ເພື່ອໃຫ້ອາຊີອາຄະເນເປັນພາກພື້ນ ແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ

ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດ ຫວຽດນາມ
07:14, 12-12-2012

ຄຳແນະນຳຂອງຄະນະບັນນາທິການ: ໃນໂອກາດ ຢ້ຽມຢາມປະເທດ ສາທາລະນະລັດ ສິງຄະໂປ ເປັນທາງການ, ວັນທີ 14-9-2012, ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ ຄະນະ ບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢາມ ແລະ ກ່າວຄຳປາໄສ ທີ່ສຳຄັນ ຢູ່ໂຮງຮຽນ ນະໂຍບາຍສາທາລະນະ ລີກວນຢູ, ໂດຍມີຫົວຂໍ້ວ່າ: “ເພື່ອໃຫ້ອາຊີອາຄະເນ ເປັນພາກພື້ນ ແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ”. ວາລະສານກອມມູນິດ ຂໍເປັນກຽດ ໄດ້ຖອດຄວາມ ແລະ ນຳສະເໜີ ບົດປາໄສທີ່ສຳຄັນດັ່ງກ່າວ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ຮູບຂອງໜັງສືພິມອອນໄລ: Tuoitre.vn

 …ໃນໂອກາດຢ້ຽມຢາມປະເທດສິງຄະໂປເປັນທາງການ, ມື້ນີ້ຂ້າພະເຈົ້າຮູ້ສຶກດີໃຈທີ່ສຸດທີ່ໄດ້ມາຢາມ ແລະ ພົບປະ, ແລກປ່ຽນຄວາມຄິດເຫັນ ກັບບັນດາທ່ານຜູ້ແທນ, ສາດສະດາຈານ, ຄູອາຈານ ແລະ ນັກສຶກສາ ຢູ່ໂຮງຮຽນ ນະໂຍບາຍ ສາທາລະນະ ລີກວນຢູ - ແມ່ນໂຮງຮຽນທີ່ມີຊື່ສຽງໂດ່ງດັງແຫ່ງໜຶ່ງ ຂອງປະເທດ ສິງຄະໂປ ແລະ ພາກພື້ນອາຊີອາຄະເນ. ຂ້າພະເຈົ້າຂໍຂອບອົກຂອບໃຈຢ່າງຈິງໃຈ ຕໍ່ພະນະທ່ານ ສດ ກີໄຊ ມາບູບານີ ຜູ້ອຳນວຍການ ແລະ ພວກເພື່ອນທັງຫຼາຍທີ່ໄດ້ໃຫ້ການຕ້ອນຮັບພວກຂ້າພະເຈົ້າ ຢ່າງສະໜິດ ສະໜົມອົບອຸ່ນ.

ພວກຂ້າພະເຈົ້າຂໍສະແດງຄວາມນັບຖື ຕີລາຄາສູງຕໍ່ ວິວັດທະນາການກໍ່ສ້າງ ແລະ ພັດທະນາ ຂອງ ໂຮງຮຽນ. ພຽງແຕ່ເຄື່ອນໄຫວໃນໄລຍະເວລາສັ້ນ, ເລິ່ມຈາກ ໂຄງການສຶກສານະໂຍບາຍສາທາລະນະ ດຽວນີ້ ໂຮງຮຽນນະໂຍບາຍ ສາທາລະນະ ລີກວນຢູ ໄດ້ກາຍເປັນໜຶ່ງໃນບັນດາໂຮງຮຽນນຳໜ້າ ຂອງໂລກທາງດ້ານການຄົ້ນຄວ້າ ແລະ ກໍ່ສ້າງ ນະໂຍບາຍສາທາລະນະ. ອາດຈະເວົ້າໄດ້ວ່າ ໂຮງຮຽນ ນະໂຍບາຍສາທາລະນະ ລີກວນຢູ ຕິດແໜ້ນກັບ ວິວັດທະນາການພັດທະນາ ທີ່ໜ້າປະທັບໃຈ ຂອງສິງຄະໂປ ເຊິ່ງເປັນໜຶ່ງ ໃນບັນດາປະເທດ ທີ່ນຳໜ້າ ໃນການພັດທະນາ ເສດຖະກິດພູມປັນຍາ, ເສິມຂະຫຍາຍ ຊັບພະຍາກອນມະນຸດ ຢ່າງແຂງແຮງ ໂດຍອີງໃສ່ຫຼັກການພື້ນຖານຄື ຖືຄຸນຄວາມດີ ຄວາມເກັ່ງກ້າສາມາດ ເປັນສຳຄັນ. ໂຮງຮຽນຂອງພວກເພື່ອນ ມີຖັນແຖວສາດສະດາຈານ, ຄູອາຈານຊັ້ນສູງ ແລະ ນັກສຶກສາ ກຳລັງຮ່ຳຮຽນເກືອບ 400 ຄົນທີ່ມາຈາກ 50 ປະເທດໃນໂລກ, ນີ້ແມ່ນການສະແດງໃຫ້ເຫັນ ຢ່າງມີຊີວິດຊີວາ ເຖິງການພົວພັນແລກປ່ຽນ ການເຊື່ອມໂຍງເຂົ້າກັນ ໃນດ້ານຕ່າງໆ ລະຫວ່າງບັນດາຊາດ ບັນດາປະເທດ ໃນໂລກທີ່ພວມມີການໂລກາພິວັດ ຢ່າງແຂງແຮງ, ນີ້ກໍແມ່ນຕົວແບບ ທີ່ມີປະສິດທິຜົນ ຂອງຈິດໃຈຮ່ວມມື ແລະ ການອຸທິດ. ພວກຂ້າພະເຈົ້າ ຂໍຂ່ຳນັບຊົມເຊີຍ ຢ່າງສຸດອົກສຸດໃຈ ຕໍ່ບັນດາຜົນສຳເລັດ ທີ່ໜ້າເອກອ້າງໃຈທີ່ສຸດ  ຂອງສິງຄະໂປ; ຂໍອວຍພອນໃຫ້ປະຊາຊົນ ສິງຄະໂປ ຈົ່ງສືບຕໍ່ສ້າງສາ ພັດທະນາປະເທດ ໃຫ້ນັບມື້ຍິ່ງວັດທະນາຖາວອນ, ຍົກສູງກຽດສັກສີຂອງປະເທດ ໃນພາກພື້ນ ແລະ ໃນໂລກ ຢ່າງບໍ່ຢຸດຢັ້ງ. ອວຍພອນໃຫ້ ໂຮງຮຽນນະໂຍບາຍ ສາທາລະນະ ລີກວນຢູ ຈົ່ງສືບຕໍ່ໄດ້ຮັບຜົນສຳເລັດໃໝ່ ຫຼາຍຢ່າງ ໃນການກໍ່ສ້າງບຸກຄະລາກອນຜູ້ເກັ່ງກ້າສາມາດ ໃຫ້ສິງຄະໂປ ແລະ ໃຫ້ບັນດາປະເທດ ໃນພາກພື້ນ.   

ພວກເຮົາພວມໄດ້ເຫັນການປ່ຽນແປງຢ່າງໃຫຍ່ຫຼວງ ແລະ ເລິກເຊິ່ງຕ່າງໆ ຫຼາຍຢ່າງ ທີ່ການປະຕິວັດ ວິທະຍາສາດ ເຕັກໂນໂລຊີ ພ້ອມດ້ວຍ ຂະບວນການໂລກາພິວັດ ແລະ ການເຂົ້າຮ່ວມສາກົນ ນຳມາໃຫ້. ສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ, ການຮ່ວມມື ແລະ ການພັດທະນາ ແມ່ນທ່າອ່ຽງໃຫຍ່ ຂອງຍຸກສະໄໝ; ແຕ່ວ່າສົງຄາມພາກສ່ວນ, ການປະທະກັນດ້ວຍອາວຸດ, ການປະທະກັນ ດ້ານຊົນເຜົ່າ ສາສະໜາ, ການເຄື່ອນໄຫວ ແຊກແຊງ, ໂຄ່ນລົ້ມ, ການກໍ່ການຮ້າຍ, ການໂຕ້ຖຽງແຍ້ງຊິງກັນ ກ່ຽວກັບດິນແດນ ຊັບພະຍາກອນທຳມະຊາດ ແລະ ບັນດາບັນຫາ ຄວາມປອດໄພທີ່ບໍ່ເປັນແບບດັ້ງເດີມ ອື່ນໆ… ສືບຕໍ່ເກີດຂຶ້ນຢ່າງສັບສົນ.

ສິງຄະໂປ ແລະ ຫວຽດນາມເປັນສອງປະເທດ ທີ່ມີໂຊກດີໄດ້ນອນຢູ່ໃນພາກພື້ນ ທະວີບອາຊີ-ປາຊີຟິກ ແລະ ອາຊີອາຄະເນ - ເປັນພາກພື້ນທີ່ທົ່ວໂລກໄດ້ຕີລາຄາວ່າ ມີການພັດທະນາຢ່າງໄຫວພິກ, ມີຄວາມສາມາດ ບົ່ມຊ້ອນຫຼາຍກວ່າໝູ່, ໄດ້ກາຍເປັນ “ຫົວຈັກ” ອັນໜຶ່ງ ຂອງຄວາມເຕີບໂຕເສດຖະກິດ ຂອງໂລກ, ດຶງດູດຄວາມເອົາໃຈໃສ່ ຂອງບັນດາປະເທດໃຫຍ່ ແລະ ບັນດາສູນກາງເສດຖະກິດ -ການເມືອງແຫ່ງໂລກ, ແຕ່ກໍ່ໄດ້ຊ້ອນແຝງ ບັນດາປັດໃຈກໍ່ຄວາມວຸ້ນວາຍ, ນາບຂູ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາລວມ. ສະພາບການດັ່ງກ່າວນັ້ນ ທັງສ້າງໂອກາດ ອຳນວຍຄວາມສະດວກ ໃຫ້ແກ່ການພັດທະນາ, ທັງວາງຄວາມທ້າທາຍ ທີ່ຮ້າຍແຮງຕ່າງໆ ອອກມາ ຕໍ່ໜ້າໝົດທຸກປະເທດ; ມັນຮຽກຮ້ອງໃຫ້ ແຕ່ລະປະເທດ ໃນພາກພື້ນ ຕ້ອງຍົກສູງຄວາມຮັບຜິດຊອບ, ເພີ່ມທະວີຄວາມສາມັກຄີພາຍໃນກຸ່ນ ແລະ ຊຸກຍູ້ການຮ່ວມມືກັບບັນດາປະເທດ ແລະ ບັນດາອົງການຈັດຕັ້ງພາຍນອກ ເພື່ອຊຸກຍູ້ສັນຕິພາບ ແລະ ຄວາມວັດທະນາຖາວອນ. ພວກເຮົາພ້ອມ ກັນສູ້ຊົນ ເພື່ອໃຫ້ພາກພື້ນອາຊີອາຄະເນ ນັບມື້ນັບເປັນສະຖານທີ່ ທີ່ມີແຮງດຶງດູດສູງ ຕໍ່ນັກລົງທຶນຕ່າງປະເທດ, ຕໍ່ຄູ່ຮ່ວມທຸລະກິດການຄ້າຕ່າງໆ ແລະ ເປັນທີ່ມາ ແຫຼ່ງທ່ອງທ່ຽວ ທີ່ຈັບຕາຈັບໃຈນັກທ່ອງທ່ຽວ ຈາກທັງຫ້າທະວີບ.

ໂດຍຈາກປະຫວັດສາດຂອງຊາດຫວຽດນາມ ໃນຂະບວນວິວັດການຕໍ່ສູ້ຍາດເອົາເອກະລາດ, ອິດສະຫຼະພາບ ແລະ ໂຮມປະເທດເປັນເອກະພາບກ່ອນໜ້ານີ້, ກໍ່ຄືໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນປັດຈຸບັນ, ພວກຂ້າພະເຈົ້າ ໄດ້ຖອດຖອນບົດຮຽນໃຫຍ່ ກ່ຽວກັບການສົມທົບ ລະຫວ່າງກຳລັງແຮງຂອງຊາດ ກັບກຳລັງແຮງແຫ່ງຍຸກສະໄໝ, ກຳລັງແຮງພາຍໃນປະເທດ ກັບກຳລັງແຮງສາກົນ. ໂດຍເຊື່ອມຊືນຢ່າງເລິກເຊິ່ງບົດຮຽນດັ່ງກ່າວນັ້ນ, ຫວຽດນາມຍາມໃດກໍ່ປະຕິບັດ ຢ່າງສະເໝີຕົ້ນສະເໝີປາຍ ແນວທາງການຕ່າງປະເທດ ທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫຼາຍກ້ຳຫຼາຍຝ່າຍ ຫຼາຍຮູບການພົວພັນ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງ ເຂົ້າກັບສາກົນ, ພ້ອມແລ້ວທີ່ຈະເປັນເພື່ອນມິດ ເປັນຄູ່ຮ່ວມມື ທີ່ໄວ້ເນື້ອເຊື່ອໃຈໄດ້ ແລະ ເປັນສະມາຊິກ ທີ່ມີຄວາມຮັບຜິດຊອບ ໃນວົງຄະນາຍາດສາກົນ. ດ້ວຍແນວທາງການຕ່າງປະເທດ ດັ່ງກ່າວນັ້ນ ພວກຂ້າພະເຈົ້າໄດ້ຮັບບັນດາຜົນສຳເລັດ ທີ່ສຳຄັນທີ່ສຸດ, ເຮັດໃຫ້ຖານະ ທີ່ຕັ້ງສາກົນຂອງ ຫວຽດນາມ ໄດ້ຮັບການຍົກສູງຂຶ້ນ ຢ່າງບໍ່ຢຸດຢັ້ງ, ການພົວພັນສາກົນຂອງຫວຽດນາມ ນັບມື້ນັບໄດ້ເປີດກວ້າງ. ມາເຖິງປັດຈຸບັນ, ຫວຽດນາມມີການພົວພັນການທູດກັບ 180 ປະເທດ, ໃນນັ້ນ ໄດ້ສ້າງສາຍ ພົວພັນຄູ່ຮ່ວມມືຍຸດທະສາດ ກັບຫຼາຍປະເທດ: ຈີນ, ຣັດເຊຍ, ອັງກິດ, ເຢຍລະມັນ, ຍີ່ປູ່ນ, ອິນເດຍ, ສ.ເກົາຫຼີ, ສະເປນ… ພັກກອມມູນິດຫວຽດນາມມີການພົວພັນກັບ 206 ພັກການເມືອງຢູ່ 114 ປະເທດໃນໂລກ; ຫວຽດນາມ ມີການພົວພັນເສດຖະກິດ - ການຄ້າ ກັບ 230 ກວ່າປະເທດ ແລະ ເຂດແຄວ້ນ; ພົວພັນທາງດ້ານ ການລົງທຶນກັບເກືອບ 100 ປະເທດ ແລະ ອານາເຂດໃນໂລກ; ເປັນສະມາຊິກຂອງ 70 ກວ່າອົງການຈັດຕັ້ງສາກົນ ແລະ ພາກພື້ນ.

ພາລະກິດການປ່ຽນແປງໃໝ່ ແລະ ເປີດປະຕູປະເທດ ໄດ້ນຳມາເຊິ່ງບັນດາຜົນສຳເລັດ ອັນໃຫຍ່ຫຼວງ ທີ່ມີຄວາມໝາຍ ປະຫວັດສາດ, ເຮັດໃຫ້ໃບໜ້າຂອງປະເທດຫວຽດນາມ ມີການປ່ຽນແປງໂດຍພື້ນຖານ. ແຕ່ວ່າ, ພວກຂ້າພະເຈົ້າ ກໍ່ຍັງຢືນຢູ່ຕໍ່ໜ້າ ສິ່ງທ້າທາຍຫຼາຍຢ່າງ; ຈຸດອ່ອນຕ່າງໆ ພາຍໃນພື້ນຖານເສດຖະກິດ ຍິ່ງເຜີຍອອກ ຢ່າງຈະແຈ້ງ ພາຍໃຕ້ການກະທົບຂອງການວິກິດ ດ້ານການຄັງ - ເງິນຕາ ແລະ ການຊຸດໂຊມລົງ ຂອງເສດຖະກິດໂລກ. ໃນສະພາບການດັ່ງກ່າວນັ້ນ ຄວາມຕັດສິນໃຈຂອງພວກຂ້າພະເຈົ້າ ແມ່ນສືບຕໍ່ຊຸກຍູ້ ການປ່ຽນແປງໃໝ່ຢ່າງຮອບດ້ານ ເພື່ອນຳເອົາພື້ນຖານເສດຖະກິດ ຄ່ອຍໆພົ້ນອອກຈາກຄວາມຫຍຸ້ງຍາກ, ກ້າວໄປສູ່ການຂະຫຍາຍຕົວໄວ ແລະ ໝັ້ນຄົງ.

ການມາຢ້ຽມຢາມ ສິງຄະໂປ ເປັນທາງການຄັ້ງນີ້ຂອງຂ້າພະເຈົ້າ ໄດ້ດຳເນີນໃນໂອກາດ ທີ່ບັນດາປະເທດອາຊຽນ ພວກເຮົາຫາກໍ່ສະເຫຼີມສະຫຼອງ ວັນສ້າງຕັ້ງອາຊຽນຄົບຮອບ 45 ປີ ແລະ ພວມພ້ອມກັນ ຕັ້ງໜ້າພະຍາຍາມສ້າງຕັ້ງປະຊາຄົມອາຊຽນ ທີ່ສາມັກຄີ, ເຂັ້ມແຂງ, ມີທີ່ຕັ້ງບົດບາດໃຈກາງ ໃນບັນດາກົນໄກ ການຈັດຕັ້ງຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມື ແລະ ພັດທະນາຢູ່ໃນພາກພື້ນ. ຫຼຽວເບິ່ງເສັ້ນທາງ ແຫ່ງການຂະຫຍາຍຕົວ ໃນໄລຍະ 45 ປີທີ່ຜ່ານມາ ແລະ ຫັນໜ້າສູ່ເສັ້ນທາງ ແຫ່ງການພັດທະນາ ທີ່ຈະມາເຖິງ ຂອງອາຊຽນ, ພວກເຮົາເຫັນວ່າ ບໍ່ແມ່ນມີແຕ່ຄວາມສະດວກເທົ່ານັ້ນ ຫາກມີທັງຄວາມຫຍູ້ງຍາກ, ສິ່ງທ້າທາຍ ທີ່ຮຽກຮ້ອງໃຫ້ບັນດາປະເທດ ອາຊຽນ ຕ້ອງພ້ອມກັນແກ້ໄຂ ດ້ວຍຈິດໃຈໄວ້ເນື້ອເຊື່ອໃຈກັນ, ສາມັກຄີກັນ ແລະ ຮ່ວມມືກັນ ບົນພື້ນຖານຢຶດໝັ້ນບັນດາຫຼັກການພື້ນຖານ ທີ່ໄດ້ລະບຸໄວ້ໃນກົດບັດອາຊຽນ, ເສີມຂະຫຍາຍບົດບາດ ເປັນໃຈກາງຂອງອາຊຽນ ໃນບັນດາກົນໄກການຈັດຕັ້ງພາກພື້ນ, ເສີມຂະຫຍາຍບົດບາດເປັນເຈົ້າການ ຂອງອາຊຽນ ໃນການປັບປຸງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ໃນພາກພື້ນ. ດ້ວຍຖານະທີ່ເປັນອົງການຈັດຕັ້ງເປີດ ອາຊຽນຄວນສືບຕໍ່ເປີດກວ້າງການຮ່ວມມື ແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ກັບບັນດາປະເທດ ແລະ ບັນດາຄູ່ຮ່ວມມືອື່ນໆ, ໂດຍບໍ່ແນໃສ່ຕ້ານກັບບໍ່ວ່າປະເທດໃດ ຫຼືສຳພັນທະມິດໃດ. ດ້ວຍບົດບາດໃຈກາງ, ອາຊຽນຄວນຊຸກຍູ້ ບັນດາມາດຕະການ ແນໃສ່ຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ຄວາມປອດໄພລວມ ຂອງພາກພື້ນ.

