ວກ. - ​ໃນ​ເວລາ​ທີ່​ຜ່ານ​ມາ, ຜົນສຳເລັດ​ຂອງການ​ເຈລະຈາ ​ແລະ ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ຫຼາຍ​ສະບັບ​ ກັບ​ຄູ່​ຮ່ວມ​ມື​ການ​ຄ້າ​ທີ່​ສຳຄັນ​ຂອງ​ຫວຽດນາມ ​ໄດ້​ນຳ​ມາ​ເຊິ່ງກາລະ​ໂອກາດ​ຫຼາຍ​ຢ່າງ​ ໃຫ້​ແກ່​ການ​ເຕີບ​ໂຕທາງ​ເສດຖະກິດ, ການ​ກະຈາຍຄວາມ​ຫຼາກ​ຫຼາຍ​ຂອງ​ຕະຫຼາດການ​ນຳ​ເຂົ້າ​ແລະສົ່ງ​ອອກ; ພ້ອມ​ກັນ​ນັ້ນ, ສ້າງ​ກຳລັງ​ຜັກ​ດັນ​ການ​ປ່ຽນ​ແປງ​ໃໝ່​ໃນ​ປະ​ເທດ, ປະກອບສ່ວນ​ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ ​ແລະ ຊຸກຍູ້​ການ​ພັດທະນາ​ເສດຖະກິດ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ

 

ໃນ​ສະພາບ​​ເສດຖະກິດ-ການ​ເມືອງ​ໂລກ​ມີ​ການ​ຜັນ​ປ່ຽນຢ່າງ​ສັບສົນ, ປະ​ເທດ​ສ່ວນ​​ໃຫຍ່ຖືກ​ຜົນ​ກະທົບທາງ​ເສດຖະກິດ-ສັງຄົມ​ຈາກ​ການລະບາດ​ຂອງ​ໂຄ​ວິດ-19, ຫວຽດນາມ​ຍັງ​ຍຶດໝັ້ນ​ໃນ​ການ​ປະຕິບັດບັນດາ​ແຜນ​ນະ​ໂຍບາຍ​ໃຫຍ່​ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ສາກົນ ຕາມ​ມະຕິ​ເລກ​ທີ່ 06-NQ/TW, ລົງ​ວັນ​ທີ 5 ພຶດສະພາ 2016, ຂອງ​ກອງ​ປະຊຸມຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຄັ້ງ​ທີ 4 ສະ​ໄໝ​ທີ 13, “ກ່ຽວ​ກັບ​ການ​ປະຕິບັດ​ຂະ​ບວນການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ, ຮັກສາ​ສະຖຽນລະ​ພາບທາງ​ເສດຖະກິດ-ສັງຄົມໃນ​ສະພາບ​ທີ່​ປະ​ເທດ​ເຮົາ​ເຂົ້າ​ຮ່ວມ​ສັນຍາ​ການ​ຄ້າ​ເສລີ​ຮຸ່ນ​ໃໝ່” ​ແນ​ໃສ່ “ຮັບ​ປະກັນ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​ຊາດ-ປະ​ເທດ​ຊາດ”.

ດ້ວຍ​ຈິດ​ໃຈ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ ​ແລະ ​ເປັນ​ເຈົ້າ​ການ, ຫວຽດນາມພວມ​ຜັນ​ຂະຫຍາຍ​ການ​ພົວພັນ​ເສດຖະກິດ​ສາກົນ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ກັບ​ບັນດາປະ​ເທດ​ເສດຖະກິດ​ໃຫຍ່​ໃນ​ໂລກ. ​ເລື່ອງນີ້​ບໍ່​ພຽງ​ແຕ່​ຊ່ວຍ​ເພີ່ມ​ທະວີ​ການ​ພົວພັນ​ຕ່າງປະ​ເທດ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ສາກົນ, ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ ​ແລະ ມິດຕະພາບ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ. ​ເຖິງ​ເດືອນ​ກໍລະກົດ 2021, ຫວຽດນາມ​ໄດ້​ເຊັນ​ສັນຍາ​ການ​ຄ້າ​ເສລີ (FTA) 15 ສະບັບ, ສ້າງ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກ​ໃຫ້​ວິ​ສາ​ຫະກິດ​ເປີດ​ກວ້າງ​ຕະຫຼາດ, ​ເຊື່ອມຕໍ່​ແລະເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງ ​ໃນ​ຕ່ອງ​ໂສ້​ມູນ​ຄ່າ​ແລະ​ເຄືອ​ຂ່າຍ​ການ​ຜະ​ລິດຂອງ​ໂລກ. ພິ​ເສດ, ຫວຽດນາມ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ບໍ່​ເທົ່າ​ໃດ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ-ປາຊີ​ຟິກ ທີ່ປະຕິບັດ 3 ສັນຍາການ​ຄ້າ​ເສລີຮຸ່ນ​ໃໝ່(1), ​ໃນ​ນັ້ນ, ສັນຍາ​ຄູ່​ຮ່ວມ​ມື​ຮອບ​ດ້າຍ​ແລະ​ກ້າວໜ້າ​ຂ້າມ​ປາຊີ​ຟິກ (CPTPP) ສິ້ນ​ສຸດ​ການ​ເຈລະຈາ​ເມື່ອ​ຫວຽດນາມ​ເປັນ​ປະທານເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ​ແລະ ​ເມື່ອ​ບໍ່​ດົນ​ມາ​ນີ້​ ໄດ້​ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ​ໃນ​ພາກ​ພື້ນ (RCEP) ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມານະ​ພະຍາຍາມ ​ແລະ ຄວາມ​ຕັດສິນ​ໃຈ ​ຂອງ​ພັກ​ແລະລັດຫວຽດນາມ​ ໃນ​ການ​ປະຕິ​ຮູບ ​ແລະ ຍົກ​ລະດັບ​ເສດຖະກິດ​ຂອງ​ປະ​ເທດ ​ເພື່ອ​ເຊື່ອມ​ໂຍງ​ແລະ​ເຂົ້າ​ຮ່ວມຢ່າງ​ເລິກ​ເຊິ່ງ​ ໃນ​ຕ່ອງ​ໂສ້ຄຸນຄ່າ​ພາກ​ພື້ນ ​ແລະ​ ທົ່ວ​ໂລກ.

ບັນດາສັນຍາການຄ້າເສລີທີ່ໄດ້ລົງນາມ ມີບົດບາດສຳຄັນໃນການດຶງດູດການລົງທຶນ ຈາກບັນດາຄູ່ຮ່ວມມືທີ່ໄດ້ເຊັນສັນຍາກັບຫວຽດນາມ (ໃນພາບ: ການຜະລິດສ່ວນປະກອບເອເລັກໂຕຣນິກ ໃນບໍລິສັດ Youngbag ViNa, ເຂດອຸດສາຫະກຳ ບິ່ງຊວຽນ, ແຂວງຫວິງຝຸກ) _ພາບ: TTXVN

ບັນດາ​ຜົນສຳ​ເລັດທີ່​ໄດ້​ຮັບ

ກ່ຽວ​ກັບ​ການ​ສົ່ງ​ອອກ​ສິນຄ້າ, ການ​ເຂົ້າ​ຮ່ວມ​ໃນ​ບັນດາ​ສັນຍາ​ການ​ຄ້າ​ເສລີ ​ໄດ້​ປະກອບສ່ວນ​ຊຸກຍູ້ການ​ເຕີບ​ໂຕຂອງ​ການ​ສົ່ງ​ອອກ ​ແລະ ການ​ນຳ​ເຂົ້າ. ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ກົມ​ໃຫຍ່​ສຸລະກາ​ກອນ, ມູນ​ຄ່າ​ການ​ສົ່ງ​ອອກ​ແລະນຳ​ເຂົ້າລວມຂອງ​ຫວຽດນາມບັນລຸ​ຫຼາຍກວ່າ 545 ຕື້​ໂດ​ລາ​ສະຫະລັດ ໃນ​ປີ 2020. ພຽງ​ແຕ່​ໃນ 2 ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2021, ມີສິນຄ້າ​ສົ່ງ​ອອກ 5 ລາຍການ​ທີ່​ບັນລຸ​ມູນ​ຄ່າ​ກ່ວາ 10 ຕື້​ໂດ​ລາ​ສະຫະລັດ/ລາຍການ ​ແລະ 25 ລາຍການທີ່​ມີ​ມູນ​ຄ່າ​ກ່ວາ 1 ຕື້​ໂດ​ລາ​ສະຫະລັດ/ລາຍການ.

ການ​ລົງ​ນາມ​ແລະ​ປະຕິບັດ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ກັບ​ບັນດາ​ຄູ່​ຮ່ວມ​ມື​ເຊັ່ນ: ສະມາຄົມ​ປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN), ຈີນ, ສ.​ເກົາຫຼີ, ຍີ່ປຸ່ນ, ອິນ​ເດຍ, ອົດ​ສະຕຣາລີ ​ແລະ ນູ​ແວນ​ເຊ​ລັງ,... ຊ່ວຍ​ຊຸກຍູ້​ການ​ສົ່ງ​ອອກ​ສິນຄ້າ​ຂອງ​ຫວຽດນາມ​ໄປຍັງຕະຫຼາ​ດ​ເຫຼົ່າ​ນີ້. ເມື່ອ​ທຽບ​ກັບ​ເວລາ​ເຂົ້າ​ຮ່ວມ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ (AFTA) ປີ 1996, ມູນ​ຄ່າ​ການສົ່ງ​ອອກ​​ຂອງ​ຫວຽດນາມ​ໄປ​ຍັງ​ປະ​ເທດ​ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ​ກວ່າ 9 ​ເທົ່າ (ຈາກ 5,9 ຕື້​ໂດ​ລາ​ສະຫະລັດ ປີ 1996 ຂຶ້ນ​ເປັນ​ຫຼາຍ​ກວ່າ 53 ຕື້​ໂດ​ລາ​ສະຫະລັດ​ ໃນ​ປີ 2020). ເຊັ່ນ​ດຽວ​ກັນ, ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ​ໄປ​ຍັງ​ຕະຫຼາດ​ຄູ່​ຮ່ວມສັນຍາ​ການ​ຄ້າ​ເສລີຂອງອາ​ຊຽນ ກໍ່​ໄດ້​ບັນລຸ​ບັນ​ດາ​ບາດ​ກ້າວ​ເຕີບ​ໂຕ​ທີ່​ສຳ​ຄັນ ເມື່ອ​ທຽບ​ກັບ​ເວ​ລາ​ກ່ອນ​ການ​ປະ​ຕິ​ບັດສັນຍາ​ການ​ຄ້າ​ເສລີ, ໃນ​ນັ້ນ, ການ​ສົ່ງ​ອອກ​ຂອງ​ຫວຽດນາມ​ໄປ​ຍັງ​ປະ​ເທດ​ຈີນມີ​ການ​ເຕີບ​ໂຕ​ສູງ​ສຸດ (​ເພີ່ມ​ຂຶ້ນ 15 ​ເທົ່າ) ພາຍຫຼັງ​ກວ່າ 15 ປີ; ຖັດມາ​ແມ່ນ ສ.​ເກົາຫຼີ (​ເພີ່ມ​ຂຶ້ນ 6 ​ເທົ່າ); ອິນ​ເດຍ (ເພີ່ມ​ຂຶ້ນ 5,2 ​ເທົ່າ); ຍີ່​ປຸ່ນ (​ເພີ່ມ​ຂຶ້ນ 3 ​ເທົ່າ),...

ສໍາລັບສະຫະພາບເອີຣົບ (ອີ​ຢູ), ​ໃນ 11 ປີ​ແຫ່ງ​ການ​ປະຕິບັດ​ສັນຍາ​ການ​ຄ້າ​ເສລີສະຫະພາບ​ເອີຣົບ-​ຫວຽດນາມ (​ແຕ່​ຕົ້ນ​ເດືອນ​ສິງຫາ 2020 ​ເຖິງ​​ເດືອນ​ມິຖຸນາ 2021), ມູນ​ຄ່າ​ການ​ການ​ສົ່ງ​ອອກ​ຂອງ​ຫວຽດນາມ​ໄປ​ຍັງ​ຕະຫຼາດ​ອີ​ຢູບັນລຸ 35 ຕື້​ໂດ​ລາ​ສະຫະລັດ (ເພີ່ມ​ຂຶ້ນ 11,4% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປະ​ກ່ອນ). ​ໃນ 6 ​ເດືອນ​ຕົ້ນ​ປີ 2021, ມູນຄ່າ​ການ​ຄ້າ​ສອງ​ສົ້ນ ລະຫວ່າງ​ຫວຽດນາມ​ແລະ​ອີ​ຢູ ບັນລຸ 27,67 ຕື້​ໂດ​ລາ​ສະຫະລັດ (​ເພີ່ມ​ຂຶ້ນ 18,4% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2020). ສິ່ງ​ດັ່ງກ່າວ​ໃຫ້​ເຫັນ​ວ່າ, ​ໃນ​ບັນດາ​ປະ​ເທດ​ອາ​ຊຽນ, ຫວຽດນາມກ້າວ​ຂຶ້ນ​ເປັນ​ຜູ້ສົ່ງ​ອອກ​ໃຫຍ່​ທີ່​ສຸດ​ໄປ​ຍັງ​ສະຫະພາບ​ເອີຣົບ. ພິ​ເສດ, ຜະລິດ​ຕະພັນ​ທາງ​ກະ​ເສດ ປ່າ​ໄມ້ ​ແລະ ປະມົງ ​ຕອບ​ສະໜອງນັບ​ມື້​ນັບ​ດີກ​ວ່າ​ຕາມ​ລະ​ບຽບ​ການ​ແລະ​ມາດ​ຕະ​ຖານທາງ​ເຕັກນິກ​ທີ່ “​ເຂັ້ມ​ງວດ” ​ຂອງ​ຕະ​ຫຼາດສະຫະພາບ​ເອີຣົບ(2). ຄຽງ​ຄູ່​ກັນ​ນັ້ນ, ຫຼາຍ​ກຸ່ມ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກໍາ​ໄດ້​ມີ​ອັດ​ຕາ​ການ​ຂະ​ຫຍາຍ​ຕົວ​ສູງ​ພໍ​ສົມ​ຄວນ​ໃນ​ການ​ສົ່ງ​ອອກ​ໄປຍັງ​ຕະ​ຫຼາດສະຫະພາບ​ເອີຣົບ​ໃນ 11 ​ເດືອນ​ທີ່​ສັນຍາການ​ຄ້າ​ເສລີ ລະຫວ່າງສະຫະພາບ​ເອີຣົບ ​ແລະ ​ຫວຽດນາມ ມີ​ຜົນ​ບັງຄັບ​ໃຊ້ (3).

ສໍາລັບບັນດາ​ປະ​ເທດ​ສະມາຊິກ​ຂອງສັນຍາ​ຄູ່​ຮ່ວມ​ມື​ຮອບ​ດ້າຍ​ແລະ​ກ້າວໜ້າ​ຂ້າມ​ປາຊີ​ຟິກ, ພາຍຫຼັງ​ສອງ​ປີ​ທີ່​ສັນຍາ​ມີ​ຜົນ​ບັງຄັບ​​ໃຊ້, ປີ 2020, ມູນ​ຄ່າ​ການ​ສົ່ງ​ອອກ​ໄປ​ຍັງ​ສອງ​ປະ​ເທດ​ທີ​ໄດ້​​ໃຫ້​ສັດຕະຍາບັນ​ສັນຍາຄູ່​ຮ່ວມ​ມື​ຮອບ​ດ້າຍ​ແລະ​ກ້າວໜ້າ​ຂ້າມ​ປາຊີ​ຟິກ​ໃນ​ທະວີບອາ​ເມ​ລິ​ກາ (ກາ​ນາ​ດາ ​ແລະ ​ເມັກ​ຊິກ) ​ໄດ້​ເຕີບ​ໂຕ​ຢ່າງ​ແຂງ​ແຮງ, ​ເພີ່ມ​ຂຶ້ນ 45% ​ແລະ 41% ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2018. ​ເຖິງວ່າ​ຖືກ​ຜົນ​ກະທົບ​ຂອງ​ການ​ແຜ່ລະບາດ​ໃຫຍ່​ຂອງ​ໂຄ​ວິດ-19 ກໍ​ຕາມ, ​ແຕ່​ໃນ 6 ​ເດືອນ​ຕົ້ນ​ປີ 2021, ມູນ​ຄ່າ​ການ​ສົ່ງ​ອອກ​ໄປ​ຍັງ​ບັນດາ​ຄູ່​ຮ່ວມ​ມື​ຂອງ​ຫວຽດນາມໃນ​ສັນຍາ​ນີ້ຢູ່​ທະວີບອາ​ເມ​ລິ​ກາ ກໍຍັງເຕີບໂຕໃນແງ່ບວກຫຼາຍ. ລວມຍອດ​ມູນ​ຄ່າການ​ຄ້າ​ສອງ​ສົ້ນ​ບັນ​ລຸ 6,32 ຕື້​ໂດ​ລາ​ສະຫະລັດ (​ເພີ່ມ​ຂຶ້ນ 35,7% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2020), ​ໃນ​ນັ້ນ, ການ​ສົ່ງ​ອອກ​ຂ​ອງຫວຽດນາມ​ໄປ​ຍັງ​ບັນດາ​ປະ​ເທດ​ນີ້​ບັນລຸ 5,48  ຕື້​ໂດ​ລາ​ສະຫະລັດ (​ເພີ່ມ​ຂຶ້ນ 46,8%), ການ​ນຳເຂົ້າ​ບັນລຸ 833,3 ລ້ານ​ໂດ​ລາ​ສະຫະລັດ (ຫຼຸດ​ລົງ 9,2%).  

