ສະຫວັດດີ​ການ​ສັງຄົມ​ໃນ​ພື້ນຖານ​ເສດຖະກິດ​ຕະຫຼາດ
​ກຳນົດ​ທິດ​ສັງຄົມ​ນິຍົມ ຢູ່​ປະເທດ​ຫວຽດນາມ​ປະຈຸ​ບັນ

ໂດຍ ປອ ບຸ່ຍສີເລີ້ຍ
ຮອງປະທານກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ
02:21, 23-08-2021

ວກ. - ​ໃນ​ເງື່ອນ​ໄຂ​ປະຈຸ​ບັນ​ຂອງ​ຫວຽດນາມ, ການ​ແກ້​ໄຂ​ບັນດາ​ເປົ້າ​ໝາຍ​ຢ່າງ​ກົມກຽວ ທັງ​ສຸມ​ໃສ່​ບັນດາ​ບັນຫາຈຳ​ເປັນ​ທີ່​ສຸດ​ຂອງ​ປະຊາຊົນ, ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ຂອງ​ປະຊາຊົນ​ທັງ​ໝົດ, ຖື​ເອົາ​ຜູ້​ຄົນ​ເປັນ​ສູນ​ກາງ, ບໍ່​ໃຫ້​ຜູ້​ໃດ​ຕົກ​ຢູ່​ຂ້າງຫຼັງ, ທັງ​ຮັບປະກັນ​ໃຫ້​ສະຫວັດດີ​ການ​ສັງຄົມ​ບໍ່​ລື່ນ​ກາຍ​ຄວາມ​ສາມາດ​ຂອງ​ພື້ນຖານ​ເສດຖະກິດ, ບໍ່​ຖືກ​ຕົກ​ໃນ​ທ່າ​ຮັບ​ແລະ​ກໍ່​ບໍ່​ແຂງ​ກະດ້າງນັ້ນ ບໍ່​ແມ່ນ​ບັນຫາ​ງ່າຍ.

ການຮັບປະກັນສະຫວັດດີການໃຫ້ປະຊາຊົນແມ່ນບັນຫາທີ່ພັກກອມມູນິດແລະລັດຫວຽດນາມໃຫ້ຄວາມສຳຄັນເປັນປະຈຳ (ໃນພາບ: ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢ້ຽມຢາມແລະມອບຂອງຂວັນໃຫ້ຄົນເຈັບທີ່ປິ່ນປົວຢູ່ພະແນກໝາກໄຂ່ຫຼັງທຽມ, ໂຮງໝໍທົ່ວໄປ ບັກກ້ານ) _ພາບ: TTXVN

ສະຫວັດດີ​ການ ​ແລະ ສະຫວັດດີ​ການ​ຢູ່​ຫວຽດນາມ

ແນວຄວາມຄິດແລະຄວາມຮັບຮູ້ກ່ຽວ​ກັບສະຫວັດດີການສັງຄົມ

ສະຫວັດດີ​ການ​ສັງຄົມ​ແມ່ນສ່ວນໜຶ່ງຂອງລາຍຮັບແຫ່ງຊາດທີ່ໃຊ້ຕອບສະໜອງ​ຄວາມຕ້ອງການດ້ານວັດຖຸ​ແລະ​ຈິດ​ໃຈ ​ຂອງ​ບັນດາ​ສະມາຊິກ​ໃນ​ສັງຄົມ, ຕົ້ນຕໍ​ແມ່ນ​ໄດ້​ແຈກ​ຢາຍ​ຄືນ​ໃໝ່, ນອກ​ເໜືອ​ຈາກ​ການ​ແຈກ​ຢາຍ​ຕາມ​ແຮງ​ງານ. ສາມ​ອົງ​ປະກອບ​ພື້ນຖານໃນການຮັບປະກັນສະຫວັດດີການສັງຄົມ​ແມ່ນ ລັດ, ຕະຫຼາດ​ແຮງ​ງານ ​ແລະ ປະຊາກອນ (ບຸກຄົນ/ຄົວ​ເຮືອນ).

ສະຫວັດດີ​ການ​ສັງຄົມະກອບ​ດ້ວຍ​ຄ່າ​​ໃຊ້ຈ່າຍສັງຄົມ​ຕ່າງໆ​ເຊັ່ນ ເງິນ​ບຳນານ, ເງິນອຸດໜູນປະກັນສັງຄົມປະ​ເພດ​ຕ່າງໆ; ທຶນການສຶກສາສໍາລັບນັກຮຽນ ນັກ​ສຶກສາ, ຄ່າຮຽນສຳລັບ​ຜູ້​ຮຽນບໍ່ໄດ້ເສຍຄ່າ; ບັນດາ​ບໍລິການ​ສາທາລະນະ​ສຸກ, ການພັກຜ່ອນ, ການ​ບຳລຸງ​ສຸຂະພາບ, ​ເຮືອນ​ຝາກ​ເດັກ, ​ໂຮງຮຽນ​ອະນຸບານ, ນ້ຳ​ປະປາ ​ແລະ​ ຂໍ້​ມູນ​ຂ່າວສານ. ດ້ວຍ​ເນື້ອ​ໃນ​ຄື​ແນວ​ນັ້ນ, ສະຫວັດດີ​ການ​ສັງຄົມມີ​ເປົ້າ​ໝາຍ​ເພື່ອຫຼຸດຜ່ອນ​ຄວາມ​ບໍ່​ສະ​ເໝີ​ພາບ​ໃນ​ສັງຄົມ, ຮັບປະກັນ​ໃຫ້​ສະມາຊິກ​ທຸກ​ຄົນ​ໃນ​ສັງຄົມ​ລ້ວນ​ແຕ່ສາມາດຊົມ​ໃຊ້​ໝາກຜົນ​ຂອງ​ການ​ພັດທະນາ. ​​ໂດຍແລ້ວ​ແຕ່​ລະດັບ​ການ​ພັດທະນາ​ຂອງ​ເສດຖະກິດ - ສັງຄົມ, ກອງ​ທຶນສະຫວັດດີ​ການ​ສັງຄົມມັກ​ຈະ​ມີ​ສາມ​ກຸ່ມ​ພື້ນຖານ: ກອງ​ທຶນ​ລວມສູນທີ່​ລັດ​ຄຸ້ມ​ຄອງ; ກອງ​ທຶນ​ສະຫວັດ​ດີການ​ຂອງ​ວິ​ສາ​ຫະກິດ ໜ່ວຍ​ທຸລະ​ກິດ ​ແລະ ກອງ​ທຶນ​ສະຫວັດດີ​ການ​ລວມໝູ່​ຂອງ​ສະຫະກອນ, ກຸ່ມ​ການ​ຜະລິດ(1).

