ວກ. - ​ໃນ​ຊຸມ​ປີ​ທີ່ຜ່ານມາ, ບັນດາອິດທິກຳລັງສັດຕູມັກຫາ​ທາງ​ບິດ​ເບືອນ​ຄວາມສຳເລັດ​ໃນ​ການສ້າງ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ ​ແລະ ບິດເບືອນລັກສະນະດີເດັ່ນຂອງລະບົບປະຊາທິປະໄຕສັງຄົມນິຍົມຢູ່ຫວຽດນາມ. ດັ່ງນັ້ນ, ການລະບຸ, ​ເປີດໂປງ ​ແລະ ຕໍ່ສູ້ກັບທັດສະນະ​ທີ່​ບິດ​ເບືອນ​ແລະ​ເປັນປະຕິປັກ, ຢືນຢັນທາດແທ້ທີ່​ດີງາມ​ຂອງ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ, ປະກອບສ່ວນ​ສ້າງ​ແລະປັບປຸງລະບົບປະຊາທິປະ​ໄຕ​ສັງຄົມ​ນິຍົມ​ຢູ່​ປະ​ເທດ​ເຮົາ​ໃຫ້​ສົມບູນ​ແບບ ຈຶງເປັນເລື່ອງຮີບດ່ວນ.

1- ການລະບຸທັດສະນະທີ່ບິດເບືອນແລະປະຕິເສດລັກສະນະດີເດັ່ນ
ຂອງລະບົບປະຊາທິປະໄຕສັງຄົມນິຍົມຢູ່ຫວຽດນາມ

ປະຊາທິປະໄຕແມ່ນອົງປະກອບໜຶ່ງຂອງຮູບຖານຈິດສຳນຶກສັງຄົມ. ການເກີດຂຶ້ນຂອງຊາທິປະໄຕທຶນນິຍົມຕິດພັນກັບການປະຕິເສດແບບວິພາກວິທີຕໍ່ລະບອບຜະເດັດການສັກດິນາ ຖືເປັນກ້າວສຳຄັນໃນປະຫວັດສາດຂອງສັງຄົມມະນຸດ. ລະບອບທຶນນິຍົມປະສົບຄວາມສຳເລັດບາງປະການໃນການຄວບຄຸມສິດທິມະນຸດ ແລະສິດທິພົນລະເຮືອນ, ປະກອບສ່ວນເຂົ້າໃນການປະຕິບັດຄວາມປາດຖະໜາບາງຢ່າງກ່ຽວກັບເສລີພາບ ແລະປະຊາທິປະໄຕຂັ້ນພື້ນຖານຂອງມະນຸດຊາດ. ຢ່າງໃດກໍຕາມ, ລະບອບປະຊາທິປະໄຕທຶນນິຍົມຍັງເປີດເຜີຍຂໍ້ບົກຜ່ອງຫຼາຍຢ່າງ. ລັດທິທຶນນິຍົມຍັງບໍ່ສາມາດເອົາຊະນະຂໍ້ຂັດແຍ່ງພື້ນຖານຂອງຕົນໄດ້...

ປະຊາທິປະໄຕສັງຄົມນິຍົມແມ່ນລະບອບປະຊາທິປະໄຕທີ່ອຳນາດທັງໝົດເປັນຂອງປະຊາຊົນຢ່າງແທ້ຈິງ. ນີ້​ແມ່ນ​ປະ​ຊາ​ທິ​ປະ​ໄຕ​ທີ່​ກວ້າງ​ຂວາງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ - ປະຊາທິປະໄຕ​ທີ່​ຮັບ​ປະ​ກັນ​ອຳນາດທີ່ແທ້ຈິງ​ຂອງ​ປະ​ຊາ​ຊົນໄດ້ດີທີ່ສຸດ​. ວ.ອີ. ເລນິນ ​ເຄີຍ​ຢືນຢັນ​ວ່າ: “ລະບອບປະຊາທິປະ​ໄຕຂອງຊົນຊັ້ນກຳມາຊີບ​ມີຄວາມເປັນ​ປະຊາທິປະ​ໄຕ​ຫຼາຍ​ກວ່າ​ປະຊາທິປະ​ໄຕ​ຂອງຊົນຊັ້ນນາຍທຶນເຖິງລ້ານເທົ່າ: ອຳນາດການປົກຄອງ​ໂຊ​ວຽດເປັນ​ປະຊາທິປະ​ໄຕ​ຫຼາຍ​ກວ່າ​ສາທາລະນະລັດທຶນນິຍົມທີ່ເປັນປະຊາທິປະໄຕທີ່ສຸດເຖິງລ້ານ​ເທົ່າ”(1). ການເກີດຂຶ້ນຂອງປະຊາທິປະໄຕສັງຄົມນິຍົມເປັນໄປຕາມກົດເກນແຫ່ງການພັດທະນາຂອງສັງຄົມມະນຸດ, ຕອບສະໜອງຕໍ່ຄວາມປາດຖະໜາອັນຍາວນານນັບພັນປີຂອງມະນຸດຊາດທີ່ກ້າວໜ້າ.

ແຕ່ລະ​ປະ​ເທດ, ​ແຕ່ລະຊາດ, ບົນພື້ນຖານ​ລັກສະນະ​ເສດຖະກິດ, ການ​ເມືອງ, ພູມ​ສາດ, ວັດທະນະທຳ, ປະຫວັດສາດ...ຂອງປະເທດ ຊາດຕົນເອງ, ມີ​ສິດ​ເລືອກເອົາລະບົບ​ການ​ເມືອງ​ຂອງ​ຕົນ ​ແລະ ພັດທະນາ​ເສດຖະກິດ ສັງຄົມ ​ແລະ ວັດທະນະທຳ​ຢ່າງ​ເສລີ.

ປະຊາທິປະ​ໄຕ​ແມ່ນທາດແທ້​ຂອງ​ລະບອບ​ສັງຄົມ​ນິຍົມ​ຢູ່ຫວຽດນາມ, ປະຊາທິປະ​ໄຕຮັບປະກັນໃຫ້​ປະຊາຊົນມີອຳນາດສູງສຸດຢ່າງແທ້ຈິງ ​ໂດຍ​ຕັ້ງຢູ່ບົນພື້ນຖານລະບອບກຳມະສິດສາທາລະນະໃນປັດໄຈການຜະລິດຕົ້ນຕໍຂອງ​ສັງຄົມ ​ເຊິ່ງຜົນ​ປະ​ໂຫຍ​ດສ່ວນ​ບຸກຄົນ, ຜົນ​ປະ​ໂຫຍ​ດສ່ວນລວມ ​ແລະ ຜົນ​ປະ​ໂຫຍ​ດຂອງ​​ສັງຄົມໂດຍລວມ​ ເປັນ​ເອກະ​ພາບກັນ ​ແລະ ຫຼອມລວມກັນຢ່າງກົມກຽວ. ​​ຢ່າງ​ໃດ​ກໍ​ຕາມ, ບັນດາ​ກຳລັງ​ສັດຕູ​ໄດ້​ໃຊ້​ທຸກ​ກົນອຸບາຍ, ​ພະຍາຍາມ​​ປະຕິ​ເສດ ​ແລະ ບິດ​ເບືອນລັກສະນະດີເດັ່ນ​ຂອງ​ປະຊາທິປະ​ໄຕ​ສັງຄົມ​ນິຍົມຢູ່ຫວຽດນາມຢ່າງຕໍ່ເນື່ອງ. ສາມາດລະບຸທັດສະນະທີ່ປະຕິເສດແລະບິດເບືອນລັກສະນະດີເດັ່ນຂອງປະຊາທິປະໄຕສັງຄົມນິຍົມຢູ່ຫວຽດນາມໄດ້ ໃນບັນດາປະເດັນຕົ້ນຕໍດັງຕໍ່ໄປນີ້:

ກ່ຽວ​ກັບ​ເປົ້າ​ໝາຍ: ທຳລາຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ທີ່ມີຕໍ່​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ສາທາລະນະ​ລັດສັງຄົມ​ນິຍົມຫວຽດນາມ; ເພື່ອກ້າວໄປສູ່​ການ​ລົບ​ລ້າງ​ຮາກ​ຖານແນວຄິດ​ການ​ເມືອງ ແລະ ປ່ຽນແປງລະບອບ​ການປົກຄອງທາງການ​ເມືອງ​ຢູ່​ຫວຽດ​ນາມ.  

ກ່ຽວ​ກັບ​ອັດຕະພາບ​: ສ່ວນໃຫຍ່​ຜ່ານ​ອົງ​ການ​, ສະ​ມາ​ຄົມ​ ແລະ​ກຸ່ມທີ່​ບໍ່​ແມ່ນ​ພາກລັດ ພາຍໃຕ້ໜ້າກາກຂອງ​ຊາ​ທິ​ປະ​ໄຕ​ແລະ​ສິດ​ທິ​ມະ​ນຸດ​; ກຸ່ມປະຕິກິລິຍາຊາວຫວຽດນາມບາງກຸ່ມຢູ່ຕ່າງປະເທດ; ກອງກຳລັງຂວາຈັດ, ສະມາຊິກລັດຖະສະພາຫົວຮຸນແຮງຈຳນວນໜຶ່ງຢູ່ປະເທດຕາເວັນຕົກ; ຜູ້ສວຍໂອກາດແລະຕໍ່ຕ້ານການເມືອງຈຳນວນໜຶ່ງໃນປະເທດທີ່ຖືກຊື້ຈ້າງຈອບອອຍ ແລະ ຖືກຊີ້ນຳໂດຍກອງກຳລັງທີ່ເປັນສັດຕູ.

ກ່ຽວ​ກັບ​ເນື້ອ​ໃນ: ພະ​ຍາ​ຍາມ​ເຮັດໃຫ້ລະບອບ​ປະ​ຊາ​ທິ​ປະ​ໄຕທຶນນິຍົມຕາ​ເວັນ​ຕົກສົມບູນແບບແລະສົ່ງເສີມມັນ; ສຸມ​ໃສ່ເສກສັນປັ້ນແຕ່ງ ແລະ​ບິດ​ເບືອນ​ຜົນງານ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະລັດ​ຫວຽດນາມ ​ໃນ​ການ​ປະຕິບັດ​ປະຊາທິປະ​ໄຕ, ກ່າວ​ຫາ​ຫວຽດນາມວ່າ ​“ສູນເສຍ​ປະຊາທິປະ​ໄຕ”, “ບໍ່​ມີ​ປະຊາທິປະ​ໄຕ”, “ລະເມີດ​ປະຊາທິປະ​ໄຕ”; ຖືປະຊາທິປະ​ໄຕເປັນສິ່ງກົງກັນຂ້າມກັບ​ລະບຽບ​ວິ​ໄນ ແລະການ​ຄຸ້ມ​ຄອງ​ລັດ; ສະຫຼຸບວ່າສາເຫດຂອງ “ການສູນເສຍປະຊາທິປະໄຕ” ເກີດຈາກ “ການນໍາພາຂອງພັກດຽວ”, ດັງນັ້ນ ຫວຽດນາມຕ້ອງໃຊ້ລະບອບພະຫຸນິຍົມ​ແລະ​ລະບົບຫຼາຍ​ພັກ, ລົບ​ລ້າງ​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ຕໍ່ລັດ ​ຈຶ່ງ​ສາ​ມາດ​ມີ​ປະ​ຊາ​ທິ​ປະ​ໄຕໄດ້.

ໃນດ້ານຮູບແບບແລະວິທີການ: ຮູບແບບແລະມາດຕະການໃນການດຳເນີນການມີຄວາມຫຼາກຫຼາຍ, ຊັບຊ້ອນ ແລະ ເລິກແລບແຍບຍົນທີ່ສຸດ: ສົມທົບການຄັດຄ້ານຕ້ານຢັນທາງທິດສະດີ ກັບຈິນຕະນາການ “ເກີນຈິງ” ກ່ຽວກັບບັນຫາສັງຄົມ; ສົມທົບ​ການ​ກໍ່​ການ​ຮ້າຍ​ຈາກ​ພາຍ​ນອກ​ເຂົ້າ​ກັບ​ການ​ຊຸກຍູ້​ການ​ກໍ່​ຕັ້ງ​ສະມາຄົມ, ກຸ່ມ ແລະ ອົງການ​ຝ່າຍຄ້ານ​ພາຍ​ໃນ​ປະ​ເທດ. ໂດຍສະເພາະຢ່າງຍິ່ງ ພວກເຂົາພະຍາຍາມໃຊ້ປະໂຫຍດຈາກຂໍ້​ບົກ​ຜ່ອງ​ແລະຈຸດອ່ອນໃນ​ການ​ປະຕິບັດ​ວຽກ​ງານ​ຄຸ້ມ​ຄອງ ບໍລິຫານ​ປະ​ເທດ ແລະ ປະຕິບັດ​ນະ​ໂຍບາຍ​ສັງຄົມ ເພື່ອຂະຫຍາຍຄວາມ ​ແລະ ມ້າງເພທຳລາຍ. ຮ້າຍແຮງ​ກວ່າ​ນັ້ນ, ພວກ​ເຂົາໃຊ້​ປະຊາທິປະ​ໄຕ ​ແລະ ສິດທິ​ມະນຸດ​ເປັນ​ເງື່ອນ​ໄຂ​ເພື່ອ​ກົດ​ດັນ ແລະ ​ແຊກ​ແຊງກິດຈະການ​ພາຍ​ໃນ​ຂອງ​ປະ​ເທດ, ​ເຊື່ອມ​ໂຍງ​ການ​ຮ່ວມ​ມື, ການ​ຊ່ວຍເຫຼືອທາງ​ດ້ານ​ເສດຖະກິດແລະການ​ທູດ ເຂົ້າ​ກັບ​ການ​ຮຽກຮ້ອງ​​ປະຊາທິປະ​ໄຕ ​ແລະ ສິດທິ​ມະນຸດ. ບັນດາຖ້ອຍທຳນອງທີ່ກອງກໍາລັງເຫຼົ່ານີ້ສະເໜີອອກມານັ້ນ ເບິ່ງຄືວ່າພາວະວິໄສ, ເປັນວິທະຍາສາດ, ເປັນຫ່ວງ ແລະ ອຸທິດຕົນເພື່ອຊາຕາກໍາຂອງປະເທດຊາດແລະປະຊາຊົນ, ເຖິງແມ່ນວ່າຈະໃສ່ເສື້ອຄຸມ “ນັກປະຊາທິປະໄຕ”, “ຜູ້ຮັກຊາດ”, ແຕ່ໃນຄວາມເປັນຈິງແລ້ວ ມັນແມ່ນການຕ້ານທານທໍາລາຍແລະບິດເບືອນ. ບັນດາອິດທິ​ກຳລັງ​ສັດຕູ​ໄດ້ໃຊ້ປະໂຫຍດຈາກເຄືອ​ຂ່າຍ​ສັງຄົມ ​ແລະ ສື່​ມວນ​ຊົນ​ຢ່າງ​ເຖິງຖອງ ​ເພື່ອ​ເຜີຍ​ແຜ່​ແລະ​ໂຄສະນາຖ້ອຍທຳນອງ​ບິດ​ເບືອນ, ໃສ່ຮ້າຍປ້າຍສີ, ປະຕິ​ເສດ​ລັກສະນະດີເດັ່ນ​ຂອງ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ຢູ່​ປະ​ເທດ​ເຮົາ.

