ວກ - ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ ​ເປັ​ນ​ເຈົ້າ​ຕົນ​ເອງ​ໃນ​ເງື່ອນ​ໄຂ​​ທີ່ໄດ້ຮັບ​ຜົນ​ກະທົບ​ຈາກການ​ປະຕິວັດ​ອຸດສາຫະກໍາຄັ້ງ​ທີ​ສີ່ ​ແລະ ຄວາມ​ຕັ້ງໜ້າ ​ເປັນ​ເຈົ້າ​ການ​​ເຊື່ອມ​ໂຍງ​ສາກົນ​ໃນ​ປັດຈຸບັນ ຈໍາ​ເປັນ​ຕ້ອງມີ​ໂຄງ​ສ້າງທີ່​ມີ​ຫຼາຍ​ຊັ້ນ​ຫຼາຍ​ຂັ້ນ, ສ່ອງ​ແສງ​ເຖິງ​ລະດັບ​ການ​ຂະຫຍາຍຕົວ​ສູງ​, ການມີຫຼາຍ​ຮູບ​ຫຼາຍ​ແບບ​ຂອງ​ກໍາລັງ​ການ​ຜະລິດ ຮ່ວມ​ກັບ​ການ​ພົວພັນ​ການ​ຜະລິດ​ທີ່​ກ້າວໜ້າ ສອດຄ່ອງ. ດ້ວຍ​ໂຄງ​ສ້າງ​ທີ່​ມີ​ຫຼາຍ​ຊັ້ນ​ຫຼາຍ​ຂັ້ນ, ​ແນ່ນອນ​ວ່າ​ຈໍາ​ເປັນ​ຕ້ອງ​ມີ​ບົດບາດ​ພາວະ​ວິ​ໄສຂອງ​ຫຼາຍປະ​ເພດ​ວິ​ສາ​ຫະກິດ​ຫວຽດນາມ, ​ໃນ​ນັ້ນມີ​ທັງ​ລັດວິ​ສາ​ຫະກິດ​. ​ເພື່ອ​ໃຫ້​ສາມາດ​ເສີມ​ຂະຫຍາຍ​ໄດ້​ບົດບາດ​ຂອງລັດວິ​ສາ​ຫະກິດ ​ໃນ​ການ​​ເຂົ້າ​ຮ່ວມຢ່າງ​ຕັ້ງໜ້າ​ ໃນ​ການ​ປະຕິບັດ​ໜ້າ​ທີ່​ກໍ່​ສ້າງ​ພື້ນຖານ​ເສດຖະກິດ​ຫວຽດນາມ ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ຕ້ອງ​ໄດ້ສື​ບຕໍ່​ບູລະນະ​ລະບົບ​ນິ​ເວດ​ລະບອບ​ລະບຽບການ​ທີ່​ທັນ​ສະ​ໄໝ,​ເໝາະ​ສົມ​ກັບ​ສະພາບ​ແວດ​ລ້ອມ​ໃໝ່, ກໍ​ເປັນ​ການ​ສ້າງ​ປະຖົມ​ປັດ​ໄຈ​ໃຫ້ລັດວິ​ສາ​ຫະກິດ​ຫວຽດນາມ ສາມາດ​ເຄື່ອນ​ໄຫວ​​ໃນ​ຕໍ່​ໜ້າຢ່າງ​ມີ​ປະສິດທິພາບ ​ແລະ ຍືນ​ຍົງ​.

ໂຄງ​ສ້າງ​ທີ່​ມີ​ຫຼາຍ​ຊັ້ນ​ຫຼາຍ​ຂັ້ນຂອງ​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ
​ເປັນ​ເຈົ້າ​ຕົນ​ເອງ​ ໃນ​ສະພາບ​ແວດ​ລ້ອມ​ໃໝ່ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ
​ອັນ​ພາວະ​ວິ​ໄສ​ທີ່​ຕ້ອງ​ມີ​ບົດບາດ​ອັນ​ຕັ້ງໜ້າ​ຂອງລັດ​ວິສາຫະກິດ​

ພາຍ​ໃຕ້​ຜົນກະທົບ​ຂອງ​ການ​ປະຕິວັດ​ອຸດສາຫະກໍາຄັ້ງ​ທີສີ່ ​ແລະ ການ​ແບ່ງ​ງານ​ສາກົນ​ໃນ​ປັດຈຸບັນ,​ແຕ່​ລະ​ພື້ນຖານ​​ເສດຖະກິດ​ແຫ່ງ​ຊາດ ພວມ​​ເຫັນ​ເຖິງການຫັນປ່ຽນ​ຕົນ​ເອງ​ຢ່າງ​ໄວວາ​ທາງ​ດ້ານ​ຈັ່ງ​ຫວະ ​ແລະ ຄວາມ​ເລິກ​ເຊິ່ງທາງດ້ານ​ລະດັບ​ກໍາລັງ​ການ​ຜະລິດ​ໃໝ່. ຂະບວນວິວັດ​ດັ່ງ​ກ່າວ ພວມກໍ່​ຮ່າງສ້າງ​ເປັນ​ໂຄງສ້າງ​ຕົວ​ແບບ​ຂອງບັນດາ​ພື້ນຖານ​ການ​ຜະລິດ​ທີ່​ອີງ​ໃສ່​​ເຕັກ​ໂນ​ໂລ​ຊີ ກໍ​ຄື​ການ​​ແບ່ງງານ​ຮູບ​ແບບ​ໃໝ່; ຈາກ​ນັ້ນ, ກໍ​ຖືກ​ກໍານົດເປັນ​ມາດຕະຖານ​ແລະ ແບບແຜນ​ດໍາ​ເນີນ​ງານ​ໃໝ່​ຕໍ່​ກັບ​ພື້ນຖານເສດຖະກິດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ.

ສາຍພານການຜະລິດຜະລິດຕະພັນອຸປະກອນປາຍທາງຂອງ VNPT Technology - ໜ່ວຍງານທີ່ເປັນກໍາລັງຫຼັກແຫຼ່ງຂອງກຸ່ມບໍລິສັດໄປສະນີ - ໂທລະຄົມຫວຽດນາມ (VNPT) ໃນຂົງເຂດເຕັກໂນໂລຊີ, ອຸດສາຫະກໍາເອເລັກໂຕຣນິກໂທລະຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ _ພາບ: ສາລະຄະດີ

ດ້ວຍ​ວິທີ​ສຶກກາ​ຄົ້ນ​ຄວ້າ​ພື້ນຖານ​ເສດຖະກິດ​ຕາມ​ໂຄງ​ສ້າງ, ພ້ອມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ​ທາງ​ດ້ານ​ແນວທາງ, ຄວາມ​ອາດ​ສາມາດ​ໃນ​ການ​ປັບ​ຕົວ​ກັບ​ການ​ກະທົບ​ກະ​ເທືອ​ນຈາກ​ພາຍ​ໃນ ກໍ​ຄື​ສະພາບ​ແວດ​ລ້ອມ​ສາກົນ, ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າຕົນ​ເອງ​ໃນ​ປັດຈຸບັນ ​ແນ່ນອນ​ວ່າ​ຈໍາ​ເປັນ​ຕ້ອງ​​ເປັນ​ພື້ນຖານ​ເສດຖະກິດ​ທີ່​ມີ​ຫຼາຍ​ຊັ້ນ​ຫຼາຍ​ຂັ້ນ​ ທາງ​ດ້ານ​ລະດັບ​ກາ​ນຂະຫຍາຍຕົວ​ຂອງ​ການ​ແບ່ງ​ງານ​ທາງສັງຄົມ ​ແລະ ມີ​ຄວາມ​ສາມາດ​ປັບ​ຕົວ​ສູງ​ກັບ​ການ​ປ່ຽນ​ແປງ​ຂອງ​ເຕັກ​ໂນ​ໂລ​ຊີ.

ທີໜຶ່ງ, ຊັ້ນທີ່​ເປັນອັດຕະພາບ​ນໍາພາ ​ແລະ ສ້າງ​ຜົນ​ກະທົບ​ແຜ່​ປົກ​ຄຸມຕໍ່​ພື້ນຖານ​ການ​ຜະລິດ ແລະ ​ບໍລິການທັງ​ໝົດ. ນີ້​ແມ່ນ​ພາກສ່ວນ​ທີ່​ມີ​ຄວາມ​ສໍາ​ຄັນ​ພິ​ເສດ, ​ເປັນ​ກະດູກ​ສັນຫຼັງ​ຂອງ​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ. ພາກສ່ວນ​ນີ້​ຮຽກຮ້ອງ​​ເຖິງ​ລະດັບ​ເຕັກ​ໂນ​ໂລ​ຊີ ​ແລະ ການ​ຄຸ້ມ​ຄອງ​ທີ່​ກ້າວໜ້າ, ທັນ​ສະ​ໄໝ; ມີ​ກໍາລັງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພາຍ​ໃນ​ທີ່​ເຂັ້ມ​ແຂງ; ມີ​ຄວາມ​ສາມາດ​ສ້າງ​​ເປັນພາຫະນະ ​ແລະ ແຫຼ່ງກໍາລັງ​ ເພື່ອການ​ຜະລິ​ດສໍາ​ເປີດ​ກວ້າງ​ໃຫ້​ແກ່​ໂຕ​ມັນ​ເອງ, ພ້ອມ​ກັນ​ນັ້ນ ກໍ​ສະໜອງ​ພາຫະນະ​ການ​ຜະລິດ ​ເພື່ອ​ຊຸກຍູ້​ການ​ຜະລິດ​ສໍາ​​ເປີດ​ກວ້າງ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ທັງ​ໝົດ. ໃນ​ເງື່ອນ​ໄຂການ​ເຊື່ອມ​ໂຍງ​ທີ່​ເຂັ້ມ​ແຂງ, ກັບ​ການ​ພົ້ນ​ເດັ່ນ​ຂຶ້ນ​ຂອງ​ບັນດາຕ່ອງ​​ໂສ້​ຄຸນຄ່າ​​​ແຫ່ງ​ໂລກ, ​ໂຄງສ້າງທີ່​ເປັນຊັ້ນນໍາ​ພາຂອງ​ພື້ນຖານ​ເສດຖະກິດ ຈະ​ເປັນ​ກໍາລັງ​ປະຈັນບານ​ໃນ​ການເຂົ້າ​ຮ່ວມ​ໃນ​ຕ່ອງ​ໂສ້ຄຸນຄ່າແຫ່ງ​ພາກ​ພື້ນ ​ແລະ ສາກົນ. ປະຫວັດ​ການ​ຂະຫຍາຍຕົວ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ​ໂລກ​ໃນ​ມໍ່ໆມາ​ນີ້​ໄດ້​ໃຫ້​ເຫັນ​ວ່າ ​ເພື່ອ​ໃຫ້​ສາມາດ​ປະຕິບັດ​ໄດ້​ ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພື້ນຖານ​ເສດຖະກິດ​ທີ່ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ​ແນ່ນອນ​ວ່າ ​ມັນຮຽກຮ້ອງ​ໃຫ້​ໂຄງ​ສ້າງ​ທີ່​ເປັນ​ຊັ້ນ​ນໍາພາ ​ແລະ ​ແຜ່​ປົກຄຸມ​ນັ້ນ ຕ້ອງ​ມີ​ຄວາມ​ເຂັ້ມ​ແຂງ. ຈາກ​ນັ້ນ, ກໍ​ສ້າງ​ເປັນ​ກໍາລັງ​ຜັກ​ດັນ, ​ແຫຼ່ງກໍາລັງ​ແຮງ​ເພື່ອ​ປັບປຸງ​ກໍາລັງຄວາມ​ສາມາດ​ບົ່ມ​ຊ້ອນ​ພາຍ​ໃນ ​ເມື່ອ​ຕ້ອງການ​ຮັບ​ເອົາ​ກໍາລັງ​ແຮງ​ພາຍ​ນອກ ຈາກສະພາບ​ແວດ​ລ້ອມຂອງ​ລະບອບລະບຽບ​ການ​ພາຍ​ນອກ.

ການສະແດງ​ອອກຕົວ​ຈິງ​ຂອງ​ໂຄງ​ສ້າງ​ທີ່​ເປັນ​ຊັ້ນ​ນໍາພາ ​ແລະ ​ແຜ່​ປົກ​ຄຸມ​ທີ່​ຍົກ​ມາ​ຂ້າງ​ເທິງ ​ກໍ​ແມ່ນ​ກະ​ໂຕບັນດາ​ວິ​ສາ​ຫະກິດ​ທີ່​ມີ​ກໍາລັງ​ຄວາມ​ສາມາດບົ່ມ​ຊ້ອນ​ພາຍ​ໃນ​ທີ່ເຂັ້ມ​ແຂງ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ ກໍ​ຄື​ດ້ານ​ການ​ບໍລິຫານ​ຄຸ້ມ​ຄອງ​ທີ່​ທັນ​ສະ​ໄໝ, ມີ​ຄວາມ​​ສາມາດ​ປະຕິບັດການ​ເຂົ້າ​ຮ່ວມ​ໃນຕ່ອງ​ໂສ້​ຄຸນຄ່າ​ ແລະ ປະຕິບັດ​ຜົນ​ປະ​ໂຫຍ​ດ ຢູ່​ໃນການ​ແບ່ງ​ສັດສ່ວນ​ທີ່​ສູງ​ໃນ​ຕ່ອງ​ໂສ້​ຄຸນຄ່າ​ການ​ຜະລິດ ຫຼື ການ​ບໍລິການ. ພຶດຕິ​ກໍາ​ຕົວ​ຈິງ​ແຫ່ງ​ການ​ຂະຫຍາຍຕົວ​ໃນ​ໂລກ​ໄດ້​ໃຫ້​ເຫັນ​ວ່າ ​ເພື່ອ​ໃຫ້ກໍາລັງ​ຜັກ​ດັນສາມາດ​ແຜ່​​ປົກ​ຄຸມພື້ນຖານ​ເສດຖະກິດທັງ​ໝົດນັ້ນ, ພາກສ່ວນ​ທີ່​ເປັນ​ຊັ້ນ​ນໍາພາ ຕ້ອງ​ມີ​ຄວາມ​ອາດ​ສາມາດ​ສ້າງ​​ເປັນ​ກໍາລັງ​ຜັກ​ດັນ​ຂອງ​ການ​ປ່ຽນ​ແປງ​ໃໝ່​ໃຫ້​ແກ່​ໂຕ​ມັນ​ເອງ​ຢ່າງ​ບໍ່​ຢຸດ​ຢັ້ງ. ຈາກ​ນັ້ນ, ກໍ​ດຶງ​ເອົາ ຫຼື ສ້າງ​ເປັນ​ຄວາມ​ຈັ​ບ​ໃຈ​ເພື່ອດຶງ​ດູດ​ເອົາ​ບັນດາອັດຕະພາບ​ການ​ຜະລິດ, ທຸລະ​ກິດອື່ນໆ ​ເຂົ້າ​ຮ່ວມ​ໃນ​ຕ່ອງໂສ້ຄຸນຄ່າ​ທີ່​ຊັ້ນ​ນໍາພາ​​ໄດ້​ສ້າງ​ຂຶ້ນ. ຖ້າ​ຫາກ​ບໍ່​ເຂົ້າ​ຮ່ວມ​ໃນ​ຕ່ອງ​ໂສ້​ຂອງ​​ໂຄງ​ສ້າງ​ທີ່​ເປັນຊັ້ນ​ນໍາພາ, ບັນດາ​ໂຄງ​ສ້າງ​ອັດຕະພາບ​ອື່ນໆ ກໍຈະ​ເຄື່ອ​ນ​ໄຫວ​ດ້ວຍປະສິດທິ​ຜົນຕໍ່າກວ່າ. ຈາກ​ນັ້ນ, ການ​ສະໜິດ​ຕິດ​ພັນ​ທາງ​ດ້ານຜົນ​ປະ​ໂຫຍ​ດ ​ແມ່ນ​ພະລັງງານ​ທີ່​ຕິດຈອດ​ຢ່າງ​ແໜ້ນ​ແຟ້ນທີ່​ສຸດ ​​ໃຫ້​ແກ່​ການ​ແຜ່​ປົກ​ຄຸມດ້ານ​ຜົນ​ກະທົບ​ຂອງ​ໂຄງ​ສ້າງ​ທີ່​ເປັນຊັ້ນ​ນໍາພາ, ​ແຜ່​ປົກ​ຄຸມ​ຂອງ​ພື້ນຖານ​ເສດຖະກິດ. ​ເມື່ອ​ສາມາດ​ປະຕິບັດ​ການນໍາພາ​ທີ່​ເປັນ​ທໍາ​ມະ​ຊາດ​ຕາມ​ຜົນ​ປະ​ໂຫຍ​ດ ​ແລະ ການ​ພົວພັນ​ການຕະຫຼາດ​ຄື​ແນວ​ນັ້ນ, ຄວາມ​ອາດ​ສາມາດ​ໃນ​ການ​ສ້າງ​ປະຖົມ​ປັດ​ໄຈ​ທີ່​ມີ​ລັກສະນະ​ເປັນ​ກໍາລັງ​ແຮງ​ພາຍ​ໃນ​ຂອງ​ພື້ນຖານ​ເສດຖະກິດ ທີ່​ມີ​ລັກສະນະ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ​ ກໍ​ມີ​ຄວາມ​ເປັນ​ຈິງ​​ສູງ.

