ບາງ​ບັນ​ຫາ​ທິດ​ສະ​ດີແລະພຶດຕິກຳ ​
ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊົນ​ຢູ່​ຫວຽດ​ນາມ

ໂດຍ ຮສ, ປອ ຫງວຽນ ວັນ ແທັ່ງ* - ຮສ, ປອ ເຈິ່ນ ກິມ ຈູງ**
* ພົນໂທ, ຮອງປະທານສະພາທິດສະດີສູນກາງ - **ເລຂາທິການວິທະຍາສາດ, ສະພາທິດສະດີສູນກາງ
14:22, 13-09-2023
ວກ. - ໂດຍເປັນພາກສ່ວນໜຶ່ງຂອງລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ເສດຖະກິດເອກະຊົນຢູ່ຫວຽດນາມ ມີສ່ວນ​ປະກອບນັບມື້ນັບຫຼາຍ ​ເຂົ້າ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​. ເພື່ອ​ໃຫ້​ເສດຖະກິດ​ເອກະ​ຊົນ​ເປັນ​ກຳລັງຂັບເຄື່ອນທີ່ສຳຄັນຂອງ​ເສດຖະກິດ​ຢ່າງ​ແທ້​ຈິງ, ຈຳເປັນຕ້ອງ​ສືບ​ຕໍ່​ປ່ຽນ​ໃໝ່ຄວາມຄິດກ່ຽວກັບເສດຖະກິດເອກະຊົນ ​ແລະ ສ້າງ​ເງື່ອນ​ໄຂ​ອຳນວຍຄວາມສະດວກ​ໃຫ້​ເສດຖະກິດ​ເອກະ​ຊົນ​ພັດທະນາ​ຢ່າງ​ແຂງ​ແຮງ​ ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານ ຟ້າມ ມິງ ຈິ້ງ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ (ຜູ້ທີ 2 ຈາກຂວາ) ຢ້ຽມຢາມແລະເຮັດວຽກກັບບໍລິສັດຫຸ້ນສ່ວນ ກຸ່ມເສດຖະກິດ ເຈື່ອງຫາຍ (THACO) ຢູ່ເຂດເສດຖະກິດເປີດ ຈູລາຍ, ແຂວງກວ໋າງນາມ _ພາບ: VGP

ການປ່ຽນແປງໃໝ່ດ້ານ​ແນວ​ຄິດ​ທິດ​ສະ​ດີ ແລະ ສະ​ຖາ​ບັນ ກົນ​ໄກ ນະ​ໂຍ​ບາຍ
​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ ຕັ້ງແຕ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ
6
ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ມາ​ຮອດ​ປະ​ຈຸ​ບັນ

ສະຫຼຸບສັງລວມ 35 ປີແຫ່ງການປ່ຽນແປງໃໝ່, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໄດ້ຂຽນໃນນິພົນບາງບັນຫາທິດສະດິແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ ໂດຍເນັ້ນໜັກວ່າ: “ໃນລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມມີຫຼາຍຮູບການກຳມະສິດ, ຫຼາຍພາກສ່ວນເສດຖະກິດ. ບັນດາພາກສ່ວນເສດຖະກິດທີ່ເຄື່ອນໄຫວຕາມກົດໝາຍ ລ້ວນແຕ່ແມ່ນອົງປະກອບທີ່ສຳຄັນ ຂອງລະບົບເສດຖະກິດ, ຄວາມເທົ່າທຽມກັນທາງດ້ານກົດໝາຍ ແລະ ພ້ອມກັນພັດທະນາໄລຍະຍາວ, ຮ່ວມມື ແລະ ແຂ່ງຂັນກັນທີ່ດີ. ໃນນັ້ນ, ເສດຖະກິດຂອງລັດມີບົດບາດເປັນເຈົ້ານຳພາ; ເສດຖະກິດລວມໝູ່ ແລະ ເສດຖະກິດຮ່ວມມື ໄດ້ຮັບການປັບປຸງແລະພັດທະນາຢ່າງບໍ່ຢຸດຢັ້ງ; ເສດຖະກິດເອກະຊົນແມ່ນກຳລັງໜູນທີ່ສຳຄັນຂອງລະບົບເສດຖະກິດ; ເສດຖະກິດທີ່ມີການລົງທຶນຈາກຕ່າງປະເທດ ໄດ້ຮັບການສົ່ງເສີມໃຫ້ພັດທະນາ ສອດຄ່ອງກັບຍຸດທະສາດ ແລະ ແຜນການພັດທະນາເສດຖະກິດແລະສັງຄົມ(1).      

ການປ່ຽນແປງໃໝ່ຈິນຕະນາເສດຖະກິດ ​ຢູ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 6 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແມ່ນ​ມາ​ຈາກ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ, ອີງ​ໃສ່​ການ​ໝູນໃຊ້​ທັດ​ສະ​ນະ​ຂອງ ວ.ອີ ເລນິນ, “ຖືວ່າ​ເສດ​ຖະ​ກິດ​ທີ່​ມີ​ໂຄງ​ປະ​ກອບ​ຫຼາຍ​ພາກສ່ວນ​ເປັນ​ລັກ​ສະ​ນະ​ຂອງ​ໄລ​ຍະ​ຂ້າມຜ່ານ(2)ຍອມຮັບຢ່າງ​ເປັນ​ທາງ​ການ​ວ່າ ​ເສດຖະກິດ​ເອກະ​ຊົນ​ແມ່ນພາກສ່ວນໜຶ່ງທີ່ສຳຄັນ ​ໃນ​ການ​ລົງທຶນ ​ແລະ ການພັດທະນາ​ເສດຖະກິດ-ສັງຄົມຢູ່ຫວຽດນາມ, ສ້າງ​ພື້ນຖານ​ດ້ານ​ການ​ເມືອງ​ໃຫ້​ແກ່​ບາດກ້າວ​ບຸກທະລຸຕໍ່ໄປ​ຂອງ​ພັກ ​ໃນການ​ຮັບ​ຮູ້ກ່ຽວກັບ​ທີ່​ຕັ້ງ ​ແລະ ບົດບາດ​ຂອງເສດຖະກິດ​ເອກະ​ຊົນ.

ໂດຍສະຫຼຸບການພັດທະນາ ແລະ ການປະກອບສ່ວນຂອງເສດຖະກິດເອກະຊົນເຂົ້າໃນການພັດທະນາເສດຖະກິດແລະສັງຄົມຂອງປະເທດ ຜ່ານ 15 ປີແຫ່ງການປ່ຽນແປງໃໝ່, ກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ 9 ໄດ້ອອກມະຕິສະບັບເລກທີ 14-NQ/TW, ລົງວັນ 18 ມີນາ 2002, “ວ່າດ້ວຍການສືບຕໍ່ປ່ຽນແປງໃໝ່ກົນໄກ ນະໂຍບາຍ, ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ເສດຖະກິດເອກະຊົນພັດທະນາດ້ວຍ​ຫຼາຍ​ວິທີ​ແກ້​ໄຂ​ທີ່​ສຳຄັນ ​ເພື່ອ​ສົ່ງເສີມ​ການ​ພັດທະນາ​ເສດຖະກິດ​ເອກະ​ຊົນ ​ແລະ ການ​ລົງທຶນ​ຂອງ​ເອກະ​ຊົນ.

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຢືນຢັນ​ຢ່າງ​ເປັນ​ທາງ​ການ​ວ່າ ​ເສດຖະກິດ​ເອກະ​ຊົນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ກຳລັງຂັບເຄື່ອນ​ຂອງລະບົບເສດຖະກິດ. ຄະນະບໍລິຫານງານສູນກາງພັກ (ຊຸດທີ 10) ໄດ້ອອກກົດລະບຽບສະບັບເລກທີ 15-QD/TW, ລົງວັນທີ 28 ສິງຫາ 2006, “ກ່ຽວກັບສະມາຊິກພັກທີ່ເຮັດເສດຖະກິດເອກະຊົນ”. ກົມການເມືອງສູນກາງພັກໄດ້ອອກມະຕິສະບັບເລກທີ 09-NQ/TW, ລົງວັນທີ 9 ທັນວາ 2011, “ກ່ຽວກັບການສ້າງແລະເສີມຂະຫຍາຍບົດບາດຂອງຖັນແຖວນັກທຸລະກິດຫວຽດນາມ ໃນສະໄໝແຫ່ງການຍູ້ແຮງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ ແລະ ການເຊື່ອມໂຍງເຂົ້າກັບສາກົນ”.  

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງພັກວາງແຜນປັບປຸງບູລະນະກົນໄກ ນະໂຍບາຍປ່ຽນແປງໃໝ່ຮູບແບບການເຕີບໂຕ, ປັບ​ໂຄງສ້າງເສດຖະກິດ, ປັບປຸງສະພາບແວດລ້ອມການລົງທຶນແລະທຸລະກິດ, ໝູນໃຊ້ບັນດາຮູບການດຶງດູດການລົງທຶນທີ່ຫຼາກຫຼາຍແລະດຶງດູດໃຈ ​ເພື່ອ​ລະດົມ​ ແລະ ນຳ​ໃຊ້​ບັນດາ​ແຫຼ່ງກຳລັງ​ ຂອງ​ທຸກ​ພາກສ່ວນ​ເສດຖະກິດ, ຊຸກຍູ້​ການ​ສ້າງ​ກຸ່ມ​ເສດຖະກິດ​ເອກະ​ຊົນ, ສົ່ງເສີມ​ເອກະ​ຊົນ​ປະກອບ​ທຶນ​ໃຫ້​ບັນດາກຸ່ມເສດຖະກິດຂອງ​ລັດ. ໃນທີ່ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12, ພັກກອມມູນິດຫວຽດນາມຢືນຢັນວ່າ, ຕະຫຼາດມີບົດບາດຕົ້ນຕໍ່ໃນການລະດົມ ແລະ ຈັດແບ່ງບັນດາແຫຼ່ງກຳລັງການພັດທະນາຢ່າງມີປະສິດທິຜົນ, ເປັນກຳລັງຂັບເຄື່ອນຕົ້ນຕໍ່ ເພື່ອປົດປ່ອຍກຳລັງຜະລິດ, ຈາກ​ນັ້ນ ກຳນົດ​ໜ້າ​ທີ່​ໃນ​ການ​ສືບ​ຕໍ່​ພັດທະນາ​ຢ່າງຄົບຊຸດ ​ແລະ ການດຳ​ເນີນງານທີ່ລຸລ່ວງຂອງ​ຕະຫຼາດ​ທຸກ​ປະ​ເພດ, ພ້ອມກັນນັ້ນ ເສດຖະກິດເອກະຊົນກໍ່ໄດ້ຮັບການປະເມີນວ່າ ເປັນກຳລັງຂັບເຄື່ອນທີ່ສຳຄັນ ຂອງລະບົບເສດຖະກິດ. ກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ 12 ໄດ້ອອກມະຕິສະບັບເລກທີ 10-NQ/TW, ລົງວັນທີ 3 ມິຖຸນາ 2017, “ກ່ຽວກັບການພັດທະນາເສດຖະກິດເອກະຊົນ ໃຫ້ກາຍເປັນກຳລັງຂັບເຄື່ອນທີ່ສຳຄັນ ຂອງລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ”, ດ້ວຍບັນດາເປົ້າໝາຍສະເພາະ ແລະ ວິທີແກ້ໄຂ 5 ກຸ່ມທີ່ສົ່ງເສີມ ແລະ ສະໜັບສະໜູນການພັດທະນາພາກເສດຖະກິດເອກະຊົນ.

ເຖິງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13, ພັກກອມມູນິດຫວຽດນາມສືບຕໍ່ຢືນຢັນ: ເສດຖະກິດເອກະຊົນໄດ້ຮັບການສົ່ງເສີມໃຫ້ພັດທະນາໃນທຸກຂະແໜງການ ແລະ ຂົງເຂດທີ່ກົດໝາຍບໍ່ຫ້າມ, ໄດ້ຮັບການສະໜັບສະໜູນ ໃຫ້ພັດທະນາເປັນບໍລິສັດ, ກຸ່ມເສດຖະກິດເອກະຊົນທີ່ເຂັ້ມແຂງ, ມີຄວາມສາມາດແຂ່ງຂັນສູງ. ສົ່ງເສີມໃຫ້ວິສາຫະກິດເອກະຊົນຮ່ວມມື, ເຊື່ອມໂຍງກັບລັດວິສາຫະກິດ, ສະຫະກອນ, ເສດຖະກິດຄົວເຮືອນ; ພັດທະນາບັນດາບໍລິສັດຫຸ້ນສ່ວນທີ່ມີການເຂົ້າຮ່ວມຢ່າງກວ້າງຂວາງ ​ຂອງ​ບັນດາ​ອັດຕະພາບ​ສັງ​ຄົມ, ​ໂດຍ​ສະ​ເພາະ​ແມ່ນ​ຄົນ​ງານ(3). ປັບປຸງລະບຽບລະບອບໃຫ້ສົມບູນແບບ, ຊຸກຍູ້ການຮ່ວມມືລະຫວ່າງພາກລັດແລະເອກະຊົນ ແນໃສ່ລະດົມບັນດາແຫຼ່ງກຳລັງສັງຄົມ ເພື່ອພັດທະນາໂຄງສ້າງພື້ນຖານ ແລະ ສະໜອງການບໍລິການສາທາລະນະ. ສູ້ຊົນຮອດປີ 2030, ຈະ​ມີ​ວິ​ສາ​ຫະ​ກິດເອກະຊົນ​ຢ່າງ​ໜ້ອຍ 2 ລ້ານ​ວິ​ສາ​ຫະ​ກິດ ​ທີ່​ພາກ​ສ່ວນ​ເສດ​ຖະ​ກິດ​ເອ​ກະ​ຊົນ​ປະ​ກອບ​ສ່ວນໃນ ຈີດີພີ ເຖິງ 60-65%(4); ການລົງທຶນທາງສັງຄົມທັງໝົດສະເລ່ຍບັນລຸ 33-35% ຂອງ ຈີດີພີ. 

ແຕ່ປີ 2010 ເຖິງປີ 2022, ການພັດທະນາທາງດ້ານຈິນຕະນາການທິດສະດີຂອງພັກກອມມູນິດຫວຽດນາມ ໄດ້ສ້າງພື້ນຖານໃຫ້ແກ່ການສ້າງ ແລະ ປັບປຸງບູລະນະສະຖາບັນ ກົນໄກ ນະໂຍບາຍການພັດທະນາເສດຖະກິດເອກະຊົນຢູ່ຫວຽດນາມຕາມມາດຕາ 51 ຂອງລັດຖະທຳມະນູນປີ 2013, ລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຫວຽດນາມ ມີຫຼາຍຮູບການກຳມະສິດ, ຫຼາຍພາກສ່ວນເສດຖະກິດ; ເສດຖະກິດຂອງລັດມີບົດບາດເປັນເຈົ້ານຳພາ; ບັນດາ​ພາກສ່ວນ​ເສດຖະກິດ​ລ້ວນ​ແຕ່​ແມ່ນອົງປະກອບ​ສຳຄັນ ​ຂອງ​ເສດຖະກິດ​ແຫ່ງ​ຊາດ, ມີຄວາມສະ​ເໝີ​ພາບ ຮ່ວມ​ມື ​ແລະ ແຂ່ງຂັນ​ກັນຕາມ​ກົດໝາຍ. ລັດສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ວິສາຫະກິດ, ນັກທຸລະກິດແລະບຸກຄົນ, ອົງການຈັດຕັ້ງອື່ນ ໄດ້ລົງທຶນ ຜະລິດ ແລະ ທຸລະກິດ; ຊັບສິນທີ່ຖືກກົດໝາຍຂອງບຸກຄົນແລະອົງການ ທີ່ລົງທຶນ ຜະລິດ ແລະ ດຳເນີນທຸລະກິດ ແມ່ນໄດ້ຮັບການປົກປ້ອງໂດຍກົດໝາຍ ແລະ ບໍ່ຖືກໂອນເປັນຂອງລັດ.   

ກົນໄກ ແລະ ນະໂຍບາຍການພັດທະນາເສດຖະກິດເອກະຊົນ ໄດ້ຮັບການປັບປຸງໃຫ້ສົມບູນແບບຢ່າງຕໍ່ເນື່ອງ ຜ່ານການປະກາດໃຊ້ລະບົບກົດໝາຍ(5), ອາໄສສິ່ງດັ່ງກ່າວ: 1- ສ້າງ​ກອບກົດໝາຍລວມ ທີ່​ເປັນ​ເອກະ​ພາບໃນ​ການ​ສ້າງ​ຕັ້ງ, ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​​ອົງການ​ທຸລະ​ກິດທຸກຮູບແບບ ເຊິ່ງ​ໃຊ້​ໄດ້​ກັບ​ທຸກ​ອົງການ​ທຸລະ​ກິດ ​ໂດຍ​ບໍ່ຄຳນຶງເຖິງ​ຮູບ​ການກຳມະສິດ ​ແລະ ນັບ​ມື້​ນັບ​ເຂົ້າ​ໃກ້ກົດ​ລະບຽບ ແລະ ລະບຽບ​ການ​ທົ່ວ​ໄປຂອງສາກົນ; 2- ສິດທິຊັບສິນ ແລະ ເສລີພາບທາງທຸລະກິດຂອງບຸກຄົນ ແລະ ອົງການຈັດຕັ້ງ ໄດ້ຮັບການຫັນເປັນນິຕິກຳ ເພື່ອປົກປ້ອງນັກລົງທຶນ; 3- ໂດຍພື້ນຖານແລ້ວ, ເສດຖະກິດ​ເອກະ​ຊົນ​ມີ​ເສລີພາບ​ໃນ​ການ​ແຂ່ງຂັນ ​ແລະ ໄດ້ຮັບການປະຕິບັດຢ່າງເທົ່າທຽມກັນພາຍໃຕ້​ກົດໝາຍ ​​ເມື່ອ​ປຽບທຽບກັບ​ເສດຖະກິດ​ຂອງ​ລັດ ​ແລະ ​ເສດຖະກິດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ. ການເລືອກປະຕິບັດໃນການ​ເຂົ້າ​ເຖິງ​ແຫຼ່ງຊັບພະຍາກອນ ​ແລະ ການ​ສະໜັບສະໜູນຈາກ​ລັດ ຕໍ່​ເສດຖະກິດ​ເອກະ​ຊົນ ​ໄດ້​ຖືກ​ລົບ​ລ້າງ​ເທື່ອ​ລະ​ກ້າວ; 4- ສ້າງ​ເງື່ອນ​ໄຂ​ອຳນວຍຄວາມສະດວກ​ໃຫ້​ແກ່​ການ​ລົງທຶນ​ຂອງ​ພາກ​ເອກະ​ຊົນ ໂດຍ​ຜ່ານ​ການ​ປັບປຸງ​ນະ​ໂຍບາຍ​ພາສີ, ​ເຕັກ​ໂນ​ໂລ​ຊີ ແລະ ຂັ້ນຕອນ​ການ​ບໍລິຫານ​ລັດ.  

