ປະຕິບັດບັນດາມາດຕະການແກ້ໄຂຢ່າງຄົບຊຸດ ແລະ
ມີປະສິດທິຜົນ ເພື່ອເປີດແລະຊຸກຍູ້ການພັດທະນາຢ່າງແຂງແຮງ
ຂອງຕະຫຼາດພາຍໃນປະເທດ ຕິດກັບຕະຫຼາດສົ່ງອອກທີ່ຫຼາກຫຼາຍ
ມີປະສິດທິຜົນ ເພື່ອເປີດແລະຊຸກຍູ້ການພັດທະນາຢ່າງແຂງແຮງ
ຂອງຕະຫຼາດພາຍໃນປະເທດ ຕິດກັບຕະຫຼາດສົ່ງອອກທີ່ຫຼາກຫຼາຍ
ແຜນນະໂຍບາຍ ແນວທາງຂອງພັກກອມມູນິດຫວຽດນາມ
ແລະນະໂຍບາຍ ກົດໝາຍຂອງລັດຫວຽດນາມ ກ່ຽວກັບການພັດທະນາການຄ້າ
ທິດທາງຍຸດທະສາດພັດທະນາການຄ້າຫວຽດນາມ ໄດ້ຮັບການກໍ່ສ້າງຜ່ານບັນດາກອງປະຊຸມໃຫຍ່ຂອງພັກ ໂດຍຕິດກັບຂະບວນການເຊື່ອມໂຍງເສດຖະກິດສາກົນ ແລະ ການເຕີບໂຕ ພັດທະນາເສດຖະກິດຂອງປະເທດ ເຊິ່ງສະແດງອອກເປັນ 2 ໄລຍະ:
ໃນໄລຍະເປີດປະຕູ ແລະ ຄັດເລືອກຮູບແບບການເຕີບໂຕໂດຍອີງໃສ່ການສົ່ງອອກ, ຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງທີ VI (ປີ 1986) ເຖິງກອງປະຊຸມໃຫຍ່ຄັ້ງທີ X (ປີ 2005): ນີ້ແມ່ນໄລຍະທີ່ພັກແລະລັດຫວຽດນາມ ກຳນົດການສົ່ງອອກແມ່ນໜຶ່ງໃນບັນດາຈຸດໜັກຂອງຮູບແບບການເຕີບໂຕເສດຖະກິດ. ຕາມນັ້ນ, ພັກໄດ້ກຳນົດວ່າ: ປ່ຽນຍຸດທະສາດການຫັນເປັນອຸດສາຫະກຳຕາມແບບຫັນສູ່ພາຍໃນ (ແທນທີ່ການນຳເຂົ້າ) ໃນເມື່ອກ່ອນ ເປັນຮູບແບບປະສົມ, ມຸ່ງສູ່ການສົ່ງອອກ ພ້ອມກັນນັ້ນກໍ່ແທນທີ່ການນຳເຂົ້າ; ສະເໜີໂຄງການເສດຖະກິດຫຼັກ 3 ໂຄງການຄື: ສະບຽງ-ອາຫານ, ສິນຄ້າອຸປະໂພກບໍລິໂພກ ແລະ ສິນຄ້າສົ່ງອອກ. ໃນນັ້ນ, ໂຄງການຜະລິດສິນຄ້າສົ່ງອອກຖືເປັນຫົວຫອກ ຊີ້ຂາດຕໍ່ເປົ້າໝາຍທາງເສດຖະກິດຫຼາຍປະການໃນ 5 ປີ (1986–1990) ແລະເປັນຂອດຕົ້ນຕໍ ຂອງການພົວພັນທາງເສດຖະກິດຕ່າງປະເທດທັງໝົດ, ໃຫ້ການສຸມໃສ່ການສົ່ງອອກກາຍເປັນຄວາມສົນໃຈອັນດັບໜຶ່ງ ຂອງທຸກຂະແໜງການ ແລະ ທຸກຂັ້ນ ໂດຍມີເປົ້າໝາຍເພີ່ມປະລິມານການສົ່ງອອກຢ່າງວ່ອງໄວ ແລະຕອບສະໜອງຄວາມຕ້ອງການຂອງທຸກຂະແໜງການນຳເຂົ້າ. ທີ່ກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ ປີ 1996, ພັກໄດ້ວາງແຜນໂຍບາຍ: ກໍ່ສ້າງພື້ນຖານເສດຖະກິດທີ່ເຊື່ອມໂຍງເຂົ້າກັບພາກພື້ນແລະໂລກ, ມຸ່ງສູ່ການສົ່ງອອກຢ່າງແຂງແຮງ. ໃນໄລຍະນີ້, ຍ້ອນຂະໜາດເສດຖະກິດທີ່ຈຳກັດ ແລະ ລາຍໄດ້ຕໍ່ຫົວຄົນຍັງຕ່ຳ ດັ່ງນັ້ນ ຕະຫຼາດພາຍໃນປະເທດບໍ່ໄດ້ປະກອບສ່ວນໃຫ້ແກ່ການເຕີບໂຕເສດຖະກິດຫຼາຍປານໃດ.