​ເມື່ອພິຈາລະນາທາງ​ດ້ານ​​ຂົງ​ເຂດ​ການ​ເຄື່ອນ​ໄຫວ​ແລ້ວ, ຊັ້ນ​ນໍາພາ​ແລະ​ແຜ່​ປົກ​ຄຸມ ຕ້ອງ​ກວມ​ລວມ​ເອົາ​ທັງ​ຂົງເຂດການ​ຜະລິດ​ວັດຖຸ ກໍ​ຄື​ຂົງ​ເຂດ​ການ​ບໍລິການ. ໝາຍ​ຄວາມ​ວ່າ ​ໂຄງ​ສ້າງ​ທີ່​ມີ​ພາລະ​ບົດບາດ​ນໍາພາ ແລະ ​ແຜ່​ປົກ​ຄຸມຂອງ​ພື້ນຖານ​ເສດຖະກິດ ບໍ່​ຄວນຖື​ວ່າ​ພຽງ​ແຕ່ອາ​ໄສ​ໃນ​ພາບ​ສ່ວນການ​ຜະລິດ ຫຼື ການ​ບໍລິການ​ເທົ່າ​ນັ້ນ. ​ເຖິງ​ຢ່າງນັ້ນ​ກໍ​ຕາມ, ດ້ວຍ​ພື້ນຖານ​​ເສດຖະກິດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ເພື່ອ​ໃຫ້ມີ​​ໂຄງ​ກະດູກ​ສັນຫຼັງຂອງ​ພື້ນຖານ​ເສດຖະກິດ​ທີ່​ເຂັ້ມ​ແຂງ, ກັບ​ຄວາມ​ອາດ​ສາມາດ​ພາຍ​ໃນ​ທີ່​ສູງ, ແມ່ນ​ຈໍາ​ເປັນ​ຕ້ອງ​ບໍ່​​ໃຫ້​ຂາດ​ແລະບໍ່​ໃຫ້​ຖື​ເບົາ ​ບົດບາດຂອງ​ພື້ນຖານ​ການ​ຜະລິດ​ຕົວ​ຈິງ​ຂອງ​ຂົງ​ເຂດ​ການ​ຜະລິດ​ພາຫະນະ​ການ​ຜະລິດ​ທີ່​ທັນ​ສະ​ໄໝ. ຢາກ​ຜະລິດ​ສໍາເປີດ​ກວ້າງ​ໃຫ້​ແກ່​ຕົນ​ເອງ​ດ້ວຍ​ລະດັບ​ການ​ແບ່ງ​ງານ ​ແລະ ລະ​ດັບ​ເຕັກ​ໂນ​ໂລ​ຊີ​ທີ່​ປ່ຽນ​ແປງ​ໃໝ່​ຢູ່​ເລື້ອຍໆນັ້ນ, ມັນ​ຮຽກຮ້ອງ​ໃຫ້​ໂຄງ​ສ້າງ​ທີ່​ເປັນ​ຊັ້ນ​ນໍາພາ​ແລະ​ແຜ່​ປົກ​ຄຸມ ຕ້ອງ​ຂຶ້ນ​ກັບ​ຂົງ​ເຂດ​ການ​ຜະລິດ​ພາຫະນະ​ການ​ຜະລິດ​ໃນ​ສະພາບ​ແວດ​ລ້ອມ​​ໃໝ່.

ຂົງ​ເຂດ​ການ​ຜະລິດ​ພາຫະນະ​ການ​ຜະລິດ​ໃນ​ຍຸກ​ສະ​ໄໝກົນ​ຈັກ ແມ່ນ​ພາກສ່ວນ​ອຸດສາຫະກໍາ​ທີ່ເປັນ​ພື້ນຖານ. ປັດຈຸບັນນີ້​, ​ໃນ​ເງື່ອນ​ໄຂ​ເສດຖະກິດດິຈີ​ຕ້ອນ, ຂົງ​ເຂດ​​ນີ້ ພາຫະນະ​ຕ້ອງ​ໄດ້​ກວມ​ເອົາ​ທັງ​ພາກສ່ວນ​ທີ່​ສ້າງ​ເປັນ​ຊັບພະຍາກອນ​ດິຈິີຕ້ອນ ​ແລະ ​ຊັບພະຍາກອນກໍາລັງ​ຄວາມ​ຄິດ. ຄື​ແນວ​ນັ້ນ, ການນໍາພາ, ​ແຜ່​ປົກ​ຄຸມ​ຕໍ່ພື້ນຖານ​ເສດຖະກິດ​ທັງ​ໝົດ ​ໃນ​ສະ​ພາບ​ແວດ​ລ້ອມ​ທີ່ກໍາລັງ​ການ​ຜະລິດ​ໃໝ່​ໃນ​ປັດຈຸບັນ ບໍ່​​​ພຽງ​ແຕ່​ໃນ​ຂົງ​ເຂດ​ອຸດສາຫະກໍາ​ວັດຖຸ​ເທົ່າ​ນັ້ນ ຫາກ​ກວມ​ເອົາ​ທັງ​ອຸດສາຫະກໍາ​ດິຈີຕ້ອນ​ນໍາ​ອີກ. ສິ່ງ​ດັ່ງກ່າວ​ກໍ​ກວມ​ເອົາ​ທັງຄວາມໝາຍວ່າ ຈະ​ບໍ່​ມີ​ພື້ນຖານບ່ອນ​ອີງທີ່​ຊັດ​ເຈນ ​ຖ້າ​​ຢາກ​ສ້າງໄດ້​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ເງື່ອນ​ໄຂ​ປັດຈຸບັນ​ ​ເຊິ່ງມີ​ພຽງ​ພາກສ່ວນກໍາລັງ​ການ​ຜະລິດ​ດິຈີ​ຕ້ອນ​ເທົ່າ​ນັ້ນ. ທາງດ້ານ​ຄວາມ​ເປັນ​ຈິງ​ແລ້ວ, ຕ້ອງ​ມີທັງ​ກໍາລັງ​ການ​ຜະລິດ​ແຂງ ພ້ອມ​ກັບ​ກໍາລັງ​ການ​ຜະລິດ​ດິຈີ​ຕ້ອນ (ອ່ອນ). ພັນ​ລະ​ນາ​ຕາມ​ວິທີ​ອື່ນ, ນັ້ນ​ແມ່ນ​ໂຄງ​ສ້າງ​ທີ່​ກວມ​ລວມ​ເອົາທັງ​ຂົງ​ເຂດ​ການ​ຜະລິດ​ພາຫະນະ​ການ​ຜະລິດ​ວັດຖຸ ພ້ອມ​ກັບ​ຂົງ​ເຂດການ​ຜະລິດ​ພາຫະນະ​ການ​ຜະລິດ​ດິຈີ​ຕ້ອນ. ຈາກ​ນັ້ນ, ກໍ​ສ້າງ​ເປັນ​ກໍາລັງ​ຄວາມ​ສາມາດ​ຜະລິດ​ສໍາ​ເປີດ​ກວ້າງ​ ໃຫ້​ແກ່​ກະ​ໂຕ​ໂຄງ​ສ້າງ​ທີ່​ເປັນ​ຊັ້ນ​ນໍາພາ ພ້ອມ​ກັນ​ນັ້ນ​ ກໍ​ສ້າງການ​ແຜ່​ປົກ​ຄຸມ​ຕໍ່​ກັບ​ພື້ນຖານ​ເສດຖະກິດ​ທັງ​ໝົດ. ເມື່ອ​ນັ້ນ, ​ໂຄງ​ສ້າງ​ທີ່​ເປັນຊັ້ນ​ນໍາພາ ​ແລະ ​ແຜ່ປົກ​ຄຸມຈຶ່ງ​ສາມາດ​ປະກອບສ່ວນ​ຄ່ອຍໆ ກໍານົດ​ກໍາລັງ​ຄວາມ​ສາມາດ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ.

ກ່ຽວ​ກັບ​ອັດຕະພາບ​ທີ່​ເຂົ້າ​ຮ່ວມ, ​ໂຄ​ງສ້າງ​ທີ່​ເປັນ​ຊັ້ນ​ນໍາພາ​ແລະ​ແຜ່​ປົກ​ຄຸມ​ຂອງ​ພື້ນຖານ​​ເສດຖະກິດທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ໃນ​ເງື່ອນ​ໄຂ​ໃໝ່​ທີ່ຍອດຢ້ຽມ​ທີ່​ສຸດ ຈະ​ແມ່ນ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດທຸກ​ຮູບ​ແບບ ໂດຍ​ອີງ​ໃສ່​ກົກ​ເຄົ້າ​ກໍາມະສິດ​ທີ່​ແຕກ​ຕ່າງ​ກັນ. ​ແຕ່​ວ່າ ​ໃນພຶດຕິ​ກໍາ​ຕົວ​ຈິງ​​ໄດ້​ໃຫ້​ເຫັນ​ວ່າ ​ເພື່ອ​ໃຫ້​ສາມາດ​ນໍາພາ ​ແລະ ​ແຜ່​ປົກ​ຄຸມ​ພື້ນຖານ​ເສດຖະກິດ​ທັງ​ໝົດ​ໄດ້​ນັ້ນ, ມັນ​ຮຽກຮ້ອງ​​ເຖິງ​ກໍາລັງ​ແຮງພາຍ​ໃນ​ທີ່​ເຂັ້ມ​ແຂງ​ທີ່​ສຸດ ​ເນື່ອງ​ຈາກ​ຄວາມ​ຮຽກຮ້ອງ​ດ້ານ​ລະດັບ​ເຕັກ​ໂນ​ໂລ​ຊີ​ທີ່​ສູງ; ກໍາລັງ​ການ​ສະໜອງ​ທີ່​ໃຫຍ່ໃຫ້​ແກ່​ພື້ນຖານ​ເສດຖະກິດ ກໍ​ຄື​ຄວາມສາມາດຕອບ​ສະໜອງ​​ໃຫ້ຕະຫຼາດ​ທີ່​​ໃຫຍ່​ແລະ​ເປັນ​ມື​ອາຊີ​ບ.​ ຕາມ​ນັ້ນ, ສຳລັບ​​ພື້ນຖານ​ເສດຖະກິດ​​ທີ່​ມີ​ລະດັບ​​ເລີ່​ມຕົ້ນ​​ຕໍ່າ​ຄື​ຫວຽດນາມ, ພາກສ່ວນ​ວິ​ສາ​ຫະກິດ​ໃດ​ທີ່​ມີກໍາລັງ​ຄວາມ​ສາມາດ​ພາຍ​ໃນ​ດ້ານ​ເຕັກ​ໂນ​ໂລ​ຊີ​ທີ່​ຍັງ​ບໍ່​ທັນໝັ້ນ​​ແກ່ນ, ຄວາມ​ສາມາດ​ແຜ່ປົກ​ຄຸມ​ແລະສ້າງ​ກໍ​າລັງ​ຜັກ​ດັນ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ຍັງ​ຕໍ່າ ກໍຍາກ​ທີ່​ຈະ​ສາມາດ​​ແບກ​ຫາບບົດບາດ​ຫຼັກ​ແຫຼ່ງ​ໃນ​ໂຄງ​ສ້າງ​ຊັ້ນ​ນໍາ​ພາ ​ແລະ ​ແຜ່​ປົກຄຸມ​ຂອງ​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ. ສະພາບ​ຄວາມ​ເປັນ​ຈິງ​ຮຽກຮ້ອງ​ໃຫ້​ມີ​ການ​ປາກົດ​ຕົວ​ຂຶ້ນ​ຂອງ​ຫຼາຍ​ຮູບ​ແບບ​ວິ​ສາ​ຫະກິດຂອງ​ຫວຽດນາມທີ່​ມີ​ຄວາມ​ເຂັ້ມ​ແຂງ, ​ໃນນັ້ນ​ ມີ​ທັງ​ລັດວິສາ​ຫະກິດ​ ຢູ່​ໃນ​ໂຄງ​ສ້າງ​ຊັ້ນ​ນໍາພາ ​ແລະ ​ແຜ່​ປົກ​ຄຸມ​ຂອງ​ພື້ນຖານ​ເສດຖະກິດ. ​ແນ່ນອນ​ວ່າ ດ້ວຍ​ລະດັບ​ການ​ຂະຫຍາຍຕົວ​ຄື​ໃນ​ປັດຈຸບັນ​ຂອງ​ຫວຽດນາມ, ວິ​ສາ​ຫະກິດ​​ເອກະ​ຊົນຈໍານວນ​ໜຶ່ງທີ່ມີ​ຄວາມ​ເຂັ້ມ​ແຂງ ກໍ​ອາດ​ຈະ​ກາຍ​ເປັນພາກສ່ວນ​ປະກອບ​ຂອງ​ໂຄງ​ສ້າງ​ແຜ່​ປົກ​ຄຸມຄືດັ່ງກ່າວນັ້ນ.​

ດ້ານ​ປະລິມານ​ໃນ​ໂຄງ​ສ້າງ​ຂອງພື້ນຖານ​ເສດຖະກິດ​ທັງ​ໝົດ, ຕໍ່​ກັບ​ພື້ນຖານ​ເສດຖະກິດ​ທີ່​ທັນ​ສະ​ໄໝ, ເຖິງ​ວ່າພາກສ່ວນ​ນໍາພາ​ແລະ​ແຜ່​ປົກ​ຄຸມຈະ​ມີ​ຄວາມ​ສໍາຄັນຫຼາຍກໍ​ຕາມ, ​ແຕ່ທາງດ້ານທ່າ​ອ່ຽງ ມັນກວມ​ເອົາ​ອັດຕາ​ສ່ວນທີ່​ນ້ອຍ​ທີ່​ສຸດ, ຍອດ​ຢ້ຽມທີ່​ສຸດ​ໃນ​ຈໍານວນ​ອັດຕະພາບ​ການ​ຜະລິດ, ທຸລະ​ກິດ​ທັງ​ໝົດ​ຂອງ​ພື້ນຖານ​ເສດຖະກິດ.

