ສືບທອດແລະເສີມຂະຫຍາຍຜົນສຳເລັດອັນຍິ່ງໃຫຍ່ໃນ 80 ປີທີ່ຜ່ານມາ,
ພວກເຮົາຈະສືບຕໍ່ສ້າງສະພາແຫ່ງຊາດທີ່ຄູ່ຄວນກັບການເປັນ
ສະພາແຫ່ງຊາດຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ,
ເພື່ອເປົ້າໝາຍທີ່ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ,
ປະຊາທິປະໄຕ, ຍຸຕິທຳ ແລະ ອາລະຍະທຳ*
ພວກເຮົາຈະສືບຕໍ່ສ້າງສະພາແຫ່ງຊາດທີ່ຄູ່ຄວນກັບການເປັນ
ສະພາແຫ່ງຊາດຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ,
ເພື່ອເປົ້າໝາຍທີ່ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ,
ປະຊາທິປະໄຕ, ຍຸຕິທຳ ແລະ ອາລະຍະທຳ*
ຄຳນຳຂອງບັນນາທິການ: ໃນວັນທີ 6 ມັງກອນ 2025, ທີ່ນະຄອນຮ່າໂນ້ຍ, ໄດ້ມີການຈັດພິທີສະເຫຼີມສະຫຼອງລະດັບຊາດເພື່ອລະນຶກຄົບຮອບ 80 ປີຂອງການເລືອກຕັ້ງທົ່ວໄປຄັ້ງທຳອິດ ເພື່ອເລືອກສະມາຊິກສະພາແຫ່ງຊາດຫວຽດນາມ (6 ມັງກອນ 1946 - 6 ມັງກອນ 2026) ຢ່າງສະຫງ່າງາມ. ສະຫາຍ ເຈິ່ນ ແທງ ເໝິ້ນ, ກຳມະການກົມການເມືອງສູງກາງ ແລະປະທານສະພາແຫ່ງຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ໄດ້ກ່າວສຸນທອນພົດໃນພິທີດັງກ່າວ. ວາລະສານຄອມມູນິດຂໍສະເໜີເນື້ອໃນຂອງສຸນທອນພົບຂອງປະທານສະພາແຫ່ງຊາດດ້ວຍຄວາມເຄົາລົບ.
ຜູ້ນຳພັກແລະລັດ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄົບຮອບ 80 ປີ ຂອງການເລືອກຕັ້ງທົ່ວໄປຄັ້ງທຳອິດ ເພື່ອເລືອກສະມາຊິກສະພາແຫ່ງຊາດຫວຽດນາມ _ພາບ: TTXVN
ມື້ນີ້, ທີ່ນະຄອນຮ່າໂນ້ຍ, ໃຈກາງຂອງປະເທດ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຮ່ວມກັນຈັດພິທີສະເຫຼີມສະຫຼອງວັນຄົບຮອບ 80 ປີຂອງການເລືອກຕັ້ງທົ່ວໄປຄັ້ງທຳອິດ ເພື່ອເລືອກສະມາຊິກສະພາແຫ່ງຊາດຫວຽດນາມ (ວັນທີ 6 ມັງກອນ 1946 - ວັນທີ 6 ມັງກອນ 2026). ໃນນາມຂອງສະພາແຫ່ງຊາດຊຸດທີ XV, ຂ້າພະເຈົ້າຂໍຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ, ຜູ້ນຳແລະອະດີດຜູ້ນຳຂອງພັກ, ລັດ ແລະແນວໂຮມປະເທດຊາດຫວຽດນາມ, ຜູ້ແທນສະພາແຫ່ງຊາດຈາກສະໄໝກ່ອນ ແລະ ແຂກຜູ້ມີກຽດທີ່ເຂົ້າຮ່ວມພິທີໃນມື້ນີ້ຢ່າງອົບອຸ່ນ.
ວັນທີ 6 ມັງກອນ 1946, ເປັນວັນສຳຄັນອັນຮຸ່ງເຮືອງທີ່ນຳມາເຊິ່ງຍຸກໃໝ່ແຫ່ງການພັດທະນາຂອງຊາດຫວຽດນາມ. ໄຊຊະນະໃນການເລືອກຕັ້ງທົ່ວໄປໄດ້ຢືນຢັນຢ່າງໜັກແໜ້ນເຖິງສິດທິຂອງປະຊາຊົນໃນການຕັດສິນໃຈດ້ວຍຕົນເອງ, ລຸກຂຶ້ນຈາກສະພາບຄວາມເປັນຂ້າທາດເພື່ອຮັບເອກະລາດ, ຈັດຕັ້ງລັດຂອງຕົນເອງດ້ວຍພື້ນຖານທາງກົດໝາຍຢ່າງສົມບູນ ເຊິ່ງເປັນຕົວແທນຂອງປະຊາຊົນທຸກຄົນທັງໃນປະເທດແລະຕ່າງປະເທດ - ນັບເປັນລັດປະຊາທິປະໄຕແຫ່ງທຳອິດໃນອາຊີຕາເວັນອອກສຽງໃຕ້.