ການ​ປະຕິບັດ​ສະຫວັດດີ​ການ​ສັງຄົມສຳລັບ​ປະຊາຊົນ​ເປັນ​ເລື່ອງ​ທີ່​ພັກ​ແລະ​ລັດ​ຫວຽດນາມ​ໃຫ້​ຄວາມ​ສຳຄັນ​ຢູ່​ສະ​ເໝີ. ຕັ້ງ​ແຕ່​ວັນທໍາອິດຂອງການສ້າງຕັ້ງປະເທດ, ​ໃນ​ສະພາບ​ການຄວາ​ມອຶດຫີ​ວ, ວັນທີ 28 ສິງຫາ 1945 ປະທານໂຮ່ຈີມິນ​ໄດ້​ຮຽກຮ້ອງໃຫ້ພີ່ນ້ອງຮ່ວມຊາດທົ່ວປະເທດ “ອົດອາຫານໜຶ່ງຄາບທຸກ 10 ມື້, ສາມ​ຄາບ​ຕໍ່ເດືອນ. ເອົາເຂົ້ານັ້ນມາ (ໜຶ່ງກະປ໋ອງຕໍ່ຄາບ) ເພື່ອຊ່ວຍຄົນທຸກຍາກ.” ດ້ວຍວິທີ​ລະດົມ​ແຫຼ່ງພະລັງ​ໃນ​ປະຊາຊົນ​ດັ່ງກ່າວ, ຜູ້​ທຸກ​ຍາກ​ນັບ​ແສນ​ຄົນ​ໄດ້​ຮັບ​ສະບຽງ​ອາຫານ, ສົ້ງ​ເສື້ອ ​ແລະ ​ໄພ​ອຶດ​ຫີ​ວຖືກ​ຍູ້​ຖອຍ. ​ໃນ​ປີ 1945, ລັດ​ປະກາດ​ໃຊ້​ນະ​ໂຍບາຍທີ່ກຳນົດ​ໃຫ້ຄົນງານມີສິດໄດ້ຮັບເງິນອຸດໜູນເມື່ອ​ເລີກ​ຈ້າງ​ງານ. ລັດຖະທຳ​ມະນູນ​ປີ 1946 ​ແລະ​ໃນ​ເວລາ​ຕໍ່​ມາ ​ໄດ້ອອກດຳລັດບາງສະບັບ ​ທີ່​ກຳນົດລະບອບ​ສະຫວັດດີ​ການ​ສັງຄົມຂອງ​ປະຊາຊົນ​ເຊັ່ນ ການ​ເຈັບ​ປ່ວຍ, ອຸປະຕິເຫດ ແລະ ການອອກບຳນານ(2). ປີ 1947, ບັນດາ​ລະບອບ “​ເງິນ​ບຳນານຄົນ​ບາດ​ເຈັບ” ສຳລັບທະຫານ​ບາດ​ເຈັບ, ລະບອບ “​ເງິນ​ຊ່ວຍ​ຄົນ​ຕາຍ” ​ໃຫ້​ຄອບຄົວ​ທະຫານ​ທີ່​ເສຍ​ຊີວິດ ກໍ່​ໄດ້​ຮັບ​ການ​ປະກາ​ດ​ໃຊ້.

​ເມື່ອສັນຕິພາບ​ກັບ​ຕ່າວ​ຄືນ​ມາ​ໃນ​ປີ 1954, ຫວຽດນາມ​ດຳ​ເນີນ​ການ​ສ້າງ​ພື້ນຖານ​ເສດຖະກິດ​ແບບ​ແຜນການ​ລວມສູນ​ຢູ່​ພາກ​ເໜືອ ​ແລະ ຂະຫຍາຍ​ສູ່​ທົ່ວປະ​ເທດ​ເມື່ອ​ປະ​ເທດ​ໄດ້​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ໃນ​ປີ 1975, ມຸ່ງ​ສູ່​ຮູບ​ແບບ ລັດສະຫວັດດີ​ການ​ສັງຄົມ (ລັ​ດ​ອຸດ​ໜູນເກື້ອກູນ). ​ໃນ​ໄລຍະ​ນີ້, ມີ​ການ​ອອກ​ບັນດາ​ລະບອບ​ການ​ປະກັນ​ສັງຄົມ​ສະ​ເພາະ, ປະກອບສ່ວນເຂົ້າໃນການຮັບປະກັນລາຍ​ໄດ້​ທົດ​ແທນ​ໃຫ້​ກັບ​ພະນັກງານ ໃນກໍລະນີທີ່ມີຄວາມສ່ຽງຂອງການເຈັບເປັນ, ອຸປະຕິ​ເຫດ​ໃນ​ການເຮັດວຽກ​ແລະພະຍາດທາງດ້ານອາຊີບ, ການສູນເສຍຄວາມ​ສາມາດ​ໃນ​ການ​ເຮັດ​ວຽກ, ການ​ພັກຜ່ອນ​ເວລາ​ເກີດ​ລູກ, ການບຳນານ ຫຼືເສຍຊີວິດ (3); ບັນດາ​ເປົ້າໝາຍ​ສັງຄົມ​ແລະ​ຜູ້​ທີ່ປະສົບກັບອຸບັດຕິເຫດສົງຄາມ ກໍ່ໄດ້ຮັບການອຸດໜູນເຊັ່ນກັນ(4). ​ໃນ​ສະ​ໄໝ​ຕໍ່ສູ້​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ, ຜູ້​ໄດ້​ຮັບ​ເງິນ​ບຳນານ ​ເງິນ​ອຸດ​ໜູນ, ທະຫານ​ເສຍ​ອົງຄະ, ຄອບຄົວ​ຂອງ​ທະຫານ​ທີ່​ເສຍ​ຊີວິດ ​ແລະ ຜູ້​ທີ່​ມີ​ສິດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໃນ​ລັກສະນະ​ດຽວ​ກັນ ຈະ​ໄດ້​ສະໜອງ​ໃຫ້​ຢູ່​ທີ່​ເຮືອນ, ​ໂດຍ​ກົງ, ຖືກຕາມ​ເວລາ, ດ້ວຍ​ຈຳນວນ​ທີ່​ພຽງພໍ. 

