ບາງບັນຫາກ່ຽວກັບການກໍ່ສ້າງແລະປັບປຸງພັກ
ໃນຍຸກແຫ່ງການພັດທະນາໃໝ່ຂອງປະເທດ
ໃນຍຸກແຫ່ງການພັດທະນາໃໝ່ຂອງປະເທດ
ວກ. - ໃນຍຸກແຫ່ງການພັດທະນາໃໝ່ຂອງປະເທດ, ເມື່ອໂອກາດແລະຄວາມທ້າທາຍປະສົມປະສານກັນ, ພັກຈຳເປັນຕ້ອງມີຄວາມສະອາດ ແລະ ເຂັ້ມແຂງຢ່າງແທ້ຈິງ ໃນດ້ານການເມືອງ, ແນວຄິດ, ຈັນຍາບັນ, ການຈັດຕັ້ງ ແລະ ພະນັກງານ ເພື່ອຮັກສາບົດບາດການນຳພາຂອງຕົນ. ການກໍ່ສ້າງແລະປັບປຸງພັກບໍ່ພຽງແຕ່ເປັນໜ້າທີ່ປະຈຳເທົ່ານັ້ນ, ແຕ່ຍັງເປັນເງື່ອນໄຂເບື້ອງຕົ້ນສຳລັບການຍົກສູງຄວາມສາມາດນຳພາ ແລະກຳອຳນາດຂອງພັກ, ເສີມສ້າງຄວາມໄວ້ວາງໃຈຂອງປະຊາຊົນ ແລະຮັບປະກັນການພັດທະນາຢ່າງຍືນຍົງຂອງປະເທດ.
ທ່ານເລຂາທິການໃຫຍ່ ໂຕເລິມ ກວດກາການປະຕິບັດງານຢູ່ສູນບໍລິຫານສາທາລະນະນະຄອນຮ່າໂນ້ຍ _ພາບ: TTXVN
ສະພາບການໂລກໃໝ່
ບໍ່ເຄີຍມີໄລຍະເວລາໃດທີ່ການປ່ຽນແປງຂອງໂລກຈະໄວ, ສັບສົນ ແລະ ຄາດເດົາບໍ່ໄດ້ຄືກັບໃນປະຈຸບັນ. ບັນດາປະເທດມະຫາອຳນາດກຳລັງເພີ່ມການແຂ່ງຂັນທາງຍຸດທະສາດ, ດຶງດູດພັນທະມິດ, ຍາດຊີງອຳນາດ, ຜົນປະໂຫຍດ ແລະ ພື້ນທີ່ຢູ່ອາໄສ, ໃນຂະນະດຽວກັນກໍປະນີປະນອມ ແລະຮ່ວມມືກັນ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາຂອງຕົນ. ບັນດາປະເທດທີ່ພວມພັດທະນາກຳລັງເສີມສ້າງພັນທະມິດຂອງຕົນໃຫ້ເຂັ້ມແຂງຂຶ້ນ ໂດຍກໍ່ຕັ້ງມະຫາອຳນາດໃໝ່ທີ່ເຂົ້າຮ່ວມໃນຂະບວນການລະດັບໂລກ ເພື່ອປົກປ້ອງສິດ ແລະຜົນປະໂຫຍດຂອງຕົນ. ໂດຍລວມແລ້ວ, ໂລກກຳລັງເຄື່ອນໄປສູ່ທິດທາງທີ່ມີຫຼາຍຂົ້ວອຳນາດ ແລະຫຼາຍສູນກາງ ເຊິ່ງກໍ່ໃຫ້ເກີດພູມສັນຖານໃໝ່ທັງດ້ານການຕໍ່ສູ້ ແລະ ການຮ່ວມມືທີ່ມີຄວາມຍືດຫຍຸ່ນ ແລະ ສັບສົນຢ່າງໜ້າປະຫຼາດໃຈ.
ຫຼັງຈາກລະບົບສັງຄົມນິຍົມທີ່ແທ້ຈິງໃນໂລກໄດ້ລົ້ມສະຫຼາຍລົງ, ບັນດາປະເທດທຶນນິຍົມມີເງື່ອນໄຂໃນການພັດທະນາລະບົບເສດຖະກິດ-ສັງຄົມຂອງຕົນ, ເສີມສ້າງອຳນາດທາງທະຫານ ແລະ ຍົກລະດັບສະຖານະໃນການພົວພັນສາກົນ; ເຂົາເຈົ້າສືບຕໍ່ປັບຕົວໃຫ້ເຂົ້າກັບສະຖານະການ ແລະ ເງື່ອນໄຂທີ່ເກີດຂຶ້ນຢ່າງວ່ອງໄວ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນພາຍໃນສັງຄົມຂອງແຕ່ລະປະເທດ ແລະລະຫວ່າງປະເທດພັນທະມິດດ້ວຍກັນເອງ. ຢ່າງໃດກໍຕາມ, ຄວາມຂັດແຍ້ງທີ່ມີຢູ່ໃນຕົວ ທີ່ເປັນທາດແທ້ຂອງລະບອບທຶນນິຍົມ ຍັງບໍ່ຫາຍໄປ ແຕ່ໄດ້ລະເບີດຂຶ້ນເປັນບັນຫາສຳລັບສັງຄົມທຶນນິຍົມ, ສຳລັບພະລັງທາງການເມືອງແລະເສດຖະກິດ ແລະ ສຳລັບພັນທະມິດທາງການເມືອງ ແລະ ການທະຫານຢູ່ທຸກວັນແລະທຸກຊົ່ວໂມງ.
ການພັດທະນາຢ່າງວ່ອງໄວ ແຂງແຮງເໝືອນລົມພາຍຸຂອງການປະຕິວັດອຸດສາຫະກຳຄັ້ງທີສີ່, ດ້ວຍຜົນສຳເລັດທາງວິທະຍາສາດ ແລະ ເຕັກໂນໂລຊີທີ່ກ້າວໜ້າເຊັ່ນ: ເຕັກໂນໂລຊີຂໍ້ມູນຂ່າວສານ, ເຕັກໂນໂລຊີດິຈິຕອນ, ຫຸ່ນຍົນ, ຊິບເຊມິຄອນດັກເຕີ, ປັນຍາປະດິດ (AI) ແລະ ເຕັກໂນໂລຊີວັດສະດຸໃໝ່ ໄດ້ປ່ຽນແປງວິຖີຊີວິດ ແລະ ວິທີການເຮັດວຽກຂອງມະນຸດ, ປ່ຽນແປງໂຄງສ້າງອຳນາດ, ວິທີການປົກຄອງ, ການດຳເນີນງານຂອງສັງຄົມ ແລະ ແມ່ນແຕ່ປ່ຽນແປງລະບົບຄຸນຄ່າຂອງສັງຄົມມະນຸດ.
ໂລກປະເຊີນກັບຄວາມຂັດແຍ້ງທີ່ສັບສົນ: ການພັດທະນາລະບົບຕ່ອງໂສ້ມູນຄ່າ, ລະບົບຕ່ອງໂສ້ການສະໜອງ ແລະລະບົບຕ່ອງໂສ້ການຜະລິດ, ການແກ້ໄຂບັນຫາສັນຕິພາບ ແລະ ຄວາມໝັ້ນຄົງໃນລະດັບໂລກ; ໃນເວລາດຽວກັນ, ການແຂ່ງຂັນດ້ານອຳນາດ, ການຍາດແຍ້ງຜົນປະໂຫຍດ, ລັດທິຊາດນິຍົມ, ຄວາມຂັດແຍ້ງທາງສາສະໜາ ແລະ ບັນຫາອື່ນໆອີກຫຼາຍຢ່າງ ລ້ວນສ້າງອຸປະສັກແລະບັນຫາຄໍຂວດຢ່າງຕໍ່ເນື່ອງໃນການພົວພັນລະຫວ່າງຊາດ, ປະຊາຊົນ ແລະ ພັນທະມິດທາງການເມືອງ ແລະ ການທະຫານ. ບັນຫາຄວາມໝັ້ນຄົງແບບດັ້ງເດີມ ແລະ ຄວາມໝັ້ນຄົງບໍ່ເປັນແບບດັ້ງເດີມ ກຳລັງກາຍເປັນເລື່ອງທີ່ສັບສົນ ແລະ ຍາກທີ່ຈະແກ້ໄຂ, ໂດຍມີ "ຈຸດຮ້ອນ" ຫຼາຍແຫ່ງທີ່ເກີດຂຶ້ນໃນທົ່ວພາກພື້ນ ເຊິ່ງເຮັດໃຫ້ເກີດຄວາມສ່ຽງຕໍ່ການເພີ່ມຂຶ້ນເປັນຂໍ້ຂັດແຍ່ງ ຫຼືແມ່ນແຕ່ສົງຄາມພາກສ່ວນ.
ສະຖານະການໂລກປະຈຸບັນທີ່ສັບສົນ ແລະ ຄາດເດົາບໍ່ໄດ້ນັ້ນ ກໍ່ໃຫ້ເກີດທັງຄວາມຫຍຸ້ງຍາກ ແລະ ຄວາມທ້າທາຍ ຕະຫຼອດທັງໂອກາດແລະຂໍ້ໄດ້ປຽບສຳລັບການສ້າງສາ ແລະພັດທະນາປະເທດຂອງພວກເຮົາ ເຊິ່ງຮຽກຮ້ອງໃຫ້ພວກເຮົາຕ້ອງມີຄວາມຍືດຫຍຸ່ນ, ມີຄວາມຄິດສ້າງສັນ ເພື່ອຫຼຸດຜ່ອນແລະເອົາຊະນະຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ, ຄວ້າເອົາໂອກາດ ແລະໃຊ້ປະໂຫຍດຈາກຂໍ້ໄດ້ປຽບ ເພື່ອບັນລຸເປົ້າໝາຍການພັດທະນາໃນຍຸກໃໝ່ໄດ້ຢ່າງສຳເລັດຜົນ.
