ເສດຖະກິດ​ໝູນວຽນສົ່ງ​ເສີມ​ການ​ພັດທະນາ​ເສດຖະກິດ​​ແບບຍືນ​ຍົງ,
ປະສົມ​ກົມ​ກຽວ​ກັບ​ການຮັກສາສິ່ງແວດລ້ອມ

ໂດຍ ຮສ, ປອ ຫງວຽນໂຮ່ງກວັນ - ບັນດາຜູ້ຮ່ວມງານ*
ສະຖາບັນຄົ້ນຄວ້າພັດທະນາເສດຖະກິດໝູນວຽນ (ICED), ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນ
09:34, 14-08-2022

ວກ. - ຢູ່​ຫວຽດນາມ, ຮູບ​ແບບ​ການ​ພັດທະນາ​ເສດຖະກິດເສັ້ນ​ຊື່​​ບໍ່​ເໝາະ​ສົມ​ໃນ​ສະ​ພາບ​ການ​ໃຫມ່​ - ​ເມື່ອ​ແຫຼ່ງຊັບພະຍາກອນ​ນັບ​ມື້​ນັບ​ບົກ​ແຫ້ງ ແລະ ຄຸນ​ນະ​ພາບ​ສິ່ງ​ແວດ​ລ້ອມຕົກ​ຕ່ຳ. ການ​ພັດທະນາເສດຖະກິດ​ໝູນວຽນສົ່ງ​ເສີມ​ການ​ພັດທະນາ​ເສດຖະກິດ​​ແບບ​ຍືນ​ຍົງ, ປະສົມ​ກົມ​ກຽວ​ກັບ​ການຮັກສາສິ່ງແວດລ້ອມ ​ໄດ້​ກາຍ​ເປັນຄວາມ​ຕ້ອງການ​ທີ່​ຮີບ​ດ່ວນ, ​ເປັນທ່າ​ອ່ຽງ​ການ​ພັດ​ທະ​ນາ​ສັງ​ຄົມ​ທີ່​ຫຼີກ​ລ່ຽງ​ບໍ່​ໄດ້. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ກຳນົດທິດ​ທາງ​ການ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ, ປະສົມ​ກົມກຽວການ​ພົວ​ພັນ​ລະ​ຫວ່າງ​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ໃນ​ສະພາບ​ການ​ໃໝ່, ການ​ຫັນ​ເປັນຮູບ​ປະ​ທຳ ​ແລະ ຜັນ​ຂະຫຍາຍ​ການ​ປະຕິບັດ​ເສດຖະກິດ​ໝູນວຽນ​ຢ່າງ​ສຳ​ເລັດ​ຜົນ ​ແມ່ນ​ສຳຄັນ​ທີ່​ສຸດ ​ແລະ ​ແມ່ນ​ຈຸດ​ສຸມທີ່​ຕ້ອງ​ໄດ້​ຮັບ​ການ​ບຸລິມະສິດ​ໃນ​ນະ​ໂຍບາຍ​ການພັດທະນາ​ປະ​ເທດ​ຊາດ.

ເສດຖະກິດ​ໝູນວຽນຢູ່​ຫວຽດນາມ

ດ້ວຍ​​ຈຳນວນ​ປະຊາກອນທີ່​ເພີ່ມ​ຂຶ້ນ​ຢ່າງ​ໄວ​ໃນ​ປະຈຸ​ບັນ - ​ເມື່ອ 66% ຂອງ​ປະຊາກອນ​​ໂລກ​ຈະອາ​​ໄສ​ຢູ່​ໃນ​ຕົວ​ເມືອງ​ຕ່າງໆ ​ພາຍໃນ​ປີ 2050(1), ບັນດາ​ຕົວ​ເມືອງ​ນັບ​ມື້​ນັບ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ - ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ. ຍິ່ງ​ກວ່າ​ນັ້ນ, ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້, ການ​ຂຸດ​ຄົ້ນ​ຊັບພະຍາກອນ​ຫຼາຍ​ເກີນ​ໄປ, ຂະ​ບວນການ​ຫັນ​ເປັນ​ອຸດສາຫະກຳ ​ຫັນ​ເປັນ​ຕົວ​ເມືອງ​​ເພີ່ມ​ຂຶ້ນ, ພ້ອມກັບ​ວິຖີ​ຊີວິດສະ​ໄໝ​ໃໝ່​ທີ່​ໃຊ້​ພະລັງງານ​ຫຼາຍ ເຊິ່ງນຳ​ໄປ​ສູ່​ການ​ເພີ່ມ​ຂຶ້ນ​ຂອງການ​ປ່ອຍ​​ແກັສ​ເຮືອນ​ແກ້ວ, ​ໄດ້​ກໍ່​ໃຫ້​ເກີດ​ຜົນກະທົບ​ດ້ານ​ລົບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ປະຊາຊົນ. ​ດັ່ງ​ນັ້ນ, ການ​ຫັນປ່ຽນ​ໄປ​ສູ່​ລະບົບເສດຖະກິດ​ໝູນວຽນ ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຂາດ​ບໍ່​ໄດ້​​ ໃນ​ການ​ບັນລຸ​ການ​ພັດທະນາທີ່​ຍືນ​ຍົງ ​ແລະ ຮອບດ້ານ​ກວ່າ​ເກົ່າ. ການ​ພັດທະນາເສດຖະກິດ​ໝູນວຽນຊ່ວຍ​ສົ່ງ​ເສີມ​ການ​ພັດທະນາ​ເສດຖະກິດ ​ໂດຍຜ່ານ​ການ​ຂະຫຍາຍ​ວົງ​ຈອນ​ຊີວິດ​ຂອງ​ຜະລິດ​ຕະພັນ, ຫຼຸດຜ່ອນ​ສິ່ງ​ເສດ​ເຫຼືອ, ຈຳກັດ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ຟື້ນ​ຟູ​ແລະສ້າງ​ຊັບພະຍາກອນ​ທຳ​ມະ​ຊາດ​ຄືນ​ໃໝ່, ພ້ອມ​ທັງ​ຊ່ວຍ​ຫຼຸດຜ່ອນ​ການ​ປ່ອຍ​​ແກັສ​ເຮືອນ​ແກ້ວ ​ແລະ ນຳ​ໃຊ້​ຊັບພະຍາກອນ​ຢ່າງ​ມີ​ປະສິດທິ​ຜົນ. ສິ່ງນີ້​ຊ່ວຍ​ໃຫ້​ຮູບ​ແບບ​ເສດຖະກິດ​ໝູນວຽນ​ໄດ້​ຮັບ​ຄວາມ​ສົນ​ໃຈ ​ແລະ ຖືກ​ນຳ​​ໄປໃຊ້​ຢ່າງ​ກວ້າງຂວາງ​ໃນ​ຂົງ​ເຂດ​ຕ່າງໆ​ ​ທົ່ວ​ໂລກ(2).     

