ການພັດທະນາເສດຖະກິດ-ສັງຄົມ ແລະ
ການຮັບປະກັນການປ້ອງກັນປະເທດ-ປ້ອງກັນຄວາມສະຫງົບ
ຢູ່ເຂດໄຕງວຽນ ໃນສະຖານະການໃໝ່

ໂດຍ ປອ. ຟ້າມຊວັນຮວ່າງ* - ຟ້າມທິເຍິມແອັງ**
*ຮອງຜູ້ອໍານວຍການສະຖາບັນວິທະຍາສາດສັງຄົມເຂດໄຕງວຽນ - **ໂຮງຮຽນການເມືອງແຂວງຢາລາຍ
03:25, 26-11-2023
ວກ. - ມະຕິສະບັບເລກທີ 23-NQ/TW, ລົງວັນທີ 6 ຕຸລາ 2022, ຂອງກົມການເມືອງສູນກາງພັກ, “ວ່າດ້ວຍທິດທາງພັດທະນາເສດຖະກິດ-ສັງຄົມ ແລະ ຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ ຢູ່ເຂດໄຕງວຽນ ຮອດປີ 2030, ວິໄສທັດເຖິງປີ 2045” ກຳລັງສ້າງບັນຍາກາດ ແລະ ພະລັງຂັບເຄື່ອນທີ່ໃຫຍ່ໂຕ ຊຸກຍູ້ການພັດທະນາເຂດໄຕງວຽນຢ່າງຮອບດ້ານ. ເພື່ອບັນລຸເປົ້າໝາຍທີ່ກຳນົດໄວ້ໃນມະຕິ ຈຳເປັນຕ້ອງນຳໃຊ້ວິທີແກ້ໄຂທີ່ບຸກທະລຸຫຼາຍຢ່າງພ້ອມກັນ.

ທ່ານ ຟ້າມມິງຈີ້ງ ກຳມະການກົມການເມືອງ, ນາຍົກລັດຖະມົນຕີ (ຜູ້ທີ 2 ຈາກຊ້າຍ) ຢ້ຽມຊົມການວາງສະແດງຜະລິດຕະພັນກະສິກຳຂອງເຂດໄຕງວຽນ ທີ່ກອງປະຊຸມຜັນຂະຫຍາຍໂຄງການເຄື່ອນໄຫວຂອງລັດຖະບານ ເພື່ອປະຕິບັດມະຕິສະບັບເລກທີ 23-NQ/TW ຂອງກົມການເມືອງສູນກາງພັກ ວ່າດ້ວຍທິດທາງພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ ຢູ່ເຂດໄຕງວຽນ ຮອດປີ 2030, ວິໄສທັດເຖິງປີ 2045 _ພາບ: TTXVN

ທ່າແຮງ, ຂໍ້ໄດ້ປຽບ ແລະ ສະຖານະການປະຈຸບັນ
ຂອງການພັດທະນາເສດຖະກິດ-ສັງຄົມ ໃນເຂດໄຕງວຽນ

ເຂດໄຕງວຽນມີເນື້ອທີ່ປະມານ 54.500 ກມ2 (ກວມເອົາ 1/6 ຂອງເນື້ອທີ່ທົ່ວປະເທດ; ໃຫຍ່ທີ 3 ໃນ 6 ເຂດເສດຖະກີດ-ສັງຄົມ ຂອງຫວຽດນາມ); ເຂດໄຕງວຽນຕັ້ງຢູ່ທີ່ສາມແຍກຊາຍແດນ ກຳປູເຈຍ-ລາວ-ຫວຽດນາມ, ຕິດກັບເຂດແຄມຝັ່ງທະເລພາກກາງ ແລະ ເຂດຕາເວັນອອກຂອງພາກໃຕ້; ຖືເປັນ “ຮົ້ວຕາເວັນຕົກຂອງປະເທດຊາດ”, ເປັນຫຼັງຄາແຫ່ງອິນດູຈີນ”. ໄຕງວຽນເປັນເຂດທີ່ມີທ່າແຮງ ແລະຂໍ້ໄດ້ປຽບຫຼາຍຢ່າງທາງ ດ້ານເງື່ອນໄຂທຳມະຊາດ, ຊັບພະຍາກອນທຳມະຊາດ ເພື່ອການພັດທະນາ, ຖືບົດບາດເປັນຈຸດສູນກາງການເຊື່ອມຕໍ່ຕາເວັນອອກ-ຕາເວັນຕົກ; ມີທີ່ຕັ້ງຍຸດທະສາດທີ່ສຳຄັນ ທາງດ້ານເສດຖະກິດ, ການເມືອງ, ຮັບປະກັນການປ້ອງກັນປະເທດ-ປ້ອງກັນຄວາມສະຫງົບ ຂອງທົ່ວປະເທດ; ເປັນ​ເຂດ​ສະຫງວນ​ຍຸດ​ທະ​ສາດ​ເພື່ອ​ພັດທະນາ​ປະ​ເທດ​ຊາດ​ແບບ​ຍືນ​ຍົງ,... ເບິ່ງລວມແລ້ວ, ທ່າ​ແຮງ ​ແລະ ສະຖານະປະຈຸບັນ ຂອງ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຢູ່​ເຂດໄຕງວຽນ ​​ສະ​ແດງ​ອອກ​ໃນ​ເນື້ອ​ໃນ​ດັ່ງ​ນີ້:

ທີໜຶ່ງ, ໄຕງວຽນແມ່ນເຂດທີ່ມີເງື່ອນໄຂເອື້ອອຳນວຍຫຼາຍຢ່າງ ສຳລັບການພັດທະນາເສດຖະກິດ-ສັງຄົມ. ພູມສັນຖານຂອງເຂດນີ້ ສ່ວນຫຼາຍແມ່ນພູດອຍ ແລະ ພູພຽງ ທີ່ມີລະດັບຄວາມສູງແຕ່ 500-1.500 ແມັດ ຈາກລະດັບນ້ຳທະເລ; ເນື້ອທີ່ຂະໜາດໃຫຍ່ດິນແດງ ບາຊອນຕ໌ ອຸດົມສົມບູນ (ປະມານ 1 ລ້ານ​ເຮັກຕາ), ດິນສີເຫຼືອງແດງທີ່ມີຄວາມຫຼວມສູງ (ປະມານ 1,8 ລ້ານ​ເຮັກຕາ), ດິນສີເທົ່າກະຈາຍຕາມ​ເນີນ​ພູ​ທາງ​ທິດ​ຕາ​ເວັນ​ຕົກ​ສຽງ​ໃຕ້ ​ແລະ​ຕາມ​ຮ່ອມ​ພູ, ດິນ​ຄູນຢູ່​ຕາມ​ແຄມ​ແມ່​ນ້ຳ,...

ໄຕງວຽນມີເງື່ອນໄຂທຳມະຊາດທີ່ເອື້ອອຳນວຍທີ່ສຸດ ສຳລັບການພັດທະນາຕົ້ນໄມ້ອຸດສາຫະກຳ ແລະ ກະສິກຳ (ໂດຍສະເພາະແມ່ນພືດເຂດຮ້ອນ ເຊັ່ນ: ກາເຟ, ຢາງພາລາ, ໝາກພິກໄທ, ໝາກອາໂວກາໂດ, ທຸລຽນ, ມັກກາດາເມຍ ແລະອື່ນໆ).

ປ່າ​ໄມ້​ແມ່ນ​ອົງ​ປະ​ກອບ​ທີ່ໂດດ​ເດັ່ນ​ ຂອງ​ຊັບ​ພະ​ຍາ​ກອນ​ທໍາ​ມະ​ຊາດ​ ໃນ​ເຂດໄຕງວຽນ ​ທີ່​ມີ​ເນື້ອ​ທີ່​ຂະໜາດ​ໃຫຍ່, ​ເກືອບ 2,6 ລ້ານ​ເຮັກຕາ, ໃຫຍ່ທີ່ສາມໃນປະເທດ (ກວມປະມານ 17,5% ຂອງເນື້ອທີ່ປ່າໄມ້ທັງໝົດ). ຊັບພະຍາກອນປ່າໄມ້ມີຄວາມຫຼາກຫຼາຍທາງຊີວະພາບສູງ ລວມທັງສັດແລະພືດຫາຍາກຫຼາຍຊະນິດ; ເຄີຍເປັນບ່ອນຢູ່ອາໄສ ແລະ ແຫຼ່ງທຳມາຫາກິນຂອງຊາວທ້ອງຖິ່ນ.

​ເນື່ອງຈາກ​ພູມສັນຖານຂອງໄຕງວຽນຂ້ອນຂ້າງຮາບພຽງ, ມີແມ່ນ້ຳລຳເຊຫຼາຍສາຍຕິດພັນກັບປ່າໄມ້, ສະນັ້ນ ເຂດໄຕງວຽນຈຶ່ງມີເງື່ອນໄຂພັດທະນາການທ່ອງທ່ຽວທຸກປະເພດຢ່າງແຂງແຮງ ເຊັ່ນ: ການທ່ອງທ່ຽວແບບນິເວດ, ວັດທະນະທຳ, ການພັກຜ່ອນ, ກິລາ, ຜະຈົນໄພ, ການກະເສດ ແລະອື່ນໆ. ນັ້ນ​ແມ່ນ​ພື້ນຖານ​ເພື່ອ​ສ້າງ “​ເສັ້ນທາງ​ສີຂຽວໄຕງວຽນ​”. ນອກ​ຈາກນີ້, ຊັບພະຍາກອນ​ແຮ່​ທາດ​ໃນ​ເຂດ​ຍັງ​ມີ​ຄວາມ​ຫຼາກ​ຫຼາຍພໍຄວນ, ​ແຮ່​ທາດບາງ​ປະ​ເພດ​ມີປະລິມານ​ສຳຮອງຈຳນວນ​ຫຼາຍ​ເຊັ່ນ: ປູນ, ຖ່ານ​ຫີນ​ສີນ້ຳຕານ, ດິນໜຽວ ດິນຂາວ,... ​ເຊິ່ງ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ອຸດສາຫະກຳ​ພະລັງງານ, ການຂຸດຄົ້ນບໍ່​ແຮ່ (​ໂດຍ​ສະ​ເພາະ​ແຮ່ບອກໄຊຕ໌ ມີປະລິມານ​ສຳຮອງ​ຂະໜາດໃຫຍ່, ປະມານ 10 ຕື້​ໂຕນ, ກວມ​ເອົາ 90% ຂອງ​ປະລິມານ​ສຳຮອງແຮ່ອະລູມິນຽນຂອງ​ປະ​ເທດ(2)).