ສະພາບການປະຈຸບັນຂອງການ​ພັດທະນາ​ເສດຖະກິດ​ເອກະ​ຊົນ​ຢູ່ຫວຽດນາມ​  

​ເສດຖະກິດ​ເອກະ​ຊົນ​ມີການ​ພັດທະນາ​ຢ່າງ​ແຂງ​ແຮງ. ໃນ​ໄລຍະ 2010-2021,​ໂດຍ​ສະ​ເລ່ຍ​ແລ້ວ, ​ໃນ​ແຕ່​ລະ​ປີ ມີ​ວິ​ສາ​ຫະກິດຫຼາຍກວ່າ 100.000 ​ແຫ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ. ພິ​ເສດ, ​ໃນ​ໄລຍະ 2018-2022, ​ແຕ່ລະ​ປີ​ມີ​ວິ​ສາ​ຫະກິດ​ໃໝ່ຫຼາຍກວ່າ 130.000 ​​ແຫ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ. ສົມຄູ່ກັບສິ່ງນັ້ນ, ​ທຶນ​ຈົດ​ທະບຽນ​ຕໍ່​ປີມີມູນຄ່າຫຼາຍ​ກວ່າ 500.000 ຕື້​ດົ່ງ. ​ໃນ​ໄລຍະ 2018-2022, ​ແຕ່​ລະ​ປີມີ​ທຶນ​ຈົດ​ທະບຽນເພີ່ມຫຼາຍກວ່າ 150.000 ຕື້​ດົ່ງ(6

ມາເຖິງປະຈຸບັນ, ພາກ​ເສດຖະກິດ​ເອກະ​ຊົນ​ໄດ້​ສ້າງ​ຕັ້ງ ​ແລະ ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ຈຳນວນ​ໜຶ່ງ(7) ທີ່ພວມ​ດຳ​ເນີນ​ທຸລະ​ກິດ​ຫຼາຍຂະແໜງການ​ເທື່ອ​ລະ​ກ້າວ ​ແລະ ກາຍ​ເປັນ​ວິ​ສາ​ຫະກິດ​ໃຫຍ່ ​ແລະ ສຳຄັນ​ໃນລະບົບ​ເສດຖະກິດ. ຄຽງຄູ່ກັນນັ້ນ, ບາງວິສາຫະກິດພາກເອກະຊົນ(8) ໄດ້ໄປລົງທຶນໃນຕ່າງປະເທດ ແລະ ປະສົບຄວາມສໍາເລັດແລະສ້າງເຄື່ອງໝາຍການຄ້າໄດ້. ຖັນແຖວ​ນັກທຸລະກິດ​ນັບ​ມື້​ນັບ​ເຂັ້ມ​ແຂງ, ຈິດ​ໃຈທຸລະກິດ, ຈິດ​ໃຈ​ປ່ຽນແປງໃໝ່ປະດິດສ້າງ ແລະ ຄວາມ​​ປາດ​ຖະ​ໜາ​ບືນຕົວຂຶ້ນ ຂອງພາກເສດ​ຖະ​ກິດ​ເອ​ກະ​ຊົນ ກໍ່​ນັບ​ມື້​ນັບ​ເຂັ້ມ​ແຂງ, ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ ຈັນ​ຍາ​ບັນ ແລະ ວັດ​ທະ​ນະ​ທຳ ກໍ່​ນັບ​ມື້​ນັບແຜ່ກະຈາຍຢ່າງ​ເລິກ​ເຊິ່ງກວ້າງຂວາງ.

ໃນຄວາມເປັນຈິງ, ເສດຖະກິດເອກະຊົນໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນການພັດທະນາເສດຖະກິດ:

ທີໜຶ່ງ, ໃນໄລຍະ 2010-2021, ສ່ວນປະກອບຂອງພາກເສດຖະກິດນອກພາກລັດ (ລວມມີເສດຖະກິດເອກະຊົນ ແລະ ເສດຖະກິດລວມໝູ່) ປີໃດໆ ກໍ່ກວມເອົາຫຼາຍກວ່າ 50% ຂອງ ຈີດີພີ ຂອງປະເທດ (ປີ 2019: 50,55%; ປີ 2020: 50,56%; ປີ 2021: 50,04%(9), ໃນນັ້ນ ມີທັງພາກເສດຖະກິດສະຫະກອນ) ແລະ ເປັນພາກທີ່ມີ​ອັດ​ຕາ​ສ່ວນ​ສູງ​ສຸດ ​ໃນ​ສາມພາກສ່ວນ (ລັດ ເອກະຊົນ ແລະ ວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ).

ທີສອງ, ພາກສ່ວນເສດຖະກິດນອກລັດວິສາປະກິດ (​ເປັນ​ຂະ​ແໜງ​ອຸດສາຫະກຳ, ການ​ຄ້າ, ການ​ບໍລິການນອກລັດວິສາຫະກິິດ, ບໍ່​ລວມພາສີ​ລາຍ​ໄດ້​ສ່ວນ​ຕົວ) ມີອັດຕາ​ສ່ວນ​ການ​ປະກອບສ່ວນ​ເຂົ້າ​ງົບປະມານ​ແຫ່ງ​ລັດ ເພີ່ມຂຶ້ນ​ໃນ​ໄລຍະ 2010-2021 ​ຈາກ 11,7% ​ໃນ​ປີ 2011 ​ເປັນ 18,48% ​ໃນ​ປີ 2021(10). ພິເສດ, ນັບແຕ່ປີ 2017 ມາເຖິງປະຈຸບັນ, ການ​ປະກອບສ່ວນ​ຂອງ​ພາກ​ເສດຖະກິດ​ເອກະ​ຊົນ ​ເຂົ້າ​ງົບປະມານ​ແຫ່ງ​ລັດນັ້ນ ​ໄດ້​ລື່ນ​ກາຍພາກລັດວິສາຫະກິດ ​ແລະ ພາກວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ.

ທີສາມ, ເສດຖະກິດເອກະຊົນຄ່ອຍໆ​ເຂົ້າ​ຮ່ວມ​ການ​ເຊື່ອມ​ໂຍງ, ​ເຄືອ​ຂ່າຍ​ການ​ຜະລິດ, ​​ຕ່ອງ​ໂສ້​ມູນ​ຄ່າ​ ຂອງ​ພາກ​ພື້ນ​ແລະ​ໂລກ ​ໂດຍ​ຜ່ານ​ການ​ເຊື່ອມ​ໂຍງ​ແນວ​ຕັ້ງ​ກັບພາກວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ. ເຖິງປີ 2021, ເສດຖະກິດ​ເອກະ​ຊົນ​ກວມ​ອັດຕາ​ສ່ວນ​ທີ່ໃຫຍ່ຫຼາຍ ​ໃນ​ການ​ຜະລິດ​​ຜະລິດ​ຕະພັນຈຳນວນໜຶ່ງ: 91,27% ຂອງ​ຜະລິດ​ຕະພັນ​ເກືອ​ທະ​ເລ; 88,45% ຂອງການຜະລິດນ້ຳຕານ; 48,69% ຂອງຝຸ່ນ NPK; 44,64% ຊີມັງ; 39,21% ເຫຼັກແລະເຫຼັກກ້າທີ່ເປັນແທ່ງຫຼືໃນຮູບແບບວັດຖຸດິບອື່ນໆ; 49,91% ເຫຼັກມ້ວນ(11). 

ທີ່ສີ່, ການລົງທຶນຂອງເສດຖະກິດເອກະຊົນນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ອັດຕາ​ສ່ວນ​ຂອງ​ເສດຖະກິດ​ເອກະ​ຊົນ​ໃນເງິນ​​ລົງທຶນ​ຂອງ​ສັງຄົມທັງໝົດ​ລ້ວນ​ແຕ່​ສູງ​ກວ່າ​ເສດຖະກິດ​ຂອງ​ລັດ ​ແລະ ​ເສດຖະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ. ໃນໄລຍະ 2010-2021, ອັດຕາສ່ວນການລົງທຶນຂອງພາກເສດຖະກິດເອກະຊົນໄດ້ເພີ່ມຂຶ້ນຈາກ 44,6% ປີ 2010 ເປັນ 59,5% ປີ 2021(12). ຍ້ອນ​ແນວ​ນັ້ນ, ​ເຖິງ​ວ່າ​ການ​ລົງທຶນ​ພາກ​ລັດ​ຖືກ​ປັບ​ໃຫ້ຫຼຸດ​ລົງ, ​ແຕ່​ການ​ລົງທຶນ​ໂຄງສ້າງພື້ນຖານ​ທັງ​ໝົດ​ຍັງ​ເພີ່ມ​ຂຶ້ນ. ພິເສດ, ໃນໄລຍະ 2010-2022, ​ໂຄງການ​ໂຄງສ້າງພື້ນຖານ​ຂະໜາດ​ໃຫຍ່ຫຼາຍໂຄງການ ​ທີ່ດຳເນີນການໂດຍພາກເສດຖະກິດເອກະ​ຊົນ ​ໄດ້​ເລີ່​ມຕົ້ນ ​ສຳ​ເລັດສົມບູນ​ແລະ ນຳໄປດຳ​ເນີນ​ງານແລ້ວ(13).  

ທີຫ້າ, ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​ມີ​ດັດ​ຊະ​ນີ​ການ​ໝູນວຽນເງິນ​ທຶນຂ້ອນຂ້າງຄົງທີ່ ໂດຍມີຄວາມຜັນຜວນລະຫວ່າງ 0,7 ເຖິງ 0,78 ​ເທົ່າ ​ໃນ​ໄລຍະ 2010-2017 ເຊິ່ງຕ່ຳ​ກວ່າ​​ວິ​ສາ​ຫະກິດທີ່ມີການລົມທຶນຈາກຕ່າງປະເທດ (0,84 ເຖິງ 1,08 ເທົ່າ), ແຕ່ສູງກວ່າພາກລັດວິສາຫະກິດຫຼາຍ (0,36 ເຖິງ 0,59 ເທົ່າ).

ທີຫົກ, ເສດຖະກິດເອກະຊົນມີບົດບາດສຳຄັນ​ໃນ​ການແທນທີ່ເງິນລົງ​ທຶນ​ພາກ​ລັດ​ໃນ​ສະພາບ​ການ​ຫຼຸດເງິນ​ທຶນ​ພາກ​ລັດລົງ. ໃນໄລຍະ 2010-2021, ອັດຕາສ່ວນການລົງທຶນພາກລັດຕໍ່ການລົງທຶນທັງໝົດໃນປີສູງສຸດແມ່ນ 36,1% (ປີ 2012), ປີຕໍ່າສຸດແມ່ນ 24,1% (ປີ 2019). ຢ່າງໃດກໍຕາມ, ການລົງທຶນພາກເອກະຊົນທີ່ເພີ່ມຂຶ້ນ ແລະ ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ທີ່​ເພີ່ມ​ຂຶ້ນ​ ໄດ້​ປະກອບສ່ວນ​ເຮັດໃຫ້​ເສດຖະກິດມີສະຖຽນລະພາບ.

