ວກ. - ບັນດາສາຍ​ພົວ​ພັນ​ທີ່​ສຳ​ຄັນ​ແມ່ນ​ບັນ​ຫາ​ທິດ​ສະ​ດີ​ຫຼັກ ທີ່ສະທ້ອນກົດເກນສັດຈະວິພາກ ກ່ຽວກັບ​ລັດ​ທິ​ສັງ​ຄົມ​ນິ​ຍົມ ແລະ ເສັ້ນ​ທາງໄປ​​ສູ່​ສັງ​ຄົມ​ນິ​ຍົມຢູ່​ຫວຽດ​ນາມ. ນີ້ແມ່ນຄວາມສຳພັນທີ່ເປັນທາດແທ້ແລະຫຼີກລ່ຽງບໍ່ໄດ້; ບັນດາ​ບັນຫາ​ໃຫຍ່ສຳຄັນ,​ ສະຫຼຸບເລິກ ການຮັບ​ຮູ້​ທາງ​ທິດ​ສະ​ດີ ທີ່ຊີ້​ນຳ​ການ​ປະຕິວັດ​ຫວຽດນາມ, ໝູນ​ໃຊ້ໃນທຸກຂົງເຂດຂອງ​​ຊີວິດ​ສັງຄົມ ແລະ ກະທົບໃນວົງກວ້າງ. ສາຍພົວພັນໃຫຍ່ 10 ປະການ​ທີ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໄດ້​ຮັບ​​ຮູ້​ ແລະ ສະຫຼຸບເປັນ​ທິດ​ສະ​ດີ​ ມີ​ຄຸນ​ຄ່າແລະຄວາມ​ໝາຍທີ່ຍິ່ງໃຫຍ່ແລະ​ສຳ​ຄັນ, ຕິດ​ພັນ​ກັບ​ລະ​ບົບ​ເປົ້າ​ໝາຍໂດຍລວມ ຂອງລັດທິ​ສັງ​ຄົມ​ນິ​ຍົມ​, ບັນດາລັກສະນະຂອງສັງຄົມ​ສັງຄົມ​ນິຍົມ ​ແລະ ທິດ​ທາງ​ກໍ່ສ້າງ​ສັງຄົມ​ນິຍົມ, ສ້າງເປັນລະບົບ​ທັດສະນະ​ພື້ນຖານ​ທີ່​ສຸດ​ ກ່ຽວ​ກັບ​ທິດ​ສະ​ດີ​ປ່ຽນແປງໃໝ່ຂອງຫວຽດນາມ, ທິດ​ສະ​ດີ​ກ່ຽວກັບລັດທິສັງ​ຄົມ​ນິ​ຍົມ ​ແລະ​ເສັ້ນ​ທາງໄປ​ສູ່​ສັງ​ຄົມ​ນິ​ຍົມທີ່ມີ​ເອກະລັກ ​ແລະ​ລັກ​ສະ​ນະສະເພາະ​ຫວຽດ​ນາມ.

ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ຢ້ຽມຢາມຮູບແບບການຜະລິດຊາ ຕາມຕຳລາ VIETGAP ຢູ່ບ້ານກົກຟາດ, ຕາແສງບ້ານບໍ, ເມືອງຕາມເດື່ອງ, ແຂວງລາຍເຈົາ _ພາບ: TTXVN

ການລະບຸສາຍພົວພັນທີ່ສໍາຄັນນັບມື້ນັບຊັດເຈນ, ຄົບຖ້ວນ ແລະກວມລວມຫຼາຍຂຶ້ນ,
ຕັ້ງແຕ່ລະບົບທັງໝົດໄປຈົນເຖິງສ່ວນປະກອບຕ່າງໆ

ການລະບຸບັນດາສາຍພົວພັນທີ່ສໍາຄັນ ແມ່ນຂະບວນການສະຫຼຸບຄວາມຮູ້ທາງທິດສະດີທີ່ສູງຫຼາຍ, ການຊອກຫາທ່າອ່ຽງການພັດທະນາທົ່ວໄປ, ສິ່ງທີ່ຢູ່ໃນ, ບັນດາຄວາມຂັດແຍ້ງແລະການປະທະກັນທີ່ແຮງ, ສາຍພົວພັນທົ່ວໄປທີ່ມີລັກສະນະກົດເກນ ທີ່ບໍ່ເກີດຂຶ້ນໃນມື້ໜຶ່ງຍາມດຽວ, ແຕ່ເປັນຂະບວນການທີ່ຫຍຸ້ງຍາກຍາວນານ, ຊ້ຳບໍ່ໜຳ ມີທັງ​ຄວາມ​ຜິດ​ພາດ​ກ່ອນ​ທີ່​ຈະ​ເຂົ້າ​ເຖິງ​ຄວາມຮັບຮູ້​ທີ່ຖືກ​ຕ້ອງ​ ຄົບ​ຖ້ວນ ກວມລວມ ເລິກ​ເຊິ່ງກວ່າ​, ສະ​ແດງ​ໃຫ້​ເຫັນ​ຢ່າງ​ຊັດ​ເຈນ​ເຖິງແຕ່ລະຂັ້ນ​, ແຕ່​ລະບາດກ້າວ​ຂອງ​ການ​ປ່ຽນແປງໃໝ່, ການ​ພັດ​ທະ​ນາໃນຄວາມຄິດ​ທິດ​ສະ​ດີ, ແມ່ນ​ການ​ສະ​ແດງ​ອອກ​ຢ່າງມີຊີວິດຊີວາ​ເຖິງ​ລະ​ດັບ​ການ​ເຕີບໃຫຍ່ ​ແລະພັດທະນາ​ທາງດ້ານທິດ​ສະ​ດີ​ ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ.

ຄຳ​ວ່າ ບັນດາສາຍ​ພົວພັນ​ທີ່ສຳຄັນ ​ໄດ້​ປະກົດ​ເປັນ​ທາງ​ການ​ເປັນ​ຄັ້ງ​ທຳ​ອິດ​ ໃນ​ເອກະສານ​ຂອງ​ກອງ​ປະຊຸມ​ຄົບຄະນະ​ຄັ້ງ​ທີ 10 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກສະໄໝ​ທີ III (ເດືອນທັນວາ 1964) ວ່າດ້ວຍ​ການ​ຄ້າ​ແລະ​ລາ​ຄາ​. ​ເວລາ​ນັ້ນ, ​ໃນ​ການ​ວິ​ເຄາະ​ລັກສະນະ​​ເສດຖະກິດພື້ນຖານ ​ແລະ ​ເນື້ອ​ໃນ​ຂອງ​ການ​ປະຕິວັດ​ສັງຄົມ​ນິຍົມຢູ່​ພາກ​ເໜືອ ​ໃນ​ຊຸມ​ປີ​ຕົ້ນ​ແຫ່ງການ​ກ້າວ​ໄປ​ສູ່​ສັງຄົມ​ນິຍົມ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກເປັນ​ຄັ້ງ​ທຳ​ອິດທີ່​ໄດ້​ວາງ​ຄວາມຕ້ອງການ​ວ່າ: ສ້າງບັນດາສາຍ​ພົວພັນໃຫຍ່​ຢ່າງຖືກຕ້ອງ, ​ແກ້​ໄຂ​ຄວາມ​ຂັດ​ແຍ່ງໃຫຍ່ໃຫ້ດີ…” (1). ​ໃນ​ໄລຍະ​ຕົ້ນ​ຂອງ​ການ​ກໍ່ສ້າງ​ສັງຄົມ​ນິຍົມ​ຢູ່​ພາກ​ເໜືອ, ​ເຖິງ​ວ່າ​ຄວາມຄິດ​ທິດ​ສະ​ດີ​ຂອງ​ພັກ​ໃນ​ເວລາ​ນີ້ ​ບໍ່ໄດ້ສະທ້ອນເຖິງ​ບັນດາສາຍ​ພົວພັນ​ທີ່ມີລັກສະນະກົດເກນຢ່າງສົມບູນ ແລະ ບໍ່ໄດ້ກຳນົດລັກສະນະ​ແລະວິທີ​ແກ້​ໄຂ​ບັນດາສາຍ​ພົວພັນທີ່​ສຳຄັນຢ່າງຊັດເຈນ, ​ແຕ່​ນີ້​ແມ່ນ​ໜໍ່ແໜງ ​​ຈຸດ​ເລີ່​ມຕົ້ນ​ທີ່​ມີ​ຄວາມ​ໝາຍ ​ແລະ ​ເປັນ​ປະຖົມປັດໄຈ ໃນຄວາມຄິດ​ທິດ​ສະ​ດີ​ຂອງ​ພັກ ກ່ຽວ​ກັບ ບັນດາສາຍ​ພົວ​ພັນ​ທີ່​ສຳ​ຄັນໃນ​ໄລ​ຍະຂ້າມຜ່ານຂຶ້ນສູ່​ສັງ​ຄົມ​ນິ​ຍົມຢູ່​ຫວຽດ​ນາມ. ພາຍຫຼັງການ​ປົດ​ປ່ອຍ​ພາກ​ໃຕ້​ແລະ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບແລ້ວ, ທົ່ວ​ປະ​ເທດ​ໄດ້​ກ້າວ​ເຂົ້າສູ່ການ​ກໍ່ສ້າງ​ສັງຄົມ​ນິຍົມ (ປີ 1975), ມາ​ຮອດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ (ປີ 2011), ເອກະສານ​ຂອງ​ພັກ​ເກືອບ​ບໍ່​ໄດ້​ລະບຸ ຫຼືຕັ້ງຊື່  ບັນດາສາຍ​ພົວພັນທີ່​ສຳຄັນ ໂດຍກົງ.

ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ (ສະບັບເພີ່ມເຕີມແລະພັດທະນາປີ 2011) ​ເປັນ​ຄັ້ງ​ທຳ​ອິດທີ່​ໄດ້​ກ່າວ​ເຖິງບັນດາສາຍ​ພົວພັນ​ທີ່​ສຳຄັນ​ຢ່າງເປັນລະບົບ ໃນການພິຈາລະນາຈະຕ້ອງເອົາໃຈໃສ່ເປັນພິເສດເຖິງການກຳແໜ້ນ ແລະ ການແກ້ໄຂເປັນຢ່າງດີ ບັນດາສາຍສໍາພັນທີ່ສໍາຄັນຄື: ການພົວພັນລະຫວ່າງການປ່ຽນແປງໃໝ່, ສະຖຽນລະພາບ ແລະການພັດທະນາ; ລະຫວ່າງການປ່ຽນແປງໃໝ່ດ້ານເສດຖະກິດ ແລະ ການປ່ຽນແປງໃໝ່ດ້ານການເມືອງ; ລະຫວ່າງເສດຖະກິດຕະຫຼາດ ແລະ ທິດທາງສັງຄົມນິຍົມ; ລະ​ຫວ່າງ​ການ​ພັດ​ທະ​ນາ​ກໍາ​ລັງ​ການຜະ​ລິດ​ ​ແລະ​ ການ​ກໍ່​ສ້າງ ປັບປຸງ​ການ​ພົວ​ພັນ​ການ​ຜະ​ລິດ​ສັງ​ຄົມ​ນິ​ຍົມໃຫ້ສົມບູນເທື່ອລະກ້າວ​; ລະຫວ່າງ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ​ແລະ ການ​ພັດທະນາ​ວັດທະນະທຳ, ປະຕິບັດ​ຄວາມ​ກ້າວໜ້າ​​ແລະຄວາມ​ຍຸຕິ​ທຳທາງສັງຄົມ; ລະຫວ່າງການກໍ່ສ້າງສັງຄົມນິຍົມ ແລະ ການປົກປັກຮັກສາປະເທດຊາດສັງຄົມນິຍົມ; ລະຫວ່າງເອກະລາດ, ຄວາມເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງສາກົນ; ລະຫວ່າງ​ການ​ນຳພາ​ຂອງ​ພັກ, ການ​ຄຸ້ມ​ຄອງ​ຂອງລັດ, ການ​ເປັນ​ເຈົ້າ​ຂອງຂອງ​ປະຊາຊົນ.

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ໄດ້​ປັບປ່ຽນການ​ພົວ​ພັນ “ລະ​ຫວ່າງ​ເສດ​ຖະ​ກິດ​ຕະ​ຫຼາດ​ ແລະ​ ທິດ​ທາງ​ສັງ​ຄົມ​ນິ​ຍົມ” ເປັນ​ການ​ພົວ​ພັນ “ລະ​ຫວ່າງ​ການ​ປະຕິບັດຕາມ​ກົດເກນ​ຕະ​ຫຼາດ​ ແລະ​ ການ​ຮັບ​ປະ​ກັນ​ທິດ​ທາງ​ສັງ​ຄົມ​ນິ​ຍົມ”. ພ້ອມກັນນັ້ນ, ຈາກແປດສາຍພົວພັນທີ່ສໍາຄັນ ໄດ້ພັດທະນາເປັນເກົ້າສາຍພົວພັນທີ່ສໍາຄັນ ໂດຍເພີ່ມການພົວພັນ “ລະຫວ່າງລັດແລະຕະຫຼາດ”. ການ​ພົວພັນ​ນີ້​ໄດ້​ຮັບ​ການ​ກຳນົດ​ຢ່າງ​ຄົບ​ຖ້ວນ ​ໂດຍ​ມະຕິ​ກອງ​ປະຊຸມ​ຄົບຄະນະ​ຄັ້ງ​ທີ 5 ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະໄໝ​ທີ XII ​ເຊິ່ງໄດ້ລະບຸຢ່າງຄົບຖ້ວນກວ່າ ດ້ວຍການ​ເພີ່ມ​ເຕີມ​ອົງປະກອບ​ທີສາມຄື ສັງຄົມ, ເປັນ​ການ​ພົວພັນ ລະຫວ່າງ​ລັດ, ຕະຫຼາດ ​ແລະ ສັງຄົມ”. ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ສືບ​ຕໍ່​ມີ​ຄວາມ​ເຂົ້າ​ໃຈໃໝ່​ ແລະເພີ່ມ​ເຕີມໃໝ່ ກ່ຽວກັບບັນດາສາຍພົວພັນທີ່ສຳຄັນ. ນັ້ນ​ແມ່ນ​ການ​ປັບລຳດັບ​ການ​​ພົວພັນ ລະຫວ່າງ​ການ​ປ່ຽນແປງໃໝ່, ສະຖຽນລະພາບ ​ແລະ ການ​ພັດທະນາເປັນ ລະຫວ່າງສະຖຽນລະພາບ, ການປ່ຽນແປງໃໝ່ ແລະ ການພັດທະນາ”; ເພີ່ມ​ການ​ພົວ​ພັນ “ລະ​ຫວ່າງ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ ແລະ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທໍາ​, ປະຕິບັດຄວາມ​ກ້າວ​ຫນ້າ​ ແລະ​ຄວາມ​ຍຸດ​ຕິ​ທໍາທາງ​ສັງ​ຄົມ​” ເຂົ້າ​ໃນ ລະຫວ່າງ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ​ແລະ ການ​ພັດທະນາ​ວັດທະນະທຳ, ປະຕິບັດ​ຄວາມ​ກ້າວໜ້າ, ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ ​ແລະ ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ”; ປັບປ່ຽນ​ການ​ພົວ​ພັນ “ລະ​ຫວ່າງ​ການ​ກໍ່​ສ້າງ​ສັງ​ຄົມ​ນິ​ຍົມ ​ແລະການ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ສັງ​ຄົມ​ນິ​ຍົມ”​ ເປັນ ລະຫວ່າງ​ການ​ກໍ່ສ້າງ ​ແລະ ການປົກ​ປັກ​ຮັກສາ ​ປະ​ເທດ​ຊາດ​ສັງຄົມ​ນິຍົມ”; ປັບປ່ຽນ​ການ​ພົວ​ພັນ ລະ​ຫວ່າງ​ພັກນຳພາ, ລັດຄຸ້ມຄອງ ແລະ ປະຊາຊົນເປັນເຈົ້າຂອງ”. ພິ​ເສດ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ ໄດ້​ເພີ່ມ​​ການ​ພົວພັນ​ທີ່ສຳຄັນ ​ລະຫວ່າງ​ການ​ປະຕິບັດ​ປະຊາທິປະ​ໄຕ ​ແລະ ​ເພີ່ມ​ທະວີລະບຽບກົດໝາຍ, ຮັບປະກັນລະບຽບ​ວິ​ໄນ​ສັງຄົມ ເຊິ່ງປະກອບເຂົ້າເປັນ​ລະບົບ​ລວມ ສິບສາຍພັວພັນ​ທີ່​ສຳຄັນ ທີ່ມີລັກສະນະ​ກົດເກນ ຂອງ​ການ​ປ່ຽນແປງໃໝ່ ​ແລະ ການພັດທະນາ​ຂອງ​ຫວຽດນາມ.

ດັ່ງນັ້ນ, ມາ​ຮອດ​ປະຈຸ​ບັນ, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ກຳນົດ 10 ສາຍ​ພົວພັນ​ສຳຄັນ​ ທີ່​ຕ້ອງ​ສືບ​ຕໍ່​ກຳແໜ້ນ ​ແລະ ​ແກ້​ໄຂ​ຢ່າງ​ດີ​ ໃນ​ຂະ​ບວນການ​ກໍ່ສ້າງ​ສັງຄົມ​ນິຍົມ, ລວມມີ: 1- ລະຫວ່າງສະຖຽນລະພາບ, ການປ່ຽນແປງໃໝ່ ແລະ ການພັດທະນາ; 2- ລະຫວ່າງການປ່ຽນແປງໃໝ່ທາງດ້ານເສດຖະກິດ ແລະ ການປ່ຽນແປງໃໝ່ທາງດ້ານການເມືອງ; 3- ລະຫວ່າງ​ການ​ປະຕິບັດຕາມກົດເກນ​ຕະຫຼາດ ​ແລະ ການຮັບປະກັນ​​ທິດທາງ​ສັງຄົມ​ນິຍົມ; 4- ລະຫວ່າງ​ການ​ພັດທະນາ​ກຳລັງການ​ຜະລິດ ​ແລະ ການກໍ່ສ້າງ, ປັບປຸງ​ການ​ພົວພັນ​​ການ​ຜະລິດ​ສັງຄົມ​ນິຍົມ​ໃຫ້​ສົມບູນ​ແບບ​ເທື່ອ​ລະ​ກ້າວ; 5- ລະຫວ່າງລັດ, ຕະຫຼາດ ແລະ ສັງຄົມ; 6- ລະຫວ່າງ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ​ແລະ​ການ​ພັດທະນາ​ວັດທະນະທຳ, ປະຕິບັດ​ຄວາມ​ກ້າວໜ້າ ແລະຄວາມ​ຍຸຕິ​ທຳ​ທາງ​ສັງຄົມ, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ; 7- ລະຫວ່າງ​ການ​ກໍ່ສ້າງ ​ແລະ ການປົກ​ປັກ​ຮັກສາ​ປະ​ເທດ​ຊາດຫວຽດນາມ​ສັງຄົມ​ນິຍົມ; 8- ລະຫວ່າງເອກະລາດ, ຄວາມເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງສາກົນ; 9- ລະຫວ່າງ​ການ​ນຳພາ​ຂອງ​ພັກ, ການ​ຄຸ້ມ​ຄອງຂອງ​ລັດ ​ແລະ ການ​ເປັນ​ເຈົ້າ​ຂອງ​ຂອງປະຊາຊົນ; 10- ລະຫວ່າງ​ການ​ປະຕິບັດ​ປະຊາທິປະ​ໄຕ ​ແລະ ​ການເພີ່ມທະວີ​ລະບຽບ​ກົດໝາຍ, ຮັບປະກັນລະບຽບ​ວິ​ໄນ​ສັງຄົມ.

