ຂະແໜງວັດທະນະທຳຫວຽດນາມ -
80 ປີພາຍໃຕ້ທຸງອັນສະຫງ່າງາມຂອງພັກ

ໂດຍ ຫງວຽນ ວັນ ຮຸ່ງ
ກຳມະການສູນກາງພັກ, ເລຂາທິການຄະນະພັກກະຊວງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ
03:27, 11-03-2026

ວກ. - ຕະຫຼອດໄລຍະເວລາ 80 ປີອັນສະຫງ່າງາມທີ່ຄຽງຂ້າງປະເທດຊາດ, ພາຍໃຕ້ການນຳພາຂອງພັກ, ຂະແໜງການວັດທະນະທຳໄດ້ສ້າງຄວາມສຳເລັດອັນຍິ່ງໃຫຍ່ຫຼວງຫຼາຍ ແລະປະກອບສ່ວນສຳຄັນໃນພາລະກິດການປົກປ້ອງ, ສ້າງສາ ແລະ ພັດທະນາປະເທດ. ປະຈຸບັນ, ຂະແໜງການວັດທະນະທຳສືບຕໍ່ເສີມຂະຫຍາຍຈິດໃຈປ່ຽນແປງໃໝ່ປະດິດສ້າງ ແລະ ມຸ່ງໝັ້ນທີ່ຈະເຮັດໃຫ້ວັດທະນະທຳກາຍເປັນແຮງຂັບເຄື່ອນທີ່ແທ້ຈິງສຳລັບການພັດທະນາເສດຖະກິດແລະສັງຄົມ, ປະກອບສ່ວນສ້າງປະເທດທີ່ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກໃນຍຸກໃໝ່.

ທ່ານເລຂາທິການໃຫຍ່ ໂຕ ເລິມ ແລະ ຜູ້ແທນຊົມການຈັດສະແດງພາບຖ່າຍໃນພິທີລະນຶກຄົບຮອບ 80 ປີວັນມູນເຊື້ອຂອງຂະແໜງວັດທະນະທຳ _ພາບ: TTXVN

ພາລະກຳປະຫວັດສາດອັນສູງສົ່ງ    

ນັບຕັ້ງແຕ່ທົດສະວັດ 1940, ພັກກອມມູນິດຫວຽດນາມໄດ້ຮັບຮູ້ຢ່າງຈະແຈ້ງເຖິງທີ່ຕັ້ງແລະບົດບາດຂອງວັດທະນະທຳ ໂດຍຖືວ່າ ວັດທະນະທຳເປັນໜຶ່ງໃນໜ້າທີ່ສຳຄັນ ໃນການກະກຽມສຳລັບການລຸກຮືຂຶ້ນທົ່ວໄປ ເພື່ອໂຄ່ນລົ້ມລະບອບຟາດຊິດ, ລ່າເມືອງຂຶ້ນ, ສັກດິນາ ແລະສະຖາປະນາລະບອບສາທາລະນະລັດປະຊາທິປະໄຕຫວຽດນາມ. ໂຄງຮ່າງກ່ຽວກັບວັດທະນະທຳຫວຽດນາມ ເຊິ່ງຮ່າງໂດຍທ່ານເລຂາທິການໃຫຍ່ ເຈື່ອງ ຈິງ ແລະຮັບຮອງໃນປີ 1943, ຕອບສະໜອງຄວາມຕ້ອງການຮີບດ່ວນຂອງສະຖານະການໃນເວລານັ້ນໄດ້ເປັນຢ່າງດີ, ມັນກາຍເປັນແສງສະຫວ່າງນຳທາງ ແລະໃຫ້ທິດທາງແນວຄິດ, ຄວາມຮັບຮູ້ ແລະຫຼັກການປະຕິບັດທາງວັດທະນະທຳແກ່ພັກ ແລະປະຊາຊົນທັງປະເທດ ໃນການຕໍ່ສູ້ເພື່ອເອກະລາດແລະເສລີພາບຂອງປະເທດຊາດ ແລະ ກ້າວສູ່ການສ້າງລະບອບໃໝ່ແລະວັດທະນະທຳໃໝ່. ໂຄງຮ່າງ ໄດ້ກຳນົດບັນດາບັນຫາທິດສະດີພື້ນຖານ ແລະ ວາງທິດທາງການເຄື່ອນໄຫວດ້ານແນວຄິດ ແລະວັດທະນະທຳຂອງປະເທດໄດ້ຢ່າງຖືກຕ້ອງ. ໂຄງຮ່າງກ່ຽວກັບວັດທະນະທຳຫວຽດນາມ ໄດ້ກຳນົດຫຼັກການສາມປະການສຳລັບວັດທະນະທຳຫວຽດນາມ ຄື: ການເຮັດໃຫ້ເປັນຂອງຊາດ (ຕໍ່ຕ້ານອິດທິພົນຂອງການເປັນທາດແລະເປັນເມືອງຂຶ້ນທັງໝົດ; ເຮັດໃຫ້ວັດທະນະທໍາຫວຽດນາມພັດທະນາຢ່າງອິດສະລະ, ເສລີ ແລະ ມີມະນຸດສະທໍາ); ເຮັດໃຫ້ເປັນຂອງມວນຊົນ (ຕໍ່ຕ້ານແຜນນະໂຍບາຍແລະການກະທຳທຸກຢ່າງທີ່ເຮັດໃຫ້ວັດທະນະທຳຂັດຕໍ່ຜົນປະໂຫຍດຂອງປະຊາຊົນ ຫຼືຫ່າງເຫີນຈາກປະຊາຊົນ; ວັດທະນະທຳເປັນຂອງປະຊາຊົນ ແລະປະຊາຊົນແມ່ນຜູ້ສ້າງສັນວັດທະນະທຳ); ການເຮັດໃຫ້ເປັນວິທະຍາສາດ (ຕໍ່ຕ້ານຄວາມຫຼ້າຫຼັງ, ການກະທຳຝືນວິທະຍາສາດ ແລະການຝືນຄວາມກ້າວໜ້າ) ເຊິ່ງເປັນລັກສະນະຂອງວັດທະນະທຳຫວຽດນາມໃໝ່.

ໃນລະດູໃບໄມ້ຫຼົ່ນປີ 1945, ທັນທີຫຼັງຈາກທີ່ປະເທດໄດ້ຮັບເອກະລາດ, ຂະແໜງວັດທະນະທຳໄດ້ຖືກຳເນີດຂຶ້ນໃນຖານະຄວາມຈຳເປັນທີ່ຫຼີກລ່ຽງບໍ່ໄດ້ ພ້ອມດ້ວຍພາລະກຳປະຫວັດສາດອັນສູງສົ່ງແລະສັກສິດຄື ການຮັກສາຈິດວິນຍານຂອງຊາດ, ຫຼໍ່ຫຼອມຄວາມກ້າຫານ ແລະເຈດຈຳນົງຂອງປະຊາຊົນຊາວຫວຽດນາມ ແລະປຸກຕື່ນພະລັງທາງຈິດວິນຍານໃນການສ້າງຮາກຖານທາງແນວຄິດໃໝ່ ໃຫ້ແກ່ປະເທດຊາດ ແລະ ປະກອບສ່ວນເຂົ້າໃນເສັ້ນທາງການປະຕິວັດຂ້າງໜ້າ. ເມື່ອວັນທີ່ 28 ສິງຫາ 1945, ລັດຖະບານຊົ່ວຄາວແຫ່ງສາທາລະນະລັດປະຊາທິປະໄຕຫວຽດນາມ ເຊິ່ງປະຈຸບັນແມ່ນສາທາລະນະລັດສັງຕົມນິຍັດຫວຽດນາມ, ໄດ້ອອກປະກາດຕໍ່ປະຊາຊົນແລະທົ່ວໂລກກ່ຽວກັບການຈັດຕັ້ງລັດຖະບານໃໝ່, ໃນນັ້ນມີກະຊວງຖະແຫຼງຂ່າວແລະໂຄສະນາການ ເຊິ່ງເປັນໜ່ວຍງານກ່ອນໜ້າກະຊວງວັດທະນະທຳ, ກິລາ ແລະການທ່ອງທ່ຽວໃນປະຈຸບັນ. ຕັ້ງແຕ່ນັ້ນມາ, ວັນທີ 28 ສິງຫາຈຶ່ງກາຍເປັນວັນມູນເຊື້ອຂອງຂະແໜງການວັດທະນະທຳ, ກິລາ ແລະການທ່ອງທ່ຽວ.

ໃນກອງປະຊຸມວັດທະນະທຳແຫ່ງຊາດ (ເດືອນພະຈິກ 1946), ປະທານໂຮ່ຈີມິນໄດ້ສະເໜີຂໍ້ຄິດວິທະຍາວ່າ: "ວັດທະນະທຳຕ້ອງສ່ອງສະຫວ່າງນຳທາງປະເທດຊາດ". ຂໍ້ຄິດວິທະຍານີ້ຢືນຢັນເຖິງຄວາມສຳຄັນ, ສະຖານະ ແລະ ບົດບາດຂອງວັດທະນະທຳ ໃນການພັດທະນາສັງຄົມ, ກາຍເປັນຫຼັກການຊີ້ນຳທີ່ມີຄວາມສຳຄັນພື້ນຖານ ແລະຍືນຍົງ, ເປັນ "ດ້າຍແດງ" ທີ່ສອດຫ້ອຍຕະຫຼອດການພັດທະນາວັດທະນະທຳຫວຽດນາມໃນພາລະກິດການສ້າງສາ ແລະປົກປັກຮັກສາປະເທດຊາດ. ຕັ້ງແຕ່ນັ້ນມາ, ຂະບວນການແລະການເຄື່ອນໄຫວທາງວັດທະນະທຳໄດ້ຖືກດຳເນີນການຢ່າງຕໍ່ເນື່ອງ, ຕັ້ງແຕ່ຊັ້ນຮຽນການອ່ານອອກຂຽນໄດ້ ຈົນເຖິງຄະນະສະແດງສິລະທີ່ນຳບົດເພງແລະດົນຕີໄປສູ່ເຂດສົງຄາມ, ວັດທະນະທຳແຜ່ກະຈາຍໄປທຸກໝູ່ບ້ານແລະຂຸມຄອງສູ້ຮົບ, ກາຍເປັນກາວທີ່ຜູກມັດຊາດເຂົ້າດ້ວຍກັນ ໃຫ້ເປັນກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ຮ່ວມແຮງຮ່ວມໃຈກັນລຸກຂຶ້ນຕໍ່ສູ້, ຜ່ານຜ່າຄວາມຫຍຸ້ງຍາກ ແລະການເສຍສະຫຼະທີ່ນັບບໍ່ຖ້ວນ ເພື່ອ "ລຸກຂຶ້ນຈາກຂີ້ຕົມແລະສ່ອງແສງສົດໃສ", ປົດປ່ອຍປະເທດຊາດຈາກໂສ້ຄາ ແລະການກົດຂີ່ຂົ່ມເຫັງທັງໝົດ.