ດັ່ງ​ນັ້ນ, ​ເມື່ອ​ສັງ​ເກດ​​​ເບິ່ງ​ໃນ​ພື້ນຖານ​ເສ​ດຖະກິດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ໂດຍ​ພິຈາລະນາ​ສະ​ເພາະ​ທາງດ້ານ​ວິທີ​​ເຂົ້າ​ເຖິງໂຄງ​ສ້າງທີ່​ເປັນ​ຊັ້ນ​ນໍາພາ​ ແລະ​ແຜ່​ປົກ​ຄຸມ​ ​ໃນ​ພື້ນຖານ​ເສດຖະກິດ​ໃນ​ລະດັບ​ຂອງ​ຫວຽດນາມ​ແລ້ວ, ​ເຫັນ​ວ່າ ​ໄດ້ປາກົດ​ມີ​ບົດບາດ​ອັນ​ຈໍາ​ເປັນ ​ແລະ ພາວ​ະວິ​ໄສ​ຂອງ​ລັດວິ​ສາ​ຫະກິດ​. ບັນຫາ​ສໍາຄັນທີ່​ສຸດ​ແມ່ນຢູ່​ບ່ອນ​ວ່າ ລັດວິ​ສາ​ຫະກິດ​ຈະມີ​ບົດບາດ​ໃນ​ໂຄງ​ສ້າງ​ຊັ້ນ​ນໍາພາ​ແລະ​ແຜ່​ປົກ​ຄຸມ​ໄປ​ສູ່​ລະດັບ​ປະສົບ​ຜົນ​ສໍາ​ເລັດ​ຕົວ​ຈິງ​ ຄື​ແນ​ວ​ໃດ. ​​​ແງ່​ມຸມ​ນີ້​ແມ່ນຂຶ້ນ​ກັບ​ຂົງ​ເຂດ​ການຈັດ​ຕັ້ງ​ປະຕິບັດ. ​ຢັ້ງຢືນ​ສິ່ງ​ດັ່ງກ່າວ​ນີ້​ເພື່ອ​​​ເຫັນ​ໄດ້​​ວ່າ ​ໃນອະນາຄົດ​ຂອງລັດ​ວິ​ສາ​ຫະກິດ ຈະຈໍາ​ເປັນ​ແລະຕ້ອງ​ເຮັດ​ຫຍັງ, ຫາກ​ບໍ່​ແມ່ນ​ການ​ປັບປຸງ​ດັດ​ແກ້, ຕາບ​ຈູ​ນ​ສິ່ງ​ທີ່​ເປັນ​ໄປ​ໃນ​ປັດຈຸບັນ.

ດ້ານ​ຄວາມ​ສາມາດ​ບົ່ມ​ຊ້ອນ, ລັດວິ​ສາ​ຫະກິດ​​ມີ​ປະຖົມ​ປັດ​ໄຈ​ເພື່ອ​ສ້າງ​ກໍາລັງ​​ພາຍ​ໃນ​ທີ່​ດີ. ລັດວິ​ສາ​ຫະກິດ​​ມີໜ້າ​ຢູ່​ໃນ​ເກືອບ​ທຸກ​ພື້ນຖານ​ເສດຖະກິດ​ໃນ​ໂລກ. ​ໃນຄວາມ​ເປັນຈິງ, ບໍ່​ສາມາດ​​ຊອກ​ເຫັນ​ພື້ນຖານ​ເສດຖະກິດ​ໃດ​ໃນ​ໂລກ​ປັດຈຸບັນ​ທີ່​​ບໍ່​ມີ​ຮູບ​ຮ່າງ​ຂອງລັດ​ວິ​ສາ​ຫະກິດ​ໂດຍ​ສິ້ນ​ເຊີງ. ຄວາມ​ແຕກ​ຕ່າງລະຫວ່າງ​ບັນດາ​ພື້ນຖານ​ເສດຖະກິດ​​ແມ່ນພຽງ​ແຕ່​ໃນ​ລະດັບ, ປະລິມານ, ຄຸນ​ນະພາ​ບ​ ​ແລະ ຂົງ​ເຂດ​ການ​ເຄື່ອນ​ໄຫວ​ຂອງ​ບັນດາລັດ​ວິ​ສາ​ຫະກິດ​ເທົ່າ​ນັ້ນ. ດ້ວຍຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ເປັນ​ທ່າ​ແຮງ​ຂອງ​ຕົນ, ບັນດາ​ລັດວິ​ສາ​ຫະກິດ​ຂອງ​ຫຼາຍ​ປະ​ເທດ​ໃນ​ໂລກ​ ໄດ້​ປະຕິບັດ​ບົດບາດ​ນໍາພາ ​ແລະ ​ແຜ່​ປົກ​ຄຸມ​ເປັນ​ຢ່າງ​ດີ, ສ້າງ​ກໍາລັງ​ຄວາມອາດ​ສາມາດ​ເປັນ​ເອກະລາດ ເປັນ​ເຈົ້າ​ຕົນ​ເອງ​ຂອງ​​ພື້ນຖານ​ເສດຖະກິດ​ໃນ​ປັດຈຸບັນຢູ່​ຫຼາຍ​ປະ​ເທດ. ພິຈາລະນາ​​​ແບບຕັກ​ກະສາ​ດຄືແນວ​ນັ້ນ, ຄວາມ​ຈໍາ​ເປັນ​ຕ້ອງ​ມີລັດ​ວິ​ສາ​ຫະກິດ​ຢູ່​ໃນ​ການ​ກໍ່ສ້າງ​ພື້ນຖານ​ເສ​ດຖະກິດ​ທີ່​ເປັນ​ເອກະລາດ​ ​ເປັນ​ເຈົ້າ​ຕົນ​ເອງ ຢູ່​ຫວຽດນາມ ​ເຊິ່ງກໍ​ບໍ່​ມີຂໍ້​ຍົກ​ເວັ້ນ. ມັນເປັນ​ທໍາ​ມະ​ດາ​ວ່າ ດັ່ງທີ່​ໄດ້​ນໍາ​ສະ​ເໜີ​​ມາ​ແລ້ວ​ນັ້ນ, ບໍ່​ແມ່ນ​ວ່າ ຈຳນວນລັດ​ວິ​ສາ​ຫະກິດ​ຍິ່ງ​ຫຼາຍ​​ເທົ່າ​​ໃດ ຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ການຂອງ​ພື້ນຖານ​ເສດຖະກິດ​ກໍ​ຈະ​ສູງ​ຂຶ້ນ​ເທົ່າ​ນັ້ນ. ບັນຫາຕົ້ນຕໍ​ຖືກ​ຕັດສິນ​ໂດຍ​ຄຸນ​ນະພາ​ບການ​ນໍ​າພາ​ແລະ​ແຜ່​ປົກ​ຄຸມ ​ເຊິ່ງສະ​ແດງ​ອອກ​ຢູ່​ໃນ​ປະສິດທິພາບ​ການ​ເຄື່ອນ​ໄຫວ ​ແລະ ຄວາມ​ອາດສາມາດ​ກວມ​ເອົາ​ບັນດາ​ປາຍ​ແຫຼມທາງ​ດ້ານ​ເຕັກ​ໂນ​ໂລ​ຊີ.

ທີສອງ, ຊັ້ນ​ອັດຕະພາບ​​ເຊື່ອມ​ໂຍງ​ແລະຫຼຸດຜ່ອນ​​ຜົນ​​ກະທົບກະ​ເທືອ​ນ​ເຖິງ​ພື້ນຖານ​ເສດຖະກິດ. ຍ້ອນ​ຂະ​ບວນວິວັດ​ການ​ແບ່ງ​ງານ​ສາກົນ​ພວມ​ເລິກ​ເຊິ່ງ​ເປັນ​ພິ​ເສດ, ການ​ຄອບ​ງໍາ​ຂອງ​ບັນດາ​ກຸ່ມ​ບໍລິສັດ​ນາໆຊາດ, ກຸ່ມບໍລິສັດຂ້າມຊາດ​ທີ່​ນັບ​​ມື້​ຍິ່ງ​ມີ​ຄວາມ​​​ແນບນຽນ​​ແລະ​ສັບສົນ, ບວກ​ກັບ​ການ​ພົ້ນ​ເດັ່ນ​ຂຶ້ນ​ຂອງ​ບັນດາ​ຮູບ​ການຈັດ​ຕັ້ງ​ການ​ຜະລິດ ທຸລະ​ກິດ​ໃໝ່​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ພວມ​ເຮັດ​ໃຫ້ການຫັນປ່ຽນ​ວິທີ​ການຈັດ​ຕັ້ງ​ການ​ຜະລິດວັດຖຸ ​ແລະ ບໍລິການ​ດໍາ​ເນີນ​ໄປ​ຢ່າງ​ໄວວາ, ທັງ​ມີ​ຄວາມ​ດຸ​ເດືອດຍິ່ງຂຶ້ນ. ຈາກ​ສະພາບ​ການ​ດັ່ງກ່າວ ບວກ​ກັບ​ບັນດາ​ຜົນ​ກະທົບ​ຂອງ​ບັນດາການ​ກະທົບກະ​ເທືອ​ນທີ່​ຜິດ​ປົກກະຕິ, ຄາດ​ເດົາ​ໄດ້​ຍາກ (ການກັກ​ຕຸ​ນ, ການ​ຜູກຂາດ, ພະຍາດ​ບາດ​ເຍົາ, …) ​ເຮັດ​​ໃຫ້​ປາກົດ​ມີ​ໂຄງ​ສ້າງຂອງ​ບັນດາ​ອັດຕະພາບທີ່ປະຕິບັດ​ການ​ເຊື່ອມ​ໂຍງ​ແລະ​ຫຼຸດຜ່ອນ​ຜົນ​ກະທົບ​ກະ​ເທືອ​ນຕໍ່​ກັບ​ພື້ນຖານ​ເສດຖະກິດ​ທັງ​ໝົດ. ຄວາມ​ອາດ​ສາມາດຕ້ານທານກັບ​ຜົນ​ກະທົບ​ທາງ​ດ້ານ​ຂະໜາດ ​ແລະ ຄວາມ​ເຂັ້ມ​​ໃນ​ປັດຈຸບັນ ກໍ​ຖື​ເປັນ​ມາດຕະຖານ​ວັດ​ແທກ​ກໍາລັງ​ຄວາ​ມ​ສາມາດ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ຂອງ​ພື້ນຖານ​ເສດຖະກິດ. ພື້ນຖານ​​ເສ​ດຖະກິດ​ທີ່​ຢາກ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ຕ້ອງ​ມີ​ກໍາລັງ​ຄວາມ​ສາມາດຮັບ​ເອົາ ​ແລະ ຫຼຸດຜ່ອນການກະທົບກະ​ເທືອ​ນ, ສ້າງ​ການ​ສໍາພັນລະຫວ່າງ​ບັນດາ​ໂຄງ​ສ້າງ​ທີ່​ເປັນ​ຊັ້ນ​ນໍາພາ ກັບ​ພາກສ່ວນ​ຍັງ​ເຫຼືອ​ອື່ນໆ ຂອງ​ພື້ນຖານ​ເສດຖະກິດ.

ການ​ສະ​ແດງ​ອອກ​ຂອງ​ຊັ້ນ​ອັດຕະພາບ​ທີ່ປະຕິບັດ​ການ​ເຊື່ອມ​ໂຍງ​ແລະ​ຫຼຸດຜ່ອນ​ຜົນ​ກະທົບກະ​ເທືອ​ນຕໍ່​ກັບ​ພື້ນຖານ​ເສດຖະກິດນັ້ນ ​ແມ່ນ​ລະບົບ​ວິ​ສາ​ຫະກິດ​ການ​ຜະລິດ ​ແລະ ​ບໍລິການທີ່​ຫຼາຍ​ຮູບ​ຫຼາຍ​ແບບ ​ຂອງ​ທຸກ​ອັດຕະພາບ, ທຸກ​ພາກສ່ວນ​ເສດຖະກິດ. ສໍາລັບ​ພື້ນຖານ​ເສດຖະກິດ​​ມີ​ບັນດາ​ວິ​ສາ​ຫະກິດທີ່​ມີ​ການ​ລົງທຶນ​ໂດຍ​ກົງຈາກ​ຕ່າງປະ​ເທດ, ຊັ້ນ​ອັດຕະພາບ​ທີ່​ເຊື່ອມ​ໂຍງແລະຫຼຸດຜ່ອນ​ຜົນ​ກະທົບ​ກະ​ເທືອ​ນຕໍ່​ພື້ນຖານ​ເສດຖະກິດ​ ຍັງ​ກວມ​ເອົາ​ບັນດາ​ວິ​ສາ​ຫະກິດຕ່າງໆທັງ​ໝົດ. ບັນດາ​ວິ​ສາ​ຫະກິດ​ດັ່ງກ່າວ​ນີ້ ປະຕິບັດ​ພາລະ​ບົດບາດ​ການ​ສ້າ​ງຄວາມ​ສະໜິດ​ຕິດ​ພັນ​ດ້ານ​ຕ່ອງ​ໂສ້​ການ​ຜະລິດ ​ແລະ ການ​ສະໜອງ​ຢູ່​ພາຍ​ໃນ​ພື້ນຖານ​ເສດຖະກິດ ກໍ​ຄື​ກັບ​ບັນດາສັດສ່ວນ​ທີ່​ຂຶ້ນກັບ​ຕ່ອງ​ໂສ້​ການ​ຜະລິດ​​ໃນທົ່ວ​ໂລກ ​ໂດຍ​ຜ່ານ​ການ​ເຂົ້າ​ຮ່ວມ​​ໃນຕະຫຼາດ​ໂລກ ທັງ​ດ້ານ​ປັດ​ໄຈ​ສົ້ນ​ເຂົ້າ ກໍ​ຄືການບໍລິ​ໂພ​ກ​ຜະ​ລິດ​ຕະພັນ​ສົ້ນ​ອອກ. ​ໃນ​ຕົວ​ຈິງ, ຊັ້ນ​ອັດຕະພາບ​ທີ່​ປະຕິບັດ​ການ​ເຊື່ອມ​ໂຍງ​ການ​ຜະລິດ​ແລະ​ບໍລິການ​ນີ້ ​ຮັບຜິດຊອບ​ສອງ​ພາລະ​ບົດບາດຄື: ໜຶ່ງ, ປະຕິບັດ​ການ​ເຊື່ອມ​ຕໍ່ການ​ຜະລິດ​ ແລະ ສ້າງ​ເປັນຕາ​ໜ່າງການ​ຜະລິດ​ໃນ​ກະ​ໂຕ​ລະບົບ​ໂຄງ​ສ້າງ​ຂອງ​ມັນ; ສອງ, ປະຕິບັດ​ການ​​ເຊື່ອມ​ຈອດ​ການ​ຜະລິດ, ການ​ບໍລິການ ​ແລະ ຜົນ​ປະ​ໂຫຍ​ດ ກັບ​ຊັ້ນ​ໂຄງ​ສ້າງທີ່​ເປັນ​ອັດຕະພາບ​ນໍາພາ ​ແລະ ​ແຜ່​ປົກ​ຄຸມ ກໍ​ຄື​ກັບ​ບັນດາໂຄງ​ສ້າງທີ່​ມີຫຼາຍ​ຊັ້ນ​ຫຼາຍ​ຂັ້ນ ​ທີ່​ຍັງ​ເຫຼືອ​ຂອງ​ພື້ນຖານ​ເສດຖະກິດ.

