ຖືກໂດດດ່ຽວທາງການເມືອງນັ້ນ, ຄວາມພະຍາຍາມທາງການທູດຂອງຫວຽດນາມໄດ້ເສີມສ້າງສາຍພົວພັນກັບບັນດາປະເທດໃນລະບົບສັງຄົມນິຍົມ, ຕໍ່ສູ້ເພື່ອປົກປ້ອງຊາຍແດນທາງພາກເໜືອ, ຮັກສາຊາຍແດນທາງຕາເວັນຕົກສຽງໃຕ້ ແລະ ຊ່ວຍເຫຼືອປະຊາຊົນກຳປູເຈຍໃຫ້ຫຼຸດພົ້ນຈາກການຂ້າລ້າງເຜົ່າພັນ. ໃນໄລຍະເວລານີ້, ຫວຽດນາມຍັງໄດ້ຂະຫຍາຍການພົວພັນຕ່າງປະເທດຂອງຕົນ, ກາຍເປັນສະມາຊິກຂອງອົງການແລະເວທີປາໄສພະຫຸພາຄີຫຼາຍແຫ່ງ ເຊັ່ນ: ຂະບວນການບໍ່ເຂົ້າຮ່ວມກຸ່ມ, ສະຫະປະຊາຊາດ ແລະອື່ນໆ. ດ້ວຍທິດນຳທີ່ວ່າ "ເພີ່ມເພື່ອນມິດໃຫ້ຫຼາຍຂຶ້ນ, ຫຼຸດຜ່ອນສັດຕູໃຫ້ໜ້ອຍລົງ" ການທູດຫວຽດນາມໄດ້ນຳໜ້າໃນການແກ້ໄຂຜ່ານຜ່າຄວາມຫຍຸ້ງຍາກເທື່ອລະກ້າວ, ເປີດກວ້າງທາງການທູດ ແລະ ວາງຮາກຖານທຳອິດ ໃຫ້ການຂະຫຍາຍສາຍພົວພັນໃນໄລຍະຕໍ່ມາ ຂອງການປ່ຽນແປງໃໝ່ ແລະການເຊື່ອມໂຍງສາກົນ.
ການທູດຮັບໃຊ້ພາລະກິດການປ່ຽນແປງໃໝ່ ແລະ ການເຊື່ອມໂຍງສາກົນ
ເຂົ້າສູ່ໄລຍະການປ່ຽນແປງໃໝ່, ໜ້າທີ່ບຸລິມະສິດກ່ອນອື່ນໝົດຂອງການທູດ ແມ່ນທັບມ້າງການປິດລ້ອມແລະການຂວ້ຳບາດທາງເສດຖະກິດ, ຟື້ນຟູແລະເຮັດໃຫ້ການພົວພັນກັບປະເທດອື່ນໆກັບສູ່ພາວະປົກກະຕິ. ດ້ວຍຈິດໃຈແຫ່ງການປ່ຽນແປງໃໝ່ຄວາມຄິດ, ການທູດຫວຽດນາມໄດ້ປັບປ່ຽນ ແລະຫັນທິດຍຸດທະສາດຢ່າງວ່ອງໄວ ໂດຍຂະຫຍາຍສາຍພົວພັນກັບທຸກປະເທດໃນໂລກ, ປະຕິບັດນະໂຍບາຍມິດຕະພາບ, ການຮ່ວມມື ແລະ ການຢູ່ຮ່ວມກັນຢ່າງສັນຕິ ເພື່ອການພັດທະນາ ໂດຍບໍ່ຈຳແນກລະບອບການເມືອງ-ສັງຄົມ. ຜ່ານຂັ້ນຕອນການດຳເນີນງານຢ່າງຕັ້ງໜ້າ, ຫວຽດນາມໄດ້ປັບປຸງສາຍພົວພັນກັບບັນດາປະເທດອາຊີຕາເວັນອອກສຽງໃຕ້, ຟື້ນຟູສາຍພົວພັນມິດຕະພາບ ແລະເພື່ອນບ້ານໃກ້ຄຽງກັບຈີນ, ປັບປຸງສາຍພົວພັນກັບສະຫະລັດອາເມລິກາ ແລະປະເທດພັດທະນາແລ້ວໃນທິດຕາເວັນຕົກອື່ນໆ ໃຫ້ເປັນປົກກະຕິ ແລະ ເຂົ້າຮ່ວມສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ). ໃນເວລາບໍ່ຮອດ 10 ປີຫຼັງຈາກການປ່ຽນແປງໃໝ່, ພູມສັນຖານນະໂຍບາຍການຕ່າງປະເທດໄດ້ປ່ຽນຈາກການປະເຊີນໜ້າ ໄປສູ່ການຮ່ວມມື, ຈາກສະຖານະການທີ່ຖືກປິດລ້ອມແລະໂດດດ່ຽວ ໄປສູ່ການພົວພັນທີ່ເປັນມິດ ແລະ ໝັ້ນຄົງກັບບັນດາປະເທດເພື່ອນບ້ານ ແລະ ບັນດາປະເທດມະຫາອຳນາດ.
ບົນພື້ນຖານຜົນສຳເລັດໃນໄລຍະຕົ້ນໆຂອງການປ່ຽນແປງໃໝ່ແລະເຊື່ອມໂຍງສາກົນ, ການທູດຫວຽດນາມໄດ້ເຂົ້າສູ່ໄລຍະໃໝ່ ເຊິ່ງແມ່ນໄລຍະແຫ່ງການຂະຫຍາຍການພົວພັນຕ່າງປະເທດຕາມນະໂຍບາຍ "ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ເຊື່ອຖືໄດ້ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມໂລກ", “ຂະຫຍາຍການພົວພັນແບບພະຫຸພາຄີ ແລະຄວາມຫຼາກຫຼາຍ". ກ່ອນໄລຍະການປ່ຽນແປງໃໝ່ (Đổi mới) ຫວຽດນາມໄດ້ສ້າງສາຍພົວພັນທາງການທູດກັບປະເທດຕ່າງໆ ພຽງ 100 ປະເທດ, ແຕ່ຮອດປີ 2025 ຫວຽດນາມໄດ້ສ້າງສາຍພົວພັນທາງການທູດກັບ 194 ປະເທດ. ສາຍພົວພັນເຫຼົ່ານີ້ກຳລັງມີຄວາມເລິກເຊິ່ງ ແລະ ຍືນຍົງຫຼາຍຂຶ້ນ, ໂດຍສະເພາະການສ້າງຂອບການພົວພັນກັບ 38 ປະເທດ, ລວມທັງຄູ່ຮ່ວມມືຍຸດທະສາດຮອບດ້ານ 13 ປະເທດ, ຄູ່ຮ່ວມມືຍຸດທະສາດ 10 ປະເທດ ແລະ ຄູ່ຮ່ວມມືຮອບດ້ານ 15 ປະເທດ. ຫຼັງຈາກດຳເນີນກິດຈະການປ່ຽນແປງໃໝ່ເກືອບ 40 ປີ, ຫວຽດນາມໄດ້ສ້າງພູມສັນຖານການພົວພັນຕ່າງປະເທດທີ່ເປີດກວ້າງ ແລະສະດວກດີກວ່າແຕ່ກ່ອນ ທີ່ເອື້ອອຳນວຍຕໍ່ພາລະກິດການສ້າງສາ ແລະ ພັດທະນາປະເທດຊາດ.
