ພັດທະນາເສດຖະກິດລວມໝູ່, ປະກອບສ່ວນກໍ່ສ້າງ
ຮູບແບບກະສິກຳນິເວດ, ຊົນນະບົດທັນສະໄໝ ແລະ
ຊາວນາອາລະຍະ ໃຫ້ບັນລຸຄວາມສຳເລັດ
ຮູບແບບກະສິກຳນິເວດ, ຊົນນະບົດທັນສະໄໝ ແລະ
ຊາວນາອາລະຍະ ໃຫ້ບັນລຸຄວາມສຳເລັດ
ວກ. - ທັດສະນະ ແລະ ແຜນນະໂຍບາຍກ່ຽວກັບການພັດທະນະກະສິກຳ, ຊົນນະບົດ ແລະ ຊາວນາ ໄດ້ສະແດງອອກຢ່າງເປັນເອກະພາບແລະສອດຫ້ອຍຕະຫຼອດ ໃນບັນດາເອກະສານ ຂອງພັກກອມມູນິດຫວຽດນາມ. ໃນນັ້ນ, ການພັດທະນາເສດຖະກິດລວມໝູ່ ມີບົດບາດສຳຄັນ ໃນການປັບໂຄງສ້າງການຜະລິດ, ຊຸກຍູ້ການຜະລິດກະສິກຳໃຫ້ພັດທະນາ, ຍົກສູງລາຍຮັບ ແລະ ຊີວິດຂອງຊາວນາ ຖືກຕ້ອງຕາມເປົ້າໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ວາງໄວ້.
ຮູບແບບການປູກສະຕໍເບີຣີແລະຜັກໃນສານລະລາຍ (ໄຮໂດຣນິກ) ຂອງສະຫະກອນກະສິກຳ BBFarm ຢູ່ຕາແສງ ຊອງລອງ, ເມືອງ ເຊີນຮວ່າ, ແຂວງ ຝູອຽນ _ພາບ: TTXVN
ເບິ່ງຄືນໃນກວ່າ 20 ປີແຫ່ງການປະຕິບັດມະຕິເລກທີ 13-NQ/TW
“ວ່າດ້ວຍການສືບຕໍ່ປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນ
ຂອງເສດຖະກິດລວມໝູ່”
ໃນໄລຍະ 20 ປີຜ່ານມາ (2002-2022), ມະຕິເລກທີ 13-NQ/TW, ລົງວັນທີ 18 ມີນາ 2002, ຂອງກອງປະຊຸມຄະນະບໍລິຫານງານສູນກາງ ຄັ້ງທີ 5 ສະໄໝທີ 9, “ວ່າດ້ວຍການສືບຕໍ່ປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນ ຂອງເສດຖະກິດລວມໝູ່” ໄດ້ຮັບການຜັນຂະຫຍາຍປະຕິບັດຢ່າງເຂັ້ມງວດ, ຕັ້ງໜ້າ ແລະ ບັນລຸໄດ້ບັນດາໝາກຜົນສຳຄັນ ໃນການປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນຂອງເສດຖະກິດລວມໝູ່. ບັນດາທັດສະນະໃໝ່ຂອງມະຕິ ໄດ້ຮັບການຫັນເປັນນິຕິກຳໃນກົດໝາຍ, ກົນໄກ, ນະໂຍບາຍ ແລະ ໄດ້ສ້າງກອບແລະສະພາບແວດລ້ອມດ້ານລະບອບລະບຽບ ທີ່ອຳນວຍຄວາມສະດວກ ໃຫ້ເສດຖະກິດລວມໝູ່ຂະຫຍາຍຕົວ.
ສະພາບແວດລ້ອມດ້ານລະບອບລະບຽບ ແລະ ບັນດາກົນໄກ, ນະໂຍບາຍສະໜັບສະໜູນການພັດທະນາເສດຖະກິດລວມໝູ່ ເຊິ່ງມີແກນຫຼັກຄືສະຫະກອນ ໄດ້ຮັບການປັບປຸງໃຫ້ສົມບູນເທື່ອລະກ້າວ. ພາກສ່ວນເສດຖະກິດລວມໝູ່ ໄດ້ຮັບການປ່ຽນແປງໃໝ່ເທື່ອລະກ້າວ, ຄວາມຄິດສະຫະກອນແບບເກົ່າ ຄ່ອຍໆຖືກລົບໄປ, ຜ່ານຜ່າຄວາມອ່ອນແອທີ່ມີມາຍາວນານ, ສະຫະກອນມີຈໍານວນເພີ່ມຂຶ້ນ ແລະ ມີຄວາມຫຼາກຫຼາຍໃນຮູບແບບແລະຂົງເຂດການເຄື່ອນໄຫວ, ສອດຄ່ອງກັບການດຳເນີນງານຂອງລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແລະ ການເຊື່ອມໂຍງສາກົນ(1); ສະໜັບສະໜູນການພັດທະນາເສດຖະກິດຄົວເຮືອນ, ປະກອບສ່ວນອັນຕັ້ງໜ້າ ເຂົ້າໃນຜົນງານການພັດທະນາເສດຖະກິດ-ສັງຄົມໂດຍລວມຂອງປະເທດ. ຂົງເຂດສະຫະກອນນັບມື້ນັບໄດ້ຮັບການຢືນຢັນວ່າ ເປັນກຳລັງສຳຄັນໃນການພັດທະນາກະສິກຳ, ຊົນນະບົດ ແລະ ຍົກສູງຄວາມສາມາດຂອງຊົນຊັ້ນຊາວນາ, ກໍ່ສ້າງງຊົນນະບົດໃໝ່; ປະກອບສ່ວນຮັກສາສະຖຽນລະພາບທາງການເມືອງແລະສັງຄົມ, ກໍ່ສ້າງວິຖີຊີວິດດ້ານວັດທະນະທຳ, ປົກປັກຮັກສາສິ່ງແວດລ້ອມ, ເສີມສ້າງຈິດໃຈແຫ່ງຄວາມຮ່ວມມື ແລະ ຄວາມສາມັກຄີໃນຊຸມຊົນ, ປັບປຸງຊີວິດທາງດ້ານວັດຖຸແລະຈິດໃຈຂອງປະຊາຊົນ, ໂດຍສະເພາະ ໃນເຂດຊົນນະບົດ ແລະ ເຂດພູດອຍ. ບົດບາດນຳພາຂອງຄະນະພັກ, ສົມທົບກັບການປະສານງານຢ່າງມີປະສິດທິຜົນລະຫວ່າງແນວໂຮມປະເທດຊາດຂັ້ນຕ່າງໆ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ສະຫະພັນສະຫະກອນຫວຽດນາມ, ສະມາຄົມຊາວນາຫວຽດນາມ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດລວມໝູ່ ແລະ ບັນດາຮູບການເສດຖະກິດການຮ່ວມມື ແລະ ສະຫະກອນ.
