ວກ. - ​ເສດຖະກິດ​ຕະຫຼາດ​ແມ່ນຜົນ​ຈາກ​ອາ​ລະ​ຍະ​ທຳ​ມະນຸດ ​ເຊິ່ງພັກ​ກອມ​ມູນິດ​​ແລະ​ລັດຫວຽດນາມ​ໄດ້​ໝູນ​ໃຊ້​ຢ່າງ​ຖືກຕ້ອງ, ພາວະ​ວິ​ໄສ, ວິທະຍາສາດ, ປະດິດ​ສ້າງ, ກາຍ​ເປັນ​ພື້ນຖານ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ, ​ໃນ​ນັ້ນ​ເນັ້ນ​ໜັກ​ວ່າ ບົດບາດ​ທີ່​ຕັ້ງ​ແລະ​ຕຳ​ແໜ່​ງຂອງຄົນ ແມ່ນແຮງຂັບເຄື່ອນແລະກໍ່ແມ່ນເປົ້າໝາຍສູງ​ສຸດ​ຂອງ​ການ​ພັດທະນາ.

ສະຫາຍຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດແຫ່ງ ສສ ຫວຽດນາມ ອວຍພອນປີໃໝ່ປະຊາຊົນແລະຜູ້ອອກແຮງງານ ໃນບໍລິເວນຖະ ໜົນ ແທັງນຽນ (ນະຄອນຮ່າໂນ້ຍ) _ແຫຼ່ງ: Vietnamnet

ເສດຖະກິດ​ຕະຫຼາດ​ແລະ​ບັນຫາ​ມະນຸດ ​ໃນ​ເສດຖະກິດ​ຕະຫຼາດ​ທຶນ​ນິຍົມ

ການ​ພັດທະນາ​ຂອງ​ສັງຄົມ​ມະນຸດ​ໄດ້​ຮັບ​ການ​ຂີດ​ໝາຍ​ດ້ວຍ​ຫຼາຍມາດຖານ, ​ໃນ​ນັ້ນ ມີ​ມາດຖານ​ກ່ຽວ​ກັບການ​ພັດທະນາ​ເສດຖະກິດ​ ​ໃນໄລຍະເວລາທີ່ແຕກຕ່າງກັນ. ຈາກ​ການ​ເລີ່ມຕົ້ນການ​ປະຕິບັດ “​ເສດຖະກິດ​ການ​ລັກ​ປຸ້ນ” (​ໃນ​ຄຳ​ເວົ້າ​ຂອງ ຟ. ອັງ​ແກນ), ມະນຸດ​ໄດ້​ໃຊ້​ເວລາຫຼາຍໝື່ນປີຈຶ່ງຮຽນຮູ້ໄດ້ວິທີໃຊ້ໄຟເພື່ອແຕ່ງອາຫານ ແລະຮັກສາຄວາມອົບອຸ່ນ, ຮູ້​ວິທີ​ຝຶກ​ສັດປ່າ​​ໃຫ້ກາຍ​ເປັນ​ສັດລ້ຽງ, ຮູ້​ລ້ຽງສັດ​ແລະເຮັດກະສິກຳ, ຮູ້ວິທີຜະລິດ​ເຄື່ອງຂອງ​ງ່າຍໆ ເພື່ອຕອບສະໜອງຄວາມຕ້ອງການທີ່ລຽບງ່າຍ ແລະຈຳກັດຫຼາຍໃນຊຸມຊົນນ້ອຍ. ຄ່ອຍໆ, ເມື່ອຊຸມຊົນໜຶ່ງມີຜະລິດຕະພັນບາງ​ປະ​ເພດຫຼາຍ​ເກີນ​ໄປ ​ແຕ່​ຕ້ອງການ​ຜະລິດ​ຕະພັນປະເພດອື່ນ ທີ່ຊຸມຊົນອື່ນມີຫຼາຍກວ່າ​ຄວາມ​ຕ້ອງການ, ການແລກປ່ຽນຈະເລີ່ມຕົ້ນ. ການ​ຜະລິດ​ພັດທະນາ​ຂຶ້ນ ການແລກປ່ຽນ​ກໍ່ເກີດຂຶ້ນເລື້ອຍໆ ​ໃນ​ລະດັບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ດັ່ງ​ນັ້ນ, ຈາກ​ຮູບ​ຖານ​ເສດຖະກິດ​ທຳ​ມະ​ຊາດ, ມະນຸດຊາດ​ຄ່ອຍໆ​ເຄື່ອນ​ໄປ​ສູ່​ຮູບ​ຖານ​ເສດຖະກິດ​ທີ່​ສູງ​ກວ່າ ​ແມ່ນ​ການ​ຜະລິດ​ສິນຄ້າ - ນັ້ນ​ແມ່ນ​ເສດຖະກິດ​ສິນຄ້າ. ການ ກຳເນີດຂອງເສດຖະກິດສິນຄ້າແມ່ນບາດກ້າວທີ່ດີ ໃນປະຫວັດສາດຂອງມະນຸດ ​ເຊິ່ງ​ເປັນ​ຂີດ​ໝາຍແຫ່ງການພັດທະນາຂອງເສດຖະກິດ, ມາຮອດປະຈຸບັນ ມັນໄດ້ພັດທະນາ ​ແລະ​ບັນລຸລະດັບສູງທີ່ສຸດແມ່ນເສດຖະກິດຕະຫຼາດສະ​ໄໝ​ໃໝ່.  

​ເສດຖະກິດ​ຕະຫຼາດ​ແມ່ນ​ຮູບ​ແບບ​ເສດຖະກິດ-ສັງຄົມ​ໜຶ່ງ​ ເຊິ່ງຢູ່​ນັ້ນ​ບັນດາ​ການ​ພົວພັນ​ເສດຖະກິດ, ການ​ແລກປ່ຽນ, ການຊື້ແລະການຂາຍຜະລິດຕະພັນ ​ແລະ​ໂດຍ​ສະ​ເພາະແມ່ນ ການແຈກຢາຍຜົນປະໂຫຍດ, ການຊອກຫາກຳໄລ,...ທັງ​ໝົດ​ຖືກ​ຄວບ​ຄຸມ​ແລະ​ດັດ​ປັບ​ໂດຍບັນດາ​ກົດ​ເກນ​ຂອງ​ຕະຫຼາດ. ຖ້າ​ບໍ່​ມີ​ຜົນ​ກຳ​ໄລ ຜູ້​ຜະລິດ​ແລະ​ທຸລະ​ກິດກໍ່ບໍ່​ມີແຮງຈູງໃຈທີ່ຈະດຳ​ເນີນ​ການ​ຕໍ່​ໄປ, ໂດຍສະເພາະແມ່ນການສົ່ງເສີມການຜະລິດ​ແລະ​ທຸລະ​ກິດຂອງຕົນ, ດັ່ງນັ້ນ ການຢຸດສະງັກໃນສັງຄົມເປັນ​ສິ່ງ​ທີ່ຫຼີກລ້ຽງບໍ່ໄດ້. ສະນັ້ນ, ສາມາດ​ເວົ້າ​ໄດ້​ວ່າເສດຖະກິດຕະຫຼາດແມ່ນຜົນທີ່ສຳຄັນ ຂອງການພັດທະນາໄລຍະຍາວ​ໃນ​ອາລະຍະ​ທຳ​ຂອງມະນຸດຊາດທັງໝົດ ນັບຕັ້ງແຕ່ມັນປະກົດຕົວ, ບໍ່​ແມ່ນ​ຂອງ​ມັນ​ເອງ ​ຫຼືຜູກຂາດຂອງ​ຮູບ​ຖານເສດຖະກິດ-ສັງຄົມໃດ. ພິ​ເສດ, ທ່ານກາກ​ມາກ ​ໄດ້​ຂຽນ​ວ່າ, ​ໃນ​ພື້ນຖານ​ເສດຖະກິດ​ຕະຫຼາດ​ຂອງ​ແບບ​ວິທີ​ການ​ຜະລິດ​ທຶນ​ນິຍົມນັ້ນ ການ​ຊອກ​ຫາ “ຜົນ​ກຳ​ໄລ​ແມ່ນ​ກົດ​ເກນ​ເດັດ​ຖານ​ຂອງ​ແບບ​ວິທີ​ການ​ຜະລິດ​ນີ້(1). ​ໃນ​ພື້ນຖານ​ເສດຖະກິດ​ຕະຫຼາດ, ຈະ​ແຈ້ງ​ທີ່​ສຸດ​ແມ່ນ​ໃນ​ແບບ​ວິທີ​ການ​ຜະລິດ​ທຶນ​ນິຍົມ, ກຳ​ໄລ​ແມ່ນປັດ​ໄຈ​ສູນ​ກາງ, ແມ່ນກຳລັງ​ຂັບ​ເຄື່ອນ​ທີ່​ແທ້​ຈິງ ເພື່ອຊຸກຍູ້ການພັດທະນາການຜະລິດ, ເພີ່ມສະມັດຕະພາບຂອງງານ ​ແລະ​ເພີ່ມ​ປະສິດທິ​ຜົນຂອງການຜະລິດແລະທຸລະກິດ. ​ເສດຖະກິດ​ຕະຫຼາດແມ່ນໝາກຜົນ, ​ແມ່ນ​ຜະລິດຕະພັນຂອງການພັດທະນາ ຂອງເສດຖະກິດໂລກ ໃນຫຼາຍສະຕະວັດ, ​ແລະຖືກ​ລັດທິ​ທຶນ​ນິຍົມ​ສະ​ໄໝ​ໃໝ່​ຍົກ​ລະດັບ​ຂຶ້ນ​ສູ່​ລະດັບ​ໃໝ່, ບໍ່ພຽງແຕ່ແມ່ນຜະລິດຕະພັນຂອງ​ລັດທິທຶນນິຍົມເທົ່ານັ້ນ.

