ການພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່ແລະ​ສະ​​ຫະ​ກອນ:
ຄວາມຕ້ອງການຈຳ​ເປັນທີ່​ຫຼີກລ່ຽງບໍ່​ໄດ້ສຳລັບ​ຫວຽດ​ນາມ

ໂດຍ ປອ ຍີ້ເລ* - ຫງວຽນ ທິ ທູ ຮວ່ຽນ**
*ອະດິດຮອງຫົວໜ້າບັນນາທິການໃຫຍ່ວາລະສານກອມມູນິດ ** ໂຄງການພັດທະນາຂອງສະຫະປະຊາຊາດຢູ່ຫວຽດນາມ
11:11, 02-10-2022

ວກ. ພາຍຫຼັງ 20 ປີ​ແຫ່ງ​ການ​ຜັນ​ຂະຫຍາຍປະຕິບັດ​ມະຕິ​ເລກທີ 13-NQ/TW, ລົງ​ວັນ​ທີ 18 ມີນາ 2002, ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 9 “ກ່ຽວ​ກັບການສືບ​ຕໍ່​ປ່ຽນ​ແປງ​ໃໝ່, ພັດ​ທະ​ນາ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ເສດ​ຖະ​ກິດ​ລວມ​ໝູ່”, ຂອບ​ເຂດ​ເສດ​ຖະ​ກິດ​ລວມ​ໝູ່, ສະ​ຫະ​ກອນ ​ຂອງຫວຽດ​ນາມ​ມີ​ການ​ປ່ຽນ​ແປງ​ຢ່າງ​ໄວ​ວາ. ມາ​ຮອດ​ປະ​ຈຸ​ບັນ, ພັກ ແລະ ລັດ​ສືບ​ຕໍ່​ກຳ​ນົດວ່າ ການພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່​ແລະ ສະ​ຫະ​ກອນ​ແມ່ນ​ຈຳ​ເປັນ​ພາ​ວະ​ວິ​ໄສ, ​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ ແລະ ຍາວ​ນານ. ນີ້ກໍ່​ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ, ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ໃນ​ເສັ້ນ​ທາງ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ລວມ​ໝູ່ ​ແລະສະ​ຫະ​ກອນຂອງຫວຽດ​ນາມ.

ສະຫາຍ ຟ້າມ ມິງຈີ໊ງ ກຳມະການກົມການເມືອງສູນກາງ, ນາຍົກລັດຖະມົນຕີ ຢ້ຽມຊົມເຂດຜະລິດກະສິກຳ ທີ່ຕາແສງ ຮ໊າດລ໊ອດ, ເມືອງ ມາຍເຊີງ, ແຂວງ ເຊີນລາ _ ພາບ: TTXVN

ເສດ​ຖະ​ກິດ​ລວມ​ໝູ່​ເຊິ່ງ​ແກນ​ກາງ​ແມ່ນ​ສະ​ຫະ​ກອນ ​ແມ່ນ​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ສະມາຊິກ​ສະໝັກ​ໃຈ​ປະກອບສ່ວນ​ທຶນຮອນ, ຊັບ​ສິນ, ເຄື່ອງ​ມື​ການ​ຜ​ະ​ລິດ ແລະ ປະ​ກອບ​​​ແຮງງານ​ເຂົ້!​ໃນ​ການ​ຜະລິດ; ​ຜະ​ລິດ​ແລະທຸ​ລະ​ກິດ​ຮ່ວມ​ກັນ; ພ້ອມ​ກັນ​ຄຸ້ມ​ຄອງ​ຕາມຫຼັກ​ການ​ປະ​ຊາ​ທິ​ປະ​ໄຕ, ສະ​ເໝີ​ພາບ; ແບ່ງ​ປັນ​ຕາມ​ທຶນ​ທີ່​ໄດ້​ປະ​ກອບ​ສ່ວນ, ແຮງ​ງານ ຫຼື ລະ​ດັບ​ການ​ເຂົ້າ​ຮ່ວມ​ການ​ບໍ​ລິ​ການ; ​ເມື່ອສະ​ມາ​ຊິກ​ເສດ​ຖະ​ກິດ​ລວມ​ໝູ່​ຢຸດ​ຕິ​ການ​ເປັນສະ​ມາ​ຊິກ​ໂດຍ​ສະ​ໝັກ​ໃຈ​ ​ອົງ​ການ​ເສດ​ຖະ​ກິດລວ​ມ​ໝູ່​ຈະ​ຕ້ອງ​ຄືນ​ເງິນ​ທຶນ ຊັບ​ສິນ ເຄື່ອງ​ມື​ການ​ຜະ​ລິດ​ ທີ່ສະມສຊິດ​ນັ້ນ​ໄດ້​ປະ​ກອບ​ສ່ວນ. 

ເສດ​ຖະ​ກິດ​ລວມ​ໝູ່​ຄົງ​ຕົວ​ພາຍ​ໃຕ້ຫຼາຍ​ຮູບ​ແບບ, ທີ່​ເຫັນ​ຫຼາຍ​ທີ່ສຸດ​ແມ່ນ​ກຸ່ມ​ຮ່ວມ​ມື​, ສະ​ຫະ​ກອນ, ສະ​ຫະ​ພັນ​ສະ​ຫະ​ກອນ; ໃນ​ນັ້ນ, ສະ​ຫະ​ກອນຖືກ​ຖື​ເປັນ​ປະ​ເພດຫຼັກ​​ຂອງ​ເສດ​ຖະ​ກິດ​ລວມ​ໝູ່. ນີ້​ແມ່ນ​ປະ​ເພດ​ເສດ​ຖະ​ກິດ​ລວມ​ໝູ່​ທີ່​​ແຜ່ຫຼາຍ​ສົມ​ຄວນ, ເຄື່ອນ​ໄຫວ​ໃນຫຼາຍ​ຂົງ​ເຂດ​ຊີ​ວິດ​ສັງ​ຄົມ ແລະ ມີ​ໜ້າ​ໃນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ລະ​ດັບ​ພັດ​ທະ​ນາ​ແຕກ​ຕ່າງ​ກັນ, ໃນ​ທົ່ວ​ໂລກ. ມັນ​ມີ​ລັກ​ສະ​ນະ​ສັງ​ຄົມ ແລະ ມະ​ນຸດ​ສະທຳ​ເລິກ​ເຊິ່ງ. ​ພ້ອມ​ກັບ​ການ​ຖືເອົາ​ຜົນ​ປະ​ໂຫຍດ​ເສດ​ຖະ​ກິດ​ເປັ​ນ​ເປົ້າ​ໝາຍ​ຕົ້ນ​ຕໍ່, ເສດ​ຖະ​ກິດ​ລວມ​ໝູ່​ຍັງ​ຖື​ເປັນ​ສຳ​ຄັນ​ເຖິງ​ຜົນ​ປະ​ໂຫຍດ​ສັງ​ຄົມ​ຂອງ​ສະ​ມາ​ຊິກ; ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື​ທີ່​ມີ​ລັກ​ສະ​ນະ​ເຊື່ອມ​ຕໍ່, ປັບ​ປຸງ, ຊ່ວຍ​ເຫຼືອ​ເຊິ່ງ​ກັນແລະກັນ​ ລະ​ຫວ່າງ​ບັນ​ດາ​ສະ​ມາ​ຊິກ; ປະ​ກອບ​ສ່ວນ​ເຂົ້າ​ໃນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ກ້າວ​​ເຖິງ​ການ​ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ແກ່​ບັນ​ດາ​ສະ​ມາ​ຊິກ ​ແລະ ພັດ​ທະ​ນາ​ຊຸມ​ຊົນ.

ເສດ​ຖະ​ກິດ​ລວມ​ໝູ່ ​ແລະເສດ​ຖະ​ກິດ​ສະ​ຫະ​ກອນ​ຍາມ​ໃດ​ກໍ່​ເປັນ​ບັນ​ຫາ​ທີ່​ພັກ ແລະ ລັດຫວຽດ​ນາມ ໃຫ້​ຄວາມ​​ສຳຄັນທີ່​ສຸດ​ ໃນ​ຂະ​ບວນ​​ການກໍ່​ສ້າງ ແລະ ພັດ​ທະ​ນາ​ປະ​ເທດ. ເສດ​ຖະ​ກິດ​ລວມ​ໝູ່​ແລະເສດ​ຖະ​ກິດ​ສະ​ຫະ​ກອນ​ ເຊິ່ງ​ແກ​ນກາງແມ່ນ​ບັນ​ດາ​ສະ​ຫະ​ກອນ​ແລະກຸ່ມ​ຮ່ວມ​ມື​ກະ​ສິ​ກຳ ​ທີ່​ຕິດ​ພັນ​ກັບ​ຂະ​ແໜງ​ການ​ຜະ​ລິດ​ວັດ​ສະດຸຕົ້ນຕໍ​ທີ່​ລ້ຽງ​ດູ​ປະ​ເທ​ດ ແລະ ປະກອບສ່ວນເຂົ້າໃນການສົ່ງອອກທີ່ສໍາຄັນ. ດ້ວຍ​ຈຳ​ນວນ 63 ລ້ານ​ຄົນ, ກວມ​ເອົາ 65,4% ຂອງປະຊາກອນ​ທັງ​ໝົດ​ທີ່​ອາ​ໄສ​ມນ​ຊົນ​ນະ​ບົດ ແລະ 40% ກຳ​ລັງ​ແຮງ​ງານ​ທີ່​ເຮັດ​ກະ​ສິ​ກຳ, ຊາວ​ກະສິກອນຈຶງ​ເປັນ​ສະມາຊິກ​ຫຼັກ ​ຂອງ​ເສດຖະກິດ​ລວມໝູ່​ ແລະ​ສະຫະກອນ, ​ມີ​ທີ່​ຕັ້ງ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຮັກ​ສາ​ຄວາມ​ໝັ້ນ​ຄົງ​ທາງການ​ເມືອງ, ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ເຂົ້າ​ຮ່ວມ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ.

ພາຍຫຼັງ 20 ​ແຫ່ງ​ການ​ປະ​ຕິ​ບັດ​ມະຕິ​ເລກທີ 13-NQ/TW, ສະ​ບັບ​ລົງ​ວັນ​ທີ 18 ມີ​ນາ 2002, ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກຄັ້ງ​ທີ 5 ​ສະ​ໄໝ 9 “ກ່ຽວ​ກັບ​ການສືບ​ຕໍ່​ປ່ຽນ​ແປງ​ໃໝ່, ພັດ​ທະ​ນາ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ຈອງເສດ​ຖະ​ກິດ​ລວມ​ໝູ່” ແລະ ສອງ​ປີ​​ແຫ່ງ​ການ​ປະ​ຕິ​ບັດ​ຂໍ້​ສະຫຼຸບ​ເລກ​ທີ 70-KL/TW, ສະ​ບັບ​ລົງ​ວັນ​ທີ 9 ມີ​ນາ 2020, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກສະ​ໄໝ​ທີ 12, “ວ່າ​ດ້ວຍ​ການ​ສືບ​ຕໍ່​ປະ​ຕິ​ບັດ​ມະ​ຕິ​ຂອງກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ 9 ກ່ຽວ​ກັບ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ພັດ​ທະ​ນາ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງເສດ​ຖະ​ກິດ​ລວມ​ໝູ່” ນັ້ນ, ຮຽກຮ້ອງ​ໃຫ້​ມີ​ການ​ປັບປຸງ​ເສດຖະກິດ​ລວມໝູ່​ແລະ​ສະຫະກອນ ​ຢ່າງ​ຮີບ​ດ່ວນ ບົນ​ເສັ້ນທາງ​ແຫ່ງ​ການ​ຫັນປະ​ເທດ​ເປັນ​ອຸດສາຫະກຳ ​ແລະທັນ​ສະ​ໄໝຢ່າງຮອບ​ດ້ານ​ແລະໜັກ​ແໜ້ນ.