ບົດບາດ​ຂອງ​ໂຄງ​ສ້າງ​ຊັ້ນ​ອັດຕະພາບທີ່​ເຊື່ອມ​ໂຍງ ​ແມ່ນ​ກຸ່ມ​ອັດຕະພາບ​ທີ່​ເອົາການ​ເອົາ​ງານ​​ໃນ​ການ​ປະຕິບັດ​ການ​ແຜ່​ປົກ​ຄຸມ​ດ້ານ​ເຕັກ​ໂນ​ໂລ​ຊີ, ນໍາພາ​ການ​ຜະລິດ ການ​ບໍລິການຂອງ​​ໂຄງ​ສ້າ​ງທີ່​ເປັນ​ຊັ້ນ​ນໍາພາ​ອອກ​ສູ່​ທົ່ວ​ພື້ນຖານ​ເສດຖະກິດ. ຖ້າ​ຫາກ​ຊັ້ນ​ອັດຕະພາບ​ນໍາພາ ​ແຜ່​ປົກ​ຄຸມ ​ເປັນ​ກະດູກສັນຫຼັງ, ຕັດສິນ​ບັນດາ​ເສົາ​ຄໍ້າ​ທີ່​ທັນ​ສະ​ໄໝ​ຂອງ​ພື້ນຖານ​ເສດຖະກິດ​, ​​ຊັ້ນໂຄງ​ສ້າງ​ອັດຕະ​ພາບທີ່​ເຊື່ອມ​ໂຍງ, ຕ້ານ​ການ​ກະທົບກະ​ເທືອນຕໍ່​ກັບ​ພື້ນຖານ​ເສດຖະກິດ ກໍ​​ເປັນ​ລະບົບຮ່າງ​ກາຍ​ທີ່​ສົມບູນ​ແລະມີ​ຊີວິດ​ຊີວາ​ຂອງ​ພື້ນຖານ​ເສດຖະກິດ​ທັງ​ໝົດ. ​ໂຄງ​ສ້າງ​ທີ່​ເປັນ​ຊັ້ນ​ນໍາພາ​ຕັດສິນທ່າ​ອ່ຽງການ​ຂະຫຍາຍຕົວຂອງ​ພື້ນຖານ​ເສດຖະກິດ, ​ຊັ້ນ​ທີ່​ເຮັດການ​ເຊື່ອມ​ໂຍງ ພັດ​ຕັດສິນ​ເຖິງ​ສະມັດ​ຕະພາບ​ແຮງ​ງານ​ສັງຄົມ​ ຂອງ​ພື້ນຖານ​ເສດຖະກິດ​ທັງ​ໝົດ. ດ້ວຍ​ເຫດ​ນັ້ນ, ນີ້​ຈຶ່ງ​ແມ່ນ​ພາກສ່ວນ​ທີ່​ມີ​ຈໍານວນ​ຫຼວງ​ຫຼາຍ, ຫຼາຍ​ຮູບ​ຫຼາຍ​ແບບ, ມີ​ຊີວິດ​ຊີວາ, ​ໄຫວ​ພິບ, ບໍ່​ມີ​ຂີດ​ຈໍາກັດ​ທາງ​ດ້ານ​ຂະໜາດ, ລະດັບ​ການ​ແບ່ງ​ງານ ​ແລະ ສະ​ແດງ​ອອກ​ເຖິງ​ກົກ​ເຄົ້າກໍາມະສິດ. ພາກສ່ວນ​ນີ້​ມີ​ທ່າ​ອ່ຽງກວມ​ເອົາ​ພາກສ່ວນ​ໃຫຍ່​ຂອງ​ບັນດາ​ອັດຕະພາບ​ທີ່​ມີ​ຊີວິດ​ຊີວາ ​ຂອງ​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ​ທັງ​ໝົດ.

​ໂດຍ​ຜ່ານ​ການ​ເຄື່ອນ​ໄຫວ​ທໍາ​ການຜະລິດ ບໍລິການ​ຂອງ​ຊັ້ນ​ໂຄງ​ສ້າງ​​ອັດຕະພາບ​ທີ່​ເຊື່ອມ​ໂຍງ, ຕ້ານ​ການ​ກະທົບກະ​ເທືອ​ນຂອງ​ພື້ນຖານ​ເສດຖະກິດ ​ໄດ້​ເຮັດ​ໃຫ້ກໍາລັງ​ຄວາມສາມາດ​ຕ້ານທານ​ກັບ​ບັນດາ​ບັ້ນ​ກະທົບກະ​ເທືອ​ນພາຍ​ໃນ​ແລະພາຍ​ນອກ​ຂອງ​ພື້ນຖານ​ເສດຖະກິດ​ ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ນີ້​ກໍ​ແມ່ນ​ຊັ້ນ​ອັດຕະພາບ​ທີ່ແກ້​ໄຂ​ວຽກ​​ເຮັດ​ງານ​ທໍາ, ສ້າງ​ລາຍ​ຮັບ​ອັນ​ໃຫຍ່​ຫຼວງ​ທີ່​ສຸດ​ໃຫ້​ແກ່​ທົ່ວ​ສັງຄົມ. ດ້ວຍເຫດ​ນັ້ນ, ​​ໃນ​ເວລາ​ຮັບຜິດຊອບພາລະ​ບົດບາດ​ເຊື່ອມ​ໂຍງ ​ແລະ ຕ້ານ​ການ​ກະທົບ​ກະ​ເທືອ​ນຕໍ່​ກັບ​ພື້ນຖານ​ເສດຖະກິດ, ພ້ອມ​ກັນ​ນັ້ນ ຊັ້ນ​ໂຄງ​ສ້າງ​ອັດຕະພາບນີ້ ກໍ​ປະກອບສ່ວນເພີ່ມ​ທະວີກໍາລັງ​ຄວາມ​ສາມາດ​ໃນ​ການ​ໜ່ວງ​ໜ່ຽວ​ການ​ຜະລິດ​​ຢ່າງ​ຕໍ່​ເນື່ອງ ກັບ​ຂອດຕ່າງໆຂອງ​ຮອບ​ໝູນວຽນ​ການ​ຜະລິດ​ໃນ​ປະ​ເທດ ກໍ​ຄື​ກັບ​ຕະຫຼາດ​ສາກົນ.​ ຊັ້ນ​ອັດຕະພາບ​​ເຊື່ອມ​ໂຍງ​ນີ້, ຖ້າ​ຫາກສ່ວນ​ຫຼາຍຖືກ​ປະ​ຕິ​ບັດ​ໂດຍ​ບັນດາ​ອັດຕະພາບ​ທີ່​ຜະລິດ​ພາຍ​ໃນ​ປະ​ເທດ​ແລ້ວ ຄວາມ​​ເປັນ​ເອກະລາດ​ແລະ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ພື້ນຖານ​ເສດຖະກິດ​​ສະ​ໄໝ​ໃໝ່ ກໍຈະ​ຍິ່ງ​ສູງ​ ​ແລະ ກົງກັນຂ້າມ.

ທີສາມ, ຊັ້ນພື້ນຖານທີ່ຕິດ​ພັນ​ກັບ​ລະບົບ​ການ​ແບ່ງ​ງານເສລີ. ຄຽງ​ຄູ່​ກັບ​ສອງ​ໂຄງ​ສ້າງການ​ແບ່ງ​ຊັ້ນອັດຕະພາບ​ເທິງ​ນີ້, ​ໃນພື້ນຖານ​ເສດຖະກິດ​ໃດໆ ກໍມັກ​​ມີພາກສ່ວນ​ໂຄງ​ສ້າງດຳດັບ​ຊັ້ນພື້ນຖານ​ທີ່​ກ່ຽວຂ້ອງກັບການແບ່ງງານ​ໂດຍເສລີຢູ່​ສະ​ເໝີ. ການສະ​ແດງ​ອອກ​ຂອງ​ໂຄງ​ສ້າງ​ການ​ແບ່ງ​ຊັ້ນ​​ນີ້ ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ທີ່​ສຸດ, ບັນດາ​ຄອບຄົວ​ນ້ອຍ​ກະ​​ແຈກ​ກະຈາຍ, ບັນດາ​ຄອບຄົວ​ກະສິກໍາ​ເອກະ​​ເທດດັ້ງ​ເດີມ, ບັນດາສະຖານ​ທີ່​ບໍລິການ​ຂະໜາດ​ນ້ອຍ ​ຕິດ​ກັບ​ເຂດ​ທີ່ຢູ່​ອາ​ໄສ ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຕົນ​ເອງ. ​ເບິ່ງ​ລວມ​ແລ້ວ, ທາງ​ດ້ານ​ທ່າ​ອ່ຽງ, ​ໃນ​ພື້ນຖານ​ເສດຖະກິດ​ສະ​ໄໝ​ໃໝ່, ພາກສ່ວນ​ອັດຕະພາບ​ທີ່​ຂຶ້ນ​ກັບ​ໂຄງ​ສ້າງ​ການ​ແບ່ງ​ຊັ້ນ​ພື້ນຖານ​ນີ້ ຈະ​ຄ່ອຍໆຫັນປ່ຽນ​ທາງ​ດ້ານ​ຂະໜາດ, ລະດັບ​ການຈັດ​ຕັ້ງ​ການ​ຜະລິດ​ທີ່​ກ້າວ​ໄປ​ເຖິງ​ໂຄງ​ສ້າງຊັ້ນ​ເຊື່ອມ​ໂຍງ​ ທີ່ມີ​ລະດັບການຈັດຕັ້ງ​ການ​ຜະລິດ ການ​ບໍລິການ​ທີ່​ດີກ​ວ່າ​. ດ້ວຍ​ເຫດ​ນັ້ນ, ​ໃນ​ໄລຍະ​ສັ້ນ​, ​ເ​​ມື່ອ​ຈຸດ​ເລີ່ມຕົ້ນຂອງ​ພື້ນຖານ​ເສດຖະກິດຍັງ​ຢູ່​ໃນ​ລະດັບ​​ຕໍ່າ, ​​ໂຄງ​ສ້າງຊັ້ນ​ພື້ນຖານ​ທີ່​ເກີດ​ຂຶ້ນ​ເອງ​ແບບ​ນີ້ຍັງ​ກວມ​ເອົາ​ຈໍານວນສ່ວນ​ໃຫຍ່. ​ເມື່ອ​​ເວລາຜ່ານ​ໄປ, ​ໂຄງ​ສ້າງ​ນີ້​ຈະ​ຄ່ອຍໆຫັນປ່ຽນແລະແຄບລົງ. ຖ້າ​ຫາກການ​ຫັນ​ປ່ຽນ​ຊ້າ, ​ກໍ​ໝາຍ​ຄວາມ​ວ່າ​ຜະລິດ​ຕະພັນ​ແຮງ​ງານ​ສັງຄົມ​ຍັງ​ຕ່ຳ, ດັ່ງ​ນັ້ນ, ຄວາມ​ສາມາດ​​ເປັນເອກະລາດ​ແລະ​ເປັນ​ເຈົ້າ​ຕົນ​ເອງຂອງ​ພື້ນຖານ​ເສດຖະກິດ​ຍັງ​ບໍ່​ສູງ.

ພິຈາລະນາ​ໃນ​ຄວາມ​ພົວພັນ​ກັບ​ໂຄງ​ສ້າງ​ຊັ້ນ​ອັດຕະພາບ​ທີ່​ເຊື່ອມ​ໂຍງ​ແລະນໍາພາ, ຊັ້ນ​ອັດຕະພາບ​ທີ່ເປັນ​ພື້ນຖານ ມີ​ບົດບາດ​ສໍາຄັນ​​ໃນ​ການ​ຮັບ​ເອົາຜົນ​ກະທົບ​​ແຜ່​ປົກ​ຄຸມ, ​ເຊື່ອມ​ໂຍງ, ຊົ​ມ​ໃຊ້​ຜົນ​ກະທົບ​ຈາກ​ການ​ນໍາພາ ​ແລະ ຕິດ​ພັນກັບ​ບັນດາ​ອັດຕະພາບອື່ນໆຂອງ​ພື້ນຖານ​ເສດຖະກິດ. ດ້ວຍ​ລັກສະ​ນະ​ຄື​ແນວ​ນັ້ນ, ຊັ້ນ​ພື້ນຖານມັກ​ຈະ​ປະຕິບັດ​ການ​ແບ່ງ​ງານ​ຢ່າງ​ເສລີ, ຂຶ້ນ​ກັບ​ແຕ່ລະ​ລັກສະນະ ​ແລະ ປະ​ເພດການ​ຜະລິດ, ການ​ບໍລິການ. ຢູ່​ໃນ​ພື້ນຖານ​ເສດຖະກິດ, ​ເຖິງ​ວ່າ​ໂຄງ​ສ້າງ​ຊັ້ນພື້ນຖານຈະ​ມີ​ລະດັບ​ກໍາລັງ​ການ​ຜະລິດ​ຕໍ່າກໍ​ຕາມ, ​ແຕ່ມັນ​ມີ​ຄວາມ​ໝາຍ​ສໍາຄັນ​ພິ​ເສດ​ໃນ​ດ້ານ​ສັງຄົມ. ​ໂຄງ​ສ້າງ​ຊັ້ນພື້ນຖານ​ໄດ້​ປະກອບສ່ວນ​​ເຂົ້າ​ໃນ​ການ​ແກ້​ໄຂ​ວຽກ​ເຮັດ​ງານ​ທໍາ, ພາຫະນະ​ຄອງ​ຊີບ​ໂດຍກົງ ​ຕໍ່​ກັບ​ບັນດາ​ຄອບ​ຄົວ​ແລະກະ​ໂຕຜູ້​ອອກແຮງ​ງານຢູ່​ຊົນນະບົດ, ​ເຂດ​ຫ່າງ​ໄກ​ສອກຫຼີກ. ດ້ວຍ​ເຫດ​ນັ້ນ, ຊັ້ນພື້ນຖານມີ​ບົດບາດ​​ໃນ​ການ​ປະກອບສ່ວນ​ສ້າງ​ຄວາມ​ໝັ້ນຄົງ​ໃນ​ສັງຄົມ​ຢ່າງ​ເປັນ​ປົກກະຕິ ​ແລະ ໂດຍ​ກົງ. ​ດ້ວຍ​ຄວາມ​ໝາຍ​ນັ້ນ, ສຳລັບ​ພື້ນຖານ​ເ​ສດຖະກິດ​ຫວຽດນາມ​ ຊັ້ນ​ໂຄງ​ສ້າງ​ອັດຕະພາບ​ພື້ນຖານ​ນີ້ ​ພວມ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ ເຂົ້າ​ໃນ​ການ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ ​​ເປັນເຈົ້າ​ຕົນ​ເອງ ​ໃນ​ສະ​ພາບ​ແວດ​ລ້ອມ​ໃໝ່.

ດັ່ງ​ນັ້ນ, ການ​​ຄົ້ນຄວ້າ​​ເຂົ້າ​ເຖິງໂຄງ​ສ້າງ​ທີ່​ມີ​ຫຼາຍ​ຊັ້ນ​ຫຼາຍ​ຂັ້ນ ​​ເຮັດ​ໃຫ້​​ສາມາດ​ວາດ​ພາບ​​ໄດ້ຈະ​ແຈ້ງ​ກວ່າ​ເກົ່າ ​ເຖິງ​ບົດບາດ​ຂອງ​ແຕ່ລະ​ປະ​ເພດລະດັບ​ວິ​ສາ​ຫະກິດ ຕໍ່​ກັບ​ການ​ຊຸກຍູ້ສົ່ງ​ເສີມ​ ແກ່ການ​ຂະ​ຍາຍ​ຕົວຂອງ​ກໍາລັງ​ການ​ຜະລິດ ​ແລະ ສະມັດ​ຕະພາບ​ແຮງ​ງານ​ສັງຄົມ. ຄຽງຄູ່​ກັນ​ນັ້ນ, ​ເມື່ອ​ສັງ​ເກດ​​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ຕາມ​ໂຄງ​ສ້າງ​ທີ່​ມີ​ຫຼາຍ​ຊັ້ນ​ຫຼາຍ​ຂັ້ນ ກໍ​​ສາມາດ​ເຫັນໄດ້​ເຖິງ​ບົດບາດ​ສໍາຄັນ​ພິ​ເສດ​ຂອງ​ແຕ່ລະ​ປະ​ເພດ​ວິ​ສາ​ຫະກິດ, ​ໃນ​ນັ້ນມີ​ບົດບາດ​ຂອງ​ລັດວິສາ​ຫະກິດ. ຕ້ອງ​ໄດ້​ເນັ້ນ​ໜັກ​ຕື່ມ​ວ່າ ວິທີ​ສັງ​ເກດ​ພື້ນຖານ​ເສ​ດຖະກິດ​ຕາມ​ໂຄງ​ສ້າງ​ທີ່​ມີ​ຫຼາຍ​ຊັ້ນ​ຫຼາຍຂັ້ນ ບໍ່​ໝາຍ​ຄວາມ​ວ່າ​ຈະ​ຫຼຸດ​ພົ້ນ​ຈາກ​ດ້ານ​ການ​ພົວພັນ​ການ​ຜະລິດ ​ແລະ ​ເຫັນພຽງ​ດ້ານ​ກໍາລັງ​ການ​ຜະລິດ​ເທົ່າ​ນັ້ນ. ກົງກັນຂ້າມ, ວິທີ​​ຄົ້ນຄວ້າ​​ເຂົ້າ​ເຖິງ​ແບບຫຼາຍ​ຊັ້ນ​ຫຼາຍ​ຂັ້ນ​ ໄດ້​ໃຫ້​ເຫັນ​ເຖິງ​ຄວາມ​ເປັນເອກະ​ພາບ​ແລະ ລັກສະນະ​ສອດຄ່ອງ​ ຂອງ​ການ​ພົວພັນ​ການ​ຜະລິດ​ ກັບ​ລະດັບ​ກໍາລັງ​ການ​ຜະລິດ ​ເຊິ່ງສະ​ແດງ​ອອກ​ໃນ​ແຕ່ລະ​ປະ​ເພດ​ວິ​ສາ​ຫະກິດ ​ແລະ ລະດັບ​ຄວາມ​ເໝາະ​ສົມ​ຂອງ​ແຕ່ລະ​ປະ​ເພດ​ວິ​ສາ​ຫະກິດ​ໃນ​ພື້ນຖານ​ເສດຖະກິດ.