ໃນລະຫວ່າງຂະບວນການປ່ຽນແປງໃໝ່ແລະເຊື່ອມໂຍງສາກົນ, ການທູດຫວຽດນາມໄດ້ປະສານງານຢ່າງໃກ້ຊິດກັບການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ ເພື່ອສ້າງເຂດຊາຍແດນສັນຕິພາບ ແລະ ມິດຕະພາບກັບບັນດາປະເທດເພື່ອນບ້ານ. ຫວຽດນາມໄດ້ດຳເນີນການກຳນົດເສັ້ນຊາຍແດນ ແລະປັກຫຼັກໝາຍຊາຍແດນທາງບົກ ທີ່ຕິດກັບລາວ ແລະຈີນ ສຳເລັດລຽບລ້ອນແລ້ວ; ມີຜົນສຳເລັດທາງບວກໃນການກຳນົດເສັ້ນຊາຍແດນ ແລະປັກຫຼັກໝາຍຊາຍແດນກັບກຳປູເຈຍ; ໄດ້ລົງນາມໃນສັນຍາແລະສົນທິສັນຍາ ກ່ຽວກັບການກຳນົດເຂດແດນທາງທະເລກັບຈີນ (ໃນອ່າວຕັງກີນ) ລວມເຖິງກັບໄທ ແລະອິນໂດເນເຊຍ... ກ່ຽວກັບບັນຫາຊາຍແດນແລະດິນແດນທີ່ສັບສົນ, ຫວຽດນາມເດັດດ່ຽວຕໍ່ສູ້ຕ້ານກິດຈະກຳໃດໆທີ່ລະເມີດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງຕົນ, ພ້ອມກັນນັ້ນກໍ່ເຊີດຊູຄັນທຸງສັນຕິພາບ ແລະການຮ່ວມມື, ເຂົ້າຮ່ວມຢ່າງແຂງຂັນໃນການແລກປ່ຽນ ແລະການເຈລະຈາ ກັບປະເທດທີ່ກ່ຽວຂ້ອງ ເພື່ອຈັດການກັບຄວາມຂັດແຍ້ງ ແລະສະແຫວງຫາແນວທາງແກ້ໄຂຂໍ້ພິພາດຢ່າງຍືນຍົງໃນໄລຍະຍາວ ໂດຍອາໄສສັນຕິວິທີ ຕາມກົດໝາຍສາກົນ. ຫວຽດນາມໄດ້ຈັດຕັ້ງເຂດຊາຍແດນທີ່ສະຫງົບສຸກ ແລະເປັນມິດ ລວມເຖິງກົນໄກການຮ່ວມມືເພື່ອແກ້ໄຂບັນຫາຊາຍແດນແລະອານາເຂດ.
ຫວຽດນາມຄ່ອຍໆເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບໂລກ, ຕັ້ງແຕ່ການເຊື່ອມໂຍງເສດຖະກິດ ຈົນເຖິງການເຊື່ອມໂຍງຢ່າງຮອບດ້ານ ແລະ ເລິກເຊິ່ງໃນທຸກຂົງເຂດ. ການເຊື່ອມໂຍງສາກົນ ແລະການທູດທາງເສດຖະກິດ ໄດ້ໃຊ້ປະໂຫຍດຈາກສະພາບແວດລ້ອມສາກົນທີ່ເອື້ອອຳນວຍ, ລະດົມຊັບພະຍາກອນພາຍນອກ ແລະ ປ່ຽນແປງເສດຖະກິດຂອງຫວຽດນາມຈາກພາວະໂດດດ່ຽວ, ຖືກຂວ້ຳບາດ ແລະ ດ້ອຍພັດທະນາ ໄປສູ່ເສດຖະກິດທີ່ເຕີບໂຕຢ່າງໄວວາ ແລະເປັນສ່ວນສຳຄັນໃນເສດຖະກິດໂລກ. ຈາກເດິມທີ່ມີສາຍພົວພັນທາງເສດຖະກິດແລະການຄ້າ ກັບປະເທດແລະດິນແດນພຽງປະມານ 30 ແຫ່ງ, ປະຈຸບັນຫວຽດນາມມີສາຍພົວພັນທາງເສດຖະກິດແລະການຄ້າ ກັບປະເທດແລະດິນແດນຫຼາຍກວ່າ 230 ແຫ່ງ; ມູນຄ່າການຄ້ານຳເຂົ້າແລະສົ່ງອອກຂອງຫວຽດນາມບັນລຸເກືອບ 800 ຕື້ໂດລາສະຫະລັດ, ເຂົ້າຮ່ວມກຸ່ມ 20 ປະເທດທີ່ມີປະລິມານການຄ້າຫຼາຍທີ່ສຸດໃນໂລກ; ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ຫຼາຍກວ່າ 500 ຕື້ໂດລາສະຫະລັດ, ກາຍເປັນປະເທດກຳລັງພັດທະນາຊັ້ນນຳໃນການດຶງດູດການລົງທຶນຈາກຕ່າງປະເທດທົ່ວໂລກ. ຫວຽດນາມໄດ້ກາຍເປັນສ່ວນສຳຄັນໃນເສດຖະກິດໂລກ ແລະ ມີບົດບາດໂດດເດັ່ນຫຼາຍຂຶ້ນເລື້ອຍໆ ໃນລະບົບຕ່ອງໂສ້ການຜະລິດລະດັບໂລກ ໂດຍມີສັນຍາການຄ້າເສລີ (FTA) 17 ສະບັບ, ລວມເຖິງສັນຍາການຄ້າເສລີລຸ້ນໃໝ່ຫຼາຍສະບັບ ແລະ ສັນຍາສອງຝ່າຍແລະຫຼາຍຝ່າຍ ຫຼາຍກວ່າ 500 ສະບັບ.
