ວກ. - ໃນຂະບວນການປະຕິບັດບັນດາສັນຍາການຄ້າເສລີ, ພິເສດແມ່ນບັນດາສັນຍາການຄ້າເສລີຮຸ່ນໃໝ່ນັ້ນ ມີການເຕີບໂຕທີ່ບໍ່ສະໝ່ຳສະເໝີລະຫວ່າງບັນດາຂະແໜງການ ​ໃນ​ພື້ນຖານ​ເສດຖະກິດ ​ພາຍ​ໃຕ້ຜົນ​ກະທົບ​ຂອງ​ການເປີດເສລີທາງ​ການ​ຄ້າ. ດັງນັ້ນຈຶງຈຳເປັນຕ້ອງກຳນົດບັນດາຂະແໜງເສດຖະກິດທີ່ມີທ່າໄດ້ປຽບ, ສະເໜີວິທີແກ້ໄຂເພື່ອຊຸກຍູ້ບັນດາຂະແໜງການດັ່ງກ່າວໃຫ້ພັດທະນາ ເພື່ອສ້າງກຳລັງແຮງຊຸກຍູ້ການເຕີບໂຕເສດຖະກິດ, ຫຼຸດການຫວ່າງງານ, ເພີ່ມທະວີສະຫວັດດີການສັງຄົມ.

ທ່ານ ຟ້າມ ມິງຈີ້ງ ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ໄປຢາມແລະກວດກາໂຮງງານຜະລິດສ່ວນປະກອບການບິນແລະອາວະກາດ UAC (ອາເມລິກາ) ຢູ່ນະຄອນດານັງ _ພາບ:ເຢືອງຢາງ-TTXVN

ແນວຄວາມຄິດກ່ຽວກັບຂະ​ແໜງ​ເສດຖະກິດ​ທີ່​ມີ​ທ່າ​ໄດ້​ປຽບໃນ​ການ​ພັດທະນາ

ຂະ​ແໜງ​ເສດຖະກິດ​ທີ່​ມີ​ທ່າ​ໄດ້​ປຽບໃນການພັດທະນາແມ່ນໜຶ່ງໃນ​ຫົວ​ຂໍ້​ທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຫຼາຍ ​ໃນ​ຍຸດ​ທະ​ສາດການ​ພັດທະນາ​ ຂອງ​ແຕ່ລະ​ປະ​ເທດ ໂດຍສະເພາະເມື່ອປະເທດເປີດປະຕູ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ. ມີຫຼາຍທັດສະນະແລະວິທີການທີ່ແຕກຕ່າງກັນ ໃນການກໍານົດຂະແໜງການທີ່ມີທ່າໄດ້ປຽບໃນການພັດທະນາ. ຢ່າງໃດກໍຕາມ, ສາມາດສະຫຼຸບປະເດັນຫຼັກ​ກ່ຽວ​ກັບ​ຂະ​ແໜງ​ເສດຖະກິດ​ທີ່​ມີ​ທ່າ​ໄດ້​ປຽບ​ດ້ານ​ການ​ພັດທະນາໄດ້ດັ່ງນີ້:

ທີໜຶ່ງ, ແມ່ນຂະແໜງການທີ່ມີສະມັດຖະພາບການຜະລິດສູງ ເມື່ອທຽບກັບສະມັດຖະພາບການຜະລິດຂອງໂລກ, ມີ​ຕະຫຼາດ​ໂລກຂະໜາດໃຫຍ່, ມີຄວາມ​ໄດ້​ປຽບໂດຍປຽບທຽບໃນ​ດ້ານ​ຊັບພະຍາກອນ​ທີ່​ອຸດົມສົມບູນ, ມີ​ຕົ້ນ​ທຶນການຜະລິດ​​ຕ່ຳ, ມີອຸປະສັກທາງການຄ້າແລະບໍ່ແມ່ນ​ການ​ຄ້າ​ຕ່ຳ, ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ຂອງການ​ໃຊ້ຊັບພະຍາກອນຂອງລະບົບ​ເສດຖະກິດ.

ທີສອງ, ແມ່ນຂະແໜງການທີ່ມີຜົນກະທົບທາງບວກທີ່ສຸດ ຕໍ່ການສົ່ງອອກ, ຕໍ່ຂະແໜງການອື່ນ ແລະ ພື້ນຖານເສດຖະກິດທັງໝົດ ໂດຍ​ຜ່ານ​ການ​ເຊື່ອມ​ໂຍງທາງ​ເສດຖະກິດທີ່ກ່ຽວຂ້ອງ​ກັບລຳດັບຄວາມສຳຄັນຂອງ​ແຕ່ລະ​ໄລຍະການ​ພັດທະນາ​ເສດຖະກິດ​ ໃນ​ໄລຍະ​ສັ້ນ, ໄລຍະກາງ ​ແລະ ໄລຍະຍາວ.

ທີສາມ, ແມ່ນຂະແໜງການທີ່ມີສະມັດຖະພາບການຜະລິດສູງ ແລະ​ ສາ​ມາດ​ໃຊ້ບັນດາ​ປັດ​ໄຈເພື່ອຊຸກຍູ້ການຍົກສູງ​ສະມັດຖະພາບການຜະລິດ, ມີ​ຄວາມ​ສາ​ມາດ​ແລະ​ສ້າງຂີດຄວາມ​ສາ​ມາດໃນການ​ແຂ່ງ​ຂັນ​ສູງ​ ດ້ວຍ​ສະ​ພາບ​ແວດ​ລ້ອມ​ການ​ທຸ​ລະ​ກິດ​ທີ່​ເອື້ອ​ອໍາ​ນວຍ​, ຕິດ​ພັນ​ກັບ​ການ​ຂະຫຍາຍ​ກຸ່ມຂະແໜງການ, ສ້າງ​ຜົນ​ສະທ້ອນແລະຜົນກະທົບແຜ່ກະຈາຍ, ຊຸກຍູ້​ການເພີ່ມ​ສະມັດຖະພາບ, ນະວັດຕະກຳ, ການ​ຄ້າ ​ແລະ ການ​ປະກອບ​ການ.  

ທີສີ່, ແມ່ນຂະແໜງການທີ່​ອະ​ນຸ​ຍາດ​ໃຫ້​ຂຸດ​ຄົ້ນ​ບັນດາຂໍ້​ໄດ້​ປຽບ​ຢ່າງມີປະ​ສິດ​ທິ​ຜົນ​ທີ່​ສຸດ​, ບັນລຸຄວາມມີປະສິດທິພາບຕາມຂະໜາດ ດ້ວຍການຫັນເປັນວິຊາຊີບເລິກເຊິ່ງ, ຕອບສະໜອງຄວາມຕ້ອງການຂອງຕະຫຼາດໂລກໄດ້.

ທີຫ້າ, ແມ່ນຂະແໜງການທີ່ສາມາດເຂົ້າຮ່ວມໃນລະບົບຕ່ອງໂສ້ຄຸນຄ່າທົ່ວໂລກໄດ້ໃນຖານະຕ່ອງໂສ້ໜຶ່ງ; ສາມາດກາຍເປັນຜູ້ນໍາໜ້າ, ຜູ້ປະສານງານ, ຍົກລະດັບລະບົບຕ່ອງໂສ້; ກວມເອົາອັດຕາສ່ວນສູງໃນການແຈກຢາຍຄຸນຄ່າເພີ່ມຂອງລະບົບຕ່ອງໂສ້.