ໃນສະພາບການສາກົນປັດຈຸບັນ, ການກໍ່ສ້າງປະຊາຄົມອາຊຽນທີ່ສາມັກຄີ ແລະ ເຂັ້ມແຂງ ແມ່ນມີຄວາມສຳຄັນ ຍິ່ງກວ່າເວລາໃດໝົດ. ການກ້າວໄປເຖິງພາກພື້ນອາຊີອາຄະເນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ຂະຫຍາຍຕົວວັດທະນາຖາວອນ ແມ່ນເປົ້າໝາຍລວມຂອງພວກເຮົາ. ໃນມໍ່ໆມານີ້, ສະພາບການໃນພາກພື້ນ ອາຊີອາຄະເນ ມີດ້ານເກີດຄວາມເຄັ່ງຕຶງ ຍ້ອນການຜັນແປທີ່ສັບສົນ ຢູ່ທະເລຕາເວັນອອກ, ເຊິ່ງເປັນເຂດທະເລ ທີ່ມີຄວາມສຳຄັນ ທັງດ້ານທີ່ຕັ້ງຍຸດທະສາດ ແລະ ມີຄວາມສາມາດບົ່ມຊ້ອນ ທາງເສດຖະກິດ ຕໍ່ກັບພາກພື້ນ ແລະ ທົ່ວໂລກ. ນີ້ແມ່ນຄວາມເປັນຈິງໜຶ່ງ ທີ່ໜ້າກັງວົນ. ເປັນປະເທດທີ່ມີການພົວພັນໂດຍກົງ, ຫວຽດນາມໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດຢ່າງເຂັ້ມງວດ ຕາມຖະແຫຼງການ ກ່ຽວກັບວິທີການປະພຶດຂອງບັນດາຝ່າຍ ຢູ່ທະເລຕາເວັນອອກ (DOC) ແລະ ສະບັບແນະນຳປະຕິບັດ DOC ລະຫວ່າງ ອາຊຽນ ແລະ ຈີນ, ຂໍ້ຕົກລົງກ່ຽວກັບບັນດາ ຫຼັກການພື້ນຖານ ຊີ້ນຳແກ້ໄຂບັນຫາເທິງທະເລລະຫວ່າງ ຫວຽດນາມ ແລະ ຈີນ, ຫວຽດນາມກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະຕັ້ງໜ້າພ້ອມກັບບັນດາປະເທດອາຊຽນ ຊຸກຍູ້ການປຶກສາເຈລະຈາ ເພື່ອຈະໄດ້ລົງລາຍເຊັນກັບຈີນ ໂດຍໄວ ໃນປະມວນ​ຂໍ້​ກຳນົດ​ກ່ຽວ​ກັບການປະພຶດຂອງບັນດາ ຝ່າຍຢູ່ທະເລຕາເວັນອອກ (COC) ຖືກຕ້ອງຕາມຈິດໃຈ ໃນຖະແຫຼງການ 6 ຂໍ້ຂອງບັນດາລັດຖະມົນຕີ ກະຊວງການຕ່າງປະເທດ ຂອງບັນດາປະເທດອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ. ພ້ອມກັນນັ້ນ, ຫວຽດນາມກໍ່ຂໍສະເໜີໃຫ້ ບັນດາປະເທດ ຈົ່ງເຄົາລົບນັບຖືສິດຜົນປະໂຫຍດອັນຊອບທຳ ຂອງຫວຽດນາມ ທີ່ເປັນປະເທດແຄມຝັ່ງທະເລ ເຊິ່ງໃນນັ້ນມີ ສິດອຳນາດອະທິປະໄຕ ແລະ ສິດພິພາກສາຕັດສິນຕໍ່ກັບໄຫລ່ທະວີບ ແລະ ເຂດເສດຖະກິດພິເສດ ທີ່ໄດ້ກຳນົດໄວ້ ໃນກົດໝາຍສາກົນ, ໂດຍສະເພາະຢ່າງຍິ່ງແມ່ນ ໃນອະນຸສັນຍາສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລ ປີ 1982. ພວກຂ້າພະເຈົ້າຖືວ່າ ການຮັກສາສະພາບແວດລ້ອນສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແມ່ນຄວາມມຸ່ງມາດປາຖະໜາລວມ, ຜົນປະໂຫຍດລວມ ແລະ ໜ້າທີ່ຄວາມຮັບຜິດຊອບລວມ ຂອງບັນດາປະເທດພາຄີທັງໝົດໃນອາຊຽນ.

ເປັນປະເທດສະມາຊິກຂອງອາຊຽນ, ຫວຽດນາມປະຕິບັດຕາມຢ່າງເດັດຂາດ ຕໍ່ຫຼັກການທີ່ໄດ້ລະບຸໄວ້ໃນ ກົດບັດອາຊຽນ ທີ່ວ່າ: “ບໍ່ເຂົ້າຮ່ວມໃນບໍ່ວ່ານະໂຍບາຍໃດ ຫຼືການເຄື່ອນໄຫວໃດ, ນັບທັງການນຳໃຊ້ດິນແດນ ຂອງປະເທດໜຶ່ງ, ໂດຍບໍ່ວ່າປະເທດສະມາຊິກອາຊຽນ ຫຼື ປະເທດນອກອາຊຽນ ຫຼື ເປົ້າໝາຍທີ່ບໍ່ແມ່ນປະເທດ ດຳເນີນ, ທີ່ເປັນການນາບຂູ່ຕໍ່ ອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ຫຼື ຄວາມໝັ້ນຄົງທາງການເມືອງ ແລະ ເສດຖະກິດ ຂອງບັນດາປະເທດສະມາຊິກອາຊຽນ”; ພ້ອມກັນນັ້ນ ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດຫຼັກການນີ້ ຕໍ່ກັບທຸກໆປະເທດນອກອາຊຽນ, ບໍ່ແກ່ດຶງ, ບໍ່ເຂົ້າຮ່ວມ ການສຳພັນທະມິດ ຂອງປະເທດນີ້ ເພື່ອຕ້ານກັບປະເທດອື່ນ. ຫວຽດນາມຈະຕັ້ງໜ້າພະຍາຍາມ ຢ່າງບໍ່ຢຸດຢັ້ງ ໃນການເປີດກວ້າງການຮ່ວມມື ຂອງຕົນເອງ ແລະ ການຮ່ວມມືຂອງອາຊຽນ ກັບບັນດາປະເທດນອກພາກພື້ນ, ໂດຍສະເພາະຢ່າງຍິ່ງແມ່ນ ກັບທັງໝົດທຸກປະເທດຄູ່ເຈລະຈາ ຂອງອາຊຽນ, ບັນດາປະເທດໃຫຍ່ເຊັ່ນ ຈີນ, ຣັດເຊຍ, ອາເມລິກາ, ຍີ່ປຸ່ນ, ອິນເດຍ,... ດ້ວຍຈິດໃຈດັ່ງກ່າວນັ້ນ, ມາເຖິງປັດຈຸບັນ ຫວຽດນາມໄດ້ເຂົ້າຮ່ວມ ຢ່າງມີຄວາມຮັບຜິດຊອບ ເຂົ້າໃນໝົດທຸກກົນໄກຮ່ວມມື ທີ່ມີຢູ່ໃນປັດຈຸບັນ ຂອງອາຊຽນ ແລະ ລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື ຢູ່ພາຍນອກ, ຖືວ່າ ອາຊຽນເປັນຄອບຄົວໃຫຍ່ ທີ່ສະໜິດສະໜົມ ຢ່າງແທ້ຈິງຂອງຕົນ, ຖືວ່າ ບັນດາປະເທດຄູ່ຮ່ວມມື ເປັນເພື່ອນຮ່ວມເດີນທາງ ທີ່ບໍ່ອາດຈະຂາດໄດ້ຂອງຕົນ ບົນເສັ້ນທາງແຫ່ງການພັດທະນາ.

ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າມາຢ້ຽມຢານປະເທດສິງຄະໂປເປັນທາງການ - ເຊິ່ງເປັນປະເທດເກາະ ທີ່ສວຍງາມ ແລະ ໃກ້ຊິດຕິດແທດທີ່ສຸດກັບຫວຽດນາມ, ໄດ້ປະຈັກພະຍານການພັດທະນາຂອງປະເທດ ຂອງພວກເພື່ອນ ຂ້າພະເຈົ້າຮູ້ສຶກປະທັບໃຈ ຢ່າງເລິກເຊິ່ງ ກ່ຽວກັບການຂະຫຍັນຂັນເຄື່ອນ ແລະ ຄວາມຈະເລີນພັດທະນາ ຂອງສິງຄະໂປ, ກ່ຽວກັບຄວາມກົມກຽວກັນ ລະຫວ່າງມະນຸດ ແລະ ທຳມະຊາດ, ກໍ່ຄືຄວາມເປັນເອກະພາບໃນຄວາມຫຼາກຫຼາຍ ຂອງປະເທດພວກເພື່ອນ. ການພັດທະນາຂອງສິງຄະໂປ ເປັນບົດຮຽນອັນປະເສີດ ສຳລັບຫວຽດນາມ ໃນເມື່ອທີ່ພວກຂ້າພະເຈົ້າໄດ້ ແລະ ພວມຍູ້ແຮງພາລະກິດ ການປ່ຽນແປງໃໝ່, ປະຕິບັດການຫັນເປັນອຸດສາຫະກຳທັນສະໄໝ.

ມະນຸດຊາດພວມກ້າວເຂົ້າສູ່ສະໄໝແຫ່ງເສດຖະກິດພູມປັນຍາ. ນີ້ແມ່ນການຂະຫຍາຍຕົວທາງດ້ານຄຸນນະພາບ ຂອງສັງຄົມມະນຸດ. ແລະ ເພື່ອບໍ່ຖືກລ້າຫຼັງ, ແຕ່ລະປະເທດລ້ວນແຕ່ຕ້ອງ ເອົາໃຈໃສ່ລົງທຶນຢ່າງແຂງແຮງ ໃຫ້ແກ່ການພັດທະນາ ແຫຼ່ງຊັບພະຍາກອນມະນຸດ. ຫວຽດນາມກໍ່ເຊັ່ນດຽວກັນ, ພວກຂ້າພະເຈົ້າໄດ້ກຳນົດວ່າ ການພັດທະນາແຫຼ່ງບຸກຄະລາກອນ ແມ່ນໜຶ່ງໃນບັນດາຂອດບຸກທະລຸ ຢູ່ໃນແຜນຍຸດທະສາດການພັດທະນາ ເສດຖະກິດ - ສັງຄົມຂອງຫວຽດນາມ. ພວກຂ້າພະເຈົ້າຕີລາຄາສູງເປັນພິເສດ ແລະ ເອົາໃຈໃສ່ທີ່ສຸດ ເຖິງການຮ່ຳຮຽນນຳ ບົດຮຽນແຫ່ງຜົນສຳເລັດ ຂອງສິງຄະໂປ ໃນການປະຕິບັດນະໂຍບາຍ ໃຫ້ບຸລິມະສິດແກ່ການລົງທຶນ ພັດທະນາການສຶກສາ, ບຳລຸງສ້າງພະນັກງານ, ຍາມໃດກໍ່ຖືແຫຼ່ງພະລັງມະນຸດ ເປັນຊັບພະຍາກອນຕົ້ນຕໍ ເພື່ອສ້າງສາພັດທະນາປະເທດ. ພວກຂ້າພະເຈົ້າຂໍຂອບອົກຂອບໃຈ ຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນສິງຄະໂປ ທີ່ໄດ້ແບ່ງປັນບົດຮຽນ ແລະ ໃຫ້ການຊ່ວຍເຫຼືອທີ່ເໝາະສົມ, ມີປະສິທິຜົນ ແກ່ຫວຽດນາມ.

ໃນການປະຊຸມປຶກສາຫາລືທີ່ເລິກເຊິ່ງ, ຮອບດ້ານ, ມີປະສິທິຜົນໃນວັນທີ່ 12-9 ແລ້ວນີ້, ຂ້າພະເຈົ້າ ແລະ ພະນະທ່ານນາຍົກລັດຖະມົນຕີ ລີຊຽນລອງ ຕ່າງກໍ່ຮູ້ສຶກດີອົກດີໃຈທີ່ສຸດທີ່ເຫັນວ່າ ການພົວພັນຫວຽດນາມ - ສິງຄະໂປ ພວມຂະຫຍາຍຕົວຢ່າງດີງາມ, ເປີດໂອກາດອັນສະດວກດີ ໃຫ້ແກ່ການຊຸກຍູ້ແຮງກວ່າອີກການຮ່ວມມື ລະຫວ່າງສອງປະເທດ ກໍ່ຄືການຮ່ວມມືໃນອາຊຽນ. ກ່ອນໜ້ານີ້ 10 ປີ, ສອງປະເທດພວກເຮົາ ໄດ້ລົງນາມໃນ “ຖະແຫຼງການຮ່ວມກ່ຽວ ກັບການຮ່ວມມືຮອບດ້ານໃນສະຕະວັດທີ XXI” ແລະ ສົນທິສັນຍາ ວ່າດ້ວຍການເຊື່ອມໂຍງ ສ້າງກອບກົດໝາຍ ແລະ ເງື່ອນໄຂສະດວກດີ ເພື່ອຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານ ລະຫວ່າງສອງປະເທດ. ໂດຍບໍ່ແມ່ນເລື່ອງບັງເອີນ ທີ່ສິງຄະໂປເປັນໜຶ່ງ ໃນບັນດາຄູ່ຮ່ວມມືລົງທຶນ - ການຄ້າອັນດັບໜຶ່ງ ຂອງຫວຽດນາມ ດ້ວຍມູນຄ່າການຄ້າສອງສົ້ນບັນລຸເຖິງເກືອບ 9 ຕື້ຫຼຽນສະຫະລັດ; ການຮ່ວມມືໃນຂົງເຂດອື່ນໆ ກໍ່ພວມຂະຫຍາຍຕົວຢ່າງໄຫວພິກທີ່ສຸດ; ຈຳນວນຄົນຫວຽດນາມໄປສິງຄະໂປ ແລະ ຈຳນວນຄົນສິງຄະໂປໄປຫວຽດນາມ ນັບມື້ນັບຫຼາຍ. ນັ້ນແມ່ນໝາກຜົນ ຂອງການຮ່ວມມືເຊື່ອຖືຊຶ່ງກັນ ແລະ ມີລວງເລິກລະຫວ່າງສອງປະເທດ.

ພວກຂ້າພະເຈົ້າເອົາໃຈໃສ່ເປັນສຳຄັນ ເຖິງການພົວພັນກັບສິງຄະໂປ, ຕັ້ງໜ້າພະຍາຍາມຊຸກຍູ້ ການຮ່ວມມືກັບ ສິງຄະໂປ ແລະ ຖືວ່າ ການຮ່ວມມືກວ້າງຂວາງເລິກເຊິ່ງ, ຈິງໃຈ ແລະ ໄວ້ເນື້ອເຊື່ອໃຈກັນ ລະຫວ່າງ ຫວຽດນາມ ແລະ ສິງຄະໂປ ເປັນປັດໃຈສຳຄັນ ໃນການຂະຫຍາຍຕົວຂອງແຕ່ລະປະເທດ, ພ້ອມກັນນັ້ນ ກໍ່ປະກອບສ່ວນທີ່ມີຄວາມໝາຍ ເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ໃນພາກພື້ນອາຊີອາຄະເນ.

ປີ 2013 ຈະເປັນຫຼັກໝາຍອັນສຳຄັນໃນການຮ່ວມມືມິດຕະພາບ ລະຫວ່າງຫວຽດນາມ ແລະ ສິງຄະໂປ, ເມື່ອພວກເຮົາພ້ອມກັນ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງສອງປະເທດຄົບຮອບ 40 ປີ. ບົນພື້ນຖານແຫ່ງການຮ່ວມມື ຢ່າງໜັກແໜ້ນ ແລະ ກວ້າງຂວາງເລິກເຊິ່ງ ທີ່ໄດ້ສ້າງຂຶ້ນໃນ 40 ປີທີ່ຜ່ານມາ ແລະ ເພື່ອເສີມຂະຫຍາຍ ຄວາມສາມາດບົ່ມຊ້ອນ ຂອງການຮ່ວມມື ທີ່ຍັງໃຫຍ່ຫຼວງທີ່ສຸດ, ຂ້າພະເຈົ້າ ແລະ ພະນະທ່ານນາຍົກລັດຖະມົນຕີ ລີຊຽນລອງ ພ້ອມກັບບັນດາຜູ້ນຳອື່ນ ຂອງສິງຄະໂປ ໄດ້ເປັນເອກະສັນກັນວ່າ ຈະພ້ອມກັນຕັ້ງໜ້າພະຍາຍາມ ພັດທະນາການພົວພັນ ຫວຽດນາມ - ສິງຄະໂປ ໃຫ້ຂະຫຍາຍຕົວກວ່າອີກ, ນຳເອົາການພົວພັນ ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ. ນີ້ແມ່ນຄວາມຕັດສິນໃຈລວມ ແລະ ແມ່ນຜົນສຳເລັດອັນສຳຄັນ ຂອງການປະຊຸມປຶກສາຫາລືຂັ້ນສູງ ລະຫວ່າງຫວຽດນາມ - ສິງຄະໂປ ໃນຄັ້ງນີ້.

ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍຂອບອົກຂອບໃຈພະນາທ່ານ ແລະ ເພື່ອນມິດທັງຫຼາຍທີ່ໄດ້ມາຮ່ວນການພົບປະໂອ້ລົມກັນ ໃນມື້ນີ້. ພວກຂ້າພະເຈົ້າມີຄວາມຫວັງດີທີ່ສຸດ ຕໍ່ບາດກ້າວຂະຫຍາຍຕົວໃນອະນາຄົດ ຂອງໂຮງຮຽນ ນະໂຍບາຍ ສາທາລະນະ ລີກວນຢູ ແລະ ຫວັງວ່າ ຈະສືບຕໍ່ໄດ້ຮັບການຮ່ວມມື ແລະ ການຊ່ວຍເຫຼືອຂອງໄຮຮຽນ ໃຫ້ແກ່ການກໍ່ສ້າງ ແຫຼ່ງບຸກຄະລາກອນຄຸນນະພາບສູງ ຂອງຫວຽດນາມ./.


 ວ.ກ - ວັນເວລາໄດ້ຜ່ານຜົ້ນໄປກວ່າ 60 ປີ​ແລ້ວ ​ແຕ່ບັນຫາຕ່າງໆ ທີ່ທ່ານປະທານ ໂຮ່ຈີມິນ ໄດ້ຄາດຄະ​ເນ, ​ເອົາ​ໃຈ​ໃສ່​ຢ່າງ​ຈົດ​ຈໍ່, ຊີ້​ອອກ​ມາຢ່າງ​ເດັດດ່ຽວ ​ແລະ ​ເນັ້ນ​ໜັກ​ວ່າ ຕ້ອງ “ດັດແປງ” ​ໃນ​ນິພົນ “ດັດ​ແປງ​ວິທີ​ເຮັ​ດວຽກ” ນັ້ນ ​ຍັງ​ມີ​ຄຸນຄ່າ​ຕົວ​ຈິງ​ຢູ່​ຄື​ແຕ່​ກ່ອນ.

ກອງປະຊຸມແຈ້ງຂ່າວ ຜົນຂອງການສຳຫຼວດກວດກາ ຕຳໜິແລະຕຳໜິຕົນເອງ ຂອງຄະນະປະຈຳການຄະນະພັກ ກະຊວງການເງິນ ຕາມມະຕິກອງປະຊຸມສູນກາງພັກຄັ້ງທີ່ 4 ສະໄໝທີ XI “ບັນຫາຮີບດ່ວນຈຳນວນໜຶ່ງກ່ຽວກັບ ການກໍ່ສ້າງພັກໃນປັດຈຸບັນ” - ຮູບຂອງ: baohaiquan.vn

     “ດັດ​ແປງ​ວິທີ​ເຮັ​ດວຽກ” ​ເພື່ອ​ກໍ່ສ້າງ ​ແລະ ປັບປຸງ​ດັດ​ແກ້​ພັກ​ກອນ​ມູນິດ ຫວຽດນາມ ​ໃນ​ສະ​ໄໝ​ແຫ່ງ​ການ​ຕໍ່ຕ້ານ

     ເດືອນ​ຕຸລາ 1947 ​ເປັນ​ເດືອນ​ທີ່​​ເຂດ ຫວຽດບັກ ພວມ​ພ້ອມ​ກັນກັບປະ​ຊາຊົນ ​ແລະ ນັກຮົບ​ໃນ​ທົ່ວ​ປະ​ເທດ​ເຕົ້າ​ໂຮມ​ກຳລັງ ​ເພື່ອ​ຕີ​ເອົາ​ຊະນະ​ການ​ເຄື່ອນທັບ​ຍຸດ​ທະ​ສາດ​ຂອງ​ພວກລ່າ​ເມືອງ​ຂຶ້ນ ຝຣັ່ງ ທີ່​ຫວັງ​ດັບ​ສູນ “ອົງການ​ຫົວ​ສະໝອງ” ຂອງ​ລັດ ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ. ​ເຖິງ​ວ່າ​ຕ້ອງ​ຄາ​ວຽກງານຫຍຸ້ງຍາກ​ຫຼາຍ​ຢ່າງ​ທີ່​ສຸດ​ກໍ່ຕາມ, ​ແຕ່ໃນ​ແນວ​ຄິດ​ຂອງ​ທ່ານ​ປະທານ ​ໂຮ່ຈີ​ມິນ ການ​ກໍ່ສ້າງ​ ແລະ ປັບປຸງ​ດັດ​ແກ້​ພັກ​ກອມ​ມູນິດ​ຫວຽດນາມ ຍາມ​ໃດ​ກໍ່​ເປັນ​ໜ້າ​ທີ່​ສຳຄັນ​ຍິ່ງ, ມີ​ຄວາມ​ໝາຍ​ເປັນຕາ​ຍ, ຕັດສິນ​ໄຊຊະນະ​ຂອງ​ພາລະກິດ​ການ​ປະຕິວັດ. ນິພົນ “ດັດ​ແປງ​ວິທີ​ເຮັດວຽກ” ​ໄດ້​ກຳ​ເນີ​ດຂຶ້ນ​ໃນ​ສະພາບ​ແວດ​ລ້ອມ​ດັ່ງກ່າວ​ນີ້, ​ເວລາ​ນັ້ນ ທ່ານ​ພວມ​ຢູ່​ບ້ານ​ວາງ ຕາ​ແສງ​ລຽນ​ມິ​ງ ​ເມືອງ​ຫວໍ​ຍາຍ ​ແຂວງ​ຖາ​ຍງວຽນ (ຫ່າງ​ຈາກ ຮ່າ​ໂນ້ຍ 100 ກມ ​ໄປ​ທາງ​ທິດ​ເໜືອ).

