ໂດຍຊາບຊືມຄວາມສຳຄັນຂອງການໂຄສະນາ ອົບຮົມສຶກສາຄຸນສົມບັດ ສິນທຳຂອງແມ່ຍິງ ໃນສະໄໝ ແຫ່ງການຫັນປະເທດຊາດ ເປັນປະເທດ ອຸດສາຫະກຳທັນສະໄໝ, ສະມາພັນແມ່ຍິງຫວຽດນາມ ໄດ້ສ້າງໂຄງການ ໂຄສະນາ, ອົບຮົມສຶກສາຄຸນສົມບັດ ສິນທຳຂອງແມ່ຍິງຫວຽດນາມ ໃນສະໄໝແຫ່ງການຍູ້ແຮງ ການຫັນປະເທດຊາດ ເປັນປະເທດອຸດສາຫະກຳ ທັນສະໄໝ (ໄລຍະ 2010–2015).

ຮູບ: ກອງປະຊຸມທີ່ສະຖານີ ວິທະຍຸກະຈ່າງສຽງ ແລະ ໂທລະພາບ ແຂວງຊອັກຈັງ

ໂຄງການໄດ້ຮັບການອະນຸມັດຈາກນາຍົກລັດຖະມົນຕີ ໃນຂໍ້ຕົກລົງໝາຍເລກ 343/QĐ-TTg ລົງວັນທີ 12-3-2010 ເຊິ່ງມີຈຸດໝາຍຈະໂຄສະນາ, ອົບຮົມສຶກສາຄຸນສົມບັດສິນທຳ ແນໃສ່ “ກໍ່ສ້າງແມ່ຍິງຫວຽດນາມທີ່ມີ ນ້ຳໃຈຮັກຊາດ, ມີສຸຂະພາບແຂງແຮງ, ມີປັນຍາຄວາມຮູ້, ມີຄວາມສາມາດດ້ານວິຊາອາຊີບ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ດຳເນີນຊີວິດຢ່າງມີວັດທະນະທຳ ແລະມີຄວາມເມດຕາກະລຸນາ” ອີງຕາມຈິດໃຈຂອງ ມະຕິຕົກລົງໝາຍເລກ 11-NQ/TW ລົງວັນທີ 27-4-2007 ຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານແມ່ຍິງ ໃນສະໄໝແຫ່ງການຍູ້ແຮງ ການຫັນປະເທດຊາດ ເປັນປະເທດອຸດສາຫະກຳທັນສະໄໝ ແລະ ມະຕິກອງປະຊຸມໃຫຍ່ ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ XI. ອັນນີ້ກໍ່ແມ່ນວຽກງານທີ່ແທດຈິງ ຂອງສະມາຄົມຂັ້ນຕ່າງໆ ແລະ ຂອງແມ່ຍິງຫວຽດນາມ ໃນການຮ່ຳຮຽນ ແລະ ປະຕິບັດຕານແວ່ນແຍງຄຸນສົມບັດ ຂອງປະທານ ໂຮ່ຈີມິນ.

ຄວາມຈຳເປັນຕ້ອງການຂອງວຽກງານໂຄສະນາ, ອົບຮົມສຶກສາຄຸນສົມບັດ ສິນທຳຂອງແມ່ຍິງ ຫວຽດນາມ ໃນໄລຍະໃໝ່

ທີ່ໜຶ່ງ, ແມ່ຍິງມີບົດບາດ ແລະ ຜົນສະທ້ອນສຳຄັນເປັນພິເສດໃນການກໍ່ສ້າງ, ຮັກສາ, ເສີມຂະຫຍາຍ ຄຸນຄ່າສິນທຳ, ຄຸນລັກສະນະວັດທະນະທຳ ໃນແຕ່ລະຄອບຄົວ ແລະ ວົງຄະນາຍາດ, ສັງຄົມ.