ຄວາມພະຍາຍາມທາງການທູດໄດ້ປະກອບສ່ວນເຂົ້າໃນການຫັນປ່ຽນຫວຽດນາມຈາກປະເທດທີ່ຖືກປິດລ້ອມແລະໂດດດ່ຽວ ໃຫ້ກາຍເປັນສະມາຊິກທີ່ກະຕືລືລົ້ນ ແລະ ມີຄວາມຮັບຜິດຊອບໃນອົງການແລະເວທີປາໄສສາກົນ ແລະພາກພື້ນ ຫຼາຍກວ່າ 70 ແຫ່ງ, ລວມເຖິງກົນໄກທັງໝົດທີ່ມີບົດບາດສຳຄັນໃນການກຳກັບດູແລລະດັບໂລກ ເຊັ່ນ: ສະຫະປະຊາຊາດ, ອາຊຽນ, ອົງການການຄ້າໂລກ, ເອເປກ, ອາເຊມ... ການຕ່າງປະເທດຫຼາຍຝ່າຍຂອງຫວຽດນາມໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ມີການປ່ຽນແປງດ້ານຄຸນນະພາບທີ່ສຳຄັນ, ຈາກການເຂົ້າຮ່ວມແລະມີສ່ວນຮ່ວມແຕ່ຫົວທີ ໄປສູ່ການມີສ່ວມຮ່ວມຢ່າງແຂງຂັນ ແລະສ້າງສັນ ໃນບັນຫາຮ່ວມກັນ ແລະ ປະຈຸບັນກຳລັງຄ່ອຍໆ ເປັນຜູ້ນຳແລະກຳນົດຮູບແບບກົນໄກຕ່າງໆ ຫຼາຍຢ່າງ. ຫວຽດນາມມີສ່ວນຮ່ວມໃນການລິເລີ່ມ ແລະເປັນສະມາຊິກຜູ້ກໍ່ຕັ້ງຂອງກົນໄກການຮ່ວມມືໃໝ່ໆ ຫຼາຍແຫ່ງ ເຊັ່ນ: ASEM, ADMM+, CPTPP... ແລະປະສົບຄວາມສຳເລັດໃນການຮັບຜິດຊອບໜ້າທີ່ສາກົນທີ່ສຳຄັນຫຼາຍປະການ ເຊັ່ນ ການເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ, ສະມາຊິກຂອງສະພາສິດທິມະນຸດແຫ່ງສະຫະປະຊາຊາດ ແລະ ເຂົ້າຮ່ວມໃນກົນໄກການກຳກັບດູແລທີ່ສຳຄັນ 6 ໃນ 7 ກົນໄກຂອງ UNESCO; ປະສົບຄວາມສຳເລັດໃນການເປັນເຈົ້າພາບຈັດກອງປະຊຸມສາກົນທີ່ສຳຄັນຫຼາຍຄັ້ງ ເຊັ່ນ: ກອງປະຊຸມສຸດຍອດອາຊຽນ, APEC ແລະ ກອງປະຊຸມສຸດຍອດສະຫະລັດອາເມລິກາ-ເກົາຫຼີເໜືອ. ຫວຽດນາມໄດ້ສະເໜີຂໍ້ລິເລີ່ມ ແລະ ເອກະສານໃໝ່ໆ, ໂດຍສະເພາະແມ່ນອະນຸສັນຍາສະຫະປະຊາຊາດວ່າດ້ວຍການຕໍ່ຕ້ານອາຊະຍາກຳທາງໄຊເບີ (ອະນຸສັນຍາຮ່າໂນ້ຍ) ແລະ ມີສ່ວນຮ່ວມຢ່າງເລິກເຊິ່ງຫຼາຍຂຶ້ນໃນປະຕິບັດການຮັກສາສັນຕິພາບ, ການຊ່ວຍເຫຼືອດ້ານມະນຸດສະທຳ, ການຄົ້ນຫາແລະກູ້ໄພຂອງສະຫະປະຊາຊາດ. ສຸລະສຽງ, ຄວາມຄິດປະດິດສ້າງ ແລະ ວິທີການທີ່ສົມເຫດສົມຜົນແລະເຫັນອົກເຫັນໃຈຂອງຫວຽດນາມໃນການແກ້ໄຂບັນຫາ ໄດ້ຮັບການຍອມຮັບແລະການສະໜັບສະໜູນຈາກປະຊາຄົມສາກົນ.
ວຽກງານການຕ່າງປະເທດໄດ້ຂະຫຍາຍຂອບເຂດອອກໄປໃນຫຼາກຫຼາຍດ້ານ, ປະກອບສ່ວນເຂົ້າໃນການເສີມສ້າງກຳລັງແຮງຂອງຊາດ, ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ແລະເສີມຂະຫຍາຍສະຖານະຂອງປະເທດ. ພັກແລະລັດຍາມໃດກໍ່ເອົາໃຈໃສ່ ແລະຮັບຮູ້ວ່າ ຊາວຫວຽດນາມຢູ່ຕ່າງປະເທດເປັນສ່ວນໜຶ່ງທີ່ແຍກບໍ່ອອກຂອງຊາດຫວຽດນາມ. ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດຈຳນວນ 6 ລ້ານຄົນກຳລັງເຕີບໃຫຍ່ເຂັ້ມແຂງຂຶ້ນ, ມີຄວາມຜູກພັນກັບປະເທດຊາດຢ່າງໃກ້ຊິດ ແລະປະກອບສ່ວນສຳຄັນຕໍ່ການພັດທະນາປະເທດ. ອົງການຄຸ້ມຄອງພົນລະເມືອງ ໄດ້ປົກປ້ອງຄວາມປອດໄພ, ສິດທິ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ ແລະ ວິສາຫະກິດຫວຽດນາມຢ່າງແຂງຂັນ, ໂດຍສະເພາະໃນເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ, ເຂດສົງຄາມ ແລະອື່ນໆ. ການທູດທາງວັດທະນະທຳໄດ້ສົ່ງເສີມຄຸນຄ່າທາງວັດທະນະທຳຂອງຊາດ ແລະລະດົມຊັບພະຍາກອນໃໝ່ເພື່ອການພັດທະນາ; ອົງການ UNESCO ໄດ້ໃຫ້ການຮັບຮອງແຫຼ່ງມໍລະດົກໂລກ ແລະສະຖານະສະຖານທີ່ສຳຄັນທາງປະຫວັດສາດ ຂອງຫວຽດນາມຈຳນວນ 73 ແຫ່ງ. ຂໍ້ມູນຂ່າວສານການຕ່າງປະເທດໄດ້ສົ່ງເສີມພາບລັກສະນະຂອງປະເທດ, ປະຊາຊົນ, ວັດທະນະທຳ ແລະ ຜົນງານການປ່ຽນແປງໃໝ່ຂອງຫວຽດນາມຢ່າງແຂງແຮງ ດ້ວຍເນື້ອໃນແລະວິທີການທີ່ຫຼາກຫຼາຍແລະສ້າງສັນ. ຕະຫຼອດໄລຍະທາງ 80 ປີແຫ່ງການພັດທະນາແລະການເຕີບໂຕ, ພາຍໃຕ້ການນຳພາທີ່ສະຫຼາດສ່ອງໃສຂອງພັກແລະປະທານໂຮ່ຈີມິນ, ການທູດຫວຽດນາມພ້ອມກັບປະຊາຊົນທັງຊາດຕໍ່ສູ້ຢ່າງກ້າຫານ ເພື່ອຍາດເອົາເອກະລາດແລະເສລີພາບມາໃຫ້ປະເທດຊາດ ແລະຄວາມສຸກມາໃຫ້ປະຊາຊົນ. ຈາກປະເທດທີ່ທຸກຍາກ ຫຼ້າຫຼັງ ແລະເພພັງຈາກສົງຄາມ, ປະຈຸບັນຫວຽດນາມໄດ້ກາຍເປັນປະເທດທີ່ພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະເຊື່ອມໂຍງເຂົ້າກັບປະຊາຄົມສາກົນຢ່າງສຳເລັດຜົນ. ຈາກປະເທດທີ່ເຄີຍຖືກຮຸກຮານ ແລະບໍ່ມີທີ່ຢືນບົນແຜນທີ່ໂລກ, ຫວຽດນາມໄດ້ຢືນຢັນບົດບາດຂອງຕົນໃນຖານະສະມາຊິກທີ່ກະຕືລືລົ້ນ, ສ້າງສັນ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ດັ່ງທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ແລະອະດີດເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໄດ້ກ່າວໄວ້ຢ່າງຖືກຕ້ອງວ່າ: "ປະເທດຂອງເຮົາບໍ່ເຄີຍມີຮາກຖານ, ສະຖານະ, ທ່າແຮງ ແລະ ກຽດສັກສີໃນເວທີສາກົນຄືໃນປະຈຸບັນນີ້".