ຕາມ​ກອງ​ທຶນ Ellen MacArthur, ເສດຖະກິດໝູນວຽນ​ແມ່ນ​ລະບົບ​ທີ່​ມີ​ລັກສະນະ​ທົດ​ແທນ​ແລະຟື້ນຟູ ໂດຍຜ່ານການວາງແຜນ ແລະ ການອອກແບບຢ່າງ​ເປັນ​ເຈົ້າ​ການ. ​ໂດຍ​ພື້ນຖານ​ແລ້ວ, ເສດຖະກິດ​ໝູນວຽນ​ແມ່ນ​ລະບົບ​ເສດຖະກິດທີ່​ພັດທະນາ​ບົນ​ພື້ນຖານ​ບັນດາ​ຮູບແບບທຸລະກິດຕາມວົງປິດ. ​ໃນ​ນັ້ນ, ແນວຄວາມຄິດຂອງການສິ້ນສຸດຂອງຊີວິດ (end-of-life) ໄດ້ຖືກ​ແທນທີໂດຍການໃຊ້ງານທີ່ຫຼຸດລົງ (reduce), ການ​ນໍາ​ໃຊ້​ຄືນ​ໃໝ່ (reuse), ການ​​ໃຊ້​ໃໝ່ (recycle) ​ແລະ ​ການ​ຟື້ນ​ຕົວ​ຂອງ​ວັດ​ຖຸ (recover materials) ​ໃນ​ຂະ​ບວນການ​ຜະລິດ, ການ​ຈໍາໜ່າຍ ​ແລະ ​ການ​ບໍ​ລິ​ໂພກ​ຜະ​ລິດ​ຕະ​ພັນ​. ດັ່ງ​ນັ້ນ, ລະບົບເສດຖະກິດ​ໝູນວຽນຈະ​ໄດ້​ນຳ​ໃຊ້​ໃນ​ລະດັບ​ນ້ອຍ (ການ​ຜະລິດ, ບໍລິສັດ, ຜູ້​ບໍລິ​ໂພ​ກ); ກາງ (​ເຂດ​ອຸດສາຫະກຳ​ນິ​ເວດ); ​ໃຫຍ່ (ນະຄອນ, ​ພາກ​ພື້ນ, ປະ​ເທດ ​ແລະ ຂ້າມ​ຊາດ). ລະບົບເສດຖະກິດ​ໝູນວຽນມຸ່ງ​ສູ່​ການ​ພັດທະນາ​ແບບ​ຍືນ​ຍົງ, ​ໃນ​ນັ້ນ ສ້າງ​ຄຸນ​ນະພາ​ບຂອງ​ສິ່ງ​ແວດ​ລ້ອມ, ເສດຖະກິດຈະເລີນພັດທະນາ, ຄວາມຍຸຕິທໍາທາງສັງຄົມ. ທັງ​ໝົດ​ ນຳ​ເອົາຜົນ​ປະ​ໂຫຍ​ດມາ​ໃຫ້ຄົນລຸ້ນປະຈຸບັນແລະອະນາຄົດ (3).

ຢູ່ຫວຽດນາມ, ​ແຕ່​ຊຸມ​ປີ 1980 ​ໄດ້​ມີ​ບາງ​ຮູບ​ແບບເສດຖະກິດ​ໝູນວຽນ, ​ເຊັ່ນ ຮູບ​ແບບ​ສວນ​ຜັກ - ສະ​ປາ - ຄອກ​ໝູ. ນີ້​ແມ່ນ​ຮູບ​ແບບ​ເສດຖະກິດ​ກະສິກຳ-ນິ​ເວດ​ວິທະຍາ​ແບບ​ຍືນ​ຍົງ ​ເຊິ່ງບັນດາ​ພາກ​ສ່ວນ​ຂອງ​ລະບົບ​ມີ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນ. ​ເຖິງ​ວ່າ​ຈະ​ບໍ່​ສົມບູນ ແລະ ນຳໃຊ້ເປັນສ່ວນໃຫຍ່ໃນຂະໜາດນ້ອຍຂອງຄົວເຮືອນ ຫຼື ສະຫະກອນ, ແຕ່ຕົວແບບນີ້ສະແດງໃຫ້ເຫັນເຖິງປະສິດທິພາບທາງດ້ານເສດຖະກິດເບື້ອງຕົ້ນ​ ໃນ​ດ້ານ​ການນຳໃຊ້ຊັບພະຍາກອນ ແລະ ການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມອັນ​ເນື່ອງ​ຈາກ​ຜົນ​ກະທົບທີ່ເປັນອັນຕະລາຍຂອງສິ່ງເສດເຫຼືອຈາກການລ້ຽງສັດ.

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ມີ​​ຄວາມ​ຄິດ​ລິ​ເລີ່​ມຫຼາຍ​ຢ່າງ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ວິ​ສາ​ຫະກິດ​ແບບ​ຍືນ​ຍົງ ​ແລະ ສົ່ງ​ເສີມເສດຖະກິດ​ໝູນວຽນ ​ເພື່ອ​ຕອບ​ສະໜອງ​ຕໍ່​ການ​ປ່ຽນ​ແປງ​ສະພາບພູມ​ອາກາດ, ​ເພີ່ມ​ທະວີຮູບ​ແບບ​ການ​ຮ່ວມ​ມື​ພາກ​ລັດ-​ເອກະ​ຊົນ​ ໄດ້​ຮັບ​ການ​ສະ​ເໜີ ​ແລະ ​ໄດ້​ຮັບ​ການ​ປະຕິບັດ​ເທື່ອ​ລະ​ກ້າວ. ບາງ​ໂຄງການ​ທີ່​ພົ້ນ​ເດັ່ນ​ເຊັ່ນ: ໂຄງການ​ເກັບ​ກຳ​ແລະ​ນຳ​ໃຊ້​ຄືນ​ສິ່ງ​ເສດ​ເຫຼືອ​ ຂອງ​ກຸ່ມ​ວິ​ສາ​ຫະກິດ​ອາຊີບ ​ແລະ ກຸ່ມ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່; ຂໍ້​ລິ​ເລີ່ມ​ບໍ່​ປ່ອຍ​ສິ່ງ​ເສດ​ເຫຼືອ​ອອກ​ສູ່​ສິ່ງ​ແວດ​ລ້ອມ, ສວນ​ສາ​ທາ​ລະ​ນະ​ນິ​ເວດ​ອຸດ​ສາ​ຫະ​ກໍາ​ໃນ​ບາງ​ຕົວ​ເມືອງ​ໃຫຍ່. ບາງຜົນສຳ​ເລັດສະເພາະຈາກ​ຮູບ​ແບບ​ເສດ​ຖະກິດ​ໝູນວຽນ​ທີ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ສໍາ​ເລັດ​ຜົນ​ໃນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ໃຫຍ່ເຊັ່ນ ​ໄຮ​ເນ​ເກ້ນ ຫວຽດນາມ, ຢູນີລີ​ເວີຣ໌ ຫວຽດນາມ, ​ໃນ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ​ເຊັ່ນ ຕ່ອງໂສ້ອຸປະ​ທານການລ້ຽງ ​ແລະ ຜະລິດ​ປາ​ສະຫວາຍ, ຫຼື ​ໂຄງການ​ຂອງ ອົງການ​ການ​ພັດທະນາ​ອຸດ​ສະຫະ​ກຳ​ແຫ່ງ​ສະຫະ​ປະຊາ​ຊາດ (UNIDO) ກ່ຽວ​ກັບສວນອຸດສາຫະກຳນິເວດ, ​ເຊິ່ງ​ໄດ້​ແລະກຳລັງ​ຜັນ​ຂະຫຍາຍ​ໃນສວນອຸດສາຫະກຳ 6 ​ແຫ່ງ ຢູ່​ບັນດາ​ແຂວງ ນິງບິ່ງ, ດາ​ນັ້ງ ​ແລະ ​ເກິ່ນ​ເທີ. ບັນດາ​ຂໍ້​ຄິດ​ລິ​ເລີ່​ມ ແລະ ຮູບ​ແບບ​ເສດຖະກິດ​ທັງ​ໝົດ​ນີ້ ພວມ​ວາງ​ຮາກ​ຖານ​ທຳອິດ ​ໃຫ້​ແກ່​ຂະ​ບວນການ​ຫັນປ່ຽນ​ຈາກ​ເສດຖະກິດ​​ເສັ້ນ​ຊື່ ​ໄປ​ສູ່​ການ​ພັດທະນາເສດຖະກິດ​ໝູນວຽນຢູ່​ຫວຽດນາ​ມ. ​ແຕ່, ເພື່ອ​ບັນລຸ​ຜົນສຳ​ເລັດ​​ໃນ​ການ​ພັດທະນ​າເສດຖະກິດ​ຫວຽດນາມຕາມ​ຮູບ​ແບບ​ເສດຖະກິດ​ໝູນວຽນ, ຈຳ​ເປັນ​ຕ້ອງ​ມີ​ການ​ເ​ຊື່​ອມ​ໂຍງ ​ແລະ ​ການ​ລົງມື​ປະຕິບັດ​ຂອງ​ລັດ, ບັນດາ​ວິ​ສາ​ຫະກິດ, ບັນດາ​ສວນ​ອຸດສາຫະກຳ ​ແລະ ຊຸມ​ຊົນ​ທັງ​ໝົດ. ​ເວລາ​ນັ້ນ, ການ​ຫັນປ່ຽນ​ໄປ​ສູ່ເສດຖະກິດ​ໝູນວຽນຈຶ່ງ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ​ໃຫ້​ທົ່ວ​ສັງຄົມ, ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ລະດັບ​ໂລກຍ້ອນມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ ​ແລະ​ການ​ປ່ຽນ​ແປງ​ສະພາບ​ພູມ​ອາກາດ, ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ​ຂອງ​ເສດຖະກິດ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ, ທັງ​ຫຼຸດຜ່ອນ​ການ​ຂຸດ​ຄົ້ນ​ຊັບພະຍາກອນ​ທຳ​ມະ​ຊາດ, ​ໃຊ້​ຊັບພະຍາກອນ​ໃຫ້​ເກີດ​ປະ​ໂຫຍ​ດສູງ​ສຸດ, ພ້ອມ​ກັນ​ນັ້ນ​ ກໍ​ສ້າງ​ໂອກາດ​ເພີ່ມ​ວຽກ​ເຮັດ​ງານ​ທຳ ​ແລະ ​ການ​ລົງທຶນ​ໃໝ່, ຫຼຸດ​ຄ່າ​ໃຊ້​ຈ່າຍ​ການ​ຜະລິດ ​ແລະ​ເພີ່ມ​ລະບົບ​ຕ່ອງ​ໂສ້​ການ​ສະໜອງ.     