ທີ່ສອງ, ສະພາບຄວາມເປັນຈິງ ຂອງສັງຄົມຫວຽດນາມໃນປັດຈຸບັນ ພວມມີປະກົດການເສື່ອມໂຊມປ່ຽນທາດ ທາງດ້ານ ຄຸນສົມບັດ, ແບບແຜນດຳລົງຊີວິດ. ດັ່ງນັ້ນ ຈຶ່ງຕ້ອງເປັນເຈົ້າການ ໃນການກຳນົດທິດທາງສ້າງຄຸນຄ່າ ຄຸນສົມບັດໃໝ່ ຢ່າງຈະແຈ້ງໃຫ້ແມ່ຍິງຫວຽດນາມ ໃຫ້ມັນສອດຄ່ອງກັບຈຸດພິເສດ ຂອງສະໄໝແຫ່ງການຫັນເປັນອຸດສາຫະກຳທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ, ຊ່ວຍໃຫ້ແມ່ຍິງມີກຳລັງຄວາມສາມາດພຽງພໍ ເພື່ອຕ້ານກັບການກະທົບຫຍໍ້ທໍ້ ຈາກດ້ານປິ້ນຂອງກົນໄກຕະຫຼາດ ແລະ ຂອງການເຊື່ອມໂຍງເຂົ້າກັບສາກົນ.

ທີ່ສາມ, ບັນດາຄວາມຮຽກຮ້ອງຕ້ອງການໃໝ່ ທີ່ວາງອອກມາໃນການປະຕິບັດມະຕິກອງປະຊຸມໃຫຍ່ແມ່ຍິງທົ່ວປະເທດ ຄັ້ງທີ່ XI, ຄຳສັ່ງໝາຍເລກ 03-CT/TW ລົງວັນທີ 14-5-2011 ຂອງກົມການເມືອງສູນກາງພັກ ກ່ຽວກັບການສືບຕໍ່ຊຸກຍູ້ການຮ່ຳຮຽນ ແລະ ປະຕິບັດຕານແວ່ນແຍງຄຸນສົມບັດ ຂອງປະທານໂຮ່ຈີມິນ, ມະຕິກອງປະຊຸມສູນກາງພັກ ຄັ້ງທີ 4 ສະໄໝທີ XI ວ່າດ້ວຍ “ບັນຫາຮີບດ່ວນຈຳນວນໜຶ່ງກ່ຽວກັບການກໍ່ສ້າງພັກໃນປັດຈຸບັນ”.

“ເຊື່ອໝັ້ນຕົນ - ເຄົາລົບນັບຖືຕົນ - ຊື່ສັດສຸດຈະລິດ - ຮັບຜິດຊອບພາລະໜ້າທີ່” ຖືກສະມາພັນແມ່ຍິງຫວຽດນາມ ກຳນົດວ່າເປັນ 4 ຄຸນສົມບັດສິນທຳແກ່ນສາມ, ແມ່ນເນື້ອໃນຈຸດໜັກ ຂອງການໂຄສະນາ, ອົບຮົມສຶກສາຄຸນສົມບັດ ສິນທຳໃຫ້ແມ່ຍິງຫວຽດນາມ ໃນສະໄໝແຫ່ງການ ຫັນປະເທດຊາດເປັນປະເທດອຸດສາຫະກຳທັນສະໄໝ.

