ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມໃນຫວຽດນາມ:
ການພັດທະນາໃນຄວາມຮັບຮູ້ຂອງພັກກອມມູນິດຫວຽດນາມ ຜ່ານເກືອບ 40 ປີ
ແຫ່ງການດຳເນີນກິດຈະການປ່ຽນແປງໃໝ່ ແລະ ບັນຫາທີ່ເກີດຂຶ້ນ
ການພັດທະນາໃນຄວາມຮັບຮູ້ຂອງພັກກອມມູນິດຫວຽດນາມ ຜ່ານເກືອບ 40 ປີ
ແຫ່ງການດຳເນີນກິດຈະການປ່ຽນແປງໃໝ່ ແລະ ບັນຫາທີ່ເກີດຂຶ້ນ
ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຟ້າມ ມິງ ຈິ໊ງ ພ້ອມກັບກຳມະກອນແລະຄົນງານທີ່ໂຮງງານຜະລິດເຫຼັກແລະເຫຼັກກ້າ ຮວ່າຟາດ ຢູງກວັກ, ແຂວງ ກວ໋າງຫງາຍ _ພາບ: TTXVN
ການປ່ຽນແປງຄວາມຮັບຮູ້ຂອງພັກກອມມູນິດຫວຽດນາມ ກ່ຽວກັບເສດຖະກິດຕະຫຼາດ
ຕາມທິດສັງຄົມນິຍົມຂອງຫວຽດນາມ ຫຼັງຈາກດຳເນີນກິດຈະການປ່ຽນແປງໃໝ່ປະເທດເກືອບ 40 ປີ
ທີ່ໜຶ່ງ, ບາດກ້າວຫັນປ່ຽນໃນຄວາມຮັບຮູ້ ກ່ຽວກັບຄວາມຈຳເປັນພາວະວິໄສ ແລະ ບົດບາດຂອງເສດຖະກິດຕະຫຼາດ ໃນການກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ.
ຈາກການປະຕິເສດລະບົບເສດຖະກິດຕະຫຼາດ ໂດຍພິຈາລະນາລະບົບເສດຖະກິດຕະຫຼາດທີ່ແຕກຕ່າງຈາກລະບົບສັງຄົມນິຍົມ ແລະ ການທີ່ສະມາຊິກພັກບໍ່ໄດ້ຮັບອະນຸຍາດໃຫ້ເຮັດເສດຖະກິດເອກະຊົນ, ພັກອມມູນິດຫວຽດນາມໄດ້ກຳນົດວ່າ ລະບົບເສດຖະກິດຕະຫຼາດແມ່ນຜົນຜະລິດຮ່ວມຂອງອາລະຍະທຳມະນຸດ; ເປັນວິທີການສ້າງສັງຄົມນິຍົມ ແລະ ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມແມ່ນຮູບແບບເສດຖະກິດໂດຍລວມຂອງຫວຽດນາມໃນສະໄໝຂ້າມຜ່ານສູ່ລັດທິສັງຄົມນິຍົມ; ເປັນໜຶ່ງໃນເສົາຄ້ຳຂອງສະຖາບັນການພັດທາທີ່ວ່ອງໄວ ແລະ ຍືນຍົງຂອງປະເທດ; ສະມາຊິກພັກໄດ້ຮັບອະນຸຍາດໃຫ້ເຮັດເສດຖະກິດເອກະຊົນ. ພ້ອມກັນນັ້ນ ເນື້ອໃນຂອງລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມກໍເປັນທີ່ເຂົ້າໃຈຢ່າງຄົບຖ້ວນຍິ່ງຂຶ້ນ.
ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກກອມມູນິດຫວຽດນາມ ໄດ້ກຳນົດເປົ້າໝາຍການປ່ຽນແປງໃໝ່ດ້ານເສດຖະກິດ ໂດຍນຳໃຊ້ສາຍພົວພັນລະຫວ່າງສິນຄ້າແລະເງິນຕາ ຢ່າງເຕັມທີ່ແລະເໝາະສົມ ໃນການວາງແຜນເສດຖະກິດແຫ່ງຊາດ ເພື່ອມຸ່ງຫວັງທີ່ຈະສ້າງສະຖຽນລະພາບໃນທຸກດ້ານຂອງສະພາບການເສດຖະກິດແລະສັງຄົມ ຄື: ການປົດປ່ອຍແລະເສີມຂະຫຍາຍຄວາມສາມາດບົ່ມຊ້ອນການຜະລິດໃນສັງຄົມ ເພື່ອຜ່ານຜ່າຄວາມຫຍຸງຍາກ ແລະຄວາມທ້າທາຍ, ການສ້າງສະຖຽນລະພາບ ແລະການພັດທະນາເສດຖະກິດ-ສັງຄົມ, ການເພີ່ມທະວີຄວາມໝັ້ນຄົງທາງດ້ານການເມືອງ, ຍູ້ຖອຍປະກົດການຫຍໍ້ທໍ້ ແລະຄວາມອະຍຸຕິທຳທາງສັງຄົມ, ການນຳປະເທດຂອງເຮົາອອກຈາກວິກິດການໂດຍພື້ນຖານ; ການພັດທະນາກຳລັງການຜະລິດ, ພັດທະນາເສດຖະກິດ ເພື່ອສ້າງພື້ນຖານທາງວັດຖຸ ແລະເຕັກນິກຂອງສັງຄົມນິຍົມ, ປັບປຸງຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະອື່ນໆ.
ດ້ວຍການສືບທອດຄວາມຮັບຮູ້ກ່ຽວກັບລັກສະນະຈຳເປັນພາວະວິໄສຂອງລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ(2), ເປົ້າໝາຍການພັດທະນາປະເທດ(3) ແລະ ທັດສະນະກ່ຽວກັບຮູບແບບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຢູ່ຫວຽດນາມ(4), ມາຮອດປະຈຸບັນພັກກອມມູນິດຫວຽດນາມໄດ້ຢືນຢັນແລ້ວວ່າ: ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມແມ່ນຮູບແບບເສດຖະກິດໂດຍລວມຂອງຫວຽດນາມ ໃນສະໄໝຂ້າມຜ່ານສູ່ລັດທິສັງຄົມນິຍົມ; ເປັນໜຶ່ງໃນເສົາຄ້ຳຂອງສະຖາບັນການພັດທະນາທີ່ວ່ອງໄວ ແລະ ຍືນຍົງຂອງປະເທດ. ນັ້ນແມ່ນພື້ນຖານເສດຖະກິດຕະຫຼາດທັນສະໄໝ ທີ່ມີການເຊື່ອມໂຍງສາກົນ, ດຳເນີນງານຢ່າງເຕັມຮູບແບບແລະສອດປະສານກັນ ຕາມກົດເກນຂອງເສດຖະກິດຕະຫຼາດ ພາຍໃຕ້ການຄຸ້ມຄອງຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ນຳໂດຍພັກກອມມູນິດຫວຽດນາມ; ຮັບປະກັນທິດທາງສັງຄົມນິຍົມ ເພື່ອເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຄວາມຍຸດຕິທຳ ແລະ ອາລະຍະທຳ” ທີ່ເໝາະສົມກັບແຕ່ລະໄລຍະການພັດທະນາຂອງປະເທດ(5).
ທີສອງ, ບາດກ້າວຫັນປ່ຽນໃນຄວາມຮັບຮູ້ກ່ຽວກັບກຳມະສິດ ແລະ ບັນດາອົງປະກອບຂອງພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ.
ຈາກການທີ່ພັກກອມມູນິດຫວຽດນາມໄດ້ພິຈາລະນາກຳມະສິດໃນພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມວ່າ ເປັນກຳມະສິດດ່ຽວ ແລະ ການເລືອກປະຕິບັດ, ໂດຍສະເພາະແມ່ນ ຕໍ່ພາກສ່ວນເສດຖະກິດເອກະຊົນ, ພັກໄດ້ກຳນົດວ່າ ພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມແມ່ນເສດຖະກິດແບບຫຼາຍກຳມະສິດ ແລະ ຫຼາຍພາກສ່ວນເສດຖະກິດ; ບັນດາພາກສ່ວນເສດຖະກິດມີອິດສະລະໃນການທຸລະກິດ, ເທົ່າທຽມກັນຕາມກົດໝາຍ, ພັດທະນາຮ່ວມກັນໃນໄລຍະຍາວ, ຮ່ວມມືກັນແລະແຂ່ງຂັນກັນຢ່າງແຂງແຮງ. ໃນນັ້ນ, ລະບົບຕະຫຼາດຕ້ອງໄດ້ຮັບການສ້າງຂຶ້ນຢ່າງຄົບຊຸດແລະທັນສະໄໝ ເພື່ອໃຫ້ເໝາະກັບຄວາມຕ້ອງການຂອງສະພາບຄວາມເປັນຈິງ.