​ເຖິງ​ຢ່າງ​ໃດ​ກໍ່ຕາມ, ພື້ນຖານ​ເສດຖະກິດ​ຕະຫຼາດ, ນັບ​ທັງ​ພື້ນຖານ​ເສດຖະກິດ​ຕະຫຼາດ​ທຶນ​ນິຍົມ​ສະໄໝ​ໃໝ່, ບໍ່​ແມ່ນ​ບໍ່​ມີ​ຂໍ້​ຈຳກັດ​ແລະ​ຈຸດ​ອ່ອນ​ພື້ນຖານ​ທີ່​ສຸດ, ຊ້ຳຍັງ​ມີ​ຂໍ້ບົກຜ່ອງທີ່​ບໍ່​ສາມາດແກ້​ໄຂຢ່າງງ່າຍດາຍ​ໄດ້. ​ທ່ານ​ກາກ​ມາກ​ໄດ້​ຊີ້​ອອກ​ມາ​ວ່າ, ກົດ​ເກນ​ເດັດ​ຖານ​ຂອງນາຍທຶນ​ແມ່ນຊອກ​ຫາ​ກຳ​ໄລ​ສູງ​ສຸດ. ຖ້າບໍ່​ໄດ້ກຳໄລສູງສຸດ, ບໍ່​ມີນາ​ຍທຶນ​ຄົນ​ໃດຈະລົງທຶນ​ເພື່ອການຜະລິດແລະທຸລະກິດ. ​ແຕ່​ວ່າ, ຕາມ​ທ່ານ​ກາກ​ມາກ, ພາຍ​ໃຕ້​ລັດທິ​ທຶນ​ນິຍົມ, “ກຳ​ໄລ ​ເປັນ​ພຽງ​ຮູບ​​ແບບ​ທຸຕິຍະ​ພູມ, ອະນຸພັນ ​ແລະ​ໄດ້​ປ່ຽນ​ແປງ​ຂອງ​ຄຸນຄ່າ​ສ່ວນ​ເກີນ, ​ແມ່ນ​ຮູ​ບຖານ​ທຶນ​ເຊິ່ງຕົ້ນ​ກຳ​ເນີ​ດຂອງ​ມັນ​ໄດ້​ຖືກ​ລົບ​ລ້າງ​ໄປ​ໝົດ​ແລ້ວ”(2), ​ໃນ​ຂະນະ​ທີ່ ຄຸນຄ່າ​ສ່ວນເກີນ​ແລະ​ອັດຕາຄຸນຄ່າ​ສ່ວນ​ເກີນ​“ແມ່ນການສະແດງອອກທີ່​ຖືກຕ້ອງ​ກ່ຽວ​ກັບລະດັບທີ່ທຶນຂູດ​ຮີດ​ກຳລັງແຮງງານ, ຫຼື​ລະດັບ​ທີ່​ນາຍທຶນ​ຂູດ​ຮີດ​ກຳມະກອນ(3). ເວົ້າອີກຢ່າງໜຶ່ງ, ໃນເສດຖະກິດຕະຫຼາດທຶນນິຍົມ, ​ແຮງ​ງານ​ສ່ວນ​ເກີນຂອງກຳມະກອນ​ແມ່ນແຫຼ່ງກຳໄລແລະຄວາມ​ຮັ່ງມີ​ຂອງນາຍທຶນ.   

ຕາມ​ກົດ​ເກນ​ແລ້ວ ​ເມື່ອ​ຜົນ​ກຳ​ໄລ​ແລະ​ຄວາມ​ຮັ່ງມີມະຫາສານລວມສູນ​ເຂົ້າ​ກັບ​ຝ່າຍ​ນາຍທຶນ​ແລ້ວ ​ແນ່ນອນ ​ຄວາມ​ທຸກຍາກລຳບາກ​ແລະ​ຄວາມ​ອຶດ​ຫິວຈະຕົກ​ຢູ່​ກັບ​ຜູ້​ອອກ​ແຮງ​ງານ​ຮັບຈ້າງ, ກັບ​ຊາວ​ກຳມາ​ຊີບ. ​ເວົ້າ​ຢ່າງ​ອື່ນ, ​ໃນ​ພື້ນຖານ​ເສດຖະກິດ​ຕະຫຼາດ​ທຶນ​ນິຍົມ ນັບ​ທັງ​ໃນ​ໄລຍະ​ປະຈຸ​ບັນ, ຊັບ​ສິນຍັງ​ຄົງ​ເຕົ້າ​ໂຮມ​ໃສ່ຝ່າຍໜຶ່ງ, ຄວາມທຸກ​ຍາກ​ຂາດ​ເຂີນ​ຍັງ​ໄປ​ຫາ​ຜູ້​ອອກ​ແຮງງານ. ຢູ່​ນີ້, ເຖິງວ່າຜູ້​ອອກແຮງງານແມ່ນກຳລັງ​ຕົ້ນຕໍ​ໃນ​ການ​ສ້າງ​ຄວາມ​ຮັ່ງມີ​ໃຫ້​ແກ່ສັງຄົມ, ແຕ່ພວກເຂົາ​ໄດ້ຮັບໜ້ອຍທີ່ສຸດ​ໃນ​ຜົນງານທີ່ພວກເຂົາຜະລິດ​ອອກ​ມາ. ດັ່ງ​ນັ້ນ, ຈະບໍ່ແມ່ນການເວົ້າເກີນຄວນທີ່ເວົ້າວ່າ, ​ໃນ​ພື້ນຖານ​ເສດຖະກິດ​ຕະຫຼາດ​ທຶນ​ນິຍົມ, ຜູ້​ອອກ​ແຮງ​ງານ​ບໍ່​ແມ່ນຈຸດໝາຍ ຫຼື​ເປົ້າ​ໝາຍຂອງການຮັບ​ໃຊ້​ຂອງ​ພື້ນເສດຖະກິດ

ຄວາມ​ເປັນ​ຈິງ​ໃນ​ຊຸມ​ປີ​ຕົ້ນ​ສະຕະວັດ​ທີ 21 ສະແດງໃຫ້ເຫັນຄວາມບໍ່ຍຸຕິທຳ, ສະພາບ​ຄວາມ​ຜັນ​ແຍກ​ລະຫວ່າງ​ຄົນ​ຮັ່ງມີ​ແລະ​ຄົນທຸກຍາກ ເມື່ອໃນໂລກປັດຈຸບັນ, ຄົນ​ຮັ່ງມີ​ກວມພຽງ 1% ​ຂອງ​ປະຊາກອນ ແຕ່​ໄດ້​ກຳ​ເອົາ 90% ຂອງຊັບ​ສິນສັງຄົມທັງ​ໝົດ. ປີ 2017, ໃນທົ່ວໂລກ, ມີເຖິງ 200 ລ້ານຄົນທີ່​ຕ້ອງ​ທົນ​ທຸກທໍລະມານ​ຈາກການ​ຫວ່າງ​ງານ​ແບບຊໍ້າເຮື້ອ. ດຽວນີ້, ຈຳນວນຕົວເລກນີ້ແນ່ນອນ​​ໄດ້ເພີ່ມສູງຂຶ້ນ. ສິ່ງ​ດັ່ງກ່າວໝາຍ​ຄວາມ​ວ່າ, ພື້ນຖານ​ເສດຖະກິດ​ຕະຫຼາດ​ທຶນ​ນິຍົມ​ເຖິງ​ວ່າ​ຈະ​ທັນ​ສະ​ໄໝ​ເຖິງ​ລະດັບ​ໃດ​ກໍ່​ບໍ່​ສາມາດ​ແກ້​ໄຂ​ສະຖານະ​ການ​ຄວາມ​ອະ​ຍຸດຕິ​ທຳ​, ​ຄວາມ​ຜັນ​ແຍກ​ລະຫວ່າງ​ຄົນ​ຮັ່ງມີ​ແລະຄົນ​ທຸກ​ຍາກທີ່​ເຄັ່ງຮ້ອນ​ຂຶ້ນ​ເລື້ອຍໄດ້.