ຕະຫຼອດການເດີນທາງທີ່ທ້າທາຍແຕ່ເຕັມໄປດ້ວຍກຽດສັກສີນີ້, ການທູດຂອງຫວຽດນາມໄດ້ຢືນຄຽງຂ້າງກອງກຳລັງຂອງການປະຕິວັດຫວຽດນາມໃນແນວໜ້າຢ່າງພາກພູມໃຈ ໂດຍຍຶດໝັ້ນຫຼັກການ "ການຕໍ່ສູ້ທີ່ປະສານງານກັນ ນຳໄປສູ່ຄວາມສຳເລັດຮ່ວມກັນ". ລະບົບການທູດທີ່ຮອບດ້ານແລະທັນສະໄໝ ເຊິ່ງມີສາມເສົາຫຼັກຄື ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການທູດລະຫວ່າງປະຊາຊົນ, ໄດ້ສ້າງກຳລັງແຮງສັງລວມທີ່ນຳພາການທູດຂອງຫວຽດນາມໄປສູ່ໄຊຊະນະຄັ້ງແລ້ວຄັ້ງເລົ່າ. ຄວາມເຕີບໃຫຍ່ແລະຄວາມສຳເລັດຂອງການທູດປະຕິວັດໃນໄລຍະ 80 ປີທີ່ຜ່ານມາ ແມ່ນຜົນແຫ່ງການຫຼອມລວມມູນເຊື້ອການທູດຢ່າງສັນຕິທີ່ສືບທອດຈາກປະຫວັດສາດການສ້າງຊາດ ແລະການປ້ອງກັນປະເທດນັບພັນປີ ຂອງບັນພະບຸລຸດຂອງເຮົາ ແລະ ແນວຄິດການທູດຂອງໂຮ່ຈີມິນ; ຢືນຢັນເຖິງສະຖານະທາງປະຫວັດສາດ ແລະວັດທະນະທຳຂອງຊາດ, ສະທ້ອນໃຫ້ເຫັນເຖິງສະຖານະ ແລະຄວາມເຂັ້ມແຂງໃໝ່ ຂອງປະເທດ.
ການທູດຫວຽດນາມບໍ່ພຽງແຕ່ໄດ້ຮັບການຍອມຮັບຈາກພັກ, ລັດ ແລະ ປະຊາຊົນຫວຽດນາມເທົ່ານັ້ນ, ແຕ່ຍັງໄດ້ຮັບການປະເມີນໃນທາງບວກຢ່າງຫຼາຍຈາກເພື່ອນມິດ ແລະຄູ່ຮ່ວມມືສາກົນອີກດ້ວຍ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ອັນໂຕນິໂອ ກູເຕເຣສ ກ່າວວ່າ ການທູດຫວຽດນາມໄດ້ສະແດງໃຫ້ເຫັນວ່າ ປະເທດໜຶ່ງສາມາດເອົາຊະນະສົງຄາມ, ສົ່ງເສີມສັນຕິພາບ ແລະກາຍເປັນເສົາຫຼັກຂອງລັດທິຫຼາຍຝ່າຍ ເຊິ່ງເປັນຕົວຢ່າງທີ່ໂດດເດັ່ນໃນການພົວພັນສາກົນທີ່ປະເທດອື່ນໆ ຄວນຮຽນຮູ້. ຝ່າຍການທູດຫວຽດນາມໄດ້ຍຶດຖືທັງມີຫຼັກການ ແລະ ມີຄວາມຍືດຫຍຸ່ນ, ຮັກສັນຕິພາບ, ນິຍົມຄວາມເປັນທຳ ເຊິ່ງໄດ້ປະກອບສ່ວນເຂົ້າໃນການຍົກສູງສະຖານະ ແລະພາບພົດຂອງປະເທດໃນເວທີສາກົນ.
ບັນດາບົດຮຽນຈາກປະຫວັດສາດຍັງຄົງມີຄຸນຄ່າຄືເກົ່າ
ປະຫວັດສາດອັນສະຫງ່າລາສີ 80 ປີຂອງການທູດປະຕິວັດຫວຽດນາມ ໄດ້ສ້າງບົດຮຽນອັນລ້ຳຄ່າຫຼາຍຢ່າງໄວ້ດັງນີ້:
ກ່ອນອື່ນໝົດແລະກວມລວມທັງໝົດແມ່ນ ບົດຮຽນກ່ຽວກັບການນຳພາເດັດຖານ ແລະເປັນເອກະພາບຂອງພັກ ແລະ ການຊາບຊຶມແນວຄິດການທູດຂອງໂຮ່ຈີມິນ. ດ້ວຍຄວາມກ້າຫານ, ສະຕິປັນຍາ, ກຽດສັກສີ ແລະ ຄວາມສາມາດໃນການນຳພາປະເທດ, ພັກກອມມູນິດຫວຽດນາມໄດ້ມີຄວາມອ່ອນໄຫວຕໍ່ສະຖານະການ, ປ່ຽນແປງແນວຄິດຢ່າງທັນການ ແລະ ຕັດສິນໃຈຢ່າງສະຫຼາດສ່ອງໃສ ເພື່ອປັບແນວທາງ ແຜນນະໂຍບາຍ ແລະມາດຕະການການຕ່າງປະເທດ ໃຫ້ເໝາະສົມກັບແຕ່ລະໄລຍະປະຫວັດສາດ. ປະທານໂຮ່ຈີມິນເປັນຜູ້ລິເລີ່ມການທູດສະໄໝໃໝ່ຂອງຫວຽດນາມ ແລະເປັນຄູອາຈານທີ່ຍິ່ງໃຫຍ່ຂອງນັກການທູດຫວຽດນາມຫຼາຍລຸ້ນ. ແນວຄິດທາງການທູດຂອງໂຮ່ຈີມິນຈະຍັງຄົງເປັນຫຼັກການຊີ້ນຳ ແລະເປັນແສງສະຫວ່າງນຳທາງໃຫ້ແກ່ການຕ່າງປະເທດຂອງຫວຽດນາມຕະຫຼອດໄປ.
ທີສອງ, ບົດຮຽນກ່ຽວກັບການສົມທົບກຳລັງແຮງຂອງຊາດເຂົ້າກັບກຳລັງຂອງຍຸກສະໄໝ, ລະຫວ່າງກຳລັງແຮງພາຍໃນ ແລະກຳລັງແຮງພາຍນອກ ເຊິ່ງກຳລັງແຮງພາຍໃນແມ່ນພື້ນຖານແລະຍາວນານ, ກຳລັງແຮງພາຍນອກມີຄວາມສຳຄັນ ແລະບຸກທະລຸ. ຫວຽດນາມໄດ້ເສີມຂະຫຍາຍກຳລັງແຮງພາຍໃນຂອງປະເທດຢ່າງແຂງແຮງ, ໃນຂະນະດຽວກັນກໍ່ເຊື່ອມຕໍ່ກັບພາລະກິດລວມຂອງມະນຸດຊາດ, ນຳໃຊ້ກຳລັງແຮງພາຍນອກໃຫ້ເກີດປະໂຫຍດສູງສຸດ ເພື່ອສົມທົບແລະເສີມກຳລັງແຮງພາຍໃນ. ໃນໄລຍະເວລາ 80 ປີທີ່ຜ່ານມາ, ເຖິງວ່າສະຖານະການໂລກຈະປ່ຽນແປງຢ່າງວ່ອງໄວແລະສັບສົນ, ແຕ່ແນວທາງແລະນະໂຍບາຍການຕ່າງປະເທດຂອງຫວຽດນາມກໍ່ໄດ້ມີການປັບຕົວໃຫ້ເໝາະສົມກັບສະຖານະການ ແລະທ່າອ່ຽງທີ່ສຳຄັນຂອງຍຸກສະໄໝ.