ກ່ຽວ​ກັບ​ຜົນຕາມມາ​ແລະຜົນຮ້າຍ: ບັນດາຖ້ອຍທຳນອງ​ບິດ​ເບືອນ, ປະຕິ​ເສດ​ລະບອບປະຊາທິປະໄຕສັງຄົມນິຍົມຢູ່ຫວຽດນາມຂອງອິດທິ​ກຳລັງ​ສັດຕູ ​ໄດ້ກໍ່​ໃຫ້ເກີດຄວາມ​ສົງ​ໄສ, ຄວາມສັບສົນ ແລະ ຄວາມລັງເລໃນໝູ່​ພະນັກງານ, ສະມາຊິກ​ພັກ ແລະ ປະຊາຊົນ​ຈຳນວນ​ໜຶ່ງ​ ກ່ຽວ​ກັບ​ທາດແທ້ແລະລັກສະນະດີເດັ່ນ​ຂອງ​ລະບອບ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ຢູ່ຫວຽດນາມ ​ແລະ ຄວາມ​ສາມາດໃນການ​ປະຕິບັດ​ປະຊາທິປະ​ໄຕ​ຂອງ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ ພາຍໃຕ້ການນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ຈາກ​ນັ້ນ, ຊຸກຍູ້​ “ການປ່ຽນແປງ​ຕົນ​ເອງ”, “ການຫັນ​ປ່ຽນ​ຕົນ​ເອງ” ຢູ່​ພາຍ​ໃນ​, ຍຸຍົງປຸກປັ່ນການປະ​ທ້ວງ ​ແລະ ການຈະລາຈົນຕ້ານ​ພັກ​ແລະລັດ ​ເພື່ອປ່ຽນແປງ​ລະບອບ​ການ​ເມືອງ​ຂອງ​ຫວຽດນາມ.

2- ລັກສະນະດີເດັ່ນຂອງລະບົບປະຊາທິປະໄຕສັງຄົມນິຍົມູ່ຫວຽດນາມ

ລັກສະນະດີເດັ່ນຂອງລະບົບປະຊາທິປະໄຕສັງຄົມນິຍົມຢູ່ຫວຽດນາມ​ແມ່ນ​ບໍ່​ອາດ​ປະຕິ​ເສດ​ໄດ້. ຄວາມເປັນຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ພາຍ​ໃຕ້​ການ​ນຳພາ​ທີ່​ສະຫຼາດສ່ອງໃສ ​ແລະ ເກັ່ງກ້າສາມາດຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ປະຊາຊົນ​ຫວຽດນາມ​​ຈາກການເປັນ​ທາດກາຍມາ​ເປັນເຈົ້າຂອງ​ຂອງ​ປະ​ເທດ. ປະຊາຊົນ​ເປັນ​ເຈົ້າຂອງທີ່ແທ້ຈິງ ແລະ ເປັນ​ເຈົ້າ​ການໃນການ​ຈັດ​ຕັ້ງ​ແລະສ້າງ​ສັງຄົມ​ໃໝ່, ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດໃຈທີ່​ນັບ​ມື້​ນັບ​ດີ​ຂຶ້ນ. ທາດແທ້ທີ່ດີງາມ ​ແລະ ລັກສະນະດີເດັ່ນ​ຂອງ​ລະບົບປະຊາທິປະ​ໄຕ​ຢູ່ຫວຽດນາມ​ໄດ້​ຮັບ​ການ​ສະ​ແດງ​ອອກ​ຢ່າງມີຊີວິດຊີວາ ​ແລະເປັນຮູບປະທຳ ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ. ສິດ​ທິ​ມະ​ນຸດ ແລະສິດ​ທິພົນ​ລະ​ເມືອງ ​ໄດ້​ຮັບ​ການ​ຮັບຮອງ ແລະ ປະ​ຕິ​ບັດ​ຕາມ​ຄຳ​ຂວັນ “ປະຊາຊົນ​ຮູ້, ປະຊາຊົນ​ປຶກ​ສາຫາລື, ປະຊາຊົນ​ເຮັດ, ປະຊາຊົນ​ກວດກາ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້”(2). ປະຊາຊົນເປັນເຈົ້າຂອງຂອງອຳນາດລັດຢ່າງແທ້ຈິງ, ​ໃນ​ທຸກ​ຂົງ​ເຂດ​ເສດຖະກິດ, ການ​ເມືອງ, ວັດທະນະທຳ, ສັງຄົມ ໂດຍຜ່ານການເປັນເຈົ້າຂອງທັງທາງກົງ ແລະທາງອ້ອມ. ບັນດາ​ຜົນງານ​ແຫ່ງ​ການ​ປ່ຽນແປງໃໝ່​ປະ​ເທດ​ແມ່ນຜົນຈາກ​ຂະ​ບວນການ​ແຫ່ງ​ຄວາມ​​ພະຍາຍາມ ​ແລະ ການ​ຕໍ່ສູ້​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ ໃນ​ການ​ປະຕິບັດ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ ໃຫ້ປະກົດເປັນຈິງ. ສິ່ງດັງກ່າວສະແດງໃຫ້ເຫັນວ່າ ລະບອບປະຊາທິປະໄຕຢູ່ຫວຽດນາມແມ່ນລະບອບທີ່ “ອຳນາດລັດທັງໝົດເປັນຂອງປະຊາຊົນ” ສ້າງຂຶ້ນບົນຮາກຖານຂອງ “ພັນທະພາບລະຫວ່າງຊົນຊັ້ນກຳມະກອນ, ຊົນຊັ້ນຊາວນາ ແລະ ຖັນແຖວປັນຍາຊົນ”(3); ​ແມ່ນ​ລະບອບ​ທີ່​ເສີມຂະຫຍາຍຄວາມຕັ້ງໜ້າ ​ແລະ ຄວາມຄິດ​ປະດິດ​ສ້າງ​ຂອງ​ປະຊາຊົນ​ ໃນ​ການສ້າງສາ​ແລະປົກ​ປັກ​ຮັກສາ​ປະ​ເທດ​ຊາດໃຫ້ສູງທີ່ສຸດ, ຮັບປະກັນ​ວ່າ ປະຊາຊົນມີອຳນາດ​ການ​ປົກຄອງຢ່າງແທ້​ຈິງ.

