ວກ. - ນະ​ໂຍບາຍ​ການຄັງ​ແມ່ນ​ເຄື່ອງມື​ທີ່​ສຳຄັນ​ໃນ​ການ​ບໍລິຫານ​ເສດຖະກິດ​ຂອງ​ລັດ, ມີ​ອິດ​ທິ​ພົນ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ການ​ດຸ່ນດ່ຽງ​ດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ ​ແລະ ທັງ​ສະໜັບ​ສະ​ໜູນ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ. ດັ່ງ​ນັ້ນ, ຄວາມ​ເປັນ​ເອກະ​ພາບ​ໃນ​ການ​ຮັບ​ຮູ້ ​ແລະ ການຈັດຕັ້ງປະຕິບັດນະ​ໂຍບາຍ​ການຄັງ​ຢ່າງ​ມີ​ປະສິດທິ​ຜົນ ​ແມ່ນ​ມາດ​ຕະການ​ທີ່ສຳຄັນ ​ເພື່ອ​ພ້ອມ​ກັບ​ນະ​ໂຍບາຍ​ເງິນຕາ ​ແລະ ບັນດາ​ນະ​ໂຍບາຍ​ເສດຖະກິດ​ອື່ນ ຮັບປະກັນ​ການ​ຟື້ນ​ຟູ​ແລະ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ ໃນ​ໄລ​ຍະເວລາ​ທີ່​ຈະ​ມາ​ເຖິງ.

ສະຫາຍ ຟ້າມ ມິງຈີ໊ງ ກຳມະການກົມການເມືອງສູນກາງ, ນາຍົກລັດຖະມົນຕີ ເຂົ້າຮ່ວມແລະຊີ້ນຳ ກອງປະຊຸມອອນໄລນ໌ສະຫຼຸບສັງລວມ ວຽກງານການເງິນ-ງົບປະມານແຫ່ງລັດປີ 2021 ແລະ ຜັນຂະຫຍາຍໜ້າທີ່ປີ 2022 _ພາບ: TTXVN

ພື້ນຖານ​ອັນ​ສຳຄັນ​ສຳລັບ​ຂະ​ບວນການ​ຟື້ນ​ຟູ​ ແລະ
ການພັດທະນາ​ເສດຖະກິດ-ສັງຄົມ ຕິດ​ພັນ​ກັບ​ການ​ຄວບ​ຄຸມ​ພະຍາດ

​ເມື່ອ​ສິ້ນ​ສຸດແຜນການ 5 ປີ (2016-2020), ເຖິງວ່າຈະໄດ້ຮັບຜົນກະທົບຢ່າງ​ໜັກ​ຈາກການ​ແຜ່ລະບາດຂອງພະຍາດໂຄວິດ-19 ໃນປີສຸດທ້າຍຂອງໄລຍະແຜນການກໍ່ຕາມ​ແຕ່​​ເສດຖະກິດ​ຂອງ​ປະ​ເທດ​ເຮົາຍັງຄົງຮັກສາອັດຕາການເຕີບໂຕສະເລ່ຍທີ່ຂ້ອນຂ້າງສູງ (ປະມານ 5,9%); ຂະໜາດ​ແລະ​ລະດັບ​ຂອງ​ພື້ນຖານ​ເສດຖະກິດ​ໄດ້​ຮັບ​ການ​ຍົກຂຶ້ນ, ຄຸນ​ນະພາ​ບການຂອງ​ການ​ເຕີບ​ໂຕດີ​ຂຶ້ນ, ການດຸ່ນດ່ຽງທີ່ສໍາຄັນຂອງເສດຖະກິດ​ໄດ້ຮັບປະກັນ, ອັດຕາເງິນເຟີ້ຖືກຄວບຄຸມຢູ່ໃນລະດັບຕໍ່າ; ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທາງ​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ໄດ້​ຮັບ​ການ​ປົວ​ແປງ​ດີ​ຂຶ້ນ; ຖານະ​ບົດບາດ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ​ແລະ​ໃນ​ເວທີ​ສາກົນ​ໄດ້​ຮັບ​ການ​ຍົກ​ສູງ.

​ໃນ​ຂົງ​ເຂດ​ການ​ເງິນ-ທະນາຄານ​ແຫ່ງ​ລັດ, ຂະໜາດແລະຄວາມຍືນຍົງຂອງ​ງົບປະມານແຫ່ງລັດສືບຕໍ່​ໄດ້​ຮັບ​ການປັບປຸງ. ລາຍຮັບງົບປະມານຂອງ​ລັດສະເລ່ຍບັນລຸ 25,2% ຂອງ ຈີ​ດີ​ພີ, ເພີ່ມຂຶ້ນ 1,6 ເທົ່າເມື່ອທຽບໃສ່ໄລຍະປີ 2011-2015; ອັດຕາ​ລາຍຮັບ​ຈາກ​ພາສີ​ແລະ​ຄ່າ​ທຳນຽມ​ປະມານ 21% ຂອງ ຈີ​ດີ​ພີ; ອັດ​ຕາ​ສ່ວນ​ລາຍ​ຮັບ​ພາຍ​ໃນປະ​ເທດ​ໃນ​ລາຍ​ຮັບ​ງົບ​ປະ​ມານ​ແຫ່ງ​ລັດທັງ​ໝົດ​ໃນ​ປີ 2020 ​ບັນ​ລຸ 85,6%, ເພີ່ມ​ຂຶ້ນ​ເກືອບ 26% ເມື່ອ​ທຽບກັບ​ສິບປີ​ກ່ອນ. ລາຍ​ຈ່າຍ​ງົບປະ​ມານຂອງ​ລັດສະ​ເລ່ຍປະມານ 28% ຂອງ ຈີ​ດີ​ພີ; ໂຄງ​ປະ​ກອບ​ການ​ໃຊ້​ຈ່າຍ​ຂະຫຍັບ​ໄປ​ໃນ​ທາງ​ບວກ​, ອັດຕາ​ສ່ວນ​​ລາຍ​ຈ່າຍ​ການລົງ​ທຶນ​ພັດ​ທະ​ນາ​ບັນ​ລຸ​ປະ​ມານ 28%, ລາຍ​ຈ່າຍ​ປະຈຳ​ຫຼຸດ​ລົງ​ເຫຼືອ​ຕ່ຳ​ກ່​ວາ 64% ຂອງ​ລາຍ​ຈ່າຍ​ງົບ​ປະ​ມານ​ແຫ່ງ​ລັດ​ທັງ​ໝົດ. ພື້ນ​ທີ່​ທາງ​ການຄັງ​ມີ​ຄວາມ​ເຂັ້ມ​ແຂງ, ຄວາມ​ຍືດຫຍຸ່ນຂອງ​ງົບ​ປະມານ​ຂອງ​ລັດ​ໄດ້​ຮັບ​ການ​ປັບປຸງ; ການຂາດ​ດຸນ​ງົບປະມານ​ຂອງ​ລັດ​ໂດຍ​ສະ​ເລ່ຍ​ຕະຫຼອດໄລຍະ​ເວລາ​ແມ່ນ 3,45% ຂອງ ຈີ​ດີ​ພີ, ຕໍ່າກວ່າຄາດໝາຍ (ບໍ່ເກີນ 3,9% ຂອງ ຈີ​ດີ​ພີ); ໜີ້​ສິນ​ສາທາລະນະ​ຫຼຸດ​ລົງ​ຢ່າງ​ໄວ ຈາກ 63,7% ຂອງ​ຈີ​ດີ​ພີ ​ໃນ​ທ້າ​ປີ 2016 ເປັນ 55,2% ຂອງ ຈີ​ດີ​ພີ ໃນ​ທ້າຍ​ປີ 2020 ແລະ ໄດ້ຮັບການປັບ​ໂຄງ​ສ້າງໃໝ່ໄປສູ່ທິດທາງທີ່ຍືນຍົງກວ່າ (ຕົ້ນຕໍ​ແມ່ນ​ການ​ລະດົມ​ເງິນ​​ໃນ​ປະ​ເທດ, ການ​ຍືດອາຍຸ​ໜີ້​ສິນ, ການຫຼຸດ​ອັດຕາ​ດອກ​ເບ້ຍ​ເງິນ​ຝາກ,...). ດ້ວຍເຫດນັ້ນ, ງົບປະມານຂອງ​ລັດ​ໄດ້ຮັບປະກັນແຫຼ່ງຊັບພະຍາກອນ ເພື່ອ​ຕອບ​ສະໜອງຄວາມຕ້ອງການຮີບ​ດ່ວນທີ່​ເກີດ​ຂຶ້ນ​ໃນ​ພາກປະຕິບັດ, ໂດຍສະເພາະ ໃນການຮັບມືກັບການ​ແຜ່ລະບາດຂອງໂຄວິດ-19.  