ທີສອງ, ໄຕງວຽນແມ່ນ​ດິນ​ແດນ​ທີ່​ມີເອກະລັກທາງ​ວັດ​ທະ​ນະ​ທໍາດັ້ງເດີມອັນອຸດົມສົມບູນ ​ແລະ ​ຫຼາກ​ຫຼາຍ; ​ແມ່ນ​ພື້ນທີ່ຢູ່ອາໄສຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍຈຳນວນຫຼາຍ ດ້ວຍ 12 ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໃນທ້ອງຖິ່ນ, ​ໃນ​ນັ້ນ​ມີ ຢາຣາຍ, ບາ​ນາ, ​ເອ​ເດ, ເມິນົງ, ເບິເຣົາ, ຈຸຣູ, ຣັກ​ໄກຼ, ​ເກິຮໍ, ເຈຕຣຽງ, ມ້າ, ເຣິມຳ ແລະ ເຊິດັງ. ຜ່ານໄລຍະປະຫວັດສາດ, ຈຳນວນຄົນອົບພະຍົບຈາກບ່ອນອື່ນມາໃນເຂດໄຕງວຽນກຳລັງເພີ່ມຂຶ້ນ, ປະຈຸບັນ, ປະຊາກອນໃນພາກພື້ນມີປະມານ 6 ລ້ານຄົນ (ກວມເອົາ 6,1% ຂອງປະຊາກອນທັງໝົດຂອງປະເທດ); ມີ 53 ຊົນເຜົ່າທີ່ດຳລົງຊີວິດຮ່ວມກັນ, ໃນນັ້ນມີ 52 ຊົນເຜົ່າສ່ວນໜ້ອຍ, ມີປະຊາກອນປະມານ 2,2 ລ້ານຄົນ (ກວມເອົາ 37,65% ຂອງປະຊາກອນທັງໝົດໃນພາກພື້ນ)(3). ນີ້​ກໍ່​ແມ່ນ​ສະຖານ​ທີ່​ທີ່​ມີ​ຊົນ​ເຜົ່າ​ຫຼາຍ​ກວ່າ​ໝູ່​ໃນ​ປະ​ເທດ​ພວກ​ເຮົາ ​ແລະ ​ເປັນແຫ່ງ​ດຽວ​ທີ່​ມີ​ກຸ່ມພາສາແລະຊົນເຜົ່າທັງໝົດຂອງ​ຫວຽດນາມ.

ບັນດາຊົນເຜົ່າສ່ວຍໜ້ອຍຢູ່ເຂດໄຕງວຽນໄດ້ກໍ່ຕັ້ງ ແລະ ອະນຸລັກຮັກສາວັດທະນະທຳພື້ນເມືອງ ທີ່ເຕັມໄປດ້ວຍເອກະລັກປະຈຳຊາດ, ມໍລະດົກວັດທະນະທຳທີ່ຈັບຕ້ອງໄດ້ແລະຈັບຕ້ອງບໍ່ໄດ້ ເປັນຈຳນວນຫຼາຍ ພ້ອມຄຸນຄ່າທາງປະຫວັດສາດ ແລະ ຄວາມງາມທີ່ເປັນເອກະລັກ. ແຕ່​ລະ​ແຂວງ​ໃນ​ພາກ​ພື້ນ ​ລ້ວນ​ແຕ່​ມີສີ​ສັນ​ວັດ​ທະ​ນະ​ທຳ​ທີ່​ໂດດ​ເດັ່ນ​ຢ່າງ​ໜ້ອຍ​ໜຶ່ງ​ສີ ທີ່​ສະ​ແດງ​ເຖິງເອກະລັກທາງວັດ​ທະ​ນະ​ທຳປະຈຳຊາດ​ຂອງ​ທ້ອງ​ຖິ່ນ.

ທີ​ສາມ, ປະຈຸ​ບັນ, ​ເຂດໄຕງວຽນ​ໄດ້​ກາຍ​ເປັນ​ເຂດ​ການ​ຜະ​ລິດ​ທີ່​ສຳ​ຄັນ ສຳລັບສິນຄ້າກະ​ເສດ​ຈຳ​ນວນ​ໜຶ່ງ​ໃນວົງກວ້າງ ແລະ ກວມ​ອັດ​ຕາ​ສ່ວນ​ສູງ (ໂດຍສະເພາະ​ແມ່ນ​ພືດ​ອຸດສາຫະກຳ ​ແລະ ໝາກ​ໄມ້); ຂະແໜງການທ່ອງທ່ຽວກໍ່ມີການພັດທະນາທີ່ດີ, ສ້າງ​ຕ່ອງ​ໂສ້​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ພາກ​ພື້ນ ແລະ ເຂດ​ທ່ອງ​ທ່ຽວ​ນິເວດ-ວັດ​ທະ​ນະ​ທໍາ​​ທີ່​ດຶງ​ດູດ​ໃຈ; ຄຸນ​ຄ່າ​ວັດ​ທະ​ນະ​ທໍາ​ໄດ້​ຮັບ​ການອະນຸລັກ​, ສືບ​ທອດ ​ແລະ​ ສົ່ງ​ເສີມ​. ດ້ານອື່ນ, ຄວາມ​ສາມັກຄີ ​ແລະ ຄວາມ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ການ​ພັດທະນາ​ການ​ຜະລິດ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ​ ໄດ້​ຮັບ​ການ​ປັບປຸງ; ສະພາບ​ຄວາມ​ໝັ້ນຄົງທາງ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ ​ໄດ້​ຮັບ​ການ​ຮັບປະກັນ; ຄວາມ​ສາມາດ​ນຳພາ ​ແລະ ກຳລັງ​ແຮງສູ້ຮົບຂອງ​ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ ​ແລະ ສະມາຊິກ​ພັກ ​ໄດ້​ຮັບ​ການ​ປັບປຸງຍົກສູງ.