​ເພື່ອ​ໃຫ້​ມີ​ພື້ນຖານ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ​ທີ່​ມີ​ຊີວິດ​ຊີວານັ້ນ, ຕ້ອງ​ມີ​ການຂະຫຍາ​ຍຕົວຢ່າງ​ເຂັ້ມ​ແຂງ​ຂອງ​​ວິ​ສາ​ຫະກິດຫຼາຍ​ປະ​ເພດ ຫຼາຍ​ລະດັບທີ່​ແຕກ​ຕ່າງ​ກັນ. ຕໍ່​ກັບລັດ​ວິ​ສາ​ຫະກິດ​ທີ່​ໄດ້​ຊີ້​ໃຫ້​ເຫັນ​ນັ້ນ, ​ໃນ​ດ້ານ​ທ່າ​ອ່ຽງ ​ແລະ ການກຳນົດບົດບາດໃໝ່ໃຫ້ຖືກຕ້ອງ, ລັດວິ​ສາ​ຫະກິດ​​ຈໍາ​ເປັນ​ແລະ​ຕ້ອງການ​ທີ່​ສຸດ​ທີ່​ມີໜ້າ​ຢູ່​ໃນ​ໂຄງ​ສ້າງ​ທີ່​ເປັນ​ຊັ້ນ​ນໍາພາ ແລະ ​ແຜ່​ປົກ​ຄຸມ​ ສົ່ງຜົນ​ກະທົບ ​ເພື່ອ​ຊຸກ​ຍູ້​ສົ່ງ​ເສີມ​ໃຫ້​ພື້ນຖານ​ເສດຖະກິດ​ທັງ​ໝົດ​ຂະຫຍາຍຕົວ​ໄປ​ພ້ອມໆກັນ. ພາລະ​ບົດບາດ​ພື້ນຖານ​ຂອງ​ລັດວິ​ສາ​ຫະກິດ​​ຄື​​ແນວ​ນັ້ນ ​​ແມ່ນຂຶ້ນ​ກັບສັດສ່ວນ​ການ​ປ່ຽນ​ແປງ​ໃໝ່, ປະດິດ​ສ້າງ, ນໍາພາ, ​ສ້າງ​ຜົນ​ກະທົບ​ແຜ່​ປົກ​ຄຸມ ຫາກ​ບໍ່​ຄວນອາ​ໄສ ​ຫຼື ​ເຂົ້າ​ຮ່ວມ​​ແຊກ​ບຽດ​ເຂົ້າ​ໃນ​ໂຄງ​ສ້າງການ​ເຊື່ອມ​ໂຍງ ແລະ ຕ້ານການ​ກະທົບກະ​ເທືອນຂອງ​ພື້ນຖານ​ເສດຖະກິດ. ພັນ​ລະ​ນາ​ຄື​ແນວ​ນັ້ນ​ ບໍ່​ໝາຍ​ຄວາມ​ວ່າ ​ໂຄງ​ສ້າງ​ທີ່​ເປັນ​ຊັ້ນ​ນໍາພາພຽງ​ແຕ່​ອາ​ໄສສະ​ເພາະ ​ແລະ ຈໍາກັດ​​ໃນ​ພຽງ​ລັດ​ວິ​ສາ​ຫະກິດເທົ່າ​ນັ້ນ. ດ້ວຍ​ວິທີ​ສັງ​ເກດ​ຄື​ແນວ​ນັ້ນ, ​ໃນ​ການກໍ່ສ້າງ​ພື້ນຖານ​ເສດຖະກິດ​ຫວຽດນາມທີ່​ເປັນ​ເອກະລາດ ​ເປັນ​ເຈົ້າຕົນ​ເອງ​ ໃນ​ສະພາບ​ແວດ​ລ້ອມ​ໃໝ່​​ໃນ​ປັດຈຸບັນ, ບົດບາດ​ຂອງ​ລັດວິ​ສາ​ຫະກິດ​ຕ້ອງ​ຮັບປະກັນ​ບັນດາແງ່​ມຸມ​ຕ່າງໆ ດັ່ງ​ນີ້:

ທີໜຶ່ງ, ລັດວິ​ສາ​ຫະກິດກຳນົດ​ທີ່​ຕັ້ງ​ສໍາຄັນທາງ​ດ້ານ​ເຕັກ​ໂນ​ໂລ​ຊີ, ບັນດາຂົງເຂດສໍາ​ຄັນທີ່​ມີ​ຜົນກະທົບ​ຊີ້​ຂາດ​ຕໍ່​ຄວາມ​ໝັ້ນຄົງ​ໂດຍ​ລວມ ​ແລະ ລະດັບສະມັດຕະພາບແຮ​ງງານສັງຄົມ ຂອງ​ພື້ນຖານ​ເສ​ດຖະກິດ.

​​ໃນ​ເວລາ​ປະຕິບັດ​ບັນດາ​ຂອດ​ຂໍ​ກະ​ແຈ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ ​ແລະ ບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສະຫຼັກ​ສໍາຄັນນັ້ນ ບໍ່​ຈຳ​ເປັນ​ຕ້ອງ​ມີ​ລັດ​ວິ​ສາ​ຫະກິດ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ​ແຕ່​ຕົ້ນຕໍ​ແມ່ນ​ຕ້ອງ​ການວິ​ສາ​ຫະກິດ​ທີ່​ມີ​ຄວາມ​ສາມາດ​ຕົວ​ຈິງ, ສາມາດ​ເຂົ້າ​ຮ່ວມ​ນໍາພາ​ດ້ານ​ເຕັກ​ໂນ​​ໂລ​ຊີ, ກໍານົດ​ທ່າ​ອ່ຽງ ​ແລະ ນຳພາທ່າ​ອ່ຽງຂະຫຍາຍຕົວ​ຂອງ​ພື້ນຖານເສດຖະກິດ​ຫວຽດນາມ. ຂະ​ຫຍອນ​ວ່າ ຕ້ອງ​ກໍານົດ​ບົດບາດ​ຄື​ແນວ​ນັ້ນ​ ກໍ​ຍ້ອນ​ວ່າ ທັງ​​ທິດ​ສະ​ດີຄຼາສສິກ ​ແລະ​ ພຶດຕິ​ກໍາຕົວ​ຈິງ​ ໄດ້​ໃຫ້​ເຫັນ​ວ່າ ​ເຕັກ​ໂນ​ໂລ​ຊີແມ່ນ​ປັດ​ໄຈ​​ສໍາຄັນທີ່​ກໍານົດສະມັດ​ຕະພາບ​ແຮງງານ​ສັງຄົມ. ​ໃນ​​ເມື່ອ​ຢາກ​ມີ​ເຕັກ​ໂນ​ໂລ​ຊີ​ໃໝ່ ​ແມ່ນ​ຕ້ອງ​ມີ​ພື້ນຖານ​ການ​ຜະລິດ ​ເຊິ່ງ​ເມື່ອ​ຮອດ​ຜຽນ​ມັນ​, ພື້ນຖານ​ການ​ຜະລິດ ກໍ​ຈະ​ສືບ​ຕໍ່​ທວງ​ໃຫ້​ມີ​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ. ວິທີ​ແຜ່​ປົກ​ຄຸມແລະນໍາພາ​ດີ​ທີ່​ສຸດ​ຂອງ​ລັດວິ​ສາ​ຫະກິດ​ຕໍ່​ພື້ນຖານ​ການ​ຜະລິດ​ທັງ​ໝົດ ​ແມ່ນ​ຜ່ານ​ກໍາລັງ​ຄວາມ​ສາມາດ​ສ້າງ​​ເປັນ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ສະໜອງ​ໃຫ້​ບັນດາ​ໂຄງ​ສ້າງ​ການ​ແບ່ງ​ຊັ້ນ​ອື່ນໆຂອງ​ພື້ນຖານ​ເສດຖະກິດ. ​ໃນ​ຄວາ​ມໝາຍ​ດັ່ງ​ກ່າວ​ນັ້ນ, ບັນດາ​ລັດ​ວິ​ສາ​ຫະກິດຈະ​ບໍ່​ສາມາດ​ເສີມ​ຂະຫຍາຍພາລະ​ບົດບາດ​ອັນ​ແທ້​ຈິງ​ຂອງ​ຕົນໄດ້​​ ເມື່ອ​ພາລະ​ບົດບາດ​ຕົ້ນຕໍ​ແມ່ນ​ການ​ນໍາພາ ​ແລະ ​ແຜ່​ປົກ​ຄຸມ​ບໍ່​ສາມາດ​ກາຍ​ເປັນ​ຈິງ​ໄດ້. ການສະ​ແຫວ​ງຫາຈຸດໝາຍ​ຜົນ​ປະ​ໂຫຍ​ດພາກສ່ວນ ສະ​ເພາະ​ໜ້າ ຍິ່ງ​ຫ່າງ​ເຫີ​ນ​ຈາກ​ບົດບາດ​ຂອງລັດ​ວິ​ສາ​ຫະກິດ ໃນ​ການກໍ່ສ້າງ​ພື້ນຖານ​ເສດຖະກິດ​ຫວຽດນາມທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ໃນ​ສະພາບ​ແວດ​ລ້ອມ​​ໃໝ່. ການ​ນໍາພາທາງ​ດ້ານ​ເຕັກ​ໂນ​ໂລ​ຊີ, ນໍາໜ້າ​​ໃນ​ການ​ປ່ຽນ​ແປງ​ໃໝ່ ປະດິດ​ສ້າງ ​ແລະ ການ​ແຜ່​ປົກ​ຄຸມ ​ໂດຍ​ຜ່ານ​ການ​ສະໜອງ​ພາຫະນະ​ການ​ຜະລິດ​ອອກ​ສູ່​ພື້ນຖານ​ເສ​ດຖະກິດ​ທັງ​ໝົດ​ ຂອງ​ລັດວິ​ສາ​ຫະກິດ ປະກອບສ່ວນ​ຍົກ​ສູງ​ສະມັດ​ຕະພາບ​ແຮງ​ງານສັງຄົມ ​ແທນ​ທີ່​ພຽງ​ແຕ່​ຖື​ສໍາຄັນ​ແຕ່​ສະມັດ​ຕະພາບ​ແຮງ​ງານ​ສະ​ເພາະ​ພິ​ເສດ​ຂອງ​ຫົວໜ່ວຍ​ວິ​ສາ​ຫະກິດ.

ພ້ອມ​ກັບ​ບົດບາດ​ນໍາພາ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ, ຕ້ອງການລັດວິ​ສາ​ຫະກິດຊັ້ນ​ຍອດຈໍານວນນ້ອຍທີ່​ມີ​ຄວາມ​ເຂັ້ມ​ແຂງ​ພຽງພໍ​ ໃນ​ການ​ຮັບຜິດຊອບຂອດ​ວຽກ​ງານ​ບາງ ​ຂອດ​ທີ່​ສົ່ງ​ຜົນ​ກະ​ທົບ​ເຖິງ​ຄວາມ​ໝັ້ນຄົງ​ຂອງ​ພື້ນຖານ​ເສດຖະກິດທັງ​ໝົດ. ບັນດາ​ຂອດ​ເຊັ່ນ: ການຮັບປະກັນ​ພະລັງງານ​ໃຫ້​ແກ່​ພື້ນ​ຖານ​ເສດຖະກິດທັງ​ໝົດ; ​ໜ້າ​ທີ່​ປ້ອງ​ກັນປະ​ເທດ - ປ້ອງ​ກັນ​ຄວາມ​ສະຫງົບ ​ຍາມ​ໃດກໍ​ຮຽກຮ້ອງ​ໃຫ້​ມີ​ບົດບາດ​ຂອງລັດ​ວິ​ສາ​ຫະກິດ. ​ເຖິງ​ແນວ​ນັ້ນ​ກໍຕາມ, ຍົກ​ເວັ້ນ​​ຂົງ​ເຂດ​ພິ​ເສດບາງ​ຂົງ​ເຂດ, ​ບໍ່​ຈໍາ​ເປັນ​ຕ້ອງ​ຮັກສາຕໍາ​ແໜ່ງ​ຜູກຂາດ​ໃນ​ທຸລະ​ກິດ​ຂອງ​​ອັດຕະພາ​ບຈໍານວນ​ໜ້ອຍ​ໜຶ່ງ​​ເປັນ​ເວລາ​ດົນ​ນານ. ຕ້ອງ​ມີ​ແຜນ​ງານ​ລະອຽດຕົວ​ຈິງ​​ເພື່ອ​ຫັນປ່ຽນ​ບົດບາດ​ຮັບຜິດຊອບ​​ໃນ​ແຕ່ລະ​ຂອດ, ​ແຕ່ລະ​ຂົງ​ເຂດ​ສະຫຼັກ​ສໍາຄັນ​ໃຫ້ທັນ​ກັບ​ທ່າ​ອ່ຽງຂະຫຍາ​ຍຕົວ​ຂອງ​ພື້ນຖານ​ເສດຖະກິດ. ເມື່ອເວລາຜ່ານໄປ, ກພ​ໂຕ​ບັນດາ​ຂອດ​ທີ່​​ສໍາຄັນ ກໍ​ອາດ​ຈະ​ຫັນປ່ຽນ, ດັ່ງ​ນັ້ນຈຶ່ງ​ຈຳ​ເປັນ​ຕ້ອງ​ມີ​ຫານ​ຫັນປ່ຽນ​ອັດຕະພາບ ແລະ ບົດບາດ​ຂອງລັດ​ວິ​ສາ​ຫະກິດ. ຖ້າ​ຫາກ​ປະຕິບັດ​ໄດ້​ຄື​ແນວ​ນັ້ນ, ກໍ​ເປັນ​ການ​ປະກອບສ່ວນ​​ໃຫ້​ແກ່​ການ​ກຳນົດ​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງຢູ່​ຫວຽດນາມ ​ໄດ້​ເທື່ອ​ລະ​ກ້າວ.