ສະພາບການຂອງປະເທດຫວຽດນາມ
ຫຼັງຈາກດຳເນີນກິດຈະການປ່ຽນແປງໃໝ່ມາເກືອບ 40 ປີ
ຫຼັງຈາກດຳເນີນແນວທາງການປ່ຽນແປງໃໝ່ພາຍໃຕ້ການນຳພາຂອງພັກມາເກືອບ 40 ປີ ການກໍ່ສ້າງແລະພັດທະນາປະເທດຊາດໄດ້ບັນລຸຜົນສຳເລັດອັນໃຫຍ່ຫຼວງທີ່ມີຄວາມໝາຍທາງປະຫວັດສາດ. ຄວາມເປັນເອກະພາບແຫ່ງຊາດ, ເອກະລາດ, ອະທິປະໄຕ ແລະ ສັນຕິພາບໄດ້ຮັບການຮັກສາໄວ້; ເສດຖະກິດກຳລັງພັດທະນາເພີ່ມຂຶ້ນ; ການເມືອງແລະສັງຄົມມີສະຖຽນລະພາບ; ຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບຮຽບຮ້ອຍແລະຄວາມປອດໄພທາງສັງຄົມ ໄດ້ຮັບການຮັບປະກັນຢ່າງໝັ້ນຄົງ; ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຢ່າງຕໍ່ເນື່ອງແລະຮອບດ້ານ. ຈາກປະເທດທີ່ຖືກປິດລ້ອມແລະຂວ້ຳບາດ, ຫວຽດນາມໄດ້ເປີດປະຕູສູ່ການເຊື່ອມໂຍງກັບໂລກຢ່າງເລິກເຊິ່ງ ແລະຮອບດ້ານ, ສ້າງສາຍພົວພັນທາງການທູດກັບ 194 ປະເທດ, ລວມທັງການພົວພັນຍຸດທະສາດຮອບດ້ານ ແລະ ການພົວພັນຮອບດ້ານ ກັບສະມາຊິກຖາວອນທັງໝົດຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ, ເຂົ້າຮ່ວມພາລະກິດຮັກສາສັນຕິພາບຢ່າງແຂງຂັນ ແລະ ເສີມສ້າງສະຖານະແລະກຽດສັກສີຂອງປະເທດໃນເວທີສາກົນຢ່າງຕໍ່ເນື່ອງ. ຈາກປະເທດທຸກຍາກທີ່ມີເສດຖະກິດລ້າຫຼັງ ແລະຕ້ອງທົນທຸກທໍລະມານຈາກສົງຄາມຍາວນານເຖິງ 30 ປີ, ຫວຽດນາມໄດ້ກ້າວຂຶ້ນເໜືອກຸ່ມປະເທດລາຍໄດ້ຕໍ່າຕັ້ງແຕ່ປີ 2008, ເຂົ້າຮ່ວມກຸ່ມ 32 ປະເທດເສດຖະກິດໃຫຍ່, ມີການພົວພັນທາງເສດຖະກິດກັບ 230 ປະເທດທົ່ວໂລກ, ມີ GDP ຕໍ່ຫົວຄົນເກືອບ 5.000 ໂດລາສະຫະລັດ ແລະ ມູນຄ່າການນຳເຂົ້າແລະສົ່ງອອກປະມານ 700 ຕື້ໂດລາສະຫະລັດ. ຈາກສະພາບການຂາດແຄນອາຫານ, ຫວຽດນາມໄດ້ຫຼຸດຜ່ອນອັດຕາຄອບຄົວທຸກຍາກຫຼາຍມິຕິລົງເຫຼືອ 2,93%, ຜະລິດອາຫານໄດ້ພຽງພໍສຳລັບລ້ຽງປະຊາກອນຫຼາຍກວ່າ 100 ລ້ານຄົນ ແລະ ເປັນໜຶ່ງໃນສາມປະເທດຜູ້ສົ່ງອອກເຂົ້າທີ່ໃຫຍ່ທີ່ສຸດຂອງໂລກ. ອາຍຸສະເລ່ຍຂອງປະຊາກອນຢູ່ທີ່ 75 ປີ. ດັດຊະນີການພັດທະນາມະນຸດ (HDI) ຂອງຫວຽດນາມຢູ່ໃນລະດັບສູງທີ່ສຸດໃນກຸ່ມປະເທດກຳລັງພັດທະນາ.
ຢ່າງໃດກໍຕາມ, ຫວຽດນາມຍັງປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ. ເສດຖະກິດກຳລັງພັດທະນາໄປໃນທິດທາງທີ່ບໍ່ຍືນຍົງ, ຄວາມສາມາດເປັນເຈົ້າຕົນເອງຍັງຈຳກັດ, ຄວາມສາມາດໃນການແຂ່ງຂັນຕໍ່າ, ສະມັດຕະພາບແຮງງານຕໍ່າ ແລະ ມີສ່ວນຮ່ວມໃນຕ່ອງໂສ້ການສະໜອງແລະການຜະລິດລະດັບໂລກຢ່າງຈຳກັດ. ປະຊາກອນກໍ່ມີອາຍຸສູງຂຶ້ນຢ່າງໄວວາ. ໄພຂົ່ມຂູ່ດ້ານຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມກໍ່ໃຫ້ເກີດຄວາມທ້າທາຍຫຼາຍຢ່າງ, ສົ່ງຜົນກະທົບທາງລົບຕໍ່ເສດຖະກິດ, ສັງຄົມ ແລະ ຊີວິດຂອງຜູ້ຄົນ, ໂດຍສະເພາະການປ່ຽນແປງຂອງດິນຟ້າອາກາດ, ລະດັບນ້ຳທະເລທີ່ສູງຂຶ້ນ, ມົນລະພິດສິ່ງແວດລ້ອມ, ໄພພິບັດທາງທຳມະຊາດ ແລະໂລກລະບາດ.
ບົດຮຽນຈາກການນຳພາຂອງພັກກອມມູນິດຫວຽດນາມໃນການປະຕິວັດຫວຽດນາມ
ໃນບົດຄວາມທີ່ລະນຶກເຖິງວາລະຄົບຮອບ 95 ປີແຫ່ງການສ້າງຕັ້ງພັກກອມມູນິດຫວຽດນາມ (3 ກຸມພາ 1930 – 3 ກຸມພາ 2025), ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ: “ຜົນສຳເລັດອັນຍິ່ງໃຫຍ່ຂອງການປະຕິວັດຫວຽດນາມໃນໄລຍະ 95 ປີຜ່ານມາ ເກີດຈາກຫຼາຍປັດໄຈ ເຊິ່ງການນຳພາທີ່ຖືກຕ້ອງ ແລະສະຫຼຽວສະຫຼາດຂອງພັກແມ່ນປັດໄຈຊີ້ຂາດທີ່ສຳຄັນທີ່ສຸດ ພ້ອມກັນກັບການເສຍສະຫຼະ, ການຕໍ່ສູ້ ແລະ ການອອກແຮງງານຢ່າງສ້າງສັນຂອງປະຊາຊົນແລະກອງທັບທັງໝົດ ພາຍໃຕ້ການນຳພາຂອງພັກ, ການສະໜັບສະໜູນແລະຊ່ວຍເຫຼືອຈາກເພື່ອນມິດສາກົນ”(1). ນີ້ແມ່ນບົດຮຽນທີ່ຍິ່ງໃຫຍ່ທີ່ສຸດ ແລະ ສຳຄັນທີ່ສຸດ ທີ່ໄດ້ຮຽນຮູ້ຈາກການນຳພາຂອງພັກກອມມູນິດຫວຽດນາມເກືອບສະຕະວັດໃນການປະຕິບັດການປະຕິວັດປົດປ່ອຍຊາດ, ຂັບໄລ່ຜູ້ຮຸກຮານຕ່າງຊາດ ແລະ ການບັນລຸເອກະລາດແລະເສລີພາບ, ຈົນເຖິງຂະບວນການປ່ຽນແປງໃໝ່, ການກໍ່ສ້າງແລະການພັດທະນາປະເທດທີ່ສວຍງາມ ຈະເລີນຮຸ່ງເຮືອງ ແລະ ນຳເອົາຄວາມສຸກມາສູ່ປະຊາຊົນ. ຍ້ອນການນຳພາຂອງພັກມີບົດບາດຕັດສິນຊີ້ຂາດຜົນສຳເລັດຂອງພາລະກິດການປະຕິວັດ, ພັກກອມມູນິດຫວຽດນາມຈຶ່ງຖືວ່າບົດຮຽນກ່ຽວກັບການກໍ່ສ້າງ ແລະປັບປຸງພັກເປັນບົດຮຽນທຳອິດ ແລະສຳຄັນທີ່ສຸດ.
ລາຍງານການເມືອງຂອງຄະນະບໍລິຫານງານສູນກາງໃນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ລະບຸວ່າ: “ວຽກງານການກໍ່ສ້າງແລະປັບປຸງພັກຕ້ອງໄດ້ຮັບການຈັດຕັ້ງປະຕິບັດຢ່າງເດັດຂາດ, ຮອບດ້ານ, ພ້ອມກັນ ແລະ ເປັນປະຈຳ ໃນດ້ານການເມືອງ, ແນວຄິດ, ຈັນຍາບັນ, ການຈັດຕັ້ງ ແລະ ພະນັກງານ. ຍຶດໝັ້ນ, ໝູນໃຊ້ ແລະພັດທະນາລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນຢ່າງປະດິດສ້າງ; ປັບປຸງຍົກສູງຄວາມສາມາດໃນການນຳພາ, ການກຳອຳນາດ ແລະ ກຳລັງແຮງສູ້ຮົບຂອງພັກ; ປັບປຸງແລະເພີ່ມທະວີຄວາມສາມັກຄີພາຍໃນພັກ ແລະ ລະບົບການເມືອງຢ່າງເປັນປະຈຳ; ປະຕິບັດຫຼັກການກໍ່ສ້າງພັກຢ່າງເຂັ້ມງວດ, ປ່ຽນແປງໃໝ່ແບບວິທີການນຳພາຂອງພັກຢ່າງຕໍ່ເນື່ອງ”(2).
ການກໍ່ສ້າງພັກທີ່ສະອາດ, ເຂັ້ມແຂງ, ມີຄວາມສາມາດ ແລະ ມີຊື່ສຽງຢ່າງແທ້ຈິງ ເຊິ່ງສາມາດນຳພາລັດແລະສັງຄົມໃນການປະຕິບັດໜ້າທີ່ທາງການເມືອງ ແລະ ບັນລຸຄວາມສຳເລັດທີ່ຍິ່ງໃຫຍ່ ແລະມີຄວາມໝາຍສຳຄັນທາງປະຫວັດສາດ ຖືເປັນພື້ນຖານແລະເງື່ອນໄຂໃນການຢືນຢັນວ່າ: “ໃນປະເທດຫວຽດນາມ, ບໍ່ມີກຳລັງທາງການເມືອງອື່ນນອກຈາກພັກກອມມູນິດຫວຽດນາມ ທີ່ມີຄວາມກ້າຫານ, ສະຕິປັນຍາ, ປະສົບການ, ກຽດສັກສີ ແລະ ຄວາມສາມາດໃນການນຳພາປະເທດໃຫ້ຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍທັງໝົດ, ນຳພາພາລະກິດການປະຕິວັດຂອງປະເທດຊາດເຮົາຈາກໄຊຊະນະໜຶ່ງໄປສູ່ໄຊຊະນະອີກໄຊຊະນະໜຶ່ງ”(3).
ດັ່ງນັ້ນ, ວຽກງານການກໍ່ສ້າງແລະປັບປຸງພັກໃຫ້ມີຄວາມສະອາດ, ໝັ້ນຄົງເຂັ້ມແຂງ, ມີຄວາມສາມາດແລະຊື່ສຽງພຽງພໍໃນການນຳພາລັດແລະສັງຄົມ ເປັນປັດໄຈຕັດສິນຊີ້ຂາດຕໍ່ພາລະກິດການສ້າງສາ ແລະພັດທະນາປະເທດໃນຍຸກໃໝ່.
ບົດຮຽນຈາກຂະບວນການກຳມະກອນແລະກອມມູນິດທົ່ວໂລກໃນໄລຍະ 100 ປີທີ່ຜ່ານມາ,
ໂດຍສະເພາະບົດຮຽນຈາກການລົ້ມສະຫຼາຍຂອງພັກກອມມູນິດແຫ່ງສະຫະພາບໂຊວຽດ
ແລະ ພັກກອມມູນິດໃນປະເທດອະດີດເອີຣົບຕາເວັນອອກ.