ເພື່ອບັນລຸຄາດໝາຍການພັດທະນາເສດຖະກິດໄລຍະ 2021–2030 ແລະ ວິ​ໄສ​ທັດຮອດປີ 2050 ຕາມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ແມ່ນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ, ການ​ແກ້​ໄຂ​ການ​ພົວ​ພັນ​ລະ​ຫວ່າງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມຢ່າງ​ກົມກຽວນັ້ນ, ການ​ຫັນ​ເປັນຮູບ​ປະ​ທຳ ​ແລະ ການຜັນ​ຂະຫຍາຍປະຕິບັດ​ຮູບ​ແບບ​ເສດຖະກິດໝູນວຽນທີ່​ປະສົບ​ຄວາມ​ສຳ​ເລັດ​ມີ​ຄວາມ​ສຳຄັນຫຼາຍ ​ແລະ ເປັນຈຸດ​ສຸມ​ທີ່​ຄວນບຸລິມະສິດ​ໃນ​ນະ​ໂຍບາຍ​ພັດທະນາ​ປະ​ເທດ​ຊາດ. ປະຈຸ​ບັນ, ມີ​ຫຼາຍ​ປະ​ເທດ​ໄດ້​ປະສົບ​ຄວາມ​ສຳ​ເລັດ​ໃນ​ການ​ພັດທະນາ​ຮູບ​ແບບ​ເສດຖະກິດ​ໝູນວຽນ ​ແລະ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼວງ​ຫຼາຍ, ຫວຽດນາມ​ມີ​ໂອກາດ​ເພື່ອ​ຮຽນ​ຮູ້​ບົດຮຽນຈາກ​ບັນດາ​ປະ​ເທດ​ທີ່​​​ເດີນ​ໜ້າ​ກ່ອນ ​ແລະ ​ຖອກ​ຖອນ​ບົດຮຽນ​ເພື່ອ​ໝູນ​ໃຊ້​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ​ໃນ​ປະ​ເທດ. ​ເພື່ອ​ພັດທະນາເສດຖະກິດ​ໝູນວຽນ, ມີ​ຫຼາຍ​ໂອກາດ​ ແລະ​ສິ່ງ​ທ້າ​ທາຍ​ທີ່​ສຸດ ​ທີ່​ຕັ້ງ​ອອກ​ມາສຳລັບ​ຫວຽດນາມ.

ກ່ຽວ​ກັບ​ໂອກາດ, ການ​ລົງມື​ຂອງທັງ​ລະບົບ​ການ​ເມືອງ​ຫວຽດນາມ​ເຂົ້າ​ໃນ​ການ​ແກ້​ໄຂບັນດາ​ບັນຫາ​ລະດັບ​ຊາດ ​ແລະ ຄຳໝັ້ນ​ສັນຍາ​ຂອງ​ຫວຽດນາມ​ຕໍ່​ປະຊາ​ຄົມ​ໂລກ​ ໃນການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ສະຫັດ​ສະ​ວັດ, ບັນ​ລຸ​ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງນັ້ນ ​ແມ່ນ​ໂອກາດເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ໝູນວຽນ​ຢູ່​ຫວຽດນາມ. ຫວຽດນາມ​ໄດ້​ແລະກຳລັງ​ເຂົ້າ​ສູ່​ການ​ປະຕິ​ວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່, ການ​ຄົ້ນຄວ້າ​ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ, ປ່ຽນ​ຈາກ​ໂລກ​ຈິງ​​ໄປ​ສູ່​ໂລກ​ດິຈີ​ຕອນ ຈະ​ເປັນ​ໂອກາດ​ໃຫຍ່​ເພື່ອ​ປະຕິບັດ​ເສດຖະກິດ​ໝູນວຽນ, ສ້າງ​ປະສິດທິ​ຜົນ​ການ​ເຕີບ​ໂຕ​ທີ່​ສູງ​ກວ່າ ​ເມື່ອ​ທຽບ​ກັບ​ການ​ເຕີບ​ໂຕ​ຕາມຮູບ​ແບບ​ກ່ອນ​ໜ້າ​ນີ້. ການ​ຫັນປ່ຽນ​ສູ່​ເສດຖະກິດ​ໝູນວຽນ​ຈະ​ຊ່ວຍຕອບ​ສະໜອງ​ບັນດາ​ເປົ້າ​ໝາຍ​ຂອງຄຳຕັກ​ສິນ​ເລກທີ 622/QĐ-TTg, ລົງ​ວັນ​ທີ 10 ພຶດສະພາ 2017, ຂອງ​ນາຍົກລັດຖະມົນຕີ, “ກ່ຽວກັບ​ການ​ປະກາດ​ໃຊ້ແຜນປະຕິບັດງານແຫ່ງຊາດ​ເພື່ອດຳ​ເນີນ​ການ​ຕາມວາລະ 2030 ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ” ​ແລະ ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ. ​ແຜນ​ປະຕິບັດ​ງານ​ສະ​ແດງ​ອອກ​ເຖິງຄວາມ​ພະຍາຍ​ມ ​ແລະ ຄຳໝັ້ນ​ສັນຍາ​ຂອງ​ລັດຖະບານຫວຽດນາມ ​ໃນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຫວຽດນາມ. ການ​ພັດທະນາ​ເສດຖະກິດ​ໝູນວຽນ​ສາມາດ​ແກ້​ໄຂ​ໄດ້ ​ສະພາບ​ການ​ຂາດ​ແຄ​ນຊັບພະຍາກອນ​ທຳມະ​ຊາດ, ຮັກສາ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບພູມ​ອາກາດ ​ແລະ ນຳມາ​ເຊິ່ງປະສິດທິ​ຜົນ​ເສດຖະກິດ, ຊ່ວຍ​ໃຫ້​ບັນ​ລຸ​ຫຼາຍ​ເປົ້າ​ໝາຍ, ເລກຄາດ​ໝາຍ ແລະ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ ໃນ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ນີ້​ແມ່ນ​ແຫຼ່ງພະລັງ​ອັນ​ໃຫຍ່​ຫຼວງ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ຮູບ​ແບບ​ເສດຖະກິດ​ນີ້. ການຊຸກຍູ້​ການພັດທະນາ​ອຸດສາຫະກຳສະໜັບສະໜູນ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂັ້ນ​ສູງ ​ໃນ​ການ​ນຳ​ເອົາ​ສິ່ງ​ເສດ​ເຫຼືອ​ມາ​ໃຊ້​ຄືນ​ໃໝ່ ​ແລະ ສ້າງ​ໂອກາດ​​ເພີ່ມວຽກ​ເຮັດ​ງານ​ທຳ​ໃນ​ຂົງ​ເຂດ​ໃໝ່.