ຄຽງ​ຄູ່​ກັນ​ນັ້ນ, ຄວນ​ສັງ​ເກດ​ວ່າ ການກຳນົດ​ທີ່​ຕັ້ງບົດບາດ​ຂອງລັດ​ວິ​ສາ​ຫະກິດຢູ່​ໃນ​ໂຄງສ້າງ​ທີ່​ເປັນ​ຊັ້ນ​ນໍາພາ​ແລະ​ແຜ່​ປົກ​ຄຸມ ​ໃນ​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ບໍ່​ໝາຍ​ຄວາມ​ວ່າ ມີ​ແຕ່ລັດ​ວິ​ສາ​ຫະກິດ​​ເທົ່າ​ນັ້ນ​ທີ່​ໄດ້​ປະຕິບັດ. ກົງກັນຂ້າມ, ຖ້າ​ຫາກສາມາດ​ລະດົມ​ໄດ້ ບັນດາ​ອັດຕະພາບ​ວິ​ສາ​ຫະກິດ​ຫວຽດນາມທີ່​ຫຼາກ​ຫຼາຍ ​ເຂົ້າ​ຮ່ວມໃນ​ໂຄງ​ສ້າງ​ຊັ້ນ​ນໍາພາ ແລະ ​ແຜ່​ປົກ​ຄຸມ ກໍ​ຈະ​ເຮັດ​ໃຫ້ຄວາມ​ສາມາດ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ​ ກາຍ​ເປັນ​ຈິງ​ໂດຍ​ໄວ​ແລະ​ຈະ​ແຈ້ງ​ກວ່າ​ເກົ່າ. ພຽງ​ແຕ່​ວ່າ ຍ້ອນ​​ລັກສະນະ​ຈໍາ​ເພາະ​ດ້ານ​ຈຸດໝາຍ​ສະ​ເພາະ​ໜ້າ, ຄວາມຮຽກຮ້ອງ​ຕ້ອງການ​ກ່ຽວ​ກັບ​ຂົງ​ເຂດ​ພິ​ເສດ​ທີ່​ບັນດາ​ອັດຕະພາບ​ວິ​ສາ​ຫະກິດນອກ​ພາກ​ລັດ ຍັງ​ບໍ່ທັນ​ເຂົ້າ​ຮ່ວມ ຫຼື ຍັງ​ບໍ່​ທັນຢາກ​ຮັບຜິດຊອບ​ຢ່າງ​ເປັນ​ປົກກະຕິ, ຕໍ່​ເນື່ອງ, ຍາວ​ນານ ​ແລະ ​ໝັ້ນຄົງ. ດ້ວຍ​ເຫດ​ນັ້ນ, ມັນຍິ່ງ​ມີ​ຄວາມ​ຈໍາ​ເປັນ, ຫຼືເວົ້າ​ໃຫ້​ຊັດ​ເຈນ​ກວ່າ​ເກົ່າ​ ແມ່ນຄວາມ​ຮັບຜິດຊອບ​ທາງການ​ເມືອງ - ສັງຄົມ ທີ່​ໄດ້ຕັ້ງ​ເທິງ​ບ່າ​ຂອງ​ບັນດາ​ລັດວິ​ສາ​ຫະກິດ ​ແລະ ລັດວິສາ​ຫະກິດ​ກໍ​​ກາຍ​ເປັນ​ໜຶ່ງໃນ​ບັນດາ​ອັດຕະພາບ​ວິ​ສາ​ຫະກິດ​ທີ່​ຕ້ອງ​​ໄດ້​ແບກ​ຫາບ​ມັນ. ຕາບ​ໃດ​ທີ່​ຍັງ​ບໍ່​ທັນສາມາດ​ແບກ​ຫາບຄວາມຮັບຜິດຊອບ​ນັ້ນ​ໄດ້, ລັດວິ​ສາ​ຫະກິດ​ກໍ​ບໍ່​​​ສາມາດປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ໄດ້​ດີ​ຕໍ່​ເຈົ້າຂອງກຳມະສິດ​ເຊິ່ງ​ເປັນປະຊາຊົນ.

ທີສອງ, ລັດວິ​ສາ​ຫະກິດປະກອບສ່ວນຢ່າງ​ເອົາ​ການ​ເອົາ​ງານ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ກໍ່ສ້າງ ພື້ນຖານ​ອຸດສາຫະກໍາ​ຫວຽດນາມ​ໃຫ້​ມີ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

​ຄືກັນ​ກັບ​ທຸກ​ພື້ນຖານ​ເສດຖະກິດ​ໃນ​ໂລກ, ​ເມື່ອ​ຢາກ​ສ້າງ​ຄວາມ​ສາ​ມາດ​ເປັນ​ເອ​ກະ​ລາດ ​ເປັນ​ເຈົ້າ​ຕົນ​ເອງ​ ​ແມ່ນຕ້ອງ​ອີງ​ໃສ່​ພື້ນຖານ​ອຸດສາຫະກໍາ ​ແລະການ​ບໍລິການ​ພາຍ​ໃນ​ທີ່​ເຂັ້ມ​ແຂງ​ແລະໝັ້ນຄົງ. ຈາກ​ປະສົບ​ການ​ຕົວ​ຈິງ​ໃນ​ປະຫວັດ​ສາດ​ແຫ່ງ​ການພັດທະນາ ທັງ​​ທີ່​ປະສົບ​ຜົນ​ສໍາ​ເລັດແລະປະລາ​ໄຊ​ ຂອງ​ຫຼາຍ​ພື້ນຖານ​ເສ​ດຖະກິດ​ໃນ​ໂລກ ​ໄດ້​ໃຫ້​ເຫັນ​ວ່າ ພື້ນຖານ​ອຸດສາຫະກໍາ​ພາຍ​ໃນທີ່​ເຂັ້ມ​ແຂງຢູ່​ໃນ​ໄລຍະ​ຕົ້ນ, ບັນດາ​ບາດ​ລ້ຽວທາງ​ດ້ານ​ລະດັບ​ກໍາລັງ​ການ​ຜະລິດ ​ໂດຍ​ປົກກະຕິ​ແລ້ວ​ ຕ້ອງ​ມີແລະຮັກສາ​ບົດບາດທີ່​ຕັ້ງໜ້າ ​ເອົາ​ການ​ເອົາ​ງານ​ຂອງລັດ​ວິ​ສາຫະກິດ. ​ໂດຍ​ຜ່ານ​ບັນດາ​ກໍາລັງ​ວັດຖຸ​ທີ່​ເຂັ້ມ​ແຂງ, ລວມສູນ, ມີ​​ຄວາມ​ອາດ​ສາມາດ​ນໍາພາ ​ແຜ່​ປົກ​ຄຸມ ຈຶ່ງ​ສາມາດ​​ເຮັດ​ໃຫ້​ພື້ນຖານ​ເສດຖະກິດ​ທັງ​ໝົດ​ຈະ​ເລີ​ນພັດທະນາ​ໄດ້. ​ແຕ່ວ່າ, ຄວາມ​ຂ້ຽວຂາດ​ຢູ່​ບ່ອນ​, ​ເຖິງ​ວ່າ​ນັ້ນ​ຈະ​​ເປັນ​ຕັກ​ກະສາ​ດຂອງ​ທ່າ​ອ່ຽງກໍຕາມ,​ແຕ່​ບໍ່​ແມ່ນ​ວ່າ​ ​ເວລາ​ໃດບັນດາ​ພື້ນຖານ​ເສດຖະກິດ​ທັງ​ໝົດກໍ​ຈະ​ປະສົບ​ຜົນສໍາ​ເລັດ​ໄດ້ ​ເຖິງ​ວ່າ​ຈະ​ກໍາ​ໄດ້​ທ່າ​ອ່ຽງກໍ​ຕາມ. ບັນຫາ​ອັນ​ພື້ນຖານ​ທີ່​ພາ​ໄປ​ສູ່​ຄວາມສໍ​າ​ເລັດຫຼືປະລາ​ໄຊ​ ໃນ​ການສ້າງພື້ນຖານ​ອຸດສາຫະກໍາ​ແຫ່ງ​ຊາດ​ທີ່​ເຂັ້ມ​ແຂງ, ​​ເນື້ອ​​ແທ້​ແລ້ວ​ແມ່ນ​ນອນ​ຢູ່​​ໃນຂອດການ​ຈັດ​ຕັ້ງ​ປະຕິບັດຂອງ​ກອບ​ລະບອບ​ລະບຽບ​ການ​ທີ່​ໄດ້​ຮັບ​ການ​ບູລະນະ​ຢ່າງ​ຕໍ່​ເນື່ອງ ຫຼື ປ່ຽນ​ແປງ​ໃໝ່​ຢ່າງ​ຊັກ​ຊ້າ​ເທົ່າ​ນັ້ນ. ສະ​ນັ້ນ, ລະຫວ່າງ​ຈຸດໝາຍ ​ແລະ ວິທີ​ຈັດ​ຕັ້ງ​ປະຕິບັດ​ບາງ​ຄັ້ງກໍ​ບໍ່​ສາມາດ​ນຳ​ທັນ​ກັນ​ໄດ້. ຈາກ​ນັ້ນ, ກໍພາ​ໃຫ້​ເກີດຄວາມ​ລະ​ແວງ​ສົງ​​ໄສ​ບໍ່​ໜ້ອຍ​ ກ່ຽວ​ກກັບ​ບົດບາດ​ຂອງ​ລັດວິ​ສາ​ຫະກິດ ໃນການກໍ່ສ້າງ​ພື້ນຖານອຸດສາຫະກຳ​ແຫ່ງ​ຊາດ. ​ຢ່າງ​ໃດ​ກໍ​ຕາມ, ມັນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ​ພຽງ​ແຕ່​ຍ້ອນຂາດ​ຄວາມ​ສໍາ​ເລັດ​ໃນ​ການດໍາເນີນງານຂອງ​ລັດວິ​ສາ​ຫະກິດ ​ແລ້ວ​ປະຕິ​ເສດ​ບົດບາດ​ສໍາຄັນ​ຂອງລັດ​ວິ​ສາ​ຫະກິດ​ໃນ​ການ​ກໍ່ສ້າງ​ພື້ນຖານ​ອຸດສາຫະກໍາ​ແຫ່ງ​ຊາດ.

ທີສາມ, ລັດວິ​ສາ​ຫະກິດ​​ແມ່ນກຸ່ມ​ອັດຕະພາບ​ນໍາ​ໜ້າພາ​ທາງ​ໃນ​ການ​ຫັນ​ປ່ຽນ​ດິຈີ​ຕ້ອນ, ການປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ກ້າວ​ໄປ​ສູ່​ການ​ຄອບຄອງ​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ​ ທີ່​ຂຶ້ນ​ກັບ​ບັນດາ​ຕ່ອງ​ໂສ້​ຄຸນຄ່າ​ການ​ຜະລິດ​ແລະ​ບໍລິການ.

​ເຖິງ​ລັດວິ​ສາ​ຫະກິດ​​ມີ​ຈໍານວນ​ບໍ່​ຫຼາຍ, ​ແຕ່​ດ້ວຍ​ຂະໜາດ​ແລະທ່າ​​ໄດ້​ປຽບ​ທີ່​ມີ​ຢູ່, ມັນ​ມີ​ຄວາມ​ຈໍາ​ເປັນທີ່​ຈະ​ຕ້ອງ​ກາຍ​ເປັນ​ພາກສ່ວນ​ອັດຕະພາບ​ນໍາ​ໜ້າ​ພາ​ທາງ​​ໃນທ່າ​ອ່ຽງຫັນ​ປ່ຽນ​ດິຈີ​ຕ້ອນ​ໃນ​ການຜະລິດ, ການ​ບໍລິການ ​ແລະ ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ. ດ້ວຍ​ກໍາລັງຄວາມ​ສາມາດ ​ແລະ ​ແຫຼ່ງກໍາລັງ​ແຮງ​ທີ່​ມີ​ຢູ່, ບັນດາ​ລັດວິ​ສາ​ຫະກິດ​ມີ​ທ່າ​ໄດ້​ປຽບແທ້​ຈິງຫຼາຍ​ຢ່າງ ​ເພື່ອ​ປະຕິບັດ​ການ​ຫັນປ່ຽນ​ລະດັບ​ກໍາລັງ​ການຜະລິດ ​ຕິດ​ພັນ​ກັບ​ການ​ຫັນປ່ຽນ​ດິຈີ​ຕ້ອນ.​ ສຳລັບ​ພື້ນຖານ​ເສ​ດຖະກິດ​ຫວຽດນາມ​ໃນ​ປັດຈຸບັນ, ​ເພື່ອກ້າວ​ໄປຂ້າງ​ໜ້າ​ເທື່ອ​ລະ​ກ້າວ ​ແລະ ສ້າງ​ໄດ້ຄວາມ​ອາດ​ສາມາດ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​​ເອງ ​ແມ່ນ​ຈໍາ​ເປັນ​ຕ້ອງດໍາ​ເນີນ​ການ​ປະຕິວັດດ້ານ​ກໍາ​ລັງກາ​ນຜະລິດ ​ແລະ ການ​ແບ່ງ​ງານ​ໃໝ່. ນັ້ນ​ແມ່ນການ​ຫັນ​ປ່ຽນ​ດິຈີ​ຕ້ອນ​ຢ່າງ​ຮອບ​ດ້ານ ​ເລິກ​ເຊິ່ງ ​ແລະ ຮີບ​ດ່ວນ. ພ້ອມ​ກັບ​ບັນດາ​ວິ​ສາ​ຫະກິດ​ອື່ນໆໃນພື້ນຖານ​ເສດຖະກິດ​ທັງ​ໝົດ, ການ​ຫັນປ່ຽນ​ດິຈີ​ຕ້ອນ​​ໃນລັດ​ວິ​ສາ​ຫະກິດ ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ບໍ່​ອາດ​ໜ່ວງ​ໜ່ຽວ​ແກ່ຍາວ​ໄດ້ ຖ້າ​ຫາກ​ຢາກ​ກາຍ​ເປັນ​ກຸ່ມ​ອັດຕະພາບ​ທີ່​ຂຶ້ນ​ກັບ​​ໂຄງ​ສ້າງ​ທີ່​ເປັນ​ຊັ້ນນໍາພາ, ​ແຜ່​ປົກ​ຄຸມ​ໃນ​ພື້ນຖານ​ເສດຖະກິດ.

ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ​ຕາມ​ຄວາມຮຽກຮ້ອງ​ຕ້ອງການ​ຂອງ​ຕະຫຼາດ​ໂລກ​ປັດຈຸບັນ, ລັດວິ​ສາ​ຫະກິດ​ບໍ່ຄວນ​ໄດ້​ຮັບ​ການກຳນົດ​ທີ່​ຕັ້ງ​ເຂົ້າ​ໃນຂອດ​ຮັບ​ເໝົາ​ປຸງ​ແຕ່ງ, ກາປະກອບ ​ແລະ ການ​ຜະລິດ​ດິບ ​ໃນ​ຕ່ອງ​ໂສ້​ຄຸນຄ່າ​ການຜະລິດ​ແລະ​ບໍລິການ. ສໍາຄັນກວ່າ​ນັ້ນ, ລັດວິ​ສາ​ຫະກິດຕ້ອງ​ໄດ້ຮັບ​ການກຳນົດ​​ບົດບາດມຸ່ງ​ໄປ​ສູ່​ການເຂົ້າ​ຮ່ວມ​ໃນ​ຂອດ​ການ​ອອກ​ແບບ, ການຍຶດ​ຄອງ​ເຄື່ອງໝາຍ​ການ​ຄ້າ, ການຈຳໜ່າຍ​ຜະລິດ​ຕະພັນປຸງ​ແຕ່ງ​ລະອຽດໃນ​ຕ່ອງ​ໂສ້ຄຸນຄ່າ ຍ້ອນ​ວ່າ​ມັນ​ເປັນ​ຂອດ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ​ກວ່າ​ໝູ່​ໝົດ​ ເມື່ອ​ທຽບ​ໃສ່​ການປະກອບ ຫຼື ການ​ປຸງ​ແຕ່ງ​​ເບື້ອງ​ຕົ້ນ. ນີ້​ແມ່ນ​ວຽກ​ທີ່​ຫຍຸ້ງຍາກ, ບັນດາ​ວິ​ສາ​ຫະກິດ​ນ້ອຍ​ແລະກາງ ມີ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ, ຊໍ້າ​ບໍ່​ໜໍາ​ແມ່ນ​ບໍ່ສາມາດ​ປະຕິບັດ​ໄດ້. ຖ້າ​ຫາກ​ລັດວິ​ສາ​ຫະກິດ​ບໍ່​ຕັ້ງໜ້າ​ແລະ​ເປັນ​ເຈົ້າ​ການ, ບັນດາ​ຂອດການ​ຜະລິດທຸລະ​ກິດທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ ກໍ​ຈະ​ຂຶ້ນ​ກັບ​ບັນດາບໍລິສັດ​ຕ່າງປະ​ເທດ. ເມື່ອ​ນັ້ນ, ກໍາລັງ​ຄວາມ​​ສາມາດ​​ເປັນ​ເອກະລາດ ​ເປັນ​​ເຈົ້າ​ຕົນ​ເອງ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ ກໍ​ຍາກ​ທີ່​ຈະກາຍ​ເປັນ​ຈິງ​ໄດ້.