ຄຽງຄູ່ກັບບັນດາໝາກຜົນທີ່ບັນລຸໄດ້ນັ້ນ, ສະພາບການເຄື່ອນໄຫວ ແລະ ການພັດທະນາ ຂອງເສດຖະກິດລວມໝູ່ມາຮອດປະຈຸບັນ ຍັງມີຄວາມຈຳກັດ. ຂໍ້ຈຳກັດແລະຂໍ້ບົກພ່ອງຂອງສະຫະກອນແບບເກົ່າ ຍັງບໍ່ຖືກແກ້ໄຂຢ່າງສິ້ນເຊີງ. ການພັດທະນາເສດຖະກິດລວມໝູ່ ຍັງບໍ່ທັນສົມກັບຄວາມສາມາດ, ຂໍ້ໄດ້ປຽບ ແລະ ຄວາມເອົາໃຈໃສ່ຂອງພັກແລະລັດ. ນະໂຍບາຍຂອງລັດໃນການສະໜັບສະໜູນສະຫະກອນ ມີປະສິດທິຜົນຕ່ຳ, ບໍ່ທັນຄົບຊຸດ, ບໍ່ສອດຄ່ອງ, ບໍ່ຮອບດ້ານ, ການຜັນຂະຫຍາຍປະຕິບັດຊ້າ, ຍັງບໍ່ມີຄວມເປັນໄປໄດ້ສູງ ແລະ ບໍ່ໄດ້ສ້າງກຳລັງຊຸກຍູ້ການພັດທະນາເສດຖະກິດລວມໝູ່. ສະຫະກອນຫຼາຍແຫ່ງທີ່ຈັດຕັ້ງແລະດຳເນີນການ ຍັງບໍ່ປະຕິບັດຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍສະຫະກອນ ຢ່າງຄົບຖ້ວນ; ບັນດາການພົວພັນກຳມະສິດ, ການຈັດຕັ້ງຄຸ້ມຄອງ ແລະ ການແຈກຢາຍຜະລິດຕະພັນໃນສະຫະກອນຫຼາຍແຫ່ງ ຍັງຫ່າງໄກຈາກທາດແທ້ ແລະ ຄຸນຄ່າຂອງສະຫະກອນ. ອັດຕາການເຕີບໂຕຂອງເສດຖະກິດລວມໝູ່ຢູ່ໃນລະດັບຕ່ຳ ແລະ ການປະກອບສ່ວນເຂົ້າໃນລວມຍອດຜະລິດຕະພັນພາຍໃນ (GDP) ຫຼຸດລົງຢ່າງຕໍ່ເນື່ອງ, ບົດບາດແລະສ່ວນປະກອບຂອງເສດຖະກິດລວມໝູ່ເວົ້າລວມ, ຂອງສະຫະກອນເວົ້າສະເພາະ ຍັງຕ່ຳ(2). ບັນດາສະຫະກອນພັດທະນາຕາມຄວາມກວ້າງເປັນຕົ້ນຕໍ, ບໍ່ສະໝ່ຳສະເໝີກັນ ລະຫວ່າງສະຫະກອນກະສິກຳ ແລະ ສະຫະກອນນອກພາກກະສິກຳ, ລະຫວ່າງບັນດາເຂດ, ພາກໃນປະເທດ. ຈຳນວນສະມາຊິກທັງໝົດ ແລະ ຈຳນວນສະມາຊິກສະເລ່ຍຂອງສະຫະກອນໜຶ່ງໄດ້ຫຼຸດລົງ. ເບິ່ງລວມ, ຂົງເຂດສະຫະກອນມີປະສິດທິຜົນຕ່ຳ, ບໍ່ຍືນຍົງ, ສະມັດຕະພາບ ຄຸນນະພາບ ແລະ ແຮງແຂ່ງຂັນຍັງບໍ່ສູງ. ສະຫະກອນສ່ວນໃຫຍ່ມີຂະໜາດນ້ອຍ, ຄວາມອາດສາມາດພາຍໃນອ່ອນແອ, ພື້ນຖານວັດຖຸ, ລະດັບວິທະຍາສາດ-ເຕັກໂນໂລຊີ ແລະ ທ່າແຮງດ້ານການເງິນ ຍັງອ່ອນແອ, ຖັນແຖວພະນັກງານ ແລະ ຂອບເຂດການເຄື່ອນໄຫວ ຂອງສະຫະກອນ ຖືກຈຳກັດ; ການເຄື່ອນໄຫວຂອງສະຫະກອນຂາດຄວາມໃກ້ຊິດເຊິ່ງກັນແລະກັນ, ບໍ່ມີຄວາມເຊື່ອມໂຍງກັນຢ່າງເປັນລະບົບ ທັງດ້ານເສດຖະກິດ, ສັງຄົມ ແລະ ການຈັດຕັ້ງ...
ດັງນັ້ນ, ບາງຈຸດໝາຍທີ່ກຳນົດໂດຍມະຕິສູນກາງເລກທີ 13/NQ-TW ມາຮອດປະຈຸບັນ ຍັງບໍ່ທັນບັນລຸໄດ້ ເຊິ່ງແມ່ນການນຳເສດຖະກິດລວມສູນອອກຈາກສະພາວະອ່ອນແອ, ບັນລຸອັດຕາການເຕີບໂຕທີ່ສູງຂຶ້ນ, ມີອັດຕາສ່ວນທີ່ເພີ່ມຂຶ້ນໃນ ຈີດີພີ ຂອງເສດຖະກິດ. ເສດຖະກິດລວມໝູ່ ພ້ອມກັບເສດຖະກິດຂອງລັດ ຍັງບໍ່ທັນກາຍເປັນຮາກຖານຂອງລະບົບເສດຖະກິດ, ຍັງບໍ່ທັນສະແດງໃຫ້ເຫັນຢ່າງຈະແຈ້ງ ເຖິງບົດບາດ, ວິທີ ແລະ ເສັ້ນທາງນຳການຜະລິດຂະໜາດນ້ອຍ ໄປສູ່ການຜະລິດຂະໜາດໃຫຍ່.
ວິທີແກ້ໄຂເພື່ອສືບຕໍ່ພັດທະນາເສດຖະກິດລວມໝູ່, ສະຫະກອນ
ໃນໄລຍະໃໝ່
ບັນດາທັດສະນະທີ່ສຳຄັນ
ທີໜຶ່ງ, ເສດຖະກິດລວມໝູ່ແມ່ນພາກສ່ວນເສດຖະກິດທີ່ສະແດງເຖິງທາດແທ້ ແລະ ຄວາມດີເດັ່ນ ຂອງສັງຄົມນິຍົມຢູ່ປະເທດເຮົາ, ຮັບປະກັນທິດທາງສັງຄົມນິຍົມ, ພ້ອມກັນກັບເສດຖະກິດຂອງລັດກາຍເປັນພື້ນຖານທີ່ໝັ້ນຄົງ ຂອງລະບົບເສດຖະກິດແຫ່ງຊາດ. “ການພັດທະນາເສດຖະກິດລວມໝູ່ແມ່ນທ່າອ່ຽງທີ່ຫຼີກລ່ຽງບໍ່ໄດ້ ໃນສະພາບການເຊື່ອມໂຍງສາກົນ, ສອດຄ່ອງກັບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ; ເລີ່ມຈາກຄວາມຕ້ອງການຕົວຈິງ, ປົກປ້ອງຜົນປະໂຫຍດ ແລະ ສ້າງເງື່ອນໄຂໃຫ້ບັນດາສະມາຊິກດຳເນີນການຜະລິດຢ່າງມີປະສິດທິຜົນ ແລະ ພັດທະນາຢ່າງຍືນຍົງ”(3). ການພັດທະນາເສດຖະກິດລວມໝູ່ ແມ່ນວິທີການສຳຄັນ ເພື່ອພັດທະນາກຳລັງແຮງພາຍໃນ, ແມ່ນເສັ້ນທາງເພື່ອພັດທະນາກຳລັງການຜະລິດ, ສະໜັບສະໜູນການເຊື່ອມໂຍງ, ເຂົ້າຮ່ວມຕ່ອງໂສ້ຄຸນຄ່າທີ່ຍືນຍົງ ແລະ ມີປະສິດທິຜົນ ຂອງຜູ້ຜະລິດນ້ອຍແລະຂອງເສດຖະກິດຄອບຄົວ, ປະກອບສ່ວນກໍ່ສ້າງການພົວພັນການຜະລິດທີ່ກ້າວໜ້າ, ສອດຄ່ອງເໝາະສົມ, ບໍ່ມີໃຜຖືກປະໄວ້ຂ້າງຫຼັງ ໃນການກ້າວຂຶ້ນສູ່ສັງຄົມນິຍົມ ໃນປະເທດຂອງພວກເຮົາ.