ເຊື່ອໝັ້ນຕົນ ແມ່ນເຊື່ອໝັ້ນຕົນເອງບົນພື້ນຖານເຂົ້າໃຈຮັບຮູ້ແຈ້ງຈຸດດີ, ຈຸດອ່ອນ ແລະ ບັນດາບົດຮຽນຂອງຕົນ ທີ່ຖອດຖອນໄດ້ຈາກພຶດຕິກຳ. ເຄົາລົບນັບຖືຕົນ ແມ່ນການຖືເປັນສຳຄັນຊື່ສຽງສິນທຳ,ກຽດສັກສີຂອງຕົນເອງ - ເຊິ່ງເປັນສິ່ງປະເສີດເລີດລ້ຳທີ່ສຸດ ຂອງແຕ່ລະຄົນ, ມັນບໍ່ພຽງແຕ່ມີຄວາມໝາຍຄຸນສົມບັດເທົ່ານັ້ນ ຫາກຍັງມີຄວາມໝາຍ ທັງດ້ານກຳລັງຄວາມສາມາດ, ລະດັບຄວາມຮູ້, ວິທີປະພຶດສຸພາບ,… ນຳອີກ. ສິ່ງເຫຼົ່ານັ້ນແມ່ນບັນດາປັດໃຈ ທີ່ປະກອບເປັນຄຸນຄ່າ, ຖານະນາມຂອງມະນຸດ. ຊື່ສັດສຸດຈະລິດ ແມ່ນຄວາມຊື່ສັດ, ມີນ້ຳໃຈເມຕາກະລຸນາ ໃນການພົວພັນກັບທຸກຄົນ, ມີຊີວິດຢ່າງຊື່ຕົງ, ຮູ້ຈຳແນກຄວາມຜິດຄວາມຖືກ ແລະ ມີທ່າທີຈະແຈ້ງຕໍ່ອັນຖືກອັນຜິດ; ມີຊີວິດຢູ່ຢ່າງໃຈບຸນ, ມີຄວາມຮັກແພງ, ສະເໝີຕົ້ນສະເໝີປາຍ, ສາມັກຄີປອງດອງກັບທຸກຄົນ. ຮັບຜິດຊອບພາລະໜ້າທີ່ ແມ່ນຮູ້ເປັນຫ່ວງເປັນໄຍເອົາໃຈໃສ່, ປະຕິບັດເປັນຢ່າງດີວຽກງານຕ່າງໆ ຂອງຄອບຄົວ ແລະ ສັງຄົມ.

ອາດຈະເວົ້າໄດ້ວ່າ ສິ່ງເຫຼົ່ານີ້ແມ່ນບັນດາຄຸນສົມບັດ ສິນທຳທີ່ສອດຄ່ອງ, ສ້າງການເຊື່ອມໂຍງກັນ ຢ່າງກົມກຽວ ແລະ ປະດິດສ້າງລະຫວ່າງຄວາມງາມທີ່ເປັນມູນເຊື້ອ ກັບຄວາມງາມທັນສະໄໝ, ປະກອບສ່ວນ ສ້າງເປັນຮູບຄົນແມ່ຍິງຫວຽດນາມ ໃນສະໄໝແຫ່ງການຫັນເປັນອຸດສາຫະກຳທັນສະໄໝ, ການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ. ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ່ XI ໄດ້ປຸກລະດົມ ແລະ ຜັນຂະຫຍາຍບັ້ນຂົນຂວາຍໃຫ້ສູ້ຊົນ, ຝຶກຝົນຫຼໍ່ຫຼອມ ສ້າງຄຸນສົມບັດສິນທຳ “ເຊື່ອໝັ້ນຕົນ - ເຄົາລົບນັບຖືຕົນ - ຊື່ສັດສຸດຈະລິດ - ຮັບຜິດຊອບພາລະໜ້າທີ່” ຢ່າງກວ້າງຂວາງຢູ່ໃນພະນັກງານ, ສະມາຊິກສະມາພັມແມ່ຍິງ.