     ນີ້​ແມ່ນນິພົນທີ່​ສຳຄັນ ​ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ແນວ​ຄິດ​ທິດ​ສະ​ດີ​ຂອງ​ປະທານ ​ໂຮ່ຈີ​ມິນ ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ກຳ​ອຳນາດ ​ໃນ​ເງື່ອນ​ໄຂ​ທັງ​ຕໍ່ສູ້​ຕ້ານສັດຕູ ທັງ​ສ້າງສາ​ປະ​ເທດ. ຕາມ​ນັ້ນ, ຕ້ອງ ດັດ​ແປງ ​ເພື່ອປ່ຽນແປງ​ໃໝ່​ໃນ​ແນວ​ຄິດ, ​ໃນ​ການຈັດ​ຕັ້ງ​ກົງຈັກ ​ແລະ ​ໃນ​ວິທີ​ເຮັດ​ວຽກ​ຂອງ​ພັກ, ຂອງ​ພະນັກງານ, ສະມາຊິກ​ພັກ​ຕໍ່ໜ້າ​ສະພາບ​ການ​ໃໝ່. ດ້ວຍ​ຈິດ​ໃຈ​ຊື່​ກົງ ​ເບິ່ງ​ໂດຍ​ກົງ​ໃສ່​ຄວາມ​ຈິງ, ຕີ​ລາຄາ​ຖືກຕ້ອງ​ຕາມ​ຄວາມ​ຈິງ, ຊອກ​ຫາ​​ໃຫ້​ໄດ້ສາ​ເຫດ ມາດ​ຕະການ ​ແລະ​ ​ແບບວິທີ​ການດຳ​ເນີນ​ງານ ​ເພື່ອ​ໃຫ້​ພະນັກງານ, ສະມາຊິກ​ພັກ​ມີ​​ແນວຄິດ, ຄຸນສົມບັດ ​ແລະ ວິທີ​ເຮັດວຽກ ຖືກຕ້ອງ​ກວ່າ, ຄ່ອງ​ແຄ້ວກວ່າ, ມີ​ປະສິດທິ​ຜົນ​ກວ່າ; ​ແລະ ​ເນື້ອ​ໃນ​ທີ່​ຕ້ອງ​ດັດ​ແປງ​ນັ້ນ ​ແມ່ນ​ການ​ເຄື່ອນ​ໄຫວ​ທັງໝົດ ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ຂອງ​ພະນັກງານ ສະມາຊິກ​ພັກ​ແຕ່ລະຄົນ​ຂອງ​ປະ​ເທດ​ຫວຽດນາມ ນັບ​ແຕ່​ຄວາມຮັບຮູ້, ​ແນວ​ຄິດ ຈົນ​ເຖິງ​ການ​ຊີ້​ນຳ ຈັດ​ຕັ້ງ​ປະຕິບັດ.

     ນິພົນ “ດັດ​ແປງ​ວິທີ​ເຮັ​ດວຽກ” ​ເວົ້າ​ເຖິງ 6 ບັນຫາ​ໃຫຍ່ ທີ່​ມີ​ທັງລັກສະນະ​ທິດ​ສະ​ດີ, ທັງ​ລັກສະນະ​ຊີ້​ນຳ​ພຶດ​ຕິ​ກຳທີ່​ເລິກ​ເຊິ່ງ ເຊັ່ນ: 1- ຕຳໜິ ​ແລະ ​ແກ້​ໄຂ; 2- ປະສົບ​ການ​ຈຳນວນໜຶ່ງ; 3- ຖານະ​ນາມ ​ແລະ ຄຸນສົມບັດປະຕິວັດ; 4- ບັນຫາ​ພະນັກງານ; 5- ວິທີ​ນຳພາ; 6- ຕ້ານ​ນິດ​ໄສ​ຄູຍ​ໂມ້​ໂອ້​ອວດ.

     ນຳ​ສະ​ເໜີ 6 ບັນຫາ​ໃຫຍ່ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ອອກ​ມາ ​ໃນ​ເງື່ອນ​ໄຂທີ່ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວ​ກອງທັບ​ຫວຽດນາມ​ພວມ​ເຕົ້າ​ໂຮມ​ລວມສູນ​ກຳລັງ​ແຮງ​ວັດຖຸ ​ແລະ ຈິດ​ໃຈທັງ​ໝົດ​ ເພື່ອ​ຕີ​ເອົາ​ຊະນະ​ການ​ບຸກຈົມ​ຕີ​ຂອງພວກ​ລ່າ​ເມືອງ​ຂຶ້ນຝຣັ່ງ ທີ່​ບຸກ​ເຂົ້າ​ເຂດ​ຫວຽດບັກ; ​ໃນ​ເງື່ອນ​ໄຂ​ທີ່​ພັກ​ກອມ​ມູນິດ​ຫວຽດນາມ​ຕ້ອງ​ຜ່ານ​ພົ້ນ​ຈຸດ​ອ່ອນ ​ແລະ ພະຍາດ​ໃໝ່​ຕ່າງໆ ຊຶ່ງ​ແຕ່​ກ່ອນບໍ່​ເຄີຍ​ມີ ຫຼືບໍ່​ມີ​ເງື່ອນ​ໄຂ​ທີ່​ຈະ​ປະກົດ​ອອກ​ມາ​ຢ່າງ​ຈະ​ແຈ້ງ, ທ່ານ​ປະທານ ​ໂຮ່ຈີ​ມິນ ​ໄດ້ຢັ້ງຢືນ​ບັນດາ​ໄພ​ອັນຕະລາຍ​ແຫ່ງ​ການ​ເຊື່​ອມ​ໂຊມ ​ປ່ຽນ​ທາດ​ຂອງ​ຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ​ຢູ່​ຫວຽດນາມ ​ແລະ ຜົນ​ຮ້າຍ​ຂອງ​ມັນ​ຕໍ່​ກັບ​ພັກ​ກຳ​ອຳນາດ; ດ້ານ​ອື່ນ ທ່ານ​ປະທານ ​ໂຮ່ຈີ​ມິນ ກໍ່​ໄດ້​ຊີ້​ໃຫ້​ເຫັນ​ແຈ້ງ​ເຖິງ​ໜ້າ​ທີ່​ທີ່​ມີ​ລັກສະນະ​ຮີບ​ດ່ວນ ທັງ​ມີ​ລັກສະນະ​ເປັນ​ປະຈຳ, ຍາວ​ນາມ, ນັ້ນກໍ່​ຄື​ ຕ້ອງດັດ​ແປງ​ວິທີ​ເຮັ​ດວຽກ ​ເພື່ອປັບປຸງ​ດັດ​ແກ້​ພັກ​ກອມ​ມູນິດ​ຫວຽດນາມ, ​ເຮັດ​ໃຫ້ພັກ​ກອມ​ມູນິດ​ຫວຽດນາມ “​ແຂ​ງ​ແຮງ, ໜັກ​ແໜ້ນ”, ​ເຮັດ​ໃຫ້​ຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ​ຂອງ​ປະ​ເທດ​ຫວຽດນາມ​ສົມ​ກຽດ​ກັບ​ບົດບາດນຳ​ໜ້າ ​ແລະ ຕິດ​ພັນ​ສະໜິດ​ແໜ້ນ​ກັບ​ປະຊາຊົນ.

     ກ່ອນ​ໜ້າ​ນີ້ 65 ປີ, ບັນດາ​ທັດສະນະ, ​ແນວ​ຄິດຂອງປະທານ ​ໂຮ່ຈີ​ມິນ ​ໃນ “ດັດ​ແປງ​ວິທີ​ເຮັ​ດວຽກ” ມີ​ຄວາມ​ໝາຍ​ສຳຄັນທີ່​ສຸດ, ຖືກຕ້ອງ​ທີ່​ສຸດ ​ແລະ ຊັດ​ເຈນທີ່​ສຸດ​ ເພື່ອ​ປະຕິບັດ​ໜ້າ​ທີ່​ກໍ່ສ້າງ ​ແລະ ປັດ​ປຸງ​ດັດ​ແກ້​ພັກ​ກອມ​ມູນິດ​ຫວຽດນາມ.

     ​“ດັດ​ແປງ​ວິທີ​ເຮັ​ດວຽກ” ​ເພື່ອ​ປະຕິບັດມະຕິ​ວ່າ​ດ້ວຍ “ບັນຫາ​ຮີບ​ດ່ວນ​ຈຳນວນ​ໜຶ່ງ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປັດຈຸບັນ”

     “ດັດ​ແປງ​ວິທີ​ເຮັ​ດວຽກ” ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ, ທັນ​ການ​ໃນ​ທົ່ວ​ພັກ​ເວລາ​ນັ້ນ​ເທົ່າ​ນັ້ນ ​ແຕ່ພ້ອມ​ກັນ​ກັບ​ ກາລະ​ເວລາ​ ມັນ​ຍັງ​ໄດ້​ປະຕິບັດ​ຢ່າງ​ຕໍ່​ເນື່ອງ ​ເພື່ອ​ກໍ່ສ້າງ​ພັກ​ກອມ​ມູນິດ​ຫວຽດນາມ​ໃຫ້​ໃສ​ສະອາດ ໝັ້ນຄົງ​ເຂັ້ມ​ແຂງ ​ໂດຍ​ຜ່ານ​ຄໍ​ລຳ “ດັດ​ແປງ​ວິທີ​ເຮັ​ດວຽກ” ​ໃນ​ໜັງ​ມື​ພິມ ຊຶ​ເຖິດ ຂອງ​ຫວຽດນາມ.

     ​ເພື່ອ​ຕອບ​ສະໜອງ​ໄດ້​ຢ່າງ​ທັນ​ການ ​ແລະ ສອດຄ່ອງ​ກັບຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວກອງທັບ​ຫວຽດນາມ; ສືບ​ຕໍ່​ປະຕິບັດ​ຄຳ​ຊີ້​ນຳ​ສັ່ງສອນ​ຂອງ​ປະທານ ​ໂຮ່ຈີ​ມິນ ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງດັດ​ແປງ​ວິທີ​ເຮັ​ດວຽກ ​ເພື່ອກໍ່ສ້າງ ​ແລະ ປັບປຸງ​ດັດ​ແກ້ພັກ​ກອມ​ມູນິດ​ຫວຽດນາມ, ນະທີ່ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ່ 4 ສະ​ໄໝ​ທີ່ XI, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ອະນຸມັດ​ຜ່ານ​ມະຕິ​ໝາຍ​ເລກ 12-NQ/TW “ບັນຫາ​ຮີບ​ດ່ວນ​ຈຳນວນ​ໜຶ່ງ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປັດຈຸບັນ”.

     ອາດ​ຈະ​ເວົ້າ​ໄດ້​ວ່າ, ມະຕິ​ໝາຍ​ເລກ 12-NQ/TW ​ໄດ້​ປະກາດ​ໃຊ້​ຢ່າງ​ຖືກຕ້ອງ ​ແລະ ຖືກ​​ແມ່ນ, ທັນ​ການ ​ແລະ ສົມບູນ​ແບບ, ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ພັກ​ກອມ​ມູນິດ​ຫວຽດນາມກໍ່​ຍັງໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ທົ່ວ​ປະ​ເທດ ​ແນ​ໃສ່​ເຊື່ອມ​ຊືມ, ຜັນ​ຂະຫຍາຍ​ການປະຕິບັດ ມະຕິ​ດັ່ງກ່າວ ​ໃຫ້ຖັນ​ແຖວ​ພະນັກງານ​ການ​ນຳ​ຫຼັກ​ແຫຼ່ງຢູ່​ສູນ​ກາງ ແລະ ​ທ້ອງ​ຖິ່ນ. ນີ້​ແມ່ນ​ການ​ດັດ​ແປງ​ທີ່​ມີ​ລັກສະນະ​ບຸກທະລຸ. ມະຕິ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ສະໜັບສະໜຸນ​ຂອງ​ທົ່ວ​ພັກ ​ແລະ ຂອງ​ປະຊາຊົນ​ຫວຽດນາມ​ທຸກ​ຖ້ວນ​ໜ້າ. ການຜັນ​ຂະຫຍາຍ​ປະຕິບັດມະຕິ, ​ເປັນ​ຕົ້ນ​ແມ່ນຜັນ​ຂະຫຍາຍປະຕິບັດ ບັນດາ​ຫຍ່ອນວິທີ​ການ​ແກ້​ໄຂ​ຂອງ​ມະຕິ, ​ໄດ້​ຮັບ​ການ​ເຊື່ອມ​ຊືມຢ່າງ​ເລິກ​ເຊິ່ງ ຮອບ​ຄອບ​ຖີ່​ຖ້ວນ ​ເຂັ້ມ​ງວດ ມີ​ຈຸດ​ໜັກ ນັບ​ແຕ່​ສູນ​ກາງ​ລົງ​ເຖິງ​ໜ່ວຍ​ພັກ, ​ແຕ່​ກົມ​ການ​ເມືອງ, ຄະນະ​ເລຂາ​ລົງ​ເຖິງ​ບັນດາ​ຄະນະ​ພັກ​ຂັ້ນ​ຮາກ​ຖານ ​ແລະ ​ເຖິງ​ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ. ຜ່ານ​ສິ່ງ​ດັ່ງ​ກ່າວ​ນັ້ນ ​ແນ່ນອນ​ຈະ​ປະກອບສ່ວນສ້າງ​ໃຫ້​ມີ​ການ​ຜັນ​ປ່ຽນ​ຢ່າງ​ເລິກ​ເຊິ່ງ ນັບ​ແຕ່​ຫັນ​ປ່ຽນ​ຄວາມ​ຮັບ​ຮູ້​ຈົນ​ເຖິງ​ການ​ກະທຳ​ໃນ​ທົ່ວ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ສັງຄົມ​ຫວຽດນາມ.

     ພິ​ເສດ​ແມ່ນ, ບັນດາ​ວິທີ​ການ​ແກ້​ໄຂ​​ໃນ​ມະຕິ​ລ້ວນ​ແຕ່​ຕິດແທດ​ກັບຄຳ​ຊີ້​ບອກ​ທີ່​ ປະທານ​ໂຮ່ຈີ​ມິນ ຂຽນ​ໃນ​ນິພົນ “ດັດ​ແປງ​ວິທີ​ເຮັ​ດວຽກ”, ນັ້ນ​ກໍ່​ຄື:

     ທີໜຶ່ງ, ວຽກ​ງານ​ໜຶ່ງ​ທີ່​ຕ້ອງ​ເຮັດ​ໃນ​ທັນທີ​ທັນ​ໃດ - ຫຍ່ອມ​ວິທີ​ການ​ແກ້​ໄຂ​ທຳ​ອິດ, ​ແມ່ນ ຕຳ​ໜິຕົນ​ເອງ ​ແລະ ຕຳໜິຕິ​ຊົມ, ຍົກ​ສູງ​ລັກສະນະ​ນຳ​ໜ້າ, ​ເປັນ​ແບບຢ່າງ​ຂອງ​ຂັ້ນ​ເທິງ, ສິ່ງ​ທີ່​ທ່ານ ປະທານ​ໂຮ່ຈີ​ມິນ ​ເວົ້າ​ກ່ອນ​ໜ້າ​ນີ້ 65 ປີ, ມາ​ເຖິງ​ປັດຈຸບັນ​ຍັງ​ມີ​ລັກສະນະ​ສົດໆ​ຮ້ອນໆ​ຢູ່. ຍ້ອນ​ວ່າ, ຢາກ​ໃຫ້ “ພັກ​ບໍ່​ຕິດພະຍາດ ​​ໃຫ້​ພັກ​ມີ​ສຸຂະພາບ​ແຂງ​ແຮງ” ​ແມ່ນ​ຈຳ​ເປັນ​ຕ້ອງ​ໃຫ້ “ພະນັກງານ ສະມາຊິກ​ພັກແຕ່ລະຄົນ ​ຕ້ອງ​ສຳ​ຫຼວດຕົນ​ເອງ, ຕຳ​ໜິຕົນ​ເອງ, ຕ້ອງ​ດັດ​ແປງ​ຕົນ​ເອງ​ຢ່າງ​ເປັນ​ປະຈຳທຸກ​ວັນ​ ຄື​ກັນ​ກັບ​ການ​ລ້າງ​ໜ້າ​ໃຫ້​ສະອາດ​ທຸກ​ວັນ”. ພ້ອມ​ກັນ​ນັ້ນ, ການ​ດຳ​ເນີນ​ການ​ຕຳ​ໜິຕົນ​ເອງ ​ແລະ ຕຳ​ໜິຕິ​ຊົມ​ຕ້ອງ​ໄດ້​ປະຕິບັດ​ຢ່າງ​ເຂັ້ນ​ງວດ, ​ເຖິງ​ຖອງ.

     ທີສອງ, ຊາບ​ຊືມຄຳ​ສັ່ງສອນຂອງ ປະທານ​ໂຮ່ຈີ​ມິນ: “ພັກ​ນັກ​ງານ​ແມ່ນ​ກົກ​ເຂົ້າຂອງ​ວຽກ​ງານ​ທຸກ​ຢ່າງ” ​ແລະ “ກໍ່ສ້າງ​ພະນັກງານ​ດີ​ ໄດ້ຄົນ​ໜຶ່ງ​ຕ້ອງ​ເສຍ​ເວລາ​ຫຼາຍ ບໍ່​ແມ່ນ​ພຽງ​ແຕ່​ສອງ​ສາມ​ເດືອນ, ສອງ​ສາມ​ປີ​ເທົ່າ​ນັ້ນ ຫາກ​ຕ້ອງ​ເຮັດ​ວຽກ​ງານ ຕ້ອງຕໍ່​ສູ້ ຝຶກ​ອົບຮົມ​ຫຼາຍ​ປີ​ຈຶ່ງ​ໄດ້. ​ແຕ່ກົງ​ຂ້າມ, ​ໃນ​ເວລາ​ຕໍ່ສູ້ ກໍ່ອາດ​ຈະເສຍ​ພະນັກງານ​ຄົນ​ໜຶ່ງ​ໄດ້​ໂດຍ​ງ່າຍ”, ການ​ກຳນົດ ​ແລະ​ ປະຕິບັດ​ຢ່າງ​ເຂັ້ມ​ງວດຫຍ່ອມ​ວິທີ​ການ​ແກ້​ໄຂ ກ່ຽວ​ກັບ​ການຈັດ​ຕັ້ງ, ພະນັກງານ ​ແລະ ດຳ​ເນີນ​ຊີວິດ​ພັກ ​ແລະ ຫຍ່ອມ​ວິທີ​ການ​ແກ້​ໄຂ ກ່ຽວ​ກັບ​ກົນ​ໄກ, ນະ​ໂຍບາຍ ​ແມ່ນ​ເພື່ອ​ແນ​ໃສ່ “ຮູ້​ພະນັກງານ​ຢ່າງ​ຈະ​ແຈ້ງ ຈຶ່ງ​ອາດ​ຈະ​ເລື່ອນຊັ້ນ​ພະນັກງານ​ໄດ້​ຢ່າງ​ຖືກຕ້ອງ” ຄື​ດັ່ງ​ທີ່​ທ່ານ​ປະທານ ​ໂຮ່ຈີ​ມິນ ​ໄດ້​ຕັກ​ເຕືອນ.