ທີສາມ, ບົດຮຽນກ່ຽວກັບຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕິດພັນກັບການຮ່ວມມື, ຄວາມຫຼາກຫຼາຍ ແລະ ຫຼາຍຝ່າຍຂອງການພົວພັນຕ່າງປະເທດ. ຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ເພິ່ງພາຕົນເອງແມ່ນຈິນຕະນາການທີ່ໂດດເດັ່ນ ແລະສະເໝີຕົ້ນສະເໝີປາຍ ໃນແນວທາງການປະຕິວັດໂດຍທົ່ວໄປ ແລະແນວທາງການຕ່າງປະເທດໂດຍສະເພາະ. ປະທານໂຮ່ຈີມິນໄດ້ຢືນຢັນວ່າ: "ເອກະລາດໝາຍຄວາມວ່າ ເຮົາຄວບຄຸມກິດຈະກຳທັງໝົດຂອງເຮົາເອງ ໂດຍປາສະຈາກການແຊກແຊງຈາກພາຍນອກ"(2). ດ້ວຍຈິດໃຈດັ່ງກ່າວ, ຫວຽດນາມມີຄວາມເປັນເອກະລາດຢ່າງສົມບູນໃນການກຳນົດນະໂຍບາຍ ແລະຍຸດທະສາດຂອງຕົນ ໂດຍຍຶດຖືຄວາມເປັນເອກະລາດ ແລະການເພິ່ງຕົນເອງເປັນຮາກຖານ, ໃນຂະນະດຽວກັນກໍ່ປຶກສາຫາລື ແລະເລືອກນຳປະສົບການແລະບົດຮຽນຈາກປະຊາຄົມໂລກມາໃຊ້ ເພື່ອສາມັກຄີ ແລະເຕົ້າໂຮມກຳລັງ, ສະໜັບສະໜູນແລະຊ່ວຍເຫຼືອຫວຽດນາມ.
ທີສີ່, ບົດຮຽນກ່ຽວກັບ "ການເອົາຫຼັກການເປັນພື້ນເພື່ອໝູນໃຊ້ຢ່າງໄຫວພິບ", "ຫຼັກການຂອງພວກເຮົາຕ້ອງໝັ້ນຄົງ, ແຕ່ຍຸດໂທບາຍຂອງເຮົາຕ້ອງຍືດຫຍຸ່ນ"(3). ສີ່ງທີ່ເປັນ “ຫຼັກການ” ນັ້ນແມ່ນເອກະລາດແລະເສລີພາບຂອງຊາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດ, ການຍຶດໝັ້ນໃນການສ້າງປະເທດໄປຕາມເສັ້ນທາງສັງຄົມນິຍົມ. ຄວາມ “ໄຫວພິບ” ນັ້ນແມ່ນຄວາມຍືດຫຍຸ່ນ ແລະການປັບປ່ຽນໄດ້ຕາມຍຸດທະສາດ ໂດຍຂຶ້ນກັບບັນຫາ, ການເວລາ, ກຸ່ມເປົ້າໝາຍ ແລະ ຄູ່ຮ່ວມງານ.
ທີຫ້າ, ບົດຮຽນກ່ຽວກັບການໃຫ້ຄວາມສຳຄັນ ແລະການຈັດການສາຍພົວພັນກັບປະເທດມະຫາອຳນາດຢ່າງເໝາະສົມ ແລະ ການສ້າງແລະຮັກສາສາຍພົວພັນທີ່ເປັນມິດແລະໝັ້ນຄົງກັບປະເທດເພື່ອນບ້ານ. ພັກກອມມູນິດຫວຽດນາມຮັບຮູ້ຢ່າງຈະແຈ້ງເຖິງຄວາມສຳຄັນຂອງບັນດາປະເທດໃຫຍ່ ໃນການກຳນົດລະບຽບການ ແລະທ່າອ່ຽງຂອງໂລກ, ຈາກນັ້ນສ້າງສາຍພົວພັນທີ່ສົມດຸນແລະກົມກຽວ, ທັງຮ່ວມມືແລະຕໍ່ສູ້ກັບບັນດາປະເທດໃຫຍ່. ພ້ອມກັນນັ້ນ, ຫວຽດນາມກໍ່ຮັກສາສາຍພົວພັນທີ່ເປັນມິດ, ໝັ້ນຄົງ ແລະ ຍາວນານກັບປະເທດເພື່ອນບ້ານສະເໝີມາ ໂດຍຍຶດໝັ້ນໃນປະເພນີຂອງຊາດທີ່ວ່າ “ຂາຍພີ່ນ້ອງທີ່ຢູ່ຫ່າງໄກເພື່ອຊື້ເພື່ອນບ້ານທີ່ຢູ່ໃກ້" ເພື່ອໃຫ້ມີຄວາມສຳພັນທີ່ເປັນມິດ ແລະໝັ້ນຄົງກັບປະເທດເພື່ອນບ້ານ, ໂດຍສະເພາະປະເທດທີ່ມີຊາຍແດນຮ່ວມກັນ.
ສຸດທ້າຍ, ບົດຮຽນກ່ຽວກັບວຽກງານພະນັກງານ ເຊິ່ງເປັນ "ຮາກເຫງົ້າຂອງວຽກງານທັງໝົດ". ປະທານໂຮ່ຈີມິນ ແລະບັນດານັກການທູດຜູ້ບຸກເບີກ ເປັນແບບຢ່າງທີ່ໂດດເດັ່ນຂອງຄວາມຮັກຊາດ, ຄວາມສະຫຼຽວສະຫຼາດທາງການເມືອງ, ທັກສະແລະແບບແຜນທາງການທູດ ເຊິ່ງໄດ້ຮັບຄວາມເຄົາລົບນັບຖືຈາກປະຊາຊົນ ແລະຊົມເຊີຍຈາກເພື່ອນມິດສາກົນ. ພະນັກງານການທູດທີ່ຍຶດໝັ້ນໃນອຸດົມການທາງການເມືອງຫຼາຍລຸ້ນ ຜູ້ເຊິ່ງຈົງຮັກພັກດີຕໍ່ພັກ ແລະ ຜົນປະໂຫຍດຂອງຊາດຢ່າງແທ້ຈິງ ແລະອຸທິດຕົນຢ່າງເຕັມທີ່ເພື່ອຮັບໃຊ້ປະເທດຊາດແລະປະຊາຊົນ ແມ່ນປັດໄຈທີ່ຕັດສິນຊີ້ຂາດຄວາມສຳເລັດທາງການທູດທັງໝົດໃນເວທີສາກົນ. ການທູດຫວຽດນາມພາກພູມໃຈທີ່ໄດ້ມີນັກການທູດຜູ້ຍິ່ງໃຫຍ່ຫຼາຍທ່ານ, ລູກສິດທີ່ດີເດັ່ນຂອງປະທານໂຮ່ຈີມິນ ເຊັ່ນ: ຟ້າມ ວັນ ດົ່ງ, ເລ ດຶກ ຖໍ້, ຫງວຽນ ຢຸຍ ຈິງ, ຊວນ ຖູຍ, ຫງວຽນ ທິ້ ບິ່ງ, ຫງວຽນ ເກີ ແທ້ກ... ນັກການເຫຼົ່ານີ້ເຕີບໂຕຜ່ານການປະຕິບັດການປະຕິວັດ, ຢືນຢັນເຖິງຄຸນລັກສະນະ ແລະສະຕິປັນຍາຂອງຫວຽດນາມ ແລະ ໄດ້ຮັບຄວາມເຄົາລົບນັບຖືຈາກມິດປະເທດ, ຄູ່ຮ່ວມງານ ແລະ ສັດຕູ.