ພາຍຫຼັງ​ທີ່ປະ​ເທດ​ໄດ້​​ເປັນ​ເອກະ​ພາບ ​ແລະ ​ໃນຊຸມ​ປີ 1980 ​ເມື່ອ​ເສດຖະກິດ​ຕົກ​ໃສ່​ວິ​ກິດ​ການ, ນອກຈາກ​ນະ​ໂຍບາຍ​ທົ່ວ​ໄປ​ແລ້ວ, ລັດ​ຫວຽດນາມ​ຍັງ​ໄດ້​ສົ່ງ​ເສີມ​ວິ​ສາ​ຫະກິດຮັບປະກັນ​ຊີວິດ​ແລະສະຫວັດດີ​ການຂອງ​ຄົນ​ງານ.  

​ເມື່ອປະຕິບັດ​ແນວທາງ​ການ​ປ່ຽນ​ແປງ​ໃໝ່ (​ແຕ່​ປີ 1986), ພື້ນຖານ​ເສດຖະກິດ​ຈາກ​ກົນ​ໄກ​ອຸດ​ໜູນ​ເກື້ອກູນ ຫັນ​ສູ່ກົນ​ໄກ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ. ພາຍ​ໃຕ້​ແງ່​ມູມຂອງ​ການ​ຄຸ້ມ​ຄອງ​ສັງຄົມ, ຮູບ​ແບບ​ລັດ​ສະຫວັດດີ​ການ​ຄ່ອຍໆ​ຫັນ​ໄປ​ສູ່ ຮູບ​ແບບ​ລັດ​ສັງຄົມ ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ແລະ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນດາ​ເຈົ້າພາບ (ລັດ, ວິ​ສາ​ຫະກິດ, ຜູ້​ຄົນ ແລະ ຄູ່ຮ່ວມງານທາງສັງຄົມອື່ນ) ​ໃນ​ການ​ເຂົ້າ​ຮ່ວມ, ປະກອບສ່ວນ​ພັດທະນາ​ເສດຖະກິດ​ ​ແລະ ຊົມ​ໃຊ້​ຜົນງານ​ຂອງ​ການ​ພັດທະນາ. ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ກຳນົດ​ວ່າ, ຕ້ອງຮັບປະກັນໃຫ້ປະຊາຊົນ​ໄດ້​ຊົມ​ໃຊ້​ນັບ​ມື້​ນັບ​ຫຼາຍ​ ໃນ​ຜົນງານ​ຂອງ​ການ​ປ່ຽນ​ແປງ​ໃໝ່ ສ້າງສາ ແລະ ພັດທະນາປະເທດ. ມາດຕາ 34 ຂອງ​ລັດຖະທຳ​ມະນູນ​ປີ 2013 ​ໄດ້​ລະບຸ: “ພົນລະ​ເມືອງມີ​ສິດ​ໄດ້​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ” ​ແລະ ຂໍ້ 2, ມາດຕາ 59 ​ໄດ້​ຊີ້​ແຈ້ງ: “ລັດ​ສ້າງ​ຄວາມ​ສະ​ເໝີ​ພາບ​ທາງ​ໂອກາດ​ ເພື່ອ​ໃຫ້​ພົນລະ​ເມືອງຊົມ​ໃຊ້​ສະ​ວັດ​ດີກາ​ນສັງຄົມ, ພັດທະນາ​ລະບົບ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ​ມີ​ນະ​ໂຍບາຍຊ່ວຍ​ເຫຼືອ​ຜູ້​ສູງ​ອາຍຸ, ຜູ້​ພິການ, ຄົນ​ທຸກ​ຍາກ ​ແລະ ຜູ້​ດ້ອຍ​ໂອກາດອື່ນ”.

ຜັນ​ຂະຫຍາຍ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ແລະ​ລັດຖະທຳ​ມະນູນ​ຂອງ​ລັດ, ບັນດາ​ລະບອບ​ເຊັ່ນ ​ການເຈັບເປັນ, ການເກີດລູກ, ອຸປະຕິເຫດແຮງງານ - ພະຍາດອາຊີບ, ການ​ບຳນານ, ​ເງິນ​ຊ່ວຍ​ຄົນຕາຍ, ​ເງິນສົງ​ເຄາະ​ລາຍ​ເດືອນ​ສຳລັບ​ຜູ້​ຮັບ​ຜົນ​ປະ​ໂຫຍ​ດປະກັນ​ສັງຄົມ, ສະໜັບສະໜູນ​ມູນ​ຄ່າ​ໜ້າ​ບັດ​ປະກັນ​ສຸຂະພາບ​ທັງ​ໝົດ​ຫຼື​ບາງ​ສ່ວນ, ການຍົກເວັ້ນຫຼື​ຫຼຸດຄ່າຮຽນ, ການສະໜັບສະໜູນເງິນສົດ ແລະ ສິນ​ເຊື່ອ​ພິ​ເສດ ​ແກ່​ປະຊາຊົນໃນສະພາບການຫຍຸ້ງຍາກທີ່ຈະມີເຮືອນ, ທີ່ດິນຢູ່ອາໄສ, ​ເຂົ້າ​ເຖິງ​ນ້ຳ​ສະອາດ, ຂໍ້​ມູນ​ຂ່າວສານ​ແລະ​ການ​ສື່ສານ, ​ພາຫະນະ​ຄົມມະນາຄົມ​ສາທາລະນະ ​ແລະ​ບັນດາ​ໂຄງການ/​ແຜນ​ງານ​ສິລະ​ປະ, ສະຖານ​ທັດສະນີ​ຍະ​ພາບ, ສະຖານ​ທີ່​ປະຫວັດສາດ,...​ໄດ້​ຮັບ​ການ​ກຳນົດ​ຢ່າງ​ລະອຽດ​ໃນ​ກົດ​ມາຍ, ນະ​ໂຍບາຍ​ຕ່າງໆ. ​ໂດຍ​ພື້ນຖານ​ແລ້ວ, ບັນດາ​ລະບອບສະຫວັດດີ​ການ​ສັງຄົມ ​ໄດ້​ປະຕິບັດ​​ເປັນ​ຢ່າງ​ດີ ພາລະ​ບົດບາດ​ການ​ແຈກ​ຢາຍ​ລາຍ​ໄດ້​ຄືນ​ໃໝ່, ຊ່ວຍ​ເຫຼືອ​ປະຊາຊົນ​ຊົມ​ໃຊ້​ຜົນງານ​ຕ່າງໆ​ຂອງ​ຂະ​ບວນການ​ພັດທະນາ.