ຄວາມຮັບຮູ້ຂອງພັກກອມມູນິດຫວຽດນາມ ກ່ຽວກັບອົງປະກອບຂອງເສດຖະກິດສິນຄ້ານັບຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງທີ VI ເຊິ່ງລວມມີບັນດາພາກສ່ວນເສດຖະກິດ, ວິສາຫະກິດ, ອັດຕະພາບທຸລະກິດ ທີ່ອີງຕາມຮູບການກຳມະສິດທີ່ແຕກຕ່າງກັນ, ລັດ, ຕະຫຼາດປະເພດຕ່າງໆ... ໄດ້ຮັບການເພີ່ມເຕີມ, ພັດທະນາ ແລະ ປັບປຸງໃຫ້ສົມບູນແບບເທື່ອລະກ້າວ ໃນຂະບວນການສ້າງຕັ້ງ ແລະ ພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ມາຮອດປະຈຸບັນ, ໄດ້ສ້າງຄວາມຮັບຮູ້ຮ່ວມກັນກ່ຽວກັບອົງປະກອບພື້ນຖານຂອງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຢູ່ຫວຽດນາມ ເຊິ່ງລວມມີ:
ລະບົບນິຕິບຸກຄົນທຸລະກິດທີ່ມີຮູບແບບກຳມະສິດ ແລະ ພາກສ່ວນເສດຖະກິດທີ່ຫຼາກຫຼາຍ, ໃນນັ້ນເສດຖະກິດຂອງລັດມີບົດບາດນຳພາ; ເສດຖະກິດລວມໝູ່ ແລະ ເສດຖະກິດສະຫະກອນໄດ້ຮັບການປັບປຸງແລະພັດທະນາ ຢ່າງບໍ່ຢຸດຢັ້ງ; ເສດຖະກິດເອກະຊົນແມ່ນພະລັງຂັບເຄື່ອນທີ່ສຳຄັນ; ເສດຖະກິດຂອງລັດ, ເສດຖະກິດລວມໝູ່ ຮ່ວມກັບເສດຖະກິດເອກະຊົນເປັນແກນຫຼັກໃນການພັດທະນາພື້ນຖານເສດຖະກິດທີ່ເປັນເອກະລາດ ແລະ ເປັນເຈົ້າຕົນເອງ; ເສດຖະກິດທີ່ມີການລົງທຶນຈາກຕ່າງປະເທດໄດ້ຮັບການສົ່ງເສີມໃຫ້ພັດທະນາຕາມຍຸດທະສາດ, ແຜນແມ່ບົດ ແລະ ແຜນພັດທະນາເສດຖະກິດແລະສັງຄົມ.
ລະບົບປັດໄຈຕະຫຼາດທີ່ຄົບຊຸດ ເຊັ່ນ ສິນຄ້າ, ບໍລິການ, ປັດໄຈການຜະລິດ ແລະຊັບພະຍາກອນການຜະລິດ ທຸລະກິດ ລາຄາຕະຫຼາດ…; ປະເພດຂອງຕະຫຼາດ ເຊັ່ນຕະຫຼາດສິນຄ້າ, ຕະຫຼາດບໍລິການ, ຕະຫຼາດການເງິນ-ຕະຫຼາດເງິນຕາ, ຕະຫຼາດປັດໄຈການຜະລິດ…
ທີສາມ, ບາດກ້າວຫັນປ່ຽນໃນຄວາມຮັບຮູ້ກ່ຽວກັບບົດບາດການນຳພາຂອງພັກ, ການຄຸ້ມຄອງຂອງລັດ, ການເຂົ້າຮ່ວມຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງສະມາຊິກ ໃນການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ໃນການພັດທະນາເສດຖະກິດແລະສັງຄົມ ໃນພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ.
ພັກກອມມູນິດຫວຽດນາມຢືນຢັນວ່າ ຜູ້ນຳແລະຜູ້ຄຸ້ມຄອງພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມນັ້ນ ແມ່ນພັກກອມມູນິດຫວຽດນາມ, ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ພ້ອມກັບປະຊາຊົນຫວຽດນາມທັງປວງທີ່ເປັນເຈົ້າຂອງ. ພັກນຳພາດ້ວຍໂຄງການການເມືອງ, ຍຸດທະສາດ, ທິດທາງນະໂຍບາຍ ແລະ ແຜນນະໂຍບາຍໃຫຍ່; ດ້ວຍວຽກງານໂຄສະນາຊວນເຊື່ອ, ຂົນຂວາຍ, ຈັດຕັ້ງ, ກວດກາ, ຕິດຕາມກວດກາ ແລະ ດ້ວຍການເປັນແບບຢ່າງຂອງສະມາຊິກພັກ; ການນຳພາເປັນເອກະພາບໃນວຽກງານພະນັກງານ.
ຈາກທັດສະນະທີ່ວ່າ “ລັດເຂົ້າມາແທນທີ່ຕະຫຼາດ”, “ລັດເຮັດທຸກຢ່າງ”, ພັກກອມມູນິດຫວຽດນາມໄດ້ກຳນົດໃຫ້ລັດມີບົດບາດຫຼັກໃນການຄຸ້ມຄອງບໍລິຫານ, ສ້າງສະພາບແວດລ້ອມການພັດທະນາ, ແກ້ໄຂຂໍ້ບົກພ່ອງຂອງຕະຫຼາດ, ຜັນຂະຫຍາຍຄວາມຫຼາກຫຼາຍຂອງອົງການເສດຖະກິດ, ຫຼຸດຜ່ອນການຜູກຂາດຂອງລັດ, ຍົກເລີກການຜູກຂາດຂອງວິສາຫະກິດ…; ຈາກການຄຸ້ມຄອງບໍລິຫາຕາມກົນໄກລວມສູນເກື້ອກູນ ໄປສູ່ການຄຸ້ມຄອງຕາມກົນໄກຕະຫຼາດ; ຈາກລັດພຽງຜູ້ດຽວທີ່ຄວບຄຸມຕະຫຼາດ ໄປສູ່ລັດແລະອົງການທາງສັງຄົມແລະວິຊາຊີບຮ່ວມສົມທົບກັນໃນການຄວບຄຸມຕະຫຼາດ; ຈາກລັດມີບົດບາດຕັດສິນແລະຕົ້ນຕໍໃນການຈັດສັນຊັບພະຍາກອນ ໄປສູ່ຕະຫຼາດມີບົດບາດຕົ້ນຕໍໃນການຈັດສັນຊັບພະຍາກອນ; ເປັນພະລັງຂັບເຄື່ອນຕົ້ນຕໍເພື່ອປົດປ່ອຍກຳລັງການຜະລິດ(6).
