ການພັດທະນາຂອງຂົງເຂດເສດຖະກິດລວມໝູ່ແລະສະຫະກອນ
ໃນສະພາບການຫວຽດນາມເຂົ້າຮ່ວມບັນດາສັນຍາການຄ້າເສລີຮຸ່ນໃໝ່
ແລະ ຂໍ້ສະເໜີແນະນະໂຍບາຍບາງປະການ
ໃນສະພາບການຫວຽດນາມເຂົ້າຮ່ວມບັນດາສັນຍາການຄ້າເສລີຮຸ່ນໃໝ່
ແລະ ຂໍ້ສະເໜີແນະນະໂຍບາຍບາງປະການ
ການເກັບກ່ຽວໝາກໂກ ເພື່ອຜະລິດໝາກໂກແຫ້ງ ດ້ວຍເຕັກໂນໂລຊີຂອງຍີ່ປຸ່ນ ຢູ່ບ້ານ ເດີ້ດລ່າງ (ຕາແສງ ຊວັນເຈື່ອງ ເຂດຊານເມືອງ ດ່າລາດ, ແຂວງ ເລິມດົ່ງ) _ພາບ: TTXVN
ຫວຽດນາມເປັນເຈົ້າການແລະຕັ້ງໜ້າໃນການເຊື່ອມໂຍງເຂົ້າກັບສາກົນ ແລະ ເຂົ້າຮ່ວມບັນດາສັນຍາການຄ້າເສລີຮຸ່ນໃໝ່ ໄດ້ສ້າງໂອກາດໃຫ້ຂົງເຂດເສດຖະກິດລວມໝູ່ແລະສະຫະກອນເປີດກວ້າງ, ເຂົ້າເຖິງຕະຫຼາດຂະໜາດໃຫຍ່ ແລະ ພັດທະນາຄູ່ຮ່ວມມືທາງເສດຖະກິດ; ເພີ່ມກາສົ່ງອອກ; ຊຸກຍູ້ແລະສະໜັບສະໜູນການຜະລິດພັດທະນາ, ຫຼຸດຜ່ອນຄ່າໃຊ້ຈ່າຍ, ຍົກສູງຄຸນນະພາບການເຄື່ອນໄຫວ; ເພີ່ມທະວີການເຊື່ອມໂຍງ, ເພີ່ມກຳລັງການຜະລິດ ແລະ ມາດຕະຖານສິນຄ້າ ຕາມທິດກ້າວໜ້າ ທັນສະໄໝ, ເຂົ້າສູ່ມາດຖານສາກົນ.
ນອກຈາກຜົນກະທົບທາງບວກແລ້ວ, ການປະຕິບັດສັນຍາການຄ້າເສລີຮຸ່ນໃໝ່ຍັງສ້າງຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ໃຫ້ແກ່ພື້ນຖານເສດຖະກິດ, ໃນນັ້ນມີຂົງເຂດເສດຖະກິດລວມໝູ່ແລະສະຫະກອນ: ຄວາມຫຍຸ້ງຍາກໃນເມື່ອເຂົ້າຮ່ວມຕ່ອງໂສ້ການສະໜອງທົ່ວໂລກ ເນື່ອງຈາກຂາດຄວາມສາມາດໃນການປະຕິບັດຕາມຂໍ້ກຳນົດຂອງຕ່ອງໂສ້, ໂດຍສະເພາະ ໃນດ້ານຄຸນນະພາບ, ຂະໜາດ ແລະ ປະລິມານຂອງສິນຄ້າ; ຄວາມສ່ຽງຈາກບັນດາມາດຕະການປ້ອງກັນການຄ້າ ແລະ ອຸປະສັກທີ່ບໍ່ແມ່ນພາສີ; ແຮງກົດດັນດ້ານການແຂ່ງຂັນຫຼາຍກວ່າເກົ່າ ນັບທັງໃນຕະຫຼາດພາຍໃນປະເທດ; ສິ່ງທ້າທາຍກ່ຽວກັບບັນຫາແຮງງານ ແລະ ວຽກເຮັດງານທຳ.
ການພັດທະນາຂອງສະຫະກອນຢູ່ຫວຽດນາໃນເວລາທີ່ຜ່ານມາ
ທີໜຶ່ງ, ສະຫະກອນສືບຕໍ່ພັດທະນາຢ່າງແຮງ, ປັບປຸງ, ຍົກສູງຄວາມສາມາດແຂ່ງຂັນ ແລະ ປະສິດທິຜົນການເຄື່ອນໄຫວ.
ຈຳນວນສະຫະກອນ, ສະຫະພັນສະຫະກອນ, ກຸ່ມຮ່ວມມື ໄດ້ເພີ່ມຂຶ້ນທາງດ້ານປະລິມານ, ຫຼາກຫຼາຍທາງດ້ານປະເພດ ແລະ ຂົງເຂດການເຄື່ອນໄຫວ, ຢູ່ບັນດາທ້ອງຖິ່ນຕິດພັນກັບການປັບໂຄງສ້າງເສດຖະກິດ, ໂດຍສະເພາະແມ່ນ ໃນກະສິກຳ ແລະຊົນນະບົດ. ເຖິງທ້າຍປີ 2021, ທົ່ວປະເທດມີສະຫະກອນ 27.394 ແຫ່ງ (ເພີ່ມຂຶ້ນ 7,6% ທຽບກັບປີ 2020); ມີສະຫະພັນສະຫະກອນ 108 ແຫ່ງ, ຕົ້ນຕໍແມ່ນຢູ່ເຂດທົ່ງພຽງແມ່ນ້ຳແດງ, ຢູ່ເຂດຕາເວັນອອກພາກໃຕ້ ແລະ ເຂດທົ່ງພຽງແມ່ນ້ຳຂອງ, ກວ່າ 50% ຂອງສະຫະພັນສະຫະກອນເຄື່ອນໄຫວມີປະສິດທິຜົນ ແລະ ປະຕິບັດບົດບາດເປັນຈຸດສຸມເຊື່ອມຕໍ່ສະຫະກອນສະມາຊິກ ກັບຕະຫຼາດ ເປັນຢ່າງດີ; ມີກຸ່ມຮ່ວມມື 119.710 ກຸ່ມທີ່ມີຊື່ແລະຮູບແບບການດຳເນີນງານທີ່ຫຼາກຫຼາຍ, ໄດ້ຮັບການສ້າງຕັ້ງຂຶ້ນເພື່ອເຊື່ອມໂຍງ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນໃນການຜະລິດ, ການກູ້ຢືມ, ການເກັບກ່ຽວ ແລະ ການບໍລິໂພກຜະລິດຕະພັນ(1).