ຈາກ​ນັ້ນ​ສາມາດ​ເຫັນ​ໄດ້​ວ່າ: 1- ສະຫວັດດີ​ການ​ສັງຄົມ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ລາຍ​ໄດ້​ແຫ່ງ​ຊາດ ທີ່​ໃຊ້​ເພື່ອປະກອບສ່ວນຕອບສະໜອງຄວາມຕ້ອງການດ້ານ​ວັດຖຸ​ແລະຈິດໃຈຂອງສະມາຊິກໃນສັງຄົມ; 2- ການປະຕິບັດ​ສະຫວັດດີ​ການ​ສັງຄົມ​ແມ່ນ​ປະຕິບັດ​ການ​ແຈກ​ຢາຍ​ຄືນ​ໃໝ່, ນອກຈາກ​ການ​ແຈກ​ຢາຍ​ຕາມ​ແຮງ​ງານ; 3- ສະຫວັດດີ​ການ​ສັງຄົມ​ແມ່ນ​ມາດ​ຕະການ​ເພື່ອ​ຫຼຸດຜ່ອນ​ຄວາມ​ບໍ່​ສະ​ເໝີ​ພາບ​ທາງ​ສັງຄົມ. ຢູ່​ປະ​ເທດ​ຫວຽດນາມ, ສະຫວັດດີ​ການ​ສັງຄົມ​ໄດ້​ຮັບ​ການ​ປະຕິບັດ​ໂດຍ​ຜ່ານ 3 ​ແຫຼ່ງການ​ເງິນ​ຄື: 1- ງົບປະມານ​ຂອງ​ລັດ​ຮັບປະກັນ; 2- ການປະກອບສ່ວນ​ຂອງ​ຜູ້​ເຂົ້າເຂົ້າຮ່ວມຕະຫຼາດ; 3- ລະດົມ​ຈາກ​ຊຸມ​ຊົນ.

ກ່ຽວ​ກັບ​ລະດັບ​ການ​ຕອບ​ສະໜອງ​ຂອງ​ລະບົບ​ສະຫວັດດີ​ການ​ໃນ​ປະຈຸ​ບັນ

​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ​ໄດ້​ຊີ້​ແຈ້ງວ່າ: ສົມທົບ​ບັນດາ​ເປົ້າ​ໝາຍ​ເສ​ດຖະກິດ ກັບ​ບັນດາ​ເປົາ​ໝາຍ​ສັງຄົມ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ​ໃນ​ແຕ່ລະ​ຂົງ​ເຂດ, ທ້ອງ​ຖິ່ນ; ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ​ ໃນ​ແຕ່ລະບາດ​ກ້າວ ​ແລະ​ແຕ່​ລະນະ​ໂຍບາຍ​ການ​ພັດທະນາ; ການ​ເຕີບ​ໂຕ​ເສດຖະກິດ​ໄປ​ຄຽງ​ຄູ່​ກັບ​ການ​ພັດທະນາ​ວັດທະນະທຳ, ສາທາລະນະ​ສຸກ, ການ​ສຶກສາ,... ​ແກ້​ໄຂ​ເປັນ​ຢ່າງ​ດີ​ ບັນດາ​ບັນຫາ​ສັງຄົມ​ ເພື່​ອ​ເປົ້າ​ໝາຍ​ການ​ພັດທະນາ​ມະນຸດ. ປະຕິບັດ​ລະບອບ​ແຈກ​ຢາຍ​ຕາມຜົນ​ການ​ອອກ​ແຮງ​ງານ​ແລະປະສິດທິ​ຜົນ​ເສດ​ຖິກິດ​ເປັນ​ຕົ້ນຕໍ, ພ້ອມ​ກັນກັບ​ການອີງຕາມລະດັບຂອງການປະກອບທຶນແລະຊັບພະຍາກອນອື່ນ ​ແລະ ຜ່ານ​ສະຫວັດດີການສັງຄົມ. ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ສືບ​ຕໍ່​ຢືນຢັນ: ​ເຊື່ອມ​ໂຍງ​ຢ່າງ​ແໜ້​ນແຟ້ນນະ​ໂຍບາຍ​ເສດຖະກິດ​ກັບນະ​ໂຍບາຍ​ສັງຄົມ, ພັດທະນາ​ເສດຖະກິດ​ກັບ​ການ​ຍົກ​ສູງຄຸນ​ນະພາ​ບຊີວິດ​ຂອງ​ປະຊາຊົນ, ຮັບປະກັນ​ໃຫ້​ປະຊາຊົນ​ໄດ້​ຊົມ​ໃຊ້​ນັບ​ມື້​ນັບ​ຫຼາຍ ​ໃນ​ໝາກຜົນ​ຂອງ​ການ​ປ່ຽນ​ແປງ​ໃໝ່ ສ້າງສາ ແລະພັດທະນາ​ປະ​ເທດ. ປະຊາຊົນທຸກຄົນມີໂອກາດແລະເງື່ອນໄຂ​ໃນ​ການພັດທະນາຢ່າງຮອບດ້ານ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ປະຈຸ​ບັນ, ຂອບ​ເຂດ​ການ​ປົກ​ຫຸ້ມ​ຂອງສະຫວັດດີ​ການ​ສັງຄົມຍັງ​ຖືກ​ຈຳກັດ, ສ່ວນໃຫຍ່ແມ່ນສຸມໃສ່ກຸ່ມຮັ່ງມີ (ຕົ້ນຕໍ​ແມ່ນ​ຜ່ານ​ບັນດາ​ນະ​ໂຍບາຍ​ປະກັນ​ໄພ) ​ແລະ​ ກຸ່ມ​ທຸກ​ຍາກ, ​ໃກ້​ທຸກ​ຍາກ (ຕົ້ນຕໍ​ແມ່ນ​ຜ່ານ​ບັນດາ​ນະ​ໂຍບາຍ​ຊ່ວຍ​ເຫຼືອ​ທາງ​ສັງຄົມ ທີ່​ຮັບປະກັນໂດຍງົບປະມານຂອງລັດ ​ແລະ​ລະດົມ​ຈາກ​ຊຸມ​ຊົນ)(5). ກຸ່ມຄົນທີ່ມີລາຍຮັບປານກາງທີ່ຫາ​ກໍພົ້ນເດັ່ນຂຶ້ນ ເບິ່ງຄືວ່າບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ກຸ່ມ​ຄົນ​ນີ້​ບໍ່​ເຂົ້າ​ຮ່ວມການ​ປະກັນ​​ສັງຄົມ ​ແລະ ຍັງບໍ່ມີສິດໄດ້ຮັບລະບອບ​ການ​ຊ່ວຍ​ເຫຼືອ​ສັງ​ເຫຼືອສັງຄົມດ້ວຍງົບປະມານຂອງລັດ, ​ໃນ​ຂະນະ​ນັ້ນ​ ນີ້​ແມ່ນ​ກຸ່ມທີ່​ຂະຫຍັນ​ຂັນ​​ເຄື່ອນ ແຕ່ກໍ່ມີຄວາມສ່ຽງແລະອາດ​ຈະຕົກໃນຄວາມທຸກຍາກໄດ້ງ່າຍ. ຄວາມ​ບໍ່​ສະ​ເໝີ​ພາບ​ທາງ​ດ້ານ​ລາຍ​ໄດ້​ ກໍ່​ພາ​ໃຫ້​ເກີດ​ຄວາມ​ແຕກ​ໂຕນ ​ໃນ​ການ​ເຂົ້າ​ເຖິງ​ບໍລິການ​ສຸຂະພາບ, ການ​ສຶກສາ​ຂອງປະຊາກອນ​ບາງ​ກຸ່ມ​ແລະ​ບາງ​ເຂດ, ພາກ​ພື້ນ.

