ການພັດທະນາອຸດສາຫະກຳສະໜັບສະໜູນ:
ຈຳ​ເປັນຕ້ອງມີ​ແນວ​ທາງ​ໃໝ່

ໂດຍ ເຈືອງ ແທັງຮວ່າຍ
ຫົວໜ້າກົມອຸດສາຫະກຳ, ກະຊວງອຸດສາຫະກຳແລະການຄ້າ
07:59, 21-09-2022

ວກ. - ​ໃນ​ເກືອບ​ສາມ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ຫວຽດນາມແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດທີ່​ມີ​ການ​ເປີດ​ກວ້າງທາງ​ເສດຖະກິດ​ໃຫຍ່​ທີ່​ສຸດ​ໃນ​ໂລກ. ​ເຖິງ​ຢ່າງ​ນັ້ນ​ກໍ​ຕາມ, ມູນ​ຄ່າການ​ສົ່ງ​ອອກ​ສ່ວນ​ໃຫຍ່​ແມ່ນ​ຜະ​ລິດ​ຕະ​ພັນສຳ​ເລັດ​ຮູບ ທີ່ຂຶ້ນ​ຢູ່​ກັບ​ວັດ​ຖຸ​ດິບ ​ເຄື່ອງອາ​ໄຫຼ່ ແລະ ວັດ​ສະ​ດຸ​​ນຳ​ເຂົ້າ​ເປັດ​ຫຼັກ. ​ໃນ​ໄລຍະ​ເວລາ​ທີ່​ຈະ​ມາ​ເຖິງ, ຈຳ​ເປັນ​ຕ້ອງ​ມີ​ວິ​ທີ​ເຂົ້າ​ເຖິງ​ໃໝ່ສຳລັບ​ຂົງ​ເຂດ​ນີ້ ​ເພື່ອ​ມຸ່ງ​ສູ່​ເປົ້າ​ໝາຍ​ການ​ພັດທະນາ​ໄລຍະ​ຍາມ​ແລະ​ຍືນຍົງ.

ສະ​ຖາ​ນະ​ການອຸດສາຫະກຳສະໜັບສະໜູນຂອງ​ຫວຽດນາມ ​ໃນ​ເວລາ​ທີ່​ຜ່ານ​ມາ

ໃນ​ໂຄງ​ປະ​ກອບ​ການ​ນໍາ​ເຂົ້າ​ປັດ​ຈຸ​ບັນຂອງ​ຫວຽດ​ນາມ, ວັດຖຸ​ດິບ​ແລະຜະລິດ​ຕະພັນ​ອຸດສາຫະກຳສະໜັບສະໜູນ ກວມ​ອັດຕາ​ສ່ວນ​ສູງ ​ແລະ ​ປ່ຽນ​ແປງ​ພຽງ​ໜ້ອຍ​ໜຶ່ງ​ ໃນ​ໄລຍະ​ຜ່ານ​ມາ. ການ​ເອື່ອຍ​ອີງ​ສ່ວນປະກອບ​​ແລະ​ເຄື່ອງ​ອາ​ໄຫຼ່​ນຳ​ເຂົ້າ​ສູງ ໄດ້​ເຮັດ​ໃຫ້​ມູນ​ຄ່າ​ເພີ່ມ​ທີ່​ສ້າງ​ຂຶ້ນ​ໃນ​ປະ​ເທດຂອງ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ການຜະລິດ​ ຕ່ຳ​ກວ່າ​ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ.

ອຸດສາຫະກຳ​ປຸງ​ແຕ່ງ​ແລະການຜະລິດຂອງ​ຫວຽດນາມ​ມີ​ສ່ວນ​ຮ່ວມ​ພຽງ​ປະມານ 16% ຂອງ ຈີ​ດີ​ພີ ທຽບ​ກັບ​ລະດັບ 26% ຂອງ​ໄທ, 36% ຂອງ​ຈີນ. ດັ່ງ​ນັ້ນ, ການ​ພັດທະນາ​ອຸດສາຫະກຳສະໜັບສະໜູນ ຈຶ່ງ​ມີ​ຄວາມ​ໝາຍສຳຄັນ​ໃນ​ຂະ​ບວນການ​ເຂົ້າ​ຮ່ວ​ມ​ເລິກ​ກ່ວາ​ອີກ​ ໃນ​ລະບົບຕ່ອງ​ໂສ້​ຄຸນຄ່າ​ທົ່ວ​ໂລກ, ການ​ຫັນ​ປ່ຽນ​​ໂຄງ​ສ້າງ, ເພີ່ມສ່ວນ​ແບ່ງ​ຂອງ​ອຸດສາຫະກໍາປຸງແຕ່ງແລະການຜະລິດໃນ ຈີ​ດີ​ພີ, ຍົກ​ສູງ​ມູນຄ່າ​ເພີ່ມ​ໃນ​ປະ​ເທດ ​ແລະ ​ແຮງ​ແຂ່ງຂັນ​ຂອງ​ຂະ​ແໜງ​ການອຸດສາຫະກໍາ.

ສະຫາຍ ຟ້າມ ມິງຈີ໊ງ ກຳມະການກົມການເມືອງສູນກາງ, ນາຍົກລັດຖະມົນຕີ ຢ້ຽມຊົມສາຍການຜະລິດ ຢູ່ໂຮງງານປະກອບລົດຍົນແລະລົດຈັກ ຂອງກຸ່ມບໍລິສັດ ທາໂກ ໃນເຂດເສດຖະກິດເປີດ ຈູລາຍ, ແຂວງ ກວ໋າງນາມ _ພາບ: ສາລະຄະດີ

ອຸດສາຫະກຳສະໜັບສະໜູນບໍ່ແມ່ນຂະ​ແໜງ​ການສະເພາະ ທີ່ຈັດ​ຢູ່​ໃນ​ລະບົບ​ຂະ​ແໜງ​ການ​ເສດຖະກິດ. ດັ່ງ​ນັ້ນ, ຂອບ​ເຂດ​ຂອງອຸດສາຫະກຳສະໜັບສະໜູນ​ໄດ້​ຮັບ​ການ​ກຳນົດ​ແຕກ​ຕ່າງ​ກັນຫຼາຍ, ອີງຕາມແນວຄວາມຄິດ ແລະ ຈຸດປະສົງການນໍາໃຊ້ ຂອງ​ຜູ້​ກຳນົດ​ນະ​ໂຍບາຍ. ການ​ກຳນົດຂອບ​ເຂດຍິ່ງສະເພາະເຈາະຈົງ​ເທົ່າ​ໃດ, ການວາງ​ນະ​ໂຍບາຍຈະງ່າຍຂຶ້ນ​ເທົ່າ​ນັ້ນ ແລະ ນະໂຍບາຍຈະມີຄວາມໂປ່ງໃສ ແລະ ເປັນ​ໄປ​ໄດ້​ຫຼາຍ​ຂຶ້ນ.

