ວກ. - ການ​ພະຍາກອນ​ເສດຖະກິດ-ສັງຄົມ ແມ່ນໜຶ່ງໃນເຄື່ອງມືທີ່ຈຳເປັນໃນການຄຸ້ມຄອງບໍລິຫານເສດຖະກິດມະຫາພາກ ເພື່ອໃຫ້ເສດຖະກິດແລະການເຄື່ອນໄຫວທາງສັງຄົມພັດທະນາຢ່າງຍືນຍົງ, ຫຼີກລ້ຽງການລົບກວນທີ່ສໍາຄັນທີ່ອາດຈະສົ່ງຜົນກະທົບຕໍ່ເປົ້າໝາຍເດີມ. ການພະຍາກອນຢ່າງທັນການແລະຖືກຕ້ອງ​ຈະ​ຊ່ວຍ​ໃຫ້​ເສດຖະກິດ​ສ້າງ​ໂອກາດ​ພັດທະນາ​ໃຫ້​ຫຼາຍ​ທີ່​ສຸດ ​ແລະ ຫຼຸດຜ່ອນ​ຄວາມ​ສ່ຽງລົງ​ໜ້ອຍ​ສຸດ, ພ້ອມ​ທັງ​ຊ່ວຍ​ໃຫ້​ບັນດາ​ອົງການ​ຄຸ້ມ​ຄອງ​ມີ​ການ​ຕັດສິນ​ໃຈ ​ແລະ ​ແກ້​ໄຂ​ຢ່າງ​ເໝາະ​ສົມ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ສຳຄັນ ​ໃນ​ການ​ຮັກສາ​ການ​ເຕີບ​ໂຕ​ເສດຖະກິດ ​ແລະ ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ.

ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢ້ຽມຊົມສາຍການຜະລິດອຸປະກອນເອເລັກໂຕຣນິກ ຂອງບໍລິສັດຊາມຊຸງເອເລັກໂຕຣນິກ ຫວຽດນາມຈຳກັດ ທີ່ນິຄົມອຸດສາຫະກຳ ອຽນຟອງ, ເມືອງອຽນຟອງ ແຂວງບັກນິງ _ພາບ: TTXVN

ພາບລວມຂອງວຽກງານພະຍາກອນ
ເພື່ອຮັບໃຊ້ການຄຸ້ມຄອງບໍລິຫານເສດຖະກິດມະຫາພາກ

ການພະຍາກອນມີຈຸດປະສົງເພື່ອຄາດຄະເນອະນາຄົດ​ຂອງ​ເສດຖະກິດ​ໂດຍ​ອີງ​ໃສ່ຫຼັກ​ວິທະຍາສາດ ​ແລະປະສົບ​ການ, ອີງ​ໃສ່​ຂໍ້​ມູນສະຖິຕິ​, ​ເຫດການ ​ແລະ ປະຕິກິລິຍາ​ຂອງ​ເສດຖະກິດ​ໃນ​ອະດີດ ສົມທົບ​ກັບ​ການ​ວິ​ເຄາະ​ສົມ​ມະຕິຖານ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ.

ໃນດ້ານການຄຸ້ມຄອງບໍລິຫານເສດຖະກິດ-ສັງຄົມ, ວຽກງານພະຍາກອນຢູ່​ຫວຽດ​ນາມໄດ້​ຮັບ​ການ​ປະ​ຕິ​ບັດ​ນັບ​ແຕ່​ທ້າຍ​ຊຸມ​ປີ 60 ຂອງ​ສັດ​ຕະ​ວັດ​ທີ XX. ອາດຈະແບ່ງວຽກງານພະຍາກອນເພື່ອຮັບໃຊ້ການຄຸ້ມຄອງບໍລິຫານເສດຖະກິດມະຫາພາກຢູ່ຫວຽດນາມເປັນສອງໄລຍະໂດຍມີລັກສະນະດັ່ງນີ້:

ກ່ອນປີ 1986, ຫວຽດນາມຕາມຮູບແບບການວາງແຜນການລວມສູນ ແລະໃຊ້ແຜນການເປັນເຄື່ອງມືຕົ້ນຕໍ ໃນການຂັບເຄື່ອນເສດຖະກິດ. ວຽກງານພະຍາກອນເສດຖະກິດໃນຫວຽດນາມໃນເວລານັ້ນຄືກັນກັບປະເທດສັງຄົມນິຍົມອື່ນໆ, ຖືກຜັນຂະຫຍາຍເພື່ອຮັບໃຊ້ການວາງແຜນເປັນຫຼັກ. ໃນໄລຍະນີ້, ຫວຽດນາມຍັງໃຊ້ຮູບແບບການພະຍາກອນຈຳນວນໜຶ່ງ ທີ່ສ້າງຂຶ້ນບົນພື້ນຖານຂໍ້ມູນຂອງລະບົບການຜະລິດວັດສະດຸ ໂດຍມີໂຄງສ້າງຮູບແບບທີ່ມີບລ໊ອກການຜະລິດພຽງບລ໊ອກດຽວ ທີ່ສ້າງຂຶ້ນບົນພື້ນຖານຂໍ້ມູນຂອງລະບົບສົມດຸນຜະລິດຕະພັນວັດສະດຸ (Material Product Balance System)  ທີ່ລະບົບບັນດາປະເທດສັງຄົມນິຍົມນຳໃຊ້ໃນເມື່ອກ່ອນ. ຮູບແບບນີ້ບໍ່ມີຄວາມໝາຍຫຼາຍເພາະວ່າມັນແຍກຕ່າງຫາກຈາກສ່ວນທີ່ເຫຼືອຂອງໂລກ ແລະສ່ວນໃຫຍ່ແມ່ນຂຶ້ນກັບການດັດສົມຕາມແຜນການຂອງລັດ.  

