ແຫຼ່ງພະລັງວັດທະນະທຳເພື່ອການພັດທະນາ
ຂອງຫວຽດນາມໃນປະຈຸ​ບັນ

ໂດຍ ປອ. ຫງຽນງ້ອກທ້ຽນ
ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງວັດທະນະທຳ, ກິລາແລະການທ່ອງທ່ຽວຫວຽດນາມ
04:32, 07-08-2021

ວກ. - ​ແຫຼ່ງພະລັງ​ວັດທະນະທຳຖືກ​ຖື​ວ່​າເປັນ​ແຫຼ່ງພະລັງ​ພິ​ເສດ, ​ແມ່ນ​ກຳລັງ​ແຮງ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຢ່າງ​ຍືນ​ຍົງ​ ຕາ​ມທິດທາງ​ມະນຸດສະທຳ ​ມະນຸ​ດຊາດ. ຢູ່​ຫວຽດນາມ, ການ​ພິຈາລະນາ​ວັດທະນະທຳ​ເປັນ​ແຫຼ່ງທຶນ -​ ແຫຼ່ງຊັບພະຍາກອນ ​ເພື່ອ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ໄດ້​ມີ​ການ​ກ່າວ​ເຖິງ​ເມື່ອ​ບໍ່​ດົນ​ມາ​ນີ້, ແຕ່ໄດ້ຮັບຄວາມສົນໃຈແລະຄວາມເຫັນດີເຫັນພ້ອມຈາກທົ່ວສັງຄົມ.

ການສ້າງວັດທະນະທຳແລະຜູ້ຄົນຫວຽດນາມທີ່ພັດທະນາຢ່າງຮອບດ້ານ, ມຸ່ງສູ່ຄວາມຈິງ - ຄວາມດີ - ຄວາມງາມ, ເຊື່ອມຊຶມຈິດໃຈຊາດ, ມະນຸດສະທຳ, ປະຊາທິປະໄຕ ແລະວິທະຍາສາດ (ໃນພາ: ເລຂາທິການໃຫຍ່, ປະທານສະພາແຫ່ງຊາດ ຫວຽນຝູຈ້ອງ ຢ້ຽມຢາມມອບຂອງຂວັນ ແລະອວຍພອນປີໃໝ່ທ່ານ ຮວ່າງວັນບ໋າວ (ພະຍານປະຫວັດສາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 2 ຂອງພັກ) ຢູ່ຕາແສງກີມບິ່ງ, ເມືອງຈຽມຫ່ວາ, ແຂວງຕວຽນກວາງ, ປີ 2011) _ພາບ: ເອກະສານ TTXVN

