ວກ. - ຢູ່​ປະ​ເທດ​ຫວຽດນາມ, ປະກັນ​ສັງຄົມ​ແລະ​ປະກັນ​ສຸຂະພາບ​ແມ່ນ​ບັນດາ​ເສົາ​ຄ້ຳ​ຂອງ​ລະບົບ​ຄວາມ​ປອດ​ໄພ​ທາງ​ສັງຄົມ. ​ໃນ​ເວລາ​ທີ່​ຜ່ານ​ມາ, ພັກ​ແລະ​ລັດ​ຫວຽດນາມ​ໄດ້​ປະກາດ​ໃຊ້​ແຜນ​ນະ​ໂຍບາຍ​ແລະນະ​ໂຍບາຍ​ປະກັນ​ສັງຄົມ, ປະກັນ​ສຸຂະພາບ​ຫຼາຍ​ສະບັບ ​ທີ່​​ເໝາະ​ສົມ​ກັບ​ແຕ່ລະ​ໄລຍະ​ປະຫວັດສາດ​ຂອງ​ປະ​ເທດ, ປະກອບສ່ວນ​ອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດຄວາມກ້າວໜ້າ, ຄວາມຍຸດຕິທຳ ທາງສັງຄົມ ແລະ ການພັດທະນາປະເທດແບບຍືນຍົງ.

ພະນັກງານສາທາລະນະສຸກຂອງສຸກສາລາ ຂອງຕາແສງຫ້ວຍລວງ, ເມືອງຟອງໂຖ, ແຂວງລາຍເຈົາ ລົງຮາກຖານເພື່ອເຜີຍແຜ່ໃຫ້ປະຊາຊົນຮູ້ ກ່ຽວກັບນະໂຍບາຍປະກັນສຸຂະພາບ ແລະປະກັນສັງຄົມ _ພາບ: TTXVN)

ບັນດາບາດກ້າວໄປຂ້າງຫນ້າທີ່ໝັ້ນຄົງ

ຮັກສາ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ທີ່​ສຳຄັນ ​ເຊິ່ງພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ວາງ​ອອກ​ມາຕັ້ງແຕ່​ເມື່ອ​ເລີ່​ມກໍ່ຕັ້ງ (3-2-1930).

​ໃນ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ເດືອນ​ພະຈິກ 1940, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ເນັ້ນ​ວ່າ “ຈະອອກກົດໝາຍປະກັນສັງຄົມ” ​ເມື່ອ​ລັດຖະບານ​ປະຕິວັດຖືກສ້າງຕັ້ງຂຶ້ນ ​ແລະ ສ້າງ​ກອງ​ທຶນ​ບຳ​ເນັດ​ບຳນານ​ສຳລັບ​ຜູ້​ສູງ​ອາຍຸ. ​ໂດຍຊາບ​ຊຶມ​ຈິດ​​ໃຈດັ່ງກ່າວ, ນັບ​ແຕ່​ປີ 1941, ​ໃນ “ສິບ​ນະ​ໂຍບາຍ​ຂອງ​ຫວຽດມິ​ງ” ທີ່​ປະທານ​ໂຮ່ຈີ​ມິນ​ຮ່າງ, ບັນດາ​ເປົ້າ​ໝາຍ​ກ່ຽວ​ກັບ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ໃຫ້ກັບພີ່ນ້ອງຮ່ວມຊາດ ໄດ້ຖືກວາງອອກ​ມາອີກຄັ້ງ. ອາດ​ຈະ​ເວົ້າ​ໄດ້​ວ່າ, ນີ້​ແມ່ນ​ບັນດາ​ປະຖົມ​ປັດ​ໄຈທີ່​ເປັນ​ພື້ນຖານ​ທີ່​ສຸດ ​ເພື່ອ​ສ້າງ​ລະບົບ​ນະ​ໂຍບາຍ​ປະກັນ​ສັງຄົມ​ແລະ​ປະກັນ​ສຸຂະພາບ​ຢູ່​ປະ​ເທດ​ຂອງ​ພວກເຮົາ​ຫຼັງ​ຈາກ​ນັ້ນ. ​ແນວ​ຄິດ​ນັ້ນ​ແມ່ນ​ຄ້າຍຄືກັບເສັ້ນດ້າຍສີແດງທີ່​ສອດ​ຫ້ອຍ​ຕະຫຼອດລັດຖະທໍາມະນູນສະບັບ​ຕ່າງໆ​ຂອງ​ລັດຫວຽດນາມໃນຕໍ່​ມາ, “ພົນລະ​ເມືອງ​ມີ​ສິດ​ໄດ້​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ” (ມາດຕາ 34, ລັດຖະທຳ​ມະນູ​ນປີ 2013).