ເປັນອັນຈະແຈ້ງວ່າ, ຈາກການປ່ຽນແປງແລະການເພີ່ມເຕີມທັງໝົດ ຫຼືພາຍໃນແຕ່ລະການພົວພັນຂ້າງເທິງນີ້ ມີຄວາມໝາຍເລິກເຊິ່ງ ແລະເປັນຜົນມາຈາກຂະບວນການທີ່ຍາວນານແລະລະອຽດ ຂອງການທົບທວນຄືນ, ການຄົ້ນຄວ້າ ແລະ ການພັດທະນາທິດສະດີ. ລະບົບສິບສາຍພົວພັນທີ່ສໍາຄັນປະກອບເປັນຄວາມຄົບຖ້ວນສົມບູນແບບ, ມີຄວາມໝາຍສໍາຄັນທາງວິທີວິທະຍາ ເພື່ອຊີ້ນໍາແລະນໍາພາກິດຈະກໍາການປະຕິບັດໃນທຸກຂົງເຂດຂອງຊີວິດສັງຄົມ. ​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII ​ກໍ່ໄດ້​ເນັ້ນ​ໜັກ​ວ່າ ນີ້​ແມ່ນບັນດາສາຍ​ພົວພັນ​ທີ່​ສຳຄັນ, ​ສະທ້ອນເຖິງ​ບັນດາ​ກົດເກນທີ່ສັດຈະ​ວິພາກ ​ແລະ ບັນດາບັນຫາ​ທິດ​ສະ​ດີ​ຫຼັກ ກ່ຽວກັບແນວທາງການປ່ຽນແປງໃໝ່​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ.

ບັນດາສາຍ​ພົວພັນ​ທີ່​ສຳຄັນໄດ້ຮັບຄວາມ​ເຂົ້າ​ໃຈ​ນັບມື້ນັບ​ເລິກ​ເຊິ່ງ, ສ້າງເປັນ​ລະບົບ
​ທັດສະນະ​ທີ່ມີລັກສະນະຫຼັກການວິທີ
ເພື່ອ​ຊີ້​ນຳ​ການແກ້​ໄຂ​ບັນຫາພຶດຕິກຳໃຫ້ດີ,
ປະກອບສ່ວນ​ປັບປຸງບູລະນະ​ທິດ​ສະ​ດີກ່ຽວກັບລັດທິ​ສັງຄົມ​ນິຍົມ​ຫວຽດນາມ

ທີໜຶ່ງ, ກ່ຽວກັບທາດແທ້ຂອງການກ່ຽວພັນພາຍນອກແລະພາຍໃນທີ່ສັບຊ້ອນ ຂອງບັນດາສາຍພົວພັນທີ່ສຳຄັນ.

ກ່ອນ​ອື່ນ​ໝົດ, ການແກ້ໄຂບັນດາສາຍ​ພົວພັນ​ທີ່​ສຳຄັນ​ ໄດ້​ວາງຢູ່ໃນສາຍພົວພັນໂດຍລວມທີ່ໃກ້ຊິດ ກັບລະບົບ​ຈຸດໝາຍໂດຍ​ລວມຂອງລັດທິ​ສັງຄົມ​ນິຍົມ, ແປດຄຸນລັກສະນະພິເສດຂອງສັງຄົມ​ສັງຄົມ​ນິຍົມ ແລະ ແປດທິດທາງກໍ່​ສ້າງ​ສັງຄົມ​ນິຍົມ. ຄວາມ​ເປັນ​ເອກະ​ພາບ​ລວມຂອງ 4 ​ເນື້ອ​ໃນ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້ ສາມາດ​ເວົ້າ​ໄດ້​ວ່າ ​ແມ່ນ​ບັນຫາ​ຫຼັກ​ ໃນ​ໂຄງ​ປະກອບ​ລະບົບ​ທິດ​ສະ​ດີ​ການປ່ຽນແປງໃໝ່​ຂອງ​ຫວຽດນາມ ​ໃນ​ສະໄໝຂ້າມຜ່ານຂຶ້ນສູ່​ສັງຄົມ​ນິຍົມ, ທັງ​ແມ່ນ​ທິດ​ສະ​ດີ​ກ່ຽວກັບລັດທິສັງຄົມ​ນິຍົມ ​ແລະ ​ເສັ້ນທາງ​ກ້າວ​ສູ່​ສັງຄົມ​ນິຍົມ​ຢູ່​ຫວຽດນາມ. ບັນດາສາຍ​ພົວພັນ​ທີ່ສຳຄັນ​ແມ່ນ ພາຫະນະແລະ​ວິທີການ ເພື່ອ​ຮັບ​ຮູ້ ​ແລະ ຈັດ​ຕັ້ງ​ປະຕິບັດ​ຢ່າງ​ຖືກຕ້ອງ ເພື່ອ​ບັນລຸ​ເປົ້າ​ໝາຍ ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດເຂັ້ມ​ແຂງ, ມີປະຊາທິປະ​ໄຕ, ຍຸດຕິ​ທຳ ແລະ ອາລະຍະທຳ”, ປະຕິບັດ​ຄຸນ​ລັກສະນະ ​ແລະ ທິດ​ທາງ​ການ​ກໍ່ສ້າງ​ສັງຄົມ​ນິຍົມຢ່າງ​ສຳ​ເລັດ​ຜົນ. ຫຼາຍເນື້ອໃນຂອງແຕ່ລະສາຍພົວພັນທີ່ສຳຄັນ ມີຄວາມກ່ຽວພັນກັນຢ່າງໃກ້ຊິດ, ຊ້ຳຍັງຫັນປ່ຽນກັນດ້ວຍເນື້ອໃນລັກສະນະ ຫຼືທິດທາງຂອງການກໍ່ສ້າງສັງຄົມນິຍົມ. ດັ່ງນັ້ນ, ໃນການຮັບຮູ້ ແລະ ແກ້ໄຂສາຍພົວພັນທີ່ສຳຄັນ, ພວກເຮົາຕ້ອງຕັ້ງມັນຢູ່ໃນສ່ວນລວມຂອງການພົວພັນກັບທິດທາງ ແລະ ຄຸນລັກສະນະສັງຄົມສັງຄົມນິຍົມ; ຖ້າແຍກກັນຈະສູນເສຍລັກສະນະລະບົບແລະຈຸດປະສົງ, ບໍ່ເຫັນແຈ້ງ ບັນດາກົດເກນການພັດທະນາພາວະວິໄສພາຍໃນ ຂອງການພົວພັນທີ່ສຳຄັນ. ການຄົ້ນພົບບັນດາກົດເກນກໍ່ສ້າງສັງຄົມນິຍົມ ບໍ່ແມ່ນເປົ້າໝາຍສຸດທ້າຍ, ແຕ່ແມ່ນວິທີການ, ເຄື່ອວມືເພື່ອເຂົ້າໃຈໃນລະດັບທິດສະດີ ເພື່ອໃຫ້ພັກກອມມູນິດຫວຽດນາມ ປະຕິບັດການກຳອຳນາດຢ່າງມີວິທະຍາສາດ, ສອດຄ່ອງ​ກັບບັນດາກົດເກນການ​ພັດທະນາພາວະວິໄສ, ​ແກ້​ໄຂ​ບັນດາ​ຂໍ້​ຂັດ​ແຍ້​ງ​ໃຫຍ່, ຄ່ອຍໆ​ບັນລຸ​ເປົ້າ​ໝາຍ​ຂອງລັດທິສັງຄົມ​ນິຍົມ, ປະຕິບັດທິດທາງ​ກໍ່ສ້າງ​ລັດທິສັງຄົມ​ນິຍົມຢ່າງສຳເລັດຜົນ ​ແລະ ເຮັດໃຫ້ຄຸນ​ລັກສະນະ​ສັງຄົມສັງຄົມ​ນິຍົມປະກົດເປັນຈິງ.

ແຕ່ລະການພົວພັນທີ່ສໍາຄັນໃນເອກະພົບບັນດາສາຍພົວພັນທີ່ສໍາຄັນ ກໍ່ໄດ້ຮັບການຮັບຮູ້ຢ່າງເລິກເຊິ່ງຫຼາຍຂຶ້ນ. ລະບົບບັນດາສາຍພົວພັນທີ່ສຳຄັນ ປະກອບດ້ວຍສິບສາຍພົວພັນໃຫຍ່ທີ່ມີເປົ້າໝາຍດຽວກັນ, ແຕ່ ສາຍພົວພັນໃຫຍ່ແຕ່ລະສາຍ ມີລັກສະນະແລະຕໍາແໜ່ງຂອງຕົນເອງ.