ທີເຈັດ, ພາກເອກະຊົນໄດ້ປະກອບສ່ວນສໍາຄັນທີ່ສຸດ ບໍ່ພຽງແຕ່ທາງດ້ານເສດຖະກິດເທົ່ານັ້ນ ແຕ່ຍັງລວມທັງສັງຄົມອີກນຳ - ນັ້ນແມ່ນ, ການແກ້ໄຂບັນຫາແຮງງານ ແລະ ວຽກເຮັດງານທຳ. ໃນໄລຍະ 2010-2021, ເຖິງ​ວ່າ​ອັດຕາ​ສ່ວນ​ຄົນ​ງານ​ທີ່​ມີ​ອາຍຸ 15 ປີ​ຂຶ້ນ​ໄປ​ ໃນ​ພາກ​ເອກະ​ຊົນ​ ໄດ້​ຄ່ອຍໆ​ຫຼຸດ​ລົງ​ ຈາກ 86,3% ​ໃນ​ປີ 2010 ເປັນ 82,6% ​ໃນ​ປີ 2021, ​ແຕ່​ພາກສ່ວນ​ນີ້​ ຍັງ​ສ້າງ​ວຽກ​ເຮັດ​ງານ​ທຳໃຫ້ຄົນງານ​ຫຼາຍ​ກວ່າ 80% ໃນລະບົບ​ເສດຖະກິດ. ອັດຕາການເຕີບໂຕສະເຫຼ່ຍຂອງຈຳນວນຄົນງານໃນພາກເສດຖະກິດເອກະຊົນໃນໄລຍະ 2011-2018 ບັນລຸ​ກວ່າ 3,6%, ​ສະເພາະ​ວິ​ສາ​ຫະກິດ​ເອກະ​ຊົນ​ ບັນລຸ​ເກືອບ 5,4%.

ນອກຈາກນັ້ນ, ການພັດທະນາເສດຖະກິດເອກະຊົນຍັງມີຂໍ້ຈຳກັດບາງປະການດັ່ງຕໍ່ໄປນີ້:

ທີໜຶ່ງ, ການພັດທະນາເສດຖະກິດເອກະຊົນຍັງປະສົບກັບອຸປະສັກຫຼາຍປະການເຊັ່ນ: 1- ເຖິງວ່າຄວາມ​ຮັບ​ຮູ້​ຂອງ​ລະບົບ​ການ​ເມືອງ​ ກ່ຽວ​ກັບ​ເສດຖະກິດ​ເອກະ​ຊົນ ໄດ້​ມີ​ການ​ປ່ຽນ​ແປງ ​ແຕ່​ຍັງ​ມີ​ການ​​ຈຳ​ແນ​ກແລະການເລືອກປະຕິບັດ, ​ໂດຍ​ສະ​ເພາະ​ພະນັກງານ ລັດຖະກອນ ​ແລະ ປະຊາຊົນ​​ຈຳນວນໜຶ່ງ ຍັງມີອະຄະຕິຕໍ່​ເສດຖະກິດ​ເອກະ​ຊົນ. ຂາດຄວາມເປັນເອກະພາບ ແລະ ຍັງ​ມີ​ຄວາມ​ຮັບ​ຮູ້​ທີ່​ບໍ່​ຖືກຕ້ອງ​ ກ່ຽວ​ກັບ​ບົດບາດ​ຂອງ​ເສດຖະກິດ​ເອກະ​ຊົນ ​ໃນ​ລະບົບ​ເສດຖະກິດ​ຕະຫຼາດ​ຕາມທິດ​ສັງຄົມ​ນິຍົມ; 2- ກອບກົດໝາຍ ກົນໄກ ນະໂຍບາຍ ຍັງມີຄວາມບໍ່ພຽງພໍ, ທັບຊ້ອນກັນ ແລະ ຂາດຄວາມຄົບຊຸດ, ບໍ່​ໄດ້​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ດຳ​ເນີນ​ທຸລະ​ກິດ​ ຂອງ​ບັນດາ​ຫົວໜ່ວຍ​ເສດຖະກິດ, ​ໂດຍ​ສະ​ເພາະ ໃນ​ພາກ​ເອກະ​ຊົນ. ນະໂຍບາຍການແຂ່ງຂັນບໍ່ມີປະສິດທິຜົນ, ຍັງມີຄວາມບໍ່ສະເໝີພາບ ໃນການເຂົ້າເຖິງຊັບພະຍາກອນ ລະຫວ່າງພາກເສດຖະກິດ, ຄວາມແຕກຕ່າງໃນຂະບວນການຈັດຕັ້ງປະຕິບັດນະໂຍບາຍ. ນະໂຍບາຍປົກປ້ອງການຜະລິດໃນປະເທດ, ຕ້ານການລັກລອບຂົນຂອງ ແລະ ການສໍ້ໂກງທາງການຄ້ານັ້ນ ບໍ່ເໝາະສົມ ແລະ ມີຂໍ້ຈຳກັດຫຼາຍປະການ; 3- ການ​ຄຸ້ມ​ຄອງ​ລັດ​ຍັງ​ມີ​ຂໍ້​ບົກ​ຜ່ອງ​ຫຼາຍ​ຢ່າງ, ພິ​ເສດ​ແມ່ນ ​ການຈັດ​ຕັ້ງ​ປະຕິບັດ​ລະບຽບ ​ແລະ ນະ​ໂຍບາຍ​ທີ່​ມີ​ປະສິດທິ​ຜົນ​ຕ່ຳ, ຍັງ​ບໍ່​ທັນ​ມີ​ກົນ​ໄກ ​ແລະ ນະ​ໂຍບາຍ​ຊຸກຍູ້​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​ປະດິດ​ສ້າງ, ສ້າງ​ບັນດາ​ຜະລິດ​ຕະພັນ​ທີ່​ສາມາດ​ແຂ່ງຂັນ​ໃນ​ຕະຫຼາດ​ສາກົນ. ການ​ປະຕິ​ຮູບ​​ບໍລິຫານ​ຍັງ​ບໍ່​ທັນ​ບັນລຸ​ເປົ້າ​ໝາຍການ​ຫຼຸດ 3 ​ປະການ (​ຫຼຸດ​ເວລາ, ຫຼຸດຕົ້ນທຶນ, ຫຼຸດ​ເອກະສານ). ຂັ້ນຕອນຍັງຫຍຸ້ງຍາກ, ຊໍ້າຊ້ອນ ແລະ ທັບຊ້ອນກັນໃນຫຼາຍຂັ້ນຕອນ. ກິດຈະກໍາສະໜັບສະໜູນຍັງກະແຈກກະຈາຍ, ບາງຄັ້ງບໍ່ຖືກກັບຈຸດປະສົງ ເປົ້າໝາຍ, ມີປະສິດທິພາບຕໍ່າ. ຄ່າໃຊ້ຈ່າຍ “ການປະຕິບັດຕາມ” ແລະ ຄ່າໃຊ້ຈ່າຍທຸລະກິດໃນຂັ້ນຕອນສ່ວນໃຫຍ່ຂອງຫວຽດນາມ ຍັງຢູ່ໃນກຸ່ມປະເທດທີ່ມີຄ່າໃຊ້ຈ່າຍທຸລະກິດສູງ.

ທີສອງ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​​ເອ​ກະ​ຊົນ​ຍັງ​ປະ​ສົບ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ: 1- ຈຳນວນວິສາຫະກິດຂອງພາກເອກະຊົນໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ໂດຍສະເພາະແມ່ນ ຈຳນວນວິສາຫະກິດທີ່ສ້າງຕັ້ງໃໝ່, ແຕ່ວ່າ ອັດຕາສ່ວນວິສາຫະກິດຕ້ອງຢຸດຕິການທຸລະກິດ, ຍຸບເລີກ, ລົ້ມລະລາຍ ຍັງມີຫຼາຍ. ຄຸນນະພາບ ແລະ ປະສິດທິພາບການທຸລະກິດ ຂອງບັນດາວິສາຫະກິດໃນຂົງເຂດນີ້ ໄດ້ຮັບການປັບປຸງຢ່າງຊ້າໆ, ສ່ວນຫຼາຍຍັງດຳເນີນທຸລະກິດໃນຂະແໜງການຄ້າ ແລະ ການບໍລິການ; 2- ຫົວໜ່ວຍທຸລະກິດໃນຂົງເຂດນີ້ສ່ວນຫຼາຍແມ່ນກຸ່ມຂະໜາດນ້ອຍແລະຂະໜາດກາງ, ໃນນັ້ນ ອັດຕາສ່ວນຂອງກຸ່ມ​ນ້ອຍສຸດຂ້ອນຂ້າງສູງ. ຖ້າ​ແບ່ງ​ຕາມ​ຂະ​ໜາດ​ຂອງ​ຈຳ​ນວນແຮງງານ, ປີ 2017 ມີ​ເຖິງ 74% (ອັດຕາສ່ວນນີ້ ໃນປີ 2010 ແມ່ນ 63%). ບໍ່ເຖິງ 1% ຂອງຈຳນວນວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ ມີ​ຂະ​ໜາດ​ແຮງ​ງານ​ 200 ຄົນ​ຂຶ້ນ​ໄປ, ໃນ​ຂະ​ນະ​ນັ້ນ, ​ອັດ​ຕາ​ສ່ວນ​ວິ​ສາ​ຫະ​ກິດ​ທີ່​ມີຂະໜາດແຮງ​ງານບໍ່ເຖິງ 10 ຄົນ​ໃນພາກວິສາ​ຫະ​ກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ ຢູ່ທີ່ປະ​ມານ 30% ແລະ ພາກລັດ​ວິ​ສາ​ຫະ​ກິດ​ມີ​ພຽງ​ປະ​ມານ 7,7 - 13,4%; 3- ພາກ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ມີ​ອັດ​ຕາ​ວິ​ສາ​ຫະ​ກິດທີ່ຂາດທຶນ​ສູງ, ເທົ່າ​ກັບ​ອັດ​ຕາຂອງພາກ​ວິ​ສາ​ຫະ​ກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ ໃນ​ໄລ​ຍະ 2010-2017 (ຍົກເວັ້ນ 2 ປີ 2010 ແລະ 2012). ອັດຕາວິສາຫະກິດທີ່ຂາດທຶນໃນ​ພາກ​ເອກະ​ຊົນ​ເພີ່ມ​ຂຶ້ນ​ໃນ​ໄລຍະ 2013-2017 ຢູ່ທີ່ 48 - 49% ​ໃນ​ 2 ປີ 2016 ​ແລະ 2017 ​ແລະ ​ເປັນຂົງເຂດ​ທີ່​ມີ​ອັດຕາ​ສູງ​ສຸດ; 4- ສະມັດຕະພາບແຮງງານສັງຄົມຂອງພາກເສດຖະກິດເອກະຊົນຕ່ຳກວ່າລະດັບສະເລ່ຍຂອງລະບົບເສດຖະກິດ (14).