1​ໃນ​ຂະ​ບວນການ​ພັດທະນາ​ປະ​ເທດ, ພັກ​ກອມ​ມູນິດ​ຫວຽດນາມຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ທີ່ສຸດເຖິງການພັດທະນາວັດທະນະທຳ ແລະ ໄດ້ອອກມະຕິຫຼາຍສະບັບ ​ເພື່ອ​ຊີ້​ນຳ​ການ​ກໍ່ສ້າງແລະພັດທະນາວັດທະນະທຳ, ​ເຊັ່ນ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ 8 “ກ່ຽວ​ກັບ​ການ​ກໍ່ສ້າງ​ແລະ​ພັດທະນາ​ພື້ນຖານ​ວັດທະ​ນະ​ທຳ​ຫວຽດນາມ​ທີ່​ກ້າວໜ້າ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ເອກະລັກ​ຂອງ​ຊາດ”, ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 9 ສະ​ໄໝ​ທີ 11 “ກ່ຽວ​ກັບ​ການ​ກໍ່ສ້າງ​ແລະ​ພັດທະນາ​ວັດທະນະທຳ, ຜູ້​ຄົນ​ຫວຽດນາມ ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາປະ​ເທດ​ຢ່າງ​ຍືນ​ຍົງ”... ໜຶ່ງ​ໃນ​ບັນດາ​ເປົ້າ​ໝາຍ​ສຳຄັນ​ທີ່​ພັກ​ກອມ​ມູນິດ​ຫວຽດນາມວາງ​ອອກ​ມາ​ແມ່ນ ການ​ກໍ່ສ້າງ​ພື້ນຖານ​ວັດທະນະທຳ​​ແລະ​ຄົນ​ຫວຽດນາມ​ທີ່​ພັດທະນາ​ຢ່າງຮອບດ້ານ, ມຸ່ງ​ສູ່​ຄວາມຈິງ - ຄວາມ​ດີ - ຄວາມ​ງາມ, ​ເຊື່ອມ​ຊຶມ​ຈິດ​ມຈຊາດ, ມະນຸດສະທຳ, ປະຊາທິປະ​ໄຕ ​ແລະ​ ວິທະຍາສາດ; ກໍ່ສ້າງ​ວັດທະນະທຳ​ໃຫ້​ກາຍ​ເປັນ​ພື້ນຖານ​ຈິດ​ໃຈ​ທີ່​ໜັກ​ແໜ້ນ​ຂອງ​ສັງຄົມ ​ແລະ​ກຳລັງ​ແຮງ​ພາຍ​ໃນສຳຄັນ​ທີ່ຮັບປະກັນ​ການ​ພັດທະນາ​ທີ່​ຍືນ​ຍົງ ​ແລະ​ປົກ​ປ້ອງ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ ​ເພື່ອ​ເປົ້າ​ໝາຍປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາ​ທິປະ​ໄຕ ຍຸດຕິທຳ ​ແລະ​ອາລະຍະທຳ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ເນັ້ນ​ໜ້າ​ທີ່ກໍ່ສ້າງ​ຜູ້​ຄົນຕິດ​ກັບ​ການ​ກໍ່ສ້າງ​ວັດທະນະທຳ​ ໃຫ້​ເປັນ​ພື້ນຖານ​ຈິດ​ໃຈ, ​ໃນ​ນັ້ນ ຄົນ​ເປັນ​ເຈົ້າ​ຜູ້​ປະດິດ​ສ້າງ​ວັດທະນະທຳ​ ແລະ ​ຊົມ​ໃຊ້​ຄຸນຄ່າ ຜະລິດ​ຕະພັນ​ວັດທະນະທຳ; ​ເອົາ​ໃຈ​ໃສ່​ສ້າງ​ຄົນ​ຫວຽດນາມ​ໃຫ້​ມີ​ຄວາມ​ງາມ​ທາງ​ດ້ານ​ບຸກຄະ​ລິກກະພາບ, ຄຸນສົມບັດ​ແລະ​ຈິດ​ວິນ​ຍານ; ສູງສົ່ງ​ທາງ​ດ້ານ​ປັນຍາ​ຄວາມ​ຮູ້, ຄວາມ​ສາມາດ, ທັກ​ສະການ​ສ້າງສັນ; ​ແຂງ​ແຮງ​ທາງ​ດ້ານ​ສຸຂະພາບ​ຮ່າງກາຍ; ຍົກ​ສູງ​ຄວາມ​ຮັບຜິດຊອບຕໍ່​ສັງຄົມ, ໜ້າທີ່ພົນລະເມືອງ, ມີຄວາມເຄົາລົບແລະປະຕິບັດຕາມກົດາຍ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ກໍ່​ເຊີດຊູໜ້າ​ທີ່​ກໍ່ສ້າງ​ວັດທະນະທຳ​ໃນ​ການ​ເມືອງ​ແລະ​ເສດຖະກິດ; ພັດທະນາ​ອຸດສາຫະກຳ​ວັດທະນະທຳ ​ໄປ​ຄຽງ​ຄູ່​ກັບ​ການ​ກໍ່ສ້າງ​ແລະ​ປັບປຸງ​ບູລະນະ​ຕະຫຼາດ​ບໍລິການ​ແລະ​ຜະລິດ​ຕະພັນທາງ​ວັດທະນະທຳ; ​ເປັນ​ເຈົ້າ​ການເຊື່ອມໂຍງເຂົ້າກັບວັດທະນະທຳສາກົນ, ດູດ​ຊຶມ​ເອົາ​ວັດທະນະທຳ​ອັນ​ດີງາມ​ຂອງ​ມະນຸດຊາດ. ນີ້​ແມ່ນ​ບັນຫາ​ພື້ນຖານ, ຈຸດ​ສຸມ, ​ແກນ​ກາງ​ໃນ​ການພັດທະນາວັດທະນະທໍາ - ແຫຼ່ງພະລັງ​ພາຍ​ໃນ ເພື່ອສ້າງແລະພັດທະນາປະ​ເທດ​ແບບຍືນຍົງ. ​ແຫຼ່ງພະລັງ​ວັດທະນະທຳ - ທຶນ​ວັດທະນະທຳ​ ບໍ່​ຢູ່​ນອກ​ເສດຖະກິດ, ການ​ເມືອງ, ສັງຄົມ​ໃນ​ການ​ພັດທະນາ​ປະ​ເທດ, ແຕ່ເມື່ອບໍ່ດົນມານີ້, ຫວຽດນາມ​ຈຶ່ງ​ໄດ້​ເອົາ​ໃຈ​ໃສ່ຢ່າງແທ້ຈິງ​ເຖິງບັນຫານີ້. ວັດທະນະທໍາມີພາລະກິດເປັນພື້ນຖານ​ແລະ​ເປົ້າ​ໝາຍ​ສຳລັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ. ດັ່ງ​ນັ້ນ, ​ແຫຼ່ງພະລັງ​ວັດທະນະທຳ​ກາຍ​ເປັນ​ແຫຼ່ງພະລັງ​ພິ​ເສດ, ທີ່​ປຸກ​ຕື່ນ​ແລະ​ຊຸກຍູ້​ແຫຼ່ງພະລັງ​ອື່ນໆ, ສ້າງກຳລັງ​ແຮງ​ສັງລວມ​ໃນ​ການ​ພັດທະນາປະ​ເທດ​ຢ່າງຍືນຍົງ. ດູດຊຶມຈິດໃຈຂອງຍຸກສະໄໝ, ບົນພື້ນຖານລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ, ພັກ​ກອມ​ມູນິດ​ຫວຽດນາມຢືນຢັນວ່າ ວັດທະນະທຳ​ເປັນ​ຜົນ​ມາ​ຈາກເສດຖະກິດ, ພ້ອມ​ກັນ​ນັ້ນກໍ່ເປັນແຮງຂັບເຄື່ອນການພັດທະນາເສດຖະກິດ. ບັນດາ​ປັດ​ໄຈວັດທະນະທຳຕ້ອງ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນກັບ​ຊີວິດ​ການ​ເປັນ​ຢູ່​ ແລະການ​ເຄື່ອນ​ໄຫວ​ສັງຄົມ​ໃນ​ທຸກ​ດ້ານ ​ການ​ເມືອງ, ​ເສດຖະກິດ, ສັງຄົມ, ກົດໝາຍ..., ຕ້ອງກາຍ​ເປັນ​ແຫຼ່ງພະລັງ​ພາຍ​ໃນທີ່​ສຳຄັນ​ທີ່​ສຸດ​ຂອງ​ການ​ພັດທະນາ.  

​ແຫຼ່ງພະລັງ​ວັດທະນະທຳ​ຂອງ​ຫວຽດນາມ​ແມ່ນ​ອຸດົມສົມບູນທາງດ້ານປະລິມານ, ຄຸນນະພາບ ແລະ ຄວາມຫຼາກຫຼາຍທາງດ້ານການສະແດງອອກ.

ຊັບ​ພະ​ຍາ​ກອນ​ມະ​ນຸດ ​ແມ່ນ​ທ່າ​ແຮງ​ແລະ​ຄວາມ​ສາມາດ​ຂອງ​ແຕ່​ລະບຸ​ກຄົນ​ແລະຊຸມ​ຊົນ ທີ່ໄດ້ສ້າງຂຶ້ນ, ກຳລັງ​ສ້າງ​ແລະຈະສ້າງຄວາມເຂັ້ມແຂງ ​ເພື່ອ​ຊຸກຍູ້​ການ​ພັດທະນາສັງຄົມ. ນີ້​ແຫຼ່ງພະລັງ​ສຳຄັນ​ອັນ​ດັບ​ໜຶ່ງ, ມີ​ຄວາມ​ໝາຍ​ຕັດສິນ​ການ​ພັດທະນາ​ຂອງ​ວັດທະນະທຳ, ​ເສດຖະກິດ, ການ​ເມືອງ​ແລະ​ສັງຄົມ. ​ໃນ​ປະຈຸ​ບັນ, ຫວຽດນາມ​ແມ່ນ​ປະ​ເທດ​ທີ່​ມີ​ປະຊາກອນ​ຫຼາຍ​ເປັນອັນ​ດັບ​ທີ 15 ຂອງ​ໂລກ ​ແລະ​ອັນ​ດັບ​ທີ​ສາມ​ໃນ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້. ​ໂຄງ​ສ້າງ​ປະຊາກອນ​ຍັງ​ໜຸ່ມ, ລະດັບ​ການ​ສຶກສາ​ເພີ່ມ​ຂຶ້ນ​ທຸກ​ວັນ, ອັດຕາ​​ແຮງ​ງານ​ຄຸນ​ນະພາ​ບສູງ​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ, ສາມາດເຂົ້າໃຈແລະປະ​ຢຸກ​ໃຊ້​ວິທະຍາສາດແລະເຕັກໂນໂລຊີທີ່ທັນສະໄດ້ ດ້ວຍຄວາມງາມຂອງຈິດວິນຍານ, ຄວາມ​ເຂັ້ມ​ແຂງແລະສະຕິປັນຍາ, ນັ້ນ​ແມ່ນ​ຈຸດ​ແຂງ​ດ້ານ​ຊັບພະຍາກອນມະນຸດ​ໃນ​ຫວຽດນາມ​ທີ່​ຕ້ອງ​ໄດ້​ຮັບ​ການ​ສົ່ງ​ເສີມ.