ໃນໄລຍະສ້າງໂຄງປະກອບຄືນໃໝ່ ແລະ ດັດປັບຮູບແບບການເຕີບໂຕທີ່ເຊື່ອມຕໍ່ການພັດທະນາການສົ່ງອອກ ກັບການຂະຫຍາຍຕະຫຼາດພາຍໃນປະເທດ: ແຕ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ (ປີ 2011) ເຖິງປະຈຸບັນ, ດ້ວຍການເຂົ້າຮ່ວມອົງການການຄ້າໂລກ (WTO) ໃນປີ 2007 ແລະ ຂະບວນການສະສົມການເຕີບໂຕຈາກໄລຍະຜ່ານມາ,ໄດ້ປະກອບສ່ວນທີ່ສຳຄັນ ເຂົ້າໃນການຂະຫຍາຍພື້ນທີ່ການເຕີບໂຕ ແລະ ວາງຄວາມຕ້ອງການກ່ຽວກັບການປັບໂຄງສ້າງເສດຖະກິດ ໃຫ້ເໝາະສົມກັບສະພາບການໃໝ່ ແລະ ການຂະຫຍາຍຕົວຢ່າງໄວວາ ຂອງຕະຫຼາດພາຍໃນປະເທດ. ຕາມນັ້ນ, ໃນກອງປະຊຸມໃຫຍ່ຄັ້ງທີ XI, ພັກກອມມູນິດຫວຽດນາມ ໄດ້ມີແຜນນະໂຍບາຍ: ຫັນຮູບແບບການເຕີບໂຕ ຈາກການອີງໃສ່ການພັດທະນາຕາມຄວາມກວ້າງເປັນຕົ້ນຕໍ ເປັນການພັດທະນາທີ່ສົມເຫດສົມຜົນລະຫວ່າງຄວາມກວ້າງ ແລະ ຄວາມເລິກ, ທັງເປີດກວ້າງຂະໜາດ ແລະ ທັງເອົາໃຈໃສ່ຍົກສູງຄຸນນະພາບ ແລະ ປະສິດທິຜົນ; ຈາກນັ້ນ, ຫັນເປັນຮູບປະທຳໃນທິດທາງຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະປີ 2011-2020: “ເປີດກວ້າງຕະຫຼາດພາຍໃນປະເທດ, ພັດທະນາການຄ້າພາຍໃນຢ່າງແຂງແຮງ; ຂະຫຍາຍຕະຫຼາດຕ່າງປະເທດ, ໃຊ້ປະໂຫຍດຈາກຕະຫຼາດຕ່າງປະເທດທີ່ມີສັນຍາການຄ້າເສລີ ແລະ ຕະຫຼາດທີ່ມີທ່າແຮງ, ເພີ່ມການສົ່ງອອກຢ່າງໄວວາ, ຫຼຸດຜ່ອນການຂາດດຸນການຄ້າ ທັງຂະໜາດ ແລະ ອັດຕາສ່ວນ, ສູ້ຊົນທີ່ຈະສ້າງຄວາມສົມດຸນລະຫວ່າງ ການສົ່ງອອກແລະນຳເຂົ້າ. ເປັນເຈົ້າການໃນການເຂົ້າຮ່ວມເຄືອຂ່າຍການແຈກຢາຍທົ່ວໂລກ, ພັດທະນາລະບົບການຈັດຈຳໜ່າຍຜະລິດຕະພັນທີ່ມີຄວາມໄດ້ປຽບໃນການແຂ່ງຂັນຢ່າງໄວວາ ທັງໃນປະເທດແລະຕ່າງປະເທດ, ສ້າງເຄື່ອງໝາຍສິນຄ້າຫວຽດນາມ”(1). ເຖິງກອງປະຊຸມໃຫຍ່ຄັ້ງທີ XII, ພັກໄດ້ກຳນົດວ່າ “ການປ່ຽນແປງໃໝ່ຮູບແບບການເຕີບໂຕ ຫັນປ່ຽນຢ່າງແຂງແຮງ ຈາກການອີງໃສ່ການສົ່ງອອກແລະທຶນການລົງທຶນເປັນຕົ້ນຕໍ ມາເປັນການພັດທະນາພ້ອມກັນ ທັງອີງໃສ່ເງິນລົງທຶນ, ການສົ່ງອອກ ແລະ ຕະຫຼາດພາຍໃນປະເທດ”(2).
ປະຕິບັດແຜນນະໂຍບາຍຂອງພັກ, ສະພາແຫ່ງຊາດ ແລະ ລັດຖະບານ ໄດ້ຫັນເປັນນິຕິກຳໃນລະບົບກອບກົດໝາຍ ແລະ ນະໂຍບາຍທີ່ຄົບຊຸດ ເພື່ອປະຕິບັດກົດໝາຍ ແລະ ນະໂຍບາຍສຳຄັນຈຳນວນໜຶ່ງ(3), ປະກອບສ່ວນສ້າງລະບົບກອບນະໂຍບາຍ, ສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອພັດທະນາການຄ້າ ແລະ ການເຂົ້າຮ່ວມຂອງບັນດາພາກສ່ວນເສດຖະກິດ ໃນການພັດທະນາການຄ້າ.
ສະຖານະການພັດທະນາການຄ້າຂອງຫວຽດນາມ ໃນໄລຍະທີ່ຜ່ານມາ
ໃນໄລຍະທີ່ຜ່ານມາ, ການເຄື່ອນໄຫວການຄ້າຢູ່ຫວຽດນາມໄດ້ພັດທະນາຢ່າງວ່ອງໄວ, ຢືນອັນດັບທີ 3 (ຖັດຈາກ ອິນໂດເນເຊຍ ແລະ ໄທ) ໃນສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ທາງດ້ານຂະໜາດຂອງການຄ້າຂາຍຍ່ອຍ ແລະ ອີຄອມເມີຊ໌, ກາຍເປັນໜຶ່ງໃນຕະຫຼາດຂາຍຍ່ອຍທີ່ໜ້າສົນໃຈທີ່ສຸດໃນໂລກ ແລະບັນລຸຜົນສຳເລັດຫຼາຍຢ່າງ.
ບັນດາຜົນສໍາເລັດທີ່ບັນລຸໄດ້
1- ກ່ຽວກັບການພັດທະນາການສົ່ງອອກ
ການຄ້າສາກົນ ດ້ວຍການປະກອບສ່ວນທີ່ຕັ້ງໜ້າຂອງຂະບວນການເຊື່ອມໂຍງເສດຖະກິດສາກົນ, ດ້ວຍສັນຍາການຄ້າເສລີ 15 ສະບັບທີ່ໄດ້ລົງນາມ ແລະ ການຜັນຂະຫຍາຍປະຕິບັດ, ໄດ້ຂະຫຍາຍພື້ນທີ່ ແລະ ຊຸກຍູ້ການເຕີບໂຕໃນການສົ່ງອອກ ແລະ ເປັນຈຸດສະຫວ່າງໃນການເຕີບໂຕເສດຖະກິດຂອງຫວຽດນາມ ໃນໄລຍະທີ່ຜ່ານມາ, ໃນນັ້ນມີບັນດາໝາກຜົນທີ່ໂດດເດັ່ນ:
ທີໜຶ່ງ, ຂະໜາດການສົ່ງອອກຂະຫຍາຍຕົວຢ່າງຕໍ່ເນື່ອງ, ອັດຕາສ່ວນເມື່ອປຽບທຽບກັບຜະລິດຕະພັນພາຍໃນປະເທດທັງໝົດ (ຈີດີພີ) ເພີ່ມຂຶ້ນຈາກ 71,5% ໃນປີ 2011 ເປັນ 104,2% ໃນປີ 2020 (ຖ້າລວມທັງການນໍາເຂົ້າ, ອັດຕາສ່ວນການສົ່ງອອກແລະນໍາເຂົ້າ / ຈີດີພີ ເພີ່ມຂຶ້ນຕາມລໍາດັບຈາກ 134,53% ເປັນ 204,2%) ແລະ ບັນລຸມູນຄ່າການສົ່ງອອກແລະນໍາເຂົ້າລວມໃນປີ 2022 ແມ່ນ 731,3 ຕື້ໂດລາສະຫະລັດ; ອັດຕາການເຕີບໂຕສະເລ່ຍແມ່ນເກືອບ 12% ຕໍ່ປີ, ສູງກວ່າລະດັບສະເລ່ຍຂອງໂລກເກືອບ 5 ເທົ່າ ແລະ ສູງກວ່າບັນດາຄູ່ຮ່ວມມືຕົ້ນຕໍ ແລະ ບັນດາປະເທດໃນພາກພື້ນ; ຄ່ອຍໆເຮັດໃຫ້ຫວຽດນາມກາຍເປັນປະເທດສົ່ງອອກອັນດັບໜຶ່ງຂອງໂລກ, ດ້ວຍຂະໜາດການສົ່ງອອກຢູ່ອັນດັບທີ 20 ໃນໂລກ (ປີ 2020) ແລະ ທີສອງໃນອາຊຽນ (ຖັດຈາກສິງກະໂປ); ອັນດັບທີ 17 ໃນການສົ່ງອອກສິນຄ້າອຸດສາຫະກຳປຸງແຕ່ງ ແລະ ຜະລິດ (ປີ 2020) ແລະ ເປັນໜຶ່ງໃນ 10 ປະເທດທີ່ສົ່ງອອກສິນຄ້າຊັ້ນນຳຂອງໂລກ ສຳລັບສິນຄ້າຫຼາຍປະເພດ ເຊັ່ນ ແຜ່ນແພ, ເກີບໜັງ, ເຂົ້າສານ, ໂທລະສັບມືຖື,...