ໃນລະຫວ່າງສົງຄາມຕໍ່ຕ້ານທີ່ຍືດເຍື້ອຍາວນານຂອງປະເທດຊາດ, ໜ້າໜັງສືພິມກູ້ຊາດ, ຜົນງານວັນນະກຳ, ສິລະປະ, ດົນຕີ, ຮູບແຕ້ມ ແລະອື່ນໆ, ທີ່ສ້າງຂຶ້ນໂດຍນັກຂຽນ, ນັກຂ່າວ, ນັກສິລະປິນ ແລະ ບຸກຄົນອື່ນໆ ລຸ້ນຕໍ່ລຸ້ນ ເຊິ່ງເປັນ "ທະຫານແນວໜ້າທາງວັດທະນະທຳ" ສ້າງຂຶ້ນຢ່າງບໍ່ຢຸດຢັ້ງທ່າມກາງລະເບີດແລະລູກປືນ, ໄດ້ກາຍເປັນອາວຸດອັນແຫຼມຄົມຕໍ່ຕ້ານສັດຕູ, ໃນຂະນະດຽວກັນ ວັດທະນະທຳໄດ້ບຳລຸງຄູນສ້າງນ້ຳໃນຮັກຊາດ, ປຸກຕື່ນຄວາມພາກພູມໃຈ ແລະຄວາມເຄົາລົບຕົນເອງໃນຊາດ, ຄວາມປາຖະໜາໃນເອກະລາດ ເສລີພາບ ແລະຄວາມສຸກ, ຫຼໍ່ຫຼອມເຈດຈຳນົງການຕໍ່ສູ້ທີ່ຍອດຍ້ຽມໃນພົນລະເມືອງຫວຽດນາມທຸກຄົນ. ພາລະກິດວັດທະນະທຳ ແລະຂໍ້ມູນຂ່າວສານໄດ້ຮັບການພັດທະນາຢ່າງຮອບດ້ານ ດ້ວຍທິດທາງທີ່ຊັດເຈນ, ເລິກເຊິ່ງ ແລະ ເປັນແບບສະບັບ ກ່ຽວກັບເນື້ອໃນສະເພາະທາງ ແລະ ແບບວິທີການເຄື່ອນໄຫວ; ກ່ຽວກັບການຝຶກອົບຮົມ ແລະບຳລຸງສ້າງພະນັກງານວັດທະນະທຳ ເພື່ອເພິ່ມທະວີກຳລັງຄົນ ແລະຮັບໃຊ້ພາລະກິດປະຕິວັດຂອງປະເທດຊາດ. ຫຼັງຈາກປະເທດຊາດໄດ້ເປັນເອກະພາບ, ພາຍໃຕ້ການນຳພາຂອງພັກ, ວັດທະນະທຳຍັງມີບົດບາດພື້ນຖານທາງຈິດໃຈຂອງຊາດ, ນຳໜ້າໃນການປິ່ນປົວບາດແຜຈາກສົງຄາມ, ສົ່ງເສີມຄວາມສາມັກຄີພາຍໃນຊາດ ແລະ ຄວາມສາມັກຄີສາກົນ; ຖ່າຍທອດຈິດໃຈແຫ່ງການຄິດໃນແງ່ດີ, ປົກປ້ອງແລະຟື້ນຟູຄ່ານິຍົມຫຼັກ, ສ້າງສາຍໄຍທີ່ເຊື່ອມໂຍງອະດີດ, ປະຈຸບັນ ແລະ ອະນາຄົດ; ຄາດຄະເນແລະລະບຸຂໍ້ບົກຜ່ອງຂອງກົນໄກການລວມສູນ ອຸດໜຸນເກື້ອກູນ, ປູທາງໃຫ້ແກ່ກິດຈະການປ່ຽນແປງໃໝ່ປະເທດຊາດຢ່າງຮອບດ້ານ.

ເມື່ອເຂົ້າສູ່ຍຸກແຫ່ງການປ່ຽນແປງໃໝ່ແລະເຊື່ອມໂຍງສາກົນ, ຂະແໜງການວັດທະນະທຳຍັງຄົງມີບົດບາດສຳຄັນເປັນພິເສດ ໃນການຊີ້ນຳຄວາມຄິດເຫັນສາທາລະນະໄປສູ່ການປະຕິຮູບເສດຖະກິດແລະສັງຄົມ, ປະກອບສ່ວນຊຸກຍູ້ການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ແລະ ສັງຄົມທີ່ປະຊາທິປະໄຕ ຍຸຕິທຳ ແລະອາລະຍະທຳ; ສ້າງວັດທະນະທຳທີ່ກ້າວໜ້າ ແລະອຸດົມໄປດ້ວຍເອກະລັກຂອງຊາດ, ພ້ອມກັນນັ້ນ ກໍດູດຊຶມເອົາສິ່ງທີ່ດີທີ່ສຸດຂອງມະນຸດຊາດຢ່າງຕໍ່ເນື່ອງ ເພື່ອພັດທະນາຕົນເອງໃຫ້ສອດຄ່ອງກັບຍຸກສະໄໝ.

ພາຍໃຕ້ແສງສະຫວ່າງຂອງລັດທິມາດ-ເລນິນແລະແນວຄິດໂຮ່ຈີມິນ, ພັກກອມມູນິດຫວຽດນາມໄດ້ສ້າງແນວທາງວັດທະນະທຳທີ່ຮອບດ້ານແລະເລິກເຊິ່ງຍິ່ງຂຶ້ນ, ຄອບຄຸມທຸກໄລຍະປະຫວັດສາດການປະຕິວັດຂອງປະເທດ, ປະຕິບັດພາລະກຳປະຫວັດສາດອັນສູງສົ່ງແລະສັກສິດໃນການສ້າງຮາກຖານທາງຈິດວິນຍານຂອງສັງຄົມ, ກາຍເປັນພະລັງພາຍໃນ, ແຫຼ່ງກຳລັງ ແລະ ແຮງຂັບເຄື່ອນທີ່ສຳຄັນ ສຳລັບການພັດທະນາປະເທດຢ່າງຍືນຍົງ.

ຄວາມສຳເລັດທີ່ປະທັບໃຈແລະສະຫງ່າງາມ

ດ້ວຍການປະກາດນະໂຍບາຍວັດທະນະທຳແມ່ນຮາກຖານ - ຂໍ້ມູນແມ່ນສື່ກາງ - ກິລາແມ່ນພະລັງ - ການທ່ອງທ່ຽວແມ່ນສະພານເຊື່ອມ”, ຂະແໜງການວັດທະນະທຳ, ກິລາ ແລະການທ່ອງທ່ຽວໄດ້ແລະກຳລັງບືນຕົວຂຶ້ນສູ່ການພັດທະນາຢ່າງແຂງແຮງ, ກ້າວຂ້ານຄວາມຫຍຸ້ງຍາກແລະຄວາມທ້າທາຍທຸກຢ່າງ.

ດ້ວຍການປະກາດໃຊ້ໂຄງຮ່າງກ່ຽວກັບວັດທະນະທຳຫວຽດນາມ (ປີ 1943), ພາລະກິດການປະຕິວັດວັດທະນະທຳຂອງຊາດໄດ້ເຂົ້າສູ່ຂັ້ນຕອນທາງປະຫວັດສາດຢ່າງແທ້ຈິງ, ກາຍເປັນສ່ວນສຳຄັນ ທີ່ຮ່ວມເດີນທາງແລະຮັບໃຊ້ໂດຍກົງຕໍ່ພາລະກິດປະຕິວັດເພື່ອການປົດປ່ອຍຊາດ ແລະການຕໍ່ສູ້ເພື່ອເອກະລາດແລະເສລີພາບ. ພາຍໃຕ້ການນຳພາຂອງພັກແລະປະທານໂຮ່ຈີມິນ, ວັດທະນະທຳໄດ້ກາຍເປັນອາວຸດສຳຄັນໃນສະໜາມຮົບດ້ານແນວຄິດ, ປະກອບສ່ວນໃນການລະດົມແລະລວມພະລັງຂອງຊາດໃຫ້ລຸກຂຶ້ນຕໍ່ສູ້ແລະໄດ້ຮັບເອກະລາດໃນປີ 1945, ເປີດຍຸກແຫ່ງເອກະລາດແລະເສລີພາບໃຫ້ແກ່ປະເທດຊາດ. ບັນຍາກາດປະຕິວັດໃນຊຸມປີແຫ່ງຄວາມກ້າຫານເຫຼົ່ານັ້ນ ໄດ້ສ້າງຮ່ອງຮອຍເລິກໄວ້ໃນບົດເພງຂອງນັກປະພັນຕ່າງໆ ເຊັ່ນ ເພງກອງທັບບຸກ (ວັນ ກາວ), ດັບສູນລັດທິຟາດຊິດ (ຫງວຽນ ດິ່ງ ທີ), ວັນທີສິບເກົ້າສິງຫາ (ຊວັນ ແອວງ)... ຫຼັງຈາກປະເທດໄດ້ຮັບເອກະລາດ, ວຽກງານໂຄສະນາຊວນເຊື່ອແລະປຸກລະດົມກຳລັງໃຈປະຊາຊົນໄດ້ຊ່ວຍຟື້ນຟູປະເທດ, ລົບລ້າງຄວາມບໍ່ຮູ້ໜັງສື ແລະ ຂະຫຍາຍຄວາມຮູ້ຂອງປະຊາຊົນ. ໃນສົງຄາມຕໍ່ຕ້ານພວກລ່າເມືອງຂຶ້ນຝຣັ່ງ (ປີ 1945-1954), ດ້ວຍທິດນຳນຳເອົາຈິດໃຈສູ້ຮົບເຂົ້າໃນການເຄື່ອນໄຫວວັດທະນະທຳ, ເຮັດໃຫ້ວັດທະນະທຳກາຍເປັນອາວຸດທີ່ແຫຼມຄົມ”, ວຽກງານສື່ສິ່ງພິມ, ຂໍ້ມູນຂ່າວສານ ແລະການໂຄສະນາຊວນເຊື່ອ ໄດ້ຮັບການຍູ້ແຮງ. ສິລະປະຫຼາກຫຼາຍຮູບແບບເຊັ່ນ ເພງປະຕິວັດ, ກາບກອນ, ລະຄອນ... ໄດ້ກຳເນີດຂຶ້ນ ເຊິ່ງຊ່ວຍກະຕູ້ນຈິດໃຈຮັກຊາດ ແລະເຈດຈຳນົງສູ້ຮົບຂອງກອງທັບແລະປະຊາຊົນຂອງເຮົາ ຢ່າງແຮງກ້າ.