ລາຍ​ຈ່າຍງົບປະມານ​ຂອງ​ລັດ​ເພື່ອສະຫວັດດີ​ການ​ສັງຄົມໄດ້ເພີ່ມຂຶ້ນ​ທຸກປີ, ແຕ່ອັດຕາສ່ວນການໃຊ້ຈ່າຍໃນລາຍຈ່າຍງົບປະມານແຫ່ງລັດທັງໝົດແລະທຽບກັບ ຈີ​ດີ​ພີ ​ແມ່ນມີທ່າອ່ຽງຫຼຸດລົງເທື່ອລະກ້າວ. ສະ​ເພາະອັດຕາສ່ວນການໃຊ້ຈ່າຍງົບປະມານ​ຂອງ​ລັດເພື່ອການປະຕິບັດນະໂຍບາຍຄວາມ​ປອດ​ໄພ​ທາງສັງຄົມ ໃນການ​ໃຊ້​ຈ່າຍ​ງົບປະມານແຫ່ງລັດທັງໝົດໄດ້ຫຼຸດລົງຈາກ 10,58% ໃນປີ 2012 ​ເປັນ 5,67% ​ໃນ​ປີ 2018; ​ເມື່ອ​ທຽບ​ກັບ ຈີ​ດີ​ພີ ​ໄດ້​ຫຼຸດ​ລົງ​ຈາກ 2,95% ​ເປັນ 1,9% ​ໃນ​ເວລາ​ດຽວ​ກັນ(6). ​ໃນ​ຂະນະ​ນັ້ນ, ຕາມ​ທະນາຄານ​ການ​ພັດທະນາ​ອາຊີ (ADB), ການ​ໃຊ້​ຈ່າຍ​ເພື່ອ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ໃນ​ບັນດາ​ປະ​ເທດ​ອາຊີ​ໃນ​ຊຸມ​ປີ 2009 - 2015 ​ໄດ້​ເພີ່ມ​ຂຶ້ນ​ຈາກ 3,4% ​ເປັນ 4,2% ຂອງ​ຈີ​ດີ​ພີ(7).

​ໃນ​ຂົງ​ເຂດ​ເອກະ​ຊົນ (ວິ​ສາ​ຫະກິດ), ການ​ປະຕິບັດສະຫວັດດີ​ການ​ສັງຄົມ​ໃຫ້​ຜູ້​ອອກ​ແຮງ​ງານ​ແລະ​ຊຸມ​ຊົນບໍ່ໄດ້ຮັບການເອົາໃຈໃສ່ຢ່າງພຽງພໍ.

ການກວດພະຍາດໃຫ້ຄົນຊົນເຜົ່າສ່ວນນ້ອຍ _ພາບ: ຂໍ້ມູນເອກະສານ

ວິທີ​ການ​ເພີ່ມ​ທະວີສະຫວັດດີ​ການ​ສັງຄົມ ໃນ​ພື້ນຖານ​ເສດຖະກິດ​ຕະຫຼາດ
​ກຳນົດ​ທິດ​ສັງຄົມ​ນິຍົມ
 
ຢູ່​ຫວຽດນາມ​ໃນ​ປະຈຸ​ບັນ

​ໃນ​ຂະ​ບວນການ​ພັດທະນາ​ພື້ນຖານ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ, ພັກ​ແລະ​ລັດ​ຫວຽດນາມ​ ໄດ້​ເອົາ​ໃຈ​ໃສ່​ເປັນ​ປະຈຳ​ ເຖິງ​ການ​ສ້າງ​ ແລະ ​ຈັດຕັ້ງ​ປະຕິບັດ​ນະ​ໂຍບາຍ​ສັງຄົມ ​ແລ​ະ ສະຫວັດດີ​ການ​ສັງຄົມ, ຖື​ວ່າ​ນີ້​ທັງ​ແມ່ນ​ເປົາ​ໝາຍ, ທັງ​ແມ່ນ​ກຳລັງ​ຂັບ​​ເຄື່ືອນ​ເພື່ອ​ພັດທະນາ​ຢ່າງ​ຍືນ​ຍົງ, ​ໃຫ້ການ​ເມືອງ​ສັງຄົມ​ມີ​ຄວາມ​ໝັ້ນຄົງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ທາດ​ແທ້​ອັນ​ດີງາມ​ຂອງ​ລະບອບສັງຄົມ. ​ເພື່ອ​ເພີ່ມ​ທະວີ​ສະ​ວັດ​ດີກາ​ນສັງຄົມ​ໃນ​ພື້ນຖານ​ເສດຖະກິດ​ປະຈຸ​ບັນ, ຫວຽດນາມ​ຈະ​ສຸມ​ໃສ່​ບາງ​ວິທີ​ແກ້​ດັ່ງ​ນີ້:

ທີ​ໜຶ່ງ, ຮັບ​ຮູ້​ກ່ຽວ​ກັບ​ໂຄງການ​ແລະ​​ເນື້ອ​ໃນສະຫວັດ​ດີກາ​ນຢ່າງ​ຖືກຕ້ອງ ​ແລະ ປະຕິບັດ​ໂຄງການ​ເຫຼົ່ານີ້​ຢ່າງ​ດີ, ສ້າງ​ສະພາບ​ແວດ​ລ້ອມ​ສັງຄົມ​ເຊິ່ງ​ໃນ​ນັ້ນ​ປະຊາຊົນ​ທຸກ​ຄົນ​ໄດ້​ຮັບປະກັນຄ​ວາ​ມປອດ​ໄພ, ຄວາມ​ໝັ້ນຄົງ ​ແລະ ຫຼຸດຜ່ອນຄວາມບໍ່​ສະຖຽນ​ລະ​ພາບໃນຊີວິດ. ຊີວິດ​ຂອງ​ປະຊາຊົນມີຄວາມ​ໝັ້ນຄົງ​​ ​ຈະຫຼີກ​ລ່ຽງຄວາມ​ສ່ຽງຈາກ​ຄວາມ​ຂັດ​ແຍ່ງ​ທາງ​ສັງຄົມ​ໄດ້. ລະບອບ​ສະຫວັດດີ​ການ​ສັງຄົມຈຳນວນ​ໜຶ່ງ​ມຸ່ງ​ສູ່​ຄວາມ​ສະ​ເໝີ​ພາບ​ທາງ​ສັງຄົມ (ບັນດາ​ສະຫວັດດີ​ການ​ໄດ້​ແຈກ​ຢາຍ​ແລະ​ແຈກ​ຢາຍ​ຄືນ​ໃໝ່, ນອກຈາກ​ການ​ແຈກ​ຢາຍ​ຕາມ​ແຮງ​ງານ) ຈະ​ເຮັດ​ໃຫ້​ທຸກ​ຄົນ​ມີ​ຊີວິດ​ທີ່​ຍຸດຕິ​ທຳ ​ແລະສະ​ເໝີ​ພາບ​ຫຼາຍ​ຂຶ້ນ (ຂຶ້ນ​ຢູ່​ກັບ​ຂອບ​ເຂດ​ແລະ​ລະດັບ​ການ​ນຳ​ໃຊ້). ນີ້​ເປັນ​ສິ່ງ​ຈຳ​ເປັນ​ທີ່​ສຸດ​ເພື່ອໃຫ້ມີຄວາມສໍາພັນທາງສັງຄົມທີ່ດີກວ່າ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ສະຫວັດດີ​ການ​ສັງຄົມທີ່​ດີ​ກໍ່​ຈະ​ສ້າງ​ພື້ນຖານ (ວັດສະດຸ, ບໍ່ມີຕົວຕົນ) ​ໃນ​ການ​ສ້າງ​ຄຸນຄ່າ​ການ​ດຳລົງ​ຊີວິດ, ມາດຕະຖານ​ວັດທະນະທຳໃນກາ​ນປະພຶດຂອງມະນຸດ ແລະ ພຶດຕິກໍາໃນສັງຄົມ ລະຫວ່າງຄົນ, ລະຫວ່າງ​ບຸກຄົນ​ກັບ​ການຈັດ​ຕັ້ງ, ກັບ​ຊຸມ​ຊົນ ສັງຄົມ ​ແລະ ລະຫວ່າງ​ມະນຸດ​ກັບ​ສິ່ງ​ແວດ​ລ້ອມ (ທຳ​ມະ​ຊາດ ​ແລະ ສັງຄົມ).

ທີ​ສອງ, ສະຫວັດດີ​ການ​ສັງຄົມ​ໄດ້, ພວມ​ແລະ​ຈະ​ເປັນ​ໜຶ່ງ​ໃນ​ບັນຫາ​ເສດຖະກິດ​ແລະສັງຄົມໃຈກາງຂອງທຸກປະເທດ. ພ້ອມ​ກັນ​ນັ້ນ, ມັນຍັງເປັນບັນຫາທີ່​ມີ​ລັກສະນະ​ສາກົນ​ທົ່ວ​ໄປສຳລັບທຸກປະເທດໃນໂລກ. ປະຕິບັດ​ບັນດາ​ເນື້ອ​ໃນ, ​ໂຄ​ງການ​ ແລະ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ຢ່າງ​ດີ ​ແມ່ນ​ຄວາມ​ຮັບຜິດຊອບຂອງ​ລັດ​ໃນ​ສະພາບ​ການ​ປະຈຸ​ບັນ​ກໍ​ຄື​ໃນ​ອະນາຄົດ. ຢູ່​ປະ​ເທດ​ຫວຽດນາມ, ລະບົບ​ການ​ເມືອງ​ທັງ​ລະບົບ​ຕ້ອງ​ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ, ​ເປັນ​ເຈົ້າ​ການຖື​ບົດບາດ​ຫຼັກ​ແຫຼ່ງ ​ແກ່ນສານ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ສະຫວັດດີ​ການ​ສັງຄົມ. ​ເພີ່​ມທະວີ​ການປະສານ​ງານ​ລະຫວ່າງ​ບັນດາ​ຂະ​ແໜງ​ການ, ບັນດາ​ທ້ອງ​ຖິ່ນ; ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ, ການ​ເຂົ້າ​ຮ່ວມ​ຂອງ​ສັງຄົມ​ແລະ​ປະຊາຊົນ​ທຸກ​ຄົນ. 

ທີ​ສາມ, ການ​ປະຕິບັດສະຫວັດດີ​ການ​ສັງຄົມຕ້ອງ​ໄດ້​ຖື​ວ່າ​ເປັນ​ພາກສ່ວນ​ສຳຄັນ​ໃນ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມ. ຄວາມ​ສຳຄັນ​ແລະ​ຄວາມ​ໝາຍ​ຂອງການ​ປະຕິບັດ​ດ້ານ​ຕ່າງໆ​ຂອງສະຫວັດດີ​ການ​ສັງຄົມ ຕ້ອງ​ໄດ້​ເຊີດ​ຊູຂຶ້ນ​ແລະ​ປະຕິບັດ​​ໃຫ້​ດີຂຶ້ນ​ເລື້ອຍໆ ຕິດ​ກັບຂະ​ບວນການ​ພັດທະນາ ​ແລະ ກຳນົດ​ວ່າເປັນໜຶ່ງ​ໃນ ເງື່ອນໄຂພື້ນຖານທີ່ສຸດທີ່ຮັບປະກັນການພັດທະນາຢ່າງຍືນຍົງ.