ຢ່າງ​ໃດ​ກໍ​ຕາມ, ການ​ແຜ່ລະບາດຂອງໂຄວິດ-19 ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ຮ້າຍແຮງຕໍ່​ເສດຖະກິດ​ໂລກ​ແລະ​ຫວຽດນາມ. ​ໃນ​ສອງ​ປີ 2020-2021, ການ​ເຕີບ​ໂຕ​ເສດຖະກິດ​ຂອງ​ຫວຽດນາມ​ສືບ​ຕໍ່​ຫຼຸດ​ລົງ​ໃນ​ລະດັບຕ່ຳ(1); ພື້ນທີ່ຊັບພະຍາກອນຂອງທັງພາກລັດ, ພາກ​ວິ​ສາ​ຫະກິດ ແລະ ປະຊາຊົນຫຼຸດລົງ, ​ເຮັດ​ໃຫ້​ເກີດ​ຄວາມ​ທ້າ​ທາຍຫຼາຍຢ່າງກ່ຽວ​ກັບ​ສະຖຽນ​ລະ​ພາບ, ໄພເງິນເຟີ້... ສົ່ງ​ຜົນ​ສະທ້ອນ​ເຖິງ​ຄວາມ​ສາມາດ​ໃນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ, ຄາດໝາຍ, ໜ້າ​ທີ່ ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ປະຈຳ​ປີ ແລະ ຕະຫຼອດ​ໄລຍະປີ 2021-2025.

ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ກຳນົດ “ການຟື້ນຟູ, ພັດທະນາ​ເສດຖະກິດ-ສັງຄົມ” ​ເປັນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ໜັກ​ໃຈ​ກາງ​ໃນ​ວາລະ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13, ​ໃນ​ນັ້ນ, ຄາດໝາຍສູ້ຊົນຂອງແຜນການ 5 ປີ (2021-2025) ມີດັ່ງນີ້: ຟື້ນ​ຟູ​ເສດຖະກິດ​ຢ່າງ​ໄວ​ໃນ​ຊຸມ​ປີ​ຕົ້ນ (2021-2022), ໃຊ້ໂອກາດໃໝ່ຢ່າງມີປະສິດທິຜົນ​ເພື່ອ​ຄວາມ​ກ້າວໜ້າ​ແລະ​ການ​ພັດທະນາ​ປະ​ເທດ​ ໃນ​ຊຸມ​ປີ​ທ້າຍ​ຂອງ​ແຜນການ (2023-2025), ສູ້​ຊົນໃຫ້​ການ​ເຕີບ​ໂຕ​ເສດຖະກິດໂດຍສະ​ເລ່ຍ (ຈີ​ດີ​ພີ)​ ໃນ​ຕະຫຼອດ​ໄລຍະ​ແຜນການ​ແມ່ນປະມານ 6,5% - 7% ຕໍ່ປີ.  

​ເພື່ອສະໜັບສະໜູນປະຊາຊົນ ແລະ ວິສາຫະກິດ​ໃຫ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ຮັບມືກັບການ​ແຜ່ລະບາດຂອງ​ໂຄ​ວິດ-19, ລັດຖະບານ​ໄດ້ຈັດ​ຕັ້ງ​ປະຕິບັດຫຼາຍ​ມາດຕະການ, ນະ​ໂຍບາຍກ່ຽວ​ກັບ​ເສດຖະກິດ ການ​ເງິນ ​​ແລະ ເງິນຕາ, ​ເຊັ່ນ: ບັນດາ​ນະ​ໂຍບາຍ​ສະໜັບສະໜູນ​ປະຊາຊົນ, ຜູ້​ອອກ​ແຮງ​ງານ ຕາມ​ມະຕິ​ເລກທີ 42/NQ-CP ​ແລະ ​ມະຕິ​ເລກທີ 68/NQ-CP, ຂອງ​ລັດ​ຖະບານ; ການຍົກເວັ້ນ, ຫຼຸດ​ຜ່ອນ​, ຕໍ່ກຳນົດ​ເວລາຊຳລະ​ພາສີ, ຄ່າ​ທໍາ​ນຽມ ​ແລະ​ຄ່າ​ບໍ​ລິ​ການ ຕາມ​ມະຕິ​ເລກທີ 406/NQ-UBTVQH15, ຂອງ​ຄະນະ​ກຳມະ​ການ​ປະຈຳສະພາ​ແຫ່ງ​ຊາດ, ດຳລັດ​ເລກທີ 52/2021/NĐ-CP, ຂອງ​ລັດຖະບານ...; ນະ​ໂຍບາຍ​ລວມກ່ຽວກັບ​ການ​ຊຸກຍູ້ການ​ເຕີບ​ໂຕ​ເສດຖະກິດ, ສະໜັບສະໜູນ​ວິ​ສາ​ຫະກິດ ສະຫະກອນ ​ແລະ ຄົວ​ເຮືອນ​ທຸລະ​ກິດ ຕາມມະຕິ​ເລກທີ 105/NQ-CP ​ແລະ ​ມະຕິ​ເລກທີ 63/NQ-CP, ຂອງ​ລັດຖະບານ... ​ເຊິ່ງ​ໄດ້​ປະກາດ​ໃຊ້​ຢ່າງ​ທັນ​ການ ຄົບ​ຊຸດ ​ແລະ ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ແຂ​ງຂັນ ​ໂດຍ​ລວມສູນ​ໃສ່​ບັນດາ​ຂະ​ແໜງ​ການ, ຂົງ​ເຂດ, ຜູ້​ຄົນ​ ທີ່​ຖືກ​ຜົນ​ກະທົບຢ່າງ​ໜັກໜ່ວງ, ​ໂດຍ​ກົງຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ, ​ເຊິ່ງມີ​ການ​ສົມທົບ ​ແຊກ​ຊ້ອນ ຊຸກຍູ້​ຂະ​ແໜງ​ການ, ຂົງ​ເຂດ​ບຸລິມະສິດຈຳນວນ​ໜຶ່ງ... ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ, ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ຫຼຸດຜ່ອນຜົນ​ກະທົບ​ຂອງ​ໂລກລະບາດ, ຮັກສາ​ຄວາມ​ປອດ​ໄພ​ຂອງ​ປະຊາຊົນ​ ແລະ​ຄວາມ​ໝັ້ນຄົງ​ທາງ​ສັງຄົມ. ນີ້​ແມ່ນ​ພື້ນຖານ​ທີ່ສຳຄັນສຳລັບຂະ​ບວນການ​ຟື້ນ​ຟູ​ແລະ​ພັດທະນາ​ເສດຖະກິດ-ສັງຄົມ ຕິດ​ພັນ​ກັບ​ການ​ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ.

​ຢ່າງ​ໃດ​ກໍ​ຕາມ, ​ໃນ​ຕໍ່ໜ້າ​ຄວາມ​ຫຍຸ້ງຍາກ ​ແລະ ຜົນ​ກະທົບ​ອັນ​ກວ້າງ​ຂວາງ​ຂອງ​ໂລກ​ລະບາດ, ຈຳ​ເປັນຕ້ອງ​ມີມາດ​ຕະການ​ແກ້​ໄຂ​ແລະນະ​ໂຍບາຍລວມ ​ເພື່ອ​ໜູນ​ຊ່ວຍ​ການ​ຟື້ນ​ຟູ​ແລະພັດທະນາ​ເສດຖະກິດ​ໂດຍ​ໄວ, ບໍ່​ໃຫ້ພາດ​ຈັງຫວະ​ການ​ຟື້ນ​ຕົວ​ເສດຖະກິດ​ຂອງ​ພາກ​ພື້ນ ​ແລະ ​ໂລກ. ດັ່ງ​ນັ້ນ, ການ​ສ້າງ​ໂຄງການ​ຟື້ນ​ຟູ​ແລະ​ພັດທະນາ​ເສດຖະກິດ-ສັງ​ຄົມ, ພ້ອມ​ກັບຊຸດ​ວິທີ​ແກ້​ໄຂ​ດ້ານ​ການຄັງ​ແລະ​ເງິນຕາ ​ເພື່ອ​ສະໜັບສະໜູນ​ໂຄງການ​ ແມ່ນເໝາະສົມແລະຮີບດ່ວນທີ່ສຸດ.