ແຕ່ປີ 1986 ເຖິງປະຈຸບັນ, ວຽກງານພະຍາກອນມີການປ່ຽນແປງໃໝ່. ສິ່ງນີ້ກ່ຽວຂ້ອງໂດຍກົງກັບການປ່ຽນແປງຮູບແບບການພັດທະນາຂອງຫວຽດນາມ ຈາກການວາງແຜນການລວມສູນ ໄປສູ່ຮູບແບບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ພ້ອມກັນກັບການປ່ຽນແປງໄປສູ່ການສ້າງລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມນັ້ນ ຍັງມີບັນດານະໂຍບາຍເປີດກວ້າງແລະເຊື່ອມໂຍງເຂົ້າກັບເສດຖະກິດໂລກ. ມີການຕັດສິນໃຈທີ່ຈະໃຊ້ລະບົບບັນຊີແຫ່ງຊາດ (System of National Accounts) ແທນລະບົບສົມດຸນຜະລິດຕະພັນວັດສະດຸ. ນີ້ແມ່ນບາດກ້າວສຳຄັນໃນການປະຕິບັດງານພະຍາກອນໃນຫວຽດນາມ ເນື່ອງຈາກປະເທດສ່ວນໃຫຍ່ໃນໂລກໃຊ້ລະບົບບັນຊີແຫ່ງຊາດຢ່າງສະໝ່ຳສະເໝີ, ດັ່ງນັ້ນຈຶງສາມາດປະຍຸກໃຊ້ຮູບແບບແລະທິດສະດີເສດຖະກິດ ໃນການວິເຄາະຜົນກະທົບທາງນະໂຍບາຍ ແນໃສ່​ພະຍາກອນ​ເພື່ອ​ຮັບ​ໃຊ້​ການຄຸ້ມຄອງບໍລິຫານ​ເສດ​ຖະ​ກິດ​ມະ​ຫາ​ພາກ​ ແລະ​​ປຽບ​ທຽບ​ສະ​ຖາ​ນະ​ການປະຈຸບັນ​ຂອງ​ເສດ​ຖະ​ກິດ ​ກັບ​ສ່ວນ​ອື່ນໆ​ຂອງໂລກ.

ປະຈຸບັນ, ການພະຍາກອນໃນລະດັບຕ່າງໆໄດ້​ເຂົ້າ​ຮ່ວມ​ບັນດາ​ຂົງ​ເຂດ​ສຳຄັນ​ທີ່​ສຸດ​ໃນການ​ຕັດສິນ​ໃຈ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານເສດຖະກິດ​ມະຫາ​ພາກ​ຢູ່​ຫວຽດນາມ. ຕັ້ງແຕ່ການ​ພະຍາກອນ​ເປັນ​ໄລຍະ ​ເພື່ອ​ຮັບ​ໃຊ້​ຂະ​ບວນການ​ສ້າງ​ຍຸດ​ທະ​ສາດ, ​ແຜນການ ​ແລະ ການ​ວາງ​ແຜນ, ​ເຖິງ​ການ​ພະຍາກອນ​ພິ​ເສດ ​ເພື່ອ​ປະ​ເມີນ​ຜົນ​ກະທົບ ​ແລະການຕອບ​ສະໜອງຕໍ່ເສດຖະກິດ ເມື່ອ​ເກີດການຜັນຜວນໃນປະເທດ​ແລະຕ່າງປະ​ເທດ. ວິທີການແລະເຄື່ອງມືພະຍາກອນທາງເສດຖະກິດແລະສັງຄົມຂັ້ນສູງສ່ວນໃຫຍ່ໄດ້ຮັບການວິໄຈແລະນຳໃຊ້ໃນຫວຽດນາມ, ປະກອບສ່ວນເຂົ້າໃນຂະບວນການຕັດສິນຂອງອົງການຄຸ້ມຄອງລັດ. ບັນດາຮູບແບບການພະຍາກອນທາງປະລິມານຖືກສ້າງຂຶ້ນໃນປະເທດຂອງພວກເຮົາ, ເຊັ່ນ: ຮູບແບບເສດຖະມິຕິມະຫາພາກ, ຮູບແບບດຸນລະຍະພາບທົ່ວໄປ, ຮູບແບບການເຕີບໂຕທາງເສດຖະກິດດ້ານການສະໜອງ ແລະ ຮູບແບບອິນພຸດ-ເອົາພຸດ ເຊິ່ງສ້າງຂຶ້ນເພື່ອເສດຖະກິດຫວຽດນາມ ນອກຈາກນີ້ ບລ໊ອກຮູບແບບຫວຽດນາມຈຳນວນຫຼາຍທີ່ຖືກສ້າງຂຶ້ນແລະອັບເດດໃນຮູບແບບການວິເຄາະການພະຍາກອນທົ່ວໂລກ ເຊັ່ນ: ຮູບແບບໂຄງການວິເຄາະການຄ້າທົ່ວໂລກ (GTAP), ຮູບແບບການພະຍາກອນເສດຖະກິດມະຫາພາກ (NiGEM),...  

ເພື່ອຮັບໃຊ້ການຄຸ້ມຄອງບໍລິຫານເສດຖະກິດມະຫາພາກຂອງລັດຖະບານ, ວຽກ​ງານ​ພະຍາກອນ​ສ່ວນໃຫຍ່​​ໄດ້​ດຳ​ເນີນ​ຢູ່ໃນອົງການກາງສີ່ແຫ່ງ​ຄື: ກະຊວງ​ແຜນການ​ແລະການລົງທຶນ, ກະຊວງ​ການ​ເງິນ, ກະຊວງ​ອຸດສາຫະກຳ​ແລະການ​ຄ້າ ​ແລະ ທະນາຄານ​ແຫ່ງ​ລັດ ຫວຽດນາມ. ໃນນັ້ນ, ກະຊວງ​ແຜນການ​ແລະການ​ລົງທຶນ ​ເປັນ​ອົງການ​ທີ່​ປຶກສາ​ແລະສັງ​ລວມຂອງລັດຖະບານ ​ແລະນາຍົກລັດຖະມົນຕີ ​ແລະ ​ເປັນ​ອົງການ​ປະຕິບັດ​ວຽກ​ງານ​ພະຍາກອນ​ທົ່ວ​ໄປ ​ເພື່ອ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ປະຕິບັດ​ຍຸດ​ທະ​ສາດ, ແຜນແມ່ບົດ ແລະ ແຜນການພັດທະນາເສດຖະກິດແລະສັງຄົມທົ່ວໄປ ຂອງປະເທດແລະເຂດ, ໃຫ້ຄໍາແນະນໍາກ່ຽວກັບການຄຸ້ມຄອງເສດຖະກິດມະຫາພາກ; ກະຊວງການເງິນ, ກະຊວງອຸດສາຫະກຳແລະການຄ້າ ແລະທະນາຕານແຫ່ງລັດຫວຽດນາມ ດຳເນີນການພະຍາກອນ ເພື່ອໃຫ້ຄຳແນະນຳກ່ຽວກັບການຄວບຄຸມລາຄາ, ນະໂຍບາຍພາສີ, ການເງິນ ສະກຸນເງິນ ແລະ ຂົງເຂດວິຊາສະເພາະອື່ນໆ. ບັນດາໜ່ວຍງານ ກະຊວງ ຂະແໜງການ ສະຖາບັນວິໄຈ ມະຫາວິທະຍາໄລ ແລະອົງການຈັດຕັ້ງຄົ້ນຄວ້າອື່ນໆ ກໍ່ມີການພະຍາກອນໃນສາຂາວິຊາສະເພາະ, ກໍ່ຄືການພະຍາກອນຮັບໃຊ້ການຄຸ້ມຄອງບໍລິຫານເສດຖະກິດມະຫາພາກໂດຍອີງໃສ່ການວິເຄາະແລະການປະເມີນຜົນທີ່ເປັນອິກສະຫຼະ, ເພື່ອປະກອບສ່ວນໃນການໃຫ້ຄຳແນະນຳດ້ານນະໂຍບາຍ ແລະປັບປຸງຍົກສູງຄຸນນະພາບຂອງການພະຍາກອນຮັບໃຊ້ການຄຸ້ມຄອງບໍລິຫານເສດຖະກິດມະຫາພາກ

