ວກ. - ​ໃນ​ຂະ​ບວນວິວັດ​ການ​ພັດທະນາ, ວັດທະນະທໍາ​ແມ່ນ​ກະ​ແສ​ທີ່​ຕໍ່​ເນື່ອງ, ມີ​ການ​ສືບ​ທອດ ​ເພີ່ມ​ເຕີມ ​ແລະ ​ປັບປ່ຽນ; ມັນ​ມີ​ບົດບາທັງ​ເປັນ​ແຮງ​ຜັກ​ດັນ​ພາຍ​ໃນທີ່ສຳຄັນ ທັງ​ເປັນລະບົບການດັດ​ປັບ​ໃນ​ຂະ​ບວນການພັດທະນາຂອງ​ແຕ່ລະ​ປະ​ເທດ. ນີ້​ກໍ​ແມ່ນ​ທັດສະນະ​ທີ່​ສະ​ແດງ​ອອກ​ ໃນ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ການ​ຊາບ​ຊຶມ​ແລະ​ຜັນ​ຂະຫຍາຍ​ທັດສະນະ​ນີ້ປະກອບສ່ວນ​ນຳ​ໄປ​ສູ່​ຄວາມ​ສຳ​ເລັດ​ໃນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ ​ແລະ ​ໜ້າ​ທີ່​ການ​ພັດທະນາ​ປະ​ເທດ​ ໃນ​ໄລຍະ​ຈະ​ມາ​ເຖິງ.

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ກັບພະນັກງານ, ປະຊາຊົນບ້ານ ເຝີ້ດຕິກ, ເມືອງຕຽນຢູ, ແຂວງບັກນິງ _ພາບ: TTXVN

1- ບັນດາ​ເນື້ອ​ໃນ​ທີ່​ສຳຄັນກ່ຽວ​ກັບ​ວັດທະນະທຳບໍ່​ພຽງ​ແຕ່​ມີ​ຢູ່​ໃນ​ພາກ​ທີ 7 ຂອງ​ລາຍ​ງານ​ການ​ເມືອງ​ທີ່ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ເທົ່າ​ນັ້ນ, ​ແຕ່​ຍັງໄດ້ນໍາສະເໜີເປັນອົງປະກອບທີ່ສໍາຄັນ ໃນພາກສ່ວນ​ອື່ນໆ ຂອງເອກະສານກອງປະຊຸມ​ໃຫຍ່​ຄັ້ງ​ທີ 13, ຕັ້ງ​ແຕ່​ເ​ສດຖະກິດ ຈົນ​ເຖິງ​ການ​ກໍ່ສ້າງ​ແລະ ​ປັບປຸງ​ພັກ; ​ຕັ້ງແຕ່​ແຜນ​ຍຸດ​ທະ​ສາ​ຮອດ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2045 ຈົນ​ເຖິງ​ໜ້າ​ທີ່​ຂອງ​ແຜນການ 5 ປີ (2021-2025). ສິ່ງ​ດັ່ງກ່າວ ບໍ່​ພຽງ​ແຕ່​ສະ​ແດງ​ອອກ​ໃນ 5 ປີທີ່​ຈະ​ມາ​ເຖິງ ​ໃນ​ໂຄງ​ປະກອບຮູບ​ການ​ຂອງ​ເອກະສານ​, ​ແຕ່​ຍັງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສອດຄ່ອງ​ຂອງ​ທັດສະນະ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ດ້ວຍຈິນຕະນາການ​ທີ່​ເລິກ​ເຊິ່ງກ່ຽວ​ກັບ​ວັດທະນະທຳ​: ​ເຮັດ​ໃຫ້ວັດທະນະທຳຊຶມ​ເລິກ​ເຂົ້າ​​ໄປ​ໃນ​ຊີວິດ​ ແລະ ການ​ເຄື່ອນ​ໄຫວ​ສັງຄົມ​ທັງ​ໝົດ, ​ໃນ​ແຕ່ລະຄົນ, ​ແຕ່​ລະ​ຄອບຄົວ, ​ແຕ່​ລະ​ກຸ່ມ​ແລະ​ຊຸມ​ຊົນ, ​ແຕ່ລະພື້ນ​ທີ່​ທີ່ຢູ່​ອາ​ໄສ, ​ເຂົ້າ​ໃນ​ທຸກຂົງເຂດການດຳລົງຊີວິດ ແລະ ການ​ພົວພັນ​ຂອງ​ມະນຸດ(1)... ໝາຍ​ຄວາມ​ວ່າ, ວັດທະນະທຳ​ເປັນ​ຕົວ​ມັນ​ເອງ​ດ້ວຍຜະລິດ​ຕະພັນ​ທີ່​ອຸດົມສົມບູນ ຫຼາກ​ຫຼາຍ ​ແລະ ​ມີ​ສີສັນ, ທັງ​ເປັນປັດ​ໄຈ​ຢູ່​ໃນ​ທຸກ​ດ້ານ​ຂອງ​ຊີວິດ​ມະນຸດ, ກຳນົດລະດັບ​ການ​ພັດທະນາ ແລະ ຄຸນ​ນະພາ​ບ, ຄຸນຄ່າ​ ຂອງ​ມະນຸດ ​ແລະ ຂອງ​ຊີວິດ​ສັງຄົມ​ທັງ​ໝົດ. ຈາກ​ນັ້ນ, ຕ້ອງ​ເຮັດ​ໃຫ້​ຄວາມ​ຕ້ອງການ ​ແລະ ມາດຕະຖານ​ວັດທະນະທຳ ​ເປັນ​ປັດ​ໄຈ​ພາຍ​ໃນ, ມີ​ບົດບາດສຳຄັນ​ເປັນ​ພິ​ເສດ​ຂອງ​ການ​ພັດທະນາ. ຄວາມ​ແປກ​ໃໝ່​ຂອງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ແມ່ນ ມີ​ການ​ກ່າວ​ເຖິງ​ວັດທະນະທຳ​​ທັງ​ທາງ​ກົງ ​ແລະ ທາງ​ອ້ອມ​ ໃນເກືອບ​ທັງ​ໝົດ 12 ທິດ​ທາງ​ການພັດທະນາ​ຂອງ​ປະ​ເທດ​ໃນ​ໄລຍະປີ 2021-2030, ​ໃນ​ນັ້ນ, ທິດ​ທາງ​ທີ​ສີ່​ໄດ້​ເນັ້ນ​ໜັກ​ບົດບາດຂອງວັດທະນະທຳ​, ຜູ້​ຄົນ​ຫວຽດນາມ​ແມ່ນກຳລັງ​ແຮງ​ພາຍ​ໃນ, ​ແຮງ​ຜັກ​ດັນ​ການ​ພັດທະນາ​ທີ່ສຳຄັນ​ທີ່​ສຸດ​ ຂອງ​ປະ​ເທດພັດທະນາ​ຜູ້​ຄົນ​ຢ່າງ​ຮອບດ້ານ ​ແລະ ກໍ່ສ້າງວັດທະນະທຳຫວຽດນາມ​ທີ່​ກ້າວໜ້າ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ເອກະລັກ​ຂອງ​ຊາດ ​ເພື່ອ​ໃຫ້ວັດທະນະທຳ​, ຜູ້​ຄົນ​ຫວຽດນາມ​ກາຍ​ເປັນ ກຳລັງ​​ແຮງພາຍ​ໃນ, ແຮງ​ຜັກ​ດັນ​ການ​ພັດທະນາປະ​ເທດ​ຢ່າງ​ແທ້​ຈິງ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ... ຄວາມ​ເກັ່ງ​ກ້າ​ສາມາດ, ສະຕິ​ປັນຍາ ​ແລະ ຄຸນ​ນະພາ​ບຂອງຊາວ​ຫວຽດນາມ​ແມ່ນ​ຈຸດ​ໃຈກາງ, ​ເປົ້າ​ໝາຍ ​ແລະ ​ແຮງ​ຜັກ​ດັນ​ການ​ພັດທະນາ​ທີ​ສຳຄັນ​ທີ່​ສຸດ ​ຂອງ​ປະ​ເທດ​ຊາດ(2).