     ທີສາມ, ປະຕິບັດ​ຕາມ​ຄຳ​ສັ່ງສອນ​ຂ​ອງ ປະທານ​ໂຮ່ຈີ​ມິນ, ການ​ປະຕິບັດ​ຫຍ່ອມ​ວິທີ​ການ​ແກ້​ໄຂ ກ່ຽວ​ກັບ​ວຽກງານ​ອົບ​ຮົມ​ ສຶກສາ​ການ​ເມື​ອງ, ​ແນວຄິດ, ​ໃນ​ນັ້ນ​ມີ​ບັນຫາຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ​ເຮັດ​ຕາມ​ແວ່ນ​ແຍງ​ຄຸນສົມບັດ​ຂອງ​ປະທານ ​ໂຮ່ຈີ​ມິນ; “ປ່ຽນ​ແປງ​ໃໝ່​ວຽກ​ງານ​ໂຄສະນາ ສຶກສາ​ອົບຮົມ​ການ​ເມືອງ ​ແນວ​ຄິດ ຄຸນສົມບັດ ​ແບບ​ແຜນ​ດຳ​ເນີນ​ວີ​ວິດ​ໃຫ້​ພະນັກງານ ສະມາຊິກ​ພັກ ຕິດ​ແໜ້ນກັບ​ການ​ສຳ​ຫຼວດກວດກາ ຕີ​ລາ​ຄາ ​ແລະ ມາດ​ຕະການ​ແກ້​ໄຂ​ບັນຫາຮີບ​ດ່ວນ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ​ຂອງ​ອົງຄະນະ​ພັກຂັ້ນ​ຕ່າງໆ”; ​ແລະ “​ເອົາ​ໃຈ​ໃສ່​ເຮັດ​ໃຫ້​ດີກ​ວ່າ​ອີກ​ ການ​ເຊີດ​ຊູ​ແບບຢ່າງ​ກ່ຽວ​ກັບ​ຄົນ​ດີ, ວຽກ​ດີ; ​ເອົາ​ປັດ​ໃຈ​ຕັ້ງໜ້າ​ເພື່ອ​ລົບ​ລ້າງ​ຄວາມ​ຫຍໍ້​ທໍ້; ພ້ອມ​ກັນ​ນັ້ນກໍ່​ຕຳ​ໜິວິພາກ ຕໍ່ສູ້​ຕ້ານ​ປະກົດ​ການ​ຕົກ​ຕ່ຳ​ຊຸດ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ບໍ່​ມີ​ນ້ຳ​ໃຈ​ຮັບຜິດຊອບ, ​ເຫັນ​ແກ່​ຜົນ​ປະ​ໂຫຍ​ດສ່ວນ​ຕົວ, ລະ​ເມີດ​ຕໍ່ບັນດາ​ມາດຕະຖານ​ຄຸນສົມບັດ​ສິນ​ທຳ…”, ຄື​ດັ່ງ​ທີ່​ມະຕິ​ໄດ້​ກຳ​ນົດ​ໄວ້; ​ເຮັດ​ໄດ້​ຄື​ແນວ​ນັ້ນ​ຈະ​ມີ​ຄຸນ​ປະ​​ໂຫຍ​ດ ສຶກສາ​ອົບຮົມ​ໃຫ້ພະນັກງານ ສະມາຊິກ​ພັກ ​ແລະ ທົ່ວ​ສັງຄົມ​ ຮັບ​ຮູ້​ໄດ້​ຢ່າງ​ຖືກຕ້ອງ​ກ່ຽວ​ກັບພື້ນຖານ​ທິດ​ສະ​ດີ ​ແລະ ຮາກຖານ​ແນວ​ຄິດຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ສ້າງ​ຄວາມ​ເປັນ​ເອກະ​ພາບ​ທາງ​ດ້ານ​ການ​ກະທຳ​ປະຕິວັດ​ໃນ​ທົ່ວ​ພັກ ​ແລະ ທົ່ວ​ສັງຄົມ​ຫວຽດນາມ.

     ຕາ​ນກະ​ແສ​ກາລະ​ເວລາ, ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ຕ້ອງ​ດັດ​ແປງ​ໃນ​ນິພົນ “ດັດ​ແປງ​ວິທີ​ເຮັດ​ວຽກ” ຂອງ​ປະທານ ​ໂຮ່ຈີ​ມິນ ທີ່​ຮຽກຮ້ອງ​ໃຫ້​ພະນັກງານ ສະມາຊິກ​ພັກ​ຫວຽດນາມ​ປະຕິບັດ​ ໃນ​ຊຸມ​ປີ​​ແຫ່ງການທັງ​ຕໍ່ສູ້ຕ້ານສັດຕູ ທັງ​ສ້າງສາ​ພັດທະນາ​ປະ​ເທດ​ນັ້ນ ຍັງ​ຄົງ​ມີ​ຄວາມ​ຈຳ​ປັນ​ທີ່​ສຸດ​ທີ່​ຈະ​ຕ້ອງ​ສືບ​ຕໍ່​ປະຕິບັດ​ໃນ​ອະນາຄົດ. ນັ້ນ​ແມ່ນ​ໜ້າ​ທີ່​ທີ່​ທັງ​ຮີບ​ດ່ວນ ທັງ​ເປັນ​ປະຈຳ, ປະກອບສ່ວນ​ກໍ່ສ້າງ ​ແລະ ປັບປຸງ​ດັດ​ແກ້​ພັກ​ກອມ​ມູນິດ​ຫວຽດນາມ, ກໍ່ສ້າງ​ຖັນ​ແຖວ​ພະນັກງານ ສະມາຊິກ​ຂອງພັກ​ໃຫ້​ມີ​ລະດັບ​ວິຊາ​ຊີບທຽບ​ເທົ່າ​ກັບ​ລະດັບ​ຄວາມ​ຕ້ອງການ​ຂອງ​ໜ້າ​ທີ່​ປະຕິວັດ; ​ເປັນ​ແບບຢ່າງ​ກ່ຽວ​ກັບ​ຄຸນສົມບັດ ​ແລະ ​ແບບ​ແຜນ​ດຳລົງ​ຊີວິດ; ຍາມ​ໃດ​ກໍ່​ສາມັກຄີ ​ເປັນ​ເອກະ​ພາບ ​ແລະ ຜູກ​ພັນສະ​ໜີ​ດ​ແໜ້ນ​ກັບ​ປະຊາຊົນ, ​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື ​ແລະ ​ຄວາມ​ຮັກ​ແພງໄວ້​ວາງ​ໃຈ​ຂອງ​ປະຊາຊົນ. ສິ່ງ​ດັ່ງກ່າວ​ຍິ່ງ​ໃຫ້​ເຫັນ​ແຈ້ງວ່າ, ​ທ່າມກາງ​​ເວລາການ​ຕໍ່ຕ້ານ​ທີ່ຫຍຸ້ງຍາກດຸ​ເດືອດ, ຄວາມ​ເປັນ​ຫ່ວງ​ເປັນ​ໄຍ ​ແລະ ຄຳ​ຊີ້​ນຳ​ສັ່ງສອນ​ຂອງ​ປະທານ ​ໂຮ່ຈີ​ມິນ ຢູ່​​ເຂດ​ທີ່​ໜັ້ນປອດ​ໄພ ​ແຂວງ​ຖາ​ຍງວຽນ (ຫວຽດນາມ) ກ່ຽວ​ກັບການ​ກໍ່ສ້າງ​ພັກ​ກຳ​ອຳນາດ​ນັ້ນ ມີ​ຄວາມ​ໝາຍສຳຄັນ​ບໍ່​ຈັກ​ວ່າ​ເທົ່າ​ໃດ./.


ກໍ່ສ້າງພື້ນຖານການປ້ອງກັນປະເທດ ທົ່ວປວງຊົນ ໃຫ້ໝັ້ນຄົງເຂັ້ມແຂງ ເພື່ອປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມຢ່າງໝັ້ນແກ່ນ

ຂຽນໂດຍ: ພົນເອກ ຝຸ່ງກວາງແທງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກ ການທະຫານສູນກາງ, ລັດຖະມົນຕີວ່າການກະຊວງປ້ອງກັນປພະເທດ
07:36, 20-02-2013

. -ໂດຍໄດ້ຮັບການຈັດຕັ້ງ, ນຳພາ, ອົບຮົມສຶກສາແລະ ຝືກຝົນຫຼໍ່ຫຼອມໂດຍກົງຂອງພັກແລະ ລຸງໂຮ່; ​ໄດ້ຮັບການຊ່ວຍເຫຼືອອຸປະຖຳຄ້ຳຊູຢ່າງສຸດອົກສຸດໃຈຂອງປະຊາຊົນ, 68 ປີທີ່ຜ່ານມາ ກອງທັບປະຊາຊົນຫວຽດນາມໄດ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ​ເປັນກຳລັງການເມືອງ ກຳລັງສູ້ຮົບອັນ​​ແທ້ຈິງ ທີ່ຈົງຮັກພັກດີແລະໄວ້ເນື້ອເຊື່ອໃຈໄດ້ຂອງພັກ ລັດແລະ ປະຊາຊົນ.

ພົນເອກ ຝຸ່ງກວາງແທງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ

     ປັດຈຸບັນນີ້, ພາລະກິດການສ້າງສາພັດທະນາແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນຫວຽດນາມ ພວມສະແດງອອກໃນສະພາບການສາກົນແລະໃນປະເທດມີ​​ຄວາມສະດວກ ພ້ອມທັງສິ່ງທ້າທາຍ ທີ່ສັບໄຂວ່ກັນ. ສິ່ງທີ່ຄວນເອົາໃຈໃສ່ຄື ບັນດາອິດທິກຳລັງສັດຕູສືບຕໍ່ຊຸກຍູ້ການປະຕິບັດຍຸດທະສາດຜັນປ່ຽນໂດຍສັນຕິ”; ສວຍໃຊ້ຢ່າງເຖິງຖອງປ້າຍຄຳຂວັນ ປະຊາທິປະໄຕ”, “ສິດທິມະນຸດ”, “ຊົນຊາດ”, “ສາສະໜາ”, ຊຸກຍູ້ການຜັນປ່ຽນ​​ໂດຍຕົນເອງ”, “ປ່ຽນແປງ​​ໂດຍຕົນເອງດ້ວຍບັນດາກົນອຸບາຍໃໝ່ທີ່ໂຫດຫ້ຽມສາມານທີ່ສຸດ, ຫວັງເຮັດໃຫ້ລະບອບການເມືອງຫວຽດນາປ່ຽນແປງ​​ໄປ.

     ເພື່ອປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ​​ໄວ້ຢ່າງໝັ້ນ​ແກ່ນ ຊຶ່ງແກ່ນສາມແມ່ນປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ​ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບສັງຄົນນິຍົມແລະ ສະພາບແວບລ້ອມສັນຕິພາບ ສະຖຽນລະພາບເພື່ອສ້າງສາພັດທະນາປະເທດຢ່າງຮອບດ້ານ, ​ແມ່ນທົ່ວພັກ ທົ່ວປວງຊົນ ທົ່ວກອງທັບເຮົາຍາມໃດກໍຕ້ອງຢຶດໝັ້ນຈຸດໝາຍເອກະລາດ​​ແຫ່ງຊາດແລະ ສັງຄົມນິຍົມ, ອອກແຮງກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ.

     ກ່ອນອື່ນໝົດແມ່ນ ຕ້ອງເຊື່ອມຊຶມ, ກຳແໜ້ນແນວທາງ, ທັດສະນະ, ທິດນຳຊີ້ນຳການກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ ຊຶ່ງໄດ້ສະແດງອອກໃນບັນດາມະຕິ ຄຳສັ່ງຂອງພັກ, ​ເປັນຕົ້ນແມ່ນ ມະຕິກອງປະຊຸມສູນກາງພັກຄັ້ງທີ 8 ສະໄມທີ IX ວ່າດ້ວຍ “​ແຜນຍຸດທະສາດການປ້ອງກັນປະເທດໃນສະພາບການໃໝ່” ​ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ອງພັກ. ບົນພື້ນຖານນັ້ນ ຫັນເປັນລະອຽດ​​ເປັນໜ້າທີ່ກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນໃນການເຄື່ອນໄຫວພຶດຕິກຳ ຮັບປະກັນຖືກຕ້ອງຕາມທິດທາງ, ບັນລຸປະສິດທິຜົນຕົວຈິງ. ການໂຄສະນາ ອົບຮົມສຶກສາເຊື່ອມຊຶນບັນດາມະຕິ ຄຳສັ່ງດັ່ງກ່າວເທິງນີ້ ຕ້ອງໄດ້ປະຕິບັດຢ່າງເປັນປະຈຳເພື່ອໃຫ້ພະນັກງານ ສະມາຊິກພັກແລະ ປະຊາຊົນກຳແໜ້ນ; ພ້ອມກັນນັ້ນກໍເຮັດ​​ໃຫ້ວົງຄະນາຍາດສາກົນເຫັນແຈ້ງທັດສະນະ ນະໂຍບາຍການປ້ອງກັນປະເທດອັນໂປ່ໃສຂອງຫວຽດນາມເພື່ອສ້າງ​​ໃຫ້ມີຄວາມເຫັນດີເຫັນພ້ອມ ສະໜັບສະໜູນຫວຽເນາມ. ຕາມນັ້ນ, ຕ້ອງທຳຄວາມກະຈ່າງແຈ້ງກ່ຽວກັບ ລັກສະນະພິເສດສະເພາະ ຂອງພື້ນຖານການປ້ອງກັນປະເທດຫວຽດນາມແມ່ນການປ້ອງກັນປະເທດທົ່ວປວງຊົນ, ມີລັກສະນະ ຄວາມເປັນທຳ, ສັນຕິພາບ, ປ້ອງກັນຕົນເອງ.ແຜນນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງພັກແລະ ລັດຫວຽດນາມແມ່ນເພີ່ມທະວີຄວາມສາມາດບົ່ມຊ້ອນ, ກຳລັງແຮງການປ້ອງກັນປະເທດເພື່ອປ້ອງກັນຕົນເອງ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ສະຖຽນລະພາບໃນພາກພື້ນ; ບໍ່ໃຊ້ກຳລັງແຮງການທະຫານ ຫຼື ນາບຂູ່ໃຊ້ກຳລັງແຮງການທະຫານໃນການພົວພັນສາກົນ; ຕັ້ງໝັ້ນການແກ້ໄຂທຸກໆຄວາມຜິດຂ້ອງຕ້ອງຖຽງກັນ, ການແກ່ງແຍ້ງກັນ ທາງດ້ານອຳນາດອະທິປະໄຕ ດິນແດນ ກັບບັນດາປະເທດອື່ນ ດ້ວຍວິທີສັນຕິ ບົນພື້ນຖານກົດບັດສະຫະປະຊາຊາດແລະ ກົດໝາຍສາກົນ. ຫວຽດນາມບໍ່ເຂົ້າຮ່ວມໃນບໍ່ວ່າການຈັດຕັ້ງສຳພັນທະມິດການທະຫານໃດໆ ແລະ ກໍບໍ່ອະນຸຍາດໃຫ້ ບໍ່ວ່າປະເທດໃດຕັ້ງຖານທັບທະຫານ ຫຼືນຳໃຊ້ດິນແດນຂອງຕົນເພື່ອຕ້ານປະເທດອື່ນທິດທາງກໍ່ສ້າງພື້ນຖານການປ້ອງກັນປະເທດແມ່ນທົ່ວປວງຊົນ, ຮອບດ້ານ, ​ເອກະລາດ, ​ເປັນເຈົ້າຕົນເອງ, ອີງໃສ່ກຳລັງຕົນເອງ, ສ້າງຄວາມເຂັ້ມແຂງ​​ໃຫ້ແກ່ຕົນດ້ວຍຕົນເອງ, ນັບມື້ນັບທັນສະໄໝ. ຈຸດໝາຍ ກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ ແມ່ນເພື່ອແນ່ໃສ່ປົກປັກຮັກສາປະເທດຊາດສັງຄົມນິຍົມໄວ້ຢ່າງໝັ້ນ​ແກ່ນ ຊຶ່ງກ່ອນອື່ນໝົດແມ່ນກີດກັ້ນ ຍູ້ຖອຍໄພພິບັດສົງຄາມ, ການປະທະກັນດ້ວຍກຳລັງອາວຸດ, ສ້າງສະພາບແວບລ້ອມສັນຕິພາບ ສະຖຽນລະພາບເພື່ອສ້າງສາພັດທະນາປະເທດ; ພ້ອມກັນນັ້ນ ກໍກຽມພ້ອມປະເຊີນໜ້າຮອງຮັບຢ່າງມີໄຊ ຕໍ່ທຸກໆກໍລະນີທີ່ເກີດຂຶ້ນ, ນັບທັງການສົງຄາມຮຸກຮານດ້ວຍອາວຸດເຕັກໂນໂລຊີສູງຂອງສັດຕູ. ກຳລັງແຮງ ຂອງພື້ນຖານການປ້ອງກັນປະເທດທົ່ວປວງຊົນແມ່ນກຳລັງແຮງສັງລວມຂອງທົ່ວປະເທດ; ປະສານສົມທົບກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝ; ​ປະສານສົມທົບຫຼາຍແຫຼ່ງກຳລັງແຮງເອົາການເສີມຂະຫຍາຍກຳລັງແຮງພາຍໃນເປັນຕົ້ນຕໍ່, ພ້ອມກັນນັ້ນກໍຍາດແຍ່ງເອົາແຫຼ່ງກຳລັງແຮງຈາກພາຍນອກໂດຍຜ່ານການຮ່ວມມືສາກົນ. ກຳລັງ ທີ່ໃຊ້ເພື່ອກໍ່ສ້າງພື້ນຖານການປ້ອງກັນປະເທດ​ ​ແມ່ນທົ່ວປວງຊົນ, ​ໃນນັ້ນກຳລັງປະກອບອາວຸດເປັນກຳລັງຫຼັກແຫຼ່ງແກ່ນສານ; ຕັ້ງຢູ່ພາຍໃຕ້ການນຳພາຂອງພັກ, ການຊີ້ນຳ ຄຸ້ມຄອງເປັນເອກະພາບຂອງລັດ, ການເສນາທິການແລະ ຈັດຕັ້ງປະຕິບັດຂອງບັນດາກະຊວງ, ຄະນະກຳມະການ, ຂະແໜງການ, ອົງຄະນະມະຫາຊົນ, ທ້ອງຖິ່ນ.

     ບັນດາທັດສະນະອັນພື້ນຖານດັ່ງກ່າວເທິງນີ້ຂອງພັກ ມີລັກສະນະຊີ້ນຳພຶດຕິກຳຢ່າງເລິດເຊິ່ງ, ສະແດງໃຫ້ເຫັນເຖິງລັກສະນະພິເສດສະເພາະ, ທາດແທ້ຂອງພື້ນຖານການປ້ອງກັນປະເທດທົ່ວປວງຊົນ ທີ່ຫວຽດນາມກໍ່ສ້າງ. ​ເຂົ້າໃຈຢ່າງເລິກເຊິ່ງຄົບຖ້ວນບັນດາທັດສະນະນັ້ນແມ່ນປະຖົມປັດໃຈເພື່ອກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ​​ໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ.

     ກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ ​​ແມ່ນ​ໜ້າ​ທີ່​ສຳຄັນ​ຕົ້ນຕໍ ​ເປັນ​ປະຈຳ​ຂອງ​ທົ່ວ​ພັກ ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ. ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ ກຳລັງ​ແຮງ​ສັງ​ລວມຂອງ​ທົ່ວ​ທັງລະບົບການ​ເມືອງ, ຂອງ​ບັນດາ​ຂະ​ແໜງການ ບັນດາ​ຂັ້ນ ບັນດາ​ກຳລັງ ​ແລະ ທົ່ວ​ປວງ​ຊົນ ​ເຂົ້າ​ໃນ​ການ​ປະຕິບັດ​ພາລະກິດ​ການ​ປ້ອງ​ກັນ​ປະ​ເທດ ​ແມ່ນ​ຕ້ອງສືບ​ຕໍ່​ຊຸກຍູ້​ ວຽກ​ງານ​ອົບຮົມ​ສຶກສາ​ກ່ຽວ​ກັບການ​ປ້ອງ​ກັນ​ປະ​ເທດ - ປ້​ອງກັນ​ຄວາມ​ສະຫງົບ.

        ​ເພື່ອກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນໝັ້ນຄົງ​ເຂັ້ມ​ແຂງ​ຮອບດ້ານ, ຕ້ອງ​ສຸມ​ໃສ່​ກໍ່ສ້າງ ທ່າ​ສະໜາມຮົບ​ໃຫ້ໝັ້ນຄົງ​ແໜ້ນ​ແກ່ນ, ສ້າງກຳລັງ​ໃຫ້​ເຂັ້ມ​ແຂງ​ແຮງ​ກ້ານີ້​ແມ່ນ​ສອງ​ເນື້ອ​ໃນ​ຕົ້ນຕໍ​ຂອງພື້ນຖານການປ້ອງກັນປະເທດທົ່ວປວງຊົນ ​ແລະ​ ກໍ​ແມ່ນ​ບັນດາ​ປັດ​ໃຈ​ພື້ນ​ຖານ ​ຂອງສິນລະປະ​ຍຸດ​ການ​ທະຫານ​ຫວຽດນາມ ທີ່​ໄດ້​ຖືກ​ຢັ້ງຢືນ​ໂດຍ​ຜ່ານ​ພຶດຕິ​ກຳຂອງ​ບັນດາ​ການ​ສົງຄາມ​ປົດ​ປ່ອຍ​ຊາດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່າ​ສະໜາມຮົບ ​ແລະ ກຳລັງ ມີ​ສາຍ​ພົວພັນ​ສັດຈະ​ວິພາກ​ນຳ​ກັນ ບໍ່​ແຍກ​ອອກ​ຈາກ​ກັນ​ໄດ້. ມີ​ທ່າ​ສະໜາມຮົບ​ທີ່​ໝັ້ນຄົງ​ແໜ້ນແກ່ນ, ກຳລັງ​ເຂັ້ມ​ແຂງ​ແຮງ​ກ້າ ພວກ​ເຮົາ​ຈະ​ເປັນ​ເຈົ້າ​ການ​ແກ້​ໄຂ​ໄດ້​ເປັນ​ຢ່າງ​ດີ ທຸກໆ​ກໍລະນີ​ເກີດ​ຂຶ້ນ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ - ປ້ອງ​ກັນ​ຄວາມ​ສະ​ຫງົບ ​ໃນ​ສະ​ໄໝສັນ​ຕີ ​ແລະ ​ໃນ​ສະ​ໄໝ​ສົງຄາມ. ​ເພາະສະ​ນັ້ນ, ຕ້ອງ​ເຕົ້າ​ໂຮມ​ລວມສູນ​ໃສ່​ການກໍ່ສ້າງ​ທ່າ​ສະໜາມຮົບ​ທົ່ວ​ປວງ​ຊົນ, ຕິດ​ກັບ​ທ່າ​ສະໜາມຮົບປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ​ທີ່​ໝັ້ນຄົງ​ແໜ້ນ​ແກ່ນ, ກ່ອນອື່ນ​ໝົດ​ແມ່ນ "ທ່າ​ສະໜາມຮົບ​ໃນ​ໃຈ​ປະຊາຊົນ" ຢູ່​ແຕ່ລະ​ເຂດ ​ແລະ ​ໃນທົ່ວ​ປະ​ເທດ, ພິ​ເສດ​ແມ່ນ​ຢູ່​ບໍລິ​ເວນ​ຍຸດ​ທະ​ສາດ, ຈຸດ​ໜັກ​ທາງ​ດ້ານ​ການ​ປ້ອງ​ກັນ​ປ​ະ​ເທດ - ປ້ອງ​ກັນ​ຄວາມ​ສະຫງົບ.  