ນອກເໜືອຈາກບັນດາໜ່ວຍງານໃນປະເທດແລ້ວ, ບັນດາອົງການຄົ້ນຄວ້າເສດຖະກິດສາກົນເຊັ່ນ ທະນາຄານໂລກ (WB), ກອງທຶນການເງິນສາກົນ (IMF), ທະນາຄານພັດທະນາອາຊີ (ADB) ອົງການອື່ນໆອີກຫຼາຍແຫ່ງ ກໍ່ດຳເນີນການ​ພະຍາກອນ​ເປັນ​ໄລຍະ​ກ່ຽວ​ກັບ​ແງ່​ຫວັງ​ເສດຖະກິດ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນ​ມີ​ຫວຽດນາມ. ນີ້​ແມ່ນ​ຊ່ອງ​ທາງ​ອ້າງ​ອີງ​ເພື່ອ​ຊ່ວຍ​ໃຫ້ຫວຽດນາມຖອດ​ຖອນ​ບົດຮຽນ​ຈາກ​ປະສົບ​ການ, ອ້າງອີງ​ນະ​ໂຍບາຍ, ກໍ່ຄື​ຮັບຮູ້​ໄດ້ທີ່​ຕັ້ງ​ຂອງຕົນ​ເມື່ອ​ປຽບທຽບກັບ​ປະ​ເທດ​ອື່ນໆໃນ​ພາກ​ພື້ນ​ແລະ​ໃນ​ໂລກຈາກທັດສະນະພາວະວິໄສ.

ຄວາມເປັນຈິງ​ຂອງ​ວຽກ​ງານ​ພະຍາກອນ​ເພື່ອ​ຮັບ​ໃຊ້​
ການ​ຄຸ້ມ​ຄອງບໍລິຫານເສຖະກິດມະຫາພາກ​ ຢູ່​ຫວຽດນາມຫວ່າງ​ມໍ່ໆ​ມາ​ນີ້

ວຽກງານພະຍາກອນໃນເວລາທີ່ຜ່ານມາໄດ້ຮັບຜົນສຳເລັດທາງບວກໃນການຮັບໃຊ້ການຄຸ້ມຄອງບໍລິຫານເສດຖະກິດມະຫາພາກຂອງຫວຽດນາມ. ​ໃນ​ສະພາບ​ການ​ເສດຖະກິດ​ໂລກ​ທີ່​ຜັນ​ແປ​ໄປ​ຢ່າງ​ວ່ອງ​ໄວ​ແລະ​ສັບສົນ ພ້ອມຜົນກະທົບທີ່ແຊກຊ້ອນກັນ, ​ເສດຖະກິດ​ຫວຽດນາມ​ນັບ​ມື້​ນັບ​ເປີດ​ກວ້າງຈຶງ​ໄດ້​ຮັບ​ອິດ​ທິພົນຫຼາຍຂຶ້ນ​ຈາກ​ເສດຖະກິດ​ໂລກ, ວຽກງານສ້າງຍຸດ​ທະ​ສາດ, ​ວາງແຜນ, ​ແຜນການ ​ແລະ ຄາດ​ຄະ​ເນ​ ໄດ້​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ຂະ​ບວນການ​ວາງແຜນແລະດຳເນີນນະ​ໂຍບາຍ​ມະຫາ​ພາກ ເຊິ່ງມີສ່ວນຊ່ວຍໃນການກຳນົດເປົ້າໝາຍ ການພັດທະນາເສດຖະກິດ-ສັງຄົມທີ່ສຳຄັນ ໃນຍຸດທະສາດ, ແຜນການ 5 ປີແລະປະຈຳປີ, ພ້ອມ​ທັງ​ໃຫ້​ຄຳ​ແນະນຳ​ເພື່ອ​ກຳນົດ, ຄັດ​ເລືອກ ​ແລະ ປ່ຽນ​ແປງ​ເປົ້າ​ໝາຍ​ບຸລິມະສິດ​ໃນ​ການ​ດຳ​ເນີນ​ງານ​ ເມື່ອ​ມີ​ການ​ຜັນຜວນ​ຢ່າງ​ໃຫຍ່​ຫຼວງ​ໃນ​ສະຖານະການ​ໃນປະເທດ​ແລະຕ່າງປະ​ເທດ.