​ໃນ 6 ​ເດືອນ​ຕົ້ນ​ປີ 2021 ນັ້ນ, ຫຼັງ​ຈາກ​ທີ່​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ​ ກັບ​ສະຫະ​ລາຊະ​ອານາຈັກ​ອັງກິດ​ແລະ​ໄອ​ແລະ​ເໜືອ (UKVFTA) ມີ​ຜົນບັງຄັບ​ໃຊ້, ລວມຍອດ​ການ​ສົ່ງ​ອອກ​ແລະນຳ​ເຂົ້າບັນລຸ 3,29 ຕື້​ໂດ​ລາ​ສະຫະລັດ (​ເພີ່ມ​ຂຶ້ນ 28% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2020). ສິນຄ້າຫຼາຍປະ​ເພດ​ທີ່ສົ່ງ​ອອກ​ໄປຍັງ​ອັງກິດ​​ມີ​ການ​ເຕີບ​ໂຕ​ສູງ​​ສຸດ​ໃນຮອບ 6 ​ເດືອນທີ່​ສັນຍາ​ UKVFTA ​ມີ​ຜົນ​ບັງຄັບ​ໃຊ້ (4). ຕໍ່​ກັບ​ຄູ່​ຮ່ວມ​ມື​ຈຳນວນ​ໜຶ່ງ​ໃນສະຫະພັນ​ເສດຖະກິດ​ອາຊີ-​ເອຣົບ, ການ​ສົ່ງ​ອອກ​ໃນ 6 ​ເດືອນ​ຕົ້ນ​ປີ 2021 ກໍ​ເພີ່ມ​ຂຶ້ນ 14,9% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2020, ​ໃນ​ນັ້ນ ການ​ສົ່ງ​ອອກ​ຂອງ​ຫວຽດນາມບັນລຸ​ປະມານ 1,66 ຕື້​ໂດ​ລາ​ສະຫະລັດ (​ເພີ່ມ​ຂຶ້ນ 31,3%); ການນຳ​ເຂົ້າ​ຈາກ​ບັນດາ​ປະ​ເທດໃນສະຫະພັນ​ເສດຖະກິດ​ອາຊີ-​ເອຣົບ ບັນລຸ​ປະມານ​ກວ່າ 1 ຕື້ນ​ໂດ​ລາ​ສະຫະລັດ (ຫຼຸດ​ລົງ 4,5%) ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2020.

​ເປັນ​ອັນວ່າ, ​ເຖິງ​ວ່າການ​ແຜ່​ລະບາດ​ຂອງ​ໂຄ​ວິດ-19 ຈະ​ຜັນ​ແປ​ຢ່າງ​ສັບສົນ​ແລະ​​ສົ່ງ​ຜົນ​ກະທົບ​ທາງ​ລົບ​ເຖິງການ​ເຄື່ອນ​ໄຫວ​ການ​ຄ້າ​ໃນ​ຂອບ​ເຂດ​ທົ່ວ​ໂລກ, ການ​ສົ່ງ​ອອກ​ສິນຄ້າ​ຂອງ​ຫວຽດນາມ​ໄປ​ຍັງ​ຕະຫຼາດ​ທີ່​ເປັນ​ມູນ​ເຊື້ອຈຳນວນ​ໜຶ່ງປະສົບ​ຄວາມ​ຫຍຸ້ງຍາກ​ຫຼາຍຢ່າງ, ​ແຕ່​ເບິ່ງ​ລວມ​ແລ້ວ, ການ​ສົ່ງ​ອອກ​ຂອງ​ທົ່ວ​ປະ​ເທດ​ກໍ່​ມີ​ການ​ເຕີບ​ໂຕ​ໃນ​ທາງ​ບວກ ​ເນື່ອງ​ຈາກ​ບັນດາ​ວິ​ສາ​ຫະກິດ​ໄດ້​ໃຊ້​ປະ​ໂຫຍ​ດຈາກ​ໂອກາດ​ການຍູ້​ແຮງ​ການ​ສົ່ງ​ອອກ​ໄປ​ຍັງ​ບັນດາ​ຕະຫຼາດ​ທີ່​ແທນ​ທີ່, ພິ​ເສດ​ແມ່ນ​ບັນດາ​ຕະຫຼາດ​ທີ່​ມີ​ສັນຍາ​ການ​ຄ້າ​ເສລີ​ກັບ​ຫວຽດນາມ. ສິ່ງ​ດັ່ງກ່າວ​ໃຫ້​ເຫັນ​ວ່າ, ການ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ເຈ​ລະ​ຈາ​ແລະ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ໄດ້​ຊ່ວຍ​ຂະຫຍາຍ​ຄວາມ​ຫຼາກ​ຫຼາຍ​ຂອງ​ຕະຫຼາດ​ການ​ສົ່ງ​ອອກ, ຫຼີກ​ລ້ຽງ​ການ​ເພິ່ງ​ພາຕະຫຼາດ​ດຽວຫຼາຍ​ເກີນ​ໄປ​.

ພິ​ເສດ, ສຳລັບ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ຮຸ່ນ​ໃໝ່, ມັນ​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ສູງ​ທີ່​ສຸດ ​ແຕ່ຄຽງ​ຄູ່​ກັນ​ນັ້ນ, ຜົນ​ປະ​ໂຫຍ​ດທີ່​ໄດ້​ຮັບ​ກໍ​ສູງ​ກວ່າ​​ເມື່ອ​ທຽບ​ກັບ​ສັນຍາ​ການ​ຄ້າ​ເສລີຮຸ່ນເກົ່າ​ທີ່​ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ການ​ປະຕິບັດ​ກ່ອນ​ໜ້າ​ນີ້. ການ​ປະ​ຕິ​ບັດສັນຍາ​ການ​ຄ້າ​ເສລີຢ່າງ​ທັນ​ການ, ບວກ​ກັບ​ການ​ຜັນ​ຂະຫຍາຍ​ປະຕິບັດ​ຢ່າງ​​ແຂງ​ຂັນຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ຕັ້ງແຕ່​ຫົວ​ທີ່ ກໍ່​ໄດ້​ປະກອບສ່ວນ​ບັນ​ເທົາ​ຄວາມ​ຫຍຸ້ງຍາກຂອງ​ພື້ນຖານ​ເສດຖະກິດ ​ແລະ​ຊຸມ​ຊົນ​ວິ​ສາ​ຫະກິດ ເນື່ອງ​ຈາກ​ຜົນ​ກະທົບຂອງ​ການລະບາດ​ຂອງ​ໂຄ​ວິດ-19.

ກ່ຽວ​ກັບ​ການ​ດຶງ​ດູດ​ການ​ລົງທຶນ, ບັນດາສັນຍາ​ການ​ຄ້າ​ເສລີທີ່​ໄດ້​ລົງ​ນາມ​ແລ້ວ ມີ​ບົດບາດສຳ​ຄັນ​ໃນ​ການ​ດຶງ​ດູດ​ການ​ລົງທຶນ​ຈາກ​ບັນດາ​ຄູ່​ຮ່ວມ​ມື​ທີ່​ໄດ້​ເຊັນສັນຍາ​ການ​ຄ້າ​ເສລີກັບ​ຫວຽດນາມ. ​ໃນ​ຈຳນວນ 139 ປະ​ເທດ​ແລະ​ເຂດ​ແຄ້ວ​ນທີ່​ມີ​​ໂຄງການ​ລົງທຶນ​ທີ່​ມີ​ຜົນ​ບັງຄັບ​ໃຊ້​ຢູ່​ຫວຽດນາມ, ​ອັນ​ດັບ​ໜຶ່ງ​ແມ່ນ​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ມີ​ການ​ພົວພັນ​ສັນຍາ​ການ​ຄ້າ​ເສລີກັບ​ຫວຽດນາມ, ​ເຊັ່ນ ສ.​ເກົາຫຼີ (ອັນ​ດັບ​ໜຶ່ງ) ດ້ວຍຍອດຈຳນວນທຶນຈົດທະບຽນຫຼາຍກວ່າ 70,6 ຕື້​ໂດ​ລາ​ສະຫະລັດ (ກວມ​ເອົາ 18,4% ຂອງ​ເງິນ​ລົງທຶນທັງ​ໝົດ); ຍີ່ປຸ່ນ (ອັນ​ດັບ​ສອງ) ​ໄດ້​ລົງທຶນ​ເກືອບ 60,3 ຕື້​ໂດ​ລາ​ສະຫະລັດ (ກວມ​ເອົາ 15,7% ຂອງ​ເງິນ​ລົງທຶນທັງ​ໝົດ); ຖັດມາ​ແມ່ນ​ສິງກະໂປ, ຈີນ...