​ໃນ​ຊຸ​ມປີ​ທີ່​ຜ່ານ​ມາ, ພັກ​ແລະ​ລັດ​ຫວຽດນາມ​ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ການ​ຊີ້​ນຳ ນຳພາ, ສ້າງ​​ແລະ​ປະຕິບັດ​ນະ​ໂຍບາຍ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ເວົ້າ​ລວມ, ນະ​ໂຍບາຍປະກັນ​ສັງຄົມ​ແລະ​ປະກັນ​ສຸຂະພາບ​ເວົ້າ​ສະ​ເພາະ ​ເພື່ອຊຸກຍູ້​ຄວາມ​ກ້າວໜ້າ ​ແລະ​ຍຸດຕິ​ທຳທາງ​ສັງຄົມ, ຖື​ວ່າ​ນີ້​ທັງ​ແມ່ນ​ເປົ້າ​ໝາຍ, ທັງ​ແມ່ນກຳລັງ​ໜູນ​ການ​ພັດທະນາ​ປະ​ເທດ​ຢ່າງ​ຍືນ​ຍົງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ທາດ​ແທ້​ທີ່​ດີງາມຂອງ​ລະບອບ​ການ​ເມືອງ​ຂອງ​ພວກ​ເຮົາ. ລະບົບ​ນະ​ໂຍບາຍ​ປະກັນ​ສັງຄົມ​ແລະ​ປະກັນ​ສຸຂະພາບ​ນັບ​ມື້​ນັບ​ສົມ​ບຸນ​ແບບ, ສອດຄ່ອງ​​ເໝາະ​ສົມ​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ. ຢູ່​ປະ​ເທດ​ຫວຽດນາມ, ການ​ປະກັນ​ສັງຄົມ​ແລະ​ປະກັນ​ສຸຂະພາບ​ໄດ້​ຮັບ​ການ​ຢືນຢັນ​ວ່າ​ເປັນສອງນະໂຍບາຍສັງຄົມທີ່ສໍາຄັນ ​ມີ​ບົດບາດ​ເປັນ​ເສົາ​ຄ້ຳ​ໃນ​ລະບົບ​ຄວາມ​ປອດ​ໄພ​ທາງ​ສັງຄົມ. ສິ່ງນີ້ສະແດງໃຫ້ເຫັນຢູ່ໃນບາງ​ເນື້ອ​ໃນຕໍ່ໄປນີ້:

ລະບົບ​ກົດໝາຍປະກັນສັງຄົມ ແລະປະກັນສຸຂະພາບ ນັບມື້ນັບ​ໄດ້​ຮັບ​ການ​ປັບປຸງໃຫ້ສົມບູນແບບ, ສອດຄ່ອງກັບຄວາມຕ້ອງການພາກປະຕິບັດ, ​ສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ຜູ້​ອອກ​ແຮງ​ງານ​ແລະ​ປະຊາຊົນ. ບັນດາ​ດຳລັດ, ກົດ​ລະບຽບ​ຊົ່ວຄາວ​ກ່ຽວ​ກັບ​ການ​ປະກັນ​ສັງຄົມ​ໄດ້​ຮັບ​ການ​ຍົກ​ລະດັບ​ຂຶ້ນ​ເປັນ​ພື້ນຖານ​ກົດໝາຍທີ່​ສູງ​ກວ່າ ​ແລະ ນັບ​ມື້​ນັບ​ເຂົ້າ​ສູ່​ຊີວິດ ດ້ວຍ​ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ສຸຂະພາບປີ 2008, ສະບັບ​ປັບປຸງ​ເພີ່ມ​ເຕີມ​ປີ 2014. ກົດໝາຍ​ແມ່ນ​ເອກະສານ​ທີ່​ມີ​ຄຸນຄ່າ​ນິຕິ​ທຳ​ສູງ ຈັດຕັ້ງທັດສະນະແລະແນວທາງຂອງພັກແລະລັດ ​ໃນ​ການປະຕິບັດເປົ້າໝາຍການປະກັນສຸຂະພາບທົ່ວປວງຊົນ, ສ້າງ​ລະບົບ​ສາທາລະນະ​ສຸກຫວຽດນາມຕາມທິດສະ​ເໝີພາບ, ມີປະສິດທິຜົນ ​ແລະ ​ການ​ພັດທະນາ. ຕາມ​ນັ້ນ, ການກວດ​ແລະ​ປົວ​ພະຍາດຕາມ​ການ​ປະກັນ​ສຸຂະພາບ​ນັບ​ມື້​ນັບ​ມີ​ການ​ປັບປຸງຫຼາຍຢ່າງໃນທິດທາງທີ່ເອື້ອອໍານວຍໃຫ້ກັບຄົນເຈັບຫຼາຍຂຶ້ນ; ສິດຜົນປະ​ໂຫຍ​ດຂອງ​ຜູ້​ເຂົ້າ​ຮ່ວມ​ການ​ປະກັນ​ສຸຂະພາບນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກວ້າງ. ກອງ​ທຶນ​ປະກັນ​ສຸຂະພາບ​ກາຍ​ເປັນ​ແຫຼ່​ງການ​ເງິນ​ທີ່​ສຳຄັນ, ກວມ​ເອົາ​ອັດຕາ​ສ່ວນ​ເພີ່ມ​ຂຶ້ນ​ຂອງລາຍຈ່າຍທັງໝົດໃນການກວດສຸຂະພາບ, ການ​ປົວ​ພະຍາດ ​ແລະ ​ການ​ເບິ່ງ​ແຍງ​ສຸ​ຂະ​ພາບ​ຂອງ​ປະຊາຊົນ.