ການພົວພັນທີ່ສຳຄັນລະຫວ່າງການປ່ຽນແປງໃໝ່, ສະຖຽນລະພາບ ແລະ ການພັດທະນາ ແມ່ນສາຍພົວພັນທໍາອິດ, ນຳໜ້າ ແລະ ເລີ່ມຕົ້ນໃນລະບົບສາຍພົວພັນທີ່ສຳຄັນ. ໃນສາມອົງປະກອບຂອງສາຍພົວພັນນີ້, ການປ່ຽນແປງໃໝ່​ຕ້ອງ​ປະຕິບັດ​ກ່ອນ,​ແມ່ນ​ແບບວິທີ​ເພື່ອພັດທະນາ, ສະຖຽນ​ລະ​ພາບ​ແມ່ນ​ເງື່ອນ​ໄຂ​ ແລະ ການ​ພັດທະນາ​ແມ່ນ​ຈຸດໝາຍ - ນີ້ແມ່ນການການພົວພັນທີ່ຄອບງຳ, ຜູກມັດລະຫວ່າງເງື່ອນໄຂ, ແບບວິທີການ ແລະ ເປົ້າໝາຍການພັດທະນາໃນໄລຍະຍາວ. ການພັດທະນາຕ້ອງອີງໃສ່ຄວາມໝັ້ນຄົງ ສະຖຽນລະພາບ ແລະ ດ້ວຍແບບວິທີການປ່ຽນແປງໃໝ່; ຖ້າບໍ່ມີພື້ນຖານທີ່ໝັ້ນຄົງ ການພັດທະນາກໍ່ເປັນໄປບໍ່ໄດ້ ແລະ ໂດຍຜ່ານການພັດທະນາ ເງື່ອນໄຂຕ່າງໆຈຶ່ງຖືກສ້າງຂຶ້ນ ເພື່ອຄວາມໝັ້ນຄົງ ແລະ ການປ່ຽນແປງໃໝ່ຢ່າງຕໍ່ເນື່ອງ ຕາມຄວາມຕ້ອງການແລະລະດັບທີ່ສູງຂຶ້ນ. ຈາກ​ການ​ກຳນົດ​ການ​ປ່ຽນແປງໃໝ່​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ໄດ້​ປ່ຽນ​ຕຳແໜ່ງຂອງ ສະຖຽນ​ລະ​ພາບໃຫ້ ການປ່ຽນແປງໃໝ່ ເຊິ່ງໝາຍຄວາມວ່າ ໃນສະພາບການປະຈຸບັນ ຈຳເປັນຕ້ອງໃຫ້ຄວາມສຳຄັນກວ່າອີກ ກັບການຮັກສາສະຖຽນລະພາບທຸກດ້ານຂອງຊີວິດດ້ານ ການເມືອງ-ສັງຄົມ ເພື່ອສ້າງປະຖົມປັດໄຈ ແລະ ເງື່ອນໄຂໃຫ້ແກ່ການພັດທະນາ.

ການ​ພົວ​ພັນ​ລະ​ຫວ່າງ​ການປ່ຽນແປງໃໝ່​ດ້ານ​ເສດ​ຖະ​ກິດ ​ແລະ​ການ​ປ່ຽນແປງໃໝ່​ດ້ານ​ການ​ເມືອງ ​ມີບົດບາດເປັນໃຈ​ກາງ​ ພື້ນ​ຖານ​, ເພາະ​ວ່າ ​ການ​ແກ້​ໄຂ​ສາຍພົວ​ພັນ​ນີ້​ຈະ​ສົ່ງ​ຜົນ​ກະ​ທົບ​ແລະ​ຕັດສິນຊີ້ຂາດ ເຖິງການ​ແກ້​ໄຂບັນດາສາຍພົວ​ພັນ​ທີ່​ສໍາ​ຄັນ​ອື່ນໆ​, ເມື່ອ “ປັດໄຈເສດຖະກິດຖືວ່າເປັນພື້ນຖານອັນດັບໜຶ່ງ ຂອງການພັດທະນາ, ພ້ອມກັນນັ້ນ, ການເມືອງແມ່ນປັດໄຈທີ່ອ່ອນໄຫວ ແລະສັບສົນທີ່ສຸດ ໃນຊີວິດສັງຄົມ(2). ການປ່ຽນແປງໃໝ່ດ້ານເສດຖະກິດແມ່ນບາດກ້າວບຸກທະລຸ ຂອງຂະບວນການປ່ຽນແປງໃໝ່ຢູ່ຫວຽດນາມ, ສຸມໃສ່ພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ສ້າງພື້ນຖານທາງດ້ານວັດຖຸ - ເຕັກນິກຂອງສັງຄົມນິຍົມ. ຂະ​ບວນການ​ປ່ຽນແປງໃໝ່ດ້ານ​ເສດຖະກິດ ​ຕ້ອງ​ດຳ​ເນີນ​ໄປ​ພ້ອມໆ​ກັນ​ກັບ​ແຕ່ລະ​ບາດກ້າວ​ຂອງ​ການ​ປ່ຽນແປງໃໝ່​ດ້ານ​ການ​ເມືອງ; ການປ່ຽນແປງໃໝ່ດ້ານການເມືອງສຸມໃສ່ການປ່ຽນແປງໃໝ່ຄວາມຄິດການເມືອງ ແລະລະບົບການເມືອງ. ການປ່ຽນແປງໃໝ່ດ້ານເສດຖະກິດໄດ້ດຳເນີນກ່ອນ, ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າ ການປ່ຽນແປງໃໝ່ດ້ານການເມືອງຈະໄດ້ດຳເນີນຊ້າໄປ; ການ​ປ່ຽນ​ແປງ​ໃໝ່​ດ້ານ​ການ​ເມືອງ​ຕ້ອງ​ດຳ​ເນີນ​ໄປ​ເທື່ອ​ລະ​ກ້າວຢ່າງລະ​ມັດ​ລະ​ວັງ, ຮັບປະກັນ​ຫຼັກການວ່າ​​ອັນໃດທີ່ຈະແຈ້ງ ສຸກງອມແລ້ວ, ໄດ້ຮັບການ​​ພິສູດແລ້ວວ່າມີປະສິດທິພາບໃນທາງ​ປະຕິບັດ ​ແລະຄົນ​ສ່ວນໃຫຍ່ເຫັນດີ ກໍ່ໃຫ້ນຳໄປປະຕິບັດຕໍ່ໄປ, ສິ່ງໃດທີ່ບໍ່ມີກົດລະບຽບ ຫຼືເກີນກວ່າກົດລະບຽບ ໃຫ້ທົດລອງດ້ວຍຄວາມກ້າຫານ, ທັງເຮັດທັງຖອດຖອນບົດຮຽນ, ຄ່ອຍໆຂະຫຍາຍອອກໄປ, ໂດຍບໍ່ຕ້ອງຄວາມສົມບູນແບບ, ແຕ່ກໍ່ບໍ່ຮີບຮ້ອນ.

ການ​ພົວພັນ​ລະຫວ່າງ​ການ​ປະຕິບັດ​ຕາມກົດເກນ​ການ​ຕະຫຼາດ ​ແລະ ການຮັບປະກັນທິດທາງ​ສັງຄົມ​ນິຍົມ​ ນັ້ນເປັນ​ສອງ​ດ້ານຂອງການລວມເປັນໜຶ່ງດຽວຄື ພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ - ຮູບແບບເສດຖະກິດໂດຍລວມ ຂອງປະເທດເຮົາໃນສະໄໝຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ. ການປະ​ຕິ​ບັດ​ຕາມ​ບັນດາກົດເກນ​ຂອງ​ເສດ​ຖະ​ກິດ​ຕະ​ຫຼາດ (ກົດເກນຄຸນ​ຄ່າ​, ກົດເກນ​ການ​ສະ​ໜອງ​ແລະ​ຄວາມ​ຕ້ອງ​ການ​, ກົດ​ເກນ​ການ​ແຂ່ງ​ຂັນ...) ແມ່ນ​ຄວາມ​ຈຳ​ເປັນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕະຫຼາດ​ທີ່​ທັນ​ສະ​ໄໝ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ດຳ​ເນີນ​ງານ​ຢ່າງ​ຄົບ​ຖ້ວນ ແລະ ຄົບຊຸດ​ຕາມ​ກົດ​ເກນ​ຂອງ​ເສດ​ຖະ​ກິດ​ຕະຫຼາດ. ຖ້າຫາກບໍ່ປະຕິບັດຕາມກົດເກນຕະຫຼາດ ແລະ ລັກສະນະຕະຫຼາດຂອງພື້ນຖານເສດຖະກິດ ຈະພາໃຫ້ເສດຖະກິດຕະຫຼາດດຳເນີນງານຢ່າງບິດບ້ຽວ, ພັດທະນາຕາມເຈດຈຳນົງນິຍົມ ແລະ ງ່າຍທີ່ຈະກັບຄືນສູ່ເສດຖະກິດແບບແຜນການລວມສູນ ເກື້ອກູນ. ດ້ານອື່ນ, ລັກສະນະທິດທາງ​ສັງຄົມ​ນິຍົມ​ ຂອງ​ເສດຖະກິດ​ຕະຫຼາດ ​ແມ່ນ​ແນ​ໃສ່​ຮັບປະກັນ​ບັນດາ​ເປົ້າ​ໝາຍ​​ສັງຄົມ​ນິຍົມຂອງພື້ນຖານເສດຖະກິດ. ນີ້​ບໍ່​ແມ່ນ​ການ​ບັງ​ຄັບໃຫ້ລວມກັນ ​ແຕ່​ແມ່ນຄຸນ​ລັກສະນະທີ່​ກຳນົດ​ທາດແທ້ຂອງ​ເສດຖະກິດຕະຫຼາດ ເຊິ່ງຫວຽດນາມກຳລັງກໍ່ສ້າງ​ແລະພັດທະນາ; ຖ້າບໍ່ຮັບປະກັນ​ທິດທາງ​ສັງຄົມ​ນິຍົມ,​ເສດຖະກິດ​ຈະ​ພັດທະນາ​ຢ່າງ​ເສລີເກີນຄວນ ໂດຍສະແຫວງຫາ​ຜົນ​ປະ​ໂຫຍ​ດຂອງຄົນກຸ່ມນ້ອຍ ແລະ ລັກ​ສະ​ນະ​ຂອງ​ເສດ​ຖະ​ກິດ​ທຶນ​ນິ​ຍົມກໍ່ຈະ​ສ່ຽງ​ທີ່​ຈະຟື້ນຄືນ​, ຜິດຈາກທິດ​ທາງ​ສັງ​ຄົມ​ນິ​ຍົມ​.