ທີ່ສອງ, ເສດຖະກິດລວມໝູ່ແມ່ນຂົງເຂດເສດຖະກິດທີ່ສຳຄັນ ໃນລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ດ້ວຍຫຼາຍຮູບການຈັດຕັ້ງເສດຖະກິດການຮ່ວມມື ເຊິ່ງແກ່ນຫຼັກແມ່ນສະຫະກອນ, ຖືຜົນປະໂຫຍດແລະປະສິດທິຜົນດ້ານເສດຖະກິດເປັນຕົ້ນຕໍ, ລວມມີຜົນປະໂຫຍດຂອງສະມາຊິກ ແລະ ຜົນປະໂຫຍດລວມໝູ່, ພ້ອມກັນນັ້ນ ກໍເອົາໃຈໃສ່ເຖິງຜົນປະໂຫຍດທາງສັງຄົມຂອງສະມາຊິກ, ປະກອບສ່ວນເຂົ້າໃນການລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ ແລະ ກ້າວໄປສູ່ການສ້າງຄວາມຮັ່ງມີໃຫ້ແກ່ສະມາຊິກ ແລະພັດທະນາຊຸມຊົນ. “ເສດຖະກິດລວມໝູ່ພັດທະນາບົນພື້ນຖານກຳມະສິດເອກະຊົນຂອງສະມາຊິກ ແລະ ກຳມະສິດລວມໝູ່ຂອງໝູ່ຄະນະ; ຈັດຕັ້ງການເຄື່ອນໄຫວຕາມຫຼັກການເຊິ່ງກັນແລະກັນ, ໂດຍບໍ່ຄໍານຶງເຖິງການສົມທົບທຶນ; ການແຈກຢາຍຕາມລະດັບການມີສ່ວນຮ່ວມບໍລິການ, ປະສິດທິພາບແຮງງານ ແລະ ທຶນສົມທົບ”(4).
ທີສາມ, ການພັດທະນາເສດຖະກິດລວມໝູ່ແມ່ນອົງປະກອບທີ່ປະກອບສ່ວນຊຸກຍູ້ການພັດທະນາປະເທດຢ່າງໄວວາແລະຍືນຍົງ, ລວມທັງເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ, ສິ່ງແວດລ້ອມ, ການປ້ອງກັນປະເທດ-ຄວາມໝັ້ນຄົງ ແລະ ການຕ່າງປະເທດ, ຮັບປະກັນສະຖຽນລະພາບທາງການເມືອງຢູ່ຮາກຖານ, ຄວາມກ້າວໜ້າແລະຄວາມສະເໝີພາບທາງສັງຄົມ, ປົກປ້ອງສິ່ງແວດລ້ອມນິເວດວິທະຍາ, ຮັກສາວັດທະນະທຳດັ້ງເດີມ, ປົວແປງຊີວິດການເປັນຢູ່ດ້ານວັດຖຸແລະຈິດໃຈໃຫ້ດີຂຶ້ນ, ພັດທະນາຊຸມຊົນ, ພັດທະນາກະສິກຳ, ຊົນນະບົດ ແລະ ກໍ່ສ້າງຊົນນະບົດໃໝ່.
ທີສີ່, ພັດທະນາສະຫະກອນຕາມທິດນຳຕັ້ງໜ້າ, ຄຸນນະພາບ ແລະ ໝັ້ນຄົງ, ຮັບປະກັນຫຼັກການສະໝັກໃຈ, ສະເໝີພາບ, ປະຊາທິປະໄຕ, ມີຜົນປະໂຫຍດຮ່ວມກັນ, ສອດຄ່ອງກັບເງື່ອນໄຂພິເສດສະເພາະ ຂອງແຕ່ລະທ້ອງຖິ່ນ, ຂະແໜງການ, ຂົງເຂດ, ປະຕິບັດຕາມບັນດາກົດເກນຂອງເສດຖະກິດຕະຫຼາດ, ເລີ່ມຈາກຄວາມຕ້ອງການພຶດຕິກຳຕົວຈິງ, ໄປຈາກຕ່ຳຂຶ້ນສູງ ຈາກນ້ອຍເປັນໃຫຍ່, ສົມທົບກັບການໄປລັດໜ້າຕາມຂໍ້ໄດ້ປຽບຂອງຂະແໜງການ, ຂົງເຂດ ແລະ ທ່າອ່ຽງການພັດທະນາ. ພັດທະນາສະຫະກອນຢ່າງຮອບດ້ານແລະຫຼາກຫຼາຍ ດ້ວຍຫຼາຍຮູບການເຊື່ອມໂຍງ, ເອົາໃຈໃສ່ເປັນສຳຄັນທັງດ້ານລະບອບກຳມະສິດ, ລະບອບການຄຸ້ມຄອງ, ລະບອບການແຈກຢາຍ, ເຄື່ອນໄຫວຢ່າງແທ້ຈິງບົນພື້ນຖານການພັດທະນາກຳມະສິດລວມໝູ່, ສຸມໃສ່ຍົກສູງປະສິດທິຜົນການເຄື່ອນໄຫວເປັນກຸນແຈສຳຄັນ, ເປີດກວ້າງການເຂົ້າຮ່ວມຂອງສະມາຊິກເປັນພື້ນຖານ, ພັດທະນາທາງດ້ານປະລິມານ, ໜ່ວຍຮ່ວມມື, ສະຫະພັນສະຫະກອນ ເປັນເງື່ອນໄຂເບື້ອງຕົ້ນທີ່ຈໍາເປັນ.
ທີຫ້າ, ການພັດທະນາເສດຖະກິດລວມໝູ່ແມ່ນໜ້າທີ່ການເມືອງທີ່ສຳຄັນ ແລະ ເປັນປະຈຳຂອງລະບົບການເມືອງທັງໝົດ. ເພີ່ມທະວີການນຳພາ ແລະ ຄວາມຮັບຜິດຊອບຂອງບັນດາຄະນະພັກ ແລະ ຂອງຫົວໜ້າ. ລັດມີຄວາມຮັບຜິດຊອບໃນການແນະນຳ ແລະສະໜັບສະໜູນການພັດທະນາທີ່ສອດຄ່ອງກັບກົດເກນຕະຫຼາດ ແລະ ແຕ່ລະໄລຍະການພັດທະນາຂອງເສດຖະກິດກິດຕະຫຼາດ; ຍົກສູງບົດບາດ, ປະສິດທິພາບ ແລະ ປະສິດທິຜົນ ການຄຸ້ມຄອງລັດ, ເສີມຂະຫຍາຍບົດບາດເປັນຜູ້ຕາງໜ້າ ແລະ ຂົວຕໍ່ຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງຄະນະມະຫາຊົນ, ໂດຍກົງແມ່ນພັນທະພາບສະຫະກອນຫວຽດນາມ ແລະ ບັນດາອົງການຈັດຕັ້ງສັງຄົມ-ອາຊີບ ເພື່ອການພັດທະນາສະຫະກອນທີ່ມີປະສິດທິຜົນ, ຍືນຍົງ ແລະ ຮອບດ້ານ. ພັດທະນາສະຫະກອນໂດຍເອົາປະສິດທິຜົນໃນພາກປະຕິບັດເພື່ອຕີລາຄາ, ຫຼີກລ້ຽງເຈດຈຳນົງນິຍົມ, ຮີບຮ້ອນ, ບັງຄັບ ແລະ ກົດດັນ; ພ້ອມກັນນັ້ນ, ບໍ່ລະເຫຼີງການນຳພາ, ປ່ອຍໃຫ້ສະຖານະການດຳເນີນໄປຢ່າງເກີດເອງ.