ບັນດາສະຫະກອນສ້າງວຽກເຮັດງານທຳ ແລະ ລາຍໄດ້ໃຫ້ຜູ້ອອກແຮງງານ, ໂດຍສະເພາະແມ່ນຜູ້ທີ່ມີລາຍໄດ້ຕ່ຳ, ຮັບປະກັນສົ້ນເຂົ້າແລະສົ້ນອອກສຳລັບການຜະລິດຂອງບັນດາສະມາຊິກ, ປະກອບສ່ວນຂະຫຍາຍຂອບເຂດການປະກັນຄວາມປອດໄພທາງສັງຄົມ, ປະຕິບັດການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ. ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ໃນຂົງເຂດເສດຖະກິດລວມໝູ່ແລະສະຫະກອນ ສືບຕໍ່ປະຕິບັດບົດບາດໜູນຊ່ວຍຜູ້ອອກແຮງງານ, ຮັບປະກັນຄວາມປອດໄພທາງສັງຄົມ, ສ້າງວຽກເຮັດງານທຳ, ພິເສດແມ່ນ ຊ່ວຍເຫຼືອຜູ້ດ້ອຍໂອກາດທີ່ບໍ່ໄດ້ຮັບການຝຶກອົບຮົມ. ສະຫະກອນ, ສະຫະພັນສະຫະກອນ, ກຸ່ມຮ່ວມມືໄດ້ສ້າງວຽກເຮັດງານທຳໃໝ່ຫຼາຍກວ່າ 40.000 ຕຳແໜ່ງໃນແຕ່ລະປີ, ເພີ່ມລາຍໄດ້ໃຫ້ຜູ້ອອກແຮງານ, ປະກອບສ່ວນຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ສະສົມກຳໄລໄດ້ປະມານ 18.600 ຕື້ດົ່ງ ເພື່ອລົງທຶນ ເປີດກວ້າງການຜະລິດ. ທົ່ວປະເທດມີຫຼາຍກວ່າ 7.000 ຕາແສງທີ່ໄດ້ບັນລຸມາດຕະຖານກ່ຽວກັບການຈັດຕັ້ງການຜະລິດຕາມຮູບແບບສະຫະກອນ. ຫຼາຍສະຫະກອນໄດ້ພັດທະນາຜະລິດຕະພັນ OCOP (One commune one product - ໜຶ່ງຕາແສງ ໜຶ່ງຜະລິດຕະພັນ) ຕິດພັນກັບການອະນຸລັກ ແລະ ພັດທະນາເອກະລັກວັດທະນະທຳຂອງຊາດ, ປະກອບສ່ວນຮັກສາຄວາມໝັ້ນຄົງທາງການເມືອງ ແລະ ສັງຄົມ ຢູ່ທ້ອງຖິ່ນ(2).
ຢູ່ບາງເຂດພາກ, ຈຳນວນສະມາຊິກ ແລະ ຜູ້ອອກແຮງງານເຂົ້າຮ່ວມສະຫະກອນ, ກຸ່ມຮ່ວມມື, ສະຫະພັນສະຫະກອນ ເພີ່ມຂຶ້ນທຽບກັບປີ 2020; ສະຫະກອນໃນບາງຂົນເຂດ ໄດ້ເພີ່ມທຶນຈົດທະບຽນ. ກ່ຽວກັບຈຳນວນສະມາຊິກທັງໝົດ, ໃນຂົງເຂດເສດຖະກິດລວມໝູ່ແລະສະຫະກອນ ໄດ້ດຶງດູດສະມາຊິກຫຼາຍກວ່າ 7 ລ້ານຄົນ, ເພີ່ມຂຶ້ນ 23.453 ສະມາຊິກເມື່ອທຽບກັບປີ 2020; ປະຈຸບັນມີ 2.506.739 ລ້ານແຮງງານ. ເຖິງວັນທີ 31 ທັນວາ 2021, ທຶນຈົດທະບຽບຂອງສະຫະກອນທັງໝົດເກືອບ 50 ພັນຕື້ດົ່ງ, ໂດຍສະເລ່ຍແຕ່ລະສະຫະກອນມີ 1,82 ຕື້ດົ່ງ, ເພີ່ມຂຶ້ນ 80 ລ້ານດົ່ງ/ສະຫະກອນເມື່ອທຽບໃສ່ປີ 2020; ຍອດມູນຄ່າຊັບສິນ 184 ພັນຕື້ດົ່ງ, ເພີ່ມຂຶ້ນ 5,4 ພັນຕື້ດົ່ງ (3%) ເມື່ອທຽບໃສ່ປີ 2020, ສະເລ່ຍ 6,7 ຕື້ດົ່ງ/ສະຫະກອນ;... ທຶນຈົດທະບຽນເພີ່ມຂຶ້ນຢູ່ບັນດາສະຫະກອນຂົນສົ່ງ, ກອງທຶນສິນເຊື່ອປະຊາຊົນ, ສະຫະກອນອຸດສາຫະກຳ, ສະຫະກອນຫັດຖະກຳ, ສະຫະກອນກໍ່ສ້າງ, ສະຫະກອນຜະລິດວັດສະດຸກໍ່ສ້າງ, ກະສິກຳ, ທໍາຄວາມສະອາດສິ່ງແວດລ້ອມ(3).