ທີ່ຫົກ, ແມ່ນຂະແໜງການທີ່ມີຄວາມແປກໃໝ່, ການບຸກເບີກ, ຄວາມກ້າວໜ້າ, ເຕັກໂນໂລຊີ, ການເຄື່ອນເໜັງ, ຄວາມໂດດເດັ່ນ

ຈາກນັ້ນ, ແນວຄວາມຄິດກ່ຽວກັບຂະແໜງເສດຖະກິດທີ່ມີທ່າໄດ້​ປຽບ (ລວມເຖິງການຜະລິດແລະບໍລິການ) ແມ່ນ​ໄດ້​ຮັບ​ການ​ກໍ່ສ້າງ​ຕາມການເຂົ້າເຖິງແບບ​​ເຄື່ອນເໜັງ​ແລະ​ເປີດ​ກວ້າງ ໂດຍມີເນື້ອຫາຫຼັກດັງນີ້ຂະແໜງເສດຖະກິດທີ່ມີທ່າໄດ້​ປຽບໃນການພັດທະນາແມ່ນຂະແໜງການທີ່ມີສະມັດຖະພາບການຜະລິດສູງ ເມື່ອທຽບກັບສະມັດຖະພາບການຜະລິດຂອງໂລກ, ອະນຸຍາດໃຫ້ລະດົມແລະນຳໃຊ້ຊັບພະຍາກອນທີ່ມີທ່າດີໄດ້ຢ່າງມີປະສິດທິຜົນສູງສຸດ, ບັນລຸຄວາມມີປະສິດທິພາບຕາມຂະໜາດ ດ້ວຍການຫັນເປັນວິຊາຊີບເລິກເຊິ່ງ, ຕອບສະໜອງຄວາມຕ້ອງການຂອງຕະຫຼາດໂລກໄດ້, ສາມາດເຂົ້າຮ່ວມໃນລະບົບຕ່ອງໂສ້ຄຸນຄ່າທົ່ວໂລກໄດ້ ແລະ ສາມາດກາຍເປັນຜູ້ນໍາໜ້າ, ຜູ້ປະສານງານ, ຍົກລະດັບລະບົບຕ່ອງໂສ້ ກໍຄືກວມເອົາອັດຕາສ່ວນສູງ ໃນການແຈກຢາຍຄຸນຄ່າເພີ່ມຂອງລະບົບຕ່ອງໂສ້ ແລະ ມີຜົນກະທົບທາງບວກຕໍ່ການສົ່ງອອກ.

ຂະແໜງເສດຖະກິດທີ່ມີທ່າໄດ້ປຽບໃນການພັດທະນາຂອງຫວຽດນາມ

ໃນຄວາມເປັນຈິງ, ສະພາບ​ການ​ແລະ​ເງື່ອນ​ໄຂ ກໍຄື ຂໍ້ບຸລິມະສິດ​ໃນ​ແຕ່​ລະ​ໄລຍະການ​ພັດທະນາ​ຂອງພື້ນຖານເສດຖະກິດ​ນັ້ນ ມີຄວາມ​ແຕກ​ຕ່າງ​ກັນ. ​ຂະ​ແໜງ​ເສດຖະກິດ​ທີ່​ມີ​ທ່າ​ໄດ້​ປຽບໃນ​ການ​ພັດທະນາ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ກຳນົດໂດຍອີງໃສ່​ບັນດາພື້ນຖານ​ຕໍ່ໄປນີ້:   

ກ່ຽວກັບພື້ນຖານການເມືອງ-ກົດໝາຍ, ມະຕິ, ດຳລັດ, ຂໍ້ຕັດສິນຕົກລົງຕ່າງໆ ເຊັ່ນ: ມະຕິເລກທີ 23-NQ/TW, ລົງວັນທີ 22 ມີນາ 2018, ຂອງກົມການເມືອງສູນກາງພັກ, “ວ່າດ້ວຍທິດທາງການກໍ່ສ້າງນະໂຍບາຍພັດທະນາອຸດສາຫະກຳແຫ່ງຊາດເຖິງປີ 2030, ວິໄສທັດຮອດປີ 2045” (ຕໍ່ໄປນີ້ເອີ້ນວ່າມະຕິເລກທີ 23-NQ/TW) ໄດ້ລະບຸວ່າ, ອຸດສາຫະກຳມີບົດບາດສຳຄັນຕໍ່ການພັດທະນາເສດຖະກິດຂອງປະເທດ, ແມ່ນໜຶ່ງໃນຂະແໜງການທີ່ປະກອບສ່ວນຫຼາຍທີ່ສຸດໃຫ້ງົບປະມານຂອງລັດ ໃນຊຸມປີທີ່ຜ່ານມາມໍ່ນີ້, ກາຍເປັນຂະແໜງການສົ່ງອອກຕົ້ນຕໍ ທີ່​ມີ​ອັດ​ຕາ​ການເຕີບໂຕ​ສູງ. ຕາມມະຕິເລກທີ 23-NQ/TW, “ເປົ້າໝາຍລວມພາຍໃນປີ 2030, ຫວຽດນາມບັນລຸເປົ້າໝາຍການຫັນເປັນອຸດສາຫະກຳແລະທັນສະໄໝ, ໂດຍພື້ນຖານກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝ; ຢູ່ໃນກຸ່ມ 3 ປະເທດທີ່ນຳໜ້າພາກພື້ນອາຊຽນດ້ານອຸດສາຫະກຳ ເຊິ່ງມີຂະແໜງການອຸດສາຫະກຳຈຳນວນໜຶ່ງທີ່ສາມາດແຂ່ງຂັນໄດ້ໃນລະດັບສາກົນ ແລະ ມີ​ສ່ວນ​ຮ່ວມ​ຢ່າງ​ເລິກ​ເຊິ່ງ​ໃນ​ລະບົບຕ່ອງ​ໂສ້ຄຸນ​ຄ່າ​ທົ່ວ​ໂລກ. ວິ​ໄສ​ທັດ​ຮອດ​ປີ 2045, ຫວຽດນາມ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ທີ່ທັນ​ສະ​ໄໝ”. 