ທີສອງ, ໂຄງປະກອບການສົ່ງອອກຂອງຫວຽດນາມ ພວມຫັນປ່ຽນຢ່າງຕັ້ງໜ້າ ຍືນຍົງ ແລະ ມຸ່ງໄປສູ່ແກ່ນສານຂອງການຫັນເປັນອຸດສາຫະກຳ, ສະແດງໃຫ້ເຫັນຄວາມຢືດຍຸ່ນທີ່ດີກວ່າໃນໄລຍະຫຍຸ້ງຍາກຂອງການຄ້າໂລກ ແລະ ພາກພື້ນ; ໃນນັ້ນ: ໂຄງປະກອບຂະແໜງການສົ່ງອອກ ໄດ້ຫັນໄປສູ່ການຫຼຸດຜ່ອນການສົ່ງອອກວັດຖຸດິບທີ່ມີເນື້ອໃນປຸງແຕ່ງຕ່ຳ (ອັດຕາສ່ວນການສົ່ງອອກຂອງກຸ່ມນ້ຳມັນເຊື້ອໄຟ ແລະແຮ່ທາດ ຫຼຸດລົງຈາກ 11,6% ໃນປີ 2011 ເປັນປະມານ 1,3% ໃນປີ 2022); ເພີ່ມການສົ່ງອອກຜະລິດຕະພັນປຸງແຕ່ງແລະສິນຄ້າສຳເລັດຮູບຢ່າງໄວ (ຈາກ 61,3% ໃນປີ 2011 ຂຶ້ນເປັນ 86% ໃນປີ 2022) ແລະຜະລິດຕະພັນອຸດສາຫະກຳເຕັກໂນໂລຢີສູງ (ເພີ່ມຂຶ້ນເປັນ 41,4% ໃນປີ 2015 ແລະຂຶ້ນເປັນ 48% ໃນປີ 2022). ໂຄງປະກອບປະເພດສິນຄ້າ ສົ່ງອອກນັບມື້ນັບມີຄວາມຫຼາກຫຼາຍ, ການປະກອບສ່ວນທີ່ສໍາຄັນໃນການຮັກສາ ແລະປັບປຸງການເຕີບໂຕຂອງການສົ່ງອອກ. ໂຄງປະກອບຕະຫຼາດ ສົ່ງອອກກໍ່ມີການຫັນໄປຕາມທິດທາງເພີ່ມອັດຕາສ່ວນການສົ່ງອອກສູ່ຕະຫຼາດທີ່ມີສັນຍາການຄ້າເສລີ ແລະ ມີຄວາມຕ້ອງການດ້ານຄຸນນະພາບສິນຄ້າສູງ. ໂຄງປະກອບກ່ຽວກັບພາກສ່ວນ ການສົ່ງອອກໄດ້ຫັນໄປສູ່ການເພີ່ມການສົ່ງອອກຂອງພາກສ່ວນວິສາຫະກິດ ບໍລິສັດພາຍໃນປະເທດ.
ທີສາມ, ຫວຽດນາມພວມເຂົ້າຮ່ວມນັບມື້ນັບເລິກເຊິ່ງ ໃນຕ່ອງໂສ້ຄຸນຄ່າທົ່ວໂລກ ແລະ ປະສົບຄວາມສຳເລັດໃນການຫັນປ່ຽນຈາກການຂາດດຸນການຄ້າ ໄປເປັນປະເທດເກີນດຸນການຄ້າ ທີ່ມີການເກີນດຸນການຄ້າສູງກວ່າປີທີ່ແລ້ວ ແລະ ບັນລຸລະດັບສູງສຸດເປັນປະຫວັດການໃນປີ 2022 (ບັນລຸ 12,4 ຕື້ໂດລາສະຫະລັກ); ໃນນັ້ນ, ສ່ວນເກີນທາງການຄ້າໄປຍັງພື້ນທີ່ຕະຫຼາດທີ່ມີມາດຕະຖານສູງເປັນຫຼັກ ເຊັ່ນ: ອາເມລິກາ ແລະ ເອີຣົບ, ປະກອບສ່ວນຢ່າງແຂງຂັນໃນການສ້າງຄວາມສົມດຸນໃນການຊຳລະເງິນ ແລະ ສະຖຽນລະພາບທາງເສດຖະກິດມະຫາພາກ, ສ້າງແຮງຜັກດັນໂດຍກົງ ເພື່ອຊຸກຍູ້ການຜະລິດ ແລະ ທຸລະກິດພາຍໃນປະເທດ.