ທິດທາງຂອງວຽກງານທີ່ສໍາຄັນ
ທີໜຶ່ງ, ສືບຕໍ່ປ່ຽນແປງໃໝ່ຈິນຕະນາການຍຸດທະສາດ, ເປັນເອກະພາບ, ຍົກສູງຄວາມຮັບຮູ້, ກໍ່ຕັ້ງລະບົບທິດສະດີພື້ນຖານກ່ຽວກັບ “ເສດຖະກິດລວມໝູ່”, “ເສດຖະກິດການຮ່ວມມື” ໃນໄລະຍະໃໝ່.
ພັກແລະລັດນຳພາຊີ້ນຳວຽກງານສະຫຼຸບສັງລວມພຶດຕິກຳ, ຄົ້ນຄວ້າທິດສະດີກ່ຽວກັບການພັດທະນາເສດຖະກິດຕະຫຼາດ ເພື່ອຮັບໃຊ້ໃຫ້ແກ່ການສະຫຼຸບສັງລວມ 40 ແຫ່ງການປ່ຽນແປງໃໝ່ ແລະ 50 ປີແຫ່ງການໂຮມປະເທດຊາດເປັນເອກະພາບແລະທັງປະເທດຂຶ້ນສູ່ສັງຄົມນິຍົມ ແລະ ກະກຽມໃນເບື້ອງຕົ້ນ ໃຫ້ແກ່ການສະຫຼຸບສັງລວມ, ເພີ່ມເຕີມ ແລະ ພັດທະນາໂຄງການການເມືອງຂອງພັກ; ການມອບໝາຍໜ້າທີ່ຄົ້ນຄ້ວາແລະຈັດລະບົບທິດສະດີ ແລະ ພຶດຕິກຳຢ່າງຄົບຖ້ວນ ກ່ຽວກັບເສດຖະກິດຕະຫຼາດໃນໄລຍະໃໝ່. ເພື່ອໃຫ້ສາມາດຕັດຂາດຢ່າງສິ້ນເຊີງ ຈາກແນວຄິດກ່ຽວກັບສະຫະກອນແບບເກົ່າ, ກ່ຽວກັບເສດຖະກິດຕະຫຼາດຕາມແບບເກື້ອກູນອຸດໜູນ ແລະ ການວາງແຜນຈາກສູນກາງນັ້ນ, ຈຳເປັນຕ້ອງຊີ້ແຈ້ງແນວຄວາມຄິດ ແລະ ເນື້ອໃນຂອງ “ເສດຖະກິດລວມໝູ່”, “ເສດຖະກິດສະຫະກອນ”, “ສະຫະກອນແບບໃໝ່”, ໃຫ້ຖືວ່າສະຫະກອນແບບໃໝ່ເປັນຮູບແບບຫຼັກຂອງເສດຖະກິດລວມໝູ່ ແລະ ໃນບັນດາຮູບແບບເສດຖະກິດການຮ່ວມມືອື່ນໆ. ມາດຕະເກນເສດຖະກິດການຮ່ວມມື ແມ່ນຮູບແບບສະເພາະແລະທົ່ວໄປ ຂອງເສດຖະກິດຕະຫຼາດ, ເສດຖະກິດສະຫະກອນໃນພື້ນຖານເສດຖະກິດຕະຫຼາດ.
ທີສອງ, ຍົກສູງປະສິດທິພາບແລະປະສິດທິຜົນການຄຸ້ມຄອງຂອງລັດໃນພາກເສດຖະກິດລວມໝູ່, ປັບປຸງກົງຈັກການຄຸ້ມຄອງລັດແບບລວມສູນເປັນເອກະພາບແຕ່ສູນກາງຈົນເຖິງຮາກຖານສຳລັບສະຫະກອນ; ເພີ່ມທະວີບົດບາດຂອງແນວໂຮມປະເທດຊາດ ແລະ ບັນດາອົງຄະນະມະຫາຊົນ, ໂດຍກົງແມ່ນ ສະມາຄົມຊາວນາຫວຽດນາມ, ພັນທະພາບສະຫະກອນຫວຽດນາມ ໃນການພັດທະນາສະຫະກອນ.
ປັບປຸງບູລະນະຂໍ້ກຳນົດກົດລະບຽບກ່ຽວກັບກົງຈັກການຄຸ້ມຄອງລັດ ຕາມທິດຮຽບຮ້ອຍກະທັດລັດ, ມີປະສິດທິພາບ ແລະ ປະສິດທິຜົນ; ເພີ່ມທະວີບົດບາດເປັນຈຸດໃຈກາງຂອງກະຊວງແຜນການແລະການລົງທຶນ ໃນການໃຫ້ຄໍາປຶກສາແລະຄຸ້ມຄອງລັດ ກ່ຽວກັບສະຫະກອນ ຢ່າງລວມສຸມເປັນເອກະພາບ, ທັງເປັນຈຸດປະສານງານເພື່ອສະໜັບສະໜູນຂະແນງສະຫະກອນໃນທົ່ວປະເທດ; ເພີ່ມທະວີຄວາມຮັບຜິດຊອບ, ເສີມຂະຫຍາຍຄວາມເປັນເຈົ້າການ, ປະດິດສ້າງ ແລະ ກົນໄກປະສານງານຂອງບັນດາກະຊວງ, ອຳນາດການປົກຄອງທຸກຂັ້ນ ເພື່ອແນໃສ່ພັດທະນາສະຫະກອນໃນໄລຍະໃໝ່.
ສືບຕໍ່ຊຸກຍູ້ການປະຕິຮູບດ້ານບໍລິຫານ, ລົບລ້າງຂັ້ນຕອນທີ່ກໍ່ຄວາມລຳຄານໃຈ, ຍົກເລີກບັນດາລະບຽບການທີ່ບໍ່ເໝາະສົມ ໃນການພັດທະນາສະຫະກອນ; ເພີ່ມຖັນແຖວພະນັກງານຄຸ້ມຄອງສະຫະກອນທີ່ມີລະດັບ, ມີປະສົບການຕົວຈິງ, ມີຄວາມກະຕືລືລົ້ນ ແລະຄວາມຮັບຜິດຊອບ ຕໍ່ຂະບວນການສະຫະກອນ; ຍູ້ແຮງການນຳໃຊ້ເຕັກໂນໂລຊີດິຈິຕອນ ໃນການຄຸ້ມຄອງສະຫະກອນ; ສ້າງຕັ້ງລະບົບສື່ສານ ແລະ ຖານຂໍ້ມູນແຫ່ງຊາດ ກ່ຽວກັບພາກສ່ວນເສດຖະກິດຕະຫຼາດ ແລະ ບັນດາຮູບການເສດຖະກິດການຮ່ວມມື ແລະ ສະຫະກອນ ທີ່ລວມສູນ, ເປັນເອກະພາບ, ຊັດເຈນ, ທັນການ, ໂປ່ງໃສ ແລະ ລຸລົ່ງ ເພື່ອສະໜັບສະໜູນ ຍົກສູງປະສິດທິຜົນການຄຸ້ມຄອງສະຫະກອນ.