ຈັ່ງ​ຊັ້ນ, ​ເນື້ອ​ໃນ​ຂອງ​​ແຮງ​ຜັກ​ດັນ​ນີ້​ແມ່ນ​ຫຍັງ? ສັງ​ເກດ​ຈາກ​ພຶດຕິ​ກຳ​ຕົວ​ຈິ​ງ,​ແຮງຜັກ​ດັນ​ນີ້​ແມ່ນກຳລັງ​ແຮງ (ຕົ້ນຕໍ​ແມ່ນກຳລັງ​ແຮງທາງ​ຈິດ​ໃຈ), ​ແຕ່, ​ແຮງ​ຜັກ​ດັນ​ນີ້ຍັງຢູ່ໃນຮູບແບບທີ່ແຝງ, ຕ້ອງ ກະຕຸ້ນ” ຈຶ່ງ​ຈະ​ສາມາດ​ປ່ຽນ​ເປັນພະລັງງານທາງ​ວັດຖຸ​ໄດ້. ປະສົບການປະຕິບັດຕົວຈິງທີ່ລ້ຳຄ່າທີ່​ສຸດຂອງການປະຕິວັດເດືອນສິງຫາປີ 1945, ຂອງ​ຊຸມ​ປີ​ແຫ່ງ​ການ​ຕໍ່ສູ້​ຕ້ານ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ ​ແລະ ​ຈັກກະພັດ​ອາ​ເມ​ລິ​ກາ, ​ແລະ​ໄລຍະການ​ປ່ຽນ​ໃໝ່​ຂອງ​ປະ​ເທດ ​ໄດ້​ມອບ​ບົດຮຽນ​ໃຫ້​ຫວຽດນາມ​ກ່ຽວ​ກັບ​ພອນ​ສະຫວັນ ​ແລະ ຄວາມ​ສາມາດ​ໃນ​ການ “​ກະ​ຕູ້ນ” ​ແຮງ​ຜັກ​ດັນ​ທາງ​ວັດທະນະທຳ​ຂອງ​ລຸງ​ໂຮ່ ​ແລະ ພັກ. ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດ​ຫວຽດນາມຊີ້​ແຈງ​ວ່າ: “ແຮງຜັກດັນ ​ແລະ ​ແຫຼ່ງພະລັງ​ການ​ພັດທະນາສຳຄັນ​ທີ່​ສຸດຂອງ​ປະ​ເທດ​ແມ່ນ ປຸກລະດົມ​ຢ່າງ​ແຂງ​ແຮງ​ນ້ຳ​ໃຈ​ຮັກ​ຊາດ, ​ເຈດຈຳນົງ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ຊາດ, ກຳລັງ​ແຮງ​ແຫ່ງມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ແລະ ຄວາມ​ປາດ​ຖະໜາ​ອັນ​ແຮງ​ກ້າໃນ​ການ​ພັດທະນາ​ປະ​ເທດໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ​ ແລະ ມີ​ຄວາມ​ຜາ​ສຸກ(3). ສີ່​ປັດ​ໄຈ​ຄື: ນ້ຳ​ໃຈ​ຮັກ​ຊາດ, ​ເຈດຈຳນົງ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ຊາດ, ກຳລັງ​ແຮງ​ແຫ່ງມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ແລະ ຄວາມ​ປາດ​ຖະໜາ​ອັນ​ແຮງ​ກ້າໃນ​ການ​ພັດທະນາ​ປະ​ເທດ ລ້ວນ​ແຕ່​ແມ່ນຄຸນຄ່າ​ວັດທະນະທຳມູນ​ເຊື້ອ​ອັນລ້ຳຄ່າ, ຍາວ​ນານ​ຂອງ​ຊາດ ​ແລະ ກໍ່​ແມ່ນບັນດາ​ຄຸນຄ່າ​ວັດທະນະທຳ​ຫຼັກ​ໃນ​ລະບົບ​ຄຸນຄ່າວັດທະນະທຳ​, ລະບົບ​ແຮງ​ຜັກ​ດັນ​ທີ່​ສ້າງ​ໂດຍ​ວັດທະນະທຳ​ຫວຽດນາມ. ນີ້​ແມ່ນ​ຈຸດ​ເນັ້ນຢ້ຳ​ ​ແລະ ​ແນວ​ຄິດທີ່​ສໍາ​ຄັນ​ທີ່​ສຸດ ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ, ກາຍ​ເປັນ​ແຮງ​ບັນ​ດານ​ໃຈ​ໃໝ່​ອັນ​ແຮງ​ກ້າ ແລະ ​ເປັນຄວາມ​ຫວັງ​ອັນ​ຍິ່ງ​ໃຫຍ່​ ຂອງ​ພັກແລະທົ່ວ​ປວງ​ຊົນ. ຖ້າ​ປັດ​ໄຈ​ເຫຼົ່າ​ນີ້ບໍ່​ສາມາດ​ກະ​ຕູ້ນ​ໄດ້ ​ແລະ ຄວາມ​ປາດ​ຖະໜາ​ຂອງ​ປະຊາຊົນ​ໃນ​ການ​ພັດທະນາ​ປະ​ເທດບໍ່​ສາມາດ​ສົ່ງ​ເສີມ​ໄດ້ ​ເປົ້າ​ໝາຍ ​ເຖິງ​ປີ 2045 ປະ​ເທດ​ຂອງ​ພວກເຮົາ​ຈະ​ກາຍ​ເປັນປະ​ເທດ​ທີ່​ພັດທະນາ​ແລ້ວ​ແລະ​ມີ​ລາຍ​ໄດ້​ສູງ​ຈະປະສົບ​ບັນຫາ​ຫຍຸ້ງຍາກຫຼາຍ​ຢ່າງ. ກໍາລັງ​ຕົ້ນຕໍ​ເພື່ອ​ປະຕິບັດ​ເປົ້າ​ໝາຍ​ນັ້ນ​ແມ່ນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ; ​ແຕ່, ຄົນ​ຮຸ່ນ​ທີ່​ມີ​ຄວາມ​ຮັບຜິດຊອບ​ນີ້ ​ແລະ ຈະ​ຜ່ານ 25 ປີຂ້າງໜ້າ (2021-2045) ​ແມ່ນ​ຄົນ​ທີ່​ມີ​ອາຍຸ​ລະຫວ່າງ 15 ​ເຖິງ 45 ປີ​ໃນ​ປະຈຸ​ບັນ! ໝາຍ​ຄວາມ​ວ່າ ຕັ້ງ​ແຕ່​ເວລາ​ນີ້, ​ໃນ​ເດືອນທໍາອິດ​ຂອງ​ການ​ປະຕິບັດເປົ້າໝາຍຂ້າງເທິງ, ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ​ລະບົບ​ການ​ເມືອງ​ຕ້ອງ​ມີ​ບັນດາ​ບາດກ້າວ​ບຸກທະລຸ, “ການໝູນ​ໃຊ້”, ວິທີ​ແກ້​ໄຂ​ທີ່​ປະດິດ​ສ້າງ, ​ໄຫວ​ພິບ, ຄົບ​ຊຸດ ​ແລະ ມີ​ປະສິດທິ​ຜົນ​ໃນ​ໄລຍະ​ຍາວ ​ເພື່ອ​ປົດ​ລັອກ ​ແລະ ປຸກລະດົມບັນດາ​ອັດຕະພາບ​ທີ່ສຳຄັນ​ຂອງ​ບັນດາ​ແຮງ​ຜັກ​ດັນ​ດັ່ງກ່າວ, ​ໂດຍ​ສະ​ເພາະ​ຮຸ່ນໜຸ່ມ.