ກ່ຽວກັບພື້ນຖານວິທະຍາສາດ, ການຄົ້ນຄວ້າໃຊ້ຮູບແບບດຸນລະຍາພາບທົ່ວໄປ (CGE) ເປັນວິທີການເຂົ້າເຖິງຕົ້ນຕໍ ເພື່ອວິເຄາະ, ປະເມີນ ແລະ ຄາດຄະເນຜົນກະທົບຂອງສັນຍາການຄ້າເສລີ (ການ​ຫຼຸດກຳແພງ​ພາ​ສີ​ແລະ​ບໍ່​ແມ່ນ​ພາ​ສີ) ສຳລັບໂຄງສ້າງເສດຖະກິດຕາມຂະແໜງການ ແລະ ກຳນົດຂະແໜງການທີ່ມີທ່າໄດ້ປຽບ. ການຄົ້ນຄວ້າໄດ້ພັດທະນາແຜນສະບັບຕ່າງໆ (ອີງໃສ່ແຜນສະບັບພື້ນຖານຂອງການຫຼຸດຜ່ອນພາສີຫຼືມາດຕະການທີ່ບໍ່ແມ່ນພາສີ) ສອດ​ຄ່ອງ​ກັບ​ເສັ້ນ​ທາງ​ໃນ​ການ​ປະ​ຕິ​ບັດ​​ຄຳ​ໝັ້ນ​ສັນ​ຍາ​ ຕາມສັນ​ຍາ​ສຳ​ຄັນ​ທີ່​ຫວຽດ​ນາມໄດ້​ລົງ​ນາມ ​ເພື່ອ​ຈຳ​ລອງ​ແລະວິ​ເຄາະໃນລາຍລະອຽດ​​ຜົນ​ກະທົບ​ຂອງສັນຍາການນຄ້າເສລີ​ແຕ່ລະ​ສະບັບ ແລະ ຜົນກະທົບໂດຍລວມຂອງສັນຍາທັງໝົດນີ້ພ້ອມກັນໃນ 41 ຂະ​ແໜງ​ເສດຖະກິດ, 8 ພາກເສດຖະກິດ, 20 ກຸ່ມຄົວເຮືອນ ແລະ 7 ປັດໄຈການຜະລິດໃນຫວຽດນາມ ອີງບົນ​ພື້ນຖານ​ການ​ພົວພັນ​ດ້ານ​ການ​ຄ້າ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ສັນຍາ​ການ​ຄ້າ​ເສລີ​ກັບ​ຫວຽດນາມ.

ຫຼັກເກນການ​ຄັດ​ເລືອກ​ບັນດາ​ຂະ​ແໜງ​ເສດຖະກິດ​ທີ່​ມີ​ທ່າ​ໄດ້​ປຽບ​ໃນ​ການ​ພັດທະນາ.

ບົນ​ພື້ນຖານ​ດ້ານ​ການ​ເມືອງ-ກົດໝາຍ ​ແລະ ວິທະຍາສາດ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້, ຫຼັກເກນທີ່​ກຳນົດຂຶ້ນ​ເພື່ອ​ຄັດ​ເລືອກ​ຂະ​ແໜງ​ເສດຖະກິດ​ທີ່​ມີ​ທ່າ​ໄດ້​ປຽບໃນ​ການ​ພັດທະນາ​ ມີດັງນີ້: 1- ອີງໃສ່ຜົນຂອງການວິເຄາະພາວະວິໄສ; 2- ມີຄວາມສາມາດເຂົ້າຮ່ວມຢ່າງເລິກເຊິ່ງໃນເຄືອຂ່າຍການຜະລິດ ແລະ ລະບົບຕ່ອງໂສ້ຄຸນຄ່າທົ່ວໂລກ (ມີຕະຫຼາດຕ່າງປະເທດຂະໜາດໃຫຍ່ໃນໂລກ, ມີມາດຕະການກີດກັ້ນທາງການຄ້າແລະບໍ່ແມ່ນການຄ້າທີ່ຕ່ຳ, ສົ່ງຜົນກະທົບຕັ້ງໜ້າທີ່ສຸດເຖິງການສົ່ງອອກ, ມີ​ຄວາມ​ສາມາດ ​ແລະ ສ້າງ​ຄວາມ​ສາມາດໃນການ​ແຂ່ງຂັນ​ສູງ, ບັນລຸຄວາມມີປະສິດທິຜົນຕາມຂະໜາດ ດ້ວຍການຫັນເປັນວິຊາຊີບເລິກເຊິ່ງ, ຕອບສະໜອງຄວາມຕ້ອງການຂອງຕະຫຼາດໂລກໄດ້, ເຂົ້າຮ່ວມໃນລະບົບຕ່ອງໂສ້ຄຸນຄ່າທົ່ວໂລກໄດ້ໃນຖານະຕ່ອງໂສ້ໜຶ່ງ, ສາມາດກາຍເປັນຜູ້ນຳໜ້າ, ຜູ້ປະສານງານ, ຍົກລະດັນຂອງລະບົບ; ກວມອັດຕາສ່ວນສູງໃນການແຈກຢາຍຄຸນຄ່າເພີ່ມຂອງລະບົບ); 3- ມີຜົນກະທົບແຜ່ກະຈາຍກວ້າງເຖິງບັນດາຂະແໜງເສດຖະກິດອື່ນ (ສົ່ງຜົນກະທົບຕັ້ງໜ້າທີ່ສຸດເຖິງບັນດາຂະແໜງເສດຖະກິດອື່ນ ແລະ ລະບົບເສດຖະກິດທັງໝົດ ຜ່ານ​ການ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ, ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ຂອງ​ກຸ່ມຂະແໜງການ, ສ້າງ​ຜົນ​ກະ​ທົບ​​ສະທ້ອນ​ ແລະ ແຜ່ກະຈາຍ); 4- ໃຊ້ເຕັກໂນໂລຊີສະອາດ, ເປັນມິດກັບສິ່ງແວດລ້ອມ; 5- ມີຄວາມແປກໃໝ່, ການບຸກເບີກ, ຄວາມກ້າວໜ້າ, ເຕັກໂນໂລຊີ, ການເຄື່ອນເໜັງ, ຄວາມໂດດເດັ່ນ; 6- ມີຄວາມສາມາດສ້າງຄຸນຄ່າເພີ່ມສູງ (ມີສະມັດຖະພາບການຜະລິດສູງ ແລະ ສາມາດໃຊ້ປະໂຫຍດຈາກບັນດາປັດໄຈຊຸກຍູ້ການຍົກສູງສະມັດຖະພາບການຜະລິດ); 7- ການ​ນຳ​ໃຊ້​ແຮງ​ງານ​ຫຼາຍທີ່ຫວຽດນາມຍັງ​ມີ​ທ່າ​ໄດ້​ປຽບ (ມີຄວາມໄດ້ປຽບໂດຍປຽບທຽບໃນດ້ານຊັບພະຍາກອນທີ່ອຸດົມສົມບູນ, ມີຕົ້ນທຶນການຜະລິດຕ່ຳ, ປະກອບສ່ວນຍົກສູງປະສິດທິຜົນຂອງການໃຊ້ຊັບພະຍາກອນໃນລະບົບເສດຖະກິດ); 8- ມີສະມັດຖະພາບການຜະລິດສູງໃນສາຍສຳພັນກັບສະມັດຖະພາບການຜະລິດຂອງໂລກ; 9- ມີລັກສະນະໝັ້ນຄົງ ແລະ ສືບທອດໃນໄລຍະສັ້ນ ແລະ ໄລຍະກາງ, ມີຄວາມບຸກທະລຸໃນໄລຍະບາວ.  

ບັນດາຂະແໜງເສດຖະກິດທີ່ມີທ່າໄດ້ປຽບໃນການພັດທະນາຢູ່ຫວຽດນາມ.