ຄວາມ​ເປັນ​ຈິງ​ແລະ​ປະສົບ​ການ​ໃນຫວຽດ​ນາມແລະໃນ​ໂລກ ​ນັບ​ມື້​ນັບຢືນ​ຢັນ​ວ່າ, ເສດ​ຖະ​ກິດ​ລວມ​ໝູ່​ແລະສະ​ຫະ​ກອນ ​ຍັງ​ເປັນຮູບ​ແບບການ​ເຄື່ອນ​ໄຫວ​ທີ່​ມີ​ປະ​ສິດ​ທິ​ຜົນ, ສອດຄ່ອງກັບການແຂ່ງຂັນທີ່ຮຸນແຮງຂຶ້ນ​ເລື້ອຍ. ແລະສຳ​ຄັນ​ກວ່າ​ນັ້ນ, ​​ຜ່ານ​ສະ​ຫະກອນ, ຄົວ​ເຮືອນ​ຊາວ​ກະ​ສິ​ກອນ​, ​ວິ​ສາ​ຫະ​ກິດ​ຂະ​ໜາດ​ໜ້ອຍ​ ທີ່​ຮ່ວມ​ມື​ນຳ​ກັນ​ແລະເພີ່ມ​ກຳ​ລັງ​ແຮງ​ເພື່ອ​ຮັບ​ມື​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ເສັ້ນ​ທາງສະ​ແຫວ​ງ​ຫາ​ຄວາມ​ອີ່ມ​ໜຳ​ສຳ​ລານ ແລະ ຄວາມ​​ສຸກ​ຂອງ​ຕົນ, ໃນ​ຂອບ​ເຂດ​ທົ່ວ​ໂລກ. 

ຢູ່ຫວຽດ​ນາມ, ເສດ​ຖະ​ກິດ​ລວ​ມ​ໝູ່​ດ້ວຍ​ຫຼາຍຮູບ​ການ​ຮ່ວມ​ມືທີ່​ມີ​ສະ​ຫະ​ກອນ​ເປັນ​ແກນ​ກາງ, ອີງ​ໃສ່​ກຳ​ມະ​ສິດ​ຂອງ​ສະ​ມາ​ຊິກແລະກຳ​ມະ​ສິດ​ຮ່ວມ​​ໝູ່​ ທີ່​ເຊື່ອມຕໍ່​ຢ່າງ​ກວ້າງຂວາງ ​ຜູ້​ອອກ​ແຮງ​ງານ,​ ​ຄົ​ວ​ເຮືອນ​ຜະ​ລິດ ທຸ​ລະ​ກິດ, ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ​ແລະຂະ​ໜາດ​ກາງ ​ທີ່​ຂຶ້ນ​ກັບ​ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດ, ສືບ​ຕໍ່​ມີ​ບົດ​ບາດ​ສຳ​ຄັນ​ໃນ​ຂະ​ບວນ​ການກໍ່​ສ້າງ​ແລະ​ພັດທະນາ​ເສດ​ຖະ​ກິດ​ຕະຫຼາດ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ, ດຳ​ເນີນ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ​ແລະທັນ​ສະ​ໄໝ.

ດັ່ງ​ນັ້​ນ, ການພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່​ເຊິ່ງ​ແກນ​ກາງ​ແມ່ນ​ສະ​ຫະ​ກອນ ​ແມ່ນ​ພາກ​ສ່ວນ​ເສດ​ຖະ​ກິດ​ສຳ​ຄັນ​​ໜຶ່ງ​ ໃນ​ພື້​ນ​ຖານ​ເສດ​ຖະ​ກິດ​ຕະຫຼາດ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ​ຢູ່ ຫວຽດ​ນາມ.

1- ພຶດຕິ​ກຳ​ຕົວ​ຈິງ ​ແລະ ບັນດາ​ບັນຫາ​ຮີບ​ດ່ວນ
​ໃນ​ການ​ພັດທະນາ​ເສດຖະກິດລວມໝູ່​ແລະສະ​ຫະກອນ​ ຢູ່​ຫວຽດນາມ

ຕາມ​ຂໍ້​ມູນ​ຂອງ​ສະ​ຫະ​ພັນ​ສະ​ຫະ​ກອນຫວຽດ​ນາມ, ​ໃນໄລ​ຍະປີ 2016-2020, ເສດ​ຖະ​ກິດ​ລວມ​ໝູ່​ແລະສະ​ຫະ​ກອນ​ສືບ​ຕໍ່​ໄດ້​ຮັບ​ການ​ພັດ​ທະ​ນາ ​ທັງດ້ານ​ປະລິມານ ແລະ ຄຸນ​ນະ​ພາບ. ທົ່ວ​ປະ​ເທດ​ທີ່​ມີ​ສະ​ຫະ​ກອນ​ສ້າງ​ຕັ້ງ​ໃໝ່​ເປັນ​ຈຳ​ນວນ 10.749 ແຫ່ງ, ສະ​ເລ່ຍ 2.150 ສະຫະກອນຕໍ່ປີ (​ເພີ່ມ​ຂຶ້ນ 2,6 ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະປິ 2011-2015), ໃນ​ນັ້ນ, ຂົງ​ເຂດ​ກະ​ສິ​ກຳ​ມີ 7.632 ສະ​ຫະ​ກອນ, ກວມ​ເອົາ​ອັດ​ຕາ​ສ່ວນ​ 71%; ບໍ່​ແມ່ນ​ກະ​ສິ​ກຳມີ​3.117 ສະ​ຫະ​ກອນ, ກວມ​ເອົາ​ອັດ​ຕາ​ສ່ວນ 29%; ສະ​ຫະ​ພັນ​ສະ​ຫະ​ກອນທີ່ສ້າງ​ຕັ້ງ​ໃໝ່​ມີ 81 ແຫ່ງ; ໜ່ວຍ​ຮ່ວມ​ມື​ມີ 15.849 ໜ່ວຍ, ໃນ​ນັ້ນ ໜ່ວຍ​ຮ່ວມ​ມື​ກະ​ສິ​ກຳ​ມີ 9.984 ໜ່ວຍ, ໜ່ວຍ​ຮ່ວມ​ມື​ທີ່ບໍ່​ເຮັດ​ກະ​ສິ​ກຳ​ມີ 5.865 ໜ່ວຍ. ທ້າຍ​ປີ 2020, ທົ່ວ​ປະ​ເທດ​ມີ​ສະ​ຫະ​ກອນ​ 26.040 ແຫ່ງ (ເພີ່ມ​ຂຶ້ນ​ 5.625 ສະ​ຫະ​ກອນ​ທຽບ​ກັບ​ປີ 2015, ເພີ່ມ​ຂຶ້ນສະ​ເລ່ຍ​ 3,6% ຕໍ່​ປີ), ແບ່ງ​ຕາມ​ຂົງ​ເຂດ​ການເຄື່ອນ​ໄຫວ​ມີດັ່ງ​ນີ້: ສະ​ຫະ​ກອນ​ກະ​ສິ​ກຳ 16.953 ແຫ່ງ, ກອງ​ທຶນ​ສິນ​ເຊື່ອປະ​ຊາ​ຊົນ​ 1.188 ແຫ່ງ, ສະ​ຫະ​ກອນ​ການ​ຄ້າແລະການ​ບໍ​ລິ​ການ 2.079 ແຫ່ງ, ສະ​ຫະ​ກອນ​ການ​ຂົນ​ສົ່ງ​ 1.496 ແຫ່ງ, ສະ​ຫະ​ກອນ​ອຸດ​ສາ​ຫະ​ກຳ​ນ້ອຍ​ແລະ​ຫັດ​ຖະ​ກຳ 2.474 ແຫ່ງ, ສະ​ຫະ​ກອນກໍ່​ສ້າງ 1.026 ແຫ່ງ, ສະ​ຫະ​ກອນ​ສິ່ງ​ແວດ​ລ້ອມ​ 521 ແຫ່ງ, ສະ​ຫະ​ກອນ​ອື່ນໆມີ 303 ແຫ່ງ. ພິ​ເສດ, ທົ່ວ​ປະ​ເທດ​ມີ​ສະ​ຫະ​ກອນ​ທີ່​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ໃນ​ການ​ຜະ​ລິດມີ 1.700 ແຫ່ງ, ສະ​ຫະ​ກອນການ​ຜະ​ລິດ​ທີ່ກ່ຽວຂ້ອງ​ກັບຕ່ອງ​ໂສ້​ຄຸນ​ຄ່າມີ 3.219 ແຫ່ງ, ເພີ່ມ​ຂຶ້ນ 6,8 ເທົ່າ​ເມື່ອ​ທຽບ​ກັບ​ປີ 2015. ຈຳ​ນວນ​ສະ​ຫະ​ກອນ, ສະ​ຫະ​ພັນ​ສະ​ຫະ​ກອນ​​ຂະ​ໜາດ​ກາງ ແລະ ຂະ​ໜາດ​ໃຫຍ່ ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ; ຮອດ​ທ້າຍ​ປີ 2020, ທົ່ວ​ປະ​ເທດ​ມີ 500 ​ສະ​ຫະ​ກອນ, ສະ​ຫະ​ພັນ​ສະ​ຫະ​ກອນ ​ເຊິ່ງ​ແຕ່ລະ​ແຫ່ງ​ມີ​ສະ​ມາ​ຊິກ 300 ກວ່າ​ຄົນ, ຍອດ​ຈຳນວນ​ທຶນ​ແຕ່ 5 ຕື້​ດົ່ງ​ຂຶ້ນ​ໄປ (​ເພີ່ມ​ຂຶ້ນ 4 ເທົ່າ​ເມື່ອ​ທຽບ​ກັບໄລ​ຍະປິ 2011-2015). ເບິ່ງ​ລວມ​ແລ້ວ, ຈຳ​ນວນ​ສະ​ຫະ​ກອນ​ທີ່​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ເຂົ້າ​ໃນ​ການ​ຜະ​ລິດ, ທຸ​ລະ​ກິດ​ທີ່​ຕິດກັບ​ຕ່ອງ​ໂສ້​ຄຸນ​ຄ່າ​ຜະ​ລິດ​ຕະ​ພັນ​ຕົ້ນ​ຕໍ່​ຂອງ​ຊາດ, ​ເຂດ, ທ້ອງ​ຖິ່ນ ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ; ການເຊື່ອມ​ຕໍ່​ການ​ຜະ​ລິດ​ລະ​ຫວ່າງ​ບັນ​ດາ​ສະ​ຫະ​ກອນ ​ກັບ​ໜ່ວຍຮ່ວມ​ມື ແລະ ກັບ​ວິ​ສາ​ຫະ​ກິດ ​ນັບ​ມື້​ໄດ້​ເປີດກວ້າງ ແລະ ພັດ​ທະ​ນາ.

ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ສະ​ຫະ​ກອນ​ປີ 2012 ​ໄດ້​ສົ່ງ​ຜົນ​ກະ​ທົບຫຼາຍ​ຢ່າງ​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່. ຕາມນັ້ນ, ນັບ​ແຕ່​ເວ​ລາທີ່​ກົດ​ໝາຍມີ​ຜົນ​ໃຊ້​ບັງຄັບ​, ກຳ​ນົດ​ກ່ຽວ​ກັບ​ລະ​ບຽບ​ການ​ບໍ​ລິ​ຫານ​ໄດ້​ປົວ​ແປງ​ບູ​ລະ​ນະ​​ເທື່ອ​ລະ​ກ້າວ. ບັນ​ດາ​ສະ​ຫະ​ກອນ​ໄ​ດ້​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ສະ​ມາ​ຊິກຂຶ້ນ​ເທື່ອ​ລະ​ກ້າວ, ​ດຶງ​ດູດ​ຄອບ​ຄົວ ​ແລະ ບຸກ​ຄົນ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ກອນເປັນຈຳ​ນວນຫຼາຍ. ປະ​ຈຸ​ບັນ, ຍອດ​ລາຍ​ຮັບ​ຂອງ​ສະຫະກອນ​ແມ່ນ​ປະມານ 74.669 ຕື້​ດົ່ງ (ເພີ່ມ​ຂຶ້ນ​ 16.173 ຕື້​​ດົ່ງ​ເມື່ອ​ທຽບ​ກັບ​ປີ 2013), ລາຍ​ຮັບສະ​ເລ່ຍຂອງ​ສະຫະກອນ​ໜຶ່ງ​​ແມ່ນ​ 8 ຕື້​​ດົ່ງ.