ຫວຽດນາມໄດ້ຮຽນຮູ້ບົດຮຽນອັນມີຄ່າຈາກການລົ້ມສະຫຼາຍຂອງພັກກອມມູນິດແຫ່ງສະຫະພາບໂຊວຽດ ແລະ ພັກກອມມູນິດຂອງປະເທດສັງຄົມນິຍົມໃນເອີຣົບຕາເວັນອອກ, ດັ່ງນີ້:
ກ່ອນອື່ນໝົດ, ຄວາມເຂົ້າໃຈຜິດກ່ຽວກັບລັດທິມາກ-ເລນິນ, ຄວາມຜິດພາດໃນການຮັບຮູ້ທາດແທ້ຂອງລັດທິມາກ-ເລນິນໃນຖານະທິດສະດີວິທະຍາສາດ. ຄວາມມີຊີວິດຊີວາຂອງລັດທິມາກ-ເລນິນຢູ່ທີ່ຄວາມສ້າງສັນ ແລະ ການພັດທະນາຢ່າງຕໍ່ເນື່ອງໃນສະພາບການຂອງຄວາມເປັນຈິງທາງສັງຄົມທີ່ປ່ຽນແປງຢ່າງໄວວາ ເຊິ່ງກາຍເປັນ "ເຂັມທິດ" ຊີ້ນຳການກຳນົດແນວທາງ, ການຈັດຕັ້ງກິດຈະກຳຕົວຈິງ ແລະ ເປັນທຸງອຸດົມການໃນການເຕົ້າໂຮມກຳລັງ, ສາມັກຄີພັກແລະປະຊາຊົນທັງໝົດ ເພື່ອບັນລຸເປົ້າໝາຍຂອງການສ້າງລັດທິສັງຄົມນິຍົມ. ລັດທິອະນຸລັກນິຍົມ, ຫຼືການບໍ່ສົນໃຈຕໍ່ທິດສະດີ ແມ່ນພະຍາດທີ່ເຮັດໃຫ້ເກີດຄວາມບໍ່ເປັນລະບຽບໃນທາງປະຕິບັດ ແລະ ທຳລາຍລະບອບສັງຄົມນິຍົມໃນສະຫະພາບໂຊວຽດ ແລະໃນປະເທດເອີຣົບຕາເວັນອອກຈາກພາຍໃນ.
ທີສອງ, ການລົ້ມສະຫຼາຍຂອງພັກກອມມູນິດແຫ່ງສະຫະພາບໂຊວຽດ ແລະພັກກອມມູນິດຂອງປະເທດສັງຄົມນິຍົມໃນເອີຣົບຕາເວັນອອກນັ້ນ ເກີດຂຶ້ນຈາກການຜິດເຂວຈາກຫຼັກການຈັດຕັ້ງກໍ່ສ້າງພັກ, ໂດຍສະເພາະຫຼັກການລວມສູນປະຊາທິປະໄຕ, ເຮັດໃຫ້ການຈັດຕັ້ງພັກກາຍເປັນລະບົບອາດຍາສິດທີ່ຫ່າງເຫີນຈາກປະຊາຊົນ ແລະ ບັ່ນທອນຄວາມໄວ້ວາງໃຈຂອງປະຊາຊົນ.
ທີສາມ, ຄວາມຜິດພາດໃນການຮັບຮູ້ທິດສະດີກ່ຽວກັບການສ້າງລັດ ແລະການຄຸ້ມຄອງສັງຄົມ ນໍາໄປສູ່ຄວາມຜິດພາດໃນການອອກແບບຮູບແບບ ແລະ ກົນໄກການດໍາເນີນງານຂອງລັດໂຊວຽດ. ໂດຍສະເພາະ, ຍ້ອນຄວາມເຂົ້າໃຈຜິດກ່ຽວກັບບົດບາດທີ່ສຳຄັນຍິ່ງຂອງລັດ ແລະການຄຸ້ມຄອງສັງຄົມໃນຊ່ວງການສ້າງສັງຄົມນິຍົມ ແລະ ເຖິງແມ່ນວ່າຫຼັງຈາກບັນລຸເປົ້າໝາຍສັງຄົມນິຍົມແລ້ວ, ເຮັດໃຫ້ເກີດການຂາດຄວາມລະມັດລະວັງ, ການປະຖິ້ມອາວຸດປ້ອງກັນຕົວ, ການປັບປຸງລະບອບການປົກຄອງໃນໂລກທີ່ສັບສົນດ້ວຍຫຼາຍລະບອບການເມືອງທີ່ແຕກຕ່າງກັນ.
ທີສີ່, ຄວາມຜິດພາດໃນການຮັບຮູ້ທິດສະດີກ່ຽວກັບສະໄໝຂ້າມຜ່ານ, ກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງໄປສູ່ລັດທິສັງຄົມນິຍົມ. ຍ້ອນຄວາມຮີບຮ້ອນ, ບໍ່ຄຳນຶງເຖິງຜົນກະທົບທີ່ຫຼີກລ່ຽງບໍ່ໄດ້ຂອງກົດເກນການພັດທະນາເສດຖະກິດ-ສັງຄົມ ໄດ້ນຳໄປສູ່ຄວາມຜິດພາດໃນການນຳພາ, ສົ່ງຜົນໃຫ້ເສດຖະກິດເຕີບໂຕຊ້າ, ສະມັດຕະພາຕໍ່າ ແລະ ເກີດວິກິດທາງສັງຄົມ.
ທີຫ້າ, ຄວາມຜິດພາດໃນການຮັບຮູ້ທິດສະດີຍັງສະທ້ອນໃຫ້ເຫັນໃນວິທີການທີ່ບໍ່ຖືກຕ້ອງທີ່ໃຊ້ໃນການເຂົ້າເຖິງລັດທິມາກ-ເລນິນ; ຄວາມອະນຸລັກນິຍົມ ແລະ ຄວາມຄັບແຄບໃນທັດສະນະຄະຕິທີ່ມີຕໍ່ຄຸນຄ່າຂອງອາລະຍະທຳມະນຸດ, ໂດຍສະເພາະແມ່ນ ສິ່ງທີ່ກ່ຽວຂ້ອງກັບລັດທິທຶນນິຍົມ, ໄດ້ຈຳກັດຄວາມສາມາດໃນການພັດທະນາຂອງປະເທດລົງ.
ທີຫົກ, ເນື່ອງຈາກຄວາມຜິດພາດໃນການຮັບຮູ້ທິດສະດີ, ລັດທິສັງຄົມນິຍົມທີ່ແທ້ຈິງ ແລະຮູບແບບການປົກຄອງໂຊວຽດ ຈຶ່ງຕົກໃນຄວາມຜິດພາດແລະອ່ອນແອທາງດ້ານສະຖາບັນການເມືອງ, ດ້ານການພັດທະນາເສດຖະກິດ ແລະການຄຸ້ມຄອງສັງຄົມ ຈົນນຳໄປສູ່ພາວະວິກິດ. ໃນດ້ານອື່ນ, ສະຖາບັນທາງການເມືອງທີ່ເກີດຂຶ້ນຈາກຄວາມຜິດພາດໃນການຮັບຮູ້ທິດສະດີໄດ້ກາຍເປັນອຸປະສັກ ຂັດຂວາງການຄົ້ນພົບ ແລະ ການຈັດຕັ້ງປະຕິບັດວິທີແກ້ບັນຫາທີ່ສາມາດກອບກູ້ສະຖານະການໄດ້.
ຄວາມຕ້ອງການ ແລະໜ້າທີ່ການກໍ່ສ້າງ ແລະພັດທະນາປະເທດ
ຕັ້ງແຕ່ນີ້ຈົນເຖິງປີ 2030 ແລະ ວິໄສທັດເຖິງປີ 2045
ເປົ້າໝາຍທີ່ກຳນົດໄວ້ສຳລັບຫວຽດນາມຄື: ພາຍໃນປີ 2030 ເຊິ່ງເປັນປີຄົບຮອບ 100 ປີຂອງການສ້າງຕັ້ງພັກກອມມູນິດຫວຽດນາມ ຈະເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທັນສະໄໝ ແລະມີລາຍໄດ້ປານກາງສູງ ແລະ ພາຍໃນປີ 2045 ເຊິ່ງເປັນປີຄົບຮອບ 100 ປີຂອງການສ້າງຕັ້ງສາທາລະນະລັດປະຊາທິປະໄຕຫວຽດນາມ (ປະຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ) ຈະເປັນປະເທດພັດທະນາແລ້ວທີ່ມີລາຍໄດ້ສູງ. ພວກເຮົາກຳລັງດຳເນີນການຕາມເປົ້າໝາຍຫຼັກສອງປະການນີ້ທ່າມກາງສະພາບແວດລ້ອມໂລກທີ່ສັບສົນ ແລະ ຜັນຜວນ; ສະພາບການພາຍໃນປະເທດຍັງປະເຊີນກັບຄວາມຫຍຸ້ງຍາກ ແລະ ຂໍ້ຈຳກັດຫຼາຍຢ່າງ ທັງດ້ານກຳລັງວັດຖຸ ແລະ ຊັບພະຍາກອນມະນຸດ. ດັ່ງນັ້ນ, ອາດຈະເວົ້າໄດ້ວ່າ ເປົ້າໝາຍສອງປະການໃນວາລະຄົບຮອບຮ້ອຍປີນັ້ນ ສອດຄ່ອງກັບຄວາມຕ້ອງການດ້ານການພັດທະນາຂອງປະເທດ, ສອດຄ່ອງກັບຄວາມປາຖະໜາອັນແຮງກ້າຂອງປະຊາຊົນ ແລະ ກັບການປະຕິບັດຄວາມມຸ່ງຫວັງຂອງປະທານ ໂຮ່ຈີມິນ ທີ່ເຄົາລົບຮັກ ແລະ ບຸກຄົນຜູ້ຍິ່ງໃຫຍ່ອີກຫຼາຍຄົນທີ່ໄດ້ເສຍສະຫຼະຊີວິດໃນການຕໍ່ສູ້ເພື່ອເອກະລາດແລະເສລີພາບຂອງປະເທດຊາດ, ການໂຮມປະເທດເປັນເອກະພາບ ແລະ ຄວາມສຸກຂອງປະຊາຊົນ. ຢ່າງໃດກໍຕາມ, ນີ້ກໍ່ຖືເປັນຄວາມທ້າທາຍທີ່ສຳຄັນສຳລັບລະບົບການເມືອງທັງໝົດ, ສຳລັບປະຊາຊົນທັງໝົດ ແລະ ກ່ອນອື່ນໝົດສຳລັບພັກ ເຊິ່ງເປັນຜູ້ນຳພາປະເທດຊາດໃນຍຸກແຫ່ງການພັດທະນາໃໝ່ນີ້.
ການປ່ຽນແປງທີ່ວ່ອງໄວແລະສັບສົນໃນສະຖານະການພາກພື້ນ ແລະ ທົ່ວໂລກ; ຄວາມຕ້ອງການການພັດທະນາປະເທດຊາດຢ່າງວ່ອງໄວ ແລະຍືນຍົງ ພາຍໃຕ້ເງື່ອນໄຂຂອງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແລະ ການເຊື່ອມໂຍງສາກົນຢ່າງເລິກເຊິ່ງ... ກຳລັງສ້າງຄວາມຈຳເປັນຮີບດ່ວນໃນການເພີ່ມທະວີວຽກງານກໍ່ສ້າງແລະປັບປຸງພັກ. ນີ້ບໍ່ພຽງແຕ່ເປັນໜ້າທີ່ທີ່ເປັນປະຈຳເທົ່ານັ້ນ, ແຕ່ຍັງເປັນເງື່ອນໄຂທີ່ສຳຄັນສຳລັບພັກໃນການຮັກສາບົດບາດການນຳພາ ແລະການກຳອຳນາດ, ຕອບສະໜອງຄວາມຕ້ອງການທາງປະຫວັດສາດ ແລະ ບັນລຸຄວາມປາຖະໜາຂອງຊາດໃນການພັດທະນາ ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມສຸກໃນຍຸກໃໝ່.