ບັນດາໝາກຜົນເບື້ອງຕົ້ນທີ່ສຳຄັນ

ຢູ່ສູນກາງ: ສູນກາງສະມາພັນແມ່ຍິງຫວຽດນາມ (ອົງການຮັບຜິດຊອບໂຄງການ ແລະ ສາຂາໂຄງການທີ 1) ໄດ້ສຸມໃສ່ການລົງທຶນສ້າງເອກະສານຂໍ້ມູນ, ຈັດຕັ້ງການປະຊຸມ 23 ຄັ້ງ ເພື່ອສຳມະນາວິທະຍາສາດ - ຝຶກອົບຮົມຄູ ກ່ຽວກັບຄຸນສົມບັດສິນທຳ ຂອງແມ່ຍິງຫວຽດນາມ ໃນສະໄໝແຫ່ງການຫັນປະເທດຊາດ ເປັນປະເທດອຸດສາຫະກຳທັນສະໄໝ ໃຫ້ແກ່ພະນັກງານການນຳ, ພະນັກງານວິຊາສະເພາະ ຂອງສະມາພັນແມ່ຍິງ, ສະຫະພັນກຳມະບານ, ຄະນະຊາວໜຸ່ມຂັ້ນສູນກາງ ແລະ ຂັ້ນແຂວງກຳແພງນະຄອນ. ນີ້ແມ່ນຖັນແຖວຜູ້ບັນຍາຍແກ່ນສານ ທີ່ມີໜ້າທີ່ຝຶກອົບຮົມ ໃຫ້ແກ່ຖັນແຖວຜູ້ໂຄສະນາຮາກຖານ ເພື່ອໂຄສະນາ ເຜີຍແຜ່ ແນະນຳໃຫ້ສະມາຊິກ ສະມາພັມໃຫ້ແມ່ຍິງ ຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ຕາມຄຸນສົມບັດສິນທຳ “ເຊື່ອໝັ້ນຕົນ - ເຄົາລົບນັບຖືຕົນ - ຊື່ສັດສຸດຈະລິດ - ຮັບຜິດຊອບພາລະໜ້າທີ່”; ຈັດຕັ້ງການໂຮມຊຸມນຸມ 12 ຄັ້ງ ເພື່ອໂຄສະນາ ເຜີຍແຜ່ຄຸນສົມບັດສິນທຳ 4 ປະການ ໃຫ້ແກ່ຜູ້ຟັງ 2.500 ຄົນ ທີ່ເປັນປະຊາຊົນ, ແມ່ຍິງ, ສະມາຊິກຊາວໜຸ່ມ, ຜູ້ອອກແຮງງານ ແລະ ກຳມະກອນຍິງ ຢູ່ບັນດາແຂວງ  ກຳແພງນະຄອນເຊັ່ນ: ຮ່າໂນ້ຍ, ລ້າງເຊີນ, ເທື່ອທຽນເຫວ, ບິ່ງເຢືອງ, ຊອັກຈັງ ແລະ ດັກລັກ; ຈັດຕັ້ງການສຳມະນາປາໄສ 6 ຄັ້ງ ທີ່ມີການເຂົ້າຮ່ວມຂອງຜູ້ແທນ 270 ຄົນ ທີ່ເປັນຜູ້ຕາງໜ້າການນຳ ຄະນະພັກ, ອຳນາດການປົກຄອງ, ບັນດາຄະນະກຳມະການ, ຜະແນກການ, ອົງການຈັດຕັ້ງມະຫາຊົນ, ໂຮງຮຽນ, ຄະນະບໍລິຫານງານ ສະມາພັນຮາກຖານ ແລະ ສະມາຊິກແກ່ນສານຈຳນວນໜຶ່ງ ຢູ່ທ້ອງຖິ່ນ; ຈຳໜ່າຍແຈກຢາຍ ປຶ້ມເອກະສານ 5.000 ເຫຼັ້ມ ທີ່ມີຫົວຂໍ້ “ທັດສະນະຈຳນວນໜຶ່ງ ຂອງປະທານໂຮ່ຈີມິນ ແລະ ຂອງພັກ ກ່ຽວກັບຄຸນສົມບັດ ແລະ ອົບຮົມສຶກສາ ຄຸນສົມບັດສິນທຳໃຫ້ແມ່ຍິງ” ໄປໃຫ້ຜູ້ອ່ານຢູ່ 63 ແຂວງ ກຳແພງນະຄອນ; ຮຽບຮຽງຂຽນສະບັບຮ່າງ ປຶ້ມຄູ່ມືນັກໂຄສະນາ ແລະ ໃບປິວໂຄສະນາ ກ່ຽວກັບຄຸນສົມບັດ ສິນທຳຂອງແມ່ຍິງຫວຽດນາມ ໃນສະໄໝແຫ່ງການຫັນເປັນ ອຸດສາຫະກຳ,ຫັນເປັນທັນສະໄໝ; ແນະນຳການຜັນຂະຫຍາຍຕົວແບບເດັ່ນ ກ່ຽວກັບການອົບຮົມສຶກສາຄຸນສົມບັດ ສິນທຳຢູ່ແຂວງ,ກຳແພງນະຄອນຈຳນວນໜຶ່ງ ທີ່ສ້າງຕັ້ງໄດ້ບັນດາຕົວແບບດີເດັ່ນເຊັ່ນ ສະໂມສອນ “ແມ່ຍິງເຊື່ອ  ໝັ້ນຕົນ”, “ແມ່ຍິງໃໝ່”, “ແມ່ຍິງທີ່ມີຈັດຕຸຣະຄຸນ(1)”, “ແມ່ຍິງເຊື່ອໝັ້ນຕົນ, ຊື່ສັດສຸດຈະລິດ” ເຊິ່ງເບື້ອງຕົ້ນມີປະສິດທິຜົນ ແທດຈິງຕໍ່ກັບແມ່ຍິງ.