ແນວຄວາມຄິດແລະຂອບເຂດຂອງອຸດສາຫະກໍາສະໜັບສະໜູນ ມີ​ຄວາມ​ເຂົ້າ​ໃຈ​ແຕກ​ຕ່າງກັນ ໃນ​ແຕ່ລະປະເທດ. ​ໃນ​ຂະນະ​ທີ່​ຍີ່ປຸ່ນ​ແລະ​ໄທກຳນົດຂອບ​ເຂດ​ຂອງອຸດສາຫະກກຳສະໜັບສະໜູນວ່າ​ ເປັນ​ພຽງວິ​ສາ​ຫະກິດ​ທີ່​ຜະລິດ​ເຄື່ອງ​ອາ​ໄຫຼ່ ​ແລະສ່ວນ​ປະກອບສໍາລັບອຸດສາຫະກໍາລົດຍົນ ລົດຈັກ ​ແລະ​ ​ເຄື່ອງເອ​ເລັກ​ໂຕຣນິກ(1) ​​ແຕ່​ຢູ່​ຫວຽດນາມ, ​ອຸດ​ສາ​ຫະ​ກຳ​ສະໜັບສະໜູນໄດ້​ຮັບ​ການ​ກຳ​ນົດ​ຢ່າງ​ລະອຽດເປັນ​ຄັ້ງ​ທຳ​ອິດ ​ໃນ​​ຂໍ້ຕັດສິນຕົກລົງຂອງ​ນາຍົກລັດຖະມົນຕີ ສະບັບເລກ​ທີ 12/2011/QD-TTg, ລົງ​ວັນ​ທີ 24 ກຸມພາ 2011, “ວ່າ​ດ້ວຍ​ນະ​ໂຍບາຍ​ພັດທະນາບາງຂະແໜງການອຸດ​ສາ​ຫະ​ກໍາ​​ສະໜັບສະໜູນ”, ​ແມ່ນ “ບັນດາຂະແໜງການອຸດ​ສາ​ຫະ​ກໍາຜະລິດວັດສະດຸ, ​ເຄື່ອງອາໄຫຼ່, ສ່ວນປະກອບ, ອຸປະກອນເສີມ, ຜະລິດຕະພັນເຄິ່ງສໍາເລັດຮູບ ​ເພື່ອ​ສະໜອງ​ໃຫ້​ອຸດສາຫະກໍາການຜະລິດ ແລະ ການປະກອບຜະລິດຕະພັນສໍາເລັດຮູບ ທີ່​ເປັນ​ພາຫະນະ​ການຜະລິດ ຫຼືສິນຄ້າ​ອຸປະ​ໂພ​ກບໍລິໂພກ”. ຫຼັງຈາກນັ້ນ, ດຳລັດຂອງ​ລັດຖະບານ ສະບັບເລກທີ 111/2015/NĐ-CP, ລົງວັນທີ 3 ພະຈິກ 2015, “ວ່າ​ດ້ວຍ​ການ​ພັດທະນາອຸດສາຫະກຳສະໜັບສະໜູນ”, ໄດ້ກຳນົດໃຫ້ອຸດສາຫະກຳສະໜັບສະ​ໜູນ ​ເປັນ “ອຸດສາຫະກຳຜະລິດວັດຖຸດິບ, ວັດສະດຸ, ສ່ວນປະກອບ ແລະ ​ເຄື່ອງອາໄຫຼ່ ​ເພື່ອ​ສະໜອງ​ໃຫ້ການຜະລິດຜະລິດຕະພັນສຳເລັດຮູບ”.  ດ້ວຍຄໍານິຍາມນີ້, ພິຈາລະນາ​ອຸດສາຫະກໍາທັງໝົດຈາກຕົ້ນນ້ຳເຖິງລຸ່ມນ້ຳ, ອຸດສາຫະກຳສະໜັບສະໜູນແມ່ນ​ອຸດ​ສາ​ຫະ​ກໍາ​ຕົ້ນ​ນ້ຳ​ແລະ​ກາງນ້ຳ, ທີ່​ສະໜອງ​ປັດ​ໄຈ​ການ​ຜະລິດ​ ເພື່ອ​ຜະລິດ​ຜະລິດ​ຕະພັນ​ສຸດ​ທ້າຍ​ໃນ​ເຂດ​ລຸ່ມ​ນ້ຳ. ຈາກ​ນັ້ນ, ອຸດສາຫະກຳສະໜັບສະໜູນ​ແມ່ນສ່ວນໜຶ່ງທີ່ສໍາຄັນ ຂອງ​ລະບົບ​ຕ່ອງໂສ້ການສະໜອງ ແລະ ລະບົບຕ່ອງໂສ້ຄຸນຄ່າ. ປະເທດໃດມີ​ອຸດ​ສາ​ຫະ​ກໍາ​ສະໜັບສະ​ໜູນພາຍ​ໃນ​ປະ​ເທດ​ທີ່​ພັດ​ທະ​ນາ ຈຶ່ງ​ສາ​ມາດ​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງ ​ໃນ​ລະບົບຕ່ອງ​ໂສ້ຄຸນ​ຄ່າ​ຂອງ​ໂລກ ​ແລະ ​ຫັນປ່ຽນພື້ນຖານ​ເສດຖະກິດຕາມ​ທິດອຸດ​ສາ​ຫະ​ກໍາ​, ເພີ່​ມອັດຕາ​ສ່ວນ​ປະກອບ​ ຂອງອຸດ​ສາ​ຫະ​ກໍາປຸງ​ແຕ່ງ​ແລະ​ການ​ຜະລິດ​ໃນ ຈີ​ດີ​ພີ. 

​ແຕ່​ວ່າ, ຖ້າ​ຫາກ​ພິ​ຈາ​ລະ​ນາ​ພຽງ​ແຕ່ຜະລິດ​ຕະພັນ​ອຸດ​ສາ​ຫະ​ກໍາສະໜັບສະໜູນທີ່ບຸລິ​ມະ​ສິດ​ການ​ພັດ​ທະ​ນາ ​ຕາມ​ດໍາ​ລັດ​ສະ​ບັບ​ເລກ​ທີ 111/2015/NĐ-CP, ອຸດ​ສາ​ຫະ​ກໍາ​ສະໜັບສະໜູນປະກອບ​ດ້ວຍ​ວັດຖຸ​ດິບ ວັດ​ສະດຸ ສ່ວນ​ປະກອບ ​ເຄື່ອງ​ອາ​ໄຫຼ່ - ເປັນ​ການ​ປ້ອນ​​ເຂົ້າ ​ສຳລັບ​ຜະລິດ​ຕະ​ພັນ​ລຸ່ມ​ນ້ຳ​ ໃນ​ຂະ​ແໜງ​ການ​ແຜ່ນ​ແພ, ເກີບ​ໜັງ, ​ເອ​ເລັກ​ໂຕຣ​ນິກ, ລົດຍົນ, ກົນ​ຈັກ ​ແລະ ອຸດສາຫະກໍາເຕັກ​ໂນ​ໂລ​ຊີ​ສູງ. ນີ້​ແມ່ນ​ພື້ນ​ຖານ​ສໍາ​ລັບ​ການ​ກໍາ​ນົດ​ລະ​ຫັດ​ຂະ​ແໜງ​ເສດ​ຖະ​ກິດ ທີ່​ສອດຄ່ອງ​ກັບ​ຂອບ​ເຂດຂ​ອງອຸດສາຫະກຳ​ສະໜັບສະໜູນ ​ໃນ​ຂະ​ແໜງ​ການ​ເສດຖະກິດ​ຫວຽດນາມ ທີ່​ໄດ້​ຮັບ​ການ​ປະກາດ​ໃຊ້​ໂດຍ​ນາຍົກລັດຖະມົນຕີ​ ໃນຂໍ້​ຕັດສິນ​ຕົກລົງ​ ສະບັບ​ເລກທີ 27/2018/QĐ-TTg, ລົງ​ວັນ​ທີ 6 ກໍລະກົດ 2018.

ດ້ວນ​ການກຳນົດຂ​ອບ​ເຂດ​ຂອງອຸດສາຫະກຳສະໜັບສະໜູນຄື​ແນວ​ນັ້ນ, ຂໍ້​ມູນ​ການ​ສຳຫຼວດຂອງກົມ​ໃຫຍ່​ສະຖິຕິ (ປີ 2018) ສະແດງໃຫ້ເຫັນວ່າ, ທົ່ວ​ປະ​ເທດ​ມີ​ວິ​ສາ​ຫະກິດ​ເກື​ອບ 5.000 ​ແຫ່ງ​ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດອຸດສາຫະກຳສະໜັບສະໜູນ, ສະໜອງ​ວັດຖຸ​ດິບ ວັດ​ສະດຸ ສ່ວນ​ປະກອບ ​ເຄື່ອງ​ອາ​ໄຫຼ່​ ໃຫ້​ບັນດາ​ວິ​ສາ​ຫະກິດ​ທີ່ຜະລິດ​ຜະລິດຕະພັນ​ສຸດ​ທ້າຍ ​ໃນ​ບັນດາ​ຂະ​ແໜງ​ການລົດ​ຍົນ​, ເອ​ເລັກ​ໂຕຣ​ນິກ​, ກົນ​ຈັກ​, ແຜ່ນ​ແພ​ ແລະ ​ເກີບ​. ກ່ຽວ​ກັບ​ທີ່​ຕັ້ງ​ພູມ​ສາດ​, ວິ​ສາ​ຫະກິດ​ສ່ວນ​ໃຫຍ່​ເຕົ້າ​ໂຮມ​ໃນ​ເຂດ​ທົ່ງພຽງ​ແມ່​​ນໍ້າ​ແດງ​ ແລະ​​ເຂດຕາ​ເວັນ​ອອກພາກ​ໃຕ້​. ກ່ຽວ​ກັບ​ຂົງ​ເຂດ​ການ​ເຄື່ອນ​ໄຫວ, ຂະ​ແໜງ​ການ​ກົນ​ຈັກ, ແຜ່ນ​ແພ, ​ເຄື່​ອງໜັງ​ແລະ​ເກີບ ​ມີ​ຈໍາ​ນວນ​​ວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກໍາ​ສະໜັບສະໜູນຫຼາຍ​ກວ່າ​ຂະ​ແໜງ​ການ​ອື່ນໆ. ພິຈາລະນາ​ທາງ​ດ້ານ​ຂະໜາດ, 88% ຂອງຈໍານວນວິສາຫະກິດ ອຸດສາຫະກຳສະໜັບສະໜູນ ​ແມ່ນ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ຂະໜາດ​ກາງ (ມີ​ແຮງ​ງານ 300 ຄົນຫຼືໜ້ອຍກວ່າ). ຈໍານວນວິສາຫະກິດອຸດສາຫະກຳສະໜັບສະໜູນ ຈັດ​ຕາມ​ຂະ​ແໜງ​ການ, ​ເຂດ, ພາກສ່ວນ​ເສດຖະກິດ ​ແລະ ຂະໜາດ​ຂອງ​ແຮງ​ງານ.