ພະນັກງານຄຸ້ມ ເກື໋ອນາມ, ນະຄອນຮ່າໂນ້ຍ ໃຫ້ບໍລິການປະຊາຊົນ, ວັນທີ 1 ກໍລະກົດ 2025 _ພາບ: TTXVN

ຢືນຢັນ​ການ​ປະຕິບັດ​ປະຊາທິປະ​ໄຕ​ບໍ່​ສາມາດ​ແຍກ​ອອກ​ຈາກ​ລະບຽບ​ວິ​ໄນ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ການ​ນຳພາ​ຂອງ​ພັກ ​ແລະ ການ​ຄຸ້ມ​ຄອງຂອງ​ລັດໄດ້. ການ​ສ້າງ​ລັດ​ແບບ​ໃໝ່​ຂອງ​ຊົນ​ຊັ້ນ​ກຳມະກອນ ​ແລະ ປະຊາຊົນຜູ້ອອກແຮງ​ງານ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ ​ແມ່ນ​ເງື່ອນ​ໄຂຕັດສິນເບື້ອງຕົ້ນ ​ແລະພື້ນຖານ ສຳລັບ​ການ​ປະຕິບັດ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ. ດັ່ງນັ້ນ, ບໍ່ມີ "ປະຊາທິປະໄຕແບບໄຮ້ຊົນຊັ້ນ" ຫຼື "ປະຊາທິປະໄຕທົ່ວໄປ". ລະບອບ​ປະຊາທິປະ​ໄຕ​ທຸກລະບອບລ້ວນເຊື່ອມໂຍງ​ກັບ​ລັດ​ປະ​ເພດ​ໜຶ່ງ ​ແລະ ມີ​ທາດແທ້​ຊົນ​ຊັ້ນຂອງຊົນຊັ້ນປົກຄອງ.

ແຕກຕ່າງຈາກລັດປະເພດອື່ນໆໃນປະຫວັດສາດ, ລັດສັງຄົມນິຍົມແມ່ນລັດປະເພດພິເສດ, ແມ່ນ “ລັດທີ່ບໍ່ມີຄວາມໝາຍເດີມອີກຕໍ່ໄປ”, ລັດ “ເຄິ່ງລັດ”. ຕາມນັ້ນ, ລັດມີພາລະໜ້າ​ທີ່ຕົ້ນຕໍໃນການ​​ຈັດ​ຕັ້ງກໍ່ສ້າງ, ​ແນ​ໃສ່​ປະຕິບັດ​ສິດ​ອຳນາດ​ຂອງ​ຊົນ​ຊັ້ນ​ກຳມະກອນ ​ແລະປະຊາຊົນຜູ້ອອກແຮງ​ງານ. ຜະເດັດການເປັນເລື່ອງຮອງ ​ແຕ່​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ,​ເພື່ອປ້ອງກັນການ​ກະທຳທີ່ເປັນການຕ້ານຢັນ ທຳລາຍ​ພາລະກິດການ​ປະຕິວັດ, ຝ່າຝືນ​ຄຸນຄ່າ​ປະຊາທິປະ​ໄຕ, ລະເມີດ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຊົນ​ຊັ້ນ​ກຳມະກອນ​ ແລະປະຊາຊົນຜູ້ອອກແຮງງານ ແລະ ຂັດຂວາງ​ການ​ພັດທະນາ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ. ດ້ວຍ​ເຫດ​ນີ້, ພັກ​ກອມ​ມູນິດ​ຫວຽດນາມມີຄວາມສະເໝີຕົ້ນສະເໝີປາຍໃນການຍຶດໝັ້ນ ​ແລະ ​ແກ້​ໄຂ​ການ​ພົວພັນ “ລະຫວ່າງການປະຕິບັດຕາມລະບອບ​ປະຊາທິປະ​ໄຕ ​ແລະ ການ​ເພີ່ມ​ທະວີຫຼັກນິຕິທຳ, ຮັບປະກັນ​ວິ​ໄນທາງ​ສັງຄົມ”(4) ຢ່າງເໝາະສົມ. ປະຊາທິປະໄຕທີ່ຕິດພັນກັບລະບຽບວິໄນແມ່ນເງື່ອນໄຂເບື້ອງຕົ້ນ ເພື່ອໃຫ້ສິດທິຂອງແຕ່ລະຄົນໄປຄຽງຄູ່ກັບການປະຕິບັດພັນທະ, ຫຼີກລ້ຽງປະຊາທິປະໄຕທີ່ຫຼາຍເກີນໄປ, ປະຊາທິປະໄຕຕາມລຳພັງໃຈ, ອະນາທິປະໄຕ ແລະ ການຂາດຫຼັກການ. ການ​ປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ​ທີ່​ບໍ່​ຈໍາ​ແນກ ແລະໄຮ້ຫຼັກການ ເປັນສິ່ງທີ່ຂັດຕໍ່ທາດແທ້ຂອງປະຊາທິປະໄຕສັງຄົມນິຍົມ, ເປັນສາເຫດໂດຍກົງຂອງການສູນເສຍປະຊາທິປະໄຕ ແລະ ເປັນໂອກາດໃຫ້ເກີດພະຍາດອາດຍາສິດ, ອຳນາດນິຍົມ, ສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້.  