ປະຊາຊົນໃນພື້ນຖານເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ

ບົນພື້ນຖານຄວາມຮັບຮູ້ທີ່ວ່າ ເສດຖະກິດຕະຫຼາດແມ່ນຜະລິດຕະພັນແລະຜົນສຳ​ເລັດລວມຂອງການພັດທະນາສັງຄົມມະນຸດ, ​ເສດຖະກິດ​ຕະຫຼາດທຶນ​ນິຍົມບໍ່​ສາມາດ​ເອົາ​ຊະນະ​ຂໍ້​ບົກພ່ອງ​ຂອງ​ມັນ​ໄດ້ ​ແລະ​ຜູ້​ອອກ​​ແຮງ​ງານຍັງບໍ່ທັນໄດ້ຮັບໝາກຜົນ​ທີ່​ຄຸ້ມ​ຄ່າກັບ​ການປະ​ກອບສ່ວນຂອງເຂົາເຈົ້າ, ພັກ​ກອມ​ມູນິດ​​ແລະ​ລັດຫວຽດນາມ ມີ​ແຜນ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ. ເຖິງ​ວ່າ​ໃນ​ສັງຄົມ​ຍັງ​ມີ​ຄວາມ​ຄິດ​ເຫັນ​ທີ່​ສັບສົນ​ຫຼືບໍ່ເຫັນດີນຳກັນ ​ແລະຍັງມີຜູ້ສວຍ​ໂອກາດ​ເພື່ອ​ເວົ້າ​ວ່າ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ປະຖິ້ມ​ເສັ້ນທາງ​ສັງຄົມ​ນິຍົມແລ້ວ (!). 

ພື້ນຖານ​ເສດຖະກິດ​ໂລກ​ປະຈຸ​ບັນມີ​ຫຼາຍ​ຮູບ​ແບບ​ເສດຖະກິດ​ຕະຫຼາດ​ເຊັ່ນ ​ເສດຖະກິດ​ຕະຫຼາດ​ເສລີ, ​ເສດຖະກິດ​ຕະຫຼາດ​ສັງຄົມ, ​ເສດຖະກິດ​ຕະຫຼາດ​ແບບ​ປະສົມ.  ແຕ່ລະຮູບແບບ​ເສດຖະກິດ​ຕະຫຼາດເຫຼົ່ານີ້ມີຂໍ້ດີແລະຂໍ້ເສຍຂອງຕົນເອງ. ຄົ້ນຄວ້າ​ແລະ​ອ້າງ​ອີງເຖິງບົດຮຽນປະສົບການຂອງການດຳເນີນງານແລະການພັດທະນາຮູບແບບ​ເຫຼົ່າ​ນີ້​ໃນ​ໂລກ, ​ເລີ່​ມຈາກຄວາມ​ຮຽກຮ້ອງ​ຕ້ອງການດ້ານ​ການພັດທະນາ ​ແລະ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດທີ່ກຳລັງປ່ຽນ​ແປງ​ໃໝ່, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ວາງ​ແນວທາງ​ພັດທະນາ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ. ​ແລະເພື່ອໃຫ້ມີຄວາມຮັບຮູ້ທີ່ເປັນເອກະພາບພໍ​ສົມຄວນ​ກ່ຽວ​ກັບເສັ້ນທາງພັດທະນາປະ​ເທດຫວຽດນາມ ດ້ວຍແລະຜ່ານ​ເສດຖະກິດ​ຕະຫຼາດກຳນົດທິດສັງຄົມນິຍົມນັ້ນ ມັນຈຳເປັນຕ້ອງມີຂະບວນການຄົ້ນຄ້ວາ, ສົນທະນາ​ວິທະຍາສາດ ແລະການສະຫຼຸບພາກປະຕິບັດຢ່າງຈິງຈັງແລະເລິກເຊິ່ງ.

ຄວາມ​ສຳນຶກ ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ  ຖືກນຳ​ໃຊ້​ເປັນ​ທາງ​ການ​ຢູ່​ໃນ​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 9 ພັກ​ກອມ​ມູນິດ​ຫວຽດນາມ (​ເດືອນ​ເມສາ 2001); ຕາມ​ນັ້ນ, “ພັກ​ກອມ​ມູນິດ​ຫວຽດນາມມີ​ແຜນ​ນະ​ໂຍບາຍຈັດ​ຕັ້ງປະຕິບັດຢ່າງຕໍ່​ເນື່ອງ​ແລະ​ຍາວ​ນານ ນະ​ໂຍບາຍການ​ພັດທະນາ​ເສດຖະກິດ​ສິນຄ້າຫຼາຍ​ພາກສ່ວນ​ທີ່​ດຳ​ເນີນງານ​ຕາມ​ກົນ​ໄກຕະຫຼາດ​ທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ​ ຕາມ​ທິດ​ທາງ​ສັງຄົມ​ນິຍົມ, ນັ້ນ​ແມ່ນ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ(4). ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ (​ເດືອນ​ມັງກອນ 2016) ສືບ​ຕໍ່​ເພີ່ມ​ເຕີມ, ພັດທະນາ: “ພື້ນຖານ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມຫວຽດນາມ ​ແມ່​ນພື້ນຖານ​ເສດຖະກິດທີ່ດຳ​ເນີນ​ງານຢ່າງເຕັມທີ່ແລະຄົບຊຸດ ຕາມ​ບັນດາ​ກົດ​ເກນ​ຂອງ​ເສດຖະກິດ​ຕະຫຼາດ, ພ້ອມ​ກັນ​ນັ້ນ​ກໍ່​ຮັບປະກັນ​ທິດ​ທາງ​ສັງຄົມ​ນິຍົມ ເໝາະສົມກັບແຕ່ລະໄລຍະການພັດທະນາຂອງຫວຽດນາມ. ນັ້ນ​ແມ່ນ​ເສດຖະກິດ​ຕະຫຼາດ​ທີ່​ທັນ​ສະ​ໄໝ​ແລະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ”(5). ນີ້​ແມ່ນ​ບາດກ້າວ​ບຸກທະລຸ​ທີ່​ກ້າຫານ ​ແຕ່​ວິທະຍາສາດຫຼາຍ ກ່ຽວກັບແນວຄິດທິດສະດີຂອງ​ພັກ​ກອມ​ມູນິດ​ຫວຽດນາມ.

ຈາກທັດສະນະ​ປະຫວັດສາດ​ສະ​ແດງ​ໃຫ້​ເຫັນວ່າ, ​ໃນ​ການ​ກໍ່ສ້າງ​ສັງຄົມ​ນິຍົມ, ​ໃນ​ເວລາ​ຍາວ​ນານ, ນັບ​ທັງ​ດ້ານ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ, ​ເຂົາ​ເຈົ້າ​ໄດ້​ເອົາ​ລັດທິ​ສັງຄົມ​ນິຍົມ ​ກົງ​ຂ້າມ​ກັນ​ກັບ​ລັດທິ​ທຶນ​ນິຍົມ​ ຢ່າງ​ເດັດຂາດ​ແລະ​ອະພິທຳ; ຖື​ວ່າ ການ​ປະຕິວັດສັງຄົມ​ນິຍົມ​ຈະ​ຕ້ອງລົບລ້າງສິ່ງທີ່ມີຢູ່ໃນລັດທິທຶນນິຍົມ, ແລະໃນທາງກັບກັນ, ​ໃນ​ນັ້ນ​ມີ​ເສດຖະກິດ​ຕະຫຼາດ ​ເຊິ່ງ​​ເປັນ​ຜົນມາ​ຈາກ​ການ​ພັດທະນາ​ຂອງ​ປະຫວັດສາດ​ມະນຸດຊາດ. ຈຳ​ເປັນ​ຕ້ອງ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງວ່າ, ສັງຄົມ​ກອມ​ມູນິດ​ໃນ​ຖານະ​ຮູບ​ຖານ​ເສດຖະກິດ-ສັງຄົມ​ ບໍ່​ສາມາດ​ມີ​ພ້ອມ​ທຸກຢ່າງ​ໃນຫົວ​ໃຈ​ຂອງ​​ສັງຄົມ​ທຶນ​ນິຍົມ ​ແຕ່​ໃນ​ນັ້ນກໍ່​ມີ​ບັນດາ​ປະຖົມ​ປັດ​ໄຈ​ກ່ຽວ​ກັບ​ຫຼາຍ​ດ້ານ​ທີ່​ສຳຄັນ ສຳລັບການ​ກຳ​ເນີ​ດຂອງ​ຮູບ​ຖານ​ເສດຖະກິດ-ສັງຄົມ​ໃໝ່. ໜຶ່ງ​ໃນ​ບັນດາ​ປັດ​ໄຈນັ້ນ​​ແມ່ນພື້ນຖານ​ເສດຖະກິດ​ຕະຫຼາດທີ່​ພັດທະນາ​ທີ່​ສຸດ ​ໂດຍ​ອີງ​ໃສ່​ການ​ພັດທະນາກຳລັງ​ການ​ຜະລິດທີ່​ສູງ​ແລະ​ແຂງ​ແຮງ​ທີ່​ສຸດ. ທ່ານ ວ.ອີ.​ເລ​ນິນ ​ເອງ​ກໍ່​ໄດ້ຮູ້​ເຫັນ​ຄວາມ​ຜິດພາດ​ຂອງ​ການ​ສ້າງແລະປະຕິບັດ ນະໂຍບາຍກອມ​ມູນິດ​ສະ​ໄໝ​ສົງຄາມ ດັ່ງນັ້ນ​ຈຶ່ງ​ໄດ້​ແກ້​ໄຂ​ຂໍ້​ຜິດພາດດັ່ງກ່າວໂດຍໄວ ໂດຍສະເໜີ ນະໂຍບາຍເສດຖະກິດ​ແຜນໃໝ່ (NEP) ​ເພື່ອ​ໃຫ້​ປະ​ເທດ​ລັດ​ເຊຍຍອມຮັບການພັດທະນາການຜະລິດສິນຄ້າຫຼາຍ​ພາກສ່ວນ ​ແລະ​ບາດກ້າວ​ທຳ​ອິດ​ເຂົ້າ​ສູ່ເສດຖະກິດຕະຫຼາດ. ກ່ຽວ​ກັບ​ເລື່ອງ​ນີ້, ວ.ອີ.​ເລ​ນິນ ​ໄດ້​ຢືນຢັນ​ຢ່າງ​ແຂງ​ແຮງ​ວ່າ, “ພວກເຮົາບໍ່ນຶກພາບສັງຄົມສັງຄົມນິຍົມ​ແບບອື່ນ ນອກເໜືອຈາກລັດທິສັງຄົມນິຍົມ ທີ່​ອີງ​ບົນ​ພື້ນຖານ​ບົດຮຽນ​ປະສົບ​ການ​ທັງ​ໝົດ​ທີ່​ໄດ້​ມາ​ຈາກ​ອາລະຍະ​ທຳ​ອັນ​ຍິ່ງ​ໃຫຍ່​ຂອງ​ລັດທິ​ທຶນ​ນິຍົມ”(6).