ເບິ່ງ​ລວມ​ແລ້ວ, ການພັດທະນາເສດຖະກິດລວມໝູ່ ​ແລະ ສະຫະກອນ ແມ່ນທ່າອຽງ​ທົ່ວ​ໄປ​ຂອງພື້ນຖານ​ການຜະລິດສິນຄ້າ. ນີ້​ແມ່ນ​ພາກ​ສ່ວນ​ເສດ​ຖະ​ກິດ​ທີ່​ມີ​ບົດບາດ​ຍິ່ງ​ໃຫຍ່, ມີ​ຄວາມ​ໝາຍ​ຮອບ​ດ້ານ​ທາງ​ດ້ານ​ເສດ​ຖະ​ກິດ, ການ​ເມືອງ, ວັດ​ທະ​ນະ​ທຳ ​ແລະ ສັງ​ຄົມ​ຂອງ​ປະ​ເທດ. ເສດ​ຖະ​ກິດ​ຮ່ວມ​ມື ​ແລະສະ​ຫະ​ກອນ​ແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່​ຂາດບໍ່​ໄດ້​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ປະ​ເທດ, ​ມັນມີ​ບົດ​ບາດ ແລະ ປະ​ກອບ​ສ່ວນ​ສຳ​ຄັນ​ ເຂົ້າ​ໃນ​ການ​ພັດ​ທະ​ນາເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ. ພິ​ເສດ, ນັບຕັ້ງ​ແຕ່ກົດ​ໝາຍ​ວ່າ​ດ້ວຍ​ສະ​ຫະ​ກອນສະບັບ​ທຳ​ອິດ​ໄດ້​ກຳ​ເນີດຂຶ້ນ (ເດືອນ​ມີ​ນາ 1996) ແລະ ມີ​ຜົນ​ໃຊ້​ບັງຄັບ​ຢ່າງ​ເປັນທາງ​ການ​ເມື່ອ​ວັນ​ທີ 1 ມັງ​ກອນ 1997, ຕໍ່​ໄປ​​ແມ່ນ ​ກົດ​ໝາຍ​ວ່າ​ດ້ວຍ​ສະ​ຫະ​ກອນ​ປີ 2003 ແລະ ກົດ​ໝາຍ​ວ່າ​ດ້ວຍ​ສະ​ຫະ​ກອນ​ປີ 2012 ​ເຊິ່ງ​ສ້າງ​ກອບ​ກົດໝາຍ​ທີ່​ເປັນ​ປະ​ໂຫຍ​ດຕໍ່​ການ​ພັດທະນາ​ເສດ​ຖະ​ກິດ​ລວມ​ໝູ່ ​ແລະ ສະ​ຫະ​ກອນ.

ບັນ​ດາ​ສະ​ຫະ​ກອນຄ່ອນໆ​ຫັນ​ປ່ຽນ ຈົດ​ທະ​ບຽນ​​ໃໝ່​​ໃຫ້​ເໝາະ​ສົມ ​ແລະ ​ປັບ​ຕົວເຂົ້າ​ກັບ​ການ​ປ່ຽນ​ແປງ​ຂອງ​ກົນ​ໄກ​ຕະຫຼາດ​ໄດ້​ດິຂຶ້ນ; ການ​ພົວ​ພັນ​​ໃນ​ການ​ຜະ​ລິດ ແລະ ກຳ​ລັງ​ການ​ຜະ​ລິດ​ໃນ​ບັນ​ດາ​ສະ​ຫະ​ກອນ​​ໄດ້ຮັບ​ການ​ເພີ່ມ​ທະ​ວີ; ​ບົດ​ບາດ​ເປັນ​ເຈົ້າ​ດ້ວຍ​ຕົນ​ເອງ​ຂອງ​ສະ​ຫະ​ກອນ​ໄດ້​ຮັບ​ການ​ຍົກ​ສູງ, ສະ​ມາ​ຊິກ​​ເຂົ້າ​ຮ່ວມ​ສະ​ຫະ​ກອນດ້ວຍ​ຄວາມ​ສະ​ໝັກ​ໃຈ, ຫຼາຍ​ສະ​ຫະ​ກອນຫຼາຍ​ແຫ່ງ​ມີວິ​ທີ​ການ​ເຄື່ອນ​ໄຫວທີ່​ເໝາະ​ສົມ, ລະ​ດົມ​ການ​ມີ​ສ່ວນ​ຮ່ວມ​ຂອງ​ສະ​ມາ​ຊິກ. ຕົວ​ແບບ​ສະ​ຫະ​ກອນ​ໃໝ່, ສະ​ຫະ​ກອນ​ພັດ​ທະ​ນາ​ການ​ຜະ​ລິດ, ທຸ​ລະ​ກິດ​ຕິດ​ພັນ​ກັບຕ່ອງ​ໂສ້​ຄຸນ​ຄ່າ​​ໄດ້ຮັບ​ການ​ສ້າງ​ຕັ້ງ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ສະ​ຫວັດ​ດິ​ການ​ສັງ​ຄົມ, ຄວາມໝັ້ນ​ຄົງ​ດ້ານ​ການ​ເມືອງ​ພື້ນ​ຖານ ແລະ ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ.

​ເສດ​ຖະ​ກິດ​ລວມ​ໝູ່​ແລະສະ​ຫະ​ກອນ​ໄດ້​ພົ້​ນ​ອອກ​ຈາກ​ສະ​ພາບ​ການອ​ອ່ນ​ແອ​ແກ່​ຍາວ​ເທື່ອ​ລະ​ກ້າວ, ມີ​ການ​ພັດ​ທະ​ນາ​ໃນ​ທາງ​ບວກ​​ທັງ​ດ້ານປະລິມານແລະຄຸນ​ນະ​ພາບ; ມີ​ການ​ຮ່ວມ​ມື​ຫຼາຍ​ຮູບ​ແບບ ​ແລະ ຮູບ​ແບບ​ເສດ​ຖະ​ກິດ​ລວ​ມ​ໝູ່​ທີ່​ມີ​ປະ​ສິດ​ທິ​ຜົນ. ຮູບ​ແບບ​ການ​ຮ່ວມ​ມື​ໄດ້​ຮັບ​ການ​ສ້າງ​ແລະ​ພັດ​ທະ​ນາ ​ເພື່ອ​ສົ່ງ​ເສີມ​ຄວາມ​ຮູ້,​ ບົດ​ຮຽນ ແລະ ແຫຼ່ງ​ພະ​ລັງຂອງ​​ສະ​ມາ​ຊິກ ​ໃຫ້​ກາຍ​ເປັນ​ກຳ​ລັງ​ແຮງຂອງ​ຊຸມ​ຊົນ ​ແລະ​ຄ່ອງ​ຕົວ​ກັບ​ສະພາວະ​ການ​ແຂ່ງ​ຂັນຂອງ​ຕະຫຼາດ, ແກ້​ໄຂ​ໄດ້​ຂໍ້​ຈຳ​ກັດຂອງ​ການ​ຜະ​ລິດສ່ວນ​ບຸກຄົນ ​ແລະ ການ​ຜະລິດ​ຂອງຄອບ​ຄົວ​ຊາວ​ນາທີ່​ກະ​ແຈກ​ກະ​ຈາຍ​.

​ການຜະລິດ​ປະ​ເພດນີ້ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​​ເສດ​ຖະ​ກິດ, ຮັກສາ​ສະຖຽນ​ລະ​ພາບ​ຂອງລາ​ຄາ ​ແລະ ຄວບ​ຄຸມ​ໄພ​ເງິນ​ເຟີ້, ​ເພີ່​ມມູນ​ຄ່າ​ການ​ສົ່ງ​ອອກ​, ປັບ​ໂຄງ​ສ້າງເສດ​ຖະ​ກິດ​ຄືນ​ໃໝ່, ​ໂດຍ​ສະ​ເພາະ​ແມ່ນເສດ​ຖະ​ກິດ​ກະ​ສິ​ກຳ, ຊົນ​ນະ​ບົດ; ສ້າງວຽກ​ເຮັດ​ງານ​ທຳ, ລົບ​ລ້າງ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຮັບ​ປ​ະ​ກັນ​ສະ​ຫວັດ​ດິ​ການ​ສັງ​ຄົມ, ເພີ່ມ​ທະ​ວີ​ລະ​ບົບ​ການ​ເມືອງ​ຢູ່​ຮາກ​ຖານ; ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ, ​ໂດຍ​ສະ​ເພາະ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​ດອຍ; ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ; ​ຜ່ານນັ້ນ, ຢືນ​ຢັນ​​ທີ່​ຕັ້ງ ​ແລະ ພາ​ລະ​ບົດ​ບາດ​ຂອງພາກສ່ວນເສດ​ຖະ​ກິດລວມ​ໝູ່ ​ໃນ​ພື້​ໜ​ຖານ​ເສດ​ຖະ​ກິດ​ແຫ່ງ​ຊາດ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ສັງ​ຄົມ ແລະ ລະ​ບົບ​ການ​ເມືອງ​ ຕໍ່​ສະ​ຫະ​ກອນ​ແບບ​ໃໝ່.

ພ້ອມກັນ​ນັ້ນ, ຮູບ​ແບບ​ເສດຖະກິດ​ນີ້​ພວມ​ກາຍ​ເປັນ​ກຳລັງ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແບບ​ຍືນ​ຍົງ​, ພ້ອມ​ກັນ​ກັບ​ເສດ​ຖະ​ກິດ​ຂອງ​ລັດຄ່ອຍໆ​ກາຍ​ເປັນຮາກ​ຖານ​ຂອງ​ພື້ນຖານ​ເສດ​ຖະ​ກິດ​ແຫ່ງ​ຊາດ​; ປະ​ກອບ​ສ່ວນ​ໂດຍ​ກົງ​ປະ​ມານ 4,8% ຂອງ​ຈີ​ດີ​ພີ, ​ໂດຍທາງອ​ອ້ມຫຼາຍ​ກວ່າ 30% ຂອງ​ຈີ​ດີ​ພີ ຂອງ​ປະ​ເທດ ​ໂດຍ​ພິຈາລະນາ​ຈາກ​​​ມູນ​ຄ່າ​ເພີ່ມ​ຂອງ​ເສດ​ຖະ​ກິດ​ຄອບ​ຄົວ​ສະ​ມາ​ຊິກ; ດຶງ​ດູດ​ແຮງ​ງານ​ເປັນ​ຈຳ​ນວນ 3 ລ້ານກວ່າ​ຄົນ, ສ້າງວຽກ​ເຮັດ​ງານ​ທຳ​ໃ​ໝ່​ໃຫ້​ຄົນ​​ງານປະມານ 4 ໝື່ນ​ຄົນ​ໃນ​ແຕ່​ລະ​ປີ. ການ​ຜະ​ລິດ ທຸ​ລະ​ກິດ​ທີ່​ຕິດ​ພັນ​ກັບ​ຕ່ອງ​ໂສ້​ຄຸ​ນ​ຄ່າ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ບັນ​ລຸມາດ​ຕະ​ຖານສຸຂະ​ອານາ​ໄມ ​ແລະຄວາມປອດໄພທາງອາຫານ, ລົງ​ນາມ​ໃນສັນຍາ​ຂາຍ​ຜະ​ລິດ​ຕະ​ພັນ​ໄລ​ຍະ​ຍາວ​ກັບ​ວິ​ສາ​ຫະ​ກິດ, ລາຍ​ໄດ້​ຂອງ​ສະ​ມາ​ຊິກ​ເພີ່ມ​ຂຶ້ນ 36%; ສະ​ສົມກຳ​ໄລ 18.600 ຕື້​ດົ່ງ​ເພື່ອນຳ​ໄປ​ລົງ​ທຶນ​ຄືນ​ໃໝ່, ເປີດກວ້າງ​ການ​ຜະ​ລິດ; ເປັນ “ແກ່ນກາງ” ທີ່​ສຳຄັນ ປະກອບສ່ວນເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ສ້າງວຽກ​ເຮັດ​ງານ​ທຳ, ລົບ​ລ້າງແລະຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ.

ລະ​ບົບ​ສະ​ຫະ​ພັນ​ສະ​ຫະ​ກອນ​ນັບ​ມື້​ນັບ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​​ບົດ​ບາດ​ເຊື່ອມ​​ໂຍງ, ​ແນະນຳ, ຕາງ​ໜ້າ, ປົກ​ປ້ອງ​ສິດ​ແລະຜົນ​ປະ​ໂຫຍດ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ສະ​ຫະ​ກອນແລະສະ​ມາ​ຊິກ, ເປັນ​ຂົວ​ຕໍ່​ເພື່ອ​ສະ​ເໜີ​ໃຫ້​ພັກ​ແລະລັດ ກ່ຽວ​ກັບ​ແຜນນະ​ໂຍ​ບາຍ, ນ​ະ​ໂຍ​ບາຍ, ກອບ​ກົດໝາຍ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່ ແລະ ສະ​ຫະ​ກອນ.

ແຕ່​ວ່າ, ເສດ​ຖະ​ກິດ​ລວມ​ໝູ່ ​ແລະ ສະ​ຫະ​ກອນ​ຍັງ​ມີຂໍ້​ຈຳ​ກັດ​, ​ຂໍ້​ບົດ​ພ່ອງ ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ໃນ​ການ​ພັດ​ທະ​ນາ.