ຄວາມຫຍຸ້ງຍາກ ແລະ ຂໍ້ບົກຜ່ອງໃນການພັດທະນາເສດຖະກິດ-ສັງຄົມ:

ທີໜຶ່ງ, ການເຕີບໂຕທາງເສດຖະກິດຂາດຄວາມຍືນຍົງ, ລາຍຮັບສະເລ່ຍຕໍ່ຫົວຄົນຍັງຢູ່ໃນລະດັບຕໍ່າສຸດ (​ເຖິງ​ວ່າ​ໄດ້​ເພີ່ມ​ຂຶ້ນ​ ແຕ່​ກໍ່ຢູ່​ໃນ​ອັນ​ດັບ​ທີ 5 ຈາກ 6 ​ເຂດ​ເສດຖະກິດ-ສັງຄົມ), ພ້ອມກັນນັ້ນ ມີຄວາມແຕກຕ່າງກັນລະຫວ່າງທ້ອງຖິ່ນ (ສູງສຸດແມ່ນແຂວງເລິມດົ່ງ, ຕ່ຳສຸດແມ່ນແຂວງຢາລາຍ); ຈຳນວນຄອບຄົວທຸກຍາກ, ຄວາມຄົວໃກ້ຈະທຸກຍາກ ແລະ ຄອບຄົວມີຄວາມສ່ຽງທີ່ຈະຕົກຢູ່ໃນຄວາມທຸກຍາກອີກຄັ້ງນັ້ນ ຍັງສູງຢູ່; ຊ່ອງ​ຫວ່າງ​ລະຫວ່າງ​ຄົນ​ຮັ່ງມີ​ແລະຄົນ​ທຸກ​ຍາກ​ ລະຫວ່າງ​ບັນດາ​ຊົນ​ເຜົ່າ ກຳລັງ​ແຄບລົງ​ຢ່າງ​ຊ້າໆ(4).

ທີສອງ, ຄຸນຄ່າທາງມໍລະດົກ ແລະ ເອກະລັກວັດທະນະທຳຂອງຊາດຫຼາຍປະການຂອງ​ພາກ​ພື້ນ ​ມີ​ຄວາມ​ສ່ຽງ​ທີ່​ຈະ​ສູນ​ເສຍ​ແລະ​ລະ​ລາຍໄປ; ສາຍພົວພັນລະຫວ່າງການອະນຸລັກຮັກສາ ແລະ ການຂຸດຄົ້ນ ການພັດທະນາ ຍັງບໍ່ໄດ້ຮັບການແກ້ໄຂຢ່າງດີ; ການປະຍຸກໃຊ້ວິທະຍາສາດ-ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງໃນການກະສິກຳ ຍັງບໍ່ໄດ້ຮັບຄວາມເອົາໃຈໃສ່ເປັນສຳຄັນ. ອັດຕາພື້ນທີ່ປ່າປົກຫຸ້ມຫຼຸດລົງຢ່າງໄວ, ແຫຼ່ງນ້ຳມີຄວາມສ່ຽງທີ່ຈະຫຼຸດລົງ ແລະ ສະພາວະໄພແຫ້ງແລ້ງບໍ່ປົກກະຕິ ແລະອື່ນໆ.

ທີສາມ, ດ້ານໜຶ່ງ, ການເຄື່ອນໄຫວເຊື່ອມຕໍ່ພາຍໃນພາກພື້ນ ແລະລະຫວ່າງພາກພື້ນ ບໍ່ແໜ້ນແຟ້ນ, ປະສິດທິພາບຕ່ຳ, ຍັງມີລັກສະນະຮູບນອກ; ດ້ານອື່ນ, ເຄືອຂ່າຍໂຄງສ້າງພື້ນຖານໃນພາກພື້ນ ແລະ ລະຫວ່າງພາກພື້ນ ຍັງຂາດເຂີນ ແລະ ເສື່ອມໂຊມ, ໂດຍສະເພາະ ໂຄງສ້າງພື້ນຖານຍຸດທະສາດ (ການຄົມມະນາຄົມ, ສາທາລະນະສຸກ, ການສຶກສາ, ເຕັກໂນໂລຊີຂໍ້ມູນຂ່າວສານ, ແລະອື່ນໆ), ບໍ່ຕອບສະໜອງໄດ້ກັບຄວາມຕ້ອງການຂອງການພັດທະນາ.

ທັດສະນ, ເປົ້າໝາຍ, ໜ້າທີ່ ແລະ ວິທີແກ້ໄຂການພັດທະນາເຂດໄຕງວຽນ
ຮອດປີ
2030, ວິໄສທັດເຖິງປີ 2045

ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຕົວຈິງ, ເພື່ອຊຸກຍູ້ການພັດທະນາບັນດາຂົງເຂດເສດຖະກິດ-ສັງຄົມເວົ້າລວມ ແລະ ຕອບສະໜອງຄວາມຕ້ອງການການພັດທະນາຂອງເຂດໄຕງວຽນເວົ້າສະເພາະ, ກົມການເມືອງສູນກາງພັກໄດ້ອອກມະຕິສະບັບເລກທີ 23-NQ/TW ທີ່ມີເນື້ອໃນແລະທິດທາງ ການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນປະເທດແລະຄວາມສະຫງົບ ໃນເຂດໄຕງວຽນຮອດປີ 2030, ວິໄສທັດເຖິງປີ 2045, ເພື່ອກຳນົດທິດທາງ ແລະ ລະບຸໂອກາດແລະຄວາມທ້າທາຍ ໃນການຊຸກຍູ້ການກໍ່ສ້າງເຂດໄຕງວຽນ ໃຫ້ພັດທະນາຢ່າງແຂງແຮງກວ່າອີກ ໃນໄລຍະປະຈຸບັນແລະໃນປີຕໍ່ໆໄປ. ຫຼາຍທັດສະນະ, ເປົ້າໝາຍ, ໜ້າທີ່ ແລະ ວິທີແກ້ໄຂຈຸດໜັກ ໄດ້ເອົາໃຈໃສ່ເຖິງທ່າແຮງແລະຂໍ້ໄດ້ປຽບຂອງພາກພື້ນນີ້, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ທີ່ຮອບດ້ານ ​ຕິດ​ພັນ​ກັບ​ການ​ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດແລະຄວາມໝັ້ນຄົງ ທີ່ສະແດງອອກສະເພາະໃນ​ບັນດາ​ເນື້ອ​ໃນຕໍ່ໄປ​ນີ້:

ກ່ຽວກັບທັດສະນະຊີ້ນຳ: ມະຕິສະບັບເລກທີ 23-NQ/TW ສືບທອດທັດສະນະການຊີ້ນໍາທັງໝົດທີ່ຜ່ານມາ, ພ້ອມກັນນັ້ນ ກໍ່ໄດ້ເພີ່ມເຕີມແລະພັດທະນາທັດສະນະ ໃຫ້ສອດຄ່ອງກັບສະພາບການໃໝ່ ໂດຍລະບຸລະບົບ 5 ທັດສະນະກ່ຽວກັບການພັດທະນາເຂດໄຕງວຽນ. ໃນນັ້ນ, ມະຕິສືບຕໍ່ກຳນົດວ່າ ເຂດໄຕງວຽນມີບົດບາດ, ຖານະຕຳແໜ່ງຍຸດທະສາດທີ່ສຳຄັນພິເສດໃນຫຼາຍດ້ານເຊັ່ນ ເສດຖະກິດ ການເມືອງ ວັດທະນະທຳ ສັງຄົມ ສິ່ງແວດລ້ອມ, ການປ້ອງກັນປະເທດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ຂອງທົ່ວປະເທດ; ກຳນົດຄວາມຕ້ອງການໃນການພັດທະນເຂດໄຕງວຽນຢ່າງໄວວາ ແລະຍືນຍົງ ແມ່ນໜ້າທີ່ຫຼັກທີ່ສອດຫ້ອຍຕະຫຼອດ, ໃຈກາງ ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ ບໍ່​ພຽງ​ແຕ່​ສຳລັບບັນດາ​ທ້ອງ​ຖິ່ນ​ໃນ​ພາກ​ພື້ນ​ເທົ່າ​ນັ້ນ, ແຕ່​ຍັງລວມເຖິງ​ທັງ​ປະ​ເທດອີກນຳ.

ມະຕິສະບັບເລກທີ 23-NQ/TW ເນັ້ນໜັກການກໍ່ສ້າງແລະພັດທະນາເຂດໄຕງວຽນຜ່ານການປະສົມປະສານຢ່າງກົມກຽວ ລະຫວ່າງການພັດທະນາເສດຖະກິດ ວັດທະນະທຳ ສັງຄົມ, ການຮັກສາຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ໂດຍຕິດພັນກັບການຮັບປະກັນການປ້ອງກັນປະເທດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ.

ກ່ຽວກັບເປົ້າໝາຍ: ມະຕິສະບັບເລກທີ 23-NQ/TW ກຳນົດເປົ້າໝາຍໂດຍລວມ, ເປົ້າໝາຍສະເພາະ ແລະ ກຳນົດເວລາຍຸດທະສາດ ທີ່ຈະຕ້ອງບັນລຸໄດ້ ຢ່າງຈະແຈ້ງ ແລະວິ​ໄສ​ທັດ​ທີ່​ຍາວ​ກວ່າ​. ຕາມນັ້ນ, ສູ້້ຊົນຮອດປີ 2030, ໄຕງວຽນຈະກາຍເປັນພາກພື້ນທີ່ພັດທະນາຢ່າງໄວວາແລະຍືນຍົງ ອີງບົນເສດຖະກິດສີຂຽວແລະໝູນວຽນ; ອຸດົມດ້ວຍເອກະລັກທາງວັດທະນະທຳປະຈຳຊາດ, ຈຸດໝາຍ​ປາຍ​ທາງອັນ​ເປັນ​ເອ​ກະ​ລັກ, ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ໃນປະເທດ​ແລະ​ສາ​ກົນ. ພັດທະນາເສດຖະກິດກະສິກຳຢ່າງມີປະສິດທິຜົນສູງອີງບົນພື້ນຖານວິທະຍາສາດ-ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ, ການປ່ຽນດິຈິຕອນ; ສ້າງຜະລິດຕະພັນກະສິກຳຂະໜາດໃຫຍ່ຈຳນວນໜຶ່ງທີ່​ມີ​ຍີ່​ຫໍ້​ສາ​ກົນ​ຕິດ​ພັນ​ກັບ​ສູນ​ປຸງ​ແຕ່ງ. ໂຄງສ້າງພື້ນຖານ​​ຄົມມະນາຄົມ​ທີ່​ສຳຄັນ, ໂຄງສ້າງພື້ນຖານ​ດິຈິຕອນ ໄດ້ຮັບການກໍ່ສ້າງໂດຍພື້ນຖານ. ຮອດປີ 2045, ໄຕງວຽນຄາດວ່າຈະກາຍເປັນພາກພື້ນທີ່ມີການພັດທະນາຢ່າງຍືນຍົງ, ມີເສດຖະກິດສີຂຽວແລະໝູນວຽນ; ບາງແຂວງໃນພາກພື້ນນີ້ໄດ້ຈັດໃນ​ກຸ່ມ​ທີ່​ມີ​ການ​ພັດທະນາ​ພໍ​ສົມຄວນ​ຂອງ​ປະ​ເທດ,...

