ການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ “ລຸ້ນໃໝ່”
ຢ່າງມີປະສິດທິຜົນ
ຢ່າງມີປະສິດທິຜົນ
ວກ. - “ຍຸດທະສາດດຶງດູດການລົງທຶນໂດຍກົງຈາກຕ່າງປະເທດລຸ້ມໃໝ່” ແມ່ນການຫັນປ່ຽນຈຸດສຸມຈາກການດຶງດູດນັກລົງທຶນທີ່ເໝາະສົມສຳລັບ “ຜະລິດຕະພັນ” ມາເປັນການພັດທະນາຜະລິດຕະພັນທີ່ເໝາະສົມ (ໝາຍເຖິງສະພາບແວດລ້ອມທາງທຸລະກິດແລະ ເງື່ອນໄຂການລົງທຶນທີ່ເໝາະສົມ) ສຳລັບປະເພດການລົງທຶນທີ່ຫວຽດນາມຕ້ອງການໃນອະນາຄົດ. ເພື່ອປະຕິບັດການຫັນປ່ຽນນັ້ນ, ຈຳເປັນຕ້ອງນຳໃຊ້ວິທີແກ້ໄຂທີ່ຄົບຊຸດຈຳນວນຫຼາຍ.
ການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດຢູ່ຫວຽດນາມໃນເວລາທີ່ຜ່ານມາ
ປະສິດທິພາບຈາກເງິນລົງທຶນໂດຍກົງຈາກຕ່າງປະເທດ:
ທີໜຶ່ງ, ເພີ່ມເຕີມແຫຼ່ງທຶນເພື່ອພັດທະນາເສດຖະກິດ-ສັງຄົມ.
ມາຮອດປະຈຸບັນ, ຫວຽດນາມໄດ້ຮັບການລົງທຶນຈາກ 140 ປະເທດແລະອານາເຂດທົ່ວໂລກ, ກວມປະມານ 25% ຂອງເງິນລົງທຶນທາງສັງຄົມທັງໝົດ, 55% ຂອງມູນຄ່າການຜະລິດອຸດສາຫະກຳທັງໝົດ; ຫຼາຍກວ່າ 70% ຂອງມູນຄ່າການສົ່ງອອກ. ກະແສເງິນທຶນຕ່າງປະເທດມີຢູ່ໃນທ້ອງຖິ່ນສ່ວນໃຫຍ່ໃນປະເທດ ໂດຍມີຫຼາຍໂຄງການທີ່ລົງທຶນໂດຍບໍລິສັດຊື່ດັງລະດັບໂລກເຊັ່ນ Intel, Microsoft, Foxconn, Samsung, Sanyo, Sony, Fujitsu, Toshiba, Panasonic... , ປະກອບສ່ວນເຂົ້າໃນການສ້າງຕັ້ງບັນດາຂະແໜງການເສດຖະກິດຕົ້ນຕໍຄື: ນ້ຳມັນແລະອາຍແກ໊ສ, ເອເລັກໂຕຣນິກ, ໂທລະຄົມ ແລະອື່ນໆ.
ສະສົມຈົນເຖິງວັນທີ 20 ມັງກອນ 2022, ຫຼັງຈາກ 35 ປີແຫ່ງການຕ້ອນຮັບການລົງທຶນໂດຍກົງຈາກຕ່າງປະເທດ (FDI), ທັງ 63 ແຂວງ, ນະຄອນໃນທົ່ວປະເທດ ໄດ້ດຶງດູດໂຄງການທີ່ຍັງເຄື່ອນໄຫວ 34.642 ໂຄງການ, ດ້ວຍຍອດຈຳນວນທຶນຈົດທະບຽນເກືອບ 415,6 ຕື້ໂດລາສະຫະລັດ. ທຶນສະສົມຂອງໂຄງການລົງທຶນຕ່າງປະເທດ ແມ່ນປະມານ 253,2 ຕື້ໂດລາສະຫະລັດ, ເທົ່າກັບເກືອບ 61% ຍອດຈຳນວນທຶນຈົດທະບຽນທີ່ຖືກຕ້ອງ. ຂໍ້ມູນເສດຖະກິດໃນ 11 ເດືອນຂອງປີ 2022 ທີ່ປະກາດໂດຍກົມໃຫຍ່ສະຖິຕິ ສະແດງໃຫ້ເຫັນວ່າ, ໄລ່ຮອດວັນທີ 20 ພະຈິກ 2022, ຍອດມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດເຂົ້າຫວຽດນາມ ບັນລຸ 25,14 ຕື້ໂດລາສະຫະລັດ, ຫຼຸດລົງ 5% ເມື່ອທຽບກັບໄລຍະດຽວກັນຂອງປີທີ່ແລ້ວ. ທຽບກັບການຫຼຸດລົງ 5,4% ໃນໄລຍະດຽວກັນຂອງເດືອນຕຸລາ 2022, ເງິນລົງທຶນໂດຍກົງຈາກຕ່າງປະເທດມີການປັບປຸງທີ່ແນ່ນອນ ເມື່ອນັກລົງທຶນຕ່າງປະເທດສົ່ງເສີມຂັ້ນຕອນການລົງທະບຽນໂຄງການ.ກຳມະກອນແລະຊ່າງເຕັກນິກກວດສອບຄຸນນະພາບຜະລິດຕະພັນ ດ້ວຍເຄື່ອງຈັກທີ່ທັນສະໄໝ ຢູ່ບໍລິສັດ Hana Micron Vina Co., Ltd ດ້ວຍເງິນລົງທຶນຂອງ ສ.ເກົາຫຼີ 100% ຢູ່ແຂວງ ບັກຢາງ _ພາບ: TTXVN
ທີສອງ, ປະກອບສ່ວນສ້າງວຽກເຮັດງານທຳໃຫ້ແກ່ຄົນງານ, ຊຸກຍູ້ການຖ່າຍທອດ ແລະ ພັດທະນາເຕັກໂນໂລຊີ.
ປີ 2021, ວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດໄດ້ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານ 4,6 ລ້ານຄົນ, ກວມຫຼາຍກວ່າ 7% ຂອງຈຳນວນຄົນງານທັງໝົດຢູ່ຫວຽດນາມ(1). ນອກຈາກການສ້າງວຽກເຮັດງານທຳໂດຍກົງແລ້ວ, ພາກການລົງທຶນໂດຍກົງຈາກຕ່າງປະເທດ ຍັງສ້າງງານທາງອອ້ມໃຫ້ກັບຄົນງານຈຳນວນຫຼາຍ ໃນອຸສາຫະກຳສະໜັບສະໜູນ ຫຼືວິສາຫະກິດອື່ນໆ ໃນຕ່ອງໄສ້ສະໜອງສິນຄ້າໃຫ້ແກ່ວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ. ເງິນເດືອນສະເລ່ຍຂອງຄົນງານທີ່ເຮັດວຽກຢູ່ວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດແມ່ນ 11,2 ລ້ານດົ່ງ/ເດືອນ, ສູງກວ່າໃນພາກລັດ ຫຼືນອກພາກລັດ ແລະ ສູງກ່ວາຄ່າສະເລ່ຍຂອງລະບົບເສດຖະກິດປະມານ 1,2 ເທົ່າ(2).