ຈຳ​ນວນ​ສະ​ຫະ​ກ​ອນ​ເຖິງ​ແມ່ນ​ວ່າ​ມີການ​ເພີ່ມ​ຂຶ້ນ, ແຕ່​ຈຳ​ນວນ​ສະ​ມາ​ຊິກສະຫະກອນ​ ກຳລັງຫຼຸດ​ລົງ; ຄວາມ​ຕິດ​ພັນທາງ​ດ້ານ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ສະ​ມາ​ຊິກ ແລະ ສະ​ຫະ​ກອນ​ບໍ່​ທັນ​ສູງ, ຂາດ​ຄວາມ​ໝັ້ນ​ຄົງ… ການ​ເຊື່ອມ​​ໂຍງ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ເສດ​ຖະ​ກິດ​ລວມ​ໝູ່, ສະ​ຫະ​ກອນ ​ກັບ​ບັນ​ດາ​ຮູບ​ແບບ​ເສດ​ຖະ​ກິດ​ອື່ນ​​ກໍ່ຍັງ​ອ​ອ່ນ. ການພັດ​ທະ​ນາ​ສະ​ຫະ​ກອນ​​ໃນ​ພາກ​ພື້ນ ​ເຂດ, ລະ​ຫວ່າງ​ພາກກ​ະ​ສິ​ກຳ ແລະ ນອກ​ພາກ​ກະ​ສິ​ກຳ​ບໍ່​ເທົ່າ​ທຽມກັນ​. ສະຫະກອນບາງແຫ່ງຍັງບໍ່ທັນປະຕິບັດຂໍ້ກໍານົດຂອງ​ກົດໝາຍ​ຢ່າງ​ເຂັ້ມ​ງວດ,  ຍັງມີລັກສະນະຮູບ​ນອກ, ຫ່າງ​ເຫີ​ນຈາກຫຼັກການແລະຄຸນຄ່າ. ​ອົງ​ການ​ຈັດ​ຕັ້ງ​ເສດ​ຖະ​ກິດ​ລວມໝູ່​ແລະສະ​ຫະ​ກອນ​ສ່ວນ​ໃຫຍ່​ແມ່ນຂະ​ໜາດ​ນ້ອຍ, ຄວາມ​ສາມາດ​​ໃນ​ການແຂ່ງ​ຂັນ​ທີ່ອ່ອນ​ແອ, ​ຄວາມ​ສາ​ມາດ​ລະ​ດົມ​ແຫຼ່ງ​ພະ​ລັງ​​ຈາກ​ຕະຫຼາດ​ເພື່ອ​ລົງ​ທຶນ​ໃນ​ການ​ຜະ​ລິດ​ແລະທຸ​ລະ​ກິດຍັງ​ຖືກຈຳກັດ. ຄວາມ​ສາ​ມາດ​ພາຍ​ໃນ ລວມທັງ​ຄວາມ​ສາ​ມາດ​ທາງ​ດ້ານ​ການ​ເງິນ​ຂອງ​ບັນ​ດາ​ສະ​ຫະ​ກອນກໍ່​ຍັງ​ຈຳ​ກັດ, ສ່ວນ​ໃຫຍ່ອີງ​ໃສ່ເງິນ​ທຶນຂອງ​ຕົນ​ເອງ, ຍັງ​ບໍ່​ສາມາດ​ເຂົ້າ​ເຖິງ​ເງິນ​ກູ້​​ຈາກ​ສະ​ຖາ​ບັນສິນ​ເຊື່ອໄດ້.

ອັດຕາ​ການ​ເຕີບ​ໂຕ​ຕ່ຳ​​ເມື່ອ​ທຽບ​ກັບ​ບັນ​ດາ​ພາກ​ເສດ​ຖະ​ກິດ​ອື່ນ, ອັດ​ຕາ​ສ່ວນ​ປະ​ກອບ​ເຂົ້າ​ໃນ ຈີ​ດີ​ພີ ຍັງ​ໄດ້ຕາມ​ຄາດໝາຍ.

ກນ​ຄຸ້ມ​ຄອງຂອງ​ລັດຕໍ່​ເສດ​ຖະ​ກິດ​ລວມ​ໝູ່​ແລະສະ​ຫະ​ກອນ​ຍັງມີ​ຂໍ້​ຈຳກັດຫຼາຍຢ່າງ; ການ​ປະ​ສານ​ງານ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ລັດ, ອົງ​ການ​ຈັດ​ຕັ້ງ​ການ​ເມືອງ - ສັງ​ຄົມ, ສະ​ມາ​ຄົມມະ​ຫາ​ຊົນ ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ລ​ວມ​ໝູ່​ແລະສະ​ຫະກອນ​ບໍ່​ແໜ້ນ​ແຟ້​ແຟ້ນ, ​ບໍ່​ມີ​ປະ​ສິດ​ທິ​ຜົນ.

ຄວາມ​ເຊື່ອ​ໝັ້ນ​ຂອງ​ສະ​ມາ​ຊິກ​ໃນ​ການດຳ​ເນີນ​ກິດຈະການແລະການພັດ​ທະ​ນາ​​ສະ​ຫະ​ກອນຍັງ​ບໍ່ທັນ​ສູງ. ​ສະ​ຫະ​ກອນ​ມັກ​ຈະ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ເຊື່ອມ​ຕໍ່​ທາງການຈຳໜ່າຍ​ຂາຍ​ຜະ​ລິດ​ຕະ​ພັນ. ການ​ບໍລິຫານ​ທຸລະ​ກິດ​ຍັງ​ມີ​ຄວາມ​ຈຳກັດ, ຍາກ​ໃນ​ການ​ເຂົ້າ​ເຖິງ​​ແຫຼ່ງ​ເງິນ​ທຶນ. ສະມາຊິກຜູ້​ບໍລິຫານ​​ສະຫະກອນ​ສ່ວນ​ຫຼາຍ​​ມີ​ອາຍຸ​ສູງ​ ແລະ​ຍາກ​ທີ່​ຈະ​ເຂົ້າ​ເຖິງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ ຕາມ​ທ່າ​ອ່ຽງ​ຂອງ​ການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີ 4 ​ທີ່​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ໃນ​ປະ​ຈຸ​ບັນ. ນອກ​ຈາກນີ້, ທັກ​ສະ​ການ​ຄຸ້ມ​ຄອງ​ຂອງ​ຄະນະ​ບໍ​ລິ​ຫານ​ສະ​ຫະ​ກອນ​ຂອງຫວຽດ​ນາມ ກໍ່​ຍັງ​ອ​ອ່ນ​ພໍ​ສົມ​ຄວນ.

ການບັງຄັບ​ໃຊ້​ກົດ​ໝາຍ​ວ່າ​ດ້ວຍ​ສະ​ຫະ​ກອນ​ປີ 2012 ​ໄດ້​ເຜີຍ​ໃຫ້​ເຫັນ​ເຖິງ​​ຫຼາຍບັນ​ຫາທີ່​ຈະຕ້ອງນ​ແກ້​ໄຂ. ຕົວ​ຢ່າງ​ເຊັ່ນ, ກົດ​ໝາຍ​ກຳນົດໂຄງສ້າງອົງການ​ຂອງ​ສະ​ຫະ​ກອນ ​ເຊິ່ງສະ​ມາ​ຊິກຂອງ​ຄະນະ​ບໍ​ລິ​ຫານ​ສາ​ມາດ​​ເຮັດ​ໜ້າ​ທີ່​ເປັນ​ຜູ້​ອຳ​ນວຍ​ການ; ສະມາຊິກອາດ​ຈະບໍ່ເຮັດທຸລະກໍາກັບສະຫະກອນ ແລະສະມາຊິກແຕ່ລະຄົນປະກອບສ່ວນບໍ່ເກີນ 20% ຂອງທຶນ​ຕາມ​ກຳ​ນົດ​ຂອງກົດ​ໝາຍ. ສະຫະກອນທຸລະກິດພາຍໃຕ້ກຸ່ມລວມ (ຕົວແບບ 1 ລະດັບ). ​ສາ​ມາດ​ເວົ້າ​ໄດ້​ວ່າ, ສິ່ງ​ເຫຼົ່າ​ນັ້ນ​ໄດ້ຮັດ​ແຄບ​ຂອບ​ເຂດ​ການເຄື່ອນ​ໄຫວ, ຈຳ​ກັດ​ທ່າ​ແຮງ​ຂອງ​​ສະ​ມາ​ຊິກ​​ໃນເວ​ລາ​ທີ່​ຢາກ​ເຂົ້າ​ຮ່ວມຫຼາຍ​ສະ​ຫະ​ກອນ ແລະ ບັນ​ດາ​ສະ​ຫະ​ກອນ​ຖືກຮັດ​ແຄບ​ໃນ​ຂອບ​ເຂດການ​ເຄື່ອນ​ໄຫວ​​ເອກະ​ເທດແລະກິດຈະກຳເອ​ກະ​ລາດ, ບໍ່ຄ່ອຍໄດ້ມີໂອກາດເຊື່ອມໂຍງ ແລະ ເປີດກວ້າງການເຄື່ອນໄຫວຕາມໜ້າທີ່ ແລະ ວຽກງານ.

2 - ​ເພື່ອສືບ​ຕໍ່​ພັດ​ທະ​ນາ​ເສດ​ຖະ​ກິດ​ລວມໝູ່​ແລະ
ສະ​ຫະ​ກອນ​ຫວຽດ​ນາມ ໃຫ້​ເຂັ້ມ​ແຂງ​ຕໍ່​ໄປ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ການພັດ​ທະ​ນາເສະ​ຖະ​ກິດ​ລວມ​ໝູ່ ​ແລະ ສະ​ຫະ​ກອນ ​ແມ່ນ​ທ່າ​ອຽງ​ລວມ​ຂອງ​ພື້ນ​ຖານ​ຜະ​ລິດ​ສິນ​ຄ້າ, ແມ່ນຄວາມຕ້ອງການພາວະ​ວິ​ໄສ​ໃນຄວາມເປັນຈິງຂອງຊີວິດສັງຄົມ. ມະ​ຕິ​ກອງ​ປະ​ຊຸມຄົບ​ຄະນະ​ຄັ້ງທີ 5 ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກສະ​ໄໝ​ທີ 9, ບັນ​ດາ​ຂໍ້​ຕົກ​ລົງ​ຂອງ​ກົມ​ການ​ເມືອງ, ກົດ​ໝາຍ​ວ່າ​ດ້ວຍ​ສະ​ຫະ​ກອນ​ ທີ່​ໄດ້​ກຳ​ນົດວ່າ ​​ເສ​ດ​ຖະ​ກິດ​ຂອງ​ລັດ​ ພ້ອມ​ກັບ​ເສດ​ຖະ​ກິດ​ລວມ​ໝູ່​ ນັບ​ມື້​ກາຍ​ເປັນ​ພື້ນ​ຖານ​ອັນໜັກ​ແໜ້ນ​ຂອງລະບົບ​ເສດ​ຖະ​ກິດ​ແຫ່ງ​ຊາດ. ແລະ, ຍຸດ​ທະ​ສາດການ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ 10 ປີ 2021-2030 ທີ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ຢືນ​ຢັນ​ວ່າ: “ປ່ຽນ​ແປງ​ໃໝ່, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການເຄື່ອນ​ໄຫວ​ຂອງບັນ​ດາ​ອົງ​ການ​ຈັດ​ຕັ້ງ​ເສດ​ຖະ​ກິດ​ລວມ​ໝູ່, ສະ​ຫະ​ກອນ ​ໂດຍ​ຕິດ​ພັນ​ກັບ​ການ​ເສີມ​ຂະ​ຫຍາຍ ​ພາ​ລະ​ບົດ​ບາດ​ເປັນ​ເຈົ້າ​ຂອງ, ເພີ່ມ​ທະ​ວີ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ສະ​ມາ​ຊິກ, ຍົກ​ສູງ​ຄວາມ​ສາ​ມາດລະ​ດົມ​ຊັບພະຍາກອນ”.