ການ​ພົວ​ພັນ​ລະ​ຫວ່າງ​ການ​ພັດ​ທະ​ນາ​ກໍາ​ລັງ​ການຜະ​ລິດ ແລະ ​ການ​ກໍ່​ສ້າງ​ແລະປັບ​ປຸງການ​ພົວ​ພັນ​ການ​ຜະ​ລິດ​ສັງ​ຄົມ​ນິ​ຍົມໃຫ້ສົມບູນເທື່ອລະກ້າວ ແມ່ນກົດເກນພື້ນຖານທີ່ສຸດ, ກວມລວມຕະຫຼອດ ແລະ ຄອບງຳ​ການ​ພັດທະນາ​ຂອງ​ສັງຄົມ​ມະນຸດ ລວມທັງ​ຂະ​ບວນການ​ກໍ່ສ້າງ​ສັງຄົມ​ນິຍົມ​ຢູ່ຫວຽດນາມ. ກໍາລັງການຜະລິດກໍານົດເນື້ອໃນແລະລັກສະນະຂອງການພົວພັນການຜະລິດ; ກົງ​ກັນ​ຂ້າມ, ການ​ພົວ​ພັນ​ການ​ຜະ​ລິດ​ສົ່ງຜົນກະທົບຄືນ ແລະ ກຳນົດ​ເປົ້າ​ໝາຍ​ສັງ​ຄົມ​ຂອງ​ການ​ຜະ​ລິດ, ຈາກນັ້ນຈະເກີດປັດໄຈຕ່າງໆທີ່ສົ່ງເສີມກໍາລັງການຜະລິດຕາມຄວາມເໝາະສົມ ຫຼືຂັດຂວາງການພັດທະນາກໍາລັງການຜະລິດຫາກບໍ່ເໝາະສົມ. ດ້ວຍ​ຈຸດ​ເລີ່​ມຕົ້ນ​ທີ່ຕ່ຳຂອງ​ເສດຖະກິດ ດັ່ງນັ້ນ ໜ້າທີ່ຈຸດໜັກໃຈກາງ​ແລະສຳຄັນ ສຳລັບ​ການ​ກໍ່ສ້າງ​ສັງຄົມ​ນິຍົມໃຫ້​ປະສົບ​ຄວາມສຳ​ເລັດຄື ​ຕ້ອງພັດທະນາ​ກຳລັງການ​ຜະລິດຢ່າງບໍ່ຢຸດຢັ້ງ​ ເພື່ອ​ສ້າງ​ພື້ນຖານ​ວັດຖຸທີ່ທັນສະໄໝ. ຢ່າງໃດກໍ່ຕາມ, ນີ້ແມ່ນໜ້າທີ່ໄລຍະຍາວ. ​ບໍ່ສາມາດຮີບຮ້ອນໃນການສ້າງ​ການ​ພົວພັນ​​ການ​ຜະລິດ​ທີ່​ກ້າວກາຍ ຫຼື​ແຍກອອກຈາກ​ລະດັບຂອງ​ກຳລັງການ​ຜະລິດ, ເຮັດ​ໃຫ້​ຄວາມ​ຂັດ​ແຍ່ງກັນລະຫວ່າງ​ສອງດ້ານ​ຂອງແບບວິທີ​ການ​ຜະລິດ​ຮຸນ​ແຮງຂຶ້ນ, ນຳ​ປະ​ເທດ​ເຂົ້າ​ສູ່​ວິ​ກິດ​ການ​ເສດຖະກິດ-ສັງຄົມ​ຢ່າງ​ໜັກໜ່ວງ​ ຄື​ກ່ອນ​ການ​ປ່ຽນແປງໃໝ່. ດັ່ງ​ນັ້ນ, ຄຽງ​ຄູ່​ກັບ​ການ​ຊອກ​ຫາ​ວິ​ທີ ເພື່ອ​ພັດ​ທະ​ນາ​ກຳ​ລັງການ​ຜະ​ລິດ, ປົດ​ປ່ອຍ​ທຸກ​ແຫຼ່ງ​ກຳ​ລັງ ເພື່ອ​ການພັດ​ທະ​ນາ, ດ້ວຍ​ຫຼາຍ​ພາກສ່ວນ​ເສດ​ຖະ​ກິດ, ເຊິ່ງການ​ພົວ​ພັນ​ການ​ຜະ​ລິດ​ສັງ​ຄົມ​ນິ​ຍົມ​ໄດ້​ຮັບ​ການ​ ປັບປຸງໃຫ້ສົມບູນແບບເທື່ອລະກ້າວ”, ດ້ວຍ​ຫຼາຍ​ຮູບ​ການ​ກຳມະສິດ ກ່ຽວກັບອຸປະກອນ​ການ​ຜະ​ລິດ, ຮັບເອົາລະດັບ​ການ​ຈັດ​ຕັ້ງ - ​ການຄຸ້ມ​ຄອງ​ເສດ​ຖະ​ກິດ​ມະ​ຫາ​ພາກ​ ແລະ ​ການ​ຄຸ້ມ​ຄອງວິສາຫະກິດທັນສະໄໝ​, ປັບປຸງບູລະນະລະບອບການແຈກຢາຍ​. ພ້ອມກັນ​ນັ້ນ, ການ​ພົວພັນ​​ການ​ຜະລິດ​ໄດ້​ຮັບການກຳນົດ​ວ່າ ກ້າວ​​ໜ້າ​ສອດຄ່ອງ, ໝາຍວ່າ ​ບໍ່​ພຽງ​ແຕ່​ສອດຄ່ອງ​ກັບ​ລະດັບ​ການ​ພັດທະນາ​ຂອງ​ກຳລັງ​ການ​ຜະລິດທີ່​ທັນ​ສະ​ໄໝ ຄືກັບທັດສະນະກ່ອນໜ້ານີ້, ຫາກ​ຍັງ​ສອດຄ່ອງ​ກັບ​ທາດແທ້ ແລະເປົ້າໝາຍຂອງ​ລັດທິ​ສັງຄົມ​ນິຍົມ.

ການ​ພົວພັນ​ລະຫວ່າງ​ ລັດ, ຕະຫຼາດ ​ແລະ ສັງຄົມ ​ແມ່ນ​ສາຍ​ພົວພັນ​ໃໝ່, ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ​ໂດຍ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ, ແມ່ນ​ສາມອົງປະກອບທີ່​ສ້າງທ່າຂ່ຽງ “ສາມ​ຂາ” ​ໃນ​ການ​ຄຸ້ມ​ຄອງ​ການ​ພັດທະນາ​ສັງຄົມ, ມີ​ທັງການ​ແຂ່ງຂັນ, ການ​ຮ່ວມ​ມື ​ແລະ ການ​ພົວພັນຄອບງຳ​ຊຶ່ງ​ກັນ​ແລະ​ກັນ ເຊິ່ງທາງດ້ານທາດແທ້​ແລ້ວ ແມ່ນການຈັດການກັບສາຍ​ພົວພັນ​ລະຫວ່າງ​ອຳນາດ​ລັດ, ອຳນາດເສດຖະກິດ ​ແລະ ອຳນາດ​ດ້ານ​ຈັນຍາ​ບັນ-ວັດທະນະທຳ, ​ໂດຍມີ​ລັດ - ວິສາຫະ​ກິດ - ອົງການ​ຈັດ​ຕັ້ງ​ສັງຄົມ ເປັນຕົວແທນ. ຕາມ​ນັ້ນ, ລັດ​ທັງ​ເປັນ​ອັດຕະພາບ​ບໍລິຫານ ທັງເປັນເຈົ້າຂອງໃນ​ຕະຫຼາດ, ຄູ່​ຮ່ວມ​ມື​ຂອງ​ຕະຫຼາດ, ສຸມ​ໃສ່​ພາລະໜ້າທີ່ສ້າງສັນການ​ພັດທະນາ, ສ້າງ​ສະພາບ​ແວດ​ລ້ອມ​ທີ່ເອື້ອອຳນວຍ, ​ເປີດກວ້າງ, ​ໂປ່​ງ​ໃສ ແລະເປັນກາງ ​ເພື່ອ​ໃຫ້​ວິສາ​ຫະກິດ ​ແລະ ​ອົງການ​ສັງຄົມ​ ພັດທະນາ; ຕະຫຼາດມີບົດບາດສໍາຄັນໃນການຈັດສັນຊັບພະຍາກອນຢ່າງມີປະສິດທິຜົນ; ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ​ມີ​ບົດບາດນັບມື້ນັບເປັນເຈົ້າການ ແລະ ​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ ​ໃນ​ການ​ຄຸ້ມ​ຄອງ​ການ​ພັດທະນາ, ການ​ຕິດຕາມ​ກວດກາ ​ແລະ ການ​ວິຈານ​​ສັງຄົມ. ເພື່ອໃຫ້ມີຄວາມກົມກຽວໃນການ​ພົວພັນ​ລະຫວ່າງ​ລັດ - ຕະຫຼາດ ​ແລະ ສັງຄົມ, ການ​ແບ່ງ​ບົດບາດ​ທີ່​ສົມ​ເຫດ​ສົມ​ຜົນ ​ແລະ ກົນ​ໄກ​ດັດປັບ​ຕົນ​ເອງ​ພາຍ​ໃນລະຫວ່າງສາມອົງປະກອບມີ​ບົດບາດ​ຕັດສິນ, ພ້ອມ​ກັນ​ນັ້ນ, ຕ້ອງຄຳນຶງ​ເຖິງປັດ​ໄຈຈາກ​ພາຍ​ນອກນັ້ນຄື ບົດບາດ​​ແລະຄວາມ​ສາມາດ​ນຳພາ​ຂອງ​ພັກ​ ໃນ​ການ​ດັດປັບ, ນຳ​ໃຊ້ ​ແລະ ເສີມຂະຫຍາຍ​ບົດບາດ, ພາລະໜ້າທີ່​ຂອງ​ລັດ, ຕະຫຼາດ ​ແລະ ສັງຄົມ ຢ່າງຖືກຕ້ອງ.