​ແຫຼ່ງພະລັງ​ຜະລິດ​ຕະພັນ​ວັດທະນະທຳ ​ແມ່ນ​ແຫຼ່ງພະລັງ​ທີ່ຕົກ​ຜະລຶກ​ດ້ວຍ​ທຶນ​ຊັບພະຍາກອນທຳມະຊາດ ​ເຊິ່ງປາກົດ​ເປັນຜະລິດຕະພັນວັດຖຸທີ່​ມີຄ່າ​ທາງ​ວັດທະນະທຳທີ່​ບໍ່ມີຕົວຕົນ, ລວມທັງວັດຖຸບູຮານປະຫວັດສາດແລະວັດທະນະທຳ, ທັດສະນີ​ຍະ​ພາບ... ດ້ວຍຜະລິດຕະພັນວັດທະນະທຳສ້າງສັນຂອງມະນຸດ. ວັດທະນະທຳ​ຫວຽດນາມ​ແມ່ນ​ພື້ນຖານ​ວັດທະນະທຳ​ຫຼາຍ​ຊົນ​ເຜົ່າ, ອຸດົມສົມ​ບຸນ​ທາງ​ດ້ານ​ປະ​ເພດ, ລວມທັງ​ມໍລະດົກ​ຫຼາຍ​ແຫ່ງທີ່ຖືກຮັບຮູ້ໂດຍອົງການ UNESCO ວ່າເປັນມໍລະດົກທາງວັດທະນະທຳທີ່​ຈັບ​ຕ້ອງໄດ້ແລະບໍ່ມີຕົວຕົນຂອງມວນມະນຸດ. ນີ້​ແມ່ນ​ບັນດາ​ເງື່ອນ​ໄຂ​ທີ່​ສະດວກ​ດີ​ເພື່ອ​ໃຫ້​ຫວຽດນາມ​ພັດທະນາການທ່ອງທ່ຽວ​ແລະ​ບໍລິການ ​ແນ​ໃສ່​ເສີມ​ຂະຫຍາຍ​ຄຸນຄ່າ​ມໍ​ລະ​ດົກ​ວັດທະນະທຳຢ່າງມີປະສິດທິຜົນ, ປຸກຄວາມພາກພູມໃຈຂອງຊາດ, ປະກອບສ່ວນ​ໂຄສະນາ​ວັດທະນະທຳຫວຽດນາມອອກສູ່ໂລກ.

ຄຽງ​ຂ້າງ​ນັ້ນ, ໃນຫຼາຍ​ປີ​ທີ່​ຜ່ານ​ມາ, ພັກ​ກອມ​ມູນິດ​​ແລະ​ລັດຫວຽດນາມ​ໄດ້​ມີ​ນະ​ໂຍບາຍການລົງທຶນຫຼາຍ​ເພື່ອການພັດທະນາວັດທະນະທໍາ, ສົ່ງເສີມການ​ພັດທະນາ​ຂະ​ແໜງ​ການ​ຂໍ້​ມູນ​ຂ່າວສານ, ການ​ສື່ສານ, ສື່​​ໃວນຊົນແລະ​ສິ່ງ​ພິມ​ເທື່ອ​ລະ​ກ້າວ; ​ເອົາ​ໃຈ​ໃສ່​ແລະ​ສຸມ​ໃສ່ກິດຈະກຳສ້າງສັນສິລະປະແລະວັນນະຄະດີ; ອຸດສາຫະກຳຮູບ​ເງົາ​ແລະ​ໂທລະທັດມີ​ການ​ປ່ຽນ​ແປງຢ່າງ​ຕໍ່​ເນື່ອງ ທັງດ້ານຄຸນນະພາບແລະປະລິມານ; ຖັນ​ແຖວ​ຜູ້​ເຮັດ​ວຽກ​ງານ​ວັດທະນະທຳ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ແລະ​ບຳລຸງ​ສ້າງ​ຢ່າງ​ເປັນ​ປະຈຳ. ນອກຈາກ​ນັ້ນ ​ຍັງ​ມີ​ການ​ປ່ຽນ​ແປງ​ໃໝ່​ໃນ​ກົນ​ໄກ​ການ​ຄຸ້ມຄອງ, ສ້າງກອບ​ກົດໝາຍ​ສຳລັບ​ຜູ້​ດຳ​ເນີນ​ກິດຈະກຳ​ທາງ​ວັດທະນະທຳ ​ເພື່ອ​ສ້າງ​ເງື່ອນ​ໄຂທີ່​ເອື້ອອຳນວຍ​ໃຫ້​ວັດທະນະທຳ​ພັດທະນາ​ຢ່າງ​ຍືນ​ຍົງ ສອດຄ່ອງ​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ.

ບັນດາ​ແຫຼ່ງພະລັງ​ຂ້າງ​ເທິງ​ມີ​ຄວາມ​ສຳພັນ​ທາງ​ສັດຈະ​ວິພາກ, ກະທົບ ​ແລະ​ຄວບ​ຄຸມ​ຊຶ່ງ​ກັນ​ແລະ​ກັນ ເພື່ອສ້າງການພັດທະນາປະເທດແບບຍືນຍົງ, ​ໃນນັ້ນ​ແຫຼ່ງກຳລັງ​ຄົນ​ມີ​ບົດ​ບາດ​ຕັດສິນ​ຊີ້​ຂາດ, ມັນ​ສາມາດ​ກະ​ທົບ, ປ່ຽນ​ແປງ​ແລະ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ແຫຼ່ງພະລັງ​ອື່ນ.