2- ກ່ຽວກັບການພັດທະນາຕະຫຼາດພາຍໃນປະເທດ
ການຄ້າພາຍໃນປະເທດບັນລຸໄດ້ຜົນງານທີ່ພົ້ນເດັ່ນຈຳນວນໜຶ່ງ, ກາຍເປັນພະລັງຂັບເຄື່ອນການເຕີບໂຕໃໝ່ ຂອງຂະແໜງການ, ຜ່ານນັ້ນ ຄຽງຄູ່ກັບການສົ່ງອອກທີ່ກາຍເປັນເສົາຄ້ຳສຳຄັນຢ່າງແທ້ຈິງ, ຮັບປະກັນການບັນລຸເປົ້າໝາຍການເຕີບໂຕເສດຖະກິດ, ໂດຍສະເພາະ ໃນເວລາທີ່ຕະຫຼາດພາຍນອກປະສົບກັບຄວາມຫຍຸ້ງຍາກ. ລະອຽດຄື:
ທີໜຶ່ງ, ຕະຫຼາດໃນປະເທດມີການເຕີບໂຕຢ່າງແຂງແຮງ ແລະ ສືບຕໍ່ເປັນຂະແໜງທີ່ມີອັດຕາການເຕີບໂຕສູງ, ປະກອບສ່ວນເພີ່ມ ຈີດີພີ, ດ້ວຍອັດຕາການຈຳໜ່າຍສິນຄ້າຫວຽດນາມ ຜ່ານລະບົບຈຳໜ່າຍຂາຍຍ່ອຍຫຼາຍກວ່າ 80%, ປະກອບສ່ວນເຂົ້າໃນການປັບໂຄງສ້າງເສດຖະກິດ ເພື່ອເພີ່ມອັດຕາສ່ວນຂະແໜງການອຸດສາຫະກຳ ແລະບໍລິການ ໂດຍຕິດພັນກັບການພັດທະນາເຄື່ອງໝາຍການຄ້າຫວຽດນາມ. ປະຈຸບັນ, ຫວຽດນາມພວມກາຍເປັນພື້ນທີ່ທີ່ມີການດຶງດູດການລົງທຶນໃນລະດັບສູງ ໂດຍຢູ່ໃນກຸ່ມປະເທດທີ່ມີຕະຫຼາດຂາຍຍ່ອຍທີ່ໜ້າດຶງດູດທີ່ສຸດໃນໂລກ ຕິດອັນດັບທີ 3 ໃນອາຊຽນ (ຖັດຈາກ ອິນໂດເນເຊຍ ແລະ ໄທ) ໃນດ້ານຂອງຂະໜາດການຄ້າຂາຍຍ່ອຍ. ຕາມນັ້ນ, ກໍ່ຕັ້ງລະບົບຕະຫຼາດທີ່ເປັນເອກະພາບ ແລະໝັ້ນຄົງໃນທົ່ວປະເທດ ດ້ວຍເຄືອຂ່າຍອົງການຈຳໜ່າຍສິນຄ້າທີ່ແໜ້ນແຟ້ນ, ໂດຍສະເພາະແມ່ນສິນຄ້າທີ່ຈຳເປັນ, ເຊື່ອມໂຍງການຜະລິດ-ການປຸງແຕ່ງ ກັບຕະຫຼາດແລະການບໍລິໂພກ. ຖັນແຖວພໍ່ຄ້າມີການເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ. ເຄືອຂ່າຍທຸລະກິດການຄ້າແລະບໍລິການທີ່ຄອບຄຸມທຸກທີ່ຕັ້ງ ແຕ່ຕົວເມືອງເຖິງຊົນນະບົດ, ເຂດພູດອຍແລະໝູ່ເກາະ, ປະກອບສ່ວນເຊື່ອມຕໍ່ຢ່າງແໜ້ນແຟ້ນ ລະຫວ່າງການຜະລິດ ກັບການບໍລິໂພກ, ສິນຄ້າ ກັບຕະຫຼາດ ພາຍໃນປະເທດ.
ທີສອງ, ການພັດທະນາຕະຫຼາດພາຍໃນປະເທດໃຫ້ສອດຄ່ອງເທື່ອລະກ້າວ ກັບຂະບວນການຫັນເປັນອຸດສາຫະກຳແລະທັນສະໄໝ, ປະກອບສ່ວນປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ: ໂຄງສ້າງພື້ນຖານດ້ານການຄ້າ ມີການປ່ຽນແປງໄປຕາມທິດອາລະຍະທຳ ແລະ ທັນສະໃໝ, ດ້ວຍຈຳນວນຫ້າງສັບພະສິນຄ້າແລະສູນການຄ້າ ເພີ່ມຂຶ້ນເກືອບ 2 ເທົ່າໃນ 10 ປີທີ່ຜ່ານມາ ຕິດພັນກັບການປ່ຽນເຈົ້າຂອງກຳມະສິດ ຂອງລະບົບພື້ນຖານໂຄງລ່າງດ້ານການຄ້າທີ່ຫຼາກຫຼາຍ, ດ້ວຍການເຂົ້າຮ່ວມຂອງຫຼາຍວິສາຫະກິດພາກເອກະຊົນ ພ້ອມກັບການເຕີບໃຫຍ່ເຂັ້ມແຂງຂອງວິສາຫະກິດຈຳໜ່າຍພາຍໃນປະເທດຈຳນວນໜຶ່ງ, ປະກອບສ່ວນປັບປຸງຂະແໜງການຂາຍຍ່ອຍໃຫ້ທັນສະໄໝ ແລະ ຫັນປ່ຽນໂຄງປະກອບການຈຳໜ່າຍສິນຄ້າ ໄປສູ່ຊ່ອງທາງການຈຳໜ່າຍທີ່ທັນສະໄໝ, ຄ່ອຍໆປະກອບສ່ວນຮັບປະກັນຄຸນນະພາບ, ສຸຂະອະນາໄມ ແລະ ຄວາມປອດໄພດ້ານສະບຽງອາຫານ ສຳລັບສິນຄ້າໃນຕະຫຼາດ.
ທີສາມ, ວຽກງານເຊື່ອມຕໍ່ການສະໜອງ ແລະຄວາມຕ້ອງການ ໄດ້ຮັບການປະຕິບັດເປັນຢ່າງດີ. ບັນດາໂຄງການສຳຮອງສິນຄ້າ ເພື່ອຮັກສາສະຖຽນລະພາບຂອງຕະຫຼາດ ສືບຕໍ່ໄດ້ຮັບການຮັກສາ ແລະ ຜັນຂະຫຍາຍເທື່ອລະກ້າວ ຕາມຮູບການຫັນເປັນສັງຄົມ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຜະລິດ. ການຄຸ້ມຄອງລາຄາສິນຄ້າ, ໂດຍສະເພາະສິນຄ້າທີ່ຈໍາເປັນ, ໂດຍພື້ນຖານແມ່ນປະຕິບັດຕາມສັນຍານຕະຫຼາດ, ປະກອບສ່ວນຮັກສາສະຖຽນລະພາບຂອງລາຄາ ແລະ ຄວບຄຸມອັດຕາເງິນເຟີ້ຕາມເປົ້າໝາຍ.
ທີສີ່, ອີຄອມເມີຊ໌ ມີການເຕີບໂຕຢ່າງແຂງແຮງ, ກາຍເປັນຊ່ອງທາງຈຳໜ່າຍທີ່ສຳຄັນ ດ້ວຍອັດຕາການເຕີບໂຕສະເລ່ຍ 27% ຕໍ່ປີ ໃນໄລຍະປີ 2011-2020 ກວມປະມານ 7% ຂອງຂະໜາດຕະຫຼາດຂາຍຍ່ອຍພາຍໃນປະເທດ, ບັນລຸລະດັບສູງສຸດໃນບັນດາປະເທດອາຊຽນ ແລະ ຖືກຈັດອັນດັບໜຶ່ງໃນ 5 ປະເທດທີ່ມີອັດຕາການເຕີບໂຕ ອີຄອມເມີຊ໌ ຊັ້ນນຳຂອງໂລກ, ປະກອບສ່ວນປັບປຸງລະບົບຈຳໜ່າຍໃຫ້ທັນສະໄໝ ແລະ ສ້າງແຮງຜັກດັນການພັດທະນາເສດຖະກິດຂອງປະເທດ.