ຢືນຢັນວ່າການນຳໃຊ້ລະບົບພະຫຸນິຍົມແລະລະບົບຫຼາຍພັກບໍ່ແມ່ນເງື່ອນໄຂທີ່ພາໃຫ້ເກີດມີປະຊາທິປະໄຕ. ການບັງຄັບໃຊ້ລະບອບປະຊາທິປະໄຕນັ້ນ ຂຶ້ນຢູ່ກັບວ່າ ພັກກຳອຳນາດຈະມີທາດແທ້ປະຕິວັດແລະນຳໜ້າຫຼືບໍ່ ແລະ ພັກລັດຖະບານສາມາດປົກປ້ອງ ແລະ ຮັບປະກັນສິດເປັນເຈົ້າຂອງຕົວຈິງ ຂອງປະຊາຊົນຜູ້ອອກແຮງງານໄດ້ດີທີ່ສຸດ ຫຼືສະເພາະຄົນສ່ວນນ້ອຍໃນສັງຄົມເທົ່ານັ້ນ. ຢູ່​ຫວຽດນາມ, ການ​ປະ​ຖິ້ມ​ການ​ນຳພາ​ແລະການກຳອຳນາດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ການນຳໃຊ້ລະບົບພະຫຸນິຍົມ​ແລະລະບົບ​ຫຼາຍ​ພັກ​ ບໍ່​ພຽງ​ແຕ່​ຈະບໍ່​ເປັນ​ປະຊາທິປະ​ໄຕຫຼາຍຂຶ້ນ​ເທົ່າ​ນັ້ນ ຫາກ​ຍັງ​ຈະນຳໄປສູ່​ຄວາມ​ວຸ່ນວາຍທາງສັງຄົມ, ຄວາມ​ບໍ່​ໝັ້ນຄົງ​ຂອງຊາດ ແລະ ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ​ຂອງ​ປະຊາຊົນອີກດ້ວຍ, ເຖິງຂັ້ນ​ສູນ​ເສຍຜົນງານການ​ປະຕິວັດ​ ທີ່​ຄົນ​ລຸ້ນກ່ອນ​ບໍ່​ລັງ​ເລທີ່ຈະອົດທົນຕໍ່ຄວາມລຳບາກແລະການເສຍສະຫຼະ​ ເພື່ອຕໍ່ສູ້ແລະຮັກສາໄວ້ ນັ້ນຄືເອກະລາດຂອງຊາດ ເສລີພາບ ​ແລະ ຄວາມ​​ສຸກຂອງປະຊາຊົນ. ດັງ​ນັ້ນ, ຖ້ອຍທຳນອງທີ່ວ່າ “ຄວາມຫຼາກຫຼາຍທາງ​ການ​ເມືອງ” ​ແລະ “ຝ່າຍ​ຄ້ານ​ຫຼາຍພັກ” ທີ່ບັນດາອິດທິ​ກຳລັງສັດຕູສົ່ງເສີມນັ້ນ ແທ້ຈິງແລ້ວເປັນແຜນການແລະກົນອຸບາຍ​ເພື່ອ​ປົດ​ລັກສະນະ​ສັງຄົມ​ນິຍົມ​ຂອງ​ປະຊາທິປະ​ໄຕ​ຢູ່ຫວຽດນາມ. ​ນີ້​ເປັນສິ່ງທີ່ຍອມຮັບບໍ່ໄດ້ ເພາະ​ມັນຂັດຕໍ່​ຄວາມ​ປາດ​ຖະໜາ​ອັນ​ຊອບ​ທຳ​ຂອງ​ປະຊາຊົນ​ຫວຽດນາມ.

ໃນສັງຄົມທຶນນິຍົມ, “ການ​ປະກາດ​ຄວາມ​ສະ​ເໝີ​ພາບ​ດ້ານ​ສິດທິ​ໂດຍປາສະຈາກຄວາມ​ສະ​ເໝີ​ພາບດ້ານເງື່ອນໄຂ​ໃນ​ການ​ໃຊ້​ສິດເຫຼົ່າ​ນັ້ນ ສົ່ງຜົນໃຫ້ປະຊາທິປະ​ໄຕເຫຼືອພຽງ​ຮູບ​ແບບທີ່ຫວ່າງ​ເປົ່າ ​ແລະ ບໍ່​ມີ​ເນື້ອ​ໃນ”(5). ສຳລັບ​ຫວຽດນາມ, ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ແມ່ນ​ທາດແທ້​ຂອງ​ລະບອບ​ສັງຄົມ​ນິຍົມ, ທັງ​ແມ່ນ​ເປົ້າ​ໝາຍ ​ແລະ ພະລັງຂັບເຄື່ອນ​ຂອງ​ການ​ພັດທະນາ​ປະ​ເທດ​ຊາດ. ມາດຕາ 6 ຂອງ​ລັດຖະທຳ​ມະນູນ​ປີ 2013 ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ວ່າ: ປະຊາຊົນ​ໃຊ້​ອຳນາດ​ລັດ​ດ້ວຍປະຊາທິປະໄຕໂດຍ​ກົງ ​ແລະ ປະຊາທິປະ​ໄຕ​ຕົວ​ແທນ​​ຜ່ານ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ ​ແລະ ບັນດາ​ອົງການ​ອື່ນໆຂອງ​ລັດ. ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ຢັ້ງຢືນວ່າ: “ພັກນຳພາ, ລັດຄຸ້ມຄອງ, ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ເປັນແກນນຳໃຫ້ປະຊາຊົນເປັນເຈົ້າຂອງ… ເຊີດຊູບົດບາດຂອງເຈົ້າພາບ ແລະ ທີ່ຕັ້ງໃຈກາງຂອງປະຊາຊົນ ໃນຍຸດທະສາດການພັດທະນາປະເທດຊາດ, ໃນຂະບວນການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດທັງໝົດ”(6). ໃນຄວາມເປັນຈິງ, ການສ້າງຕັ້ງລະບົບການເມືອງສັງຄົມນິຍົມຢູ່ປະເທດເຮົາ ແມ່ນການຮັບປະກັນທີ່ໝັ້ນຄົງທີ່ສຸດ ເພື່ອປະຕິບັດສິດປະຊາທິປະໄຕຂອງປະຊາຊົນຢ່າງດີທີ່ສຸດ; ​ເຮັດ​ໃຫ້​ປະຊາທິປະ​ໄຕ​ຂະຫຍາຍຕົວ​ແລະມີເນື້ອໃນຫຼາຍຂຶ້ນ, ​ສະ​ແດງ​ໃຫ້​ເຫັນເຖິງທາດແທ້ທີ່​ດີ​ຂອງ​ລະບອບ​ສັງຄົມ​ນິຍົມ​ຢ່າງ​ແທ້​ຈິງ.

3- ​ວິທີ​ແກ້​ໄຂບາງປະການ​ເພື່ອຫັກລ້າງ​ທັດສະນະ​ທີ່​ບິດ​ເບືອນ ​ແລະ
ປະຕິ​ເສດ​ລັກສະນະດີເດັ່ນ ຂອງລະບົບ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ຢູ່ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ໃນ​ຊຸມ​ປີ​ຕໍ່ໜ້າ, ຄາດ​ຄະ​ເນ​ວ່າ ສະຖານະ​ການ​ຂອງ​ໂລກ​ແລະພາກ​ພື້ນ​ຈະ​ສືບ​ຕໍ່​ພັດທະນາ​ຢ່າງ​ວ່ອງ​ໄວ, ສັບສົນ ​ແລະ ຄາດການ​ບໍ່​ໄດ້. ສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຍັງ​ຄົງ​ແມ່ນ​ທ່າ​ອ່ຽງ​ທີ່​ສຳຄັນ, ​ແຕ່​ຍັງ​ປະສົບ​ກັບ​ອຸປະສັກ, ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ບັນດາຄັນຕາລະບັດໃນການປະຕິເສດລັກສະນະ​ດີ​ເດັ່ນ​ຂອງ​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ​ຢູ່​ຫວຽດ​ນາມ ຍັງ​ຄົງ​ແມ່ນ​ຈຸດ​ສຸມ​ຂອງ​ຍຸດ​ທະ​ສາດ “​ການຫັນປ່ຽນໂດຍ​ສັນ​ຕິ” ຂອງ​ບັນ​ດາອິດ​ທິກຳລັງ​ສັດຕູ. ​ໃນ​ສະພາບ​ການ​ນັ້ນ, ​ເພື່ອ​ເປີດໂປງ​ແລະຫັກລ້າງ ບັນດາ​ທັດສະນະ​ທີ່​ບິດ​ເບືອນ ແລະ​ປະຕິ​ເສດລັກສະນະດີເດັ່ນຂອງລະບົບປະຊາທິປະ​ໄຕ​ສັງຄົມ​ນິຍົມ​ຢູ່​ຫວຽດນາມ, ຈຳເປັນຕ້ອງ​ຜັນຂະຫຍາຍ​ປະຕິບັດ​ມາດ​ຕະການ​ຕົ້ນຕໍ​ລຸ່ມນີ້:

ທີ່ໜຶ່ງ, ຮັກສາ​ແລະ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ, ການຄຸ້ມ​ຄອງ ບໍລິຫານຂອງ​ລັດ ຕໍ່​ວຽກ​ງານ​ປົກ​ປັກ​ຮັກສາ​ຮາກ​ຖານ​ແນວຄິດ​ຂອງ​ພັກ​ໂດຍ​ທົ່ວ​ໄປ, ຕໍ່ສູ້​ຫັກລ້າງບັນດາ​ທັດສະນະ​ທີ່​ບິດ​ເບືອນແລະປະຕິ​ເສດລັກສະນະດີເດັ່ນ​ຂອງ​ລະບົບປະຊາທິປະ​ໄຕ​ສັງຄົມ​ນິຍົມ​ຢູ່ຫວຽດນາມ ​ເວົ້າ​ສະ​ເພາະ. ການ​ແກ້​ໄຂ​ນີ້​ແມ່ນ​ພື້ນຖານ​ເພື່ອ​ເສີມຂະຫຍາຍກຳລັງ​ແຮງສັງ​ລວມຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ຂອງ​ລະບົບ​ການ​ເມືອງທັງໝົດ, ໃນນັ້ນ ສຸມ​ໃສ່​ຕໍ່ສູ້​ເພື່ອ​ເອົາ​ຊະ​ນະ​ແຜນການແລະກົນອຸບາຍ​ຂອງ​ບັນດາອິດທິກຳລັງ​ສັດຕູ.

ທີ​ສອງ, ຊຸກຍູ້​ການ​ໂຄສະນາ​ເຜີຍ​ແຜ່, ອົບຮົມສຶກສາ​ກ່ຽວ​ກັບ​ລັດທິ​ມາກ-​ເລ​ນິນ ​ແລະ ​ແນວ​ຄິດ​ໂຮ່ຈີມິນ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ ກ່ຽວ​ກັບ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ. ນີ້​ແມ່ນ​ວິ​ທີ​ແກ້​ໄຂ​ທີ່​ສຳຄັນ​ ເພື່ອ​ປະກອບສ່ວນ​​ໃນ​ການສ້າງ​ຄວາມ​ຮັບ​ຮູ້​ທີ່ເປັນເອກະພາບໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະກອງທັບ ​ກ່ຽວ​ກັບ​ທາດແທ້​ປະຕິວັດ ​ແລະ ວິທະຍາສາດ​ຂອງ​ລະບົບປະຊາທິປະ​ໄຕ​ສັງຄົມ​ນິຍົມ. ຕາມ​ນັ້ນ​ແລ້ວ, ຕ້ອງ​ໂຄສະນາ​ເຜີຍ​ແຜ່ ແລະ ສຶກສາ​ອົບຮົມ ​ໃຫ້ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ ມີຄວາມ​ເຂົ້າ​ໃຈຢ່າງຈະແຈ້ງ​ວ່າ ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ແມ່ນ​ປະຊາທິປະ​ໄຕ​ທີ່​ຮັບປະກັນ​ອຳນາດທີ່ແທ້​​ຈິງ​ຂອງ​ປະຊາຊົນໄດ້ດີທີ່ສຸດ. “ປະຊາທິປະ​ໄຕ​ແມ່ນທາດແທ້​ຂອງ​ລະບອບ​ສັງຄົມ​ນິຍົມ, ທັງເປັນ​ເປົ້າ​ໝາຍ​ ແລະພະລັງຂັບເຄື່ອນ​ຂອງ​ກິດຈະການ​ກໍ່ສ້າງ​ສັງຄົມ​ນິຍົມ, ການສ້າງ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ, ຮັບປະກັນ​ອຳນາດ​ທີ່​ແທ້​ຈິງ​ເປັນ​ຂອງ​ປະຊາຊົນ ​ແມ່ນ​ໜ້າທີ່​ສຳຄັນ ​ແລະ ຍາວ​ນານ​ ຂອງ​ການ​ປະຕິວັດ​ຫວຽດນາມ. ພວກເຮົາ​ສະໜັບສະໜູນການເສີມຂະຫຍາຍ​ປະຊາທິປະ​ໄຕ​ຢ່າງ​ບໍ່​ຢຸດ​ຢັ້ງ ແລະ ການສ້າງ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ​ ທີ່​ເປັນ​ຂອງ​ປະຊາຊົນ​, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນຢ່າງແທ້ຈິງ, ບົນ​ພື້ນຖານ​ພັນທະ​ພາບ​ລະຫວ່າງກຳມະກອນ, ຊາວ​ກະສິກອນ ​ແລະ ປັນຍາ​ຊົນ ​ນຳ​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມ”(7).