ບາງ​ໜ້າທີ່​ ​ແລະ ວິທີ​ແກ້​ໄຂທີ່ສຳຄັນ:

ທີໜຶ່ງສ້າງແລະພັດທະນາແຜນກຳນົດແລະແຜນການການພັດທະນຢ່າງ​ວ່ອງ​ໄວ​ແລະ ຄົບຊຸດ; ຮັບປະກັນການເຄື່ອນໄຫວເຊື່ອມ​ຕໍ່​ລະ​ຫວ່າງ​ທ້ອງ​ຖິ່ນ​ພາຍໃນພາກພື້ນ ແລະ ລະ​ຫວ່າງ​ພາກ​ພື້ນ. ບັນດາແຜນກຳນົດແລະແຜນການຕ້ອງກຳນົດ​ວິ​ໄສ​ທັດ​ຍຸດ​ທະ​ສາດ, ພິ​ເສດ​ແມ່ນ​ບັນຫາ​ຄວາມ​ແຕກ​ໂຕນ​ກັນ ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ໃນ​ພາກ​ພື້ນ​ໃນ​ຂົງ​ເຂດ​ເສດຖະກິດ - ສັງຄົມ, ຜ່ານ​ນັ້ນ​ ສ້າງ​ການ​ພັດທະນາ​ທີ່​ເທົ່າທຽມກັນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ. ມີກົນໄກ, ນະໂຍບາຍສະເພາະທີ່ເໝາະສົມ ເພື່ອເສີມຂະຫຍາຍທ່າແຮງແລະຂໍ້ໄດ້ປຽບຂອງພາກພື້ນ; ບັນດາອົງການຢູ່ສູນກາງຈຳເປັນຕ້ອງເພີ່ມທະວີການປະສານງານກັບສະພາພາກພື້ນ ແລະ ບັນດາທ້ອງຖິ່ນໃນພາກພື້ນ, ​ເລັ່ງກໍ່ສ້າງ, ປັບປຸງບູລະນະ, ປະກາດ​ໃຊ້ ​ແລະ ຜັນຂະຫຍາຍປະຕິບັດ​ ບັນດາແຜນນະໂຍບາຍ, ນະໂຍບາຍ​ບຸລິມະສິດ​ແລະ ນະ​ໂຍບາຍ​ສະ​ເພາະ ​ເພື່ອ​ພັດທະນາ​ພາກ​ພື້ນ ​ແລະ ຄຳນຶງເຖິງ​ປັດ​ໄຈ​ສະ​ເພາະ​ໃນ​ການ​ພັດທະນາ​ນະ​ໂຍບາຍ(5), ເພື່ອສ້າງຮາກຖານສະຖາບັນ ແລະກົນໄກສະເພາະ, ປະກອບສ່ວນເສີມຂະຫຍາຍຂໍ້ໄດ້ປຽບ ແລະທ່າແຮງຂອງແຕ່ລະທ້ອງຖິ່ນ ແລະ ມີການພັດທະນາທີ່ທຽບຄຽງໄດ້ກັບພາກພື້ນ ແລະເຂດອື່ນໆໃນປະເທດ.

ທີສອງຍົກສູງຄຸນນະພາບຂອງຊັບພະຍາກອນ​ມະນຸດ, ​ແກ້​ໄຂ​ສະພາບ​ຂາດ​ແຄນຊັບພະຍາກອນ​ມະນຸດ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ. ແຫຼ່ງຊັບພະຍາກອນ​ມະນຸດຄຸນນະພາບສູງທາງດ້ານວິທະຍາສາດ ທີ່ເຮັດວຽກງານຄົ້ນຄວ້າ, ໃຫ້ຄຳປຶກສາ, ການ​ວິ​ຈານ​ນະ​ໂຍ​ບາຍ​ຂອງ​ທ້ອງ​ຖິ່ນ​ໃນ​ພາກ​ພື້ນ​ຍັງ​ມີຈຳນວນໜ້ອຍ(6); ອັດ​ຕາ​ຄົນ​ງານ​ທີ່​ບໍ່​ໄດ້​ຮັບ​ການ​ຝຶກ​ອົບ​ຮົມ​ຍັງ​ສູງ​ພໍ​ສົມຄວນ (ກວມ 50,2%), ໃນນັ້ນ, ອັດຕາຄົນງານ​ທີ່​ໄດ້​ຮັບ​ການ​ຝຶກ​ອົບ​ຮົມທີ່ມີວຸດທິການສຶກສາ​ ແລະ​ປະກາດສະນິຍະບັດ ບັນລຸ 16,9%. ດັ່ງນັ້ນ, ທ້ອງຖິ່ນຕ່າງໆຕ້ອງມີນະໂຍບາຍການສຶກສາ-ຝຶກອົບຮົມ, ດຶງດູດຜູ້ທີ່ມີຄວາມເກັ່ງກ້າສາມາດ; ພ້ອມກັນນັ້ນ, ຕ້ອງເຮັດເປັນຢ່າງດີ ການກໍ່ສ້າງພື້ນຖານວັດທຸທາງໂຮງຮຽນ ແລະ ຮ່ວມມືທາງດ້ານການຝຶກອົບຮົມ, ປະກອບສ່ວນຍົກສູງຄຸນນະພາບການສຶກສາ ຝຶກອົບຮົມຊັບພະຍາກອນບຸກຄົນຂອງພາກພື້ນ.