ການປະຖິ້ມລະບົບເສດຖະກິດລວມສູນ, ອາດຍາ​ສິດເກື້ອກູນອຸດໜູນ​ໂດຍ​ສິ້ນ​ເຊີງ ​ເພື່ອກ້າວເຂົ້າສູ່ພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຢ່າງ​ເປັນ​ທາງ​ການ ​ແມ່ນ​ການ​ຄັດ​ເລືອກ ທີ່​ພາວະ​ວິ​ໄສ, ປະດິດ​ສ້າງ, ​ເປັນ​ເອກະລາດ ​ແລະ​ສອດຄ່ອງ ກັບທ່າ​ອຽງ​ການ​ເຄື່ອນ​ໄຫ​ວທົ່ວ​ໄປ ຂອງ​ເສດຖະກິດ​ໂລກ​ສະ​ໄໝ​ໃໝ່. ຫວຽດນາມດຳ​ເນີນ​ເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ​ເພື່ອ​ສ້າງປະເທດທີ່ທັງໝົດ​ເພື່ອ​ປະຊາຊົນ ແລະ ໂດຍ​ປະຊາຊົນ. ພື້ນຖານ​ເສດຖະກິດ​ຄື​ແນວ​ນັ້ນ, ດ້ານໜຶ່ງ, ​ເຄົາລົບ​ແລະ​ປະຕິບັດ​ຕາມ​ບັນດາ​ກົດ​ເກນ​ພາວະ​ວິ​ໄສ ຂອງ​ເສດຖະກິດ​ຕະຫຼາດ; ໝາຍ​ຄວາມ​ວ່າ ການ​ຜະລິດ​ແລະ​ທຸລະ​ກິດຕ້ອງໄດ້ກຳໄລ, ຕ້ອງ​ຍອມຮັບ​ການ​ແຂ່ງຂັນ​ຕາມ​ກົດໝາຍ ​ເພື່ອ​ຊຸກຍູ້​ໃຫ້​ການ​ຜະລິດ​ແລະ​ທຸລະ​ກິດຂະຫຍາຍຕົວ; ດ້ານ​ອື່ນ, ສິ່ງ​ທີ່​ສຳຄັນ​ກວ່າ​ນັ້ນ​ແມ່ນ ພື້ນຖານ​ເສດຖະກິດ​ດັ່ງກ່າວ ຕ້ອງໄດ້ສ້າງກຳລັງການຜະລິດທີ່ເຕີບໃຫຍ່ຂຶ້ນເລື້ອຍໆ, ​ໃນນັ້ນ ປະຊາຊົນ​ແມ່ນກຳລັງ​ຂັບ​ເຄື່ອນ​ແລະ​ທັງ​ແມ່ນ​ເປົ້າ​ໝາຍ​ຂອງ​ການ​ພັດທະນາ. ພ້ອມ​ກັນ​ນັ້ນ, ພື້ນຖານ​ເສດຖະກິດ​ຕະຫຼາດ​ທີ່​ຫວຽດນາມ​ກໍ່ສ້າງ​ນັ້ນ ຕ້ອງ​ໄດ້​ຮັບ​ການ​ແນະນຳໂດຍຫຼັກການ ທີ່​ເປັນ​ທາດ​ແທ້​ຂອງ​ລັດທິສັງຄົມນິຍົມ ກ່ຽວ​ກັບ​ຄວາມ​ເປັນ​ເຈົ້າ​ຂອງ, ກ່ຽວ​ກັບ​ວິທີ​ການຈັດ​ຕັ້ງ​ການ​ຜະລິດ ​ແລະ ກ່ຽວ​ກັບ​ແບບ​ວິທີ​ການ​ແຈກ​ຢາຍໝາກ​ຜົນ​ຂອງ​ການ​ອອກ​ແຮງ​ງານ.

ພັກ​ກອມ​ມູນິດ​​ແລະ​ລັດຫວຽດນາມ​ ໄດ້​ມີ​ແຜນ​ນະ​ໂຍບາຍແລະດຳ​ເນີນ​ເສດຖະກິດ​ຕະຫຼາດ ໂດຍຫຼັກກົນໄກຕະຫຼາດ ​ແລະ​ຜ່ານ​ກົນ​ໄກ​ຕະຫຼາດ ​ແຕ່ ເຄົາລົບການ​ຄຸ້ມ​ຄອງ​ແລະ​ການ​ດັດປັບຂອງລັດ, ປະຕິບັດການແຈກຢາຍຢ່າງຍຸດຕິ​ທຳ, ​ແຕ່​ບໍ່​ແຈກຢາຍຜົນທີ່ໄດ້ຮັບແບບ​ຖົວ​ສ​ະ​ເລ່ຍ ສຳລັບສະມາຊິກທຸກຄົນ ​ເພື່ອບໍ່​ໃຫ້​ຜູ້​ໃດ, ນັບ​ທັງ​ຜູ້​ທີ່​ອ່ອນ​ແອ, ຖືກ​ຖິ້ມ​ໄວ້​ຂ້າງ​ຫຼັງ. ນັ້ນ​ແມ່ນທິດທາງທີ່ສຳຄັນທີ່ສຸດ ສຳລັບຂະບວນການພັດທະນາ​ແບບ​ສັງຄົມ​ນິຍົມ​ທັງ​ໝົດ. ​ແຕ່​ວ່າ, ການ​ປະສົມປະສານດ້ານຕ່າງໆ​ເຫຼົ່ານີ້ ບໍ່​ແມ່ນການຕາບ​ຈູ​ນຕາມ​ລຳພັງ​ໃຈ, ແບບອັດຕະວິ​ໄສ, ​ເຈດ​ຈຳນົງ​ນິຍົມ ຄື​ທີ່​ບາງ​ຄົນເຂົ້າໃຈຜິດ ຫຼືຕັ້ງ​ໃຈ​ໃຫ້​ເຫດຜົນ. ນີ້ແມ່ນທາງເລືອກໂດຍອີງໃສ່ການສັງລວມປະສົບການທີ່ລ້ຳຄ່າ ທີ່ໄດ້ຮັບການຢັ້ງຢືນ ຈາກການປະຕິບັດປະຫວັດສາດ; ກຳ​ແໜ້ນທ່າ​ອຽງ​ພາວະ​ວິ​ໄສ​ຂອງ​ຍຸກ​ສະ​ໄໝ, ​ແນ​ໃສ່​ດູດ​ເອົາ​ສິ່ງ​ທີ່ຖືວ່າດີທີ່ສຸດ ຂອງເສດຖະກິດຕະຫຼາດທຶນນິຍົມ; ​ເລືອກ​ດູດ​ເອົາ​ຜົນສຳ​ເລັດ​ຂອງ​ອາລະຍະທຳມະນຸດ; ​ເສີມ​ຂະຫຍາຍ​ບົດບາດ​ທີ່​ຕັ້ງໜ້າ ແລະກຳລັງຂັບເຄື່ອນຂອງ​ເສດຖະກິດຕະຫຼາດ ໃນການສົ່ງເສີມການພັດທະນາກຳລັງການຜະລິດ, ຫັນ​ແຮງ​ງານ​ເປັນ​ສັງຄົມ, ການ​ປະຍຸກ​ໃຊ້​ຄວາມ​ກ້າວໜ້າ​ທາງ​ວິທະຍາສາດ​ເຕັກນິກ​ ແລະ​ເຕັກ​ໂນ​ໂລ​ຊີ​ໃໝ່ຢ່າງ​ໄວວາ, ພ້ອມ​ກັນ​ນັ້ນ ເພື່ອຈຳກັດຂໍ້ບົກຜ່ອງເທື່ອລະກ້າວ ແລະ ຄ່ອຍໆເອົາຊະນະຂໍ້ບົກຜ່ອງ​ແລະ​ຄວາມ​ບໍ່​ຍຸດຕິ​ທຳ ​ເຊິ່ງພື້ນຖານ​ເສດຖະກິດຕະຫຼາດບໍ່ສາມາດເຮັດໄດ້ ຕັ້ງແຕ່​ເກີດ​ມາ​ຈົນ​ເຖິງ​ປະຈຸ​ບັນ.

ເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມດຳເນີນງານຕາມບັນດາກົດເກນຕະຫຼາດ, ນຳໃຊ້ຊັບພະຍາກອນທຳມະຊາດແລະສັງຄົມໃຫ້ເກີດປະໂຫຍດສູງສຸດ ເພື່ອເປົ້າໝາຍການພັດທະນາແບບຍືນຍົງ ແນໃສ່ຮັບໃຊ້ທຸກໆຄົນ, ບໍ່ພຽງແຕ່ເພື່ອແລະສຳລັບຜູ້ຄົນຈຳນວນໜຶ່ງເທົ່ານັ້ນ (ໃນພາບ: ກຳມະກອນກວດກາດຄຸນນະພາບຂອງຜະລິດຕະພັນຜ້າໄໝ ເພື່ອການສົ່ງອອກ) _ພາບ: ຂໍ້ມູນ

ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ, ຕ້ອງດຳ​ເນີນ​ງານຕາມກົດ​ເກນ​ຕະຫຼາດ, ຕ້ອງນຳໃຊ້ຊັບພະຍາກອນທຳມະຊາດ ແລະສັງຄົມຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ ​ເພື່ອ​ເປົ້າ​ໝາຍການພັດທະນາແບບຍືນຍົງ ​ແນ​ໃສ່ຮັບໃຊ້ທຸກໆຄົນ, ບໍ່ພຽງແຕ່​ເພື່ອ​ແລະ​ສຳລັບ​ຜູ້​ຄົນຈຳນວນ​ໜຶ່ງເທົ່ານັ້ນ. ພື້ນຖານ​ເສດຖະກິດ​ດັ່ງກ່າວ ຕ້ອງຖື​ເອົາ​ປະຊາຊົນ​ເປັນກຳລັງ​ຂັບ​ເຄື່ອນ, ພ້ອມ​​ນັ້ນ ສິ່ງ​ສຳຄັນ​ກວ່າ​ນັ້ນ​ແມ່ນ​ ຕ້ອງຖື​ເອົາ​ປະຊາຊົນ​ເປັນ​ເປົ້າ​ໝາຍ​. ຜູ້​ຄົນ​ປະຊາຊົນຢູ່​ນີ້​ບໍ່​ພຽງ​ແຕ່​ແມ່ນຜູ້​ຄົນ​ຊົນ​ຊັ້ນ​ເທົ່າ​ນັ້ນ ແຕ່ຍັງ​ແມ່ນ​ມະນຸດຊາດ, ດ້ວຍ​ຄຳ​ວ່າ ມະນຸດ ​ເປັນ​ຕົວ​ພິມ​ໃຫຍ່ ຕາມ​ທີ່​ທ່ານ​ກາກ​ມາກ​ເວົ້າ. ການ​ກຳນົດທິດ​ທາງ​ນັ້ນ​ເລີ່ມຈາກ​ທາດ​ແທ້​ຂອງ​ອຸດົມ​ການ​ສັງຄົມ​ນິຍົມ, ອຸດົມ​ຄະຕິ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເປັນ​ມະນຸດ ​ແລະຄາດ​ວ່າ​ຈະ​ນຳ​ເອົາຄວາມຍຸຕິທຳມາ​ໃຫ້ທຸກໆຄົນ. ສັ້ນ​ທາງ​ເພື່ອ​ບັນລຸ​​ເປົ້າ​ໝາຍ​ນັ້ນ​ແມ່ນຕ້ອງ​ໃຊ້​ປະ​ໂຫຍ​ດຈາກຈຸດ​ດີ​ທີ່​ມີ​ພ້ອມ ​ຂອງ​ເສດຖະກິດ​ຕະຫຼາດ, ຕ້ອງຍົກສູງ​ປະສິດທິ​ພາບ, ປະສິດທິ​ຜົນ ​ແລະ​ກຳລັງ​ແຮງ​ດັດສົ​ມ ຂອງລັດສັງຄົມ​ນິຍົມ, ຝຶກ​ອົບຮົມ​ແລະ​ໃຊ້​ປະ​ໂຫຍ​ດພະລັງຂອງຊັບພະຍາກອນມະນຸດ ​ເຊິ່ງແມ່ນໜຶ່ງໃນບັນດາກຳລັງ​ໜູນພື້ນຖານ​ຂອງ​ຊັບພະຍາກອນ​ມະນຸດ, ພ້ອມ​ກັນ​ນັ້ນ​ກໍ່​ເສີມຂະ​ຫາຍທຸກໆແຫຼ່ງກຳລັງທາງສັງຄົມອື່ນໆ.

​ເສດຖະກິດ​ຕະຫຼາດ​ເວົ້າ​ລວມ, ພື້ນຖານ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ​ເວົ້າ​ສະ​ເພາະ, ມີ​ຄວາມ​ສາ​ມາດ​ປຸກ​ກະ​ຕູ້ນຄວາມ​ເປັນ​ເອກະລາດ, ຄວາມ​ຂະຫຍັນ​ຂັນ​ເຄື່ອນ, ປະສິດທິ​ຜົນ, ເສລີພາບໃນການສ້າງສັນ, ຄວາມສາມາດໃນການປະດິດສ້າງ, ການນຶກ​ຄິດປະດິດ ແລະການນຳໃຊ້ເຕັກໂນໂລຊີ​ທີ່​ໃໝ່ສຸດ ຂອງມະນຸດຢ່າງວ່ອງໄວ ​ເຂົ້າ​ໃນ​ທຸກ​ຂົງ​ເຂດ​ຂອງຊີວິດສັງຄົມ. ເຫດຜົນທີ່ເສດຖະກິດຕະຫຼາດສາມາດເຮັດໄດ້ຄື​ແນວ​ນັ້ນ ກໍ່​ເພາະວ່າ ໃນເສດຖະກິດນີ້ ການແຂ່ງຂັນເພື່ອຄວາມຢູ່ລອດ​ແລະ​ການ​ພັດທະນາ​ແມ່ນ​ຂຶ້ນ​ກັບ​ຄວາມສາມາດເຫຼົ່ານັ້ນຫຼາຍ. ຄວາມສາມາດທັງໝົດຫຼົ່ານັ້ນຈະບໍ່​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດ​ໄດ້​ ຖ້າ​ຫາກ​ບໍ່ມີເສລີພາບທີ່​ໄດ້​ຮັບ​ການ​ຄຸ້ມ​ຄອງ​ຕາມ​ກົດໝາຍ ​ແລະ​ການ​ສະໜັບສະໜູນ​ຈາກ​ສັງຄົມ.