ທີຫ້າ, ຄວາມເປັນລະບຽບຮຽບຮ້ອຍ ແລະ ລະບຽບວິໄນໃນຕະຫຼາດ ໄດ້ຮັບການສ້າງຕັ້ງເທື່ອລະກ້າວ, ຈຳກັດການລະເມີດກົດໝາຍໃນການຈຳໜ່າຍ ແລະ ການບໍລິໂພກສິນຄ້າ. ການຄຸ້ມຄອງຕະຫຼາດ ແລະ ການຈັດການກັບການແຂ່ງຂັນ; ການປ້ອງກັນການຄ້າ ແລະປົກປັກຮັກສາສິດຂອງຜູ້ບໍລິໂພກ, ຮັບປະກັນສຸຂະອະນາໄມ ແລະຄວາມປອດໄພຂອງສິນຄ້າທີ່ໝູນວຽນໃນປະເທດ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ, ປະກອບສ່ວນຮັກສາສຸຂະພາບ ແລະ ປັບປຸງຄຸນນະພາບຂອງຕະຫຼາດ.
ຄຽງຂ້າງບັນດາຜົນງານທີ່ບັນລຸໄດ້, ການຄ້າຫວຽດນາມ ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ເຊັ່ນ ການສົ່ງອອກຍັງສຸມໃສ່ກຸ່ມທີ່ມີມູນຄ່າເພີ່ມຕ່ຳເປັນຫຼັກ ແລະ ຕ້ອງອີງໃສ່ບໍລິສັດລົງທຶນໂດຍກົງຈາກຕ່າງປະເທດຢ່າງຫຼາຍ; ຂະໜາດຂອງຕະຫຼາດພາຍໃນຍັງນ້ອຍ ແລະ ບໍ່ທັນໄດ້ໃຊ້ປະໂຫຍດຈາກຂະໜາດຕະຫລາດຂອງປະເທດທີ່ມີປະຊາກອນ 100 ລ້ານຄົນຢ່າງມີປະສິດທິຜົນ; ລະບົບໂຄງສ້າງດ້ານການຄ້າຍັງບໍ່ທັນຄົບຊຸດ ທັນສະໄໝ, ໂດຍສະເພາະ ໃນເຂດຊົນນະບົດ ແລະ ພູດດອຍ.
ບາງວິທີແກ້ໄຂສຳຄັນເພື່ອຊຸກຍູ້ການສົ່ງອອກໃນໄລຍະຈະມາເຖິງ
ໃນໄລຍະຈະມາເຖິງ, ສະພາບການໂລກຄາດວ່າຈະສືບຕໍ່ຜັນປ່ຽນຢ່າງສັບສົນ ແລະ ບໍ່ສາມາດຄາດຄະເນໄດ້; ການປະທະກັນທາງດ້ານພູມສາດການເມືອງ ແລະການແກ່ງແຍ້ງຍຸດທະສາດ ລະຫວ່າງປະເທດໃຫຍ່ ນັບມື້ນັບຮຸນແຮງຂຶ້ນ; ລັດທິຊາດນິຍົມສຸດຂົ້ວ ແລະ ລັດທິປົກປ້ອງ ຂອງບາງຄູ່ຮ່ວມມືການຄ້າໃຫຍ່ຂອງຫວຽດນາມ ມີທ່າອ່ຽງເພີ່ມຂຶ້ນ; ຄວາມກົດດັນຂອງອັດຕາເງິນເຟີ້ ແລະການເພີ່ມອັດຕາດອກເບ້ຍ ພ້ອມກັບນະໂຍບາຍການເງິນທີ່ເຄັ່ງຄັດ ໃນຫຼາຍປະເທດ ເຮັດໃຫ້ຄວາມຕ້ອງການລວມຫຼຸດລົງ, ໂດຍສະເພາະ, ສິນຄ້າຂອງປະເທດເຮົາຈະປະເຊີນກັບການແຂ່ງຂັນທີ່ຮຸນແຮງຂຶ້ນ ເມື່ອບາງປະເທດສົ່ງອອກກຳລັງເປີດເສດຖະກິດຄືນໃໝ່ ຫຼັງຈາກຄວບຄຸມການແຜ່ລະບາດຂອງໂຄວິດ-19 ໄດ້ແລ້ວ. ນອກຈາກນັ້ນ, ບັນດາປະເທດທີ່ພັດທະນາແລ້ວ ພວມເພີ່ມທະວີການສ້າງມາດຕະຖານ ແລະ ຂໍ້ບັງຄັບໃໝ່ ທີ່ກ່ຽວຂ້ອງກັບລະບົບຕ່ອງໂສ້ການສະໜອງ, ວັດສະດຸສະອາດ, ແຮງງານ, ສະພາບແວດລ້ອມ ສຳລັບຜະລິດຕະພັນນຳເຂົ້າ; ຄວາມສ່ຽງຂອງຄວາມບໍ່ໝັ້ນຄົງຂອງລະບົບຕ່ອງໂສ້ການສະໜອງ, ການຜັນຜວນຂອງລາຄາສິນຄ້າ ພ້ອມກັບຄວາມສ່ຽງດ້ານຄວາມປອດໄພທີ່ບໍ່ເປັນແບບດັ້ງເດີມ, ເຊັ່ນ ການປ່ຽນແປງຂອງດິນຟ້າອາກາດ, ສະພາບແວດລ້ອມຊຸດໂຊມ, ຊັບພະຍາກອນທຳມະຊາດບົກແຫ້ງ, ໄພທຳມະຊາດ, ໂລກລະບາດ, ຄວາມທຸກຍາກ,...) ນຳໄປສູ່ຄວາມສ່ຽງທີ່ເສດຖະກິດໂລກຈະຖົກຖອຍ ເຊິ່ງຈະສົ່ງຜົນເສຍຕໍ່ການເຄື່ອນໄຫວທຸລະກິດການຄ້າໂລກໂດຍລວມ ແລະການຄ້າຂອງປະເທດຫວຽດນາມເວົ້າສະເພາະ.