​ແລະ​ ຕາມ​ການສຳຫຼວດຂອງ​ກົມ​ໃຫຍ່​ສະຖິຕິ, ວິ​ສາ​ຫະ​ກິດອຸດສາຫະກຳສະໜັບ ສະໜູນສ່ວນ​ໃຫຍ່ ​ຍັງ​ບໍ່​ທັນ​ໄດ້​ນໍາ​ໃຊ້​ມາດ​ຕະ​ຖານ​ສາ​ກົນ ​ຫຼື​ເຄື່ອງ​ມື​ການ​ຄຸ້ມ​ຄອງ​ການ​ຜະ​ລິດ​ທົ່ວ​ໄປ​. ມີພຽງ 20% ຂອງຈຳນວນວິ​ສາ​ຫະກິດທີ່​ໄດ້​ຮັບ​ໃບຮັບ​ຮອງ ISO 9000 (ການຄຸ້ມ​ຄອງ​ຄຸນ​ນະພາ​ບ), 9% ຂອງຈຳນວນວິ​ສາ​ຫະກິດທີ່​ໄດ້​ຮັບ​ໃບຮັບ​ຮອງ ISO 14000 (ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ), ມີ​ປະມານ 20% ຂອງຈຳນວນວິ​ສາ​ຫະກິດ​ໃຫ້​ຮູ້​ວ່າ​ໄດ້​ປະຕິບັດ 5S ​ໃນ​ວິ​ສາ​ຫະກິດ. ​ໃນ​ຂະນະ​ທີ່​ບັນດາ​ເຄື່ອງມື​ອື່ນ, ​ເຊັ່ນ Lean, 6 sigma, ຫຼື TQM, TPM, ຈໍານວນວິ​ສາ​ຫະກິດທີ່ນຳ​ໃຊ້ແມ່ນພຽງແຕ່ປະມານ 1% - 2%. ທາງ​ດ້ານ​ລະດັບ​ເຕັກ​ໂນ​ໂລ​ຊີ, ມີ​ຫຼາຍ​ກວ່າ 30% ຂອງຈຳນວນວິ​ສາ​ຫະກິດ​ໃຫ້​ຮູ້​ວ່າ ຍັງ​ໃຊ້​ອຸປະກອນ​ຄວບຄຸມດ້ວຍ​ມືຢູ່, ຫຼາຍ​ກວ່າ 50% ໃຊ້ອຸປະກອນເຄິ່ງອັດຕະໂນມັດ, ປະມານ 10% ຂອງຈຳນວນວິ​ສາ​ຫະກິດ ​ໄດ້ໃຊ້ອຸປະກອນອັດຕະໂນມັດ ​ແລະ ​ເກືອບ 10% ຂອງ​ຈຳນວນວິ​ສາ​ຫະກິດ​ ໄດ້ໃຊ້ຫຸ່ນຍົນໃນສາຍການຜະລິດ. ສິ່ງ​ດັ່ງ​ກ່າວ​ໃຫ້​ເຫັນ​ວ່າ, ຄວາມ​ສາມາດ​ຂອງ​ວິ​ສາ​ຫະກິດອຸດສາຫະກຳສະໜັບສະໜູນຂອງ​ຫວຽດນາມ ​ຍັງຕ່ຳຫຼາຍ ທັງ​ດ້ານ​ຄວາມ​ສາມາດ​ຄຸ້ມ​ຄອງ​ການ​ຜະລິດ ​ແລະ ລະດັບ​ເຕັກ​ໂນ​ໂລ​ຊີ.

ຜົນ​ການສຳຫຼວດ​ຂອງ​ກົມ​ໃຫຍ່​ສະຖິຕິ​ກໍ​ໃຫ້​ເຫັນ​ວ່າ, ວິ​ສາ​ຫະກິດອຸດສາຫະກຳ ສະໜັບສະໜູນສ່ວນ​ຫຼາຍ​ແມ່ນ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ຂະໜາດ​ກາງ (88%), ຂາດ​ຂໍ້​ມູນ​ກ່ຽວ​ກັບ​ຕະຫຼາດ ​ແລະ ​ໂອກາດ​ເຂົ້າ​ເຖິງ​ລູກ​ຄ້າ. ພິຈາລະນາ​ຕາມ​ລະບົບ​ຕ່ອງ​ໂສ້​ຄຸນ​ຄ່າ, ອັດຕາ​ສ່ວນ​ວິ​ສາ​ຫະກິດທີ່​ເຄື່ອນ​ໄຫວ​ໃນພາກສ່ວນ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ​ໃນ​ລະບົບ​ຕ່ອງ​ໂສ້​ຄຸນ​ຄ່າ​ນັ້ນ ຍັງຕ່ຳ, ມີ​ພຽງ 19% ຂອງຈຳນວນ​ວິ​ສາ​ຫະກິດ​ແຜ່ນ​ແພ, ​ເຄື່ອງ​ໜັງ ​ເກີບ ​ແລະ 33% ຂອງຈຳນວນ​ວິ​ສາ​ຫະກິດ​ເອ​ເລັກ​ໂຕຣນິກ ທີ່​ມີ​ການ​ອອກ​ແບບ​ໃນ​ຂະ​ບວນການ​ຜະລິດ. ອັດຕາ​ສ່ວນ​ວິ​ສາ​ຫະກິດອຸດສາຫະກຳສະໜັບສະໜູນ ທີ່​ເຂົ້າ​ເຖິງ​ກັບ​ການບຸລິມະສິດ ​ແລະການ​ຊ່ວຍ​ໜູນ​ຈາກ​ໂຄງການ​ຕ່າງໆ​ຂອງ​ລັດ ກໍຍັງຕ່ຳ (17%), ສະ​ແດງ​ວ່າ ຄວາມ​ຄອບ​ຄຸມ​ຂອງ​ນະ​ໂຍບາຍ​ແລະ​ແຜນການພັດທະນາອຸດສາຫະກໍາສະໜັບ ສະ​ໜູນ​ໃນ​ປະ​ເທດ​ ຍັງ​ມີຈຳກັດ. ມີ​ສາ​ເຫດ​ທີ່​ແຕກ​ຕ່າງ​ກັນ​ຫຼາຍຢ່າງ, ​ໃນ​ນັ້ນ​ ອາດ​ຈະ​ແມ່ນ​ຍ້ອນ​ໂຄງການ​ແລະ​ແຜນການ​ບຸລິມະສິດ, ຊ່ວຍ​ໜູນວິ​ສາຫະກິດອຸດສາຫະກຳ ສະໜັບສະໜູນ ຫາ​ກໍ່​ໄດ້​ເປີດ​ຕົວ​ສອງ​ສາມ​ປີ​ທີ່​ຜ່ານ​ມາ, ການ​ເຄື່ອນ​ໄຫວ​ໂຄສະນາ​ກ່ຽວ​ກັບນະ​ໂຍບາຍ​ແລະ​ໂຄງການ​ເຫຼົ່າ​ນີ້​ ຍັງ​ຖືກຈຳກັດ ເຮັດໃຫ້ວິ​ສາຫະກິດຈຳຫຼາຍ​ບໍ່​ຮູ້​ໂຄງການ ແລະ ນະໂຍບາຍເຫຼົ່ານີ້.