ທີ​ສາມ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ກອງ​ກຳລັງ​ສະເພາະກິດ ​ແລະ ​ຜູ້​ຮ່ວມ​ມື ​ໃນ​ການ​ຕໍ່ສູ້​ກັບ​ທັດສະນະທີ່ບິດເບືອນ​ແລະການປະຕິ​ເສດລັກສະນະ​ດີ​ເດັ່ນ​ຂອງລະບົບ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ຢູ່ຫວຽດນາມ. ເພື່ອຕໍ່ສູ້ກັບ​ທັດສະນະທີ່​ບິດ​ເບືອນ​ແລະການປະຕິ​ເສດລັກສະນະດີເດັ່ນ​ຂອງລະບົບ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ຢູ່ຫວຽດນາມໂດຍກອງກຳລັງສັດຕູ, ຈຳເປັນຕ້ອງ​ມີ​ການ​ໂຕ້​ຖຽງ​ທີ່ຊັດເຈນ​ ແລະເປັນວິທະຍາສາດ ໂດຍຊີ້​ໃຫ້ເຫັນຂໍ້​ຜິດພາດ, ຄວາມອະສັດຈະວິພາກ ​ແລະ ຄວາມບໍ່ສົມເຫດຜົນ​ ໃນຖ້ອຍທຳນອງທຳລາຍລ້າງ​ຂອງ​ບັນດາອິດທິ​ກຳລັງ​ສັດຕູ; ພ້ອມ​ກັນ​ນັ້ນ, ​ເນັ້ນຢ້ຳ​ແລະຢືນຢັນ​ລັກສະນະ​ວິທະຍາສາດ ​ແລະ ການ​ປະຕິວັດ ​ຂອງ​ລັດທິມາກ-​ເລ​ນິນ, ​ແນວ​ຄິດໂຮ່ຈີ​ມິນ ​ແລະ ລະບົບປະຊາທິປະ​ໄຕ​ສັງຄົມ​ນິຍົມ​. ດັງ​ນັ້ນ, ບັນດາ​ກຳລັງ​ສະ​ເພາະກິດ​ທີ່​ເຮັດ​ວຽກ​ງານ​ນີ້​ຕ້ອງ​ໄດ້​ຮັບ​ການ​ຝຶກອົບຮົມແລະສົ່ງເສີມ ໃຫ້ເຂົ້າໃຈແລະຍຶດໝັ້ນ​ໃນ​ລັດທິມາກ-​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ, ແນວທາງ​ ແຜນນະໂຍບາຍຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ; ມີ​ຄວາມ​ຮູ້​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ​ໃນ​ຫຼາຍ​ຂົງ​ເຂດ; ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ, ຄວາມ​ສາ​ມາດ, ລະ​ດັບ​ທິດ​ສະ​ດີ, ປະ​ສົບ​ການ ​ແລະ ​ຄວາມ​ກ້າ​ຫານ​ທີ່​ຈະ​ຕໍ່​ສູ້​ຫັກ​ລ້າງ​ທັດ​ສະ​ນະ​ທີ່​ຜິດ​ພາດ​ແລະເປັນສັດຕູ ໃນ​ທຸກ​ສະ​ຖານະ​ການ​ແລະ​ສະ​ພາບ​ແວດລ້ອມ. ເສີມຂະຫຍາຍບົດບາດ ແລະ ຄວາມສາມາດຂອງນັກວິທະຍາສາດ, ນັກຄົ້ນຄວ້າທິດສະດີ, ນັກຂຽນ, ນັກສິລະປິນ, ປັນຍາຊົນ, ຜູ້ທີ່ມີຊື່ສຽງ ແລະ ຜູ້ທີ່ມີອິດທິພົນໃນໂລກໄຊເບີຣ໌ ທີ່ຈະມາຕໍ່ສູ້; ເອົາໃຈ​ໃສ່​ປະຕິບັດ​​ກົນ​ໄກ ​ແລະ ນະ​ໂຍບາຍ​ສະ​ເພາະ​ສຳລັບກອງ​ກຳລັງ​ດັ່ງກ່າວ ​ເພື່ອ​ສ້າງ​ກຳລັງຂັບເຄື່ອນ ​ແລະ ເງື່ອນ​ໄຂທີ່​ດີ​ທີ່​ສຸດ ສຳລັບພວກ​ເຂົາ​ໃນ​ການ​ຕໍ່ສູ້.

ທີ​ສີ່, ປ່ຽນແປງໃໝ່​ເນື້ອ​ໃນ, ຮູບ​ການ ​ແລະ ວິທີ​ການຕໍ່ສູ້​ເພື່ອ​ຫັກລ້າງ​ທັດສະນະ​ທີ່​ບິດ​ເບືອນ ​ແລະ ປະຕິ​ເສດລັກສະນະດີເດັ່ນຂອງລະບົບ​ປະຊາທິປະ​ໄຕ​ສັງຄົມ​ນິຍົມຢູ່​ຫວຽດນາມ. ປະຈຸ​ບັນ, ບັນດາ​ອິດ​ທິກຳລັງສັດຕູ​ພວມ​ໃຊ້​ກົນ​ອຸບາຍ, ​ວິ​ທະ​ຍາ​ສາດ​ທຽມ, ເລ່ຫຼ່ຽມອັນຊັບຊ້ອນ ​ແລະ ຕັກກະແບບຮູບການ ​ເພື່ອ​ບິດ​ເບືອນ​ເນື້ອ​ໃນ, ທາດແທ້ ​ແລະ ລັກສະນະດີເດັ່ນ ​ຂອງລະບົບ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ຢູ່ຫວຽດນາມ. ຄວາມເປັນຈິງນີ້ຮຽກຮ້ອງໃຫ້ມີການປ່ຽນແປງໃໝ່ເນື້ອໃນ, ຮູບການ ແລະວິທີການຕໍ່ສູ້. ການປະຕິບັດ​ຄຳ​ຂວັນ “ການກໍ່ສ້າງ” ຕິດ​ພັນ​ກັບ “ການ​ຕໍ່ສູ້”, ​ໃນ​ນັ້ນ “ການກໍ່ສ້າງ” ​ແມ່ນ​ພື້ນຖານ, “ການຕໍ່ສູ້” ຕ້ອງ​ເດັດດ່ຽວ, ມີ​ປະສິດທິ​ຜົນ, ດ້ວຍ​ບັນດາ​ມາດ​ຕະການ​ທີ່​ເໝາະ​ສົມ. ເສີມຂະຫຍາຍ​ບົດບາດ​ຂອງ​ສື່​ມວນ​ຊົນ​ໃນ​ວຽກງານການ​ຕໍ່ສູ້ຢ່າງແຂງແຮງ. ປະສົມປະສານຮູບແບບການຕໍ່ສູ້ດ້ານທິດສະດີທີ່ແຫຼມຄົມ ເຂົ້າກັບຮູບແບບການລະຄອນ, ວັນນະກຳ, ບົດກະວີ, ລະຄອນເພງ ແລະອື່ນໆ ຢ່າງໃກຊິດ. ໃຊ້ປະໂຍດຈາກຜົນສຳເລັດຂອງການປະຕິວັດອຸດສາຫະກຳຄັ້ງທີສີ່, ໂດຍສະເພາະແມ່ນ ໂລກໄຊເບີຣ໌, ເພີ່ມທະວີການໂພດບົດຄວາມໃນເວັບໄຊ, ບລັອກ, ແຟນເພຈ, ເຄືອຂ່າຍສັງຄົມ, youtube, ເວທີປາໄສຕ່າງໆ ເພື່ອຕໍ່ສູ້, ແນໃສ່ຮັບປະກັນຄວາມທັນເວລາ, ເພີ່ມຂອບເຂດການໂຄສະນາ ຕໍ່ສູ້ ແລະ ເຂົ້າເຖິງມວນຊົນ.