     ​ເພື່ອໃຫ້ກອງທັບປະຊາຊົນ ເສີມຂະຫຍາຍບົດບາດຫຼັກແຫຼ່ງແກ່ນສານໃນພາລະກິດການກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ, ປົກປັກຮັກສາປະເທດຊາດ ໄດ້ດີ, ຕ້ອງສືບຕໍ່ຊຸກຍູ້ການກໍ່ສ້າງກອງທັບຂອງເຮົາຕາມທິດ "ປະຕິວັດ, ລະບຽບຫຼວງ, ຍອດຍ້ຽມ, ທັນສະໄໝເປັນແຕ່ລະກ້າວ ຊຶ່ງມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກໄດ້ກຳນົດ. ບັນຫາທີ່ມີລັກສະນະຫຼັກການແມ່ນຍາມໃດກໍຕ້ອງຢຶດໝັ້ນ ແລະເພີ່ມທະວີການນຳພາຢ່າງເດັດຂາດໂດຍກົງແລະ ຮອບດ້ານຂອງພັກຕໍ່ກອງທັບ. ​ເພື່ອປະຕິບັດສິ່ງດັ່ງກ່າວນັ້ນໄດ້ດີ, ທົ່ວກອງທັບຕ້ອງສືບຕໍ່ເຊື່ອມຊຶມແລະ ປະຕິບັດຢ່າງເຂັ້ມງວດບັນດາມະຕິ ຄຳສັ່ງ ຂໍ້ກຳນົດ ຄຳແນະນຳ ກ່ຽວກັບວຽກງານກໍ່ສ້າງພັກ ຂອງຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາທິການ, ​ເປັນຕົ້ນແມ່ນມະຕິກອງປະຊຸມໃຫຍ່ຄັ້ງທີ XI, ມະຕິກອງປະຊຸມສູນກາງພັກຄັ້ງທີ່ 4 ສະໄໝທີ XI ວ່າດ່ວຍວຽກງານການກໍ່ສ້າງພັກ, ລວມສູນການກໍ່ສ້າງຄະນະພັກກອງທັບໃຫ້ໝັ້ນຄົງເຂັ້ມແຂງທາງດ້ານການເມືອງ, ​ແນວຄິດແລະ ການຈັດຕັ້ງ.

     ທົ່ວກອງທັບຕ້ອງສືບຕໍ່ຊຸກຍູ້ການກໍ່ສ້າງລະບຽບຫຼວງ ຂຶ້ນສູ່ບາດກ້າວໃໝ່; ສ້າງໃຫ້ມີການຫັນປ່ຽນຮອບດ້ານ, ໜັກແໜ້ນທາງດ້ານການປະຕິບັດລະບຽບຫຼວງ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ​ເປັນເອກະພາບໃນການເຄື່ອນໄຫວ ວຽກງານດ້ານຕ່າງໆ, ​ເປັນຕົ້ນແມ່ນໃນການກຽມພ້ອມສູ້ຮົບ, ອົບຮົມຝຶກແອບແລະ ປະຕິບັດໜ້າທີ່ກັນ ຕ້ານ ແກ້ໄຂຜົນຮ້າຍຍ້ອນໄພທຳມະຊາດ, ​ໄພພິບັດ, ຊອກຫາ ຊ່ວຍເຫຼືອ ຊ່ວຍຊູກູ້ຊີບຜູ້ຖືກໄພອັນຕະລາຍ. ​ເອົາໃຈໃສ່​​ເປັນສຳຄັນ ເຖິງການ​​ເຊື່ອມຕໍ່ລະຫວ່າງການກໍ່ສ້າງລະບຽບຫຼວງ ກັບວຽກງານຄຸ້ມຄອງລະບຽບວິໄນ, ໜ່ວງໜ່ຽວຮັກສາຢ່າງເຂັ້ມງວດບັນດາລະບອບກຳນົດ, ຄຸ້ມຄອງຢ່າງແໜ້ນແຟ້ນການປະຕິບັດລະບຽບວິໄນກອງທັບ, ກົດໝາຍລັດ ຂອງກອງທັບ.

     ຕໍ່ໜ້າຄວາມຮຽກຮ້ອງຕ້ອງການສູງ ຂອງໜ້າທີ່ປົກປັກຮັກສາປະເທດຊາດໃນປັດຈຸບັນ, ການກໍ່ສ້າງກອງທັບປະຊາຊົນໃຫ້ໄດ້ເປັນຍອດຍ້ຽມ, ທັນສະໃໝເປັນແຕ່ບະກ້າວແມ່ນບັນຫາຈຳເປັນຮີບດ່ວນ. ຕາມນັ້ນ, ທົ່ວກອງທັບຕ້ອງສືບຕໍ່ປ່ຽນແປງໃໝ່, ຍົກສູງກວ່າອີກ ຄຸນນະພາບຂອງວຽກງານອົບຮົມສຶກສາ - ກໍ່ສ້າງ, ອົບຮົມຝຶກແອບ, ສູ້ຮົບທາງ​​ເອເລັກໂຕຣນິກ, ​ເຕັກໂນໂລຊີຂໍ້ມູນຂ່າວສານ, ພະລາທິການ - ​ເຕັກນິກ, ຄົ້ນຄວ້າວິທະຍາສາດການທະຫານແລະ ບັນດາເນື້ອໃນອື່ນທີ່ມີຄວາມພົວພັນໂດຍກົງເຖິງໜ້າທີ່ກຽມພ້ອມສູ້ຮົບແລະ ສູ້ຮົບ ຂອງກອງທັບ; ຮັບປະກັນໃຫ້ກອງທັບ​​ເຮົານັບມື້ນັບຍອດຍ້ຽມກວ່າອີກ, ກ່ອນອື່ນໝົດແມ່ນຍອດຍ້ຽມທາງດ້ານການເມືອງແລະ ລະດັບ, ຄວາມສາມາດສູ້ຮົບ. ​ໂດຍປະຕິບັດທັດສະນະຊີ້ນຳຂອງພັກ, ກອງທັບປະຊາຊົນພວມໄດ້ກໍ່ສ້າງຕາມທິດທັນສະໄໝເປັນແຕ່ລະກ້າວ, ​ໃນນັ້ນ ລວມສູນການລົງທຶນໃຫ້ກອງກຳລັງຈຳນວນໜຶ່ງກ້າວຂຶ້ນທັນສະໄໝໂດຍກົງເຊັ່ນກອງທັບເຮືອ, ກອງທັບອາກາດ-ປ້ອງກັນອາກາດ, ຕິດຕໍ່ສື່ຂ່າວ, ສູ້ຮົບທາງເອເລັກໂຕຣນິກ,… ນັ້ນແມ່ນຮາກຖານເພື່ອສ້າງເປັນກຳລັງແຮງສູ້ຮົບຂອງກອງທັບເຮົາ, ຮັບປະກັນໃຫ້ກອງທັບປະຊາຊົນສຳເລັດທຸກໜ້າທີ່ເປັນຢ່າງດີ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການປົກປັກຮັກສາປະເທດຊາດໃນສະພາບການໃໝ່.

     ຄວາມຮຽກຮ້ອງຕ້ອງການທີ່ວາງອອກມາຕໍ່ພາລະກິດການກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ ນັ້ນແມ່ນ ຍົກສູງກຳລັງຊ້ອນແຝງ, ກຳລັງແທ້ຈິງຂອງການປ້ອງກັນປະເທດຂຶ້ນຢ່າງບໍ່ຢຸດຢັ້ງ. ​ເພື່ອປະຕິບັດຄວາມຮຽກຮ້ອງຕ້ອງການນັ້ນໄດ້ດີ, ຕ້ອງຂຸດຄົ້ນຢ່າງສຸດຂີດທຸກໆແຫຼ່ງກຳລັງແຮງ, ທັງກຳລັງພາຍໃນແລະ ກຳລັງພາຍນອກ. ພິເສດແມ່ນ ຕ້ອງນຳໃຊ້ຈົນສຸດຂີດບັນດາຜົນສຳເລັດ ຊຶ່ງພາລະກິດການຫັນເປັນອຸດສາຫະກຳ ຫັນເປັນທັນສະໄໝນຳມາໃຫ້ເພື່ອຮັບໃຊ້ໃຫ້ແກ່ການປ້ອງກັນປະເທດ; ປະສາມສົມທົບຢ່າງແໜ້ນ​​ແຟ້ນເສດຖະກິດກັບການປ້ອງກັນປະເທດ, ການປ້ອງກັນປະເທດ ກັບເສດຖະກິດ, ຮັບປະກັນໃຫ້ແຕ່ລະບາດກ້າວພັດທະນາເສດຖະກິດ - ສັງຄົມເປັນບາດກ້າວໜຶ່ງຂອງການເພີ່ມທະວີກຳລັງຊ້ອນແຝງຂອງການປ້ອງກັນປະເທດ - ປ້ອງກັນຄວາມສະຫງົບ. ພ້ອມກັນນັ້ນ ກໍເອົາໃຈໃສ່ເປັນສຳຄັນເຖິງການກໍ່ສ້າງ, ພັດທະນາພື້ນຖານອຸດສາຫະກຳປ້ອງກັນປະເທດທີ່ເປັນເອກະລາດ, ​ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງ​​ໃຫ້ແກ່ຕົນດ້ວຍຕົນເອງ, ​ແນໃສ່ຕອບສະໜອງໄດ້ເປັນຢ່າງດີຕໍ່ຄວາມຕ້ອງການດ້ານອາວຸດ, ​ເຄື່ອງປະກອບສຳພາລະໃຫ້ແກ່ກຳລັງປະກອບອາວຸດ, ​ເປັນຕົ້ນແມ່ນໃຫ້ກອງທັບປະຊາຊົນ. ຕ້ອງເພີ່ມທະວີວຽກງານຄຸ້ມຄອງລັດ ກ່ຽວກັບການປ້ອງກັນປະເທດ ຢູ່ຂັ້ນຕ່າງໆທຸກຂັ້ນ, ​ເອົາໃຈໃສ່ເປັນສຳຄັນເຖິງການຄຸ້ມຄອງການຜັນຂະຫຍາຍປະຕິບັດໜ້າທີ່ການປ້ອງກັນປະເທດ, ວາງແຜນກຳນົດການປ້ອງກັນປະເທດ, ບັນດາກິດຈະການກໍ່ສ້າງດ້ານການປ້ອງກັນປະເທດບັນດາໂຄງການທີ່ກ່ຽວພັນເຖິງການປ້ອງກັນປະເທດ,…ປະຕິບັດພາລະບົດບາດທີ່ລັດຖະບານ​​ມອບໝາຍໃຫ້, ກະຊວງປ້ອງກັນປະເທດຮັບຜິດຊອບປະສານສົມທົບກັບບັນດາກະຊວງ, ຂະແໜງການ, ອົງຄະນະມະຫາຊົນຢູ່ສູນກາງແລະ ທ້ອງຖິ່ນໃນວຽກງານຄຸ້ມຄອງລັດກ່ຽວກັບການປ້ອງກັນປະເທດ; ຈັດຕັ້ງເປັນຢ່າງດີການກວດກາ ຕີລາຄາຄວາມສາມາດແລະ ວາງແຜນການລະດົມພື້ນຖານເສດຖະກິດແຫ່ງຊາດເພື່ອຮັບປະກັນໃຫ້ການປ້ອງກັນປະເທດ. ບົນພື້ນຖານດັ່ງກ່າວນັ້ນເປັນເສນາທິການໃຫ້ພັກແລະ ລັດໃນການວາແຜນນະໂຍບາຍ ວິທີການມາດຕະການເພີ່ມທະວີກຳລັງ​​ແຮງປ້ອງກັນປະເທດອດຄ່ອງກັບສະພາບການພຶດຕິກຳ./.


ວຽກງານຊາວໜຸ່ມເປັນບັນຫາເປັນຕາຍ ຂອງຊາດ, ເປັນໜຶ່ງໃນປັດໄຈຕັດສິນ ຊະນະ ຫຼື ປະລາໄຊ ຂອງການປະຕິວັດ

ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູກກາງ ພັກກອມມູນິດຫວຽດນາມ
03:46, 21-03-2013



.- ສະຫາຍ ຫງວຽນ​ຝູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ເຂົ້າຮ່ວມ ແລະ ປະກອບຄຳເຫັນ ຕໍ່ກອງປະຊຸມໃຫຍ່ຄັ້ງທີ X ຂອງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ສະໄໝ 2012 – 2017. ຂໍນຳສະເໜີບາງເນື້ອໃນ ບົດປາໄສຂອງເພິ່ນ ຕໍ່ເພື່ອນຜູ້ອ່ານທັງຫຼາຍ.

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳປາໄສຕໍ່ກອງປະຊຸມໃຫຍ່ຄະນະຊາວໜຸ່ມທົ່ວປະເທດຄັ້ງທີ X - ຮູບຂອງ: tienphong.vn

     ໃນຕະຫຼອດໄລຍະຍາວປະຫວັດສາດຂອງຊາດ, ຈາກຮຸ້ນຄົນນີ້ໄປສູ່ຮຸ້ນຄົນອື່ນ, ຊາວໜຸ່ມຫວຽດນາມ ເວລາໃດກໍ່ຍົກສູງນ້ຳໃຈຮັກຊາດ, ບໍ່ຢ້ານກົວຕໍ່ຄວາມທຸກຍາກລຳບາກ, ການເສຍສະຫຼະ, ກຽມພ້ອມອຸທິດຕົນເພື່ອພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ຄະນະຊາວໜຸ່ມກອມມູນິດ ​ໂຮ່ຈີ​ມິນ ໄດ້ຮັບການສ້າງຕັ້ງຂຶ້ນໂດຍພັກ ແລະ ລຸງ​ໂຮ່, ໄດ້ນຳພາ ແລະ ຝຶກຝົນຫຼໍ່ຫຼອມ ໃນຕະຫຼອດ 80 ປີທີ່ຜ່ານມາ, ຄະນະຊາວໜຸ່ມ ໄດ້ເຕີບໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ, ປະຕິບັດໜ້າທີ່ສາມັກຄີ, ເຕົ້າໂຮມ, ສຶກສາອົບຮົມ, ໂຄສະນາຂົນຂວາຍຊາວໜຸ່ມເຂົ້າຮ່ວມ ບັນດາຂະບວນການປະຕິວັດ ໄດ້ດີທີ່ສຸດ. ພາຍໃຕ້ຄັນທຸງສະຫງ່າລາສີຂອງພັກ, ຊາວໜຸ່ມຍຸກສະໄໝ ໂຮ່ຈີມິນ ​ໄດ້ສູ້ຊົນຢ່າງບໍ່ຢຸດຢັ້ງ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ອຸປະສັກນາໆປະການ, ປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍຢ່າງດີເລີດ, ປະກອບສ່ວນພ້ອມກັບທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຂຽນໜ້າປະຫວັດສາດໃໝ່ ທີ່ພິລະອາດຫານ, ປົດປ່ອຍຊາດ, ເຕົ້າໂຮມປະເທດຊາດເປັນເອກະພາບ, ຍູ້ແຮງພາລະກິດປ່ຽນແປງໃໝ່ ເພື່ອຈຸດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທຳ, ສີວິໄລ.

     ໃນຊຸມປີມໍ່ໆ ນີ້, ຈາກພຶດຕິກຳການເຄື່ອນໄຫວທີ່ຫຼາກຫຼາຍ ແລະ ຟົດຟື້ນຂອງໄວໜຸ່ມ, ທົ່ວທຸກຂົງເຂດ ໄດ້ປະກົດມີຊາວໜຸ່ມທີ່ກ້າວໜ້າ ຫຼາຍຄົນ, ມີການຈັດຕັ້ງຊາວໜຸ່ມດີເດັ່ນ ຫຼາຍບ່ອນ, ປະກອບສ່ວນເຕີມແຕ່ງ ມູນເຊື້ອອັນສະຫງ່າງາມ ຂອງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ. ຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ ຂອງຄະນະຊາວໜຸ່ມ ໄດ້ສືບຕໍ່ເປີດກວ້າງ. ບັນດາຂະບວນການເຄື່ອນໄຫວ ຕະລຸມບອນໃນການພັດທະນາ ເສດຖະກິດ, ສັງຄົມ ແລະ ປົກປັກຮັກສາປະເທດຊາດ”, “ຮ່ວມກັນສ້າງຕົນ, ສ້າງອາຊີບ”… ໄດ້ສ້າງບາດກ້າວໃໝ່ ໃນຊີວິດສັງຄົມ. ບັນດາການເຄື່ອນໄຫວດຳລົງຊີວິດ ທີ່ເປັນມູນເຊື້ອ, ການສຶກສາອົບຮົມ, ວິຖີດຳລົງຊີວິດ, ວັນທະນະທຳ, ສິລະປະ, ກິລາກາຍຍະກຳ, ຊ່ວຍເຫຼືອຜູ້ທຸກຍາກ, ເຂດທຸກຍາກ, ຕ້ານໄພທຳມະຊາດ, ໄພນ້ຳຖ້ວມສາມາດດຶງດູດເອົາ ກຳລັງໄວໜຸ່ມເຂົ້າຮ່ວມ ຢ່າງຫຼວງຫຼາຍ, ທັງປະກອບສ່ວນ ປະຕິບັດໜ້າທີ່ລວມ ຂອງປະເທດຊາດ, ທັງຢັ້ງຢືນບົດບາດຕະລຸມບອນ ຂອງຄະນະຊາວໜຸ່ມ.

     ເຖິງແນວໃດກໍ່ຕາມ, ກໍ່ຕ້ອງຍອມຮັບຢ່າງຕົງໄປຕົງມາວ່າ, ໃນວາລະສະໄໝທີ່ຜ່ານມາ, ການເຄື່ອນໄຫວ ຂອງຄະນະຊາວໜຸ່ມ ແລະ ຂະບວນການຊາວໜຸ່ມ ກໍ່ຍັງປະກົດມີຈຸດອ່ອນ, ຂໍ້ຄົງຄ້າງ ຫຼາຍຢ່າງ. ຄະນະຊາວໜຸ່ມ ຍັງບໍ່ທັນສ້າງໄດ້ການຂະຫຍາຍຕົວ ທີ່ສະໜ່ຳສະເໝີ ໃນແຕ່ລະຂັ້ນ, ຍັງບໍ່ທັນເສີມຂະຫຍາຍໄດ້ຢ່າງເຂັ້ມແຂງ ຄວາມສາມາດບົ່ມຊ້ອນ, ກຳລັງຄົ້ນຄິດປະດິດສ້າງ ຂອງຊາວໜຸ່ມ.

     ຕໍ່ກອງປະຊຸມ​ໃຫຍ່ເທື່ອນີ້, ຂ້າພະເຈົ້າຂໍສະເໜີໃຫ້ບັນດາສະຫາຍ ສຸມສະຕິປັນຍາສົນທະນາ ເພື່ອຕີລາຄາຢ່າງຖືກຕ້ອງ ຕໍ່ສະພາບການ, ສະຫຼຸບສັງລວມຢ່າງເລິກເຊິ່ງ ຕໍ່ພຶດຕິກຳຄວາມເປັນຈິງ, ນຳສະເໜີທິດທາງ, ໜ້າທີ່, ວິທີແກ້ໄຂຕິດແທດຕົວຈິງ, ມີປະສິດທິຜົນສູງ ໃນສະໄໝແຕ່ 2012 – 2017. ຂ້າພະເຈົ້າພຽງແຕ່ເນັ້ນໜັກ ແລະ ຕັ້ງບັນຫາຈຳນວນໜຶ່ງ ເພື່ອໃຫ້ກອງປະຊຸມ​ໃຫຍ່ໄດ້ສົນທະນາ, ພິຈາລະນາ, ຕັດສິນ:

     ໜຶ່ງແມ່ນ, ຕ້ອງຮັບຮູ້ໄດ້ຢ່າງຄົບຖ້ວນ ແລະ ເລິກເຊິ່ງຕື່ມອີກ ຕໍ່ບົດບາດ, ທີ່ຕັ້ງຂອງຊາວໜຸ່ມ ແລະ ຄະນະຊາວໜຸ່ມ ໃນຍຸກສະໄໝໃໝ່.

     ພວກເຮົາລ້ວນແຕ່ຮູ້ວ່າ, ຊາວໜຸ່ມແມ່ນພາກສ່ວນໜຶ່ງທີ່ສຳຄັນສຸດຂອງສັງຄົມ, ເປັນຕົວແທນໃຫ້ກຳລັງແຮງຂອງຊາດ. ຊາວໜຸ່ມເຂັ້ມແຂງ ຊາດຈິ່ງເຂັ້ມແຂງ; ຢູ່ໃນກຳລັງແຮງຂອງຊາດ ກໍ່ຍັງມີ ກຳລັງແຮງຂອງຊາວໜຸ່ມ. ໃນປະຫວັດສາດຂອງຊາດເຮົາ ກໍ່ໄດ້ມີຜູ້ນຳຫຼາຍທ່ານທີ່ເກັ່ງກ້າ, ອາດຫານ, ຍາດໄດ້ຜົນງານ ໃນການສູ້ຮົບທີ່ດີເລີດ ໃນຄາວທີ່ຍັງເປັນໄວໜຸ່ມ.