ຈຳນວນສະຫະກອນທີ່ນຳໃຊ້ເຕັກໂນໂລຊີສູງເຂົ້າໃນການຜະລິດແລະທຸລະກິດ ທີ່ກ່ຽວຂ້ອງກັບຕ່ອງໂສ້ຄຸນຄ່າຜະລິດຕະພັນກະເສດທີ່ສຳຄັນຂອງປະເທດ ເຂດພາກ ແລະ ທ້ອງຖິ່ນ ແລະ ຜະລິດຕະພັນທີ່ສາມາດກວດສອບຍ້ອນກັບໄດ້ ແລະ ມີຍີ່ຫໍ້ສິນຄ້ານັ້ນ ເພີ່ມຂຶ້ນ; ການເຊື່ອມໂຍງການຜະລິດລະຫວ່າງບັນດາສະຫະກອນນຳກັນ, ການເຊື່ອມໂຍງກັບກຸ່ມຮ່ວມມື ແລະ ວິສາຫະກິດໄດ້ເພີ່ມຂຶ້ນ. ເຖິງທ້າຍປີ 2021, ທົ່ວປະເທດມີ 4.667 ສະຫະກອນທີ່ໄດ້ນຳໃຊ້ເຕັກໂນໂລຊີສູງໃນການຜະລິດ, ກວມເອົາ 17% ຂອງຈໍານວນສະຫະກອນທັງໝົດ; ສະຫະກອນຫຼາຍແຫ່ງໄດ້ລົງທຶນເຂົ້າໃນປ່ຽນແປງໃໝ່ເຕັກໂນໂລຊີ ແລະ ອຸປະກອນໃນການຄຸ້ມຄອງ ແລະ ສົ່ງເສີມການຄ້າ; ກອງທຶນສິນເຊື່ອປະຊາຊົນໄດ້ນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການຄຸ້ມຄອງ. ມີ 2.618 ສະຫະກອນປະຕິບັດການເຊື່ອມຕໍ່ຕ່ອງໂສ້ຄຸນຄ່າໃນການປຸງແຕ່ງ ແລະ ບໍລິໂພກ, ຫຼຸດຜ່ອນຕົວກາງ, ຫຼຸດຜ່ອນຕົ້ນທຶນ, ເພີ່ມຂຶ້ນ 1,5 ເທົ່າເມື່ອທຽບໃສ່ປີ 2020.
ທີສອງ, ສະຫະກອນເລີ່ມເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ໃຊ້ປະໂຫຍດຈາກສິ່ງຈູງໃຈໃນສັນຍາການຄ້າເສລີຮຸ່ນໃໝ່, ຊຸກຍູ້ການສົ່ງອອກ, ຫຼາຍສະຫະກອນໄດ້ສົ່ງອອກໂດຍກົງ.
ບັນດາສະຫະກອນ, ສະຫະພັນສະຫະກອນ ແລະ ກຸ່ມຮ່ວມມື ໄດ້ຕັ້ງໜ້າພະຍາຍາມເຂົ້າຮ່ວມການສົ່ງອອກຜະລິດຕະພັນກະສິກຳ, ຜະລິດຕະພັນ OCOP ແລະ ສິນຄ້າອຸດສະຫະກຳຄຸນນະພາບສູງບາງປະເພດ; ສະຫະກອນຫຼາຍແຫ່ງໄດ້ສ້າງຍີ່ຫໍ້ສິນຄ້າຢູ່ຕະຫຼາດຕ່າງປະເທດ, ປະລິມານຜະລິດຕະພັນສິນຄ້າຂອງບັນດາສະຫະກອນ ແລະສະຫະພັນສະຫະກອນເພີ່ມຂຶ້ນ, ຄຸນນະພາບຂອງສິນຄ້ານັບມື້ນັບດີຂຶ້ນ, ຕອບສະໜອງໄດ້ກັບຄວາມຕ້ອງການແລະເງື່ອນໄຂຂອງບັນດາຕະຫຼາດທີ່ຕ່າງກັນ, ນັບທັງຕະຫຼາດທີ່ຕ້ອງການມາດຕະຖານສູງ(4). ສະຫະກອນຫຼາຍແຫ່ງໄດ້ໃຊ້ປະໂຫຍດຈາກສິ່ງຈູງໃຈໃນສັນຍາການຄ້າເສດລີຮຸ່ນໃໝ່, ຍູ້ແຮງການສົ່ງອອກ, ໂດຍສະເພາະການສົ່ງອອກໂດຍກົງ (191 ສະຫະກອນມີຍີ່ຫໍ້ສິນຄ້າ ແລະ ສົ່ງອອກໂດຍກົງ(5), ຜະລິດຕະພັນຫຼາຍປະເພດບັນລຸມາດຕະຖານສູງ, ສົ່ງອອກໄປຍັງຕະຫຼາດທີ່ສຳຄັນເຊັ່ນ ຍີ່ປຸ່ນ, ອາເມລິກາ, ເອີຮົບ...(6)).
ທີສາມ, ລະບົບພັນທະພາບສະຫະກອນຫວຽດນາມ ມີບົດບາດສຳຄັນໃນການຍົກສູງຄວາມສາມາດແຂ່ງຂັນຂອງສະຫະກອນ.