ສິ່ງ​ທີ່​ຄວາມ​ເອົາ​ໃຈ​ໃສ່​ໃນ​ການສຳຫຼວດດັ່ງກ່າວ​ແມ່ນ ​ເຖິງ​ວ່າ​ບັນດາ​ວິ​ສາຫະກິດ​ອຸດສາຫະກຳສະໜັບສະໜູນ ລ້ວນ​ແຕ່​ຍອມຮັບ​ວ່າ​ບໍ່​ມີ​ທ່າ​ແຮງ ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ສິ່ງ​ແວດ​ລ້ອມ, ຂາດຄວາ​ມສາມາດຄົ້ນຄວ້າ​ພັດທະນາ​ຜະລິດ​ຕະພັນ, ວິ​ໄສ​ທັດ​ຍຸດ​ທະ​ສາດ​ການ​ຜະລິດ ​ແລະ ລະບົບ​ການ​ຄຸ້ມ​ຄອງ​ວິ​ສາ​ຫະກິດ...; ວິ​ສາ​ຫະ​ກິດ​ຍັງຮູ້​ເຫັນ​ຄວາມ​ຫຍຸ້ງ​ຍາກ​​ໃນ​ການ​ພັດ​ທະ​ນານັ້ນ​ແມ່ນ​ ການ​ເຂົ້າ​ຫາ​ລູກ​ຄ້າ​, ຂໍ້​ມູນ​ການ​ຕະ​ຫຼາດ​ແລະ​ຊັບ​ພະ​ຍາ​ກອນ​ມະ​ນຸດ,... ​ແຕ່​ເມື່ອ​ຖາມ​ເຖິງ​ສິ່ງ​ທີ່​ວິ​ສາ​ຫະກິດ​ຕ້ອງການກ່ຽວ​ກັບມາດ​ຕະການ​ຊ່ວຍ​ໜູນຂອງ​ລັດ, ວິ​ສາ​ຫະກິດ​ສ່ວນ​ໃຫຍ່​ຕ້ອງການ​ການ​ຊ່ວຍ​ໜູນ​ດ້ານ​ພາສີ ລະບຽບ​ການ​ບໍລິຫານ ​ແລະ ​ເງິນ​ທຶນ, ​ແຕ່​ບໍ່​ແມ່ນບັນດາ​​ວິທີ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ແລະ ຈຸດ​ອ່ອນ​ທີ່ວິ​ສາ​ຫະກິດ​ໄດ້ລະບຸ​ໄວ້​ກ່ອນ​ໜ້າ​ນີ້. ນີ້​ແມ່ນ​ສິ່ງ​ທ້າ​ທາຍ​ທີ່​ບໍ່​ນ້ອຍ​ ໃນຂະ​ບວນການ​ອອກ​ແບບ ​ແລະ ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍພັດທະນາອຸດສາຫະກຳ ຍ້ອນ​ຄວາມ​ແຕກ​ຕ່າງ​ນີ້.

ລະບົບຕ່ອງໂສ້ການສະໜອງ, ລະບົບຕ່ອງໂສ້ຄຸນຄ່າ
ແລະ ​ໂຄງ​ສ້າງອຸດສາຫະກຳ ຂອງຫວຽດນາມ

ແນວຄວາມຄິດກ່ຽວ​ກັບລະບົບຕ່ອງໂສ້ການສະໜອງ, ລະບົບຕ່ອງໂສ້ຄຸນຄ່າ

ລະບົບຕ່ອງໂສ້ການສະໜອງ ​ແລະ ລະບົບຕ່ອງໂສ້ຄຸນຄ່າ ມັກຈະໃຊ້ແທນກັນໄດ້,​ແຕ່​ໃນຄວາມ​ເປັນຈິງແລ້ວ ແນວຄວາມຄິດສອງຢ່າງນີ້ບໍ່ເທົ່າກັນ. ໃນຂະນະທີ່ລະບົບ​ຕ່ອງ​​ໂສ້ການສະໜອງ ປະກອບພຽງການ​ເຊື່ອມ​ໂຍງສົ້ນ​ເຂົ້າ - ສົ້ນ​ອອກ​ຂອງກິດຈະກໍາການ​ຜະລິດ​ທີ່​ສ້າງ​ລະບົບ​ຕ່ອງ​ໂສ້ຜະລິດຕະພັນ, ​ແຕ່ ລະບົບຕ່ອງໂສ້ຄຸນຄ່າມີ​ຂອບ​ເຂດ​ທີ່ໃຫຍ່ກວ່າ ​ເຊິ່ງລວມ​ເຖິງກິດຈະກໍາທີ່​ເພີ່ມ​ມູນ​ຄ່າ​ໃນ​ລະບົບ​ການ​ສະໜອງ ​ແລະ ການ​ບໍລິການ​ເສີມ, ລວມທັງ​ການ​ຄົ້ນຄວ້າແລະການພັດທະນາ, ການອອກແບບ, ການຕະຫຼາດ, ​ໂລ​ຈິ​ສະຕິ​ກ, ການສະໜັບສະໜູນລູກຄ້າ...

ຄວາມ​ແຕກ​ຕ່າງ​ກັນ​ລະ​ຫວ່າງລະບົບຕ່ອງໂສ້ການສະໜອງ ​ແລະ ລະບົບ​ຕ່ອງ​ໂສ້​ຄຸນ​ຄ່າ ອີງ​ໃສ່​ຄວາມ​ເປັນ​ຈິງ​ທີ່​ວ່າ ລະບົບຕ່ອງໂສ້ການສະໜອງສຸມ​ໃສ່​ການ​ຫັນປ່ຽນ​ພີ​ຊິກ ​ແລະ ຂົນສົ່ງວັດຖຸດິບໄປສູ່ຜະລິດຕະພັນຂັ້ນສຸດທ້າຍ, ​ໃນ​ຂະນະ​ທີ່ລະບົບ​ຕ່ອງ​ໂສ້ຄຸນ​ຄ່າສຸມ​ໃສ່ບັນດາ​ການ​ເຄື່ອນ​ໄຫວ​ເພີ່ມ​ມູນ​ຄ່າ​ເສດຖະກິດ​ໃຫ້​ຜະລິດ​ຕະພັນ ​ໃນ​ແຕ່ລະ​ຂັ້ນ​ຕອນ ແຕ່ບໍ່ຈໍາເປັນຕ້ອງກ່ຽວຂ້ອງກັບການຜະລິດ ຫຼືໂລ​ຈິ​ສະຕິ​ກ.

ປຽບທຽບຄໍານິຍາມ ແລະ ຂອບເຂດຂອງອຸດສາຫະກໍາສະໜັບສະໜູນທີ່​ໄດ້​ກ່າວ​ມາ​ຂ້າງເທິງ ກັບແນວຄວາມຄິດລະບົບຕ່ອງໂສ້ການສະໜອງ ແລະ ລະບົບຕ່ອງໂສ້ຄຸນຄ່າ ສາມາດເຫັນໄດ້ວ່າ, ຄໍານິຍາມ ແລະ ຂອບເຂດຂອງອຸດສາຫະກຳສະໜັບສະໜູນຂອງ​ຫວຽດນາມ ກຳລັງຖືກ​ຈຳ​ກັດ​ໃນ​ແນວ​ຄວາມ​ຄິດ​ຂອງ​ລະບົບຕ່ອງ​ໂສ້​ການ​ສະ​ໜອງ, ດັ່ງ​ນັ້ນ, ມາດ​ຕະການ​ບຸລິມະສິດ​ແລະ​ຊ່ວຍ​ໜູນ ກໍຈະຈຳກັດ​ໃນ​ການ​ເຄື່ອນ​ໄຫວ​ຜະລິດ. ໃນ​ຂະນະ​ນັ້ນ, ​ເພື່ອເພີ່ມ​ມູນ​ຄ່າ​ເພີ່ມ​ພາຍ​ໃນ​ປະ​ເທດ​, ນອກຈາກ​ການ​ເຄື່ອນ​ໄຫວ​ໃນລະບົບ​ຕ່ອງ​ໂສ້​ການສະໜອງ​ແລ້ວ, ຍັງອາດຈະຂະຫຍາຍໄປສູ່ຫຼາຍກິດຈະກໍາອື່ນໆ ໃນລະບົບ​ຕ່ອງ​ໂສ້​ຄຸນ​ຄ່າ, ​ເຊັ່ນ ກິດຈະກຳ​ອອກ​ແບບ, ການ​ຄົ້ນຄວ້າ​ພັດທະນາ... ​ແຕ່​ໃນ​ປະ​ຈຸ​ບັນ, ບັນດາ​ກິດຈະກຳ​ເຫຼົ່າ​ນີ້​ ຢູ່​ນອກ​ຂອບ​ເຂດ​ການ​ສະໜັບສະໜູນ​ຂອງ​ໂຄງການ, ນະ​ໂຍບາຍ​ບຸລິມະສິດ ຊ່ວຍ​ໜູນອຸດສາຫະກໍາສະໜັບສະ​ໜູນ.