ພາກການລົງທຶນໂດຍກົງຈາກຕ່າງປະເທດກໍ່ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຍົກສູງຄຸນນະພາບຊັບພະຍາກອນບຸກຄົນຂອງຫວຽດນາມ ໂດຍຜ່ານລະບົບການຝຶກອົບຮົມພາຍໃນວິສາຫະກິດ ຫຼືການຮ່ວມມືກັບສະຖາບັນການຝຶກອົບຮົມນອກວິສາຫະກິດ. ຂໍ້ມູນການສໍາຫຼວດຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃນປີ 2017 ສະແດງໃຫ້ເຫັນວ່າ ກວ່າ 57% ຂອງວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ ໄດ້ປະຕິບັດໂຄງການຝຶກອົບຮົມໃຫ້ແກ່ຜູ້ອອກແຮງງານ. ໃນນັ້ນ, ການຝຶກອົບຮົມດ້ວຍຕົນເອງກວມ 40%, ການເຊື່ອມໂຍງກັບສະຖາບັນຝຶກອົບຮົມກວມ 17%(3). ສິ່ງດັ່ງກ່າວປະກອບສ່ວນຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ຜະລິດຕະພັນແຮງງານ ຂອງບັນດາວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ, ສ້າງຜົນທາງບວກ, ຊຸກຍູ້ການຍົກສູງຄຸນນະພາບຊັບພະຍາກອນມະນຸດໂດຍທົ່ວໄປໃນຫວຽດນາມ ຜ່ານການເຄື່ອນຍ້າຍແຮງງານຈາກພາກການລົງທຶນໂດຍກົງຈາກຕ່າງປະເທດ ໄປຍັງສ່ວນທີ່ເຫຼືອ.
ພ້ອມກັນກັບການເຄື່ອນໄຫວລົງທຶນຂອງວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ, ເຄື່ອງຈັກ, ອຸປະກອນ ແລະ ເຕັກໂນໂລຊີຈຳນວນຫຼາຍ ໄດ້ຮັບການນຳເຂົ້າເພື່ອການຜະລິດ; ຂະບວນການທາງເຕັກນິກ, ຄວາມຮູ້ເຕັກໂນໂລຊີ, ທິດສະດີ ແລະ ປະສົບການໃນການຄຸ້ມຄອງ ໄດ້ໂອນໃຫ້ນັກວິສະວະກອນ, ຊ່າງເຕັກນິກ ແລະ ຜູ້ຄຸ້ມຄອງຫວຽດນາມ; ກຳມະກອນເຕັກນິກ, ພະນັກງານເຕັກນິກ ແລະ ພະນັກງານຄຸ້ມຄອງຫວຽດນາມຫຼາຍຄົນ ສາມາດຮັບຕໍາແໜ່ງແຮງງານຕ່າງຊາດໄດ້ເປັນຢ່າງດີ. ໝາກຜົນດັ່ງກ່າວເປັນປະໂຫຍດຕໍ່ວິສາຫະກິດ ເມື່ອຕົ້ນທຶນແຮງງານຫວຽດນາມ ຕ່ຳກວ່າຕົ້ນທຶນແຮງງານຈາກຕ່າງປະເທດໃນຕຳແໜ່ງດຽວກັນ, ແລະ ເປັນປະໂຫຍດຫຼາຍຕໍ່ການພັດທະນາເຕັກໂນໂລຊີ ແລະ ຊັບພະຍາກອນມະນຸດຂອງຫວຽດນາມ, ປັບປຸງຍົກສູງຄວາມສາມາດໃນການແຂ່ງຂັນ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ. ການທີ່ກຸ່ມເສດຖະກິດຂະໜາດໃຫຍ່ຫຼາຍກຸ່ມທີ່ມີຜະລິດຕະພັນເຕັກໂນໂລຊີສູງຈາກ ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ... ລົງທຶນຢູ່ຫວຽດນາມ, ໂດຍສະເພາະແມ່ນກຸ່ມບໍລິສັດ Samsung ມີເປົ້າໝາຍທີ່ຈະສ້າງໂຮງງານທີ່ໃຫຍ່ທີ່ສຸດໃນໂລກຂອງ Samsung ຢູ່ຫວຽດນາມ ແລະ ຫວ່າງມໍ່ໆມານີ້, ກໍ່ສ້າງສູນຄົ້ນຄວ້າແລະພັດທະນາຂະໜາດໃຫຍ່ ດ້ວຍການຈັດຫາວິສາວະກອນ 2.000 ຄົນຢູ່ຫວຽດນາມ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການມອບໂອນແລະພັດທະນາເຕັກໂນໂລຊີ.
ທີສາມ, ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ.