ວັດທະນະທຳ​​ແມ່ນ​ແຮງ​ຜັກ​ດັນ​ທີ່​ສຳຄັນ​ຂອງ​ການ​ພັດທະນາ​ແບບ​ຍືນ​ຍົງ, ການ​ສຶກສາ​ແລະ​ຝຶກ​ອົບຮົມ, ວິທະຍາສາດ​​ແລະ​ເຕັກ​ໂນ​ໂລ​ຊີ​ຕ້ອງກາຍ​ເປັນ​ບັນດາ​ປັດ​ໄຈ​ທີ່​ສ້າງ​ເນື້ອ​ໃນ​ຂອງ​​ແຮງ​ຜັກ​ດັນ​ນັ້ນ​ໂດຍ​ກົງ​, ​ເພາະວ່າ, ອີງ​ຕາມ​ຄໍາ​ນິ​ຍາມ​ຂອງ​ວັດ​ທະ​ນະ​ທໍາ​ທີ່​ຍອມ​ຮັບ​ກັນຫຼາຍ​ທີ່​ສຸດ​ໃນ​ລະ​ດັບ​ທີ່​ກວ້າງ​ຂວາງ​ທີ່​ສຸດນັ້ນ, ການ​ສຶກສາ​ແລະ​ຝຶກ​ອົບຮົມ, ວິທະຍາສາດ​ແອລະ​ເຕັກ​ໂນ​ໂລ​ຊີ​​ເປັນ​ຂອງວັດທະນະທຳ​, ​ແມ່ນວັດທະນະທຳ​. ມະຕິ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 5 ສະ​ໄໝ​ທີ 8 ຂອງ​ພັກກ່ຽວ​ກັບ​ການ​ກໍ່ສ້າງ​ແລະ​ພັດ​ທະ​ນາ​ພື້ນຖານ​ວັດທະນະທຳ​ຫວຽດນາມທີ່​ກ້າວໜ້າ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ເອກະລັກ​ຂອງ​ຊາດ ​ໄດ້ກຳນົດ​ເລື່ອງ​ນີ້. ຕໍ່​ມາ, ຍ້ອນ​ຄວາມ​ສຳຄັນ​ຂອງມັນ, ​ມັນໄດ້​ຮັບ​ການ​ຢືນຢັນ​ວ່າ​ແມ່ນ “ນະ​ໂຍບາຍ​ລະດັບ​ຊາດ​ອັນ​ດັບ​ໜຶ່ງ”, ການ​ສຶກສາ​ແລະຝຶກ​ອົບຮົມ, ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ຈຶ່ງໄດ້​ແຍກ​ອອກ​ເພື່ອ​ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ ​ແລະ ຮອບດ້ານ. ຮັບ​ຮູ້​ເນື້ອ​ໃນຂອງ​ວັດ​ທະ​ນະ​ທໍາ​ໃນ​ຄວາມາຍ​ທົ່ວ​ໄປ ​​ແລະ ​ກວ້າງ​ຂວາງທີ່​ສຸດ, ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ເນັ້ນ​ໜັກ​ໄປ​ພ້ອມ​ກັນ​ ແລະ ເຊື່ອມ​ໂຍງ​ບັນດາ​ເນື້ອ​ໃນ​ເປັນ​ວະລີ​ທີ່​ກຳນົດຄວາມ​ກ້າວໜ້າ​ຍຸດ​ທະ​ສາດ​ໃນ​ຍຸກ​ໃໝ່: ສືບ​ຕໍ່​ພັດທະນາ​ຢ່າງຮອບດ້ານ​ຊັບພະຍາກອນ​ມະນຸດ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ຕິດ​ພັນ​ກັບ​ການປຸກ​ຕື່ນຄວາມ​ປາດ​ຖະໜາ​ພັດທະນາ​ປະ​ເທດ, ຄວາມ​ທະ​ນົງ​ໃຈ​ຂອງ​ຊາດ, ​ເຈດຈຳນົເປັນ​ເຈົ້າ​ຕົນ​ເອງ​ຂອງ​ຊາດ ແລະ ​ເສີມ​ຂະຫຍາຍຄຸນຄ່າ​ວັດທະນະທຳ​​ ແລະ ​ຜູ້​ຄົນ​ຫວຽດນາມ(4).

ຖ້າເບິ່ງຈາກຄວາມສຳພັນລະຫວ່າງການສືບທອດ ແລະ ການພັດທະນາ, ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ເນື້ອໃນການພັດທະນາທິດສະດີ ​ແລະ ສະຫຼຸບ​ສັງ​ລວມພາກ​ປະຕິບັດການສຶກສາແລະຝຶກອົບຮົມ, ວິທະຍາສາດແລະເຕັກໂນໂລຊີ ​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ການກ້າວກະ​ໂດດທີ່ສຸດ. ພຶດຕິ​ກຳ​ຕົວ​ຈິງ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ​ໃຫ້​ເຫັນ​ວ່າ, ສອງ​ຂົງ​ເຂດ ການສຶກສາແລະຝຶກອົບຮົມ, ວິທະຍາສາດແລະເຕັກໂນໂລຊີ ຍັງ​ບໍ່​ທັນ​ກາ​ຍ​ເປັນc​ແຮງ​ຜັກ​ດັນ​ຫຼັກ​ທີ່​ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ. ສະຖານະການນັ້ນ​ຕ້ອງ​ໄດ້ຮັບການແກ້ໄຂ, ດັ່ງ​ນັ້ນ, ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13, ພັກ​ໄດ້​ຢືນຢັນ​ວ່າ “ຕ້ອງ​ສ້າງ​ສະ​ຖາ​ບັນ​ແລະ​ນະ​ໂຍບາຍ​ຢ່າງ​ຄົບ​ຊຸດ ​ເພື່ອ​ປະຕິບັດ​ນະ​ໂຍບາຍ​ການ​ສຶກສາ​ແລະ​ຝຶກ​ອົບຮົມ​ຢ່າງ​ມີ​ປະສິດທິ​ຜົນ ດ້ວຍ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຢີ ​ເປັນ​ນະ​ໂຍບາຍ​ລະດັບ​ຊາດ​ອັນ​ດັບ​ໜຶ່ງ, ​ເປັນ​ແຮງ​ຜັກ​ດັນ​ຫຼັກ ​ເພື່ອ​ພັດທະນາ​ປະ​ເທດ”(5). ມີ​​ຄວາມ​ຕ້ອງ​ການສອງ​ປະການ​ທີ່​ໄດ້​ວາງ​ອອກ​ມາ ​ແລະ ​ໄດ້​ເນັ້ນ​ໜັກ​ຫຼາຍ​ເທື່ອ​ຄື ຊັບພະຍາກອນ​ບຸກຄົນ​ຄຸນ​ນະພາ​ບສູງ ​ແລະ ການ​ຝຶກ​ອົບຮົມ​ແລະນຳ​ໃຊ້ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ. ​ເມື່ອ​ປະ​ເມີນ​ຢ່າງ​ພາວະ​ວິ​ໄສ​ແລ້ວ, ນັ້ນ​ກໍ​ແມ່ນສອງບັນຫາໃຫຍ່ທີ່ຍັງບໍ່ທັນບັນລຸ​ໄດ້ຕາມຂໍ້ກໍານົດທີ່​ວາງອອ​ງມາ​ໃນເວລາທີ່ຜ່ານມາ. ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສະພາບການ​ໃໝ່, ​ເພື່ອ​ປະຕິບັດ​ບັນດາ​ເປົ້າ​ໝາຍການ​ພັດທະນາ​ປະ​ເທດ, ການ​ສຶກສາ​ແລະ​ຝຶກ​ອົບຮົມ ພ້ອມ​ກັບ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ຕ້ອງ​ເປັນ​ແຮງ​ຜັກ​ດັນ​ ແລະ ​ແຫຼ່ງກຳລັງ​ພັດທະນາ​ທີ່​ສຳຄັນ​ຂອງ​ປະ​ເທດ, ​ໃນ​ນັ້ນ “ຊັບພະຍາກອນ​ມະນຸດແມ່ນສໍາຄັນທີ່ສຸດ”. ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ບໍ່​ພຽງ​ແຕ່ສືບ​ຕໍ່​ເນັ້ນ​ໜັກ​ເຖິງ​ໜ້າ​ທີ່​ການ​ບຳລຸງສ້າງບຸກຄະລາ​ກອນຄຸນນະພາ​ບສູງ​ເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້ກໍາ​ນົດຄວາມ​ຕ້ອງການ​ໃໝ່​: “ມີ​ນະ​ໂຍບາຍທີ່​ໂດດ​ເດັນ ​ເພື່ອ​ດຶງ​ດູດ​ແລະ​ທຳ​ໃຊ້ຄົນ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ ​ແລະ ​ຜູ້​ຊ່ຽວຊານ​ທັງ​ໃນ​ແລະ​ຕ່າງປະ​ເທດ”(6). ​ເລີ່​ມຈາກ​ຈິນຕະນາການ​ປ່ຽນ​ແປງ​ໃໝ່​ເທິງ​ນີ້ ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ​ໄດ້​ເນັ້ນ​ໜັກ​ຫຼາຍ​ເທື່ອ​ກ່ຽວ​ກັບ​ຄວາມ​ຄິດ​ລວມທີ່​ວ່າ “ການ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ​ແລະ​ຍືນ​ຍົງ​ໂດຍ​ອີງ​ໃສ່​ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ​, ນະ​ວັດ​ຕະ​ກໍາ ​ແລະ ​ການປ່ຽນ​ແປງ​ດິ​ຈີຕອນ​​ເປັນ​ຫຼັກ”(7) ​ແລະຖື​ວ່າ ​ນັ້ນ​ແມ່ນ​ແຮງ​ຜັກ​ດັນ​ຕົ້ນຕໍ​ຂອງ​ການ​ເຕີບ​ໂຕ​ເສດຖະກິດ, ​ເພື່ອ​ສ້າງ​ການ​ກ້າວ​ກະ​ໂດດ​ໃນ​ການ​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ກຳລັງ​ແຮງ​ແຂ່ງຂັນ​ ຂອງ​ພື້ນຖານ​ເສດຖະກິດ. ນີ້​ແມ່ນ​​ແຜນນະ​ໂຍບາຍ​ສຳຄັນ​ທີ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ. ​ເວົ້າ​ວ່າ ວັດທະນະທຳ​ແມ່ນ​ກຳລັງ​ຂັບ​ເຄື່ອນ​ຂອງ​ການ​ພັດທະນາ ​ແມ່ນ​ການ​ຢືນຢັນ​ຢ່າງ​ເດັດດ່ຽວ ​ແລະ ​ເຂັ້ມ​ແຂງ​ກ່ຽວ​ກັບ​ແນວ​ຄິດ​ຊີ້​ນຳ​ໃໝ່​ນີ້​ຂອງ​ພັກ. ສຳລັບຫວຽດນາມ, ນັ້ນ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການທີ່​ຮີບ​ດ່ວນ​ຂອງ​ພຶດຕິ​ກຳ​ຕົວ​ຈິງ.