ການ​ເຂົ້າ​ຮ່ວມລະບົບຕ່ອງໂສ້ການສະໜອງ ​ແລະ ລະບົບ​ຕ່ອງ​ໂສ້​ຄຸນ​ຄ່າ

ຜະລິດ​ຕະພັນ​ຂອງອຸດສາຫະກຳສະໜັບສະໜູນ​ແມ່ນ ​ສ່ວນ​ປະກອບ ​ເຄື່ອງ​ອາ​ໄຫຼ່ ວັດຖຸ​ດິບ ວັດ​ສະດຸ, ແມ່ນສິນຄ້າຂັ້ນກາງ ວັດສະດຸປ້ອນສໍາລັບການ​ຜະລິດຜະລິດ​ຕະພັນ​ຂັ້ນສຸດທ້າຍ. ດັ່ງ​ນັ້ນ, ຜະລິດຕະ​ພັນອຸດສາຫະກຳສະໜັບສະໜູນ​ໃດໆ​ກໍ່​ໄດ້​ປະກອບ​ເປັນ​ຜະລິດ​ຕະພັນ​ຂັ້ນ​ສຸດ​ທ້າຍ, ວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກໍາ​ສະ​ໜັບສະໜູນ​ໃດໆ​ກໍ່​ຈະ​ຕ້ອງ​ເຂົ້າ​ຮ່ວມໃນ​ລະບົບຕ່ອງ​ໂສ້​ການ​ສະໜອງ​, ລະບົບ​ຕ່ອງ​ໂສ້​ຄຸນ​ຄ່າ ຂອງ​ວິ​ສາ​ຫະກິດ​ໜຶ່ງ ຫຼື​ບາງ​ວິ​ສາ​ຫະກິດຜະລິດ​ແລະປະກອບ​ຜະລິດ​ຕະພັນ​ຂັ້ນ​ສຸດ​ທ້າຍ ຜ່ານ​ບັນດາ​ຮູບ​ການ​ທີ່​ຕ່າງ​ກັນ, ສາມາດ​ກາຍ​ເປັນ​ຜູ້​ສະໜອງ​ໃຫ້ບັນດາ​ວິ​ສາ​ຫະກິດ​ຜະລິດ​ແລະປະກອບ​ໃນ​ປະ​ເທດ, ຫຼື​ສົ່ງ​ອອກ​ໃຫ້​ບັນ​ດາວິ​ສາ​ຫະກິດ​ຜະລິດ​ແລະປະກອບ​ຢູ່​ຕ່າງປະ​ເທດ.

ການກາຍ​ເປັນ​ຜູ້​ສະໜອງ​ໃຫ້​ວິ​ສາ​ຫະກິດ​ໃດໜຶ່ງ (ວິ​ສາ​ຫະກິດ​ໃນ​ປະ​ເທດ, ວິ​ສາ​ຫະກິດ​ທີ່​ມີ​ກາ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ, ຫຼື​ສົ່ງ​ອອກ) ​ມັນ​ຂຶ້ນ​ກັບ​ຄວາມ​ສາມາດ​ຂອງ​ວິ​ສາ​ຫະກິດອຸດສາຫະກຳສະໜັບສະໜູນ. ການສຳຫຼວດຂອງ​ກົມ​ໃຫຍ່​ສະຖິຕິ​ໃຫ້​ເຫັນ​ວ່າ, 75% ຂອງຈຳນວນ​ວິ​ສາ​ຫະກິດ​ ໄດ້​ສະໜອງ​ຜະລິດ​ຕະພັນ​ທັງ​ໝົດ​ໃຫ້ ຕະຫຼາດ​ພາຍ​ໃນ​ປະ​ເທດ (ໃນ​ນັ້ນ 5% ສະໜອງ​ໃຫ້ວິ​ສາ​ຫະກິດ​ທີ່​ມີ​ກາ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ) ​ແລະ​ປະມານ 8% ຂອງຈຳນວນ​ວິ​ສາ​ຫະກິດ​ ສະໜອງ​ຜະລິດ​ຕະພັນ​ໃຫ້​ຕະຫຼາດ​ຕ່າງປະ​ເທດ, 17% ຂອງຈຳນວນ​ວິ​ສາ​ຫະກິດ​ ສະໜອງ​ຜະລິດ​ຕະພັນ​ໃຫ້ຕະຫຼາດ​ພາຍ​ໃນ​ປະ​ເທດ ​ແລະ​ຕະຫຼາດ​ຕ່າງປະ​ເທດ. ດັ່ງ​ນັ້ນ, ສາມາດ​ເວົ້າ​ໄດ້​ວ່າ ປະມານ 30% ຂອງຈຳນວນ​ວິ​ສາ​ຫະກິດອຸດສາຫະກຳສະໜັບສະໜູນ ​ໄດ້​ເຂົ້າ​ຮ່ວມ​ໃນລະບົບຕ່ອງໂສ້ການສະໜອງ ​ແລະ ລະບົບ​ຕ່ອງ​ໂສ້ຄຸນ​ຄ່າ​ໂລກ.

​ໃນ​ຂະ​ແໜງ​ການ​ແຜ່ນ​ແພ, ​ເຄື່ອງ​ໜັງ​​ແລະ​ເກີບ, ມີ 64% ຂອງຈຳນວນ​ວິ​ສາ​ຫະກິດອຸດສາຫະກຳສະໜັບສະໜູນ ສະໜອງ​ຜະລິດ​ຕະພັນ​ໃຫ້​ຕະຫຼາດ​ພາຍ​ໃນ​ປະ​ເທດ (ໃນ​ນັ້ນ 3% ສະໜອງ​ຜະລິດ​ຕະພັນ​ໃຫ້ວິ​ສາ​ຫະກິດ​ທີ່​ມີ​ກາ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ), 9% ສົ່ງ​ອອກ ​ແລະ 27% ສະໜອງ​ໃຫ້ທັງ​ສອງ​ຕະຫຼາດ; ​ໃນ​ຂະ​ແໜງ​ການ​ຢາງ​ພາລາ ພາດສະຕິກ ເຄມີພັນ, ຈຳນວນ​ວິ​ສາ​ຫະກິດທີ່​ສະໜອງ​ຜະລິດ​ຕະພັນ​ໃຫ້​ຕະຫຼາດ​ພາຍ​ໃນ​ປະ​ເທດ​ກວ​ມປະມານ 52% ​ແລະ​ ສົ່ງ​ອອກ​ທັງ​ໝົດ​ແມ່ນ​ 4%, ຍັງ​ອີກ 44% ຂອງຈຳນວນ​ວິ​ສາ​ຫະກິດ ສະໜອງ​ຜະລິດ​ຕະພັນ​ໃຫ້​ທັງ​ສອງ​ຕະຫຼາດ; ຂະ​ແໜງ​ການ​ເອ​ເລັກ​ໂຕຣນິກມີ 44% ຂອງຈຳນວນ​ວິ​ສາ​ຫະກິດ ສະໜອງ​ຜະລິດ​ຕະພັນ​ໃຫ້ຕະຫຼາດ​ພາຍ​ໃນ​ປະ​ເທດ (ໃນ​ນັ້ນ 22% ສະໜອງ​ຜະລິດ​ຕະພັນ​ທັງ​ໝົດໃຫ້ວິ​ສາ​ຫະກິດ​ທີ່​ມີ​ກາ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ), 16% ສະໜອງ​ຜະລິດ​ຕະພັນໃຫ້ຕະ​ຫຼາດ​ຕ່າງປະ​ເທດ ​ແລະ 40% ຂອງຈຳນວນ​ວິ​ສາ​ຫະກິດອຸດສາຫະກຳສະໜັບສະໜູນ ຂອງຂະ​ແໜງເອ​ເລັກ​ໂຕຣນິກ ສະໜອງ​ຜະລິດ​ຕະພັນ​ໃຫ້​ຕະຫຼາດ​ພາຍ​ໃນ​ປະ​ເທດ ​ແລະ​ ​ສົ່ງ​ອອກ. ຂະ​ແໜງ​ການ​ກົນ​ຈັກ​ແລະ​ລົດຍົນ, 83% ຂອງຈຳນວນ​ວິ​ສາ​ຫະກິດ ສະ​ໜອງ​ຜະລິດ​ຕະພັນ​ທັງ​ໝົດ​ໃຫ້​ຕະຫຼາດ​ພາຍ​ໃນ​ປະ​ເທດ, ມີ​ພຽງ 3% ຂອງຈຳນວນ​ວິ​ສາ​ຫະກິດມີ​ລາຍ​ໄດ້​ຈາກ​ການ​ສົ່ງ​ອອກ ​ແລະ 14% ຂອງຈຳນວນ​ວິ​ສາ​ຫະກິດ ມີ​ລາຍ​ໄດ້​ຈາກ​ຕະຫຼາດ​ພາຍ​ໃນ​ແລະ​ຕະຫຼາດ​ຕ່າງປະ​ເທດ.    