ຕາມ​ຜົນ​ຂອງ​ການ​ຄົ້ນຄວ້ານັ້ນ, ການ​ປ່ຽນ​ແປງມູນຄ່າການ​ສົ່ງ​ອອກ​ຂອງບັນດາຂະແໜງການໃນ​ໄລຍະ​ຍາວ ກໍຄືອັດຕາ​ສ່ວນ​ຮ້ອຍຂອງການ​ປ່ຽນ​ແປງ ​ເມື່ອ​ທຽບ​ກັບແຜນສະບັບພື້ນຖານ ​ພາຍ​ໃຕ້ຜົນ​ກະທົບ​ພ້ອມ​ກັນ​ຂອງ​ສັນຍາ​ການ​ຄ້າ​ເສລີຮຸ່ນ​ໃໝ່ (CPTPP, EVFTA ​ແລະ RCEP) ມີດັງນີ້: ຂະແໜງການ ໂທລະສັບແລະສ່ວນປະກອບ ມີມູນຄ່າການສົ່ງອອກເພີ່ມຂຶ້ນຫຼາຍທີ່ສຸດ, ຮອງລົງມາດ້ວຍເຄື່ອງໜັງ, ສິ່ງທໍແລະຕັດຫຍິບ, ອາຫານປຸງແຕ່ງ. ບັນດາຂະແໜງ ສິນຄ້າການປະມົງ, ກ້ອງຖ່າຍຮູບ, ກ້ອງວີດີໂອ ແລະ ສາຍໄຟ ກໍ່ມີມູນຄ່າການສົ່ງອອກເພີ່ມຂຶ້ນ, ແຕ່ອັດຕາເພີ່ມຂຶ້ນບໍ່ສູງ. ບັນດາຂະແໜງເສດຖະກິດອື່ນ ມີມູນຄ່າການສົ່ງອອກຫຼຸດລົງ ເມື່ອທຽບກັບແຜນສະບັບພື້ນຖານ, ໂດຍສະເພາະ ບັນດາຂະແໜງໃນຂົງເຂດກະສິກຳ, ການປ່າໄມ້, ເຄື່ອງຈັກແລະອຸປະກອນ, ສິນຄ້າອື່ນ ແລະ ການຄ້າ.    

ໃນໄລຍະຍາວ, ການນຳເຂົ້າຂອງຂະແໜງການທັງໝົດເພີ່ມຂຶ້ນເມື່ອທຽບກັບແຜນສະບັບພື້ນຖານ ພາຍໃຕ້ຜົນກະທົບຂອງແຕ່ລະສັນຍາ, ​ໃນ​ນັ້ນ ​ຍອດມູນ​ຄ່າ​ການ​ນຳ​ເຂົ້າຕາມສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​​ພາກ​ພື້ນ (RCEP) ເພີ່ມຂຶ້ນຫຼາຍສູດ (9,92%), ຮອງລົງ​ມາ​ແມ່ນ​ສັນຍາ​ການ​ຄ້າ​ເສລີຫວຽດນາມ - ສະຫະພາບເອີຣົບ (EVFTA) (9,59%) ແລະ ສຸດທ້າຍແມ່ນ ສັນຍາຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ (CPTPP) (8,19%). ໃນ​ກໍ​ລະ​ນີ​ການ​ຈໍາ​ລອງບັນດາສັນຍາໄດ້ຮັບການປະຕິບັດ​ພ້ອມ​ກັນ​, ການເຕີບໂຕຂອງການນຳເຂົ້າຂອງທຸກຂະແໜງການເພີ່ມຂຶ້ນ ເມື່ອທຽບກັບແຜນສະບັບພື້ນຖານ,ຍົກເວັ້ນກໍລະນີຜະລິດຕະພັນຂອງຂະແໜງປ່າໄມ້. ຂະໜາດການເຕີບໂຕຂອງການນຳເຂົ້າພາຍໃຕ້ຜົນກະທົບພ້ອມກັນຂອງສັນຍາທັງສາມນັ້ນສູງກວ່າ ເມື່ອມີພຽງຜົນກະທົບຂອງສອງສັນຍາ CPTPP ແລະ EVFTA. ກ່ຽວກັບມູນຄ່າ, ຂະແໜງການ ໂທລະສັບແລະສ່ວນປະກອບ ມີການເພີ່ມຂຶ້ນຫຼາຍທີ່ສຸດ ແລະ ລື່ນກາຍຂະແໜງການທີ່ເຫຼືອອື່ນໆ. ​ໃນ​ດ້ານ​ອັດຕາ​ການ​ເຕີບ​ໂຕ, ຂະແໜງການ​ ຟອກ​ໜັງ ​ມີ​ອັດຕາ​ການ​ນຳ​ເຂົ້າ​ໃຫຍ່​ທີ່​ສຸດ, ຮອງ​ລົງ​ມາ​ແມ່ນ​ຜະລິດ​ຕະພັນ ​ຄອມ​ພິວ​ເຕີ, ຜະລິດ​ຕະພັນ​ເອ​ເລັກ​ໂຕຣນິກ ​ແລະ ​ສິ່ງທໍແລະຕັດຫຍິບ.   

ການເຕີບໂຕຂອງການສົ່ງອອກຂອງຂະແໜງການໜຶ່ງແມ່ນຕົວຂັບເຄື່ອນໃນທາງບວກ ຂອງການເພີ່ມມູນຄ່າການສົ່ງອອກຂອງຂະແໜງການນັ້ນ, ໃນຂະນະທີ່ການນຳເຂົ້າເພີ່ມຂຶ້ນ (ໂດຍສະເພາະ ໃນກໍລະນີການນຳເຂົ້າຮັບໃຊ້ໃຫ້ແກ່ຄວາມຕ້ອງການບໍລິໂພກຂັ້ນສຸດທ້າຍ) ອາດຈະສ້າງແຮງກົດດັນໃນການແຂ່ງຂັນກັບສິນຄ້າທີ່ຜະລິດຢູ່ພາຍໃນປະເທດ ເຊິ່ງນຳໄປສູ່ຄວາມສາມາດໃນການຫຼຸດຂະໜາດການ​ຜະລິດ​ຂອງ​ຂະແໜງການ. ພາຍໃຕ້ຜົນກະທົບລວມຂອງບັນດາສັນຍາ CPTPP, EVFTA ແລະ RCEP, ບັນດາຂະແໜງການກຳລັງມີທ່າໄດ້ປຽບ ແລະ ສືບຕໍ່ໄດ້ຮັບຜົນກະທົບທາງ​ບວກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ແມ່ນ​ອຸດ​ສາ​ຫະ​ກຳ​ເອ​ເລັກ​ໂຕຣ​ນິກ: ຄອມພິວເຕີ, ຜະລິດຕະພັນເອເລັກໂຕຮນິກ, ໂທລະສັບແລະສ່ວນປະກອບ; ໃນຂົງເຂດສິ່ງທໍຕັດຫຍິບ, ເກີບແລະເຄື່ອງໜັງສິນຄ້າສິ່ງທໍຕັດຫຍິບ ແລະ ເຄື່ອງໜັງ; ໃນຂົງເຂດປຸງແຕ່ງອາຫານອາຫານປຸງແຕ່ງ. ກຸ່ມຂະແໜງການທັງທີ່ກ່າວມາຂ້າງເທິງ ມີມູນຄ່າການສົ່ງອອກແລະມູນຄ່າການຜະລິດເພີ່ມຂຶ້ນຫຼາຍທີ່ສຸດ ພາຍໃຕ້ຜົນກະທົບພ້ອມໆກັນຂອງບັນດາສັນຍາ. ຂະ​ແໜງ​ກະ​ສິ​ກຳ​ມີ​ມູນ​ຄ່າ​ການ​ສົ່ງອອກ​ຫຼຸດ​ລົງ​ຫຼາຍ​ທີ່​ສຸດ, ຮອງ​ລົງ​ມາ​ແມ່ນຂະແໜງການໄມ້, ຜະ​ລິດ​ຕະ​ພັນ​ໄມ້ ແລະ ສິນ​ຄ້າ​ອື່ນໆ. ມູນຄ່າການຜະລິດຂອງຂະແໜງການທີ່ຍັງເຫຼືອມີການປ່ຽນແປງບໍ່ຫຼາຍປານໃດ ເມື່ອທຽບກັບແຜນສະບັບພື້ນຖານ.