ດັ່ງ​ນັ້ນ, ​ໃນສະພາບ​ແວດລ້ອມ​ໃໝ່​, ບົດບາດ​ຂອງລັດ​ວິ​ສາ​ຫະກິດ​ຕໍ່​ກັບ​ການ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ຫວຽດນາມທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ​ ​ມີ​ລັກສະນະ​ໃໝ່ທາງດ້ານ​ຄຸນ​ນະພາ​ບ ​ເມື່ອ​ທຽບ​ກັບ​ພື້ນຖານ​ເສດຖະກິດ​ກົນ​ຈັກ​ໃນ​ເມື່ອ​ກ່ອນ. ​ເພື່ອ​ສາມາດ​​ເສີມ​ຂະຫຍາຍ​​ບົດບາດ ​ແລະ ກໍ​ເປັນຄວາມ​ຮຽກຮ້ອງ​ຕ້ອງການ​ ໃນ​ການ​ພັດທະນາ​ໃໝ່​ຄື​ແນວ​ນັ້ນ ​ຂອງລັດ​ວິ​ສາ​ຫະກິດ, ຮຽກຮ້ອງ​ໃຫ້​ຕ້ອງ​ສືບ​ຕໍ່​ບູລະນະ​ລະບົບ​ນິ​ເວດ​ລະບອບ​ລະບຽບ​ການ​ທີ່​ທັນ​ສະ​ໄໝ​​​ ​ເພື່ອໃຫ້​ລັດວິ​ສາ​ຫະກິດສາມາດ​ເຄື່ອນ​ໄຫວ​ໄດ້​ຢ່າງຍືນ​ຍົງ.

ສືບ​ຕໍ່​ບູລະນະ​ລະບົບ​ນິ​ເວດ​ລະບອບ​ລະບຽບ​ການ​ທີ່​ທັນ​ສະ​ໄໝ
​ເພື່ອ​ໃຫ້​ລັດວິ​ສາ​ຫະກິດເສີມຂະຫຍາຍ​ບົດບາດ ​ໃນ​ການ​ກໍ່​ສ້າງ​
ພື້ນຖານ​ເສດຖະກິດ​ຫວຽດນາມ ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ

ພື້ນຖານ​ເສດຖະກິດທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ຄື​​ທີ່​ໄດ້​ກໍານົດ​ໄວ້​ໃນ​ເອກະສານ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດ​ຫວຽດນາມນັ້ນ ​ແມ່ນ​ພື້ນຖານ​ເສດຖະກິດ​ທີ່: ຮັກສາຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ການ​ກໍານົດ​ແຜນ​ນະ​ໂຍບາຍ, ​ແນວທາງ, ຍຸດ​ທະ​ສາດການ​ພັດທະນາ​​ເສດຖະກິດ​ປະ​ເທດ​ຊາດ ​ໄວ້​ຢ່າງ​ໝັ້ນຄົງ. ພັດທະນາ​ວິ​ສາ​ຫະກິດ​ຫວຽດນາມ​ໃຫ້​ເຕີບ​ໃຫຍ່​ເຂັ້ມ​ແຂງ ກາຍ​ເປັນ​ຫຼັກ​​ແຫຼ່ງຂອງ​ເສດຖະກິດ​ປະ​ເທດ​ຊາດ; ຮັກສາ​ຄວາມ​ສົມ​ດຸນ​ທີ່​​ສໍາຄັນ, ສຸມ​ໃສ່​ຮັບປະກັນຄວາມ​ໝັ້ນຄົງ​ທາງດ້ານເສດຖະກິດ;​ ​ເພີ່ມ​ທະວີ​ກໍາລັງ​ບົ່ມ​ຊ້ອນ​ຂອງ​ເສດຖະກິດ​ແຫ່ງ​ຊາດ​ຢ່າງ​ບໍ່​ຢຸດ​ຢັ້ງ. ຫັນການ​ພົວພັນ​ເສດຖະກິດ​ສາກົນ​ເປັນ​ຫຼາ​ຍທິດ, ຫຼາຍ​ຮູບ​ຫຼາຍ​ແບບ​, ຫຼີກ​ລ່ຽງການຂຶ້ນ​ກັບ​ຕະຫຼາດ​ໃດ​ໜຶ່ງ, ຄູ່​ຮ່ວມ​ມື​ໃດ​ໜຶ່ງ. ຍົກ​ສູງ​ຄວາມ​​ສາມາດ​ຕ້ານທານ​ຂອງ​ພື້ນຖານ​ເສດຖະກິດ ຕໍ່​ກັບ​ບັນດາ​ຜົນ​ກະທົບ​ທີ່​ຫຍໍ້​ທໍ້​ຈາກ​ບັນດາ​ການ​ຜັນ​ແປ​ຂອງ​ພາຍ​ນອກ; ​ເປັນ​ເຈົ້າ​ການ​ບູລະນະ​ລະບົບ​ປ້ອງ​ກັນຕົວ​ ເພື່ອ​ປົກ​ປ້ອງ​ພື້ນຖານເສດຖະກິດ, ວິ​ສາ​ຫະ​ກິດ, ຕະຫຼາດ​ພາຍ​ໃນ​ປະ​ເທດ ​​ສອດຄ່ອງ​ກັບ​ຄໍາ​ໝັ້ນ​ສັນຍາ​ສາກົນ. ປະຕິບັດ​ຮູບ​ການ​​​ເຊື່ອມ​ໂຍງສາກົນຫຼາຍ​ຢ່າງ​ ດ້ວຍ​ບັນດາ​ແຜນ​ງານ​ທີ່​ຍືດຫຍຸ່ນ, ສອດຄ່ອງ​ກັບ​ເງື່ອນ​ໄຂ, ຈຸດໝາຍ​​ຂອງ​ປະ​ເທດ​ຊາດ​ໃນ​ແຕ່ລະ​ໄລຍະ(1).

​ເພື່ອ​ໃຫ້ລັດ​ວິ​ສາ​ຫະກິດສາມາ​ດ​ແບກ​ຫາບ​ໄດ້​ບົດບາດ​ໃໝ່​ຂອງ​ຕົນ ​ໃນ​ການ​ກໍ່ສ້າງ​ພື້ນຖານ ເສດຖະກິດທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ທີ່ທັນ​ສະ​ໄໝ​ແລະ​ເຊື່ອມ​ໂຍງ ຢູ່​ຫວຽດນາມ ຄື​ດັ່ງ​ທີ່​ໄດ້​ກໍານົດ​​ໃນ​ແນວທາງ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 13 ຂອງ​ພັກ​ນັ້ນ, ບັນດາ​ແງ່​ມຸມ​ຂອງລະບົບ​ນິ​ເວດ​ລະບອບ​ລະບຽບ​ການ​ໃໝ່ ທີ່​ຕ້ອງ​ໄດ້​ສືບ​ຕໍ່​ບູລະນະ​ເພີ່ມ​ເຕີມ ຄື:

ທີໜຶ່ງ, ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຈິນຕະນາການ​ກ່ຽວ​ກັບ​ບົດບາດ ​ແລະ ​ແບບ​ວິທີ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ລັດວິ​ສາ​ຫະກິດ​.

​ເພື່ອ​ແນ​ໃສ່​ການ​ຕອບ​ສະໜອງ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ​​ແຫ່ງ​ການ​ຂະຫຍາຍຕົວ​ໃໝ່, ​ຕັ້ງຂໍ້ສັງ​ເກດຈາກ​ອະນາຄົດ ​​ເພື່ອ​ກໍານົດ​ຮູບ​ຮ່າງ​ບັນດາ​ລັດວິ​ສາ​ຫະກິດ​ທີ່​ທັນ​ສະ​ໄໝ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ, ຕ້ອງ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຈິນຕະນາການ​ກ່ຽວ​ກັບ​ການ​ກໍານົດບົດບາດ ​ແລະ ​ແບບ​ວິທີການ​ເຄື່ອນ​ໄຫວ​ຂອງ​ບັນດາລັດ​ວິ​ສາ​ຫະກິດ. ​​ເຖິງ​ເວລາ​ແລ້ວ​ທີ່​ຈະ​ຕ້ອງຫັນປ່ຽນ​ຈາກ​ຈິນຕະນາການລັດວິ​ສາ​ຫະກິດ​ທີ່ເຂົ້າ​ຮ່ວມ​ຕາມ​ວົງ​ກວ້າງ, ຫຼາຍ​ຂົງ​ເຂດ (​ເຖິງ​ວ່າ​ມີ​ຄວາມ​ສໍາຄັນ​ກໍ​ຕາມ) ​ໄປ​ສູ່​ຈິນຕະນາການ​ລັດວິ​ສາ​ຫະກິດ​ທີ່​ເຂົ້າ​ຮ່ວມ​​ໃນ​ຂອດ ​ແລະ ຈຸດ​ທີ່​ມີ​ຄວາມ​ສະຫຼັກ​ສໍາຄັນ​ໃນ​ຕ່ອງ​ໂສ້​ການ​ຜະລິດ; ຕ້ອງກາຍ​ເປັນຄວາມ​ຍອດ​ຍິ່ງ​ຂອງ​ພື້ນຖານ​ເສດຖະກິດ, ນໍາພາການປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ​ເປັນ​ກໍາລັງ​ຫຼັກແຫຼ່ງທີ່​ຊຸກຍູ້​ໃຫ້​ກໍາລັງ​ການ​ຜະລິດ​ຂະຫຍາຍຕົວ ​ແລະ ​ເປັນການສະ​ແດງ​ອອກທີ່ດີທີ່ສຸດຂອງການ​ພົວພັນ​ການ​ຜະລິດ​ໃໝ່. ກ່ຽວ​ກັບ​ວິທີ​ການຈັດ​ຕັ້ງ ປ່ຽນ​ແປງ​ໃໝ່ລັດ​ວິ​ສາ​ຫະກິດ, ຕ້ອງ​ໄດ້​ຫັນປ່ຽນຈາກ​ຈິນຕະນາການ​ປັບປຸງ​ລັດວິ​ສາ​ຫະກິດ ​ໄປ​ສູ່​ຈິນຕະນາການ​ຫັນປ່ຽນ​ດ້ານ​ຄຸນ​ນະພາ​ບ ​ເພື່ອ​ໃຫ້ລັດ​ວິ​ສາ​ຫະກິດ​ກາຍ​ເປັນ​ພາກສ່ວນ​ຂອງ​ໂຄງ​ສ້າງ​ທີ່​ເປັນ​ຊັ້ນ​ນໍາພາ, ​ແຜ່​ປົກ​ຄຸມ​​ບັນດາ​ໂຄງ​ສ້າງ​ອື່ນໆ ຂອງ​ພື້ນຖານ​ເສດຖະກິດ. ຄຽງ​ຄູ່​ກັບ​ຂະ​ບວນວິວັດ​ແຫ່ງ​ການ​ຫັນປ່ຽນດ້ານຈິນຕະນາ​ການ​ນັ້ນ ກໍ​ຕ້ອງ​ຫຼີກ​ລ່ຽງຄວາມ​ຄິດ​ສຸດ​ຂົ້ວທີ່​ປະຕິ​ເສດ​ບົດບາດຂອງ​ລັດ​ວິ​ສາ​ຫະກິດ. ຄືດັ່ງ​ທີ່​ໄດ້​​ເນັ້ນ​ໜັກ, ບໍ່​ແມ່ນ​ຍ້ອນ​ການ​ມີ​ປະສິດທິ​ຜົນ​ຕໍ່າ​ໃນ​ໄລຍະ​ເວລາ​ຜ່ານ​ມາ ​ແລ້ວ​ປະຕິ​ເສດ​ບົດບາດ​ຂອງລັດ​ວິ​ສາ​ຫະກິດ​ໃນ​ການ​ກໍ່​ສ້າງ​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ປັບ​ຕົວ​ເຂົ້າ​ກັບ​​ເງື່ອນ​ໄຂ​ໃໝ່. ການ​ປ່ຽນ​ແປງ​ໃໝ່​ຈິນຕະນາການຕ້ອງ​ໄດ້​ສະ​ແດງອອກ​ໃນ​ບັນດາ​ອົງການ​ທີ່ວາງ​ກໍານົດ​ນະ​ໂຍບາຍ ກໍ​ຄື​ກະ​ໂຕລັດ​ວິ​ສາ​ຫະກິດ​ເອງ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຖັນ​ແຖວ​ຜູ້​ບໍລິຫານ​ຂັ້ນ​ສູງ​ຂອງ​ບັນດາລັດ​ວິ​ສາ​ຫະກິດ​.

ທີສອງ, ກວດຄືນຢ່າງ​ລະອຽດ, ​ປັບປຸງ​ເພີ່ມ​ເຕີມ​ບັນດາ​ລະບອບ​ລະບຽບ​ການຈັດ​ແຍກ​ຂົງ​ເຂດລັດ​ວິ​ສາ​ຫະກິດ​ທີ່​ຕ້ອງການ​ມີໜ້າ​ດ້ວຍ​ລະດັບ​ກໍາລັງ​ການ​ຜະລິດ​ທີ່​ທັນ​ສະ​ໄໝ.