ການກໍ່ສ້າງແລະປັບປຸງພັກໃນສະພາບການໃໝ່
ການກ່າວເຖິງການກໍ່ສ້າງແລະປັບປຸງພັກ ໝາຍເຖິງຊຸດເນື້ອໃນ ແລະໜ້າທີ່ທີ່ເຊື່ອມໂຍງກັນຢ່າງໃກ້ຊິດ ເຊິ່ງມີຈຸດປະສົງເພື່ອເຮັດໃຫ້ພັກເຂັ້ມແຂງ, ສະອາດ, ມີຄວາມສາມາດແລະມີຊື່ສຽງພຽງພໍທີ່ຈະນຳພາແລະປົກຄອງ, ບັນລຸເປົ້າໝາຍໃນການສ້າງ ແລະພັດທະນາປະເທດໄປສູ່ສັງຄົມນິຍົມຢ່າງສຳເລັດຜົນ, ໃນນັ້ນລວມມີເນື້ອໃນກ່ຽວກັບການເມືອງ, ແນວຄິດ, ຈັນຍາບັນ, ການຈັດຕັ້ງ, ພະນັກງານ, ສະມາຊິກພັກ, ການກວດກາ, ວິໄນ, ການຂົນຂວາຍມະຫາຊົນ, ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ, ປະກົດການຫຍໍ້ທໍ້ ແລະ ການປ່ຽນແປງໃໝ່ແລະປັບປຸງວິທີການນຳພາ ແລະກຳອຳນາດຂອງພັກ. ດ້ວຍຄວາມເອົາໃຈໃສ່ເປັນພິເສດຕໍ່ວຽກງານກໍ່ສ້າງແລະປັບປຸງພັກ, ໃນບົດຄວາມແລະຄຳປາໄສຫຼາຍບົດທີ່ຜ່ານມາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ວິເຄາະ, ປະເມີນຜົນ ແລະ ຊີ້ໃຫ້ເຫັນບັນຫາ ແລະ ໜ້າທີ່ພື້ນຖານ, ສຳຄັນ ແລະຮອບດ້ານຂອງວຽກງານສຳຄັນນີ້ໃນປະຈຸບັນ ແລະ ໃນອະນາຄົດອັນໃກ້ນີ້. ໂດຍສະເພາະ, ໃນບົດຄວາມ ຫວຽດນາມສະຫວ່າງສົດໃສ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມຄົບຮອບ 95 ປີ (3 ກຸມພາ 1930 - 3 ກຸມພາ 2025), ໂດຍອີງໃສ່ຄວາມຕ້ອງການໃໝ່ຂອງພາລະກິດການປະຕິວັດ ແລະ ສະພາບການຂອງໂລກແລະພາກພື້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮຽກຮ້ອງໃຫ້ “ວຽກງານກໍ່ສ້າງພັກຕ້ອງໄດ້ຮັບການເອົາໃຈໃສ່, ປ່ຽນແປງໃໝ່ ແລະ ຈັດຕັ້ງປະຕິບັດຢ່າງເດັດຂາດ”(4), ແລະລະບຸ “ກຸ່ມບັນຫາສຳຄັນ” 7 ກຸ່ມ ລວມມີ: 1- ສືບຕໍ່ຍຶດໝັ້ນເປົ້າໝາຍ ແລະ ອຸດົມການຂອງພັກ; 2- ປັບປຸງລະບົບທິດສະດີຂອງພັກໃຫ້ສົມບູນແບບຢ່າງຕໍ່ເນື່ອງ; 3- ສືບຕໍ່ສ້າງແລະປັບປຸງພັກໃຫ້ສະອາດ ແລະໝັ້ນຄົງເຂັ້ມແຂງ; 4- ຕັດສິນໃຈປັບປຸງກົງຈັກການຈັດຕັ້ງລະບົບການເມືອງໃຫ້ມີຄວາມກະທັດລັດຮັດກຸມ ແລະ ເຄື່ອນໄຫວຢ່າງມີປະສິດທິພາບ ແລະປະສິດທິຜົນ, ແກ້ໄຂຜ່ານຜ່າສະຖານະການຫຍຸ້ງຍາກຊໍ້າຊ້ອນ; 5- ເອົາໃຈໃສ່ສ້າງຖັນແຖວພະນັກງານ, ໂດຍສະເພາະພະນັກງານຫຼັກໃນທຸກລະດັບ; 6- ເພີ່ມທະວີການນຳໃຊ້ວິທະຍາສາດ-ເຕັກໂນໂລຊີ ແລະ ການຫັນເປັນດິຈິຕອນ ໃນວຽກງານກໍ່ສ້າງພັກ; 7- ໜ້າທີ່ທີ່ສຳຄັນຮີບດ່ວນໃນປີ 2025 ຂອງຄະນະກຳມະການພັກທຸກລະດັບ, ຂອງແຕ່ລະໜ່ວຍພັກ ແລະ ສະມາຊິກພັກແຕ່ລະຄົນ(5).
ຈາກສິ່ງທີ່ກ່າວມາຂ້າງເທິງ, ມີຄວາມຈຳເປັນທີ່ຈະຕ້ອງຊີ້ແຈງເພີ່ມເຕີມກ່ຽວກັບຄວາມເຂົ້າໃຈກ່ຽວກັບໜ້າທີ່ການກໍ່ສ້າງແລະປັບປຸງພັກ ໃນຍຸກໃໝ່ຂອງການພັດທະນາປະເທດຊາດ ດັ່ງທີ່ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຊີ້ໃຫ້ເຫັນ:
ທີໜຶ່ງ, ບັນຫາການຍົກສູງຄວາມຮັບຮູ້ກ່ຽວກັບວຽກງານການສ້າງແລະປັບປຸງພັກ.
ກ່ອນອື່ນໝົດ, ຈຳເປັນຕ້ອງເຂົ້າໃຈຢ່າງເຕັມທີ່ວ່າ ການກໍ່ສ້າງແລະປັບປຸງພັກແມ່ນໜ້າທີ່ປະຈຳແລະຕໍ່ເນື່ອງຂອງພັກ, ເປັນບັນຫາສຳຄັນທີ່ມີຄວາມສຳຄັນສູງສຸດ, ຮັບປະກັນວ່າ ພັກຍັງຄົງຮັກສາແລະພັດທະນາບົດບາດນຳພາໃນລັດແລະສັງຄົມຕໍ່ໄປ. ໂດຍຫຼັກການແລ້ວ, ວຽກງານສ້າງພັກຕ້ອງບໍ່ຫ່າງເຫີນຈາກເປົ້າໝາຍສູ້ຊົນ, ຫຼັກການການຈັດຕັ້ງແລະດຳເນີນງານຂອງພັກຊົນຊັ້ນກຳມາຊີບຮູບແບບໃໝ່, ຢ່າງໃດກໍ່ຕາມ ເນື້ອໃນແລະວິທີການສະເພາະໃນໜ້າທີ່ການກໍ່ສ້າງແລະປັບປຸງພັກຈະຕ້ອງມາຈາກຄວາມເປັນຈິງ ໂດຍເຊື່ອມໂຍງຢ່າງໃກ້ຊິດກັບເງື່ອນໄຂ, ສະຖານະການ ແລະ ຄວາມຕ້ອງການສະເພາະຂອງປະເທດ ແລະ ສະພາບການສະເພາະຂອງໂລກແລະພາກພື້ນ. ການຍົກສູງຄວາມຮັບຮູ້ກ່ຽວກັບວຽກງານກໍ່ສ້າງແລະປັບປຸງພັກ ເປັນໜ້າທີ່ທີ່ເປັນປະຈຳແລະຕໍ່ເນື່ອງ, ເປັນບັນຫາສຳຄັນຕໍ່ບົດບາດແລະຄວາມສາມາດໃນການນຳພາແລະກຳອຳນາດພັກ ມີພື້ນຖານມາຈາກຄວາມເປັນຈິງພາວະວິໄສ. ຄວາມຕ້ອງການນີ້ແມ່ນມາຈາກລັກສະນະການນຳພາ ຂອງພັກ ເຊິ່ງອີງໃສ່ຄວາມໄວ້ວາງໃຈ ແລະ ກຽດສັກສີຂອງພັກໃນສັງຄົມ ແລະໃນໝູ່ປະຊາຊົນ. ລັດຖະທຳມະນູນແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມບັນຍັດໄວ້ດັງນີ້: ພັກ "ເປັນກຳລັງນຳພາລັດແລະສັງຄົມ”.
ເມື່ອເວົ້າເຖິງການນຳພາແມ່ນເວົ້າເຖິງສາມເນື້ອໃນທີ່ສຳຄັນທີ່ສຸດຄື: ການກຳນົດແນວທາງ, ນະໂຍບາຍ, ເປົ້າໝາຍການກໍ່ສ້າງແລະພັດທະນາປະເທດ ແລະ ການປົກປັກຮັກສາປະເທດຊາດ; ການເຕົ້າໂຮມກຳລັງ, ການສ້າງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ ເພື່ອປະຕິບັດເປົ້າໝາຍ, ແນວທາງ ແລະ ແຜນນະໂຍບາຍທີ່ວາງໄວ້; ການກວດກາ, ການຕິດຕາມກວດກາ ແລະ ການຮັບປະກັນການປະຕິບັດໜ້າທີ່ທາງການເມືອງທີ່ປະສົບຜົນສຳເລັດຕາມເປົ້າໝາຍ, ແນວທາງ ແລະ ແຜນນະໂຍບາຍຂອງພັກ. ໃນດ້ານໜຶ່ງ, ເມື່ອພັກມີຄວາມສະອາດ, ໝັ້ນຄົງແລະເຂັ້ມແຂງຢ່າງຮອບດ້ານເທົ່ານັ້ນ ພັກຈຶ່ງຈະມີຄວາມສາມາດໃນການກຳນົດແນວທາງ ແຜນນະໂຍບາຍທີ່ຖືກຕ້ອງ, ຈັດຕັ້ງປະຕິບັດວຽກງານຕົວຈິງຢ່າງສຳເລັດຜົນ, ນຳມາເຊິ່ງສິດທິແລະຜົນປະໂຫຍດທີ່ຊອບທຳໃຫ້ປະຊາຊົນ, ຈຶ່ງກາຍເປັນແບບຢ່າງຕົວຈິງທີ່ດຶງດູດຊະນະໃຈປະຊາຊົນ ແລະ ເປັນທຸງນຳໃນການເຕົ້າໂຮມກຳລັງແລະເສີມຂະຫຍາຍຊັບພະຍາກອນທາງສັງຄົມທັງໝົດ ເພື່ອໃຫ້ບັນລຸເປົ້າໝາຍທາງການເມືອງທີ່ວາງໄວ້ໄດ້ຢ່າງສຳເລັດຜົນ; ໃນອີດດ້ານໜຶ່ງ, ພັກແມ່ນລະບົບທີ່ມີການຈັດຕັ້ງຢ່າງແໜ້ນແຟ້ນ, ເປັນເອກະພາບທາງດ້ານເຈດຈຳນົງແລະການກະທຳ ໂດຍຖືເອົາການລວມສູນປະຊາທິປະໄຕ ເປັນຫຼັກການການຈັດຕັ້ງພື້ນຖານຂອງພັກ. ກົງຈັກການຈັດຕັ້ງຂອງພັກມີວິທະຍາສາດ, ເຂັ້ມງວດ ແລະ ສົມເຫດສົມຜົນ ຈຶ່ງຈະສາມາດຜັນຂະຫຍາຍປະຕິບັດໜ້າທີ່, ເປົ້າໝາຍ, ບົດບາດການນຳພາ ແລະການກຳອຳນາດຂອງພັກໄດ້ຢ່າງມີປະສິດທິພາບ. ແຕ່ຄວາມສາມາດ ແລະ ປະສິດທິພາບການເຄື່ອນໄຫວຂອງກົງຈັກການຈັດຕັ້ງຂອງພັກຍັງຂຶ້ນກັບວຽກງານພະນັກງານ. ຖ້າຖັນແຖວພະນັກງານບໍ່ດິພໍທັງດ້ານຄຸນນະທຳແລະຄວາມສາມາດແລ້ວ, ບໍ່ວ່າໂຄງສ້າງການຈັດຕັ້ງຈະສົມເຫດສົມຜົນພຽງໃດ ກໍຈະບໍ່ສາມາດຕອບສະໜອງຄວາມຕ້ອງການແລະໜ້າທີ່ວຽກງານໄດ້. ໃນທາງກັບກັນ ເພື່ອໃຫ້ມີຖັນແຖວພະນັກງານທີ່ດີນັ້ນ ຈຳເປັນຕ້ອງເຮັດວຽກງານການສຶກສາອົບຮົມການເມືອງ ແນວຄິດໃຫ້ດີ ແລະ ປະຕິບັດວຽກງານກວດກາ ແລະວິໄນຂອງພັກຢ່າງເຂັ້ມງວດ ແລະອື່ນໆ. ດັ່ງນັ້ນ, ການຍົກສູງຄວາມຮັບຮູ້ກ່ຽວກັບການກໍ່ສ້າງແລະປັບປຸງພັກຕ້ອງຖືກວາງໄວ້ພາຍໃນຄວາມຕ້ອງການທີ່ຄົບຖ້ວນ ແລະສອດຄ່ອງກັນຂອງທຸກດ້ານໃນວຽກງານຂອງພັກ ແລະທີ່ກ່ຽວຂ້ອງກັບພັກ.