ກ່ຽວ​ກັບ​ການ​ກະທົບ​ຕາມ​ຂະ​ແໜງ​ການ, ສຳລັບ​ຂົງ​ເຂດ​ອຸດສາຫະກຳ, ບັນດາສັນຍາ​ການ​ຄ້າ​ເສລີ​ໄດ້ປະກອບສ່ວນປັບ​ໂຄງ​ສ້າງ​ການ​ສົ່ງ​ອອກ​ສິນຄ້າຂອງ​ຫວຽດນາມ​ໄປ​ໃນ​ທິດ​ທາງ​ທີ່​ດີ, ​ເພີ່ມ​ອັດຕາ​ສ່ວນ​ການ​ສົ່ງ​ອອກ​ສິນຄ້າ​ປຸງ​ແຕ່ງ, ຫຼຸດ​ອັດຕາ​ສ່ວນ​ສິນຄ້າ​ດິບ​ແລະສິນຄ້າ​ປຸງ​ແຕ່ງ​ເບື້ອງ​ຕົ້ນ; ​ເພີ່ມ​ອັດຕາ​ສ່ວນ​ສິນຄ້າ​ອຸດສາຫະກຳ​ປຸງ​ແຕ່ງ, ຫຼຸດ​ອັດຕາ​ສ່ວນ​ສິນຄ້າ​ກະສິກຳ, ປ່າ​ໄມ້ ​ແລະ ສິນ​ໃນ​ ນ້ຳ; ​ເພີ່ມ​ອັດຕາ​ສ່ວນ​ສິນຄ້າ​ສົ່ງ​ອອກຂອງ​ຂົງ​ເຂດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​ແລະ​ຂົງ​ເຂດ​ເສດຖະກິດ​ເອກະ​ຊົນ, ຫຼຸດ​ອັດຕາ​ສ່ວນ​ການ​ສົ່ງ​ອອກ​ຂອງ​ຂົງ​ເຂດ​ເສດຖະກິດ​ແຫ່ງ​ລັດ. ໂຄງ​ປະ​ກອບ​​ສິນ​ຄ້າ​ສົ່ງ​ອອກ​ໄດ້​ຮັບ​ການ​ປັບ​ປຸງຢ່າງ​ຕໍ່​ເນື່ອງ​ໃນ​ທິດ​ທາງທີ່​ດີ​ຕາມ​ແຜນ​ຍຸດ​ທະ​ສາດ​ການ​ສົ່ງ​ອອກ​ແລະນຳ​ເຂົ້າ​ສິນ​ຄ້າ​ໄລ​ຍະ 2011-2020, ກຳນົດທິດ​ຮອດ​ປີ 2030, ດ້ວຍ​ການ​ເພີ່ມ​ຂຶ້ນ​ຂອງ​ອັດ​ຕາ​ສ່ວນ​ສິນ​ຄ້າ​ປຸງ​ແຕ່ງ ແລະ​ຜະ​ລິດ (ຈາກ 82,9% ຂອງ​ປີ 2018 ຂຶ້ນ​ເປັນ 84,3% ປີ 2019).

ສຳລັບບາງ​ຂົງ​ເຂດ​ອື່ນໆ​ເຊັ່ນ ກະສິກຳ, ການ​ເຂົ້າ​ຮ່ວມ​ໃນສັນຍາ​ການ​ຄ້າ​ເສລີ​ໄດ້​ປະກອບສ່ວນ​ຊຸກຍູ້​ການ​ເຕີບ​ໂຕ​ທາງ​ດ້ານ​ການ​ຄ້າ​, ຂະຫຍາຍ​ຄວາມ​ຫຼາກ​ຫຼາຍ​ຂອງ​ຕະຫຼາດ​ແລະ​ຜະລິດ​ຕະພັນ​ການ​ສົ່ງ​ອອກ, ສ້າງ​ເງື່ອນ​ໄຂ​ເພື່ອ​ພັດທະນາ​ການ​ຜະລິດ​ຢູ່​ໃນ​ປະ​ເທດ, ສ້າງ​ວຽກ​ເຮັດ​ງານ​ທຳ​ແລະ​ເພີ່ມ​ລາຍ​ໄດ້​ໃຫ້​ຊາວ​ກະສິກອນ; ຍູ້​ແຮງ​ການ​ປະຍຸກ​ໃຊ້​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ຍົກ​ສູງ​ສະມັດ​ຕະພາບ ຄຸນ​ນະພາ​ບ ​ແລະ ຄວາມ​ສາມາດ​ແຂ່ງຂັນຂອງ​ສິນຄ້າ​ກະ​ເສດ ການ​ປ່າ​ໄມ້ ການ​ປະມົງ, ​ແລະ ​ເພີ່ມ​ທະວີ​ລະບົບ​ມາດຕະຖານ​ເຕັກນິກ ຄວາມ​ປອດ​ໄພ ​ແລະ ຮັບປະກັນສຸຂະອະນາໄມຂອງອາຫານ, ປ່ຽນ​ແປງ​ໂຄງ​ສ້າງ​ການ​ຜະລິດ ​ແລະ ​ເສີມ​ຂະຫຍາຍ​ທ່າ​ດີ​ປຽບທຽບຂອງຂະ​ແໜງ​ການຜະລິດກະສິກໍາ ປ່າໄມ້ ແລະການປະມົງ.

ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ລັດ, ດ້ວຍ​ການປະຕິບັດຄໍາໝັ້ນສັນຍາໃນສັນຍາການຄ້າເສລີ, ພິ​ເສດ​ແມ່ນ​ ບັນດາສັນຍາ​ການ​ຄ້າ​ເສລີຮຸ່ນ​ໃໝ່ - ບັນດາສັນຍາ​ການ​ຄ້າ​ເສລີທີ່​ມີມາດຕະຖານ​ລະດັບ​ສູງຂອງ​ການ​ຄຸ້ມ​ຄອງ​ທີ່​ໂປ່​ງ​ໃສ ​ແລະ ​ການ​ປະພຶດ​ທີ່​ເປັນກາງ,... ຈະ​ປະກອບສ່ວນ​ສ້າງກອບການຜູກ​ມັດ​ທາງ​ດ້ານ​ກົດ​ໝາຍ​ໃນ​ພາກ​ພື້ນ (ກ່ຽວ​ກັບ​ນະ​ໂຍບາຍ​ການ​ຄ້າ ການ​ລົງທຶນ, ກຳມະ​ສິດທາງ​ປັນຍາ, ອີຄອມ​ເມີຣ໌ຊ, ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ,...) ​ແລະ ​ສ້າງ​ສະພາບ​ແວດ​ລ້ອມການ​ຄ້າ​ທີ່​ຍຸດ​ຕິ​ທໍາ.

ຄວາມຫຍຸ້ງຍາກແລະຂໍ້ຈໍາກັດບາງຢ່າງ

ການ​ໃຊ້​ປະ​ໂຫຍ​ດຈາກບັນດາສັນຍາ​ການ​ຄ້າ​ເສລີ​ໃນ​ປະຈຸ​ບັນ​ມີຄວາມ​ຫຍຸ້ງຍາກ​ແລະ​ຂໍ້ຈຳກັດ​ບາງ​ຢ່າງ​ທີ່​ຕ້ອງ​​ໄດ້ແກ້​ໄຂ.

ທີ​ໜຶ່ງ, ສະພາບ​​ການ​ເສດ​ຖະ​ກິດ-ການ​ເມືອງ​ຂອງ​ໂລກ​ພວມ​ມີ​ການ​ພັດ​ທະ​ນາ​ທີ່​ສັບ​ສົນ ແລະ​ຄາດ​ຄະ​ເນ​ບໍ່​ໄດ້. ການ​ແຜ່​ລະບາດ​ຂອງ​ໂຄ​ວິດ-19 ​ໄດ້​ແລະ​ພວມ​ສົ່ງ​ຜົນ​ກະທົບ​ທາງ​ລົບ​ເຖິງ​ເສດຖະກິດ​ຂອງ​ໂລກ, ພາກ​ພື້ນ ​ແລະ ​ແຕ່ລະ​ປະ​ເທດ, ​ເຮັດ​ໃຫ້​ບັນດາຕ່ອງ​ໂສ້​ການ​ສະໜອງ​ ແລະ ​ການ​ຜະລິດທົ່ວ​ໂລກ​ ມີການປ່ຽນແປງ ແລະ ບາງຄັ້ງກໍ່​ແຕກ​ຫັກ; ລັດທິປົກ​ປ້ອງ​ທີ່​ເພີ່ມ​ຂຶ້ນ​ໃນ​ຫຼາຍ​ປະ​ເທດ, ​ໃນ​ຂະນະ​ທີ່ສະ​ຖາ​ບັນ​ພະຫຸ​ພາຄີ ​ໂດຍ​ສະ​ເພາະ​ອົງການ​ການ​ຄ້າ​ໂລກ (WTO) ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ ໃນ​ຂະ​ບວນການ​ປະຕິ​ຮູບ​ແລະດຳເນີນ​ການ;... ນີ້​ແມ່ນ​ຄວາມ​ທ້າ​ທາຍ​ທີ່​ໃຫຍ່ ຍ້ອນ​ຫວຽດນາມ​ເຊື່ອມ​ໂຍງຢ່າງ​ເລິກ​ເຊິ່ງ​ເຂົ້າ​ກັບ​ໂລກ ​ແລະພາກ​ພື້ນ, ດັ່ງ​ນັ້ນ, ຕ້ອງ​ມີ​ການ​ຄິດ​ໄລ່​ຢ່າງຮອບ​ຄອບ​ໃນ​ລະຫວ່າງ​ການປະຕິບັດບັນດາ​ສັນຍາການ​ຄ້າ​ເສລີ ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະ​ເທດ​ຊາດ.