​ເພື່ອ​ປະຕິບັດບົດ​ສະຫຼຸບ​ຂອງສູນ​ກາງ​ພັກ​ແລະ​ກົມ​ການ​ເມືອງ (2) ​ແລະ​ປະຕິບັດບັນດາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ (3), ລັດຖະບານ​ໄດ້​ຊີ້​ນຳ​ການ​ສ້າງ​ໂຄງການ​ຟື້ນ​ຟູ​ແລະ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ສະ​ເໜີ​ໃຫ້​ກົມ​ການ​ເມືອງ​ສູນ​ກາງ​ພັກ​ພິຈາລະນາ ​ແລ ອະນຸມັດ​ໃຫ້​ປະຕິບັດ​ໂຄງການ(4); ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ຮັບຮອງ​ຜ່ານມະຕິ​ເລກທີ 43/2022/QH15, ລົງ​ວັນ​ທີ 11 ມັງກອນ 2022, “ກ່ຽວ​ກັບ​ນະ​ໂຍບາຍ​ການຄັງ ​ແລະ ​ເງິນຕາ ​ເພື່ອ​ສະໜັບສະໜູນໂຄງການ​ຟື້ນ​ຟູ​ແລະ​ພັດທະນາ​ເສດຖະກິດ-ສັງຄົມ” ​ເພື່ອ​ປະກອບສ່ວນ​ຊ່ວຍ​ໃຫ້​ເສດຖະກິດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໂດຍ​ໄວ, ບໍ່​ໃຫ້ພາດ​ຈັງຫວະ​ການ​ຟື້ນ​ຟູ​ເສດຖະກິດທົ່ວ​ໂລກ, ພ້ອມ​ກັນ​ນັ້ນ ສ້າງ​ຮາກ​ຖານ​ແລະ​ເງື່ອນ​ໄຂ​ອັນ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິ​ດ-ສັງຄົມ​ ໃນ​ໄລຍະປີ 2021-2025 ​ແລະ ຊຸມ​ປີ​ຕໍ່​ໄປ, ຍົກ​ສູງ​ປະສິດທິ​ຜົນ, ສະມັດ​ຕະພາບ​ແຮງ​ງານ, ​ແຮງ​ແຂ່ງຂັນ, ກຳລັງ​ແຮງ​ພາຍ​ໃນ​ແລະຄວາມ​ເປັນ​ເຈົ້າ​ການ​ຂອງ​ພື້ນຖານ​ເສດຖະກິດ​ໃນ​ອະນາຄົດ. ບົນ​ພື້ນຖານ​ນັ້ນ, ລັດຖະບານ​ໄດ້​ອອກ​ມະຕິ​ເລກທີ 11/NQ-CP, ລົງ​ວັນ​ທີ 30 ມັງກອນ 2022, “ວ່າ​ດ້ວຍໂຄງການ​ຟື້ນ​ຟູ​ແລະ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ການ​ຜັນ​ຂະຫຍາຍ​ມະຕິ​ເລກທີ 43/2022/QH15 ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ນະ​ໂຍບາຍ​ການຄັງ​ແລະ​ເງິນຕາ​ເພື່ອ​ສະໜັບສະໜູນ​ໂຄງການ”, ​ໃນ​ນັ້ນ, ຂະໜາດ​ຂອງ​ນະ​ໂຍບາຍ​ການຄັງ​ກວມ​ເຖິງ 83% ຂອງ​ຍອດ​ມູນ​ຄ່າ​ຂອງ​ຊຸດ​ສະໜັບສະໜູນ ​ແລະ ຖືກຖື​ວ່າເປັນ “ກຸນ​ແຈ” ​ໃນ​ການຈັດ​ຕັ້ງ​ປະຕິບັດໂຄງການ​ໃຫ້ປະສົບຜົນສໍາເລັດ.

ໂຄງການ​ຟື້ນ​ຟູ​ແລະ​ພັດທະນາ​ເສດຖະກິດ-ສັງຄົມ​ໄດ້​ຮັບ​ການສ້າງຂຶ້ນ​ໂດຍ​ມີ​ທັດສະນະ​ຊີ້​ນຳ​ຫຼັກ​ດັງ​ນີ້: 1- ຊາບ​ຊຶມ​ແຜນ​ນະ​ໂຍບາຍ, ທິດ​ທາງ​ຂອງ​ພັກ, ມະຕິ​ຂອງ​ສະພາ​ແຫ່ງ​ຊາດ, ຕັ້ງ​ໝັ້ນ​ໃນ​ການຮັກສາ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ, ຍົກ​ສູງສະມັດ​ຕະພາບ, ຄຸນ​ນະພາ​ບ, ປະສິດທິ​ຜົນ, ຄວາມ​ສາມາດ​ແຂ່ງຂັນ, ຄວາມ​ເປັນ​ເຈົ້າ​ຕົນ​ເອງ, ຄວາມສາມາດ​ທົນ​ທານ​ຍືດຫຍຸ່ນ ​ແລະ ຄວາມ​ສາມາດປັບຕົວ​ຂອງ​ເສດ​ຖະ​ກິດ​, ຕອບ​ສະໜອງ​ຢ່າງ​ທັນ​ການ ​ກັບ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ-ສັງຄົມ​ສະ​ເພາະ​ໜ້າ​ແລະ​ຍາວ​ນານ, ​ເຊື່ອມ​ໂຍງ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ໂຄງການ, ​ແຜນການ 5 ປີ​ ແລະ ​ປະຈຳ​ປີ (5); 2- ບໍລິຫານ​ຢ່າງ​ໄຫວ​ພິບ, ສົມທົບ​ຢ່າງ​ແໜ້ນ​ແຟ້ນ, ກົມກຽວ, ມີ​ປະສິດທິ​ຜົນ ລະຫວ່າງ​ບັນດາ​ນະ​ໂຍບາຍ​ການຄັງ, ​ເງິນຕາ ​ແລະ ບັນດາ​ນະ​ໂຍບາຍ​ມະຫາ​ພາກ​ອື່ນ; ຄວບຄຸມ​ອັດຕາ​ເງິນ​ເຟີ້​ຢ່າງເຂັ້ມງວດ, ຮັບປະກັນຄວາມສົມດຸນທີ່​ສຳຄັນຂອງເສດຖະກິດ; ພຽງ​ແຕ່​ເພີ່ມ​ການ​ຂາດ​ດຸນ​ງົບປະມານ​ເພື່ອ​ເພີ່ມ​ລາຍ​ຈ່າຍ​ລົງທຶນ​ພັດທະນາ ​ແລະ ຮັບປະກັນ​ຄວາມ​ສົມ​ດຸນ​ຂອງ​ງົບປະ​ມາຍ​ຂອງ​ລັດ ​ເມື່ອ​ປະຕິບັດ​ບັນດາ​ມາດ​ຕະການ​ຍົກ​ເວັ້ນພາສີ ​ແລະ ຫຼຸດຜ່ອນ​ພາສີ; 3- ຂະໜາດ​ແລະ​ແຫຼ່ງພະລັງ​ຂອງ​ໂຄງການ​ມີ​ຂະໜາດ​ໃຫຍ່​ພຽງພໍ; ມີ​ເປົ້າ​ໝາຍຈຸດ​ໜັກ ​ໃຈ​ກາງສຸມ​ໃສ່​ບຸກທະລຸ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ພິ​ເສດ, ທາງ​ຄົມມະນາຄົມ ​ແລະ ຄວາມ​ປອດ​ໄພ​ທາງ​ສັງຄົມ, ຖືກ​ເປົ້າ​ໝາຍ​ຜູ້ທີ່​ຕ້ອງການ​ການ​ສະໜັບສະໜູນ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ຮີບ​ດ່ວນ, ບໍ່​ເຮັດ​ແບບ​ກະ​ແຈກ​ກະຈາຍ, ສິ້ນ​ເປືອງ​ແຫຼ່ງພະລັງ; 4- ນະ​ໂຍບາຍ, ມາດ​ຕະການ​ສະໜັບສະໜູນ​ຕ້ອງ​ເປັນ​ໄປ​ໄດ້, ປະຕິບັດທັນທີ, ທັນເວລາ, ມີ​ປະສິດທິ​ຜົນ, ຕົ້ນຕໍ​ແມ່ນ​​ປະຕິບັດ​ໃນ 2 ປີ (2022-2023); ບາງ​ນະ​ໂຍບາຍ​ອາດ​ຈະ​ໄດ້​ແກ່​ຍາວ, ​ເພີ່​ມ​ແຫຼ່ງພະລັງ​ເພື່ອ​ປະຕິບັດ ຂຶ້ນຢູ່ກັບວິວັດທະນາການຂອງພະຍາດ; 5- ລະດົມ, ຈັດ​ແບ່ງ, ຄຸ້ມ​ຄອງ ​ແລະ ນຳໃຊ້​ແຫຼ່ງພະລັງ​ຢ່າງ​ມີ​ປະສິດທິ​ຜົນ; ຈັດ​ຄວາມ​ສົມ​ດຸນ​ທີ່ສົມເຫດສົມຜົນລະຫວ່າງ​ເຂດ, ພາກພື້ນ, ທ້ອງຖິ່ນ, ຂົງເຂດ, ​ເປົ້າ​ໝາຍ​ບຸລິມະສິດ; ປະຕິບັດ​ງ່າ​ຍ, ກວດກາ​ ຕິດຕາມງ່າຍ, ປະ​ເມີນ​ຜົນ​ງ່າຍ; ຕ້ານ​ຄວາມ​ຫຍໍ້​ທໍ້, ການ​ສໍ້​ລາດ​ບັງ​ຫຼວງ, ຜົນ​ປະ​ໂຫຍ​ດໝູ່​ພວກ, ກາ​ນຫາ​ກຳ​ໄລ​ຈາກ​ນະ​ໂຍບາຍ; ຮັບປະກັນ​ປະສິດທິ​ຜົນ, ຄວາມຍຸຕິທຳ, ເປີດເຜີຍ, ໂປ່ງໃສ.