ການ​ພົວ​ພັນ​ລະ​ຫວ່າງ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ ​ແລະ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທໍາ, ປະຕິບັດ​ຄວາມກ້າວ​ໜ້າ ​​ແລະ ​ຄວາມ​ຍຸດ​ຕິ​ທໍາທາງສັງຄົມ, ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ​ແມ່ນ​ສາຍ​ພົວພັນ​ສຳຄັນ​ ທີ່​ສະ​ແດງ​ໃຫ້​ເຫັນເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ ​ຕາມ​ທ່າ​ອ່ຽງຂອງ​ຍຸກ​ສະ​ໄໝ, ​ພ້ອມກັນນັ້ນ ​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ດີ​ເດັ່ນ ​ຂອງ​ລະບອບ​ສັງຄົມ​ນິຍົມ. ນີ້ແມ່ນສາຍພົວພັນທີ່ສຳຄັນ ທີ່ມີຫຼາຍອົງປະກອບທີ່ສຸດ, ໃນນັ້ນ “ການເຕີບໂຕດ້ານເສດຖະກິດ” ແມ່ນແກນທີ່ມີຄວາມສໍາພັນ ທີ່ທັງເປັນເອກະພາບ ແລະ ຂັດແຍ້ງ ກັບສີ່ອົງປະກອບທີ່ຍັງເຫຼືອ; ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ​ຕິດ​ພັນ​ກັບ​ການ​ປະຕິບັດບັນດາ​ເນື້ອ​ໃນ​ອື່ນໆ​ ໃນ​ການ​ພົວພັນ​ທີ່​ສຳຄັນ​ຂ້າງ​ເທິງ​ ຈະ​ກາຍ​ເປັນ​ການ​ພັດທະນາ​ແບບ​ຍືນ​ຍົງ, ໃນທາງກົງຂ້າມ, ການເຕີບໂຕດ້ານເສດຖະກິດດ້ວຍຄ່າໃຊ້ຈ່າຍທັງໝົດ, ເບິ່ງເບົາ ຫຼືແຍກອອກຈາກບັນດາເນື້ອໃນທີ່ຍັງເຫຼືອ ຈະເຮັດໃຫ້ຄຸນຄ່າວັດທະນະທຳເສື່ອມຖອຍ, ເຮັດໃຫ້ເກີດຄວາມບໍ່ສະເໝີພາບ, ຄວາມຂັດແຍ້ງ, ຄວາມບໍ່ໝັ້ນຄົງທາງສັງຄົມ, ທຳລາຍສະພາບແວດລ້ອມ ແລະກໍ່ໃຫ້ເກີດຜົນຮ້າຍອື່ນໆ, ຂັດຂວາງການພັດທະນາແລະຄວາມກ້າວໜ້າທາງສັງຄົມ. ຈາກ​ການ​ພັດ​ທະ​ນາ​ໜັກໄປທາງລວງກວ້າງ​, ພວກ​ເຮົານັບມື້ນັບ​ເອົາໃຈໃສ່ຫຼາຍກວ່າເຖິງຄວາມເລິກ ແລະ ​ຄຸນ​ນະ​ພາບ​ຂອງ​ການ​ເຕີບໂຕ. ປະຕິບັດ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ເປັນ​ໃຈກາງ, ການພັດທະນາ​ວັດທະນະທຳ​ ເປັນ​ພື້ນຖານ​ດ້ານ​ຈິດ​ໃຈ​ສັງຄົມ. ການ​ເຕີບດ້ານ​ເສດຖະກິດ​ໄປ​ຄຽງ​ຄູ່​ກັບ​ການ​ປະຕິບັດ​ຄວາມ​ກ້າວໜ້າ ​ແລະ ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ ​ໃນ​ທຸກ​ບາດກ້າວ, ທຸກ​ນະ​ໂຍບາຍ ​ແລະ ຕະຫຼອດ​ຂະ​ບວນການ​ພັດທະນາ. ພິ​ເສດ, ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ໄດ້​ກາຍ​ເປັນ​ອົງ​ປະ​ກອບ​ເປັນທາງການ ຂອງ​ການ​ພົວ​ພັນ​ທີ່​ສໍາ​ຄັນ​ຂ້າງ​ເທິງ ເຊິ່ງສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ຮັບ​ຮູ້​ທີ່ຖືກຕ້ອງ ​ແລະ ນັບມື້ນັບເຊີດຊູຄວາມ​ເຄົາ​ລົບ​, ການປົກ​ປັກ​ຮັກ​ສາ​ ແລະ ຫຼໍ່ລ້ຽງສິ່ງ​ແວດ​ລ້ອມ, ດ້ວຍ​ບັນດາທັດ​ສະ​ນະກ່ຽວກັບການພັດທະນາຢ່າງກົມກຽວ, ເປັນມິດກັບທຳມະຊາດ, ພັດ​ທະ​ນາ​ເສດ​ຖະ​ກິດ​ສີ​ຂຽວ, ເສດ​ຖະ​ກິດ​ໝູນວຽນ... ນີ້​ແມ່ນ​ທ່າ​ອ່ຽງ​ການ​ພັດທະນາ​ທີ່​ຫຼີກ​ລ່ຽງບໍ່​ໄດ້ ​ແລະ ​ແມ່ນ​ບັນດາ​ບາດກ້າວ​ອັນ​ສຳຄັນ ​ໃນ​ທິດ​ສະ​ດີ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ເພື່ອ​ແນ​ໃສ່​ກຳນົດ​ທິດທາງ​ທີ່​ຖືກຕ້ອງ ​ເພື່ອການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ໄລຍະ​ຈະ​ມາ​ເຖິງ.

ການ​ພົວພັນ​ລະຫວ່າງ​ການ​ກໍ່ສ້າງ ​ແລະ ການປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ​ຫວຽດນາມ ສະທ້ອນເຖິງ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ​ຂອງ​ການ​ປະຕິວັດ​ຫວຽດນາມ, ມີການພົວພັນແບບສັດຈະວິພາກທີ່ເລິກເຊິ່ງ ໃນລະດັບຍຸດທະສາດ, ມີອິດທິພົນແລະຄອບງຳຕໍ່ການພົວພັນທີ່ສໍາຄັນອື່ນໆ ແລະທຸກຂົງເຂດຂອງຊີວິດສັງຄົມ, ສະ​ແດງ​ໃຫ້​ເຫັນ​ເຖິງຄວາມຜູກພັນ​ແໜ້ນ​ແຟ້ນລະຫວ່າງ 2 ​ເປົ້າ​ໝາຍ​ໃຫຍ່​ຄື: ທັງກໍ່ສ້າງ​ປະ​ເທດໃຫ້​ຈະ​ເລີ​ນຮຸ່ງ​ເຮືອງແລະໝັ້ນຄົງ​ເຂັ້ມ​ແຂງ ທັງຕ້ອງ​ຮັກສາ​ເອກະລາດ​ແຫ່ງ​ຊາດ ​ແລະ ລັດທິສັງຄົມ​ນິຍົມ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ອັນ​ສັກກາລະບູຊາ​ຂອງ​ປະ​ເທດ​ຊາດ. ໃນການແກ້ໄຂສາຍ​ພົວພັນ​ທີ່ສຳຄັນນີ້ ພັກກອມມູນິດຫວຽດນາມໄດ້ໝູນໃຊ້​​ເຂົ້າໃນທຸກ​ຂົງ​ເຂດ, ​ເມື່ອ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ການ​ຕ່າງປະ​ເທດ... ລ້ວນແຕ່ “ນຳໃຊ້ສອງທາງຕິດພັນກັບໜ້າທີ່ ແລະ ເປົ້າໝາຍການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ; ປະຕິບັດ​ທັດສະນະທີ່ວ່າ ການ​ພັດທະນາ​ເສດຖະກິດ-ສັງຄົມ​​ ເປັນ​ໃຈກາງ, ການຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ ແລະປ້ອງ​ກັນ​ຄວາມ​ໝັ້ນຄົງ ​ເປັນ​ສຳຄັນແລະ​ເປັນ​ປະຈຳ; ລະດົມ ​ແລະ ອີງ​ໃສ່​ກຳລັງ​ແຮງ​ສັງລວມ​ສູງ​ສຸດ​ຂອງກອງ​ກຳລັງ​ທັງໝົດ ເພື່ອ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ໃນ​ນັ້ນ​ ກອງ​ກຳລັງ​ປະກອບ​ອາວຸດເປັນຫຼັກແຫຼ່ງ. ການກໍ່ສ້າງ​ປະ​ເທດ​ໃຫ້​ຮັ່ງມີເຂັ້ມ​ແຂງ ​ແມ່ນ​ການ​ສ້າງ​ກຳລັງ​ແລະທີ່​ຕັ້ງ ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດຕັ້ງແຕ່ຕົ້ນ ຈາກໄກ; ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ​ ແມ່ນ​ເງື່ອນ​ໄຂ​ສຳຄັນ​ທີ່​ສຸດ​ ເພື່ອ​ກໍ່ສ້າງ​ປະ​ເທດ, ບໍ່ໄດ້ເບິ່ງເບົາໜ້າທີ່ໃດໆ, ບໍ່ໄດ້ລະເຫຼີງພຽງນາທີດຽວ. ບົນ​ພື້ນຖານ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ສາຍ​ພົວພັນ​ທີ່ສຳຄັນ​ຂ້າງເທິງ, ຫຼາຍ​ບັນຫາ​ດ້ານ​ການປ້ອງ​ກັນ​ປະ​ເທດ ແລະ ປ້ອງກັນຄວາມໝັ້ນຄົງ​ ໃນ​ໄລ​ຍະການປ່ຽນແປງໃໝ່ ​ໄດ້​ຮັບ​ການ​ໝູນໃຊ້ຢ່າງຍືດຫຍຸ່ນ​ ໂດຍ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ຮັບ​ປະ​ກັນ​ຫຼັກ​ການ, ເພື່ອແກ້​ໄຂ​ເປັນ​ຢ່າງ​ດີ, ຜ່ານ​ນັ້ນ ​ສະກັດ​ກັ້ນ, ​ແກ້ໄຂ ​ແລະ ລົບ​ລ້າງ​ການ​ປະ​ທະ​ກັນໜັກ ​ແລະ ຄວາມ​ສ່ຽງ​ຂອງ​ສົງຄາມ, ຮັກສາ​ສະພາບ​ແວດ​ລ້ອມ​ທີ່​ໝັ້ນຄົງ​ແລະສັນຕິພາບ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ, ສ້າງ​ທ່າ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່.