ດັງນັ້ນ, ເມື່ອສົມທົບບັນດາຫຼັກເກນການ​ຄັດ​ເລືອກ ​ແລະ ຜົນ​ການ​ຄົ້ນ​ຄ້ວາ, ບັນດາ​ຂະ​ແໜງ​ການ​ທີ່​ໄດ້​ຮັບ​ການ​ກຳນົດ​ວ່າມີ​ທ່າ​ໄດ້​ປຽບໃນ​ການ​ພັດທະນາ​ ຢູ່ຫວຽດນາມ ລວມມີ: ເຕັກໂນໂລຊີຂໍ້ມູນຂ່າວສານ; ເຕັກໂນໂລຊີເອເລັກໂຕຮນິກ; ການປຸງແຕ່ງອາຫານ; ການປະມົງ; ກະສິກຳ; ສິ່ງທໍຕັດຫຍິບ ແລະ ເຄື່ອງໜັງ; ຜະລິດຕະພັນເຄື່ອງໄມ້; ການສຶກສາ-ຝຶກອົບຮົມ ແລະ ວິທະຍາາສາດ-ເຕັກໂນໂລຊີ; ການທ່ອງທ່ຽວ; ບໍລິການໂທລະຄົມມະນາຄົມ. ບັນດາຂະແໜງການເຫຼົ່ານີ້ ມີຄວາມສາມາດແຜ່ກະຈາຍຫຼາຍ ແລະ ຕອບສະໜອງເງື່ອນໄຂຂອງຂະແໜງການໄດ້ປຽບໃນອະນາຄົດ; ໃນນັ້ນ, 5 ຂະແໜງການປຸງແຕ່ງອາຫານ, ການປະມົງ, ກະສິກຳ, ສິ່ງທໍຕັດຫຍິບ ແລະ ເຄື່ອງໜັງ, ຜະລິດຕະພັນເຄື່ອງໄມ້ ແມ່ນບັນດາຂະແໜງການທີ່ໃຊ້ແຮງງານເຂັ້ມຂົ້ນທັງໃນໄລຍະສັ້ນ ແລະໄລຍະຍາວ. ​ເຖິງ​ວ່າ​ບັນດາ​ຂະ​ແໜງ​ການ​ເຫຼົ່າ​ນີ້​ບໍ່​ໄດ້​ສ້າງ​ການ​ປ່ຽນ​ແປງ​ຢ່າງ​ກະທັນຫັນ​ໃນການ​ເຕີບ​ໂຕທາງ​ເສດຖະກິດ, ​ແຕ່​ມີ​ບົດບາດ​ສຳຄັນ​ໃນ​ພື້ນຖານ​ເສດຖະກິດ​ຫວຽດນາມ ​ເພາະມັນ​ແກ້​ໄຂ​ບັນຫາ​ແຮງ​ງານ ​ແລະ ມີ​ອັດຕາ​ສ່ວນ​ສູງ​ໃນ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ. ຢ່າງໃດກໍຕາມ, ພາຍໃຕ້ຜົນກະທົບຂອງສັນຍາການຄ້າເສລີ, ການແຂ່ງຂັນ ກໍຄືການຈັດແບ່ງຊັບພະຍາກອນລະຫວ່າງບັນດາຂະແໜງການ ສາມາດນໍາໄປສູ່ຜົນກະທົບເສີມ ຫຼືການບັງບຽດເຊິ່ງກັນແລະກັນ ດ້ວຍກົນໄກທີ່ສັບສົນທີ່ສຸດ. ເນື່ອງຈາກ​ບັນດາ​ຂະ​ແໜງ​ການ​ທີ່​ໃຊ້​ແຮງ​ງານເຂັ້ມຂົ້ນເຊິ່ງຈ້າງແຮງງານສ່ວນໃຫຍ່ທີ່ບໍ່ມີທັກສະ ​ອາດ​ຈະ​ຖືກບັງບຽດຄອບງຳໂດຍບັນດາຂະແໜງການທີ່​ສາມາດ​ດຶງ​ດູດ​ທຶນ​ຈຳນວນ​ຫຼວງ​ຫຼາຍຈາກພື້ນຖານເສດຖະກິດ​ ເພື່ອ​ລົງທຶນ​ແລະພັດທະນາ, ດັງນັ້ນ ​ຂະແໜງການເຫຼົ່ານີ້ອາດ​ຈະ​ເສຍປຽບ​ເມື່ອຫວຽດນາມ​ເປີດ​​ຮົ້ວ​ການ​ຄ້າ​ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື. ຄາດ​ຫວັງວ່າ 2 ຂະແໜງການເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ​ເຕັກ​ໂນ​ໂລ​ຊີ​ເອ​ເລັກ​ໂຕຣນິກ ຈະເປັນ​ບັນດາ​ຂະ​ແໜງ​ການ​ທີ່​​ສ້າງ​ກຳລັງ​ໜູນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຫວຽດນາມ ຖ້າ​ຫາກ​ມີ​ທິດ​ທາງ ​ແລະ ລົງທຶນ​ຢ່າງ​ຖືກຕ້ອງ.  ໃນ​ສະພາບ​ທີ່ອຸດສະຫະກຳສະໜັບສະໜູນ​ໃນປະເທດ​ຍັງ​ບໍ່​ທັນ​ພັດທະນາ ​ແລະ ມີເປົ້າໝາຍທີ່ຈະ​ປະຕິບັດ​ຍຸດ​ທະ​ສາດ​ດຶງ​ດູດ​ເງິນລົງທຶນ​ຂອງ​ບໍລິສັດຕ່າງປະເທດ​ທີ່ລົງທຶນ​ໂດຍ​ກົງ​ເຂົ້າ​ໃນ​ຂົງ​ເຂດອຸດສາຫະກຳ​ເຕັກ​ໂນ​ໂລ​ຢີສູງ, ດັງນັ້ນ 2 ຂົງ​ເຂດ​ນີ້​ໄດ້ຮັບຄວາມເອົາໃຈໃສ່ຈາກຫວຽດນາມ ​ໂດຍມີ​ຄຳ​ໝັ້ນ​ສັນຍາ​ດ້ານພາສີ​ນຳ​ເຂົ້າ ດ້ວຍອັດຕາພາສີທີ່ຕໍ່າ. ສອງຂະແໜງການນີ້ກໍແມ່ນບັນດາຂະແໜງການທີ່ມີບົດບາດສຳຄັນໃນການປ່ຽນແປງການເຄື່ອນໄຫວຜະລິດຂອງ 5 ຂະແໜງການທີ່ໃຊ້ແຮງງານເຂັ້ມຂົ້ນທີ່ກ່າວມາຂ້າງເທິງ. ບັນດາຂະແໜງການສຶກສາ-ຝຶກອົບຮົມ ແລະ ວິທະຍາສາດ-ເຕັກໂນໂລຊີ, ການທ່ອງທ່ຽວ, ບໍລິການໂທລະຄົມມະນາຄົມ ແມ່ນບັນດາຂະແໜງການທີ່ພັດທະນາຢ່າງຍືນຍົງໃນໄລຍະຕໍ່ໄປ.  