ຕະຫຼາດ​ທີ່​ດຶງ​ດູດ​ຫຼາຍ​ວິ​ສາ​ຫະ​ກິດ​ເພື່ອ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກໍາ​ສະໜັບ​ສະໜູນນັ້ນ ​ປະ​ກອບ​ມີ​: ສ.​ເກົາ​ຫຼີ (25%), ຍີ່ປຸ່ນ (18,5%), ຈີນ (14,5%) ​ແລະ ​ໄຕ້ຫວັນ (ຈີນ) (8,9%). ພິຈາລະນາ​ຕາມ​ແຕ່ລະ​ຂະ​ແໜງ​ການ, ສຳລັບ​ຂະ​ແໜງ​ການ​ແຜ່ນ​ແພ ​ເຄື່ອງ​ໜັງ​​ແລະ​ເກີບ, ຕະຫຼາດ​ສົ່ງ​ອອກ​ທີ່ມີ​ວິ​ສາ​ຫະກິດ​ເຂົ້າຮ່ວມຈຳນວນ​ຫຼາຍ​ຄື ສ.​ເກົາຫຼີ, ຈີນ, ​ໄຕ້​ຫວັນ (ຈີນ), ຍີ່ປຸ່ນ; ສຳລັບ​ຂະ​ແໜງການ​ຢາງ​ພາລາ ພາດສະຕິກ ເຄມີພັນ, ຈຳນວນ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ການ​ສົ່ງ​ອອກ​ແມ່ນ​ຂ້ອນ​ຂ້າງ​ຕ່ຳ (ບໍ່​ເຖິງ 50%), ຕະຫຼາດ​ສົ່ງ​ອອກ​ຕົ້ນຕໍ​ແມ່ນ ສ.​ເກົາຫຼີ ​ແລະ ​ຍີ່ປຸ່ນ; ສຳລັບ​ຂະ​ແໜງການ​ເອ​ເລັກ​ໂຕຣນິກ, ສ.​ເກົາຫຼີ ​ແລະ ​ຍີ່ປຸ່ນ ​ແມ່ນ​ສອງ​ຕະຫຼາດ​ຕົ້ນຕໍ, ມີ 141 ວິ​ສາ​ຫະກິດ​ສົ່ງ​ອອກ​ໄປ ກ.​ເກົາ​ຫຼີ​ ​ແລະ 53 ວິ​ສາ​ຫະກິດ​ສົ່ງ​ອອກ​ໄປ ຍີ່ປຸ່ນ; ຕະຫຼາດ​ສົ່ງ​ອອກ​ຕົ້ນຕໍ​ຂອງ​ບັນດາ​ວິ​ສາ​ຫະກິດ​ໃນ​ຂະ​ແໜງການ​ກົນ​ຈັກ ​ແລະ ລົດ​ຍົນ ກໍ່​ແມ່ນ​ຕະຫຼາດ​ດັ້ງ​ເດີມ​ທີ່​ກ່າວ​ມາ​ນີ້, ຕາມ​ລຳດັບຄື ຍີ່ປຸ່ນ, ສ.​ເກົາຫຼີ, ໄຕ້​ຫວັນ​ (ຈີນ) ​ແລະ ຈີນ.

ເພື່ອຄິດໄລ່ມູນຄ່າຂອງປະເທດທີ່ເຂົ້າຮ່ວມໃນລະບົບຕ່ອງໂສ້ຄຸນຄ່າທົ່ວໂລກ, ອົງການຮ່ວມ​ມື​ແລະ​ພັດທະນາ​ເສດຖະກິດ (OECD) ​ແລະ ອົງການ​ການ​ຄ້າ​ໂລກ (WTO) ໄດ້ພັດທະນາ​ວິທີ​ການ​ວັດ​ມູນ​ຄ່າ​ເພີ່ມ​ທາງ​ການ​ຄ້າ​ ເພື່ອກຳນົດລະດັບ​ການ​​ເຂົ້າ​ຮ່ວມ​ເຊື່ອມ​​ໂຍງຍ້ອນ​ກັບ (ການ​ວັດ​ດ້ວຍ​ມູນ​ຄ່າ​ເພີ່ມ​ຈາກ​ຕ່າງປະ​ເທດ​ໃນ​ການ​ສົ່ງ​ອອກ) ​ແລະ​ ການ​ເຊື່ອມ​ໂຍງ​ໄປ​ຂ້າງ​ໜ້າ (ການ​ວັດ​ດ້ວຍ​ມູນ​ຄ່າ​ເພີ່ມ​ໃນ​ປະ​ເທດ​ໃນ​ການ​ສົ່ງ​ອອກ) ​ໃນ​ລະບົບ​ຕ່ອງ​ໂສ້​ທົ່ວ​ໂລກ​ຂອງຂະ​ແໜງ​ການ​ໜຶ່ງ/ປະ​ເທດ​ໜຶ່ງ. ຂໍ້​ມູນ​ທີ່​ອັບ​ເດດ​ປີ 2016 ສະ​ແດງ​ໃຫ້​ເຫັນ​ວ່າ​, ມູນ​ຄ່າ​ເພີ່ມ​ໃນ​ປະ​ເທດ (ການ​ເຊື່ອມ​ໂຍງ​ໄປ​ຂ້າງ​ໜ້າ) ​ເຖິງ​ວ່າ​ ຄ່າ​ສົມບູນ​ຈະ​ເພີ່ມ​ຂຶ້ນ, ​ແຕ່ອັດຕາ​ສ່ວນ​ນັບ​ມື້​ນັບ​ຫຼຸດ​ລົງ; ​ໃນ​ຂະນະ​ທີ່​ ມູນ​ຄ່າ​ເພີ່ມຈາກ​ຕ່າງປະ​ເທດ (ການ​ເຊື່ອມ​​ໂຍງຍ້ອນ​ກັບ), ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ສິ່ງ​ນີ້​​ໃຫ້​ເຫັນ​ວ່າ, ສິນຄ້າ​ສົ່ງ​ອອກ​ຂອງ​ຫວຽດນາມ ມີ​ປະລິມານ​ການ​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ​ທຸກ​ປີ, ໝາຍ​ຄວາມ​ວ່າ ການ​ສົ່ງ​ອອກ​ຂອງ​ຫວຽດນາມ​ນັບ​ມື້​ນັບ​ຂຶ້ນ​ກັບ​ການ​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ, ຫຼື​ເວົ້າ​ຢ່າງ​ອື່ນ, ອັດ​ຕາ​ສ່ວນ​ມູນ​ຄ່າ​ເພີ່ມ​ທີ່​ຫວຽດ​ນາມ​ປະ​ກອບ​ສ່ວນ​ ເຂົ້າ​ໃນ​ລະບົບຕ່ອງ​ໂສ້​ຄຸນ​ຄ່າ​ທົ່ວ​ໂລກ ​ມີ​ທ່າ​ອ່ຽງ​ຫຼຸດ​ລົງ​ໃນ​ໄລ​ຍະ​ຜ່ານ​ມາ(2).

ພຽງ​ແຕ່​ເມື່ອອຸດສາຫະກຳສະໜັບສະໜູນພາຍ​ໃນ​ພັດ​ທະ​ນາຂຶ້ນ, ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ຈຶ່ງສາ​ມາດ​ເພີ່ມ​​ອັດ​ຕາ​ສ່ວນ​ການ​ຊື້​ສ່ວນ​ປະກອບ ​ເຄື່ອງອາ​ໄຫຼ່ ​ແລະ​ ວັດຖຸ​ດິບ​ໃນ​ປະ​ເທດ, ​ເວລານັ້ນ ຫວຽດນາມ​ຈຶ່ງ​ສາມາ​ດປັບປຸງມູນຄ່າການປະກອບສ່ວນຂອງຕົນ ​ແລະ​ ຍົກ​ສູງ​ຖານະຂອງຕົນໃນລະບົບຕ່ອງໂສ້ຄຸນຄ່າທົ່ວໂລກ.