ລັດໃນຖານະເປັນເຈົ້າພາບຂອງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ມີຄວາມແຕກຕ່າງນັບມື້ນັບຈະແຈ້ງ ກັບພາລະບົດບາດເປັນເຈົ້າພາບໃນການບໍລິຫານ, ຄຸ້ມຄອງພື້ນຖານເສດຖະກິດ ແລະ ເປັນຜູ້ຖືກຳມະສິດແລະທຸລະກິດໃນຮູບແບບລັດວິສາຫະກິດ. ລັດສ້າງແລະປັບປຸງບູລະນະລະບຽບກົດໝາຍ, ປົກປ້ອງສິດໃນຊັບສິນ, ສິດທິທາງທຸລະກິດ, ຮັກສາສະຖຽນລະພາບເສດຖະກິດມະຫາພາກ ແລະ ສົມດຸນທາງເສດຖະກິດທີ່ສຳຄັນ; ສ້າງສະພາບແວດລ້ອມທີ່ສະດວກດີ, ໂປ່ງໃສ ແລະ ເອື້ອອຳນວຍຕໍ່ການດຳເນີນງານຂອງວິສາຫະກິດ, ອົງການຈັດຕັ້ງທາງສັງຄົມ ແລະ ຕະຫຼາດ; ຄວບຄຸມ, ກຳນົດທິດທາງ ແລະ ຊຸກຍູ້ການພັດທະນາເສດຖະກິດ, ເຊື່ອມໂຍງການພັດທະນາເສດຖະກິດ ກັບການພັດທະນາທາງວັດທະນະທຳແລະສັງຄົມ, ຮັບປະກັນຄວາມປອດໄພທາງສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ, ປົກປ້ອງສິ່ງແວດລ້ອມ, ຮັບປະກັນການປ້ອງກັນປະເທດແລະຄວາມໝັ້ນຄົງ. ລັດຄຸ້ມຄອງພື້ນຖານເສດຖະກິດໂດຍໃຊ້ກົດໝາຍ, ກົນໄກ, ນະໂຍບາຍ, ຍຸດທະສາດ, ການວາງແຜນກຳນົດ, ແຜນການ, ມາດຕະຖານ, ບັນທັດຖານ ແລະ ພະລັງເສດຖະກິດຂອງລັດ ໃຫ້ສອດຄ່ອງກັບຄວາມຕ້ອງການ ແລະ ກົດເກນຂອງເສດຖະກິດຕະຫຼາດ.
ທີ່ສີ, ບາດກ້າວຫັນປ່ຽນໃນຄວາມຮັບຮູ້ກ່ຽວກັບກົນໄກດຳເນີນງານຂອງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແລະ ການແຈກຢາຍໃນເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ.
ຈາກຄວາມຮັບຮູ້ວ່າ ເຮົາຕ້ອງນຳໃຊ້ການພົວພັນດ້ານສິນຄ້າ-ເງິນຕາ ແລະ ກົດເກນຄຸນຄ່າໃນຖານະປັດໄຈເພີ່ມເຕີ່ມໃຫ້ແກ່ແຜນການ ໃນກົນໄກການເຄື່ອນໄຫວຂອງພື້ນຖານເສດຖະກິດ, ພັກກອມມູນິດຫວຽດນາມ ໄດ້ຢືນຢັນເທື່ອລະກ້າວວ່າ ເສດຖະກິດຕ້ອງດຳເນີນການຢ່າງຄົບຖ້ວນ ແລະ ສອດປະສານກັນຕາມກົດເກນຂອງເສດຖະກິດຕະຫຼາດ. ທີ່ໄດ້ຢືນຢັນພື້ນຖານເສດຖະກິດຕອ້ງເຄື່ອນໄຫວຢ່າງພຽງພໍ, ຄົບຊຸດຕາມກົດເກນຂອງເສດຖະກິດຕະຫຼາດເທື່ອລະກ້າວ, ໃນນັ້ນ ຈຳເປັນຕ້ອງເສີມຂະຫຍາຍລັກສະນະໄຫວພິບ ແລະ ປະດິດສ້າງຂອງບັນດານິຕິບຸກຄົນໃນການພັດທະນາເສດຖະກິດຕະຫຼາດ, ການເຊື່ອມໂຍງສາກົນ, ການຫັນເປັນອຸດສາຫະກຳ ແລະ ທັນສະໄມ; ຈາກການແຈກຢາຍລາຍໄດ້ແບບສະເລ່ຍ ແລະ ເທົ່າທຽມກັນ, ຈາກການບໍ່ຍອມຮັບໄປສູ່ການຮັບຮູ້ເຖິງຄວາມຫຼາກຫຼາຍຂອງຮູບແບບການແຈກຢາຍລາຍໄດ້ ແລະ ການແຈກຢາຍຕາມຜົນງານດ້ານແຮງງານ, ປະສິດທິພາບທາງເສດຖະກິດ ແລະ ພ້ອມກັນນັ້ນ ຕາມລະດັບການປະກອບສ່ວນທຶນຮອນ ແລະຊັບພະຍາກອນອື່ນໆ ແລະ ການແຈກຢາຍຜ່ານລະບົບປະກັນຄວາມປອດໄພທາງສັງຄົມ ແລະ ສະຫວັດດີການສັງຄົມ.
ທີຫ້າ, ບາດກ້າວຫັນປ່ຽນໃນຄວາມຮັບຮູ້ກ່ຽວກັບການເຊື່ອມໂຍງສາກົນໃນພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ.
ຈາກທັດສະນະການພັດທະນາເສດຖະກິດແບບ “ປິດ”, ພັກກອມມູນິດຫວຽດນາມມີມຸມມອງທີ່ເປີດກວ້າງ, ເປັນເຈົ້າການ ແລະ ຕັ້ງໜ້າໃນການເຊື່ອມໂຍສາກົນ ທີ່ຕິດພັນກັບການກໍ່ສ້າງເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າດ້ວຍຕົນເອງ; ຈາກການບໍ່ຍອມຮັບການລົງທຶນຈາກຕ່າງປະເທດ ໄປສູ່ການຍອມຮັບການລົງທຶນຈາກຕ່າງປະເທດ ແລະຖືວ່າການລົງທຶນຈາກຕ່າງປະເທດເປັນພາກສ່ວນສຳຄັນຂອງພື້ນຖານເສດຖະກິດທີ່ຄວນສົ່ງເສີມໃຫ້ພັດທະນາ.
ນັບຕັ້ງແຕ່ການປ່ຽນແປງໃໝ່ໃນປີ 1986, ພັກກອມມູນິດຫວຽດນາມໄດ້ພະຍາຍາມຢ່າງຕໍ່ເນື່ອງທີ່ຈະປັດປຸງ ແລະ ພັດທະນາຄວາມຮັບຮູ້ທາງດ້ານທິດສະດີ ກ່ຽວກັບສາຍພົວພັນລະຫວ່າງການພັດທະນາເສດຖະກິດທີ່ເປັບເອກະລາດ ແລະ ເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍສາກົນຢ່າງເລິກເຊິ່ງກວ້າງຂວາງ, ເໝາະສົມກັບສະພາບການໃໝ່, ສ້າງພື້ນຖານວິທະຍາສາດເພື່ອຮັກສາເອກະລາດ ແລະຄວາມເປັນເຈົ້າຕົນເອງ ໃນການກຳນົດແຜນນະໂຍບາຍ, ແນວທາງ ແລະ ຍຸດທະສາດ ເພື່ອພັດທະນາເສດສຖະກິດແຫ່ງຊາດ; ພັດທະນາວິສາຫະກິດຫວຽດນາມທີ່ເຂັ້ມແຂງໃຫ້ກາຍເປັນຫຼັກແຫຼ່ງຂອງເສດຖະກິດແຫ່ງຊາດ; ການຮັກສາສົມດຸນທີ່ສຳຄັນ ໂດຍສຸມໃສ່ຮັບປະກັນຄວາມໝັ້ນຄົງທາງເສດຖະກິດ; ເພີ່ມທະວີຄວາມສາມາດບົ່ມຊ້ອນທາງເສດຖະກິດແຫ່ງຊາດຢ່າງບໍ່ຢຸດຢັ້ງ; ສ້າງການພົວພັນທາງເສດຖະກິດລະຫວ່າງປະເທດແບບຫຼາຍຝ່າຍແລະຫຼາກລາຍ, ຫຼີກລ້ຽງການເພິ່ງພາຕະຫຼາດພຽງແຫ່ງດຽວ ຫຼືຄູ່ຄ້າພຽງລາຍດຽວ; ເພີ່ມຄວາມຍືດຫຍຸ່ນຂອງເສດຖະກິດຕໍ່ຜົນກະທົບທາງລົບຈາກຄວາມຜັນຜວນພາຍນອກ; ເປັນເຈົ້າການໃນການປັບປຸງລະບົບປ້ອງກັນປະເທດ ເພື່ອປົກປ້ອງເສດຖະກິດພາຍໃນປະເທດ, ວິສາຫະກິດ ແລະ ຕະຫຼາດຕາມຄຳໝັ້ນສັນຍາສາກົນ; ດຳເນີນການເຊື່ອມໂຍງເສດຖະກິດສາກົນໃນຮູບແບບຕ່າງໆ ດ້ວຍແຜນງານທີ່ໄຫວພິບ, ເໝາະສົມກັບເງື່ອນໄຂ ແລະເປົ້າໝາຍຂອງປະເທດໃນແຕ່ລະໄລຍະ; ປັບປຸງລະບົບກົດໝາຍໃຫ້ສົມບູນແບບ ຕາມສົມທິສັນຍາສາກົນທີ່ຫວຽດນາມເປັນສະມາຊິກ; ເພີ່ມທະວີການຝຶກອົບຮົມແລະບຳລຸງສ້າງພະນັກງານ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງໃນກົດໝາຍສາກົນ, ການຄ້າ, ການລົງທຶນສາກົນ, ມີຄວາມສາມາດເຮັດວຽກໃນສະພາບແວດລ້ອມສາກົນ, ໂດຍສະເພາະແມ່ນ ພະນັກງານທີ່ເຮັດວຽກງານເຊື່ອມໂຍງເສດຖະກິດສາກົນ ແລະ ການແກ້ໄຂຂໍ້ຂັດແຍ້ງລະຫວ່າງປະເທດ.