ວຽກ​ງານ​ທີ່​ມີສ່ວນຮ່ວມຂອງ​ການພະຍາກອນໃນ​ການ​ຄຸ້ມ​ຄອງບໍລິຫານ​ເສດຖະກິດ​ມະຫາ​ພາກ​ໃນ​ເວລາຜ່ານມາ ອາກຈະກ່າວໄດ້ ​ເຊັ່ນ​ ລາຍ​ງານເປັນ​ໄລຍະ​ທີ່ປະ​ເມີນ​ສະພາບ​ການ​ໃນປະເທດ​ແລະຕ່າງປະ​ເທດ​, ລວມທັງ​ການ​ພະຍາກອນ​ທ່າ​ອ່ຽງ​ແລະສະຖານະການ​ການ​ພັດທະນາ​ເສດຖະກິດ-​ສັງຄົມ, ​ແຜນການ​ເສດຖະກິດ-ສັງຄົມ​ປະຈຳ​ປີ (ຕາມໄຕມາດ, 6 ເດືອນ ແລະປະຈຳປີ), 5 ປີ (ລາຍງານການກໍ່ສ້າງ, ລາຍງານການປະເມີນຄວາມສາມາດໃນການປະຕິບັດແຜນການ), ຍຸດທະສາດການພັດທະນາເສດຖະກິດ-ສັງຄົມໃນໄລຍະເວລາ 10 ປີ; ລາຍງານເປັນໄລຍະຮັບໃຊ້ການຄຸ້ມຄອງບໍລິຫານເສດຖະກິດມະຫາພາກຂອງລັດຖະບານ (ກຸ່ມທີ່ປຶກສາລັດຖະບານ, ກຸ່ມ 1317,...); ລາຍງານການປະເມີນຜົນກະທົບຂອງການປ່ຽນແປງຢ່າງກະທັນຫັນຂອງເສດຖະກິດໂລກ ເຊັ່ນ ການ​ປ່ຽນ​ແປງ​ນະ​ໂຍບາຍ​ຂອງ​ບັນດາ​ຄູ່​ຮ່ວມ​ມື​ລົງທຶນ​ການ​ຄ້າ​ໃຫຍ່​ຂອງ​ຫວຽດນາມ, ຜົນກະທົບຂອງການ​ປ່ຽນ​ແປງ​ຂອງ​ລາຄາ​ວັດຖຸ​ດິບ​ທີ່​ຈຳ​ເປັນ​ຂອງ​ໂລກ (ລາຄາ​ນ້ຳມັນ, ລາຄາ​ວັດຖຸ​ດິບ​ໃນການ​ຜະລິດ,...), ການ​ປ່ຽນ​ແປງ​ທາງ​ພູມ​ສາດ-ການເມືອງທີ່ສົ່ງຜົນກະທົບຕໍ່ເສດຖະກິດ​ຂອງ​ຫວຽດນາມ (ການທີ່ອັງກິດອອກຈາກສະຫະພາບເອີຣົບ (Brexit), ຜົນກະທົບຂອງຄວາມຂັດແຍ້ງລັດເຊຍ-ຢູເຄຣນ,...), ຜົນກະທົບຂອງການເຂົ້າຮ່ວມບັນດາສັນຍາການຄ້າ (WTO, CPTPP ແລະ EVFTA) ແລະຜົນກະທົບຂອງນະໂຍບາຍການຄຸ້ມຄອງພາຍໃນປະເທດຕໍ່ການຈັດຕັ້ງປະຕິບັດເປົ້າໝາຍການຄຸ້ມຄອງເສດຖະກິດ, ໂດຍສະເພາະ ເມື່ອເສດຖະກິດປະສົບກັບການຜັນຜວນ (ນະໂຍບາຍກະຕຸ້ນຄວາມຕ້ອງການ; ນະໂຍບາຍເງິນເດືອນ; ການປ່ຽນແປງລາຄາສິນຄ້າຈຳເປັນ: ລາຄາໄຟຟ້າ, ລາຄານ້ຳມັນ; ອັດຕາແລກປ່ຽນ; ອັດຕາດອກເບ້ຍ; ພາສີ; ຜົນກະທົບຂອງການເບີກຈ່າຍເງິນລົງທຶນພາກລັດ ໃນການສະໜັບສະໜູນການສົ່ງເສີມການເຕີບໂຕ; ຜົນ​ກະ​ທົບ​ຂອງ​ຊຸດ​ຊ່ວຍເຫຼືອທາງ​ເສດ​ຖະ​ກິດອັນ​ເນື່ອງ​ຈາກ​ຜົນ​ກະ​ທົບ​ຂອງ​ວິ​ກິດ​ການ​ການ​ເງິນ​ໃນອາ​ຊີ (ປີ 1997), ວິ​ກິດ​ການ​ການ​ເງິນ​ໂລກ (ປີ 2008), ການແຜ່ລະບາດໃຫຍ່ຂອງໂຄວິດ-19​).

ຢ່າງໃດກໍຕາມ, ວຽກງານພະຍາກອນເພື່ອຮັບໃຊ້ການຄຸ້ມຄອງບໍລິຫານກໍ່ຍັງມີຂໍ້ຈຳກັດບາງປະການ ເຊິ່ງລວມເຖິງເນື້ອໃນຕໍ່ໄປນີ້:

ທີໜຶ່ງ, ວຽກງານພະຍາກອນບໍ່ໄດ້ປະຕິບັດຕາມຄວາມເປັນຈິງຂອງຊີວິດເສດຖະກິດ. ວຽກ​ງານ​ກຳ​ສະພາບ​ການ ​ແລະ ຄາດການສະຖານະການ ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ຍຸດ​ທະ​ສາດ, ​ແຜນການ ​ແລະ ນະ​ໂຍບາຍ​ຄຸ້ມ​ຄອງບໍລິຫານ​ເສດຖະກິດ​ມະຫາ​ພາກ ​ຍັງ​ຂາດ​ຄວາມຄົບຊຸດ ​ແລະ ບໍ່​ຕອບ​ສະໜອງ​ຕາມຄວາມ​​ຕ້ອງການ​ພັດທະນາ​ໃໝ່​ຂອງ​ຊີວິດ​ເສດຖະກິດ-ສັງຄົມ. ການພະຍາກອນຍັງ​ບໍ່ທັນ​ກາຍ​ເປັນຂັ້ນຕອນ​ບັງຄັບ​ໃນ​ຂະ​ບວນການ​ສ້າງ, ວາງ​ແຜນ, ປະຕິບັດການ ​ແລະປະເມີນນະໂຍບາຍ, ສົ່ງຜົນ​ໃຫ້​​ນະ​ໂຍບາຍການ​ດຳ​ເນີນ​ງານບາງນະໂຍບາຍ​ບໍ່​ຖືກ​ຕ້ອງ, ບໍ່​ສຳ​ເລັດ ​ແລະ ບໍ່​ສາ​ມາດ​ປະ​ເມີນ​ການ​ຕອບສະໜອງ​ຂອງ​ເສດ​ຖະ​ກິດໄດ້​ຄົບ​ຖ້ວນ, ເຮັດໃຫ້​ປະ​ສິດ​ທິພາບ ປະ​ສິດ​ທິ​ຜົນ ​ແລະ​ຄວາມ​ຫ້າວ​ຫັນ​ໃນ​ການ​ຄຸ້ມ​ຄອງບໍລິຫານ​ເສດ​ຖະ​ກິດ​ມະ​ຫາ​ພາກຫຼຸດລົງ.