ໜັງສືພິມແມ່ຍິງຫວຽດນາມ ໄດ້ຈັດຄໍລຳພິເສດສະເພາະ ໃນສະບັບອອກວັນສຸກປະຈຳທຸກອາທິດ ເພື່ອລົງພິມ 4 ຫົວຂໍ້ທີ່ມີຊີວິດຊີວາເຊັ່ນ: ແບບແຜນດຳລົງຊີວິດ, ສ່ອງແສງສະຫວ່າງ, ເສັ້ນທາງໄປສູ່ ຄວາມສຸກ ແລະ ສະຕີທີ່ບໍ່ງາມ; ໃບຂ່າວອອນໄລຂອງສະມາພັນ ແລະ ໜັງສືພິມຕ່ຽນຟອງ ໄດ້ຈັດຄໍລຳພິເສດສະເພາະ  ເພື່ອໂຄສະນາ, ອົບຮົມສຶກສາ ຄຸນສົມບັດສິນທຳ ຂອງແມ່ຍິງຫວຽດນາມ. ເນື້ອໃນຄໍລຳເຫຼົ່ານີ້ໄດ້ສະໜອງ ຂໍ້ມູນຂ່າວສາມກ່ຽວກັບ  ຜົນການເຄື່ອນໄຫວ ຂອງອົງການຈັດຕັ້ງສະມາພັນ, ອົງການຊາວໜຸ່ມ; ບັນດາແບບຢ່າງທີ່ດີເດັ່ນ ກ່ຽວກັບຄຸນສົມບັດສິນທຳຂອງແມ່ຍິງ; ນຳສະເໜີຂ່າວສານ ຫຼາຍດ້ານ ພາຍໃຕ້ຮູບການເວທີປາຖະກະຖາ ເພື່ອແນໃສ່ຊີ້ທິດພາທາງໃຫ້ແມ່ຍິງ ກ່ຽວກັບການຮ່ຳຮຽນ ແລະ ຝຶກຝົນຫຼໍ່ຫຼອມ ຄຸນສົມບັດສິນທຳ: ເຊື່ອໝັ້ນຕົນ - ເຄົາລົບນັບຖືຕົນ - ຊື່ສັດສຸດຈະລິດ - ຮັບຜິດຊອບພາລະໜ້າທີ່; ປຸກລະດົມບັ້ນແຂ່ງຂັນ ກວດສອບຄວາມຮູ້: “ບັນດາແບບຢ່າງຂອງແມ່ຍິງ ຫວຽດນາມ ທີ່ເຊື່ອໝັ້ນຕົນ, ເຄົາລົບນັບຖືຕົນ, ຊື່ສັດສຸດຈະລິດ, ຮັບຜິດຊອບພາລະໜ້າທີ່”,…

ວຽກງານໂຄສະນາ ອົບຮົມສຶກສາຄຸນສົມບັດສິນທຳຂອງແມ່ຍິງ ໃນສະໄໝແຫ່ງການຫັນປະເທດຊາດ ເປັນປະເທດອຸດສາຫະກຳທັນສະໄໝ ໄດ້ຮັບການເປີດກ້ວາງໃນສັງຄົມ, ມີການເຂົ້າຮ່ວມດ້ວຍຄວາມຮັບຜິດ ຊອບສູງ  ຂອງບັນດາກະຊວງ, ຄະນະກຳມະການ, ຂະແໜງການຢູ່ສູນກາງ.