ທີສາມໃຫ້ຄວາມສຳຄັນກັບການໃຊ້ປະໂຫຍດ ແລະ ເສີມຂະຫຍາຍທ່າແຮງຂອງແຕ່ລະທ້ອງຖິ່ນທາງດ້ານກະສິກຳ, ການທ່ອງທ່ຽວ, ພະລັງງານໝູນວຽນ ແລະອື່ນໆ; ດ້ານອື່ນ, ຊອກ​ຫາ​ທິດ​ທາງຢ່າງໄວວາ ໃນການ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ການ​ປູກ​ພືດ​, ຂະຫຍາຍພື້ນທີ່ປູກຕົ້ນໄມ້ກິນໝາກ, ເພີ່ມ​ປະ​ສິດ​ທິ​ພາບ ແລະ ມູນ​ຄ່າ​ຜະ​ລິດ​ຕະ​ພັນ. ຄຽງຄູ່ກັນນັ້ນ, ມີວິທີແກ້ໄຂທີ່ແຂງແຮງໃນການຮັກສາສະພາບແວດລ້ອມ ແລະລະບົບນິເວດປ່າໄມ້ ເພື່ອຫຼຸດຜ່ອນຜົນກະທົບຂອງການປ່ຽນແປງສະພາບດິນຟ້າອາກາດ, ສ້າງຄວາມສົມດຸນຂອງສະພາບແວດລ້ອມທາງນິເວດ, ຮັບປະກັນການພັດທະນາແບບຍືນຍົງ. ນອກຈາກນັ້ນ, ເອົາໃຈໃສ່ພັດທະນາບັນດາຂະແໜງການກະສິກຳເຕັກໂນໂລຊີສູງ, ກະສິກຳສີຂຽວທີ່ຍືນຍົງ; ຈຳກັດການນຳໃຊ້ສານເຄມີ ແລະ ມາດຕະການແຊກແຊງທີ່ສ້າງຄວາມເສຍຫາຍຕໍ່ທີ່ດິນ ແລະ ລະບົບນິເວດທຳມະຊາດ.

ທີສີ່ປັບປຸງແລະກໍ່ສ້າງລະບົບການເມືອງທີ່ໝັ້ນຄັງເຂັ້ມແຂງ; ກໍ່ສ້າງຖັນແຖວພະນັກງານ, ລັດຖະກອນ, ພາລະກອນ (ໂດຍສະເພາະ ພະນັກງານນຳພາ ຄຸ້ມຄອງທຸກລະດັບ, ພິເສດແມ່ນລະດັບຮາກຖານ) ທີ່ມີຄວາມກ້າຫານ, ມີລະດັບວິຊາຊີບສູງ, ຂະຫຍັນຂັນເຄື່ອນ ແລະ ມີຫົວຄິດປະດິດສ້າງ; ຮັບປະກັນຄຸນນະພາບ, ປະລິມານ ແລະໂຄງປະກອບທີ່ສົມເຫດສົມຜົນ, ມີ​ການຖ່າຍທອດ​ແລະ​ການ​ສືບ​ທອດຢ່າງເຂັ້ມງວດ​ລະ​ຫວ່າງ​ລຸ້ນ​. ເອົາໃຈໃສ່ການຝຶກອົບຮົມ, ບຳລຸງສ້າງ ແລະ ຝຶກຝົນຫຼໍ່ຫຼອມພະນັກງານໃກ້ຄຽງ, ພະນັກງານຍິງ, ພະນັກງານທີ່ເປັນຄົນຊົນເຜົ່າສ່ວນໜ້ອຍ; ເພີ່ມທະວີການກໍ່ສ້າງກຸ່ມກ້ອນມະຫາສາມັກຄີບັນດາຊົນເຜົ່າ, ເສີມຂະຫຍາຍກຳລັງແຮງຂອງລະບົບການເມືອງ; ເສີມຂະຫຍາຍສຸດຂີດມູນເຊື້ອວັດທະນະທຳ, ຄວາມຂະຫຍັນໝັ່ນພຽນ, ເຈດຈຳນົງເປັນເຈົ້າຕົນແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງປະຊາຊົນ. ແຕ່ກ່ອນມາເຖິງປະຈຸບັນ, ບ້ານ​ແລະ ໝູ່​ບ້ານ​ແມ່ນ​ພາກສ່ວນ​ທີ່​ສຳຄັນ​ທີ່​ສຸດ ​ແລະ ​ແມ່ນພື້ນທີ່​ຕົ້ນຕໍ​ຢູ່​ຂັ້ນ​ຮາກ​ຖານ​ໃນ​ເຂດໄຕງວຽນ, ດັ່ງນັ້ນ, ຕ້ອງ​ເອົາ​ໃຈ​ໃສ່​ໃນ​ການ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຜູ້​ເຖົ້າ​ແກ່​ຂອງ​ບ້ານ, ນາຍ​ບ້ານ ​ແລະ ​ຜູ້​ມີ​ຊື່​ສຽງ​ໃນ​ຊຸມ​ຊົນ; ເສີມຂະຫຍາຍປະສິດທິຜົນຂອງບັນດາ​ຮູບ​ແບບ​ການ​ຄຸ້ມ​ຄອງ​ຕົນ​ເອງ​ຂອງ​ຊຸມ​ຊົນ​ຢູ່​ຮາກ​ຖານ, ໃນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເຂດ​ຫ່າງ​ໄກ​ສອກຫຼີກ. 

ທີ່ຫ້ານຳໃຊ້ແຫຼ່ງພະລັງຈາກການຜັນຂະຫຍາຍບັນດາໂຄງການ ແລະນະໂຍບາຍທີ່ມີຢູ່ໃນພື້ນທີ່; ປະຕິບັດການລົງທຶນຢ່າງມີຈຸດໜັກໃຈກາງ, ຫຼີກລ່ຽງການເຮັດແບບກະແຈກກະຈາຍ. ຄຽງຄູ່ກັນນັ້ນ, ສຸມໃສ່ການແກ້ໄຂ​ບັນຫາ​ທີ່​ດິນ​ທີ່ເກີດຈາກ​ປັດ​ໄຈ​ປະຫວັດສາດ ​ແລະ ການ​ພົວພັນ​ລະຫວ່າງ​ທີ່​ດິນ, ຊົນ​ເຜົ່າ ​ແລະ ສາສະໜາ ຢ່າງລະອຽດຖີ່ຖ້ວນ. ທ້ອງຖິ່ນຕ່າງໆຕ້ອງເພີ່ມທະວີຄຸນນະພາບຂອງວຽກງານໂຄສະນາອົບຮົມ, ຂົນຂວາຍປະຊາຊົນ; ຍົກສູງລະດັບຄວາມຮູ້ຂອງປະຊາຊົນ, ເຜີຍແຜ່ຄວາມຮູ້ດ້ານການເມືອງ ແລະ ກົດໝາຍ, ຮັບປະກັນຮາກຖານໃຫ້ແກ່ການພັດທະນາເສດຖະກິດ, ປະກອບສ່ວນກໍ່ສ້າງສັງຄົມທີ່ສີວິໄລກ້າວໜ້າ, ວັດທະນະທຳທີ່ສົດໃສ ດີງາມ./.