​ໃນ​ໂລກ​ຍຸກ​ໂລກາ​ພິວັດ​ໃນ​ປະຈຸ​ບັນ, ​ເພື່ອ​ພັດທະນາ​ຢ່າງ​ວ່ອງ​ໄວ​ແລະ​ສົດ​ໃສ​ນັ້ນ ​ເສດຖະກິດ​ຂອງ​ປະ​ເທດບໍ່​ພຽງ​ຕ້ອງການ​ຕະຫຼາດ​ພາຍ​ໃນປະ​ເທດ​ເທົ່ນນັ້ນ ​ແຕ່​ຍັງ​ຕ້ອງການ​ຕະຫຼາດ​ຕ່າງປະ​ເທດ​ຂະໜາດ​ໃຫຍ່​ອີກ​ດ້ວຍ. ດັ່ງ​ນັ້ນ, ຄຽງ​ຄູ່​ກັບ​ການ​ສ້າງຄວາມ​ເຊື່ອ​ໝັ້ນ​ຂອງ​ຜູ້​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ, ຕ້ອງ​ຍາດ​ແຍ່ງ​ໃຫ້​ໄດ້ຄວາມ​ໄວ້​ວາງ​ໃຈ​ຂອງ​ຜູ້​ຊົມ​ໃຊ້ ​ຜູ້​ບໍລິ​ໂພ​ກຢູ່​ຕ່າງປະ​ເທດ. ​ເລື່ອງ​ນີ້​ມັນ​ຮຽກຮ້ອງ​ໃຫ້​ ຜູ້​ຜະລິດທຸລະ​ກິດ​ຕ້ອງ​ແມ່ນ​ຜູ້​ມີ​ວັດທະນະທຳ​ແລະຈັນ​ຍາ​ບັນທຸ​ລະ​ກິດ ຄຽງ​ຄູ່​ກັບຄວາມ​ສາມາດ ​ແລະ​ຄຸນສົມບັດ​ທີ່​ສຳຄັນອື່ນໆ​ອີກ​ຫຼາຍ​ຢ່າງ. ທຸກມື້ນີ້, ຖ້າສະຖານ​ປະກອບ​ການ, ວິສາຫະກິດ ຫຼື​ກຸ່ມ​ເສດຖະກິດ ທີ່ເຮັດທຸລະກິດແບບຍາດ​ຊີງ, ລັກລອບການອອກແບບ, ການລັກລອບລິຂະສິດ ຫຼື​ເຮັດສິນຄ້າປອມແປງ, ບໍ່ມີການປ່ຽນ​ແປງໃໝ່ຢ່າງຕໍ່ເນື່ອງ, ບໍ່ມີການປະດິດສ້າງ, ການສ້າງສັນ, ການປະດິດຢ່າງ​ເປັນ​ປະຈຳ ແລະການນຳໃຊ້ຜົນງານ​ເຫຼົ່າ​ນັ້ນຢ່າງ​ໄວ​ທີ່​ສຸດ ​ເພື່ອບືນ​ຕົວ​ຂຶ້ນ ກໍ່​ຈະ​ຖືກ​ປະລາ​ໄຊ​ໃນ​ຕະຫຼາດ​ຢ່າງ​ແນ່ນອນ.

ໃນໂລກຍຸກໂລກາພິວັດໃນປະຈຸບັນ, ເພື່ອໃຫ້ເສດຖະກິດຂອງປະເທດພັດທະນາ, ບໍ່ພຽງແຕ່ຕ້ອງການຕະຫຼາດພາຍໃນເທົ່ານັ້ນ ແຕ່ຍັງຕ້ອງມີຕະຫຼາດຕ່າງປະເທດທີ່ກວ້າງໃຫຍ່ອີກດ້ວຍ (ໃນພາບ: ກຳປັ່ນບັນທຸກສິນຄ້າ Super Margrethe Maersk ກຳລັງຂົນສົ່ງສິນຄ້າທີ່ທ່າເຮືອ ກ໋າຍແມັບ (ແຂວງບ່າເຣ້ຍ - ຫວຸງເຕົ່າ)) _ພາບ: TTXVN

ໃນ​ເສດຖະກິດ​ຕະຫຼາດ​ເວົ້າ​ລວມ ​ແລະ​ພື້ນຖານ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ​ເວົ້າ​ສະ​ເພາະ, ຄວາມ​ປາດ​ຖະໜາ​ຂອງທຸກໆຄົນທີ່ຢາກ​ຮັ່ງມີ ລ້ວນແຕ່ຖືກຕ້ອງຕາມກົດ ໝາຍ, ແຕ່ຖ້າທ່ານຢາກຈະຮັ່ງມີແບບຍືນຍົງ, ທ່ານຕ້ອງບໍ່ລະ​ເມີດ​ສິນທຳ ຫຼືບໍ່ຜິດກົດໝາຍ. ທຸກໆຄົນທີ່ສ້າງ​ຄວາມ​ລ້ຳລວຍຕ້ອງມີຄວາມຮັບຜິດຊອບຕໍ່ຕົນເອງ, ຕໍ່ສັງຄົມ ​ແລະ​ຕໍ່​ປະ​ເທດຊາດ. ນັ້ນ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການບໍ່ພຽງແຕ່ກ່ຽວກັບຄຸນສົມບັດສິນທຳ, ບໍ່​ພຽງ​ແຕ່​ແມ່ນຄວາມຮັບຜິດຊອບທາງສິນທຳ ເທົ່ານັ້ນ ຫາກຍັງແມ່ນຄວາມຮັບຜິດຊອບຕໍ່ສັງຄົມ,​ແມ່ນການສ້າງ​ຮັ່ງ​ຄູນ​ມີ​ທີ່​ມີ​ວັດທະນະທຳ ອີກດ້ວຍ. ນີ້​ແມ່ນ​ສິ່ງ​ສຳຄັນ​ຢ່າງ​ຍິ່ງ ​ເມື່ອ​ຫວຽດນາມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ​ຢ່າງ​ເລິກ​ເຊິ່ງ. ດັ່ງ​ນັ້ນ, ບົດບາດການຂັບ​ເຄື່ອນຂອງຄົນທີ່ມີວັດທະນະທຳໃນເສດຖະກິດ ແມ່ນກຸນແຈສຳຄັນໃນການ​ເປີດ​ໂອກາດ​ເພື່ອ​ຍາດ​ເອົາ​ໄຊຊະນະ​ໃນການແຂ່ງຂັນທີ່ຍຸດຕິທຳ​ແລະ​ສົດ​ໃສ, ຜ່ານນັ້ນ ຊຸກຍູ້​ການ​ຜະລິດ​ໃຫ້​ຂະຫຍາຍຕົວ.   

ປະຫວັດສາດ​ໃຫ້​ເຫັນ​ວ່າ, ຈຸດແຂງຂອງເສດຖະກິດຕະຫຼາດທຶນນິຍົມຢູ່​ທີ່​ຄວາມ​ສາມາດໃນການຂຸດຄົ້ນຊັບພະຍາກອນ​ໄດ້​ດີ ແລະມີປະສິດທິຜົນສູງ, ​ໂດຍ​ສະ​ເພາະ​ຊັບພະຍາກອນ​ມະນຸດ, ພິ​ເສດ​ແມ່ນ​ແຫຼ່ງບຸກຄະລາ​ກອນທີ່​ມີ​ສະຕິ​ປັນຍາ​ສູງ. ດັ່ງ​ນັ້ນ, ພື້ນຖານ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມຢາກ​ຂະຫຍາຍຕົວ, ຢາກ​ຊະນະ​ໃນການ​ແຂ່ງຂັນ​ທີ່​ດຸ​ເດືອດບົນ​ແນວ​ໜ້າ​ເສດຖະກິດ​ໂລກ​ຍຸກ​ໂລກາ​ພິວັດ​ໃນ​ປະຈຸ​ບັນ ຈຳ​ເປັນ​ຕ້ອງ​ຝຶກ​ຝົນ ສົ່ງ​ເສີມ ​ແລະ​ໃຊ້​ຊັບພະຍາກອນ​ມະນຸດຢ່າງ​ມີ​ເຫດຜົນ; ຕ້ອງຮູ້ ນັບຖື​ຖະນຸຖະໜອມ ແລະ ນຳໃຊ້ ກຳລັງ​ຜູ້​ອອກ​ແຮງ​ງານ​ທີ່​ມີ​ສະຕິ​ປັນຍາ​ສູງຢ່າງ​ມີ​ປະສິດທິ​ຜົນ. ຖ້າ​ຫວຽດນາມບໍ່​ມີ​ຜູ້​​ທີ່​ມີ​ສະຕິ​ປັນຍາ​ສູງ, ຫຼື​ສູງ​ທີ່​ສຸດ, ຖ້າ​ບໍ່​ມີ​ຖັນ​ແຖວຜູ້​ອອກ​ແຮງງານຂະໜາດໃຫຍ່ ທີ່​ສາມາດ​ຮັບ​ເອົາ​ເຕັກ​ໂນໂລຊີສູງ​ ໃນ​ຍຸກ​ຂອງ​ການປ່ຽນ​ແປງ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ​ ແລະ​ປັນຍາ​ປະດິດ ກໍ່​ຈະ​ເປັນ​ເລື່ອງ​ຍາກຫຼາຍ​ທີ່​ຈະ​ເອົາ​ຊະນະ​ ເພື່ອ​ໄປ​ເຖິງ​ລະດັບຂອງ​ປະ​ເທດ​ທີ່​ພັດທະນາ​ແລ້ວ. ພື້ນຖານ​ເສດຖະກິດ​ທີ່​ພັດທະນາ​ສູງກໍ່​ແມ່ນ​ເງື່ອນ​ໄຂທີ່​ຕ້ອງການ​ ເພື່ອ​ແກ້​ໄຂ​ບັນຫາ​ສັງຄົມ​ທີ່ສັບສົນຫຼາຍບັນຫາ ​ເຊັ່ນຄວາມ​ບໍ່​ສະ​ເໝີ​ພາບ, ພິ​ເສດ​ແມ່ນຫຼຸດຜ່ອນຊ່ອງຫວ່າງລະຫວ່າງ​ຄົນ​ຮັ່ງມີແລະຄົນທຸກຍາກ ​ແລະປ້ອງ​ກັນ​ບໍ່​ໃຫ້​ເກີດ​ການ​ແບ່ງ​ຂົ້ວລະຫວ່າງຮັ່ງມີ​ແລະ​ທຸກ​ຍາກ ທີ່​ອາດ​ຈະເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງສັງຄົມ.