ກ່ອນ​ປີ 1995, ຂະ​ແໜງ​ການ​ປະກັນ​​ສັງຄົມ​ຫວຽດນາມ​ຄຸ້ມ​ຄອງ​ຜູ້​ອອກ​ແຮງ​ງານ​ພຽງ 2,87 ລ້ານ​ຄົນ​ເທົ່າ​ນັ້ນ ​ແຕ່ຮອດ​ທ້າຍ​ປີ 2020, ​ເຖິງ​ວ່າ​ສະພາບ​ການລະບາດ​ຂອງ​ໂຄ​ວິດ-19 ມີ​ການ​ຜັນ​ປ່ຽນ​ຢ່າງ​ສັບສົນກໍ​ຕາມ ​ແຕ່ການປົກ​ຫຸ້ມ​ຂອງ​ປະກັນສັງຄົມຍັງສືບຕໍ່ເພີ່ມຂຶ້ນ ​ໂດຍ​ມີ​ຜູ້​ເຂົ້າ​ຮ່ວມຫຼາຍກວ່າ 16,1 ລ້ານ​ຄົນ, ບັນລຸ 32,6% ຂອງກໍາລັງແຮງງານໃນກຸ່ມອາຍຸ. ໃນ​ນັ້ນ, ຈໍານວນຄົນເຂົ້າຮ່ວມການ​ປະກັນ​ສັງຄົມແບບສະໝັກໃຈແມ່ນເກືອບ 1,1 ລ້ານຄົນ, ​ເພີ່ມ​ຂຶ້ນ 494 ພັນ​ຄົນ, ​ເກືອບ​ສອງ​ເທົ່າຂອງປີ 2019; ກຳລັງ​ຄົນ​ງານ​ໃນ​ໄວ​ອາຍຸ​ແມ່ນ​ຊາວນາ ​ແລະ ຄົນ​ງານ​ໃນ​ຂົງ​ເຂດ​ເສດຖະກິດ​ທີ່​ບໍ່​ເປັນ​ທາງ​ການ ​ເຂົ້າ​ຮ່ວມ​ການ​ປະກັນ​ສັງຄົມ​ແບບ​ສະໝັກ​ໃຈ ບັນລຸ​ປະ​ມານ 2,2%, ສູງກວ່າເກືອບ 5 ເທົ່າຂອງປີ 2015. ທົ່ວປະເທດມີຜູ້​ເຂົ້າ​ຮ່ວມປະກັນການຫວ່າງງານເກືອບ 13,3 ລ້ານຄົນ, ກວມເອົາປະມານ 27% ຂອງກໍາລັງແຮງງານໃນກຸ່ມອາຍຸ.

ໃນແຕ່ລະປີ, ມີຄົນງານເພີ່ມຂຶ້ນຫຼາຍແສນຄົນ, ຜູ້ຄົນນັບລ້ານໄດ້ຮັບການເບິ່ງແຍງສຸຂະພາບ ແລະປົກປ້ອງສິດຜົນປະໂຫຍດສະຫວັດດີການພື້ນຖານທີ່ສຸດ ຜ່ານການປະຕິບັດລະບອບປະກັນສັງຄົມແລະປະກັນສຸຂະພາບ _ພາບ: ເອກະສານຂໍ້ມູນ

ການ​ປົກ​ຫຸ້ມ​ຂອງ​ການ​ປະກັນ​ສຸຂະພາບ ສືບຕໍ່ມີການຂະຫຍາຍຕົວທີ່ໜ້າປະ​ທັບໃຈ ດ້ວຍຜູ້ເຂົ້າຮ່ວມປະມານ 88 ລ້ານຄົນ, ກວມ​ເອົາ 90,85% ຂອງ​ປະຊາກອນ, ​ເພີ່ມ 25,6% ທຽບ​ກັບ​ປີ 2015. ດ້ວຍ​ອັດຕາ​ການ​ປົກ​ຫຸ້ມ​ນີ້ ຫວຽດນາມໄດ້ສຳເລັດໂດຍພື້ນຖານເປົ້າໝາຍການປະກັນສຸຂະພາບທົ່ວປວງຊົນ​ ແລະ ສໍາເລັດກ່ອນກຳນົດເວລາ. ທຽບ​ກັບ​ບັນດາ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ໃນ​ໂລກ​ເຊິ່ງ​ໄດ້​ເສຍ​ເວລາ​ແຕ່ 40 ​ເຖິງ 80 ປີ​ຈຶ່ງ​ບັນລຸ​ເປົ້າ​ໝາຍ​ປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ, ​ໃນ​ຂະນະ​ນັ້ນ ​ຫວຽດນາມ​ເສຍ​ເວລາ 17 ປີ. ສິ່ງ​ນີ້​ຢືນຢັນ​ວ່າ, ​ແຕ່ລະ​ປີ​ມີ​ຜູ້​ອອກ​ແຮງ​ງານ​ຫຼາຍ​ແສນ​ຄົນ, ຜູ້​ຄົນ​ນັບ​ລ້ານ​ຄົນ​ໄດ້​ຮັບ​ການ​ດູ​ແລ​ສຸຂະພາບ ​ແລະ​ປົກ​ປ້ອງສິດຜົນປະ​ໂຫຍ​ດສະຫວັດດີ​ການ​ທີ່​ພື້ນຖານ​ທີ່​ສຸດ ຜ່ານ​ລະບອບ​ປະກັນສັງຄົມ​ແລະ​ປະກັນ​ສຸຂະພາບ ​ແລະ ປະ​ກອບ​ສ່ວນ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ກ້າວ​ເຖິງ​ເປົ້າ​ໝາຍ​ຄວາມ​ຍຸດຕິ​ທຳທາງ​ສັງຄົມ.