ກ່ຽວ​ກັບ​ສິ່ງ​ທ້າ​ທາຍ, ​ໃນ​ປະຈຸ​ບັນ, ຂອບ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ໝູນວຽນຍັງ​ບໍ່​ໄດ້​ສ້າງ​ຂຶ້ນ​ເປັນ​ຮູບ​ປະ​ທຳ​​ທີ່​ຈະ​ແຈ້ງ. ປະ​ເທດ​ເຮົາ​ມີ​ບາງ​ຮູບ​ແບບ​ເສດຖະກິດ​ໝູນວຽນ ​ແລະ ສວນ​ອຸດສາຫະກຳນິ​ເວດ​ທີ່ກຳລັງ​ເຄື່ອນ​ໄຫວ ​ແຕ່​ບໍ່​ມີ​ແລວ​ທາງດ້ານກົດໝາຍສໍາລັບການພັດທະນາເສດຖະກິດໝູນວຽນ. ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ, ຈຳ​ເປັນ​ຕ້ອງມີ​ການ​ລວມຜົນ​ຖອດ​ບົດຮຽນ, ປັບປຸງ​ລະບຽບ​ລະບອບ​ການ​ພັດທະນາ​ຢ່າງ​ຄົບ​ຊຸດ​ໃຫ້​ສອດຄ່ອງ​ກັບ​ຮູບ​ແບບ​ເສດຖະກິດ​ນີ້. ຄຽງ​ຄູ່​ກັນ​ນັ້ນ, ການ​ເຄື່​ອນ​ໄຫວ​ເສດຖະກິດ​ແຕ່​ກ່ອນ​ມາ​ຍັງ​ອີງ​ໃສ່​ວິທີ​ເຂົ້າ​ເຖິງ​ເສດຖະກິດ​ເ​ສັ້ນ​ຊື່, ດັ່ງ​ນັ້ນ ການ​ຫັນປ່ຽນ​ມາສູ່​ເສດຖະກິດ​ໝູນວຽນ​​ແມ່ນຕ້ອງການແຜນງານຊັດເຈນ, ຍິ່ງ​ກວ່າ​ນັ້ນ, ຕ້ອງ​ເນັ້ນ​ໜັກ​ເຖິງ​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ຈິນຕະນາການ​ແລະ​ຄວາມ​ຮັບ​ຮູ້, ຕ້ອງ​ສົ່ງ​ເສີມ​ຄວາມ​ຄິດ​ລິ​ເລີ່​ມ​ໃນ​ພວງ​ພະນັງ​ການ​ຜະລິດ​ແລະການສະໜອງ ​ເພື່ອ​ສະໜັບສະໜູນ​ການ​ຫັນປ່ຽນ​ສູ່​ເສດຖະກິດ​ໝູນວຽນ​ຂອງ​ວິ​ສາ​ຫະກິດ. ຄວາມ​ຮັບ​ຮູ້​ທີ່​ຖືກຕ້ອງ​ກ່ຽວ​ກັບເສດຖະກິດ​ໝູນວຽນຕ້ອງ​ໄດ້​ປະຕິບັດ​ຕັ້ງ​ແຕ່ວັດຖຸດິດປ້ອນ​ເຂົ້າ, ການ​ອອກ​ແບບ, ການ​ບໍລິ​ໂພ​ກ, ການ​ຜັນ​ຂະຫຍາຍ, ການ​ນຳ​ໃຊ້​ຄືນ​ໃໝ່, ການ​ປຸງ​ແຕ່ງ​ໃໝ່ ​ແລະ ຂັ້ນຕອນການຊະ​ຖິ້ມ ສໍາລັບແຕ່ລະຂະ​ແໜງ​ການ, ແຕ່ລະຂົງ​ເຂດ ​ແລະ ຕ້ອງ​ໄດ້​ຮັບ​ຄວາມ​ເຫັນ​ພ້ອມ, ​ເປັນ​ເອກະ​ພາບ​ຕັ້ງ​ແຕ່​ການ​ນຳ, ບັນດາ​ຂັ້ນ​ຄຸ້ມ​ຄອງ ຈົນ​ເຖິງ​ແຕ່​ລະວິ​ສາ​ຫະກິດ​ ແລະ ​ປະຊາຊົນ. ຕື່ມ​ໃສ່​ນັ້ນ​ອີກ, ​ໂຄງ​ສ້າງ​ພື້ນຖານ, ການວາງ​ແຜນ​ສວນ​ອຸດສາ​ຫະກຳຕາມ​ທິດ​ເສດຖະກິດ​ໝູນວຽນ ​ແລະ ຄວາມ​ສາມາດ​ໃນ​ການ​ເຊື່ອມ​ໂຍງ​ ກໍມີ​ຂໍ້ຈຳກັດ​ຫຼາຍ. ຫຼາຍ​ແຜນ​ການ​ແຍກ​ຕ່າງ​ຫາກ​ຍ້ອນ​ແນວ​ຄິດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​​ເສັ້ນ​ຊື່​, ຂາດ​ການ​ເຊື່ອມ​ຕໍ່; ​ແຜນການ​ບໍ່​ຕິດ​ກັບ​ຄວາມ​ສາມາດ​ຂອງ​ການຈັດ​ແຫຼ່ງພະລັງ ​ແລະ ການ​ໃຊ້​ແຫຼ່ງພະລັງ​ບໍ່​ມີ​ປະສິດທິ​ຜົນ. ນອກຈາກ​ນັ້ນ, ເຕັກ​ໂນ​ໂລ​ຊີ​ການ​ນໍາ​ໃຊ້​ໃໝ່​, ບັນດາ​ຂະ​ແໜງ​ການ​ສະໜັບສະໜູນ ​ແລະ ​ແຫຼ່ງພະລັງ ສຳລັບ​ການ​ປະຕິບັດ​ການ​ຫັນປ່ຽນ​ສູ່​ການ​ພັດທະນາເສດຖະກິດ​ໝູນວຽນ ກໍ​ຍັງ​ອ່ອນ​ນ້ອຍ. ​ເສດຖະກິດ​ໝູນວຽນຕ້ອງການ​ຕິດ​ກັບ​ການ​ປ່ຽນ​ແປງ​ໃໝ່​ວິທະຍາສາດ, ການ​ເຂົ້າ​ເຖິງ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ​ແລະປອດ​ໄພ​ ຕໍ່​ສຸຂະພາບ​ຂອງ​ມະນຸດ​ແລະ​ສິ່ງ​ແວດ​ລ້ອມ. ກ່ຽວ​ກັບຊັບພະຍາກອນ​ບຸກຄົນ, ​ເພື່ອ​ພັດທະນາເສດຖະກິດ​ໝູນວຽນຕ້ອງ​ມີ​ຖັນ​ແຖວ​ຜູ້​ຊ່ຽວຊານທີ່​ເກັ່ງ​ທາງ​ດ້ານ​ວິທະຍາສາດ-​ເຕັກ​ໂນ​ໂລຊີ ​ແລະ ຄວາມຮູ້ພາກປະຕິບັດ ​ເພື່ອ​ແກ້​ໄຂບັນຫາ​ຕ່າງໆ ຕັ້ງ​ແຕ່​ຂັ້ນ​ຕອນ​ຕົ້ນ ​​ເຖິງ​ຂັ້ນ​ຕອນ​ສຸດ​ທ້າຍ ຂອງ​ຂະ​ບວນການ​ຜະລິດ​ຂອງ​ວິ​ສາ​ຫະກິດ ​ແລະ ຄວາມ​ສາມາດ​ເຊື່ອມ​ໂຍງ​ບັນດາ​ວິ​ສາ​ຫະກິດ​ດ້ວຍ​ກັນ.