ຈຸດໝາຍຂອງ​ໂຄງການ​ແມ່ນ​ເພື່ອ​ຟື້ນ​ຟູ​ແລະພັດທະນາ​ການ​ຜະລິດ-​ທຸລະ​ກິດ​ຢ່າງ​ວ່ອງ​ໄວ, ສູ້​ຊົນ​ເພື່ອ​ບັນລຸ​ເປົ້າ​ໝາຍ​ຂອງ​ໄລຍະ​ປີ 2021-2025: ຈີ​ດີ​ພີ ​ຈະເຕີບ​ໂຕ​ສະ​ເລ່ຍ 6,5 - 7% ຕໍ່​ປີ, ເປົ້າ​ໝາຍ​ໜີ້​ສິນ​ສາທາລະນະ​ຕ່ຳ​ກວ່າ​ລະ​ດັບ​ເຕືອນ​ໄພ ທີ່​ສະ​ພາ​ແຫ່ງ​ຊາດ​​ອະ​ນຸ​ຍາດ​ໃນ​ມະຕິ​ເລກທີ 23/2021/QH15, ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ, ຮັບປະກັນບັນດາ​ການ​ດຸ່ນດ່ຽງ​ໃຫຍ່ໃນໄລຍະກາງແລະໄລຍະຍາວ... ການ​ປະ​ຢັດ​ຄ່າ​ໃຊ້​ຈ່າຍ​, ຮອງ​ຮັບ​ກະ​ແສ​ເງິນ​ສົດ​, ຮັບປະກັນ​ຄວາມ​ເປັນ​ເຈົ້າ​ການ ​ແລະ​ຄວາມ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ​ເສດຖະກິດ ​ແລະ ປະຊາຊົນ. ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະບາດຂອງ​ພະຍາດ​ໂຄ​ວິດ-19 ຢ່າງ​ມີ​ປະສິດທິ​ຜົນ; ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ ​ແລະ ຊີວິດ​ຂອງ​ປະຊາຊົນ, ​ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ​ຜູ້​ອອກ​ແຮງ​ງານ, ຜູ້​ທຸກ​ຍາກ, ຜູ້​ດ້ອຍ​ໂອກາດ, ຜູ້​ຖືກ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ; ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ການ​ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ປອດ​ໄພ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສັງຄົມ.

​ໂຄງການ​ໄດ້ລະບຸ 5 ກຸ່ມ​ໜ້າທີ່​ແລະວິທີ​ແກ້​ໄຂ​ສຳຄັນ​ເພື່ອ​ປະຕິບັດ ​ຄື: 1- ​ເປີດ​ກວ້າງ​ເສດຖະກິດ​ ຕິດ​ພັນກັບ​ການ​ລົງທຶນ​ ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ດ້ານ​ສາທາລະນະ​ສຸກ, ການປ້ອງ​ກັນ​ແລະ​ຕ້ານ​ພະ​ບາດ; 2- ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ ​ແລະ ​ສະໜັບ​ສະ​ໜູນ​ດ້ານ​ວຽກ​ເຮັດ​ງານ​ທຳ​ ເຊັ່ນ​: ຊ່ວຍ​ເຫຼືອຄ່າເຊົ່າທີ່ຢູ່ອາໄສ 3 ເດືອນ​ສໍາ​ລັບຄົນ​ງານ, ປະຕິບັດນະໂຍບາຍການກູ້ຢືມບຸລິມະສິດຜ່ານທະນາຄານເພື່ອນະໂຍບາຍສັງຄົມ...; 3- ໜູນ​ຊ່ວຍ​ການ​ຟື້ນ​ຟູ​ວິ​ສາ​ຫະກິດ, ສະຫະກອນ ​ແລະ ຄົວ​ເຮືອນ​ທຸລະ​ກິດ ​ໂດຍ​ຜ່ານ​ການ​ຍົກ​ເວັ້ນ ​ແລະ ຫຼຸດຜ່ອນ​ພາສີ​, ຄ່າ​ທຳນຽມ, ຄ່າ​ບໍລິການ, ຂະຫຍາຍ​ກຳນົດ​ເວລາ​ຊຳລະ​ພາສີ ​ແລະ ຄ່າ​ເຊົ່າ​ທີ່​ດິນ; ຄິດໄລ່ໃນຄ່າໃຊ້ຈ່າຍທີ່ຫັກອອກໄດ້ ​ເມື່ອກຳນົດລາຍ​ຮັບບໍລິສັດ​ທີ່ຕ້ອງເສຍພາສີ ສຳລັບຄ່າ​ໃຊ້ຈ່າຍເພື່ອສະໜັບສະໜູນ, ອຸປະຖຳກິດຈະກຳປ້ອງ​ການ​ແລະຄວບຄຸມການ​ແຜ່ລະບາດຂອງພະຍາດ​ໂຄ​ວິດ-19 ປະຈຳປີພາສີ 2022; ສະໜັບສະໜູນ​ອັດຕາ​ດອກ​ເບ້ຍ​ເງິນ​ກູ້ 2% ຕໍ່​ປີ ໂດຍສຸມໃສ່ຂະ​ແໜງ​ການ​ແລະ​ຂົງ​ເຂດ​ທີ່​ສໍາຄັນຈໍານວນໜຶ່ງ...; 4- ລົງທຶນ​ພັດທະນາ​ໂຄງ​ສ້າງ​ພື້ນ​ຖານ, ສຸມ​​ເງິ​ນລົງທຶນ​ໃສ່​ໂຄງ​ການ​ທີ່​ສໍາ​ຄັນ​ແລະຮີບ​ດ່ວນ​, ທີ່​ມີ​ຜົນ​ກະທົບ​ຂະໜາດ​ໃຫຍ່, ສາມາດ​ເບິ​ກຈ່າຍ​ໄດ້​ຢ່າງ​ໄວ ​ແລະ ຊຶມ​ເຂົ້າ​ສູ່​ພື້ນຖານ​ເສດຖະກິດ​ທັນທີ; 5- ປະຕິ​ຮູບ​ລະບຽບ​ລະບອບ, ປະຕິ​ຮູບ​ການ​ບໍລິຫານ, ປັບປຸງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ ທຸລະ​ກິດ.

ບັນດາວິທີແກ້ໄຂນະໂຍບາຍການຄັງທີ່ສໍາຄັນ ​
ໃນ
ໂຄງການ​ຟື້ນ​ຟູ​ແລະ​ພັດທະນາ​ເສດຖະກິດ-ສັງຄົມ