ກ່ຽວ​ກັບ​ການ​ແກ້​ໄຂ​ລະບອບ, ນະ​ໂຍບາຍ: ​ແຕ່​ປີ 1995 ​ເຖິງ​ປີ 2019, ທົ່ວ​ຂະ​ແໜງ​ການ​ປະກັນ​ສັງຄົມ​ໄດ້ຈັດ​ໃຫ້​ຜູ້​ອອກ​ແຮງ​ງານຫຼາຍກ່ວາ 120 ລ້ານ​ຄົນ​ໄດ້​ຮັບການປິ່ນປົວພະຍາດ, ການເກີດລູກ, ການພັກຜ່ອນ ແລະ ຜົນ​ປະ​ໂຫຍດການ​ຟື້ນ​ຟູສຸຂະພາບ (ຄິດ​ສະ​ເລ່ຍ​ແຕ່ລະ​ປີ​ມີຫຼາຍ​ກວ່າ 4,8 ລ້ານ​ຄົນ)...; ​ແຕ່​ປີ 2010 ​ເຖິງ​ທ້າຍ​ປີ 2019 ​ແກ້​ໄຂ​ໃຫ້​ຜູ້​ອອກ​ແຮງ​ງານ​ເກືອບ 6,9 ລ້ານ​ຄົນ​ຮັບ​ຜົນ​ປະ​ໂຫຍ​ດປະກັນການ​ຫວ່າງ​ງານ (ຄິດ​ສະ​ເລ່ຍ​ແຕ່ລະ​ປີ​ມີຫຼາຍ​ກວ່າ 689 ພັນ​ຄົນ). ສະ​ເພາະ​ປີ 2020 ​ແກ້​ໄຂ​ໃຫ້​ຜູ້​ອອກ​ແຮງ​ງານຫຼາຍ​ກວ່າ 133.300 ຄົນຮັບເງິນບໍານານ​ແລະ​ເງິນ​ອຸດ​ໜູນ​ປະກັນສັງຄົມປະຈໍາເດືອນ; ຫຼາຍ​ກວ່າ 897 ພັນ​ຄົນ​ຮັບ​ເງິນ​ອຸດ​ໜູນ​ຄັ້ງ​ດຽວ; ​ເກືອບ 9,6 ລ້ານ​ຄົນ​ໄດ້​ຮັບ​ການ​ອຸດໜຸນການ​ປົວ​ພະຍາດ, ການເກີດລູກ, ການພັກຜ່ອນ ແລະ ຜົນປະໂຫຍດການຟື້ນຟູສຸຂະພາບ (​ເພີ່ມ​ຂຶ້ນ 27,1% ​ເມື່ອ​ທຽບ​ກັບ​ປີ 2015); ຫຼາຍ​ກວ່າ 1,006 ລ້ານຄົນ​ໄດ້​ຮັບ​ເງິນ​ຊ່ວຍ​ເຫຼືອ​ການ​ຫວ່າງ​ງານ, ​ເພີ່ມ​ຂຶ້ນ 20,4% ​ເມື່ອ​ທຽບ​ກັບ​ປີ 2019, ​ເພີ່ມ​ຂຶ້ນ 91,2% ​ເມື່ອ​ທຽບ​ກັບ​ປີ 2015; ​ໄດ້​ຊຳລະ​ຄ່າ​ກວດ​ສຸຂະພາບ​ແລະ​ປິ່ນປົວ​ພະຍາດ​ຕາມ​ຫຼັກ​ປະກັນ​ສຸຂະພາບ​ກວ່າ 167,2 ລ້ານ​ເທື່ອ​ຄົນ​ຂອງ​ການກວດ​ສຸຂະພາບ​ແລະຮັກສາ​ຜູ້​ປ່ວຍ​ໃນ​ໂຮງໝໍ​ແລະ​ນອກ​ໂຮງໝໍ, ​ເພີ່ມ​ຂຶ້ນ 28,4% ​ເມື່ອທຽບ​ກັບ​ປີ 2015.  

​ໂດຍສະ​ເພາະ​ຢ່າງ​ຍິ່ງ, ​ໃນ​ສະພາບ​ການການລະບາດ​ຂອງ​ໂຄ​ວິດ-19 ສົ່ງ​ຜົນ​ກະທົບ​ເຖິງ​ທຸກ​ດ້ານ​ຂອງ​ຊີວິດ​ເສດຖະກິດ​ແລະສັງຄົມ, ນະ​ໂຍບາຍ​ປະກັນ​ສັງຄົມ​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ດີ​ເດັ່ນ, ມະນຸດສະທຳ, ການ​ແບ່ງປັນ​ແລະ​ຊ່ວຍ​ເຫຼືອ​ປະຊາຊົນ, ຊ່ວຍ​ໃຫ້​ຜູ້​ອອກ​ແຮງ​ງານເອົາຊະນະຄວາມຫຍຸ້ງຍາກ​ເນື່ອງ​ຈາກ​ລາຍ​ໄດ້​ຫຼຸດ​ລົງ​ແລະການສູນເສຍວຽກ. ຂະ​ແໜງ​ການ​ປະກັນ​ສັງຄົມ​ໄດ້​ປະຕິບັດ​ບັນດາ​ໜ້າ​ທີ່​ຮີບດ່ວນ​ຢ່າງ​ທັນ​ການ, ປະກອບສ່ວນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຜະລິດ ທຸລະ​ກິດ, ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ເຊັ່ນ: ການແກ້ໄຂການລະງັບຊົ່ວຄາວ ການປະກອບສ່ວນຂອງວິ​ສາ​ຫະກິດເຂົ້າໃນກອງທຶນບໍານານແລະຜູ້ເສຍຊີວິດ, ​ເພີ່ມ​ທະວີ​ແລະສະໜັບສະໜູນຫຼາຍ​ສຸດ​ໃຫ້​ແກ່ການແກ້ໄຂລະບຽບການບໍລິຫານ ຜ່ານ​ທຸລະ​ກຳ​ເອ​ເລັກ​ໂຕຣນິກ, ການ​ຊຳລະ​ເງິນ​ບຳນານ​ຢູ່​ທີ່ເຮືອນ​ສຳລັບ​ຜູ້​ສູງ​ອາຍຸ...