ການ​ຫັນປ່ຽນ​ໂຄງ​ສ້າງອຸດສາຫະກໍາຂອງຫວຽດນາມ

ຂໍ້ມູນສະຖິຕິທີ່ຜ່ານມາສະແດງໃຫ້ເຫັນວ່າ, ອຸດສາຫະກໍາປຸງ​ແຕ່ງ​ແລະ​ການ​ຜະລິດ​ນັບ​ມື້​ນັບ​ມີ​ບົດບາດສຳຄັນ​ ໃນ​ພື້ນຖານ​ເສດຖະກິດ, ດ້ວຍ​ລະດັບ​ການ​ປະກອບສ່ວນ​ໃນ ຈີ​ດີ​ພີ ​ເພີ່ມ​ຂຶ້ນ​ຈາກ 12,9% ​ໃນປີ 2010 ​ເປັນ 16,7% ​ໃນ​ປີ 2020. ພາຍ​ໃນ​ຂະ​ແໜງ​ອຸດສາກໍາປຸງ​ແຕ່ງ​ແລະການ​ຜະລິດ ກໍ່ກຳລັງ​ມີ​ການ​ຫັນປ່ຽນ​ໂຄງປະກອບ​ຕາມ​ທິດ​ເພີ່ມ​ອັດຕາ​ສ່ວນ​ຂອງ​ບັນດາ​ຂະ​ແໜງ​ການ​ເຕັກ​ໂນ​ໂລຊີ​ສູງ ທັງ​ດ້ານ​ມູນ​ຄ່າ​ເພີ່ມ​ ແລະ ມູນ​ຄ່າ​ການ​ສົ່ງ​ອອກ. ຖ້າ​ຫາກ​ປີ 2010, ມູນ​ຄ່າ​ເພີ່ມ​ຂອງ​ຂະ​ແໜງ​ການປຸງ​ແຕ່ງ​ແລະ​ການ​ຜະລິດ ​ສ່ວນ​ໃຫຍ່​ປະກອບ​ດ້ວຍ​ບັນດາ​ຂະ​ແໜງ​ການທີ່​ຂຸດ​ຄົ້ນ​ຊັບພະຍາກອນ ​ແລະ​ໃຊ້​ແຮງ​ງານ​ຫຼາຍ, ​ເຊັ່ນ ການ​ປຸງ​ແຕ່ງອາຫານ, ນ້ຳມັນແລະແກັສ, ແຜ່ນແພ, ເກີບ, ​ແຕ່​ເຖິງ​ປີ 2017, ຂະ​ແໜງ​ການ​ເອ​ເລັກ​ໂຕຣນິກ ໄດ້​ຂຶ້ນ​ສູ່​ລະດັບ​ສູງ​ສຸດ, ດ້ວຍ​ອັດຕາສ່ວນ​ປະກອບສ່ວນ​ໃນ​ມູນ​ຄ່າ​ເພີ່ມ​ຂອງ​ອຸດສາຫະກຳ​ປຸງ​ແຕ່ງ​ແລະການ​ຜະລິດ​ 25%.

​ໂຄງ​ສ້າງ​ການ​ສົ່ງ​ອອກ​ຂອງ​ຫວຽດນາມກໍ່​ມີ​ການ​ຫັນປ່ຽນ​ໃນ​ທາງ​ບວກ, ດ້ວຍການ​ປະກອບສ່ວນ​ຂອງສິນຄ້າ​ປຸງ​ແຕ່ງ​ແລະ​ຜະລິດ ໃນມູນຄ່າການສົ່ງອອກທັງໝົດ ທີ່​ເພີ່ມ​ຂຶ້ນ​ຈາກ​ໜ້ອຍກວ່າ 80% ໃນປີ 2010 ເປັນ 87% ໃນປີ 2020, ​ໃນ​ນັ້ນ, ພາຍ​ໃນ​ຂະ​ແໜງ​ການປຸງ​ແຕ່ງ​ແລະການ​ຜະລິດ ກໍ່​ມີ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ ​ຂ​ອງຂະ​ແໜງ​ການ​ເອ​ເລັກ​ໂຕຣນິກ, ດ້ວຍ​ອັດຕາ​ສ່ວນ​ທີ່ເພີ່ມ​ຂຶ້ນຈາກ 12% ​ໃນ​ປີ 2010 ​ເປັນ 43% ​ໃນ​ປີ 2020. ຜົນສຳ​ເລັດ​ນີ້​ຕິດ​ແໜ້ນກັບ​ການລະເບີດຂອງການລົງທຶນໃນເອເລັກໂຕຣນິກ ຫຼັງຈາກ​ຫວຽດນາມເຂົ້າຮ່ວມອົງການ​ການ​ຄ້າ​ໂລກ ແລະ ເຂົ້າຮ່ວມໃນການເຈລະຈາ ແລະລົງ​ນາມ​ໃນສັນຍາການຄ້າເສລີ.

ໃນແງ່ຂອງອິດ​ທິພົນຂອງບັນດາ​ຂະ​ແໜງອຸດສາຫະກໍາຫວຽດນາມ​ໃນຕະຫຼາດໂລກ ກໍ່​ເຜີຍ​ໃຫ້​ເຫັນຕໍາແໜ່ງຂອງຫວຽດນາມໃນລະບົບຕ່ອງໂສ້ຄຸນຄ່າ ​ແລະ ​ໂຄງ​ສ້າງ​ຂອງ​ຂະ​ແໜງ​ການ​ໃນ​ແງ່​ຂອງ​ຕະຫຼາດ​ໂລກ​ໂດຍ​ລວມ. ຂໍ້ມູນ​ສະຖິຕິ​ການ​ສົ່ງ​ອອກ​ແລະນຳ​ເຂົ້າ ​ໃຫ້​ເຫັນ​ວ່າ, ຫວຽດນາ​ມີ​ຖານະທີ່​ໃຫຍ່​ພໍ​ສົມຄວນ​ ໃນ​ລະບົບຕ່ອງ​ໂສ້​ຄຸນ​ຄ່າ​ໂລກຂອງ​ຂະ​ແໜງ​ການ​ເຄື່ອງ​ໜັງ​ແລະເກີບ​ໜັງ, ​ໂດຍ​ມີ​ສ່ວນ​ແບ່ງ​ຕະຫຼາດ​ເພີ່ມ​ຂຶ້ນ​ຢ່າງ​ຫຼາຍ​ຈາກ 4,1% ​ໃນ​ປີ 2010 ​ເປັນ 10,4% ​ໃນ​ປີ 2020. ຍ້ອນມີຕໍາແໜ່ງທີ່ສໍາຄັນດັ່ງກ່າວ, ດັ່ງ​ນັ້ນ ​ເມື່ອ​ພະຍາດ​ໂຄ​ວິດ-19 ເກີດຂຶ້ນ, ທຸລະກິດໜັງແລະເກີບໃນປະເທດຫວຽດນາມຕ້ອງ​ປິດ​ຊົ່ວຄາວ, ສິ່ງນີ້ສົ່ງຜົນກະທົບຢ່າງໜັກຕໍ່ລະບົບຕ່ອງໂສ້ຄຸນຄ່າໂລກ. ນອກຈາກ​ນັ້ນ, ຫວຽດນາມ​ໄດ້ຕັ້ງຕໍາແໜ່ງຂອງຕົນໃນລະບົບ​ຕ່ອງ​ໂສ້ຄຸນຄ່າ​ໂລກ​ຂອງ​ເຄື່ອງ​ເຟີ​ນີ​ເຈີ, ເຄື່ອງ​ນຸ່ງ​ຫົ່ມ​, ​ເຄື່ອງເອ​ເລັກ​ໂຕຣ​ນິກ​ ທີ່​ມີ​ສ່ວນ​ແບ່ງ​ຕະຫຼາດ​ທົ່ວ​ໂລກ​ຂອງ​ຫວຽດນາມ​ໃນ​ຂະ​ແໜ​ງການ​ເຫຼົ່າ​ນີ້ ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເລື້ອຍໆ.