ຢູ່ທ້ອງຖິ່ນ, ສະມາພັນແມ່ຍິງ, ຄະນະຊາວໜຸ່ມ, ກຳມະບານຂັ້ນຕ່າງໆ ໄດ້ຈັດຕັ້ງການປະຊຸມຫຼາຍຄັ້ງ ເພື່ອສຳມະນາ, ຝຶກອົບຮົມສະເພາະຫົວຂໍ້ຄຸນສົມບັດສິນທຳຂອງແມ່ຍິງ; ຈັດຕັ້ງຄັດເລືອກຜູ້ບັນຍາຍ, ນັກໂຄສະນາທີ່ ໄດ້ຮັບຄວາມນິຍົມເຊື່ອຖື, ມີຄຸນສົມບັດສິນທຳດີ, ສຸດອົກສຸດໃຈ ແລະ ມີຄວາມສາມາດ ບັນຍາຍຖ່າຍທອດຄວາມຮູ້ ຢ່າງມີປະສິດທິຜົນ ແລະ ແທດຈິງ. ສະມາພັນແມ່ຍິງແຂວງ ກຳແພງນະຄອນ ຫຼາຍແຫ່ງ ໄດ້ກໍ່ສ້າງຕົວແບບພື້ນຖານໂຄສະນາ, ອົບຮົມສຶກສາ ແລະ ຂົນຂວາຍແມ່ຍິງ ສູ້ຊົນຝຶກຝົນຫຼໍ່ຫຼອມ ຄຸນສົມບັດສິນທຳ; ຮຽບຮຽງ ແລະ ປະກາດໃຊ້ ເອກະສານສື່ຂ່າວສັບຊ້ອນຫຼາຍເນື້ອໃນ ເຊັ່ນ ປຶ້ມຄູ່ມື, ໃບປິວ, ແຜ່ນຊີດີ, ເອກະສານດຳເນີນຊີວິດສະມາຊິກ, ໃບຂ່າວແມ່ຍິງ; ປະສານສົມທົບຢ່າງແໜ້ນແຟ້ນ ກັບສະຖານີວິທະຍຸກະຈ່າຍສຽງ ແລະ ໂທລະພາບ ຂອງແຂວງໃນ ການສ້າງລາຍການພິເສດສະເພາະ ກ່ຽວກັບຄຸນສົມບັດ ສິນທຳຂອງແມ່ຍິງ ເພື່ອອອກອາກາດ ຢ່າງເປັນປະຈຳ ແຕ່ລະເດືອນ ດ້ວຍເນື້ອໃນອຸດົມສົມບູນ.

ບັນດາຄວາມຮຽກຮ້ອງຕ້ອງການຂອງວຽກງານໂຄສະນາ ອົບຮົມສຶກສາຄຸນສົມບັດ ສິນທຳຂອງ ແມ່ຍິງຫວຽດນາມ

ໂຄສະນາ, ອົບຮົມສຶກສາຄຸນສົມບັດສິນທຳຂອງແມ່ຍິງແມ່ນ ປະກອບສ່ວນປະຕິບັດແຜນຍຸດທະສາດ ກໍ່ສ້າງພັດທະນາຄົນ ຫວຽດນາມ ຕາມຈິດໃຈມະຕິກອງປະຊຸມສູນກາງພັກ ຄັ້ງທີ 5 ສະໄໝທີ VIII ວ່າດ້ວຍ ການກໍ່ສ້າງ ແລະ ພັດທະນາ ພື້ນຖານວັດທະນະທຳຫວຽດນາມ ທີ່ກ້າວໜ້າ, ເຂັ້ມຂົ້ນໄປດ້ວຍລັກສະນະຊາດ, ມະຕິກອງປະຊຸມສູນກາງພັກ ຄັ້ງທີ 4 ສະໄໝທີ XI ວ່າດ້ວຍ “ບັນຫາຮີບດ່ວນຈຳນວນໜຶ່ງ ກ່ຽວກັບການກໍ່ສ້າງພັກ ໃນປັດຈຸບັນ” ແລະ ຄຳສັ່ງໝາຍເລກ 03-CT/TW ຂອງກົມການເມືອງສູນກາງພັກ ລົງວັນທີ 14-5-2011 ວ່າດ້ວຍ “ສືບຕໍ່ຍູ້ແຮງ ການຮ່ຳຮຽນ ແລະ ປະຕິບັດຕາມແວ່ນແຍງຄຸນສົມບັດ ຂອງປະທານໂຮ່ຈີມິນ”