ກ່ຽວ​ກັບ​​ການ​ປະຕິ​ຮູບ​ການ​ບໍລິຫານ: ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ໄດ້​ຖືກ​ອົງການ​ປະກັນ​ສັງຄົມ​ຫວຽດນາມ​ສຸມ​ໃສ່​ຜັນ​ຂະຫຍາຍ​ຢ່າງ​ຮີບ​ເຮັ່ງ ຄົບ​ຊຸດ, ຖືກຕ້ອງ​ຕາມ​ການ​ຊີ້​ນຳ​ຂອງ​ລັດ​ຖະບານ, ນາຍົກລັດຖະມົນຕີ, ສ້າງຄວາມສະດວກ​ສະບາຍສູງສຸດໃຫ້ກັບປະຊາຊົນແລະວິ​ສາ​ຫະກິດ ​ເມື່ອ​ພົວພັນ​ກັບ​ອົງການ​ປະກັນ​ສັງ​ຄົມ. ຊຸດຂັ້ນຕອນການບໍລິຫານຂອງຂະ​ແໜງການ​ປະກັນ​ສັງຄົມ​ຫວຽດນາມ​ໄດ້​ຫຼຸດ​ລົງ​ຈາກ 114 ຂັ້ນຕອນ (ປີ 2015) ​ເປັນ 27 ຂັ້ນ​ຕອນ (ປີ 2019); ຈຳນວນ​ຊົ່ວ​ໂມງ​ໃນ​ການ​ດຳ​ເນີນ​ການ​ບໍລິຫານ​ງານ​ບຸກຄົນ​ແລະວິ​ສາ​ຫະກິດ ​ຫຼຸດ​ລົງ​ຈາກ 335 ຊົ່ວ​ໂມງ/ປີ (ປີ 2015) ​ເປັນ 147 ຊົ່ວ​ໂມງ (​ປີ 2019), ປະຈຸບັນ​ໄດ້​ສຳ​ເລັດ​ຂັ້ນ​ຕອນ​ການ​ລາຍ​ງານຕໍ່ທະນາຄານໂລກ ເພື່ອຮັບຮູ້ 129 ຊົ່ວໂມງ/ປີ.

ກ່ຽວ​ກັບ​ການ​ປະຍຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ: ການ​ປະຍຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ການ​ຄຸ້ມ​ຄອງ ​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ໂດດ​ເດັ່ນ, ປະກອບສ່ວນ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ເຄື່ອນ​ໄຫວ ​ແລະ ສ້າງ​ຄວາມ​ທັນ​ສະ​ໄໝ​ໃຫ້​ກັບ​ຂະ​ແໜງ​ການ​ປະກັນ​ສັງຄົມ​ຫວຽດນາມ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ການ​ສ້າງ​ລັດຖະບານ​ເອ​ເລັກ​ໂຕຣນິກ ​ໃນ​ລະຫວ່າງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່. ປີ 2020, ຂະ​ແໜງ​ການ​ໄດ້ສໍາເລັດການສະໜອງການບໍລິການສາທາລະນະລະດັບ 4 ສໍາລັບຂັ້ນຕອນການບໍລິຫານທັງ​ໝົດ, ພ້ອມ​ກັນ​ນັ້ນ, ​ເປັນ​ເຈົ້າ​ການ​ໃນ​ການ​ປະສົມ​ແລະ​ໃຫ້​ບໍລິການ​ສາທາລະນະ 15 ລາຍການ​ບໍລິການ​ລະດັບ 4 ຂອງ​ຂະ​ແໜງ​ການ, ບໍລິການ​ສະ​ທາ​ລະນະ​ທີ່​ກ່ຽວຂ້ອງ​ກັບ​ກະຊວງ​ແລະ​ຂະ​ແໜງ​ການ ​ໃນປະຕູ​ການ​ບໍລິການສາທາລະນະແຫ່ງຊາດ.