ຕາມຄຳສັ່ງຂອງປະທານໂຮ່ຈີມິນ, ເຫຼົ່າພະນັກງານດ້ານວັດທະນະທຳບໍ່ຫຍໍ້ທໍ້ຕໍ່ຄວາມຍາກລຳບາກແລະການເສຍສະລະ ໄດ້ແຜ່ຂະຫຍາຍພະລັງທາງຈິດວິນຍານ ແລະປະກອບສ່ວນເຂົ້າໃນໄຊຊະນະໂດຍລວມຂອງຊາດ ນຳໄປສູ່ໄຊຊະນະດ້ຽນບຽນຝູທີ່ກ້ອງກັງວານທົ່ວຫ້າທະວີບແລະສັ່ນສະເທືອນແຜ່ນດິນໂລກ”. ໃນສົງຄາມຕໍ່ຕ້ານຈັກກະພັດອາເມລິກາ ເພື່ອກູ້ຊາດ (ປີ 1954-1975), ບັນດາຜົນງານດ້ານວັນນະກຳແລະສິລະປະສະທ້ອນໃຫ້ເຫັນເຖິງຊີວິດການຕໍ່ສູ້, ການອອກແຮງງານ ແລະການຜະລິດໃນພາກເໜືອ ແລະ ເຈດຈຳນົງການຕໍ່ສູ້ຢ່າງພິລະອາດຫານຂອງພີ່ນ້ອງຮ່ວມຊາດພາກໃຕ້. ສິລະປິນ ນັກຂຽນແລະນັກຂ່າວຈຳນວນຫຼາຍ ເຊິ່ງເປັນທະຫານໃນແນວຮົບທາງວັດທະນະທຳແລະແນວຄິດ ໄດ້ອອກເດີນທາງໄປສະໜັບສະໜູນສະໜາມຮົບທາງໃຕ້ດ້ວຍຈິດໃຈແຫ່ງການຂ້າມສາຍພູເຈື່ອງເຊີນໄປກູ້ຊາດ / ແຕ່ຫົວໃຈເຕັມໄປດ້ວຍຄວາມຫວັງໃນອະນາຄົດ” (ໂຕ໋ ຫືວ), ພ້ອມທີ່ຈະ “ໃຊ້ປາກກາເປັນດາບ”, “ໃຊ້ສິລະປະເປັນອາວຸດ”, ສ້າງສັນຜົນງານບົດກະວີ ດົນຕີ ລະຄອນ ຮູບແຕ້ມ ຮູບເງົາ ບົດໜັງສືພິມ ແລະອື່ນໆ ທີ່ເຕັມໄປດ້ວຍລົມຫາຍໃຈແຫ່ງຊີວິດແລະການຕໍ່ສູ້, ສະທ້ອນໃຫ້ເຫັນເຖິງເຈດຈຳນົງອັນບໍ່ຫວັ່ນໄຫວ, ຄວາມກ້າຫານ ແລະ ຄວາມເຊື່ອໝັ້ນໃນໄຊຊະນະຂອງປະຊາຊົນ. ຂະບວນການ “ຂັບຂານບົດເພງເພື່ອກືນສຽງລະເບີດ” ໄດ້ປຸກລະດົມກອງທັບ ແລະປະຊາຊົນຂອງເຮົາໃຫ້ຕໍ່ສູ້ ແລະໄດ້ຮັບໄຊຊະນະ, ປົດປ່ອຍພາກໃຕ້ແລະໂຮມປະເທດເປັນເອກະພາບ ດ້ວຍໄຊຊະນະຄັ້ງຍິ່ງໃໝ່ໃນລະດູບານໃໝ່ປີ 1975. ອາຈະຢືນຢັນວ່າ ຂະແນງການວັດທະນະທຳໄດ້ມີສ່ວນຮ່ວມຢ່າງມະຫາສານ ຮ່ວມກັບພັກ ປະຊາຊົນ ແລະກອງທັບທັງໝົດ ໃນການຂຽນມະຫາກາບອັນຍິ່ງໃຫຍ່ຂອງຊາດໃນສະຕະວັດທີ XX.

ຫຼັງຈາກປະເທດຊາດໄດ້ເປັນເອກະພາບໃນປີ 1975, ຂະແໜງການວັດທະນະທຳທັງໝົດໄດ້ສຸມໃສ່ການພັດທະນາຊີວິດທາງວັດທະນະທໍາໃນຮາກຖານ, ຂະຫຍາຍການເຄື່ອນໄຫວວັດທະນະທໍາຂອງມະຫາຊົນ, ສ້າງສະຖາບັນທາງວັດທະນະທໍາຕັ້ງແຕ່ສູນກາງລົງເຖິງທ້ອງຖິ່ນ ແລະປະກາດໃຊ້ລັດຖະບັນຍັດວ່າດ້ວຍການຄຸ້ມຄອງ ແລະນໍາໃຊ້ວັດຖຸບູຮານ ແລະແຫຼ່ງທ່ອງທ່ຽວທາງປະຫວັດສາດ ແລະວັດທະນະທໍາ. ວັດທະນະທຳມີການສ້າງສັນຜົນງານໃໝ່ໆ ຫຼວງຫຼາຍ; ລະຄອນ ດົນຕີ ແລະຮູບເງົາໄດ້ຮັບການພັດທະນາດ້ວຍຜົນງານທີ່ໂດດເດັ່ນຈຳນວນຫຼາຍ; ສື່ໜັງສືພິມ ແລະການພິມໄດ້ຮັບການລວມເປັນເອກະພາບແລະຂະຫຍາຍຕົວ; ການເຄື່ອນໄຫວກາຍະສຶກສາ, ກິລາ, ກິດຈະກຳສິລະປະ, ໂປສເຕີໂຄສະນາຊວນເຊື່ອ ແລະອື່ນໆ ລ້ວນແຕ່ຮັບໃຊ້ໜ້າທີ່ທາງການເມືອງ ແລະ ຊີວິດຂອງປະຊາຊົນຢ່າງແຂງຂັນ.

ກິດຈະການປ່ຽນແປງໃໝ່ປະເທດຢ່າງຮອບດ້ານໃນປີ 1986 ໄດ້ເປັນຈຸດປ່ຽນທີ່ສຳຄັນໃນການພັດທະນາວັດທະນະທຳຫວຽດນາມ. ພ້ອມກັບການຫັນປ່ຽນທາງເສດຖະກິດ ຈາກກົນໄກລວມສູນ ເກື້ອກູນອຸດໜູນ ອາດຍາສິດ ໄປສູ່ລະບົບເສດຖະກິດແບບຕະຫຼາດ, ວຽກງານຄຸ້ມຄອງວັດທະນະທຳກໍມີການປ່ຽນແປງຫຼາຍຢ່າງ ເພື່ອປັບໃຫ້ເຂົ້າກັບສະຖານະການໃໝ່.

ມະຕິກອງປະຊຸມຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສະໄໝທີ VIII “ກ່ຽວກັບການສ້າງແລະພັດທະນາລະບົບວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະ ເຕັມໄປດ້ວຍເອກະລັກປະຈຳຊາດ” (ປີ 1998) ແມ່ນມະຕິສະເພາະບັນຫາທີ່ສຳຄັນຍິ່ງ ໃນຂະບວນການພັດທະນາວັດທະນະທຳຫວຽດນາມ ໃນໄລຍະແຫ່ງການຍູ້ແຮງການຫັນປະເທດເປັນອຸສາຫະກຳແລະທັນສະໄໝ. ມະຕິດັງກ່າວຢືນຢັນວ່າ ວັດທະນະທຳເປັນຮາກຖານທາງຈິດໃຈຂອງສັງຄົມ, ເປັນທັງເປົ້າໝາຍແລະແຮງຂັບເຄື່ອນໃນການພັດທະນາເສດຖະກິດແລະສັງຄົມ...; ການເບິ່ງແຍງວັດທະນະທໍາໝາຍເຖິງການເບິ່ງແຍງ ແລະເສີມສ້າງຮາກຖານທາງຈິດໃຈຂອງສັງຄົມ. ມະຕິກໍໄດ້ຊີ້ໃຫ້ເຫັນແຈ້ງເຖິງຄວາມເຊື່ອມໂຍງຢ່າງໃກ້ຊິດ ລະຫວ່າງວັດທະນະທຳແລະການພັດທະນາທາງເສດຖະກິດແລະສັງຄົມ, ວັດທະນະທຳເປັນທັງຜົນໄດ້ຮັບຂອງເສດຖະກິດ ແລະເປັນແຮງຂັບເຄື່ອນການພັດທະນາເສດຖະກິດ; ປັດໄຈທາງວັດທະນະທຳຕ້ອງເຊື່ອມໂຍງຢ່າງໃກ້ຊິດກັບຊີວິດ ແລະກິດຈະກຳທາງສັງຄົມໃນທຸກດານ ທັງດ້ານການເມືອງ ເສດຖະກິດ ສັງຄົມ ກົດໝາຍ ແລະວິໄນ... ກາຍເປັນຊັບພະຍາກອນພາຍໃນທີ່ສຳຄັນທີ່ສຸດສຳລັບການພັດທະນາ. ຫຼັງຈາກດຳເນີນການຕາມມະຕິຂອງກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 (ສະໄໝທີ VIII) ເປັນເວລາ 15 ປີ, ເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາຢ່າງຍືນຍົງໃນສະພາບການເຊື່ອມໂຍງສາກົນ, ມະຕິຂອງກອງປະຊຸມຄັ້ງທີ 9 ຄະນະບໍລິຫານງານສູນກາງພັກສະໄໝທີ XI (ປີ 2014) “ກ່ຽວກັບການສ້າງແລະພັດທະນາວັດທະນະທຳ ແລະຜູ້ຄົນຫວຽດນາມໃຫ້ສອດຄ່ອງກັບ ຄວາມຕ້ອງການຂອງການພັດທະນາປະເທດຢ່າງຍືນຍົງໄດ້ຖືກປະກາດໃຊ້ ໂດຍມີເປົ້າໝາຍທົ່ວໄປໃນການສ້າງວັດທະນະທຳ ແລະຜູ້ຄົນຫວຽດນາມທີ່ພັດທະນາຢ່າງຮອບດ້ານ, ມຸ່ງສູ່ຄວາມຈິງ - ຄວາມດີ - ຄວາມງາມ, ເຕັມໄປດ້ວຍຈິດໃຈແຫ່ງຊາດ, ມະນຸດສະທຳ, ປະຊາທິປະໄຕ ແລະ ວິທະຍາສາດ. ວັດທະນະທຳກາຍເປັນຮາກຖານທາງຈິດໃຈທີ່ໝັ້ນຄົງຢ່າງແທ້ຈິງ, ເປັນພະລັງພາຍໃນທີ່ສຳຄັນ ເຊິ່ງຮັບປະກັນການພັດທະນາທີ່ຍືນຍົງ ແລະປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ ເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸດຕິທຳ ແລະ ອາລະຍະທຳ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກໄດ້ຊີ້ແຈງເພີ່ມເຕີມເຖິງການບຸກທະລຸຍຸດທະສາດປະການທີ່ສອງວ່າ: “ການພັດທະນາຊັບພະຍາກອນມະນຸດຢ່າງຮອບດ້ານ, ໂດຍສະເພາະຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ...; ປຸກຕື່ນຄວາມປາຖະໜາໃຫ້ປະເທດຊາດຈະເລີນຮຸ່ງເຮືອງແລະມີຄວາມສຸກ, ເຈດຈຳນົງສູ້ຊົນພັດທະນາຕົນເອງ, ເສີມຂະຫຍາຍຄຸນຄ່າທາງວັດທະນະທຳ ແລະກຳລັງແຮງຂອງປະຊາຊົນຊາວຫວຽດນາມ ເພື່ອການສ້າງສາແລະປົກປັກຮັກສາປະເທດຊາດ(1). ກອງປະຊຸມວັດທະນະທຳແຫ່ງຊາດເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ XIII ຂອງພັກ ເຊິ່ງຈັດຂຶ້ນເມື່ອວັນທີ 24 ພິຈິກ 2021 ເຊິ່ງເປັນກອງປະຊຸມຄັ້ງທຳອິດໃນຮອບ 75 ປີ ນັບຕັ້ງແຕ່ກອງປະຊຸມວັດທະນະທຳແຫ່ງຊາດຄັ້ງທີ່ໜຶ່ງໃນປີ 1946 ໄດ້ສ້າງການເຜີຍແຜ່ ແລະຍົກສູງຄວາມຮັບຮູ້ ກ່ຽວກັບຕຳແໜ່ງແລະບົດບາດ ຂອງວັດທະນະທຳ ທີ່ມີຕໍ່ພາລະກິດການພັດທະນາປະເທດ ໃນລະບົບການເມືອງ ແລະໃນປະຊາຊົນທຸກຊັ້ນວັນນະ ວ່າ: “ວັດທະນະທຳແມ່ນຈິດວິນຍານ ຂອຊາດ, ສະແດງອອກເຖິງເອກະລັກ ຂອງຊາດຕາບໃດທີ່ວັດທະນະທຳຍັງຄົງຢູ່ ຊາດກໍຍັງຄົງຢູ່(2).

ພາຍໃຕ້ການນຳພາແລະການຊີ້ນຳທີ່ສະຫຼາດສ່ອງໃສ, ເລິກເຊິ່ງ ແລະ ທັນທ່ວງທີຂອງຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານ, ກະຊວງວັດທະນະທຳ ກິລາ ແລະການທ່ອງທ່ຽວ ໄດ້ຕິດຕາມແລະຜັນຂະຫຍາຍປະຕິບັດແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ຢ່າງຮອບດ້ານແລະມີປະສິດທິພາບ ດ້ວຍຈິດໃຈແຫ່ງ “3 ຄວາມມຸ່ງໝັ້ນ, 4 ຄວາມເປັນເຈົ້າການ, 5 ປະສິດທິຜົນ”. ໃນກອງປະຊຸມຄັ້ງທີ 8, ເມື່ອວັນທີ 27 ພະຈິກ 2024, ສະພາແຫ່ງຊາດໄດ້ອະນຸມັດໂຄງການເປົ້າໝາຍແຫ່ງຊາດວ່າດ້ວຍການພັດທະນາວັດທະນະທຳສຳລັບໄລຍະປີ 2025-2035 ເຊິ່ງມີນະໂຍບາຍໃໝ່ຫຼາຍຢ່າງ, ປົດປ່ອຍຊັບພະຍາກອນ ແລະສ້າງເງື່ອນໄຂໃຫ້ແກ່ການພັດທະນາວັດທະນະທຳ ກິລາ ແລະການທ່ອງທ່ຽວ ຢ່າງວ່ອງໄວ ແລະຍືນຍົງ. ປະຈຸບັນ, ຂະແໜງການວັດທະນະທຳ ກິລາ ແລະການທ່ອງທ່ຽວທົ່ວປະເທດກຳລັງສາມັກຄີ, ປະດິດສ້າງ, ສູ້ຊົນເພື່ອບັນລຸເປົ້າໝາຍແລະໜ້າທີ່ທີ່ວາງໄວ້. ໃນໄລຍະປີ 2021-2026, ຂະແໜງການວັດທະນະທຳ ກິລາ ແລະການທ່ອງທ່ຽວໄດ້ບັນລຸຜົນສຳເລັດທີ່ສຳຄັນແລະໂດດເດັ່ນຫຼາຍຢ່າງ.

ກ່ຽວກັບການປັບປຸງສະຖາບັນ ແລະ ການພັດທະນາແລະປະກາດໃຊ້ເອກະສານແນະນຳ ແລະຂໍ້ບັງຄັບທາງກົດໝາຍ: ໃນໄລຍະປີ 2021-2026, ຂະແໜງວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ໄດ້ຫັນປ່ຽນແນວຄິດຢ່າງເດັດຂາດ ຈາກ ການເຮັດວັດທະນະທຳ ໄປສູ່ການບໍລິຫານວັດທະນະທຳໂດຍລັດຜ່ານທາງກົດໝາຍ. ກະຊວງວັດທະນະທຳ ກິລາ ແລະການທ່ອງທ່ຽວໄດ້ເປັນເຈົ້າການໃນການທົບທວນ, ຄົ້ນຄວ້າ ແລະສະເໜີຕໍ່ອົງການທີ່ກ່ຽວຂ້ອງ ເພື່ອປັບປຸງບູລະນະສະຖາບັນນະໂຍບາຍຕ່າງໆ ແລະ ແກ້ໄຂອຸປະສັກແລະຊ່ອງຫວ່າງທາງກົດໝາຍ ຫຼາຍປະການ, ຊຸກຍູ້ການພັດທະນາຕາມທິດທາງຮັບປະກັນຄວາມຕ້ອງການດ້ານການບໍລິຫານຈັດການຂອງລັດ, ທັງສົ່ງເສີມຄວາມຄິດປະດິດສ້າງ ແລະ ປົດປ່ອຍຊັບພະຍາກອນທັງໝົດ ເພື່ອການພັດທະນາ. ຈາກນັ້ນ, ກະຊວງວັດທະນະທຳ ກິລາ ແລະການທ່ອງທ່ຽວ ໄດ້ເປັນປະທານໃນການຄົ້ນຄວ້າ ພັດທະນາ ແລະສະເໜີຕໍ່ອົງການທີ່ມີອຳນາດໃນການປະກາດໃຊ້ ເພື່ອປັບປຸງບູລະນະເອກະສານທາງກົດໝາຍ 124 ສະບັບ, ລວມເຖິງກົດໝາຍ 5 ສະບັບ, ລັດຖະດຳລັດ 31 ສະບັບ, ມະຕິຂອງນາຍົກລັດຖະມົນຕີ 1 ສະບັບ, ໜັງສືວຽນແລະໜັງສືວຽນຮ່ວມ 88 ສະບັບ; ດຳເນີນການກວດສອບແລະທົບທວນເອກະສານທາງກົດໝາຍເປັນປະຈຳທຸກປີ, ປະກອບສ່ວນໃນການແກ້ໄຂບັນຫາແລະອຸປະສັກ ໃນການດຳເນີນງານຂອງອົງການແລະບຸກຄົນ; ແກ້ໄຂຂໍ້ບົກພ່ອງ, ຄວາມບໍ່ພຽງພໍ ແລະ ອຸປະສັກໃນລະບົບກົດໝາຍພາຍໃນຂອບເຂດການບໍລິຫານຈັດການຂອງກະຊວງ.