ທີສອງ, ຂາດການຄາດຄະເນຕາມຂະແໜງການ ຂົງເຂດ ຫຼືຕະຫຼາດ, ໃນຂະນະທີ່ມີຄວາມຕ້ອງການສູງ ຈາກວິສາຫະກິດ, ສະມາຄົມຂະແໜງການ ອາຊີບ, ຄົວເຮືອນທຸລະກິດ ກ່ຽວກັບການພະຍາກອນການສະໜອງແລະຄວາມຕ້ອງການຜະລິດຕະພັນ ແລະລາຄາຕະຫຼາດໃນປະເທດແລະຕ່າງປະເທດ, ຫຼືການພະຍາກອນການສົ່ງອອກແລະນໍາເຂົ້າຂອງອຸດ​ສາ​ຫະ​ກໍາ​ສະ​ເພາະ​. ການຂາດການພະຍາກອນຕາມພາກພື້ນແລະທ້ອງຖິ່ນເຮັດໃຫ້ເກີດຄວາມຫຍຸ້ງຍາກໃນການປະຕິບັດນະໂຍບາຍເສດຖະກິດມະຫາພາກ. ນອກຈາກນັ້ນ, ຍັງຂາດການເຊື່ອມໂຍງໃນການພະຍາກອນມະຫາພາກ ໃນຖານະເປັນການພະຍາກອນໂດຍລວມ ສົມດຸມ ແລະ ທິດທາງ ສໍາລັບການພະຍາກອນຕາມຂົງເຂດ, ພາກທຸລະກິດ ແລະ ການຄາດຄະເນຂອງຊຸມຊົນ.

ທີສາມ, ຂາດການພະຍາກອນກ່ຽວກັບບັນຫາສັງຄົມແລະສິ່ງແວດລ້ອມ. ເມື່ອເສດຖະກິດຕ້ອງການການພັດທະນາທີ່ຍືນຍົງແລະຄອບຄຸມ, ຂອບເຂດຂອງການພະຍາກອນຈຳເປັນຕ້ອງຂະຫຍາຍ, ບໍ່​ພຽງ​ແຕ່​ກວມ​ເອົາ​ບັນດາ​ບັນຫາ​ເສດຖະກິດ​ເທົ່າ​ນັ້ນ ແຕ່​ຍັງ​ພິຈາລະນາ​ຄວານຜັນຜວນຂອງ​ປັດ​ໄຈ​ຄວາມຄິດເຫັນຂອງປະຊາຊົນສັງຄົມ, ພູມ​ສາດ​ການ​ເມືອງ, ສິ່ງ​ແວດ​ລ້ອມ, ຄວາມ​ໝັ້ນຄົງ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ. ການຂາດການພະຍາກອນເຫຼົ່ານີ້ເປັນອຸປະສັກສໍາຄັນໃນການກຳນົດນະໂຍບາຍການພັດທະນາທີ່ຍືນຍົງ.

ຈາກສະຖານະການຂ້າງເທິງ ສາມາດຖອດຖອນບົດຮຽນຈຳນວນໜຶ່ງດັ່ງຕໍ່ໄປນີ້:

ທີໜຶ່ງ, ຍົກສູງບົດບາດຂອງວຽກງານພະຍາກອນໃນການຄຸ້ມຄອງບໍລິຫານເສດຖະກິດມະຫາພາກ. ຖືການພະຍາກອນ​ເປັນຂັ້ນຕອນ​ທີ່​ແຍກ​ອອກ​ບໍ່​ໄດ້ ​ໃນ​ຂະ​ບວນ​ການສ້າງແລະກຳນົດ​ນະ​ໂຍ​ບາຍ​. ນີ້ແມ່ນປັດໄຈສຳຄັນທີ່ກຳນົດການພັດທະນາຂອງວຽກງານພະຍາກອນໃນການດຳເນີນງານ, ເປັນພື້ນຖານໃຫ້ວຽກງານພະຍາກອນສາມາດ​ດຶງ​ດູດ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ການ​ລົງທຶນ​ທີ່​ເໝາະ​ສົມ ​ຈາກ​ຫຼາຍ​ແຫຼ່ງຊັບພະຍາກອນ ​ແລະພາກສ່ວນ​ຕ່າງໆ​ໃນ​ສັງຄົມ, ຜ່ານັ້ນ ​ປັບປຸງຍົກສູງຄຸນນະພາບ ແລະຕອບສະໜອງຄວາມຕ້ອງການໃນການດຳເນີນງານລະດັບມະຫາພາກໄດ້ດີກວ່າອີກ.

ທີສອງ, ສ້າງລະບົບຖານຂໍ້ມູນທີ່ເປັນໜຶ່ງດຽວ, ຖືກຕ້ອງຊັດເຈນ ແລະ ປັບປຸງຢ່າງສະໝ່ຳສະເໝີ. ຄຸນນະພາບແລະຄວາມສາມາດຕອບສະໜອງຂອງລະບົບຂໍ້ມູນແມ່ນປັດໄຈສຳຄັນທີ່ມີບົດບາດຕັດສິນຊີ້ຂາດຜົນໄດ້ຮັບຂອງການພະຍາກອນ.

ທີສາມ, ເລືອກວິທິການແລະຮູບແບບພະຍາກອນຂັ້ນສູງ, ໂດຍປະສານລວມຜົນການພະຍາກອນແບບປະລິມານເຂົ້າກັບວິທີອື່ນໆ. ການປະສົມປະສານວິທີການພະຍາກອນສະໄໝໃໝ່ ແລະແບບດັ້ງເດີມເຂົ້າດ້ວຍກັນ ເພື່ອໃຊ້ປະໂຫຍດຈາກຈຸດແຂງແລະຫຼຸດຂໍ້ຈຳກັດຂອງວິທີການເຫຼົ່ານີ້ ຈຳເປັນຕ້ອງເຮັດຢ່າງລະອຽດເພື່ອໃຫ້ສາມາດມີຜົນງານການພະຍາກອນທີ່ເໝາະສົມທີ່ສຸດ. ການເລືອກວິທີການແລະຮູບແບບພະຍາກອນຈຳເປັນຕ້ອງພິຈາລະນາສະພາບຈິງຂອງແຕ່ລະປະເທດ (ເງື່ອນໄຂຂໍ້ມູນຊອບແວ, ຊັບພະຍາກອນບຸກຄົນ...), ແຕ່ວິທີເຂົ້າເຖິງຕ້ອງໄດ້ຮັບການອັບເດດ, ລວມເຖິງວິທີການຂັ້ນສູງໃໝ່ທີ່ສາມາດຕອບສະໜອງຄວາມຕ້ອງການຂອງການດໍາເນີນງານມະຫາພາກໃນຍຸກໃໝ່ໄດ້.