ການເຊື່ອມໂຍງເຂົ້າກັບສາກົນ ແລະ ການລົງທຶນຈາກຕ່າງປະເທດ ແມ່ນສອງດ້ານທີ່ກະທົບເຊິ່ງກັນແລະກັນ, ຜົນການເຊື່ອມໂຍງສາກົນຊຸກຍູ້ການລົງທຶນຈາກຕ່າງປະເທດຢ່າງແຂງແຮງ ແລະ ໃນທາງກັບກັນ. ຄວາມພະຍາຍາມໃນການເຈລະຈາແລະລົງນາມໃນສັນຍາການຄ້າເສລີ (FTA), ໂດຍສະເພາະແມ່ນສັນຍາການຄ້າເສລີລຸ້ນໃໝ່ໃນເວລາທີ່ຜ່ານມາ ໄດ້ຊ່ວຍໃຫ້ຫວຽດນາມຍົກສູງລະດັບຂອງການພົວພັນເສດຖະກິດແລະການຄ້າ ກັບຕ່າງປະເທດ. ບັນດານັກລົງທຶນຕ່າງປະເທດເລີ່ມສົນໃຈແລະເອົາໃຈໃສ່ຫຼາຍກວ່າເກົ່າ ເຖິງຕະຫຼາດຫວຽດນາມ, ຜ່ານນັ້ນ, ເປີດໂອກາດໃນການລົງທຶນ ແລະ ການຮ່ວມມືດ້ານທຸລະກິດລະຫວ່າງ ຫວຽດນາມແລະບັນດາຄູ່ຮ່ວມມືຕ່າງປະເທດ. ເຖິງວ່າເນື້ອໃນຂອງຄຳໝັ້ນສັນຍາໃນບັນດາສັນຍາການຄ້າເສລີຕົ້ນຕໍແມ່ນກ່ຽວຂ້ອງເຖິງບັນຫາເປີດກວ້າງຕະຫຼາດສິນຄ້າ, ການຫຼຸດພາສີ, ແຕ່ກໍ່ມີມາດຕາກ່ຽວຂ້ອງໂດຍກົງ ເຖິງການເປີດຕະຫຼາດບໍລິການ, ການລົງທຶນ ແລະ ນະໂຍບາຍຕໍ່ນັກລົງທຶນຕ່າງປະເທດ. ໃນຂົງເຂດການລົງທຶນທີ່ມີຄໍາໝັ້ນສັນຍາ, ຫວຽດນາມ ແລະ ບັນດາຄູ່ຮ່ວມມືສັນຍາການຄ້າເສລີ ລ້ວນແຕ່ໄດ້ຢືນຢັນການນຳໃຊ້ບັນດາຫຼັກການສຳຄັນເຊັ່ນ: ການບໍ່ເລືອກປະຕິບັດລະຫວ່ານັກລົງທຶນໃນປະເທດ ແລະ ຕ່າງປະເທດ, ການບໍ່ນຳໃຊ້ມາດຕະການບາງຢ່າງທີ່ມີຜົນກະທົບຕໍ່ນັກລົງທຶນ,... ນອກຈາກນັ້ນ, ຫວຽດນາມພວມເປີດກວ້າງຂົງເຂດທີ່ອະນຸຍາດໃຫ້ນັກລົງທຶນຂອງຄູ່ຮ່ວມ FTA ສາມາດລົງທຶນແລະດຳເນີນທຸລະກິດຢູ່ຫວຽດນາມໄດ້ຫຼາຍຂຶ້ນເລື້ອຍໆ ເຊິ່ງພວມແລະຈະສ້າງແຮງດຶງດູດເພື່ອດຶງດູດການລົງທຶນຈາກປະເທດຄູ່ຮ່ວມ FTA ມາຍັງຫວຽດນາມໃນໄລຍະຈະມາເຖິງນີ້. ດ້ວຍຄຳໝັ້ນສັນຍາເຫຼົ່ານັ້ນ, ກາລະໂອກາດເປີດກວ້າງຕະຫຼາດສົ່ງອອກສິນຄ້າທີ່ມີຕົ້ນກຳເນີດຫວຽດນາມນັບມື້ນັບເພີ່ມຂຶ້ນ, ດັ່ງນັ້ນ ບັນດາວິສາຫະກິດທີ່ມີການລົງທຶນຈາກຕ່າງປະເທດຈຶງແຫ່ກັນມາຫວຽດນາມເພື່ອໃຊ້ປະໂຫຍດຈາກໂອກາດນີ້.
ສິ່ງສຳຄັນທີ່ສຸດທີ່ເຮັດໃຫ້ສັນຍາການຄ້າເສລີຊ່ວຍຫວຽດນາມມີໂອກາດຫຼາຍຂຶ້ນ ໃນການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດແມ່ນ ຜົນກະທົບຂອງບັນດາສັນຍາການຄ້າເສລີທີ່ມີຕໍ່ສະຖາບັນທາງເສດຖະກິດ ແລະ ສະພາບແວດລ້ອມທາງທຸລະກິດຂອງຫວຽດນາມ. ການປະຕິບັດສັນຍາການຄ້າເສລີເອງ ທີ່ຮຽກຮ້ອງໃຫ້ລັດຖະບານຫວຽດນາມຕ້ອງເພີ່ມທະວີການກວດກາ ແລະ ປັບປຸງລະບົບກົດໝາຍໃຫ້ສົມບູນ, ກຳນົດນະໂຍບາຍ ແລະ ກົນໄກໃໝ່ ເພື່ອສ້າງສະພາບແວດລ້ອມທາງທຸລະກິດ ແລະ ການລົງທຶນທີ່ເອື້ອອຳນວຍຕໍ່ວິສາຫະກິດໃນປະເທດແລະຕ່າງປະເທດ, ຜ່ານນັ້ນ ເພີ່ມທະວີ ແລະ ຍູ້ແຮງການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດເຂົ້າໃນຫວຽດນາມ.
ທີ່ສີ່, ສ້າງການເຊື່ອມຕໍ່ກັບບັນດາວິສາຫະກິດພາຍໃນປະເທດ.
ພາກການລົງທຶນໂດຍກົງຈາກຕ່າງປະເທດໄດ້ສ້າງຜົນກະທົບຕໍ່ເຕັກໂນໂລຊີ ແລະ ການຄຸ້ມຄອງ, ນຳມາເຊິ່ງຜົນປະໂຫຍດບາງຢ່າງໃຫ້ວິສາຫະກິດພາກເອກະຊົນພາຍໃນປະເທດ, ເມື່ອພາກເອກະຊົນຫວຽດນາມ ນັບມື້ນັບຕັ້ງໜ້າເຂົ້າຮ່ວມຕ່ອງໂສ້ການສະໜອງທົ່ວໂລກ. ແຕ່ປີ 2016, ວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ ນັບມື້ນັບຫຼຸດຜ່ອນການເພິ່ງພາຜູ້ສະໜອງວັດສະດຸປ້ອນໃນປະເທດຕົ້ນທາງ. ອັດຕາສ່ວນວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ ທີ່ຊື້ວັດຖຸດິບປ້ອນເຂົ້າຈາກວິສາຫະກິດໃນປະເທດຕົ້ນທາງ ໄດ້ຫຼຸດລົງເທື່ອລະກ້າວຈາກ 58,7% ໃນປີ 2016 ເປັນ 41,4% ໃນປີ 2020. ພ້ອມກັນນັ້ນ, ບັນດາວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ ຍັງຫຼຸດຜ່ອນການເພິ່ງພາຜູ້ສະໜອງຈາກປະເທດທີ 3 ເມື່ອທຽບກັບ 5 ປີກ່ອນ. ມີພຽງ 26,8% ຂອງວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດເທົ່ານັ້ນ ທີ່ໃຫ້ຮູ້ວ່າ ພວກເຂົາໄດ້ນຳໃຊ້ຜູ້ສະໜອງທີສາມໃນປີ 2020 ທຽບກັບ 39% ໃນນປີ 2016 (4).
ວິສາຫະກິດຫວຽດນາມຈຳນວນຫຼາຍໄດ້ຮັບປະໂຫຍດໂດຍກົງຈາກການຮ່ວມທຸນ, ຮ່ວມມືກັບບັນດາວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ ແລະ ການເຂົ້າຮ່ວມໃນຕ່ອງໂສ້ການຜະລິດສິນຄ້າສົ່ງອອກ. ຕົວຢ່າງ, ຈໍານວນຜູ້ສະໜອງລະດັບ 1 ຂອງ Samsung ຈາກ 35 ວິສາຫະກິດໃນປີ 2018 ເປັນ 50 ວິສາຫະກິດໃນປີ 2020; ຈໍານວນຜູ້ສະໜອງລະດັບ 2 ເພີ່ມຂຶ້ນຈາກ 157 ເປັນ 170; ວິສາຫະກິດຫວຽດນາມ 240 ແຫ່ງເຂົ້າຮ່ວມເຄືອຂ່າຍສະໜອງຂອງ Samsung. ບໍລິສັດໂຕໂຢຕາຫວຽດນາມຮອດປີ 2020 ມີ 33 ຜູ້ສະໜອງທັງໝົດ, ໃນນັ້ນມີ 5 ຜູ້ສະໜອງຫວຽດນາມ (ກວມ 15,15%)(5).