ໃນດ້ານວັດທະນະທຳ: ຂະແໜງວັດທະນະທຳປະສົບຄວາມສຳເລັດທີ່ສຳຄັນຫຼາຍຢ່າງ. ຫຼາຍຮູບແບບສະພາບແວດລ້ອມທາງວັດທະນະທຳ ທີ່ຕິດພັນກັບຂະບວນການ “ປະຊາຊົນສາມັກຄີກັນກໍ່ສ້າງຊີວິດທາງວັດທະນະທຳໃນຄອບຄົວ, ຕະກູນ, ໝູ່ບ້ານ, ເຂດຊຸມຊົນ, ຄຸ້ມນະຄອນ, ອົງການສື່, ວິສາຫະກິດ, ຜູ້ປະກອບການ ໄດ້ຮັບການສ້າງຕັ້ງຂຶ້ນ ພັດທະນາ ແລະ ແຜ່ກະຈາຍໃນທົ່ວຊຸມຊົນຢ່າງກວ້າງຂວາງ; ລະບົບນິເວດທາງວັດທະນະທຳທີ່ເປັນເອກະພາບໃນຄວາມຫຼາກຫຼາຍ ໄດ້ຖືກສ້າງຂຶ້ນແລະກຳລັງຖືກສ້າງຂຶ້ນ ໂດຍຫຼອມລວມແລະແຜ່ຂະຫຍາຍຄຸນຄ່າມະນຸດນິຍົມຫຼັກຂອງຊາດ.

ວຽກງານຮັກສາແລະເສີມຂະຫຍາຍຄຸນຄ່າມໍລະດົກທາງວັດທະນະທຳໄດ້ຮັບຄວາມເອົາໃຈໃສ່ເພີ່ມຫຼາຍຂຶ້ນ. ລະບົບມໍລະດົກທາງວັດທະນະທຳຂອງຫວຽດນາມເປັນທີ່ຮູ້ຈັກຢ່າງກວ້າງຂວາງທົ່ວໂລກ. ປະຈຸບັນ, ຫວຽດນາມມີແຫຼ່ງບູຮານສະຖານກວ່າ 40.000 ແຫ່ງ ແລະມໍລະດົກທາງວັກທະນະທຳທີ່ຈັບຕ້ອງບໍ່ໄດ້ເກືອບ 70.000 ລາຍການ ເຊິ່ງລວມເຖິງ 36 ລາຍການທີ່ໄດ້ຮັບການຮັບຮອງ/ຂຶ້ນທະບຽນໂດຍອົງການ ຢູເນສະໂກ. ນອກຈາກການປະຕິບັດຕາມກົດໝາຍແລະຄຳໝັ້ນສັນຍາຕໍ່ອົງການ ຢູເນສະໂກ ຢ່າງເຄັ່ງຄັດແລ້ວ, ພວກເຮົາຍັງໃຫ້ຄວາມສຳຄັນກັບການລົງທຶນ ແລະການບູລະນະແຫຼ່ງບູຮານສະຖານ; ການໃຊ້ປະໂຫຍດແລະເຊື່ອມຕໍ່ແຫຼ່ງບູຮານສະຖານເຫຼົ່ານັ້ນ ເຂົ້າກັບການພັດທະນາການທ່ອງທ່ຽວ ຢ່າງມີປະສິດທິພາບ, ປະກອບສ່ວນພັດທະນາເສດຖະກິດແລະສັງຄົມໃນທ້ອງຖິ່ນຕ່າງໆ.

ຄຽງຄູ່ກັນນັ້ນ, ລະບົບສະຖາບັນວັດທະນະທຳລະດັບຮາກຖານຍັງດຳເນີນງານໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ. ວຽກງານການຄຸ້ມຄອງງານບຸນຕ່າງໆ ຂອງລັດ ໄດ້ຮັບການເພີ່ມທະວີ; ການກວດກາ, ການກວດສອບ, ການຊີ້ນຳກ່ອນ ໃນລະຫວ່າງ ແລະ ຫຼັງການຈັດຕັ້ງງານບຸນຕ່າງໆ ໄດ້ຮັບການຍູ້ແຮງ. ການພັດທະນາຄຸນສົມບັດສິນທຳ ແລະວິຖີຊີວິດ ຂອງຊາວຫວຽດນາມ ໄດ້ຖືກບູລະນະການເຂົ້າກັບການພັດທະນາ ແລະ ການບັງຄັບໃຊ້ກົດລະບຽບການປະພຶດພາຍໃນຄອບຄົວ; ຂະບວນການສ້າງຜູ້ຄົນໃໝ່ທີ່ມີມາດຕະຖານສະເພາະສຳລັບແຕ່ລະຂະແໜງການ, ແຕ່ລະທ້ອງຖິ່ນນັ້ນ ໄດ້ຖືກນຳໄປປະຕິບັດ, ໂດຍການຫັນປ່ຽນຄຸນທຳພື້ນຖານຫ້າປະການຂອງຊາວຫວຽດນາມເປັນມາດຕະຖານ ແລະລັກສະນະສະເພາະທີ່ເໝາະສົມກັບແຕ່ລະຂະແໜງການ, ແຕ່ລະທ້ອງຖິ່ນ.

ວຽກງານອະນຸລັກແລະເສີມຂະຫຍາຍຄຸນຄ່າງທາງວັດທະນະທຳດັ້ງເດີມອັນດີງາມຂອງບັນດາຊົນເຜົ່າສ່ວນນ້ອຍ ໄດ້ຮັບການຍູ້ແຮງ. ກະຊວງວັດທະນະທຳ, ກິລາ ແລະການທ່ອງທ່ຽວ ໄດ້ອອກໂຄງການຕ່າງໆ ເຊັ່ນການອະນຸລັກ ແລະເສີມຂະຫຍາຍຄຸນຄ່າຂອງເພງພື້ນເມືອງ, ການຟ້ອນລຳພື້ນເມືອງ ແລະ ດົນຕີພື້ນເມືອງ ຂອງຊົນເຜົ່າສ່ວນນ້ອຍ ຄຽງຄູ່ກັບການພັດທະນາການທ່ອງທ່ຽວໃນໄລຍະປີ 2021-2030”; ການຈັດງານບຸນ, ກິດຈະກຳທາງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຢ່າງສະໝ່ຳສະເໝີ ສຳລັບຊົນເຜົ່າຕ່າງໆ ໃນລະດັບພາກພື້ນແລະລະດັບຊາດ ຈົນຮອດປີ 2035”; ການອະນຸລັກ, ຟື້ນຟູ ແລະ ເສີມຂະຫຍາຍຄຸນຄ່າຂອງເພງພື້ນເມືອງ, ການຟ້ອນລຳພື້ນເມືອງ ແລະດົນຕີພື້ນເມືອງ ຂອງຊົນເຜົ່າສ່ວນນ້ອຍ ໂດຍຕິດກັບການພັດທະນາການທ່ອງທ່ຽວ ໃນໄລຍະປີ 2021-2030”; ດຳເນີນໂຄງການຫັນປ່ຽນດິຈິຕອນເພື່ອອະນຸລັກ ແລະເສີມຂະຫຍາຍຄຸນຄ່າທາງວັດທະນະທຳດັ້ງເດີມຂອງ 54 ຊົນເຜົ່າຫວຽດນາມ, ສ້າງສະພາບແວດລ້ອມການສຶກສາ, ການຄົ້ນຫາຂໍ້ມູນທາງວັດທະນະທຳ ແລະການພັດທະນາການທ່ອງທ່ຽວ.  

ບັນດາຂະແໜງອຸດສາຫະກຳວັດທະນະທຳ ເຊັ່ນ ຮູບເງົາ, ສິລະປະການສະແດງ, ວັນນະກຳ, ວິຈິດສິນ, ການຖ່າຍຮູບ ແລະ ການວາງສະແດງ ກຳລັງໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະປະສົບຄວາມສຳເລັດຢ່າງໜ້າຊົມເຊີຍ. ອຸດສາຫະກຳວັດທະນະທຳກຳລັງກາຍເປັນກະແສ ແລະໄດ້ຮັບການລະບຸວ່າ ເປັນປັດໄຈສຳຄັນທີ່ສົ່ງເສີມການເຕີບໂຕຂອງປະເທດ. ມູນຄ່າການຜະລິດຈາກອຸດສາຫະກຳວັດທະນະທຳຂອງຫວຽດນາມປະກອບສ່ວນໂດຍສະເລ່ຍປະມານ 1.059 ພັນຕື້ດົ່ງຕໍ່ປີ (44 ຕື້ໂດລາສະຫະລັດ). ອັດຕາການເຕີບໂຕຂອງຈຳນວນສະຖາບັນເສດຖະກິດທີ່ດຳເນີນງານໃນອຸດສາຫະກຳວັດທະນະທຳສະເລ່ຍປະມານ 7,2% ຕໍ່ປີ ໃນໄລຍະຫ້າປີຜ່ານມາ. ກຳລັງແຮງງານໃນອຸດສາຫະກຳວັດທະນະທຳກໍ່ໄດ້ເພີ່ມຂຶ້ນຢ່າງໄວວາ, ໂດຍສະເລ່ຍ 7,4% ຕໍ່ປີໃນໄລຍະຫ້າປີທີ່ຜ່ານມາ. ອຸດສາຫະກຳບັນເທິງ, ສິລະປະການສະແດງ, ການທ່ອງທ່ຽວວັດທະນະທຳ, ວິທະຍຸກະຈາຍສຽງແລະໂທລະພາບ, ວິດີໂອເກມ ແລະອື່ນໆກຳລັງພັດທະນາຢ່າງວ່ອງໄວ ໂດຍມີສ່ວນຮ່ວມໃນ GDP ເກືອບ 4,4%. ການຄຸ້ມຄອງລິຂະສິດໄດ້ຮັບການເສີມສ້າງໃຫ້ເຂັ້ມແຂງ ເຊິ່ງຄ່ອຍໆ ເພີ່ມຄວາມສາມາດໃນການແຂ່ງຂັນຂອງຜະລິດຕະພັນ ແລະບໍລິການທາງວັດທະນະທຳຂອງຫວຽດນາມໃນຕະຫຼາດຕ່າງປະເທດ.