ທີ​ສອງ, ການເພີ່ມຂຶ້ນ​ຂອງ​ແຮງ​ກົດ​ດັນ​ດ້ານ​ການ​ແຂ່ງ​ຂັນ ​ຕໍ່​ສິນ​ຄ້າແລະວິ​ສາ​ຫະກິດ​ຫວຽດນາມຢູ່​​ໃນຕະ​ຫຼາດ “ບ້ານ”, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ທີ່​ຍັງ​ອ່ອນ​ແອ​ຂອງ​ຫວຽດນາມ. ​ເຖິງ​ວ່າ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນຂອງ​ເສດຖະກິດ, ວິ​ສາ​ຫະກິດ​ ​ແລະ ຜະລິດ​ຕະພັນ​ຂອງ​ຫວຽດນາມ​ໄດ້​ຮັບ​ການ​ປັບປຸງ, ​ແຕ່​ຍັງ​ອ່ອນ​ແອ​ເມື່ອ​ທຽບ​ກັບ​ບັນດາ​ປະ​ເທດ, ລວມທັງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ​ຂະ​ແໜງ​ການ​ເສດຖະກິດ ​ວິ​ສາ​ຫະກິດ​​ປາຍ​ຫອກ ທີ່​ສາມາດອອກ​ໄປ​ຄອບ​ຄອງ​ຕະ​ຫຼາດ​ພາກ​ພື້ນ​ແລະ​ຕະຫຼາດ​ໂລກນັ້ນ​ ບໍ່​ຫຼາຍປານ​ໃດ, ບໍ່​ມີ​ຄວາມ​ສາມາດ​ໃນ​ການ​ນຳ​ໜ້າ, ​ແກ່​ດຶງ​ຂະ​ແໜງ​ການ​ແລະວິ​ສາ​ຫະກິດອື່ນໆ​ ເພື່ອ​ພັດທະນາ​ຮ່ວມ​ກັນ. ບາງ​ຜະລິດ​ຕະພັນ​ເລີ່​ມມີ​ຄວາມຫຍຸ້ງຍາກໃນການແຂ່ງຂັນ, ອັດຕາການເຕີບໂຕຂອງ​ມູນ​ຄ່າ​ການ​ສົ່ງ​ອອກ​ມີ​ແນວ​ໂນ້ມທີ່​ຈະ​ຫຼຸດ​ລົງ, ໂຄງປະກອບການສົ່ງອອກຍັງ​ບໍ່​ດີ, ສຸມ​ໃສ່​ຜະ​ລິດ​ຕະ​ພັນ​ກະ​ເສດ, ອາ​ຫານ​ທະ​ເລ, ແຜ່ນ​ແພ, ເກີບ​ໜັງ,... ການ​ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ​ຂອງ​ຜະລິດ​ຕະພັນ, ວິ​ສາ​ຫະກິດ ​ແລະ ​ພື້ນຖານ​ເສດຖະກິດນັ້ນ ມັນ​ຂຶ້ນ​ກັບ​ຫຼາຍ​ປັດ​ໄຈທີ່ສຸດ​ເຊັ່ນ: ການ​ປັບປຸງ​ສະ​ຖາ​ບັນ​ທີ່​ສົມບູນ, ການ​ປະຕິ​ຮູບ​ການ​ບໍລິຫານ, ນະ​ໂຍບາຍ​ເສດຖະກິດ, ຄຸນ​ນະພາ​ບຂອງ​ບຸກຄະລາ​ກອນ, ລະດັບ​ວິທະຍາສາດ - ​ເຕັກ​ໂນ​ຊີ, ດັ່ງ​ນັ້ນ, ​ເມື່ອ​ປັດ​ໄຈເຫຼົ່ານີ້ປ່ຽນແປງ​ໄປໃນທາງບວກ, ຄວາມ​ສາມາດໃນການແຂ່ງຂັນກໍ່ຈະດີ​ຂຶ້ນ. ຄຽງ​ຄູ່​ກັນ​ນັ້ນ, ລະດັບ​ຂອງ​ບຸກຄະລາ​ກອນ​ໃນ​ຫຼາຍວິ​ສາ​ຫະກິດຂອງ​ຫວຽດນາມຍັງ​ຖືກ​ຈຳກັດ, ສົ່ງ​ຜົນ​ຕໍ່​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ກັບ​ວິ​ສາ​ຫະກິດ​ຕ່າງປະ​ເທດ.

ທີ​ສາມ, ວຽກ​ງານ​ການ​ຄູ້​ມຄອງ, ບໍລິຫານ​ຂອງ​ລັດ ​ແລະ ການ​ຄຸ້ມ​ຄອງ​ບໍ​ລິ​ສັດ​ ​ເຖິງ​ວ່າ​ໄດ້​ມີ​ການ​ປັບປຸງ, ​ແຕ່​ກໍ່ຍັງ​ບໍ່​ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຕ້ອງການ​ຂອງ​ສະພາບ​ການ​ໃໝ່. ​ໃນ​ສະພາບ​ການ​ໂລກ​ມີ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ ​ແລະ ​ແຂງ​ແຮງ​ຄື​ໃນ​ໄລຍະ​ຜ່ານ​ມາ, ບັນດາ​ອົງການ​ຄຸ້ມ​ຄອງ​​ແລະ​ວິ​ສາ​ຫະກິດ ບາງ​ຄັ້ງ​ກໍ່ອາດ​ຈະ​ສັບສົນ​ໃນ​ການ​ຄາດ​ຄະ​ເນ​ສະຖານະ​ການ, ພາ​ໃຫ້​ຂາດ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ຈັດການກັບ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ຂະ​ບວນການ​ປະຕິບັດ​ໜ້າ​ທີ່​ທີ່​ພັກ​ແລະ​ລັດ​​ວາງ​ໄວ້.

ທີ​ສີ່, ຄວາມ​ຄົບ​ຊຸດ​ແລະ​ການ​ເຊື່ອມ​ຕໍ່​ລະຫວ່າງ​ບັນດາ​ຂອງ​ເຂດຍັງ​ບໍ່​ທັນ​ສູງ, ການ​ປະສານ​ສົມທົບ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ລະຫວ່າງ​ສູນ​ກາງ ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດຍັງ​ບໍ່​ດີ. ບັນຫາສະຫະ​ຂະ​ແໜງ​ການ​ຫຼາຍ​ຢ່າງ​ແກ້​ໄຂ​ໄດ້​ຊ້າ, ພິ​ເສດ​ແມ່ນ​ບັນຫາ​ຍົກ​ສູງ​ປະສິດທິ​ຜົນ​ການ​ລົງທຶນ, ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ, ການ​ພັດທະນາ​ບັນດາ​ປັດ​ໄຈ​ເສດຖະກິດ​ຕະຫຼາດ​ຢ່າງ​ຄົບ​ຊຸດ. ກະ​ໂຕ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ແມ່ນບັນຫາ​ສະຫະ​ຂະ​ແໜງ​ການ, ​ແຕ່​ໃນ​ຄວາມ​ເປັນ​ຈິງ, ວຽກ​ງານ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ, ປະຕິ​ບັດສັນຍາ​ການ​ຄ້າ​ເສລີຍັງ​ຖືກ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງຖິ່ນຜັນ​ຂະຫຍາຍ​ ດຳ​ເນີນ​ການແຍກ​ກັນ​ພາຍ​ໃນ​ຂອບ​ເຂດ​ຂະ​ແໜງ​ການ, ຂົງ​ເຂດ, ທ້ອງ​ຖິ່ນ. ດັ່ງ​ນັ້ນ, ຈຶ່ງມີ​ສະຖານະ​ການ “​ບໍ່​ລົງ​ລອຍ​ກັນ” ລະຫວ່າງ​ອົງການ ​ແລະ ທ້ອງ​ຖິ່ນ.