ການ​ພົວພັນ​ລະຫວ່າງ​ເອກະລາດ, ຄວາມເປັນເຈົ້າຕົນເອງ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ ສະແດງໃຫ້ເຫັນ​ເຖິງ​ຍຸດ​ທະ​ສາດຂອງ​ພັກ​ກອມ​ມູນິດ​ຫວຽດນາມ ໃນການລວມ​ກຳລັງ​ແຮງ​ຂອງ​ຊາດ ເຂົ້າກັບ​ກຳລັງແຮງຂອງ​ຍຸກ​ສະ​ໄໝ ຕັ້ງແຕ່ເລີ່ມຕົ້ນແລະຕະຫຼອດ​ໄລຍະ​ການ​ປະຕິວັດ​ຂອງ​ຫວຽດນາມ ​ແລະ ​ເປັນ​ທີ່​ຈະ​ແຈ້ງ​ກວ່າ​ອີກ ​ໃນ​ຂະ​ບວນການ​ປ່ຽນແປງ​ໃໝ່​ຂອງ​ປະ​ເທດ. ສາມອົງປະກອບຂອງການພົວພັນທີ່ສຳຄັນນີ້ ທັງສ້າງປະຖົມປັດໄຈໃຫ້ແກ່ກັນ, ທັງເປັນເອກະພາບ ແລະ ຊຸດຍູ້ເຊິ່ງກັນແລະກັນ. ເອກະລາດແມ່ນອະທິປະໄຕຕາມກົດໝາຍ, ຄວາມເປັນເຈົ້າຕົນເອງແມ່ນອະທິປະໄຕຕົວຈິງ; ຄວາມເປັນເອກະລາດແລະຄວາມເປັນເຈົ້າຕົນເອງ ແມ່ນກຳລັງແຮງພາຍໃນ, ແມ່ນພະລັງພາຍໃນປະເທດ. ການ​ເຊື່ອມ​ໂຍງແມ່ນ​ການ​ເຂົ້າ​ຮ່ວມ ​ແລະ​ກາຍ​ເປັນ​ພາກ​ສ່ວນ​ໜຶ່ງ​ ຂອງ​ປະ​ຊາ​ຄົມ​ສາ​ກົນ, ແມ່ນ​ກຳ​ລັງ​ແຮງ​ຈາກ​ພາຍ​ນອກ. ການຮັກສາ​ເອກະລາດ ​ແລະ ​ຄວາມເປັນ​ເຈົ້າ​ຕົນ​ເອງ ດ້ວຍກຳລັງແຮງສັງລວມຂອງຊາດ ​ແລະ ເອກະລັກ​ປະຈຳ​ຊາດ ​ໃນ​ທຸກ​ຂົງ​ເຂດ ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງ​ກັນ​ປະ​ເທດ, ປ້ອງກັນຄວາມ​ໝັ້ນຄົງ, ການ​ຕ່າງປະ​ເທດ... ຈຶ່ງເຊື່ອມໂຍງຢ່າງສໍາເລັດຜົນ, ຖ້າບໍ່ດັ່ງນັ້ນ ຈະຂຶ້ນກັບພາຍນອກແລະລະລາຍໄປ; ກົງ​ກັນ​ຂ້າມ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ກວ້າງຂວາງແລະມີ​ປະ​ສິດ​ທິ​ຜົນ ຈະຊ່ວຍ​ຍົກ​ສູງ​ບົດບາດທີ່​ຕັ້ງ​ຂອງ​ປະ​ເທດ​ຊາດ, ຍາດ​ແຍ່ງ​ເອົາ​ແຫຼ່ງກຳລັງ​ຈາກ​ພາຍ​ນອກ ​ເພື່ອ​ພັດທະນາ​ປະ​ເທດ, ຫັນ​ການ​ພົວພັນ​ສາກົນ​ເປັນ​ຫຼາຍ​ຝ່າຍ, ​ຫຼາຍຮູບຫຼາຍແບບ ແລະ ​ຜົນ​ປະ​ໂຫຍ​ດ​ເຊື່ອມ​ໂຍງ​ເຂົ້າກັນ, ຈາກ​ນັ້ນ​ ຊ່ວຍ​ເພີ່ມ​ທະວີ​ເອກະລາດ, ຄວາມເປັນເຈົ້າ​ຕົນ​ເອງ ​ແລະ ຄວາມ​ເຂັ້ມ​ແຂງ​ພາຍ​ໃນ. ຖ້າຖືເອກະລາດ ຄວາມເປັນເຈົ້າຕົນເອງເປັນເດັດຖານ ຈະກາຍເປັນທີ່ໂດດດ່ຽວ, ປິດປະຕູ”, ປ່ອຍປະໂອກາດໃນການໃຊ້ປະໂຫຍດຈາກຊັບພະຍາກອນພາຍນອກ, ເຮັດໃຫ້ຊັບພະຍາກອນພາຍໃນບໍ່ໄດ້ຮັບການສະສົມ, ຖືກອ່ອນເພຍ; ຫຼື​ເນັ້ນ​ໜັກ​ການ​ເຊື່ອມ​ໂຍງ​​ຫຼາຍ​ເກີນ​ໄປ, ໃນ​ຂະ​ນະ​ທີ່​ພະລັງພາຍ​ໃນ​ຍັງ​ອ່ອນ​ແອ, ຈະພາໃຫ້ຕ້ອງຂຶ້ນກັບຕ່າງປະເທດ, ​ສູນ​ເສຍ​ເອກະລາດແລະຄວາມເປັນເຈົ້າຕົນເອງ. ໂດຍຮັບຮູ້ຢ່າງເລິກເຊິ່ງກ່ຽວກັບສາຍພົວພັນທີ່ສຳຄັນນີ້ ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ນຳພາ​ການ​ແກ້​ໄຂ​ຢ່າງ​ດີ​ ​ການ​ເພີ່ມ​ທະວີ​ກຳລັງແຮງສັງລວມຂອງ​ຊາດ, ຄວາມເປັນ​ເອກະລາດ​ແລະຄວາມເປັນເຈົ້າຕົນເອງ ​ໃນ​ທຸກ​ຂົງ​ເຂດ, ມີການ​ຕັດ​ສິນ​ໃຈ​ນະ​ໂຍ​ບາຍ​ທີ່​ສຳ​ຄັນ, ດ້ວຍ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ທີ່​ນັບ​ມື້​ນັບ​ກວ້າງຂວາງ, ​​ສຽງແລະຕຳແໜ່ງທີ່ເພີ່ມຂຶ້ນໃນ​ເວ​ທີ​ສາ​ກົນ, ການ​ທູດແບບ​ໄມ້​ໄຜ່ເປັນຜູ້ບຸກ​ເບີກ​ໃນການຈັດການ, ຂະຫຍາຍ ແລະ ກະຊັບ​ການ​ພົວພັນ​ສາກົນ​ຢ່າງຊ່ຽວຊານ, ເປັນເຈົ້າການໃນການເຂົ້າ​ຮ່ວມຫຼາຍກວ່າອີກ ໃນ​ການ​ສ້າງ​ກົນ​ໄກການ​ຮ່ວມ​ມື, ການສ້າງ​ກົດ​ລະ​ບຽບ​ແລະ​ມາດ​ຕະ​ຖານລວມຂອງ “ເກມ” ໃນ​ການ​ພົວ​ພັນ​ສາ​ກົນ...