---------------------------

(1) ມະຕິຕົກລົງສະບັບເລກທີ 2860/QĐ-BNN-TCLN, ລົງວັນທີ 27 ກໍລະກົດ 2022, ຂອງກະຊວງກະສິກຳ ແລະພັດທະນາຊົນນະບົດ, “ກ່ຽວກັບການປະກາດສະຖານະການປ່າໄມ້ໃນປະຈຸບັນທົ່ວປະເທດ

(2), (3) ເບິ່ງ: ລາຍງານສະບັບເລກທີ 1045-BC/BCSDCP, ລົງວັນທີ 18 ສິງຫາ 2022, ຂອງຄະນະກຳມະການພັກລັດຖະບານ, “ກ່ຽວກັນການສະຫຼຸບການປະຕິບັດມະຕິສະບັບເລກທີ 10-NQ/TW, ລົງວັນທີ 18 ມັງກອນ 2002, ຂອງກົມການເມືອງສູນກາງພັກສະໄໝທີ IX, “ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ແລະ ຮັບປະກັນການປ້ອງກັນປະເທດ, ຄວາມສະຫງົບໃນເຂດໄຕງວຽນໄລຍະປີ 2001-2010” ແລະ ບົດສະຫຼຸບສະບັບເລກທີ 12-KL/TW, ລົງວັນທີ 24 ຕຸລາ 2011, ຂອງກົມການເມືອງສູນກາງພັກສະໄໝທີ XI, “ກ່ຽວກັບການສືບຕໍ່ປະຕິບັດມະຕິສະບັບເລກທີ 10-NQ/TW, ຂອງກົມການເມືອງສູນກາງພັກ (ສະໄໝທີ IX), “ກ່ຽວກັບການພັດທະນາເຂດໄຕງວຽນໄລຍະປີ 2011-2020””.

(4) ຈາກຂໍ້ມູນໃນປີ 2020, ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ແຂວງເລິມດົ່ງແມ່ນ 44,9 ລ້ານ​ດົ່ງ/ຄົນ/ປີ; ຂອງແຂວງ​ຢາ​ລາຍ​ແມ່ນ 27,8 ລ້ານ​ດົ່ງ/ຄົນ/ປີ. ໃນໄລຍະ 2010-2020, ລາຍຮັບຂອງ 20% ຂອງຜູ້ທີ່ມີລາຍໄດ້ໜ້ອຍສຸດ ແລະລາຍຮັບຂອງ 20% ຂອງຜູ້ທີ່ມີລາຍໄດ້ສູງສຸດໃນພາກພື້ນ ມີຄວາມ​ແຕກ​ຕ່າງ​ຄົງທີ່​ 8,3 ເທົ່າ, ສູງກວ່າລະດັບສະເລ່ຍຂອງທົ່ວປະເທດ.

(5) ເບິ່ງ: “ຄຳປາໄສເຕັມຂອງສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໃນທີ່ກອງປະຊຸມເພື່ອພັດທະນາເຂດໄຕງວຽນ”, ໜັງສືພິມອອນໄລນ໌ VTV, ວັນທີ 14 ຕຸລາ 2022, https://vtv.vn/chinh-tri/toan-van-phat-bieu-cua-tong-bi-thu-nguyen-phu-trong-tai-hoi-nghi-phat-trien-vung-tay-nguyen-20221014183444097.htm

(6) ສະມັດຕະພາບແຮງງານໃນເຂດໄຕງວຽນໃນປະຈຸບັນແມ່ນຂ້ອນຂ້າງຕໍ່າ(ປະມານ 65% ຂອງຄ່າສະເລ່ຍແຫ່ງຊາດ), ຄຸນນະພາບຊັບພະຍາກອນບຸກຄົນຍັງອ່ອນແອ. ຕາມ​ລາຄາ​ແຮງ​ງານ​ໃນ​ປີ 2020, ​ລາຄາ​ແຮງ​ງານໃນພາກ​ພື້ນ​ບັນລຸ​ພຽງ 84,3 ລ້ານ​ດົ່ງ/ຄົນ​ງານ; ຂະໜາດແຮງງານຂອງພາກພື້ນມີຂະໜາດໃຫຍ່, 3,5 ລ້ານຄົນໃນປີ 2020; ອັດຕາ​ການ​ເຕີບ​ໂຕ​ຂອງ​ແຮງ​ງານ​ສະ​ເລ່ຍຢູ່ໃນລະດັບ​ສູງ ​ເມື່ອ​ທຽບກັບທັ່ວ​ປະ​ເທດ, ​​ຢ່າງ​ໃດ​ກໍ​ຕາມ,​ ໂຄງ​ປະກອບ​ແຮງ​ງານ​ຂອງ​ພາກ​ພື້ນ​ຕົ້ນຕໍ​ແມ່ນ​ຂະ​ແໜງ​ກະສິກຳ (67,9%), ​ຂ້ອນຂ້າງແຕກຕ່າງຈາກທ່າອ່ຽງທົ່ວໄປທີ່ 33%.

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1014 (ເດືອນພຶດສະພາ 2023)