ການພັດທະນາວັດທະນະທຳນັບມື້ນັບຕິດແໜ້ນກັບການກໍ່ສ້າງຜູ້ຄົນຫວຽດນາມ, ຄ່ອຍໆກາຍເປັນໜຶ່ງໃນບັນດາແຫຼ່ງພະລັງທີ່ສຳຄັນ ຂອງພາລະກິດການພັດທະນາແບບຍືນຍົງ ແລະການເຊື່ອມໂຍງເສດຖະກິດສາກົນ _ພາບ: ເອກະສານຂໍ້ມູນ

2- ດ້ວຍ​ການ​ປະສົມ​ປະສານ​ຂອງ​ບັນດາ​ແຫຼ່ງພະລັງ, ຂະ​ບວນການ​ກໍ່ສ້າງ​ວັດທະນະທຳ​ແລະ​ຜູ້​ຄົນ​ຫວຽດນາມ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາໄດ້ມີບາດກ້າວພັດທະນາທີ່​ໂດດ​ເດັ່ນ, ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ບົດ​ສະຫຼຸບ​ຂອງ​ກົມ​ການ​ເມືອງ​ຄະນະ​ບໍ​ລິ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຢືນຢັນ​ວ່າ ການ​ພັດທະນາ​ວັດທະນະທຳ​ນັບ​ມື້​ນັບ​ຕິດ​ພັນ​ກັບ​ການ​ກໍ່ສ້າງຜູ້​ຄົນ​ຫວຽດນາມ, ຄ່ອຍໆ​ກາຍ​ເປັນ​ໜຶ່ງ​ໃນ​ແຫຼ່ງພະລັງທີ່​ສຳຄັນ​ຂອງພາລະກິດ​ການ​ພັດທະນາທີ່​ຍືນ​ຍົງ ​ແລະການ​ເຊື່ອມ​ໂຍງ​ທາງ​ເສດຖະກິດ​ກັບ​ສາກົນ. ຄຸນ​ນະພາ​ບ, ປະສິດທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ເທື່ອ​ລະ​ກ້າວ; ການ​ກໍ່ສ້າງສະພາບ​ແວດ​ລ້ອມ​ທາງ​ວັດທະນະທຳ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ຄຸນຄ່າ​ວັດທະນະທຳ​ປະ​ເພນີ​ອັນ​ດີງາມຫຼາຍ​ຢ່າງ​ຂອງ​ຊາດ​ ແລະ ​​ແຕ່ລະພາກ​ແລະ​ເຂດ​ຕ່າງໆ ​ໄດ້​ຮັບ​ການສືບ​ທອດ​ແລະ​ພັດ​ທະນາ. ແຜນ​ນະ​ໂຍບາຍ, ນະ​ໂຍບາຍ ​ແລະ​ຂໍ້​ກຳນົດ​ກົດໝາຍ​ຫຼາຍ​ສະບັບ​ໄດ້​ຮັບ​ການ​ປະກາດ​ໃຊ້ ​ເຊິ່ງ​ໄດ້​ສ້າງ​ພື້ນຖານ​ການ​ເມືອງ-ກົດໝາຍ ​ແລະ​ເງື່ອ​ນ​ໄຂ​ເພື່ອ​ກໍ່ສ້າງ​ຄົນ. ຫຼາຍ​ມາດຕະຖານແນວ​ຄິດ​ການ​ເມືອງ, ຄຸນສົມບັດສິນ​ທຳ ​ແລະ​ວິຖີ​ການ​ດຳ​ເນີນ​ຊີວິດ​ຂອງ​ຄົນ​ໃນສະ​ໄໝ​ໂຮ່ຈີ​ມິນ ໄດ້ຖືກລວມເຂົ້າໃນເອກະສານທາງກົດໝາຍຈຳນວນ​ໜຶ່ງ, ​ເຂົ້າ​ໃນສັນຍາ​ກຳນົດ​ຂອງໝູ່​ບ້ານ ຕາ​ແສງ, ​ໃນ​ຂໍ້​ກຳນົດ ກົດ​ລະບຽບ​ຂອງສຳນັກງານ ອົງການ ການຈັດ​ຕັ້ງສັງຄົມ. ຄະນະ​ພັກ, ອຳນາດ​ການ​ປົກຄອງ, ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງ​ຄົມ​ ໄດ້​ຍູ້​ແຮງຂະ​ບວນການ​ລິ​ເລີ່​ມທຸລະ​ກິດ, ອາສາ​ມະ​ໝັກ, ຕິດ​ກັບ​ຂະ​ບວນການ​ແຂ່ງຂັນ​ກັນຮັກ​ຊາດ, ສ້າງຄຸນຄ່າມະນຸດມາດຕະຖານຫວຽດນາມ ​ໃຫ້​ເໝາະ​ສົມ​ກັບແຕ່ລະ​ເປົ້​າ​ໝາຍ; ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ອີກ ​ເຖິງ​ການສັ່ງສອນ​ສຶກສາ​ລູກ​ຫຼານ​ໃນ​ຄອບຄົວ, ສອນ​ໜັງສື​ສົມທົບ​ກັບ​ບອກສອນ​ຄົນ ​ແລະ ສອນທັກສະຊີວິດ, ປັບປຸງຄວາມແຂງແຮງທາງດ້ານຮ່າງກາຍ ແລະຄວາມສູງໃຫ້ກັບຄົນຮຸ່ນໜຸ່ມ. ວຽກງານຄອບຄົວມີຄວາມຄືບໜ້າອັນໃຫຍ່ຫຼວງ, ໂດຍສະເພາະແມ່ນຢູ່ອຳນາດ​ການ​ປົກຄອງຂັ້ນຮາກຖານ, ປະຕິ​ບັດຄວາມ​ສະ​ເໝີ​ພາບ​ທາງ​ເພດ, ຈຳກັດການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ​ແລະ​ເດັກ​ຍິງ. ສືບ​ຕໍ່​ດຳ​ເນີນ​ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກໍ່ສ້າງ​ຊີວິດ​ວັດທະນະທຳ” ຕິດ​ກັບ “ການ​ຂົນຂວາຍ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕົວ​ເມືອງ​ສີວິ​ໄລ”; ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ອີກ​ເຖິງ​ການ​ປະຕິບັດ​ກົດ​ລະບຽບ​ປະຊາທິປະ​ໄຕ​ຢູ່​ຮາກ​ຖານ ດ້ວຍ​ການ​ສ້າງຂໍ້​ກຳນົດ​ກົດ​ລະບຽບ​ວັດທະນະທຳ, ປະຕິບັດ​ວິຖີຊີວິດ​ໃນງານ​​ແຕ່ງດອງ, ງານສົບ ແລະ ງານບຸນຕ່າງໆ. ໜ້າ​ທີ່ອະນຸ​ລັກ​ແລະ​ສົ່ງ​ເສີມ​ມໍລະດົກວັດທະນະທຳ​ຂອງ​ຊາດ ​ໄດ້​ມີ​ການປ່ຽນແປງໄປໃນທາງບວກ, ລະດົມ​ແຫຼ່ງພະລັງ​ສັງຄົມ​ໄດ້​ເປັນ​ຈຳນວນ​ຫຼາຍ, ອະນຸລັກມໍລະດົກ​ວັດທະນະທຳດັ້ງ​ເດີມ​ ໂດຍ​ສະ​ເພາະສິລະ​ປະ​ບາງ​ຮູບ​ແບບ​ທີ່​ສ່ຽງ​ຕໍ່​ການ​ສູນ​ເສຍ; ການ​ຂຸດ​ຄົ້ນ​ຄຸນຄ່າ​ຂອງມໍລະດົກ​ວັດທະນະທຳ ຕິດ​ກັບ​ການ​ພັດທະນາ​ການທ່ອງທ່ຽວ. ​ໄດ້​ປະກາດ​ໃຊ້​ນະ​ໂຍບາຍ, ກົດໝາຍ​ຈຳນວນ​ໜຶ່ງ ​ທີ່​ສ້າງ​ພື້ນຖານ​ກົດໝາຍ​ໃຫ້​ແກ່​ວຽກ​ງານ​ກໍ່ສ້າງ​ແລະ​ພັດທະນາ​ວັດທະນະທຳ​ແລະຜູ້​ຄົນ​ຫວຽດນາມ. ລະບົບ​ສະ​ຖາ​ບັນ​ວັດທະນະທຳ​ໄດ້​ຮັບ​ການ​ລົງທຶນກໍ່ສ້າງ ​ແລະ ຄ່ອຍໆ​ຫັນປ່ຽນ​ກົນ​ໄກ, ປ່ຽນ​ແປງ​ໃໝ່​ກ່ຽວ​ກັບ​ແບບ​ວິທີ​ການ​ເຄື່ອນ​ໄຫວ. ຕະຫຼາດ​ວັດທະນະທຳ​ໄດ້​ສ້າງ​ຕັ້ງ​ຂຶ້ນໃນເບື້ອງຕົ້ນ. ການ​ເຄື່ອນ​ໄຫວ​ປະດິດ​ຄິດ​ແຕ່ງ​ສິລະ​ຫະ ວັນນະຄະດີມີ​ບາດກ້າວ​ຂະຫຍາຍຕົວ​ໃໝ່ ດ້ວຍ​ການ​ຄົ້ນ​ຫາ​ແລະ​ຂະຫຍາຍ​ຫົວ​ຂໍ້, ຮູບ​​ແບບ​ການສະ​ແດງ, ສ້າງສັນ​ຜະລິດ​ຕະພັນທາງ​ວັດທະນະທຳ, ວັນ​ນະ​ຄະດີ ​ແລະ​ສິລະ​ປະ​ທີ່​ຫຼາກ​ຫຼາຍ​ຍິ່ງ​ຂຶ້ນ. ບົດບາດ​ຂອງ​ສິລະ​ປະ​ແລະ​ວັນນະຄະດີ​ໃນ​ການ​ຫຼໍ່​ລ້ຽງ​ແນວ​ຄິດ​ຈິດ​ໃນ​ແລະ​ອາລົ​ມຈິດ​ຂອງຜູ້​ຄົນ​ນັ້ນ​ ໄດ້​ຮັບ​ຄວາມ​ເອົາ​ໃສ່​ແລະ​ສົ່ງ​ເສີມ. ການ​ເຊື່ອມ​ໂຍງ​ສາກົນ​ທາງ​ດ້ານວັດທະນະທຳ ​ແລະການ​ດູດ​ຊຶມວັດທະນະທຳ​ທີ່​ດີງາມ​ຂອງ​ມະນຸດຊາດ​ນັບ​ມື້​ນັບ​ເປັນ​ເຈົ້າ​ການ.  