ທີສີ່, ທຸກກົນ​ໄກ, ນະ​ໂຍບາຍ ​ແລະ ບັນດາ​ໂຄງການ​ທີ່​ກ່ຽວຂ້ອງ​ກັບສະຫວັດດີ​ການ​ສັງຄົມທີ່ຜັນ​ຂະຫຍາຍຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ໃຫ້​ຖືກຕ້ອງ​ກັບ​ເປົ້າ​ໝາຍ, ຖືກຕ້ອງ​ກັບ​ພາກສ່ວນ ບົນ​ພື້ນຖານ​ຄວາມ​ຕ້ອງການ ​ແລະ ລະດັບ​ຮັບປະກັນ​ຄວາມ​ຕ້ອງການ​ທີ່​ຈຳ​ເປັນ, ພື້ນຖານ, ພຽງພໍ ​ແລະ ທັນ​ການ.

ທີ​ຫ້າ, ພ້ອມ​ກັນ​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ຈຳ​ເປັນຕ້ອງ​ອອກ​ແບບ​ໂຄງການ​ສະໜັບສະໜູນຕາມ​ທິດຍືດຫຍຸ່ນ, ສາມາດ​ປັບ​ໄດ້​ທັນ​ເວລາ, ​ໂດຍ​ສະ​ເພາະ​ແມ່ນ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ ​ແລະ​ຊຸມ​ຊົນພາຍ​ຫຼັງ​ໂລກລະບາດ, ​ໄພ​ທຳ​ມະ​ຊາດ; ຮັບປະກັນການຊ່ວຍເຫຼືອຢ່າງທັນເວລາ​ ໃຫ້​ແກ່​ຄົນ​ອ່ອນ​ແອ ຜູ້​ດ້ອຍ​ໂອກາດ ເພື່ອເອົາຊະນະຄວາມສ່ຽງ, ​ເພີ່ມ​ທະວີ​ຄວາມ​ສາມາດ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ ແລະ ສົ່ງ​ເສີມ​ຄວາມ​ເປັນ​ເຈົ້າ​ການ​ບືນ​ຕົວ​ຂຶ້ນ ຜ່ານ​ຜ່າ​ການ​ກະທົບທາງ​ເສດ​ຖະກິດ​ສັງຄົມ, ປະກອບສ່ວນ​ຮັບປະກັນ​ຄວາມ​ໝັ້ນຄົງ ​ແລະ ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ, ຄວາມ​ປອດ​ໄພ​ທາງ​ສັງຄົມ, ຄວາມ​ມັ້ນຄົງ​ຂອງ​ມະນຸດ ​ແລະ ຮັດ​ແຄບ​ຊ່ອງ​ຫວ່າງຄວາມບໍ່ສະເໝີພາບ; ​ເປີດ​ກວ້າງ​ພື້ນ​ທີ່​ປົກ​ຫຸ້ມ, ຕອບ​ສະໜອງ​ຢ່າງ​ທັນ​ການ​ຕໍ່​ຄວາມ​ຕ້ອງການ​ຂອງ​ບັນດາ​ກຸ່ມ​ເປົ້າ​ໝາຍຕ້ອງໄດ້ຮັບການສະໜັບສະໜູນ. ​ໃນ​ການ​ປະຕິບັດ, ເພາະວ່າຫຼາຍເນື້ອໃນປະຕິບັດຕາມຫຼັກການແຈກຢາຍຄືນໃໝ່, ນອກຈາກ​ການ​ແຈກ​ຢາຍ​ຕາມ​ແຮງ​ງານ ດັ່ງ​ນັ້ນ​ຈຶ່ງ​ຕ້ອງມີ​ວິທີ​ການ​ທີ່​ເໝາະ​ສົມ ​ແລະ ມີ​ຊຸດ​ມາດຕະຖານ​ແລະຕົວຊີ້ວັດທີ່ເໝາະສົມ ເພື່ອປະກອບສ່ວນຢ່າງແທ້ຈິງ​ໃນ​ການ​ຫຼຸດຜ່ອນ​ຄວາມບໍ່ສະເໝີພາບໃນສັງຄົມ, ຄ່ອຍໆ​ຫຼຸດຊ່ອງ​ຫວ່າງ​ດ້ານ​ມາດຕະຖານ​ການ​ດຳລົງ​ຊີດ​ແລະ​ຄຸນ​ນະພາ​ບຊີວິດ...