ໃນສະພາບການນັ້ນ, ເພື່ອເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້; ຈັດການກັບບັນດາຂໍ້ຈຳກັດທີ່ລະບຸຢ່າງມີປະສິດທິຜົນ ແນໃສ່ເປີດກ້ວາງ ແລະ ຊຸກຍູ້ການພັດທະນາຕະຫຼາດພາຍໃນປະເທດຢ່າງແຂງແຮງ ຕິດກັບການເປີດຄວາມຫຼາກຫຼາຍຂອງຕະຫຼາດສົ່ງອອກໃນໄລຍະຈະມາເຖິງ, ຈຳເປັນຕ້ອງສືບຕໍ່ເອົາໃຈໃສ່ປະຕິບັດເປັນຢ່າງດີ ບັນດາໜ້າທີ່ ແລະ ວິທີແກ້ໄຂທີ່ໄດ້ວາງອອກໃນຍຸດທະສາດ, ແຜນການ ແລະ ໂຄງການກ່ຽວກັບການປັບໂຄງສ້າງເສດຖະກິດ ແລະ ການປັບໂຄງສ້າງຂະແໜງການຄືນໃໝ່, ພັດທະນາການຄ້າພາຍໃນ ແລະ ຊຸກຍູ້ການສົ່ງອອກສິນຄ້າແຫ່ງຊາດໄລຍະເຖິງປີ 2030, ວິໄສທັດຮອດປີ 2045; ໃນນັ້ນ, ຂະແໜງອຸດສາຫະກຳການຄ້າ ຈຳເປັນຕ້ອງສຸມໃສ່ຜັນຂະຫຍາຍປະຕິບັດ ບັນດາວິທີແກ້ໄຂຫຼັກຕໍ່ໄປນີ້ ຢ່າງຄົບຊຸດແລະມີປະສິດທິພາບ:
ກ່ຽວກັບການພັດທະນາການສົ່ງອອກ
ທີໜຶ່ງ, ເອົາໃຈໃສ່ຕິດຕາມການພັດທະນາເສດຖະກິດໂລກຢ່າງໃກ້ຊິດ, ພິເສດແມ່ນການດັດແປງນະໂຍບາຍຂອງບັນດາປະເທດເສດຖະກິດໃຫຍ່ຄື: ອາເມລິກາ, ຈີນ, ສະຫະພາບເອີລົບ (ອີຢູ), ຍີ່ປຸ່ນ,... ທີ່ສົ່ງຜົນສະທ້ອນຢ່າງແຂງແຮງຕໍ່ການຄ້າຫວຽດນາມເພື່ອມີການຕອບສະໜອງນະໂຍບາຍທີ່ທັນເວລາ ແລະ ມີປະສິດທິຜົນ ແນໃສ່ສະໜັບສະໜູນໃຫ້ພາກວິສາຫະກິດໃນປະເທດໄດ້ປັບຍຸດທະສາດ ແລະ ແຜນການການຜະລິດ ທຸລະກິດທີ່ເໝາະສົມ.
ທີສອງ, ເອົາໃຈໃສ່ການພັດທະນາຕະຫຼາດໃນເອີຣົບເໜືອ, ເອີຣົບຕາເວັນອອກ, ແລະອາເມລິກາລາຕິນ ທີ່ຍັງມີພື້ນທີ່ຫຼາຍທີ່ຈະຂຸດຄົ້ນ. ບຸກເຂົ້າສູ່ຕະຫຼາດໃໝ່ຢ່າງເຂງແຮງເຊິ່ງມີຄົນຊັ້ນກາງເພີ່ມຂຶ້ນ, ເຊັ່ນຕະຫຼາດເກີດໃໝ່ E7 (ຈີນ, ອິນເດຍ, ບຮາຊິນ, ລັດເຊຍ, ເມັກຊິໂກ, ອິນໂດເນເຊຍ ແລະ ຕວກກີ); ຕະຫຼາດຮາລານ (ຕາເວັນອອກກາງ, ມາເລເຊຍ, ບຣູໄນ). ສຳເລັດຂະບວນການໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງຫວຽດນາມແລະອິດສຣາແອນໂດຍໄວ ເພື່ອຜັນຂະຫຍາຍແລະປະຕິບັດ. ຊຸກຍູ້ການເຈລະຈາສັນຍາການຄ້າເສລີກັບບັນດາປະເທດໃນ ກຸ່ມຕະຫຼາດຮ່ວມອາເມລິກາໃຕ້ (Mercosur), ເຊັ່ນ ບຮາຊິນ, ອາກຊັງຕີນ, ອູຣູກວາຍ, ປຣາກວາຍ ເພື່ອຂຸດຄົ້ນ ແລະ ເປີດກວ້າງຕະຫຼາດອາເມລິກາລາຕິນ. ມຸ່ງໄປເຖິງບັນດາຕະຫຼາດໃໝ່ທີ່ມີທ່າແຮງຫຼາຍຢ່າງ,ເຊັ່ນ ອິນເດຍ, ອາຟຣິກາ, ຕາເວັນອອກກາງ ແລະ ເອີຣົບຕາເວັນອອກ,... ໃຊ້ປະໂຫຍດຈາກການຟື້ນຕົວຢ່າງວ່ອງໄວຂອງຕະຫລາດອາຊຽນ ແລະ ບາງປະເທດອາຊີ ເພື່ອຊຸກຍູ້ການສົ່ງອອກ.
ທີສາມ, ຊຸກຍູ້ການປະຕິບັດຢ່າງມີປະສິດທິຜົນ “ໂຄງການສົ່ງເສີມວິສາຫະກິດຫວຽດນາມສົ່ງອອກໂດຍກົງໄປຍັງເຄືອຂ່າຍການຈັດຈຳໜ່າຍຕ່າງປະເທດຮອດປີ 2030” ອອກໂດຍນາຍົກລັດຖະມົນຕີ ໃນມະຕິຕົກລົງສະບັບເລກທີ 1415/QD-TTg, ລົງວັນທີ 14 ພະຈິກ 2022; ພ້ອມກັນນັ້ນ, ສຸມໃສ່ສ້າງຍຸດທະສາດການພັດທະນາຕະຫຼາດຮອດປີ 2030 ເພື່ອໃຫ້ມີທິດທາງໃນການປະຕິບັດຢ່າງມີປະສິດທິຜົນ.
ທີສີ່, ເພີ່ມທະວີກຳລັງການສົ່ງອອກໃຫ້ບັນດາທ້ອງຖິ່ນ; ຕັ້ງໜ້າໜູນຊ່ວຍບັນດາທ້ອງຖິ່ນ ແລະ ວິສາຫະກິດ ໃນການຫັນປ່ຽນຢ່າງແຂງແຮງສູ່ການສົ່ງອອກຢ່າງເປັນທາງການ ຕິດກັບການສ້າງເຄື່ອງໝາຍການຄ້າ ແລະ ຊຸກຍູ້ການສົ່ງອອກແບບຍືນຍົງ.
ທີຫ້າ, ຍູ້ແຮງການພັດທະນາອຸດສາຫະກຳສະໜັບສະໜູນ, ເພີ່ມກຳລັງການຜະລິດໃໝ່ ເພື່ອເປັນເຈົ້າການໃນການສ້າງແຫຼ່ງສະໜອງວັດຖຸດິບ, ນ້ຳມັນເຊື້ອໄຟ, ວັດຖຸດິບ ຕອບສະໜອງຄວາມຕ້ອງການຜະລິດ ແລະ ຍົກສູງມູນຄ່າເພີ່ມ ແລະ ຄວາມສາມາດແຂ່ງຂັນຂອງສິນຄ້າສົ່ງອອກ. ສືບຕໍ່ຈັດຕັ້ງການເຊື່ອມຕໍ່ເພື່ອຊ່ວຍໃຫ້ບັນດາວິສາຫະກິດພາຍໃນປະເທດເຂົ້າຮ່ວມໃນຕ່ອງໂສ້ການຜະລິດ ແລະ ການສະໜອງ ຂອງບັນດາວິສາຫະກິດທີ່ມີການລົງທຶນຈາກຕ່າງປະເທດ ແລະ ບັນດາວິສາຫະກິດໃຫຍ່ທົ່ວໂລກ, ສ້າງຕະຫຼາດໃຫ້ບັນດາຂະແໜງອຸດສາຫະກຳພັດທະນາ.