ການທູດທາງວັດທະນະທຳ ແລະ ການເຊື່ອມໂຍງສາກົນກໍບັນລຸຄວາມສຳເລັດທີ່ໂດດເດັ່ນຫຼາຍຢ່າງ ໂດຍປ່ຽນຈາກການ “ແລກປ່ຽນ” ໄປສູ່ “ການຮ່ວມມືຢ່າງແທ້ຈິງ”, ໃນໄລຍະຫ້າປີທີ່ຜ່ານມາ, ມີການລົງນາມສົນທິສັນຍາ ແລະຂໍ້ຕົກລົງສາກົນເຖິງ 54 ສະບັບ ເຊິ່ງວາງຮາກຖານສຳລັບການສ້າງ ແລະຂະຫຍາຍການຮ່ວມມືດ້ານວັດທະນະທຳ, ກິລາ ແລະການທ່ອງທ່ຽວກັບປະເທດອື່ນໆ, ສິ່ງນີ້ໄດ້ສ້າງພື້ນຖານທີ່ສຳຄັນເພື່ອເປັນເຈົ້າການແລະບຸກທະລຸໃນການເຊື່ອມໂຍງສາກົນ ແລະ ກ້າວເຂົ້າສູ່ຍຸກໃໝ່ດ້ວຍຄວາມໝັ້ນໃຈ.

ໃນດ້ານກາຍະສຶກສາ ແລະ ກິລາ: ມີການປ່ຽນແປງຫຼາຍຢ່າງທີ່ເຫັນໄດຊັດ ໂດຍມຸ່ງໄປສູ່ການສົ່ງເສີມການພັດທະນາກາຍະສຶກສາ ແລະກິດລາໃນກຸ່ມຕ່າງໆ ໂດຍສະເພາະນັກຮຽນ, ທະຫານ, ຊາວນາ ແລະ ຜູ້ສູງອາຍຸ. ຂະບວນການກາຍະສຶກສາ ແລະ ການຝຶກກິລາເປັນໄປຢ່າງຄຶກຄັກທົ່ວປະເທດ ມີຮູບແບບທີ່ອຸດົມສົມບູນແລະຫຼາກຫຼາຍ, ຈຳນວນຜູ້ທີ່ເຂົ້າຮ່ວມກາຍະສຶກສາແລະກິດລາເປັນປະຈຳ ແລະ ຈຳນວນສະໂມສອນຝຶກແອບກຳລັງກາຍແລະກິລາ ກໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ການຂົນຂວາຍໃຫ້ປະຊາຊົນທຸກຄົນຝຶກແອບກຳລັງກາຍຕາມປະທານໂຮ່ຈີມິນຜູ້ຍິ່ງໃຫຍ່”, ແລະຈິດໃຈສຸຂະພາບແຂງແຮງເພື່ອກໍ່ສ້າງແລະປົກປັກກັກສາປະເທດຊາດຍັງຄົງໄດ້ຮັບການສົ່ງເສີມ ແລະເຜີບແຜ່ຢ່າງຕໍ່ເນື່ອງ, ກໍ່ໃຫ້ເກີດຂະບວນການແອບກຳລັງກາຍແລະກິລາທີ່ຟົດຟື້ນໃນໝູ່ປະຊາຊົນ. ກິລາລະດັບສູງມີຄວາມກ້າວໜ້າ ພັດທະນາຢ່າງຕໍ່ເນື່ອງ ແລະ ບັນລຸຜົນສຳເລັດຫຼາຍຢ່າງ ໃນການແຂ່ງຂັນກິລາລະດັບພາກພື້ນ, ທະວີບ ແລະ ລະດັບໂລກ. ສິ່ງນີ້ຍັງເປັນແຮງບັນດານໃຈ, ປຸກຕື່ນຄວາມພາກພູມໃຈໃນຊາດ ແລະປະກອບສ່ວນເຂົ້າໃນຜົນສຳເລັດໃນຂະບວນການປ່ຽນແປງໃໝ່ ແລະພັດທະນາປະເທດ.

ໃນດ້ານການທ່ອງທ່ຽວ: ໃນໄລຍະປີ 2021-2024, ຂະແໜງການທ່ອງທ່ຽວຫວຽດນາມຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຈຳນວນ 33,7 ລ້ານຄົນ ແລະນັກທ່ອງທ່ຽວໃນປະເທດ 359,5 ລ້ານຄົນ ໂດຍມີລາຍໄດ້ລວມຈາກຂະແໜງການທ່ອງທ່ຽວສູງເຖິງ 2.193 ພັນຕື້ດົ່ງ. ໃນປີ 2025, ຂະແໜງການທ່ອງທ່ຽວຕັ້ງເປົ້າທີ່ຈະຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 22-23 ລ້ານຄົນ ແລະນັກທ່ອງທ່ຽວໃນປະເທດ 120-130 ລ້ານຄົນ ໂດຍມີລາຍໄດ້ລວມຈາກຂະແໜງການທ່ອງທ່ຽວປະມານ 980-1.050 ພັນຕື້ດົ່ງ. ມີການເປີດຕົວຜະລິດຕະພັນການທ່ອງທ່ຽວໃໝ່ໆຫຼາຍຢ່າງ ແລະມີການຂະຫຍາຍການໃຊ້ລະບົບວີຊ່າເອເລັກໂຕຣນິກ. ຂະແໜງການທ່ອງທ່ຽວຫວຽດນາມກາຍເປັນຈຸດເດັ່ນໃນພູມິທັດທາງເສດຖະກິດຂອງປະເທດຫຼັງການແຜ່ລະບາດຂອງໂຄວິດ-19 ໂດຍມີສ່ວນສຳຄັນຕໍ່ການຟື້ນຕົວ ແລະການເຕີບໂຕທາງເສດຖະກິດ ສະເຫຼ່ຍ 6%-8% ຈອງ GDP ຕໍ່ປີ. ໃນຫຼາຍປີທີ່ຜ່ານມາ, ຫວຽດນາມໄດ້ຮັບການຍອມຮັບວ່າ ເປັນໜຶ່ງໃນຈຸດໝາຍປາຍທາງການທ່ອງທ່ຽວຊັ້ນນຳຂອງອາຊີ ແລະຂອງໂລກ. ການທ່ອງທ່ຽວໃນປະຈຸບັນບໍ່ໄດ້ເປັນພຽງສະພານເຊື່ອມໂຍງເອກະລັກຂອງຫວຽດນາມກັບໂລກເທົ່ານັ້ນ ແຕ່ຍັງເປັນການເດີນທາງເພື່ອຮັບສິ່ງທີ່ດີທີ່ສຸດຂອງມະນຸດຊາດ, ເຮັດໃຫ້ວັດທະນະທຳຫວຽດນາມສາມາດຫຼອມລວມ ແລະເປັ່ງປະກາຍໃນກະແສວັດທະນະທຳໂລກໄດ້ອີກດ້ວຍ.

ກ່ຽວກັບສື່ມວນຊົນ: ສື່ມວນຊົນສືບຕໍ່ເຮັດໜ້າທີ່ຢ່າງມີປະສິດທິພາບ ໃນຖານະເວທີ ແລະກະບອກສຽງຂອງພັກ ລັດ ແລະປະຊາຊົນ; ເປັນກຳລັງຫຼັກແຫຼ່ງແລະນຳໜ້າໃນແນວຮົບທາງແນວຄິດແລະວັດທະນະທຳ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ, ສັງຄົມ, ການປ້ອງກັນປະເທດ ຄວາມໝັ້ນຄົງ ແລະ ການເຊື່ອມໂຍງສາກົນ; ປົກປ້ອງຮາກຖານແນວຄິດຂອງພັກ; ມີບົດບາດບຸກເບີກສະເໝີໃນການໄປກ່ອນເພື່ອນຳທາງ - ໄປພ້ອມກັນໃນການປະຕິບັດ - ຕາມຫຼັງເພື່ອສະຫຼຸບສັງລວມ”, ມີພາລະກຳສຳຄັນເປັນພິເສດໃນຖານະຊ່ອງທາງແຫ່ງຄວາມຮູ້ - ເຊື່ອມໂຍງຄວາມໄວ້ວາງໃຈລະຫວ່າງພັກ, ລັດ ແລະປະຊາຊົນໃນຍຸກໃໝ່ຂອງປະເທດ. ສື່ມວນຊົນແລະການພິມຈຳໜ່າຍກຳລັງຄ່ອຍໆ ກາຍເປັນສ່ວນສຳຄັນຂອງອຸດສາຫະກຳວັດທະນະທຳ, ພັດທະນາໄປໃນທິດທາງທີ່ດີຂຶ້ນ, ເປັນມືອາຊີບ, ມີມະນຸດສະທຳ ແລະທັນສະໄໝຍິ່ງຂຶ້ນ.

ດ້ວຍຜົນງານອັນໂດດເດັ່ນຕະຫຼອດ 80 ປີທີ່ຜ່ານມາ, ຂະແໜງການວັດທະນະທຳໄດ້ຮັບລາງວັນອັນສູງສົ່ງຫຼາຍລາງວັນຈາກພັກ ແລະ ລັດ ເຊັ່ນ: ຫຼຽນໄຊດາວຄຳ, ຫຼຽນໄຊໂຮ່ຈີມິນ ແລະອື່ນໆ 

 ເຂົ້າສູ່ຍຸກໃໝ່ດ້ວຍຄວາມໝັ້ນໃຈ

ວັດທະນະທໍາໃນປະຈຸບັນບໍ່ພຽງແຕ່ເປັນການສືບທອດຈາກອະດີດ ທີ່ແບກຮັບຈິດວິນຍານຂອງຊາດ ແຕ່ຍັງເປັນການເດີນທາງແຫ່ງການສ້າງສັນຢ່າງຕໍ່ເນື່ອງ ດ້ວຍພະລັງຊີວິດແຫ່ງຄວາມທັນສະໄໝໃນຍຸກດິຈິຕອນ. ທ່າມກາງການປ່ຽນແປງຢ່າງແຂງແຮງໃນທຸກດ້ານຂອງປະເທດໃນປະຈຸບັນ, ຂະແໜງການວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ຕະຫຼອດຈົນສັງຄົມໂດຍລວມ ຈຳເປັນຕ້ອງມີຄວາມຕັດສິນໃຈ, ຄວາມມຸ່ງໝັ້ນທີ່ຈະປະກອບສ່ວນ, ຄວາມພະຍາຍາມສ້າງສັນ ແລະ ຄວາມກ້າວໜ້າຍິ່ງຂຶ້ນ ໃນການຈັດຕັ້ງປະຕິບັດໜ້າທີ່ ແລະ ວິທີແກ້ໄຂທີ່ສຳຄັນດັ່ງຕໍ່ໄປນີ້:

ກ່ຽວກັບໜ້າທີ່ຈຸດໜັກໃຈກາງ

ທີໜຶ່ງ, ການປ່ຽນແປງໃໝ່ແນວຄິດດ້ານການນຳພາ, ການຄຸ້ມຄອງບໍລິຫານ,  ປັບປຸງຍົກສູງຄວາມຮັບຮູ້, ເພີ່ມທະວີການເຄື່ອນໄຫວພັດທະນາວັດທະນະທຳ, ກິລາ ແລະການທ່ອງທ່ຽວ. ປັບປຸງຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບຂອງຄະນະພັກ, ອຳນາດການປົກຄອງ ກ່ຽວກັບບົດບາດຂອງຂະແໜງການວັດທະນະທຳ ກິລາ ແລະການທ່ອງທ່ຽວ. ເຊື່ອມໂຍງເປົ້າໝາຍແລະໜ້າທີ່ການພັດທະນາຂອງຂະແໜງການນີ້ ເຂົ້າກັບເປົ້າໝາຍແລະໜ້າທີ່ການພັດທະນາເສດຖະກິດ-ສັງຄົມຂອງທຸກຂັ້ນ, ຂະແໜງການ ແລະທ້ອງຖິ່ນ.