     ຮຸ້ນຊາວໜຸ່ມໃນປັດຈຸບັນນີ້ ໄດ້ສືບທອດມູນເຊື້ອອັນດີເລີດ ຂອງຊາດ ແລະ ບັນດາໝາກຜົນ ຂອງການປະຕິວັດ, ເປີດກວ້າງການຮ່ວມມືກັບສາກົນ; ພວກເຂົາມີດ້ານທີ່ເປັນທ່າແຮງພື້ນຖານ ນັ້ນແມ່ນລະດັບການສຶກສາ ທີ່ສູງກວ່າແຕ່ກ່ອນ, ມີສະຕິພິບໄຫວຕໍ່ສະພາບການ, ມີນ້ຳໃຈຮັກຊາດ, ມີຄວາມມຸ່ງມາດປາດຖະໜາ ພາປະເທດຊາດຫຼຸດພົ້ນຈາກຄວາມທຸກຍາກ, ລ້າຫຼັງ, ປະຕິບັດຈຸດໝາຍ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທຳ, ສີວິໄລ. ຊາວໜຸ່ມ ແລະ ວຽກງານຊາວໜຸ່ມຍິ່ງມີບົດບາດ, ທີ່ຕັ້ງພິເສດສຳຄັນ ແລະ ຍິ່ງໃຫຍ່. ວຽກງານຊາວໜຸ່ມເປັນບັນຫາເປັນຕາຍຂອງຊາດ, ເປັນໜຶ່ງໃນບັນດາປັດໄຈຕັດສິນຊະນະ ຫຼື ການປະລາໄຊ ຂອງການປະຕິວັດ. ບັນຫາຊາວໜຸ່ມ ແລະ ວຽກງານຊາວໜຸ່ມ ເວລາໃດກໍ່ຖືກພັກ ແລະ ລັດຖືສຳຄັນ, ຝາກຄວາມເຊື່ອໝັ້ນເລິກເຊິ່ງ ຕໍ່ກຳລັງຊາວໜຸ່ມ ແລະ ອົງການຈັດຕັ້ງຊາວໜຸ່ມ. ແຕ່ກະໂຕຊາວໜຸ່ມ ແລະ ອົງການຈັດຕັ້ງຊາວໜຸ່ມເອງ ກໍ່ຕ້ອງຮັບຮູ້ໄດ້ຢ່າງເລິກເຊິ່ງຕື່ມອີກ ຕໍ່ທີ່ຕັ້ງ, ບົດບາດ ແລະ ພາລະກຳຂອງຕົນ, ຍົກສູງສະຕິຄວາມຮັບຜິດຊອບ, ອອກແຮງພະຍາຍາມຢ່າງບໍ່ຢຸດຢັ້ງ, ສູ້ຊົນສຶກສາຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ຍົກລະດັບຄວາມຮູ້, ຄຸນສົມບັດປະຕິວັດ ເພື່ອປະຕິບັດສຳເລັດພາລະກຳປະຫວັດສາດ, ນຳໜ້າໃນການຕໍ່ສູ້ ເອົາຊະນະຄວາມທຸກຍາກລຳບາກ, ລ້າຫຼັງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການປະຕິວັດໃນສະພາບໃໝ່, ປະກອບສ່ວນສ້າງ ແລະ ປົກປັກຮັກສາປະເທດຊາດ.

     ສອງແມ່ນ, ຖືສຳຄັນ ແລະ ປະຕິບັດໃຫ້ດີກວ່າເກົ່າອີກ ຕໍ່ວຽກງານສຶກສາອົບຮົມການການເມືອງ - ແນວຄິດໃຫ້ແກ່ຊາວໜຸ່ມ.

     ຍຸກສະໄໝປັດຈຸບັນ, ວິທະຍາສາດ ແລະ ເຕັກໂນໂລຊີ, ເສດຖະກິດພູມປັນຍາ ພວມຂະຫຍາຍຕົວຢ່າງໄວວາ; ເຕັກໂນໂລຊີດ້ານຂໍ້ມູນຂ່າວສານ ມີບາດກ້າວຂະຫຍາຍຕົວແບບກະໂດດຂັ້ນ ໃນສະພາບການເມືອງ, ເສດຖະກິດໂລກ ທີ່ມີຄວາມຜັນປ່ຽນຢ່າງສັບສົນ. ຊາວໜຸ່ມຈຳນວນໜຶ່ງ ມີທ່າອ່ຽງ​ເບິ່ງເບົາ ຕໍ່ຄຸນຄ່າມະນຸດສະທຳ, ຂໍ້ກຳນົດກົດລະບຽບ, ຫຼັກສິນທຳ, ຕົກໃນໄພສັງຄົມ. ຊາວໜຸ່ມຈຳນວນບໍ່ໜ້ອຍ ມີຈິດຕະສາດຖ້າຮັບຜົນ, ເອື່ອຍອີງນຳການເກື້ອກູນ ຂອງຄອບຄົວ ແລະ ສັງຄົມ; ສັ່ນຄອນ, ຕົກທ່າຮັບ, ບໍ່ຍອມສຶກສາຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ຍົກສູງລະດັບຄວາມຮັບຮູ້ ທາງດ້ານການເມືອງ, ວິຊາສະເພາະ, ວິຊາອາຊີບ. ດ້ວຍເຫດນັ້ນ, ຄະນະຊາວໜຸ່ມຕ້ອງຖືສຳຄັນພິເສດ ແລະ ປະຕິບັດໃຫ້ດີຕື່ມອີກ ຕໍ່ວຽກງານສຶກສາອົບຮົມການເມືອງ - ແນວຄິດໃຫ້ສະມາຊິກ, ຊາວໜຸ່ມ. ອັນນີ້ ທັງເປັນຄວາມຮຽກຮ້ອງຕ້ອງການ, ໜ້າທີ່ຮີບດ່ວນ, ທັງມີລັກສະນະຍຸດທະສາດຍາວນານ ແລະ ເປັນໄມ້ຫຼາວັດແທກ ປະສິດທິຜົນການເຄື່ອນໄຫວ ຂອງຄະນະຊາວໜຸ່ມ ແລະ ຂະບວນການຊາວໜຸ່ມ. ຄະນະຊາວໜຸ່ມຕ້ອງຊ່ວຍພັກ ໃນການເຕົ້າໂຮມ, ສາມັກຄີ, ສຶກສາອົບຮົມ, ກໍ່ສ້າງຊາວໜຸ່ມ, ກໍ່ສ້າງຮຸ້ນຊາວໜຸ່ມ ທີ່ມີຄົບຄຸນທາດການເມືອງ, ລະດັບຄວາມຮູ້, ຫົວຄິດປະດິດສ້າງ ເພື່ອສືບຕໍ່ຢ່າງຈົ່ງຮັກພັກດີ ແລະ ດີເລີດ ຕໍ່ພາລະກິດປະຕິວັດທີ່ສະຫງ່າ ຂອງພັກ ແລະ ຊາດ.

     ສາມແມ່ນ, ຍູ້ແຮງບັນດາຂະບວນການເຄື່ອນໄຫວປະຕິວັດ, ເສີມຂະຫຍາຍບົດບາດຕະລຸມບອນ, ປະດິດສ້າງຂອງໄວໜຸ່ມ.

     ຄະນະຊາວໜຸ່ມຕ້ອງມີຫຼາຍຮູບການ ແລະ ມາດຕະການທີ່ເໝາະສົມ ເພື່ອເສີມຂະຫຍາຍບົດບາດຕະລຸມບອນ, ປະດິດສ້າງ, ນ້ຳໃຈຂານອາສາ, ປຸກຕື່ນຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ຂອງຊາວໜຸ່ມທຸກຊັ້ນຄົນ, ປຸກລະດົມຊາວໜຸ່ມນຳໜ້າ ໃນການປະຕິບັດພາລະກິດ ຫັນປະເທດເປັນອຸດສາຫະກຳ, ທັນສະໄໝ, ປະຕິດບັດສຳເລັດຢ່າງດີເລີດ ບັນດາໜ້າທີ່ການເມືອງ, ວິຊາສະເພາະ ຢູ່ໃນແຕ່ລະທ້ອງຖິ່ນ, ກົມກອງ. ບັນດາການເຄື່ອນໄຫວຂອງຄະນະຊາວໜຸ່ມ ຕ້ອງເລີ່ມຈາກບັນດາໜ້າທີ່ການເມືອງລວມ ຂອງປະເທດຊາດ, ໂດຍສະເພາະແມ່ນ ໃນການພັດທະນາເສດຖະກິດ - ສັງຄົມ, ຮັກສາສະຖຽນລະພາບທາງການເມືອງ, ກໍ່ສ້າງ ແລະ ປັບປຸງພັກ, ກໍ່ສ້າງລັດ, ປັບປຸງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ຄະນະຊາວໜຸ່ມມີຫຼາຍຮູບການເຄື່ອນໄຫວ ທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ເໝາະສົມກັບໄວໜຸ່ມ, ດຶງດູດຊາວໜຸ່ມເຂົ້າຮ່ວມຢ່າງຕັ້ງໜ້າ ໃນຂະບວນການປະຕິ ວັດ, ໂດຍສະເພາະແມ່ນ ໃນບັນດາຂົງເຂດ, ທ້ອງຖິ່ນ ທີ່ມີຄວາມທຸກຍາກລຳບາກ, ສະແດງອອກຢ່າງຈະແຈ້ງ ບົດບາດຕະລຸມບອນ ຕາມຈິດໃຈ ຢູ່ໃສຕ້ອງການ ຊາວໜຸ່ມຂານອາສາ, ວຽກຫຍັງຍາກ ຊາວໜຸ່ມບຸກ”. ພ້ອມກັນນັ້ນ, ໂດຍຜ່ານບັນດາຂະບວນການເຄື່ອນໄຫວປະຕິວັດ ຂອງຄະນະຊາວໜຸ່ມ, ສ້າງສະພາບແວດລ້ອມສົດໃສ ເພື່ອໃຫ້ຊາວໜຸ່ມ ຝຶກຝົນຫຼໍ່ຫຼອມ ​ແລະ ສ້າງວິຖີຊີວິດທີ່ດີງາມ ​ໃຫ້​ແກ່ຕົນເອງ.

     ສີ່ແມ່ນ, ເອົາໃຈໃສ່ປັບປຸງການຈັດຕັ້ງຄະນະຊາວໜຸ່ມໃຫ້ເຂັ້ມແຂງ, ມີກຳລັງພຽບພ້ອມ ເພື່ອຮອງຮັບຕໍ່ພາລະບົດບາດແກ່ນສານ ໃນຂະບວນການຊາວໜຸ່ມ ແລະ ບັນດາສະມາຄົມຊາວໜຸ່ມ, ນັກສຶກສາ; ພ້ອມກັນນັ້ນ ກໍ່ຕັ້ງໜ້າເຂົ້າຮ່ວມໃນການກໍ່ສ້າງພັກ.

     ຄະນະຊາວໜຸ່ມແຕ່ລະຂັ້ນ ຕ້ອງຖືສຳຄັນໜ້າທີ່ເອົາໃຈໃສ່ໃນການກໍ່ສ້າງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ທີ່ເຂັ້ມແຂງທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງຢ່າງແທ້ຈິງ, ສົມກັບທີ່ເປັນເພື່ອນຮ່ວມທາງຂອງຊາວໜຸ່ມ ແລະ ກອງກຳລັງສຳຮອງທີ່ໜ້າເຊື່ອຖືຂອງພັກ. ເປີດກວ້າງ​ແນວ​ໂຮ​ມສາມັກຄີ, ເຕົ້າໂຮມຊາວໜຸ່ມທັງໃນ ແລະ ຕ່າງປະເທດ ດ້ວຍຫຼາຍຮູບແບບ, ອຸດົມສົມບູນ; ແກ້ໄຂຜ່ານ​ຜ່າທຸກປະກົດ​ການ ທີ່ເປັນຮູບການ ​ແບບ​ແຜນການບໍລິຫານ ໃນວຽກງານຊາວໜຸ່ມ. ເອົາໃຈໃສ່ຍົກສູງຄຸນນະພາບສະມາຊິກຊາວໜຸ່ມ, ຄຸນນະພາບພະນັກງານຊາວໜຸ່ມ, ໂດຍສະເພາະແມ່ນຄຸນນະພາບດ້ານການເມືອງ, ແນວຄິດ ແລະ ລັກສະນະປະຈັນບານ, ຄວາມເປັນແບບຢ່າງ. ຍູ້ແຮງການປ່ຽນແປງໃໝ່ແບບວິທີການເຄື່ອນໄຫວ ຂອງຄະນະຊາວໜຸ່ມ, ໂດຍສະເພາະແມ່ນຢູ່ຮາກຖານ, ບັນດາເຂດຫ່າງໄກສອກຫຼີກ, ແນວຊາຍແດນ ແລະ ເກາະດອນ. ເອົາໃຈໃສ່ ແລະ ເປັນເຈົ້າການ ໃນການກຳນົດແຜນການ, ສຶກສາກໍ່ສ້າງ, ບຳລຸງ, ນຳໃຊ້ ແລະ ສັບຊ້ອນ ພະນັກງານຊາວໜຸ່ມ, ຝຶກຝົນຫຼໍ່ຫຼອມ ແລະ ເລືອກເຟັ້ນບັນດາພະນັກງານຊາວໜຸ່ມທີ່ດີເດັ່ນ, ມີຄົບຄຸນທາດການເມືອງ ແລະ ກຳລັງຄວາມສາມາດ ເພື່ອສະເໜີເປັນແຫຼ່ງພະນັກງານສືບທອດ ໃຫ້ພັກ, ລັດ ແລະ ບັນດາອົງການຈັດຕັ້ງສັງຄົມຕ່າງໆ.

    ພັກເຮົາໄດ້ຢືນຢັນຫຼາຍຄັ້ງ​ແລ້ວວ່າ: ຊາວໜຸ່ມເປັນພາກສ່ວນແກ່ນສານຂອງສັງຄົມ, ເປັນເສົາຄ້ຳຂອງຂາດ, ເປັນກຳລັງຕະລຸມບອນ ຂອງການປະຕິວັດ ແລະ ເປັນເຈົ້າຂອງອະນາຄົດ ຂອງປະເທດຊາດ; ຄະນະຊາວໜຸ່ມ ກອມມູນິດໂຮ່ຈີມິນ ເປັນກອງກຳລັງສຳຮອງທີ່ໜ້າເຊື່ອຖື ຂອງພັກ; ວຽກງານຊາວໜຸ່ມເປັນວຽກງານ ມີລັກສະນະຍຸດທະສາດ, ມີຄວາມໝາຍເປັນຕາຍຂອງຊາດ. ໃນໂອກາດນີ້, ຂ້າພະເຈົ້າຂໍສະເໜີໃຫ້ ຄະນະພັກແຕ່ລະຂັ້ນ, ອຳນາດການປົກຄອງ, ແຕ່ລະຂະແໜງການ ຕ້ອງເຊື່ອມຊຶມຢ່າງເລິກເຊິ່ງຕໍ່ທັດສະນະ, ແຜນນະໂຍບາຍ ຂອງພັກກ່ຽວກັບຊາວໜຸ່ມ ແລະ ວຽກງານຊາວໜຸ່ມ ໃນຍຸກສະໄໝໃໝ່; ເຊື່ອໝັ້ນ ແລະ ມອບໝາຍໜ້າທີ່ ໃຫ້ຊາວໜຸ່ມ; ເອົາໃຈໃສ່, ຊ່ວຍເຫຼືອປຸກລະດົມ ແລະ ສ້າງເງື່ອນໄຂ ເພື່ອໃຫ້ຊາວໜຸ່ມ ມີຄວາມໝັ້ນໃຈ ເຂົ້າຮ່ວມໃນບັນດາໜ້າທີ່ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ ຂອງປະເທດຊາດ, ຂອງບັນດາທ້ອງຖິ່ນ, ກົມກອງ. ເບິ່ງແຍງຕໍ່ສິດຜົນປະໂຫຍດອັນຊອບທຳ ຂອງຊາວໜຸ່ມ, ສ້າງເງື່ອນໄຂສະດວກ ເພື່ອໃຫ້ຊາວໜຸ່ມໄດ້ສຶກສາຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ພັດທະນາຮອບດ້ານ. ກໍ່ສ້າງຊາວໜຸ່ມ ໃຫ້ກາຍເປັນບັນດາຜູ້ນຳ, ຜູ້ຄຸ້ມຄອງ, ນັກທຸລະກິດທີ່ເກັ່ງ; ບັນດາຊ່ຽວຊານທີ່ດີເລີດ ໃນທຸກຂົງເຂດສັງຄົມ; ບັນດາປັນຍາຊົນທີ່ເກັ່ງ ທາງດ້ານການຄົ້ນຄວ້າວິທະຍາສາດ; ບັນດານັກສິລະປະທີ່ເກັ່ງ; ບັນດາແຮງງານທີ່ມີສີມືດີ. ລະດົມຊາວໜຸ່ມເຂົ້າຮ່ວມໃນ ການກໍ່ສ້າງບັນດາໂຄງການ, ບັນດາຂົງເຂດ, ບັນດາເຂດເສດຖະກິດທີ່ສຳຄັນ, ຫຍຸ້ງຍາກ, ສ້າງຊົນນະບົດໃໝ່. ສ້າງເງື່ອນໄຂໃຫ້ຊາວໜຸ່ມກູ້ຢືມທຶນ ເພື່ອທຳການຜະລິດ, ທຸລະກິດ; ພ້ອມກັນນັ້ນ ກໍ່ເປີດກວ້າງເຄືອຂ່າຍສິດສອນ ວິຊາຊີບ ແລະ ແນະນຳວຽກເຮັດງານທຳ ໃຫ້ຊາວໜຸ່ມ

     ພັກ, ລັດ ແລະ ປະຊາຊົນຫວຽດນາມ ເວລາໃດກໍ່ເຊື່ອໝັ້ນ ໃນຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ຮຸ້ນຄົນໜຸ່ມຫວຽດນາມ. ພ້ອມກັນນັ້ນກໍ່ຮຽກຮ້ອງ, ມຸ່ງຫວັງວ່າຄະນະຊາວໜຸ່ມຕ້ອງປະຕິບັດໄດ້ດີຕື່ມອີກ ຕໍ່ພາລະບົດບາດ, ໜ້າທີ່ຂອງຕົນ, ປະກອບສ່ວນກໍ່ສ້າງຮຸ້ນຊາວໜຸ່ມ ໃຫ້ກາຍເປັນບັນດານັກຮົບປະຈັນບານ, ນຳເອົາຄັນທຸງຂອງພັກ ແລະ ລຸງໂຮ່ ໄປສູ່ໄຊຊະນະສຸດທ້າຍ./.


     ວ.ກ.ອອນ​ໄລ - ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ ​ຕໍ່​ກັບ​ວຽກ​ງານ​ຂົນຂວາຍ​ມະຫາຊົນ ​ໃນ​ການ​ປະຕິບັດ​ໜ້າທີ່ວຽກງານ​ ຂອງ​ອຳນາດ​ການ​ປົກຄອງ, ​ໃນ​ການ​ຍູ້​​ແຮງ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ຂອງ​ປະຊາຊົນ​ຊັ້ນ​ວັນນະ​ຕ່າງໆ​ ເພື່ອພັດທະນາ​ເສດຖະກິດ - ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ.

ສະຫາຍຮ່າ​ທີ້ຂຽດ, ເລຂາ​ທິການ​ສູນ​ກາງພັກ, ຫົວໜ້າ​ຄະນະຂົນຂວາຍ​ມະຫາຊົນ​ສູນ​ກາງ

     ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ພຶດຕິ​ກຳ​ຂອງ​ການ​ປ່ຽນ​ແປງ​​ໃໝ່, ວຽກ​ງານ​ຂົນຂວາຍ​ມະຫາຊົນ​ຂອງ​ພັກ​ ໄດ້ມີ​ການ​ປ່ຽນ​ແປງ​ໃໝ່​ໂດຍ​ພື້ນຖານ ຮ​ອບດ້ານ, ນັບ​ທັງ​ດ້ານ​ຄວາມ​ຮັບ​ຮູ້ ກໍ່​ຄື​ແບບ​ວິທີ​ການດຳ​ເນີນ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສະພາບ​ການ​ໃໝ່.