ຍົກສູງບົດບາດ ແລະ ຄວາມສາມາດຂອງຊົນຊັ້ນຊາວນາ ໃນຖານະເປັນອັດຕະພາບ, ສະມາຊິກທີ່ໜາແໜ້ນຂອງບັນດາຮູບແບບເສດຖະກິດການຮ່ວມມື ເຊິ່ງສະຫະກອນເປັນຫຼັກແຫຼ່ງ; ປັບປຸງບູລະນະພາລະບົດບາດແລະໜ້າທີ່ ຂອງສະມາຄົມຊາວນາຫວຽດນາມ ດ້ວຍບົດບາດຫຼັກແລະແກນກາງ, ເຮັດໜ້າທີ່ໂຄສະນາ ຂົນຂວາຍ ແລະ ຊ່ວຍເຫຼືອສະມາຊິກແລະຊາວາ ໃນການພັດທະນາຂີດຄວາມສາມາດ ແລະ ປະກອບສ່ວນຊຸກຍູ້ການພັດທະນາສະຫະກອນຢ່າງມີປະສິດທິຜົນ ແລະ ຍືນຍົງ; ກໍ່ສ້າງ ແລະ ພັດທະນາສາຂາສະມາຄົມຊາວນາອາຊີບ ແລະ ໜ່ວຍສະມາຄົມຊາວນາອາຊີບ ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາໜ່ວຍຮ່ວມມື ແລະ ສະຫະກອນ.
ເພີ່ມທະວີບົດບາດຂອງອົງການຜູ້ຕາງໜ້າ, ປັບປຸງແລະຍົກສູງຕຳແໜ່ງ, ບົດບາດ ແລະ ປະສິດທິຜົນການເຄື່ອນໄຫວ ຂອງລະບົບພັນທະພາບສະຫະກອນຫວຽດນາມ; ຊີ້ແຈງພາລະໜ້າທີ່, ບົດບາດ ແລະ ການຈັດຕັ້ງຂອງພັນທະພາບສະຫະກອນຫວຽດນາມ ໃຫ້ສອດຄ່ອງກັບທາດແທ້, ຂໍ້ກຳນົດກົດລະບຽບໃນປະຈຸບັນ ແລະ ການເຊື່ອມໂຍງກັບສາກົນ, ໄດ້ຮັບການລົງທຶນຊັບພະຍາກອນແລະງົບປະມານຈາກລັດ ເພື່ອສະໜັບສະໜູນການພັດທະນາສະຫະກອນ, ສະໜອງບໍລິການໃຫ້ສະຫະກອນຮາກຖານ ແລະ ໃຫ້ບໍລິການສາທາລະນະປະໂຫຍດແກ່ປະຊາຊົນ.
ເພີ່ມທະວີບົດບາດຂອງລະບົບແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ບັນດາອົງການຈັດຕັ້ງສັງຄົມ-ອາຊີບ ໃນການຊຸກຍູ້ຂະບວນການພັດທະນາສະຫະກອນຢູ່ຂັ້ນຮາກຖານ, ໂດຍສະເພາະແມ່ນ ຢູ່ຊົນນະບົດ ແລະ ຢູ່ເຂດພູຜາ; ເພີ່ມທະວີການຕິດຕາມກວດກາ, ການວິຈານສັງຄົມ, ການເບິ່ງແຍງດູແລ ແລະ ປົກປ້ອງສິດແລະຜົນປະໂຫຍດທີ່ຖືກກົດໝາຍ ຂອງບັນດາສະມາຊິກ ທີ່ເຂົ້າຮ່ວມການກໍ່ສ້າງບັນດາຮູບແບບເສດຖະກິດການຮ່ວມມື, ສະຫະກອນ.
ທີສາມ, ປັບປຸງນະໂຍບາຍການສົ່ງເສີມ, ສະໜັບສະໜູນ, ກົນໄກລະດົມ ແລະຮັບປະກັນຊັບພະຍາກອນໃນການພັດທະນາສະຫະກອນໃຫ້ສົມບູນແບບ ໂດຍເນັ້ນການແກ້ໄຂຈຸດອຸດຕັນໃນການສະໜັບສະໜູນດ້ານທີ່ດິນ, ທຶນ ແລະ ສິນເຊື່ອ, ໂຄງສ້າງພື້ນຖານ, ຊັບພະຍາກອນບຸກຄົນ ແລະ ຕະຫຼາດ ເພື່ອສ້າງສະຫະກອນຮູບແບບໃໝ່ ທີ່ເໝາະສົມກັບສະພາບການຂອງການປະຕິວັດອຸດສາຫະກຳຄັ້ງທີສີ່, ການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ການປົດປັກຮັກສາຊັບພະຍາກອນທຳມະຊາດ, ສະພາບແວດລ້ອມທາງນິເວດວິທະຍາ, ຍົກສູງຄວາມສາມາດໃນການປັບຕົວເຂົ້າກັບການປ່ຽນແປງສະພາບອາກາດ, ຫຼຸດຄວາມເສຍຫາຍທີ່ເກີດຈາກໄພທຳມະຊາດ, ຮັບປະກັນຄວາມປອດໄພທາງສັງຄົມ.
ການສ້າງຕັ້ງແລະຍົກສູງປະສິດທິຜົນຂອງເສດຖະກິດລວມໝູ່ ແລະ ສະຫະກອນ ຕ້ອງຊາບຊຶມຢ່າງເລິກເຊິ່ງ ບັນດາຫຼັກການຂອງເສດຖະກິດຕະຫຼາດເຊັ່ນ ຄວາມສະໝັກໃຈ, ຮັບປະກັນຕາມທິດທາງ ແລະ ຄວາມສະເໝີພາບທາງດ້ານຜົນປະໂຫຍດ... ບົນພື້ນຖານການປະກອບສ່ວນທີ່ດິນ, ທຶນຮອນ, ແຮງງານ ແລະ ຄວາມຄິດປະດິດສ້າງຂອງສະມາຊິກ. ການເຄື່ອນໄຫວຂອງສະຫະກອນຕ້ອງປະຕິບັດຕາມຫຼັກການແຂ່ງຂັນ, ຮັບປະກັນສິດທິໃນຊັບສິນ, ເສລີພາບໃນການດຳເນີນທຸລະກິດ ແລະ ການແຂ່ງຂັນ ເພື່ອສະໜັບສະໜູນ ແລະ ການພັດທະນາແບບຍືນຍົງ ໃນໄລຍະຍາວ.
ທີໜຶ່ງ, ສຳລັບຊັບພະຍາກອນທີ່ດິນ, ສຸມໃສ່ການປັບປຸງແກ້ໄຂກົດໝາຍວ່າດ້ວຍທີ່ດິນປີ 2013 ແລະ ບັນດາກົດໝາຍແລະເອກະສານທາງກົດໝາຍທີ່ກ່ຽວຂ້ອງ; ສືບຕໍ່ການກວດຄືນການໃຊ້ກອງທຶນທີ່ດິນສາທາລະນະທີ່ມີຢູ່ ເພື່ອໃຫ້ສະຫະກອນເຊົ່າ, ສ້າງກອງທຶນທີ່ດິນເລິ່ມຕົ້ນທີ່ຈຳເປັນ; ປັບປຸງກົນໄກ, ນະໂຍບາຍໃຫ້ສົມບູນ ເພື່ອໃຫ້ເສດຖະກິດຄອບຄົວ ແລະ ສະມາຊິກ ສົມທົບທຶນດ້ວຍສິດທິການໃຊ້ທີ່ດິນ, ການສະສົມແລະການເຕົ້າໂຮມທີ່ດິນຜ່ານສະຫະກອນຕ່າງໆ.