ຄຽງຄູ່ກັບບັນດາໝາກຜົນທີ່ໄດ້ຮັບນັ້ນ, ການຄຸ້ມຄອງ ແລະ ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ ຍັງມີຂໍ້ຈຳກັດບາງຢ່າງ:
ທີໜຶ່ງ, ຄວາມສາມາດໃນການຄຸ້ຄອງລັດ ຕໍ່ການລົງທຶນໂດຍກົງຈາກຕ່າງປະເທດ ຍັງຕ່ຳ.
ໃນການຄຸ້ມຄອງປະຈຸບັນ ຍັງຂາດການເຊື່ອມໂຍງຢ່າງແໜ້ນແຟ້ນ, ຂໍ້ມູນບໍ່ພຽງພໍ ແລະ ທັນການກ່ຽວກັບສະຖານະການການລົງທຶນໂດຍກົງຈາກຕ່າງປະເທດ ໃນແຕ່ລະຂົງເຂດ ລະຫວ່າງອົງການຄຸ້ມຄອງລັດທ້ອງຖິ່ນ ກໍ່ຄືລະຫວ່າງສູນກາງ ແລະ ທ້ອງຖິ່ນ, ລະຫວ່າງບັນດາກະຊວງ, ຂະແໜງການ.
ປະກົດການຫຼີກລ່ຽງພາສີ ແລະ ການໂອນລາຄາ ຂອງວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດບາງແຫ່ງ ທີ່ບໍ່ສາມາດລົບລ້າງຢ່າງສິ້ນເຊີງໄດ້ ຍັງສະແດງໃຫ້ເຫັນຈຸດອ່ອນໃນການຄຸ້ມຄອງໂຄງການລົງທຶນໂດຍກົງຈາກຕ່າງປະເທດ. ອັດຕາສ່ວນຂອງວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ ທີ່ຂາດທຶນເປັນເວລານານກວມເອົາ 50 - 65%(6), ແລະ ບໍລິສັດຮ່ວມທຸລະກິດສ່ວນໃຫຍ່ໄດ້ປ່ຽນໄປໃຊ້ຮູບແບບການລົງທຶນຂອງທຶນຕ່າງປະເທດ 100% ເຊິ່ງເປັນປະກົດການທີ່ຜິດປົກກະຕິ, ສະແດງໃຫ້ເຫັນເຖິງການລ່ວງລະເມີດນະໂຍບາຍບຸລິມະສິດ ແລະ ກົນໄກ “ໂອນລາຄາ”, ສ້າງຄວາມເສຍຫາຍໃຫ້ງົບປະມານແຫ່ງລັດ. ບັນດາໂຄງການເຕັກໂນໂລຊີເສດເຫຼືອ ແລະ ເຕັກໂນໂລຢີທີ່ລ້າສະໄໝ ຍັງພະຍາຍາມທີ່ຈະເລັດລອດເຂົ້າໄປໃນຫວຽດນາມ, ຖິ້ມຜົນຕາມມາທີ່ຄາດເດົາບໍ່ໄດ້, ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ເປົ້າໝາຍຂອງການພັດທະນາແບບຍືນຍົງ.
ທີສອງ, ຜົນກະທົບແຜ່ກະຈາຍ ແລະ ມູນຄ່າເພີ່ມຂອງການລົງທຶນໂດຍກົງຈາກຕ່າງປະເທດ ຍັງບໍ່ທັນສູງແທ້.
ເຖິງວ່າການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດໄດ້ບັນລຸລະດັບສະຖິຕິ, ແຕ່ “ຜົນກະທົບແຜ່ກະຈາຍແລະມູນຄ່າເພີ່ມ” ຍັງຖືກຈຳກັດ, ສ່ວນຫຼາຍແມ່ນ ບັນດາໂຄງການທີ່ໃຊ້ແຮງງານຈຳນວນຫຼາຍ, ມີມູນຄ່າເພີ່ມຂ້ອນຂ້າງຕໍ່າ, ສົ່ງຜົນໃຫ້ກະແສເງິນ ລົງທຶນໂດຍກົງຈາກຕ່າງປະເທດເຂົ້າມາສູງ, ແຕ່ມູນຄ່າເພີ່ມໃນປະເທດແມ່ນຂ້ອນຂ້າງຕ່ຳ; ວຽກເຮັດງານທໍາທີ່ມີຄ່າຈ້າງຕໍ່າ; ຜົນກະທົບແຜ່ກະຈາຍຕ່ຳ; ລ່ວງລະເມີດການບຸລິມະສິດ; ຊ່ອງຫວ່າງດ້ານທັກສະກວ້າງຂຶ້ນ ແລະ ສ່ຽງຕໍ່ການຕົກໃນ “ກັບດັກລາຍໄດ້ປານກາງ”. ໂຄງການລົງທຶນໂດຍກົງຈາກຕ່າງປະເທດຢູ່ຫວຽດນາມສ່ວນໃຫຍ່ມີຄຸນນະພາບຕ່ຳ, ໃນຂະນະທີ່ “ວົງຈອນຊີວິດ” ຂອງໂຄງການລົງທຶນໂດຍກົງຈາກຕ່າງປະເທດແມ່ນແຕ່ 20 ຫາ 30 ປີ, ແລະເຖິງ 40 ປີ. ສິ່ງດັ່ງກ່າວໝາຍຄວາມວ່າ, ຫວຽດນາມຕ້ອງຢູ່ກັບໂຄງສ້າງເສດຖະກິດແບບ “ລະດັບຕ່ຳ” ທີ່ແກ່ຍາວເຖິງ 20-30 ປີ ຫຼືຫຼາຍກວ່ານັ້ນ.