ທີສອງ, ຈັດຕັ້ງການຊາບຊຶມມະຕິຂອງພັກກ່ຽວກັບວັດທະນະທຳ ແລະ ຜັນຂະຫຍາຍປະຕິບັດມະຕິຂອງພັກຢ່າງເປັນຮູບປະທຳ ແລະມີປະສິດທິພາບໃນທຸກພາກສ່ວນຂອງຂະແໜງການວັດທະນະທຳ. ທົບທວນ, ເພີ່ມເຕີມ, ປັບປຸງ, ຈັດລະບົບ ແລະ ປະສານນະໂຍບາຍຂອງຂະແໜງການນີ້ ກັບການຜັນຂະຫຍາຍປະຕິບັດ ມະຕິຕ່າງໆ ຂອງກົມການເມືອງສູນກາງພັກ - “ເສົາຫຼັກທັງສີ່ ຄື: ມະຕິໝາຍເລກ 57-NQ/TW, ລົງວັນທີ 22 ທັນວາ 2024, ຂອງກົມການເມືອງສູນກາງ ວ່າດ້ວຍການບຸກທະລຸໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະການຫັນປ່ຽນດິຈິຕອນຂອງປະເທດ”; ມະຕິໝາຍເລກ 59-NQ/TW, ລົງວັນທີ 24 ມັງການ 2025, ຂອງກົມການເມືອງສູນກາງ ວ່າດ້ວນການເຊື່ອມໂຍງສາກົນໃນສະພາບການໃໝ່”; ມະຕິໝາຍເລກ 66-NQ/TW, ລົງວັນທີ 30 ເມສາ 2025, ຂອງກົມການເມືອງສູນກາງ ວ່າດ້ວຍການປ່ຽນແປງໃໝ່ວຽກງານການສ້າງ ແລະ ບັງຄັບໃຊ້ກົດໝາຍ ເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາປະເທດໃນຍຸກໃໝ່”; ມະຕິໝາຍເລກ 68-NQ/TW, ລົງວັນທີ 4 ພຶດສະພາ 2025, ຂອງກົມການເມືອງສູນກາງ ວ່າດ້ວຍການພັດທະນາເສດຖະກິດເອກະຊົນ”.

ທີສາມ, ຜັນຂະຫຍາຍປະຕິບັດໜ້າທີ່ຕ່າງໆ ດ້ວຍຈິດໃຈເປັນເຈົ້າການ, ເຂັ້ມງວດ, ເດັດຂາດ ແລະ ຍືດຫຍຸ່ນ ຕາມຫຼັກ ຫົກປະການທີ່ຊັດເຈນ” (ບຸກຄົນທີ່ຊັດເຈນ, ວຽກງານທີ່ຊັດເຈນ, ຄວາມຮັບຜິດຊອບທີ່ຊັດເຈນ, ເວລາທີ່ຊັດເຈນ, ການມອບໝາຍທີ່ຊັດເຈນ ແລະ ຜົນໄດ້ຮັບທີ່ຊັດເຈນ). ປັບປຸງຄວາມສາມາດໃນການຄຸ້ມຄອງລັດຂອງກົມ/ພະແນກ ໂດຍຕິດກັບການປະຕິບັດລະບຽບວິໄນທາງປົກຄອງຢ່າງເຂັ້ມງວດ ແລະຮັບປະກັນຄວາມສາມັກຄີ ແລະຄວາມໝັ້ນຄົງພາຍໃນອົງການ, ໜ່ວຍງານ ຕາມຄຳຂວັນທີ່ວ່າ: "ການກະທຳທີ່ເດັດຂາດ, ຄວາມມຸ່ງຫວັງໃນການປະກອບສ່ວນ". ຕິດຕາມຢ່າງໃກ້ຊິດ, ກຳແໜ້ນການພັດທະນາໃໝ່, ຕິດຕາມຄວາມເປັນຈິງຢ່າງໃກ້ຊິດ, ຕອບສະໜອງດ້ວຍນະໂຍບາຍທີ່ທັນການ, ຖືກຕ້ອງ, ເດັດຂາດ, ຍືດຫຍຸ່ນ ແລະ ມີປະສິດທິພາບ.

ທີສີ່, ສຸມໃສ່ປັບປຸງລະບົບກົດໝາຍໃຫ້ສົມບູນແບບ ຕາມທິດທາງຄົບຖ້ວນ, ທັນການ, ຄົບຊຸດ, ເປັນເອກະພາບ, ເຂົ້າກັນໄດ້ກັບກົດໝາຍທີ່ກ່ຽວຂ້ອງ, ເປີດເຜີຍ, ໂປ່ງໃສ, ໝັ້ນຄົງ, ເປັນໄປໄດ້, ເຂົ້າເຖິງໄດ້ງ່າຍ ແລະສາມາດຄວບຄຸມຄວາມສຳພັນທາງສັງຄົມໄດ້; ຄົ້ນເຜີຍບັນຫາອຸດຕັນ”, “ອຸປະສັກ ທີ່ຂັດຂວາງການພັດທະນາ ແລະຊ່ອງຫວ່າງທາງກົດໝາຍຢ່າງທັນທ່ວງທີ ເພື່ອໃຫ້ຄຳແນະນຳແລະສະເໜີຕໍ່ອົງການທີ່ກ່ຽວຂ້ອງ ເພື່ອປັບປຸງ, ເພີ່ມເຕີມ, ແກ້ໄຂ ແລະ ອະນຸມັດໃນທິດທາງທີ່ “ສ້າງສັນ”, “ປົດປ່ອຍຊັບພະຍາກອນ ແລະ “ປ່ຽນຄຸນຄ່າທາງວັດທະນະທຳໃຫ້ເປັນຊັບພະຍາກອນ ແລະ ແຮງຂັບເຄື່ອນເພື່ອການພັດທະນາ”; ຕັດສິນໃຈປ່ຽນແປງໃໝ່ຈິນຕະນາການໃນການອອກກົດໝາຍ. ສຸມໃສ່ການປະຕິຮູບສະຖາບັນທາງວັດທະນະທໍາໃຫ້ສອດຄ່ອງກັບບົດບາດໃນການສ້າງການພັດທະນາທາງວັດທະນະທໍາ, ການສ້າງຊັບພະຍາກອນບຸກຄົນ, ການເຄົາລົບກົດໝາຍ ແລະຕະຫຼາດວັດທະນະທໍາ, ການເຄົາລົບຜູ້ມີສ່ວນຮ່ວມທາງວັດທະນະທໍາ, ການສ້າງກຳລັງແຮງສັງລວມ, ລະບົບນິເວດທາງວັດທະນະທໍາ ແລະ ວັດທະນະທໍາດິຈິຕອນ.

ທີຫ້າ, ສືບຕໍ່ຈັດວາງສັບຊ້ອນແລະປັບປຸງໂຄງສ້າງອົງກອນໃຫ້ມີຄວາມກະທັດລັດ, ຄ່ອງຕົວ, ມີປະສິດທິພາບແລະປະສິດທິຜົນຫຼາຍຂຶ້ນ. ເພີ່ມທະວີການແບ່ງຂັ້ນ ແບ່ງອຳນາດການຄຸ້ມຄອງ; ຄ່ອຍໆ ປ່ຽນຈາກການຄຸ້ມຄອງ ໄປສູ່ການກຳກັບດູແລ; ເຊື່ອຕໍ່ເຂົ້າກັບຄວາມຮັບຜິດຊອບຂອງຫົວໜ້າໜ່ວຍງານແຕ່ລະແຫ່ງ; ສ້າງຖັນແຖວພະນັກງານ, ລັດຖະກອນ, ພາລະກອນ, ຜູ້ອອກແຮງງານໃນຂະແໜງການວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ທີ່ມີຄຸນສົມບັດ, ຄວາມສາມາດ ແລະວິໄສທັດທີ່ກວ້າງໄກ ເພື່ອຕອບສະໜອງຄວາມຕ້ອງການແລະໜ້າທີ່ ໃນສະພາບການໃໝ່.