ດັ່ງ​ນັ້ນ, ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ວັດ​ທະ​ນະ​ທຳ​ເປັນ​ແຮງ​ຜັກ​ດັນ​ພາຍ​ໃນ​ຂອງ​ການ​ພັດ​ທະ​ນາ​ປະ​ເທດ​? ມະຕິ​ເລກທີ 33/NQ/TW, ລົງ​ວັນ​ທີ 9 ມິຖຸນາ 2014, ຂອງ​ກອງ​ປະຊຸມ​ສູນ​ກາງຄັ້ງ​ທີ 9 ສະ​ໄໝ​ທີ 11 ຂອງ​ພັກ, “ກ່ຽວ​ກັບ​ການ​ກໍ່ສ້າງ, ພັດທະນາ​ວັດທະນະທຳ ​ແລະ ຜູ້​ຄົນ​ຫວຽດນາມ ​ເພື່ອ​ຕອບ​ສະໜອງຄວາມ​ຕ້ອງການ​ພັດທະນາ​ປະ​ເທດ​ຢ່າງ​ຍືນ​ຍົງ ​ໄດ້​ຢືນຢັນ​ອີກ​ຄັ້ງ​ ແນວ​ຄິດ​ທີ່ສຳຄັນ​ທີ່​ສຸດ​ຂອງ​ປະທານ​ໂຮ່ຈີ​ມິນແມ່ນ ໃຫ້​ຄວາມ​ສຳຄັນ​ເທົ່າ​ທຽມ​ກັນ​ກັບ 4 ​ປັດ​ໄຈ​ຄື: ​ເສດຖະກິດ, ການ​ເມືອງ ວັດທະນະທຳ​ ​ແລະ ສັງຄົມ ​ໃນ​ການ​ກໍ່ສ້າງ​ປະ​ເທດ (ສິ່ງທີ່ກ່ອນ​ໜ້າ​ນີ້ພວກເຮົາບໍ່ໄດ້ຊາບ​ຊຶມຢ່າງຖືກຕ້ອງ​ໃນ​ການ​ຊີ້ນໍາພາກປະຕິບັດ). ຄຽງ​ຂ້າງ​ນັ້ນ, ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້ກຳນົດໜຶ່ງ​ໃນ​ສາມ​ການ​ບຸກທະລຸ​ຍຸດ​ທະ​ສາດ ການ​ພັດທະນາ​ປະ​ເທດ​ໃນ​ໄລຍະຕໍ່​ໄປ​ແມ່ນ ສຸມ​ໃສ່ວັດທະນະທຳ​ (ການ​ສຶກສາ​ແລະ​ຝຶກ​ອົບຮົມ, ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ການ​ຝຶກ​ອົບຮົມບຸກຄະລາ​ກອນ, ການ​ພັດທະນາວັດທະນະທຳ​ ​ແລະ ກຳລັງ​ແຮງ​ຂອງ​ຜູ້​ຄົນ​ຫວຽດນາມ...). ນັ້ນ​ແມ່ນ​ແນວ​ຄິດ​ຊີ້​ນຳ​ທີ່ສຳຄັນ​ ເພື່ອຫັນປ່ຽນ​ທ່າ​ແຮງ​ດ້ານ​ວັດ​ທະ​ນະ​ທຳ​ເປັນ​ກຳ​ລັງ​ຂັບ​ເຄື່ອນ ແລະ ເປັນ​ກຳ​ລັງ​ແຮງ​ພັດ​ທະ​ນາ​ປະ​ເທດ​ຊາດ.

ສຳລັບບັນຫາ​ຜູ້​ຄົນຫວຽດນາມ, ​ແນວ​ຄິດທໍາອິດທີ່ຕ້ອງໄດ້ຮັບການຊາບ​ຊຶມ​ແມ່ນ “ສຸມ​ໃສ່​ຄົ້ນຄວ້າ, ກຳນົດ ​ແລະ​ ຜັນ​ຂະຫຍາຍການ​ກໍ່ສ້າງລະບົບ​ຄຸນຄ່າ​ແຫ່ງ​ຊາດ, ລະບົບ​ຄຸນຄ່າວັດທະນະທຳ​ ​ແລະ ມາດຕະຖານມະນຸດ ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກ​ສາ ​ແລະ​ການພັດ​ທະ​ນາ​ລະ​ບົບ​ມູນ​ຄ່າ​ຄອບ​ຄົວ​ຫວຽດ​ນາມໃນ​ໄລ​ຍະ​ໃໝ່”(8). ​ເວລາ​ນີ້​ຍິ່ງ​ກວ່າ​ເວລາ​ໃດ​ໝົດ, ຈໍາເປັນຕ້ອງ​ເຮັດທັງສາມຂັ້ນຕອນນັ້ນ​ພ້ອມ​ກັນ ​ເພື່ອ​ເສີມຂະຫຍາຍ​ຊັບພະຍາກອນມະນຸດ ​ແລະ ກຳລັງຂັບ​ເຄື່ອນ​ຂອງວັດທະນະທຳ​​ໃນ​ພຶດຕິ​ກຳ​ຕົວ​ຈິງ. ການພັດທະນາທຸກຂົງເຂດສະເພາະຂອງວັດທະນະທໍາຢ່າງ​ຄົບ​ຊຸດ, ປະ​ສາ​ສົມທົບ​ຢ່າງ​ສັດຈະ​ວິພາກ​ແລະ​ເປັນ​ປະຈຳ ລະຫວ່າງ “ກໍ່ສ້າງ” ​ແລະ “ຕ້ານ”, ​ເຕົ້າ​ໂຮ​ມລັກສະນະດີ​ເດັ່ນ ​ແລະ ພະລັງ​ຂອງວັດທະນະທຳ​ປະ​ເພດ​ຕ່າງໆ ​​ໃນ​ການ​ປະຕິບັດໜ້າ​ທີ່​ກໍ່ສ້າງ​ຜູ້​ຄົນ ​ແມ່ນ​ແນວທາງ​ແກ້​ໄຂ​ທີ່ສຳຄັນ​ ໃນ​ການ​ສົ່ງ​ເສີມບົດບາດ​ຂັບ​ເຄື່ອນຂອງວັດທະນະທຳ ​ເພື່ອ​ການ​ພັດທະນາ​ປະ​ເທດ​ໄດ້​ດີ​ທີ່​ສຸດ.