ທິດທາງ​ການ​ພັດທະນາ​ເສດຖະກິດ​ຍືນ​ຍົງ​ຕາມ​ຮູບ​ແບບເສດຖະກິດ​ໝູນວຽນຢູ່​ຫວຽດນາມ

ດ້ວຍ​ເປົ້າ​ໝາຍ​ການ​ພັດທະນາ​ທີ່​ຍືນ​ຍົງ ຕິດ​ກັບ​ການ​ຮັກສາ​ສິ່ງ​ແວດ​ລ້ອມ, ຫວຽດນາມ​ຕ້ອງການ​ສືບ​ຕໍ່ລົງທຶນ​ຢ່າງ​ແຂງ​ແຮງ ​ເຂົ້າ​ໃນ​ການ​ປັບປຸງ​ຄຸນ​ນະພາ​ບຂອງ​ຊັບພະຍາກອນ​ມະນຸດ, ປັບປຸງ​ລະບຽບ​ລະບອບ​ນະ​ໂຍບາຍ​ໃຫ້​ສົມບູນ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ສັງຄົມ​ກ່ຽວກັບ​ການນຳ​ໃຊ້ເສດຖະກິດ​ໝູນວຽນ​ໃນ​ຊີວິດ, ​ເຕັກ​ໂນ​ໂລ​ຊີ​ດິຈີ​ຕອນ, ເຕັກ​ໂນ​ໂລ​ຊີ​ການບຳບັດ​ສິ່ງ​ເສດ​ເຫຼືອ​ແລະ​ການ​ນໍາ​ໃຊ້​​ສິ່ງ​ເສດ​ເຫຼືອຄືນ​ໃຫມ່ ​ແລະ ​ໂຄງ​ສ້າງ​ພື້ນຖານ​ໃນ​ສວນ​ອຸດສາຫະກຳ, ກະສິກຳນິ​ເວດ. ​ໃນ​ນັ້ນ, ຄວນ​ສຸມ​ໃສ່:

ທີ​ໜຶ່ງ, ປ່ຽນ​ແປງ​ໃໝ່​ຈິນຕະນາການ​ ແລະ ​ຄວາມ​ຮັບຮູ້ຢ່າງ​ແຂງ​ແຮງ.

ການປ່ຽນ​ແປງ​ໃໝ່​ຈິນຕະນາການ​ ແລະ ​ຄວາມ​ຮັບຮູ້ກ່ຽວ​ກັບ​ຄວາມສຳຄັນ​ຂອງເສດຖະກິດ​ໝູນວຽນ ທີ່​ມີ​ບົດ​ບາດສຳຄັນ​ພິ​ເສດ, ​ເປີດ​ທາງ ​ແລະ ສ້າງ​ເທສະ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ​ ໃນຍຸກ​ສະ​ໄໝ​ໂລກາ​ພິວັດ ​ແລະ ການ​ເຊື່ອມ​ໂຍງ​ສາກົນ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ເນັ້ນ​ເຖິງ​ການ​ສືບຕໍ່ການ​ປ່ຽນ​ແປງ​ໃໝ່ຈິນຕະນາການ​ໃຫ້​ສອດຄ່ອງ​ກັບ​ຄວາມ​ຕ້ອງການ ​ແລະ ຄວາມ​ຮຽກຮ້ອງຂອງ​ພຶດຕິ​ກຳ​ການ​ພັດທະນາ​ເສດຖະກິດ-ສັງຄົມ. ຕໍ່ໜ້າ​ບັນດາ​ບັນຫາ​ພຶດຕິ​ກຳ​ທີ່​ຮີບ​ດ່ວນກ່ຽວ​ກັບຄວາມ​ກົດ​ດັນ​ຂອງ​ປະ​ຊາ​ກອນ​, ການບຸກ​ລຸກ​ແລະທຳລາຍ​ສິ່ງ​ແວດ​ລ້ອມ​ນິ​ເວດ, ການ​ຂຸດ​ຄົ້ນ​ຊັບພະຍາກອນຫຼາຍ​ເກີ​ນ​ໄປ ​ແລະ ພິ​ເສດ​ແມ່ນ ບັນຫາ​ສິ່ງ​ເສດ​ເຫຼືອນັ້ນ, ການ​ປ່ຽນ​ແປງ​ໃໝ່​ຈິນຕະນາການ ​ແລະ​ຄວາມ​ຮັບຮູ້​ກ່ຽວ​ກັບເສດຖະກິດ​ໝູນວຽນ ບໍ່​ພຽງ​ແຕ່​ໄດ້​ວາງອອກ​ມາ​ສຳລັບ​ລັດ ຫຼື​ວິ​ສາ​ຫະກິດ​ເທົ່າ​ນັ້ນ, ​ແຕ່​ຍັງ​ຕ້ອງ​ມີ​ການ​ຮ່ວມ​ມື​ຂອງ​ທັງ​ຊຸມ​ຊົນ​ສັງຄົມ. ຕົວຢ່າງ​ເຊັ່ນ ການ​ປ່ຽນ​ແປງແນວຄິດການບໍລິໂພກຂອງປະຊາຊົນ, ມຸ່ງ​ສູ່​ການ​ຊົມ​ໃຊ້ “ສີຂຽວ”, ນຳໃຊ້ວິທີການ 3R (ຫຼຸດ-ໃຊ້ຄືນ-ໃຊ້ໃໝ່) ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ​ເຊິ່ງຈະ​ຊຸກຍູ້​ໃຫ້​ຕະຫຼາດ ​ແລະ​ເສດຖະກິດ “ສີຂຽວ” ມີ​ການ​ພັດທະນາ, ສ້າງ​ປະຖົມ​ປັດ​ໄຈ​ໃຫ້​ວິ​ສາ​ຫະກິດ​ຫັນ​ທິດ​ສູ່ການ​ຜະລິດ “ສີຂຽວ” ​ແລະ ສ້າງ​ອິດ​ທິພົນ​ແຜ່​ກະຈາຍ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ທົ່ວ​ປະ​ເທດ. ຍົກ​ສູງຈິດສໍານຶກບໍ່ພຽງແຕ່ຂອງປະຊາຊົນເທົ່ານັ້ນ, ແຕ່ຍັງ​ໃຫ້​ບັນດາ​ວິ​ສາ​ຫະກິດ (​ແຕ່ຂະໜາດນ້ອຍ​ສຸດເຖິງຂະໜາດໃຫຍ່) ກ່ຽວກັບຄວາມຮັບຜິດຊອບຕໍ່ສິ່ງເສດເຫຼືອ, ກ່ຽວກັບຄຸນຄ່າຂອງສິ່ງເສດເຫຼືອ ​ເມື່ອນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ເໝາະ​ສົມ ​ເພື່ອ​ປ່ຽນ​ສິ່ງ​ເສດ​ເຫຼືອ​ໃຫ້​ເປັນ​ແຫຼ່ງ​ພະ​ລັງ​ງານ ​ຫຼື​ວັດ​ສະ​ດຸ​ໃໝ່​ ໃນ​ຮູບ​ແບບເສດຖະກິດ​ໝູນວຽນ. ຍົກ​ຕົວຢ່າງ: ການ​ແຍກ​ສິ່ງ​ເສດ​ເຫຼືອ​ໃນ​ຄົວ​ເຮືອນ​ໃນ​ຊຸມ​ຊົນ (ລວມ​ທັງ​ສິ່ງ​ເສດ​ເຫຼືອອີ​ນຊີ​, ສິ່ງ​ເສດ​ເຫຼືອພຼາສະຕິກ ​ແລະ ​ຂີ້​ເຫຍື້ອ​ອື່ນໆ​) ​ໃນ​ນັ້ນ, ສິ່ງ​ເສດ​ເຫຼືອອີ​ນຊີ​​ເປັນ​ແຫຼ່ງວັດຖຸ​ດິບ​ທີ່ສຳຄັນ​ ໃນ​ການຜະລິດພະລັງງານໄຟຟ້າ ຈາກອາຍແກັສຊີວະພາບ ແລະ ຝຸ່ນອິນ​ຊີ;  ສິ່ງ​ເສດ​ເຫຼືອພຼາສະຕິ​ກທີ່​ຄັດ​ແຍກມາ​ຢ່າງ​ດີ ສາມາດນໍາມາໃຊ້​ໃໝ່ເປັນສິ່ງ​ຂອງຕ່າງໆ ເພື່ອ​ຫຼີກ​ລ່ຽງບໍ່​ໃຫ້​ຖິ້ມ​ລົງ​ໃນ​ສິ່ງ​ແວດ​ລ້ອມ ​ທີ່​ຈະ​ສົ່ງ​ຜົນ​ສະ​ທ້ອນ​ໃນ​ໄລ​ຍະ​ຍາວ... ຫຼື​ບັນຫາ​ສິ່ງ​ເສດ​ເຫຼືອ​ເອ​ເລັກ​ໂຕຣນິກ, ບັນດາ​ວິ​ສາ​ຫະກິດ​ຕ້ອງ​ມີ​ນະ​ໂຍບາຍ​ຮ່ວມ​ມື​ກັບຜູ້​ບໍລິ​ໂພ​ກ ​ໃນ​ການ​ລວບ​ລວມ​ ແລະ ຣີ​ໄຊ​ເຄິນຜະລິດ​ຕະພັນ​ເອ​ເລັກ​ໂຕຣນິກ ຕາມ​ຂະ​ບວນການສ້າງ​ມູນ​ຄ່າ​ທາງ​ການ​ຄ້າທີ່ຍິ່ງໃຫຍ່ຈາກແຫຼ່ງຂີ້ເຫຍື້ອນີ້ (ໂລຫະທີ່ມີຄ່າ ຫາຍາກໃນອົງປະກອບ​ເອ​ເລັກ​ໂຕຣນິກ) ​ແລະ ​ເພື່ອ​ສິ່ງ​ແວດ​ລ້ອມ​ທີ່​ສີຂຽວ ສະອາດ ​ແລະ ສວຍງາມ. ປ່ຽນ​ແປ​ງ​ໃໝ່​ຈິນຕະນາການ​ກ່ຽວ​ກັບການ​ສ້າງແລວ​ທາງ​ດ້ານ​ກົດ​ໝາຍ ​ໃນການ​ປະຕິບັດເສດຖະກິດ​ໝູນວຽນ, ກຳນົດທິດ​ທາງ​ພັດທະນາແບບບັງຄັບ ແຕ່ມາພ້ອມກັບການສະໜັບສະ​ໜຸນສໍາລັບທຸກວິ​ສາ​ຫະກິດທີ່ມີ​ການປ່ຽນ​ແປງ​ຈິນຕະນາການກ່ຽວກັບການພັດທະນາ​ເສດຖະກິດ​ໝູນວຽນ. ຕົວຢ່າງ, ​ເກັບພາສີສູງໃນເວລາທີ່ນໍາໃຊ້ພະລັງງານຟອສຊິນ, ​ແຕ່​ມີ​ການ​ສະໜັບສະໜູນ​ການ​ຫັນ​ມາ​ໃຊ້ພະລັງງານ​ຊີວະ​ພາບ ​ແລະ​ພະລັງງານ​ທີ່​ມີ​ຄວາມ​ສາມາດ​ທົດ​ແທນ, ​ເຊັ່ນ ພະລັງງານ​ແສງຕາ​ເວັນ​ ເຊິ່ງ​ໄດ້​ຮັບ​ການ​ພັດທະນາ​ໃນ​ວົງ​ກວ້າງ​ໃນ​ເວລາ​ອັນ​ສັ້ນ. ການ​ສະໜັບສະໜູນ​ຂອງ​ລັດ​ທາງ​ດ້ານ​ນະ​ໂຍບາຍ​ຈະຊຸກຍູ້​ວິ​ສາຫະກິດ​ໃຫ້​ພັດທະນາ​ການ​ຜະລິດ​ພະລັງງານ​ຊີວະ​ພາບ, ປະກອບສ່ວນ​ຫຼຸດຜ່ອນ​ການ​ເພິ່ງ​ພາ​ອາ​ໄສ​ການ​ຂຸດ​ຄົ້ນ ​ແລະ ການ​ນຳ​ໃຊ້​ພະລັງງານ​ຈາກ​ນ້ຳມັນ​ເທື່ອ​ລະ​ກ້າວ.