ທີຫົກ, ບາດກ້າວຫັນປ່ຽນໃນຄວາມຮັບຮູ້ກ່ຽວກັບບັນດາສາຍພົວພັນສັດຈະວິພາກໃນການພັດທະນາພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ.
ພັກກອມມູນິດຫວຽດນາມມີຄວາມຮັບຮູ້ນັບມື້ນັບຄົບຖ້ວນ ແລະເລິກເຊິ່ງ ກ່ຽວກັບບັນດາສາຍພົວພັນສັດຈະວິພາກ ໃນການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ມາຮອດປະຈຸບັນ, ພັກຂອງເຮົາໄດ້ກຳນົດວ່າ ມີສາຍພົວພັນສັດຈະວິພາກ 6 ປະການທີ່ຈຳເປັນຕ້ອງໄດ້ຮັບການແກ້ໄຂ ໃນການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ສາຍພົວພັນເຫຼົ່ານີ້ມີດັ່ງນີ້: 1- ລະຫວ່າງການປ່ຽນແປງໃໝ່ດ້ານເສດຖະກິດ ແລະ ການປ່ຽນແປງໃໝ່ດ້ານການເມືອງ; 2- ລະຫວ່າງການປະຕິບັດຕາມບັນດາກົດເກນຕະຫຼາດ ແລະ ການຮັບປະກັນທິດທາງສັງຄົມນິຍົມ; 3- ລະຫວ່າງກັນພັດທະນາກຳລັງການຜະລິດ ແລະ ການສ້າງແລະປັບປຸງການພົວພັນການຜະລິດສັງຄົມນິຍົມເທື່ອລະກ້າວ; 4- ລະຫວ່າງລັດ, ຕະຫຼາດ ແລະ ສັງຄົມ; 5- ລະຫວ່າງການເຕີບໂຕທາງເສດຖະກິດ ແລະ ການພັດທະນາວັດທະນະທຳ, ປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ, ຮັກສາສິ່ງແວດລ້ອມ; 6- ລະຫວ່າງການພັດທະນາພື້ນຖານເສດຖະກິດທີ່ເປັນເອກະລາດ ແລະເປັນເຈົ້າດ້ວຍຕົນເອງ ແລະ ການເຊື່ອມໂຍງສາກົນ(7).
ດັ່ງນັ້ນ, ດ້ວຍບັນດາບາດກ້າວຫັນປ່ຽນໃນຄວາມຮັບຮູ້ກ່ຽວກັບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ຈະເຫັນໄດ້ວ່າ ຫຼັງຈາກ 40 ປີແຫ່ງການດຳເນີນກິດຈະການປ່ຽນແປງໃໝ່, ຄວາມຮັບຮູ້ຂອງພັກກອມມູນິດຫວຽດນາມ ກ່ຽວກັບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແລະ ແນວທາງການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໄດ້ຄ່ອຍໆກໍ່ຕົວຂຶ້ນ ແລະ ໄດ້ຮັບການເພີ່ມເຕີມ, ປັບປຸງບູລະນະ ແລະ ພັດທະນາຢ່າງຕໍ່ເນື່ອງ. ນັ້ນແມ່ນ, ເສດຖະກິດຕະຫຼາດເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້, ພາວະວິໄສ; ເປັນຜົນຜະລິດຮ່ວມຂອງອາລະຍະທຳມະນຸດ; ເປັນວິທີການໜຶ່ງໃນການສ້າງສັງຄົມນິຍົມ; ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມເປັນຮູບແບບເສດຖະກິດໂດຍລວມຂອງຫວຽດນາມ ໃນໄລຍະຂ້າມຜ່ານສູ່ລັດທິສັງຄົມນິຍົມ; ເປັນໜຶ່ງໃນເສົາຄ້ຳຂອງສະຖາບັນການພັດທະນາປະເທດຢ່າງວ່ອງໄວ ແລະ ຍືນຍົງ; ເປັນເສດຖະກິດຕະຫຼາດສະໄໝໃໝ່ທີ່ເຊື່ອມໂຍງສາກົນ, ດຳເນີນງານຢ່າງເຕັມຮູບແບບ ແລະສອດປະສານກັນ ຕາມກົດເກນຂອງເສດຖະກິດຕະຫຼາດ; ພ້ອມກັນນັ້ນ ກໍມີການຄຸ້ມຄອງຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ນຳໂດຍພັກກອມມູນິດຫວຽດນາມ ເພື່ອຮັບປະກັນທິດທາງສັງຄົມນິຍົມ ທີ່ເໝາະສົມກັບແຕ່ລະໄລຍະການພັດທະນາຂອງປະເທດ ໂດຍມຸ່ງສູ່ເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຄວາມຍຸດຕິທຳ ແລະ ອາລະຍະທຳ”.
ເນື້ອໃນຂອງແນວທາງການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມໄດ້ຮັບການຍອມຮັບຢ່າງຈະແຈ້ງຍິ່ງຂຶ້ນ, ນັ້ນແມ່ນ ການພັດທະນາບັນດາຮູບການກຳມະສິດ, ບັນດາພາກສ່ວນເສດຖະກິດ, ບັນດາຮູບການຈັດຕັ້ງທຸລະກິດ ແລະ ຮູບການແຈກຢາຍໃນພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ; ການພັດທະນາບັນດາປັດໄຈຕະຫຼາດ ແລະປະເພດຂອງຕະຫຼາດຢ່າງສອດປະສານກັນ; ການບໍລິຫານຈັດການບັນດາສາຍພົວພັນທີ່ສຳຄັນ, ໂດຍສະເພາະສາຍພົວພັນລະຫວ່າງລັດ ຕະຫຼາດ ແລະ ສັງຄົມ; ການຍູ້ແຮງການຫັນເປັນອຸດສາຫະກຳແລະທັນສະໄໝ ທີ່ຕິດກັບການປ່ຽນແປງໃໝ່ຮູບແບການເຕີບໂຕ ແລະການປັບໂຄງສ້າງເສດຖະກິດ; ການພັດທະນາເສດຖະກິດຢ່າງວ່ອງໄວ ແລະ ຍືນຍົງ; ການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ ແລະເປັນເຈົ້າຕົນເອງ, ພ້ອມກັນນັ້ນ ກໍເຊື່ອມໂຍງສາກົນຢ່າງເປັນເຈົ້າການແລະຕັ້ງໜ້າ; ການຮັກສາທິດທາງສັງຄົມນິຍົມ. ໃນນັ້ນ, ການສ້າງ ແລະ ການພັດທະນາສະຖາບັນເສດຖະກິດຕະຫຼາດຕາມທິດສັງຄົມນິຍົມໃຫ້ສົມບູນແບບ ຖືເປັນໜ້າທີ່ຍຸດທະສາດ, ແມ່ນການບຸກທະລຸທີ່ສຳຄັນ ທີ່ຈະສ້າງພະລັງຂັບເຄື່ອນໃຫ້ປະເທດພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.
ການປະດິດສ້າງແລະບຸກທະລຸໃນຈິນຕະນາການ ແລະ ທິດສະດີຂອງພັດກອມມູນິດຫວຽດນາມ
ກ່ຽວກັບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຢູ່ຫວຽດນາມ.