ສະພາບ​ການ​ໃໝ່​ພວມ​ສ້າງ​ກາລະ​ໂອກາດ ​ແລະ ​ກໍ່​ໃຫ້​ເກີດ​ຄວາມ​ທ້າ​ທາຍ​ຫຼາຍ​ຢ່າງຕໍ່ການ​ພັດທະນາ​ເສດຖະກິດ​ລວມໝູ່ ​ແລະ ສະຫະ​ກອນ. ເພື່ອ​ບັນລຸ​ເປົ້າ​ໝາຍ​ທີ່​ກຳນົດ​ໃນ​ຍຸດ​ທະ​ສາດການ​ພັດທະນາ​ເສດຖະກິດ​ລວມໝູ່​ແລະສະຫະກອນ​ໃນ​ໄລຍະປີ 2021-2030, ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ກຸ່ມວິ​ທີ​ແກ້​ໄຂບັນຫາ​ຕໍ່​ໄປ​ນີ້​ຈະ​ໄດ້​ດຳ​ເນີນຄື:

ທີໜຶ່ງ, ກ່ຽວກັບວິໄສທັດ

ກຳ​ນົດ​ເສດ​ຖະ​ກິດ​ລວມ​ໝູ່ເຊິ່ງ​ແກນ​ກາງ​ແມ່ນ​ສະ​ຫະ​ກອນ, ແມ່ນ​​ພາກ​ສ່ວນ​ເສດ​ຖະ​ກິດໜຶ່ງ​ທີ່​ສຳ​ຄັນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຕະຫຼາດ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ​ ຢູ່ຫວຽດ​ນາມ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ໄດ້​ອະ​ນຸ​ມັດ​ຍຸດ​ທະ​ສາດການ​ພັດ​ທະ​ນາ​ເສດ​ຖະ​ກິດ​ລ​ວມ​ໝູ່ ​ແລະສະ​ຫະ​ກອນ​ໄລ​ຍະປີ 2021-2030. ນີ້​​ແມ່ນ​ຍຸດ​ທະ​ສາດການ​ພັດ​ທະ​ນາ​ທຳ​ອິດ​ຂອງ​ພາກ​ເສດ​ຖະ​ກິດ​ລວມ​ໝູ່​ແລະສະ​ຫະ​ກອນ, ໃນ​ນັ້ນ​ ວາງ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່​​ໃຫ້​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຂື່ອນ, ມີປະ​ສິດ​ທິ​ຜົນ, ໝັ້ນ​ຄົງ​ ເປັນ​ພາກ​ສ່ວນ​ສຳ​ຄັນ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ ​ດ້ວຍຕົວ​ແບບ​ເຊື່ອມ​ໂຍງ​ແລະຮ່ວມ​ມື​ຈຳ​ນວນຫຼາຍ ບົນ​ພື້ນ​ຖານ​ເຄົາ​ລົບ​ທາດ​ແທ້ ຄຸນ​ຄ່າ ແລະ ຫຼັກ​ການ​ຂອງ​ເສດ​ຖະ​ກິດ​ລວມ​ໝູ່, ດຶງ​ດູດ​ຊາວ​ກະ​ສີກ​ອນ, ຄອບ​ຄົວ​ເສດ​ຖະ​ກິດ, ບຸກ​ຄົນ ແລະ ​ອົງ​ການ​ຈັດ​ຕັ້ງ​ ເຂົ້າ​ຮ່ວມ​ໃນ​ເສດ​ຖະ​ກິດ​​ລວມໝູ່ແລະສະ​ຫະກອນ; ປັບປຸງລາຍ​ໄດ້ ແລະ ຄຸນ​ນະ​ພາບ​ຊີ​ວິດ ​ຂອງ​​ສະ​ມາ​ຊິກ​ຢ່າງ​ຕໍ່​ເນື່ອງ, ປ​ະ​ກອບ​ສ່ວນ​ປະ​ຕິ​ບັດ​ຄວາມ​ກ້າວ​ໜ້າ ຄວາມສະ​ເໝີ​ພາບ​ທາງ​ສັງ​ຄົມ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ປະ​ເທດ​ຢ່າງໄວ​ແລະຍືນ​ຍົງ​. ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່​ຢ່າງ​ໄວແລະຍືນ​ຍົງ, ຮັບ​ປະ​ກັນຫຼັກ​ການ​ສະ​ໝັກ​ໃຈ, ເລີ່ມ​ຈາກ​ຄວາ​ມ​ຮຽກ​ຮ້ອງ​ຕ້ອງ​ການ, ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ ແລະ ອົງ​ການ​ຈັດ​ຕັ້ງ​ທີ່​ເຂົ້າ​ຮ່ວມ​ ດ້ວຍຫຼາຍ​ຮູບ​ການ​ເຊື່ອມ​ໂຍງຮ່ວມ​ມື​ທີ່ຫຼາກ​ຫຼາຍ, ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ແລະ​ທ່າ​ແຮງ​ຂອງບັນ​ດາ​ພາກ​ ​ເຂດ​ໃນ​ປະ​ເທດ; ພັດ​ທະ​ນາ​ຢ່າງ​ກົມ​ກຽວ​ລະ​ຫວ່າງ​ເສດ​ຖະ​ກິດ ​ກັບ​ວັດ​ທະ​ນະ​ທຳ, ສັງ​ຄົມ, ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ເໝາະ​ສົມ​ກັບ​ການ​ປ່ຽນ​ແປງ​ສະພາບດິນ​ຟ້າ​ອາ​ກາດ; ເໝາະ​ສົມ​ກັບ​ເງື່ອນ​ໄຂ, ຈຸ​ດ​ພິ​ເສດ ​ແລະ ເປົ້າ​ໝາຍ​ການພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ ແລະ ຂອງ​ທົ່ວ​ປະ​ເທດ.

ທິດ​ທາງ​ທົ່ວ​ໄປ​ຂອງ​ຍຸດ​ທະ​ສາດ​ແມ່ນ ສົ່ງ​ເສີມ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່​ໃນ​ບັນ​ດາ​ຂະ​ແໜງ​ການ ອາ​ຊີບ ຂົງ​ເຂດ ພາກ​ພື້ນ ຂອບ​ເຂດ​ຂອງ​ປະ​ເທດ, ບຸລິ​ມະ​ສິດ​ການກໍ່​ສ້າງ​ບັນ​ດາ​ຕົວ​ແບບ​ສະ​ຫະ​ກອນ​ທີ່​ຕິດ​ພັນ​ກັບລະບົບ​ຕ່ອງ​ໂສ້​ຄຸນ​ຄ່າ, ຕິດ​ກັບ​ຜະ​ລິດ​ຕະ​ພັນ​ຕົ້ນ​ຕໍ່​ຂອງ​ຊາດ, ທ້ອງ​ຖິ່ນ, ໂຄງ​ການ OCOP...; ຂະຫຍາຍ​ສະ​ມາ​ຊິກ. ສະ​ກະ​ກອນ​ສຸມ​ໃສ່​ພັດ​ທະ​ນາ ແລ​ະ ສະ​ໜອງ​ບັນ​ດາ​ການ​ບໍ​ລິ​ການ​ຮັບ​ໃຊ້​ສະ​ມາ​ຊິກ, ສ້າງ​ຕັ້ງ​ເປັນຕ່ອງ​ໂສ້ຄຸນ​ຄ່າ ຕັ້ງ​ແຕ່ການຜະລິດໄປສູ່ການປຸງແຕ່ງແລະການບໍລິໂພກ; ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ ຂອງ​ສະ​ມາ​ຊິກ. ສູ້​ຊົນ​ເຖິງ​ປີ 2030, ທົ່ວ​ປະ​ເທດ​ມີ​ໜ່ວຍ​ຮ່ວມ​ມື 140.000 ແຫ່ງ ດ້ວຍ​ສະ​ມາ​ຊິກ​ 2 ລ້ານ​ຄົນ, ມີສະ​ຫະ​ກອນ​ 45.000 ​ແຫ່ງ​ ດ້ວຍສະ​ມາ​ຊິກ 8 ລ້ານ​ຄົນ. ສະ​ຫະ​ພັນ​ສະ​ຫະ​ກອນ​ມີ 340 ແຫ່ງ​ ດ້ວຍ​ສະ​ຫະ​ກອນ​ສະ​ມາ​ຊິກ 1.700 ແຫ່ງ.

ເພື່ອ​ປະ​ຕິ​ບັດ​ບັນດາ​ເປົ້າ​ໝາຍ​ດັ່ງ​ກ່າວ, ຕ້ອງ​​ສືບ​ຕໍ່​ກວດ​ກາ​ຄືນ​ໃໝ່ ​ແລະ ຄົ້ນ​ຄວ້າ ປັບ​ປຸງ​ບູ​ລະ​ນະ​ກົນ​ໄກ, ນະ​ໂຍ​ບາຍ ​ກ່ຽວ​ກັບ​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່​ແລະສະ​ຫະ​ກອນ​ ແນ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່ຢ່າງ​ໄວແລະຍືນ​ຍົງ, ຮັບ​ປະ​ກັນຫຼັກ​ການ​ສະ​ໝັກ​ໃຈ, ເລີ່ມ​ແຕ່​ຄວາມ​ຮຽ​ກຮ້ອງ​ຕ້ອງ​ການ, ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ ແລະ ອົງ​ການ​ຈັດ​ຕັ້ງ​ທີ່​ເຂົ້າ​ຮ່ວມ ​ດ້ວຍຫຼາຍ​ຮູບ​ການ​ເຊື່ອ​ມ​​ໂຍງ​ແລະຮ່ວມ​ມື​ທີ່ຫຼາກຫຼາຍ, ເສີມ​ຂະ​ຫຍາຍຄວາມ​ສາ​ມາດ​ແລະ​ທ່າ​ດີ​ຂອງ​ບັນ​ດາ​ຂອບ​ເຂດ, ພາກ​ພື້ນ. ກວດ​ກາ​ຄືນ​ໃໝ່ ​ແລະປັບ​ປຸງ​ບູ​ລະ​ນະ ​ເອ​ກະ​ສານທາງກົດ​ໝາຍ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກອຸປະ​ສັກຢ່າງ​ທັນ​ການ, ສ້າງ​ເງື່ອນ​ໄຂ​​ໃຫ້​ເສ​ດ​ຖະ​ກິດ​ລວມ​ໝູ່​ແລະສະ​ຫະ​ກອນ​ພັດ​ທະ​ນາຢ່າງ​ຍືນ​ຍົງ​, ເໝາ​ະ​ສົມ​ກັບ​ສະ​ພາບ​ການ​ຕົວ​ຈິງຂອງຫວຽດ​ນາມ ໃນ​ແຕ່​ລະ​ໄລ​ຍະການ​ພັດ​ທະ​ນາ. ມີ​ນະ​ໂຍ​ບາຍ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ຕົວ​ແບບ​ສະ​ຫະ​ກອນ ຢູ່​ບັນ​ດາ​ແຂວງ​ພູ​ດອຍ​ ທີ່​ມີ​ປະ​ຊາ​ຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ອາ​ໄສ​ຢູ່. ຄົ້ນ​ຄວ້າ ​ແລະ ສະ​ເໜີ​ວິທີ​ແກ້​ໄຂ​ໃນ​ການ​ປັບປຸງ​ລະບຽບ​ການ​ທີ່​ບໍ່​ເໝາະ​ສົມ​ໃນ​ກົດໝາຍ​ວ່າ​ດ້ວຍ​ສະຫະກອນ​ປີ 2012 ຕາມ​ທິດ​ທາງ​ຫຼຸ​ດຄວາມສັບສົນ​ຂອງ​ຂັ້ນ​ຕອນ​ການ​ບໍ​ລິ​ຫານ​ໃນ​ການ​ຈັດ​ຕັ້ງ, ການ​ລົງທະ​ບຽນ ແລະ ການຍຸບ​ສະ​ຫະ​ກອນ…

​ໃນ​ອະນາຄົດ​ອັນ​ໃກ້​ນີ້, ໃນ​ໄລ​ຍະປີ 2020-2025, ​ແຕ່ລະ​ປີ​ຈະ​ສ້າງ​ຮູບ​ແບບ​ສະຫະກອນ 300-500 ​ແຫ່ງ​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ການຜະ​ລິດ​ຕິດ​ພັນ​ກັບ​ຕ່ອງ​​ໂສ້​ຄຸນ​ຄ່າ​ຜະ​ລິດ​ຕະ​ພັນ​ຕົ້ນ​ຕໍ່ຂອງ​ຊາດ, ພາກ​ພື້ນ, ທ້ອງ​ຖິ່ນ; ອັດ​ຕາ​ສ່ວນ​ສະ​ຫະ​ກອນ​ເຄື່ອນ​ໄຫວ​ມີ​ປະ​ສິດ​ທິ​ຜົນ​ໃນ​ຂົງ​ເຂດ​ກະ​ສິ​ກຳ​ບັນ​ລຸ​ 70%, ໃນ​ຂົງ​ເຂດນອກ​ກະ​ສິ​ກຳ​ບັນ​ລຸ​ 80%; ອັດຕາ​ສ່ວນການປະກອບສ່ວນເຂົ້າໃນ GRDP ຂອງ​ທ້ອງ​ຖິ່ນ ແລະ ຈີ​ດີ​ພີ ຂອງ​ທົ່ວ​ປະ​ເທດ​​ແມ່ນ 5% ຫຼື​ຫຼາຍ​ກວ່າ;…. ຮອດ​ທ້າຍ​ປີ 2025, ຈະ​ສ້າງ​ຕັ້ງ​ອົງການ​ເສດຖະກິດ​ລວມໝູ່​ໃໝ່ 10.000 ແຫ່ງ, ລວມມີ​ສະ​ຫະ​ກອນ, ສະ​ຫະ​ພັນ​ສະ​ຫະ​ກອນ, ໜ່ວຍຮວມມື; ດຶງ​ດູດ​ສະ​ມາ​ຊິກ​ເຂົ້າ​ຮ່ວມ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ເສດ​ຖະ​ກິດ​ລວມ​ໝູ່​ ​ໄດ້ປະ​ມານ 8 ລ້ານ​ຄົນ. ໃນ​ນັ້ນ, ກໍ່​ສ້າງ​ຕົວ​ແບບ​​ເສດ​ຖະ​ກິດ​ລວມ​ໝູ່​ທີ່​ນຳໃຊ້​ເຕັກ​ໂນ​ໂລ​ຊີສູງ, ມີ​ຜະ​ລິດ​ຕະ​ພັນ​ທີ່​ຕິດ​ພັນ​ກັບລະບົບ​ຕ່ອງ​ໂສ້​ຄຸນ​ຄ່າ, ພັດ​ທະ​ນາ​ແບບ​ຍືນ​ຍົງ​ 3.000 ຕົວ​ແບບ.