2- ​ເມື່ອ​ເວົ້າ​ວ່າ ວັດທະນະທຳ​ຊຶມ​ເລິ​ກເຂົ້າ​ໃນ​ຊີວິດ​ສັງຄົມ​ທັງ​ໝົດ, ​ເຂົ້າ​ໃນ​ແຕ່ລະຄົນ, ​ແຕ່​ລະ​ຄອບຄົວ, ​ແຕ່​ລະ​ຊຸມ​ຊົນ ​ແມ່ນ​ໝາຍ​ຄວາມ​ວ່າ ບັນດາ​ຄຸ​ນຄ່າ, ບັນດາ​ມາດຕະຖານ​ໄດ້​ກາຍ​ເປັນຄວາມຕ້ອງການໃນຕົວເອງ ພາຍໃນ, ​ເປັນ “ສັນຊາດ​ຍານ​ທີ​ສອງ” ຂອງ​ຜູ້​ຄົນ. ດ້ວຍ​ວິທີ​ນັ້ນ, ວັດທະນະທຳ​ຄອບຄອງ​ໂດຍ​ກົງ​ແລະ​ເລິກ​ເຊິ່ງຕໍ່​ຄວາມ​ຄິດ, ຄວາມຮູ້ສຶກ, ພຶດຕິກໍາຂອງຄົນ, ຕໍ່​ການ​ພົວພັນ​ຂອງ​ຄົນ​ກັບໂລກອ້ອມຂ້າງເຂົາ, ກັບທຳມະ​ຊາດ ສັງຄົມ, ກັບ​ຊຸມ​ຊົນ​ແລະ​ກັບ​ຕົວ​ເຂົາ​ເອງ. ທັງ​ໝົດ​ໄດ້ “ອ້າງ​ອີງ” ຈາກມາດຕະຖານ​ວັດທໍາ ເພື່ອຊ່ວຍໃຫ້ຜູ້​ຄົນດໍາລົງຊີວິດຕາມຄຸນຄ່າຂອງຄວາມຈິງ-ຄວາມດີ-ຄວາມງາມ. ດ້ວຍ​ຄວາມ​ໝາຍ​ດັ່ງກ່າວ, ພາລະ​ໜ້າ​ທີ່​ດັດ​ປັບ ຂອງວັດທະນະທຳ​ ມີ​ບົດບາດ​ທີ່​ຕັ້ງສຳຄັນ​ທີ່​ສຸດ, ຊ່ວຍ​ໃຫ້ການ​ກໍ່ສ້າງ, ຫຼໍ່ລ້ຽງຄວາມດີຄວາມ​ງາມ, ຄວາມຈິງ, ຄວາມຖືກຕ້ອງ, ສູງ​ສົ່ງ,... ​ແລະ ປະກອບສ່ວນ “​ເຜີ​ຍ​ແບ” ຄວາມຊົ່ວຮ້າຍ, ຄວາມ​ໂຫດ​ຫ້ຽມ, ຄວາມ​ປອມ​ແປງ, ຄວາມຕ່ຳຊ້າ... ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກບໍ່​ໄດ້​ເວົ້າ​ເຖິງ​ພາລະ​ໜ້າ​ທີ່​ນີ້​ໂດຍ​ກົງ, ​ແຕ່​​ແນວ​ຄິດ​ທີ່​ຄອບງຳ​ໃນ​ເວລາ​ສົນທະນາ​ກ່ຽວ​ກັບ​ວັດທະນະ​ທໍາ​ແມ່ນ​ ການໝູນ​ໃຊ້​ລັກສະນະ​ດີ​ເດັ່ນ​ ແລະ ​​ກຳລັງ​ແຮງ​ດັດ​ປັບຂອງ​ ວັດທະນະ​ທໍາ​ໃນ​ລະດັບ​ສູງ​ສຸດ. ການດັດ​ປັບນັ້ນ​ຈະ​ສ້າງຄວາມ​ກົມກຽວ ​ໃນ​ບັນດາ​ຄວາມ​ສຳພັນ​ຕັ້ງ​ແຕ່ລະດັບ​ຈຸນລະ​ພາກ ​ໄປ​ຈົນ​ເຖິງມະຫາພາກ ໃນທຸກຂົງເຂດຂອງຊີວິດ, ຂອງແຕ່ລະປະ​ເທດແລະປະເທດຊາດ. ຄໍາ​ຖາມ​ໜຶ່ງ​ແມ່ນ ​ເປັນ​ຫຍັງ​ວັດ​ທະ​ນະ​ທໍາ​ຈຶ່ງມີ​ອໍາ​ນາດ​ໃນ​ການ​ດັດ​ປັບ​, ໜ້າ​ທີ່​ໃນ​ການຄວບ​ຄຸມ​ການ​ພັດ​ທະ​ນາ​? ເຫດຜົນທາງວິທະຍາສາດ, ປະຫວັດສາດ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ຂອງ​ມັນຢູ່ໃສ?