ແນວທາງ​ແກ້​ໄຂ​ເພື່ອ​ພັດທະນາ​ຂະ​ແໜງ​ເສດຖະກິດ​ທີ່​ໄດ້​ປຽບ

ໃນບັນດາສັນຍາການຄ້າເສລີຂອງຫວຽດນາມກັບບັນດາປະເທດຄູ່ຮ່ວມມື, ສັນຍາຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ, ສັນຍາ​ການ​ຄ້າ​ເສລີຫວຽດນາມ-ສະຫະພາບເອີຣົບ ແລະ ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​​ພາກ​ພື້ນ ແມ່ນບັນດາສັນຍາການຄ້າເສລີທີ່ສົ່ງຜົນກະທົບຫຼາຍແລະແຂງແຮງທີ່ສຸດ ເຖິງບັນດາຂະແໜງເສດຖະກິດຂອງຫວຽດນາມ. ໃນ​ສະພາບ​ພື້ນຖານເສດຖະກິດ​ພວມຂະຫຍາຍຕົວໄປຂ້າງໜ້າ, ​ໂຄງ​ປະກອບ​ເສດຖະກິດ​ຫວຽດນາມສືບ​ຕໍ່​ຫັນໄປສູ່ບັນດາຂະແໜງການ​ທີ່​ມີສະມັດຖະພາບການ​ຜະລິດສູງ, ​ເນື້ອ​ໃນ​ເຕັກ​ໂນ​ໂລ​ຢີສູງ​ແລະມີ​ມູນ​ຄ່າ​ເພີ່ມ​ສູງ ​ເພື່ອ​ແນ​ໃສ່​ສ້າງ​ໂຄງ​ປະກອບ​ເສດຖະກິດ​ໃໝ່​ ​ອີງ​ຕາມແກນ​​ພັດທະນາ​ຂອງ​ບັນດາ​ຂະ​ແໜງ​ການ​ທີ່​ມີ​ທ່າ​ໄດ້​ປຽບ ​ໃນ​ສະພາບ​ການ​ແຂ່ງຂັນ​​ໃນ​ທົ່ວ​ໂລກ. ດັງນັ້ນ, ເພື່ືືືືືືືພັດທະນາບັນດາຂະແໜງການທີ່ມີທ່າໄດ້ປຽບ, ພ້ອມ​ກັນ​ນັ້ນ, ​ເພື່ອ​ໃຊ້ປະໂຫຍດຈາກ​ໂອກາດ​ທີ່​ໄດ້ຮັບຈາກ​ບັນດາ​ສັນຍາການຄ້າເສລີຮຸ່ນ​ໃໝ່, ຈຳເປັນຕ້ອງ​ພິຈາລະນາ​ບັນດາ​ເນື້ອ​ໃນຕໍ່ໄປນີ້:

ທີໜຶ່ງ, ຕ້ອງຊາບຊຶມແລະຜັນຂະຫຍາຍຢ່າງມີປະສິດທິຜົນ ບັນດາແຜນນະໂຍບາຍ ແນວທາງ ໂຄງການປະຕິບັດການ ຂອງພັກແລະລັດ ກ່ຽວກັບການເຊື່ອມໂຍງສາກົນເວົ້າລວມ ແລະ ການເຊື່ອມໂຍງເສດຖະກິດເວົ້າສະເພາະ; ໃນນັ້ນ, ເອົາໃຈໃສ່ປະເມີນ​ສະພາບ​ການ​​ຢູ່​ພາຍ​ໃນປະເທດ​ແລະຕ່າງປະ​ເທດ, ສ້າງທິດທາງທີ່ຖືກຕ້ອງ, ຊີ້​ນຳ​ແລະຊຸກຍູ້​ບັນດາ​ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ​ດຳ​ເນີນ​ການ​ເຊື່ອມ​ໂຍງ​ຢ່າງ​ຮອບດ້ານ.

ທີສອງ, ປະຕິບັດຄຳໝັ້ນສັນຍາເຊື່ອມໂຍງສາກົນ ບົນພື້ນຖານຍົກສູງຄວາມສາມາດຂອງພື້ນຖານເສດຖະກິດທັງໝົດ, ຍູ້ແຮງຂະບວນການຫັນປ່ຽນພື້ນຖານເສດຖະກິດ ຈາກການຮັບເໝົາແປຮູບ ມາ​ເປັນ​ການ​ຜະລິດ, ປ່ຽນຮູບແບບການເຕີບໂຕ, ປັບປຸງແລະສ້າງກົນໄກແລະນະໂຍບາຍທີ່ເໝາະສົມ ເພື່ອສ້າງສະພາບແວດລ້ອມການທຸລະກິດ ແລະການລົງທຶນທີ່ເອື້ອອຳນວຍໃຫ້ວິສາຫະກິດໃນປະເທດແລະຕ່າງປະເທດ, ເປັນເຈົ້າການໃນການຄົ້ນຄວ້າ ແລະ ກ້າວໄປເຖິງການ​ສຳ​ເລັດ​ການ​ເຈລະຈາ​ແລະລົງ​ນາມ ​ໃນ​ສັນຍາການຄ້າເສລີຮຸ່ນໃໝ່, ​ເປີດ​​ໂອກາດ​ຫຼາຍ​ຢ່າງ ​ເພື່ອ​ເຂົ້າ​ເຖິງຕະຫຼາດ​ໃໝ່​ ໃຫ້​ແກ່​ສິນຄ້າ ​ແລະ ການ​ບໍລິການ​ຂອງ​ຫວຽດນາມ.   