ທີສອງ, ກ່ຽວ​ກັບ​ຊັບພະຍາກອນ​ການລົງທຶນ ແລະ ການພັດທະນາ

ນຳ​ໃຊ້​ງົບປະມານ​ຂອງ​ລັດທີ່​ລົງ​​ທຶນ​ສະໜັບສະໜູນ​ການ​ພັດທະນາ​ສະຫະກອນຢ່າງ​ມີ​ປະສິດທິ​ຜົນ; ຄົ້ນ​ຄວ້າ ​ແລະ ສະ​ເໜີການ​ປ່ຽນ​ແປງ​ໃໝ່​ຕົວ​ແບບກອງ​ທຶນ​ຊ່ວຍ​ເຫຼືອ​ການ​ພັດ​ທະ​ນາ​ສະ​ຫະ​ກອນ ຂອງ​ສະ​ຫະ​ພັນ​ສະ​ຫະ​ກອນຫວຽດ​ນາມ ເພື່ອ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ລະ​ດົມ​ແຫຼ່ງ​ພະ​ລັງ​​ຈາກ​ຕະຫຼາດ. ທ້ອງ​ຖິ່ນ​ພິ​ຈາ​ລະ​ນາ​ຈັດ​ເງິນທຶນ​ເພີ່ມ​ເຕີມ​ ໃຫ້​ແກ່​ກອງ​ທຶນ​ສະໜັບສະໜູນ​ການ​ພັດ​ທະ​ນາ​ສະ​ຫະ​ກອນທ້ອງ​ຖິ່ນ, ສ້າງ​ເງື່ອນ​ໄຂ​ຊ່ວຍ​ເຫຼືອ​ສະ​ຫະ​ກອນ​ກູ້​​ເງິນ​ເພື່ອ​ພັດ​ທະ​ນາ​ການ​ຜະ​ລິດ ທຸ​ລະ​ກິດ​ຕາມ​ກຳ​ນົດ. ລະ​ດົມ​ທຸກ​ແຫຼ່ງ​ພະ​ລັງ​ເພື່ອການ​ພັດ​ທະ​ນາ​ສະ​ຫະ​ກອນ. ບຸລິ​ມະ​ສິດ​ຈັດ​ຕັ້ງ​ບັນ​ດາ​ແຫຼ່ງ​ພະ​ລັງ​ເພື່ອ​ຊ່ວຍ​ເຫຼືອ ສົ່ງ​ເສີມ ສ້າງ​ເງື່ອນ​ໄຂ ​ໃຫ້​​ບັນ​ດາ​ສະ​ຫະ​ກອນ​ເຂົ້າ​ຮ່ວມ​ເຊື່ອມ​ໂຍງ​ການ​ຜະ​ລິດ​ຕາມຕ່ອງ​ໂສ້​ຄຸນ​ຄ່າ ແລະ ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ ​ເຂົ້າ​ໃນ​ການ​ຜະ​ລິດ, ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ເຊື່ອມ​ໂຍງ​ລະ​ຫວ່າງວິ​ສາ​ຫະ​ກິດ ແລະ ສະ​ຫະ​ກອນ​ຕາມ​ສັນ​ຍາ.

ບຸລິ​ມະ​ສິດ​​ລົງ​ທຶນໃຫ້​ແກ່​ການເຄື່ອນ​ໄຫວ​ປຸງ​ແຕ່ງ, ​ເກັບ​ຮັກ​ສາ​ຜະ​ລິດ​ຕະ​ພັນ​ກະ​ເສດ​ພາຍຫຼັງ​ການ​ເກັບ​ກ່ຽວ​ ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ. ​ສ້າງ​ຕົວ​ແບບ​ຈຸດ​ສຸມ​ຈຳ​ນວນ​ໜຶ່ງທີ່​ມີ​ລັກ​ສະ​ນະ​ບຸກ​ທະ​ລຸ ​ເພື່ອຈະ​ຂະ​ຫຍາຍອອກ. ຍູ້​ແຮງ​ການ​ໜູນ​ຊ່ວຍ​ສ້າງ​ຮູບ​ແບບ​ສະຫະກອນ, ໜ່ວຍຮ່ວມ​ມື​ທີ່ເຊື່ອມ​ໂຍງ​ການ​ຜະລິດ, ການປຸງ​ແຕ່ງ ແລະ ການ​ບໍລິ​ໂພ​ກຜະລິດ​ຕະພັນ​ກະສິກຳ, ປ່າ​ໄມ້ ​ແລະ ການ​ປະມົງ​ຕາມ​ລະບົບ​ຕ່ອງ​ໂສ້​ຄຸນ​ຄ່າ ​ແລະ ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງ ​ຢູ່​ບັນ​ດາ​​ເຂດ​ຜະ​ລິດ​ສິນ​ຄ້າ​ລວມ​ສູນ; ບັນ​ດາ​ຕາ​ແສງ​ທີ່​ມີ​ຜະ​ລິດ​ຕະ​ພັນ​ຕົ້ນ​ຕໍ່​ ທີ່​ມີ​ທ່າ​ແຮງ​ແຂ່ງ​ຂັນ ​ຕາມ​ໂຄງ​ການ OCOP. ການຮ່ວມ​ມື​ແລະເຊື່ອນ​ຕໍ່​ການ​ຜະ​ລິດ​ຕາມຕ່ອງ​ໂສ້​ໃນ​ກະ​ສິ​ກຳ ແລະ ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ເຂົ້າ​ໃນ​ການ​ຜະ​ລິດ ເປັນ​ມາດ​ຕະ​ການ​ສຳ​ຄັນ​ອັນ​ໜຶ່ງ​ ຂອງ​ໂຄງ​ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ການ​ກະ​ສິ​ກຳ​ຄືນ​ໃໝ່​ຕາມ​ທິດ​ຍົກ​ສູງ​ມູນ​ຄ່າ​ເພີ່ມ​ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ. ຕົວ​ແບບ​ເສດ​ຖະ​ກິດ​ຮ່ວມ​ມື​ແລະສະ​ຫະ​ກອນ ​ສົມຄວນ​​ເປັນ​ທາງ​ເລືອກ​ທີ່​ເໝາະ​ສົມສຳລັບ​​ຄົວ​ເຮືອນ​ແລະບຸກຄົນ ​ໃນ​ການ​ເຊື່ອມ​ໂຍງ​ການ​ຜະລິດ​ທີ່​ຕິດ​ພັນ​ກັບ​ການ​ບໍລິ​ໂພ​ກຕາມ​ຕ່ອງ​ໂສ້, ການ​ເພີ່ມ​ມູນ​ຄ່າ ​ແລະ ການ​ພັດທະນາ​ທີ່​ຍືນ​ຍົງ.

ທີສາມ, ກ່ຽວກັບການຈັດຕັ້ງລະບົບ ແລະ ກົນໄກເຄື່ອນໄຫວ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ຜະ​ລິດ ທຸ​ລະ​ກິດ, ຍົກ​ສູງ​ຄວາມ​ສາ​ມາດ​ແຂ່ງ​ຂັນ ​ແລະ ປະ​ສິດ​ທິ​ຜົນການ​ເຄື່ອນ​ໄຫວ​ຂອງ​ເສດ​ຖະ​ກິດ​ລ​ວມ​ໝູ່ ​ແລະ ສະ​ຫະ​ກອນ. ເສີມ​ຂະ​ຫຍາຍ​ພາ​ລະ​ບົດ​ບາດ​ເປັນ​ເຈົ້າ​ດ້ວຍ​ຕົນ​ເອງ, ມີ​ຄວາມ​ຮັບ​ຜິດ​ຊອບ​ດ້ວຍ​ຕົນ​ເອງ, ປັກ​ປັກ​ຮັກ​ສາ​ຜົນປະ​ໂຫຍດ​ຂອງ​ສະ​ມາ​ຊິກ​​ສະ​ຫະ​ກອນ; ຂົນ​ຂວາຍ​ສະ​ຫະ​ກອນ​ດຶງ​ດູດ​ສະ​ມາ​ຊິກ​ໃໝ່​ຕື່ມ​ອີກ; ເອົາ​ໃຈ​ໃສ່​ພັດ​ທະ​ນາ​ທັງ​ສະ​ຫະ​ກອນ​ກະ​ສິ​ກຳ ແລະ ສະຫະກອນ​ນອກ​ກະ​ສິ​ກຳ; ແກ້​ໄຂອຸປະສັກ​ແລະສິ່ງ​ກີດ​ຂວາງ ​ແນ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ​ລະ​ດົມ ແລະ ເຂົ້າ​ເຖິງ​ຊັບພະຍາກອນສຳລັບ​​ສະ​ຫະ​ກອນ. ສືບ​ຕໍ່​ສຸມ​ໃສ່​ປະ​ຕິ​ບັດບັນ​ດາ​ໜ້າ​ທີ່ ​ແລະ ມາດ​ຕະ​ການພັດທະນາສະ​ຫະ​ກອນ​ກະ​ສິ​ກຳ ຕາມ​ແຜນ​ການ​ປ່ຽນ​ແປງ​ໃໝ່ ແລະ ພັດ​ທະ​ນາບັນ​ດາ​ຕົວ​ແບບ​ການ​ຈັດ​ຕັ້ງ​ເສດ​ຖະ​ກິດ​ຮ່ວມ​ມື​ໃນ​ກຳ​ສິ​ກຳ. ຊ່ວຍ​ເຫຼືອ​ສ້າງ​ຕັ້ງ​ໃໝ່ບັ​ນ​ດາ​ສະ​ຫະ​ກອນ​ກະ​ສິ​ກຳ, ໃນ​ນັ້ນ​ ເອົາ​ໃຈ​ໃສ່​ພັດ​ທະ​ນາ​ສະ​ຫະ​ກອ​ນ​ຜະ​ລິດ​ແລະຈຳ​ໜ່າຍ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຕົ້ນ​ຕໍ່ ທີ່​ມີ​ທ່າ​ແຮງ​ຂອງ​ທ້ອງ​ຖິ່ນ​ ເພື່ອ​ເຊື່ອມ​ໂຍງການ​ຜະ​ລິດ ແລະ ການຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ. ຍູ້​ແຮງ​ຄວາມ​ເຄືອບ​ໜ້າ​ພັດ​ທະ​ນາ​ບັນ​ດາ​ສະ​ຫະ​ກອນ​ກະ​ສິ​ກຳ​ທີ່​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ. ສືບ​ຕໍ່​ຫັນ​ເປັນຫຼາຍ​ຮູບຫຼາຍ​ແບບ​ກ່ຽວ​ກັບ​ປະ​ເພດ, ຮູບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂະ​ແໜງ​ການ ອາ​ຊີບ ຂົງ​ເຂດ ພາກ​ສ່ວນ​ເສດ​ຖະ​ກິດ ແລະ ຂົງ​ເຂດ, ເປັນ​ຕົ້ນ​ແມ່ນ​ພາກກະ​ສິ​ກຳ ຊາວກະສິກອນ ແລະ ຊົນ​ນະ​ບົດ, ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ. ພ້ອມ​ກັນ​ນັ້ນ, ສ້າງ​ເງື່ອນ​ໄຂ​ທີ່​ເອື້ອ​ອຳກ່ຽວ​ກັບ​ກົນ​ໄກ​ ແນ​ໃສ່​ຊຸກ​ຍູ້​ການ​ຜະ​ລິດ​ຕິດ​ກັບ​ຕ່ອງ​ໂສ້​ຄຸ​ຄ່າ, ປັບ​ປຸງ​ແລະຈັດ​ຕັ້ງ​ຄືນ​ໃໝ່​ການເຄື່ອນ​ໄຫວ​ຂອງບັນ​ດາ​ສະ​ຫະ​ກອນ​ທີ່​ຢຸດ​ການ​ເຄື່ອນ​ໄຫວ ຫຼື ເຄື່ອນ​ໄຫວ​ປະ​ສິດ​ທິ​ຜົນ​ຕ່ຳ​ທີ່​ແກ່​ຍາວບໍ່​ມີ​ຄວາມ​ສາ​ມາດ​ປັບ​ປຸງ, ຈັດ​ຕັ້ງ​ຄືນ​ໃໝ່. ສົ່ງ​ເສີມ​ການເປີດກວ້າງ​ຂະ​ໜາດ, ຈຳ​ນວນ​ສະ​ມາ​ຊິກ, ອັດ​ຕາ​ສ່ວນ​ປະ​ກອນ​ສ່ວນທຶນຂອງ​ສະ​ມາ​ຊິກ, ຊັບ​ສິນ​ຮ່ວມ​ກັນ​ທີ່ບໍ່​ໄດ້​ແບ່ງ​ປັນ.