ທີ​ຫ້າ, ບັນດາສັນຍາ​ການ​ຄ້າ​ເສລີທີ່​ກຳລັງ​ໄດ້​ຮັບ​ການ​ປະຕິບັດກໍ​ມີ​ຫຼາຍ​ບັນຫາ​ທີ່​ຕ້ອງ​ໄດ້​ຮັບ​ການ​ຈັດການ​ແກ້​ໄຂ. ​ວິ​ສາ​ຫະກິດທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດມີຄວາມ​ສາມາດ​ໃນ​ການ​ໃຊ້​ປະ​ໂຫຍ​ດຈາກ​ການ​ບຸລິມະສິດນັ້ນ​ດີ​ກວ່າ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ. ວິ​ສາ​ຫະ​ກິດ​ຂະໜາດ​ໃຫຍ່​ມັກ​ຈະ​ສວຍ​ໃຊ້​ກາ​ລະ​ໂອ​ກາດ​ຈາກ​ສັນ​ຍາ​ການ​ຄ້າ​ເສລີ​ໄດ້ດີກ​ວ່າ​ວິ​ສາ​ຫະ​ກິດ​ຂະ​ໜາດກາງ​ແລະ​ຂະໜາດ​ນ້ອຍ.

ທີ​ຫົກ, ຄວາມ​ສາມາດ​ໃນ​ການ​ສັງ​ເກດ​ການ, ປະ​ເມີນ​ ​ແລະ ຄາດ​ຄະ​ເນສະຖານະ​ການ​ຈິງ​ ເພື່ອ​ເປັນ​ເຈົ້າ​ການ​ຈັດການ​ກັບ​ບັນຫາ​ທີ່​ເກີດ​ຂຶ້ນ​ ໃນ​ຂະ​ບວນການ​ປະຕິບັດສັນຍາ​ການ​ຄ້າ​ເສລີນັ້ນ​ຍັງ​ມີ​ຄວາມຈຳກັດ​ຫຼາຍ. ບັນດາ​ບັນຫາ​ກ່ຽວ​ກັບ​ການ​ສ້າງ​ກົນ​ໄກ​ການ​ຮັບ​ຮູ້​ແລະ​ການ​ເຕືອນ​ລ່ວງ​ໜ້າ​ໃນ​ບັນດາ​ຂົງ​ເຂດ​ທີ່​ຫວຽດນາມ​ໄດ້​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກັບ​ເສດຖະກິດ​ໂລກ​ນັ້ນ​ເບິ່ງ​ລວມຍັງ​ອ່ອນ​ແອ.

ທີ​ເຈັດ, ພ້ອມໆ​ກັນ​ກັບ​ຂະ​ບວນວິວັດ​ການ​ພັດທະນາ, ບັນດາ​ຈຸດ​ອຸດ​ຕັນ​ໃນ​ສະ​ຖາ​ບັນ,​ໂຄງ​ສ້າງ​ພື້ນຖານ, ຊັບພະຍາກອນ​ມະນຸດ​ແລະອື່ນໆ ລ້ວນ​ແຕ່​ມີ​ແລະຍັງ​ຄົງ​ມີ​ຢູ່, ນັບ​ມື້​ນັບ​ຈະ​ແຈ້ງ​ແລະ​ສົ່ງ​ຜົນ​ກະ​ທົບ​ຫຼາຍ​ຂຶ້ນ​, ກີດ​ຂວາງ​ຂະ​ບວນ​ການ​ພັດ​ທະ​ນາ. ​ຄຳ​ໝັ້ນ​ສັນຍາ​ໃໝ່ຫຼາຍ​ຢ່າງ​ເຊັ່ນ ​ກ່ຽວ​ກັບ​ແຮງ​ງານ - ສະຫະພັນ​ແຮງ​ງານ, ສິ່ງ​ແວດ​ລ້ອມ, ລັດ​ວິ​ສາ​ຫະກິດ, ການຈັດ​ຊື້​ຈັດ​ຈ້າງຂອງ​ລັດຖະບານ, ການ​ລົງທຶນແລະອື່ນໆ ຮຽກຮ້ອງ​ໃຫ້​ມີ​ບັນດາ​ອົງການ​ຄຸ້ມ​ຄອງ​ທີ່​ເໝາະ​ສົມ​ໃໝ່. ຖ້າບໍ່ມີການກະກຽມພາຍໃນທີ່ດີ, ລວມມີ​ການຈັດ​ຕັ້ງສະຖາບັນການ​ຄຸ້ມ​ຄອງ​ໃໝ່​ທີ່​ມີ​ຄວາມ​ຄົບ​ຊຸດ​ຈາກສູນກາງເຖິງທ້ອງຖິ່ນ, ​ເປັນ​ການ​ຍາກ​ທີ່​ຈະ​ຮັບປະກັນວ່າ ການ​ປະຕິບັດ​ສັນຍາການ​ຄ້າ​ເສລີຈະ​ເປັນ​ປະ​ໂຫຍ​ດຢ່າງຮອບດ້ານ​ແລະ​ມີ​ປະສິດທິພາບ.

ວິທີແກ້ໄຂຕົ້ນຕໍໃນເວລາຕໍ່ໜ້າ

ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນ​ໄລຍະ​ຜ່ານ​ມາ​​ເປັນ​ພຽງ​ບາດກ້າວ​ທຳ​ອິດ​ເທົ່າ​ນັ້ນ. ​ໂດຍ​ພື້ນຖານ​ແລ້ວ, ຄວາມ​ສາມາດ​ໃນ​ການ​ແຂ່ງຂັນຂອງ​ພື້ນຖານ​ເສດຖະກິດ ​ແລະຂອງ​ຫຼາຍ​ຂະ​ແໜງ​ສິນຄ້າ ຍັງຕ້ອງໄດ້ຮັບການປັບປຸງ​ຢ່າງ​ແຂງ​ແຮງ​ໃນໄລຍະ​ເວລາ​ຕໍ່​ໄປ. ການ​ແຂ່ງ​ຂັນ​ຢູ່​ຕະ​ຫຼາດ​ສາ​ກົນ ແລະ ຕະ​ຫຼາດ​ຫວຽດ​ນາມ ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ​ສຳ​ລັບ​ວິ​ສາ​ຫະ​ກິດ​ຈຳນວນຫລາຍ. ດັ່ງ​ນັ້ນ, ເພື່ອ​​ໃຊ້​ປະ​ໂຫຍ​ດຈາກສັນຍາ​ການ​ຄ້າ​ເສລີຢ່າງ​ມີ​ປະສິດທິ​ຜົນຫຼາຍ​ຂຶ້ນ, ​ເປີດ​ກວ້າງ​ແລະຂະຫຍາຍ​ຄວາມ​ຫຼາກ​ຫຼາຍ​ຂອງ​ຕະຫຼາດ​ສົ່ງ​ອອກ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຕ້ອງ​ສຸມ​ໃສ່​ແກ້​ໄຂ​ບາງ​ບັນຫາ​ຕໍ່​ໄປ​ນີ້:

ທີ​ໜຶ່ງ, ຕ້ອງ​ສ້າງ​ແຜນ​ຍຸດ​ທະ​ສາດ​ໃໝ່​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ຜ່ານ​ບັນດາສັນຍາ​ການ​ຄ້າ​ເສລີ ​ໃນ​ໄລຍະ​ປະຈຸ​ບັນ; ພ້ອມ​ກັນ​ນັ້ນ, ສຸມ​ໃສ່​ຜັນ​ຂະຫຍາຍ​ປະຕິບັດ​ບັນດາສັນຍາ​ການ​ຄ້າ​ເສລີທີ່​ຫວຽດນາມ​ໄດ້​ລົງ​ນາມ​ຢ່າງ​ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນຜັນ​ຂະຫຍາຍ​ແຜນການ​ປະຕິບັດ​ບັນດາສັນຍາ​ການ​ຄ້າ​ເສລີຮຸ່ນ​ໃໝ່,... ​ເພື່ອມຸ່ງ​ໄປ​ເຖິງ​ການ​ນຳ​ເຂົ້າ​ແລະ ສົ່ງ​ອອກ​ທີ່​ສົມ​ດຸນ​ກວ່າ​ເກົ່າ, ຮັບປະກັນ​ຕະຫຼາດ​ທີ່​ໝັ້ນຄົງ ​ແລະ ຍືນຍົງ, ຍົກ​ສູງ​ປະສິດທິ​ຜົນ​ຂອງພື້ນຖານ​ເສດຖະກິດ​ທັງ​ໝົດ.