ທີສາມ, ສ່ວນ​ປະກອບ​ຂອງ​ເສດຖະກິດ​ເອກະ​ຊົນ​ໃນ​ການ​ເຕີບ​ໂຕ​ຂອງ​ເສດຖະກິດນັ້ນ ​ບໍ່​ສອດຄ່ອງ​ກັບ​ທ່າ​ແຮງ​ຂອງ​ຕົນ. ໂດຍພື້ນຖານແລ້ວ ອັດ​ຕາ​ສ່ວນໃນ ດີຈີພີ ​ຍັງ​ບໍ່​ມີ​ການ​ປ່ຽນ​ແປງ​ໃນ​ໄລ​ຍະ 2010-2021. ຂະໜາດສະເລ່ຍຂອງຫົວໜ່ວຍເສດຖະກິດເອກະຊົນໃນປະເທດຍັງມີຂະໜາດນ້ອຍ ໂດຍອົງປະກອບຕົ້ນຕໍແມ່ນເສດຖະກິດສ່ວນບຸກຄົນທີ່ມີສ່ວນສູງເຖິງ 30% ຂອງຈີດີພີ ແລະ ວິສາຫະກິດພາກເອກະຊົນມີສ່ວນພຽງປະມານ 9% ຂອງຈີດີພີ; ຄວາມສາມາດໃນການເຂົ້າຮ່ວມເຄືອຂ່າຍການຜະລິດ ແລະ ຕ່ອງໂສ້ຄຸນຄ່່າລະດັບພາກພື້ນແລະໂລກ ຂອງວິສາຫະກິດເອກະຊົນ ສ່ວນຫຼາຍແມ່ນຍັງຈຳກັດ. ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ​ໃນ​ປະ​ເທດ​ເຂົ້າ​ຮ່ວມ​ພຽງ​ເລັກ​ນ້ອຍ ​ໃນ​ຕ່ອງ​ໂສ້ຄຸນຄ່າລະດັບ​ໂລກ ພຽງ​ປະ​ມານ 21% ຂອງຈຳນວນວິສາຫະກິດເທົ່ານັ້ນ. ເສດຖະກິດພາຍໃນປະເທດ (ລວມທັງເອກະຊົນໃນປະເທດ ແລະ ລັດວິສາຫະກິດ) ປະກອບສ່ວນໃນການສົ່ງອອກພຽງ 30%, ທຽບກັບ 70% ຂອງພາກເສດຖະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ.

ທີສີ່, ​ເຖິງ​ວ່າ​ລາຍ​ຮັບ​ສະ​ເລ່ຍ​ຂອງ​ຄົນ​ງານ​ໃນ​ພາກ​ວິ​ສາ​ຫະກິດ​ເອກະ​ຊົນ​ມີທ່າອ່ຽງເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ແຕ່​ຍັງ​ຢູ່​ໃນ​ລະດັບ​ຕ່ຳ​ສຸດ ​ໃນ​ສາມ​ພາກສ່ວນ, ຈາກ 3,4 ຫາ 7,5 ລ້ານດົ່ງ/ຄົນ/ເດືອນ ໃນໄລຍະ 2010-2021, ເທົ່າກັບປະມານ 49 - 82,15% ເມື່ອທຽບກັບຄົນງານໃນພາກລັດວິສາຫະກິດ ແລະ 73 - 90,1% ເມື່ອທຽບກັບຄົນງານໃນພາກວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ (15).

ທີຫ້າຄວາມສາມາດຂອງພາກເສດຖະກິດເອກະຊົນຍັງມີຂໍ້ຈຳກັດຕ່າງໆເຊັ່ນ: 1-  ບັນດາຫົວໜ່ວຍເສດຖະກິດເອກະຊົນຂາດຄວາມສາມາດໃນການປະດິດສ້າງ, ການພັດທະນາເຕັກໂນໂລຊີ ແລະ ຂະບວນການຜະລິດໃໝ່. ຕາມການປະເມີນຂອງທະນາຄານໂລກ, ຄ່າ​ໃຊ້​ຈ່າຍ​ໃນ​ການ​ຄົ້ນ​ຄ້ວາ ​ແລະ ພັດທະນາ​ຂອງ​ວິ​ສາ​ຫະກິດຫວຽດນາມ ​ຍັງບໍ່ທັນມີການປັບປຸງຫຼາຍ​​ປານ​ໃດ. ຖ້າປີ 2008 ຄະແນນດັດຊະນີນີ້ແມ່ນ 3,6/10 (ອັນດັບ 42/134) ເພີ່ມຂຶ້ນເປັນ 3,8/10 ໃນປີ 2010 (ອັນດັບທີ 27/133), ແລ້ວໃນປີ 2017 ຄະແນນເຫຼືອພຽງ 3,5/10 (ອັນດັບທີ 49/138); 2- ຄວາມສາມາດໃນການຜະລິດ ແລະ ຄວາມສາມາດໃນການແຂ່ງຂັນ ທັງດ້ານຄຸນນະພາບແລະລາຄາຂອງພາກເອກະຊົນ ແມ່ນກະທັ້ງວິສາຫະກິດ - ບັນດາເຈົ້າພາບທີ່ມີຄວາມສາມາດທີ່ສຸດຂອງເສດຖະກິດເອກະຊົນ - ຍັງຈໍາກັດຫຼາຍ. ອັດຕາ​ການ​ເຕີບ​ໂຕ​ດ້ານ​ສະມັດ​ຕະພາບ​ແຮງ​ງານ ​ຂອງ​ພາກ​ເສດຖະກິດ​ເອກະ​ຊົນ ​ຍັງ​ຕ່ຳ, ພຽງ​ແຕ່​ເທົ່າ​ກັບ 34% ​ສະມັດ​ຕະພາບ​ແຮງ​ງານ​ ຂອງ​ພາກ​ລັດ​ວິ​ສາ​ຫະກິດ ​ແລະ ປະມານ 69% ສະມັດ​ຕະພາບ​ແຮງ​ງານ​ ຂອງ​ວິ​ສາ​ຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ. ຄວາມອາດສາມາດທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຍັງຈຳກັດ, ການລົງທຶນຂອງວິສາຫະກິດ ໃນການປ່ຽນແປງໃໝ່ເຕັກໂນໂລຊີ ກວມພຽງປະມານ 0,3% ຂອງລາຍໄດ້, ຕໍ່າກວ່າໃນປະເທດຕ່າງໆເຊັ່ນ ອິນເດຍ (5%) ແລະ ເກົາຫຼີໃຕ້ (10%)... ວິ​ສາ​ຫະ​ກິດ​ຫວຽດ​ນາມຍັງບໍ່​ທັນ​ເອົາ​ໃຈ​ໃສ່​ປັບ​ປຸງຄວາມສາມາດ​ເຊື່ອມ​ໂຍງ ແລະ ຍົກສູງຄວາມສາມາດ​ແຂ່ງ​ຂັນ ເພື່ອ​ເຂົ້າ​ຮ່ວມໃນ​ຕ່ອງ​ໂສ້ຄຸນຄ່າ​ລະດັບພາກ​ພື້ນແລະໂລກ, ມີ​ປະ​ມານ 21% ຂອງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງແລະນ້ອຍ ທີ່ສາ​ມາດ​ເຂົ້າ​ຮ່ວມສ່ວນໜຶ່ງ ໃນຕ່ອງໂສ້ຄຸນ​ຄ່າ​ລະດັບ​ໂລກ ແລະ 14% ປະສົບຄວາມສຳ​ເລັດໃນ​ການ​ເຊື່ອມ​ໂຍງ​ ກັບ​ຄູ່​ຮ່ວມ​ມື​ຕ່າງ​ປະ​ເທດ(16).  

ທີຫົກ, ການລົງທຶນພາກເອກະຊົນຍັງມີຂໍ້ບົດພ່ອງ, ມີປະກົດການຂອງການລົງທຶນຈາກຕ່າງປະເທດ ແລະ ການລົງທຶນພາກລັດບັງບຽດການລົງທຶນພາກເອກະຊົນໃນປະເທດ. ໃນຫຼາຍຂະແໜງການ ເຊັ່ນ: ເອເລັກໂຕຣນິກ, ລົດຍົນ, ລົດຈັກ ແລະອື່ນໆ, ການ​ເຂົ້າ​ຮ່ວມ​ຢ່າງ​ກວ້າງຂວາງ​ຂອງ​ວິ​ສາ​ຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ ບໍ່​ແມ່ນ​ປັດ​ໄຈ​ໜູນ​ຊ່ວຍ ​ແລະ ຊຸກຍູ້​ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​​ໃນ​ປະ​ເທດ, ​ແຕ່​ກົງກັນຂ້າມ, ບັນດາ​ວິ​ສາ​ຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ ຍາດ​ແຍ່ງ ​ແລະ ບັງບຽດ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​​ໃນ​ປະ​ເທດ. ນອກຈາກນັ້ນ, ​ເພາະວ່າ​ເວລາ​ພັດທະນາ​ຂອງ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​ໃນປະເທດ ​ຍັງ​ສັ້ນ​ກວ່າ​ວິ​ສາ​ຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ ​ແລະ ລັດ​ວິ​ສາ​ຫະກິດມີ​ປະຫວັດສາດ ປະສົບ​ການ ​ແລະ ​ການ​ດໍາ​ເນີນ​ງານ​ສັ້ນ​ກວ່າ, ແລະ ຍັງ​​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ພາຍ​ນອກ (ວິ​ກິດ​ການ, ພາວະເສດຖະກິດຖົດ​ຖອຍ) ​ຕະຫຼອດຈົນ​ຜົນ​ກະທົບ​ທີ່ຫຼາຍ​ເກີນ​ໄປ ຂອງ​ເສດ​ຖະ​ກິດ​ຕະ​ຫຼາດ (ການ​ສວຍໂອກາດຫາກຳໄລ​, ການໄລ່ຫາຜົນ​ຜົນ​ກໍາ​ໄລ​, ຜົນ​ປະ​ໂຫຍດ​ໝູ່ພວກ​ ແລະອື່ນໆ.