ເສີມ​ຂະ​ຫຍາຍ​ພາ​ລະ​ບົດ​ບາດ​ເປັນ​ເຈົ້າ​ດ້ວຍ​ຕົນ​ເອງ, ມີ​ຄວາມ​ຮັບ​ຜິດ​ຊອບ​ດ້ວຍ​ຕົນ​ເອງ, ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງ​ສະ​ມາ​ຊິກ​​ສະ​ຫະ​ກອນ; ເອົາ​ໃຈ​ໃສ່​ພັດ​ທະ​ນາ​ທັງ​ສະ​ຫະ​ກອນ​ກະ​ສິ​ກຳ ແລະ ສະຫະກອນ​ນອກກະ​ສິ​ກຳ; ແກ້​ໄຂ​ອຸປະສັກ​ແລະຂໍ້​ກຳ​ນົດ​ແນ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ​ລະ​ດົມ ແລະ ເຂົ້າ​ເຖິງ​ແຫຼ່ງຊັບພະຍາກອນ​ສຳລັບບັນ​ດາ​ສະ​ຫະກອນ. ສ້າງ​ເງື່ອນ​ໄຂ​ໃຫ້​ສະຫະກອນ​ເຂົ້າ​ຮ່ວມ​ການ​ປະຕິບັດ​ບັນດາ​ໂຄງການ ​ແລະ ພັດທະນາ​ເສດຖະກິດ-ສັງຄົມ​ຢູ່​ທ້ອງ​ຖິ່ນ. ກໍ່​ສ້າງ​ຕົວ​ແບບ​ສະ​ຫະ​ກອນ ແລະ ສະຫຼຸບ​ຕົວ​ແບບ​ສະ​ຫະ​ກອນທີ່​ເຄື່ອນ​ໄຫວ​ມີ​ປະ​ສິດ​ທິ​ຜົນ, ເຊື່ອມ​ໂຍງ​ການ​ຜະ​ລິດ ​ແລະ ການຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ຕາມຕ່ອງ​ໂສ້​ຄຸນ​ຄ່າ, ໂຄງ​ການ OCOP; ຕົວ​ແບບ​ສະ​ຫະ​ກອ​ນ​ລະດັບ​ແຂວງ, ​ພາກ​ພື້ນ ​ແລະ ລະດັບ​ຊາດ​ຕາມ​ຂະ​ແໜງ​ການສິນຄ້າ.

ກໍ່​ສ້າງ ແລະ ສະຫຼຸບ​ຕົວ​ແບບ​ສະ​ຫະ​ກອນ​ທີ່​ເຄື່ອນ​ໄຫວ​ມີ​ປະ​ສິດ​ທິ​ຜົນ, ເຊື່ອມ​ໂຍງ​ການ​ຜະ​ລິດ, ການຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ຕາມຕ່ອງ​ໂສ້ຄຸນ​ຄ່າ ​ແນ​ໃສ່​ຮັກ​ສາ​ສິ່ງ​ແວດ​ລ້ອມ, ສ້າງວຽກ​ເຮັດ​ງານ​ທຳ ແລະ ຍົກ​ສູງ​ຊີ​ວິດ, ລາຍ​ໄດ້​ໃຫ້​ແກ່​ສະ​ມາ​ຊິກ. ສົ່ງ​ເສີມ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ເສດ​ຖະ​ກິດ​ລວມ​ໝູ່ ​ແລະ ສະ​ຫະ​ກອນ​ ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳຄັ້ງທີ​ສີ່, ປະ​ຕິ​ບັດ​ການ​ຫັນ​ເປັນ​ດິຈີ​ຕອນ​​ເທື່ອ​ລະ​ກ້າວ ​ແນ​ໃສ່​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຕະຫຼາດ; ພ້ອມ​ກັນ​ນັ້ນ ​ເອົາ​ໃຈ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ການ​ບໍ​ລິ​ການ ​ແລະ ຜະ​ລິດ​ຕະ​ພັນ ​ເພື່ອກໍ່​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ທີ່​ມີ​ອິດ​ທິ​ພົນ​ໃນ​ຕະຫຼາດ… ພິ​ເສດ, ຈຳ​ເປັນຕ້ອງ​​ພັດ​ທະ​ນາ​ເສດ​ຖະ​ກິດ​ລ​ວ​ມ​ໝູ່​​ໃຫ້​ເໝາະ​ສົມ​ກັບ​ກົດ​ເກນ​ພາ​ວະ​ວິ​ໃສ; ອີງ​ໃສ່ວິ​ທະ​ຍາ​ສາດ​-ເຕັກ​ໂນ​ໂລ​ຊີເປັນ​ຕົ້ນ, ປ່ຽນ​ແປງ​ໃໝ່​​ປະ​ດິດ​ສ້າງ ແລະ ຫັນ​ປ່ຽນ​ດິຈີ​ຕອນ, ທ່າ​ອຽງ​ການພັດ​ທະ​ນາ ແລະ ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ​ສີ່. ຈຳ​ເປັນຕ້ອງ​ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ລະ​ຫວ່າງ​ບັນ​ດາ​ສະ​ຫະ​ກອນ, ສ້າງ​ຕັ້ງ​ບັນ​ດາ​ສະ​ມາ​ຄົມ, ສະ​ຫະ​ພັນ​ສະ​ຫະ​ກອນ. ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່​ຕາມ​ທິດ​ຕິດ​ພັນ​ການ​ຜະ​ລິດທຸ​ລະ​ກິດ​ ກັບຕ່ອງ​ໂສ້​ຄຸນຄ່າ​ຜະ​ລິດ​ຕະ​ພັນ ແລະ ປະ​ກອບ​ສ່ວນ​ຢ່າງ​ແທ້​ຈິງ​ ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ຮັກ​ສາ​ສິ່ງ​ແວດ​ລ້ອມ, ກໍ່​ສ້າງ​ຊຸມ​ຊົນທີ່​ສະ​ໜິດ​ສະ​ໜົມ ​ແລະ ອາລະຍະ​ທຳ, ພິ​ເສດ​ແມ່ນ​ ຢູ່​ເຂດ​ຊົນ​ນະ​ບົດ.

ທີສີ່, ການພັດທະນາ​ຊັບພະຍາກອນ​ບຸກຄົນ ແລະ ການຄຸ້ມຄອງ.

ຈຳ​ເປັນຕ້ອງ​ກຳ​ນົດ​ຈະ​ແຈ້ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່ ​ແລະ ສະ​ຫະ​ກອນ​ແມ່ນ​ເນື້ອ​ໃນ​​ຂອງ​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃໝ່ ​ແລະ ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ສະ​ຫະ​ກອນ​ແມ່ນ​ການ​ເຊື່ອມ​ຕໍ່​ບັນ​ດາ​ຄອບ​ຄົວ​ຊາວ​ກະສິກອນ, ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່ ​ແລະ ສະ​ຫະ​ກອນ ​ໂດຍບໍ່​ເຮັດ​ໃຫ້​ພາ​ລະ​ບົດ​ບາດ​ຂອງ​ເສດ​ຖະ​ກິດ​ຄອບ​ຄົວ​ສູນເສຍ​ໄປ ​ແຕ່ຍັງ​ໄດ້​ຊ່ວຍ​ເຫຼືອ ​ແລະ ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງເສດ​ຖະ​ກິດ​ຄອບ​ຄົວ​ໃຫ້​ພັດ​ທະ​ນາ, ເປັນ​ເນື້ອ​ໃນ​ຂອງ​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃໝ່ ​ແລະ ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ຕາມນັ້ນ, ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ບໍ​ລິ​ຫານ​ການ​ຮ່ວມ​ມື​ສະ​ຫະ​ກອນ ​ຕາມ​ທິດ​ເປີ​ດ​ເຜີຍ ​ໂປ່ງ​ໃສ ໂດຍ​ຜ່ານ​ບັນ​ດາ​ນະ​ໂຍ​ບາຍ​ເອື້ອອຳນວຍຊ່ວຍ​ເຫຼືອ​ຂອງ​ລັດ; ປັບ​ປຸງ​ແລະຍົກ​ສູງ​ຄວາມ​ຮູ້, ຄວາມ​ສາ​ມາດ​ຄຸ້ມ​ຄອງ, ເສດ​ຖະ​ກິດ, ການ​ຄ້າ, ເຕັກ​ໂນ​ໂລ​ຊີ​ສູງ ​ໃຫ້​ແກ່​ສະ​ມາ​ຊິກ ​ແລະ ບັນ​ດາຜູ້​ທີ່​ເຂົ້າ​ຮ່ວມ​ເສດ​ຖະ​ກິດ​ລວມ​ໝູ່ ​ແລະ ສະ​ຫະ​ກອນ.

ພ້ອມ​ທັງເພີ່ມ​ທະ​ວີ​ການກໍ່​ສ້າງ, ປັບ​ປຸງ​ຄວາມ​ຮູ້ ​ແລະ ວິ​ຊາ​ສະ​ເພາະ ​ໃຫ້​ແກ່​ພະ​ນັກ​ງານ, ຂ້າ​ລາ​ຊະ​ກອນ ແລະ ຜູ້​ອອກ​ແຮງ​ງານ​ໃນ​ສະ​ຫະ​ກອນ, ເປັນ​ຕົ້ນ​ແມ່ນພະ​ນັກ​ງານ​ຄຸ້ມ​ຄອງ​ສະ​ຫະ​ກອນ ​ບົນ​ພື້ນ​ຖານ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ເຄື່ອນ​ໄຫວ. ປະ​ສານ​ການ​ເຊື່ອມ​ໂຍງ, ຮ່ວມ​ມືກໍ່​ສ້າງກັບ​ບັນ​ດາ​ໂຮງ​ຮຽນ ທີ່​ຂຶ້ນ​ກັນ​ສະ​ຫະ​ພັນ​ສະ​ຫະ​ກອນຫວຽດ​ນາມ ເພື່ອຝຶກ​ອົບຮົມ​ພະ​ນັກ​ງານ​ຄຸ້ມ​ຄອງ​ສະ​ຫະ​ກອນ ແລະ ບຳລຸງ​ສ້າງ​ສະ​ມາ​ຊິກ​ທີ່​ເໝາະ​ສົມ​ກັບ​ສະ​ພາບ​ການ​ໃໝ່. ສືບ​ຕໍ່​ປະ​ຕິບັດ​ນະ​ໂຍ​ບາຍສົ່ງ​ພະນັກງານ​ໜຸ່ມ​ທີ່ສຳ​ເລັດ​ການ​ສຶກສາ​ຈາກ​ມະຫາວິທະຍາ​ໄລ​ແລະວິທະຍາ​ໄລ​ ມາ​ເຮັດ​ວຽກທີ່​ສະຫະກອນ​ກະສິກຳ​​​ແລະ​ມີ​ທ້ອງ​ຖິ່ນເປັນ​ໄລຍະ​ເວລາທີ່​ແນ່ນອນ; ຈັດ​ຕັ້ງ​ການກໍ່​ສ້າງ, ການປັບ​ປຸງ, ການຝຶກ​ງານໃຫ້​ແກ່​ພະ​ນັກ​ງານ​ສະ​ຫະ​ກອນ ແລະ ພະ​ນັກ​ງານ​ບໍ​ລິ​ຫານ​ລັດ​ກ່ຽວ​ກັບ​ສະ​ຫະ​ກອນ. ປ່ຽນ​ແປງ​ໃໝ່ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ບຸກ​ຄະ​ລາ​ກອນ ​ແລະ ຄວາມ​ສາ​ມາດ​ເຄື່ອນ​ໄຫວ​ ເພື່ອ​ເຂົ້າ​ຮ່ວມຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ບັນ​ດາ​ໂຄງ​ການ, ການ​ບໍ​ລິ​ການ​ສາ​ທາ​ລະ​ນະ ແລະ ບາງ​ໜ້າ​ທີ່​ອື່ນ​ ໂດຍ​ລັດ​ຖະ​ບານ, ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນມອບ​ໃຫ້​ຕາມ​ກຳ​ນົດ​ຂອງ​ກົດ​ໝາຍ ແລະ ເໝາະ​ສົມ​ກັບ​ສະ​ພາບ​ການ​ຕົວ​ຈິງ.