ການສ້າງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມແມ່ນການປະດິດສ້າງ ແລະ ບາດກ້າວບຸກທະລຸທາງທິດສະດີ ຂອງພັກກອມມູນິດຫວຽດນາມ. ຄວາມຄິດປະດິດສ້າງ ແລະການບຸກທະລຸນັ້ນ ເກີດຂຶ້ນຈາກການປ່ຽນແປງໃໝ່ ແລະການສ້າງສັນຢ່າງຕໍ່ເນື່ອງໃນຈິນຕະນາການທິດສະດີ ຂອງພັກກອມມູນິດຫວຽດນາມ ບົນພື້ື້ນຖານຂອງການຍຶດໝັ້ນ ແລະໝູນໃຊ້ລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນຢ່າງຖືກຕ້ອງແລະປະດິດສ້າງ, ຄັດເລືອກເອົາຜົນສຳເລັດທາງທິດສະດີຫຼ້າສຸດຂອງໂລກ ແລະ ສືບຕໍ່ສະຫຼຸບຜົນການປະຕິບັດຢ່າງຕໍ່ເນື່ອງຕະຫຼອດ 40 ປີແຫ່ງການດຳເນີນກິດຈະການປ່ຽນແປງໃໝ່. ສິ່ງດັ່ງກ່າວສະແດງອອກໃນຈຸດຕໍ່ໄປນີ້:
ທີໜຶ່ງ, ພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຂອງຫວຽດນາມ ແມ່ນລະບົບເສດຖະກິດຕະຫຼາດ, ໃນນັ້ນມີການເຊື່ອມໂຍງຢ່າງເປັນທຳມະຊາດແລະສັດຈະວິພາກ ລະຫວ່າງລັກສະນະຕະຫຼາດ, ລັກສະນະແຜ່ຫຼາຍທົ່ວໄປ ກັບລັກສະນະສັງຄົມນິຍົມ ແລະ ລັກສະນະສະເພາະຂອງຫວຽດນາມ. ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຂອງຫວຽດນາມແມ່ນຮູບການໜຶ່ງຂອງເສດຖະກິດຕະຫຼາດໃນໂລກ: “ການຈັດຕັ້ງເສດຖະກິດຮູບແບບໜຶ່ງທີ່ທັງປະຕິບັດຕາມກົດເກນຂອງເສດຖະກິດຕະຫຼາດ ທັງອີງຕາມພື້ນຖານ ແລະ ໄດ້ຮັບການຊີ້ນຳແລະຄວບຄຸມໂດຍຫຼັກການ ແລະ ທາດແທ້ຂອງລັດທິສັງຄົມນິຍົມ”(8).
ລັກສະນະຕະຫຼາດ ແລະ ລັກສະນະທົ່ວໄປຂອງພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຂອງຫວຽດນາມ ສະແດງອອກຢູ່ທີ່, ນີ້ແມ່ນພື້ນຖານເສດຖະກິດຕະຫຼາດທັນສະໄໝ ທີ່ມີການເຊື່ອມໂຍງສາກົນ ແລະ ດຳເນີນງານຢ່າງສົມບູນແລະສອດປະສານກັນ ຕາມບັນດາກົດເກນຂອງເສດຖະກິດຕະຫຼາດ (ເຊັ່ນ ກົດເກນການແຂ່ງຂັນ, ກົດເກນຄຸນຄ່າ, ກົດເກນການສະໜອງແລະຄວາມຕ້ອງການ ແລະອື່ນໆ) ພາຍໃຕ້ການກຳກັບດູແລຂອງລັດແຫ່ງອຳນາດກົດໝາຍ. ເສດຖະກິດດຳເນີນໄປພາຍໃຕ້ຮູບການກຳມະສິດທີ່ຫຼາກຫຼາຍ, ຮູບແບບການຈັດຕັ້ງຜະລິດແລະທຸລະກິດທີ່ຫຼາກຫຼາຍ ແລະ ຕະຫຼາດຫຼາຍປະເພດ. ເສດຖະກິດພັດທະນາໂດຍອີງໃສ່ບັນດາຜົນສຳເລັດຫຼ້າສຸດຂອງວິທະຍາສາດແລະເຕັກໂນໂລຊີ, ພັດທະນາຕາມທິດທາງຄວາມຍືນຍົງ, ການກວມລວມ, ເສດຖະກິດສີຂຽວ ແລະ ເສດຖະກິດໝູນວຽນ.
ລັກສະນະສັງຄົມນິຍົມ, ລັກສະນະສະເພາະຂອງພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຢູ່ຫວຽດນາມ ສະແດງອອກໃນເປົ້າໝາຍ, ວິທີການດຳເນີນງານ, ວິທີການບໍລິຫານຈັດການແລະຄວບຄຸມ, ກົນໄກການຈັດສັນຊັບພະຍາກອນ ແລະ ຜົນທີ່ຜະລິດໄດ້… ລະອຽດຄື:
ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມແມ່ນຮູບແບບເສດຖະກິດທົ່ວໄປຂອງຫວຽດນາມ ໃນສະໄໝຂ້າມຜ່ານສູ່ລັດທິສັງຄົມນິຍົມ; ເປັນໜຶ່ງໃນບັນດາເສົາຄ້ຳຂອງສະຖາບັນເພື່ອການພັດທະນາປະເທດຢ່າງວ່ອງໄວ ແລະ ຍືນຍົງ; ເປັນໜຶ່ງໃນວິທີການທີ່ຈະບັນລຸເປົ້າໝາຍໃນການກໍ່ສ້າງລັດທິສັງຄົມນິຍົມໃນຫວຽດນາມ ໃຫ້ປະສົບຄວາມສຳເລັດ; ເປັນວິທີການທີ່ຈະບັນລຸເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຄວາມຍຸດຕິທຳ ແລະ ອາລະຍະທຳ” ເຊິ່ງປະຊາຊົນເປັນສູນກາງ ແລະ ບໍ່ມີຜູ້ໃດຖືກປະໄວ້ຂ້າງຫຼັງ.
ເສດຖະກິດຕະຫຼາດດຳເນີນພາຍໃຕ້ການບໍລິຫານຄຸ້ມຄອງຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ແລະ ການນຳພາຂອງພັກກອມມູນິດຫວຽດນາມ; ການເຂົ້າຮ່ວມ ແລະຕິດຕາມກວດກາຂອງປະຊາຊົນແລະສັງຄົມ. ໃນນັ້ນ, ການນຳພາຂອງພັກກອມມູນິດຫວຽດນາມແມ່ນປັດໄຈຕັດສິນຊີ້ຂາດ, ຮັບປະກັນຖືກຕ້ອງຕາມທິດທາງສັງຄົມນິຍົມ; ຮັບປະກັນວ່າຜົນກະທົບທາງລົບຂອງຕະຫຼາດ ແລະການແຊກແຊງຂອງລັດໃນຕະຫຼາດ ຖືກຈໍາກັດໃນລະດັບຕ່ຳສຸດ(9), ພ້ອມກັນນັ້ນ ຜົນກະທົບດ້ານບວກຂອງຕະຫຼາດ ແລະບົດບາດສ້າງສັນຂອງລັດຈະໄດ້ຮັບການສົ່ງເສີມໃນລະດັບສູງສຸດ ໃຫ້ເໝາະສົມກັບແຕ່ລະໄລຍະການພັດທະນາ.
ບັນດາພາກສ່ວນເສດຖະກິດມີຄວາມສະເໝີພາບ, ຮ່ວມມື, ແຂ່ງຂັນ ແລະ ພັດທະນາຮ່ວມກັນຕາມກົດໝາຍ. ໃນນັ້ນ, ເສດຖະກິດຂອງລັດມີບົດບາດເປັນເຈົ້ານຳພາ, ເສດຖະກິດເອກະຊົນເປັນແຮງຂັບເຄື່ອນສຳຄັນ ແລະ ເສດຖະກິດທີ່ມີການລົງທຶນຈາກຕ່າງປະເທດມີຄວາມສຳຄັນ.