ອາດ​ຈະ​ເຫັນ​ໄດ້​ວ່າ, ຜົນສຳ​ເລັດ​ຂອງ​ການ​ພັດທະນາວັດທະນະທຳ​ສະ​ແດງ​ອອກ​ໃນ​ສອງຮູບແບບຜະລິດຕະພັນຕົ້ນຕໍ. ທີ​ໜຶ່ງ, ຜະລິດຕະພັນສະເພາະທີ່ພວກເຮົາເຫັນ, ໄດ້ຍິນ, ໄດ້ຮັບໂດຍກົງ, ມີຄວາມສຸກ, ປ່ຽນແປງຢ່າງຕໍ່ເນື່ອງ​ເຊັ່ນ: ງານບຸນ, ດົນຕີ, ຮູບພາບ, ຮູບເງົາ, ວິທີການປະພຶດ... ​ໃນ​ປະຫວັດສາດ, ມະນຸດຊາດ​ເວົ້າ​ລວມ ​ແລະ ​ແຕ່​ລະ​ຊົນ​ເຜົ່າ​ເວົ້າ​ສະ​ເພາະ, ​ໄດ້ສ້າງຜະລິດຕະພັນວັດທະນະທໍາສະເພາະຈຳນວນນັບບໍ່ຖ້ວນ. ທີ​ສອງ, ບັນດາ​ຄຸນ​ຄ່າວັດທະນະທຳຈາກ​ຜະລິດ​ຕະພັນ​ເຫຼົ່ານັ້ນ​ເມື່ອ​ຊຶມ​ເລິກ​ເຂົ້າ​ໄປ​ໃນ​ຊີວິ​ດຂອງ​ຜູ້​ຄົນສ້າງ​ປັດ​ໄຈ​ທີ່​ມີ​ຮູບ​ຮ່າງ​ແລະ​ບໍ່​ປ່ຽນ​ແປງ ​ເພື່ອສ້າງ​ເອກະລັກ​ຂອງ​ຕົນ​ເອງ ​ເຊິ່ງ​ເປັນ​ແກ່ນ​ແທ້​ຂອງ​ຊຸມ​ຊົນ, ຂອງ​ຊົນ​ຊາດ. ຫາກໂຄງສ້າງພື້ນຜິວທີ່​ເຫັນ​ໄດ້ແມ່ນ ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທໍາ​ສະ​ເພາະ, ​ໂຄງ​ສ້າງ​ທີ່ເລິກລ້ຳຂອງວັດທະນະທຳກໍ​ແມ່ນ​ລະບົບ​ຄຸນຄ່າທີ່​ສ້າງ​ຂຶ້ນ​ໃນ​ສັງຄົມ​ແລະ​ຜູ້​ຄົນ. ຫາກ​ອັນ​ສະ​ເພາະມີການປ່ຽນແປງ, ເກີດຂຶ້ນ ແລະ ເຕີບໃຫຍ່ຢູ່​ສະ​ເໝີ, ລະບົບ​ຄຸນຄ່າ​ວັດທະນະທຳຈະ​ເປັນ​ຮາກ​ຖານ​ທີ່​ຄວບ​ຄຸມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສັງຄົມ, ຮັກສາ​ການ​ສືບ​ຕໍ່, ​ສ້າງ​ທີ່​ຕັ້ງ​ທີ່​ໝັ້ນ​ທ່ຽງ ​ແລະ ກຳນົດທິດ​ທາງ​ການພັດທະນາ. ອາດ​ຈະ​ຖື​ໄດ້​ວ່າ ​ນັ້ນ​ແມ່ນ​ສອງ​ດ້ານ​ເຄື່ອນ​ທີ່ - ຄົງ​ທີ່ ຂອງ​ການ​ພັດທະນາວັດທະນະທຳ​, ​ໃນ​ນັ້ນ “ອັນ​ຄົງ​ທີ່” (ລະບົບ​ຄຸນຄ່າ, ລະບົບ​ມາດຕະຖານ​ວັດທະນະທຳ​) ​ເປັນ​ໝາກຜົນ​ຂອງ “ອັນ​ເຄື່ອນ​ທີ່” ທັງ​ມີ​ບົດບາດກຳນົດທິດ ​ແລະ ຄວບ​ຄຸມ “ອັນ​ເຄື່ອນ​ທີ່”, ການ​ປ່ຽນ​ແປງ​ບົນ​ພື້ນ​ຜິວຂອງວັດທະນະທຳ​. ຕາມຂະ​ບວນການ​ທາງ​ປະຫວັດສາດ, ຄ່າ​ຄົງ​ທີ່​ເຫຼົ່າ​ນີ້​ຖືກ​ສະຫຼຸບ, ​ເພີ່ມ​ເຕີມ ​ແລະ ຫຼໍ່​ຫຼອມ​ໃນ​ຊຸມ​ຊົນ​ແລະ​ບຸກຄະ​ລິກກະພາບ​ຂອງ​ມະນຸດ (ຫຼື​ເວົ້າ​ຢ່າງ​ອື່ນ, ​ກາຍເປັນ “ສັນຊາດ​ຍານ​ທີ​ສອງ” ຂອງ​​ຄົນ), ​ເຊິ່ງບັນດາ​ຄຸນຄ່າ, ຄ່າຄົງທີ່ເຫຼົ່ານັ້ນຈະ​ມີ​ຄວາມ​ສາມາດແລະອໍານາດ​ໃນການ​ດັດ​ປັບ ​ແລະ ຄວບ​ຄຸມ​ກິດຈະກໍາຊີວິດມະນຸດ​ທັງ​ໝົດ. ດັ່ງ​ນັ້ນ, ​ເພື່ອ​ໃຫ້​ມີ​ຄວາມ​ສາມາດ​ແລະອຳນາດດັດປັບ, ພ້ອມ​ກັບ​ການ​ຜະລິດ​ສິນຄ້າ​ສະ​ເພາະ, ຫຼາກ​ຫຼາຍ​ ແລະ ອຸດົມສົມບູນ, ວັດທະນະທຳ​ຈະຕ້ອງຊຶມ​ເລິກ​ເຂົ້າ​ໄປ​ໃນ​ຊີວິດຂອງ​ຜູ້​ຄົນ ເພື່ອ​ສ້າງ​ຄຸນຄ່າ​ແລະມາດຕະຖານ. ນັ້ນ​ແມ່ນ​ເສັ້ນທາງ​ແລະຈຸດຫມາຍປາຍທາງຂອງ​ວັດທະນະທຳ​, ທັງ​ເຮັດ​ໃຫ້​ຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ​ອຸ​ດັມສັມບູນຂຶ້ນ, ທັງ​ສ້າງ​ຄຸນຄ່າ​ໃນ​ບຸກຄະ​ລິກກະພາບ​ຂອງ​ມະນຸດ, ກາຍ​ເປັນ​ຮາກ​ຖານ​ຈິດ​ໃຈ, ມີ​ອຳນາດ​ໃນ​ການ​ກຳນົດ​ທິດທາງ ​ແລະ ຄຸ້ມ​ຄອງ​ສັງຄົມ​ໃຫ້​ມີ​ການ​ພັດທະນາ​ແບບ​ຍືນ​ຍົງ.

​ເມື່ອ​ເວົ້າ​ເຖິງຄຸນຄ່າ​ຈິດ​ໃຈ - ວັດທະນະທຳ​, ຜູ້​ຄົນມັກ​ຈະຊີ້ໃຫ້ເຫັນປັດ​ໄຈທີ່ສໍາຄັນ​ໃນ​ລະບົບ​ຄຸນຄ່ານັ້ນ​ໄປ​ພ້ອມໆ​ກັນ: ຄຸນຄ່າ​ການ​ເມືອງ, ຄຸນຄ່າ​ວິທະຍາສາດ, ຄຸນຄ່າ​ສິນ​ທຳ, ຄຸນຄ່າກົດໝາຍ, ຄຸນຄ່າດ້ານຄວາມງາມ. ຈາກ​ຄຸນຄ່າ​ເຫຼົ່າ​ນີ້, ຈຳ​ເປັນຕ້ອງ​ສ້າງ​ບັນດາ​ມາດຕະຖານ​ສະ​ເພາະ ​ເພື່ອກຳນົດທິດ​ ແລະ ​ດັດປັບ​ຄວບ​ຄຸມທຸກ​ການ​ເຄື່ອນ​ໄຫວຂອງ​ສັງຄົມ​ແລະ​ຂອງ​ຜູ້​ຄົນ. ມາດຕະຖານ​ເຫຼົ່ານີ້​ເອງ​ທີ່​ກາຍ​ເປັນ​ຕົວ​ຊີ້​ວັດ​​ເພື່ອ​ດັດ​ປັບ​ການ​ພັດທະນາ. ສິ່ງສຳຄັນ​ອັນ​ດັບ​ໜຶ່ງ​ແມ່ນ ​ຕ້ອງ​ເຮັດ​ໃຫ້​ແຕ່​ລະ​ຊຸມ​ຊົນ,​ ແຕ່​ລະ​ຄົນ​ມີ​ສະ​ຕິ​ຮັບ​ຮູ້​ຄຸນ​ຄ່າ​ແລະບັນທັດຖານ​ທາງວັດ​ທະ​ນະ​ທໍາ​ທີ່​ດີ ເພື່ອຊີ້ນໍາຕົນເອງ ແລະ ຄວບ​ຄຸມ​ຄວາມຄິດ​ແລະພຶດຕິກໍາທັງໝົດດ້ວຍ​ຕົນ​ເອງ. ນັ້ນແມ່ນຜົນຈາກ​ການ​ດັດ​ປັບ​ຜ່ານ​ວັດທະນະທໍາ, ໂດຍຄຸນຄ່າແລະມາດຕະຖານວັດທະນະທໍາ, ການຮັບຮູ້​ເຖິງສິ່ງທີ່ “ຖືກ​ມາດຕະຖານ” ແລະສິ່ງທີ່ “ຜິດ​ມາດຕະຖານ”. ການຈັດການ​ແກ້​ໄຂ​ຄວາມສໍາພັນນີ້ບໍ່​ຖືກຕ້ອງ​ເໝາະ​ສົມ​ຈະນໍາໄປສູ່ອັນຕະລາຍທີ່ບໍ່ສາມາດຄາດເດົາໄດ້, ບໍ່ຕ້ອງເວົ້າເຖິງການ​ປາກົດ​ຕົວຂອງ “ຄວາມ​ຜິດ​ປົກກະຕິ​ມາດຕະຖານ” ໃນສັງຄົມ ​ເມື່ອ​ມາດຕະຖານ​ແລະ​ຄຸນຄ່າ​ທາງ​ວັດທະນະທໍາຕົກຕ່ຳຖືກປະຕິເສດ ຫຼືສ້າງຄວາມສັບສົນໃນການເລືອກຄຸນຄ່າທີ່​ຖືກຕ້ອງ​ຂອງຊຸມຊົນແລະບຸກຄົນ. ​​ປະຈຸ​ບັນ, ພວກ​ເຮົາກຳລັງ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່​ທີ່​ມີ​ການ​ປ່ຽນ​ແປງ, ຜັນ​ຜວນ​ຢ່າງ​ສັບສົນ, ຄາດ​ເດົາ​​ໄດ້ຍາກ, ໂດຍສະເພາະແມ່ນຜົນ​ກະທົບ​ທາງ​ລົບ​ຈາກ​ດ້ານ​ມືດ​ຂອງ​ເສດຖະກິດຕະຫຼາດ ແລະ ການຫັນປ່ຽນສັງຄົມ. ​ໃນ​ເວລາ​ນີ້, ພາລະ​ບົດບາດ​ດັດປັບຂອງວັດທະນະທໍາກາຍ​ເປັນ​ຄວາມສໍາຄັນຫຼາຍ. ມາດຕະຖານວັດທະນະທຳ ຈະ​ຊ່ວຍໃຫ້ແຕ່ລະຄົນເລືອກຢ່າງມີສະຕິ, ປັບຄວາມຄິດ, ຄວາມຮູ້ສຶກ, ການ​ປະພຶດ ແລະ ຄວາມ​ສຳພັນທາງສັງຄົມ. ຄົນຈະຕົກຢູ່ໃນຄວາມຊົ່ວ, ຄວາມອ່ວຍຮ້າຍ, ຄວາມຕໍ່າຕ້ອຍ, ຄວາມ​ໂລບ, ຄວາມເຫັນແກ່ຕົວ... ຖ້າ​ຫາກ​ເຂົາ​ຂາດ​ຄວາມ​ສາມາດ, ຫຼື​ບໍ່​ມີ​ຄວາມ​ສາມາດ​ໃນ​ການຄວບ​ຄຸມ​ພຶດ​ຕິ​ກໍາ​, ການດຳລົງຊີ​ວິດຂອງ​ຕົນ. ນິໄສບໍ່ດີ, ຄວາມ​ໂລບ​ມາກ, ຄວາມ​ຊົ່ວ​ຮ້າຍ; ການເສື່ອມເສີຍ ແລະ ການ​ເສື່ອ​ມຄຸນ​ປ່ຽນ​ທາດ ຂອງພະນັກງານ​ທີ່​ມີສິດອຳນາດ​ຫຼາຍ​ຄົນ ທີ່ປະກົດຕົວໃນເວລາທີ່ຜ່ານມາ ​ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ​ເຖິງ​ຜົນ​ສະທ້ອນ​ອັນຮ້າຍແຮງ ເມື່ອຢູ່ບາງບ່ອນ, ໃນບາງເວລາ, ວັດທະນະທຳຍັງ​ບໍ່​ທັນ​ໄດ້​ສົ່ງເສີມບົດບາດ​ດັດປັບ​ຄວບ​ຄຸມຂອງຕົນ.  