ທີ​ຫ້າ, ສະ​ແດງ​ໃຫ້​ເຫັນ ​ແລະ ຢືນຢັນທາດແທ້ທີ່​ດີງາມ ​ແລະ ບັນດາ​ຜົນງານ​ໃນ​ການ​ປະຕິບັດ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ຢູ່​ຫວຽດນາມ. ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ບັນດາ​ຜົນງານ​ໃນ​ການ​ກໍ່ສ້າງ​ປະ​ເທດ​ຊາດ ​ແລະ ປະຕິບັດ​ປະຊາທິປະ​ໄຕ​ຢູ່​ຫວຽດນາມ. ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນບັນດາ​ຊ່ອງ​ທາງ​ຂໍ້​ມູນ​ຂ່າວສານ ​ແລະ ການ​ໂຄສະນາ; ຍາດ​ແຍ່ງ​ເອົາ​ກຳລັງ​ແຮງ​ທາງ​ການ​ທູດ ​ແລະ ການ​ຮ່ວມ​ມື​ກັບ​ສາກົນ ​ເພື່ອ​ໂຄສະນາ, ​ເຮັດ​ໃຫ້​ປະຊາ​ຄົມ​ໂລກ ​ແລະ ພີ່ນ້ອງ​ຮ່ວມ​ຊາດ​ຢູ່​ຕ່າງປະ​ເທດ​ ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ເຖິງ​ຜົນສຳ​ເລັດ​ຂອງລະບົບ​ປະຊາທິປະ​ໄຕ​ຢູ່​ຫວຽດນາມ, ຜ່ານ​ນັ້ນທັບມ້າງ ຫັກລ້າງ​ບັນດາ​ຖ້ອຍທຳນອງ​ທີ່​ບິດ​ເບືອນ ​ແລະ ປະຕິ​ເສດລັກສະນະດີເດັ່ນ​ຂອງ​ລະບົບປະຊາທິປະ​ໄຕ​ສັງຄົມ​ນິຍົມ​ຢູ່​ຫວຽດນາມ.

ທີ​ຫົກ, ເປັນເຈົ້າການໃນການກຳ​ສະພາບ​ການ, ຄາດ​ຄະ​ເນ​ຢ່າງ​ທັນ​ການ ​ບັນດາ​ກົນອຸບາຍ ​ແລະ ​ການ​ເຄື່ອນ​ໄຫວ​ຂອງອິດທິ​ກຳລັງ​ສັດຕູ​ທີ່​ບິດ​ເບືອນ ​ແລະ ປະຕິ​ເສດ​ລັກສະນະດີເດັ່ນຂອງລະບົບປະຊາທິປະ​ໄຕ​ສັງຄົມ​ນິຍົມ​ຢູ່ຫວຽດນາມ. ປັບປຸງ​ຍົກສູງປະສິດທິ​ຜົນ​ວຽກ​ງານ​ຄົ້ນ​ຄ້ວາ​ແລະຄາດ​ຄະ​ເນ, ​ເອົາ​ໃຈ​ໃສ່​ຢ່າງ​ເປັນ​ປະຈຳເຖິງການເກັບກຳແຜນການ​ແລະກົນ​ໄກ​ຂອງອິດທິ​ກຳລັງ​ສັດຕູ; ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ເຖິງເລ່ຫຼ່ຽມແລະຄວາມຮ້າຍກາດຂອງບັນດາອິດທິກຳລັງສັດຕູ ເມື່ອພາກເຂົາສະແດງທັດສະນະ​ທີ່​ບິດ​ເບືອນ ແລະ ປະ​ຕິ​ເສດ​ລັກສະນະດີເດັ່ນ​ຂອງລະບົບ​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ​ຢູ່​ຫວຽດ​ນາມ. ລະບຸເປົ້າໝາຍຂອງການຕໍ່ສູ້ ແລະວິທີການທີ່ພວກເຂົາໃຊ້ໄດ້ຢ່າງຖືກຕ້ອງ; ເພີ່ມ​ຄວາມລະມັດ​ລະວັງ, ຄາດ​ຄະ​ເນ​ຢ່າງ​ຖືກຕ້ອງກ່ຽວກັບ​ຈຸດ​ສຳຄັນ​ຂອງ​ການ​ກໍ່​ການ​ຮ້າຍ ແລະ ​ສະຖານ​ທີ່ທີ່​ອາດຈະ​ກາຍ​ເປັນ “ຈຸດ​ຮ້ອນ” ທີ່ກອງ​ກຳລັງ​ສັດຕູ​ເລັ່ງເປົ້າໝາຍ, ໂດຍ​ສະ​ເພາະໃນ​ພື້ນທີ່​ສຳຄັນ, ​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ພື້ນທີ່ທີ່ມີ​ສະພາບ​ເສດຖະກິດ-ສັງຄົມ​ທີ່ຫຍຸ້ງຍາກ ແລະ ມີການ​ຮ້ອງທຸກທີ່ຍືດເຍື້ອ​. ສົມທົບ​ຢ່າງແໜ້ານແຟ້ນ ການ​ປ້ອງ​ກັນແລະການຄວບຄຸມ ເຂົ້າກັບການ​ເປັນເຈົ້າການໃນການບຸກ​ໂຈມ​ຕີ​, ທັບມ້າງ ຫັກລ້າງຖ້ອຍທຳນອງ​ທີ່​ບິດ​ເບືອນ​ແລະທຳລາຍຂອງສັດຕູ, ບໍ່ໃຫ້​ຕົກ​ໃນທ່າຮັບແລະຄວາມບັງເອີນ; ເປັນເຈົ້າການໃນການໂຄສະນາ​ເຜີຍ​ແຜ່ ​ແລະ ຕໍ່ສູ້​ຕ້ານທັດສະນະ​ທີ່​ຜິດພາດ ​ແລະ ​ເປັນ​ສັດຕູ ​ກ່ອນ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ, ກອງ​ປະຊຸມ​ສະພາ​ແຫ່ງ​ຊາດແຕ່ລະຄັ້ງ ຫຼື​ໃນ​ໂອກາດ​ສະຫຼອງວັນ​ບຸນປະຈຳຊາດທີ່ສຳຄັນ. ເພີ່ມທະວີການນຳໃຊ້ເຕັກໂນໂລຊີ ແລະວິທີການດິຈິຕອນ ເພື່ອກວດຈັບແລະຫັກລ້າງທັດສະນະທີ່ຜິດພາດແລະເປັນປະຕິປັກໄດ້ຢ່າງທັນທ່ວງທີ. ຈັດ​ຕັ້ງ​ການ​ສະຫຼຸບ​ເບື້ອງ​ຕົ້ນ, ສະຫຼຸບສັງລວມ ​ແລະຖອດ​ຖອນ​ບົດຮຽນ ເພື່ອປັບປຸງ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຕໍ່ສູ້​ຕ້ານ​ທັດສະນະ​ທີ່​ບິດ​ເບືອນ ​ແລະ ປະຕິ​ເສດ​ລັກສະນະດີເດັ່ນ​ຂອງ​ລະບົບປະຊາທິປະ​ໄຕ​ສັງຄົມ​ນິຍົມ​ຢູ່ຫວຽດນາມ.

-----------------------------------------------

(1) ວ.ອີ. ເລນິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2005, ເຫຼັ້ມ 37, ໜ້າ 312–313

(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 173

(3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ໜ້າ 85

(4) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 119

(5) ຫງວຽນຝູຈ້ອງ: ບາງບັນຫາທິດສະດີ ແລະ ພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ມທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ໜ້າ 21

(6) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 173

(7) ຫງວຽນຝູຈ້ອງ: ບາງບັນຫາທິດສະດີ ແລະ ພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ມທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 28.