ບາງບົດຮຽນກ່ຽວກັບການພັດທະນາເສດຖະກິດເອກະຊົນໃນສະພາບການໃໝ່

ສະພາບ​ການ​​ໃນປະເທດ ​ແລະ ຕ່າງປະ​ເທດ ​ໄດ້​ສ້າງ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ພາກ​ເອກະ​ຊົນ:

ທີໜຶ່ງ, ໂລກກໍາລັງປະເຊີນກັບພາວະຖົດຖອຍ, ອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນທີ່ເພີ່ມຂຶ້ນຂອງສະກຸນເງິນສ່ວນໃຫຍ່ ເມື່ອທຽບກັບໂດລາສະຫະລັດ. ອັດຕາເງິນເຟີ້ໃນປະເທດໃຫຍ່ບາງປະເທດ ມີທ່າອ່ຽງເພີ່ມສູງຂຶ້ນ ສົ່ງຜົນເສຍຕໍ່ບັນຫາເສດຖະກິດໂລກ. ການ​ຮັດ​ແໜ້ນ​ນະ​ໂຍບາຍ​ເງິນຕາ​ຈະ​ເຮັດ​ໃຫ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ມີ​ຄວາມ​ສ່ຽງທີ່ຈະ​ຫຼຸດ​ລົງ. ໂລກກໍາລັງປະເຊີນກັບພາວະຖົດຖອຍໃໝ່.

ທີສອງ, ໂລກ​ກຳລັງ​ເຊື່ອມ​ໂຍງ​ແລະ​ແຍກ​ອອກ​ຈາກ​ກັນດ້ານໜຶ່ງ, ບັນດາສັນຍາການຄ້າເສລີລຸ້ນໃໝ່ ແລະ ການເຊື່ອມຕໍ່ພາກພື້ນ ໄດ້ຮັບການຍູ້ແຮງດ້ານອື່ນ, ທ່າ​ອ່ຽງ​ຂອງ​ການ​ແຍກ​ຕົວ​ອອກ​ກໍ​ເກີດ​ຂຶ້ນ, ​ຕົວຢ່າງທົ່ວໄປທີ່ສຸດແມ່ນ ອັງກິດອອກຈາກສະຫະພາບເອີຣົບ (Brexit), ການ​ປະ​ທະ​ກັນ​ລັດ​ເຊຍ - ຢູ​ເກຼນ. ລັດ​ເຊຍ​ຖືກ​​ຂວ້ຳບາດ ແລະ ໂລກຖືກ​ແບ່ງ​ແຍກ, ບັນດາປະ​ເທດ​ໃນເອີ​ລົບປະເຊີນກັບຄວາມ​ຫຍຸ້ງ​ຍາກ​ດ້ານ​ພະ​ລັງ​ງານ ​ແລະ ​ຜົນທີ່ຕາມມາອື່ນໆອີກ​ຫຼາຍ​ຢ່າງ. 

ທີສາມ, ກະແສເງິນທຶນກຳລັງເຄື່ອນອອກຈາກປະເທດດັ້ງເດີມ ແລະ ຍ້າຍໄປປະເທດທີ່ເກີດໃໝ່ບາງປະເທດ. ບັນດາ​ປະ​ເທດໄດ້​ປັບ​ເປົ້າ​ໝາຍ​ຍຸດ​ທະ​ສາດ ​ເພື່ອ​ຮັບມືກັບ​ຄວາມ​ສ່ຽງທາງ​ພູມ​ສາດ. ດ້ານ​ໜຶ່ງ, ສິ່ງນີ້ສົ່ງ​ຜົນ​ກະທົບຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​​ປະ​ເທດ​ທີ່ເງິນທຶນກຳລັງ​ເຄື່ອນອອກໄປ; ດ້ານອື່ນ, ສ້າງ​ການ​ແຂ່ງ​ຂັນເພື່ອ​ດຶງ​ດູດ​ເງິນ​ທຶນໄຫຼເຂົ້າມາ. ຍ້ອນ​ເຫດ​ນັ້ນ, ບັນດາ​ປະ​ເທດ​ຕ້ອງ​ດັດ​ປັບ​ການ​ພັດທະນາ​ເສດຖະກິດ.

ທີສີ່, ໂລກກຳລັງຢູ່ໃນການປະຕິວັດອຸດສາຫະກຳຄັ້ງທີ່ສີ່ ເຊິ່ງມີໂອກາດດີແລະຄວາມທ້າທາຍຫຼາຍຢ່າງ. ການປະຕິວັດອຸດສາຫະກຳຄັ້ງທີ່ສີ່ກໍ່ໃຫ້ເກີດໂອກາດດີຫຼາຍຢ່າງເຊັ່ນ: ພື້ນທີ່ເສດຖະກິດໃໝ່, ເຕັກໂນໂລຊີໃໝ່, ວັດສະດຸແລະຜະລິດຕະພັນໃໝ່; ໂລກຈະຂະຫຍາຍກວ້າງກວ່າອີກ ດ້ວຍການເຊື່ອມຕໍ່ທີ່ແໜ້ນແຟ້ນຍິ່ງຂຶ້ນ. ຢ່າງໃດກໍຕາມ, ການປະຕິວັດອຸດສາຫະກຳຄັ້ງທີ່ສີ່ຍັງກໍ່ໃຫ້ເກີດຄວາມທ້າທາຍຕ່າງໆເຊັ່ນ: ຄວາມສ່ຽງທີ່ອາດຈະເກີດຂຶ້ນຈາກການເຄື່ອນຍ້າຍເງິນທຶນ ແລະ ການແຂ່ງຂັນລະຫວ່າງໂລກທີ່ເປັນຈິງ ແລະ ໂລກສະເໝືອນຈິງ. ໂດຍສະເພາະຢ່າງຍິ່ງ, ຄຽງ​ຄູ່​ກັບ​ການປັບ​ເປົ້າ​ໝາຍແລະຍຸດທະສາດທາງ​ທຸລະ​ກິດ, ​ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຊີ​ຫຼາຍແຫ່ງກຳລັງເລີກຈ້າງຄົນ​ງານ​ນັບ​ພັນ​ຄົນ.

ທີຫ້າ, ປະກົດຄວາມສ່ຽງດ້ານຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ ແລະ ການປ່ຽນແປງສະພາບດິນຟ້າອາກາດທີ່ຮຸນແຮງ. ໄພຂົ່ມຂູ່ດ້ານຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ ເຊັ່ນ: ການລະບາດຂອງພະຍາດໂຄວິດ-19 ທີ່ບໍ່ເຄີຍມີມາກ່ອນ ໄດ້ສົ່ງຜົນກະທົບຕໍ່ການຜະລິດ ແລະ ຕ່ອງໂສ້ການສະໜອງຢ່າງໜັກໜ່ວງ ເນື່ອງຈາກການເວັ້ນໄລຍະຫ່າງທາງກາຍະພາບ. ນອກຈາກນັ້ນ, ການປ່ຽນແປງສະພາບດິນຟ້າອາກາດທີ່ເກີດຂຶ້ນໄວກວ່າແລະແຮງກວ່າ ເມື່ອ​ທຽບກັບ​ການ​ຄາດ​ຄະ​ເນ ກໍໄດ້ສົ່ງ​ຜົນ​ກະ​ທົບບໍ່ໜ້ອຍເຖິງການ​ເພີ່ມ​ຂຶ້ນ​ຂອງ​ລະ​ດັບ​ນ້ຳ​ທະ​ເລ, ການລຸກລ້ຳຂອງນ້ຳ​ເຄັມ, ຄວາມ​ແຫ້ງ​ແລ້ງ, ນ້ຳ​ຖ້ວມ, ຄື້ນ​ສຶ​ນາ​ມິຕໍ່​ປະ​ເທດ​ຕ່າງໆ.

ຄວາມເປັນ​ຈິງ​ຂອງ​ການ​ພັດທະນາ​ເສດຖະກິດ​ເອກະ​ຊົນ​ໃນ​ໄລຍະ​ທີ່ຜ່ານມາ ສາມາດ​ນຳມາເຊິ່ງ​ບົດຮຽນ​​ບາງປະການ:

ທີໜຶ່ງ, ການປ່ຽນ​ໃໝ່​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດບາດ ​ແລະ ທີ່​ຕັ້ງ​ຂອງ​ເສດຖະກິດ​ເອກະ​ຊົນ... ເປັນເອກະພາບທາງດ້ານຄວາມ​ຮັບ​ຮູ້​ແລະຄວາມຄິດ ​ກ່ຽວ​ກັບ​ບົດບາດ​ຂອງ​ເສດຖະກິດ​ເອກະ​ຊົນ ໃນລະບົບເສດຖະກິດ ທີ່ຕ້ອງ​ມຸ່ງ​ສູ່​ການ​ເປັນ​ກຳລັງ​ຂັບເຄື່ອນທີ່​ສຳຄັນ​ທີ່​ສຸດ​ ສຳລັບ​ເສດຖະກິດ​ແຫ່ງ​ຊາດ. ຕ້ອງ​ມີ​ຄວາມ​ຮັບ​ຮູ້​ເປັນ​ເອກະ​ພາບ​ໃນ​ລະບົບ​ການ​ເມືອງ-ສັງຄົມ​ ກ່ຽວ​ກັບ​ບົດບາດ​ການຂັບເຄື່ອນຂອງ​ເສດຖະກິດ​ເອກະ​ຊົນ, ຈາກນັ້ນ, ​ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ເອກະ​ຊົນ, ເສີມຂະຫຍາຍຈຸດແຂງ ​ແລະ ທ່າ​ແຮງ​ຂອງ​ເສດຖະກິດ​ເອກະ​ຊົນ.

ທີສອງ, ເພີ່ມເຕີມແລະປັບປຸງບູລະນະກອບກົດໝາຍ ກົນໄກ ແລະ ນະໂຍບາຍພັດທະນາເສດຖະກິດເອກະຊໄນ ເພື່ອສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ສະ​ດວກ ແລະ ສະ​ເໝີ​ພາບ ​ລະຫວ່າງບັນ​ດາ​ພາກສ່ວນເສດ​ຖະ​ກິດ. ສືບຕໍ່ປັບປຸງບູລະນະກອບກົດໝາບທີ່ກ່ຽວຂ້ອງກັບການພັດທະນາເສດຖະກິດເອກະຊົນ; ຜັນຂະຫຍາຍບັນດາໜ້າທີ່ ແລະ ວິທີແກ້ກ່ຽວກັບການພັດທະນາເສດຖະກິດເອກະຊົນທີ່ໄດ້ວາງໄວ້ຢ່າງຄົບຊຸດ ແລະ ມີປະສິດທິຜົນ. ກໍ່ສ້າງກົງຈັກຂອງລັດໃຫ້ກະທັດລັດຮັດກຸມ ມີປະສິດທິພາບ ແລະ ປະສິດທິຜົນ; ພັດທະນາຖັນແຖວພະນັກງານ ລັດຖະກອນ ທີ່ມີ​ຄວາມ​ສັດ​ຊື່, ມີ​ແນວຄິດ​ການ​ເມືອງ​ທີ່​ເຂັ້ມ​ແຂງ, ມີ​ຄຸນ​ນະພາ​ບສູງ​ດ້ານ​ວິຊາ​ການ. ເພີ່ມທະວີລະບຽບວິໄນ, ຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ການໃຊ້ຈ່າຍຟຸ່ມເຟືອຍ ແລະ ຄວາມຫຍໍ້ທໍ້ຢ່າງເດັດດ່ຽວ.