ທີ​ໜຶ່ງ, ໃນ​ໂຄງ​ການ​ລວມ, ມູນ​ຄ່າ​ຂອງການ​ແກ້​ໄຂ​ນະ​ໂຍບາຍ​ການຄັງ​ຄາດວ່າ​ຈະບັນລຸ 291 ຕື້​ດົ່ງ (​ເທົ່າ​ກັບ​ປະມານ 83% ຂອງຊຸດ​ສະໜັບສະໜູນ​ທັງ​ໝົດ) ​ແລະ​ຂ້ອນ​ຂ້າງກວມ​ລວມ, ຈາກ​ນະ​ໂຍບາຍ​ລາຍ​ຮັບ ​ເຊັ່ນ: ຫຼຸດ​ພາສີ ຄ່າ​ທຳນຽມ ຄ່າ​ບໍລິການ​​ເປັນ​ມູນ​ຄ່າຫຼາຍ​ສຸດ​ປະມານ 64.000 ຕື້​ດົ່ງ, ສືບ​ຕໍ່​ຂະ​ຫຍາຍກຳນົດ​ເວລາ​ຊໍາ​ລະ​ພາ​ສີ​​ແລະ​ຄ່າ​ເຊົ່າ​ທີ່​ດິນ ດ້ວຍ​ລະດັບ​ໜູນ​ຊ່ວຍ​ປະມານ 6.000 ຕື້​ດົ່ງ; ຈົນ​ເຖິງ​ນະ​ໂຍບາຍ​ການ​ໃຊ້​ຈ່າຍ, ເຊັ່ນ: ລົງທຶນ​ພັດທະນາ​ໂຄງ​ສ້າງ​ພື້ນຖານ, ສ້າງ​ຄວາມ​ທັນ​ສະ​ໄໝ​ໃຫ້ກັບ​ລະບົບ​ສາທາລະນະ​ສຸກ, ​ໃຫ້ການ​ຊົດ​ເຊີຍ​ອັດຕາດອກເບ້ຍ ​ແລະ ​ສະໜັບສະໜູນ​ອັດຕາ​ດອກ​ເບ້ຍ​ສູງ​ສຸດ​ປະມານ 176.000 ຕື້​ດົ່ງ, ​ ສະໜັບສະໜູນ​ຄ່າ​ເຊົ່າທີ່ຢູ່​ອາ​ໄສ​ໃຫ້​ກັບ​ຜູ້​ອອກ​ແຮງ​ງານ​ປະມານ 6.600 ຕື້​ດົ່ງ; ພ້ອມ​ກັນ​ນັ້ນ, ເພີ່ມວົງ​ເງິນ​ຄ້ຳ​ປະ​ກັນ​ຂອງ​ລັດຖະບານ ​ສຳ​ລັບ​ພັນທະ​ບັດ​ທີ່​ອອກ​ໃນ​ປະ​ເທດ​ໃຫ້​ກັບ ທະ​ນາ​ຄານ​ເພື່ອ​ນະ​ໂຍ​ບາຍ​ສັງ​ຄົມ​ ສູງ​ສຸດ 38.400 ຕື້​ດົງ.  

ຄວາມ​ຕ້ອງການ​ແຫຼ່ງກຳລັງ​ທັງ​ໝັດເພື່ອ​ປະຕິບັດ​ໂຄງການ​ແມ່ນບໍ່​ເກີນ 240.000 ຕື້​ດົ່ງ, ​ເຊິ່ງສອດຄ່ອງ​ກັບ​ການ​ເພີ່ມ​ຂຶ້ນ​ຂອງ​ການ​ຂາດ​ດຸນ​ງົບປະມານຂອງ​ລັດ​ຈາກ 1 ຫາ 1,2% ຂອງຈີ​ດີ​ພີຕໍ່​ປີ ​ເມື່ອ​ທຽບກັບ​ລະດັບ​ປະຈຸ​ບັນ (ປະມານ 3,7 - 3,8% ຂອງ​ຈີ​ດີ​ພີ); ບົນ​ພື້ນຖານ​ຂອງ​ການໃຊ້ບັນດາ​ແຫຼ່ງພະລັງ​ທີ່​ມີ​ຢູ່​ໃຫ້​ເກີດ​ປະ​ໂຫຍ​ດສູງ​ສຸດ ເຊັ່ນ: ​ແຫຼ່ງລາຍ​ຮັບ​ເຕີບ​ໂຕ ແລະ ການປະຢັດລາຍຈ່າຍຂອງງົບປະມານສູນກາງ; ການໃຊ້​ແຫຼ່ງພະລັງຢ່າງມີປະສິດທິພາບໃນແຜນການໄລຍະກາງ (ການ​ເງິນ, ການ​ລົງທຶນ​ພາກ​ລັດ) ​ໃນ​ໄລຍະ​ປີ 2021-2025; ການ​ປະ​ຢັດ, ການຫຼຸດຄ່າ​ໃຊ້​ຈ່າຍ, ປັບ​ປ່ຽນ​ລະ​ຫວ່າງ​ວຽກ​ງານ ແລະ ລາຍ​ການ​​ໃຊ້ຈ່າຍພາຍ​ໃນ​ຂອບ​ເຂດ​ຄວາມ​ສາ​ມາດ​ໄດ້​ຢ່າງ​ຍືດຫຍຸ່ນ; ລະດົມ​ພັນທະບັດ​ລັດຖະບານ​ໃນ​ປະ​ເທດ, ກູ້​ຢືມ ODA ​ແລະ ​ເງິນ​ກູ້​ບຸລິມະສິດ​ຈາກ​ຕ່າງປະ​ເທດ​ໃນ​ຮູບ​ແບບ​ຂອງ​ການ​ສະໜັບສະໜູນ​ການ​ດຸ່ນດ່ຽງ​ງົບປະມານ; ລະດົມ​ແຫຼ່ງການ​ເງິນ​ທີ່​ຖືກຕ້ອງ​ຕາມ​ກົດໝາຍອື່ນໆ.

ລະດັບການໃຊ້ຈ່າຍເກີນກາຍທີ່ຄິດໄລ່ຂ້າງເທິງ ໄດ້ຖືກກໍານົດພາຍໃຕ້ສົມມຸດຕິ​ຖານວ່າ ບັນດາປັດ​ໄຈມະຫາພາກອື່ນໆ ມີສະຖຽນ​ລະ​ພາບ. ຕາມ​ນັ້ນ, ໜີ້​ສິນ​ສາທາ​ລະນະ​ຮອດ​ທ້າຍ​ປີ 2025 ຄາດວ່າ​ຈະ​ປະມານ 49 - 50% ຂອງ​ຈີ​ດີ​ພີ, ໜີ້​ສິນ​ລັດຖະບານ​ກວມ 45 - 46% ຂອງ​ຈີ​ດີ​ພີ, ຕ່ຳ​ກວ່າ​ລະດັບ​ເຕືອນ​ໄພ ​ແລະ ຕ່ຳ​ກວ່າ​ເພດານ​ທີ່​ສະພາ​ແຫ່ງ​ຊາດ​ອະນຸຍາດ​ໃນ​​ມະຕິ​ເລກທີ 23/2021/QH15(6). ໃນ​ຕົວ​ຈິງ, ໂຄງການ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ເຕີບ​ໂຕ​ທາງ​ເສດຖະກິດ, ຜ່ານ​ນັ້ນ ສົ່ງ​ຜົນ​ສະທ້ອນທີ່​ດີ​ຕໍ່​ລາຍ​ຮັບ​ງົບປະມານຂອງ​ລັດ, ພ້ອມ​ກັບ​ການ​ຄຸ້ມ​ຄອງ​ລາຍ​ຈ່າຍ​ງົບປະມານ​ຢ່າງ​ແໜ້ນ​ແຟ້ນ, ປະຢັດ​ລາຍ​ຈ່າຍປະຈຳ,… ຫຼຸດ​ແຮງ​ກົດ​ດັນຕໍ່​ການ​ເພີ່ມ​ການ​ຂາດ​ດຸນ​ງົບປະມານ​ຂອງ​ລັດ.   

ທີ​ສອງ, ການ​ປະຕິບັດວິທີ​ແກ້​ໄຂ​ນະ​ໂຍບາຍ​ການຄັງ ຄາດ​ວ່າ​ຈະ​ສົ່ງ​ຜົນ​ກະທົບ​ທີ່​ຕັ້ງໜ້າ​ຕໍ່ການ​ເຕີບ​ໂຕ​ເສດຖະກິດ, ປັບປຸງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ ທຸລະ​ກິດ ​ແລະ ຍົກ​ສູງ​ຄວາມ​ສາມາດ​ພາຍ​ໃນ ​ແລະ ​ຄວາມ​ສາມາດ​ແຂ່ງຂັນ​ໂດຍ​ລວມ ຂອງ​ພື້ນຖານ​ເສດຖະກິດ, ລະອຽດ​ຄື:

ຕາມການ​ຄິດ​ໄລ່​, ​ໃນ​ກໍລະນີ​ບໍ່​ປະຕິບັດ​ບັນດາ​ມາດ​ຕະການ​ແກ້​ໄຂນະ​ໂຍບາຍ​ການຄັງ​ແລະ​ເງິນຕາ, ການ​ເຕີບ​ໂຕ​ເສດຖະກິດ​ສະ​ເລ່ຍ​ໃນ​ໄລຍະ 2021-2025 ຈະ​ບັນລຸ​ລະດັບ​ສູງ​ສຸດ​ພຽງ 5,4% ຕໍ່​ປີ, ​ບໍ່​ບັນລຸຕາມ​ຄາດໝາຍ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ວາງ​​ໄວ້. ​ເມື່ອ​ປະຕິບັດບັນດາ​ມາດ​ຕະການ​ແກ້​ໄຂນະ​ໂຍບາຍ​ການຄັງ​ແລະນະ​ໂຍບາຍ​ເງິນຕາ, ຈະ​ປະກອບສ່ວນ​ສະໜັບສະໜູນ​, ​ຊຸກຍູ້​ການຟື້ນຟູ​ແລະ​ພັດທະນາ​ການ​ຜະລິດ ທຸລະ​ກິດ, ​ໂດຍ​ສະ​ເພາະ​ແມ່ນ ​ບັນດາະ​ແໜງ​ການ ຂົງ​ເຂດ​ສຳຄັນ ທີ່​ຖືກ​ຜົນ​ກະທົບ​ຮ້າຍ​ແຮງ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ. ຜ່ານ​ນັ້ນ, ສູ້​ຊົນ​ປະຕິບັດ​ເປົ້າໝາຍການ​ເຕີບ​ໂຕ 5 ປີ (2021-2025) ​ແຕ່ 6,5% ​ເຖິງ 7% ຕໍ່​ປີ.