ພື້ນຖານເສດຖະກິດມີການເຊື່ອມໂຍງຢ່າງແໜ້ນແຟ້ນລະຫວ່າງການພັດທະນາເສດຖະກິດ ແລະການພັດທະນາທາງວັດທະນະທຳ ທີ່ສອດປະສານແລະກົມກຽວ; ລະຫວ່າງການເຕີບໂຕທາງເສດຖະກິດ ກັບການຮັບປະກັນຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມໃນແຕ່ລະບາດກ້າວ, ແຕ່ລະນະໂຍບາຍ ແລະ ຕະຫຼອດຂະບວນການພັດທະນາ; ແມ່ນພື້ນຖານເສດຖະກິດທີ່ພັດທະນາຢ່າງກົມກຽວກັບທຳມະຊາດ ແລະ ຖືເອົາການປົກປ້ອງສິ່ງແວດລ້ອມ ແລະການປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາກາດ ແມ່ນໜຶ່ງໃນໜ້າທີ່ສຳຄັນທີ່ສຸດ. “ພວກເຮົາບໍ່ລໍຖ້າຈົນກ່ວາເສດຖະກິດພັດທະນາເຖິງລະດັບສູງແລ້ວຈຶ່ງຈະສ້າງຄວາມກ້າວໜ້າ ແລະຄວາມສະເໝີພາບທາງສັງຄົມ, ແລະເຮົາບໍ່ “ສະຫຼະ” ຄວາມກ້າວໜ້າແລະຄວາມສະເໝີພາບທາງສັງຄົມ ເພື່ອມຸ່ງສູ່ການເຕີບໂຕທາງເສດຖະກິດແບບງ່າຍດາຍ”(10) ແລະ ເຮົາຈະບໍ່ແລກການເຕີບໂຕທາງເສດຖະກິດ ກັບສິ່ງແວດລ້ອມ.
ພັກກອມມູນິດຫວຽດນາມໄດ້ສືບທອດຄວາມສຳເລັດຂອງອາລະຍະທຳມະນຸດຢ່າງເລືອກສັນຈາກທັດສະນະວິທະຍາສາດ ແລະ ການພັດທະນາ ເພື່ອພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແນໃສ່ສ້າງເງື່ອນໄຂທາງວັດຖຸທີ່ຈຳເປັນ. “ເຮົາຕ້ອງການສັງຄົມທີ່ການພັດທະນາແມ່ນເພື່ອປະຊາຊົນຢ່າງແທ້ຈິງ, ບໍ່ແມ່ນເພື່ອສະແຫວງຫາຜົນກຳໄລທີ່ຂູດຮີດ ແລະ ຢຽບຢ້ຳກຽດສັກສີຂອງມະນຸດ. ເຮົາຕ້ອງການການພັດທະນາທາງເສດຖະກິດທີ່ຄວບຄູ່ໄປກັບຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ, ບໍ່ແມ່ນການເຮັດໃຫ້ຊ່ອງຫວ່າງລະຫວ່າງຄວາມຮັ່ງມີແລະຄວາມທຸກຍາກ ແລະ ຄວາມບໍ່ສະເໝີພາບທາງສັງຄົມ ກວ້າງຂຶ້ນ. ເຮົາຕ້ອງການສັງຄົມແຫ່ງຄວາມເຫັນອົກເຫັນໃຈ, ຄວາມເມດຕາ, ສາມັກຄີ, ການຊ່ວຍເຫຼືອເຊິ່ງກັນແລະກັນ ມຸ່ງສູ່ຄຸນນຄ່າທີ່ກ້າວໜ້າແລະມີມະນຸດສະທຳ, ບໍ່ແມ່ນການແຂ່ງຂັນທີ່ບໍ່ເປັນທຳ, “ປາໃຫຍ່ກິນປານ້ອຍ” ເພື່ອຜົນປະໂຫຍດສ່ວນຕົວຂອງບຸກຄົນ ແລະກຸ່ມຄົນພຽງກຸ່ມດຽວ. ເຮົາຕ້ອງການການພັດທະນາແບບຍືນຍົງ, ສອດຄ່ອງກັບທຳມະຊາດເພື່ອຮັບປະກັນສິ່ງແວດລ້ອມການດຳລົງຊີວິດທີ່ປອດໃສ ໃຫ້ແກ່ຄົນລຸ້ນປະຈຸບັນແລະອະນາຄົດ, ບໍ່ແມ່ນເພື່ອການສະແຫວງຫາປະໂຫຍດ, ການຍືດເອົາຊັບພະຍາກອນ, ການບໍລິໂພກວັດຖຸຢ່າງບໍ່ຈຳກັດ ແລະ ການທຳລາຍສິ່ງແວດລ້ອມ. ແລະເຮົາຕ້ອງການລະບົບການເມືອງທີ່ອຳນາດເປັນຂອງປະຊາຊົນຢ່າງແທ້ຈິງ, ໂດຍປະຊາຊົນ ແລະ ຮັບໃຊ້ຜົນປະໂຫຍດຂອງປະຊາຊົນ, ບໍ່ແມ່ນເພື່ອຄົນກຸ່ມນ້ອຍທີ່ຮັ່ງມີເທົ່ານັ້ນ” (11).
ທີສອງ, ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຢູ່ຫວຽດນາມແມ່ນ “ເສດຖະກິດຕະຫຼາດປະເພດໃໝ່ໃນປະຫວັດສາດການພັດທະນາເສດຖະກິດສັງຄົມ”12); ແມ່ນການໝູນໃຊ້ລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນ ຢ່າງປະດິດສ້າງເຂົ້າໃນເງື່ອນໄຂ ແລະສະຖານະການສະເພາະຂອງຫວຽດນາມ ໂດຍດູດຊຶມເອົາປະສົບການຂອງໂລກຢ່າງເລືອກສັນ.
ຫວຽດນາມສ້າງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໃນສະພາບເສດຖະກິດທີ່ຍັງບໍ່ທັນພັດທະນາ ແລະ ໄດ້ຮັບຜົນກະທົບຢ່າງໜັກຈາກຜົນທີ່ຕາມມາຂອງສົງຄາມ. ຫຼາຍປັດໄຈຕ້ອງໄດ້ຮັບການພິຈາລະນາໃນທັງສອງດ້ານ: ລັດສະນະຂອງຕະຫຼາດ ແລະ ທິດທາງສັງຄົມນິຍົມ ເຊັ່ນ ລະດັບຄວາມສົມບູນແບບແລະຄວາມທັນສະໄຂອງສະຖາບັນ ເພື່ອການພັດທະນາຕະຫຼາດ; ຄວາມສາມາດໃນການຄຸ້ມຄອງບໍລິຫານ ແລະ ການດຳເນີນງນຂອງລັດ; ລະດັບການພັດທະນາຂອງຕະຫຼາດປັດໄຈການຜະລິດ; ສະມັດຕະພາບແຮງງານ; ປະສິດທິພາບ ແລະຄວາມສາມາດໃນການແຂ່ງຂັນຂອງວິສາຫະກິດ ໂດຍສະເພາະລັດວິສາຫະກິດ; ລະດັບການຮ່ວມມື ແລະ ການແຂ່ງຂັນລະຫວ່າງພາກສ່ວນເສດຖະກິດຕ່າງໆ; ລາຍໄດ້ຂອງປະຊາຊົນ, ຄວາມສະເໝີພາບໃນການພັດທະນາລະຫວ່າງພາກພື້ນ, ລະຫວ່າງຕົວເມືອງ ແລະ ຊົນນະບົດ; ການພັດທະນາທີ່ສອດຄ່ອງກັບທຳມະຊາດ ແລະ ຄວາມສາມາດໃນການປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາດກາ… ດັ່ງນັ້ນ, ພັກກອມມູນິດຫວຽດນາມຈຶ່ງກຳນົດວ່າ ນີ້ແມ່ນຂະບວນການໄລຍະຍາວທີ່ມີຄວາມຫຍຸ້ງຍາກລຳບາກ ແລະຄວາມສັບສົນຫຼາຍຢ່າງ ເຊິ່ງຕ້ອງອາໄສຄວາມພາກພຽນ, ຄວາມອົດທົນ, ຄວາມຍືດຫຍຸ່ນ ແລະ ຄວາມຄິດປະດິດສ້າງ.