ລະບົບພັນທະພາບສະຫະກອນຫວຽດນາມປະກອບມີ ພັນທະພາບສະຫະກອນຫວຽດນາມຢູ່ສູນກາງ ແລະ ພັນທະພາບສະຫະກອນລະດັບແຂວງ ໃນ 63 ແຂວງ ມີບົດບາດສຳຄັນໃນການຍົກສູງປະສິດທິພາບການເຄື່ອນໄຫວ ແລະ ຄວາມສາມາດແຂ່ງຂັນຂອງສະຫະກອນ, ເພີ່ມທະວີການສົ່ງເສີມການຄ້າ ແລະ ການລົງທຶນໃຫ້ສະຫະກອນ ກັບບັນດາຄຸ່ຮ່ວມມືສາກົນ. ລະອຽດຄື: 1- ເປັນຜູ້ນຳໃນການຂົນຂວາຍ, ໃຫ້ຄຳປຶກສາ, ສະໜັບສະໜູນການສ້າງຕັ້ງໃໝ່, ການປັບໂຄງສ້າງການຈັດຕັ້ງ ແລະ ການປ່ຽນແປງການເຄື່ອນໄຫວຂອງສະຫະກອນສ່ວນໃຫຍ່ ຕາມກົດໝາຍວ່າດ້ວຍສະຫະກອນປີ 2012, ລະດົມບັນດາແຫຼ່ງພະລັງ ເພື່ອສ້າງຮູບແບບສະຫະກອນຜະລິດ ຕິດພັນກັບຕ່ອງໂສ້ຄຸນຄ່າ ແລະ ການນຳໃຊ້ເຕັກໂນໂລຊີສູງ; 2- ປະຕິບັດຢ່າງມີປະສິດທິພາບ ພາລະບົດບາດເປັນຕົວແທນ, ປົກປ້ອງສິດແລະຜົນປະໂຫຍດທີ່ຖືກກົດໝາຍຂອງສະມາຊິດ, ໃຫ້ຄຳແນະນໍາທາງດ້ານກົດໝາຍສໍາລັບສະຫະກອນສະມາຊິກ, ປະສານສົມທົບກັບທຸກຂັ້ນ ແລະ ຂະແໜງການ ເພື່ອແກ້ໄຂຂໍ້ສະເໜີແນະ, ບັນຫາ ແລະ ຄຳຮ້ອງທຸກ; ຮັບຜິດຊອບຕົ້ນຕໍໃນການກວດກາ, ຕິດຕາມກວດກາການເຄື່ອນໄຫວຂອງສະຫະກອນ, ສົມທົບຢ່າງແໜ້ນແຟ້ນ ແລະ ປະຕິບັດເປັນຢ່າງດີ ບົດບາດສະມາຊິກຂອງແນວໂຮມປະເທດຊາດຫວຽດນາມ; 3- ເຂົ້າຮ່ວມໃນການໃຫ້ບໍລິການສາທາລະນະ ແລະ ການລະດົມແຫຼ່ງພະລັງ ເພື່ອສະໜັບສະໜູນເສດຖະກິດລວມໝູ່ແລະສະຫະກອນເປີດກວ້າງ ແລະ ຍົກສູງຄຸນນະພາບແລະປະສິດທິຜັນຂອງການເຄື່ອນໄຫວ; ບຳລຸງແລະຝຶກອົບຮົມວິຊາຊີບ; ໃຫ້ກູ້ຢືມ; ໃຫ້ຄໍາແນະນຳການກູ້ຢືມເງິນຈາກສະຖາບັນສິນເຊື່ອ; 4- ເປີດກວ້າງການຮ່ມມືກັບ 150 ອົງການຈັດຕັ້ງສາກົນ; ເປັນປະທານ ແລະ ເປັນເຈົ້າພາບຈັດກອງປະຊຸມ ແລະ ສຳມະນາສາກົນໃຫຍ່ຢູ່ຫວຽດນາມ; ລົງນາມໃນໂຄງການຮ່ວມມື, ລະດົມບັນດາອົງການຈັດຕັ້ງສາກົນສະໜັບສະໜູນການພັດທະນາເສດຖະກິດລວມໝູ່, ສະຫະກອນ ແລະ ລະບົບພັນທະພາບສະຫະກອນຫວຽດນາມ(7).
ພິເສດ, ພັນທະພາບສະຫະກອນຫວຽດນາມໄດ້ເພີ່ມທະວີ ແລະ ເປີດກວ້າງການເຄື່ອນໄຫວສົ່ງເສີມການຄ້າ ແລະ ການລົງທຶນດຂົ້າໃນຂົງເຂດສະຫະກອນ ແລະ ກະສິກຳ: ເປັນເຈົ້າການໃນການຊອກຫາຄູ່ຮ່ວມມື ແລະ ຕະຫຼາດ, ເຂົ້າຮ່ວມຢ່າງຕັ້ງໜ້າໃນການເຄື່ອນໄຫວຮ່ວມມື ດ້ານການແລກປ່ຽນຂໍ້ມູນຂ່າວສານຕະຫຼາດ, ສົ່ງເສີມການຮ່ວມມືດ້າການຄ້າ, ການລົງທຶນລະຫວ່າງຂົງເຂດສະຫະກອນຫວຽດນາມ ກັບສະຫະພັນສະຫະກອນຂອງປະເທດຕ່າງໆ(8); ຈັດງານວາງສະແດງສິນຄ້າຢູ່ບັນດາປະເທດເອີຣົບ, ຈີນ ແລະ ງານວາງສະແດງລະດັບຊາດໃນປະເທດ; ເຊື່ອມຕໍ່ການສະໜອງ - ຄວາມຕ້ອງການ, ການບໍລິໂພກສິນຄ້າຂອງສະຫະກອນ; ຖ່າຍທອດການນຳໃຊ້ເຕັກໂນໂລຊີສູງເຂົ້າໃນການຜະລິດ; ສ້າງຮູບແບບສະຫະກອນທີ່ນຳໃຊ້ເຕັກໂນໂລຊີສູງ ຕິດພັນກັບຕ່ອງໂສ້ຄຸນຄ່າ; ຈັດຕັ້ງຄະນະຜູ້ແທນສະຫະກອນຫວຽດນາມ ໄປຮ່ວມງານວາງສະແດງສິນຄ້າຢູ່ປະເທດຈີນ ເພື່ອຊຸກຍູ້ການຄ້າ, ຊຸກຍູ້ການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງສອງຝ່າຍ(9); ຈັດງານວາງສະແດງສິນຄ້າ ສົ່ງເສີມການຄ້າຂອງສະຫະກອນ(10).