ທີສອງ, ສໍາລັບແຫຼ່ງທຶນ ແລະ ສິນເຊື່ອ, ຈຳເປັນຕ້ອງສ້າງລະບົບນະໂຍບາຍສິນເຊື່ອພິເສດສະເພາະ, ສາຍສິນເຊື່ອພິເສດ ສຳລັບຮູບແບບເສດຖະກິດການຮ່ວມມື ແລະ ສະຫະກອນ; ການສະໜອງສິນເຊື່ອອີງຕາມແຜນການຜະລິດແລະທຸລະກິດ, ອີງໃສ່ຄວາມໜ້າເຊື່ອຖື ຫຼືການຈໍານອງ ຂອງສະຫະກອນ; ອໍານວຍຄວາມສະດວກໃຫ້ແກ່ການຮັບຮອງ ແລະຈໍານອງດ້ວຍສິດທິການໃຊ້ທີ່ດິນ, ດ້ວຍຊັບສິນທີ່ເກີດຂຶ້ນຈາກທີ່ດິນ ຫຼືຈາກການກູ້ຢືມ (ຕົວຢ່າງເຊັ່ນ ວັດສະດຸ, ເຄື່ອງຈັກ, ໂຄງສ້າງພື້ນຖານ,...); ສົ່ງເສີມການສະສົມ ແລະ ການໃຊ້ທຶນແລະຊັບສິນພາຍໃຕ້ກຳມະສິດລວມຂອງສະຫະກອນ ຢ່າງມີປະສິດທິຜົນ; ກຳນົດຢ່າງລະອຽດ ກ່ຽວກັບປະເພດຂອງອົງການຈັດຕັ້ງສິນເຊື່ອ ທີ່ເປັນສະຫະກອນ, ສິນເຊື່ອພາຍໃນສະຫະກອນ; ຂໍ້ກຳນົດກ່ຽວກັບນະໂຍບາຍ, ກົນໄກສະໜັບສະໜູນດ້ານພາສີ, ຄ່າທຳນຽມ, ສິ່ງອຳນວຍຄວາມສະດວກແລະອື່ນໆ ສຳລັບສະຫະກອນນອກພາກກະສິກຳ; ເພີ່ມເຕີມ, ປັບປຸງນະໂຍບາຍ ແລະ ຂໍ້ກຳນົດກ່ຽວກັບການກວດສອບ, ການຄ້ຳປະກັນສິນເຊື່ອ, ການປະກັນໄພ, ການສະໜັບສະໜູນການລິເລິ່ມທຸລະກິດ, ການປ່ຽນແປງດິຈິຕອນ, ການສົ່ງເສີມການກະສິກຳ, ການສົ່ງເສີມອຸດສາຫະກຳຊຸມຊົນ... ສຳລັບສະຫະກອນ. ເພີ່ມທະວີບົດບາດຂອງລະບົບກອງທຶນສະໜັບສະໜູນການພັດທະນາສະຫະກອນ, ລະບົບກອງທຶນສິນເຊື່ອປະຊາຊົນ, ທະນາຄານນະໂຍບາຍສັງຄົມ, ທະນາຄານສະຫະກອນຫວຽດນາມ (Co-opBank), ທະນາຄານກະສິກຳແລະພັດທະນາຊົນນະບົດຫວຽດນາມ (AgriBank) ແລະ ບັນດາອົງການຈັດຕັ້ງ, ສະຖາບັນການເງິນ, ປະກັນໄພ ໃນການສະໜັບສະໜູນການພັດທະນາ, ສະໜອງທຶນສິນເຊື່ອ ແລະ ກົນໄກການປະກັນໄພທັນເວລາ ສໍາລັບການລົງທຶນ, ການພັດທະນາ, ການຜະລິດແລະທຸລະກິດ ຂອງສະຫະກອນ.
ທີສາມ, ສຳລັບໂຄງສ້າງພື້ນຖານ, ເອົາໃຈໃສ່ພັດທະນາໂຄງສ້າງພື້ນຖານເຕັກນິກ ແລະ ໂຄງສ້າງພື້ນຖານການບໍລິການ ສໍາລັບສະຫະກອນ; ລົງທຶນເຂົ້າໃນໂຄງສ້າງພື້ນຖານທີ່ສຳຄັນ ເພື່ອສ້າງບາດກ້າວບຸກທະລຸໃຫ້ແກ່ສະຫະກອນຢູ່ເຂດຊົນນະບົດ ແລະ ພູດອຍ ເຊັ່ນ: ໂຄງສ້າງພື້ນຖານເຂດວັດຖຸດິບ, ການປຸງແຕ່ງ, ລະບົບຊົນລະປະທານ, ລະບົບຄົມມະນາຄົມ, ໂຄງສ້າງພື້ນຖານດ້ານການຄ້າ, ໂຄງສ້າງພື້ນຖານດ້ານດິຈິຕອນ, ໂຄງສ້າງພື້ນຖານດ້ານໂລຈິສະຕິກ...
ທີສີ່, ສຳລັບແຫຼ່ງບຸກຄະລາກອນ, ວິທະຍາສາດ-ເຕັກໂນໂລຊີ, ລັດເພີ່ມຈຳນວນພະນັກງານຄຸ້ມຄອງ ແລະ ພັດທະນາສະຫະກອນ ຕັ້ງແຕ່ສູນກາງເຖິງທ້ອງຖິ່ນ; ສະໜັບສະໜູນການພັດທະນາລະບົບການຝຶກອົບຮົມ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ພະນັກງານ, ຄວາມສາມາດຄຸ້ມຄອງ, ຄວາມສາມາດຂອງບຸກຄະລາກອນ ແລະ ສະມາຊິກ ໃນບັນດາຮູບແບບເສດຖະກິດການຮ່ວມມື, ສະຫະກອນ. ສະຫະກອນເລືອກຕັ້ງຜູ້ຄຸ້ມຄອງທີ່ມີຄວາມສາມາດ, ໄດ້ຮັບຄວາມໄວ້ວາງໃຈຈາກສະມາຊິກ, ມີຈະລິຍະທຳ, ມີຄວາມຮັບຜິດຊອບ, ຕາມຫຼັກການສະໝັກໃຈ ແລະ ໄດ້ຮັບການເລືອກຕັ້ງໂດຍສະມາຊິກສະຫະກອນ. ມີນະໂຍບາຍຄ່າຕອບແທນທີ່ໜ້າພໍໃຈສໍາລັບພະນັກງານເຫຼົ່ານີ້. ສ້າງນະໂຍບາຍໜູນຊ່ວຍການນຳໃຊ້ ແລະ ຖ່າຍທອດຄວາມກ້າວໜ້າດ້ານວິທະຍາສາດ ແລະ ເຕັກໂນໂລຊີສະເພາະຮູບແບບເສດຖະກິດການຮ່ວມມື, ສະຫະກອນ. ສົ່ງເສີມໃຫ້ວິສາຫະກິດເຊື່ອມໂຍງແລະໜູນຊ່ວຍສະຫະກອນນຳໃຊ້ວິທະຍາສາດເຕັກໂນໂລຢີ.