ກ່ຽວກັບວິທີການແກ້ໄຂບາງປະການ:

ທີໜຶ່ງ, ສືບຕໍ່ຊາບຊຶມ, ຍົກສູງຄວາມຮັບຮູ້, ປະຕິບັດ​ຂໍ້ກຳນົດ​ຂອງ​ກົດໝາຍ, ມະຕິ​, ​ເອກະສານ​ການ​ນຳພາ ​ແລະ​ເອກະສານ​ຊີ້​ນຳ​ຂອງ​ພັກ​ແລະລັດໃນດ້ານ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ ​ຢ່າງ​ເຂັ້ມງວດ​ແລະມີປະສິດທິພາບ. ເສີມຂະຫຍາຍບົດບາດແລະຄວາມຮັບຜິດຊອບຂອງຫົວໜ້າໜ່ວຍງານ, ອົງການ, ກົມ, ອົງຄະນະມະຫາຊົນ ແລະທ້ອງຖິ່ນແຕ່ລະແຫ່ງ ໃນການພັດທະນາວັດທະນະທຳ ກິລາ ແລະ ການທ່ອງທ່ຽວ. ລະດົມກຳລັງແຮງຂອງລະບົບການເມືອງ ແລະປະຊາຊົນທັງໝົດ ລວມເຖິງຂະແໜງການວັດທະນະທຳ ກິລາ ແລະການທ່ອງທ່ຽວ ເພື່ອປຸກຕື່ນແລະເສີມຂະຫຍາຍຢ່າງແຂງແຮງ ຈິດໃຈຮັກຊາດ, ຄວາມເປັນເຈົ້າຕົນເອງ, ຄວາມໝັ້ນໃຈໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມພາກພູມໃຈໃນຊາດ, ຄວາມປາຖະໜາໃນການອຸທິດຕົນ ແລະການສ້າງສັນຂອງປະຊາຊົນ, ໂດຍສະເພາະເຍົາວະຊົນ; ເຊື່ອມໂຍງຢ່າງໃກ້ຊິດກັບທ້ອງຖິ່ນ ແລະຮາກຖານ, ເລິ່ມຈາກສະຖານະການໃນຊີວິດຈິງ, ໂດຍມີປະຊາຊົນເປັນໃຈກາງ, ປະສິດທິຜົນໃນການປະຕິບັດຈິງ ເປັນຕົວຊີ້ວັດປະສິດທິພາບຂອງຂະແໜງໂດຍລວມ.

ທີສອງ, ຜັນຂະຫຍາຍແຜນນະໂຍບາຍຂອງພັກກ່ຽວກັບວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວ ໃຫ້ເປັນລະບອບລະບຽບຢ່າງວ່ອງໄວແລະຄົບຖ້ວນ; ເພີ່ມທະວີການແບ່ງຂັ້ນ ແບ່ງອຳນາດການຄຸ້ມຄອງ, ເສີມຂະຫຍາຍຄວາມເປັນເຈົ້າການ ແລະປະດິດສ້າງ ຂອງທ້ອງຖິ່ນ ເພື່ອປົດປ່ອຍຊັບພະຍາກອນທັງໝົດສຳລັບທ້ອງຖິ່ນ ໃນການສ້າງແລະພັດທະນາຂົງເຂດຕ່າງໆ ຂອງຂະແໜງການນີ້; ໃຫ້ບຸລິມະສິດການສ້າງລະບອບລະບຽບການເຄື່ອນໄຫວທາງວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ໃນສະພາບແວດລ້ອມດິຈິຕອນ, ໃນຄວາມສຳພັນກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນປ່ຽນດິຈິຕອນ. ທົບທວນ, ຫັນເປັນລະບອບລະບຽບ, ວາງລະບົບແລະສ້າງຄວາມສອດຄ່ອງໃນແຜນນະໂຍບາຍ, ແນວທາງ ແລະລະບົບກົດໝາຍ ກ່ຽວກັບວັດທະນະທຳ, ກິລາ ແລະການທ່ອງທ່ຽວ ແລະ ກົດໝາຍທີ່ກ່ຽວຂ້ອງ, ໂດຍສະເພາະ ການວາງແຜນ ຍຸດທະສາດ ແລະໂຄງການສຳຄັນຂອງຂະແໜງການວັດທະນະທຳ, ກິລາ ແລະການທ່ອງທ່ຽວ, ລະບົບກົດໝາຍທີ່ກ່ຽວຂ້ອງກັບຈິນຕະນາການໃໝ່ທີ່ເໝາະສົມກັບພຶດຕະກຳຕົວຈິງ. ມີກົນໄກ ແລະນະໂຍບາຍສະເພາະ ສຳລັບການຄົ້ນຫາ, ຝຶກອົບຮົມ ແລະ ບຳລຸງສ້າງ ຜູ້ມີຄວາມສາມາດທາງວັດທະນະທຳ ແລະສິລະປະ ໂດຍເຊື່ອມໂຍງກັບການໃຫ້ຄຸນຄ່າ ແລະສົ່ງເສີມຄວາມສາມາດໃນການສ້າງສັນທາງສິລະປະ ແລະ ປົດປ່ອຍຄວາມຄິດສ້າງສັນທາງວັດທະນະທຳໃນພື້ນທີ່ດິຈິຕອນ, ສະພາບແວດລ້ອມດິຈິຕອນ, ເສດຖະກິດດິຈິຕອນ ແລະສັງຄົມດິຈິຕອນ.

ທີສາມ, ສຳເລັດການຈັດວາງສັບຊ້ອນ ແລະປັບໂຄງສ້າງອົງກອນ ໃຫ້ກະທັດລັດຮັດກຸມ, ໝັ້ນຄົງ, ຄ່ອງຕົວ, ມີປະສິດທິພາບ ແລະ ປະສິດທິຜົນ. ຍູ້ແຮງການຝຶກອົບຮົມ ແລະພັດທະນາຊັບພະຍາກອນມະນຸດຢ່າງຮອບດ້ານ ເພື່ອຕອບສະໜອງຄວາມຕ້ອງການແລະໜ້າທີ່ ພ້ອມທັງເສີມຂະຫຍາຍຄວາມສາມາດໃນການຄຸ້ມຄອງ ແລະ ບໍລິຫານຂະແໜງວັດທະນະທຳ, ກິລາ ແລະການທ່ອງທ່ຽວ ໃນທິດທາງທີ່ສະຫຼາດ ໂດຍປະຍຸກໃຊ້ວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນປ່ຽນດິຈິຕອນ. ດຳເນີນນະໂຍບາຍເພື່ອດຶງດູດຜູ້ມີຄວາມສາມາດດ້ານສິລະປະແລະກິລາ, ບຸກຄະລາກອນສ້າງສັນໃນດ້ານວັດທະນະທຳ, ສິລະປະ ແລະ ສື່ຂ່າວ, ສົ່ງເສີມການປ່ຽນແປງໃໝ່ປະດິດສ້າງ ແລະດຳເນີນມາດຕະການ ເພື່ອຈັດການກັບເຈົ້າໜ້າທີ່ທີຫຼີກລ່ຽງຄວາມຮັບຜິດຊອບ ຫຼືລະເລີຍການຮັບຜິດຊອບ.

ທີສີ່, ສຸມໃສ່ການກໍ່ສ້າງໂຄງສ້າງພື້ນຖານ ແລະການປ່ຽນແປງທາງດິຈິຕອນ ເພື່ອສ້າງຮາກຖານທີ່ກ້າວກະໂດດ ສຳລັບການພັດທະນາໃນຍຸກໃໝ່. ຜັນຂະຫຍາຍປະຕິບັດໂຄງການເປົ້າໝາຍແຫ່ງຊາດ ວ່າດ້ວຍການພັດທະນາວັດທະນະທຳ ສຳລັບໄລຍະປີ 2025-2035 ຢ່າງມີປະສິດທິພາບ, ວາງແຜນລະບົບສະຖາບັນດ້ານວັດທະນະທຳ ກິລາການທ່ອງທ່ຽວ, ສື່ສິ່ງພິມ, ວິທະຍຸ, ໂທລະພາບ, ຂໍ້ມູນເອເລັກໂຕຣນິກ ແລະ ການພິມຈຳໜ່າຍ; ສ້າງລະບົບໂຄງສ້າງພື້ນຖານຂອງຂະແໜງການນີ້ຢ່າງຄົບຊຸດ ຕັ້ງແຕ່ສູນກາງເຖິງທ້ອງຖິ່ນ, ໂດຍສະເພາະແມ່ນລະດັບຮາກຖານ ແລະໂຄງການລະດັບຊາດ ເຊິ່ງຖືເປັນກ້າວສຳຄັນຂອງຍຸກໃໝ່. ສຸມໃສ່ການຈັດສັນ, ຄຸ້ມຄອງບໍລິຫານ ແລະ ນຳໃຊ້ງົບປະມານຢ່າງມີປະສິດທິພາບ ໃນຈິດໃຈຂອງການປະຢັດ ແລະການລົງທຶນຢ່າງມີຈຸດໜັກໃຈກາງ. ພັດທະນານະໂຍບາຍແລະກົດໝາຍ, ສ້າງກອບກົດໝາຍແລະພື້ນທີ່ການພັດທະນາໃນທິດທາງທີ່ສ້າງສັນ, ສະໜັບສະໜູນແລະສົ່ງເສີມການສ້າງເນື້ອໃນດິຈິຕອນ, ສ້າງແລະໃຊ້ປະໂຫຍດຈາກລະບົບຖານຂໍ້ມູນທາງວັດທະນະທຳ ທີ່ເຊື່ອມຕໍ່ກັບລະບົບຖານຂໍ້ມູນແຫ່ງຊາດ ຢ່າງມີປະສິດທິພາບ; ໃຊ້ປະໂຫຍດແລະສົ່ງເສີມຊັບສິນທາງວັດທະນະທຳທີ່ເປັນເອກະລັກ ແລະຊັບສິນທາງວັດທະນະທຳດິຈິຕອນ; ການສ້າງພື້ນທີ່ທີ່ສ້າງສັນເນື້ອໃນດິຈິຕອນ ແລະສະພາບແວດລ້ອມທີ່ສ້າງສັນສຳລັບຊຸມຊົນທຸລະກິດ, ປະກອບສ່ວນສ້າງແລະພັດທະນາວັດທະນະທຳຫວຽດນາມ ເຮັດໃຫ້ວັດທະນະທຳເປັນກຳລັງແຮງພາຍໃນ ແລະແຮງຂັບເຄື່ອນທີ່ແທ້ຈິງໃນການສ້າງຊາດທີ່ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ ແລະມີຄວາມສຸກ ໃນຍຸກໃໝ່./.

-------

 (1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 54.

(2) ຫງວຽນ ຝູ ຈ້ອງ: “ອອກແຮງສ້າງ, ຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນເອກະລັກ ຂອງວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະ ອຸດົມໄປດ້ວຍເອກະລັກຂອງຊາດ”, ວາລະສານກອມມູນິດ ສະບັບທີ 979, ເດືອນທັນວາ 2021, ໜ້າ 3.