ການທູດໃນຍຸກສະໄໝແຫ່ງການບືີນຕົວຂຶ້ນໃນການພັດທະນາຂອງຊາດ
ໂລກກຳລັງຢູ່ໃນໄລຍະເວລາສຳຄັນທາງປະຫວັດສາດ. ຈຸດປ່ຽນແຕ່ລະຄັ້ງອາດຈະກາຍເປັນໂອກາດ ຫຼືຄວາມທ້າທາຍສຳລັບປະເທດຕ່າງໆ, ຂຶ້ນຢູ່ກັບການກຽມພ້ອມຂອງແຕ່ລະປະເທດ. ຄວາມສຳເລັດຈາກການຕໍ່ສູ້ເພື່ອການປົດປ່ອຍຊາດ, ການສ້າງຊາດ ແລະການປົກປັກັກສາປະເທດຊາດຕະຫຼອດ 80 ປີທີຜ່ານມາ ແມ່ນຮາກຖານທີ່ໝັ້ນຄົງໃຫ້ປະເທດຊາດຂອງພວກເຮົາກ້າວເຂົ້າສູ່ຍຸກໃໝ່ແຫ່ງການພັດທະນາ, ບັນລຸເປົ້າໝາຍຍຸດທະສາດສອງປະການສຳລັບປີ 2030 ແລະ 2045 ທີ່ກຳນົດໂດຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ. ປະຫວັດສາດໄດ້ສະແດງໃຫ້ເຫັນວ່າ ປັດໄຈທາງພູມສາດ-ຍຸດທະສາ, ຄວາມໝັ້ນຄົງ ແລະຄວາມຈະເລີນຮຸ່ງເຮືອງຂອງປະເທດນັ້ນ ຕິດພັນຢ່າງໃກ້ຊິດກັບສະພາບແວດລ້ອມພາຍນອກ. ການວາງຕຳແໜ່ງແລະເສີມຂະຫຍາຍສະຖານະຂອງປະເທດໃຫ້ເກີດປະໂຫຍດສູງສຸດຕໍ່ຊາດ-ປະເທດຊາດ ໃນເວທີຍຸດທະສາດລະດັບພາກພື້ນແລະລະດັບທົ່ວໂລກນັ້ນ ເປັນສິ່ງທີ່ຜູ້ນຳພັກແລະລັດ ລວມເຖິງຜູ້ທີ່ເຮັດວຽກງານດ້ານການທູດໃຫ້ຄວາມສຳຄັນມາໂດຍຕະຫຼອດ.
ໃນຊຸມປີທີ່ທ້າທາຍທີ່ສຸດຂອງການຕໍ່ສູ້ເພື່ອປົດປ່ອຍຊາດ, ດ້ວຍຄວາມກ້າຫານ, ຄວາມມຸ່ງໝັ້ນ ແລະສະຕິປັນຍາ, ການທູດຫວຽດນາມໄດ້ເອົາຊະນະຄວາມຫຍຸ້ງຍາກ ແລະຄວາມທ້າທາຍຫຼາຍຢ່າງ ຈົນໄດ້ຮັບໄຊຊະນະຢ່າງໃຫຍ່ຫຼວງ. ຫາກໃນຍາມສົງຄາມ ໄຊຊະນະທາງທະຫານເປັນແຮງຜັກດັນສຳຄັນສູ່ຄວາມສຳເລັດທາງການທູດ ແລະການທູດເຮັດໜ້າທີ່ເປັນ "ແນວໜ້າ" ຄຽງຄູ່ກັບການເມືອງແລະກິດຈະການທາງທະຫານແລ້ວ, ໃນປະຈຸບັນ ຮາກຖານຂອງການທູດຫວຽດນາມແມ່ນຄວາມເຂັ້ມແຂງ ແລະອິດທິພົນຂອງປະເທດ ຫຼັງຈາກການປ່ຽນແປງໃໝ່ເກືອບ 40 ປີ ແລະ ຄວາມສາມັກຄີແລະຄວາມເປັນນ້ຳໜຶ່ງໃຈດຽວກັນຂອງປະຊາຊົນທັງຊາດ. ໃນສະພາບການເຊື່ອມໂຍງສາກົນໃນປະຈຸບັນ, ການຕ່າງປະເທດຕ້ອງມີບົດບາດນຳໜ້າ ໂດຍປະຕິບັດໜ້າທີ່ "ສຳຄັນແລະຕໍ່ເນື່ອງ" ຄວບຄູ່ກັບການປ້ອງກັນປະເທດ ແລະຄວາມໝັ້ນຄົງຂອງຊາດຢ່າງມີປະສິດທິພາບ ເພື່ອປົກປ້ອງປະເທດຊາດຕັ້ງແຕ່ຕົ້ນແລະຈາກໄລຍະໄກ ແລະ ເພື່ອສ້າງສາ ພັດທະນາປະເທດຢ່າງວ່ອງໄວແລະຍືນຍົງ. ດ້ວຍພາລະໜ້າທີ່ອັນໜັກໜ່ວງແຕ່ມີກກຽດອັນສະຫງ່ານີ້, ການທູດໃນຍຸກໃໝ່ຈຶ່ງຈຳເປັນຕ້ອງສຸມໃສ່ທິດທາງທີ່ສຳຄັນດັ່ງຕໍ່ໄປນີ້:
ທີໜຶ່ງ, ເຮົາຕ້ອງຍຶດໝັ້ນໃນຜົນປະໂຫຍດຂອງຊາດ-ປະເທດຊາດ ໂດຍວາງຕຳແໜ່ງປະເທດໃຫ້ສອດຄ່ອງກັບກະແສຂອງຍຸກສະໄໝ. ຕາມທີ່ປະທານໂຮ່ຈີມິນກ່າວໄວ້ວ່າ ການທູດຕ້ອງຮັບໃຊ້ຜົນປະໂຫຍດຂອງຊາດສະເໝີ. ຜົນປະໂຫຍດຂອງຊາດ-ປະເທດຊາດແມ່ນ “ຫຼັກການຊີ້ນຳ” ຂອງນະໂຍບາຍການຕ່າງປະເທດ, ເປັນເປົ້າໝາຍທີ່ບໍ່ປ່ຽນແປງຂອງນະໂຍບາຍການຕ່າງປະເທດ ໃນການຕອບສະໜອງຕໍ່ສະຖານະການທີ່ປ່ຽນແປງຢ່າງວ່ອງໄວ, ສັບສົນ ແລະຄາດເດົາບໍ່ໄດ້ໃນໂລກ. ຜົນປະໂຫຍດສູງສຸດແມ່ນການປົກປ້ອງເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດໄວ້ຢ່າງໝັ້ນຄົງ; ການປົກປ້ອງພັກ, ລັດ, ປະຊາຊົນ ແລະ ລະບອບສັງຄົມນິຍົມ; ການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະ ເອື້ອອຳນວຍຕໍ່ການພັດທະນາປະເທດ; ການປົກປ້ອງພານລະກິດການປ່ຽນແປງໃໝ່, ການຫັນເປັນອຸສາຫະກຳແລະທັນສະໄໝ ແລະ ຮັກສາຄວາມໝັ້ນຄົງທາງການເມືອງ, ຄວາມສະຫງົບຮຽບຮ້ອຍແລະປອດໄພທາງສັງຄົມ ແລະວັດທະນະທຳຂອງຊາດ. ຢ່າງໃດກໍ່ຕາມ, ການຮັບປະກັນຜົນປະໂຫຍດສູງສຸດຂອງຊາດຈະຕ້ອງຢູ່ບົນພື້ນຖານຂອງຄວາມສະເໝີພາບ, ການຮ່ວມມື, ຜົນປະໂຫຍດຮ່ວມກັນ ແລະ ພ້ອມກັນສູ້ຊົນເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ, ໂດຍອີງໃສ່ຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ. ຜົນປະໂຫຍດຂອງຊາດສອດຄ່ອງກັບຜົນປະໂຫຍດຮ່ວມກັນຂອງປະຊາຄົມສາກົນ, ປະກອບສ່ວນເຂົ້າໃນການແກ້ໄຂສາຍພົວພັນລະຫວ່າງປະເທດຊາດແລະຍຸກສະໄໝຢ່າງຖືກຕ້ອງ, ທັງສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງຫວຽດນາມ ແລະທັງໃຊ້ປະໂຫຍດຈາກການສະໜັບສະໜູນຈາກສາກົນ.
ທີສອງ, ເຮົາຕ້ອງສືບຕໍ່ປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະ ການພັດທະນາຢ່າງຖືກຕ້ອງ; ເພີ່ມທະວີການພົວພັນຫຼາຍຝ່າຍແລະຫຼາກຫຼາຍ, ແລະເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບປະຊາຄົມສາກົນໃນຍຸກແຫ່ງການປ່ຽນແປງໃໝ່. “ຄວາມເປັນເອກະລາດ, ເປັນເຈົ້າຕົນເອງ” ແລະ “ການພົວພັນຫຼາຍຝ່າຍແລະຄວາມຫຼາກຫຼາຍ” ມີຄວາມສຳພັນແບບສັດຈະວິພາກ ແລະສະເໝີຕົ້ນສະເໝີປາຍ ໃນແນວທາງການຕ່າງປະເທດຂອງຫວຽດນາມ. ຄວາມເປັນເອກະລາດ, ເປັນເຈົ້າຕົນເອງໝາຍເຖິງການອີງໃສ່ຄວາມເຂັ້ມແຂງຂອງຕົນເອງ ແລະການມີິອິດສະລະໃນການກຳນົດຍຸດທະສາດ ແລະນະໂຍບາຍຂອງຕົນເອງ. ການປ່ຽນແປງທີ່ຜ່ານມາໃນຫຼາຍພາກພື້ນຂອງໂລກຍິ່ງຢືນຢັນຄວາມຖືກຕ້ອງຂອງແນວທາງທີ່ “ເປັນເອກະລາດ ເປັນເຈົ້າຕົນເອງ” ຂອງຫວຽດນາມ. ນອກຈາກນັ້ນ, ບັນຫາສຳຄັນທີ່ໂລກກຳລັງປະເຊີນຢູ່ ເຊັ່ນ ໄພພິບັດທາງທຳມະຊາດ, ພະຍາດລະບາດ, ການປ່ຽນແປງຂອງດິນຟ້າອາກາດ ແລະຄວາມປອດໄພທາງໄຊເບີ... ຍັງສະແດງໃຫ້ເຫັນເຖິງຜົນປະໂຫຍດຂອງ “ການຫັນເປັນຫຼາຍຝ່າຍ ແລະຄວາມຫຼາກຫຼາຍ” ໃນການພົວພັນຕ່າງປະເທດ, ເພາະວ່າບໍ່ມີປະເທດໃດ, ບໍ່ວ່າຈະມີອຳນາດຫຼາຍປານໃດ, ກໍບໍ່ສາມາດຮັບມືກັບຄວາມທ້າທາຍທີ່ຫຼາກຫຼາຍໃນປະຈຸບັນໄດ້ດ້ວຍຕົວຄົນດຽວ. ກຳລັງແຮງພາຍໃນແມ່ນຊັບພະຍາກອນຕົ້ນຕໍ ແລະຮາກຖານຂອງກຳລັງແຮງຂອງຊາດ, ແຕ່ຈຳເປັນຕ້ອງໃຊ້ປະໂຫຍດຈາກຊັບພະຍາກອນພາຍນອກທັງໝົດ ເພື່ອເສີມສ້າງຄວາມເຂັ້ມແຂງພາຍໃນໃຫ້ດີຍິ່ງຂຶ້ນ ເພື່ອຮັບປະກັນຄວາມໝັ້ນຄົງ ແລະ ການພັດທະນາທີ່ດີທີ່ສຸດສຳລັບປະເທດ.