ຂໍ້ຈໍາກັດແລະບັນຫາບາງຢ່າງ ໃນນະໂຍບາຍ,
ກົດໝາຍກ່ຽວກັບການພັດທະນາເສດຖະກິດລວມໝູ່ ແລະ ສະຫະກອນ
ເຖິງວ່າມີຜົນຫຼາຍຢ່າງທີ່ໜ້າຊົມເຊີຍກໍຕາມ, ແຕ່ການພັດທະນາຂອງເສດຖະກິດລວມໝູ່ແລະສະຫະກອນ ກໍກຳລັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ໂດຍສະເພາະໃນການຜະລິດກະສິກຳ, ຍ້ອນບໍ່ມີກົນໄກມອບທີ່ດິນ, ໃຫ້ເຊົ່າທີ່ດິນ ເພື່ອຮັບໃຊ້ການເຄື່ອນໄຫວ. ກົດໝາຍສະຫະກອນປີ 2012 ກຳນົດວ່າ ສະຫະກອນ, ສະຫະພັນກະສິກອນທີ່ເຄື່ອນໄຫວໃນຂົງເຂດກະສິກຳ, ການປ່າໄມ້, ການປະມົງ, ການຜະລິດເກືອ ໄດ້ຮັບສິດຕາມນະໂຍບາຍ “ມອບທີ່ດິນ, ໃຫ້ເຊົ່າທີ່ດິນເພື່ອຮັບໃຊ້ການເຄື່ອນໄຫວຂອງສະຫະກອນ, ສະຫະພັນສະຫະກອນ ຕາມກົດໝາຍວ່າດ້ວຍທີ່ດິນ”, ແຕ່ວ່າ, ກົດໝາຍວ່າດ້ວຍທີ່ດິນປີ 2013 ບໍ່ໄດ້ກຳນົດການມອບທີ່ດິນໃຫ້ບັນດາອົງການເສດຖະກິດ (ລວມທັງສະຫະກອນ ແລະ ສະຫະພັນສະຫະກອນ) ເພື່ອໃຊ້ໃນການຜະລິດກະສິກຳ, ການປ່າໄມ້, ການປະມົງ, ການຜະລິດເກືອ, ພຽງແຕ່ກຳນົດໃຫ້ສະຫະກອນ ແລະ ສະຫະພັນສະຫະກອນເຊົ່າທີ່ດິນເທົ່ານັ້ນ(11).
ສະຫະກອນບໍ່ໄດ້ຮັບການຄວບຄຸມ ແລະ ບໍ່ແມ່ນຜູ້ໄດ້ຮັບຜົນປະໂຫຍດຈາກນະໂຍບາຍບາງຢ່າງ. ຕົວຢ່າງເຊັ່ນ, ບາງຂະແໜງການລົງທຶນແລະທຸລະກິດທີ່ມີເງື່ອນໄຂ ພຽງແຕ່ອະນຸຍາດໃຫ້ວິສາຫະກິດເຂົ້າຮ່ວມ, ແຕ່ສະຫະກອນບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າຮ່ວມໃນຂະແໜງການລົງທຶນນັ້ນ (ເງື່ອນໄຂການທຸລະກິດລະບຸວ່າ: “ແມ່ນວິສາຫະກິດທີ່ໄດ້ຈັດສ້າງຕັ້ງຂຶ້ນຕາມກົດຫມາຍ”), ຍັງບໍ່ທັນຮັບປະກັນສະພາບແວດລ້ອມການຜະລິດແລະທຸລະກິດ ທີ່ສະເໝີພາບກັບວິສາຫະກິດ, ຍັງບໍ່ທັນຊຸກຍູ້ໃຫ້ສະຫະກອນເປີດກວ້າງການຜະລິດແລະທຸລະກິດ ເມື່ອເຂົ້າຮ່ວມຕະຫຼາດ; ພ້ອມກັນນັ້ນ ສະຫະກອນກໍສູນເສຍຄວາມເປັນເຈົ້າຕົນເອງ ແລະ ຄວາມຮັບຜິດຊອບດ້ວຍຕົນເອງຂອງ.
ຍັງບໍ່ທັນກຳນົດຢ່າງຈະແຈ້ງ ບັນດາຮູບການຈັດຕັ້ງເສດຖະກິດໃນພຶດຕິກຳຕົວຈິງ, ພ້ອມກັນນັ້ນ, ການພົວພັນ, ການເຊື່ອມໂຍງ, ການຮ່ວມມືລະຫວ່າງບັນດາອົງການເສດຖະກິດລວມໝູ່ນຳກັນກໍຍັງອ່ອນແອ, ນໍາໄປສູ່ການຫຼຸດລົງຂອງຄວາມສາມາດໃນການແຂ່ງຂັນ, ບໍ່ສວຍໃຊ້ໄດ້ຜົນປະໂຫຍດຈາກ “ຄວາມໄດ້ປຽບຂອງຂະໜາດ” ໃນສະພາບການເຊື່ອມໂຍງສາກົນ ແລະ ການແຂ່ງຂັນລະດັບໂລກ.