ທີ​ສອງ, ການ​ພັດທະນາ​ແບບ​ຍືນ​ຍົງ​ອີງ​ບົນ​ພື້ນຖານ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ.

ຍຸດ​ທະ​ສາດ​ການພັດທະນາເສດຖະກິດ​ໝູນວຽນ ສະໜັບສະໜູນ​ການ​ບັນລຸ​ເປົ້າໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ທັງ 3 ມາດຖານ (​ເສດຖະກິດ, ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ). ຕົວຢ່າ​ງ​ເຊັ່ນ, ຫຼຸດ​ຜ່ອນ​ການ​ນໍາ​ໃຊ້​ວັດ​ຖຸ​ດິບ​, ຫຼຸດຜ່ອນສິ່ງ​ເສດ​ເຫຼືອ ​ແລະ ​ການ​ປ່ອຍ​ອາຍ​ພິດ​, ​ຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຄຸ້ມ​ຄອງ​ສິ່ງ​ເສດ​ເຫຼືອ​, ມີຕະຫຼາດ​ໃຫມ່​ ​ແລະ ກາ​ລະ​ໂອ​ກາດ​ການ​ເຮັດ​ວຽກ​ໃຫມ່ ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໃນຮູບ​​ແບບ​ເສດ​ຖະ​ກິດ​​ໝູນວຽນ. ​ໂດຍ​ບໍ່​ຄື​ກັນ​ກັບ​ເສດຖະກິດ​​ເສັ້ນ​ຊື່ - ບ່ອນທີ່ການພັດທະນາຮຽກຮ້ອງໃຫ້ມີການເພີ່ມການ​ຂຸດ​ຄົ້ນ​ຊັບພະຍາກອນ ​ແລະ ການ​ໃຊ້ຊັບພະຍາກອນ, ພະລັງງານ, ນ້ຳ, ວັດຖຸດິບຫຼາຍ -​ເສດຖະກິດ​ໝູນວຽນມຸ່ງ​ສູ່ການ​ສ້າງ​ສິ່ງ​ເສດ​ເຫຼືອ​ໜ້ອຍ​ລົງ, ຜະລິດ​ຕະພັນ​ແລະ ຊັບ​ພະ​ຍາ​ກອນ​ຮັກ​ສາ​ຄຸນ​ຄ່າ​​ໃນລະບົບ​ເສດ​ຖະ​ກິດ​ໄດ້ຍິ່ງ​ນານ​ຍິ່ງ​ດີ. ດັ່ງ​ນັ້ນ, ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ມີ​ບົດບາດໃນການສະໜອງ​ເຄືອງ​ມືແລະຄວາມຮູ້ ເພື່ອຕັດສິນຕົກລົງ​ນະ​ໂຍບາຍ​ການພັດທະນາໃນລະດັບຕ່າງໆ ທັງພາກລັດ ແລະ ວິ​ສາ​ຫະກິດ.

ຢູ່​ສະຫະພາ​ເອີຣົບ (EU), ມີການຄົ້ນຄວ້າຈໍານວນຫຼາຍເພື່ອພັດທະນາເຕັກໂນໂລຊີ ການ​ແຍກ​ກາກ​ບອນ​ອອກ ເພື່ອ​ແປງ CO2 ແລະ ສິ່ງເສດເຫຼືອອື່ນໆ ​ເປັນ​ວັດ​ສະ​ດຸ​ກໍ່ສ້າງ. ຢູ່​ເອີຣົບ, ຈີນ, ສວນອຸດສາຫະກຳນິເວດຈໍານວນນຶ່ງ ໄດ້ຖືກສ້າງຕັ້ງຂຶ້ນ ເພື່ອ​ເຮັດໃຫ້ສິ່ງ​ເສດ​ເຫຼືອ, ​ແກັສ​ໄອ​ເສຍ, ອາຍແກັສຂອງໂຮງງານແຫ່ງນີ້ ກາຍເປັນວັດສະດຸປ້ອນ​ເຂົ້າຂອງໂຮງງານອື່ນໆ. ຢູ່​ວິ​ສາ​ຫະ​ກິດ, ຍຸດ​ທະ​ສາດການ​ນຳ​ໃຊ້​ວັດ​ສະ​ດຸ​ທີ່​ຍ່ອຍ​ສະ​ຫຼາຍ​ໄດ້​ທາງ​ຊີ​ວະ​ພາບ ​ແລະ ບໍ່​ເປັນ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ​ໃນ​ທຸກ​ຂັ້ນ​ຕອນ​ຂອງ​ຂະ​ບວນ​ການ​ຜະ​ລິດ ​ເພື່ອ​ຫຼຸດຜ່ອນປະລິມານ​ສິ່ງ​ເສດ​ເຫຼືອ​ທີ່​ເກີດ​ຂຶ້ນ ​ແລະ ຮັກສາ​ມູນ​ຄ່າ​ຜະລິດ​ຕະພັນ​ໃຫ້​ສູງຫຼັງຈາກການ​ນຳ​ໃຊ້ ​ກໍ່​ແມ່ນ​ວິທີ​ເຂົ້າ​ເຖິງ​ຕາມ​ຮູບ​ແບບເສດຖະກິດ​ໝູນວຽນ.