ທີຫ້າ, ກ່ຽວກັບການພັດທະນຕະຫຼາດ ແລະ ບໍລິການດ້ານການຜະລິດແລະທຸລະກິດ, ສ້າງແລະເຊື່ອມຕໍ່ຕະຫຼາດສົ້ນເຂົ້າແລະສົ້ນອອກ ເພື່ອໜູນຊ່ວຍການພັດທະນາບັນດາຮູບການເສດຖະກິດການຮ່ວມມື, ກະສິກຳ; ສຸມໃສ່ການສະໜັບສະໜູນການບໍລິການໃຫ້ຄໍາປຶກສາດ້ານການຜະລິດ, ຂໍ້ມູນຕະຫຼາດ, ສິນເຊື່ອ, ການປະກັນໄພ, ການກວດສອບ, ການເຊື່ອມຕໍ່ການຄ້າເອເລັກໂຕຮນິກ...
ທິດທາງການແກ້ໄຂແບບບຸກທະລຸ
ທີໜຶ່ງ, ປັບປຸງແກ້ໄຂຢ່າງເປັນພື້ນຖານ ກົດໝາຍວ່າດ້ວຍສະຫະກອນປີ 2012, ໃນນັ້ນ ຕ້ອງເອົາໃຈໃສ່: 1- ຮັບປະກັນທິດທາງສັງຄົມນິຍົມ, ຮັບປະກັນບັນດາຫຼັກການ, ທາດແທ້ຄຸນຄ່າອັນດີງານ ຂອງສະຫະກອນ; 2- ຮັບປະກັນໃຫ້ທິດທາງ ແລະ ການສົ່ງເສີມການເຄື່ອນໄຫວຂອງພາກເສດຖະກິດການຮ່ວມມື ໄປຖືກຕ້ອງຕາມທາດແທ້ຂອງມັນ ແມ່ນຮັບໃຊ້ສະມາຊິກ, ພັດທະນາຕະຫຼາດພາຍໃນ, ພ້ອມທັງສ້າງແລວທາງກົດໝາຍທີ່ເປີດກວ້າງໃຫ້ສະຫະກອນ, ສະຫະພັນສະຫະກອນ ເຂົ້າຮ່ວມແລະຂະຫຍາຍຕະຫຼາດ ຄືກັບວິສາຫະກິດ ແລະ ອົງການຈັດຕັ້ງເສດຖະກິດອື່ນໆ; ສ້າງແລວທາງກົດໝາຍທີ່ເປີດກວ້າງ, ຮັບຮອງສິດທິຂອງສະຫະກອນທີ່ຈະມີເສລີພາບໃນການຮ່ວມມື, ເຊື່ອມໂຍງການຜະລິດແລະທຸລະກິດ; ປັບປຸງຂໍ້ກຳນົດຕ່າງໆກ່ຽວກັບທາດແທ້ສະຫະກອນ, ການຂະຫຍາຍສະມາຊິກທີ່ເຂົ້າຮ່ວມສະຫະກອນ ເມື່ອສະໝັກໃຈປະຕິບັດຕາມຫຼັກການຂອງສະຫະກອນ; ເພີ່ມເຕີມແລະສົ່ງເສີມການພັດທະນາສະມາຊິກສົມທົບຂອງສະຫະກອນ, ລວມທັງສະມາຊິກສົມທົບທີ່ມີການເຄື່ອນໄຫວຮ່ວມມື, ສົມທົບການຜະລິດແລະທຸລະກິດ, ສະໜັບສະໜູນ, ສົມທົບທຶນ, ສົມທົບແຮງງານ ໃຫ້ສະຫະກອນພັດທະນາ, ເປີດກວ້າງວິທີການສົມທົບທຶນ ແລະ ປະກອບແຫຼ່ງພະລັງ ຕາມວິທີການທີ່ບໍ່ລະເມີດຫຼັກການສະເໝີພາບ ແລະ ປະຊາທິປະໄຕໃນສະຫະກອນ, ໜ່ວຍຮ່ວມມື, ສະຫະພັນສະຫະກອນ; 3- ການໃຊ້ບໍລິການຂອງສະຫະກອນ, ໜ່ວຍຮ່ວມມື ແລະ ສະຫະພັນສະຫະກອນ, ການຈ່າຍເງິນເດືອນ, ການແຈກຢາຍລາຍຮັບ, ການສະສົມຊັບສິນສ່ວນລວມ, ການສ້າງ ນຳໃຊ້ ແລະ ຈັດການກອງທຶນຕ່າງໆ ຕ້ອງສອດຄ່ອງກັບຫຼັກການຂອງສະຫະກອນ ແລະ ກົດເກນພື້ນຖານຂອງເສດຖະກິດຕະຫຼາດ; ສະຫະກອນບໍ່ຈຳກັດການເຄື່ອນໄຫວຂອງຕົນຢູ່ພາຍໃນຂະໜາດຂອງສະຫະກອນເອງ, ເຊິ່ງນອກຈາກການສະໜອງຜະລິດຕະພັນ ແລະ ບໍລິການໃຫ້ແກ່ສະມາຊິກແລ້ວ, ສະຫະກອນສາມາດຜະລິດ ແລະ ດຳເນີນທຸລະກິດໄດ້ຕາມລະບຽບກົດໝາຍ ເພື່ອຕອບສະໜອງຄວາມຕ້ອງການເພີ່ມປະສິດທິຜົນ ບົນພື້ນຖານຄວາມເຫັນດີເຫັນພ້ອມຂອງສະມາຊິກ; 4- ກຳນົດຢ່າງຈະແຈ້ງ ລະບອບການຕິດຕາມກວດກາ, ການແບ່ງໜ້າທີ່ຄວາມຮັບຜິດຊອບ ແລະ ສິດອຳນາດ ຂອງບັນດາອົງການຄຸ້ມຄອງລັດໃຫ້ຊັດເຈນ; ກຳນົດບົດລົງໂທດເພື່ອຈັດການແກ້ໄຂບັນດາກໍລະນີການລະເມີດ, ການປອມແປງ ແລະ ສວຍໃຊ້ບັນດານະໂຍບາຍບຸລິມະສິດສຳລັບສະຫະກອນ.
ທີສອງ, ຂະຫຍາຍບັນດາຮູບແບບທີ່ດີ ແລະ ວິທີການທີ່ມີປະສິດທິຜົນ ໃນການປ່ຽນແປງໃໝ່ແບບວິທີການຜະລິດແລະທຸລະກິດ, ຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງ, ການປ່ຽນແປງດິຈິຕອນ, ການປະຍຸກໃຊ້ວິທະຍາສາດ-ເຕັກໂນໂລຊີ, ຍົກສູງແຮງແຂ່ງຂັນແລະປະສິດທິຜົນການເຄື່ອນໄຫວ ຂອງສະຫະກອນ. ສ້າງແລະຂະຫຍາຍບັນດາຮູບແບບສະຫະກອນປະເພດໃໝ່ ໂດຍເຊື່ອມຕໍ່ກັບຕ່ອງໂສ້ຄຸນຄ່າທີ່ຂະຫຍັນຂັນເຄື່ອນ ທັນສະໄໝ, ມີຄວາມສາມາດໃນການຄຸ້ມຄອງແລະບໍລິຫານທີ່ດີ, ເຂົ້າຮ່ວມການພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ກະສິກຳອິນຊີ, ຄ່ອງຕົວກັບການປ່ຽນແປງສະພາບອາກາດ ແລະ ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ເສີມຂະຫຍາຍເອກະລັກວັດທະນະທຳຂອງຊາດ, ພັດທະນາຊຸມຊົນ.