ສະຫະກອນມັກແບ່ງກຳໄລທັງໝົດ, ບໍ່ສະສົມ, ເຮັດໃຫ້ຂາດເຂີນແຫຼ່ງທຶນ ແລະ ຍາກໃນການເຕີບໂຕ. ຊັບສິນທີ່ບໍ່ມີການແບ່ງປັນແມ່ນລັກສະນະຂອງສະຫະກອນ ເມື່ອທຽບກັບປະເພດເສດຖະກິດອື່ນໆ. ຕາມຫຼັກການເລກທີ 4 ຂອງສະຫະພັນສະຫະກອນສາກົນ (ICA) ກອງທຶນສ່ວນລວມບໍ່ໄດ້ແບ່ງປັນ (ຫຼື ຊັບສິນສ່ວນລວມທີ່ບໍ່ແບ່ງປັນ) ທີ່ຕ້ອງໄດ້ຈັດສັນເປັນປະຈຳທຸກປີ ເພື່ອພັດທະນາຊັບສິນສ່ວນລວມ ຂອງສະຫະກອນ, ດຶງດູດສະມາຊິກເຂົ້າຮ່ວມ ແລະ ຕິດພັນກັບສະຫະກອນ, ເພື່ອພັດທະນາຂະບວນການສະຫະກອນ, ພ້ອມກັນນັ້ນ ກໍຈຳກັດການຍຸບເລີກ ແລະ ການຫັນປ່ຽນຂອງສະຫະກອນ. ແນວໃດກໍ່ຕາມ, ມາດຕາ 48 ຂອງກົດໝາຍວ່າດ້ວຍສະຫະກອນປີ 2012 ກຳນົດວ່າ ສະຫະກອນຕັດສິນໃຈດ້ວຍຕົນເອງ ໃນການຫັກເງິນສ່ວນໜຶ່ງຂອງກອງທຶນການລົງທຶນພັດທະນາໄປໃສ່ໃນ “ຊັບສິນທີ່ບໍ່ໄດ້ແບ່ງປັນ”, ສິ່ງນີ້ນຳໄປສູ່ຄວາມຈິງທີ່ວ່າ ມີສະຫະກອນຈຳນວນໜ້ອຍທີ່ສຸດທີ່ຫັກເງິນເພື່ອສ້າງສັນຊັບສິນທີ່ບໍ່ແບ່ງປັນ, ຊັບສິນທີ່ບໍ່ແບ່ງປັນຂອງສະຫະກອນບໍ່ພັດທະນາ, ບໍ່ສາມາດດຶງດູດສະມາຊິກໃຫ້ເຂົ້າຮ່ວມສະຫະກອນໄດ້.
ສະຫະກອນພົບຄວາມຫຍຸ້ງຍາກໃນການເພີ່ມເງິນທຶນ ແລະ ບໍ່ມີການຈັດແຍກຢ່າງຈະແຈ້ງ ລະຫວ່າງທຶນຂອງສະຫະກອນ ແລະທຶນຂອງບັນດາສະມາຊິກ. ສະຫະກອນແມ່ນນິຕິບຸກຄົນ, ມີຊັບສິນເອກະລາດ ແລະ ຮັບຜິດຊອບຕໍ່ຊັບສິນເອກະລາດນັ້ນ, ແຕກຕ່າງຈາກຊັບສິນແລະໜີ້ສິນຂອງນິຕິບຸກຄົນອື່ນ ນັ້ນຄືສະມາຊິກຂອງສະຫະກອນ. ຢ່າງໃດກໍຕາມ, ກົດໝາຍວ່າດ້ວຍສະຫະກອນປີ 2012 ບໍ່ໄດ້ກຳນົດວ່າ ໃນເມື່ອປະກອບທຶນສະມາຊິກຈະຕ້ອງໂອນກຳມະສິດໃນຊັບສິນທີ່ໃຊ້ສົມທົບທຶນໃຫ້ແກ່ສະຫະກອນ, ດັ່ງນັ້ນ ຈຶງມີສະຖານະການທີ່ບໍ່ມີການແບ່ງແຍກທຶນຂອງສະຫະກອນ ແລະ ທຶນຂອງສະມາຊິກອອກຈາກກັນຢ່າງຊັດເຈນ. ນອກຈາກນັ້ນ, ຂໍ້ 1 ມາດຕາ 42 ກົດໝາຍວ່າດ້ວຍສະຫະກອນປີ 2012 ກຳນົດວ່າ ຊັບສິນອື່ນໆທີ່ປະກອບເປັນທຶນຂອງສະມາຊິກໄດ້ປ່ຽນເປັນເງິນດົ່ງຫວຽດນາມ, ແຕ່ບໍ່ໄດ້ລະບຸປະເພດຂອງຊັບສິນທັງໝົດ ທີ່ໃຊ້ໃນການເພີ່ມທຶນໃຫ້ກັບສະຫະກອນເຊັ່ນ: ຄຳ, ເຕັກໂນໂລຊີ ແລະ ຊັບສິນອື່ນໆ ທີ່ສາມາດຕີລາຄາເປັນເງິນສົດໄດ້.
ວຽກງານການຄຸ້ມຄອງລັດ ຕໍ່ຂົງເຂດເສດຖະກິດລວມໝູ່ ແລະ ສະຫະກອນໃນລະດັບທ້ອງຖິ່ນ ຍັງບໍ່ໄດ້ກໍານົດໄວ້ໃນກົດຫມາຍວ່າດ້ວຍສະຫະພັນປີ 2012; ຄຽງຂ້າງນັ້ນ, ກົນໄກການປະສານງານລະຫວ່າງອົງການຄຸ້ມຄອງລັດ ແລະ ອົງການຈັດຕັ້ງມະຫາຊົນ ຍັງບໍ່ເປັນເອກະພາບ, ບໍ່ໄດ້ຮັບການຫັນເປັນຮູບປະທຳໃນກົດລະບຽບ; ປະສິດທິຜົນຂອງການປະສານງານລະຫວ່າງບັນດາອົງການຄຸ້ມຄອງລັດ ໃນຂົງເຂດເສຖະກິດລວມໝູ່ແລະສະຫະກອນບໍ່ສູງ, ການຕິດຕາມແລະປະເມີນສະພາບການພັດຖະນາເສດຖະກິດລວມໝູ່ແລະສະຫະກອນຍັງບໍ່ເປັນປະຈຳ.