ທີ​ຫົກ, ​ເພີ່ມ​ທະວີ​ບົດບາດ​ຫຼັກ​ຂອງ​ພັກໃນທຸກດ້ານ​ໃນ​ການຈັດ​ຕັ້ງປະຕິບັດ​ສະຫວັດການສັງຄົມ. ຈຳ​ເປັນ​ຕ້ອງ​ມີ​ກົນ​ໄກ, ສະ​ຖາ​ບັນ, ນະ​ໂຍບາຍ ​ແລະ ບັນດາ​ວິທີ​ແກ້​ໄຂ​ທີ່​ເໝາະ​ສົມ ​ເພື່ອ​ເພີ່ມ​ຄວາມ​ເຂົ້າ​ໃຈ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ທາງ​ດ້ານ​ຄວາມ​ຮັບ​ຮູ້ ​ແລະ ​ເປີດ​ກວ້າງ​ການ​ເຂົ້າ​ຮ່ວມ​ຂອງ​ທຸກ​ພາກສ່ວນ​​ສັງຄົມ ​ໃນກິດຈະກຳຕ່າງໆ​ຂອງ​ສະຫວັດດີ​ການ​ສັງຄົມ. ​ເສີມຂະຫຍາຍບົດບາດຂອງ​ອົງການ​ຈັດ​ຕັ້ງ, ໂດຍສະເພາະແມ່ນວິ​ສາ​ຫະກິດແລະອົງກອນເສດຖະກິດອື່ນ. ​ເພີ່ມ​ປະລິມານ​ແລະປັບປຸງຄຸນນະພາບຂອງການບໍລິການສັງຄົມຂັ້ນພື້ນຖານ. ພັດທະນາ​ລະບົບ​ສາທາລະນະ​ສຸກທີ່ສະເໝີພາບ, ມີຄຸນນະພາບແລະມີປະສິດທິພາບ; ​ໃຫ້​ຄວາມ​ສຳຄັນ​ກັບ​ສາທາລະນະ​ສຸກ​ຮາກ​ຖານ ​ແລະ​ ສາທາລະນະ​ສຸກ​ປ້ອງ​ກັນ; ຮັບປະກັນ​ການ​ປ້ອງ​ກັນ, ຕ້ານ ​ແລະ ​ແກ້​ໄຂບັນຫາການຂາດສານອາຫານຂອງເດັກນ້ອຍ​ເປັນ​ຢ່າງ​ດີ. ເພີ່ມ​ທະວີ​ພື້ນຖານ​ວັດຖຸ​ເພື່ອ​ຮັບປະກັນຄຸນ​ນະພາ​ບຂອງ​ບັນດາ​ກິດຈະກຳ​ການ​ສຶກສາ​ໃນ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ​ເຂດ​ພູຜາ​ແລະ​ໝູ່​ເກາະ. ສືບ​ຕໍ່​ການ​ຫັນ​ເປັນ​ສັງຄົມ​ເພື່ອ​ຮັບປະກັນ​ທີ່ຢູ່​ອາ​ໃສຂອງ​ປະຊາຊົນ, ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ອົບ​ພະຍົບ, ປະຊາຊົນ​ທີ່​ໄດ້​ຮັບຜົນກະທົບຈາກໄພທໍາມະຊາດ ແລະການປ່ຽນແປງສະພາບອາກາດ. ​ເປີດ​ຄວາມ​ຫຼາກ​ຫຼາຍ​ຂອງ​ບັນດາ​ຮູບ​ການ​ລົງທຶນ, ສົ່ງ​ເສີມ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ເຂົ້າ​ໃນການ​ສະໜອງ​ນ້ຳ​ສະອາດ ​ແລະຮັກສາສະພາບແວດລ້ອມຊົນນະບົດໃຫ້ສະອາດ, ​ໃຫ້​ເອົາ​ໃຈ​ໃສ່​ເຖິງ​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ທີ່​ຖືກ​ນ້ຳ​ເຄັມ, ເຂດທີ່ມີໄພແຫ້ງ​ແລ້ງ​ແລະ​ນ້ຳຖ້ວມເລື້ອຍໆ ​ແລະ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ບັນຫາ​ນ້ຳ. ສ້າງ​ລະບົບ​ສະໜັບສະໜູນ​ການ​ເຄື່ອນ​ໄຫວ​ແລະມາດຕະຖານ ​ເພື່ອ​ຮັບປະກັນ​ການຈັດ​ຕັ້ງ​ປະຕິບັດໃຫ້ມີປະສິດທິຜົນສູງສຸດ./.

--------------------------

(1) ​ສາລານຸກົມຫວຽດນາມ, ສພຈ ສາລາ​ນຸ​ກົມ, ຮ່າ​ໂນ້ຍ, 2003, ​ເຫຼັ້ມ 3.

(2), (3) ດຳລັດ​ສະບັບ​ເລກທີ 218-CP, ວັນ​ທີ 27 ທັນວາ 1961, ຂອງ​ສະພາ​ລັດຖະບານ “ປະກາດ​ໃຊ້​ກົດ​ລະບຽບ​ຊົ່ວຄາວກ່ຽວ​ກັບ​ບັນດາ​ລະບອບ​ປະກັນ​ສັງຄົມ​ສຳລັບກຳມະກອນ, ລັດຖະກອນ​ຂອງ​ລັດ”

(4) ບັນດາ​ໜັງສື​ວຽນ​ຂອງ​ສະພາ​ລັດຖະບານ: ສະບັບ​ເລກທີ 157-CP, ວັນ​ທີ 25 ສິງຫາ 1966, “ກ່ຽວ​ກັບ​ນະ​ໂຍບາຍ​ສຳລັບ​ປະຊາຊົນ​ຜູ້​ປະສົບ​ອຸປະ​ຕິ​ເຫດສົງຄາມ”; ສະບັບ​ເລກທີ 202-CP, ວັນ​ທີ 26 ພະຈິກ 1966, “ກ່ຽວ​ກັບ​ນະ​ໂຍບາຍ​ສຳລັບຜູ້​ສູງ​ອາຍຸ, ​ເດັດ​ກຳພ້າບໍ່​ມີ​ທີ່​ເພິ່ງ​ພາ​ອາ​ໄສ ​ແລະ​ຄົນ​ພິການ”

(5) ກະຊວງ​ແຜນການ​ແລະ​ການ​ລົງທຶນ: ກອບ​ນະ​ໂຍບາຍ​ເສດຖະກິດ​ຫວຽດນາມ (​ເດືອນ​ທັນວາ 2018) ​ໃຫ້​ເຫັນ​ວ່າ, ກຸ່ມ​ຄົນ​ຮັ່ງມີ ຍັງ​ໄດ້​ເອີ້ນ​ວ່າກຸ່ມຄົນກາງຂອງໂລກ ມີລະດັບການບໍລິໂພກຫຼາຍກ່ວາ 15 ​ໂດລາ​ສະຫະລັດ/ຄົນ/ມື້; ກຸ່ມ​ຄົນ​ທຸກ​ຍາກ, ​ໃກ້​ຈະ​ທຸກ​ຍາກ ມີລະດັບການບໍລິໂພກຕ່ຳກ່ວາ 5,5 ໂດລາສະຫະລັດ/ຄົນ/ມື້; ກຸ່ມ​ຄົນ​ກາງ​ທີ່​ຫາ​ກໍ່​ພົ້ນເດັ່ນ​ຂຶ້ນ ມີ​ລະດັບ​ການ​ບໍລິ​ໂພ​ກປະມານ 5,5 - 15 ໂດລາສະຫະລັດ/ຄົນ/ມື້ (ປະຈຸ​ບັນ​ກວມ​ເກືອບ 60% ຂອງ​ປະຊາກອນ)

(6) ຈາກ​ຂໍ້​ມູນ​ລາຍ​ຈ່າຍ​ງົບປະມານ​ຂອງ​ລັດ​ເພື່ອ​ຄວາມ​ປອດ​ໄພ​ທາງ​ສັງຄົມ ຂອງ​ກະຊວງ​ການ​ເງິນ ​ແລະ ຂໍ້ມູນຈາກປຶ້ມສະຖິຕິ ຈີ​ດີ​ພີ ປະຈໍາປີ ຂອງກົມ​ໃຫຍ່ສະຖິຕິ.

(7) ທະນາຄານ​ພັດທະນາ​ອາ​ຊີ: ຄວາມທ້າທາຍທາງດ້ານການຄັງ ​ແລະ​ການ​ເງິນເພື່ອຄວາມປອດໄພທາງສັງຄົມ, 2018.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 959 (​ເດືອນກຸມພາ 2021)