ທີສາມ, ປັບປຸງກົນໄກລະດົມ ຈັດແບ່ງ ແລະ ນຳໃຊ້ບັນດາແຫຼ່ງກຳລັງ​ເສດຖະກິດໃຫ້ສົມບູນແບບ, ໃນ​ນັ້ນ ​ວິ​ທີ​ຈັດແບ່ງ​ແຫຼ່ງພະລັງສາທາລະນະ​ແມ່ນມີລັກສະນະ​ຍຸດ​ທະ​ສາດ, ມີລັກສະນະສົ່ງເສີມ ແລະ ລັກສະນະແຜ່ກະຈາຍ​ ອີງໃສ່​​ບຸລິມະສິດໃຫ້ພັດທະນາ ໃນ​ແຕ່ລະ​ໄລຍະການ​ພັດທະນາ. ແຫຼ່ງທຶນຕ້ອງຮັບປະກັນເໝາະສົມກັບຄວາມສາມາດໃນການສະສົມ, ປຸກກະຕູ້ນການບໍລິໂພກ ແລະ ສຸມໃສ່ການຍົກສູງລະດັບເຕັກໂນໂລຊີຂອງການຜະລິດ ແລະ ປະສິດທິຜົນຂອງເງິນລົງທຶນ ເພື່ອຍູ້ແຮງຂະບວນການຍົກຍ້າຍໂຄງສ້າງເສດຖະກິດ. ລວມສູນເງິນລົງທຶນເຂົ້າໃນຂະແໜງການ, ຂົງເຂດ ແລະ ຂະບວນການຜະລິດ-ທຸລະກິດ ທີ່ມີລັກສະນະປ່ຽນແປງໃໝ່, ມີຄວາມປະດິດສ້າງ, ເຕັກໂນໂລຊີກ້າວໜ້າ, ເຕັກໂນໂລຊີໃໝ່, ມີມູນຄ່າເພີ່ມສູງ, ມີຄວາມສາມາດແຂ່ງຂັນລະດົບໂລກ. ຫຼຸດການລົງທຶນພາກລັດໂດຍກົງ ແທນທີ່ດ້ວຍການສ້າງກົນໄກສົ່ງເສີມການແຂ່ງຂັນ, ກະຕູ້ນການລົງທຶນພາກເອກະຊົນ ແລະການລົງທຶນຈາກຕ່າງປະເທດທີ່ສອດຄ່ອງກັບຫຼັກປະຕິບັດແລະກົດໝາຍສາກົນ.    

ທີສີ່, ການພັດທະນາຊັບພະຍາກອນມະນຸດຄຸນນະພາບສູງແມ່ນໜຶ່ງໃນບັນດາເງື່ອນໄຂທີ່ມີລັກສະນະພື້ນຖານ ແລະ ມີລັກສະນະຍາວນານ. ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດບົນພື້ຖານການປະຕິຮູບການສຶກສາຢ່າງຮອບດ້ານ ເພື່ອສ້າງກຳລັງຄົນງານທີ່ມີຄຸນນະພາບສູງ ທີ່ສາມາດຕອບສະໜອງຄວາມຕ້ອງການຂອງພື້ນຖານເສດຖະກິດພູມປັນຍາ. ປັບປຸງບູລະນະລະບົດນະໂຍບາຍກ່ຽວກັບຕະຫຼາດແຮງງານ; ພ້ອມກັນນັ້ນ, ມີນະໂຍບາຍດຶງດູດ ນຳໃຊ້ ແລະ ໃຫ້ຄ່າຕອບແທນທີ່ດີ ຕໍ່ຜູ້ຊ່ຽວຊານ, ປັນຍາຊົນ ແລະ ຄົນ​ງານ​ທີ່​ມີ​ສີມື​ດີ​ ແມ່ນ​ຊາວ​ຫວຽດນາມ​ຢູ່​ພາຍ​ໃນ​ແລະຕ່າງປະ​ເທດ ຫຼືຊາວຕ່າງປະເທດທີ່ເຂົ້າຮ່ວມຕະຫຼາດແຮງງານໃນຫວຽດນາມ, ຊຸກຍູ້ການຫັນປ່ຽນໂຄງປະກອບແຮງງານ, ການເພີ່ມສະມັດຖະພາບແຮງງານ ແລະ ເພີ່ມລາຍໄດ້. ພັດທະນາຖັນແຖວຜູ້ປະກອບການແລະຜູ້ບໍລິຫານອາຊີບ; ເຊື່ອມຕໍ່ການຝຶກອົບຮົມກັບຕະຫຼາດແຮງງານ, ສ້າງແພຼດຟອມທຸລະກຳວຽກດິຈິຕອນ ທີ່ເຊື່ອມຕໍ່ວິສາຫະກິດແລະຄົນງານ. ສ້າງກອງທຶນການສຶກສາ ແລະ ສ້າງໂຄງການຝຶກອົບຮົມ ເພື່ອເພີ່ມການມີສ່ວນຮ່ວມຂອງນັກຮຽນ ໃນການເຄື່ອນໄຫວຜະລິດແລະທຸລະກິດຕົວຈິງ.  

ທີຫ້າ, ການຍົກສູງຄວາມສາມາດດ້ານວິທະຍາສາດ-ເຕັກໂນໂລຊີແມ່ນເງື່ອນໄຂທີ່ຕັດສິນຊີ້ຂາດການຄັດເລືອກທາງເດີນພັດທະນາສຳລັບບັນດາຂະແໜງການທີ່ມີທ່າໄດ້ປຽບ, ອະນຸຍາດໃຫ້ຫຼຸດຜ່ອນເວລາປະຕິບັດໃນແຕ່ລະໄລຍະ. ສຸມການເຄື່ອນໄຫວວິທະຍາສາດ-ເຕັກໂນໂລຊີເຂົ້າໃນການເພີ່ມສະມັດຖະພາບ ຄຸນນະພາບ ປະສິດທິຜົນຂຶ້ນຢ່າງໄວ ແລະ ຍົກສູງຄວາມສາມາດແຂ່ງຂັນຂອງພື້ນຖານເສດຖະກິດຫວຽດນາມ. ສົ່ງເສີມແລະຍູ້ແຮງການຄົ້ນຄວ້າແລະພັດທະນາ (R&D), ປ່ຽນແປງໃໝ່ເຕັກໂນໂລຊີ ແລະ ເຕັກໂນໂລຊີເຕັກນິກດິຈີຕອນ ເພື່ອພັດທະນາຜະລິດຕະພັນ ແລະ ເພີ່ມປະສິດທິພາບ. ຍູ້ແຮງການຄ້າຜະ​ລິດ​ຕະ​ພັນ​ການຄົ້ນຄວ້າ​ວິ​ທະ​ຍາ​ສາດ​ແລະ​ເຕັກ​ໂນ​ໂລ​ຊີ. ສ້າງຖານຂໍ້ມູນແຫ່ງຊາດກ່ຽວກັບວິທະຍາສາດ-ເຕັກໂນໂລຊີ. ປະກາດໃຊ້ນະໂຍບາຍບຸລິມະສິດສຳລັບໂຄງການແລະວິສາຫະກິດທີ່ລົງທຶນພັດທະນາເຕັກໂນໂລຊີຫຼັກ, ໃນນັ້ນ ໃຫ້ບຸລິມະສິດແກ່ບັນດາຂົງເຂດທີ່ຫວຽດນາມມີພະລັງບົ່ມຊ້ອນໃນການຍົກສູງຄວາມສາມາດແຂ່ງຂັນ; ການຖ່າຍທອດເຕັກໂນໂລຊີ, ການຮ່ວມມືລະຫວ່າງບັນດາອົງການສຶກສາ, ຄົ້ນຄວ້າວິທະຍາສາດ ແລະ ວິສາຫະກິດ; ສະໜັບສະໜູນກຸ່ມຄົ້ນຄ້ວາທີ່ມີທ່າແຮງໃນມະຫາວິທະຍາໄລ ແລະສະຖາບັນຄົ້ນຄ້ວາ; ສ້າງບັນດາກອງທຶນຄົ້ນຄວ້າ, ກອງທຶນການລົງທຶນທີ່ມີຄວາມສ່ຽງ. ຮັບປະກັນການບັງຄັບໃຊ້ກົດໝາຍສ່າດ້ວຍຊັບສິນທາງປັນຍາ, ຂຸດຄົ້ນແລະນຳໃຊ້ສິ່ງປະດິດຢ່າງມີປະສິດທິຜົນ. ເພີ່ມທະວີການຮ່ວມມືສາກົນທາງດ້ານວິທະຍາສາດແລະເຕັກໂນໂລຊີ ເພື່ອໄປທາງລັດໃນການຍົກສູງຄວາມສາມາດດ້ານວິທະຍາສາດແລະເຕັກໂນໂລຊີຂອງຫວຽດນາມ. 