ອຸດສາຫະກຳສະໜັບສະໜູນ ແລະ ການເຂົ້າຮ່ວມຕ່ອງໂສ້ຄຸນຄ່າການຜະລິດຂອງວິສາຫະກິດຫວຽດນາມ ຍັງມີຄວາມຈຳກັດຫຼາຍ. ພາຍຫຼັງ 35 ປີແຫ່ງການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ, ການເຊື່ອມໂຍງລະຫວ່າງນັກລົງທຶນໃນປະເທດແລະຕ່າງປະເທດຍັງຄົງອ່ອນແອ, ຜົນກະທົບແຜ່ກະຈາຍທາງດ້ານເຕັກໂນໂລຊີ ແລະ ສະມັດຕະພາບແຮງງານ ຈາກຄູ່ຮ່ວມງານຕ່າງປະເທດ ໄປຍັງວິສາຫະກິດໃນປະເທດ ຍັງບໍ່ໄດ້ຮັບປະສິດທິຜົນ. ການເຊື່ອມຕໍ່ທີ່ອ່ອນແອແມ່ນໄດ້ສະແດງອອກກ່ອນໝູ່ໃນອັດຕາສ່ວນປະມານ 80% ຂອງວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ ທີ່ມີເງິນທຶນຕ່າງປະເທດ 100%. ນາກຈາກນັ້ນ, ການເຊື່ອມຕໍ່ລະຫວ່າງວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ ກັບວິສາຫະກິດພາຍໃນປະເທດ ຍັງມີຄວາມຄືບໜ້າຂ້ອນຂ້າງຊ້າ(7).
ການເຊື່ອມໂຍງທີ່ອ່ອນແອຍັງສະທ້ອນໃຫ້ເຫັນໃນອັດຕາການຫັນເປັນທ້ອງຖິ່ນຂອງຜະລິດຕະພັນອຸດສາຫະກໍາສະໜັບສະໜູນໃນປະເທດທີ່ຍັງຕ່ຳ. ສະເພາະແມ່ນ ສຳລັບວິສາຫະກິດທີ່ສະໜອງອາໄຫຼ່ ແລະ ສ່ວນປະກອບລົດຍົນ, ບັນດາວິສາຫະກິດອຸດສາຫະກຳສະໜັບສະໜູນສ່ວນໃຫຍ່ສະໜອງສະເພາະຜະລິດຕະພັນສຳລັບປະກອບລົດຍົນພາຍໃນປະເທດເທົ່ານັ້ນ. ອີງຕາມກົມອຸດສາຫະກໍາ (ກະຊວງອຸດສາຫະກຳແລະການຄ້າ), ອັດຕາການຫັນເປັນທ້ອງຖິ່ນສໍາລັບລົດຍົນສ່ວນບຸກຄົນບໍ່ເກີນ 9 ທີ່ນັ່ງ ຢູ່ໃນລະດັບຕໍ່າ, ໂດຍສະເລ່ຍປະມານ 7-10%; ໃນຂະນະທີ່ເປົ້າໝາຍທີ່ຕັ້ງໄວ້ແມ່ນ 30-40% ໃນປີ 2020, 40-45% ໃນປີ 2025 ແລະ 50-55% ໃນປີ 2030(8). ຫຼືປະຈຸບັນ, ອັດຕາການຫັນເປັນທ້ອງຖິ່ນຂອງຂະແໜງເອເລັກໂຕຣນິກບັນລຸພຽງ 5-10% ເທົ່ານັ້ນ. ຜະລິດຕະພັນເອເລັກໂຕຣນິກສ່ວນໃຫຍ່ໃນຕະຫຼາດຫວຽດນາມ ແມ່ນນຳເຂົ້າທັງໝົດ ຫຼືປະກອບໃນປະເທດ ດ້ວຍສ່ວນປະກອບທີ່ນຳເຂົ້າສ່ວນໃຫຍ່. ໃນຂະນະນັ້ນ, ເປົ້າໝາຍເຖິງປີ 2025, ອຸດສາຫະກໍາເອເລັກໂທຣນິກຕ້ອງຫັນເປັນທ້ອງຖິ່ນເຖິງ 45% ເຊິ່ງເປັນເປົ້າໝາຍທີ່ທ້າທາຍ(9). ສາເຫດຫຼັກຂອງສະຖານະການຂ້າງເທິງນັ້ນແມ່ນ ກຳລັງການຜະລິດຂອງວິສາຫະກິດໃນປະເທດໃນຂະແໜງການນີ້ຍັງມີຈຳກັດ, ຄຸນນະພາບຂອງຜະລິດຕະພັນຍັງບໍ່ໄດ້ຕາມຄວາມຕ້ອງການລະດັບສູງຂອງຕະຫຼາດ ແລະ ຂອງວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ.
ທີສາມ, ການທີ່ຫວຽດນາມໃຫ້ “ບຸລິມະສິດ” ແກ່ນັກລົງທຶນຕ່າງປະເທດຫຼາຍເກີນໄປ ເຮັດໃຫ້ລາຍຮັບຈາກພາສີຫຼຸດລົງ.
ເມື່ອຮຽກຮ້ອງເງິນລົງທຶນໂດຍກົງຈາກຕ່າງປະເທດ, ມີປາກົດການທີ່ບັນດາທ້ອງຖິ່ນຂອງຫວຽດນາມແຂ່ງຂັນກັນເອງ ໃນການສະເໜີຂໍ້ບຸລິມະສິດທີ່ “ເປີດກວ້າງ” ໃຫ້ກັບນັກລົງທຶນຕ່າງປະເທດ. ຄວາມແຕກຕ່າງຂອງອັດຕາພາສີລະຫວ່າງປະເທດ, ລະຫວ່າງວິສາຫະກິດຕ່າງໆໃນປະເທດ, ກົດລະບຽບກ່ຽວກັບອັດຕາພາສີພິເສດ, ການຍົກເວັ້ນພາສີແລະການຫຼຸດພາສີ... ໄດ້ສ້າງແຮງຈູງໃຈໃນການຫຼີກລ່ຽງພາສີ, ບໍ່ພຽງແຕ່ໃຫ້ວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດເທົ່ານັ້ນ, ແຕ່ຍັງລວມທັງວິສາຫະກິດພາຍໃນປະເທດອີກນຳ ແລະ ສ້າງ “ຊ່ອງຫວ່າງ” ເພື່ອໃຫ້ວິສາຫະກິດດຳເນີນພຶດຕິກໍາການໂອນລາຄາ.
ບາງວິທີແກ້ໄຂເພື່ອຍົກສູງຄຸນນະພາບ ແລະ ປະສິດທິຜົນ
ຂອງການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ
ທີໜຶ່ງ, ປ່ຽນແປງໃໝ່ວິທີການສົ່ງເສີມການລົງທຶນ.