3- ເພື່ອສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ແຫຼ່ງພະລັງ​ວັດທະນະທຳ​ໃນ​ການ​ພັດທະນາ​ປະ​ເທດ​ແລະ​ການ​ກໍ່ສ້າງ​ຄົນ​ຫວຽດນາມ​ນັ້ນ ຕ້ອງ​ເອົາ​ໃຈ​ໃສ່​ເນື້ອ​ໃນ​ຈຳນວນ​ໜຶ່ງ​ດັ່ງ​ນີ້:

ທີ​ໜຶ່ງ, ຍູ້​ແຮງວຽກ​ງານ​ໂຄສະນາ, ຊາບ​ຊຶມ, ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ພະນັກງານ ສະມາຊິກ​ພັກ ​ແລະ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ ກ່ຽວ​ກັບບົດ​ບາກ​ທີ່​ຕັ້ງ​ຂອງ​ວັດທະນະທຳ ​ໃນ​ພາລະກິດ​ການ​ກໍ່ສ້າງ ​ແລະ​ປົກ​ປັກ​ຮັກສາ​ ປະ​ເທດ​ຊາດ​ຫວຽດນາມ​ສັງຄົມ​ນິຍົມ. ກຳນົດ​ແຈ້ງ ການ​ກໍ່ສ້າງ​ ແລະ ​ພັດທະນາ​ວັດທະນະທຳ​ແລະຜູ້​ຄົນ ​ແມ່ນ​ໜ້າ​ທີ່​ສຳຄັນ ​ແລະ ​ເປັນ​ປະຈຳ​ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ. ວັດທະນະທຳ​ແມ່ນ​ຈິດ​ວິນ​ຍານ​ຂອງ​ຊາດ, ​ແມ່ນ​ພື້ນຖານ​ຈິດ​ໃຈ​ທີ່ໝັ້ນ​ແກ່ນ​ຂອງ​ສັງຄົມ, ​ແມ່ນ​ກຳລັງ​ແຮງ​ພາຍ​ໃນ​ສຳຄັນ​ທີ່ຮັບປະກັນ​ການ​ພັດທະນາ​ທີ່​ຍືນ​ຍົງ ​ແລະ ປົດ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ ​ເພື່ອ​ເປົ້າ​ໝາຍ​ປະຊາຊົນ​ຮັ່ງມີ, ປະ​​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ ຍຸດຕິ​ທຳ ​ແລະ​ອາລະຍະ​ທຳ. ​ເອົາ​ໃຈ​ໃສ່​ລັກສະນະ​ພິ​ເສດສະ​ເພາະ​ຂອງ​ວັດທະນະທຳ, ​ເພື່ອ​ຮັບປະກັນ​ໃຫ້​ວັດທະນະທຳ, ສິນລະປະ ວັນນະຄະດີ ພັດທະນາ​ຖືກຕ້ອງ​ຕາມ​ທິດ​ທາງ​ການ​ເມືອງ, ​ແນວ​ຄິດ​ຂອງ​ພັກ​ກອມ​ມູນິດ, ທັງ​ຮັປະກັນ​ເສລີພາບ​ໃນ​ການ​ປະດິດ​ຄິດ​ແຕ່ງ​ຂອງ​ບຸກຄົນ ບົນ​ພື້ນຖານ​ເສີມ​ຂະຫຍາຍ​ຄວາມ​ຕື່ນ​ຕົວ​ສະໝັກ​ໃຈ​ສູງ ດ້ວຍ​ຈຸດປະສົງ​ທີ່​ຖືກຕ້ອງ. ​ເພີ່ມ​ທະວີ​ການ​ໂຄສະນາ​ເພື່ອ​ໃຫ້​ປະຊາຊົນ​ມີ​ຄວາມ​ຮັບ​ຮູ້​ຖືກຕ້ອງ ຄົບ​ຖ້ວນ​ກ່ຽວ​ກັບ​ບົດບາດ ທີ່​ຕັ້ງ​ຂອງ​ວັດທະນະທຳ, ຈາກ​ນັ້ນ​ມີ​ການ​ກະທຳທີ່​ແທດ​ຈິງ​ເໝາະ​ສົມ​ ເພື່ອອະນຸລັກ ຮັກສາ​ມໍລະດົກ​ວັດທະນະທຳ, ທັງ​ເສີມ​ຂະຫຍາຍ​ມໍລະດົກ​ວັດທະນະທຳອັນ​ດີງາມ​ຂອງ​ຊາດ, ພ້ອມ​ກັນ​ນັ້ນ​ກໍ່​ພະຍາຍາມ​ປະດິດ​ຄິດ​ແຕ່ງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​​ເຮັດໃຫ້ “ທຶນ​ທາງ​ວັດທະນະທຳ” ຂອງ​ປະ​ເທດ​ຊາດອຸດົມສົມ​ບຸນ​ຂຶ້ນ​ເລື່ອຍໆ.