ທີສີ່, ຖັນແຖວພະນັກງານທີ່ເຮັດວຽກງານພະຍາກອນຕ້ອງຮັບປະກັນຄຸນນະພາບ. ຕໍ່ໜ້າ​ການ​ປ່ຽນ​ແປງ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ສັງຄົມ, ຖັນແຖວພະນັກງານ​ທີ່ເຮັດວຽກງານພະຍາກອນ​ ຕ້ອງ​ໄດ້​ປັບປຸງ​ຄຸນ​ສົມບັດຢ່າງຕໍ່ເນື່ອງ ​ເພື່ອອັບເດດຄວາມ​ຮູ້ ​ແລະ ວິທີ​ການ​ພະຍາກອນ​ໃໝ່ ​ເພື່ອ​ສາມາດ​ໃຫ້ຜົນການພະຍາກອນ​ທີ່​ດີ​ທີ່​ສຸດໃນການ​ຮັບ​ໃຊ້​​ວຽກ​ງານ​ບໍລິຫານຄຸ້ມຄອງ.

ທີຫ້າ, ເຮັດໃຫ້ຂໍ້ມູນມີຄວາມໂປ່ງໃສໃນຫຼາຍຊ່ອງທາງ ແລະວິທີການສົ່ງຂໍ້ມູນ. ເມື່ອຂໍ້ມູນໄດ້ຮັບການເຜີຍແຜ່ຢ່າງກວ້າງຂວາງ, ຈະມີໜ່ວຍງານ, ສຳນັກງານອົງການ ແລະ ພະນັກງານຄົ້ນວ້າຈຳນວນຫຼາຍໃຊ້ຂໍ້ມູນດັ່ງກ່າວ ເຊິ່ງພວກເຂົາຈະສະແດງຄວາມຄິດເຫັນກ່ຽວກັບປະລິມານແລະຄຸນນະພາບຂອງຂໍ້ມູນນັ້ນ. ນີ້ແມ່ນໜຶ່ງໃນພື້ນຖານສຳຄັນເພື່ອປັບປຸງຍົກສູງຄຸນນະພາຍຂອງຂໍ້ມູນ ແລະຄຸນນະພາບຂອງວຽກງານການວິເຄາະພະຍາກອນ ຮັບໃຊ້ຂະບວນການກຳນົດນະໂຍບາຍ, ສ້າງແລະຜັນຂະຫຍາຍປະຕິບັດແຜນການພັດທະນາ.

ໜ້າ​ທີ່​ທີ່​ກຳນົດ​ໄວ້​ສຳລັບການພະຍາກອນ​ຮັບ​ໃຊ້​ການ​ຄຸ້ມ​ຄອງບໍລິຫານ
​ເສດຖະກິດ​ມະຫາ​ພາກ​ໃນ​ໄລຍະ​ໃໝ່

ສະຖານະການໂລກມີການປ່ຽນແປງຢ່າງສັບສົນແລະຄາດເດົາບໍ່ໄດ້, ຄວາມສ່ຽງຕ່າງໆທັງແບບດັ້ງເດີມແລະບໍ່ເປັນແບບດັ້ງເດີນ ເກີດຂຶ້ນກັບຄວາມຖີ່ທີ່ເພີ່ມຂຶ້ນ ແລະມີຜົນກະທົບໃນວົງກວ້າງຫຼາຍຂຶ້ນ ໃນຫຼາຍດ້ານເສດຖະກິດແລະສັງຄົມ, ສົ່ງ​ຜົນກະທົບຕໍ່​ພື້ນຖານ​ເສດຖະກິດ​ຫວຽດນາມ​ໃນຂະບວນ​ການ​ຫັນປ່ຽນ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ​ຢ່າງ​ເລິກ​ເຊິ່ງ. ອັນນີ້ຕ້ອງການຜົນການພະຍາກອນແລະການເຕືອນທີ່ໄວວາ, ໃກ້ຄຽງກັບສະຖານະການຕົວຈິງ ເພື່ອໃຫ້ຄຳແນະນຳ, ຕັດສິນໃຈໃຫ້ທັນເວລາ ແລະ ຖືກຕ້ອງ, ໃຊ້ປະໂຫຍດຈາກໂອກາດ ແລະ ຫຼຸດຄວາມສ່ຽງ. ການ​ປ່ຽນແປງໃໝ່ວຽກງານພະຍາກອນ ​ເປັນ​ປັດ​ໄຈ​ສຳ​ຄັນ​ໃນ​ການ​ປັບ​ປຸງ​ຄຸນ​ນະ​ພາບຂອງ​ການກຳນົດນະ​ໂຍ​ບາຍ ແລະ ການ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຂອງ​ລັດຖະບານ.

ສຳລັບວຽກງານພະຍາກອນເພື່ອຮັບໃຊ້ການຄຸ້ມຄອງບໍລິຫານເສດຖະກິດມະຫາພາກນັ້ນ, ໃນໄລຍະນີ້ຈະມີໂອກາດຫຼາຍຢ່າງ: ການເຂົ້າເຖິງຂໍ້ມູນທີ່ຫຼາກຫຼາຍ ທັງແບບດັ້ງເດີມແລະບໍ່ເປັນແບບດັ້ງເດີມ, ຕົ້ນກຳເນີດຫຼາຍມິຕິ, ອຸດົມໄປດ້ວຍຂົງເຂດ; ວິທີການລວບລວມແລະປະເມີນຜົນຂໍ້ມູນມີຄວາມໂປ່ງໃສຫຼາຍຂຶ້ນ ແລະໄດ້ຮັບການສະໜັບສະໜຸນຈາກເຕັກໂນໂລຊີໃໝ່ໆ; ລະບົບວິທີການແລະແບບຈຳລອງກໍ່ໄດ້ຮັບການພັດທະນາຢ່າງແຮງ, ຄວາມໄວໃນການປະມວນຜົນແລະຈັດເກັບຂໍ້ມູນກໍ່ໄວວາ ແລະເຕັກນິກທີ່ສະໜັບສະໜູນຂະບວນການພະຍາກອນເພື່ອຮັບໃຊ້ການຄຸ້ມຄອງບໍລິຫານເສດຖະກິດມະຫາພາກ ກໍ່ມີຄວາມກ້າວໜ້າຫຼາຍຂຶ້ນ. ທັງໝົດນີ້ລ້ວນເປັນໂອກາດໃນການເຂົ້າເຖິງ ແລະພັດທະນາການພະຍາກອນ ເພື່ອຕອບສະໜອງຄວາມຕ້ອງການຄຸ້ມຄອງບໍລິຫານມະຫາພາກທີ່ໄວວາແລະຊັດເຈນ. ນອກຈາກນັ້ນ, ໃນລະຫວ່າງຂະບວນການພັດທະນາ, ຕະຫຼາດຫຼາຍແຫ່ງກຳລັງຖືກສ້າງຂຶ້ນແລະປັບປຸງໃຫ້ສົມບູນ (ຕະຫຼາດຫຼັກຊັບ, ຕະຫຼາດແຮງງານ,... ) ອຳນວຍຄວາມສະດວກໃນການໃຊ້ຮູບແບບພະຍາກອນໃຫ້ໄດ້ຜົນງານທີ່ຊັດເຈນກວ່າອີກ. ພ້ອມກັນນັ້ນ, ການປັບປຸງຄຸນນະພາບຂອງວຽກງານພະຍາກອນຍາມໃດກໍເປັນບັນຫາທີ່ລັດຖະບານໃຫ້ຄວາມສົນໃຈໃນການປັບປຸງປະສິດທິພາບການຄຸ້ມຄອງເສດຖະກິດມະຫາພາກ.