​ບັນດານະ​ໂຍບາຍ​ການຄັງຊ່ວຍ​ໜູນ​ໃຫ້ວິ​ສາ​ຫະກິດ, ສະຫະກອນ, ຄົວ​ເຮືອນ​ທຸລະ​ກິດ ປັບ​ປຸງ​ກະ​ແສເງິນ​ທຸ​ລະ​ກິດ ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​, ຟື້ນ​ຟູ​ການຜະລິດ​ແລະ​ທຸລະ​ກິດ, ຫຼີກລ້ຽງການສູນເສຍ​ໃບສັ່ງຊື້ ລູກຄ້າ ຕະຫຼາດຜູ້ບໍລິໂພກ, ສົ່ງ​ຜົນ​ກະທົບ​ເຖິງ​ການ​ພັດທະນາ​ໃນ​ໄລຍະ​ກາງ​ ແລະ​ໄລຍະ​ຍາວ​ຂອງ​ວິ​ສາ​ຫະກິດ. ພ້ອມ​ກັນ​ນັ້ນ, ຊ່ວຍ​ສ້າງ​ວຽກ​ເຮັດ​ງານທຳ, ຊ່ວຍ​ໜູນ​ຜູ້​ອອກ​ແຮງ​ງານ​ຫາ​ງານ, ຝຶກ​ອົບຮົມ, ຝຶກ​ອົບຮົມ​ຄືນ​ໃໝ່, ຈາກ​ນັ້ນ​ສ້າງ​ລາຍ​ໄດ້ ​ແລະ ປ່ຽນ​ອາຊີ​ບທີ່​ຍືນ​ຍົງ​ໃຫ້​ຜູ້​ອອກ​ແຮງ​ງານ, ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ.

ບັນດາ​ໂຄງການ​ລົງທຶນ​ສາທາລະນະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ແຂງ​ແຮງ, ລວມສູນ ​ແລະ ປະສົບ​ຄວາມສຳ​ເລັດ​ໄວ ​ຈະ​ປະກອບສ່ວນສ້າງ​ການ​ກ້າວ​ກະ​ໂດດ​ທາງ​ດ້ານ​ໂຄງ​ສ້າງ​ພື້ນຖານ, ຫຼຸດ​ເວລາ​ແລະ​ຄ່າ​ໃຊ້​ຈ່າຍ​ການ​ຂົນ​ສົ່ງ​ຂອງ​ວິ​ສາ​ຫະກິດ. ການ​ປະຕິບັດວິທີ​ແກ້​ໄຂ​ນະ​ໂຍບາຍການຄັງ ຈະ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ແລະ​ທຸ​ລະ​ກິດ​, ຍົກ​ສູງ​ສະມັດ​ຕະພາບ​ຂອງ​ງານ, ຄວາມ​ສາມາດ​ແຂ່ງຂັນ, ກຳລັງຄວາມ​ສາມາດ​ພາຍ​ໃນ ​ແລະ ຄວາມ​ເປັນ​ເຈົ້າ​ການ​ຂອງ​ພື້ນຖານ​ເສດຖະກິດ.

ບັນດາ​ມາດ​ຕະການ​ແກ້​ໄຂ​ນະ​ໂຍບາຍການຄັງ ​ເຖິງ​ຈະ​ສ້າງ​ແຮງ​ກົດ​ດັນຕໍ່​ຄວາມ​ສົມ​ດຸນຂອງງົບປະມານແລະໜີ້ສິນສາທາລະນະ ໃນໄລຍະສັ້ນກໍ​ຕາມ ​ແຕ່​ໃນ​ໄລຍະ​ຍາວ, ມັນ​ຈະ​ປະກອບສ່ວນ​ສ້າງ​ແຫຼ່ງລາຍ​ຮັບ​ໃໝ່​ທີ່​ຍືນ​ຍົງ​ໃຫ້ງົບປະມານ​ຂອງ​ລັດ, ສ້າງ​ຄວາມ​ໝັ້ນຄົງທາງດ້ານການເງິນຂອງຊາດ. ພ້ອມ​ກັນ​ນັ້ນ, ການປະສານ​ງານ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ການ​ຄັງ ​ກັບ​ນະ​ໂຍບາຍ​ເງິນຕາ ​ເພື່ອ​ຮັບປະກັນສະຖຽນ​ລະ​ພາບ​ເສດຖະກິດ​ມະຫາ​ພາກ, ຕ້ານ​ໄພ​ເງິນ​ເຟີ້, ຄວບ​ຄຸມ​ການ​ໃຊ້​ຈ່າຍ​ເກີນ​ດຸນ. ກະຊວງ​ການ​ເງິນ​ສຸ​ມ​ໃສ່ຄຸ້ມຄອງ​ຕະຫຼາດ​ປະກັນ​ໄພ ​ແລະ ຕະຫຼາດ​ຫຼັກ​ຊັບ, ໂດຍສະເພາະ​ແມ່ນ​ພັນທະບັດ​ຂອງ​ບໍລິສັດ ​ເພື່ອຮັບປະກັນ​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຢ່າງ​ຍືນ​ຍົງ.

​ເປັນ​ເຈົ້າ​ການ ຂຸ້ນຂ້ຽວ ​ແລະ ມີປະສິດທິຜົນ
​ໃນ​ການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ການຄັງ

ກຳນົດຄວາມສຳຄັນແລະຄວາມຮຽກຮ້ອງຕ້ອງການ​ໃນ​ການ​ປະຕິບັດ​ມາດຕະການ​ແກ້​ໄຂນະໂຍບາຍການຄັງແລະ​ເງິນຕາ ເພື່ອສະໜັບສະໜູນ​ໂຄງການ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ໃນ​ເວລາ​ໄວແລະໄວທີ່ສຸດ, ​ມະຕິ​ເລກທີ 11/NQ-CP ຊອງ​ລັດຖະບານ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ອົງການ​ສູນ​ກາງ​ແລະ​ທ້ອງ​ຖິ່ນ ສຸມ​ໃສ່​ຜັນ​ຂະຫຍາຍ, ມີ​ໂຄງການ,​ແຜນປະຕິບັດ​ງານສະ​ເພາະ​ໂດຍ​ໄວ ​ເພື່ອປະຕິບັດໜ້າ​ທີ່​ແລະ​ວິທະ​ແກ້​ໄຂ​ທີ່​ໄດ້​ຮັບ​ມອບ​ໝາຍ; ​ເຊີດ​ຊູ​ຄວາມຮັບຜິດຊອບ, ໂດຍ​ສະ​ເພາະແມ່ນຄວາມຮັບຜິດຊອບຂອງຫົວໜ້າ​ ໃນ​ການນຳພາ, ຊີ້ນຳການຈັດຕັ້ງປະຕິບັດບັນດາເນື້ອໃນ ນະໂຍບາຍ; ປ້ອງກັນບໍ່​ໃຫ້​ເກີດສະພາບການ “ຂໍ - ໃຫ້” ທີ່​ສ້າງຄວາມຫຍຸ້ງຍາກ, ຄວາມຫຍຸ້ງ​ເຫຍິງລຳຄານໃຈ, ຄວາມ​ຫຍໍ້​ທໍ້ ​ໃຫ້​ກັບ​ປະຊາຊົນ ວິ​ສາ​ຫະກິດ, ແລະ ​​ເປັນ​ເຈົ້າ​ການ​ໃນ​ການແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ.