ທີຫົກ, ເອົາໃຈໃສ່ເຖິງການປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນວຽກງານສົ່ງເສີມການຄ້າ. ຊຸກຍູ້ການພັດທະນາຂອງ ອີຄອມເມີຊ໌ ໂດຍສະເພາະການຄ້າ ອີຄອມເມີຊ໌ ຂ້າມຊາຍແດນ ເພື່ອຊຸກຍູ້ການພັດທະນາລະບົບຕ່ອງໂສ້ການສະໜອງ, ການໝູນວຽນສິນຄ້າ, ຂະຫຍາຍຕະຫຼາດ ແລະສົ່ງເສີມການສົ່ງອອກ. ສືບຕໍ່ຈັດຕັ້ງການບັນຍາຍສະຫຼຸບລາຍເດືອນຢ່າງດີ ລະຫວ່າງບັນດາໜ່ວຍງານຂອງກະຊວງອຸດສາຫະກຳແລະການຄ້າ ກັບລະບົບການຄ້າຂອງຫວຽດນາມຢູ່ຕ່າງປະເທດ; ລະຫວ່າງກະຊວງແລະຂະແໜງການທີ່ກ່ຽວຂ້ອງ ກັບທ້ອງຖິ່ນ, ສະມາຄົມ ແລະ ວິສາຫະກິດ ເພື່ອໃຫ້ຂໍ້ມູນຄວາມຕ້ອງການຂອງຕະຫຼາດໄດ້ທັນທີ (ໂດຍສະເພາະແມ່ນຕະຫຼາດໃໝ່ ແລະ ຕະຫຼາດທີ່ມີທ່າແຮງ), ກົດລະບຽບ, ນະໂຍບາຍໃໝ່ ຂອງຕະຫຼາດທ້ອງຖິ່ນ, ໃຫ້ຄຳປຶກສາດ້ານນະໂຍບາຍໃຫ້ບັນດາອົງການຄຸ້ມຄອງລັດ ແລະ ບັນດາວິສາຫະກິດສົ່ງອອກ ແລະ ນຳເຂົ້າຂອງຫວຽດນາມ.
ທີເຈັດ, ເພີ່ມທະວີການຈັດຕັ້ງແນະນຳ, ສື່ຂ່າວໂຄສະນາການ ກ່ຽວກັບສັນຍາການຄ້າເສລີ ໂດຍສະເພາະສັນຍາການຄ້າເສລີຮຸ່ນໃໝ່; ພ້ອມກັນນັ້ນ, ຍູ້ແຮງການໜູນຊ່ວຍ, ຍົກສູງຄວາມຮັບຮູ້ໜູນຊ່ວຍບັນດາທ້ອງຖິ່ນ, ສະມາຄົມ ແລະ ວິສາຫະກິດ ກ່ຽວກັບການ ຜະລິດ ແລະ ບໍລິໂພກແບບຍືນຍົງ; ແນວໂນ້ມການບໍລິໂພກສີຂຽວ ແລະກົດລະບຽບໃໝ່ໃນການປະເມີນຕ່ອງໂສ້ການສະໜອງຂອງບັນດາປະເທດພັດທະນາແລ້ວ ສຳລັບອຸດສາຫະກຳການສົ່ງອອກ ເພື່ອໃຫ້ໄດ້ຕາມມາດຕະຖານ ແລະກົດລະບຽບທີ່ເຂັ້ມງວດຫຼາຍຂຶ້ນ ຂອງປະເທດຜູ້ນຳເຂົ້າ ແລະ ໃຊ້ປະໂຫຍດຈາກສັນຍາການຄ້າເສລີທີ່ຫວຽດນາມເປັນສະມາຊິກຢ່າງມີປະສິດທິຜົນ ເພື່ອຂະຫຍາຍແລະກະຈາຍຕະຫຼາດ, ຕ່ອງໂສ້ການສະໜອງ ແລະ ຜະລິດຕະພັນສົ່ງອອກ.
ທີແປດ, ສືບຕໍ່ປະຕິບັດເປັນຢ່າງດີ ມາດຕະການສ້າງເງື່ອນໄຂອຳນວຍຄວາມສະດວກທາງການຄ້າ, ໂດຍສຸມໃສ່ການລົບລ້າງ “ອຸປະສັກ” ທາງເຕັກນິກ ເພື່ອໃຫ້ວິສາຫະກິດເຂົ້າສູ່ຕະຫຼາດໃໝ່; ເພີ່ມທະວີການຫັນເປັນດິຈິຕອນ ໃນການອອກໃບຮັບຮອງແຫຼ່ງກຳເນີດສິນຄ້າພິເສດ (C/O), ການໂຄສະນາເຜີຍແຜ່ ແລະ ຄຳແນະນຳກ່ຽວກັບກົດແຫຼ່ງກຳເນີດສິນຄ້າ ແລະການອອກໃບຮັບຮອງແຫຼ່ງກຳເນີດສິນຄ້າພິເສດ, ການຮັບຮອງແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ສຳລັບຜະແນກອຸດສາຫະກຳແລະການຄ້າ, ສະມາຄົມຂະແໜງການ, ວິສາຫະກິດສົ່ງອອກ ແລະຫົວໜ່ວຍຕ່າງໆ ທີ່ໄດ້ຮັບອະນຸຍາດຈາກກະຊວງອຸດສາຫະກຳແລະການຄ້າ. ຊຸກຍູ້ການພັດທະນາບໍລິການ ໂລຈິສະຕິກ, ປະກອບສ່ວນຫລຸດຜ່ອນຕົ້ນທຶນ ແລະ ຍົກສູງຄວາມສາມາດແຂ່ງຂັນໃຫ້ກັບສິນຄ້າສົ່ງອອກຂອງຫວຽດນາມ.