ໃນຊ່ວງເວລາອັນສັກສິດນີ້, ພວກເຮົາລະນຶກເຖິງການປະກອບສ່ວນອັນຍິ່ງໃຫຍ່ຂອງພັກກອມມູນິດຫວຽດນາມຜູ້ສະຫງ່າງາມ ແລະບຸນຄຸນທີ່ບໍ່ສາມາດວັດແທກໄດ້ ຂອງປະທານໂຮ່ຈິມິນຜູ້ຍິ່ງໃຫຍ່; ພວກເຮົາລະນຶກເຖິງແລະສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພີ່ນ້ອງຮ່ວມຊາດ, ພະນັກງານ ແລະທະຫານຂອງເຮົາ ທີ່ໄດ້ອຸທິດຕົນ ແລະເສຍສະຫຼະເພື່ອປະເທດຊາດແລະປະຊາຊົນ.
ໃນໂອກາດນີ້, ໃນນາມຂອງສະພາແຫ່ງຊາດ, ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຜູ້ມີສິດເລືອກຕັ້ງ ແລະປະຊາຊົນທົ່ວປະເທດທີ່ໄວ້ວາງໃຈ ແລະມອບຄວາມຮັບຜິດຊອບໃຫ້ແກ່ສະມາຊິກສະພາແຫ່ງຊາດ; ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງ ແລະ ຄະນະເລຂາທິການສູນກາງ. ຂ້າພະເຈົ້າຂໍສະແດງຄວາມຂອບໃຈຕໍ່ການປະກອບສ່ວນອັນລ້ຳຄ່າຂອງອະດີດຜູ້ນຳສະພາແຫ່ງຊາດ ແລະສະມາຊິກສະພາແຫ່ງຊາດໃນສະໄໝກ່ອນໆ; ການປະສານງານຢ່າງໃກ້ຊິດ, ທັນເວລາ ແລະມີປະສິດທິຜົນ ຂອງປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ບັນດາຄະນະ, ກະຊວງ ແລະ ອົງການສູນກາງ; ຄະນະບໍລິຫານງານພັກ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງມະຫາຊົນໃນທ້ອງຖິ່ນຕ່າງໆ; ອົງການແລະການຈັດຕັ້ງທີ່ກ່ຽວຂ້ອງ; ການຮ່ວມມືແລະການຊ່ວຍເຫຼືອຢ່າງຈິງໃຈ ແລະມີປະສິດທິຜົນຈາກເພື່ອນມິດສາກົນ.
ຕະຫຼອດ 80 ປີທີ່ຜ່ານມາ, ໃນ 15 ສະໄໝ, ບໍ່ວ່າໃນສະຖານະການໃດ, ສະພາແຫ່ງຊາດໄດ້ປະກອບສ່ວນສຳຄັນຢ່າງຫຼວງຫຼາຍ ຕໍ່ພາລະກິດການປະຕິວັດອັນສະຫງ່າລາສີຂອງພັກ ແລະປະເທດຊາດ, ສົມຄວນຢ່າງຍິ່ງທີ່ຈະເປັນອົງການຕົວແທນສູງສຸດຂອງປະຊາຊົນ, ອົງການອຳນາດລັດສູງສຸດ ແລະເປັນສະຖານທີ່ທີ່ລວບລວມສະຕິປັນຍາ, ເຈດຈຳນົງ, ຄວາມໄຝ່ຝັນຂອງປະຊາຊົນທັງໝົດ.
ດ້ວຍລັດຖະທຳມະນູນສະບັບທຳອິດ, ລັດຖະທຳມະນູນປີ 1946, ສະພາແຫ່ງຊາດຊຸດທຳອິດ ເຊິ່ງເປັນສະພາແຫ່ງຊາດຊຸດພິເສດທີ່ແກ່ຍາວເປັນເວລາ 15 ປີ, ໄດ້ດຳເນີນງານພາຍໃຕ້ເງື່ອນໄຂທີ່ທັງປະເທດຕ້ອງສຳເລັດການປະຕິວັດປົດປ່ອຍຊາດໄປພ້ອມໆກັນ ແລະ ຄ່ອຍໆ ດຳເນີນການປະຕິຮູບປະຊາທິປະໄຕ ເຊິ່ງປະກອບສ່ວນສຳຄັນເຂົ້າໃນການຕໍ່ສູ້ທີ່ຍືດເຍື້ອຍາວຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນຝຣັ່ງ, ສິ້ນສຸດລົງດ້ວຍໄຊຊະນະໃນບັ້ນຮົບດຽນບຽນຟູຄັ້ງປະຫວັດສາດ, ທັງກໍ່ສ້າງສັງຄົມນິຍົມຢູ່ພາກເໜືອ ແລະສືບຕໍ່ການຕໍ່ສູ້ເພື່ອປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບ.