ທີສາມ, ທິດສະດີກ່ຽວກັບການກໍ່ສ້າງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມໂດຍສະເພາະ ແລະ ການສ້າງສັງຄົມນິຍົມຫວຽດນາມໂດຍລວມ ໄດ້ຮັບການປັບປຸງເທື່ອລະກ້າວ ໃນຕະຫຼອດ 40 ປີທີ່ຜ່ານມາ ດ້ວຍດຳເນີນກິດຈະການປ່ຽນແປງໃໝ່ປະເທດ ສ້າງຮາກຖານສຳລັບການກຳນົດນະໂຍບາຍ ແລະ ຍຸດທະສາດການພັດທະນາຂອງປະເທດ, ໂດຍສະເພາະໃນໄລຍະ 10 ປີ (2021-2030) ເຊິ່ງເປີດສະໄໝໃໝ່ໃຫ້ແກ່ການພັດທະນາເສດຖະກິດແລະສັງຄົມຂອງຫວຽດນາມ. ນີ້ແມ່ນໄລຍະການພັດທະນາດ້ວຍທ່າແລະກຳລັງແຮງໃໝ່, ດ້ວຍວິໄສທັດແລະເປົ້າມາຍທີ່ລະອຽດກວ່າ ແລະ ຄວາມມຸ່ງຫວັງໃນການພັດທະນາປະເທດທີ່ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ຈະເລີນຮຸ່ງເຮືອງ, ມີອາລິຍະທຳ ແລະ ມີຄວາມສຸກ(13); ແມ່ນໄລຍະການພັດທະນາທີ່ຍືນຍົງກວ່າ, ປົກຄຸມກວ່າ ແລະ ເພິ່ງພາການປັບປຸງຍົກສູງປະສິດທິພາບຂອງຊັບພະຍາກອນ ແລະ ການປ່ຽນແປງໃໝ່ປະດິດສ້າງ ໃນສະພາບການສາກົນແລະພາກພື້ນທີ່ກຳລັງມີການປ່ຽນແປງຢ່າງວ່ອງໄວ, ແຂງແຮງ ແລະ ຄາດເດົາບໍ່ໄດ້(14).
ບາງບັນຫາຕ້ອງມີການຄົ້ນຄວ້າຕື່ມອີກ
ເຖິງວ່າຈະມີການປັບປຸງ, ເພີ່ມເຕີ່ມ ແລະ ບູລະນະຢ່າງຕໍ່ເນື່ອງ, ແຕ່ທິດສະດີກ່ຽວກັບການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຂອງຫວຽດນາມ ຍັງບໍ່ທັນສົມບູນຢ່າງແທ້ຈິງ; ຄວາມຮັບຮູ້ບາງບັນຫາທາງທິດສະດີກ່ຽວກັບການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຍັງບໍ່ທັນຊັດເຈນພຽງພໍ, ບໍ່ເລິກເຊິ່ງ ແລະ ເປັນເອກະພາບຢ່າງແທ້ຈິງ.
ທີໜຶ່ງ, ກ່ຽວກັບບົດບາດຂອງການກຳນົດທິດສັງຄົມນິຍົມໃນການພັດທະນາເສດຖະກິດຕະຫຼາດ.
ໂດຍພື້ນຖານແລ້ວ, ການກຳນົດທິດທາງສັງຄົມນິຍົມນັ້ນພຽງຢຸດຢູ່ທີ່ລະດັບການເຊື່ອມໂຍງກັບເປົ້າໝາຍການພັດທະນາຂອງປະເທດ, ການນຳພາຂອງພັກ, ການຄຸ້ມຄອງຊອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ແລະ ການປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ ໃນການພົວພັນແຈກຢາຍແລະລາຍໄດ້; ບົດບາດຂອງການກຳນົດທິດທາງສັງຄົມນິຍົມຕໍ່ປະສິດທິພາບການດຳເນີນການທາງເສດຖະກິດ, ການຊຸກຍູ້ການຫັນເປັນອຸດສາຫະກຳແລະທັນສະໄໝ, ຍົກສູງປະສິດທິຜົນການເຊື່ອມໂຍງສາກົນ ທີ່ຊຸກຍູ້ການພັດທະນາຢ່າງວ່ອງໄວແລະຍືນຍົງນັ້ນ ຍັງບໍ່ທັນຈະແຈ້ງ. ການພົວພັນແບບສັດຈະວິພາກລະຫວ່າງລັກສະນະຕະຫຼາດ ແລະ ລັກສະນະສັງຄົມນິຍົມຂອງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມໃນແຕ່ລະໄລຍະຂອງການພັດທະນານັ້ນ ຍັງບໍ່ຊັດເຈນແທ້.
ທີສອງ, ກ່ຽວກັບການພົວພັນລະຫວ່າງບັນດາຂົງເຂດເສດຖະກິດໃນການປະຕິບັດບົດບາດ ແລະ ພາລະໜ້າທີ່ຂອງຕົນເອງ ໃນພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ.
ເສດຖະກິດຂອງລັດມຸ່ງໝັ້ນທີ່ຈະມີບົດບາດນຳໜ້າ, ຮ່ວມກັບເສດຖະກິດລວມໝູ່ເປັນຮາກຖານຂອງພື້ນຖານເສດຖະກິດ; ເສດຖະກິດເອກະຊົນເປັນແຮງຂັບເຄື່ອນສຳຄັນ, ເສດຖະກິດທີ່ມີການລົງທຶນຈາກຕ່າງປະເທດມີຄວາມສຳຄັນ ແລະ ໄດ້ຮັບການສົ່ງເສີມໃຫ້ພັດທະນາ. ຢ່າງໃດກໍຕາມ, ຍັງມີອີກຫຼາຍບັນຫາທີ່ຕ້ອງພິຈາລະນະຢ່າງຕໍ່ເນື່ອງ ເຊັ່ນ ການສົ່ງເສີມແລະເພີ່ມປະສິດທິພາບບົດບາດແລະໜ້າທີ່ ຂອງແຕ່ລະຂົງເຂດເສດຖະກິດຢ່າງເໝາະສົມ? ການເສີມຂະຫຍາຍບົດບາດຫຼັກແຫຼ່ງຂອງລັດວິສາຫະກິດ?... ຍັງມີຄວາມຄິດເຫັນວ່າ ເມື່ອບັນດາຂົງເຂດເສດຖະກິດປະຕິບັດພາລະບົດບາດຂອງຕົນຕາມທີ່ກ່າວມາຂ້າງເທິງນັ້ນ ຈະມີຄວາມຫຍຸ້ງຍາກໃນການບັນລຸຄວາມສະເໝີພາບ ຫຼືອາດຈະເກີດການລະເມີດ ຫຼືຖືວ່າການໃຊ້ຄໍາສັບ “ພາກສ່ວນເສດຖະກິດ” ໝາຍຄວາມເຖິງການເລືອກປະຕິບັດ, ດັ່ງນັ້ນ ຈຶ່ງສະເໜີໃຫ້ໃຊ້ຄຳວ່າ “ຂົງເຂດເສດຖະກິດ” ແທນເພື່ອໃຫ້ສອດຄ່ອງກັບແນວປະຕິບັດສາກົນ.
ທີສາມ, ກ່ຽວກັບເນື້ອໃນ ແລະ ແບບວິທີການນຳພາຂອງພັກ ໃນຂົງເຂດເສດຖະກິດ ແລະ ສາຍພົວພັນລະຫວ່າງບົດບາດນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ການຕິດຕາມກວດກາຂອງແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມຕ່າງໆ.