ທີສາມ, ເຮັດໃຫ້ການເຊື່ອມໂຍງສາກົນກາຍເປັນແຮງຂັບເຄື່ອນສຳຄັນ, ສ້າງຄວາມກ້າວໜ້າ ແລະ ຍາດເອົາໂອກາດການພັດທະນາໃໝ່ໆມາໃຫ້ປະເທດ. ການທູດທີ່ສົ່ງເສີມການພັດທະນາແມ່ນຈຸດໃຈກາງແລະນຳໜ້າໃນ ການເຊື່ອມໂຍງກຳລັງແຮງພາຍໃນປະເທດກັບຊັບພະຍາກອນພາຍນອກ; ການລະບຸແລະຄວ້າໂອກາດຈາກທ່າອ່ຽງລະດັບໂລກໃໝ່ໆ ໃນດ້ານວິທະຍາສາດ-ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ, ການພັດທະນາພະລັງງານໝູນວຽນ, ໂຄງສ້າງພື້ນຖານຍຸດທະສາດ, ການຫັນປ່ຽນດິຈິຕອນ, ການປ່ຽນແປງສູ່ເສດຖະກິດສີຂຽວ... ພ້ອມກັນນັ້ນ, ການທູດຕ້ອງເປີດກວ້າງການຮ່ວມມືກັບຄູ່ຮ່ວມມືຊັ້ນນຳ, ໂດຍສະເພາະແມ່ນຊັບພະຍາກອນທີ່ມີຄຸນນະພາບສູງໃນດ້ານການເງິນ, ເຕັກໂນໂລຊີ ແລະການຄຸ້ມຄອງ ເພື່ອສ້າງແຮງຜັກດັນ, ຄວາມກ້າວໜ້າ ແລະ ຜົນສຳເລັດໃໝ່ ສຳລັບການພັດທະນາປະເທດ. ດ້ວຍຂໍ້ໄດ້ປຽບຈາກສະພາບແວດລ້ອມການຕ່າງປະເທດທີ່ເປີດກວ້າງ, ການທູດຂອງຫວຽດນາມຈຳເປັນຕ້ອງໃຊ້ປະໂຫຍດຈາກການພົວພັນທີ່ດີກັບຕ່າງປະເທດ ເພື່ອສົ່ງເສີມຂໍ້ຕົກລົງທາງເສດຖະກິດ; ກຳຈັດອຸປະສັກ ແລະເພີ່ມຜົນປະໂຫຍດສູງສຸດຈາກຂໍ້ຕົກລົງທາງການຄ້າ ແລະການລົງທຶນສຳລັບປະຊາຊົນ, ທ້ອງຖິ່ນ ແລະ ວິສາຫະກິດ.
ທີສີ່, ເສີມຂະຫຍາຍກຳລັງແຮງສັງລວມໃນທຸກຂົງເຂດຂອງການຕ່າງປະເທດ. ຍຸກໃໝ່ຍັງຮຽກຮ້ອງໃຫ້ມີວິທີການໃໝ່ ໃນການເຂົ້າເຖິງນະໂຍບາຍການຕ່າງປະເທດ, ໂດຍປ່ຽນຈາກການຮັບ ເປັນການປະກອບສ່ວນ, ຈາກການຮຽນຮູ້ ໄປສູ່ການນຳພາ, ຈາກການເຊື່ອມໂຍງທາງເສດຖະກິດ ເປັນການເຊື່ອມໂຍງທີ່ຮອບດ້ານແລະເລິກເຊິ່ງ, ຈາກປະເທດທີ່ຫຼ້າຫຼັງ ເປັນປະເທດທີ່ນຳໜ້າ, ພ້ອມທີ່ຈະຮັບຜິດຊອບພາລະກິດໃໝ່ໆ. ທ່າແລະກຳລັງແຮງໃໝ່ນີ້ ໄດ້ສ້າງເງື່ອນໄຂທີ່ເອື້ອອຳນວຍ ໃຫ້ຫວຽດນາມສາມາດມີສ່ວນຮ່ວມຢ່າງແຂງຂັນ ແລະປະກອບສ່ວນໃນທາງບວກຫຼາຍຂຶ້ນ ໃນການແກ້ໄຂບັນຫາຮ່ວມກັນ, ພ້ອມກັນນັ້ນກໍ່ຊ່ວຍໃຫ້ປະເທດມີບົດບາດຫຼັກ, ນຳພາໃນບັນຫາຍຸດທະສາດແລະກົນໄກທີ່ສຳຄັນ, ສອດຄ່ອງກັບຜົນປະໂຫຍດຂອງປະເທດ. ທ່າແລະກຳລັງແຮງໃໝ່ນີ້ ຍັງຮຽກຮ້ອງໃຫ້ມີການເສີມຂະຫຍາຍ “ອຳນາດນຸ່ມນວນ” ຂອງປະເທດຊາດໃຫ້ສອດຄ່ອງກັບສະຖານະທາງປະຫວັດສາດ ແລະວັດທະນະທຳ ຕະຫຼອດຈົນສະຖານະທາງດ້ານການເມືອງ ແລະເສດຖະກິດຂອງປະເທດອີກນຳ.
ທີຫ້າ, ການສ້າງຂະແໜງການການທູດຫວຽດນາມໃຫ້ເຂັ້ມແຂງ, ສົມກັບຄົນລຸ້ນກ່ອນ ແລະສອດຄ່ອງກັບຍຸກສະໄໝໃໝ່. ຍຸກໃໝ່ຮຽກຮ້ອງໃຫ້ມີການພັດທະນາລະບົບການທູດທີ່ຮອບດ້ານ, ທັນສະໄໝ ແລະເປັນມືອາຊີບ ເຊິ່ງຕອບສະໜອງຄວາມຕ້ອງການໃໝ່ໆ ໃນການຊາບຊຶມແລະໝູໃຊ້ແນວຄິດທາງການທູດໂຮຈີມິນຢ່າງສ້າງສັນ. ໃນຍຸກໃໝ່ນີ້, ພະນັກງານການຕ່າງປະເທດຕ້ອງເປັນຜູ້ບຸກເບີກທີ່ກ້າຄິດ, ກ້າລົງມືເຮັດ, ກ້າປະດິດສ້າງສິ່ງໃໝ່, ກ້າປະເຊີນກັບຄວາມຫຍຸ້ງຍາກ ແລະ ກະທຳການເພື່ອຜົນປະໂຫຍດຂອງຊາດແລະປະຊາຊົນ.
ເມື່ອຫວນຄືນໄປໃນໄລຍະ 80 ປີທີ່ຜ່ານມາ, ຜົນສຳເລັດອັນສະຫງ່າລາສີຂອງການທູດຫວຽດນາມໄດ້ສ້າງກຽດສັກສີໃຫ້ແກ່ປະເທດຊາດ. ຄວາມກ້າຫານແລະປັນຍາໃນການທູດສະໄໝໃໝ່ຂອງຫວຽດນາມນັ້ນ ຖືກຫຼໍ່ຫຼອມຜ່ານປະຫວັດສາດນັບພັນປີຂອງຊາດ ແລະ ໄດ້ຮັບການພັດທະນາ ແລະບົ່ມເພາະໃຫ້ສົມບູນຍິ່ງຂຶ້ນ ໃນຍຸກຂອງໂຮ່ຈີມິນ. ໃນຍຸກໃໝ່ນີ້, ດ້ວຍການສືບທອດມູນເຊື້ອອັນພິລະອາດຫານຂອງບັນພະບຸລຸດ, ພະນັກງານການທູດລຸ້ນປະຈຸບັນຈະຍັງຄົງຂຽນບົດທອງຄຳແຫ່ງປະຫວັດສາດການທູດສະໄໝໃໝ່ຂອງຫວຽດນາມຕໍ່ໄປ, ປະກອບສ່ວນອັນສົມກຽດໃນການນຳພາປະເທດໄປສູ່ການ "ຢືນຄຽງຂ້າງກັບມະຫາອຳນາດຂອງໂລກ" ດັ່ງທີ່ປະທານໂຮ່ຈີມິນປາດຖະໜາໂດຍຕະຫຼອດ./.
-------------------------------------------
(1) “ຄຳຮຽກຮ້ອງຂອງປະທານໂຮ່ຈີມິນ”, ໜັງສືພິມປະຊາຊົນ, ສະບັບທີ 208, ອອກວັນທີ 25-27 ມິຖຸນາ 1954
(2) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 5, ໜ້າ 162
(3) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 8, ໜ້າ 555