ຄໍາແນະນໍານະໂຍບາຍບາງປະການ
ສໍາລັບການພັດທະນາເສດຖະກິດລວມໝູ່ ແລະ ສະຫະກອນ
ທີໜຶ່ງ, ຫັນທັດສະນະ ແຜນນະໂຍບາຍ ແລະ ແນວທາງຂອງພັກ ກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ພັດທະນາເສດຖະກິດລວມໝູ່ ແລະ ສະຫະກອນ ໃນສະພາບການເຊື່ອມໂຍງສາກົນ ເປັນນິຕິກຳຢ່າງຄົບຖ້ວນ, ຮັບປະກັນຄວາມຖືກຕ້ອງຕາມລັດຖະທຳມະນູນ, ຖືກກົດໝາຍ ແລະ ຄວາມເປັນເອກະພາບໃນລະບົບກົດໝາຍ, ຄວາມເຂົ້າກັນໄດ້ກັບຄໍາໝັ້ນສັນຍາສາກົນທີ່ປະເທດຫວຽດນາມເປັນສະມາຊິກ; ສ້າງກອບກົດຫມາຍທີ່ເອື້ອອໍານວຍໃຫ້ເສດຖະກິດລວມໝູ່ແລະສະຫະກອນພັດທະນາ. ບົນພື້ນຖານຂອງການສະຫຼຸບສັງລວມຄວາມເປັນຈິງແຫ່ງການພັດທະນາສະຫະກອນ, ການຖືເອົາສະຫະກອນເປັນໃຈການງ ເພື່ອສ້າງກອບກົດໝາຍທົ່ວໄປ; ສືບທອດຂໍ້ກຳນົດກົດລະບຽບທີ່ຍັງເໝາະສົມ ແລະ ເລືອກຮັບເອົາບົດຮຽບປະສົບການສາກົນທີ່ສອດຄ່ອງກັບເງື່ອນໄຂຕົວຈິງຂອງຫວຽດນາມ.
ທີສອງ, ແກ້ໄຂຜ່ານຜ່າຂໍ້ຈຳກັດ ຄວາມບໍ່ພຽງພໍໃນປະຈຸບັນ, ສ້າງກອບກົດໝາຍສະເພາະ ໃຫ້ເສດຖະກິດລວມໝູ່ທຸກປະເພດປະຕິບັດງານ ໃນບັນດາຂົງເຂດ, ຂະແໜງການ; ສ້້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ເສດຖະກິດລວມໝູ່ພັດທະນາຢ່າງໄວ, ຍຶນຍົງ ແລະ ສະເໝີພາບກັບບັນດາພາກສ່ວນເສດຖະກິດອື່ນ, ຕິດພັນກັບການເຊື່ອມໂຍງສາກົນ, ການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຮັບປະກັນຄວາມປອດໄພທາງສັງຄົມ, ປົກປ້ອງສິ່ງແວດລ້ອມ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ການເຕີບໂຕລົ້ນຫຼາມ; ການຜະລິດແລະການທຸລະກິດຕິດພັນກັບຕ່ອງໂສ້ຄຸນຄ່າໃນປະເທດແລະສາກົນ; ປະກອບສ່ວນທີ່ຕັ້ງໜ້າເຂົ້າໃນການເຕີບໂຕເສດຖະກິດ, ຄວມໝັ້ນຄົງທາງການເມືອງແລະສັງຄົມ, ຮັກສາເອກະລັກວັດທະນະທຳ ແລະ ພັດທະນາອົງການຈັດຕັ້ງພັກ, ອົງການຈັດຕັ້ງການເມືອງ - ສັງຄົມຢູ່ຮາກຖານ.
ທີສາມ, ໃຊ້ບັນດາຮູບການເຊື່ອມໂຍງ ແລະ ຮ່ວມມືທີ່ຫຼາກຫຼາຍ, ເອົາໃຈໃສ່ຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວຂອງບັນດາອົງການຈັດຕັ້ງເສດຖະກິດ ຕາມກົນໄກຕະຫຼາດ, ຮັບປະກັນການເຄົາລົບທາດແທ້, ເປົ້າໝາຍ, ຫຼັກການຈັດຕັ້ງ ແລະ ການເຄື່ອນໄວຂອງສະຫະກອນ; ຄ່ອຍໆລວມຕົວຫຼາຍສະຫະກອນເຂົ້ານຳກັນເພື່ອເພີ່ມຂະໜາດຂອງສະຫະກອນ, ສ້າງບັນດາສະຫະພັນສະຫະກອນ, ກຸ່ມເສດຖະກິດ ເພື່ອຍົກສູງຄວາມສາມາດແຂ່ງຂັນ, ການຜະລິດ ແລະ ທຸລະກິດຂະໜາດໃຫຍ່ ໂດຍຕິດພັນກັບຕ່ອງໂສ້ຄຸນຄ່າຜະລິດຕະພັນຕົ້ນຕໍຂອງຊາດແລະທ້ອງຖິ່ນ.
ທີສີ່, ກຳນົດແຈ້ງສະຖານະທາງກົດໝາຍ, ພາລະບົດບາດ ແລະ ໜ້າທີ່ຂອງລະບົບພັນທະພາບສະຫະກອນຫວຽດນາມ (ປະກອບດ້ວຍ ພັນທະພາບສະຫະກອນຫວຽດນາມ ແລະ ພັນທະພາບສະຫະກອນແຂວງ, ນະຄອນຂຶ້ນສັງກັດສູນກາງ) - ເຊິ່ງເປັນອົງການຈັດຕັ້ງທີ່ມີບົດບາດຫຼັກແຫຼ່ງ ແລະ ຊຸກຍູ້ການພັດທະນາເສດຖະກິດລວມໝູ່ແລະສະຫະກອນ, ເປັນຂົວຕໍ່ລະຫວ່າງພັກແລະລັດ ກັບພາກສ່ວນເສດຖະກິດລວມໝູ່; ກຳນົດຢ່າງຈະແຈ້ງກ່ຽວກັບພາລະບົດບາດ, ໜ້າທີ່, ໂຄງປະກອບການຈັດຕັ້ງ ແລະ ແຫຼ່ງພະລັງສຳລັບພັນທະພາບສະຫະກອນຫວຽດນາມ ເພື່ອປະຕິບັດການພັດທະນາເສດຖະກິດລວມໝູ່ແລະສະຫະກອນ./.