​ອີງ​ໃສ່ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ກຳ​ແໜ້ນໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ຈາກ​ລັດຖະບານ, ກະຊວງ​ການຄັງ​ໄດ້​ແບ່ງງານ​ແລະມອບ​ໝາຍ​ໜ້າທີ່​ທີ່​ມີ​ກຳນົດ​ເວລາ​ປະຕິບັດ​ສຳ​ເລັດ​ສະ​ເພາະ ​ໃຫ້​ບັນດາ​ຫົວໜ່ວຍ​ໃນ​ກະຊວງ, ​ໂດຍມີໜ້າ​ທີ່​ຄວບ​ຄຸມ 18 ໜ້າວຽກ ແລະ ໜ້າ​ທີ່ປະສານງານ 13 ໜ້າວຽກກັບກະຊວງແລະອົງການອື່ນໆ, ໃນ​ນັ້ນ​ມີ​ຫຼາຍ​ວຽກ​ງານ​ທີ່​ຈະ​ຕ້ອງ​ສຳ​ເລັດ​ ແລະ​ຍື່ນ​ສະ​ເໜີ​ໃຫ້ອົງການ​ທີ່​ມີອຳນາດ ເພື່ອປະກາດ​ໃຊ້​ໃນ​ໄຕ​ມາດ​ທີ 1 ປີ 2022 ​ເຊັ່ນ: 1- ​ເອກະສານລາຍລະອຽດນະໂຍບາຍການຫຼຸດພາສີມູນຄ່າເພີ່ມ; 2- ລະບຽບການຫຼຸດຜ່ອນຄ່າເຊົ່າທີ່ດິນ, ການ​ຕໍ່​ກຳນົດ​ເວລາ​ຊຳລະພາສີ ​ແລະ​ຄ່າ​ເຊົ່າ​ທີ່​ດິນ; 3- ຕັດສິນຕົກລົງ​ແຜນ​ປະກັນ​ການ​ອອກ​ພັນທະບັດຂອງທະນາຄານ​ເພື່ອ​ນະ​ໂຍບາຍ​ສັງຄົມ ເພື່ອ​ໃຫ້​ກູ້​ຢືມ​ແກ່​ຜູ້​ໄດ້​ຮັບ​ນະ​ໂຍ​ບາຍປະກັນ​ໄພ​; 4- ​ໃຫ້ການແນະນຳການ​ສະໜັບສະໜູນ​ອັດຕາ​ດອກ​ເບ້ຍຂອງທະນາຄານເພື່ອນະໂຍບາຍສັງຄົມ; 5- ແນະນໍານະ​ໂຍບາຍ​ການ​ໃຫ້​ກູ້​ຢືມ​ແກ່ນັກຮຽນນັກ​ສຶກສາ ​ເພື່ອ​ຊື້ຄອມພິວເຕີທີ່​ໃຊ້​ໃນການຮຽນຮູ້ອອນໄລນ໌; 6- ​ແກ້​ໄຂລົບ​ລ້າງ​ຄວາມ​ຫຍຸ້ງ​ຍາກ, ອຸ​ປະ​ສັກ​ໃນ​ການ​ນໍາ​ໃຊ້​ກອງ​ທຶນ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​​ແລະເຕັກ​ໂນ​ໂລ​ຊີ​ຂອງ​ວິ​ສາ​ຫະ​ກິດ; 7- ​ສົມທົບ​ແນະ​ນຳ​ການຈັດ​ຕັ້ງ​ປະຕິບັດ​ການ​ໜູນ​ຊ່ວຍ​ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ຈາກ​ງົບປະມານຂອງ​ລັດ ​ໃຫ້​ວິ​ສາ​ຫະກິດ ສະຫະກອນ ​ແລະ ຄອບຄົວ​ທຸລະ​ກິດ.

ໃນຄວາມເປັນຈິງ, ມາ​ເຖິງຈຸດເວລານີ້, ກະຊວງ​ການ​ເງິນ​ໄດ້ຍື່ນ​ສະ​ເໜີ​ໃຫ້​ລັດຖະບານ​ປະກາດ​ໃຊ້ ​ດຳລັດ​ແນະ​ນຳ​ກ່ຽວ​ກັບນະ​ໂຍບາຍ​ຍົກ​ເວັ້ນ​ແລະ​ຫຼຸດຜ່ອນພາສີ (ດຳລັດ​ເລກທີ 15/2022/NĐ-CP, ລົງ​ວັນ​ທີ 28 ມັງກອນ 2022, ມີ​ຜົນ​ບັງຄັບ​ໃຊ້​ແຕ່​ວັນ​ທີ 1 ກຸມພາ 2022); ດຳລັດວ່າດ້ວຍຄ່າທຳນຽມ​ການລົງທະບຽນ (ດຳລັດ​ເລກທີ 10/2022/NĐ-CP, ລົງ​ວັນ​ທີ 15 ມັງກອນ 2022, ມີ​ຜົນ​ບັງຄັບ​ໃຊ້​ແຕ່​ວັນ​ທີ 1 ມີນາ 2022); ພວມເລັ່ງປັບປຸງບັນດາຮ່າງເອກະສານນິຕິກຳ ເພື່ອ​ແນະນຳການຈັດຕັ້ງປະຕິບັດ, ເຊັ່ນ: 1- ຮ່າງ​ດຳລັດວ່າດ້ວຍການຕໍ່​ກຳນົດ​ເວລາຊຳລະ​ພາສີ​ລາຍ​ໄດ້​ວິ​ສາ​ຫະກິດ, ພາສີ​ລາຍ​ໄດ້​ສ່ວນ​ບຸກຄົນ, ພາສີ​ມູນ​ຄາ​ເພີ່ມ, ພາສີ​ບໍລິ​ໂພ​ກພິ​ເສດ ​ແລະ ຄ່າ​ເຊົ່າ​ທີ່​ດິນ​ປີ 2022. 2- ຮ່າງໜັງສື​ວຽນກ່ຽວ​ກັບ​ການ​ນໍາ​ໃຊ້​ກອງ​ທຶນ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ແລະ​ເຕັກ​ໂນ​ໂລ​ຊີ​ວິ​ສາ​ຫະ​ກິດ. 3- ຄຳ​ແນະນຳ​ການ​ປະຕິບັດ​ການ​ສະໜັບສະໜູນ​ອັດຕາ​ດອກ​ເບ້ຍສຳລັບ​ທະນາຄານ​ເພື່ອ​ນະ​ໂຍບາຍ​ສັງຄົມ. 4- ຄຳ​ແນະນຳການ​ໃຫ້ກູ້ຢືມເງິນສໍາລັບນັກຮຽນນັກ​ສຶກສາເພື່ອຊື້ຄອມພິວເຕີທີ່​ໃຊ້​​ໃນການຮຽນຮູ້ອອນໄລນ໌ ເນື່ອງຈາກຜົນກະທົບຂອງ​ການ​ແຜ່​ລະບາດຂອງ​ໂຄ​ວິດ-19. ພ້ອມ​ກັນ​ນັ້ນ, ຕັ້ງໜ້າ​ພະຍາຍາມ​ປະສານ​ງານ​ກັບທະນາຄານ​ແຫ່ງ​ຊາດ, ກະຊວງແຜນການແລະການລົງທຶນ, ກະຊວງການກໍ່ສ້າງ, ກະຊວງສຶກສາ​ທິການແລະການ​ຝຶກ​ອົບຮົມ, ບັນດາກະຊວງ, ອົງການສູນກາງ ແລະ ທ້ອງຖິ່ນ ເພື່ອຈັດ​ຕັ້ງ​ປະຕິບັດ​ໂຄງການ.

ຄຽງ​ຂ້າງ​ນັ້ນ, ​ເພື່ອປະຕິບັດ​ຕາມການ​ຊີ້​ນຳ​ຂອງ​ລັດຖະບານ​ແລະ​ນາຍົກລັດຖະມົນຕີ, ກະຊວງ​ການຄັງ​ໄດ້​ເພີ່ມ​ທະວີ​ວຽກ​ງານການ​ຄຸ້ມ​ຄອງ, ຕິດ​ຕາມ​ກວດ​ກາ​ແຫຼ່ງ​ລາຍ​ຮັບ​ຢ່າງ​ໃກ້​ຊິດ, ສູ້​ຊົນເພີ່ມ​ລາຍ​ຮັບ, ຫຼຸດ​ຜ່ອນ​ການ​ໃຊ້​ຈ່າຍ​ເກີນກາຍ, ປະຢັດການ​ໃຊ້​ຈ່າຍ​ງົບປະມານ​ຂອງລັດຢ່າງ​ເຖິງ​ຖອງ, ​ໂດຍ​ສະ​ເພາະການໃຊ້ຈ່າຍໃນອາຊີບທີ່​ມີລັກສະນະການລົງທຶນ; ຍູ້​ແຮງ​ແຜນ​ການປະຕິ​ຮູບ​ພາສີ, ຫຼຸດ​ອັ​ດຕາ​ພາສີ​ຄ້າງຊຳລະ; ນຳໃຊ້​ໃບ​ເກັບ​ເງິນ​ເອ​ເລັກ​ໂຕຣນິກ,... ​ໃຊ້​ປະ​ໂຫຍ​ດຈາກໂອກາດ​ເພີ່ມ​ລາຍ​ຮັບ​ງົບປະມານ​ຂອງ​ລັດ, ​ໂດຍ​ສະ​ເພາະ​ໂອກາດເພີ່ມລາຍຮັບສໍາລັບທຸລະກໍາດິຈີຕອນຂ້າມຊາຍແດນ ແລະ ການ​ບໍລິການ​ທີ່​ອີງ​ໃສ່​ດິຈີ​ຕອນ; ​ເກັບ​ຄືນ​ເງິ​ນທຶນ​ໃຊ້​ຈ່າຍ​ປະຈຳທີ່​ຈັດ​ສັນ​ຊ້າ, ນຳ​ໃຊ້​ຊ້າ​... ​ເພື່ອ​ເພີ່ມ​ເຕີມ​ແຫຼ່ງພະລັງ​ປະຕິບັດ​ໂຄງ​ການ./.