     ວັນ​ທີ 20 ມີນາ 1990, ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ ​ຄັ້ງທີ 8 ສະ​ໃໝ​ທີ VI ​ໄດ້​ອອກ​ມະຕິ​ກ່ຽວ​ກັບ “ປ່ຽນ​ແປງ​ໃໝ່​ວຽກ​ງານ​ມະຫາຊົນ​ຂອງ​ພັກ, ​ເພີ່ມ​ທະວີ​ສາຍ​ພົວພັນ​ລະຫວ່າງ​ພັກ ກັບ​ປະຊາຊົນ” (​ເອີ້ນ​ໂດຍ​ຫຍໍ້​ວ່າ ມະຕິ​ສູນ​ກາງ 8(B)). ການ​ປະກາດ​ໃຊ້ມະຕິ​ສູນ​ກາງ 8(B) ​ໄດ້​ຕອບ​ສະໜອງ​ຖືກຕ້ອງ​ຕາມ ​ບັນດາ​ບັນຫາ​ຮີບ​ດ່ວນກ່ຽວ​ກັບ​ການ​ຂົນຂວາຍ​ມະຫາຊົນ ​ໃນ​ສະພາບ​ການ​ພາຍ​ໃນ​ປະ​ເທດ ​ແລະ ​ໃນ​ໂລກ​ພວມ​ມີ​ການ​ຜັນ​ປ່ຽນ​ຢ່າງ​ສັບສົນຫຼາຍ​ຢ່າງ; ມັນ​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ ຕໍ່​ກັບວຽກ​ງານ​ຂົນຂວາຍ​ມະຫາຊົນ​ຂອງ​ພັກ ​ໃນ​ສະ​ໃໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່.

     ພ້ອມໆ​ກັນ​ກັບ​ການ​ຜັນ​ຂະຫຍາຍ​ປະຕິບັດມະຕິ​ສູນ​ກາງ 8(B), ບັນດາ​ມະຕິ​ໝາຍ​ເລກ 23, 24, 25 ຂອງກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 7 ສະ​ໃໝ​ທີ IX “ກ່ຽວ​ກັບ​ການ​ເສີມ​ຂະຫຍາຍ​ກຳລັງ​​ແຮງ​ຂອງ​ຄວາມ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ເພື່ອ​ໃຫ້ປະຊາຊົນ​ຮັ່ງມີ ປະ​ເທດຊາດ​ເຂັ້ມ​ແຂງ ສັງຄົມ​ຍຸຕິ​ທຳ ປະຊາທິປ​ະໄຕ ສີວິ​ໄລ”, “ກ່ຽວ​ກັບ​ວຽກ​ງານ​ຊົນ​ຊາດ”, “ກ່ຽວ​ກັບ​ວຽກ​ງານ​ສາສະໜາ”; ບັນດາ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 6 ​ແລະ ກອງ​ປະ​ຊຸມ​ສູນ​ກາງ​ຄັ້ງ​ທີ 7 ສະ​ໃໝ​ທີ X ກ່ຽວ​ກັບ​ການ​ສືບ​ຕໍ່​ກໍ່ສ້າງ​ຊົນ​ຊັ້ນ​ກຳມະກອນ​ຫວຽດນາມ, ກ່ຽວ​ກັບ​ວຽກ​ງານ​ຊາວ​ໜຸ່ມ, ກ່ຽວ​ກັບ​ຖັນ​ແຖວ​ປັນຍາ​ຊົນ ​ແລະ​ກ່ຽວ​ກັບ​ການ​ກະສິກຳ ຊາວນາ ຊົນນະບົດ; ຂໍ້​ຕົກລົງໝາຍ​ເລກ 290-QĐ/TW, ລົງ​ວັນ​ທີ 25 ກຸມພາ 2010, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກ່ຽວ​ກັບ​ການ​ປະກາດ​ໃຊ້ ​ກົດ​ລະບຽບປະຕິບັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ ຂອງລະບົບ​ການ​ເມືອງ, ​ໃນ​ນັ້ນ​ໄດ້​ກຳ​ນົດຢ່າງ​ຈະ​ແຈ້ງ ໜ້າ​ທີ່​ຮັບຜິດຊອບ ​ເນື້ອ​ໃນ ​ແບບ​ວິທີ​ການ​ດຳ​ເນີນ​ວຽກ​ງານ​ຂົນຂວາຍ​ມະຫາຊົນ ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ, ​ເຊິ່ງ​ໄດ້​ຍົກ​ສູງ​ສະຕິ​ຮູ້​ສຶກ ຂອງ​ບັນດາ​ຄະນະ​ພັກ, ອຳນາດ​ການ​ປົກຄອງ, ​ແນວ​ໂຮມ​ແຫ່ງ​ຊາດ, ອົງຄະ​ນະ​ມະຫາຊົນ, ຂອງ​ພະນັກງານ ສະມາຊິກ​ພັກ ປະຊາຊົນ ກ່ຽວ​ກັບ​ການ​ປະຕິບັດ ​ແລະ ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ຢູ່​ຮາກ​ຖານ, ​ເຮັດ​ໃຫ້​ມີ​ການ​ຜັນ​ປ່ຽນ​ ໃນ​ແບບ​ວິທີ​ການ​ນຳພາ​ຂອງ​ບັນດາ​ຄະນະ​ພັກ, ​ແບບ​ວິທີ​ການ​ບໍລິຫານ ​ແລະ ​ແບບ​ແຜນ​ເຮັດ​ວຽກ​ຂອງ​ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ, ​ເປັນ​ຕົ້ນ​ແມ່ນ​ຢູ່​ຮາກ​ຖານ, ​ໄດ້​ກະທົບ​ຢ່າງ​ຕັ້ງໜ້າ​​ເຖິງການ​ກໍ່ສ້າງ​ພັກ ອຳນາດ​ການ​ປົກຄອງ ​ແນວ​ໂຮມ​ແຫ່ງ​ຊາດ ບັນດາ​ອົງການຈັດ​ຕັ້ງ​ປະຊາຊົນ ຢູ່ບັນດາ​ຂະ​ແໜງ​ການ ​ແລະ ຂັ້ນ​ຕ່າງໆ.

     ວຽກ​ງານ​ຂົນຂວາຍ​ມະຫາຊົນ​ຂອງ​ບັນດາ​ອົງການ​ລັດມີ​ການ​ຜັນ​ປ່ຽນ​ຕັ້ງໜ້າ​ຫຼາຍ​ຢ່າງ, ນັບ​ແຕ່​ສະພາ​ແຫ່ງ​ຊາດ, ລັດຖະບານ, ຈົນ​​ເຖິງບັນດາ​ຂະ​ແໜງ​ການ, ບັນດາ​ອົງການ ຫົວໜ່ວຍກົມ​ກອງ ​ແລະ ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ. ການ​ຫັນ​ນະ​ໂຍບາຍ ກົດໝາຍ​ເປັນ​ນິຕິ​ກຳ ລະອຽດ ຕາມ​ທິດ​ນັບ​ມື້​ນັບ​​ເປີດ​ເຜີຍ ປະຊາທິປະ​ໄຕ​ກວ່າ​​ແຕ່​ກ່ອນ; ທັງ​ເອົາ​ໃຈ​ໃສ່​ກໍ່ສ້າງ​ອົງການ ຫົວໜ່ວຍກົມ​ກອງ​ໃຫ້​ໝັ້ນຄົງເຂັ້ມ​ແຂງ, ທັງ​ເພີ່ມ​ທະວີ​ການ​ໂຄສະນາ​ອົບຮົມ​ສຶກສາ ​ເຜີຍ​ແຜ່​ແຜນ​ນະ​ໂຍບາຍ ນະ​ໂຍບາຍ ກົດໝາຍ​ໃຫ້​ປະຊາຊົນ, ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​ທຸກດ້ານ ​ຂອງ​ປະຊາຊົນ. ພາຍຫຼັງ​ທີ່​ກົມ​ການ​ເມືອງ​ສູນ​ກາງ​ພັກ​ອອກ​ຄຳ​ສັ່ງ​ໝາຍ​​ເລກ 30-CT/TW “ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ປະຕິບັດ​ກົດ​ລະບຽບ​ປະຊາທິປະ​ໄຕ​ຢູ່​ຮາກ​ຖານ”, ສະພາ​ແຫ່ງ​ຊາດ ລັດຖະບານ ກໍ່​ໄດ້​ຫັນ​ເປັນ​ນິຕິ​ກຳ​ເປັນ​ກົດໝາຍ ​ແລະ ນຳ​ເອົາ​ກົດ​ລະບຽບ​ປະຊາທິປະ​ໄຕ​ນັ້ນ ​ເຂົ້າ​ປະຕິບັດ​ຢູ່​ໃນ​ບັນດາ​ປະ​ເພດ​ຮູບ​ແບບ​ຮາກ​ຖານ; ການປະຕິ​ຮູບ​ລະບຽບການ​ບໍລິຫານ ນັບ​ມື້​ນັບ​ໄດ້​ຍູ້​ແຮງ, ບັນດາ​ບັນຫາເຄັ່ງຮ້ອນ​ຮີບ​ດ່ວນ​ໃນ​ປະຊາຊົນ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ແກ້​ໄຂ. ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ບັນດາ​ບັ້ນ​ຂົນຂວາຍ​ໄດ້​ຮັບ​ການ​ຊຸກຍູ້​ຢ່າງ​ແຂງ​ແຮງ…

     ​ແນວ​ໂຮມ​ແຫ່ງ​ຊາດ, ບັນດາ​ອົງການ​ຈັດ​ຕັ້ງປະຊາຊົນ ​​ມີ​ຫຼາຍ​ຂະ​ບວນການ ​ແລະ ​ການ​ເຄື່ອນ​ໄຫວຫຼາຍຮູບຫຼາຍ​ແບບ​ເພື່ອ​ຂົນຂວາຍ ​ເຕົ້າ​ໂຮມ ສາມັກຄີ​ປະຊາຊົນຊັ້ນ​ວັນນະ​ຕ່າງໆ; ຄຸນ​ນະພາ​ບ ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ໄດ້​ຮັບ​ການ​ຍົກ​ສູງ, ຫັນ​ສູ່​ຮາກ​ຖານ​ຢ່າງ​ແຂງ​ແຮງ​ກວ່າ; ​​ໄດ້ເອົາ​ໃຈ​ໃສ່ ​ເບິ່ງ​ແຍງ​ດູ​ແລຫຼາຍ​ກວ່າ ຕໍ່​ຄວາມ​ຕ້ອງການ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ສະມາຊິກ ຂອງ​ຜູ້​ເຂົ້າ​ຮ່ວມສະມາ​ຄົມ ​ແລະ ມະຫາຊົນ; ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ການກໍ່ສ້າງ​ພັກ ກໍ່ສ້າງ​ອຳນາດ​ການ​ປົກຄອງ​​ໃຫ້ໃສສະອາດ ​ເຂັ້ມ​ແຂງ. ມີ​ຫຼາຍ​ບັ້ນ​ຂົນຂວາຍ ​ຫຼາຍໂຄງການ​ການ​ກະທຳ ຂະ​ບວນການ​ແຂ່ງຂັນ ​ໂດຍ​ແມ່ນ​ແນວ​ໂຮມ​ແຫ່ງ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ປະ​ຊາ​ຊົນ​ເປັນ​ຜູ້​ປຸກ​ລະດົມ ​ໄດ້​ຮັບ​ຄວາມ​ເຫັນ​ດີ​ສະໜັບສະໜູນ​ຈາກ​ປະຊາຊົນ, ຜ່ານ​ສິ່ງ​ເຫຼົ່າ​ນັ້ນ ​ໄດ້​ກໍ່ສ້າງ​ແບບຢ່າງ “ຂົນຂວາຍ​ປະຊາຊົນ​ຄ່ອງ​ແຄ້​ວ” ​ຫຼາຍໆ​ແບບຢ່າງ​ໃນ​ຂົງ​ເຂດ​ຕ່າງໆ, ປະກອບສ່ວນ​ປະຕິບັດ​ຢ່າງ​ສຳ​ເລັດ​ມີ​ໄຊ ໜ້າ​ທີ່​ການ​ເມືອງ​ຂອງ​ແຕ່ລະ​ທ້ອງ​ຖິ່ນ ຫົວໜ່ວຍກົມ​ກອງ. ວຽກ​ງານ​ຊົນ​ຊາດ ສາສະໜາ ວຽກງານຂົນຂວາຍ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ... ນັບ​ມື້​ນັບ​ມີປະສິດທິ​ຜົນ​ຕົວ​ຈິງ, ປະກອບສ່ວນ​ປັບປຸງ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ແຫ່ງ​ຊາດ ​ໃນ​ພາລະກິດ​ສ້າງ​ສາ​ພັດທະນາ​ປະ​ເທດ ​ຫັນ​ເປັນ​ອຸດສາຫະກຳທັນ​ສະ​ໄໝ.

     ​ແຕ່​ວ່າ, ວຽກ​ງານ​ຂົນຂວາຍ​ມະຫາຊົນ​ຂອງ​ພັກ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາກໍ່ຍັງ​ເຜີຍ​ໃຫ້​ເຫັນ​ຂໍ້​ຈຳກັດ ຈຸດ​ອ່ອນ​ຈຳນວນ​ໜຶ່ງ​ເຊັ່ນ: ສາຍ​ພົວພັນ​ລະຫວ່າງ​ພັກ​ກັບ​ປະຊາຊົນ​ຖືກຫລຸດຜ່ອນ​ອ່ອນ​ເພຍ​ລົງ, ບາງ​ທີ່ ບາງ​ບ່ອນ​ກໍ່​ເຄັ່ງຮ້ອນ​ໜັກໜ່ວງ. ພະນັກງານ ສະມາຊິກ​ພັກ​ພາກສ່ວນ​ໜຶ່ງ​ທີ່​ບໍ່​ໜ້ອຍ, ນັບ​ທັງ​ພະນັກງານ​ຊັ້ນ​ສູງ​ຈຳນວນ​ໜຶ່ງ ຖືກ​ເຊື່ອມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ ຄຸນສົມບັດ​ສິນ​ທຳ ​ແບບ​ແຜນ​ດຳລົງ​ຊີວິດ, ຕິດພະຍາດ​ອາດຍາ​ສິດ ຫ່າງ​ເຫີ​ນມະຫາຊົນ ສວມ​ອຳນາດ​ຊີ້​ຂາດ ຂົ່ມ​ເຫັງ​ປະຊາຊົນ ສໍ້​ລາດ​ບັງ​ຫຼວງ ກິນ​ສິນ​ບົນ ຫຼິ້ນ​ກິນຢ່າງ​ເສລີ​ຟຸມ​ເຟືອຍ. ການ​ຫັນ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ເປັນ​ນິຕິ​ກຳ​ຍັງ​ຊ້າ, ຫຼາຍ​ກົນ​ໄກ ນະ​ໂຍບາຍ​ກ່ຽວ​ກັບ​ເສດຖະກິດ ສັງຄົມ​ຍັງ​ບໍ່​ທັນ​ສອດຄ່ອງ​ເໝາະ​ສົມ. ບັນດາ​ອົງຄະ​ນະມະ​ຫາ​ຊົນ​ຢູ່​ຫຼາຍ​ບ່ອນ​ຍັງ​ຖືກ​ຫັນ​ເປັນ​ແບບ​ບໍລິຫານ, ​ເນື້ອ​ໃນ ຮູບ​ການ ​ແລະ ​ແບບ​ວິທີ​ເຕົ້າ​ໂຮມ​ມະຫາຊົນ​ໄດ້​ປ່ຽນ​ແປງ​ໃໝ່​ຢ່າງ​ຊັກຊ້າ; ອົງການ​ຈັດ​ຕັ້ງ​ຮາກ​ຖານ​ຈຳນວນ​ບໍ່​ໜ້ອຍ​ເຄື່ອນ​ໄຫວ​ບໍ່​ເປັນ​ປົກກະຕິ ​ເຄື່ອນ​ໄຫວ​ແບບຮູບການ, ສະມາຊິກ ຜູ້​ຮ່ວມ​ສະມາຄົມຫຼາຍ​ຄົນ ບໍ່​ມີ​ຄວາມ​ຫ່ວງ​ໄຍຜູກ​ພັນ​ສະໜິດ​ແໜ້ນ​ກັບ ອົງການ​ຈັດ​ຕັ້ງ​ມະຫາຊົນ​ຂອງ​ຕົນ...

     ​ໃນ​ຊຸມ​ປີ​ສະ​ເພາະ​ໜ້າ, ປະ​ເທດ​ຫວຽດນາມ​ພວກ​ເຮົາ​ຢືນ​ຢູ່​ຕໍ່ໜ້າ​​ເງື່ອນ​ໄຂໂອກາດ​ດີຫຼາຍ​ຢ່າງ ​ແຕ່​ກໍ່​ມີ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ບໍ່​ໜ້ອຍ. ​ເພື່ອ​ສວຍ​ໃຊ້​ເງື່ອນ​ໄຂ​ໂອກາດ, ​ເສີມ​ຂະຫຍາຍ​ທຸກໆ​ແຫຼ່ງພະລັງ​ສັງຄົມ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ໃນ​ປະຊາຊົນ ປະຕິບັດຈຸດໝາຍ “ປະຊາຊົນ​ຮັ່ງມີ ປະ​ເທດ​ຊາດ​ເຂັ້ມ​ແຂງ ປະຊາທິປະ​ໄຕ ຍຸດຕິ​ທຳ ສີວິ​ໄລ” ​​ໃຫ້ໄດ້​ຢ່າງ​ສຳ​ເລັດ​ມີ​ໄຊນັ້ນ ​ແມ່ນ​ພັກ​ຕ້ອງປ່ຽນ​ແປງ​ໃໝ່ ​ເພີ່ມ​ທະວີ​ການ​ນຳພາ​ຕໍ່ວຽກ​ງານ​ຂົນຂວາຍ​ມະຫາຊົນ​, ນັ້ນຄື:

     1. ສືບ​ຕໍ່​ເຊື່ອມ​ຊືມ, ​ເຮັດ​ໃຫ້​ຄວາມ​ຮັບ​ຮູ້ຂອງ​ພະນັກງານ ສະມາຊິກ​ພັກ ​ແລະ ປະຊາຊົນ​ກ່ຽວ​ກັບ​ບົດບາດ ທີ່​ຕັ້ງ​ຂອງວຽກ​ງານ​ຂົນຂວາຍ​ມະຫາຊົນ​ ມີ​ການ​ຜັນ​ປ່ຽນຢ່າງ​ຕັ້ງໜ້າ

     ຈັດ​ຕັ້ງໃຫ້​ດີ​ຢ່າງ​ເປັນ​ປະຈຳການ​ຮ່ຳຮຽນ ຊາບ​ຊືມ​ແຜນ​ນະ​ໂຍບາຍ ວິທີ​ການ​ແກ້​ໄຂ​ກ່ຽວ​ກັບວຽກ​ງານ​ຂົນຂວາຍ​ມະຫາຊົນ​ຂອງ​ພັກ. ຍົກ​ສູງຄຸນ​ນະພາ​ບການ​ໂຄສະນາ​ອົບຮົມ ສຶກສາ​ລັດທິ​ມາກ - ​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິ​ນ, ທັດສະນະ, ​ແນວທາງ​ຂອງ​ພັກ ​ໃຫ້​ພະນັກງານ ສະມາຊິກ​ພັກ ​ແລະ ປະຊາ​ຊົນ, ​ເປັນ​ຕົ້າ​ແມ່ນ​ໃຫ້​ຮຸ້ນ​ຄົນ​ໜຸ່ມ​ນ້ອຍ; ​ເຮັດ​ໃຫ້​ທົ່ວ​ພັກ ທົ່ວ​ປວງ​ຊົນ​ກຳ​ແໜ້ນ ​ເປັນ​ເອກະ​ພາບ​ກັບ​ຈຸດໝາຍ ທັດສະນະ ໜ້າ​ທີ່ວຽກ​ງານ​ຂົນຂວາຍ​ມະຫາຊົນ​ຂອງ​ພັກ ​ໃນ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ… ປ່ຽນ​ແປງ​ໃໝ່​ວຽກ​ງານ​ອົບຮົ​ມສຶກສາທິດ​ສະ​ດີ, ວຽກ​ງານ​ໂຄສະນາ​ອົບຮົມ, ວຽກ​ງານ​ຄົ້ນຄວ້າ​ທິດ​ສະ​ດີ ສະຫລຸບ​ສັງ​ລວ​ມພຶດຕິ​ກຳ. ຕໍ່ສູ້​ບອກ​ປັດ​ບັນດາ​ຖ້ອຍ​ທຳນອງ​ເສກ​ສັນ​ປັ້ນ​ແຕ່ງ ຄັດຄ້ານ​ຕ້ານ​ຢັນ ຈອບ​ອອຍ​ແກ່​ດຶງ ປຸກ​ກະທົບ​ກະ​ເທືອ​ນມະຫາຊົນ​ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ​ຕາມ​ບັນດາ​ພາຫະນະ​ສື່​ມວນຊົນ.