ເພື່ອປັບປຸງການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ, ຈຳເປັນຕ້ອງປ່ຽນແປງແນວຄວາມຄິດໃນການດຶງດູດການລົງທຶນຈາກຕ່າງປະເທດ. ຕາມນັ້ນ, ຈຳເປັນຕ້ອງປ່ຽນທິດທາງການລົງທຶນຕ່າງປະເທດໂດຍພື້ນຖານ, ໂດຍສະເພາະຢ່າງຍິ່ງຕ້ອງສົ່ງເສີມການລົງທຶນໂດຍມີເປົ້າໝາຍທີ່ເໝາະສົມ ແລະ ປະຕິບັດໄດ້ຈິງ, ບໍ່ແມ່ນສົ່ງເສີມການລົງທຶນແບບມວນຊົນ. “ຍຸດທະສາດດຶງດູດການລົງທຶນໂດຍກົງຈາກຕ່າງປະເທດລຸ້ນໃໝ່” ແມ່ນການຫັນປ່ຽນຈຸດສຸມຈາກການດຶງດູດນັກລົງທຶນທີ່ເໝາະສົມສຳລັບ “ຜະລິດຕະພັນ” ມາເປັນການພັດທະນາຜະລິດຕະພັນທີ່ເໝາະສົມ (ໝາຍເຖິງສະພາບແວດລ້ອມທາງທຸລະກິດ ແລະ ເງື່ອນໄຂການລົງທຶນທີ່ເໝາະສົມ) ສຳລັບປະເພດການລົງທຶນທີ່ຫວຽດນາມຕ້ອງການໃນອະນາຄົດ. ໃນຊຸມປີມໍ່ໆມານີ້, ຫຼາຍທ້ອງຖິ່ນໄດ້ປະຕິເສດໂຄງການຂະໜາດນ້ອຍທີ່ໃຊ້ເຕັກໂນໂລຊີທີ່ລ້າສະໄຫມ. ທິດທາງການດຶງດູດການລົງທຶນໂດຍກົງຈາດຕ່າງປະເທດລຸ້ນໃໝ່ມຸ່ງສູ່ບັນດາໂຄງການທີ່ໃຊ້ເຕັກໂນໂລຊີສູງ, ເຕັກໂນໂລຊີຕົ້ນທາງ, ເຕັກໂນໂລຊີລົດຍົນ, ລົດຈັກ ແລະ ອຸດສາຫະກໍາສະຫນັບສະຫນູນ, ເຄື່ອງຈັກ ແລະອຸປະກອນອຸດສາຫະກໍາ, ໂລຈິສະຕິກ, ຜະລິດຕະພັນກະສິກໍາມູນຄ່າສູງໃຫມ່, ເຕັກໂນໂລຊີສິ່ງແວດລ້ອມ, ພະລັງງານທົດແທນ, ບໍລິການປະຢຸກເຕັກໂນໂລຊີຂໍ້ມູນຂ່າວສານ, ບໍລິການທາງການເງິນແລະການສຶກສາ.
ລະດັບການພັດທະນາຂອງບັນດາທ້ອງຖິ່ນໃນທົ່ວປະເທດຍັງແຕກຕ່າງກັນ, ດັ່ງນັ້ນ, ຈຳເປັນຕ້ອງດຶງດູດການລົງທຶນໂດຍກົງຈາກຕ່າງປະເທດໃນລັກສະນະທີ່ສົມດຸນ ແລະ ສົມເຫດສົມຜົນ ລະຫວ່າງບັນດາເຂດແລະພາກພື້ນ ໂດຍສອດຄ່ອງກັບການວາງແຜນພັດທະນາເສດຖະກິດແລະສັງຄົມຂອງຫວຽດນາມ ໃນໄລຍະຈະມາເຖິງ. ບັນດາທ້ອງຖິ່ນທີ່ມີໂຄງສ້າງພື້ນຖານທີ່ຂ້ອນຂ້າງທັນສະໄໝ ແລະ ຊັບພະຍາກອນມະນຸດທີ່ມີຄຸນນະພາບນັ້ນ ຄວນສຸມໃສ່ດຶງດູດໂຄງການເຕັກໂນໂລຊີສູງ, ເຕັກໄນໄລຊີໃໝ່, ໂຄງການຄົ້ນຄວ້າແລະພັດທະນາ, ບໍລິການທີ່ທັນສະໄໝ. ບັນດາທ້ອງຖິ່ນທີ່ມີເງື່ອນໄຂຫຍຸ້ງຍາກຍັງຄົງສືບຕໍ່ດຶງດູດໂຄງການລົງທຶນໂດຍກົງຈາກຕ່າງປະເທດ ເຂົ້າໃນບັນດາຂະແໜງການທີ່ໃຊ້ແຮງງານຫຼາຍ, ແຕ່ຕ້ອງຮັບປະກັນເງື່ອນໄຂກ່ຽວກັບເຕັກໂນໂລຊີ, ສິ່ງແວດລ້ອມ ແລະ ປະຢັດພະລັງງານ.
ບັນຊີລາຍຊື່ໂຄງການແຫ່ງຊາດທີ່ຮຽກຮ້ອງການລົງທຶນໂດຍກົງຈາກຕ່າງປະເທດ ຈະລະບຸໂຄງການຂະໜາດໃຫຍ່ແຕ່ລະປະເພດຕາມຂະແໜງການໃນແຕ່ລະທ້ອງຖິ່ນຢ່າງຈະແຈ້ງ, ທັງກັບນັກລົງທຶນຕ່າງປະເທດຢ່າງຈະແຈ້ງແລະໂປ່ງໃສ, ທັງຫຼີກລ້ຽງການວິ້ງເຕັ້ນຫາໂຄງການລະຫວ່າງທ້ອງຖິ່ນ ແລະ ລະຫວ່າງນັກລົງທຶນ ແລະອື່ນໆ, ເຮັດໃຫ້ເສຍຫາຍແລະຫຼຸດຄວາມສາມາດໃນການແຂ່ງຂັນຂອງສະພາບແວດລ້ອມການລົງທຶນຂອງຫວຽດນາມ. ກ່ຽວກັບບັນດາຄູ່ຮ່ວມມື, ຕ້ອງໃຫ້ບຸລິມະສິດການດຶງດູດບໍລິສັດຂ້າມຊາດມາຕັ້ງສຳນັກງານໃຫຍ່, ສ້າງຕັ້ງສູນຄົ້ນຄວ້າແລະພັດທະນາ ແລະ ສູນນະວັດຕະກຳຢູ່ຫວຽດນາມ, ສົ່ງເສີມການຖ່າຍທອດເຕັກໂນໂລຊີ ແລະ ທັກສະການຄຸ້ມຄອງໃຫ້ບັນດາວິສາຫະກິດຫວຽດນາມ. ຮັກສາແຮງດຶງດູດຕໍ່ຕະຫຼາດແລະຄູ່ຮ່ວມມືດັ້ງເດີມ, ພ້ອມກັນນັ້ນ ກໍ່ຂະຫຍາຍການຮ່ວມມືກັບຕະຫຼາດ ແລະ ຄູ່ຮ່ວມມືທີ່ມີທ່າແຮງອື່ນໆ.
ທີສອງ, ຫຼີກລ້ຽງການໃຫ້ບຸລິມະສິດຫຼາຍເກີນໄປ, ບໍ່ສົມເຫດສົມຜົນ ແກ່ນັກລົງທຶນຕ່າງປະເທດ.