​ໃນ​ຂົງ​ເຂດກະສິກຳ, ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ​ໄດ້​ສ້າງ​ຜົນ​ກະທົບ​ຢ່າງ​ແຂງ​ແຮງ​ໃນ​ການຊຸກຍູ້​ການ​ຫັນປ່ຽນ​ໂຄງ​ສ້າງ​ການ​ຜະລິດ, ປັບປຸງ​ຄຸນ​ນະພາ​ບ​ການ​ເຕີບ​ໂຕ ​ແລະ ສະມັດ​ຕະພາບ​ເສດຖະກິດ. ຫຼາຍ​ຮູບ​ແບບ​ກະສິກຳປະຍຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ເຊັ່ນ ຝຸ່ນ​ອັດ​ສະ​ລິ​ຍະ, ລະບົບ​ຊົນລະປະທານອັດຕະ​ໂນ​ມັດ, ​ໂດຣມຮ່ວມການ​ເຮັດກະສິກໍາອິນຊີ, ກະສິກໍາສະອາດ, ການ​ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ ໃນ​ການ​ຕິດ​ຕາມ​ຜະ​ລິດ​ຕະ​ພັນ​ແລະ​ການ​ພະ​ຍາ​ກອນ​ອາ​ກາດ ທີ່​​ໄດ້​ປະກອບສ່ວນປັບປຸງ​ສະມັດ​ຕະພາບ ​ແລະ​ຄຸນ​ນະພາບຜະລິດ​ຕະພັນ, ປະກອບສ່ວນ​ຫຼຸດຜ່ອນ​ຄວາມ​ສ່ຽງ​ໃຫ້​ກັບປະຊາຊົນ. ຜົນສໍາ​ເລັດ​ຂອງ​ການ​ຫັນ​ເປັນດິຈີຕອນຍັງຊ່ວຍເຊື່ອມຕໍ່ປະຊາຊົນ ກັບຕະຫຼາດ ​ແລະ ວິ​ສາ​ຫະກິດ ຜ່ານ​ການເຊື່ອມໂຍງການຜະລິດ-ການບໍລິໂພກ, ການຜະລິດຕາມລະບົບຕ່ອງໂສ້ມູນຄ່າ, ອີຄອມເມີຊ ແລະ ເຊື່ອມ​ໂຍງຂໍ້ມູນການຕະຫຼາດ,... 

ເສດຖະກິດ​ໝູນວຽນສາມາດ​ປະກອບສ່ວນ​ ແລະ ນຳມາເຊິ່ງຜົນປະໂຫຍດຫຼາຍ​ຢ່າງ​ໃນທຸກຂັ້ນຕອນຂອງຂະບວນການຜະລິດກະສິກຳ, ​ເຊັ່ນການເພີ່ມປະສິດທິພາບ ແລະ ການນຳໃຊ້ສິ່ງເສດເຫຼືອຈາກກິດຈະກຳການຜະລິດເປັນວັດສະດຸປ້ອນ​ເຂົ້າ (ຕົວຢ່າງ, ການ​ໝູນວຽນນ້ຳໃນການລ້ຽງສັດນ້ຳ, ການບົ່ມເຟືອງເຂົ້າແລະ​ເປືອກ​ກຸ້ງເປັນຝຸ່ນຊີວະພາບ,...). ຫຼື​ວ່າ, ​ເປີດຄວາມຫຼາກຫຼາຍຫຼືເຊື່ອມໂຍງປະເພດກະສິກໍາ ເພື່ອໃຊ້ປະໂຫຍດຈາກກະ​ແສ​ຊັບພະຍາກອນຂອງປະເພດກະສິກໍາທີ່ແຕກຕ່າງກັນ, ເຊັ່ນ​ ຮູບ​ແບບ​ການ​ປູກ​ພືດ-ລ້ຽງສັດນ້ຳປະສົມ (ລ້ຽງກຸ້ງ-ປຸກ​ເຂົ້າ, ສວນ​ຜັກ-ສະ​ປາ-ຄອກ​ໝູ, ລ້ຽງ​ກຸ້ງ-ປູກປ່າ,...). ນອກຈາກ​ນັ້ນ, ປັບປຸງ​ເຕັກ​ໂນ​ໂລ​ຊີ​ປຸງ​ແຕ່ງ​ ແລະ ​ການ​ເກັບ​ຮັກສາ​ຫຼັງ​ການ​ເກັບ​ກ່ຽວ, ການເຊື່ອມ​ຕໍ່​ລະບົບ​ຕ່ອງ​ໂສ້ການ​ຜະ​ລິດ-​ການ​ບໍ​ລິ​ໂພກ ແລະ ການນຳ​ໃຊ້​​ສິ່ງ​ເສດ​ເຫຼືອຈາກ​ຜະລິດ​ຕະພັນ​ເຊັ່ນ​ເຟືອງ​ເຂົ້າ, ສິ່ງ​ເສດ​ເຫຼືອ​ຂອງ​ການ​ລ້ຽງສັດ,... ຈະ​ປະກອບສ່ວນ​ເພີ່ມປະສິດທິ​ຜົນ​ການ​ຜະລິດ ​ແລະ ປົວ​ແປງ​ຄຸນ​ນະພາ​ບສິ່ງ​ແວດ​ລ້ອມ.

ການເກັບກ່ຽວກຸ້ງກ້າມຂຽວໃນນາເຂົ້າອິນຊີ _ພາບ: baodansinh.vn

ທີ​ສາມ, ການປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ແລະ ການ​ຫັນປ່ຽນ​ດິຈີ​ຕອນ.