ທີສອງ, ບັນຫາການປ່ຽນແປງໃໝ່ ແລະ ເພີ່ມທະວີວຽກງານແນວຄິດ ແລະທິດສະດີຂອງພັກ.
ສຳລັບພັກການເມືອງໃດໆ ວຽກງານການເມືອງແນວຄິດເປັນໜ້າທີ່ພື້ນຖານທີ່ມີຄວາມສຳຄັນທີ່ສຸດ. ສຳລັບພັກກອມມູນິດຫວຽດນາມ, ວຽກງານແນວຄິດ ທິດສະດີຍິ່ງມີຄວາມຈຳເປັນ ແລະສຳຄັນທີ່ສຸດ; ເພາະວ່າ ພາລະກິດການກໍ່ສ້າງລັດທິສັງຄົມນິຍົມ - ເປົ້າໝາຍສູ້ຊົນຂອງພັກຂອງພວກເຮົາ - ແມ່ນພາລະກິດອັນຍິ່ບໃຫຍ່, ໃໝ່ທີ່ສຸດ, ບໍ່ເຄີຍມີມາກ່ອນ ແລະ ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ. ໂດຍສະເພາະ, ໜ້າທີ່ອັນໃຫຍ່ຫຼວງທັງໝົດນີ້ກຳລັງດຳເນີນຢູ່ໃນສະພາບການຂອງການປ່ຽນແປງທົ່ວໂລກທີ່ວ່ອງໄວ, ສັບສົນ ແລະ ບໍ່ສາມາດຄາດເດົາໄດ້. ພາຍໃຕ້ສະຖານະການດັ່ງກ່າວ, ບາງທີຄວາມຈຳເປັນໃນການປ່ຽນແປງໃໝ່ວຽກງານແນວຄິດ ແລະທິດສະດີຂອງພັກຄວນສຸມໃສ່ເນື້ອໃນສະເພາະຕໍ່ໄປນີ້:
ກ່ຽວກັບວຽກງານແນວຄິດຂອງພັກ, ໃນດ້ານໜຶ່ງ, ຈຳເປັນຕ້ອງເພີ່ມທະວີເນື້ອໃນ, ຮູບແບບ ແລະວິທີການໃຫ້ຂໍ້ມູນ ແລະການອົບຮົມສຶກສາ ເພື່ອຮັບປະກັນວ່າ ຫຼັກໝັ້ນທາງການເມືອງຂອງພະນັກງານ ສະມາຊິກພັກແລະປະຊາຊົນ ຍັງຄົງຍຶດໝັ້ນໃນເປົ້າໝາຍຂອງເອກະລາດແຫ່ງຊາດທີ່ເຊື່ອມໂຍງກັບລັດທິສັງຄົມນິຍົມ, ຍຶດໝັ້ນແລະມີສະຕິຢູ່ສະເໝີໃນການປົກປ້ອງລະບອບການປົກຄອງ ແລະ ລະມັດລະວັງຕໍ່ແຜນການບ່ອນທຳລາຍຂອງອິດທິກຳລັງສັດຕູ; ໃນອີກດ້ານໜຶ່ງ, ວຽກງານແນວຄິດຕ້ອງເປັນເຈົ້າການ, ຕອບສະໜອງຢ່າງວ່ອງໄວ, ທັນເວລາ ແລະ ຖືກຕ້ອງ ສອດຄ່ອງກັບການພັດທະນາຕ່າງໆໃນປະເທດ, ພາກພື້ນ ແລະ ທົ່ວໂລກ. ເພື່ອບັນລຸເປົ້າໝາຍນີ້, ຈຳເປັນຕ້ອງປ່ຽນແປງໃໝ່ກົນໄກການດໍາເນີນງານຂອງກົງຈັກການເຮັດວຽກດ້ານແນວຄິດຂອງພັກ, ເພີ່ມທະວີອຳນາດແລະຄວາມຮັບຜິດຊອບຂອງອົງການ ແລະ ພະນັກງານແຕ່ລະຄົນ ທີ່ຮັບຜິດຊອບໂດຍກົງໃນແຕ່ລະວຽກງານ ແລະ ຕອບສະໜອງຕໍ່ສະຖານະການຮີບດ່ວນແລະບໍ່ຄາດຄິດໄດ້ ຢ່າງທັນທ່ວງທີ.
ກ່ຽວກັບວຽກງານທິດສະດີ, ການສະຫຼຸບສັງລວມພຶດຕິກຳຕົວຈິງ, ການຄົ້ນຄວ້າ ອະທິບາຍທາດແທ້ຂອງບັນຫາທີ່ເກີດຂຶ້ນໃໝ່; ການຄາດຄະເນ ແລະ ປະເມີນແນວໂນ້ມ, ລັກສະນະ ແລະ ຜົນກະທົບທີ່ອາດຈະເກີດຂຶ້ນ ຂອງຂະບວນການ ແລະ ຄວາມສຳພັນໃນທຸກແງ່ມຸມຂອງຊີວິດຈິງ ທັງໃນປະເທດແລະຕ່າງປະເທດ ຢ່າງຖືກຕ້ອງແລະທັນທ່ວງທີ ຖືເປັນຄວາມຕ້ອງການພື້ນຖານ ແລະເປັນຄວາມຕ້ອງການທີ່ສຳຄັນສຳລັບການກໍ່ສ້າງພັກໃນຍຸກໃໝ່ຂອງການພັດທະນາປະເທດ. ການບໍ່ເຂົ້າໃຈແລະບໍ່ສາມາດແກ້ໄຂບັນຫາທາງທິດສະດີໄດ້ຢ່າງມີປະສິດທິພາບ ຈະນໍາໄປສູ່ຄວາມສັບສົນ ແລະອາດເຖິງຂັ້ນລົ້ມເຫຼວໃນກິດຈະກໍາຕົວຈິງ ດັ່ງທີ່ປະທານໂຮ່ຈີມິນ ໄດ້ເນັ້ນໜັກວ່າ: “ທິດສະດີຄືກັບເຂັມທິດ, ມັນຊ່ວຍນຳທາງເຮົາໃນວຽກງານຕົວຈິງ. ຖ້າບໍ່ມີທິດສະດີ ເຮົາກໍ່ຈະສັບສົນ ຄືກັບຍ່າງດ້ວຍຕາປິດ”(6). ນີ້ແມ່ນບັນຫາທີ່ມີລັກສະນະກົດເກນທີ່ໄດ້ຮັບການພິສູດແລ້ວວ່າເປັນຄວາມຈິງຕະຫຼອດປະຫວັດສາດ ແລະ ຈະຍັງຄົງເປັນຄວາມຈິງຕໍ່ໄປໃນຍຸກຕໍ່ໆໄປຢ່າງແນ່ນອນ. ເພື່ອເພີ່ມທະວີວຽກງານທິດສະດີໃຫ້ສອດຄ່ອງກັບຄວາມຕ້ອງການຂອງຍຸກແຫ່ງການພັດທະນາໃໝ່, ຈຳເປັນຕ້ອງປັບປຸງອົງການຄົ້ນຄວ້າທິດສະດີຂອງພັກ, ໃຫ້ຄວາມສຳຄັນກັບການພັດທະນາ, ການນຳໃຊ້ ແລະ ການປະຕິບັດຕໍ່ພະນັກງານແລະຜູ້ຊ່ຽວຊານຢ່າງມີເຫດຜົນ ແລະ ສືບຕໍ່ສົ່ງເສີມປະຊາທິປະໄຕໃນການຄົ້ນຄວ້າ, ການຮັບ ແລະ ການກັ່ນຕອງຜົນການຄົ້ນຄວ້າເພື່ອຮັບໃຊ້ວຽກງານການນຳພາຂອງພັກ ແລະ ຄະນະກຳມະການພັກໃນທຸກລະດັບ. ໂດຍສະເພາະ, ມີຄວາມຈຳເປັນຕ້ອງລົງທຶນ, ຈັດຕັ້ງການຄົ້ນຄວ້າກ່ຽວກັບຜົນສຳເລັດໃນດ້ານວິທະຍາສາດສັງຄົມ, ໂດຍສະເພາະແມ່ນວິທະຍາສາດການເມືອງ, ເສດຖະສາດສາກົນ, ຄົ້ນຄວ້າສະຫຼຸບສັງລວມປະສົບການ, ຮູບແບບການພັດທະນາ, ວິທີແກ້ໄຂບັນຫາທາງການເມືອງໃນໂລກ ເພື່ອເປັນເອກະສານອ້າງອີງສຳລັບການນຳພາຂອງພັກ.
ທີສາມ, ບັນຫາການສ້າງກົງຈັກການຈັດຕັ້ງ, ການສ້າງຖັນແຖວພະນັກງານ, ການພັດທະນາສະມາຊິກພັກໃໝ່, ການເພີ່ມທະວີກຳລັງ ແລະ ຖັນແຖວຂອງພັກ.