ທີ​ສອງ, ຕໍ່​ກັບ​ບັນດາ​ຕະຫຼາດ​ທີ່​ຍັງ​ບໍ່​ມີສັນຍາ​ການ​ຄ້າ​ເສລີ, ຕ້ອງ​ຄັດ​ເລືອກ, ຈຳກັດ​ການ “​ເປີດ​ປະຕູ” ຕະຫຼາດ​ຕື່ມ​ອີກ ກັບບັນດາຄູ່​ຮ່ວມ​ມື​ທີ່​ມີ​ໂຄງ​ປະກອບ​ສິນຄ້າ​ແຂ່ງຂັນ​ໂດຍ​ກົງ​ກັບ​ຫວຽດນາມ. ​ໃນ​ສະພາບ​ການ​ທີ່​ການ​ແຜ່​ລະບາດ​ຂອງ​ໂຄ​ວິດ-19 ໄດ້​ທຳລາຍ​ຕ່ອງ​ໂສ້​ການ​ສະໜອງ​ຂອງ​ພາກ​ພື້ນ ​ແລະ ​ເສດຖະກິດ​ໂລກ​ມີ​ການ​ຜັນ​ປ່ຽນ​ຢ່າງ​ສັບສົນນັ້ນ, ຈຳ​ເປັນ​ຕ້ອງ​ຊັ່ງຊາ ຄົ້ນຄວ້າ​ ເພື່ອ​ເປີດ​ກວ້າງ​ຕະຫຼາດການ​ສົ່ງ​ອອກ​ກັບ​ບັນດາ​ຄູ່​ຮ່ວມ​ມືທີ່​ມີ​ທ່າ​ແຮງ​, ຂະໜາດ​ໃຫຍ່ ມີ​ໂຄງ​ສ້າງ​ສິນ​ຄ້າ​​ເສີມ​, ບໍ່​ມີ​ການ​ແຂ່ງຂັນ​ໂດຍ​ກົງ​ກັບສິນຄ້າຂອງ​ຫວຽດນາມ ​ເພື່ອ​ຂະຫຍາຍ​ຄວາມ​ຫຼາກ​ຫຼາຍ​ຂອງ​ຕະຫຼາດ​ສົ່ງ​ອອກ, ຫຼຸດຜ່ອນ​ການ​ເພິ່ງ​ພາ​ອາ​ໄສ​ບາງ​ຕະຫຼາດ.

ທີ​ສາມ, ຕ້ອງ​ສືບ​ຕໍ່​ສ້າງ, ປັບປຸງບູລະຍະລະບົບ​ກົດໝາຍ​ແລະນະ​ໂຍບາຍ ​ເພື່ອປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ສາ​ກົນ​ຢ່າງ​ຄົບ​ຖ້ວນ​ຕາມ​ແຜນ​ທີ່​ໄດ້​ວາງ​ອອກ. ​ໃນ​ການ​ແກ້​ໄຂ​​ແລະປັບປຸງ​ເພີ່ມ​ເຕີມ​ເອກະສານທາງ​ກົດໝາຍປະຈຸ​ບັນ, ຕ້ອງ​ຮັບປະກັນ​ຄວາມ​ຄົບ​ຊຸດ, ມີປະສິດທິ​ຜົນ, ຮັກສາ​ສະຖຽນ​ລະ​ພາບ​ຂອງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ ​ທຸລະ​ກິດ,​ໂດຍ​ບໍ່​ກໍ່​ໃຫ້​ເກີດ​ຄວາມ​ວຸ່ນວາຍ ກະທົບ​ຕໍ່​ຜົນ​ປະ​ໂຫຍ​ດຂອງວິ​ສາ​ຫະກິດ​ທີ່​ມີ​ຢູ່​ແລ້ວ ​ແລະນັກລົງທຶນໃໝ່.

ທີ​ສີ່, ຕ້ອງ​ຍູ້​ແຮງ​ວຽກ​ງານ​ໂຄສະນາ, ​ເຜີຍ​ແຜ່​ເນື້ອ​ໃນ​ຂອງ​ບັນດາສັນຍາ​ການ​ຄ້າ​ເສລີທີ່​ຫວຽດນາມ​ໄດ້​ລົງ​ນາມ ຢ່າງ​ເລິກ​ເຊິ່ງ ຕາມ​ແຕ່ລະ​ຂົງ​ເຂດ, ຂະ​ແໜງ​ສິນຄ້າ​ສະ​ເພາະ ​ເພື່ອ​ໃຫ້​ວິ​ສາ​ຫະກິດກຳ​ແໜ້ນ​ຂໍ້​ກຳນົດ​ສະ​ເພາະ​ຂອງບັນດາສັນຍາ​ການ​ຄ້າ​ເສລີທີ່​ກ່ຽວຂ້ອງ​ເຖິງ​ຂະ​ແໜງ​ການ​ຜະລິດ ​ທຸລະ​ກິດຂອງ​ຕົນ ​ຢູ່​ບັນດາ​ຕະຫຼາດ​ຂອງ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ສັນຍາ​ການ​ຄ້າ​ເສລີ.

ທີ​ຫ້າ, ຕ້ອງມີ​ການ​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ຈາກ​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ ​ໃນ​ການ​ປະຕິ​ຮູບ, ປັບປຸງ​ລະບຽບ​ການ​ບໍລິຫານ​ໃຫ້​ງ່າຍ​ຂຶ້ນ ​ແລະ ປັບປຸງກົນ​ໄກ​ປະຕູ​ດຽວທີ່ສົມບູນ​ແບບ ​ເພື່ອປະຕິ​ຮູບ​ການ​ອອກ​ໃບ​ອະນຸຍາດ​ທີ່​ກ່ຽວຂ້ອງ ​ໃຫ້​ວິ​ສາ​ຫະກິດ​ແລະ​ນັກ​ລົງທຶນ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ, ຈາກ​ນັ້ນ, ຫຼຸດຜ່ອນ​ໄລຍະ​ເວລາ​ການ​ອອກ​ໃບ​ອະນຸຍາດ, ຫຼຸດຜ່ອຄ່າ​ໃຊ້​ຈ່າຍ​ໃນ​ການ​ບໍລິຫານ, ການນຳ​ເຂົ້າ ສົ່ງ​ອອກ, ພິທີການ​ທາງ​ສຸນລະກາກ​ອນຂອງ​ສິນຄ້າ,... ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ລົງທຶນ ທຸລະ​ກິດ ​ແລະ ການ​ນຳເຂົ້າ​ສົ່ງ​ອອກ​ສິນຄ້າ.

ທີ​ຫົກ, ບັນດາ​ກະຊວງ ຂະ​ແໜງ​ການ​ຕ້ອງ​ຕັ້ງໜ້າ​ປຶກສາສົນທະນາ​ກັບ​ບັນດາ​ສະມາຄົມ​ອາຊີບ, ຫໍ​ການ​ຄ້າ​ແລະອຸດສາຫະກຳ​ຫວຽດນາມ (VCCI) ​ເພື່ອ​ເກັບກຳສະພາບ​ຄວາມ​ຫຍຸ້ງຍາກ ​ແລະ ​ຂໍ້​ສະ​ເໜີ​ແນະ​ຂອງ​ວິ​ສາ​ຫະຫິດ. ​ເປັນ​ເຈົ້າ​ການ​ໃນ​ການສະ​ເໜີທິດທາງ​ແລະມາດ​ຕະການສະ​ເພາະ ​ເພື່ອ​ຮ່ວມ​ກັນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ວິ​ສາ​ຫະກິດ; ໜູນ​ຊ່ວຍ​ວິ​ສາ​ຫະກິດ​ໃນ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ ​ແລະ ການ​ປະຕິບັດ​ບັນດາ​ຄຳໝັ້ນ​ສັນຍາກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ; ຮັບ​ຟັງ​ຄວາ​ມຄິດ​ເຫັນ​ແລະ​ຂໍ້​ສະ​ເໜີ​ແນະ​ຂອງ​ວິ​ສາ​ຫະກິດ ກ່ຽວ​ກັບ​ບັນດາ​ບັນຫາ​ນະ​ໂຍບາຍ, ຂໍ້​ຄົງ​ຄ້າງ​ໃນ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ສາ​ກົນ ​ແລະ ​ໃນ​ຂະ​ບວນ​ການ​ເຈລະ​ຈາ ​ແລະ ​ການ​ປະ​ຕິ​ບັດ​ບັນດາສັນຍາ​ການ​ຄ້າ​ເສລີ ກໍ​ຄືຄວາມ​ຕັ້ງໜ້າ​ພະຍາຍາມ​ສົ່ງ​ເສີມ​ ແລະ ​ຊ່ວຍ​ໜູນ​ວິສາ​ຫະກິດ​ແລະ​ບຸກຄົນ ​ໃນ​ການ​ປະຕິບັດ​ການ​ຄົ້ນຄວ້າ, ມອບ​ໂອນ, ປ່ຽນ​ແປງ​ໃໝ່ ​ແລະ ປັບປຸງ​ບູລະນະ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ຍົກ​ສູງຄວາມ​ສາມາດ​ແຂ່ງຂັນ​ຂອງ​ວິ​ສາ​ຫະກິດ​ແລະຜະລິດ​ຕະພັນ, ຍູ້​ແຮງ​ການ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ສະໜັບສະໜູນ​ຂະ​ບວນວິ​ວັດການປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ​ຂອງ​ຊາດ.