ສະພາແຫ່ງຊາດຊຸດທີ II, III, IV ແລະ V ເຊິ່ງຈັດຕັ້ງຂຶ້ນພາຍໃຕ້ລັດຖະທຳມະນູນປີ 1959 ໄດ້ມີການປະກອບສ່ວນຢ່າງຫຼວງຫຼາຍ ຕໍ່ການສ້າງແລະຟື້ນຟູເສດຖະກິດໃນພາກເໜືອ ແລະເປັນຖານທີ່ໝັ້ນທີ່ເຂັ້ມແຂງສຳລັບສົງຄາມຕໍ່ຕ້ານຢູ່ພາກໃຕ້. ຫຼັງຈາກທີ່ພາກໃຕ້ໄດ້ຮັບການປົດປ່ອຍຢ່າງສົມບູນ, ການເລືອກຕັ້ງທົ່ວໄປເພື່ອເລືອກສະມາຊິກສະພາແຫ່ງຊາດຊຸດທີ VI ປະສົບຜົນສຳເລັດຢ່າງງົດງາມ, ໂດຍໄດ້ມີການຮັບຮອງລັດຖະທຳມະນູນສະບັບໃໝ່ ຄື ລັດຖະທຳມະນູນປີ 1980, ເຫດການປະຫວັດສາດນີ້ຖືເປັນຈຸດເລີ່ມຕົ້ນຂອງຍຸກສະໄໝແຫ່ງການພັດທະນາໃໝ່, ໂດຍສະພາແຫ່ງຊາດໄດ້ເລີ່ມດຳເນີນການສ້າງລະບົບກົດໝາຍທີ່ເປັນເອກະພາບ ເພື່ອສ້າງສັງຄົມນິຍົມທົ່ວປະເທດ.
ສະພາແຫ່ງຊາດຊຸດທີ VII ແລະ VIII ເຊິ່ງຈັດຕັ້ງແລະດຳເນີນງານພາຍໃຕ້ລັດຖະທຳມະນູນປີ 1980, ໄດ້ມີສ່ວນຊ່ວຍໃຫ້ການປະຕິວັດຫວຽດນາມເອົາຊະນະຄວາມຫຍຸ້ງຍາກ ແລະຄວາມທ້າທາຍທຸກຢ່າງ. ຜົນສຳເລັດທີ່ໂດດເດັ່ນຂອງສະພາແຫ່ງຊາດຊຸດທີ VIII ແມ່ນການຮັບຮອງເອົາລັດຖະທຳມະນູນປີ 1992 ເຊິ່ງເປັນລັດຖະທຳມະນູນແຫ່ງຍຸກປ່ຽນແປງໃໝ່ ທີ່ສອດຄ່ອງກັບສະຖານະການພາຍໃນປະເທດແລະລະຫວ່າງປະເທດ.
ສະພາແຫ່ງຊາດຊຸດທີ IX, X, XI ແລະ XII ເຊິ່ງຈັດຕັ້ງແລະດຳເນີນງານພາຍໃຕ້ລັດຖະທຳມະນູນປີ 1992, ຕັ້ງແຕ່ປີ 1992 ຫາ 2012, ໄດ້ສ້າງຄວາມກ້າວໜ້າຢ່າງຫຼາຍໃນການສ້າງແລະປັບປຸງລະບົບກົດໝາຍ, ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ, ຕອບສະໜອງຄວາມຕ້ອງການຂອງການຍູ້ແຮງກິດຈະການປ່ຽນແປງໃໝ່ ແລະການເຊື່ອມໂຍງສາກົນຢ່າງຮອບດ້ານ.