ທີຫົກ, ກໍ່ສ້າງໂຄງສ້າງພື້ນຖານທີ່ທັນສະໄໝ ຄົບຊຸດ ແລະ ມີປະສິດທິຜົນ, ຕອບສະໜອງຄວາມຕ້ອງການພັດທະນາເສດຖະກິດ. ລົງທຶນຢ່າງມີຈຸດສຸມ ແລະ ມີກົນໄກ, ນະໂຍບາຍເພື່ອລະດົມຊັບພະຍາກອນໃຫ້ແກ່ການລົງທຶນພັດທະນາໂຄງສ້າງພື້ນຖານ, ເປີດກວ້າງບັນດຮູບການລົງທຶນພາກລັດ-ເອກະຊົນ (PPP) ໃນການລົງທຶນກໍ່ສ້າງໂຄງສ້າງພື້ນຖານ. ພັດທະນາລະບົບເຂດອຸດສາຫະກຳ ແລະ ເຂດເສດຖະກິດ, ເຂດເຕັກໂນໂລຊີສູງ, ເຂດເຕັກໂນໂລຊີປະສົມທີ່ທັນສະໄໝ ຄົບຊຸດ, ມີການເຊື່ອມຕໍ່ສູງ, ອີງຕາມມາດຕະຖານອຸດສາຫະກໍານິເວດ. ເພີ່ມທະວີການລົງທຶນກໍ່ສ້າງ, ຍົກລະດັບ, ບູລະນະບັນດາແກນເຊື່ອມຕໍ່ລະຫວ່າງແຂວງ, ລະຫວ່າງພາກພື້ນ, ລະບົບສາຍທາງດ່ວນ, ທາງບົກ, ສະໜາມບິນ ແລະ ທ່າເຮືອທະເລ, ບັນດາສູນໂລຈິສະຕິກ ຕາມແບບຄົບຊຸດແລະທັນສະໄໝ ເພື່ອ​ແກ້​ໄຂ​ບັນຫາ​ການ​ຈະລາຈອນ, ການແລກປ່ຽນສິນ​ຄ້າ​ລະຫວ່າງ​ພາກ​ພື້ນ ​ແລະ ທ້ອງ​ຖິ່ນ​ໄດ້​ໄວ, ສະດວກ​ກວ່າ ​ແລະ ປະຢັດ​ຄ່າ​ຂົນ​ສົ່ງ. ເລັ່ງກໍ່ສ້າງບັນດາຖະໜົນຫົນທາງທີ່ສຳຄັນ ​ເພື່ອ​ແກ້​ໄຂ​ສະພາບ​ການ​ຈະລາຈອນ​ແອ​ອັດ ​ແລະ ພັດທະນາ​ຕົວ​ເມືອງ. ກໍ່ສ້າງ​ໂຄງສ້າງພື້ນຖານ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ແລະ ໂທລະຄົມມະນາຄົມ​ທີ່​ສອດຄ່ອງ​ແລະ​ທັນ​ສະ​ໄໝ, ໂດຍ​ສະ​ເພາະ​ແມ່ນ ​ຢູ່​ໃນ​ເມືອງ​ນິວ​ເຄຼຍ​, ຕົວ​ເມືອງ​ໃຫຍ່​ ເພື່ອສ້າງເງື່ອນໄຂໃຫ້ແກ່ການພັດທະນາການຄ້າເອເລັກໂຕຮນິກທີ່ອີງໃສ່ແພຼດຟອມດິຈິຕອນ.

ທີເຈັດ, ປັບປຸງບູລະນະລະບົບເອກະສານທາງກົດໝາຍ, ຂໍ້ກຳນົດກົດລະບຽບ, ມາດຕະຖານ, ການກວດພິສູດ ແລະ ການຮັບຮອງສິນຄ້າແລະບໍລິການຕາມມາດຕະຖານສາກົນ. ການກໍ່ຕັ້ງສະມາຄົມ, ອົງການສົ່ງເສີມອຸດສາຫະກຳ, ສົ່ງເສີມການຄ້າ, ທີ່ປຶກສາການເລີ່ມທຸລະກິດ, ສູນບົ່ມເພາະທຸລະກິດ, ການຊ່ວຍເຫຼືອທາງດ້ານກົດໝາຍ, ການຄຸ້ມຄອງສິ່ງແວດລ້ອມ ແລະ ການສື່ສານນະໂຍບາຍ.

ທີແປດ, ກຳນົດ​ລາຍການ​ບຸລິມະສິດ, ທິດ​ທາງ ​ແລະ ການ​ວາງ​ແຜນ​ພັດທະນາ​ບັນດາ​ຂະ​ແໜງ​ການ​ ເພື່ອ​ແນ​ໃສ່​ຊີ້​ນຳ​ບັນດາ​ຂະ​ແໜງ​ການ ​ແລະ ວິ​ສາ​ຫະກິດ. ຂະບວນການກຳນົດບັນດາຂະແໜງການບຸລິມະສິດ, ມີທ່າໄດ້ປຽບນັ້ນ ຕ້ອງມີລັກສະນະເໜັງແລະຍືດຫຍຸ່ນ, ຕ້ອງ​ດຳເນີນ​ການ​ປະ​ເມີນ​ຜົນການ​ປະ​ຕິ​ບັດງານ​ຕາມ​ມາດ​ຖານ​ເປັນ​ໄລ​ຍະໆ ເພື່ອ​ປັບປ່ຽນ​ຕາມ​ຄວາມ​ຈໍາ​ເປັນ; ພ້ອມກັນນັ້ນ, ບັນດານະໂຍບາຍບຸລິມະສິດ ແລະ ສະໜັບສະໜູນຂອງລັດຕໍ່ບັນດາຂະແໜງການທີ່ມີທ່າໄດ້ປຽບນັ້ນ ຕ້ອງຕາມກົນໄກຕະຫຼາດ ແລະ ປະຕິບັດຕາມຄຳໝັ້ນສັນຍາສາກົນ ໃນບັນດາສັນຍາການຄ້າເສລີ ທີ່ຫວຽດນາມເປັນສະມາຊິກ./.

--------------------------------------

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 995 (ເດືອນສິງຫາ 2022)