​ເປັນອັນ​ຈະ​ແຈ້ງ​ແລ້ວ​ວ່າ ​ໃນ​ເງື່ອນ​ໄຂ​ຂອງ​ຊຸມ​ປີ​ຕໍ່ໜ້າ, ຖ້າ​ຫາກລັດ​ວິ​ສາ​ຫະກິດ​​ບໍ່​ສຸມ​ມານະ​ບຸກບືນ​ເພື່ອ​​ໃຫ້​ມີໜ້າ​​ໃນ​ໂຄງ​ສ້າງ​ນໍາພາ, ​ແຜ່​ປົກ​ຄຸມ ຫາກ​ມີ​ແຕ່​ບຽດ​ຊີງ​ການ​ເຄື່ອນ​ໄຫວ​ໄປ​ສູ່​ບັນດາ​ໂຄງ​ສ້າງອື່ນໆ ກໍ​ຈະ​ເປັນ​ການ​ກະຈັດ​ກະຈາຍແຫຼ່ງກໍາລັງ​ແຮງຕື່ມ​ອີກ​ເທົ່າ​ນັ້ນ ​ແລະ ສາມາດ​ທີ່​ສຸດ ທີ່ຈະ​​ເກີດ​ການຟຸມ​ເຟືອຍອີກ​ຕໍ່​ໄປ. ສະ​ນັ້ນ, ​ໃນ​ຊຸມ​ປີ​ຕໍ່ໜ້າ, ການກຳນົດ​ທີ່​ຕັ້ງ ​ແລະ ຫັນບັນດາ​ລັດວິສາ​ຫະກິດທີ່​ເຂັ້ມ​ແຂງ (ປະລິມານ​ບໍ່​ຈໍາ​ເປັນຕ້ອງ​ຫຼາຍ) ​ໄປ​ສູ່ຂົງ​ເຂດ​ການ​ສະໜອງ​ພາຫະນະ​ການ​ຜະລິດ​ທີ່​ທັນ​ສະ​ໄໝ, ສະໜອງ​ກໍາລັງ​ຄວາມ​​ສາມາດ​ຫັນ​ປ່ຽນ​ດິຈີ​ຕ້ອນ​ໃຫ້​ແກ່​ພາຍ​ໃນ​ຂອງ​ໂຄງ​ສ້າງ​ຊັ້ນ​ນໍາພາ ​ແລະ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ທັງ​ໝົດ​ ແມ່ນ​ມີ​ຄວາມ​ຈໍາ​ເປັນ​ທີ່​ສຸດ. ຈະ​ບໍ່​ມີ​ປະສິດທິຜົນ​ແຕ່​ຢ່າງ​ໃດ ​ຖ້າ​ຫາກ​ລັດວິ​ສາ​ຫະກິດ​ສືບ​ຕໍ່​ແລ່ນ​ນໍາ​ແຕ່​ຂະໜາດ ​ແລະ ການຜະລິດຕາມ​ວິທີ​ທີ່​ຫຼ້າ​ຫຼັງ, ອີງ​ໃສ່​ແຕ່​ບັນດາ​ຂໍ້​ເອື້ອ​ອໍານວຍ​ພິ​ເສດ ​ແທນ​ທີ່​ຈະ​ອີງ​ໃສ່​ກໍາລັງ​ຄວາມ​​ສາມາດ​ພາຍ​ໃນ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ. ​ເມື່ອຢາກ​ປົວ​ແປງ​ລະດັບ​ກໍາລັງ​ການ​ຜະລິດ​ຂອງ​ພາກສ່ວນລັດ​ວິ​ສາ​ຫະກິດ​​ໃຫ້​ດີ​ຂຶ້ນ, ​​ກໍ​ຈໍາ​ເປັນ​ຕ້ອງມີ​ລະບອບ​ລະບຽບ​ການ​ທີ່​ມີ​ການກໍານົດ​ທິດ​ທາງ​​ຈະ​ແຈ້ງ​ກວ່າ​ເກົ່າ, ​ໃນ​ນັ້ນ ຕ້ອງຈັດ​ແຍກ​​ໃຫ້ຈະແຈ້ງກວ່າ​ເກົ່າ ​ກ່ຽວ​ກັບ​ໜ້າ​ທີ່​ການ​ເມືອງ​ໃໝ່ ​ແລະ ບັນດາ​ແງ່​ມຸມ​ໜ້າ​ທີ່​ສັງຄົມ​ຂອງ​ລັດວິ​ສາ​ຫະກິດ. ດ້ວຍ​ກໍາລັງ​ແຮງລວມສູນ, ກໍາລັງ​ຄວາມສາມາດ​ທີ່​ໄດ້​ກໍ່​ຮ່າງ​ສ້າງ​ຂຶ້ນ​ດ້ວຍ​ບັນດາ​ຂໍ້​ເອື້ອ​ອໍາ​ນວຍ​ພິເສດ​ທີ່​ແນ່ນອນ, ໜ້າ​ທີ່​ການ​ເມືອງ​ໃໝ່​ຂອງລັດ​ວິ​ສາ​ຫະກິດ ​ແມ່ນ​ຕ້ອງ​ກາຍ​ເປັນ ​ແລະ ຕ້ອງ​ເປັນ​ໂຄງສ້າງ​ນໍາພາ​​​ໃນພື້ນຖານ​ເສດຖະກິດ ຫາກ​ບໍ່​ແມ່ນ​ຢຸດ​ຢູ່​​ແຕ່​ໃນ​ລະດັບ​ທີ່​ເປັນ​ເຄື່ອງມື​​ເສດຖະກິດພຽງ​ຢ່າງ​ດຽວ ​ດ້ວຍ​ລະດັບ​ກໍາລັງ​ການ​ຜະລິດ​ທີ່​ຕໍ່າ. ​ເພື່ອ​ໃຫ້​ເກີດ​ການ​ປ່ຽນ​ແປງ​ໃໝ່​ດັ່ງກ່າວ​ນັ້ນ, ຈໍາເປັນຕ້ອງສືບຕໍ່ມີບັນດາ​ລະບອບ​ລະບຽບ​ການ​ທີ່​ທັນ​ສະ​ໄໝ ​ກ່ຽວ​ກັບ​ການ​ແກ້​ໄຂ​ກາ​ນພົວພັນ​ຜົນ​ປະ​ໂຫຍ​ດ​ໃນ​ການ​ຂັບ​ເຄື່ອນ ​ແລະ ຕິດຕາມ​ການ​ເຄື່ອນ​ໄຫວ​ຂອງລັດ​ວິ​ສາ​ຫະກິດ. ບັນດາ​ລະບຽບການ​ທີ່​ກໍານົດ​ຂອບ​ເຂດ​ສິດ, ຄວາມ​ຮັບຜິດຊອບ ​ແລະ ຜົນ​ປະ​ໂຫຍ​ດທີ່​ສົມ​ຄູ່​ກັບ​ຂອບ​ເຂດ​ສິດ, ຄວາມ​ຮັບຜິ​ດຊອບ​ຢ່າງ​ຈະ​ແຈ້ງ, ຕ້ອງ​ໄດ້​ຫັນ​ເປັນ​ອັນ​ລະອຽດ​​​ໂດຍ​ໄວ. ລະບອບ​ລະບຽບ​ການ​​ປົກ​ປ້ອງ​ການ​ບຸກທະລຸ​ເພື່ອ​ພາລະກິດ​ລວມ, ບໍ່ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ, ​ແຕ່​ຍັງ​ບໍ່​ທັນ​ນໍາ​ມາ​ເຊິ່ງປະສິດທິພາບ​ໃນ​ສະ​ເພາະ​ໜ້າ ​ຍ້ອນ​ບັນດາ​ຄວາມ​ສ່ຽງ​ຂອງ​ຕະຫຼາດ, ຕ້ອງ​ໄດ້​ຮັບ​ການ​ປະກາດ​ໃຊ້​​ໂດຍ​​ໄວ ​ເພື່ອ​ໃຫ້​ຖັນ​ແຖວ​ຜູ້​ບໍລິຫານລັດ​ວິ​ສາ​ຫະກິດ​​​ ມີ​ຄວາມເຊື່ອ​ໝັ້ນ​ຢ່າງ​ແນ່​ວ​ແນ່ ​ແລະ ​ເສີມ​ຂະຫຍາຍຄວາມ​ຄິດ​ປະດິດ​ສ້າງຂອງ​ຕົນ​. ​ເປັນ​ທໍາ​ມະ​ດາ​ວ່າ ຕ້ອງ​ໄດ້​ກໍານົດ​ຈະ​ແຈ້ງ​ໃນ​ຄວາມ​ຮັບຜິດຊອບ ​ແລະ ມີ​ການ​ຕິດຕາມ​ກວດກາ, ຫຼີກ​ລ່ຽງການ​ອຸ້ມວຽກ​ເຮັດ​ຕາງ ​ແລະ ການສວຍ​​ໃຊ້​ຄວາມເອື້ອ​ອໍານວຍ​ຂອງ​ລະບອບລະບຽບ​ການ ເພື່ອຈົງ​ໃຈ​​ເຮັດ​ຜິດ.

ທີສາມ, ສືບ​ຕໍ່​ແກ້​ໄຂ​ບັນດາ “ຈຸດ​ອຸດ​ຕັນ” ທີ່​ປະຫວັດສາດ​​​ປະ​ໄວ້​ໃນ​ການ​ເຄື່ອນ​ໄຫວຂອງ​ພາກສ່ວນລັດວິ​ສາ​ຫະກິດ​, ພາໃຫ້ລັດວິສາ​ຫະກິດ​ກາຍ​ເປັນ​ອັດຕະພາບ​ທີ່​ຕັ້ງໜ້າ​ທີ່​ສຸດ​ໃນ​ການກໍ່ສ້າງ​ພື້ນຖານ​ເສດຖະກິດ​ຫວຽດນາມທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ.

​ເນື່ອງ​ຈາກ​ຄວາມ​ຮຽກຮ້ອງ​ຕ້ອງການ​ແຫ່ງ​ການຂະຫຍາ​ຍຕົວ​​ໃນ​ແຕ່​ລະ​ໄລຍະ​ກ່ອນ​ນີ້, ຫຼາຍ​ລັດ​ວິ​ສາຫະກິດ​ໄດ້​ປະຕິບັດ​ບັນດາ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ໃນ​ຫຼາຍ​ແງ່​ມຸມ, ​​ແຕ່​ຊໍ້າພັດ​ຂາດພື້ນຖານ​ອັນໝັ້ນຄົງ​ເພື່ອ​ຊັ່ງ​ຊາ​ຖີ່​ຖ້ວນກ່ຽວ​ກັບ​ປະສິດທິພາບ ບວກ​ກັບ​​ລະບຽບ​ການ​ຕິດຕາມກວດກາ​ຍັງ​ບໍ່​ທັນ​ເປັນ​ບັນທັດຖານ. ຈາກນັ້ນ, ​ເຮັດ​ໃຫ້​ປາກົດມີຫຼາຍ​ໂຄງການ​ຂະໜາດ​ໃຫຍ່ທີ່​ແກ່ຍາວ, ຄ້າງ​ຄາ, ບໍ່ມີ​ປະສິດທິພາບ ຫຼືການ​​ເສີມ​ຂະຫຍາຍ​ປະສິດທິພາບ​ຕໍ່າ. ນີ້​ແມ່ນ​ຜົນ​ຕາມ​ມາ​ທີ່​ປະຫວັດສາດ​​ໄດ້​ປະ​ໄວ້​; ຕ້ອງ​ຮັບ​ຮູ້​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ແງ່​ມຸມ​ເສດຖະກິດ - ສັງຄົມ, ວຽກ​ງານ​ປ້ອງ​ກັນຊາ​ດ - ປ້ອງ​ກັນຄວາມ​ສະຫງົບ ​ແລະ ຄວາມ​ໄວ້​ວາງ​ໃຈຂອງ​ປະຊາຊົນ​ຕໍ່​ກັບ​ບັນດາ​ໂຄງການ​ເຫຼົ່າ​ນັ້ນ. ຖ້າ​​ສືບ​ຕໍ່ປ່ອຍ​ໃຫ້​ຊະ​ງັກຊັກ​ຊ້າ​ຄື​ໃນ​ປັດຈຸບັນ​ນີ້, ມັນຈະ​ສ້າງ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ລັດວິ​ສາ​ຫະກິດຕື່ມ​ອີກ ​ແລະ​ໃຫ້​ພື້ນຖານ​ເສດຖະກິດ​ເວົ້າ​ລວມ. ​ເຖິງ​ຈະ​ເປັນ​ບົດໂຈດ​ທີ່​ຍາກ ​ແລະ ​ໃຫຍ່​ທີ່​ສຸດ, ​ແຕ່​​ໃນ​ທາງ​​ປະສິດທິພາບ​ໂດ​ຍລວມ​​ແລ້ວ ​ແມ່ນ​ຍັງ​ຈໍາ​ເປັນ​ຕ້ອງ​ມີ​ຄໍາ​ຕອບ​ໂຈດ. ດ້ວຍ​ຄວາມ​ໝາຍ​ດັ່ງກ່າວ​ນັ້ນ, ອີກ​ເທື່ອ​ໜຶ່ງ, ລັດຖະບານ, ບັນດາອົງການ​ຕິດຕາມ​ກວດກາ (ກວດ​ສອບ, ກວດກາ, ບັນດາ​ອົງການ​ປົກ​ປ້ອງ​ກົດໝາຍ,…) ຕ້ອງ​ມີ​ການ​ຊີ້ນໍາ ​ແລະ ປະສານ​ງານ​ຢ່າງ​ສະໜິດ​ແໜ້ນ​ກວ່າ​ເກົ່າ ​ເພື່ອ​ການ​ຕີ​ລາຄາທີ່​ເລິກ​ເຊິ່ງ ​ແລະ ຊັດ​ເຈນກວ່າ​ເກົ່າ ເຖິງ​ຄວາມ​ອາດ​ສາມາດ​ທີ່​ຈະ​ຫຼຸດ​ພົ້ນ​ອອກ​ຈາກ​ສິ່ງ​ກີດຂວາງ​ຂອງ​ບັນດາ​ຈຸດ​ອຸດ​ຕັນ​ ໃນ​ພາກສ່ວນລັດ​ວິ​ສາ​ຫະກິດ​ປັດຈຸບັນ. ຈໍາ​ເປັນ​ຕ້ອງ​ມີ​ການຈັດ​ປະ​ເພດ​ໂດຍ​ອີງ​ໃສ່​ມາດຖານ ​ແລະ ຈິນຕະນາການ​ໃໝ່​ ຄື​ດັ່ງກ່າວ​ມາ​ຂ້າງ​ເທິງ. ​ໃນ​ກໍລະນີ​ບໍ່​ມີຄວາມ​ສາມາດ​ໃນ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ດ້ວຍ​ຈິນຕະນາການ, ມາດ​ຕະຖານ ​​ແລະ ​ແບບ​ແຜນ​ດໍາ​ເນີນ​ງານ​ໃໝ່, ກໍ​ຈໍາ​ເປັນ​ຕ້ອງດຳ​ເນີນ​ການ​ແກ້​ໄຂ​ຢ່າງ​ຂາດ​ຂັ້ນ ດ້ວຍມາດ​ຕະການ​ຜັນ​ປ່ຽນ​ຕາມ​ຫຼັກການ​ຕະຫຼາດ, ຍອມຮັບ​ຕໍ່​ຄວາມ​ເສຍ​ຫາຍ​ໃນ​ລະດັບ​ບໍ່​ໃຫ້​​ເກີດ​ຄວາມເສຍ​ຫາຍ​ຢ່າງ​ໃຫຍ່​ຫຼວງ​ໃນ​ອະນາຄົດ.​ແນ່ນອນ​ວ່າ ນີ້​ແມ່ນ​ໜ້າ​ທີ່ຫຍຸ້ງຍາກ​ທີ່​ສຸດ​ເນື່ອງ​ຈາກ​ມັນ​ກ່ຽວ​ພັນ​ເຖິງ​ຄົນ, ກົງຈັກ​ການຈັດ​ຕັ້ງ ​ແລະ ບັນດາ​ການ​ພົວພັນ​ຜົນ​ປະ​ໂຫຍ​ດຕ່າງໆ,​ແຕ່​ບໍ່​ແມ່​ນຍ້ອນ​ແນວ​ນັ້ນ ຈະ​ບໍ່​ອາດສາມາດ​​ປະຕິບັດ​ໄດ້. ພື້ນຖານ​ເສດຖະກິດທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ຫວຽດນາມ ສາມາດກາຍ​ເປັນ​ຈິງ​ໄດ້​ໂດຍ​ໄວ​ ເມື່ອ​ສາມາດ​ແກ້​ໄຂ​​ໄດ້ບັນດາ “ຈຸດ​ອຸດ​ຕັນ” ທີ່​ໄດ້ກ່າວມາ.

ສັງ​ລວມ​ແລ້ວ, ຢາກ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ຫວຽດນາມທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ໃນ ສະພາບ​​ແວດ​ລ້ອມ​ໃໝ່​ໃນ​ປັດຈຸບັນ, ​ແມ່ນ​ບໍ່​ອາດ​ຂາດ​ການ​ມີໜ້າ​ຂອງລັດ​ວິ​ສາ​ຫະກິດ. ​ແຕ່​ວ່າ ບັນດາລັດວິ​ສາ​ຫະກິດຈໍາ​ເປັນ​ແລະຕ້ອງ​ມີໜ້າ​ດ້ວຍ​ລະດັບ​ໃໝ່, ກໍາລັງ​ຄວາມ​ອາດ​ສາມາດ​ໃໝ່, ​ມີ​ຄວາມເປັນ​ຕົວ​ຂອງຕົວ​​ເອງ ​ແທນ​ທີ່​ຈະ​ມີພຽງ​ລັກສະນະ​ເປັນ​ເຄື່ອງມື​ເທົ່າ​ນັ້ນ. ​ເພື່ອ​ສາມາດ​ເຮັດ​ວຽກ​ງານ​ດັ່ງກ່າວ​ນັ້ນ​, ນອກຈາກ​ການ​ປ່ຽນ​ແປງ​ໃໝ່ຈິນຕະນາການ​ກ່ຽວ​ກັບລັດ​ວິ​ສາ​ຫະກິດ​​ແລ້ວ, ຍັງ​ຕ້ອງ​ສືບ​ຕໍ່ບູລະນະ​ລະບົບ​ນິ​ເວດ​ລະບອບ​ລະບຽບ​ການ​ໃຫ້ສົມບູນ​ແບບ​ຕື່ມ​ອີກ​ ​ເພື່ອໃຫ້​ບັນດາລັດວິ​ສາ​ຫະກິດ​​ເຄື່ອນ​ໄຫວ​, ​ໃນ​ນັ້ນ ສິ່ງ​ເປັນ​ຕົ້ນຕໍ​ກໍ​ຍັງ​ແມ່ນ​ບົດ​ໂຈດ​ໃຫຍ່​ກ່ຽວ​ກັບ​ການ​ພົວພັນ​ຜົນ​ປະ​ໂຫຍ​ດ ລະຫວ່າງລັດວິ​ສາ​ຫະກິດ​ ກັບ​ບັນດາອັດຕະພາບ​ຄຸ້ມ​ຄອງ​ລັດ​ເວົ້າ​ລວມ./.

--------------------------

​(1) ເບິ່ງ​ໃນ: ​ເອກະສານ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ 13, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ I.

​- ບົດ​ນີ້​ໄດ້​ລັງ​ພິມ​ໃນວາລະສານ​ກອມ​ມູນິດ, ສະບັບ 973 (​ເດືອນ​ກັນຍາ 2021)