ທີ​ເຈັດ, ຕ້ອງ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ຊຸມ​ຊົນ​ວິ​ສາ​ຫະກິດ ກ່ຽວ​ກັບການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ. ວິ​ສາ​ຫະກິດ​ຫວຽດນາມ​ຕ້ອງ​ເຂົ້າ​ໃຈ​ແລະ​​ໃຊ້ປະ​ໂຫຍ​ດສູງ​ສຸດ​ຈາກ​ການ​ເຊື່ອມ​ໂຍ​ເສດຖະກິດ​ສາກົນ​ໃນ​ການ​ທຸລະ​ກິດ; ປົກປ້ອງຕົນເອງໃນການຂັດແຍ້ງດ້ານການຄ້າ​ລະຫວ່າງ​ປະ​ເທດ ໂດຍຜ່ານການຮຽນຮູ້ຢ່າງຈິງຈັງ ແລະ ເກັບກໍາຂໍ້ມູນກ່ຽວ​ກັບ​ຄວາມ​ຕ້ອງການຂອງຕະຫຼາດ; ສ້າງ​ເຄື່ອງໝາຍ​ການ​ຄ້າ, ປັບປຸງ​ຊື່​ສຽງ​ແລະ​ຄຸນ​ນະພາ​ບຂອງ​ພະ​ລິດ​ຕະພັນ ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ບັນດາ​ຕະຫຼາດ​ການ​ສົ່ງ​ອອກ, ໂດຍ​ສະ​ເພາະ​ການ​ປະຕິບັດຕາມ​ກົດ​ລະບຽບ​​ກັກ​ກັນ ຂອງ​ຕະຫຼາດ​ຂະໜາດ​ໃຫຍ່​ແລະ​ເອົາ​ໃຈ​ຍາກ, ພ້ອມ​ທັງ​ສຸມ​ໃສ່​ລົງທຶນ​ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ທີ່​ມີ​ຄຸນ​ນະພາ​ບສູງ.

ອາດ​ຈະ​ເວົ້າ​ໄດ້​ວ່າ, ການ​ຍູ້​ແຮງ​ການ​ປະຕິບັດສັນຍາ​ການ​ຄ້າ​ເສລີຢ່າງ​ມີ​ປະສິດທິ​ຜົນ​ແມ່ນໜຶ່ງ​ໃນ​ບັນດາ​ວິທີ​ແກ້​ໄຂ ​ເພື່ອ​ປະຕິບັດ​ສາມ​ການ​ບຸກທະລຸ​ຍຸດ​ທະ​ສາດທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ວາງ​ອອກ​ມາ. ບັນດາ​ຄຳໝັ້ນ​ສັນຍາທີ່​ໄດ້​ຍົກ​ອອກ​ມາ, ​ໂດຍ​ສະ​ເພາະ​ແມ່ນໃນສັນຍາ​ການ​ຄ້າ​ເສລີຮຸ່ນ​ໃໝ່, ລ້ວນ​ແຕ່​ສອດຄ່ອງ​ກັບ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ແລະ​ລັດຫວຽດນາມ​ກ່ຽວ​ກັບການ​ປັບປຸງ​ບູລະນະ​ສະ​ຖາ​ບັນ, ຮັບປະກັນ​ຄວາມ​ຄົບ​ຊຸດ​ຂອງ​ລະບົບ​ນະ​ໂຍບາຍ, ກົດໝາຍ, ຈາກ​ນັ້ນ, ສ້າງ​ກົນ​ໄກທີ່​ເປີດ​ກວ້າງ​ແລະ​ຍືດຫຍຸ່ນ ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ແລະ​ທຸລະ​ກິດທີ່​ດີ. ການ​ໃຊ້​ປະ​ໂຫຍ​ດສູງ​ສຸດ​ຈາກ​ໂອກາດ​ການ​ເປີດ​ຕະຫຼາດ​ຂອງ​ບັນດາ​ຄູ່​ຮ່ວມມື ​ແນ່ນອນ​ວ່າ​ຈະ​ປະກອບສ່ວນສ້າງແຫຼ່ງກຳລັງທີ່ຈໍາເປັນ​ ໃຫ້​ແກ່​ການ​ຫັນ​ປະ​ເທດ​ເປັນ​ອຸດສາຫະກຳ ແລະ ທັນສະໄໝ. ​ເພາະສະ​ນັ້ນ, ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ​ທ້ອງ​ຖິ່ນທີ່ເພີ່ມ​ທະວີ​ປະສິດທິ​ຜົນ​ຂອງ​ຂະ​ບວນການ​ປະຕິ​ບັດ​ບັນດາສັນຍາ​ການ​ຄ້າ​ເສລີ​ໃນ​ເວລາ​ຕໍ່​ໄປ ​ກໍ​ແມ່ນ​ມາດ​ຕະການ​ທີ່​ແທດ​ຈິງ ​ເພື່ອ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ./.

-----------------

(1) ນັ້ນ​ແມ່ນ: ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ​ແລະ​ກ້າວໜ້າ​ຂ້າມ​ປາຊີ​ຟິກ (CPTPP), ສັນຍາ​ການ​ຄ້າ​ເສດ​ລີ​ລະຫວ່າງ​ຫວຽດນາມ​ແລະ​ສະຫະ​ພາບ​ເອີຣົບ (EVFTA), ສັນຍາ​ການ​ຄ້າ​ເສດ​ລີ​ລະຫວ່າງ​ ສະຫະ​ລາຊະ​ອານາຈັກ​ອັງກິດ​ແລະ​ໄອ​ແລນ​ເໜືອ ກັບ ສາທາລະນະ​ລັດສັງຄົມ​ນິຍົມຫວຽດນາມ (UKVFTA).

(2) ລະອຽດ​ຄື: ຜະລິດຕະພັນອາຫານທະເລບັນລຸ 894 ລ້ານ​ໂດ​ລາ​ສະຫະລັດ (​ເພີ່ມ​ຂຶ້ນ 14%); ຜັກ, ໝາກ​ໄມ້​ບັນລຸ 137 ລ້ານ​ໂດ​ລາ​ສະຫະລັດ (​ເພີ່ມ​ຂຶ້ນ 7,4%); ​ເຂົ້າສານ​ບັນລຸ 13,7 ລ້ານ​ໂດ​ລາ​ສະຫະລັດ (​ເພີ່ມ​ຂຶ້ນ 13,9%), ​ໃນ​ນັ້ນ, ມີ​ລາຍການ​ເຊັ່ນ​ເຂົ້າສານ​ທີ່​ມີ​ອັດຕາ​ການ​ໃຊ້​ປະ​ໂຫຍ​ດສູງ​ສຸດ​ເປັນ 100% - ໝາຍ​ຄວາມ​ວ່າ ການ​ສົ່ງ​ອອກ​ທັງ​ໝົດ​ເພີ່ມ​ຂຶ້ນ​ອັນ​ເປັນ​ຜົນໂດຍ​ກົງ​ຈາກ​ການ​ປະ​ຕິ​ບັດ​ສັນ​ຍາ EVFTA.

(3) ຕົວຢ່າງເຊັ່ນເຫຼັກ, ເຫຼັກກ້າ ເພີ່ມຂຶ້ນ 346,8% ​ເມື່ອ​ທຽບ​ກັບ​ໄລຍະ​ເວລາ​ດຽວ​ກັນ​ຂອງ​ປີ 2020; ຖັດລົງ​ມາ​ແມ່ນວັດສະດຸພາດສະຕິກ ເພີ່ມຂຶ້ນ 293,7%; ຜະລິດ​ຕະພັນ​ຈາກ​ຢາງ​ຢືດ ​ເພີ່ມ​ຂຶ້ນ 67,3%; ​ເຄື່ອງ​ຄອມພິວ​ເຕີ, ຜະລິດຕະພັນແລະສ່ວນປະກອບ​ເອ​ເລັກ​ໂຕຣນິກ​ ເພີ່ມຂຶ້ນ 40,7%;...

(4) ເຫຼັກ, ເຫຼັກກ້າ ເພີ່ມຂຶ້ນ 770,4% ​ເມື່ອ​ທຽບ​ກັບ​ໄລຍະ​ເວລາ​ດຽວ​ກັນ​ຂອງປີ 2020; ຖັດລົງ​ມາ​ແມ່ນຜະລິດ​ຕະພັນ​ຈາກ​ເຫຼັກ, ​ເຫຼັກ​ກ້າ ​ເພີ່ມ​ຂຶ້ນ 186%; ​ໄມ້​ໄຜ່, ຫວາຍ, ຜື ​ແລະ​ພົມ​ ເພີ່ມ​ຂຶ້ນ 105,6%; ຂອງຫຼິ້ນ, ອຸປະກອນກິລາ ແລະ ພາກສ່ວນ​ ເພີ່ມ​ຂຶ້ນ 94,4%; ພາຫະນະ​ຂົນ​ສົ່ງ ​ແລະ ສ່ວນ​ປະກອບ​ ເພີ່ມ​ຂຶ້ນ 91,6%;...

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 975 (​ເດືນອຕຸລາ 2021)