ທີສາມ, ຕ້ອງ​ປະຕິ​ຮູບ​ຂະບວນ​ການ​ບໍລິຫານ​ ເພື່ອ​ບັນລຸເປົ້າ​ໝາຍ​ຫຼຸດ​ຜ່ອນ 3 ປະການ​ (​ຫຼຸດ​ເວລາ, ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ, ຫຼຸດຜ່ອນ​ເອກະສານ). ສະໜັບສະໜູນການພັດທະນາເສດຖະກິດເອກະຊົນ ດ້ວຍການຜັນຂະຫຍາຍມາດຕະການຕ່າງໆ ຢ່າງຮີບເຮັ່ງ ແລະ ມີປະສິດທິຜົນ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍໃນການຜະລິດແລະທຸລະກິດ; ມີກົນໄກແລະນະໂຍບາຍສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ເສດຖະກິດເອກະຊົນເຂົ້າຮ່ວມຢ່າງຕັ້ງໜ້າ ໃນການເຊື່ອມໂຍງເສດຖະກິດສາກົນ. ຮັບປະກັນບັນດາກົນໄກ ນະໂຍບາຍ ເພື່ອສົ່ງເສີມ ແລະ ສະໜັບສະໜູນການພັດທະນາເສດຖະກິດເອກະຊົນ ສອດຄ່ອງກັບກົນໄກຕະຫຼາດ; ບໍ່​ລະ​ເມີດ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ, ບໍ່​ລະ​ເມີດ​ຫຼັກ​ການ​ຕະຫຼາດ; ຊຸກຍູ້​ການເປັນເຈົ້າ​ຕົນ​ເອງ ​ແລະ ການ​ແຂ່ງຂັນ​ຂອງ​ເສດຖະກິດ​ເອກະ​ຊົນ. ເພີ່ມເຕີມ, ປັບປຸງບູລະນະ ແລະ ຜັນຂະຫຍາຍກົດລະບຽບ ແລະ ນະໂຍບາຍ ທີ່ກ່ຽວຂ້ອງກັບການສະໜັບສະໜູນເສດຖະກິດເອກະຊົນ ຢ່າງມີປະສິດທິຜົນ ໂດຍສະເພາະ ກົດລະບຽບກ່ຽວກັບການສະໜັບສະໜູນວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ.   

ທີສີ່, ເສີມຂະຫຍາຍບົດບາດຂອງວິສາຫະກິດພາກເອກະຊົນ, ​ໃຫ້​ກຽດ​ວິ​ສາ​ຫະກິດ​ເອກະ​ຊົນ​ທີ່​ມີຮູບແບບໃໝ່ ມີ​ຫົວຄິດ​ປະດິດ​ສ້າງ ແລະ ຜະລິດ​ຕະພັນ​ທີ່​​ສາມາດ​ແຂ່ງຂັນໄດ້ໃນຕະຫຼາດພາຍ​ໃນປະເທດ ​ແລະ ຕ່າງປະ​ເທດ. ແຜນນະໂຍບາຍພັດທະນາເສດຖະກິດເອກະຊົນຕິດພັນກັບຂະບວນການຫັນປ່ຽນລະບົບເສດຖະກິດ ໄດ້ສ້າງພື້ນທີ່ ສະຖານທີ່ ແລະ ໂອກາດທາງທຸລະກິດ ສຳລັບພາກເສດຖະກິດເອກະຊົນໃນການລົງທຶນສ້າງຂີດຄວາມສາມາດ. ​ເສດຖະກິດ​ຂອງຫວຽດນາມ​ໄດ້​ຮັບ​ຮູ້​ຈາກ​ໂລກໂດຍມີບໍລິສັດເອກະຊົນຈໍາ​ນວນໜຶ່ງ​.

ທີຫ້າ, ສົ່ງເສີມການພັດທະນາເສດຖະກິດເອກະຊົນໃນທ້ອງຖິ່ນ. ບັນດາ​ຫົວໜ່ວຍ​ເສດຖະກິດ​ເອກະ​ຊົນ​ຕ້ອງ​​ພະຍາຍາມ​ຢ່າງ​ແທ້​ຈິງໃນການລະດົມ ອັບເດດ ​ແລະ ກຳແໜ້ນ ກົດລະບຽບ​ຂອງ​ລັດ​ໃນ​ປະຈຸ​ບັນ ​ເພື່ອ​ປະຕິບັດຕາມ ​ແລະ ດຳ​ເນີນ​ການຢ່າງຖືກກົດໝາຍໃນຂະບວນການຜະລິດແລະທຸລະກິດ; ເປັນເຈົ້າການໃນການຊອກ​ຫາ​ຄູ່​ຮ່ວມ​ມື ແລະ ເຊື່ອມໂຍງ​ ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ແຂ່ງ​ຂັນ ​ໃນ​ຂະ​ບວນ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ສາ​ກົນ. ຍົກສູງຄວາມຮັບຜິດຊອບຂອງພະແນກເສດຖະກິດແຂວງ ແລະ ຂະແໜງການ ໃນການຫັນເປັນລະອຽດ ແລະ ຈັດຕັ້ງປະຕິບັດ ແຜນນະໂຍບາຍ ແລະ ນະໂຍບາຍກ່ຽວກັບການພັດທະນາເສດຖະກິດເອກະຊົນ; ເພີ່ມທະວີວິໄນຂອງພັກ ແລະ ລະບຽບວິໄນຂອງລັດ ໃນການຜັນຂະຫຍາຍປະຕິບັດແນວທາງ, ກົດໝາຍ ແລະ ນະໂຍບາຍຕໍ່ເສດຖະກິດເອກະຊົນ. ເພີ່ມທະວີວຽກງານກໍ່ສ້າງພັກໃນພາກເສດຖະກິດເອກະຊົນ ໂດຍສະເພາະແມ່ນ ໃນວິສາຫະກິດ. ຕ້ອງເປັນເຈົ້າການ​ແລະທັນການ ໃນການຍົກຍ່ອງໃຫ້ກຽດ ແລະ ໃຫ້ລາງວັນແກ່​ວິ​ສາ​ຫະກິດ​ ຫົວໜ່ວຍເສດຖະກິດ​ເອກະ​ຊົນ​ທີ່ດີ​ເດັ່ນ, ດຳເນີນການ​ຜະລິດ​ແລະທຸລະ​ກິດ​ມີ​ປະສິດທິ​ຜົນ​ສູງ, ປະຕິບັດ​ຕາມ​ລະບຽບ​ກົດໝາຍຢ່າງ​ດີ ​ແລະ ປະກອບສ່ວນ​ຫຼາຍ​ຢ່າງ ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ.

ທີຫົກ, ໃນ​ການ​ລົງທຶນ​ໂດຍ​ທົ່ວ​ໄປ ​ແລະ ​ການລົງທຶນເອກະ​ຊົນ​ໂດຍ​ສະ​ເພາະນັ້ນ ຈຳເປັນຕ້ອງເຂົ້າໃຈນະໂຍບາຍຢ່າງລະອຽດວ່າ ຊັບພະຍາກອນ​ພາຍ​ນອກ​ເປັນ​ສຳຄັນ, ຊັບພະຍາກອນ​ພາຍ​ໃນ​ປະເທດເປັນສິ່ງຕັດສິນຊີ້ຂາດ. ​ຖື​ເອົາ​ຊັບພະຍາກອນ​ຈາກ​ພາກ​ເອກະ​ຊົນ​ເປັນກຳລັງຂັບເຄື່ອນ​ການ​ພັດທະນາຢ່າງແທ້ຈິງ; ພ້ອມກັນນັ້ນ, ຈຳເປັນຕ້ອງລະບຸຢ່າງຊັດເຈນວ່າ ການປະຕິຮູບການບໍລິຫານ ແລະ ການປັບປຸງສະພາບແວດລ້ອມທາງທຸລະກິດ ເປັນຮາກຖານທີ່ສຳຄັນ ເພື່ອສົ່ງເສີມການພັດທະນາ ແລະ ການລົງທຶນຂອງພາກເສດຖະກິດເອກະຊົນ. ການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດຕ້ອງຕິດແໜ້ນກັບການດຶງດູດ​ບັນດາ​ວິ​ສາ​ຫະກິດ​ຜະລິດ ​ແລະ ຈຳໜ່າຍ​ແຖວ​ໜ້າ ​ເພື່ອ​ດຶງ​ດູດ​ແລະຮັບເອົາ​ພາກ​ເອກະ​ຊົນ​ພາຍ​ໃນ​ປະ​ເທດ. ເສີມຂະຫຍາຍບົດບາດຊີ້ນຳການລົງທຶນຂອງລັດ ເພື່ອດຶງດູດເງິນລົງທຶນຈາກສັງຄົມ ລວມທັງເອກະຊົນໃນປະເທດ. ຖືວ່າການລົງທຶນຂອງລັດເປັນແຫຼ່ງທຶນ ເຫຍື່ອເພື່ອດຶງດູດຊັບພະຍາກອນສັງຄົມ ແລະ ການລົງທຶນຂອງພາກເອກະຊົນ ເຂົ້າໃນການຍົກລະດັບໂຄງສ້າງພື້ນຖານທາງເສດຖະກິດ, ໂດຍສະເພາະແມ່ນ ລະບົບຄົມມະນາຄົມຂົນສົ່ງ.