ການຫັນປ່ຽນທາງການຄ້າ, ກະແສການລົງທຶນ ແລະ ຕ່ອງໂສ້ການສະໜອງທົ່ວໂລກຫຼັງການແຜ່ລະບາດຂະໜາດຂອງພະຍາດໂຄວິດ-19 ພວມກໍ່ໃຫ້ເກີດຄວາມທ້າທາຍຫຼາຍປະການ ຕໍ່ລະບົບພາສີຂອງຫວຽດນາມ, ພິເສດແມ່ນ ເມື່ອຫວຽດນາມມີທ່າອ່ຽງທີ່ຈະໃຊ້ມາດຕະການຈູງໃຈທາງພາສີເປັນເຄື່ອງມືໃນການກະຕູ້ນການລົງທຶນໃນປະເທດ ແລະ ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ ເພື່ອສ້າງການແຂ່ງຂັນຫຼາຍກວ່າການຮ່ວມມືກັບບັນດາປະເທດ ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ.
ໃນປະຈຸບັນ, ບໍລິສັດຂ້າມຊາດຫຼາຍແຫ່ງເມື່ອລົງທຶນໃນຫວຽດນາມສາມາດຊົມໃຊ້ອັດຕາພາສີ 10% ເຊິ່ງຕ່ຳກວ່າເຄິ່ງໜຶ່ງຂອງອັດຕາພາສີທົ່ວໄປທີ່ 20%. ການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ ແມ່ນສິ່ງທີ່ຈຳເປັນ, ສ້າງແຮງຜັກດັນການພັດທະນາເສດຖະກິດ, ແຕ່ມີແຮງຈູງໃຈຫຼາຍເກີນໄປ ຫຼືດຶງດູດການລົງທຶນໂດຍກົງຈາກຕ່າງປະເທດດ້ວຍຄ່າໃຊ້ຈ່າຍທັງໝົດ, ສ້າງພາລະໜັກໜ່ວງໃຫ້ແກ່ເສດຖະກິດ ແລະ ຄວາມບໍ່ສະເໝີພາບທີ່ແນ່ນອນ ໃນສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງວິສາຫະກິດພາຍໃນປະເທດ. ລັດຖະບານຕ້ອງມີທາງເລືອກທີ່ແນ່ນອນໃນການນຳໃຊ້ສິ່ງຈູງໃຈ, ບໍ່ໃຊ້ແບບຖ້ວມຈ່ານໄປ, ຄວນມີບຸລິມະສິດໃນສິ່ງຈູງໃຈດ້ານພາສີໃຫ້ວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ. ບັນດາສິ່ງຈູງໃຈທີ່ກວ້າງຂວາງແລະຊ້ຳຊ້ອນຄວນຖືກກຳຈັດອອກໄປ, ສ້າງສະພາບແວດລ້ອມທາງທຸລະກິດທີ່ຍຸດຕິທຳ, ສ້າງເງື່ອນໄຂໃຫ້ບຸກຄົນແລະອົງການຈຳນວນຫຼາຍ ເຂົ້າຮ່ວມການເຄື່ອນໄຫວເສດຖະກິດ, ປະກອບສ່ວນເຂົ້າໃນຂະບວນການປ່ຽນແປງໃໝ່ເສດຖະກິດ.
ທີສາມ, ກະກຽມເງື່ອນໄຂທີ່ດີ ເພື່ອດຶງດູດບັນດາໂຄງການທີ່ມີຄຸນນະພາບສູງ.
ໃນໄລຍະຈະມາເຖິງ, ສະຖາບັນແລະກົດໝາຍກ່ຽວກັບການດຶງດູດການລົງທຶນຈາກຕ່າງປະເທດ ຕ້ອງໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ ເພື່ອຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງການດຶງດູດ ແລະ ນຳໃຊ້ເງິນລົງທຶນໂດຍກົງຈາກຕ່າງປະເທດ, ສ້າງສະພາບແວດລ້ອມທາງທຸລະກິດ ແລະ ການລົງທຶນທີ່ຍຸດຕິທຳ ເປີດກວ້າງ ແລະ ໂປ່ງໃສ. ຕາມນັ້ນ, ສຸມໃສ່ການຕິດຕາມກວດກາ ແລະ ການປະເມີນໂຄງການທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ, ໂດຍສະເພາະ ສະພາບການລົງທຶນ “ໂດຍບໍ່ຂໍອະນຸຍາດ”, ການລົງທຶນ “ແບບເຊື່ອງຊ້ອນ” ໃນບັນດາຂະແໜງການ ແລະ ຂົງເຂດທີ່ຈຳກັດການລົງທຶນໂດຍກົງຈາກຕ່າງປະເທດ, ໃນຮູບແບບຂອງການຈັດຕັ້ງທຸລະກິດອະສັງຫາລິມະຊັບຜ່ານບຸກຄົນຊາວຫວຽດນາມ, ດ້ວຍແຫຼ່ງທຶນປະກອບສ່ວນຕ່ຳກວ່າ 49%; ປ່ອຍເງິນກູ້ໃຫ້ແກ່ຊາວຫວຽດນາມ ເພື່ອຕັ້ງທຸລະກິດ...; ແນວທາງແກ້ໄຂບັນຫານີ້ແມ່ນເລັ່ງກໍ່ສ້າງ ແລະ ປັບປຸງບູລະນະລະບົບຂໍ້ມູນຂ່າວສານແຫ່ງຊາດ ກ່ຽວກັບການລົງທຶນຂອງຕ່າງປະເທດ ເພື່ອມີຖານຂໍ້ມູນຄົບຖ້ວນ ເພື່ອຕີລາຄາປະສິດທິຜົນຂອງການລົງທຶນໂດຍກົງຈາກຕ່າງປະເທດຢູ່ຫວຽດນາມ ຢ່າງຈິງຈັງແລະຖືກຕ້ອງ.
ສືບຕໍ່ປັບປຸງສະຖາບັນແລະກົດໝາຍທີ່ກ່ຽວຂ້ອງກັບການລົງທຶນໂດຍກົງຈາກຕ່າງປະເທດໃຫ້ສົມບູນ, ໃນນັ້ນມີແຜນນະໂຍບາຍການໃຊ້ພາສີຂັ້ນຕ່ຳທົ່ວໂລກໃນຫວຽດນາມ.
ປັບປຸງສະພາບແວດລ້ອມການລົງມືນແລະທຸລະກິດ, ທົບທວນລະບົບນະໂຍບາຍກ່ຽວກັບການລົງທຶນ, ຊ່ວຍເຫຼືອນັກລົງທຶນແກ້ໄຂຄວາມຫຍຸ້ງຍາກ; ເພີ່ມທະວີການຄຸ້ມຄອງລັດກ່ຽວກັບການລົງທຶນໂດຍກົງຈາກຕ່າງປະເທດ ຕັ້ງແຕ່ຂັ້ນຕອນການສົ່ງເສີມ, ການປະເມີນ, ການຜັນຂະຫຍາຍໂຄງການ ຈົນເຖິງການກວດກາ ແລະ ການຕິດຕາມກວດກາການປະຕິບັດ. ລັດຖະບານຄວນອອກມະຕິໂດຍໄວ ກ່ຽວກັບຊຸດມາດຖານການປະເມີນປະສິດທິຜົນຂອງພາກການລົງທຶນໂດຍກົງຈາກຕ່າງປະເທດ.