ຢ່າງໃດກໍຕາມ, ຍັງມີຄວາມທ້າທາຍຫຼາຍຢ່າງຕໍ່ວຽກງານພະຍາກອນ. ຂໍ້ມູນທີ່ຫຼາກຫຼາຍ, ຫຼາຍປະເພດ ແລະຫຼາຍຄວາມຖີ່ ເຊິ່ງຮຽກຮ້ອງໃຫ້ມີຄວາມຕື່ນຕົວແລະຄຸນສົມບັດສູງຂອງພະນັກງານທີ່ເຮັດວຽກການພະຍາກອນ. ໂດຍສະເພາະໃນຍຸກປະຈຸບັນທີ່ການປ່ຽນແປງທາງເສດຖະກິດແລະສັງຄົມຂອງໂລກເກີດຂຶ້ນຢ່າງໄວວາ ແລະບໍ່ມີແບບຢ່າງມາກ່ອນ, ສົ່ງຜົນກະທົບຕໍ່ຊີວິດທາງເສດຖະກິດແລະສັງຄົມ ໃນຫຼາຍດ້ານ ດ້ວຍຂະໜາດທີ່ເພີ່ມຂຶ້ນ, ດັ່ງນັ້ນຄວາມຕ້ອງການສໍາລັບການພະຍາກອນຮັບໃຊ້ການຄຸ້ມຄອງບໍລິຫານເສດຖະກິດມະຫາພາກ ກໍ່ນັບມື້ນັບຫຼາຍແລະສັບສົນ. ສະພາບ​ການ​ຂອງ​ໂລກປ່ຽນແປງໄປຢ່າງບໍ່​ອາດ​ຄາດ​ຄິດ​ໄດ້, ​ເຮັດ​ໃຫ້​ເກີດ​ຜົນ​ກະທົບ​ທັງ​ດ້ານ​ບວກ ​ແລະດ້ານລົບ​ຕໍ່​ເສດຖະກິດ​ຫວຽດນາມ. ຕໍ່ໜ້າຜົນກະທົບຕໍ່​​ຊີວິດ​ເສດຖະກິດແລະສັງຄົມໃນຫຼາຍດ້ານ ດ້ວຍຂອບເຂດທີ່ຂະຫຍາຍ​ອອກໄປນັ້ນ, ຫຼາຍ​ປະ​ເທດໄດ້ກຳນົດໃຫ້ວຽກງານກພະຍາກອນ​ເສດຖະກິດຕ້ອງ​ມີ​ການ​ປ່ຽນ​ໃໝ່, ​ເພື່ອ​ໃຫ້ໄດ້​ຜົນ​ການພະຍາກອນທີ່​ໄວວາ ​ໃກ້​ຄຽງກັບສະຖານະການ​ຈິງ ແລະໃຫ້ຄຳແນະນຳດ້ານນະ​ໂຍບາຍໄດ້ທັນທ່ວງທີແລະຖືກຕ້ອງ. ນອກຈາກນີ້, ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມແມ່ນຮູບແບບເສດຖະກິດທີ່ມີເອກະລັດສະເພາະຂອງຫວຽດນາມ ຈຶງຮຽກຮ້ອງໃຫ້ວຽກງານພະຍາກອນ ຕ້ອງມີການຈັດກຽມສະຖານະການຈຳລອງເພື່ອຄາດການການພັດທະນາຂອງລະບົບເສດຖະກິດ.

ດ້ວຍຄວາມຮັບຮູ້ຢ່າງຈະແຈ້ງເຖິງສະພາບການແລະເງື່ອນໄຂໃໝ່, ພັກກອມມູນິດຫວຽດນາມໄດ້ກຳນົດວ່າ: ຕ້ອງເອົາໃຈໃສ່ປັບປຸງຄວາມກ້າຫານ, ຄວາມສາມາດໃນການພະຍາກອນ ແລະຄຸນນະພາບຂອງການວາງແຜນແນວທາງແລະນະໂຍບາຍໃຫ້ສອດຄ່ອງກັບຄວາມເປັນຈິງຂອງຫວຽດນາມ ແລະ ທ່າອ່ຽງການພັດທະນາຂອງຍຸກສະໄໝ(1). ໜ້າທີ່ພະຍາກອນຮັບໃຊ້ການຄຸ້ມຄອງບໍລິຫານເສດຖະກິດມະຫາພາກຕ້ອງໄດ້ປ່ຽນແປງໃໝ່, ປັບປຸງດ້ວຍເຕັກໂນໂລຊີ, ຮັບປະກັນໃຫ້ຄຳແນະນຳດ້ານນະໂຍບາຍໄດ້ຢ່າງໄວວາ ຊັດເຈນ ແລະ ທັນເວລາ.

ວິທີແກ້ໄຂເພື່ອປັບປຸງຍົກສູງຄວາມສາມາດພະຍາກອນ
ໃນການຄຸ້ມຄອງບໍລິຫານເສດຖະກິດມະຫາພາກ

ທີໜຶ່ງ, ສ້າງແລະປັບປຸງສະຖາບັນແລະກອບກົດໝາຍກ່ຽວກັບການພະຍາກອນໃຫ້ສົມບູນແບບ. ມີຄວາມຈຳເປັນຕ້ອງຍົກສູງຄວາມຮັບຮູ້ກ່ຽວກັບບົດບາດຂອງການພະຍາກອນໃນການຄຸ້ມຄອງເສດຖະກິດມະຫາພາກ, ເຮັດ​ໃຫ້​ການພະຍາກອນ​ເປັນຂັ້ນຕອນ​ບັງ​ຄັບ​ໃນ​ຂະ​ບວນ​ການ​​ວາງ​ແຜນ​, ການ​ປະ​ຕິ​ບັດ​ ແລະ​ການ​ປະ​ເມີນ​ຜົນ​ນະ​ໂຍ​ບາຍ​. ສ້າງແລະປັບປຸງກົນໄກການປະສານງານໃນວຽກງານພະຍາກອນ, ການເຊື່ອມໂຍງລະຫວ່າງໜ່ວຍງານຄົ້ນຄວ້າໃນການປະຕິບັດການພະຍາກອນ, ແບ່ງປັນຂໍ້ມູນໃນສົ້ນເຂົ້າ, ດຳເນີນການພະຍາກອນ ແລະ ເຜີຍແຜ່ແລະນຳໃຊ້ຜົນການພະຍາກອນ.