ເພື່ອສືບຕໍ່ສະໜອງການບໍລິການທີ່ສະດວກສະບາຍຮັບໃຊ້ປະຊາຊົນ, ອົງການ​ປະກັນສັງຄົມຫວຽດນາມໄດ້ຄົ້ນຄວ້າ, ສ້າງ ແລະ ນຳ​ໃຊ້​ຢ່າງສໍາເລັດຜົນ ​ແອບ​ພຼີ​ເຄຊັນ “VssID - ການປະກັນສັງຄົມດິຈິຕອນ” ບົນ​ພື້ນຖານອຸປະກອນມືຖື. ຈາກ​ນັ້ນ ສະໜອງພາລະ​ບົດບາດ​ແລະ​ອັດຖະ​ປະ​ໂຫຍ​ດ ​ເພື່ອ​ຄົ້ນຫາແລະຊອກຫາຂໍ້​ມູນ​ກ່ຽວ​ກັບການ​ເສຍ​ຄ່າ​ປະກັນ​ສັງຄົມ​ແລະ​ການ​ຮັບຜົນປະໂຫຍດປະກັນສັງຄົມ, ປະກັນ​ສຸຂະພາບ; ປະຫວັດ​ການ​ຊົມ​ໃຊ້​ລະບອບ ນະ​ໂຍບາຍ​ການ​ປະກັນ​​ສັງຄົມ​ແລະ​ປະກັນ​ສຸຂະພາບ; ສະຖານ​ທີ່​ກວດ​ສຸຂະພາບ​ແລະ​ປົວ​ພະຍາດ​ຕາມ​ຫຼັກ​ປະກັນ​ສຸຂະພາບ; ບັນດາ​ຈຸດ​ເກັບ​ເບ້ຍ​ປະກັນ​ສຸຂະພາບ​ແລະ​ຕົວ​ແທນ​ເກັບ​ເບ້ຍ​ປະກັນ​ສຸຂະພາບ... ​ໃນ​ປະຈຸ​ບັນ, ທົດລອງການນຳໃຊ້ຮູບບັດປະກັນໄພສຸຂະພາບຢູ່​ໃນ​ແອບ​ພຼີ​ເຄຊັນ VssID ທົດແທນ​ໃຫ້ບັດປະກັນສຸຂະພາບ​ແບບເຈ້ຍ (ເສຍຫາຍ, ສູນຫາຍຍ້ອນພະຍຸ, ນ້ຳຖ້ວມ,...) ​ເພື່​ອກວດ​ສຸຂະພາບ​ແລະ​ປົວ​ພະຍາດ​ປູ່ 10 ​ແຂວງ​ໃນ​ພາກ​ກາງ - ​ໄຕ​ງວຽນ​ທີ່​ຖືກ​ຜົນ​ກະທົບ ​ເສຍ​ຫາຍ​ຍ້ອນ​ພາຍຸ, ນ້ຳ​ຖ້ວມ.

ພະນັກງານປະກັນສັງຄົມນະຄອນໂຮ່ຈີມິນໃຫ້ຄຳປຶກສາ ແນະນຳປະຊາຊົນນຳໃຊ້ VssID - ປະກັນສັງຄົມດິຈິຕອນ _ແຫຼ່ງ: baohiemxahoi.gov.vn

ຜົນສຳ​ເລັດ​ເຫຼົ່າ​ນີ້​ປະ​ກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປະຕິບັດ​ເປົ້າ​ໝາຍທີ່​ພັກ​ແລະ​ລັດ​ໄດ້​ວາງ​ອອກ​ມາ​ຄື ຮັບ​ໃຊ້ ​ເບິ່ງ​ແຍງ​ດູ​ແລ​ປະຊາຊົນ, ຢືນຢັນ​ທັດສະນະ​ທີ່​ຖືກຕ້ອງ​ຂອງ​ພັກ ​ໃນ​ການສົ່ງ​ເສີມ​ປະຊາຊົນ​ຍົກ​ສູງ​ຄວາມ​ສາມາດຮັບປະກັນ​ຄວາມ​ປອດ​ໄພທາງສັງຄົມດ້ວຍຕົນເອງ.

ນອກຈາກ​ບັນດາ​ຜົນສຳເລັດ​ທີ່​ໄດ້​ຮັບ​ນັ້ນ, ການ​ປະຕິບັດ​ນະ​ໂຍບາຍ​ປະກັນ​ສັງຄົມ​ແລະ​ປະກັນ​ສຸຂະພາບກໍ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ບໍ່​ໜ້ອຍ​ເຊັ່ນ: ລະບົບ​ນະ​ໂຍບາຍ ກົດໝາຍ​ກ່ຽວ​ກັບ​ການ​ປະກັນ​ໄພ​ສັງຄົມບໍ່​ທ່ວງທັນ​ກັບສະພາບ​ການ​ພັດທະນາ​​ເສດຖະກິດ-ສັງຄົມ, ຍັງບໍ່ທັນປັບ​ໃຫ້ເຂົ້າກັບຂະ​ບວນການ​ປະຊາກອນ​ສູງ​ອາຍຸ ​ແລະ​ການ​ເກີດ​ຂຶ້ນ​ຂອງ​ການ​ພົວພັນ​ແຮງ​ງານ​ໃໝ່; ການ​ເປີດ​ກວ້າງ​ແລະ​ພັດທະນາ​ເປົ້າໝາຍ​ຜູ້​ເຂົ້າ​ຮ່ວມປະກັນ​ສັງຄົມ​ຍັງ​ຕ່ຳ​ກວ່າ​ລະດັບ​ຄວາມ​ສາມາດ; ລະດັບ​ການ​ປົກ​ຫຸ້ມ​ຂອງ​ປະກັນ​ສັງຄົມ​ເພີ່ມ​ຂຶ້ນ​ຢ່າງ​ຊັກ​ຊ້າ; ຈຳນວນ​ຜູ້​ມີ​ສິດ​ໄດ້​ຮັບປະກັນສັງຄົມຄັ້ງດຽວເພີ່ມຂຶ້ນຢ່າງໄວ; ສະພາບ​ການ​ຫຼົບ​ຫຼີກປະກັນ​ໄພ, ການໜີ້​ຄ່າ​ປະກັນ, ການສໍ້​ໂກງ, ການສະ​ແຫວ​ງຫາ​ກຳ​ໄລ​ຈາກ​ປະກັນ​ສັງຄົມ​ໄດ້​ຮັບ​ການ​ແກ້​ໄຂ​ຜ່ານ​ຜ່າ​ຢ່າງ​ຊັກ​ຊ້າ... ​ໃນ​ຂະນະ​ນັ້ນ, ​ເປົ້າໝ​າຍທີ່​ວາງ​ໄວ້​ແມ່ນ ອັດຕາ​ການ​ປົກ​ຫຸ້ມ​ປະກັນ​ສັງຄົມ​ເຖິງ 35% ຂອງ​ແຮງ​ງານ​ໃນ​ໄວ​ເຮັດ​ວຽກ ​ທ້າຍ​ປີ 2021; 45% ​ໃນ​ປີ 2025; ປະກັນ​ການ​ຫວ່າງ​ງານ​ບັນລຸ 28% ​ໃນ​ປີ 2021 ​ແລະ 35% ​ໃນ​ປີ 2025...  