ດ້ວຍການປະກາດໃຊ້ລັດຖະທຳມະນູນປີ 2013, ສະພາແຫ່ງຊາດຊຸດທີ XIII ແລະ XIV ໄດ້ຫັນໂຄງການການເມືອງຂອງພັກກອມມູນິດຫວຽດນາມເປັນນິຕິກຳກ່ຽວກັບການກໍ່ສ້າງປະເທດຊາດໃນສະໄໝຂ້າມຜ່ານສູ່ລັດທິສັງຄົມນິຍົມ ເຊິ່ງຖືເປັນກ້າວໃໝ່ໃນປະຫວັດສາດການພັດທະນາດ້ານລັດຖະທຳມະນູນແລະກົດໝາຍ ແລະເປັນເຈົ້າການໃນການເຊື່ອມໂຍງສາກົນ.
ໂດຍສືບທອດແລະເສີມຂະຫຍາຍຜົນສຳເລັດຈາກກ່ອນ, ສະພາແຫ່ງຊາດຊຸດທີ XV ເຊິ່ງດຳເນີນງານໃນສະພາບການທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະຄວາມທ້າທາຍ, ແຕ່ດ້ວຍຄວາມຕັ້ງໃຈທີ່ບໍ່ຫວັ່ນໄຫວ, ສະຕິປັນຍາ, ປະຊາທິປະໄຕ, ຄວາມສາມັກຄີ ແລະການປ່ຽນແປງໃໝ່, ໄດ້ບັນລຸຜົນສຳເລັດທີ່ຄົບຖ້ວນໃນຂົງເຂດສ້າງລັດຖະທຳມະນູນ, ສ້າງກົດໝາຍ, ການຕິດຕາມກວດກາສູງສຸດ, ການຕັດສິນໃຈໃນບັນຫາສຳຄັນຂອງຊາດ ແລະການທູດຂອງລັດຖະສະພາ ເຊິ່ງມີສ່ວນຊ່ວຍສົ່ງເສີມການພັດທະນາເສດຖະກິດແລະສັງຄົມ, ຮັບປະກັນຄວາມປອດໄພທາງສັງຄົມ, ການປ້ອງກັນປະເທດ ແລະຄວາມໝັ້ນຄົງ; ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການໃຊ້ຈ່າຍສິ້ນເປືອງ ແລະ ປະກົດການທາງລົບ; ການກໍ່ສ້າງພັກແລະລະບົບການເມືອງ. ໂດຍສະເພາະ, ສະພາແຫ່ງຊາດໄດ້ເຂົ້າໃຈຢ່າງລະອຽດກ່ຽວກັບທິດທາງຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງ, ຄະນະເລຂາທິການສູນກາງ ແລະ ເລຂາທິການໃຫຍ່ ໂຕເລິມ ກ່ຽວກັບການປ່ຽນແປງໃໝ່ຄວາມຄິດໃນການອອກກົດໝາຍ, ການຜັນຂະຫຍາຍແຜນນະໂຍບາຍຂອງພັກຢ່າງຕັ້ງໜ້າແລະທັນການ, ຢືນຢັນບົດບາດນຳໜ້າ, ການກ້າວໄປຂ້າງໜ້າໃນເລື່ອງສະຖາບັນ ແລະ ການຕັດສິນໃຈໃນບັນຫາທີ່ຫຍຸ້ງຍາກ ແລະເລື່ອງທີ່ບໍ່ເຄີຍມີມາກ່ອນ. ສະພາແຫ່ງຊາດໄດ້ປັບປຸງການຈັດຕັ້ງຢ່າງຕໍ່ເນື່ອງ, ປ່ຽນແປງໃໝ່ ແລະ ຍົກສູງປະສິດທິພາບແລະປະສິດທິຜົນຂອງການດຳເນີນງານ ແລະ ຍູ້ແຮງການນຳໃຊ້ເຕັກໂນໂລຊີດິຈິຕອນ, ການຫັນປ່ຽນດິຈິຕອນ ແລະ ປັນຍາປະດິດ. ສະມາຊິກສະພາແຫ່ງຊາດທຸກຄົນເຂົ້າໃຈຢ່າງເລິກເຊິ່ງເຖິງຄຳສອນຂອງປະທານໂຮ່ຈິມິນ ທີ່ຮັກແພງ: ພວກເຮົາຕ້ອງພະຍາຍາມປົກປ້ອງເອກະລາດຂອງປະເທດຊາດ, ອອກແຮງສະແຫວງຫາຄວາມສຸກໃຫ້ແກ່ປະຊາຊົນ ແລະ ຈື່ຈຳແລະປະຕິບັດເພື່ອຜົນປະໂຫຍດຂອງປະເທດຊາດສະເໝີ, ລືມຜົນປະໂຫຍດຂອງຄອບຄົວ, ເພື່ອຜົນປະໂຫຍດສ່ວນລວມ, ລືມຜົນປະໂຫຍດສ່ວນຕົວ.