ນອກ​ຈາກນີ້, ຄວນເອົາໃຈໃສ່ເຖິງບາງ​ບັນຫາທີ່​ກ່ຽວຂ້ອງ​ກັບ​ການ​ພັດທະນາ​ເສດຖະກິດ​ເອກະ​ຊົນ ​ດັ່ງ​ຕໍ່ໄປນີ້: 

ທີໜຶ່ງ, ຊາບຊຶມຢ່າງເລິກເຊິ່ງ​ຈິດ​ໃຈ​ທີ່ວ່າ ເສດຖະກິດ​ເອກະ​ຊົນ​ເປັນ​ກຳລັງຂັບເຄື່ອນ​ສຳຄັນ​ໃນແຜນນະໂຍບາຍ ແນວ​ທາງ ສະ​ຖາ​ບັນ ກົນ​ໄກ ນະ​ໂຍບາຍ ​ແລະ ການຊີ້ນຳປະຕິບັດ ​ຂອງ​ພັກ​ ແລະ ລັດ​ທຸກ​ຂັ້ນ ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ.

ທີສອງ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ພາກເສດຖະກິດເອກະຊົນໂດຍທົ່ວໄປ ແລະ ວິສາຫະກິດພາກເອກະຊົນໂດຍສະເພາະ ພັດທະນາໄປພ້ອມໆ ກັບການກວດກາ ​ແລະ ລົບ​ລ້າງ​ສິ່ງ​ກີດຂວາງ​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ ຕາມທິດທາງ​ຫຼຸດຜ່ອນ​ການ​ປິດກິດຈະການ ​ແລະ ລົ້ມລະລາຍ.

ທີສາມ, ສົ່ງເສີມໃຫ້ວິສາຫະກິດພາກເອກະຊົນພັດທະນາໄປສູ່ການສ້າງວຽກເຮັດງານທຳ ແລະ ລາຍໄດ້ໃຫ້ກັບຄົນງານ ໂດຍສະເພາະແຮງງານທີ່ເຂົ້າຮ່ວມໃໝ່ ເພື່ອການເຕີບໂຕຢ່າງປົກຫຸ້ມ.  

ທີສີ່, ສ້າງ​ແຫຼ່ງ​ເງິນທຶນ​ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດທີ່ຈັດ​ຕັ້ງຂຶ້ນ​ໃໝ່ ແລະ ສ້າງ​ສະ​ພາບ​ແວດ​ລ້ອມ​ໃຫ້​ຜູ້​ປະ​ກອບ​ການໃນການ​ເລີ່ມຕົ້ນ​ທຸ​ລະ​ກິດ. ພິ​ເສດ, ຕ້ອງ​ສຸມ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ​ແຂ່ງ​ຂັນ​ແຫ່ງ​ຊາດ, ຄວາມ​ສາ​ມາດ​ແຂ່ງ​ຂັນຂອງ​ວິ​ສາ​ຫະ​ກິດ ແລະ ການ​ແຂ່ງ​ຂັນຂອງຂະແໜງສິນຄ້າ. ພິເສດ, ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ຍົກ​ສູງຄວາມສາມາດແຂ່ງຂັນ​ລະດັບ​ຊາດ, ຄວາມ​ສາມາດແຂ່ງຂັນຂອງ​ວິ​ສາ​ຫະກິດ ​ແລະ ຄວາມສາມາດແຂ່ງຂັນ​ຂອງຂະແໜງການ.   

ທີຫ້າ, ສ້າງ​ສະ​ພາບ​ແວດ​ລ້ອມທາງ​ສະ​ຖາ​ບັນ, ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຊີ, ການ​ເງິນ ສິນ​ເຊື່ອ, ການ​ເຂົ້າ​ເຖິງ​ທີ່​ດິນ, ເສີມ​ຂະ​ຫຍາຍ​ສະ​ພາບ​ແວດ​ລ້ອມ​ການ​ແຂ່ງ​ຂັນ​ທີ່​ຍຸດ​ຕິ​ທໍາໃຫ້ພາກ​ເສດ​ຖະ​ກິດ​ແຂ່ງ​ຂັນ​ກັນ ເພື່ອເປັນ​ພື້ນ​ຖານ​ໃນ​ການ​ປັບ​ປຸງ​ປະ​ສິດ​ທິ​ພາບ​ທາງ​ເສດ​ຖະ​ກິດ.

ທີຫົກ, ໃຫ້ຄວາມສຳຄັນກັບການລົງທຶນ ແລະ ການລົງທຶນເອກະຊົນ. ດຶງດູດຊັບພະຍາກອນຈາກວິສາຫະກິດໃນປະເທດແລະປະຊາຊົນ ເພື່ອພັດທະນາໂຄງສ້າງພື້ນຖານຕາມທິດທາງເສດຖະກິດຂອງລັດເປັນເຈົ້ານຳພາ ແລະ ຫຼີກ​ລ່ຽງກັບດັກ​ໜີ້ສາທາລະນະ ​ແລະ ໜີ້ຕ່າງປະ​ເທດ. ເປັນເຈົ້າການໃນການກຳນົດກົນໄກ ແລະ ນະ​ໂຍບາຍ​ດຶງ​ດູດ​ຊັບພະຍາກອນມາປະຍຸກໃຊ້ຄວາມສຳເລັດ​ຂອງການ​ປະຕິວັດ​ອຸດສາຫະກຳ​ຄັ້ງທີ 4 ເຊິ່ງຈຸດສຸມແມ່ນ​ ການ​ຫັນປ່ຽນ​ເສດຖະກິດ​ແບບດິຈີຕອນ ໃນ​ສັງຄົມ​ເຕັກ​ໂນ​ໂລ​ຢີດີ​ຈີ​ຕອນ ​ຢ່າງ​ສຳ​ເລັດ​ຜົນ./. 

-------------------------

(1) ຫງວຽນ ຝູ ຈ້ອງບາງບັນຫາທິດສະດິແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ໜ້າ 26.

(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 6, ສພຈ. ສື້ເຖິ້ດ, ຮ່າໂນ້ຍ, 1987, ໜ້າ 56.

(3), (4) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 130, 240.

(5) ກົດໝາຍວ່າດ້ວຍວິສາຫະກິດເອກະຊົນ ແລະ ກົດໝາຍວ່າດ້ວຍບໍລິສັດປີ 1990; ກົດໝາຍວ່າດ້ວຍວິສາຫະກິດ ບັນດາປີ 1999, 2004, 2014 ແລະ 2020; ກົດໝາຍວ່າດ້ວຍການລົງທຶນບັນດາປີ 2004, 2014, 2020; ກົດໝາຍວ່າດ້ວຍການແຂ່ງຂັນ; ກົດໝາຍວ່າດ້ວຍການລົງທຶນຕາມຮູບແບບຄູ່ຮ່ວມມືພາກລັດແລະເອກະຊົນ; ກົດໝາຍວ່າດ້ວຍການວາງແຜນ; ກົດໝາຍວ່າດ້ວຍກາງລົງທຶນສາທາລະນະ; ກົດໝາຍວ່າດ້ວຍການປະມູນ; ກົດໝາຍວ່າດ້ວຍການສະໜັບສະໜູນວິສາຫະກິດຂະໜາດນ້ອຍແລະຂະໜາດກາງ ແລະອື່ນໆ.

(6) ກົມໃຫຍ່ສະຖິຕິການສໍາຫຼວດເສດຖະກິດທົ່ວໄປ ປີ 2021 - ຜົນເບື້ອງຕົ້ນ, ສພຈ. ສະຖິຕິ, ຮ່າໂນ້ຍ, 2022, ໜ້າ 72.

(7) Vinamilk, ກຸ່ມ FPT, ກຸ່ມ Vingroup, ກຸ່ມ ຮວ່າຟ້າດ, ກຸ່ມ ເຈື່ອງຫາຍ, ກຸ່ມ Masan, ກຸ່ມ ຮວ່າງແອງຢາລາຍ.

(8) ກຸ່ມ Golf ລອງແທ່ງ, ກຸ່ມ ຮວ່າງແອງຢາລາຍ, ກຸ່ມ ເຈື່ອງຫາຍ, ກຸ່ມ Vingroup, ກຸ່ມ ວຽດເຟືອງ, ບໍລິສັດແຮ່ທາດ CAVICO, ບໍລະສັດແຮ່ທາດ Sakai.

(9), (10) ກົມໃຫຍ່ສະຖິຕິປື້ມສະຖິຕິປະຈຳປີ 2021, ສພຈ. ສະຖິຕິ, ຮ່າໂນ້ຍ, 2022, ໜ້າ 194, 206.

(11), (12) ກົມໃຫຍ່ສະຖິຕິປື້ມສະຖິຕິປະຈຳປີ 2021, ສພຈ. ສະຖິຕິ, ຮ່າໂນ້ຍ, 2022, ໜ້າ 258, 263.

(13) ທາງດ່ວນ ຮ້າລອງ - ເວິນໂດ່ນ ແລະ ເວິນໂດ່ນ - ໝອງກ້າຍ, ສະໜາມບິນສາກົນ ເວິນໂດ່ນ, ສະໜາມບິນ ກາມແຮັງ - ແຂງຮ່ວາ, ຖະໜົນວົງແຫວນທີ 2 ແບບຂົວ ຫວິງຕູຍ - ງ້າຕືເສີ, ອຸໂມງກິ່ວກ໋າ ແລະອື່ນໆ.

(14) ປີ 2017 ບັນລຸພຽງ 46,5 ລ້ານດົ່ງຕໍ່ຄົນ, ໃນຂະນະທີ່ເສດຖະກິດຂອງລັດບັນລຸ 311 ລ້າງດົ່ງຕໍ່ຄົນ ແລະ ເສດຖະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດບັນລຸ 233 ລ້ານດົ່ງຕໍ່ຄົນ.

(15) ແອັງທື: “ເງິນເດືອນສະເລ່ຍຂອງຜູ້ອອກແຮງງານໃນປີທີ່ຜ່ານມາ”, ໜັງສືພິມແຮງງານ ເອເລັກໂຕຮນິກ, ວັນທີ 23 ມັງກອນ 2022,  https://laodong.vn/cong-doan/tien-luong-binh-quan-cua-nguoi-lao-dong-trong-nam-qua-997894.ldo

(16) ມິງເຮືອງ: “ເສດຖະກິດເອກະຊົນ - ກຳລັງຂັບເຄື່ອນການເຕີບໂຕທາງເສດຖະກິດຂອງຫວຽດນາມ”, ເວັບໄຊຂອງກະຊວງການເງິນ, ວັນທີ 9 ທັນວາ2021, https://mof.gov.vn/webcenter/portal/tttc/pages_r/l/chi-tiet-tin-tin-tuc-tai-chinh?dDocName=MOFUCM217082

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1009 (ເດືອນມີນາ 2023