ພະລັງ​ດັດ​ປັບ​​ຂອງວັດທະນະທຳບໍ່​ໄດ້​ຢຸດ​ຢູ່​ໃນ​ຂອບ​ເຂດ​ຈັນ​ຍາ​ບັນ, ການປະພຶດ​ໃນ​ການພົວພັນຊຸມຊົນ, ການພົວພັນລະຫວ່າງມະນຸດກັບມະນຸດ, ຫຼືໃນ​ແຕ່ລະຄົນ​ເອງ, ຫຼືຢຸດທີ່ການສ້າງຄວາມກົມກຽວສະ​ເພາະ ຈຸນລະພາກ​ເທົ່າ​ນັ້ນ ​ແຕ່ຍັງສູງ​ກວ່າ​ນັ້ນ, ມັນ​ຍັງ​ໄດ້​ເສີມ​ຂະຫຍາຍຄຸນ​ປະ​ໂຫຍ​ດ​ໃນ​ການດັດສົມ​ບັນດາ​ການ​ພົວພັນ​ໃຫຍ່, ສ້າງ​ການ​ພັດທະນາ​ທີ່​ສົມສ່ວນ, ກົມກຽວ, ຄົບ​ຊຸດ ​ລະຫວ່າງ​ບັນດາ​ຂົງ​ເຂດ​ທີ່ສຳຄັນ​ຂອງ​ຊີວິດ, ຂອງ​ແຕ່​ລະ​ຊາດ, ປະ​ເທດ​ຊາດ. ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ກຳນົດ 10 ສາຍ​ພົວພັນ​ໃຫຍ່, ສະທ້ອນ​ເຖິງ​ບັນດາ​ກົດ​ເກນ​ທີ່​ມີ​ລັກສະນະ​ສັດຈະ​ວິພາກ, ບັນດາ​ບັນຫາ​ຫຼັກ​ກ່ຽວ​ກັບ​ແນວທາງ​ການ​ປ່ຽນ​ແປງ​ໃໝ່​ທີ່​ພັກ​ຈະ​ຕ້ອງ​ສືບ​ຕໍ່ “ກຳ​ແໜ້ນ​ແລະ​ຈັດການ​ແກ້​ໄຂ​ເປັນ​ຢ່າງ​ດີ”... “ຈະ​ບໍ່​ຈັດ​ໂພດ, ບໍ່​ດ້ານ​ດຽວ​ຢ່າງ​ເດັດຂາດ”(9). ຢູ່​ນີ້, ບົດບາດຂອງ​ວັດທະນະທຳ​ການ​ເມືອງ​ມີ​ຕຳແໜ່​ງສຳຄັນ​ທີ່​ສຸດ. ​ເມື່ອ​ຮຽກຮ້ອງ​ໃຫ້​ຈັດການ​ແກ້​ໄຂ​ເປັນ​ຢ່າງ​ດີ, ບໍ່​ຈັດ​ໂພດ, ບໍ່​ດ້ານ​ດຽວ​ ແມ່ນ​ໄດ້​ເວົ້າ​ເຖິງ​ພາລະ​ໜ້າ​ທີ່​ ແລະ ​ຄວາມ​ສາມາດ​ດັດ​ປັບ​ຄວບ​ຄຸມ​ຂອງອົງກາ​ນນຳພາ​ແລ​ະຜູ້ນຳ ​ເມື່ອ​ຊີ້ນຳ​ແກ້​ໄຂ​ສາຍ​ພົວພັນ​ເຫຼົ່າ​ນັ້ນ; ມັນບໍ່​ພຽງ​ແຕ່​ຮຽກ​ຮ້ອງ​ໃຫ້​ມີ​ວິ​ທີ​ການ​ ຫຼື​ສິ​ລະ​ປະ ​ໃນ​ການ​ແກ້​ໄຂ​ບັນ​ຫາ​ເທົ່າ​ນັ້ນ​, ແຕ່​ຍັງ​ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ກ້າ​ຫານ​ທາງ​ການ​ເມືອງ​, ຄວາມ​ຊໍາ​ນານ​, ຄວາມ​ເປັນ​ມື​ອາ​ຊີບ, ລະດັບ​ວັດ​ທະ​ນະ​ທໍາ​, ຄວາມ​ອ່ອນ​ໄຫວ ​ແລະ ສະຕິ​ສ່ອງ​ໃສ​ທຸ່ນ​ທ່ຽງ ຂອງ​ຜູ້​ຈັດການ​ແກ້​ໄຂ​ອີກ​ດ້ວຍ.

