ສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງວັນທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມຢູ່ລາວ (30 ຕຸລາ 1949 – 30 ຕຸລາ 2019)
ວກ.- ກ່ອນໜ້ານີ້ 70 ປີ, ວັນທີ 30 ຕຸລາ 1949, ກອງທະຫານອາສາສະໝັກຫວຽດນາມໄດ້ຮັບການສ້າງຕັ້ງຢ່າງເປັນທາງການ. ພະນັກງານ ນັກຮົບທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມຫຼາຍຮຸ້ນຄົນ ບໍ່ຢ້ານຄວາມຫຍຸ້ງຍາກແລະລຳບາກ, ຍອມເສຍສະລະທຸກສິ່ງທຸກຢ່າງ, ຄຽງບ່າຄຽງໄຫຼ່ກັບພະນັກງານ ນັກຮົບກອງທັບປົດປ່ອຍປະຊາຊົນລາວ ແລະປະຊາຊົນລາວບັນດາເຜົ່າ ເພື່ອດຳເນີນການຕໍ່ຕ້ານອັນພິລະອາດຫານ, ປະກອບສ່ວນອັນສົມກຽດ ເຂົ້າໃນໄຊຊະນະອັນສະຫງ່າງານ ຂອງການປະຕິວັດລາວ ໃນສອງການຕໍ່ຕ້ານ ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາ, ເຊິ່ງໄດ້ເພີ່ມທະວີມິດຕະພາບແລະຄວາມສາມັກຄີແບບພິເສດ ລະຫວ່າງລາວ-ຫວຽດນາມ, ຫວຽດນາມ-ລາວ ຍິ່ງຂຶ້ນ.
ປະຊາຊົນລາວຍິນດີຕ້ອນຮັບ ທະຫານອາສາສະໝັກຫວຽດນາມ (ຊ້າຍ); ທະຫານອາສາສະໝັກຫວຽດນາມກົມກອງໜຶ່ງ ພົບກັບໜ່ວຍກອງທັບປົດປ່ອຍປະຊາຊົນລາວ, ປິ 1950 (ຂວາ)
ທະຫານອາສາສະໝັກຫວຽດນາມ ອຳລາປະຊາຊົນລາວ ກ່ອນຈະເດີນທາງກັບຄືນປະເທດ
ສະເຫຼິມສະຫຼອງຄົບຮອບ 70 ປີແຫ່ງວັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຢູ່ລາວ ແມ່ນໂອກາດທີ່ມີຄ່າ ເພື່ອໃຫ້ສອງຝ່າຍທົບທວນຄືນ ມູນເຊື້ອແຫ່ງສາຍພົວພັນແບບພິເສດຫວຽດນາມ-ລາວ, ລະນຶກແລະສະແດງຄວາມຮູ້ບຸນຄຸນ ຕໍ່ການປະກອບສ່ວນອັນໃຫຍ່ຫຼວງ ຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມຮຸ້ນຕ່າງໆ ເພື່ອພາລະກິດປະຕິວັດຂອງສອງພັກ, ເພື່ອເອກະລາດ ອິດສະຫຼະພາບຂອງສອງຊາດຫວຽດນາມ ແລະ ລາວ; ພ້ອມກັນນັ້ນ ກໍ່ເປັນໂອກາດເພື່ອສຶກສາອົບຮົມປະຊາຊົນ, ໂດຍສະເພາະແມ່ນຊາວໜຸ່ມ ຂອງສອງປະເທດ, ກ່ຽວກັບມູນເຊື້ອອັນລ້ຳຄ່າ ຫາຍາກ ຂອງສາຍພົວພັນມິຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງລາວ-ຫວຽດນາມ, ຫວຽດນາມ-ລາວ.
ວັນທີ 28 ຕຸລາ 2019, ທີ່ສຳນັກງານໃຫຍ່ສູນກາງພັກກອມມູນິດຫວຽດນາມ, ສະຫາຍເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຕ້ອນຮັບສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ແລະ ຄະນະຜູ້ແທນຂັ້ນສູງຂອງພັກແລະລັດລາວ ເນື່ອງໃນໂອກາດທີ່ຄະນະຜູ້ແທນມາຮ່ວມພິທີສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງວັນທະຫານອາສາສະໝັກແລະຊ່ຽວຊານຫວຽດນາມ.
ສະຫາຍເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ພົບປະສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລິຈິດ
ທ່ານນາງ ຫງວຽນທິກິມເງິນ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດຫວຽດນາມ ພົບປະແລະຈັດງານລ້ຽງຕ້ອນຮັບ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລິຈິດ
ທ່ານນາງ ຫງວຽນທິກິມເງິນ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດຫວຽດນາມ ພົບປະທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລິຈິດ
ຕອນເຊົ້າວັນທີ 29 ຕຸລາ 2019, ທີ່ນະຄອນຮ່າໂນ້ຍ, ຄະນະພັກທະຫານສູນກາງແລະກະຊວງປ້ອງກັນປະເທດຫວຽດນາມ ຈັດຕັ້ງພິທີສະເຫຼືອມສະຫຼອງຄົບຮອບ 70 ປີແຫ່ງວັນທະຫານອາສາສະໝັກແລະຊ່ຽວຊານຫວຽດນາມ (30 ຕຸລາ 1949 – 30 ຕຸລາ 2019) ແລະ ປະດັບຫຼຽນນາມມະຍົດວິລະຊົນຂອງກຳລັງປະກອບອາວຸດປະຊາຊົນ. ກຳມະການກົມການເມືອງ, ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ, ພ້ອມດ້ວຍບັນດາການນຳ, ອະດີດການນຳຂອງພັກແລະລັດ ແລະ ບັນດາຜູ້ແທນທີ່ມີກຽດໄດ້ເຂົ້າຮ່ວມຢ່າງສົມກຽດ.

ກຳມະການກົມການເມືອງ, ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕິດຫຼຽນນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ ໃສ່ທຸງທີ່ເປັນມູນເຊື້ອຂອງຄະນະກຳມະການປະສານງານ ທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມຢູ່ລາວ (ຊ້າຍ); ເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ມອບຮູບພາບ “ທະຫານອາສາສະໝັກຫວຽດນາມ ອຳລາເພື່ອນລາວ ກ່ອນຈະເດີນທາງກັບຄືນປະເທດ” ໃຫ້ຄະນະກຳມະການປະສານງານທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມຢູ່ລາວ (ຂວາ)
ເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ; ອະດີດເລຂາທິການໃຫຍ່ ນົງດຶດແມັ້ງ; ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ບັນດາຜູ້ແທນທີ່ເຂົ້າຮ່ວມພິທີ
ຕອນແລງວັນທີ 29 ຕຸລາ 2019, ເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ຕ້ອນຮັບການເຂົ້າຄຳນັບ ຂອງຄະນະຜູ້ແທນທະຫານອາສາສະໝັກແລະຊ່ຽວຊານຫວຽດນາມຢູ່ລາວ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ໄດ້ຕີລາຄາສູງຕໍ່ບົດບາດຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ, ທີ່ໄດ້ມີຄຸນງານຄວາມດີ ແລະໄດ້ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການຕໍ່ສູ້ຍາດເອົາເອກະລາດກ່ອນໜ້ານີ້, ກໍ່ຄືໃນການສ້າງສາແລະພັດທະນາປະເທດລາວໃນປະຈຸບັນ.
ເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ແລະ ບັນດາຜູ້ແທນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