ທີສອງ, ສ້າງແລະພັດທະນາຖານຂໍ້ມູນ ແລະລະບົບວິທີການພະຍາກອນຂັ້ນສູງ ເພື່ອຮັບໃຊ້ວຽກງານຄຸ້ມຄອງບໍລິຫານ. ຍົກສູງຄວາມຮັບຮູ້ກ່ຽວກັບບົດບາດຂອງຂໍ້ມູນໃນຍຸກໃໝ່, ຮັບປະກັນ​ການ​ກໍ່ສ້າງ​ລະບົບ​ຂໍ້​ມູນ​ຂ່າວສານ ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ບໍລິຫານ​ທີ່​ເກັບ​ກຳ​ຂໍ້​ມູນ​ໃນ​ຫຼາຍ​ຮູບ​ແບບ (​ແບບ​ດັ້ງ​ເດີມ ​ແລະ ບໍ່​ເປັນແບບດັ້ງ​ເດີມ) ຫຼາຍມິຕິ, ຫຼາຍຂົງເຂດ, ຮັບປະກັນການອັບເດດຢ່າງຕໍ່ເນື່ອງ ເພື່ອຮັບໃຊ້ວຽກງານການຄຸ້ມຄອງບໍລິຫານມະຫາພາກ. ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ລົງທຶນໃນ​ລະບົບ​ຂໍ້​ມູນ​ພະຍາກອນໂດຍໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່, ​ເພື່ອໃຊ້ປະໂຫຍດຈາກຂໍ້ມູນແລະເຕັກນິກ​ຂັ້ນສູງ ແລະວິທີ​ການ​ພະຍາກອນທີ່​ທັນ​ສະ​ໄໝຢ່າງເຕັມທີ່ ​ເພື່ອຕອບສະໜອງຄວາມຕ້ອງການໃນການພະຍາກອນທີ່ໄວວາແລະທັນເວລາ. ການສ້າງການພະຍາກອນບົນພື້ນຖານຂອງຂໍ້ມູນຂະໜາດໃຫຍ່ (big data) ແລະ ເວລາຈິງ (real-time) ແມ່ນເນື້ອໃນທີ່ຈຳເປັນ ເພື່ອຮັບປະກັນຄວາມສຳເລັດໃນການພະຍາກອນກະແສການພັດທະນາຂອງການປະຕິວັດອຸດສາຫະກຳຄັ້ງທີສີ່, ເມື່ອຂໍ້ມູນແລະການປະເມີນຜົນຂໍ້ມູນກາຍເປັນປັດໄຈສຳຄັນ ທີ່ກຳນົດຄວາມສຳເລັດຫຼືຄວາມລົ້ມເຫຼວໃນຫຼາຍຂົງເຂດ.

ທີສາມ, ປັບປຸງຍົກສູງຄຸນນະພາບຊັບພະຍາກອນບຸກຄົນທີ່ເຮັດວຽກງານພະຍາກອນ. ເນື້ອໃນຂອງການຝຶກອົບຮົມແລະບຳລຸງສ້າງຖັນແຖວພະນັກງານເຮັດວຽກງານພະຍາກອນ ຄວນສຸມໃສ່ການໃຫ້ເຂົາເຈົ້າມີທັກສະພື້ນຖານບາງຢ່າງ ໃນການວິເຄາະບັນຫາທີ່ຄາດການໄວ້ ລວມເຖິງການພັດທະນາທັກສະການປະຕິບັດການພະຍາກອນ. ເນື້ອໃນຂອງການຝຶກອົບຮົມແລະບຳລຸງສ້າງວຽກງານພະຍາກອນ ເພື່ອຮັບໃຊ້ການຄຸ້ມຄອງບໍລິຫານເສດຖະກິດມະຫາພາກ ຈຳເປັນຕ້ອງໄດ້ຮັບການອັບເດດຢ່າງຕໍ່ເນື່ອງ ດ້ວຍວິທີແລະແບບຈຳລອງຂັ້ນສູງໃນໂລກ.

ທີສີ່, ເພີ່ມທະວີການລົງທຶນແລະສ້າງກົນໄກທາງການເງິນສຳລັບວຽກງານພະຍາກອນ, ເຊື່ອມຕິດກັບກິດຈະກຳການສັງເຄາະແລະການວິເຄາະ ແນໃສ່ຮັກສາແລະຮັບປະກັນການພັດທະນາແລະປັບປຸງຍົກສູງຄຸນນະພາບຂອງວຽກງານພະຍາກອນ.

ທີຫ້າ, ເພີ່ມທະວີແລະເປີດກວ້າງການຮ່ວມມືສາກົນກ່ຽວກັບວຽກງານພະຍາກອນ. ສ້າງເງື່ອນໄຂໃຫ້ອົງການແລະໜ່ວຍງານທີ່ເຮັດວຽກງານພະຍາກອນມີການຮ່ວມມື ແລະ ຮັບການສະໜັບສະໜູນທາງເຕັກນິກໃນງານພະຍາກອນ ແລະຍົກສູງຄວາມສາມາດຂອງຖັນແຖວພະນັກງານເຮັດວຽກງານພະຍາກອນ ຈາກບຸກຄົນແລະອົງການຈັດຕັ້ງສາກົນຕາມຂໍ້ກຳນົດຂອງກົດໝາຍ./.

---------------------------

(1) ລ້າຍ ຊວັນ ໂມນ: “ຍົກສູງຄວາມສາມາດໃນການພະຍາກອນ ແລະວິໄສທັດຍຸດທະສາດຂອງຖັນແຖວພະນັກງານເພື່ອຕອບສະໜອງຄວາມຕ້ອງການແລະໜ້າທີ່ໃນໄລຍະປະຈຸບັນ”, ວາລະສານກອມມູນິດສະບັບທີ 999 (ເດືອນທັນວາ 2022), ໜ້າ 14

- ບົດນີ້ໄດ້ລົງພິມໃນວາລະສາກອມມູນິດ ສະບັບທີ 1021 (ເດືອນກັນຍາ 2023)