ເພື່ອ​ໃຫ້​ເຫັນ​ແຈ້ງ​ກວ່າ​ອີກກ່ຽວ​ກັບ​ບົດບາດ​ດັດ​ປັບ​ຄວບ​ຄຸມ​ການ​ພັດທະນາຂອງ​ວັດທະນທຳ, ສາມາດພິຈາລະນາ​ຢ່າງ​ລະອຽດຄວາມສໍາພັນ​ໜຶ່ງ ​ໃນ 10 ສາຍ​ພົວພັນ​ທີ່​ໄດ້​ກຳນົດ​ໂດຍ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ. ນັ້ນ​ແມ່ນ​ສາຍ​ພົວພັນ​ທີ່​ຫາ​ກໍ​ໄດ້​ເພີ່ມ​ເຕີມ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ນັ້ນ​ຄື ສາຍ​ພົວພັນ​ລະຫວ່າງການ​ປະ​ຕິ​ບັດ​ຕາມ​ລະບອບປະ​ຊາ​ທິ​ປະ​ໄຕ ກັບ​ການ​ເສີມ​ຂະ​ຫຍາຍຫຼັກ​ນິຕິ​ທຳ​, ​ຮັບ​ປະ​ກັນ​ລະ​ບຽບ​ວິ​ໄນ​ສັງ​ຄົມ​. ຈັດການ​ແກ້​ໄຂ​ຢ່າງ​ສັດຈະ​ວິພາກ​ ສາຍ​ພົວພັນ​ນີ້ຈະ​ສ້າງ​ຄວາມ​ສະຫງົບໝັ້ນ​ຄົງ​ ແລະ ​ການ​ພັດທະນາ; ​ໃນ​ທາງກົງກັນຂ້າມ, ເມື່ອບໍ່ໄດ້ຮັບການຈັດການ​ແກ້​ໄຂ​ຢ່າງ​ມີ​ປະສິດທິພາບ, ຈະນໍາໄປສູ່ຜະ​ເດັດ​ການ, ການສູນເສຍປະຊາທິປະໄຕ ຫຼື ຄວາມວຸ່ນວາຍ​ທາງ​ສັງຄົມອັນ​ເນື່ອງຈາກ​ລະບຽບ​ວິ​ໄນແລະກົດໝາຍຖືກ “​ເບິ່ງ​ເບົາ”. ບົດບາດ​ດັດ​ປັບ​ຄວບ​ຄຸມ​ຂອງວັດທະນະທຳ​ກາຍ​ເປັນ​ປັດ​ໄຈ​ຊີ້​ຂາດ​ທີ່ນໍາໄປສູ່​ໜຶ່ງ​ໃນ​ສອງ​ທ່າ​ອ່ຽງຂ້າງ​ເທິງ. ດັ່ງ​ນັ້ນ, ນີ້​ບໍ່​ພຽງ​ແຕ່​ແມ່ນ​ບັນຫາ​ພຶດຕິ​ກຳ​ທຳ​ມະ​ດາ, ​ແຕ່​ແມ່ນ​ບັນຫາ​ຮີບ​ດ່ວນ​ທັງ​ດ້ານ​ການ​ເມືອງ ​ແລະ ວັດທະນະທຳ; ໝາຍ​ຄວາມ​ວ່າ​ ຕ້ອງຈັດການ​ແລະ​ແກ້​ໄຂ​ໄປ​ພ້ອມໆ​ກັນ ທັງ​​ໃນດ້ານ​ການ​ເມືອງ​ ແລະ ວັດທະນະທຳ​, ​ໃນ​ນັ້ນ ມາດຕະຖານວັດທະນະທຳຕ້ອງ​ກາຍ​ເປັນ​ປັດ​ໄຈ​ດັດ​ປັບ​ທີ່​ກົມກຽວລະຫວ່າງ​ປະຊາທິປະ​ໄຕ​ແລະ​ເພີ່ມ​ທະວີ​ກົດໝາຍ, ຮັບປະກັນ​ລະບຽບ​ວິ​ໄນ​ໃນ​ຊີວິດ​ສັງຄົມ​ຂອງຊຸມ​ຊົນ​ແລະ​ແຕ່ລະຄົນ, ຂອງ​ລັດ​ແລະ​ພົນລະ​ເມືອງ. ສ້າງ​ຄວາມ​ກົມກຽວ​ໃຫ້​ຈົນ​ໄດ້​ ຈະ​ຊ່ວຍ​ໃຫ້ຜູ້​ຄົນ​ຮູ້​ວ່າ ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​​ໃຫ້​ຕົນ​ເອງ​ມີ​ວັດທະນະທຳ​ຫຼາຍ​ຂຶ້ນ, ​ເປັນ​ມະນຸດ​ຫຼາຍ​ຂຶ້ນ, ກຳຈັດ​ສິ່ງ​ທີ່​ຂາດ​ວັດທະນະທຳ, ບໍ່ທຳລາຍ​ລະບຽບ​ວິ​ໄນ​ແລະ​ກົດໝາຍ; ພ້ອມ​ກັນ​ນັ້ນ, ຮຽກຮ້ອງ​ໃຫ້​ພັກ, ອຳນາດ​ການ​ປົກຄອງ ຕ້ອງ​ປະຕິບັດ​ປະຊາທິປະ​ໄຕ​ຢ່າງ​ແທ້​ຈິງ, ​ເສີມ​ຂະຫຍາຍ​ບົດບາດ ​ແລະ ສິດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ.  

ຈາດ​ນັ້ນ​ສາມາດ​ເຫັນ​ໄດ້​ວ່າ, ສອງ​ດ້ານ ການ​ສ້າງ ​ແລະ ການ​ຕ້ານ ​ແມ່ນວິທີ​ແກ້​ໄຂ​ທີ່ສຳຄັນ ຊ່ວຍ​ໃຫ້​ພາລະ​ໜ້າ​ທີ່​ດັດ​ປັບ​ຄວບ​ຄຸມ​ຂອງວັດທະນະທຳ​ໄດ້​ເສີມ​ຂະຫຍາຍ​ປະສິດທິ​ຜົນ. ສິ່ງ​ນີ້​ສະ​ແດງ​ອອກ​ໃນ​ສອງ​ເນື້ອ​ໃນ, ໜ້າ​ທີ່​ການ​ກໍ່ສ້າງ​ແລະການ​ພັດທະນາ​ວັດທຳ​ ທີ່​ໄດ້​ສະ​ເໜີ​ໃນ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ດ້ານ​ໜຶ່ງ, ​ເອກະສານ​ຢືນຢັນ​ວ່າ ​ຕ້ອງ​ເພີ່ມ​ທະວີ​ການ​ສຶກສາ​ອົບຮົມນ້ຳ​ໃຈ​ຮັກ​ຊາດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ, ມູນ​ເຊື້ອ​ແລະ​ປະຫວັດສາດ​ຂອງ​ຊາດ, ປົກ​ປັກ​ຮັກສາ​ ແລະ ​ເສີມ​ຂະຫຍາຍບັນດາ​ຄຸນ​ຄ່າ​ທີ່​ດີງາມ ຍືນຍົງ​ໃນມູນ​ເຊື້ອ​ວັດທະນະທຳ​ຫວຽດນາມ...; ດ້ານ​ອື່ນ, ​ເນັ້ນ​ໜັກ​ຄວາມ​ຕ້ອງການ​ປະຕິບັດ​ບັນດາ​ວິທີ​ບຸກທະລຸ​ ເພື່ອກີດ​ກັ້ນການ​ເສື່ອ​ມ​ໂຊມ​ທາງ​ດ້ານ​ຄຸນສົມບັດ ​ແລະ ​ວິ​ຖິຊີວິດ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ, ຂະ​ຈັດ​ຄວາມຫຍໍ້​ທໍ້​ທາງ​ສັງຄົມ ​ແລະ​ ຄວາມ​ຊົ່ວ​ຮ້າຍ​ທາງ​ສັງຄົມ; ກ້າວ​ໄປ​ເຖິງ​ການຜ່ານ​ຜ່າ​ຂໍ້​ຈຳກັດ​ຂອງ​ຊາວ​ຫວຽດນາມ ​ໃຫ້​ບັນລຸ​ໄດ້​ຈຸດໝາຍ “ກໍ່ສ້າງຜູ້​ຄົນ​ຫວຽດນາມ​ໃນ​ຍຸກ​ໃໝ່, ​ເຊື່ອມ​ໂຍງຄຸນຄ່າ​ດັ້ງ​ເດີມ​ກັບຄຸນຄ່າ​ສະ​ໄໝ​ໃໝ່​ຢ່າງ​ແໜ້ນ​ແຟ້ນ ​ແລະ ກົມກຽວ”(10); ຈາກ​ນັ້ນ ຊ່ວຍ​ເສີມ​ຂະຫຍາຍ​​ບົດບາດ​​ກຳລັງ​ຜັກ​ດັນ​ ແລະ ​ດັດ​ປັບຂອງ​ວັດທະນະທຳເປັນ​ຢ່າງ​ດີ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາປະ​ເທດ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ./. 

--------------

(1) ​ເອກະສານ​ກອງ​ປະຊຸມ​ຄັ້ງ​ທີ 5 ຂອງຄະນະ​ບໍລິຫານ​ງານ​ສູນ​ກາງພັກສະ​ໄໝ​ທີ 8, ສພຈ ການ​ເມືອງ​ແຫ່ງ​ຊາດ, ຮ່າ​​ໂນ້ຍ, 1998, ໜ້າ 54.

(2) ເອກະສານ​ກອງ​ປະຊຸມ​​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່າ​​ໂນ້ຍ, 2021, ​ເຫຼັ້ມ I, ໜ້າ 115-116.

(3), (4), (5) ເອກະສານ​ກອງ​ປະຊຸມ​​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ I, ໜ້າ 34, 220, 136.

(6), (7), (8) ເອກະສານ​ກອງ​ປະຊຸມ​​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ I, ໜ້າ 221, 214, 143.

(9), (10) ເອກະສານ​ກອງ​ປະຊຸມ​​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ I, ໜ້າ 39, 143.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 975 (​ເດືອນ​ຕຸລາ 2021)