ພະຍາຍາມ​ບັນລຸ​ເປົ້າໝາຍການປະກັນສັງຄົມ ແລະການ​ປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ

ເພື່ອບັນລຸເປົ້າໝາຍທີ່ໄດ້ວາງໄວ້, ໃນເວລາທີ່ຈະມາເຖິງ, ຫວຽດນາມຕັດສິນ​ໃຈ​ທີ​ຈະສຸມ​ໃສ່ຊຸກຍູ້ການປະຕິຮູບຕື່ມອີກ ແລະ ສ້າງປະກັນສັງຄົມ​ໃຫ້​ກາຍ​ເປັນ​ເສົາ​ຄ້ຳຫຼັກຂອງລະບົບປະກັນສັງຄົມຢ່າງແທ້ຈິງ, ​ເປີດ​ກວ້າງ​ການ​ປົກ​ຫຸ້ມ​ຂອງ​ປະກັນ​ສັງຄົມ​ເທື່ອ​ລະ​ກ້າວ​ຢ່າງ​ໜັກ​ແໜ້ນ, ກ້າວ​ເຖິງ​ກາ​ນປະຕິບັດ​ເປົ້າ​ໝາຍການປະກັນ​ສັງຄົມ​ທົ່ວ​ປວງ​ຊົນ ຕາມ​ທາງ​ເດີນ​ທີ່​ສອດຄ່ອງ​ກັບ​ເງື່ອນ​ໄຂການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຍຸດຕິ​ທຳ​ທາງ​ສັງຄົມ.

ລະອຽດ​ຄື:

ທີ​ໜຶ່ງ, ຈັດ​ຕັ້ງ​ປະຕິບັດ​ບັນດາ​ລະບອບ ນະ​ໂຍບາຍ​ປະກັນ​ສັງຄົມ​ແລະ​ປະກັນ​ສຸຂະພາບ​ໃຫ້​ໄດ້​ເປັນ​ຢ່າງ​ດີ; ​ເປັນ​ເຈົ້າ​ການ, ຮ່ວມມືຢ່າງຈິງຈັງກັບ​ບັນດາ​ອົງການ​ທີ່​ເຂົ້າ​ຮ່ວມ ເພື່ອສະເໜີ ແກ້ໄຂ ແລະ ປັບປຸງລະບົບນະໂຍບາຍແລະກົດໝາຍ ກ່ຽວ​ກັບການປະກັນສັງຄົມແລະປະກັນສຸຂະພາບ ໃຫ້ສອດຄ່ອງກັບສະພາບຕົວຈິງ, ພັດທະນາ​ຂະ​ແໜງ​ການ​ປະກັນ​ສັງຄົມຫວຽດນາມ​ເປັນ​ມື​ອາຊີບ ທັນ​ສະ​ໄໝ ​ເພື່ອ​ຄວາມ​ພຶງ​ພໍ​ໃຈ​ຂອງ​ອົງການ​ຈັດ​ຕັ້ງ​ແລະ​ບຸກຄົນ​ທີ່​ເຂົ້າຮ່ວມ ​ແລະ ຮັບ​ຜົນ​ປະ​ໂຫຍ​ດຈາກ​ນະ​ໂຍບາຍ​ປະກັນ​ສັງຄົມ​ແລະ​ປະກັນ​ສຸຂະພາບ.

ທີ​ສອງ, ປ່ຽນ​ແປງ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ​ແລະ​ປະສິດທິ​ຜົນ​ຂອງ​ວຽກ​ງານ ສື່ສານກ່ຽວກັບການປະກັນສັງຄົມ​ແລະປະກັນສຸຂະພາບ ​ໃນ​ສະພາບ​ການ​ໃໝ່ຕາມ  ທິດທາງວິຊາຊີບ, ຖືກ​ກັບ​ຈຸດ​ໜັກ​ໃຈກາງ, ເໝາະສົມກັບແຕ່ລະກຸ່ມເປົ້າໝາຍ, ​ໃນ​ນັ້ນ​ສຸມ​ໃສ່​ກຸ່ມ​ເປົ້າໝາຍທີ່​ເຂົ້າ​ຮ່ວມ​ປະກັນ​ສັງຄົມ​ແບບ​ສະໝັກ​ໃຈ, ປະກັນ​ສຸຂະພາບ​ຕາມ​ຄົວ​ເຮືອນ.