ທີຫ້າ, ກ່ຽກກັບວຽກງານໂຄສະນາ ແລະ ການ​ໃຫ້ຄຳປຶກສາ.

ເພີ່ມ​ທະ​ວີ​ການໂຄ​ສະ​ນາ​ຍົກ​ສູງ​ຄວາມ​ຮູ້​ກ່ຽວ​ກັບ​ເສດ​ຖະ​ກິດ​ລວມ​ໝູ່ ​ແລະ ສະ​ຫະ​ກອນ. ເພື່ອ​ເຮັດເນື້ອ​ໃນ​ນີ້​ໃຫ້​ດີ​ ຈຳ​ເປັນຕ້ອງ​ສືບ​ຕໍ່​ຂົນ​ຂວາຍ, ໂຄ​ສະ​ນາ​ກ່ຽວ​ກັບ​ທີ່​ຕັ້ງ, ພາ​ລະ​ບົດ​ບາດ ແລະ ຄວາມ​ສຳ​ຄັນ ​ຂອງ​ສະ​ຫະ​ກອນ​ໃນ​ສະ​ຖາ​ນະ​ການ​ໃໝ່; ກຳ​ນົດ​ຈະ​ແຈ້ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່​ແລະສະ​ຫະ​ກອນ​ ແມ່ນ​ທ່າ​ອຽງ​ຈຳ​ເປັນ​ທີ່ຂາດ​ບໍ່​ໄດ້ ​ແລະ ຖື​ວ່າ​ນີ້​ເປັນ​ໜ້າ​ທີ່​ການ​ເມືອງທີ່​ສຳຄັນ​ ແລະ ​ເປັນ​ປະຈຳ​ຂອງ​ກະຊວງ, ຂ​ະ​ແໜງ​ການ, ທ້ອງ​ຖິ່ນ. ເພີ່ມ​ທະ​ວີ​ການ​ນຳ​ພາ, ຊີ້​ນຳ​ຂອງ​ຄະ​ນະ​ພັກ​ຂັ້ນ​ຕ່າງໆ; ຍົກ​ສູງ​ຜົນ​ປະສິດທິພາບ​ການ​ຄຸ້ມ​ຄອງຂອງ​ລັດ​ຕໍ່​ເສດ​ຖະ​ກິດ​ສະ​ຫະ​ກອນ. ສືບ​ຕໍ່​ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່ ເຊື່ອມ​ຊືນ​ທັດ​ສະ​ນະ ແຜນ​ນະ​ໂຍ​ບາຍ ແນວ​ທາງ​ຂອງ​ພັກ, ນ​ະ​ໂຍ​ບາຍ ກົດ​ໝາຍ​ຂອງ​ລັດ​ກ່ຽວ​ກັບ​ເສດ​ຖະ​ກິດ​ລວມ​ໝູ່.

ສະ​ຫະ​ພັນ​ສະ​ຫະ​ກອນ​ຂັ້ນ​ຕ່າງໆ​ເປັນ​ເຈົ້າ​ການ​ໃນ​ການ​ຄົ້ນ​ຄວ້າ, ປະ​ສານ​ງານ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ໃຫ້ຄຳປຶກສາ​ ໃຫ້​ຂໍ້​ສະ​ເໜີ ແລະ ຜັນ​ຂະ​ຫຍາຍປະຕິບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນ​ະ​ໂຍ​ບາຍກົດ​ໝາຍ​ຂອງ​ລັດ ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່ ​ແລະ ສະ​ຫະ​ກອນຢ່າງ​ມີ​ປະ​ສິດ​ທິ​ຜົນ; ຍູ້​ແຮງ​ການ​ໂຄ​ສະ​ນາ, ກໍ່​ສ້າງ, ສະ​ໜອງ​ການ​ບໍ​ລິ​ການ; ​ໃຫ້ຄຳປຶກ​ສາ​ຊ່ວຍ​ເຫຼືອ​ຈັດ​ຕັ້ງ​ຄືນ​ໃໝ່, ສ້າງ​ຕັ້ງ​ໃໝ່​ສະ​ຫະ​ກອນ, ​ສ້າງ​ສະ​ຫະ​ກອນ​ຜະ​ລິດ​ທີ່​ຕິດ​ພັນ​ກັບຕ່ອງ​ໂສ້​ຄຸນ​ຄ່າ, ເປັນ​ຕົ້ນ​ແມ່ນ​ ຕ່ຶງ​ໂສ້​​ຜະ​ລິດ​ຕະ​ພັນ​ກະ​ເສດ​ເປັນ​ຈຳ​ນວນຫຼາຍ. ດ້ວຍ​ທິດ​ນຳ “ຮ່ວມ​ມື - ປ່ຽນ​ແປງ​ໃໝ່ - ພັດ​ທະ​ນາ - ປະ​ສິດ​ທິ​ຜົນ” ແລະ ເປົ້າ​ໝາຍການ​ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່ ​ແລ ສະ​ຫະ​ກອນ​ຢ່າງ​ໄວ, ມີປະ​ສິດ​ທິ​ຜົນ ແລະ ໝັ້ນ​ຄົງ, ສະ​ຫະ​ພັນ​ສະ​ຫະ​ກອນ​ຂັ້ນ​ຕ່າງໆ​ດ້ວຍບົດ​ບາດ​ເປັນ​ແກນ​ກາງ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່​ແລະສະ​ຫະ​ກອນ, ແມ່ນ​ອົງ​ການທີ່​ເປັນ​ຕົວ​​ແທນ​ໃນ​ການປ້ອງ​ກັນ​ສິດ​ແລະຜົນ​ປະ​ໂຫຍດ​ທີ່ຖືກ​ຕາມ​ກົດ​ໝາຍ ​ຂອງ​ບັນ​ດາສະ​ມາ​ຊິກ.

ທີຫົກ, ການຮ່ວມມືສາກົນ ແລະ ການເຊື່ອມໂຍງສາກົນ

ຍິ່ງກວ່າ​ເວ​ລາ​ໃດໝົດ, ພຶດຕິ​ກຳ​ຕົວ​ຈິງ​ຮຽກ​ຮ້ອງ​ໃຫ້​ພາກ​ເສດ​ຖະ​ກິດ​ລວມ​ໝູ່ ​ແລະ ສະ​ຫະ​ກອນ ​​ປ່ຽນ​ວິ​ທີ​ການ​ເຄື່ອນ​ໄຫວຂອງ​ຕົນ​ເອງ​ ເພື່ອ​​ໃຫ້ເໝາະ​ກັບ​ຄວາມ​​ຕ້ອງ​ການ ແລະ ໃຊ້ປະ​ໂຫຍ​ດຈາກ​ໂອ​ກາດ​ໃນ​ການ​ພັດ​ທະ​ນາ​ໃນ​ທຸກ​ດ້ານ​ຂອງ​ເສດ​ຖະ​ກິດ. ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ ​ແມ່ນ​​ໂອ​ກາດທັງ​ເປັນ​ສິ່ງ​ທ້າ​ທາຍ, ບັງຄັບ​ໃຫ້​ຂົງ​ເຂດ​ເສດຖະກິດລວ​ໃໝູ່​ແລະສະ​ຫະ​ກອນ​ ຕ້ອງ​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຂື່ອນ, ມີຫົວ​ຄິດ​ປະ​ດິດ​ສ້າງ, ເກັບ​ກຳ​ຂໍ້​ມູນ​ຂ່າວ​ສານ, ເຂົ້າ​ເຖິງວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ​ຊັ້ນ​ສູງ ເພື່ອ​ໝູນ​ໃຊ້​ເຂົ້າ​ໃນ​ການ​ຜະ​ລິດ, ເໝາະ​ສົມ​ກັບ​ພາກ​ຕົວ​ຈິງ​ຂອງຫວຽດ​ນາມ. ດັ່ງ​ນັ້ນ, ຍູ້​ແຮງ​ບັນ​ດາ​ຮູບ​ການ​ຮ່ວມ​ມື​ສາ​ກົນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່ ​ແລະ ສະ​ຫະ​ກອນ​ຢ່າງບໍ່​ຢຸດຢັ້ງ​ເພື່ອ​ຮ່ຳຮຽນປະສົບການ​ການຄຸ້ມ​ຄອງ ​ແລະ ຕົວ​ແບບການ​ພັດ​ທະ​ນາ​ສະ​ຫະ​ກອນ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຕ່າງໆ. ເປັນ​ເຈົ້າ​ການ​ຮັບ​ຮູ້​ບົດ​ຮຽນ​ທີ່​ດີ​ຂອງ​ຕ່າງປະ​ເທດ, ພາກ​ພື້ນ​ທີ່​ມີ​ຂະ​ບວນ​ການ​ສະ​ຫະ​ກອນ​ທີ່ແຂງ​ແຮງ. ໃນ​ນັ້ນ, ເອົາ​ໃຈ​ໃສ່​​ດູດ​ຊຶມ​ການ​ຊ່ວຍ​ເຫຼືອ​ດ້ານ​ເຕັກນິກ​ການ​ພັດທະນາ​ ໃນ​ການ​ຈັດ​ຕັ້ງ ​ແລະ ການ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ຂອງ​ສະຫະກອນ, ການຈັດ​ຕັ້ງ ​ແລະ ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ຂອງ​ໂຄງ​ສ້າງ​ສະໜັບສະໜູນ ສຳລັບອົງການ​ຈັດ​ຕັ້ງເສດຖະກິດ​ລວມໝູ່.

ຫະພັນສະຫະກອນຫວຽດນາມເປັນເຈົ້າການ​ໃນ​ການ​ດູດ​ຊຶມ​ປະ​ສົບ​ການ, ເຜີຍແຜ່ການນຳໃຊ້ທີ່​ຍື​ດຫຍຸ່ນ​ແລະມີປະສິດທິຜົນ ຂອງຕົວແບບໃນປະເທດແລະ​ຕ່າງປະ​ເທດ​ທີ່​ປະສົບ​ຄວາມສຳ​ເລັດ. ເພີ່ມທະວີການຮ່ວມມືກັບບັນດາອົງການ​​ສາກົນເຊັ່ນ: ສະຫະພັນສະຫະກອນສາກົນ, ບັນດາອົງການຈັດຕັ້ງສະຫະກອນ​​ໃນ​ຕ່າງປະ​ເທດ, ບັນດາອົງການຕາງໜ້າແລະຊ່ວຍເຫຼືອສະຫະກອນບັນດາປະເທດ ເພື່ອຍາດແຍ່ງການຊ່ວຍເຫຼືອທາງດ້ານການເງິນ, ເຕັກນິກ, ອຸປະກອນ, ເຄື່ອງຈັກ, ການເຊື່ອມ​ໂຍງແລະເປີດກວ້າງຕະຫຼາດ…/.  

-----------------------

  • ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ ສະບັບ​ທີ 990 (​ເດືອນພຶດ​ສະ​ພາ 2022)