ໜ້າທີ່ແລະຄວາມຕ້ອງການຂອງການພັດທະນາປະເທດໃນໄລຍະໃໝ່ຮຽກຮ້ອງໃຫ້ສະພາແຫ່ງຊາດ, ອົງການຕ່າງໆແລະສະມາຊິກສະພາແຫ່ງຊາດ ຕ້ອງພະຍາຍາມ, ຕັ້ງໃຈ ແລະທຸ່ມເທຫຼາຍຂຶ້ນ; ເສີມຂະຫຍາຍຜົນສຳເລັດທີ່ໄດ້ບັນລຸແລ້ວ, ເອົາຊະນະຂໍ້ຈຳກັດ, ສືບຕໍ່ປ່ຽນແປງໃໝ່ຄວາມຄິດໃນການສ້າງກົດໝາຍ, ປັບປຸງຍົກສູງຄວາມສາມາດ ແລະ ປະສິດທິພາບໃນການດຳເນີນງານ, ກ້າເວົ້າ, ກ້າກະທຳ ແລະ ກ້າຮັບຜິດຊອບ ເພື່ອການພັດທະນາຢ່າງວ່ອງໄວແລະຍືນຍົງຂອງປະເທດ ແລະ ເພື່ອຊີວິດທີ່ຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກຂອງປະຊາຊົນ. ໃນອະນາຄົດອັນໃກ້ນີ້, ຈຳເປັນຕ້ອງປະກອບສ່ວນຢ່າງຕັ້ງໜ້າຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ; ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນສຳລັບວາລະປີ 2026-2031; ຕັດສິນໃຈພ້ອມກັນກັບທົ່ວພັກ, ປະຊາຊົນ, ກອງທັບ ແລະລະບົບການເມືອງທັງໝົດ ເພື່ອບັນລຸເປົ້າໝາຍແລະໜ້າທີ່ທີ່ພັກແລະລັດກຳນົດໄວ້ ໃຫ້ສຳເລັດລຸລ່ວງ.
ພວກເຮົາເຊື່ອໝັ້ນຢ່າງໜັກແໜ້ນວ່າ, ພາຍໃຕ້ການນຳພາທີ່ສະຫຼາດສ່ອງໃສຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງ ແລະ ຄະນະເລຂາທິການສູນກາງ ນຳໂດຍເລຂາທິການໃຫຍ່ ໂຕເລິມ; ດ້ວຍຄວາມເຫັນດີເປັນເອກະພາບ ແລະການສະໜັບສະໜູນຢ່າງສູງຈາກຜູ້ມີສິດເລືອກຕັ້ງ ແລະປະຊາຊົນທົ່ວປະເທດ, ພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ; ພ້ອມດ້ວຍສະຕິປັນຍາ, ຄວາມສຽບແຫຼມທາງການເມືອງ, ຄວາມມຸ່ງຫວັງໃນການປ່ຽນແປງໃໝ່ ແລະຈິດໃຈໃນການຮັບໃຊ້ປະຊາຊົນ, ສະພາແຫ່ງຊາດຫວຽດນາມຈະສືບຕໍ່ພະຍາຍາມສ້າງສະພາແຫ່ງຊາດ ທີ່ຄູ່ຄວນກັບການເປັນສະພາແຫ່ງຊາດຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ, ເປັນອົງການຕົວແທນສູງສຸດຂອງປະຊາຊົນຢ່າງແທ້ຈິງ, ເປັນອົງການອຳນາດລັດສູງສຸດ, ເປັນຕົວຕົນທີ່ມີຊີວິດຊີວາຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ - ທັງໝົດນີ້ແມ່ນເພື່ອເປົ້າໝາຍທີ່ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ອາລະຍະທຳ.
ຕາງໜ້າສະພາແຫ່ງຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ, ຂ້າພະເຈົ້າຂໍອວຍພອນໃຫ້ທ່ານເລຂາທິການໃຫຍ່ ໂຕເລິມ, ບັນດາຜູ້ນຳແລະອະດີດຜູ້ນຳຂອງພັກ, ລັດ ແລະແນວໂຮມປະເທດຊາດຫວຽດນາມ, ສະມາຊິກສະພາແຫ່ງຊາດ, ແຂກຜູ້ມີກຽດຈາກຕ່າງປະເທດ ແລະ ຜູ້ແທນ, ພີ່ນ້ອງຮ່ວມຊາດ, ພະນັກງານ, ທະຫານທຸກຄົນໃນກອງທັບ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ ແລະ ປະສົບຜົນສຳເລັດ./.
--------------------
- ຊື່ບົດຄວາມນີ້ຕັ້ງໂດຍວາລະສານຄອມມູນິດ.