---------------------------
* ປອ ຈູ ຕ໋ຽນ ດາດ, ຮອງຫົວໜ້າຄະນະພົວພັນສາກົນ, ພັນທະພາບສະຫະກອນຫວຽດນາມ; ເລທິທູ ເຮືອງ, ສະຖາບັນຄົ້ນຄວ້ານິຕິບັນຍັດ, ຄະນະກະມະການປະຈຳສະພາແຫ່ງຊາດ; ຫວໍເຊີນ ຫາຍ, ພັນທະພາບສະຫະກອນຫວຽດນາມ.
(1), (2), (3) ເບິ່ງ: ລາຍງານປະຈຳປີ ຂອງພັນທະພາບສະຫະກອນຫວຽດນາມ ປີ 2021
(4) ຕາມການປະເມີນຂອງພັນທະພາບສະຫະກອນຫວຽດນາມມ ທີ່ກອງປະຊຸມອອນໄລທົ່ວປະເທດ ເພື່ອສະຫຼຸບສັງລວມ 20 ປີແຫ່ງການປະຕິບັດມະຕິເລກທີ 13-NQ/TW, ວ່າດ້ວຍການສືບຕໍ່ປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນຂອງເສດຖະກິດສະຫະກອນ ແລະ 10 ປີແຫ່ງການສ້າງຕັ້ງສະຫະກອນໃນຂົງເຂດກະສິກຳ.
(5) 155 ສະຫະກອນກະສິກຳ, 36 ສະຫະກອນອຸດສາຫະກຳ, ຫັດຖະກຳ.
(6) ຕົວຢ່າງເຊັ່ນ: ສະຫະກອນ Artemia ຫວິງເຈົາ-ບາກລຽວ, ຕາແສງ ຫວິງຈ້າກດົງ, ນະຄອນບ້າກລຽວ, ແຂວງບ້າກລຽວ ຜະລິດໄຂ່ Artemia, ສ່ວນໃຫຍ່ແມ່ນສົ່ງອອກໄປປະເທດໄທ, ຍີ່ປຸ່ນ, ແລະ ບາງປະເທດເອີຣົບ; ສະຫະກອນ ໝິຕິ້ງອານ ຢູ່ແຂວງ ຕ່ຽນອານ ຜະລິດແກ້ວມັງກອນຕາມມາດຕະຖານ Global GAP ທີ່ໄດ້ຮັບໃບຮັບຮອງຂອງອົງການ Biocert ມີເນື້ອທີ່ຫຼາຍກວ່າ 100 ແຮັກຕາ, ຜະລິດໝາກພ້າວຕາມມາດຕະຖານ Global GAP ທີ່ໄດ້ຮັບໃບຮັບຮອງຂອງອົງການ Agro Managament ຂອງ ດານມາດ ມີເນື້ອທີ່ຫຼາຍກວ່າ 10 ແຮັກຕາ, ສົ່ງອອກໄປປະເທດອາເມລິກາ ແລະ ເອີຮົບ ປີ 2019 ກວ່າ 1.000 ໂຕນ, ດ້ວຍລາຍຮັບເກືອບ 20 ຕື້ດົ່ງ. ໃນຂົງເຂດຫັດຖະກຳມີບັນດາສະຫະກອນເຊັ່ນ: ສະຫະກອນກວາງມິງ, ສະຫະກອນບິ່ງມິງ, ສະຫະກອນເຍິ້ດຈີ໋ ມີລາຍຮັບສົ່ງອອກໄປເອີລົບ ແລະ ອາເມລິກາ ໃນປີ 2019 ບັນລຸເກືອບ 4,1 ລ້ານໂດລາສະຫະລັດ, ໃນນັ້ນສະຫະກອນກວາງມິງມີລາຍຮັບເຖິງ 3,8 ລ້ານໂດລາສະຫະລັດ, ສິນຄ້າສົ່ງອອກຕົ້ນຕໍແມ່ນພົມຜື, ສາດຜື, ສາດຜັກຕົບຊະວາ, ໂຄງເຫຼັກທໍຜັກຕົບຊະວາ, ໂຄງເຫຼັກທໍສາຍພາສະຕິກ...
(7) ຕາມສະຖິຕິຂອງພັນທະພາບສະຫະກອນຫວຽດນາມ ທີ່ການປະຊຸມເຮັດວຽກກັບກະຊວງພາຍໃນ ວັນທີ 17 ມີນາ 2022.
(8) ເຊັ່ນ: ສະຫະພັນ NACF ຂອງ ສ.ເກົາຫຼີ; ອົງການຈັດຕັ້ງສະຫະກອນແຫ່ງຊາດມາເລເຊຍ (ANGKASA); ປະເທດຈີນ...
(9) ງານວາງສະແດງຢູ່ຄຸນໝິງ (ປະເທດຈີນ), ເດືອນມິຖຸນາ 2019; ງານວາງສະແດງຢູ່ກວາງໂຈ (ປະເທດຈີນ), ເດືອນສິງຫາ 2019; ງານວາງສະແດງຢູ່ໜານໝິງ (ປະເທດຈີນ), ເດືອນກັນຍາ 2019...
(10) ພິເສດແມ່ນ ງານວາງສະແດງຢູ່ນະຄອນໂຮ່ຈີມິນ ມີຮ້ານວາງສະແດງ 350 ແຫ່ງ ໂດຍມີວິສາຫະກິດ ແລະ ສະຫະກອນໃນປະເທດ ແລະ ຕ່າງປະເທດ 40 ແຫ່ງເຂົ້າຮ່ວມ, ເດືອນສິງຫາ 2019.
(11) ເຊິ່ງ: ລາຍງານສະຫຼຸບສັງລວມ 20 ປີແຫ່ງການປະຕິບັດມະຕິເລກທີ 13-NQ/TW, ລົງວັນທີ 18 ມີນາ 2002, ຂອງຄະນະບໍລິຫານງານສູງກາງພັກສະໄໝທີ 9.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1000 (ເດືອນຕຸລາ 2022)