ພິທີຖະຫວາຍ ເຂົ້າໜົມຕົ້ມເຕ໊ດ ບູຊາພະເຈົ້າມະຫາຊີວິດຮຸ່ງ ທີ່ວິຫານເທິງ, ເຂດອະນຸສອນສະຖານບັນດາເຈົ້າຊີວິດຮຸ່ງ ໃນສວນປະຫວັດສາດແລະວັດທະນະທຳແຫ່ງຊາດ, ເມືອງທີ 9, ນະຄອນໂຮ່ຈີມິນ _ ພາບ: TTXVNN

ທີ​ສອງ, ສືບ​ຕໍ່​ປັບປຸງ​ບູລະນະ​ນະ​ໂຍບາຍ​ພັດທະນາ​ວັດທະນະທຳ. ​ເອົາ​ໃຈ​ໃສ່​ລົງທຶນ​​ໃນ​ສະ​ຖາ​ບັນ​ວັດທະນະທຳ​ທີ່​ເໝາະ​ສົມ​ແລະປະຕິບັດ​ໄດ້​ຈິງ; ​ເປີດ​ປະຊາທິປະ​ໄຕ​ໃນ​ການ​ເຄື່ອນ​ໄຫວ​ປະດິດ​ຄິດ​ແຕ່ງ - ​ເຜີຍ​ແຜ່ - ຊົມ​ໃຊ້​ຜະລິດ​ຕະພັນ​ວັດທະນະທຳ; ສົ່ງ​ເສີມຄວາມ​ສາມາດ​​ໃນ​ການສ້າງສັນ​ຂອງສິລະ​ປິນ​ແລະ​ຜູ້​ຄົນ. ຄຽງ​ຂ້າງ​ນັ້ນ, ມີ​ກົນ​ໄກ ນະ​ໂຍບາຍ​ທີ່​ດີ ​ເພື່ອດຶງ​ດູດ​ນຳ​ໃຊ້​ແລະ​ຊົມ​ເຊີຍ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ. ລົງທຶນ​ຊັບພະຍາກອນຫຼາຍ​ສຸດ​ເພື່ອ​ພັດທະນາ​ການ​ສຶກສາ​ແລະ​ຝຶກ​ອົບຮົມ; ພັດທະນາ​ແລະ​ຄຸ້ມ​ຄອງ​ຂົງ​ເຂດ​ຂໍ້​ມູນ-ການສື່ສານ-ສື່​ມວນ​ຊົນ-ການ​ພິມ​ຈຳໜ່າຍ​ຢ່າງ​ແຂງ​ແຮງ​ແລະ​ມີ​ປະສິດທິ​ຜົນ. ທົບ​ທວນຄືນ, ປະ​ເມີນ ​ແລະ​ ສືບ​ຕໍ່​ຜັນ​ຂະຫຍາຍ​ປະຕິບັດ ບັນດາ​ມະຕິ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມກ່ຽວ​ກັບ​ກາ​ກໍ່ສ້າງ​ ​ພັດທະນາ​ວັດທະນະທຳ​ແລະ​ຜູ້​ຄົນ​ຫວຽດນາມ ຢ່າງ​ເຂັ້ມ​ງວດ​ແລະ​ມີ​ປະສິດທິ​ຜົນ.   

ທີ​ສາມ, ສຸມ​ໃສ່​ການ​ກໍ່ສ້າງ​ຄົນ​ຫວຽດນາມ​ທີ່​ພັດທະນາ​ຢ່າງຮອບດ້ານ. ຫັນ​ການ​ເຄື່ອນ​ໄຫວວັດທະນະທຳ ການ​ສຶກສາ ​ແລະ​ວິທະຍາສາດ ​ເຂົ້າ​ໃນ​ການ​ກໍ່ສ້າງ​ຄົນ​ຫວຽດນາມທີ່​ມີ​ໂລກ​ກະທັດ​ວິທະຍາສາດ, ມີບຸກຄະລິກກະພາບດີ ວິຖີຊີວິດທີ່ສວຍງາມ ດ້ວຍ​ຄຸນສົມບັດ​ພື້ນຖານຄື “ຮັກ​ຊາດ, ​ຄວາມເມດ​ຕາ, ຄວາມ​ກະຕັນ​ຍູ, ຊື່ສັດ, ສາມັກຄີ, ໝັ່ນ​ພຽນ, ປະດິດ​ສ້າງ”. ​ເພື່ອ​ທະວີ​ການ​ສຶກສາ​ດ້ານ​ສຸນທະລີ​ຍະ​ພາບ, ​ເຊື່ອມ​ຕໍ່​ການ​ສຶກສາ​ທາງ​ດ້ານ​ຮ່າງກາຍ ກັບການສຶກສາຄວາມຮູ້, ສິນລະທຳ ແລະທັກສະທາງສັງຄົມ ​ໃຫ້​ທຸກ​ຊັ້ນ​ຄົນ, ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ໜຸ່ມ​ແລະ​ເຍົາວະ​ຊົນ. ການ​ສ້າງ​ວິຖີ​ຊີວິດ​ຕາມ​ຫຼັກ​ກົດໝາຍ, ​ເຄົາລົບ​ໃນ​ສິນ​ທຳ “ດື່ມ​ນ້ຳລະນຶກ​ເຖິງ​ແຫຼ່ງນ້ຳ”, “ຕອບ​ແທນ​ບຸນຄຸນ”, “ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ”. ຢືນຢັນ, ​ໃຫ້​ກຽດ, ​ເຜີຍ​ແຜ່​ບັນດາ​ຄ່າ​ນິຍົມ​ທີ່​ດີງາມ​ຂອງ​ມະນຸດ. ​ໃຫ້​ຄວາມ​ສຳຄັນ​ກວ່າ​ອີກ​ເຖິງ​ວຽກ​ງານວາງ​ແຜນ, ຝຶກ​ອົບຮົມ, ບຳລຸງ​ສ້າງຖັນ​ແຖວ​ພະນັກງານ​ນຳພາ ຄຸ້ມ​ຄອງ, ບັນດາ​ຜູ້​ທີ່​ເຮັດ​ວຽກ​ງານ​ສິລະ​ປະ ວັດທະນະ​ທຳ ​ໃຫ້​ມີ​ຄຸນສົມບັດ​ທາງ​ການ​ເມືອງ​ ແລະ​ຄວາມ​ສາມາດ​ໃນ​ການ​ປະຕິບັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ຢ່າງ​ພຽງພໍ.