ໃນສອງສາມທົດສະວັດທີ່ຜ່ານມາ, ປະເທດທຶນນິຍົມບາງປະເທດທີ່ມີພື້ນຖານ​ເສດຖະກິດພັດທະນາແລ້ວ ​ໄດ້​ດຳ​ເນີນມາດຕະການ​ເພື່ອຫຼຸດຜ່ອນຄວາມບໍ່ສະເໝີພາບ​ ໃນ​ສັງຄົມ, ອາ​ໃສ​ສິ່ງ​ດັ່ງກ່າວ ຊີວິດຂອງກຳມະກອນສ່ວນໜຶ່ງໄດ້ຮັບການປັບປຸງ​ໃຫ້​ດີ​ຂຶ້ນ. ​ແຕ່​ວ່າ, ຍ້ອນ​ທາດ​ແທ້ການຊອກຫາກຳໄລສູງສຸດດ້ວຍ​ທຸກ​ວິທີ​ທາງ, ຍ້ອນ​ຄວາມ​ຂັດ​ແຍ້​ງ​ຢູ່​ໃນສັງຄົມ​ທຶນ​ນິຍົມທີ່​ບໍ່​ສາມາດປະສົມ​ກົມ​ກຽວ​ໄດ້ (ບໍ່ໄດ້ກ່າວເຖິງການແກ້ໄຂຢ່າງ​ເຖິງ​ຖອງ) ສະ​ນັ້ນ ພື້ນຖານ​ເສດຖະກິດ​ຕະຫຼາດ​ທຶນ​ນິຍົມບໍ່​ສາມາດ​ແກ້​ໄຂ​ໄດ້​ ຄວາມ​ອະ​ຍຸດຕິ​ທຳ, ຄວາມ​ບໍ່​ສະ​ເໝີ​ພາບ​ທາງ​ສັງຄົມ ​ແລະ​ການ​ແບ່ງ​ຂົ້ວ​ຮັ່ງມີ-ທຸກ​ຍາກ ທີ່ນັບ​ມື້​ນັບ​ເລິກ​ເຊິ່ງກວ່າ​ເກົ່າ. ດັ່ງ​ນັ້ນ, ​ເພື່ອ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ, ພ້ອມ​ກັນ​ນັ້ນ, ຈຳກັດຜົນກະທົບທາງລົບຂອງ​ກົນ​ໄກ​ຕະຫຼາດທຶນນິຍົມນັ້ນ ພື້ນຖານ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ຈຳ​ເປັນ​ຕ້ອງມີ​ການ​ແຊກ​ແຊງ​ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ລັດ ​ເພື່ອກຳນົດ​ທິດທາງ​ການ​ພັດທະນາ​ເພື່ອ​ມະນຸດ, ​ເພື່ອ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ປະ​ເທດ ​ແລະ​ຂອງ​ຊາດ. ກ່ຽວ​ກັບ​ເລື່ອງນີ້, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຢືນຢັນ​ອີກ​ເທື່ອ​ໜຶ່ງ​ວ່າ: “ລັດ​ຕ້ອງ​ມີ​ບົດບາດ​ກຳນົດ​ທິດ​ທາງ, ສ້າງ​ແລະ​ປັບປຸງ​ສະ​ຖາ​ບັນ​ທາງ​ເສດຖະກິດ​ທີ່ສົມບູນ​ແບບ, ສ້າງ​ສະພາບ​​ແວດ​ລ້ອມ​ການ​ແຂ່ງຂັນ​ທີ່​ສະ​ເໝີ​ພາບ, ​ໂປ່​ງ​ໃສ​ແລະ​ສົດ​ໃສ; ນຳ​ໃຊ້​ບັນດາ​ເຄື່ອງມື, ນະ​ໂຍບາຍ ​ແລະ​ບັນດາ​ແຫຼ່ງພະລັງ​ຂອງ​ລັດ​ ​ເພື່ອ​ກຳນົດ​ທິດ​ແລະດັດສົມ​ພື້ນຖານ​ເສດຖະກິດ, ຊຸກຍູ້​ການ​ຜະລິດ ທຸລະ​ກິດ ​ແລະ​ຮັກສາ​ສິ່ງ​ແວດ​ລ້ອມ; ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ​ໃນ​ແຕ່​ລະບາດ​ກ້າວ, ​ແຕ່​ລະນະ​ໂຍບາຍ​ການ​ພັດທະນາ. ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ”(7). ​ເຄົາລົບ​ນັບຖື​ຜູ້​ຄົນ, ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ ກໍ່​ແມ່ນໜຶ່ງ​ໃນບັນດາ​ຈຸດ​ທີ່​ໂດດ​ເດັ່ນ ຂອງ​ແນວທາງ​ການ​ພັດທະນາ​ພື້ນຖານ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ຢູ່​ປະ​ເທດ​ຫວຽດນາມ, ນີ້​ແມ່ນ​ສິ່ງ​ທີ່​ພື້ນຖານ​​ເສດຖະກິດ​ຕະຫຼາດ​ທຶນ​ນິຍົມບໍ່​ມີ.

​ໃນ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ​ໃນ​ຫຼາຍ​ປະ​ເທດ​ທຶນ​ນິຍົມໄດ້​ເກີດການນັດຢຸດງານ, ການ​ປະທ້ວງ, ການ​ເດີນ​ຂະ​ບວນ ດ້ວຍຂະໜາດທີ່ແຕກຕ່າງກັນ ​ເພື່ອ​ຮຽກຮ້ອງ​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານສິດທິ ຜົນປະ​ໂຫຍ​ດ ​ແລະ​ສະ​ວັດ​ດີກາ​ນສັງຄົມ, ຄັດຄ້ານຕໍ່ຕ້ານກັບ​ການ​ຂູດ​ຮິດຫຼາຍ​ເກີນ​ໄປ ແລະຄວາມບໍ່ຍຸດຕິທຳ. ມີການນັດຢຸດງານທີ່ບໍ່ພຽງແຕ່ດຶງ​ດູດຄົນທຸກຍາກ, ຜູ້​ດ້ອຍ​ໂອກາດໃນສັງຄົມ​ເທົ່າ​ນັ້ນ, ແຕ່ຍັງດຶງ​ດູດຄົນຊັ້ນກາງຈຳນວນຫຼວງຫຼາຍອີກ​ນຳ, ​ເຮັດ​ໃຫ້​ຫຼາຍ​ຂົງ​ເຂດ​ການ​ຜະລິດຊຸດ​ໂຊມລົງ, ເຊັ່ນ: ການ​ຂຸດ​ຄົ້ນແຮ່ທາດ, ການຜະລິດລົດຍົນ, ຫຼືຂະແໜງການຂົນສົ່ງທີ່ສຳຄັນ​ເຊັ່ນ: ການ​ຂົນ​ສົ່ງ​ທາງ​ອາກາດ, ລົດ​ໄຟ​​ໃຕ້​ດິນ, ລົດ​ໄຟ,...

ຕ່າງ​ຈາກເສດຖະກິດຕະຫຼາດທຶນນິຍົມ, ຕັ້ງແຕ່ເລີ່​ມຍອມຮັບເສດຖະກິດສິນຄ້າຫຼາຍ​ພາກສ່ວນທີ່​ເຄື່ອນ​ໄຫວ​ຕາມ​ກົນ​ໄກ​ຕະຫຼາດ ຈົນ​ເຖິງ​ເມື່ອມີ​ການ​ຢືນຢັນຢ່າງ​ຕໍ່​ເນື່ອງ​ກ່ຽວ​ກັບ​ການ​ກໍ່ສ້າງ​ພື້ນຖານ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ, ພັກ​ກອມ​ມູນິດ​​ແລະລັດ​ຫວຽດນາມ​ໄດ້​ຢຶດໝັ້ນ​​ໃນ​ແຜນ​ນະ​ໂຍບາຍ ພັດທະນາ​ເສດຖະກິດ​ຕ້ອງ​ຕິດ​ແໜ້ນ​ກັບ​ການ​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ​ຢ່າງ​ດີ. ນີ້​ແມ່ນ​ມາດຖານ​ສຳຄັນ​ທີ່​ສຸດ​ໃນ​ການ​ຍົກ​ໃຫ້​​ເຫັນຢ່າງ​ເດັ່ນ​ຊັດ​ເຖິງ​ທິດ​ທາງ​ສັງຄົມ​ນິຍົມ ຂອງ​ພື້ນຖານ​ເສດຖະກິດ​ຕະຫຼາດຂອງ​ຫວຽດນາມ. ຢາກ​ໄດ້​ຄື​ແນວ​ນັ້ນ, ກ່ອນ​ອື່ນ​ຕ້ອງ​ຍົກ​ສູງ​ລະດັບ​ຂອງ​ກຳລັງ​ການ​ຜະລິດ, ​ໃນ​ນັ້ນ​ສິ່ງ​ພິ​ເສດ​ແມ່ນ​ລະດັບ​ຂອງຊັບພະຍາກອນ​ມະນຸດ ທີ່ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ ​ແລະຍາມ​ໃດ​ກໍ່​ຕິດ​ກັບ​ເປົ້າ​ໝາຍ ​ເພື່ອ​ການ​ພັດທະນາ​ຢ່າງຮອບດ້ານ​ຂອງ​ມະນຸດ. ຍ້ອນ​ວ່າ “ລະດັບ​ການ​ພັດທະນາ​ເສດຖະກິດ​ແມ່ນ​ເງື່ອນ​ໄຂ​ວັດຖຸ​ ເພື່ອ​ປະຕິບັດ​ນະ​ໂຍບາຍ​ສັງຄົມ, ​ຈາກຈຸດໝາຍ​ທາງ​ສັງຄົມມັນ​ແມ່ນ​ຈຸດປະສົງ​ຂອງ​ການ​ເຄື່ອນ​ໄຫວ​ເສດຖະກິດ​ທຸກ​ຢ່າງ”(8).