ກະກຽມຊັບພະຍາກອນບຸກຄົນທີ່ມີຄຸນສົມບັດທາງວິຊາຊີບ ແລະ ທັກສະທາງເຕັດນິກສູງ. ການຝຶກອົບຮົມ ພັດທະນາບຸກຄະລາກອນ ແມ່ນຂົງເຂດທີ່ຕ້ອງໄດ້ຮັບຄວາມເອົາໃຈໃສ່ຫຼາຍໃນອະນາຄົດອັນໃກ້ນີ້. ຍົກສູງຄຸນນະພາບການສຶກສາແລະການຝຶກອົບຮົມ, ໂດຍສະເພາະແມ່ນຖັນແຖວກຳມະກອນເຕັກນິກທີ່ມີຄວາມຊໍານິຊໍານານ ຕ້ອງເປັນພື້ນຖານສໍາລັບຄື້ນໃໝ່ຂອງການລົງທຶນ.
ທີສີ່, ໂຄງສ້າງພື້ນຖານທີ່ເຊື່ອມໂຍງຢ່າງຄົບຊຸດ.
ຖ້າຖະໜົນຫົນທາງມີຄຸນນະພາບບໍ່ດີ, ໂຄງສ້າງພື້ນຖານຂອງເຂດອຸສາຫະກຳ ແລະ ຕົວເມືອງບໍ່ດີ, ລະບົບກົດໝາຍ ແລະ ເງື່ອນໄຂທາງວັດທະນະທຳບໍ່ເໝາະສົມສຳລັບນັກລົງທຶນ, ການຮຽກຮ້ອງໃຫ້ມີໂຄງການລົງທຶນໂດຍກົງຈາກຕ່າງປະເທດທີ່ດີເປັນເລື່ອງຍາກຫຼາຍ. ໃນເຂດອຸດສາຫະກຳຫຼາຍແຫ່ງທີ່ໄດ້ຮັບການສ້າງຕັ້ງຂຶ້ນແລ້ວ, ເຮົາມັກຈະເຫັນແຕ່ທີ່ດິນ, ຖະໜົນ, ສະຖານທີ່ໂຮງງານ.., ຍັງບໍ່ເຫັນບໍລິການ, ພື້ນທີ່ຢູ່ອາໄສ ແລະ ລະບົບນິເວດສຳລັບການຜະລິດແລະທຸລະກິດ. ເຂດອຸດສາຫະກຳບໍ່ພຽງແຕ່ເປັນໂຮງງານ, ແຕ່ຍັງເປັນລະບົບນິເວດທີ່ປະສົມປະສານບັນດາເງື່ອນໄຂສະດວກສຳລັບການຜະລິດແລະທຸລະກິດ, ໂດຍສະເພາະແມ່ນລະບົບນິເວດທີ່ສາມາດສົ່ງເສີມການປະດິດສ້າງ./.
-------------------------
(1) ສະມາຄົມທຸລະກິດການລົງທຶນຕ່າງປະເທດ: ລາຍງານປະຈຳປີກ່ຽວກັບການລົງທຶນໂດຍກົງຈາກຕ່າງປະເທດປີ 2021.
(2) ກະຊວງແຜນການແລະການລົງທຶນ: ປຶ້ມປົກຂາວວິສາຫະກິດຫວຽດນາມປີ 2020.
(3) ໂດະ ທີ້ ທູ: “ການລົງທຶນໂດຍກົງຈາກຕ່າງປະເທດ ແລະ ບັນຫາການພັດທະນາເສດຖະກິດແລະສັງຄົມຢູ່ຫວຽດນາມ”, ເວບໄຊນ໌ຂອງກະຊວງການເງິນ, ວັນທີ 19 ກໍລະກົດ 2021, http://mof.gov.vn/dau-tu-truc-tiep-nuoc-ngoai-va-van-de-phat-trien-kinh-te.html
(4) ຫໍອຸດສາຫະກຳ ແລະ ການຄ້າຫວຽດນາມ, ທະນາຄານໂລກປະຈຳຫວຽດນາມ: ລາຍງານ “ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ວິສາຫະກິດຫວຽດນາມ”, ວັນທີ 12 ມີນາ 2021.
(5) ອານຍຽນ: “ອຸດສາປະກຳສະໜັບສະໜູນຫວຽດນາມໄດ້ມີບາດກ້າວຂະຫຍາຍຕົວທີ່ຕັ້ງໜ້າ”, ເວບໄຊນ໌ຂອງກະຊວງອຸດສະຫະກຳການຄ້າ, ວັນທີ 9 ພຶດສະພາ 2022, https://moit.gov.vn/tin-tuc/phat-trien-cong-nghiep/cong-nghiep-ho-tro-viet-nam-da-co-nhung-buoc-chuyen-minh-tich-cuc.html
(6) ຂໍ້ມູນອ້າງຕາມບົດລາຍງານຂອງກະຊວງການເງິນທີ່ສົ່ງໃຫ້ນາຍົກລັດຖະມົນຕີ, ເດືອນກຸມພາ 2022.
(7) ຫໍອຸດສາຫະກຳ ແລະ ການຄ້າຫວຽດນາມ, ທະນາຄານໂລກປະຈຳຫວຽດນາມ: ລາຍງານ “ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ວິສາຫະກິດຫວຽດນາມ”, ເອກະສານທີ່ໄດ້ແນະນຳ
(8) “ສະພາບການພັດທະນາອຸດສາຫະກຳສະໜັບສະໜູນຂະແໜງການລົດຍົນຂອງຫວຽດນາມ”, ເວບໄຊນ໌ຂອງກະຊວງອຸດສະຫະກຳການຄ້າ, ວັນທີ 15 ກັນຍາ 2021, https://moit.gov.vn/tin-tuc/phat-trien-cong-nghiep/thuc-trang-phat-trien-cua-cnht-nganh-o-to-viet-nam.html
(9) ຖູ່ຍອານ: “ອັດຕາການຫັນເປັນທ້ອງຖິ່ນຂອງຂະແໜງການເອເລັກໂຕຣນິກຂອງຫວຽດນາມພຽງແຕ່ 5-10%”, ໜັງສືພິມເອເລັກໂຕຣນິກຂອງສະຖານີໂທລະພາບຫວຽດນາມ, ວັນທີ 15 ເມສາ 2021, https://vtv.vn/kinh-te/ti-le-noi-dia-hoa-nganh-dien-tu-viet-nam-chi-dat-5-10-20210415145803963.htm
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1007 (ເດືອນກຸມພາ 2023).