​ເພື່ອຫັນປ່ຽນ​ຈາກລະບົບ​ເສດຖະກິດ​ເສັ້ນ​ຊື່​ໄປ​ສູ່​ລະບົບເສດຖະກິດ​ໝູນວຽນ, ບັນດາ​ວິ​ສາ​ຫະກິດ​ຕ້ອງນຳໜ້າ​ໃນ​ການ “ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ” ຮູບ​ແບບ​ທຸລະ​ກິດ ​ເພື່ອ​ກໍ່​ຕັ້ງລະບົບຕ່ອງໂສ້ມູນຄ່າທີ່​ໝູນວຽນ​ຫຼາຍຂຶ້ນ. ການຄົ້ນຄວ້າຂອງ Gligoric ​ແລະ ຄູ່ຮ່ວມງານ(4) ກ່ຽວ​ກັບເສດຖະກິດ​ໝູນວຽນ​ໃຫ້​ເຫັນ​ວ່າ, ການ​ພັດທະນາ​ຂອງ​ເຕັກ​ໂນ​ໂລ​ຊີ​ດິຈີ​ຕອນກຳລັງປະກອບສ່ວນ​ຊຸກຍູ້​ການ​ຫັນປ່ຽນ​ນີ້. ພ້ອມ​ກັນ​ນັ້ນ, ຂະ​ບວນການ​ຫັນປ່ຽນ​ດິຈີ​ຕອນ​ໃນ​ບັນດາ​ວິ​ສາ​ຫະກິດ​ອຸດສາຫະກຳ ກຳລັງ​ເກີດ​ຂຶ້ນ​ພ້ອມ​ກັນ​ກັບການ​ປະກົດຕົວຂອງ​ແນວ​ຄວາມຄິດກ່ຽວ​ກັບ​ຮູບ​ແບບທຸລະ​ກິດ​ຕາມ​ທິດເສດຖະກິດ​ໝູນວຽນ. ໃນ​ບັນດາ​ວິ​ສາ​ຫະກິດ​ອຸດສາຫະກຳ, ​ເຕັກ​ໂນ​ໂລ​ຊີ​ດິຈີ​ຕອນຖືກ​ຖື​ວ່າ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີ​ສີ່, ຫຼື​ຍັງ​ໄດ້​ເອີ້ນ​ວ່າ ອຸດສາຫະກຳ 4.0 ​ເຊິ່ງກ່ຽວຂ້ອງ​ກັບ​ຂະ​ບວນການ​ຫັນປ່ຽນອຸດສາຫະກຳ, ​ໃນ​ນັ້ນ ການລວບ​ລວມແລະການຈັດ​ເກັບ​ຂໍ້​ມູນ​ໄດ້ປ່ຽນ​ຜະລິດ​ຕະພັນ​ໃຫ້​ເປັນ​ລະບົບທີ່ສ້າງມູນຄ່າສູງ. ເຕັກ​ໂນ​ໂລ​ຊີ​ດິຈີ​ຕອນຖືກ​ແບ່ງ​ອອກ​ເປັນ​ສາມ​ປະ​ເພດ​ໂດຍ​ອີງ​ໃສ່​ບັນດາ​ພາລະ​ບົດບາດ:​ ເກັບ​ກໍາ​ຂໍ້​ມູນ​, ການ​ລວມ​ຂໍ້​ມູນ ແລະ ການ​ວິ​ເຄາະ​ຂໍ້​ມູນ. ເຕັກ​ໂນ​ໂລ​ຊີເກັບ​ກໍາ​ຂໍ້​ມູນລວມມີ​ບັນດາເຊັນເຊີ (ຕົວຢ່າງ: ການລະບຸຕົວຕົນຜ່ານ​ຄວາມ​ຖີ່​ວິທະຍຸ - RFID) ​ແລະ ບັນດາ​ອຸປະກອນ​ທີ່​ເຊື່ອມ​ຕໍ່ຜະລິດຕະພັນແລະຜູ້ໃຊ້ ກັບ​ອິນເຕີເນັດ (ຕົວ​ຢ່າງ, ອິ​ນເຕີ​ເນັດ​ເຊື່ອມ​ຕໍ່​ສັບພະ​ສິ່ງ - IoT). ເຕັກ​ໂນ​ໂລ​ຊີການ​​ລວມ​ຂໍ້​ມູນຈະ​ຈັດ​ເກັບ ​ແລະ ຈັດ​ຮູບ​ແບບ​ຂໍ້ມູນທີ່​ຊ່ວຍ​ໃຫ້​ໃຊ້ເຕັກ​ໂນ​ໂລ​ຊີການ​ວິ​ເຄາະ​ຂໍ້​ມູນ​ເພື່ອຜະລິດ​ແລະ​ພັດທະນາຂໍ້​ມູນ​ຂ່າວສານ.

ສາຍ​ພົວພັນ​ລະຫວ່າງເຕັກ​ໂນ​ໂລ​ຊີດິຈີ​ຕອນ​ກັບ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຮູບ​ແບບ​ທຸລະ​ກິດ​ຕາມ​ທິດເສດຖະກິດ​ໝູນວຽນ ເນັ້ນໃສ່ວ່າ ເທັກໂນໂລຍີດິຈີຕອນຈະສາມາດ​ເຮັດ​ໃຫ້ຊ້າ, ຫຼຸດ​ຂະໜາດ, ຫຼືປິດການ​ໄຫຼ​ຂອງຊັບພະຍາກອນເຕັກ​ໂນ​ໂລ​ຊີ​ໄດ້​ຄື​ແນວ​ໃດ. ລະອຽດ​ຄື, ອິ​ນເຕີ​ເນັດ​ເຊື່ອມ​ຕໍ່​ສັບພະ​ສິ່ງຜ່ານການ​ດັດ​ແປງ​ການກວດ​ສອບ, ວິ​ເຄາະ ​ແລະ ຄວບ​ຄຸມ​ຂໍ້​ມູນ​ຜະລິດ​ຕະພັນ ສາມາດຍືດອາຍຸຂອງຜະລິດຕະພັນ ແລະ ອະນຸຍາດ​ໃຫ້​ເອີ້ນ​ຄືນໃນລະບົບຕ່ອງໂສ້ການສະໜອງ. ພ້ອມ​ກັນ​ນັ້ນ, ລະບົບ​ໄຊ​ເບີຣ໌ຈິ​ງ - ສະ​ເໝືອມ ສະໜັບສະໜູນເພີ່ມປະສິດທິພາບການຜະລິດ ແລະ ການບໍາລຸງຮັກສາ ໂດຍການ ສະໜອງ​ຂໍ້​ມູນສໍາລັບການຕັດສິນຕົກລົງໃນເວລາຈິງ.  

ຄຽງ​ຄູ່​ກັບ​ການ​ສະໜັບສະໜູນ​ບັນດາ​ຍຸດ​ທະ​ສາດ​ກ່ຽວ​ກັບກະ​ແສ​ຊັບພະຍາກອນ, ​ເຕັກ​ໂນ​ໂລ​ຊີ​ດິຈີ​ຕອນ​ກໍ່​ຊ່ວຍ​ເພີ່ມ​ທະ​ວີ​ການ​ສ້າງ​ມູນ​ຄ່າ​. ໂດຍສະເພາະ, ເຕັກໂນໂລຊີດິຈີ​ຕອນຊ່ວຍ​ເພີ່ມ​ຄວາມສາມາດໃນການແຂ່ງຂັນ ໂດຍອີງໃສ່ບໍລິການທີ່​ເປັນນະວັດກໍາ​ໃໝ່; ການປັບປຸງທາງການເງິນດ້ວຍການສ້າງມູນຄ່າທີ່ເພີ່ມຂຶ້ນ ແລະ ການຫຼຸດຜ່ອນຄ່າໃຊ້ຈ່າຍ; ຍົກ​ສູງປະສິດທິພາບອຸປະກອນ ໂດຍຜ່ານການເພີ່ມປະສິດທິພາບຂອງເຄື່ອງຈັກ ແລະຮູບ​ແບບທຸລະກິດໃໝ່ (ຕົວຢ່າງ: ວິທີ​ແກ້​ໄຂຜະລິດ​ຕະ​ພັນ - ​ບໍ​ລິ​ການ​​ແບບ​ປະສົມ​ປະສານ ​ແລະ ຮູບແບບການຈ່າຍ​ເງິນຕໍ່ການນໍາໃຊ້); ​ແລະ ຍົກ​ສູງ​ປະສິດທິ​ຜົນການ​ໃຊ້​ຊັບພະຍາກອນ ໂດຍຜ່ານການເພີ່ມປະສິດທິພາບ. ດັ່ງ​ນັ້ນ, ການ​ນໍາ​ໃຊ້​ຫຼັກ​ການ​ເສດ​ຖະໝູນ​ວຽນ​ໃນ​ການ “ປ່ຽນ​ແປງ​ໃໝ່” ຮູບ​ແບບ​ທຸລະ​ກິດ​ຂອງ​ບໍລິສັດ ​ແມ່ນ​ກຳລັງ​ໜຸນຕົ້ນຕໍທີ່​ສ້າງ​ຄຸນຄ່າ​ຈາກ​ເຕັກ​ໂນ​ໂລ​ຊີຂອງການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີ​ສີ່./.

------------------

* ປອ ​ເລກ​ວາງ​ຢຸ໊ງ, ປອ ຫງວຽນ​ກ່ຽວ​ລານ​ເຟື​ອງ.

(1) ​ເບິ່ງ: Department of Economic and Social Affairs Population Division, United Nations: World Urbanization Prospects: the 2014 Revision (ST/ESA/SER.A/366), New York (USA), 2015, ໜ້າ 517.

(2) ​ເບິ່ງ: Ellen MacArthur Foundation: Towards the circular economy – Economic and business rationale for an accelerated transition, Isle of Wight (UK), 2013, ໜ້າ 99.

(3) ເບິ່ງ: Ellen MacArthur Foundation: Towards the circular economy – Economic and business rationale for an accelerated transitionTlđd, ​ເອກະສານ​ທີ່​ໄດ້​ແນະນຳ, ໜ້າ 99.

(4) ເບິ່ງ: N. Gligoric, S. Krco, L. Hakola, K. Vehmas, S. De, K. Moessner, K. Jansson, I. Polenz, R. Kranenburg: “SmartTags: IoT Product Passport for Circular Economy Based on Printed Sensors and Unique Item-Level Identifiers”, Sensors, Basel, Switzerland, 2019

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 985 (​ເດືອນ​ມີນາ 2022)