ໃນພື້ນຖານເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມທີ່ປະຊາຊົນມີບົດບາດສຳຄັນນັ້ນ ບໍ່ພຽງແຕ່ເພື່ອຈຸດໝາຍເສດຖະກິດເທົ່ານັ້ນ ແຕ່ສິ່ງສຳຄັນກວ່ານັ້ນແມ່ນຍັງມີເປົ້າໝາຍສັງຄົມ, ເພື່ອການພັດທະນາຮອບດ້ານຂອງປະຊາຊົນ ແລະ ເພື່ອຄວາມສຸກຂອງປະຊາຊົນ (ໃນພາບ: ກຳມະການກົມການເມືອງ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ຫງວຽນຊວັນຝຸກ ພົບປະກັບປະຊາຊົນ) _ພາບ: TTXVN

ເວົ້າ​ຢ່າງ​ອື່ນ, ​ໃນ​ພື້ນຖານ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມທີ່​ປະຊາຊົນ​ມີ​ບົດບາດ​ເປັນ​ກຳ​ລັງ​ໜູນນັ້ນ ບໍ່​ພຽງ​ແຕ່​ເພື່ອ​ເສດຖະກິດ​ເທົ່າ​ນັ້ນ ​ແຕ່​ສິ່ງ​ສຳຄັນ​ກວ່າ​ນັ້ນ​ຍັງ​ເພື່ອ​ເປົ້າ​ໝາຍ​ທາງ​ສັງຄົມ, ​ເພື່ອ​ການ​ພັດທະນາຮອບດ້ານ​ຂອງ​ມະນຸດແລະ​ເພື່ອ​ຄວາມສຸກ​ຂອງ​ປະຊາຊົນ. ກ່ອນໜ້າ​ນີ້, ທ່ານ​ກາກ​ມາກ​ເຄີຍ​ກ່າວ​ວ່າ, ​ໃນ​ພື້ນຖານ​ເສດຖະກິດ​ຕະຫຼາດ​ທຶນ​ນິຍົມ ທຸກຄົນເຫັນອີກ​ຝ່າຍເປັນຫົນທາງ​ໃຫ້​ເກີດປະໂຫຍດ. ປະຈຸ​ບັນ, ​ໃນ​ພື້ນຖານ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ, ພວກເຮົາເອົາໃຈໃສ່ຜູ້​ຄົນ​ເປັນອັນດັບໜຶ່ງ, ຖືວ່າປະຊາຊົນແມ່ນກຳລັງແຮງຊຸກຍູ້ ແຕ່ກໍ່ແມ່ນເປົ້າໝາຍຂອງການພັດທະນາ. ດັ່ງນັ້ນ, ພັກ​ກອມ​ມູນິດ​​ແລະ​ລັດຫວຽດນາມວາງ​ແຜນນະໂຍບາຍ ບໍ່ລໍຖ້າຈົນກ່ວາເສດຖະກິດມີ​ການ​ພັດທະນາສູງກ່ອນທີ່ຈະປະຕິບັດບັນດາເປົ້າໝາຍສັງຄົມ. ​ເມື່ອ​ເຂົ້າ​ສູ່​ການ​ປ່ຽນ​ແປງ​ໃໝ່, ພັກ​ແລະ​ລັດ​ຫວຽດນາມ​ໄດ້​ມີ​ແຜນ​ນະ​ໂຍບາຍ “ການ​ເຕີບ​ໂຕ​ເສດ​ຖະກິດ​ຕ້ອງ​ຕິດ​ແໜ້ນ​ກັບຄວາມ​ກ້າວໜ້າ​ແລະຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ​ໃນ​ແຕ່​ລະບາດ​ກ້າວ​ແລະ​ໃນ​ຕະຫຼອດຂະ​ບວນການ​ພັດທະນາ”(9). ​ແຜນ​ນະ​ໂຍບາຍ​ນີ້​ໄດ້​ຊາບ​ຊຶມ​ຢູ່​ໃນ​ບັນດາ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ​ນັບ​ມື້ນັບ​ສະ​ແດງ​ອອກ​ໃນ​ທຸກ​ດ້ານ​ຂອງ​ຊີວິດ​ສັງຄົມ ​ເພື່ອ​ຮັບ​ໃຊ້ການ​ພັດທະນາ​ມະນຸດ​ຢ່າງ​ດີ​ທີ່​ສຸດ. ນີ້​ແມ່ນ​ທາງ​ເລືອກ​ທີ່​ຖືກຕ້ອງ, ວິທະຍາສາດ, ກ້າຫານ, ປະດິດ​ສ້າງ​ ແລະ​ເຕັມ​ໄປ​ດ້ວຍ​ຈິດ​ໃຈ​ຂອງ​ຄວາມ​ເປັນ​ມະນຸດ. ທາງ​ເລືອ​ກທີ່​ຫຼີກ​ລ່ຽງບໍ່ໄດ້ນັ້ນແມ່ນອີງໃສ່ບົດຮຽນປະສົບການ, ​ສືບທອດຈຸດ​ດີ​ຈຸດ​ແຂງ​ໃນ​ພຶດຕິ​ກຳ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ຕະຫຼາດ ທີ່​ມີ​ຢູ່​ໃນ​ປະຫວັດສາດ, ພ້ອມ​ກັນ​ນັ້ນ​ກໍ່​ເລີ່​ມຈາກລັກສະນະ​ມະ​ນຸດ​​ສະທຳ​ຂອງ​ລັດທິ​ສັງຄົມ​ນິຍົມ ​ເພື່ອ​ຢືນຢັນ​ແນວທາງ​ກໍ່ສ້າງ​ພື້ນຖານ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມທີ່​ຖື​​ເອົາ​ປະຊາຊົນ​ເປັນ​ກຳລັງ​ໜູນ​ແລະ​ເປັນ​ເປົ້າ​ໝາຍ​ການ​ພັດທະນາ, ໝາຍ​ຄວາມ​ວ່າ ທັງໝົດ​ໂດຍ​ມະນຸດ​ແລະ​ເພື່ອ​ມະນຸດ./.

-----------------------

(1) ກ.ມາກ ​ແລະ ຟ.ອັງ​ແກນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1993, ​ເຫຼັ້ມ 23, ໜ້າ 872.

(2) ກ.ມາກ ​ແລະ ຟ.ອັງ​ແກນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2000, ​ເຫຼັ້ມ 46, ພາກ 2, ໜ້າ 160.

(3) ກ.ມາກ ​ແລະ ຟ.ອັງ​ແກນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1993, ​ເຫຼັ້ມ 23, ໜ້າ 322.

(4) ພັກ​ກອມ​ມູນິດ​ຫວຽດນາມ: ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 9, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2001, ໜ້າ 23.

(5) ພັກ​ກອມ​ມູນິດ​ຫວຽດນາມ: ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່າ​ໂນ້ຍ, 2016, ໜ້າ 25.

(6) ວ.ອີ. ​ເລ​ນິນ: ນິພົນ​ຄົບ​ຊຸດ, ສພຈ. ກ້າວໜ້າ, ມົດ​ສະ​ກູ, 1977, ​ເຫຼັ້ມ 36, ໜ້າ 334.

(7) ພັກ​ກອມ​ມູນິດ​ຫວຽດນາມ: ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 103.

(8) ພັກ​ກອມ​ມູນິດ​ຫວຽດນາມ: ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 6, ສພຈ. ສື້​ເຖິດ, ຮ່າ​ໂນ້ຍ, 1987, ໜ້າ 86.

(9) ພັກ​ກອມ​ມູນິດ​ຫວຽດນາມ: ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 8, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1996, ໜ້າ 113.

- ບົດ​ນີ້​ໄດ້​ລົງ​ພິມ​ໃນວາລະສານ​ກອມ​ມູນິດ ສະບັບ​ທີ 953 (​ເດືອນ​ພະຈິກ 2020)