ການ​ພັດທະນາອຸດສາຫະກຳສະໜັບສະໜູນ ​ແນ​ໃສ່​ຊຸກຍູ້​ການ​ເຂົ້າ​ຮ່ວມ​
ລະບົບ​ຕ່ອງ​ໂສ້​ການ​ສະໜອງ​ແລະລະບົບ​ຕ່ອງ​ໂສ້​ຄຸນຄ່າ ​ແລະ ການ​ປັບ​ໂຄງ​ສ້າງອຸດສາຫະກໍາ

ການ​ໄຈ້​ແຍກ​ຂ້າງ​ເທິງ​ໃຫ້​ເຫັນ​ເຖິງຄວາມສຳຄັນຂອງ​ການ​ພັດທະນາອຸດສາຫະກໍາ ສະໜັບສະໜູນ ​ເພື່ອ​ສາມາດ​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງ ​ໃນ​ລະບົບຕ່ອງ​ໂສ້ການ​ສະໜອງ​ ແລະ​ລະບົບຕ່ອງ​ໂສ້​ຄຸນ​ຄ່າ​ໂລກ ​ແລະ ຊຸກຍູ້​ຂະ​ບວນການ​ປັບ​ໂຄງ​ສ່າ​ງຂະ​ແໜງ​ການອຸດສາຫະກໍາ ຕາມ​ທິດ​ຫັນ​ເປັນອຸດສາຫະກໍາ ​ແລະ​ທັນ​ສະ​ໄໝ, ພ້ອມ​ກັນ​ນັ້ນ ຍັງ​ແນະນຳວິທີ​ແກ້​ໄຂ​ບັນຫາບາງ​ຢ່າງ ​ທີ່​ຈະນຳ​ໄປ​ໃຊ້​ ເພື່ອ​ແກ້​ໄຂ​ຂໍ້​ບົກພ່ອງບາງ​ຢ່າງ​ໃນ​ປະຈຸ​ບັນ.

ທີ​ໜຶ່ງ, ຕ້ອງມີວິທີການ​ເຂົ້າ​ເຖິງອຸດສາຫະກຳສະໜັບສະໜູນຕາມ​ລະບົບ​ຕ່ອງ​ໂສ້​ຄຸນຄ່າ, ຂະຫຍາຍ​ຂອບ​ເຂດຂອງອຸດສາຫະກຳສະໜັບສະໜູນ ລວມ​ເຖິງ​ກິດຈະກຳທີ່​ສ້າງ​ມູນ​ຄ່າ​ເພີ່ມ​ສູງ​ ໃນ​ລະບົບ​ຕ່ອງ​ໂສ້ຄຸນຄ່າ​ໂລກ, ​ແທນ​ທີ່​ຈະ​ໃຊ້​ວິທີ​ເຂົ້າ​ເຖິງ​ຕາມ​ລະບົບ​ຕ່ອງ​ໂສ້​ການ​ສະໜອງ​ໃນ​ປະຈຸ​ບັນ​ ເຊິ່ງພາ​ໃຫ້​ໂຄງການ​ບຸລິມະສິດ​ແລະ​ຊ່ວຍ​ໜູນ​ຂອງ​ລັດ​ບໍ່​ສາມາດ​ເຂົ້າ​ເຖິງ​ກິດຈະກຳທີ່​ສ້າງ​ມູນ​ຄ່າ​​ເພີ່ມສູງ​ໃຫ້​ກັບ​ວິ​ສາ​ຫະກິດ.

ທີ​ສອງ, ຕ້ອງ​ຍູ້​ແຮ​ງວຽກ​ງານ​ການ​ສື່ສານ​ ເພື່ອໃຫ້ວິ​ສາ​ຫະກິດມີຂໍ້ມູນ ​ແລະ​ ເຂົ້າ​ເຖິງ​ໂຄງການບຸລິມະ​ສິດ​ແລະ​ຊ່ວຍ​ໜູນຂອງລັດຖະບານ ໄດ້ງ່າຍຂຶ້ນ, ຈາກ​ນັ້ນ, ຄ່ອຍໆ ປ່ຽນ​ແປງຄວາມຮັບຮູ້ ແລະ ​ໄປພ້ອມກັບເປົ້າໝາຍລວມຂອງປະເທດ. ຄຽງ​ຄູ່​ກັນ​ນັ້ນ, ເຮັດ​ໃຫ້​ຂັ້ນ​ຕອນ​ການ​ບໍ​ລິ​ຫານ​ງ່າຍ​ດາຍ​, ຍູ້​ແຮງ​ການ​ປະຍຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ບໍລິການ​ສາທາລະນະ, ນີ້​ກໍ​ແມ່ນໜຶ່ງ​ໃນ​ບັນດາ​ວິທີ​ແກ້​ໄຂທີ່ຈໍາເປັນ ເພື່ອຕອບສະໜອງຄວາມຕ້ອງການ ຂອງບັນດາວິສາຫະກິດອຸດສາຫະກໍາ ສະໜັບສະໜູນ.

ທີ​ສາມ, ​ເພື່ອຍົກ​ສູງ​ຄວາມ​ສາມາດ​ຂອງ​ວິ​ສາ​ຫະກິດອຸດສາຫະກຳສະໜັບສະໜູນ ​ໃນ​ການ​ຫັນ​ເປັນອຸດສາຫະກໍາ, ຫັນ​ເປັນ​ທັນ​ສະ​ໄໝ ​ແລະ ພັດທະນາ​ແບບ​ຍືນ​ຍົງນັ້ນ, ຈຳ​ເປັນ​ຕ້ອງ​ປັບປຸງ​ບູລະນະ​ລະບົບ​ກົດໝາຍ ​ແລະ ຫັນ​​ເປັນ​ນິຕິ​ກຳ​ຕໍ່ ບັນດາ​ມາດຕະການ​ຊ່ວຍ​ໜູນ​ການ​ພັດທະນາຂອງວິ​ສາ​ຫະກິດອຸດສາຫະກໍາ, ​ໂດຍ​ສະ​ເພາະ​ ວິ​ສາຫະກິດ​ອຸດສາຫະກຳສະໜັບສະໜູນ. ຄຽງ​ຄູ່​ກັນ​ນັ້ນ, ສືບ​ຕໍ່​ຜັນ​ຂະຫຍາຍ​ຢ່າງມີ​ປະສິດທິ​ຜົນ ບັນດາວິທີແກ້ໄຂຫຼັກ ກ່ຽວ​ກັບການເຊື່ອມຕໍ່ທຸລະກິດ, ຂໍ້ມູນຕະຫລາດ, ສະໜັບສະໜູນ​ການນໍາໃຊ້ລະບົບການຄຸ້ມຄອງ, ການພັດທະນາຕະຫຼາດ, ການພັດທະນາ​ຊັບພະຍາກອນ​ມະນຸດ...

ບັນດາວິທີແກ້ໄຂ​ເຫຼົ່າ​ນີ້ ຈໍາເປັນຕ້ອງໄດ້ຮັບການ​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ ກັບ​ການ​ສື່ສານ, ການປ່ຽນແປງ ແລະ ຍົກ​ສູງ​ຄວາມ​ຮັບຮູ້ຂອງບັນດາ​ຝ່າຍ​ທີ່ກ່ຽວຂ້ອງ ​ແລະຊຸມ​ຊົນ​ທຸລະ​ກິກອຸດສາຫະກໍາສະໜັບສະໜູນ ​ເພື່ອມຸ່ງ​ສູ່ບັນດາ​ເປົ້າ​ໝາຍການ​ພັດທະນາ​ໄລຍະ​ຍາວ ​ແລະ​ຍືນ​ຍົງ, ຜ່ານ​ນັ້ນ, ຊ່ວຍ​ໃຫ້​ວິ​ສາ​ຫະກິດອຸດສາຫະກຳສະໜັບສະໜູນ ຂະຫຍາຍຕົວ​ແລະ​ຍົກ​ສູງຄວາມ​ສາມາດ​ແຂ່ງຂັນ ​ເພື່ອ​ສາມາດ​ພັດທະນາ ​ແລະ ​ເຂົ້າ​ເຖິງ​ໂລກ​ໄດ້./.

------------------------

(1) Kenichi Ohno (ຫັວໜ້າບັນນາທິການ):​ການກໍ່ສ້າງອຸດສາຫະກຳສະໜັບສະໜູນຫວຽດນາມ, ​ເວທີ​ປາ​ໄສ​ການ​ພັດທະນາ​ຫວຽດນາມ, ຮ່າ​ໂນ້ຍ, 2007.

(2) ລະອຽດ​ຄື, ອັດຕາ​ສ່ວນ​ມູນ​ຄ່າ​ເພີ່ມ​ໃນ​ປະ​ເທດ​ຂອງ​ຫວຽດນາມ​ໄດ້​ຫຼຸດ​ລົງ​ ຈາກ 58,2% ​ໃນ​ປີ 2005 ​ເປັນ 52,5% ​ໃນ​ປີ 2016, ​ໃນ​ຂະນະ​ທີ່ ປະ​ເທດ​ໄທ​ ໄດ້​ເພີ່ມ​ຂຶ້ນ ຈາກ 55,7% ​ເປັນ 61,3% ​ໃນ​ໄລຍະ​ດຽວກັນ

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 989 (​ເດືອນ​ພຶດສະພາ 2022)