ການກໍ່ສ້າງ ແລະ ປັບປຸງບູລະນະກົງຈັກການຈັດຕັ້ງຂອງພັກຕິດພັນກັບກັບລະບົບການເມືອງ ເປັນວຽກງານສຳຄັນທີ່ມີຄວາມໝາຍສຳຄັນທີ່ສຸດຕໍ່ປະສິດທິພາບ ແລະປະສິດທິຜົນຂອງການນຳພາ ແລະກຳອຳນາດຂອງພັກ. ການປະຕິວັດໃນການປັບປຸງໂຄງສ້າງການຈັດຕັ້ງຂອງລະບົບການເມືອງໃຫ້ມີຄວາມທັນສະໄໝ ໄດ້ສ້າງການປ່ຽນແປງທີ່ບໍ່ເຄີຍມີມາກ່ອນໃນຮູບແບບໂດຍລວມ ແລະ ກົນໄກການດຳເນີນງານຂອງກົງຈັກການຈັດຕັ້ງຂອງພັກ, ລັດ ແລະ ແນວໂຮມປະເທດຊາດຫວຽດນາມ ໂດຍມີຈຸດປະສົງເພື່ອໃຫ້ກົນໄກເຫຼົ່ານີ້ກະທັດລັດຮັດກຸມ, ມີຄວາມສັກສິດ, ມີປະສິດທິພາບແລະປະສິດທິຜົນ. ຢ່າງໃດກໍ່ຕາມ, ເຖິງຈະປັບໂຄງສ້າງໃໝ່ແລ້ວ ກໍ່ຍັງມີວຽກງານອີກຫຼາຍຢ່າງທີ່ຕ້ອງເຮັດເພື່ອໃຫ້ໄດ້ຜົນສຳເລັດທີ່ຕ້ອງການ. ບັນຫາທີ່ຮີບດ່ວນໃນຂະນະນີ້ແມ່ນ ການປັບປຸງການຈັດຕັ້ງແລະການພົວພັນໃນການເຮັດວຽກພາຍໃນຂອງແຕ່ລະອົງການແລະໜ່ວຍງານໃຫ້ດີຍິ່ງຂຶ້ນໂດຍດ່ວນ; ກຳນົດຢ່າງຊັດເຈນກ່ຽວກັບພາລະບົດບາດ, ໜ້າທີ່, ອຳນາດ ແລະ ຄວາມຮັບຜິດຊອບຂອງແຕ່ລະຕຳແໜ່ງງານ, ພ້ອມທັງສາຍພົວພັນລະຫວ່າງໜ່ວຍງານໃນລະດັບການຄຸ້ມຄອງດຽວກັນ ແລະ ລະດັບທີ່ແຕກຕ່າງກັນ. ນີ້ແມ່ນເງື່ອນໄຂເບື້ອງຕົ້ນເພື່ອໃຫ້ລະບົບມີສະຖຽນລະພາບຢ່າງວ່ອງໄວ, ດຳເນີນງານຢ່າງລາບລື່ນ, ໃຫ້ຮັບຜົນຕົວຈິງ, ປະກອບສ່ວນຮັກສາສະຖຽນລະພາບທາງສັງຄົມ ແລະ ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດຂອງປະຊາຊົນໄດ້ເປັນຢ່າງດີ.
ກົງຈັກການຈັດຕັ້ງຂອງພັກ ແລະ ລະບົບການເມືອງຈະສາມາດດຳເນີນງານໄດ້ຢ່າງມີປະສິດທິພາບແລະປະສິດທິຜົນ ກໍ່ຕໍ່ເມື່ອມີຖັນແຖວພະນັກງານແລະສະມາຊິກພັກທີ່ມີຄວາມສາມາດດ້ານວິຊາຊີບຖືກຕາມຂໍ້ກຳນົດຂອງຕຳແໜ່ງ, ມີຄຸນນະພາບທາງການເມືອງ, ມີສິນທຳທີ່ສົດໃສ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກປະຊາຊົນ. ນີ້ແມ່ນຄວາມຕ້ອງການ ແລະ ເງື່ອນໄຂທີ່ເກີດຂຶ້ນຈາກຂໍ້ພິນິດຂອງປະທານໂຮ່ຈີມິນກ່ຽວກັບວຽກງານພະນັກງານທີ່ວ່າ: “ພະນັກງານແມ່ນຮາກຖານຂອງວຽກງານທັງໝົດ”, “ຄວາມສຳເລັດຫຼືຄວາມລົ້ມເຫຼວຂອງວຽກງານໃດໆ ຂຶ້ນຢູ່ກັບວ່າພະນັກງານນັ້ນດີຫຼືບໍ່ດີ”(7). ໃນຍຸກແຫ່ງການພັດທະນາໃໝ່ນີ້, ລັກສະນະຂອງວຽກງານ, ສະພາບການເຮັດວຽກ ແລະ ວິທີການເຮັດວຽກລ້ວນໄດ້ປ່ຽນແປງໄປ ເຮັດໃຫ້ພະນັກງານຕ້ອງການທັກສະທີ່ສູງຂຶ້ນ, ສັບສົນກວ່າ ແລະ ມີຄວາມຍຶດຫຍຸ່ນຫຼາຍຂຶ້ນ. ດັ່ງນັ້ນ, ວຽກງານພະນັກງານກໍ່ຕ້ອງມີການປ່ຽນແປງໃໝ່ຢ່າງຮອບດ້ານຕັ້ງແຕ່ຄວາມຮັບຮູ້, ການຝຶກອົບຮົມ, ການບຳລຸງສ້າງ, ການຄັດເລືອກ, ການນຳໃຊ້, ການເລື່ອນຊັ້ນ, ການແຕ່ງຕັ້ງ, ຈົນເຖິງລາງວັນ, ວິໄນ, ເງິນເດືອນ, ສະຫວັດດີການສັງຄົມ, ລະບອບຄ່າຕອບແທນ... ນີ້ແມ່ນວຽກງານທີ່ສັບສົນແລະລະອຽດອ່ອນທີ່ກ່ຽວຂ້ອງກັບຜູ້ຄົນ, ແຕ່ມີຄວາມສຳຄັນຢ່າງຍິ່ງຕໍ່ພັກແລະລະບອບການປົກຄອງ; ດັ່ງນັ້ນ, ຈຶ່ງຈຳເປັນຕ້ອງມີການລົງທຶນ ແລະການຄົ້ນຄວ້າຢ່າງຮອບຄອບ, ພິຖີພິຖັນ ແລະ ລະອຽດຖີ່ຖ້ວນ, ແຕ່ເຮົາກໍ່ບໍ່ສາມາດຊັກຊ້າໃນການຕອບສະໜອງຄວາມຕ້ອງການຕົວຈິງໄດ້.
ທີສີ່, ບັນຫາການປ່ຽນແປງໃໝ່ວຽກງານກວດກາ, ຕິດຕາມກວດກາ, ການປະຕິບັດວິໄນຂອງພັກ ແລະ ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະ ປະກົດການຫຍໍ້ທໍ້.
ວຽກງານກວດກາ, ຕິດຕາມກວດກາ, ການປະຕິບັດວິໄນ ພ້ອມກັບການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະ ປະກົດການຫຍໍ້ທໍ້ ແມ່ນໜ້າທີ່ສຳຄັນສອງຢ່າງສຳລັບຄະນະພັກ ແລະອົງການຈັດຕັ້ງພັກ ເຊິ່ງເປັນເຄື່ອງມືແລະວິທີການເພື່ອຮັບປະກັນຄຸນນະພາບຂອງສະມາຊິກພັກ, ເສີມສ້າງຄວາມສາມາດໃນການເຮັດວຽກຂອງອົງການຈັດຕັ້ງພັກ ແລະ ຍົກສູງກຽດຊື່ສຽງຂອງພັກໃນໝູ່ປະຊາຊົນ. ການກວດກາ, ການຕິດຕາມກວດກາ, ການປະຕິບັດວິໄນພາຍໃນພັກ, ເຊັ່ນດຽວກັນກັບການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະ ປະກົດການຫຍໍ້ທໍ້ ບໍ່ພຽງແຕ່ແນໃສ່ອົງການຈັດຕັ້ງພັກ ແລະ ສະມາຊິກພັກ ທີ່ມີຮ່ອງຮອຍຂອງການລະເມີດກົດລະບຽບຂອງພັກ ແລະ ກົດໝາຍຂອງລັດເທົ່ານັ້ນ, ແຕ່ຍັງເປັນເຄື່ອງມືໃນການກີດຂວາງ, ເຕືອນສະຕິ, ການສຶກສາ ແລະ ປົກປ້ອງພະນັກງານ, ສະມາຊິກພັກ ແລະ ຄະນະກຳມະການພັກ ແລະ ອົງການຈັດຕັ້ງພັກຈາກການຕົກຢູ່ໃນຄວາມຜິດພາດ ແລະ ຂໍ້ບົກຜ່ອງ. ຄວາມຈິງທີ່ວ່າພະນັກງານ ສະມາຊິກພັກບາງຄົນ ລວມທັງຜູ້ທີ່ດຳລົງຕຳແໜ່ງສຳຄັນໃນລະບົບການຈັດຕັ້ງຂອງພັກແລະລັດ ຖືກລົງໂທດທາງວິໄນໂດຍພັກ ແລະແມ່ນແຕ່ຖືກດຳເນີນຄະດີອາຍາ ເຮັດໃຫ້ເກີດຄຳອະທິບາຍວ່າ ສາເຫດແລະຄວາມຮັບຜິດຊອບສ່ວນໜຶ່ງອາດຈະຢູ່ທີຄວາມບົກຜ່ອງແລະຈຸດອ່ອນໃນການກວດກາ, ຕິດຕາມກວດກາ ແລະ ການປະຕິບັດວິໄນຂອງພັກ, ແລະເນື່ອງຈາກການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະ ປະກົດການຫຍໍ້ທໍ້ຂອງພັກ ຍັງມີຂໍ້ຈຳກັດແລະຂໍ້ບົກຜ່ອງຢູ່, ຍັງບໍ່ທັນເຂັ້ມງວດພຽງພໍ ແລະ ຍັງບໍ່ບັນລຸຜົນຕາມທີ່ຕ້ອງການ.
ດັ່ງນັ້ນ, ເຮົາຄວນປ່ຽນແປງໃໝ່ວຽກງານກວດກາ, ຕິດຕາມກວດກາ ແລະ ວິໄນຂອງພັກຄືແນວໃດ ເພື່ອຕອບສະໜອງຄວາມຕ້ອງການຂອງການກໍ່ສ້າງພັກໃນຍຸກແຫ່ງການພັດທະນາໃໝ່? ຈາກທິດສະດີແລະພຶດຕິກຳຕົວຈິງຂອງວຽກງານກໍ່ສ້າງພັກ, ຄວນພິຈາລະນາປະເດັນສຳຄັນຕໍ່ໄປນີ້: 1- ຈຳເປັນຕ້ອງມີຄວາມເຂົ້າໃຈທີ່ຊັດເຈນຍິ່ງຂຶ້ນ ແລະມີການກຳນົດທີ່ເຂັ້ມງວດກວ່າກ່ຽວກັບບົດບາດ, ຄວາມຮັບຜິດຊອບ ແລະ ໜ້າທີ່ຂອງທັງສອງຝ່າຍ - ຜູ້ກວດກາ ແລະ ຜູ້ຖືກກວດກາ. ສຳລັບອົງການຈັດຕັ້ງພັກ ແລະ ສະມາຊິກພັກ, ນີ້ແມ່ນຄວາມຮັບຜິດຊອບແບບຕື່ນຕົວ, ການສຶກສາຕົນເອງ, ການຝຶກຝົນຕົນເອງ ແລະ ຈິດສຳນຶກປູກຝັງຈັນຍາບັນ ແລະ ການປະພຶດປະຕິບັດຢ່າງມີສະຕິ. ແຕ່ວ່າ, ສຳລັບອົງການກວດກາ, ຕິດຕາມກວດກາ, ປະຕິບັດວິໄນ ແລະ ອົງການທີ່ຮັບຜິດຊອບໃນການຊີ້ນຳວຽກງານການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະ ປະກົດການຫຍໍ້ທໍ້ນັ້ນ ແມ່ນອົງການທີ່ມີຄວາມຮັບຜິດຊອບໃນການພັດທະນາຂັ້ນຕອນແລະແຜນການ, ສະເໜີວິທີແກ້ໄຂ ແລະ ຈັດຕັ້ງການກວດກາ ແລະຕິດຕາມກວດກາ ເພື່ອກວດຈັບສັນຍານຂອງການລະເມີດ, ເຕືອນເຖິງຄວາມສ່ຽງຂອງການສໍ້ລາດບັງຫຼວງ, ການສິ້ນເປືອງແລະຄວາມຫຍໍ້ທໍ້, ປົກປ້ອງຄວາມຊື່ສັດສຸຈະລິດ ແລະ ຄວາມເຂັ້ມແຂງຂອງອົງການຈັດຕັ້ງພັກ ແລະ ສະມາຊິກພັກ. 2. ຈຳເປັນຕ້ອງທົບທວນ ແລະ ປັບປຸງຂໍ້ກຳນົດໃນກົດລະບຽບຂອງພັກ ແລະ ກົດໝາຍ, ຮັບປະກັນຄວາມຖືກຕ້ອງທາງວິທະຍາສາດ, ຄວາມເຂັ້ມງວດ ແລະ ເສີມຂະຫຍາຍຄວາມຮັບຜິດຊອບ ແລະຄວາມໂປ່ງໃສໃນການບໍລິການສາທາລະນະ; ດຳເນີນການຢ່າງເຂັ້ມງວດກັບຄວາມຜິດ ແລະການປະຕິບັດທີ່ບໍ່ເໝາະສົມ; ປ້ອງກັນສາເຫດຕົ້ນຕໍຂອງ "ຜົນປະໂຫຍດຂອງກຸ່ມ" ແລະ "ລັດທິທຶນນິຍົມແບບພວກພ້ອງ”. 3. ໂດຍສະເພາະ, ຈຳເປັນຕ້ອງປະຕິບັດວິທີແກ້ໄຂບັນຫາຢ່າງສະເໝີຕົ້ນສະເໝີປາຍແລະທົ່ວເຖິງ ເພື່ອກວດກາແລະຕິດຕາມກວດກາເຈົ້າໜ້າທີ່, ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ແລະພຶດຕິກຳທີ່ບໍ່ເໝາະສົມ, ເຊັ່ນ ການແຈ້ງຊັບສິນ; ການແກ້ໄຂຄຳຮ້ອງທຸກແລະການກ່າວໂທດ; ການຫ້າມໃຊ້ເງິນສົດໃນການເຮັດທຸລະກຳ ແລະອື່ນໆ.