ສູນກາງສະມາພັນແມ່ຍິງຫວຽດນາມ ໄດ້ຊີ້ນຳປະຕິບັດຢ່າງເຂັ້ມງວດ, ມີປະສິດທິຜົນ ຂະບວນການແຂ່ງຂັນ “ແມ່ຍິງຕັ້ງໜ້າ ພະຍາຍາມຮ່ຳຮຽນ, ອອກແຮງງານຢ່າງປະດິດສ້າງ, ສ້າງຄອບຄົວມີຄວາມຜາສຸກ” ຕິດແໜ້ນກັບ ຊຸກຍູ້ການຮ່ຳຮຽນ, ປະຕິບັດຕາມ ແວ່ນແຍງຄຸນສົມບັດ ຂອງປະທານໂຮ່ຈີມິນ ແລະ ບັ້ນຂົນຂວາຍສູ້ຊົນ, ຝຶກຝົນຫຼໍ່ຫຼອມ ຕາມຄຸນສົມບັດສິມທຳ “ເຊື່ອໝັ້ນຕົນ - ເຄົາລົບນັບຖືຕົນ - ຊື່ສັດສຸດຈະລິດ - ຮັບຜິດຊອບພາລະໜ້າທີ່” ຢູ່ໃນໝູ່ແມ່ຍິງ ຊັ້ນຕ່າງໆ;ກະຈ່າຍຖ່າຍທອດ ເນື້ອໃນໂຄສະນາອົບຮົມສຶກສາ ດ້ວຍບັນດາພາຫະນະສື່ມວນຊົນ, ບັນດາວັນນະກຳ,ໂດຍຜ່ານ ການເຄື່ອນໄຫວວັດທະນະທຳ ອັນລະອຽດແທດຈິງ, ເຮັດໃຫ້ບັນດາຄຸນສົມບັດສິນທຳ ເຊື່ອມເລິກ ເຂົ້າໄປໃນ ຊີວິດວັດທະນະທຳ ຂອງປະຊາຊົນ. ເປັນເຈົ້າການ ໃນການສ້າງ, ຄົ້ນເຜີຍ, ບຳລຸງ, ແນະນຳ ບັນດາແບບຢ່າງທີ່ດີເດັ່ນ ເພື່ອໂຄສະນາ, ເຜີຍແຜ່ຢ່າງກວ້າງຂວາງ ດ້ວຍພາຫະນະສື່ມວນຊົນ.

ບັນດາກະຊວງ, ຄະນະກຳມະການ, ຂະແໜງການ ຕ້ອງສືບຕໍ່ຍູ້ແຮງການເຊື່ອມຊືມຢ່າງຄົບຖ້ວນ, ເລິກເຊິ່ງກວ່າອີກ ກ່ຽວກັບໜ້າທີ່ປະຕິບັດໂຄງການ ແລະ ບັນດາສາຂາໂຄງການ ຂອງນາຍົກລັດຖະມົນຕີ. ເອົາໃຈໃສ່ຢ່າງໃກ້ຊິດຕິດແທດ ແລະ ລົງທຶນຢ່າງເໝາະສົມ ໃຫ້ແກ່ວຽກງານໂຄສະນາ ອົບຮົມສຶກສາຄຸນສົມບັດສິນທຳ ຂອງແມ່ຍິງຫວຽດນາມ ໃຫ້ສອດຄ່ອງກັບ ເປົ້າໝາຍ, ພາລະບົດບາດ, ໜ້າທີ່ ທີ່ນາຍົກລັດຖະມົນຕີ ໄດ້ກຳນົດໃນເອກະສານ ຂອງໂຄງການ.

ຄະນະກຳມະການປະຊາຊົນຂັ້ນຕ່າງໆ ເອົາໃຈໃສ່ຊີ້ນຳ, ຈັດແບ່ງງົບປະມານ ໃຫ້ແກ່ວຽກງານໂຄສະນາ, ອົບຮົມສຶກສາ ຄຸນສົມບັດສິນທຳຂອງແມ່ຍິງ ຢູ່ທ້ອງຖິ່ນ ຕາມການແບ່ງຂັ້ນ ຂອງໂຄງການ.