ທີ​ສີ່, ຍູ້​ແຮງ​ການ​ກໍ່ສ້າງ​ສະພາບ​ແວດ​ລ້ອມ​ທາງ​ວັດທະນະທຳ ​ແລະ​ຊີວິດ​ວັດທະນະທຳ​ທີ່​ດີງາມ, ຕິດ​ກັບ​ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກໍ່ສ້າງ​ຊີວິດ​ວັດທະນະທຳ”, ກໍ່ສ້າງ​ຊົນນະບົດ​ໃໝ່, ຕົວ​ເມືອງ​ສີວິ​ໄລ. ມີ​ກົນ​ໄກ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ​ລະຫວ່າງຄອບຄົວ, ​ໂຮງຮຽນ ​ແລະ​ສັງຄົມ​ ໃນ​ການລ້ຽງ​ດູ, ສັ່ງສອນ​ສຶກສາ ​ແລະ​ປົກ​ປ້ອງ​​ເດັກເຍົາວະ​ຊົນ, ສ້າງ​ບຸກຄະ​ລິກກະພາບ ສິນ​ທຳ​ອັນ​ບໍລິສຸດ ​ແລະ​ທັກ​ສະ​ພຶດຕິ​ກຳ​ສັງຄົມ​ອາລະຍະ​ທຳ. ສ້າງຈິດສຳນຶກ​ໃນການປົກປ້ອງສິ່ງແວດລ້ອມ ​ແລະ ປະພຶດ​ຕົນ​ຢ່າງ​ເໝາະ​ສົມກັບ​ສິ່ງ​ແວດ​ລ້ອມ ​ເພື່ອຈຸດປະສົງ​ພັດທະນາ​ປະ​ເທດ​ຢ່າງ​ຍືນ​ຍົງ. ປະຕິບັດ​ເປັນ​ຢ່າງ​ດີ​ ກົດ​ລະບຽບ​ປະຊາທິປະ​ໄຕ​​ໃນ​ຮາກ​ຖານ; ສ້າງ​ວິຖີ​ຊີວິດ​ວັດທະນະທຳ​ທີ່ກ້າວໜ້າ ແລະສີວິໄລ. ລະດົມ​ແຫຼ່ງພະລັງ​ຕ່າງໆ​ເພື່ອ​ລົງທຶນ​ໃນ​ວັດທະນະທຳ, ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ຊົມ​ໃຊ້ວັດທະນະທຳລະຫວ່າງ​ເຂດ, ພາກ ແລະຊັ້ນຄົນໃນສັງຄົມ. ມີ​ບົດ​ລົງ​ໂທດ​ທີ່​ຮຸນ​ແຮງ​ພໍ​ທີ່​ຈະຈຳກັດການກະທໍາທີ່ລະເມີດວັດທະນະທໍາຂອງຊາດ; ກີ​ດກັ້ນ​ແລະ​ຍູ້​ຖອຍ​ແນວ​ຄິດ​ປະຕິ​ການ ​ແລະ​ຜະລິດ​ຕະພັນ​ທີ​ຝືນ​ວັດທະນະທຳ​ເທິງ​ເຄືອ​ຂ່າຍ​ສັງຄົມ​ອອນ​ໄລ. ຕໍ່ສູ້​ເພື່ອ​ລົບ​ລ້າງ​ຜະລິດ​ຕະພັນ​ທີ່​ເປັນ​ພິດ, ການ​ກະທຳ​ຫຍໍ້​ທໍ້ ສວຍ​ໂອກາດ, ລະ​ເມີດ​ກົດໝາຍ, ​ການ​ເຜີຍ​ແຜ່​ແນວ​ຄິດ​ທີ່​ຜິດພາດ, ວິຖີ​ຊີວິດ​ແບບ​ອັດຖະ​ປະ​ໂຫຍ​ດ, ທີ່ຂັດ​ກັບ​ຂະ​ນົບ​ທຳນຽມ​ປະ​ເພນີ​ຂອງ​ຊາດ, ສົ່ງ​ຜົນ​ເສຍ​ຕໍ່​ການ​ສ້າງ​ແລະ​ພັດທະນາ​ວັດທະນະທຳ​ແລະ​ຄົນ​ຫວຽດນາມ.