ໃນເງື່ອນໄຂທີ່ພັກເປັນກຳລັງນຳພາແລະກຳອຳນາດພຽງຜູ້ດຽວນັ້ນ ບົດບາດຂອງວຽກງານກວດກາ, ຕິດຕາມກວດກາ, ການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະ ປະກົດການກຍໍ້ທໍ້ ຈຶ່ງມີຄວາມສຳຄັນແລະມີຄວາມໝາຍຫຼາຍຍິ່ງຂຶ້ນ. ມັນບໍ່ພຽງແຕ່ເປັນເຄື່ອງມືເພື່ອຮັບປະກັນຄວາມຊື່ສັດທາງສິນທຳ ແລະ ຄວາມໂປ່ງໃສທາງສິດຜົນປະໂຫຍດຂອງພະນັກງານ, ສະມາຊິກພັກ ແລະ ອົງການຈັດຕັ້ງພັກເທົ່ານັ້ນ, ແຕ່ຍັງເປັນ "ກຸນແຈ" ທີ່ສຳຄັນເພື່ອຮັບປະກັນຄວາມສາມັກຄີ ແລະ ຄວາມເປັນເອກະພາບພາຍໃນພັກ, ປ້ອງກັນຄວາມຜິດເຂວໃນການໃຊ້ອຳນາດ, ຮັກສາບົດບາດການນຳພາ ແລະກຳອຳນາດຂອງພັກ.
ທີຫ້າ, ບັນຫາການປ່ຽນແປງໃໝ່ວິທີການນຳພາ, ການຊີ້ນຳ ແລະ ການຈັດຕັ້ງປະຕິບັດແຜນນະໂຍບາຍ ແລະ ມະຕິຂອງພັກ.
ການປະເມີນວ່າການຈັດຕັ້ງປະຕິບັດຍັງຄົງເປັນຈຸດອ່ອນ ແລະ ການແກ້ໄຂເປັນໄປຢ່າງຊັກຊ້ານັ້ນ ບໍ່ແມ່ນເລື່ອງໃໝ່ສະເພາະໃນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກເທົ່ານັ້ນ ແຕ່ປະກົດໃຫ້ເຫັນມາຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງກ່ອນໆແລ້ວ ເຖິງວ່າຈະສະແດງອອກໃນຖ້ອຍຄຳທີ່ແຕກຕ່າງກັນ. ກ່າວປາໄສໃນພິທີເປີດກອງປະຊຸມສະໄໝສາມັນຄັ້ງທີ 8 ຂອງສະພາແຫ່ງຊາດຊຸດທີ 15 ໃນວັນທີ 21 ຕຸລາ 2025, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກວ່າ, ໃນບັນດາອຸປະສັກສຳຄັນ 3 ປະການໃນປະຈຸບັນຄື ສະຖາບັນ, ໂຄງສ້າງພື້ນຖານ ແລະ ຊັບພະຍາກອນມະນຸດນັ້ນ ສະຖາບັນຖືເປັນອຸປະສັກທີ່ສຳຄັນທີ່ສຸດ. ເປັນອັນວ່າ ສາເຫດຫຼັກຂອງ "ຈຸດອ່ອນ" ໃນການຈັດຕັ້ງປະຕິບັດແມ່ນ "ສະຖາບັນ". ດັ່ງນັ້ນ, ສາມາດເວົ້າໄດ້ວ່າ ການແກ້ໄຂຂໍ້ຈຳກັດຂອງສະຖາບັນແມ່ນກຸນແຈສຳຄັນໃນການປົດລັອກເງື່ອນໄຂ ແລະ ຄວາມເປັນໄປໄດ້ໃນທາງປະຕິບັດ ເພື່ອປັບປຸງປະສິດທິພາບຂອງການຈັດຕັ້ງປະຕິບັດ; ເພາະທ້າຍທີ່ສຸດແລ້ວ, ສະຖາບັນຈະເປັນຜູ້ກຳນົດແລະຊີ້ຂາດທັງໂຄງສ້າງພື້ນຖານ ແລະ ຊັບພະຍາກອນມະນຸດ. ເມື່ອເວົ້າເຖິງອຸປະສັກດ້ານສະຖາບັນເຮົາໝາຍເຖິງສະຖາບັນຂອງລະບົບການເມືອງທັງໝົດ, ເຊິ່ງກວມເອົາທັງສາມດ້ານຂອງບັນຫາຄື: ລະບົບກົດໝາຍ, ຂໍ້ກຳນົດ, ກົດລະບຽບ, ຂໍ້ບັງຄັບ; ລະບົບກົງຈັກການຈັດຕັ້ງຂອງລະບົບການເມືອງ; ກົນໄກການດໍາເນີນງານ ແລະສາຍພົວພັນການເຮັດວຽກຂອງລະບົບກົງຈັກການຈັດຕັ້ງລະບົບການເມືອງ; ການແບ່ງງານຢ່າງຈະແຈ້ງ, ການປະສານງານຢ່າງໃກ້ຊິດ, ການຄວບຄຸມຢ່າງມີປະສິດທິພາບ ລະຫວ່າງອົງການຂອງລັດ ໃນການປະຕິບັດອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ, ໃນນັ້ນການນຳພາຂອງພັກມີບົດບາດຕັດສິນຊີ້ຂາດ. ປັດຈຸບັນ, ພັກຂອງພວກເຮົາມີຄວາມມຸ່ງໝັ້ນທີ່ຈະດຳເນີນການປະຕິວັດດ້ານການຈັດຕັ້ງກົງຈັກຂອງລະບົບການເມືອງ ໃນທິດທາງທີ່ກະທັດລັດຮັດກຸມ, ຄ່ອງຕົວ, ເຂັ້ມແຂງ, ມີຄວາມສັກສິດ, ມີປະສິດທິພາບແລະປະສິດທິຜົນ. ໃນໄລຍະທີ່ຈະມາເຖິງ, ຄວາມຕ້ອງການອັນຮີບດ່ວນແມ່ນການປ່ຽນແປງໃໝ່ລະບົບກົດໝາຍ, ສ້າງກອບກົດໝາຍ ແລະ ກົນໄກການດຳເນີນງານຂອງລະບົບອຳນາດ. ສຳລັບສອງບັນຫານີ້ ຕ້ອງໃຊ້ຄວາມພະຍາຍາມຢ່າງຫຼາຍແລະວິທີການທາງວິທະຍາສາດຢ່າງແທ້ຈິງໃນການແກ້ໄຂ, ແຕ່ຈຳເປັນຕ້ອງໄດ້ຮັບການແກ້ໄຂຢ່າງວ່ອງໄວ, ເດັດຂາດ ແລະ ຄຽງຄູ່ກັບການປະຕິວັດດ້ານກົງຈັດການຈັດຕັ້ງ ເພື່ອໃຫ້ບັນລຸຜົນໄດ້ຮັບຕົວຈິງ.
ເພື່ອເອົາຊະນະອຸປະສັກດ້ານສະຖາບັນໃນອະນາຄົດ, ບົດບາດແລະຄວາມຮັບຜິດຊອບຈຶ່ງຕົກຢູ່ກັບພັກໃນຖານະຜູ້ນຳທາງການເມືອງຂອງລັດແລະສັງຄົມ. ຫຼັກນຳໃນວຽກງານການຈັດຕັ້ງທີ່ວ່າ “ພັກເຮັດກ່ອນ, ຂັ້ນເທິງເຮັດກ່ອນ” ຕ້ອງໄດ້ຮັບການຊາບຊຶມຢ່າງຖ່ອງແທ້ຕະຫຼອດຂະບວນການຈັດຕັ້ງແລະການປະຕິບັດວຽກງານແລະໜ້າທີ່ທັງໝົດ, ລວມທັງການແກ້ໄຂບັນຫາຂອງສະຖາບັນຢ່າງວ່ອງໄວແລະຄົບຊຸດ. ໃນຂໍ້ກຳນົດກົດລະບຽບຂອງພັກແລະກົດໝາຍ ຈຳເປັນຕ້ອງກຳນົດອຳນາດແລະໜ້າທີ່ຄວາມຮັບຜິດຊອບ ຂອງແຕ່ລະໜ່ວຍງານ, ອົງການ ແລະເຈົ້າໜ້າທີ່ ໃຫ້ຈະແຈ້ງແລະຄົບຖ້ວນ, ພ້ອມທັງມອບອຳນາດແລະມອບໝາຍຄວາມຮັບຜິດຊອບໃຫ້ແກ່ຫົວໜ້າຂອງອົງການເຫຼົ່ານີ້. ໃນກົນໄກການດໍາເນີນງານຂອງລະບົບອໍານາດ ຈຳເປັນຕ້ອງມີການແບ່ງງານທີ່ຊັດເຈນ, ການແບ່ງຂັ້ນຄຸ້ມຄອງ, ການມອບອໍານາດ ແລະຄວາມຮັບຜິດຊອບຢ່າງເຕັມທີ່ ໃຫ້ແກ່ລະດັບການປະຕິບັດງານ. ໃນດ້ານໜຶ່ງ, ຫຼັງຈາກການປັບໂຄງສ້າງອົງການບໍລິຫານລັດຖະການແລ້ວ ຈະມີການຈັດຕັ້ງລະບົບການປົກຄອງແບບສາມລະດັບຂຶ້ນ ໂດຍຈໍານວນຫົວໜ່ວຍບໍລິຫານລະດັບຕາແສງໃນແຂວງແລະນະຄອນສັງກັດສູນກາງ ຈະຂ້ອນຂ້າງຫຼາຍ, ບາງແຂວງອາດຈະມີເຖິງຫຼາຍຮ້ອຍຕາແສງ. ດັ່ງນັ້ນຈຶ່ງຈຳເປັນຢ່າງຍິ່ງທີ່ຈະຕ້ອງຄັດເລືອກແລະກໍານົດບົດບາດຜູ້ນໍາ, ການຊີ້ນຳ, ກົນໄກການຄຸ້ມຄອງບໍລິຫານ ແລະ ຄວາມສໍາພັນລະຫວ່າງລະດັບແຂວງ ແລະ ຕາແສງໃຫ້ຊັດເຈນ. ນີ້ແມ່ນເງື່ອນໄຂສຳຄັນທີ່ຈະຊ່ວຍໃຫ້ລະບົບອຳນາດດໍາເນີນງານຢ່າງລາບລື່ນ ແລະ ຫຼຸດຜົນກະທົບຕໍ່ຊີວິດຂອງປະຊາຊົນໃຫ້ນ້ອຍທີ່ສຸດ. ໃນອີກດ້ານໜຶ່ງ, ຄວນພິຈາລະນາໃຫ້ເລຂາພັກຕາແສງເປັນປະທານຄະນະກຳມະການປະຊາຊົນຕາແສງໂດຍກົງຫຼືບໍ່? ວິທີນີ້ຈະຊ່ວຍເພີ່ມທະວີຄວາມຮັບຜິດຊອບຂອງຫົວໜ້າຄະນະພັກ ແລະ ຂະຈັດຄວາມລ່າຊ້າໃນການຜັນຂະຫຍາຍປະຕິບັດໜ້າທີ່ການເມືອງໃນລະດັບຮາກຖານໄດ້.