--------------------

(1) ການ​ເຕີບ​ໂຕ​ຂອງ ຈີ​ດີ​ພີ ປີ 2020 ບັນລຸ 2,91% ທຽບກັບ​ແຜນການ​ແມ່ນ 6,8%; ປີ 2021 ບັນລຸ 2,58% ທຽບກັບ​ແຜນການ​ແມ່ນ 6%.

(2) ປະກອບ​ມີ: 1- ບົດ​ສະຫຼຸບ​​ເລກທີ 77-KL/TW, ລົງ​ວັນ​ທີ 5 ມິຖຸນາ 2020, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ໃນ​ນັ້ນ ກຳນົດ​ໃຫ້ ​ແກ້​ໄຂ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ການ​ຜະລິດ ທຸລະ​ກິດ, ກະກຽມ​ແຫຼ່ງພະລັງ, ສ້າງ​ບັນດາ​ນະ​ໂຍບາຍ​ພິ​ເສດ, ​ໃຊ້​ປະ​ໂຫຍ​ດຈາກ​ໂອກາດ, ຍົກ​ສູງ​ຄວາມ​ສາມາດ​ພາຍ​ໃນ ​ແລະ ຄວາມ​ສາມາດ​ແຂ່ງຂັນ, ຄວາມ​ສາມາດ​ອົດ​ທົນ​ຕ້ານທານ ​ແລະ ຄວາມ​ເປັນ​ເຈົ້າ​ຂອງ​ພື້ນຖານ​ເສດຖະກິດ; 2- ບົດ​ສະຫຼຸບ​​ເລກທີ 16-KL/TW, ລົງ​ວັນ​ທີ 8 ຕຸລາ 2021, ຂອງກົມ​ການ​ເມືອງ​ສູນ​ກາງ​ພັກຮຽກຮ້ອງ​ໃຫ້ ກະ​ກຽມ​ແຜນການ​ທີ່​ເປັນ​ໄປ​ໄດ້ ​ເພື່ອ​ຟື້ນ​ຟູ​ເສດຖະກິດ-ສັງຄົມ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ; 3- ບົດ​ສະຫຼຸບ​​ເລກທີ 20-KL/TW, ລົງ​ວັນ​ທີ 16 ຕຸລາ 2021, ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີສີ່​ສະ​ໄໝ​ທິ 13 “ວ່າ​ດ້ວຍ​ການ​ກະ​ກຽມ​ແຜນການ​ທີ່​ເປັນ​ໄປ​ໄດ້​ ເພື່ອຟື້ນ​ຟູ​ແລະ​ພັດທະນາ​ເສດຖະກິດ-ສັງຄົມ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ ​ແລະ ສ້າງ​ໂຄງ​ເລື່ອງ​ການ​ເຕີບ​ໂຕ​ໃນ​ສະພາບ​ການ​ໃໝ່, ບໍ່ປະ​ໃຫ້​ຫວຽດ​ນາມ​ຕົກ​ຢູ່​ໃນ​ພາວະ​ເສດຖະກິດ​ຖົດ​ຖອຍ ແລະ ຫຼຸດ​ແຮງຂັບ​ເຄື່ອນ​ການ​ເຕີບ​ໂຕ​ໃນ​ໄລ​ຍະ​ຍາວ”.

(3) ປະກອບ​ມີ: 1- ມະຕິ​ເລກທີ 16/2021/QH15, ngày 27-7-2021, “ວ່າ​ດ້ວຍ​ແຜນການ​ພັດທະນາ​ເສດຖະກິດ-ສັງ​ຄົມ 5 ປີ 2021 - 2025”, ​ໃນ​ນັ້ນ ​ຮຽກຮ້ອງ​ໃຫ້ ດຳ​ເນີນ​ການຄົ້ນຄວ້າ, ສ້າງ ​ແລະ ຜັນ​ຂະຫຍາຍ​ປະຕິບັດ ໂຄງການ​ຟື້ນ​ຟູ​ແລະ​ພັດທະນາ​ເສດຖະກິດທີ່​ເປັນ​ໄປ​ໄດ້​ ແລະ​ມີ​ປະສິດທິ​ຜົນ2- ມະຕິ​ເລກທີ 32/2021/QH15, ລົງ​ວັນ​ທີ 12 ພະຈິກ 2021, “ວ່າ​ດ້ວຍ​ແຜນການ​ພັດທະນາ​ເສດຖະກິດ-ສັງ​ຄົມປີ 2022”; 3- ມະຕິ​ເລກທີ 41/2021/QH15, ລົງ​ວັນ​ທີ 13 ພະຈິກ 2021, “ວ່າ​ດ້ວຍ​ການ​ເຄື່ອນ​ໄຫວ​ຊັກ​ຖາມ​​ທີ່​ກອງ​ປະ​ຊຸມ​ຄັ້ງ​ທີ 2, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 15”, ​ແລະ ມະຕິ​ເລກທີ 42/2021/QH15, ລົງ​ວັນ​ທີ 13 ພະຈິກ 2021, ຂອງ​ສະພາ​ແຫ່ງ​ຊາດ, “ວ່າ​ດ້ວຍ​ກອງ​ປະ​ຊຸມ​ຄັ້ງ​ທີ 2, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 15” ກຳນົດ​ເປົ້າ​ໝາຍ​ໃນ​ປີ 2021 ​ເລັ່ງລັດ​ການ​ສ້າງ, ສະເໜີໃຫ້ອົງການທີ່ມີອຳນາດ ອະນຸມັດ ແລະ ຈັດຕັ້ງປະຕິບັດ ໂຄງການ​ຟື້ນ​ຟູ​ແລະ​ພັດທະນາ​ເສດຖະກິດ-ສັງຄົມ.

(4) ບົດ​ສະຫຼຸບ​​ເລກທີ 24-KL/TW, ລົງ​ວັນ​ທີ 30 ທັນວາ 2021, ຂອງກົມ​ການ​ເມືອງ​ສູນ​ກາງ​ພັກ.

(5) ແຜນການ​ພັດທະນາ​ເສດຖະກິດ-ສັງ​ຄົມ 5 ປີ 2021-2025, ແຜນການປັບ​ໂຄງ​ສ້າງ​ເສດຖະກິດ​ຄືນ​ໃໝ່​ໄລຍະ​ປີ 2021-2025, ແຜນການການ​ເງິນ​ແຫ່ງ​ຊາດ ​ແລະ ການ​ກູ້​ຢືມ​ເງິນ, ຊຳລະ​ໜີ້​ສິນພາກ​ລັດ 5 ປີ​ໄລຍະ 2021-2025, ແຜນການລົງທຶນພາກ​ລັດໄລຍະກາງໄລຍະປີ 2021-2025, ​ໂຄງການ​ປ້ອງ​ກັນ​ແລະ​ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 (2022-2023).

(6) ມະຕິ​ເລກທີ 23/2021/QH15 ກຳນົດ​ເປົ້າ​ໝາຍ​ໜີ້​ສິນ​ສາທາລະນະ​ດ້ວຍ​ລະດັບ​ເຕືອນ​ໄພ 55% ຂອງຈີ​ດີ​ພີ, ເພດານ​ໜີ້​ສິນ​ສາທາລະນະ 60% ຂອງຈີ​ດີ​ພີ; ໜີ້​ສິນ​ຂອງ​ລັດຖະບານ​ມີ​ລະດັບ​ເຕືອນ​ໄພ 45% ຂອງຈີ​ດີ​ພີ, ເພດານທີ່​ສະພາ​ແຫ່ງ​ຊາດ​ອະນຸຍາດແມ່ນ 50% ຂອງຈີ​ດີ​ພີ.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 991 (​ເດືອນມິຖຸນາ 2022)