ທີ​ຫ້າ, ​ແກ້​ໄຂ​ຢ່າງ​ດີ​ສາຍ​ພົວພັນ​ລະຫວ່າງ ການ​ອະນຸ​ຮັກ ​ເສີມ​ຂະຫຍາຍຄຸນຄ່າ​ມໍລະດົກ​ວັດທະນະທຳ​ຂອງ​ບັນດາ​ເຜົ່າ ກັບ​ການ​ພັດທະນາ​ເສດຖະກິດ​ແລະ​ການທ່ອງທ່ຽວ​ຢ່າງ​ຍືນຍົງ ​ໃນ​ທ້ອງ​ຖິ່ນ​ຕ່າງໆ, ປະກອບສ່ວນ​​ໂຄສະນາເຜີຍ​ແຜ່​ພາບພົດ​ແລະຜູ້​ຄົນຫວຽດນາມ. ​ເອົາ​ໃຈ​ໃສ່​ເຖິງ​ການ​ປະຕິບັດ​ບັນດາ​ໂຄງການ​ຟື້ນ​ຟູ​ແລະ​ອະນຸລັກ​ຮູບ​ແບບ​ສິລະ​ປະ​ດັ້ງ​ເດີມຈຳນວນ​ໜຶ່ງທີ່​ສ່ຽງ​ຕໍ່​ການ​ສູນ​ເສຍ; ຮັກສາ​ແລະ​ເສີມ​ຂະຫຍາຍ​ມໍລະດົກ​ວັດທະນະທຳຂອງ​ບັນດາ​ຊົນ​ເຜົ່າ​ສ່ວຍ​ນ້ອຍ, ບັນດາ​ຄຸນຄ່າ​ວັດທະນະທຳ​ ໃນສາດສະໜາ ແລະຄວາມເຊື່ອ. ສ້າງ​ເງື່ອນ​ໄຂ​ແລະສົ່ງ​ເສີມຄວາມຄິດສ້າງສັນຂອງຖັນ​ແຖວສິລະປິນ ​ເພື່ອ​ໃຫ້​ມີ​ຜົນງານ​ທີ່​ມີ​ຄຸນຄ່າ​ທາງ​ອຸດົມ​ການ​ແລະ​ສິລະ​ປະຈຳ​ນວນ​ຫຼາຍ. ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ເຄື່ອນ​ໄຫວຂອງ​ບັນດາ​ສະມາຄົມ​ສິລະ​ປະ​ວັນນະຄະດີ, ປັບປຸງ​ຄວາມ​ເປັນ​ມື​ອາຊີບ ແລະພ້ອມ​ກັນ​ນັ້ນ ພັດທະນາສິລະປະ​ແລະວັນນະຄະດີມະຫາຊົນຢ່າງ​ກວ້າງຂວາງ. ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ສື່​ມວນ​ຊົນ, ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວຂອງ​ບັນດາ​ພາຫະນະ​ສື່​ມວນ​ຊົນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ສິ່ງ​ແວດ​ລ້ອມ​ເຄືອ​ຂ່າຍ​ອອນ​ໄລ.

ທີ​ຫົກ, ສົ່ງ​ເສີມການພັດທະນາການທ່ອງທ່ຽວ, ການ​ຄ້າ​ບໍລິການ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່ເປັນພິເສດຕໍ່ການພັດທະນາຜະລິດຕະພັນການທ່ອງທ່ຽວທີ່ມີເອກະລັກຂອງຕົນເອງ. ມີ​ກົນ​ໄກ ນະ​ໂຍບາຍ​ທີ່​ເໝາະ​ສົມ ​ເພື່ອ​ພັດທະນາ​ບັນດາ​ຂະ​ແໜງ​ການ, ອາຊີບ​ຫັດຖະກຳ​ດັ້ງ​ເດີມ. ​ເອົາ​ໃຈ​ໃສ່​ພັດທະນາ​ບັນດາ​ຂະ​ແໜງ​ການ​ອຸດສາຫະກຳວັດທະນະທຳ, ໃຫ້ຄວາມ ສຳຄັນກັບການລົງທຶນໃສ່ສະຖາບັນການສຶກສາຝຶກ​ອົບຮົມຈຸດ​ໜັກ, ມີຄຸນະພາບສູງ ​ແລະ​ອຸດສາຫະກຳວັດທະນະທໍານຳ​ໜ້າຈໍານວນໜຶ່ງ ທີ່​ມີ​ຄວາມສາມາດນໍາພາການ​ເຄື່ອນ​ໄຫວ​ວັດທະນະທຳ. ເພີ່ມທະວີການປົກປ້ອງລິຂະສິດ, ພັດທະນາ​ອຸດສາຫະກຳ​ວັດທະນະທຳ ​ໄປ​ຄຽງ​ຄູ່​ກັບ​ການ​ກໍ່ສ້າງ​ແລະ​ປັບປຸງ​ຕະຫຼາດ​ວັດທະນະທຳ. ສ້າງ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງຂອງ​ທົ່ວ​ສັງຄົມກ່ຽວ​ກັບ​ບົດບາດ ທີ່​ຕັ້ງ​ຂອງ​ບັນດາ​ຂະ​ແໜງ​ການ​ອຸດສາຫະກຳ​ວັດທະນະທຳ. ​ເສີມ​ຂະຫຍາຍ​ດ້ານ​ຕັ້ງໜ້າ​ຂອງ​ກົນ​ໄກ​ຕະຫຼາດ; ​ເພີ່​ມທະວີ​ແລະ​ສ້າງ​ຄວາມ​ຫຼາກ​ຫຼາຍ​ຂອງ​ແຫຼ່ງພະລັງ​ການ​ລົງທຶນ ​ເພື່ອ​ພັດທະນາ​ອຸດສາຫະກຳ​ວັດທະນະທຳ. ທົບ​ທວນຄືນ, ດັດ​ແປງ, ​ເພີ່ມ​ເຕີມ, ສ້າງ​ໃໝ່​ ເອກະສານ​ກົດໝາຍ, ກົນ​ໄກ, ນະ​ໂຍບາຍ ສົ່ງ​ເສີມການ​ເຄື່ອນ​ໄຫວ​ປະດິດ​ຄິດ​ແຕ່ງ, ດຶງດູດ​ການ​ລົງທຶນ​ເຂົ້າ​ໃນ​ພື້ນຖານ​ວັດຖຸ, ​ເຕັກນິກ, ​ເຕັກ​ໂນ​ໂລ​ຊີຂັ້ນ​ສູງ, ສ້າງ​ເງື່ອນ​ໄຂ​ສະດວກ​ດີ​ໃຫ້​ແກ່​ການ​ພັດທະນາ​ບັນດາ​ຂະ​ແໜງ​ການ​ອຸດສາຫະກຳ​ວັດທະນະທຳ. ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ປະຕິບັດສິດທິ​ໃນ​ຊັບ​ສິນ​ທາງ​ປັນຍາ ​ແລະ​ບັນດາ​ສິດທິ​ທີ່​ກ່ຽວຂ້ອງ, ຊຸກ​ຍູ້ການ​ແຂ່ງຂັນ​ແບບ​ສະ​ເໝີ​ພາບ​ໃນ​ຕະຫຼາດ. ຍູ້​ແຮງ​ການ​ແນະນຳ, ​ໂຄສະນາ​ເຜີຍ​​ແຜ່​ພາບ​ພົດ​ຂອງ​ປະ​ເທດ​ແລະຜູ້​ຄົນ​ຫວຽດນາມ ຕໍ່​ເພື່ອນ​ມິດ​ໃນ​ໂລກ ​ໂດຍ​ຜ່ານສື່​ໃໝ່​ແລະ​ກິດຈະກຳ​ແລກປ່ຽນ​ວັດທະນະທຳ./.

--------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 957 (​ເດືອນ​ມັງກອນ 2021)