ເນື້ອໃນແລະຂອບເຂດຂອງວິທີການນຳພາຂອງພັກກ່ຽວກັບເສດຖະກິດແມ່ນບັນຫາທີ່ຕ້ອງໄດ້ຮັບຄວາມເອົາໃຈໃສ່ຄົ້ນຄວ້າຢ່າງຕໍ່ເນື່ອງ ເພື່ອຮັບປະກັນບົດບາດນຳພາຂອງພັກ, ປະສິດທິພາບແລະປະສິດທິຜົນການຄຸ້ມຄອງຂອງລັດ ພ້ອມທັງຮັບປະກັນປະສິດທິຜົນແລະຄວາມໄຫວພິບຂອງຕະຫຼາດ; ຮັບປະກັນບໍ່ໃຫ້ເກີດປະກົດການຫຍໍ້ທໍ້ ເຊັ່ນ ການແຊກແຊງຕະຫຼາດຫຼາຍເກີນໄປ ຫຼືການລະເລີຍຕະຫຼາດ ຫຼືການສົມຮູ້ຮ່ວມຄິດລະຫວ່າງລັດ ແລະຕະຫຼາດຈົນສົ່ງຜົນກະທົບທາງລົບ ເຊັ່ນ ການທຸຈະລິດ ແລະການສໍໍ້ລາດບັງຫຼວງ; ການເສີມຂະຫຍາຍບົດບາດປະຊາທິປະໄຕສັງຄົມນິຍົມໃນການຄຸ້ມຄອງຕະຫຼາດ; ສາຍພົວພັນ ແລະຄວາມສອດຄ່ອງກັນ ລະຫວ່າງສະຖາບັນທາງເສດຖະກິດ ແລະ ສະຖາບັນທາງການເມືອງ-ສັງຄົມ, ລະຫວ່າງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ກັບລະບອບປະຊາທິປະໄຕສັງຄົມນິຍົມ; ລະຫວ່າງບົດບາດຂອງລັດ ແລະ ຕະຫຼາດໃນການຈັດສັນຊັບພະຍາກອນ ໂດຍສະເພາະ ຊັບພະນາກອນທີ່ລັດເປັນເຈົ້າຂອງຕົວແທນ ແລະ ບໍລິຫານຄຸ້ມຄອງຢ່າງເປັນເອກະພາບ ເຊັ່ນ ທີ່ດິນ, ຊັບພະຍາກອນທທຳມະຊາດ ແລະອື່ນໆ.
ທີ່ສີ່, ກ່ຽວກັບບົດບາດແລະຜົນກະທົບຂອງບັນດາກົດເກນພາວະວິໄສ ໃນພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ.
ຄວາມຮັບຮູ້ກ່ຽວກັບປະກົດການ ແລະ ຜົນກະທົບຂອງກົດເກນພາວະວິໄສຂອງເສດຖະກິດຕະຫຼາດ ແລະ ແນວປະຕິບັດສາກົນ ໃນພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ຍັງບໍ່ທັນຈະແຈ້ງພຽງພໍທີ່ຈະສາມາດນຳໃຊ້ໄດ້ຢ່າງຖືກຕ້ອງ ແລະ ມີປະສິດທິຜົນ ເພື່ອຮັບປະກັນຕາມທິດທາງສັງຄົມນິຍົມທີ່ເໝາະສົມກັບເງື່ອນໄຂຂອງຫວຽດນາມ.
ດັ່ງນັ້ນ, ຫຼັງຈາກດຳເນີນກິດຈະການປ່ຽນແປງໃໝ່ປະເທດເປັນເວລາ 40 ປີ ຄວາມຮັບຮູ້ຂອງພັກກອມມູນິດຫວຽດນາມ ກ່ຽວກັບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແລະ ແນວທາງການພັດທະນາພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໄດ້ຮັບການສ້າງຕັ້ງຂຶ້ນເທື່ອລະກ້າວ ແລະໄດ້ຮັບການເພີ່ມເຕີມ, ປັບປຸງບູລະນະ ແລະ ພັດທະນາຢ່າງຕໍ່ເນື່ອງ. ຢ່າງໃດກໍຕາມ, ຄວາມເປັນຈິງແລະສະພາບການເຄື່ອນໄຫວ ແລະ ການພັດທະນາຢ່າງຕໍ່ເນື່ອງກຳລັງກໍ່ໃຫ້ເກີດບັນຫາໃໝ່ຈຳນວນໜຶ່ງ, ດັ່ງນັ້ນຈຶ່ງຈຳເປັນຕ້ອງການສືບຕໍ່ຄົ້ນຄວ້າ, ສະຫຼຸບພຶດຕິກຳ ແລະ ອ້າງອີງປະສົບການໂລກທີ່ເໝາະສົມກັບເງື່ອນໄຂຂອງຫວຽດນາມຢ່າງຕໍ່ເນື່ອງ ເພື່ອເພີ່ມເຕີມແລະປັບປຸງຄວາມຮັບຮູ້ທາງທິດສະດີ ກ່ຽວກັບການພັດທະນາເສດຖະກິດສຕະຫຼາດຕາມທິດສັງຄົມນິຍົມ ແລະສ້າງພື້ນຖານທາງວິທະຍາສາດສຳລັບການນຳສະເໜີກົນໄກ ແລະ ນະໂຍບາຍເພື່ອບັນລຸເປົ້າໝາຍການພັດທະນາຂອງປະເທດ./.
----------------
(1) ເບິ່ງ: ຫງຽນ ຝູ ຈ້ອງ: “ຍຶດໝັ້ນໃນລະບົບທັດສະນະຊີ້ນຳ; ເຊື່ອມໂຍງການຄົ້ນຄວ້າທິດສະດີ, ການສະຫຼຸບພຶດຕິກຳຕົວຈິງ ແລະ ການກຳນົດທິດນະໂຍບາຍຢ່າງກົມກຽວ; ກະກຽມເອກະສານສຳລັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ຢ່າງເປັນວິທະຍາສາດ, ຈິງຈັງ, ສ້າງສັນ, ມີຄູນນະພາບສູງ ແລະ ທັນເວລາ”, ວາລະສານກອມມູນິດ, ສະບັບທີ 1033 ລົງພິມເດືອນກຸມພາ 2024.
(2) ສະເໜີໃນກອງປະຊຸມໃຫຍ່ຄັ້ງທີ VIII (ປີ 1996).
(3) ໄດ້ຮັບການປັບປຸງໃຫ້ສົມບູນແບບໃນກອງປະຊຸມໃຫຍ່ຄັ້ງທີ XI: “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸດຕິທຳ ແລະ ອາລະຍະທຳ”.
(4) ສະເໜີໃນກອງປະຊຸມໃຫຍ່ຄັ້ງທີ IX (ປີ 2001).
(5) ກອງປະຊຸມໃຫຍ່ຄັ້ງທີ XIII (ປີ 2021).
(6) ບັນດາມະຕິຂອງຄະນະບໍລິຫານງານສູນກາງພັກໃນໄລຍະປີ 2016-2020, ສພຈ. ການເມືອງແຫ່ງຊາດ ສື້ເທິດ, ຮ່າໂນ້ຍ, 2021, ໜ້າ 94.
(7) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເທິດ, ຮ່າໂນ້ຍ, 2021, ເຫຼັ້ມ I, ໜ້າ 119.
(8) ຫງຽນ ຝູ ຈ້ອງ: ບາງບັນຫາທິດສະດີ ແລະ ພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວສູ່ລັດທິສັງຄົມນິຍົມຢູ່ຫວຽດນາມ. ສພຈ. ການເມືອງແຫ່ງຊາດ ສື້ເທິດ, ຮ່າໂນ້ຍ, 2022, ໜ້າ 26.
(9) ການແຊກແຊງທີ່ຫຼາຍເກີນໄປ, ຄວາມລະຫຼວມໃນການຄຸ້ງຄອງຕະຫຼາດຂອງລັດ ຫຼືການສົມຮູ້ຮ່ວມຄິດລະຫວ່າງລັດກັບຕະຫຼາດໃນຮູບການຂອງ “ທຶນນິຍົມພວກພ້ອງ”.
(10), (11), (12) ຫງຽນ ຝູ ຈ້ອງ: ບາງບັນຫາທິດສະດີ ແລະ ພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວສູ່ລັດທິສັງຄົມນິຍົມຢູ່ຫວຽດນາມ. ປຶ້ມທີ່ໄດ້ແນະນຳ, ໜ້າ 27, 21-22, 26.
(13) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເທິດ, ຮ່າໂນ້ຍ, 2021, ເຫຼັ້ມ I, ໜ້າ 112.
(14) ພາຍໃຕ້ຜົນກະທົບຂອງການປະຕິວັດອຸດສາຫະກຳຄັ້ງທີ 4; ການປ່ຽນແປງດິນຟ້າອາກາດ; ການແຂ່ງຂັນຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດ; ໂລກລະບາດ; ພິເສດແມ່ນການແຜ່ລະບາດຂອງພະຍາດໂຄວິດ-19; ການເຊື່ອມໂຍງສາກົນ ແລະ ພາກພື້ນນັບມື້ນັບເລິກເຊິ່ງກວ້າງຂວາງ…