     2. ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ ຕໍ່​ກັບ​ວຽກ​ງານ​ຂົນຂວາຍ​ມະຫາຊົນ​ຂອງ​ອຳນາດ​ການ​ປົກຄອງ

     ຈັດ​ຕັ້ງ​ການ​ບຳລຸງ​ຄວາມ​ຮູ້ກ່ຽວ​ກັບວຽກ​ງານ​ຂົນຂວາຍ​ມະຫາຊົນ ​​ໃຫ້​ພະນັກງານ​ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ​ ຢ່າງ​ເປັນ​ປະຈຳ. ລັດ​ສືບ​ຕໍ່​ກໍ່ສ້າງ ​ແລະ ປັບປຸງ​ບູລະນະ​ລະບົບ​ກົດໝາຍ ລະບອບ​ນະ​ໂຍບາຍ​ກ່ຽວ​ກັບ​ບັນດາ​ສິດ ​ແລະ ​ພັນທະຂອງ​ພົນ​ລະ​ເມືອງ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ບັນຫາ​ກ່ຽວ​ກັບ​ທີ່​ດິນ, ​ໃຊ້ແທນຄ່າ​ທີ່​ດິນ, ປົດ​ປ່ອຍພື້ນທີ່​ດິນກໍ່ສ້າງ. ອຳນາດ​ການ​ປົກຄອງ ​ແລະ ອົງຄະ​ນະ​ມະຫາຊົນ​ຂັ້ນ​ຕ່າງໆ ສືບ​ຕໍ່​ແນະນຳ​ໃຫ້​ຮາກ​ຖານ​ຂົນຂວາຍ​ປະຊາຊົນ​ກໍ່ສ້າງ ​ແລະ ປະຕິບັດບັນດາ​ຂໍ້​ກຳນົດ ​ກົດ​ລະບຽບ ຂໍ້​ສັນຍາ​ອັນ​ລະອຽດ ​ກ່ຽວກັບ​ບັນດາ​ບັນຫາທີ່​ກ່ຽວ​ພັນ​ເຖິງ​ພັນທະ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ປະຕິບັດກົດ​ລະບຽບ​ປະຊາທິປະ​ໄຕ​ຢູ່​ຮາກ​ຖານ​ໃຫ້​ໄດ້​ດີ. ບັນດາ​ອົງການ​ລັດ, ພິ​ເສດ​ແມ່ນ​ບັນດາ​ຂະ​ແໜງ​ການ ບັນດາຫົວໜ່ວຍ​ກົມ​ກອງ​ທີ່​ມີ​ການ​ພົວພັນ​ໂດຍ​ກົງ​ກັບ​ປະຊາຊົນ, ຕ້ອງ​ປະຕິບັດ​ເປັນ​ຢ່າງ​ດີກາ​ນ​ເປີດ​ເຜີຍ​ບັນດາ​ຂໍ້​ກຳນົດ, ບັນດາ​ມາດຕະຖານ​ອັນ​ລະອຽດ​ ກ່ຽວ​ກັບ​ໜ້າ​ທີ່​ຮັບຜິດຊອບ ​ແລະ ທ່າທີ່ຮັບ​ໃຊ້​ປະຊາຊົນ​ຂ​ອງພະນັກງານ ລັດຖະກອນ​ອຳນາດ​ການ​ປົກຄອງ, ປະກາດ​ເປັນ​ທາງ​ການ​ໃຫ້​ປະ​ຊົນ​ຮູ້ ​ແລະ ກວດກາ​ການ​ປະຕິບັດ. ຈັດ​ຕັ້ງ​ເປັນ​ຢ່າງ​ດີກາ​ນຕ້ອນຮັບ​ປະຊາຊົນ ​ແລະ ​ແກ້​​ໄຂ​ຢ່າງ​ທັນ​ການ​ ​ໃບ​ສະ​ເໜີ ໃບຮ້​ອງຟ້ອງຂອງ​ປະຊາຊົນ; ພະນັກງານ ສະມາຊິ​ກພັກຢູ່​ອົງການ​ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ, ​ເປັນ​ຕົ້ນ​ແມ່ນ​ຫົວໜ້າ ຕ້ອງ​ປະຕິບັດ​ການ​ສົນທະນາ​ກັບ​ປະຊາຊົນ, ງ່ຽງ​ຫູ​ຟັງ​ແນວ​ຄິດ​ຈິດ​ໃຈ ຄວາມ​ມຸ່ງ​ມາດ​ປາຖະໜາອັນ​ຊອບ​ທຳ​ຂອງ​ປະຊາ​ຊົນ.

     ບັນດາ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ສະພາ​ປະຊາຊົນ​ຕ້ອງ​ປະຕິບັດ​ເປັນ​ຢ່າງ​ດີ​ໜ້າ​ທີ່​ຮັບຜິດຊອບ​ຕໍ່ຜູ້​ເລືອກ​ຕັ້ງ; ​ເພີ່ມ​ທະວີ​ການພົບ​ປະ​ກັບ​ຜູ້​ເລືອກ​ຕັ້ງ, ງ່ຽງ​ຫູ​ຟັງ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ຜູ້​ເລືອກ​ຕັ້ງ ​ເພື່ອ​ສ່ອງ​ແສງ​​ໃຫ້ບັນດາ​ອົງການລັດ, ປະກອບສ່ວນ​ກໍ່ສ້າງ​ກົດໝາຍ ນະ​ໂຍບາຍ​ຂອງ​ລັດ; ປະຕິບັດ​ຢ່າງ​ເຂັ້ມ​ງວດ​ການເອົາຄະແນນສຽງໄວ້ວາງໃຈ ແລະ ລົງຄະແນນສຽງໄວ້ວາງໃຈ ຕໍ່​ກັບ​ຜູ້​ດຳລົງ​ຕຳ​ແໜ່​ງ ​ໂດຍ​​ແມ່ນສະພາ​ແຫ່ງ​ຊາດ ສະພາ​ປະຊາຊົນ​​ເລືອກ​ຕັ້ງ ຫຼື​ໃຫ້​ສັດຕະຍາບັນ. ສືບ​ຕໍ່​ເສີມ​ຂະຫຍາຍ ​ແລະ ປະຕິບັດ​ເປັນ​ຢ່າງ​ດີ ​ຂໍ້​ກຳນົດ​ກ່ຽວກັບການ​ສົມທົບ​ລະ​ຫວ່າງ​ອຳນາດ​ການ​ປົກຄອງ ກັບ​ແນວ​ໂຮມ​ແຫ່ງຊາດ ​ແລະ ອົງ​ຄະນະ​ມະຫາຊົນ​ຂັ້ນ​ຕ່າງໆ. ​ເພີ່​ມທະວີ​ການ​ນຳພາ ກວດກາ ຊຸກຍູ້ ສະຫລຸບ​​ເບື້ອງ​ຕົ້ນ ດັດ​ແກ້ຢ່າງ​ທັນ​ການຕໍ່​ການ​ປະຕິບັດບັນດາ​ແຜນ​ນະ​ໂຍບາຍ ມະຕິ​ຂອງ​ພັກ​ກ່ຽວກັບວຽກ​ງານ​ປະຕິ​ຮູບ​ການ​ບໍລິຫານ.

     3. ຍູ້​ແຮງ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ​ຂອງ​ປະຊາຊົນຊັ້ນ​ວັນນະ​ຕ່າງໆ ​ໃນ​ການປະຕິບັດ​ໜ້າທີພັດທະນາ​ເສດຖະກິດ - ສັງ​ຄົນ ປ້ອງ​ກັບປະ​ເທດ ປ້ອງ​ກັນຄວາມ​ສະຫງົບ

     ສືບ​ຕໍ່​ຍູ້​ແຮງ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ໃນ​ປະຊາຊົນ, ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມຊ້ອນ​ທຸກ​ຢ່າງ​ເພື່ອ​ຍູ້​ແຮງ​ການ​ຜະລິດ ພັດທະນາ​ການ​ບໍລິການ. ລັດ​ເພີ່ມ​ເຕີມ ປັບປຸງ​ບູລະນະ​ບັນດາ​ນະ​ໂຍບາຍ​ສົ່ງ​ເສີມ​ພັດ​ທະນະ​ເສດຖະກິດ​ຕະຫຼາດຕາມ​ທິດ​ສັງຄົມ​ນິຍົມ; ຮັກສາ​ເສດຖະກິດ​ມະຫາ​ພາບ​ໃຫ້​ສະຖຽນ​ໝັ້ນ, ຈຳ​ກັດໄພເງິນ​ເຟີ້, ຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ​ເຮັດ​​ໃຫ້ສະພາບ​ການ​ເສດຖະກິດ​ຜັນ​ປ່ຽນ​ນັບ​ມື້​ນັບ​ດີກ​ວ່າ​ເກົ່າ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ສະພາບ​ການ​ສັງຄົມ​ນັບ​ມື້​ນັບ​ສະຖຽນ​ໝັ້ນ…

     ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ອົງຄະ​ນະມະ​ຫາ​ຊົນ ​ແລະ ຂອງ​ປະຊາຊົນ ​ໃນ​ການ​ຕໍ່ສູ້​ຕ້ານ​ຄວາມ​ຫຍໍ້​ທໍ້, ​ເປັນ​ຕົ້ນ​​ແມ່ນຕໍ່ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ຕິດ​ແໜ້ນ​ລະຫວ່າງ​ການ​ຕໍ່ສູ້​ຕ້ານ​ຄວາມ​ຫຍໍ້​ທໍ້​ພາຍ​ໃນ​ພັກ ​ໃນ​ກົງຈັກ​ຂອງ​ລັດ ​ແລະ ບັນດາ​ອົງຄະ​ນະມະ​ຫາ​ຊົນ ກັບ​ການ​ຕໍ່ສູ້​ຕ້ານ​ຄວາມ​ຫຍໍ້​ທໍ້​ໃນ​ສັງຄົມ, ຕ້ານ​ອາດ​ຊະຍາກຳ, ຮັກສາ​ລະບຽບ​ຄວາມ​ສະຫງົບ ຄວາມ​ປອດ​ໄພ​ສັງຄົມ.

     ຍູ້​ແຮງ​ການ​ປະຕິບັດກົດ​ລະບຽບ​ປະຊາທິປະ​ໄຕ​ຢູ່​ຮາກ​ຖານ; ກໍ່ສ້າງ​ແລະ​ປະຕິບັດ​ຂໍ້​ກຳນົດ​ການ​ຕິດຕາມ​ກວດກາ ​ແລະ ການ​ຕິ​ຊົມ​ສັງຄົມ​ຂອງ​ແນວ​ໂຮມ​ແຫ່ງ​ຊາດ​ຫວຽດນາມ ​ແລະ ຂອງ​ບັນດາ​ອົງຄະ​ນະ​ການ​ເມືອງ - ສັງຄົມ; ປະຕິບັດ​ຂໍ້​ກຳນົດກ່ຽວ​ກັບ​ການ​ທີ່​ແນວ​ໂຮມ​ແຫ່ງ​ຊາດ​ຫວຽດນາມ ບັນດາ​ອົງຄະ​ນະ​ການ​ເມືອງ - ສັງຄົມ ​ແລະ ປະຊາຊົນ​ເຂົ້າ​ຮ່ວມ​ໃນ​ການ​ປະກອບ​ຄວາມ​ຄິດ​ຄວາມເຫັນກໍ່ສ້າ​ງພັກ ກໍ່ສ້າງ​ອຳນາດ​ການ​ປົກຄອງ…

     ​ເພີ່ມ​ທະວີ​ການ​ນຳພາ​ວຽກ​ງານ​ສື່​ຂ່າວ ໜັງ​ມື​ພິມ ການ​ພິມ​ຈຳໜ່າຍ. ໜັງສືພິມ​ວາລະສານ, ດ້ານ​ໜຶ່ງ, ຍ້ອງຍໍ​ສັນລະ​ເສີນ​ຢ່າງ​ທັນ​ການ​ຕໍ່​ກັບບັນດາ​ປັດ​ໃຈ​ໃໝ່ ບັນດາ​ບົດຮຽນ​ປະສົບ​ການ​ດີ ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ; ດ້ານ​ອື່ນ, ສື​ບຕໍ່​ຍູ້​ແຮງ​ການ​ຕໍ່ສູ້​ຕ້ານ​ຄວາມ​ຫຍໍ້​ທໍ້, ຕຳ​ນິວິພາກ ຕໍ່ສູ້​ຢ່າງ​ເດັດດ່ຽວ​ກັບບັນດາ​ທັດສະນະ​ທີ່​ຜິດພາດ ບັນດາ​ຖ້ອຍ​ທຳນອງ​ເສກ​ສັນ​ປັ້ນ​ແຕ່ງ ປະຕິ​ການ​ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ.

     ສືບ​ຕໍ່ຈັດ​ຕັ້ງ​ປະຕິບັດ​ຢ່າງ​ກວ້າງຂວາງ​ທົ່ວ​ເຖິງ ມີ​ລວງ​ເລິກ ​ແທດ​ເໝາະ ​ແລະ ມີ​ປະສິດທິ​ຜົນ ການ​ຮ່ຳຮຽນ ​ແລະ ​ເຮັດ​ຕາມ​ແວ່ນ​ແຍງ​ຄຸນສົມບັດ​ສິນ​ທຳ ​ໂຮ່ຈີ​ມິນ ​ໂດຍ​ຕິດ​ແໜ້ນ​ກັບໜ້າ​ທີ່​ກໍ່ສ້າງ ປັບປຸງ​ດັດ​ແກ້​ພັກ ​ແລະ ຕໍ່ສູ້ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຟຸມ​ເຟືອຍ, ຕ້ານ​ການ​ເຊື່ອມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ ​ແບບ​ແຜນ​ກຳ​ລົງ​ຊີວິດ​ຂອງ​ພະນັກງານ ສະມາຊິກ​ພັກ…

     4. ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ຕໍ່​ກັບ​ແນວ​ໂຮມ​ແຫ່ງ​ຊາດ​ຫວຽດນາມ, ບັນດາ​ອົງການ​ຈັດ​ຕັ້ງ​ປະຊາຊົນ

     ຍົກ​ສູງ​ຢ່າງ​ເປັນ​ປະຈຳ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດບາດ ໜ້າ​ທີ່​ຮັບຜິດຊອບ​ຂອງ​ພັກ ອຳນາດ​ການ​ປົກຄອງ ​ຕໍ່​ກັບ​ແນວ​ໂຮມ​ແຫ່ງ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ປະຊາຊົນ. ກຳນົດ​ຈະ​ແຈ້ງ​ກວ່າ​ອີກ ພາລະ​ບົດບາດ ໜ້າ​ທີ່, ​ແກ້​ໄຂ​ຢ່າງ​ຖືກຕ້ອງ​ສາຍ​ພົວພັນ​ລະຫວ່າງ​ພັກ​ນຳພາ ລັດ​ຄຸ້ມ​ຄອງ ​ແລະ​ ບົດບາດ​ເປັນ​ເຈົ້າ​ຂອງ​ປະຊາຊົນ ​ໂດຍ​ຜ່ານ​ແນວ​ໂຮມ​ແຫ່ງ​ຊາດ ​ແລະ ບັນດາ​ອົງຄະ​ນະ​ການ​ເມືອງ - ສັງຄົມ, ສະມາ​ຄົນ​ມະຫາຊົນ… ​ເສີມ​ຂະຫຍາຍສິດ​ເປັນ​ເຈົ້າ​ການ​ຂອງ​ແນວ​ໂຮມ​ແຫ່ງ​ຊາດ ຂອງ​ບັນດາ​ອົງການຈັດ​ຕັ້ງ ​ໃນ​ການ​ຂົນຂວາຍ​ປະຊາຊົນ; ບັນດາ​ຮູບ​ການ​ເຕົ້າ​ໂຮມ​ປະຊາຊົນ​ຕ້ອງ​ຫຼາຍ​ຮູບ​ຫຼາຍ​ແບບ, ຫັນ​ການ​ເຄື່ອນ​ໄຫວ​ຕ່າງ​ໆ​ລົງ​ສູ່​ຮາກ​ຖານ… ປັບປຸງ​ກົງຈັກ​ການຈັດ​ຕັ້ງ​ໃຫ້​ສົມບູນ​ແບບ, ປ່ຽນ​ແປງ​ໃໝ່​ນະ​ໂຍບາຍ ລະບອບ​ ຕໍ່​ກັບ​ແນວ​ໂຮມ​ແຫ່ງ​ຊາດ​ຫວຽດນາມ ​ແລະ ບັນດາ​ການຈັດ​ຕັ້ງ​ປະຊາຊົນ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງ​ການ​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ ​ແບບ​ວິທີ​ການ​ເຄື່ອນ​ໄຫວ​ໃນ​ໄລຍະ​ໃໝ່.

     5. ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ​ຂອງ​ພັກ​ຕໍ່​ກັບ​ວຽກ​ງານ​ຂົນຂວາຍ​ມະຫາຊົນ ກໍ່ສ້າງ​ພັກ​ໃຫ້​ປອດ​ໃສ ​​ເຂັ້ມ​ແຂງ

     ບັນດາ​ການຈັດ​ຕັ້ງ​ພັກ​ແຕ່​ສູນ​ກາງ​ລົງ​ຮອດ​ຮາກ​ຖານລ້ວນ​ແຕ່​ຕ້ອງ​ເອົາ​ວຽກ​ງານ​ຂົນຂວາຍມະຫາຊົນ ​ແລະ ​ເບິ່ງ​ແຍງ​ດູ​ແລ​ຜົນ​ປະ​​ໂຫຍ​ດຂອງ​ມະຫາຊົນ ​ເປັນ​ເນື້ອ​ໃນ​ຕົ້ນຕໍ​ໜຶ່ງ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຕົນ... ປະຕິບັດ​ຢ່າງເຂັ້ມ​ງວດ ເປັນ​ປະຈຳ ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ່ 4 ສະ​ໄໝ​ທີ XI “ບັນຫາ​ຮີບ​ດ່ວນ​ຈຳນວນ​ໜຶ່ງ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປັດຈຸບັນ”. ​ແບ່ງ​ງານ​ໃຫ້​ສະຫາ​ຍພະນັກງານ​ຫຼັກ​ແຫຼ່ງ​ໃນ​ຄະນະ​ພັກ ​ໃຫ້​ຮັບຜິດຊອບ​ສະ​ເພາະ​ວຽກ​ງານ​ມະຫາຊົນ. ສະມາຊິກ​ພັກ​ແຕ່ລະຄົນ​ລ້ວນ​ແຕ່​ເຮັດ​ວຽກ​ງານ​ຂົນຂວາຍ​ມະຫາຊົນ, ​ເປັນ​ແບບຢ່າງ​ປະຕິບັດໜ້າ​ທີ່​ຮັບຜິດຊອບ​ໃນ​ສຳນັກງານກົມ​ກອງ ​ແລະ ພັນທະ​ພົນລະ​ເມືອງຢູ່​ບ່ອນ​ອາ​ໄສ, ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ​ໃນ​ອົງການ​ຈັດ​ຕັ້ງ​ທີ່​ຕົນ​ເຂົ້າ​ຮ່ວມ …

     6. ຖື​ເປັນ​ສຳຄັນ​ການນຳພາ​ກໍ່ສ້າງ, ປັບປຸງ​ການຈັດ​ຕັ້ງ ກົງຈັກ​ຖັນ​ແຖວ​ພະນັກງານ​ເປັນ​ເສນາ​ທິການ ​ແລະ ​ເຮັດ​ວຽກ​ງານ​ຂົນຂວາຍ​ມະຫາຊົນ​ໂດຍ​ກົງ

     ມີ​ນະ​ໂຍບາຍ​ບຳລຸງ​ກໍ່ສ້າງ​ພະນັກງານ, ວາງ​ແຜນ​ກຳນົດພະນັກງານ ດຶງ​ດູດ​ພະນັກງານ​ເຮັດ​ວຽກ​ງານ​ຂົນຂວາຍ​ມະຫາຊົນ. ປັບປຸງ​ບູລະນະຄະນະ​ຂົນຂວາຍ​ມະຫາຊົນ​ຂັ້ນ​ຕ່າງໆ ​ໃຫ້​ພໍ​ພຽງ​ທາງ​ດ້ານ​ປະລິມານ ​ໂຄງ​ປະກອບ ຮັບປະກັນ​ທາງ​ດ້ານ​ຄຸນ​ນະພາ​ບ; ຄັດ​ເລືອກ ຈັດ​ວາງ​ພະນັກງານ​ທີ່​ມີ​ຄົບກຳລັງ​ຄວາມ​ສາມາດ ຄຸນສົມບັດ​ສິນ​ທຳ ​ແບບ​ແຜນ​ປະຕິບັດ​ງານ, ມີ​ກຳລັງ​ພຽງພໍ​ເພື່ອ​ເປັນ​ເສນາ​ທິການ​ໃຫ້​ແກ່​ຄະນະ​ພັກ ກ່ຽວ​ກັບວຽກ​ງານ​ຂົນຂວາຍ​ມະຫາຊົນ. ປະຕິບັດ​ການວຽນ​ຜຽນ​ພະນັກງານ​ຂົນຂວາຍ​ມະຫາຊົນ. ຊີ້​ນຳ​ບັນດາ​ໂຮງຮຽນ​ກໍ່ສ້າງ​ພະນັກງານ​ຂອງ​ພັກ ບັນດາ​ສູນ​ບຳລຸງ​ການ​ເມືອງ ​ໃນການ​ຮຽບຮຽງກໍ່ສ້າງ ບູລະນະ​ເອກະສານ​ສິດສອນຮ່ຳຮຽນ ວິຊາ​ສະ​ເພາະການ​ຂົນຂວາຍ​ມະຫາຊົນ; ຍົກ​ລະດັບ​ການກໍ່ສ້າງ​ຂຶ້ນ​ເປັນມະຫາວິທະຍາ​ໄລ ​ແລະ ​ເໜືອ​ມະຫາວິທະຍາ​ໄລ ກ່ຽວ​ກັບ​ຂະ​ແໜງ​ສະ​ເພາະ​ຂົນຂວາຍ​ມະຫາຊົນ./.

                                                                          ຮ່າ​ທີ້ຂຽດ

                               ເລຂາ​ທິການ​ສູນ​ກາງພັກ, ຫົວໜ້າ​ຄະນະ​ຂົນຂວາຍ​ມະຫາຊົນ​ສູນ​ກາງ