ແມ່ຍິງແຕ່ລະຄົນ ແລະ ແຕ່ລະຄອບຄົວ ຕ້ອງຖືວ່າການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ຄຸນສົມບັດສິນທຳ 4 ປະການ “ເຊື່ອໝັ້ນຕົນ - ເຄົາລົບນັບຖືຕົນ - ຊື່ສັດສຸດຈະລິດ - ຮັບຜິດຊອບພາລະໜ້າທີ່” ນີ້ ເປັນໜ້າທີ່ຮັບຜິດຊອບ ທັງເປັນສິດ ຜົນປະໂຫຍດ ຂອງກະໂຕແມ່ຍິງເອງ, ທັງນີ້ກໍ່ເພື່ອຈະມີທ່າທີ ສະຕິຮັບຮູ້ຖືກຕ້ອງ ກ່ຽວກັບຄວາມຈຳເປັນຕ້ອງ ຝຶກຝົນຫຼໍ່ຫຼອມ, ບຳລຸງສ້າງ ໃຫ້ຕົນເອງ ມີຄຸນສົມບັດສິນທຳເຫຼົ່ານັ້ນ. ພໍ່ແມ່ອ້າຍນ້ອງໃນຄອບຄົວ ຕ້ອງສະໜັບສະໜຸນ, ຊົມເຊີຍ ແລະ ພ້ອມກັນປະຕິບັດ.

ໂດຍຍ້ອນຄວາມສຳຄັນຍິ່ງ ແລະ ຄວາມໝາຍອັນໃຫຍ່ຫຼວງ ຂອງການຂົນຂວາຍແມ່ຍິງທົ່ວປະເທດ ຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ຄຸນສົມບັດສິນທຳ ເຊື່ອໝັ້ນຕົນ - ເຄົາລົບນັບຖືຕົນ - ຊື່ສັດສຸດຈະລິດ - ຮັບຜິດຊອບພາລະໜ້າທີ່”, ສະມາພັນແມ່ຍິງຫວຽດນາມ ຈຶ່ງປາຖະໜາ ແລະ ເຊື່ອໝັ້ນວ່າ ວຽກງານໂຄສະນາ, ອົບຮົມສຶກສາ ຄຸນສົມບັດສິນທຳແມ່ຍິງ ຂອງສະມາພັນຂັ້ນຕ່າງໆ ຈະໄດ້ຮັບການເອົາໃຈໃສ່ນຳພາ ຂອງຄະນະພັກຂັ້ນຕ່າງໆ. ດ້ວຍຄວາມຕັດສິນໃຈ ແລະ ຄວາມຕັ້ງໝັ້ນພະຍາຍາມ ຢ່າງໜຽວແໜ້ນຂອງພະນັກງານ, ສະມາຊິກສະມາພັນແມ່ຍິງ ໃນທົ່ວປະເທດ, ພວກເຮົາເຊື່ອໝັ້ນວ່າ ວຽກງານໂຄສະນາ, ອົບຮົມສຶກສາ ຄຸນສົມບັດສິນທຳຂອງແມ່ຍິງຫວຽດນາມ ໃນສະໄໝແຫ່ງການ ຫັນປະເທດຊາດ ເປັນປະເທດອຸດສາຫະກຳທັນສະໄໝ ຈະບັນລຸໝາກຜົນອັນດີງາມ, ຢັ້ງຢືນການປະກອບສ່ວນ ຢ່າງແທດຈິງ ຂອງແມ່ຍິງຫວຽດນາມ ເຂົ້າໃນພາລະກິດການສ້າງສາ ແລະ ພັດທະນາປະເທດ ໃນຍຸກສະໄໝໃໝ່./.   


(1) ແມ່ຍິງທີ່ມີຈັດຕຸຣະຄຸນ: ແມ່ຍິງທີ່ມີຄຸນທາດ 4 ຢ່າງຄື 1) ມີຄວາມຄ່ອງແຄ້ວໃນວຽກບ້ານການເຮືອນ, ການຜະລິດ. 2) ຮູບຮ່າງ, ທ່າທາງສຸພາບ ນຸ່ງຖືຮຽບຮ້ອຍງາມຕາ. 3) ວາຈາສຸພາບຄ່ຽມຄົມ ອ່ອນຫວານ. 4) ກິລິຍາມາລະຍາດດີ, ມີໃຈເມດຕາກະລຸນາ.