ທີຫົກ, ບັນຫາການເພີ່ມທະວີສາຍພົວພັນທີ່ໃກ້ຊິດກັບປະຊາຊົນ.
ປະຊາຊົນແມ່ນສູນກາງແລະອັດຕະພາບຂອງກິດຈະການປ່ຽນແປງໃໝ່, ການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ແມ່ນເປົ້າໝາຍແລະກຳລັງຂັບເຄື່ອນຂອງການກໍ່ສ້າງປະເທດຊາດ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ຢືນຢັນທັດສະນະທີ່ວ່າ: “ປະຊາຊົນແມ່ນສູນກາງ, ແມ່ນອັດຕະພາບຂອງກິດຈະການປ່ຽນແປງໃໝ່, ການກໍ່ສ້າງ ແລະປົກປັກຮັກສາປະເທດຊາດ, ແຜນນະໂຍບາຍແລະນະໂຍບາຍທັງໝົດຕ້ອງມາຈາກຊີວິດ, ຄວາມມຸ່ງຫວັງ, ສິດແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນຢ່າງແທ້ຈິງ, ໂດຍຖືເອົາຄວາມຢູ່ເຢັນເປັນສຸກ, ຄວາມອີ່ມໜຳສຳລານຂອງປະຊາຊົນເປັນເປົ້າໝາຍແຫ່ງການສູ້ຊົນ”(8). ນີ້ຍັງເປັນຫຼັກການນຳພາ, ຫຼັກນຳການປະຕິບັດທີ່ສະເໝີຕົ້ນສະເໝີປາຍຂອງຂະບວນການນຳພາປະຕິວັດທັງໝົດຂອງພັກ, ທັງໃນຄວາມຮັບຮູ້ທິດສະດີ ແລະ ໃນການເຄື່ອນໄຫວຕົວຈິງ. ການຊາບຊຶມຫຼັກການນຳພານັ້ນຢ່າງຈິງຈັງ ແລະ ການປະຕິບັດຫຼັກການນຳພານັ້ນຢ່າງຖືກຕ້ອງ ເປັນໜຶ່ງໃນປັດໄຈທີ່ສຳຄັນທີ່ສຸດທີ່ຈະຊ່ວຍໃຫ້ພັກດຳລົງຢູ່ໄດ້ຢ່າງຍືນຍົງທ່າມກາງຄວາມຫຍຸ້ງຍາກຕ່າງໆ, ຢືນຢັນບົດບາດການນຳພາຂອງພັກຕໍ່ລັດແລະສັງຄົມ, ແລະ ຮັບປະກັນຄວາມສຳເລັດອັນຍິ່ງໃຫຍ່ຂອງພັກໃນການຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບຂອງຊາດ, ຕະຫຼອດຈົນກິດຈະການປ່ຽນແປງໃໝ່, ກໍ່ສ້າງ ແລະ ພັດທະນາປະເທດ.
ໃນຍຸກແຫ່ງການພັດທະນາໃໝ່ຂອງຊາດ, ທັດສະນະທີ່ວ່າ "ປະຊາຊົນເປັນກົກຮາກ" ຍັງຄົງເປັນຫຼັກການນຳພາ ແລະ ເປັນທິດນຳການປະຕິບັດທີ່ສະເໝີຕົ້ນສະເໝີປາຍ, ເປັນປັດໄຈສຳຄັນໃນການຮັບປະກັນຄວາມສຳເລັດໃນກິດຈະກຳທັງໝົດຂອງພັກ. ຢ່າງໃດກໍ່ຕາມ, ສະພາບແວດລ້ອມທາງສັງຄົມ, ວິຖີຊີວິດຂອງປະຊາຊົນ, ສະພາບການພາຍໃນ ແລະ ສາກົນ, ເງື່ອນໄຂທາງດ້ານເສດຖະກິດ, ສັງຄົມ, ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມີການປ່ຽນແປງຫຼາຍຢ່າງ. ດັ່ງນັ້ນ, ວິທີການເຂົ້າເຖິງ, ເນື້ອໃນ ແລະ ວິທີການປະຕິບັດກໍ່ຈຳເປັນຕ້ອງໄດ້ຮັບການປ່ຽນແປງໃໝ່ ເພື່ອເພີ່ມທະວີສາຍພົວພັນທີ່ໃກ້ຊິດລະຫວ່າງພັກ ແລະປະຊາຊົນ, ລະຫວ່າງສະມາຊິກພັກ, ອົງການຈັດຕັ້ງພັກ ແລະ ກຸ່ມພະນັກງານ, ຜູ້ອອກແຮງງານໃນອົງການແລະໜ່ວຍງານຂອງເຂົາເຈົ້າ, ອົງການຈັດຕັ້ງເສດຖະກິດ ແລະ ຊຸມຊົນທີ່ຢູ່ອາໄສ. ກ່ອນອື່ນໝົດ, ອົງການຈັດຕັ້ງພັກເອງ, ສະມາຊິກພັກແຕ່ລະຄົນ ຕ້ອງຮັບຮູ້ຢ່າງເຕັມທີ່ກ່ຽວກັບຄວາມຮັບຜິດຊອບຂອງຕົນຕໍ່ປະຊາຊົນ, ການປູກຝັງຕົນເອງ ແລະ ຝຶກອົບຮົມວິຊາຊີບ ຄວາມສາມາດປະຕິບັດງານ, ຈັນຍາບັນ ແລະ ແບບແຜນການເຮັດວຽກ, ເປັນແບບຢ່າງທີ່ດີໃຫ້ແກ່ປະຊາຊົນຢ່າງແທ້ຈິງ. ໃນດ້ານໜຶ່ງ, ພັກຈຳເປັນຕ້ອງປ່ຽນແປງໃໝ່ກົນໄກແລະວິທີແກ້ບັນຫາ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນມີສ່ວນຮ່ວມໂດຍກົງໃນວຽກງານກໍ່ສ້າງພັກ ແລະລະບົບການເມືອງຢ່າງມີປະສິດທິພາບ ເຊັ່ນ: ການເຂົ້າຮ່ວມໃນການກຳນົດແລະວິພາກວິຈານແຜນນະໂຍບາຍ, ນະໂຍບາຍ, ແຜນການພັດທະນາຂອງໜ່ວຍງານ, ທ້ອງຖິ່ນ ແລະ ປະເທດຊາດ; ສະແດງເຈດຈຳນົງ, ຄວາມປາຖະໜາ, ຄວາມໄວ້ວາງໃຈໃນການຄັດເລືອກຜູ້ນຳຂອງອົງການຈັດຕັ້ງພັກ ແລະ ລະບົບການເມືອງ; ໃນອີກດ້ານໜຶ່ງ, ການປ່ຽນແປງໃໝ່ສະຖາບັນແລະກົນໄກ ເພື່ອສົ່ງເສີມປະຊາທິປະໄຕຢູ່ຮາກຖານ, ສິດທິແລະຄວາມສາມາດໃນການປົກຄອງຕົນເອງຂອງຊຸມຊົນ, ຮັບປະກັນໃຫ້ປະຊາຊົນສາມາດເຂົ້າເຖິງຂໍ້ມູນ, ບໍລິການ ແລະ ສະຫວັດດີການສັງຄົມໄດ້ຢ່າງເຕັມທີ່. ແລະ ບັນຫາທີ່ສຳຄັນທີ່ສຸດແມ່ນ ການປັບປຸງຊີວິດຂອງປະຊາຊົນຢ່າງຮອບດ້ານ ແລະ ຕໍ່ເນື່ອງ, ຮັບປະກັນວ່າເຂົາເຈົ້າໄດ້ຮັບຜົນຂອງຂະບວນການກໍ່ສ້າງ ແລະ ພັດທະນາປະເທດຊາດຢ່າງເຕັມທີ່.
ການປ່ຽນແປງສະພາບແວດລ້ອມທາງສັງຄົມ, ສະພາບການດຳລົງຊີວິດ ແລະ ສະພາບການພາຍໃນແລະພາຍນອກປະເທດ, ໂດຍສະເພາະແມ່ນຄວາມຕ້ອງການ, ໜ້າທີ່ ແລະ ເປົ້າໝາຍການພັດທະນາໃນຍຸກໃໝ່ຂອງປະເທດຊາດ ລ້ວນເປັນປັດໄຈທີ່ຮຽກຮ້ອງໃຫ້ມີການປ່ຽນແປງໃໝ່ວຽກງານກໍ່ສ້າງພັກ. ການປ່ຽນແປງໃໝ່ວຽກງານກໍ່ສ້າງພັກທັງໝົດ, ຕັ້ງແຕ່ທິດສະດີຈົນເຖິງການປະຕິບັດ, ບໍ່ມີຈຸດປະສົງອື່ນໃດນອກຈາກການຮັກສາບົດບາດ ແລະ ເສີມຂະຫຍາຍປະສິດທິພາບ ແລະ ປະສິດທິຜົນຂອງການນຳພາ ແລະ ກຳອຳນາດຂອງພັກ. ພັກໝັ້ນຄົງເຂັ້ມແຂງແລະມີຄວາມສະອາດບໍລິສຸດຈຶ່ງຈະສາມາດນຳພາປະຊາຊົນປະຕິບັດພາລະກິດການສ້າງສາແລະພັດທະນາປະເທດຊາດໃນໄລຍະຕໍ່ໄປໃຫ້ປະສົບຜົນສຳເລັດ. /.
------------
(1) ສຈ, ປອ. ໂຕເລິມ: “ຫວຽດນາມສະຫວ່າງສົດໃສ”, ວາລະສານກອມມູນິດ, ສະບັບທີ 1.055 (ເດືອນກຸມພາ 2025), ໜ້າ 6.
(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ I, ໜ້າ 95.
(3) ຫງວຽນຝູຈ້ອງ: “ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ, ເພີ່ມທະວີທາດແທ້ປະຕິວັດ ແລະ ລັກສະນະນຳໜ້າ, ເຮັດຫຼ້ອນບົດບາດການນຳພາ, ການກຳອຳນາດຂອງພັກໃນໄລຍະໃໝ່”, ວາລະສານກອມມູນິດ, ສະບັບທີ 935 (ເດືອນກຸມພາ 2020), ໜ້າ 9 – 10.
(4), (5) ສຈ, ປອ. ໂຕເລິມ: “ຫວຽດນາມສະຫວ່າງສົດໃສ”, ວາລະສານກອມມູນິດ, ສະບັບທີ 1.055 (ເດືອນກຸມພາ 2025), ໜ້າ 7, 7–10.
(6), (7) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 5, ໜ້າ 273-274, 313.
(8) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ I, ໜ້າ 27–28.