ດຳເນີນການສະຫຼຸບສັງລວມພຶດຕິກຳຕົວຈິງ ເພື່ອເປັນພື້ນຖານໃຫ້ສູນກາງມີແຜນນະໂຍບາຍແລະນະໂຍບາຍໃນໄວໆນີ້ ເພື່ອຂະຫຍາຍບັນດາຮູບແບບການພັດທະນາພາກເສດຖະກິດການຮ່ວມມື, ບັນດາສະຫະກອນແບບໃໝ່ ທີ່ໄດ້ຮັບການກວດສອບຈິງ ໃນບາງທ້ອງຖິ່ນ, ພື້ນທີ່ ແລະ ອົງການຈັດຕັ້ງຫຼາຍແຫ່ງ.
ທີສາມ, ປັບປຸງລະບອບລະບຽບ ແລະ ນະໂຍບາຍກ່ຽວກັບທີ່ດິນໃຫ້ສົມບູນ ເພື່ອຊຸກຍູ້ການພັດທະນາສະຫະກອນ ຕອບສະໜອງຄວາມຕ້ອງການໃໝ່. ພັດທະນາຕະຫຼາດສິດທິການໃຊ້ທີ່ດິນໃນການກະສິກຳ, ປັບປຸງກົດໄກແລະນະໂຍບາຍໃຫ້ສົມບູນແບບ ເພື່ອສົ່ງເສີມການລວມທີ່ດິນ, ການແລກປ່ຽນທີ່ດິນ, ການສະສົມແລະເຕົ້າໂຮມທີ່ດິນ ເພື່ອການກະສິກຳ ຜ່ານສະຫະກອນ; ເລັ່ງລັດການຢັ້ງຢືນ ການຮັບຮອງ ການໝູນວຽນສິດທິການໃຊ້ທີ່ດິນ (ໃຫ້ເຊົ່າ, ໂອນ, ມອບອຳນາດເພາະປູກ, ສົມທົບທຶນດ້ວຍສິດທິການໃຊ້ທີ່ດິນ...) ຂອງສະມາຊິກແລະເສດຖະກິດຄອບຄົວໃນການກະສິກຳ, ເພື່ອໃຫ້ເສດຖະກິດຄອບຄົວໃນການກະສິກຳເຊື່ອມໂຍງແລະເຂົ້າຮ່ວມໃນສະຫະກອນກະສິກຳຢ່າງຕັ້ງໜ້າ; ປັບປຸງກົດລະບຽບໃຫ້ສົມບູນ ເພື່ອອຳນວຍຄວາມສະດວກ ໃນການກວດສອບແລະອອກໃບຢັ້ງຢືນສິດທິການໃຊ້ທີ່ດິນ ແລະ ຊັບສິນໃນທີ່ດິນສຳລັບສະຫະກອນ, ກົດລະບຽບກ່ຽວກັບການຫັນສິດທິການໃຊ້ທີ່ດິນກະສິກຳ ໄປໃຊ້ໃນຈຸດປະສົງອື່ນຂອງສະຫະກອນ (ອາຄານ, ສຳນັກງານໃຫຍ່, ໂຮງງານຜະລິດ...) ເພື່ອຕອບສະໜອງຄວາມຕ້ອງການໃນການພັດທະນາທີ່ໝັ້ນຄົງແລະບາວນານ.
ທີສີ່, ເພີ່ມທະວີການລົງທຶນງົບປະມານຂອງລັດ ເພື່ອພັດທະນາບັນດາຮູບແບບເສດຖະກິດການຮ່ວມມືແລະສະຫະກອນ; ຈັດງົບປະມານຂອງລັດໄລຍະກາງແລະປະຈຳປີ ແຍກເປັນລາຍການໃນປະມານການງົບປະມານຂອງລັດ ເພື່ອພັດທະນາສະຫະກອນ; ຈັດຕັ້ງການຫັນເປັນນິຕະກຳໂດຍໄວ ແລະ ຜັນຂະຫຍາຍປະຕິບັດຢ່າງເຄັ່ງຄັດມະຕິຕົກລົງສະບັບເລກທີ 340/QĐ-TTg, ລົງວັນທີ 12 ມີນາ 2021, ຂອງນາຍົກລັດຖະມົນຕີ, “ວ່າດ້ວຍຍຸດທະສາດການພັດທະນາເສດຖະກິດລວມໝູ່ ແລະ ສະຫະກອນ ໄລຍະປີ 2021-2030” ແລະ ມະຕິຕົກລົງສະບັບເລກທີ 1804/QĐ-TTg, ລົງວັນທີ 13 ພະຈິກ 2020, ຂອງນາຍົກລັດຖະມົນຕີ, “ວ່າດ້ວຍໂຄງການສະໜັບສະໜູນການພັດທະນາເສດຖະກິດລວມໝູ່ ແລະ ສະຫະກອນ ໄລຍະປີ 2021-2025”./.
--------------------------------------
(1) ເຖິງວັນທີ 31 ທັນວາ 2021, ທົ່ວປະເທດມີສະຫະກອນຫຼາຍກວ່າ 27.000 ແຫ່ງ (ປະກອບດ້ວຍ 18.000 ສະຫະກອນກະສິກຳ ແລະ ປະມານ 9.000 ສະຫະຫອນນອກພາກກະສິກຳ), ສູງກວ່າປີ 2001 2,5 ເທົ່າ ແລະ ເພີ່ມຂຶ້ນປະມານ 41% ເມື່ອທຽບໃສ່ປີ 2013; ຂະແໜງສະຫະກອນດຶງດູດສະມາຊິກເກືອບ 6 ລ້ານຄົນ ແລະ ສ້າງວຽກເຮັດງານທຳໃຫ້ຄົນງານປະມານ 1 ລ້ານຄົນ. ປີ 2020, ລາຍຮັບສະເລ່ຍແມ່ນ 4,3 ຕື້ດົ່ງ, ກຳໄລສະເລ່ຍແມ່ນ 314 ລ້ານດົ່ງ/ສະຫະກອນ, ເພີ່ມຂຶ້ນຕາມລຳດັບ 61% ແລະ 88% ເມື່ອທຽບໃສ່ປີ 2013.
(2) ສ່ວນປະກອບຂອງເສດຖະກິດລວມໝູ່ໃນ ຈີດີພີ ປີ 2001 ແມ່ນ 8,06%, ປີ 2010 ແມ່ນ 3,99%; ປີ 2020 ແມ່ນ 3,62%. ອັດຕາການເຕີບໂຕຊ້າ, ຕໍ່າ ແລະ ເລື່ອນລອຍ (ພຽງເຄິ່ງໜຶ່ງຂອງອັດຕາການຂະຫຍາຍຕົວຂອງເສດຖະກິດ) ແລະ ມີແນວໂນ້ມຫຼຸດລົງຢ່າງຕໍ່ເນື່ອງ (ປີ 2003 ແມ່ນ 4,92%, ປີ 2005: 3,98%, 2010: 3,32%, 2020: 2,4%).
(3), (4) ເອກະສານກອງປະຊຸມຄະນະບໍລິຫານງານສູນກາງ ຄັ້ງທີຫ້າ ສະໄໝທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ໜ້າ 126, 127.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ, ສະບັບທີ 1002 (ເດືອນພະຈິກ 2022)