ການ​ພົວພັນ​ລະຫວ່າງ​​ພັກນຳພາ, ລັດ​ຄຸ້ມ​ຄອງ ​ແລະ ປະຊາຊົນ​ເປັນ​ເຈົ້າ​ຂອງ ​ແມ່ນ​ສາຍ​ພົວພັນ​ກວມລວມ, ຄອບຄຸມ ​ແລະ ກ້ວາງ​ຂວາງທີ່ສຸດ​ ໃນ​ການ​ເມືອງ ​ແລະ ໃນຊີວິດ​ສັງຄົມ, ຢືນຢັນ​ທາດແທ້​ຂອງລະບອບສັງຄົມ​ນິຍົມ ໂດຍ​ປະຊາຊົນເປັນເຈົ້າຂອງ. ນີ້​ກໍ່​ແມ່ນ​ຫຼັກ​ການ​ການ​ເມືອງ​ທົ່ວ​ໄປ ​ຂອງ​ລະບອບ​ການ​ເມືອງ ​ຂອງ​ຫວຽດນາມ ເຊິ່ງໃຈກາງແມ່ນ​ໂຄງ​ປະກອບ ​ແລະ ກົນ​ໄກດຳເນີນງານ​ຂອງ​ອຳນາດ​ການ​ເມືອງ - ອຳນາດລັດ - ອຳນາດປະຊາຊົນ, ສອດຄ່ອງກັບ 3 ອັດຕະພາບທີ່ມີອຳນາດຄື: ພັກ - ລັດ - ປະຊາຊົນ. ໃນນັ້ນ, ​ພັກ​ຮັກສາ​ບົດບາດ​ນຳພາ​​ລັດ​ແລະສັງຄົມ, ພັກ​ໃຊ້​ອຳນາດ​ທາງ​ການ​ເມືອງຂອງຕົນ​ກ່ອນ​ອື່ນ​ໝົດດ້ວຍ​ລັດ ​ແລະ ຜ່ານ​ອຳນາດ​ລັດ. ອຳນາດ​ລັດ​ຢູ່​ໃນ​ຈຸດສູນກາງ ແລະມີບົດບາດ​ສຳຄັນ; ລັດຂຶ້ນຢູ່ກັບການນຳພາຂອງພັກ ແຕ່ລັດມີພາລະໜ້າທີ່ສະເພາະຂອງ​ອົງການທີ່ໃຊ້​ອຳນາດລັດ ທີ່​ໄດ້ຮັບອະນຸຍາກຈາກປະຊາຊົນ​, ​ເສີມຂະຫຍາຍບົດບາດເປັນເຈົ້າການ ​ແລະ ປັບປຸງຍົກສູງ​ປະສິດທິ​ພາບແລະປະສິດທິຜົນ​ການ​ຄຸ້ມ​ຄອງ​ລັດ​ຢ່າງ​ບໍ່​ຢຸດ​ຢັ້ງ. ກໍ່ສ້າງ​ກົນ​ໄກ​ເສີມຂະຫຍາຍ​ບົດບາດທີ່ແທ້ຈິງຂອງ​ອຳນາດຂອງ​ປະຊາຊົນ, ໃນຖານະ​ອຳນາດ​ປະຊາຊົນ​ແມ່ນ​ອຳນາດ​ສູງ​ສຸດ, ອຳນາດ​ເດີມ.

ການ​ພົວພັນ​ລະຫວ່າງ​ການ​ປະຕິບັດ​ປະຊາທິປະ​ໄຕ, ​ເສີມ​ຂະຫຍາຍ​ລະບຽບ​ກົດໝາຍ, ຮັບປະກັນ​ລະບຽບ​ວິ​ໄນ​ສັງຄົມ ​ແມ່ນ​ສາຍ​ພົວພັນ​ທີ 10, ​ເຊິ່ງ​ຫາກໍ່ໄດ້​ເພີ່ມເຕີມ​​ຢ່າງ​ເປັນ​ທາງ​ການ​ ໂດຍ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ. ເຖິງ​ວ່າ​ໄດ້​ຮັບ​ການກໍ່​ຕັ້ງ​ຂຶ້ນ​ໃນ​ພາຍຫຼັງ, ແຕ່​ນີ້ກໍ່ເປັນ​ສາຍ​ພົວພັນສຳຄັນທີ່ມີຕຳແໜ່ງພິ​ເສດ​ ເພາະລະບອບປະຊາທິປະໄຕ​ສັງຄົມ​ນິຍົມ​ ແມ່ນທາດແທ້​ຂອງ​ລະບອບ​ການ​ເມືອງ​ຂອງ​ຫວຽດນາມ ແລະ ອິດທິພົນອັນໃຫຍ່ຫຼວງຂອງການພົວພັນນີ້ ຕໍ່ທຸກດ້ານຂອງຊີວິດສັງຄົມແລະປະຊາຊົນທັງໝົດ ເຊິ່ງຕ້ອງໄດ້ຮັບການຮັບຮູ້ແລະແກ້ໄຂຢ່າງດີ, ໃນ​ການ​ກໍ່ສ້າງໂດຍລວມ​ລັດ​ແຫ່ງອຳນາດກົດໝາຍສັງຄົມ​ນິຍົມ​ ແລະສັງຄົມ​ແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ. ການປະຕິບັດ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ ​ແລະ ການ​ເສີມ​ຂະຫຍາຍ​ລະບຽບ​ກົດໝາຍ​ສັງຄົມ​ນິຍົມ, ການຮັບປະກັນ​ລະບຽບ​ວິ​ໄນ​ສັງຄົມ ​ມີ​ການພົວພັນແບບອິນຊີທີ່​ແໜ້ນ​ແຟ້ນ, ເພິ່ງພາ​ ແລະ ​ເປັນປະຖົມປັດໄຈ​ ໃຫ້​ແກ່​ການ​ດຳລົງຄົງຕົວ​ຂອງ​ກັນແລະກັນ. ການປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ ເປັນປັດໃຈຮັບປະກັນ ແລະ ປົກປ້ອງສິດປະຊາທິປະໄຕຂອງປະຊາຊົນ ທີ່ໄດ້ຮັບການຈັດຕັ້ງປະຕິບັດຕົວຈິງ; ພ້ອມ​ກັນ​ນັ້ນ, ການ​ປະຕິບັດ​ປະຊາທິປະ​ໄຕ​​ປະຊາຊົນ​ ​ໄດ້​ຮັບ​ການເປີດກວ້າງ​ແລະ​ເສີມຂະຫຍາຍ ຈະເຮັດໃຫ້ລະບຽບ​ກົດໝາຍໄດ້ຮັບການເພີ່ມທະວີຫຼາຍຂຶ້ນ ​ແລະ ​​ລະບຽບ​ວິ​ໄນ​ສັງຄົມໄດ້ຮັບຄວາມເຄົາລົບ. ລະ​ບຽບ​ວິ​ໄນ​ສັງ​ຄົມ ​ແມ່ນ​ຜົນ​ງານ​ແລະ​​ສະ​ແດງ​ອອກ​ພາຍ​ນອກ​ຂອງ​ລະບຽບກົດ​ໝາຍ​(3). ພວກ​ເຮົາ​ຕ້ອງ​ຫຼີກ​ລ່ຽງ​ຄວາມສຸດຂົ້ວ​ທັງ​ສອງ​ຄື: ການ​ສູນ​ເສຍ​ປະ​ຊາ​ທິ​ປະ​ໄຕ, ຊາ​ທິ​ປະ​ໄຕ​ປອມ​ແປງ ຮູບນອກ, ປະ​ຊາ​ນິຍົມ ຫຼື​ປະຊາທິປະ​ໄຕ​ເລີຍເຖືອດ, ເສລີພາບແບບອາຊີບ, ອະນາທິປະໄຕ, ​ດູ​ຖູກ​ກົດໝາຍ. ຄວາມກັງກັນຂ້າມ ຫຼືການ​ແຍກລະຫວ່າງການ​ປະ​ຕິ​ບັດ​ປະຊາທິປະ​ໄຕ ແລະການເພີ່ມທະວີ​ລະບຽບ​ກົດໝາຍ​ ຈະ​ນຳ​ໄປ​ສູ່​ຜົນ​ສະທ້ອນ​ທີ່​ຄາດເດົາບໍ່ໄດ້, ຂົ່ມຂູ່​ສະຖຽນລະພາບ​ທາງ​​ການ​ເມືອງ ແລະລະບຽບ​ວິ​ໄນທາງ​ສັງຄົມ...

                                          (ຍັງມີຕໍ່)

---------------------------

* ບົດ​ຄວາມນີ້​ແມ່ນ​ຜົນງານ​ຂອງ​ໂຄງ​ການຄົ້ນຄວ້າລະດັບ​ລັດ KX.04.02/21-25: “ບັນ​ດາ​ຜົນ​ງານ​ຂອງ​ການ​ພັດ​ທະ​ນາ​ທິດ​ສະ​ດີ​ຂອງ​ພັກ ​ກ່ຽວ​ກັບ​ລັດ​ທິ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ ຜ່ານ 40 ປີ​ແຫ່ງ​ການ​ປ່ຽນແປງ​ໃໝ່”.

(1) ເອກະສານຂອງພັກຄົບຊຸດ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2003, ເຫຼັ້ມ 25, ໜ້າ 295

(2) ຫງວຽນ ຝູ ຈ້ອງກ່ຽວກັບສາຍພົວພັນສຳຄັນທີ່ຕ້ອງແກ້ໄຂໃຫ້ດີ ໃນຂະບວນການປ່ຽນແປງໃໝ່ຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ໜ້າ 52

(3) ເລ​ ຮວ່າຍ ​ຈູງ: “​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ການ​ປະຕິບັດ​ປະຊາທິປະ​ໄຕ ​ແລະ ​ເພີ່ມ​ທະວີ​ລະບຽບ​ກົດໝາຍ, ຮັບປະກັນ​ລະບຽບ​ວິ​ໄນ​ສັງຄົມ ເຊິ່ງລວມຢູ່ໃນການກຳແໜ້ນ ແລະຈັດການເປັນຢ່າງດີ ບັນດາສາຍ​ພົວພັນ​ສຳຄັນ​ຂອງ​ພັກ​​ເຮົາ” (ຕອນທີ2), ວາລະສານກອມມູນິດສະບັບທີ 946 (ກໍລະກົດ 2020), ໜ້າ 54

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1016 (ເດືອນມິຖຸນາ 2023)