ທີ​ສາມ, ດ້ວຍ​ທິດ​ນຳຖື​ເອົາ​ປະຊາຊົນ​ເປັນ​ສູນ​ກາງຂອງ​ການບໍລິການ, ຍູ້​​ແຮງກວ່າ​ອີກວຽກ​ງານ​ການ​ປະຕິ​ຮູບລະບຽບ​ການ​ບໍລິຫານ​ໃນ​ການປະຕິບັດ​ນະ​ໂຍບາຍ​ປະກັນ​ສັງຄົມ, ປະກັນ​ສຸຂະພາບ​ ບົນຫຼັກການຄວາມລຽບງ່າຍ, ງ່າຍດາຍ ​ແລະ​ສະດວກສະບາຍສໍາລັບອົງການຈັດຕັ້ງແລະບຸກຄົນ ​ເມື່ອ​ດຳ​ເນີນ​ທຸລະ​ກຳກັບ​ອົງການ​ປະກັນສັງຄົມ; ປະຕິບັດ​ເປັນ​ຢ່າງ​ດີ​ການ​ບໍລິການ​ສາທາລະນະ​ອອນ​ໄລ, ກົນ​ໄກ​ປະຕູ​ດຽວໃນການ​ແກ້​ໄຂ​ລະບອບແລະນະໂຍບາຍ.

ທີ​ສີ່, ​ເພີ່ມ​ທະວີ​ການ​ປະຍຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ສຳ​ເລັດການ​ປ່ຽນ​ເປັນ​ດິຈິ​ຕອນ​ໃນທຸກກິດຈະກໍາວິຊາຊີບຂອງຂະ​ແໜງ​ການປະກັນສັງຄົມ;​ ດຳ​ເນີນ​ການ​ເຊື່ອມ​ຕໍ່​ຂໍ້​ມູນ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ; ປັບປຸງ​ຖານ​ຂໍ້​ມູນ​ປະກັນ​ໄພ​ແຫ່ງ​ຊາດ​ໃຫ້​ສົມບູນ; ສົ່ງ​ເສີມ​ການ​ທຸລະ​ກຳ​ທາງ​ເອ​ເລັກ​ໂຕຣນິກ; ຄຸ້ມ​ຄອງ, ນຳ​ໃຊ້​ເອກະສານ​ເອ​ເລັກ​ໂຕຣນິກ​ໃນລະບົບ​ອົງການ​ປະກັນ​ສັງຄົມ ​ແລະ ​ໃນ​ແກນ​ເຊື່ອມ​ຕໍ່​ຂອງລັດຖະບານ.

ທີ​ຫ້າ, ຊຸກຍູ້​ວຽກ​ງານ​ການ​ກວດກາ, ຕິດຕາມ​ກວດກາ, ກວດ​ສອບ​ພາຍ​ໃນ ກ່ຽວ​ກັບ​ການ​ປະຕິບັດ​ກົດໝາຍວ່າ​ດ້ວຍ​ປະກັນ​ສັງຄົມ​ແລະ​ປະກັນ​ສຸຂະພາບ, ​ໂດຍ​ສະ​ເພາະ​ແມ່ນວຽກ​ງານ​ການ​ຕິດຕາມ​ກວດກາສະ​ເພາະ​ຂະ​ແໜງ​ການ ​ກ່ຽວ​ກັບການປະກອບ​ຄ່າປະກັນສັງຄົມແລະປະກັນສຸຂະພາບ; ຄົ້ນ​ເຜີຍ​ແລະ​ຈັດການ​ຢ່າງ​ທັນ​ການ​ຕໍ່​ການກະທຳ​ລະ​ເມີດ, ສໍ້​ໂກງ ແລະ ການສະ​ແຫວງຫາ​ກຳ​ໄລຈາກ​ກອງ​ທຶນ​ປະກັນ​ສັງຄົມ ແລະກອງທຶນປະກັນສຸຂະພາບ.

ທີ​ຫົກ, ​ເພີ່ມ​ທະວີ​ວຽກງານ​ການ​ຕ່າງປະ​ເທດ, ການ​ຮ່ວມ​ມື​ສອງ​ຝ່່າຍ, ຫຼາຍ​ຝ່າຍ​​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ ​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ທາງ​ສັງຄົມ; ສືບ​ຕໍ່​ປະສານສົມທົບກັບບັນດາ​ອົງການ​ທີ່​ກ່ຽວຂ້ອງ ​ເພື່ອດຳ​ເນີນ​ການ​ເຈລະຈາ​ໃຫ້​ສຳ​ເລັດ​ເສັດ​ສິ້ນ ​ແລະ ຍື່ນ​ຕໍ່​ອົງການ​ທີ່​ມີ​ສິດ​ອຳນາດ​ລົງ​ນາມ​ໃນ​ສັນຍາກ່ຽວ​ກັບການ​ປະກັນ​ໄພ​ສັງຄົມ​ກັບ​ບາງ​ປະ​ເທດ./.

----------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 961 (​ເດືອນ​ມີນາ 2021)