ກ່ຽວກັບການພັດທະນາຕະຫຼາດພາຍໃນປະເທດ
ທີໜຶ່ງ, ສືບຕໍ່ຜັນຂະຫຍາຍປະຕິບັດບັນດາໂຄງການ, ແຜນງານພັດທະນາຕະຫຼາດພາຍໃນປະເທດຢ່າງມີປະສິດທິຜົນ(4); ໃນນັ້ນ, ສຸມໃສ່ຊຸກຍູ້ການເຄື່ອນໄຫວໂຄສະນາສົ່ງເສີມສິນຄ້າຫວຽດນາມ ແລະ ຈັດຕັ້ງການເຄື່ອນໄຫວເຊື່ອມຕໍ່ການສະໜອງ ແລະ ຄວາມຕ້ອງການ, ຊຸກຍູ້ຄວາມຕ້ອງອຸປະໂພກບໍລິໂພກ ເພື່ອອຳນວຍຄວາມສະດວກໃຫ້ແກ່ການບໍລິໂພກສິນຄ້າຂອງຫວຽດນາມຢູ່ຕະຫຼາດພາຍໃນປະເທດ.
ທີສອງ, ສືບຕໍ່ປັບປຸງສະຖາບັນໃຫ້ສົມບູນແບບ, ສ້າງກອບກົດໝາຍ ແລະ ນະໂຍບາຍ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍແລະເປີດກ້ວາງສຳລັບການລົງທຶນ ແລະທຸລະກິດໃນຕະຫຼາດພາຍໃນປະເທດ, ສ້າງລະບຽບຕະຫຼາດເພື່ອປັບໃຫ້ເຂົ້າກັບບໍລິບົດ ແລະສະພາບການໃໝ່.
ທີສາມ, ຊຸກຍູ້ການປັບໂຄງສ້າງຕະຫຼາດພາຍໃນປະເທດ ຕາມທິດປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນເປັນດີຈີຕອນ, ໃຊ້ປະໂຫຍດຈາກຄວາມສຳເລັດຂອງການປະຕິວັດອຸດສາຫະກຳທີ 4 ຢ່ງເຕັມທີ່ ເພື່ອເພີ່ມຄວາມສາມາດໃນການເຂົ້າຮ່ວມລະບົບຕ່ອງໂສ້ຄຸນຄ່າ ແລະ ລະບົບນິເວດລະດັບໂລກ ແລະ ພາກພື້ນ.
ທີສີ່, ຊຸກຍູ້ການນຳໃຊ້ ອີຄອມເມີຊ໌ ເຂົ້າໃນການໝູນວຽນ ແລະ ຈຳໜ່າຍສິນຄ້າຜ່ານການຊຸກຍູ້ລະບົບຈຳໜ່າຍທີ່ທັນສະໄໝ, ເພີ່ມທະວີການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ພັດທະນາ ອີຄອມເມີຊ໌ ຢ່າງແຂງແຮງ.
ທີຫ້າ, ກໍ່ສ້າງ ແລະ ພັດທະນາໂຄງສ້າງພື້ນຖານການຄ້າພາຍໃນປະເທດທີ່ຄົບຊຸດ, ທັນສະໄໝ ແລະ ຍືນຍົງ, ຕອບສະໜອງຄວາມຕ້ອງການຂອງການໝູນວຽນສິນຄ້າພາຍໃນ ແລະ ໜູນຊ່ວຍການສົ່ງອອກ. ເອົາໃຈໃສ່ພັດທະນາໂຄງສ້າງພື້ນຖານການຄ້າຢູ່ເຂດຊົນນະບົດ, ເຂດພູດອຍ ແລະ ເກາະ.
ທີຫົກ, ເອົາໃຈໃສ່ພັດທະນາບັນດາປະເພດວິສາຫະກິດ ທີ່ດຳເນີນທຸລະກິດດ້ານການຄ້າພາຍໃນປະເທດ; ສົ່ງເສີມໃຫ້ວິສາຫະກິດ, ສະຫະກອນການຄ້າ ແລະ ຄອບຄົວທຸລະກິດ ປ່ຽນແປງໃໝ່ວິທີດຳເນີນທຸລະກິດ ຕາມທິດທັນສະໄໝ ແລະ ເປັນມືອາຊີບ.
ທີເຈັດ, ເພີ່ມທະວີການສະໜັບສະໜູນ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ການຈັດຕັ້ງກຸ່ມເສດຖະກິດ/ວິສາຫະກິດຂະໜາດໃຫຍ່ ໃນຂະແໜງຈຳໜ່າຍ. ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ພັດທະນາແລະປະຕິບັດນະໂຍບາຍ ເພື່ອສະໜັບສະໜູນວິສາຫະກິດແລະໜ່ວຍງານທີ່ເຂົ້າຮ່ວມການຜະລິດ ແລະ ຕ່ອງໂສ້ການສະໜອງສິນຄ້າຢ່າງມີປະສິດທິຜົນ, ໂດຍສະເພາະສິນຄ້າກະເສດ./.
-----------------------------------------
(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ໜ້າ 116-117
(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2016, ໜ້າ 87
(3) ເຊັ່ນ: ກົດໝາຍການຄ້າ, ກົດໝາຍວ່າດ້ວຍການຄຸ້ມຄອງການຄ້າຕ່າງປະເທດ, ກົດໝາຍວ່າດ້ວຍການແຂ່ງຂັນ, ກົດໝາຍວ່າດ້ວຍການປົກປ້ອງສິດຜູ້ບໍລິໂພກ; ຍຸດທະສາດພັດທະນາການສົ່ງອອກ ແລະ ນຳເຂົ້າສິນຄ້າໄລຍະປີ 2011–2020 ແລະ ໄລຍະຮອດປີ 2030; ຍຸດທະສາດພັດທະນາການຄ້າພາຍໃນຮອດປີ 2030; ແຜນແມ່ບົດພັດທະນາການຄ້າຫວຽດນາມ ໄລຍະປີ 2011-2020, ທິດທາງຮອດປີ 2030; ໂຄງການປັບໂຄງປະກອບຂະແໜງອຸດສາຫະກຳແລະການຄ້າຄືນໃໝ່ ໄລຍະປີ 2014–2020, ວິໄສທັດຮອດປີ 2030.
(4) ເຊັ່ນ: ໂຄງການ “ປ່ຽນແປງໃໝ່ແບບວິທີການດຳເນີນທຸລະກິດເພື່ອການບໍລິໂພກສິນຄ້າກະເສດໃນໄລຍະປີ 2021–2025 ມຸ່ງສູ່ປີ 2030”; ໂຄງການ “ພັດທະນາຕະຫຼາດພາຍໃນປະເທດ ຕິດກັບການຂົນຂວາຍຊາວຫວຽດນາມບຸລິມະສິດນຳໃຊ້ຜະລິດຕະພັນຂອງຫວຽດນາມ ໃນໄລຍະປີ 2021–2025”; ໂຄງການພັດທະນາການຄ້າຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ ແລະ ເກາະ; ໂຄງການ “ສົ່ງເສີມວິສາຫະກິດຫວຽດນາມໃຫ້ເຂົ້າຮ່ວມໃນເຄືອຂ່າຍການຈັດຈຳໜ່າຍຕ່າງປະເທດໂດຍກົງ”,...
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1016 (ເດືອນມິຖຸນາ 2023)