ວກ. - ໃນສະພາບການໃໝ່ປະຈຸບັນ, ການພັດທະນາການທ່ອງທ່ຽວຕິດພັນກັບການປົກປັກຮັກສາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ, ອະນຸລັກແລະເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງຊາດ ແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ເພື່ອຊຸກຍູ້ການພັດທະນາແບບຍືນຍົງ ຂອງຂະແໜງການທ່ອງທ່ຽວເວົ້າສະເພາະ ແລະ ຂອງເສດຖະກິດ-ສັງຄົມເວົ້າລວມ.

 

1- ການພັດທະນາທີ່ຍືນຍົງແມ່ນຫຼັກການພື້ນຖານໃນຍຸດທະສາດການພັດທະນາປະເທດເວົ້າລວມ ແລະຂະແໜງການທ່ອງທ່ຽວຫວຽດນາມເວົ້າສະເພາະ. ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມໄດ້ກຳນົດວ່າ: “ການພັດທະນາຢ່າງ​ວ່ອງ​ໄວ​ແລະ​ຍືນ​ຍົງ​ອີງ​ໃສ່​ວິ​ທະ​ຍາ​ສາດ​ ເຕັກ​ໂນ​ໂລ​ຊີ​, ການປ່ຽນແປງໃໝ່ປະດິດສ້າງ ແລະ​ການປ່ຽນແປງທາງ​ດິ​ຈິ​ຕອນເປັນຫຼັກ(1), “ເຊື່ອມຕໍ່ການພັດທະນາວັດທະນະທຳ ກັບການພັດທະນາການທ່ອງທ່ຽວ, ຫັນ​ການທ່ອງທ່ຽວ​ໃຫ້​ກາຍ​ເປັນ​ຂະ​ແໜງ​ເສດຖະກິດ​ທີ່​ສຳຄັນ, ພ້ອມ​ທັງ​ປົກ​ປັກ​ຮັກສາ​ແຫຼ່ງຊັບພະຍາກອນ​ວັດທະນະທຳ​ໃຫ້​ຄົນ​ລຸ້ນຫຼັງ(2). ມະຕິ​ເລກທີ 432/QD-TTg, ລົງ​ວັນ​ທີ 12 ​ເມສາ 2012 ຂອງ​ນາຍົກລັດຖະມົນຕີ ທີ່ອະນຸມັດ ຍຸດ​ທະ​ສາດການພັດທະນາ​ແບບ​ຍືນ​ຍົງ​ຂອງ​ຫວຽດນາມ ​ໄລຍະປີ 2011-2020” ​ເນັ້ນ​ໜັກເຖິງທັດສະນະທີ່​ວ່າ ການ​ພັດທະນາ​ແບບ​ຍືນ​ຍົງ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ຢ່າງຕໍ່ເນື່ອງຕະຫຼອດ​ຂະ​ບວນການ​ພັດທະນາ​ຂອງ​ປະ​ເທດ, ປະສານສົມທົບຢ່າງແໜ້ນແຟ້ນ ສົມເຫດສົມຜົນ ແລະກົມກຽວ ລະຫວ່າງການພັດທະນາເສດຖະກິດ ກັບການພັດທະນາສັງຄົມ ແລະ ການປົກປັກຮັກສາຊັບພະຍາກອນ, ສະພາບແວດລ້ອມ... ຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕສີຂຽວໄລຍະປີ 2021-2030, ວິໄສທັດເຖິງປີ 2050” (ໄດ້ຮັບການອະນຸມັດໂດຍນາຍົກລັດຖະມົນຕີໃນຂໍ້ຕົກລົງເລກທີ 1658/QĐ-TTg, ລົງວັນທີ 1 ຕຸລາ 2021) ​ເຊິ່ງອະນຸມັດເປົ້າໝາຍສະເພາະ 4 ປະການທີ່ຕ້ອງ​ສູ້​ຊົນ​ຮອດ​ປີ 2030, ​ເຊັ່ນ: ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ; ເສດຖະກິດທີ່ເປັນມິດຕໍ່ສິ່ງແວດລ້ອມ; ວິຖີຊີວິດທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ສົ່ງເສີມການບໍລິໂພກແບບຍືນຍົງ; ການເຮັດໃຫ້ຂະ​ບວນການປ່ຽນຜ່ານເປັນສີຂຽວບົນ​ຫຼັກການ​ສະ​ເໝີ​ພາບ, ກວມລວມ, ​ເພີ່ມ​ທະວີ​ຄວາມສາມາດຕ້ານທານ; ພ້ອມ​ກັນ​ນັ້ນ, ໃຫ້ກຳນົດທິດທາງການພັດທະນາ​ຂະ​ແໜງ​ການ ​ແລະ ຂົງເຂດ​ທີ່​ສຳຄັນ, ​ໃນ​ນັ້ນ​ມີ​ການ​ຊຸກຍູ້​ຂະ​ບວນການ​ຫັນປ່ຽນ​ສີຂຽວ​ໃນ​ຂະ​ແໜງການທ່ອງທ່ຽວ.

ສຳລັບຂະແໜງການທ່ອງທ່ຽວ, ການພັດທະນາທີ່ຍືນຍົງຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ອະນຸຮັກແລະເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ ໄດ້ເປັນແລະກຳລັງເປັນຄວາມຮຽກຮ້ອງຕ້ອງການທີ່ວາງອອກມາ. ມະຕິຂອງກົມການເມືອງສູນກາງພັກເລກທີ 08-NQ/TW ລົງວັນທີ 16 ມັງກອນ 2017 ວ່າດ້ວຍພັດທະນາການທ່ອງທ່ຽວໃຫ້ເປັນຂະແໜງການເສດຖະກິດປາຍຫອກ ໄດ້ເນັ້ນໜັກເຖິງທັດສະນະກ່ຽວກັບການພັດທະນາການທ່ອງທ່ຽວຢ່າງຍືນຍົງ; ອະນຸລັກແລະເສີມຂະຫວາຍມໍລະດົກວັດທະນະທຳ ແລະຄຸນຄ່າມູນເຊື້ອອັນດີງາມຂອງຊາດ; ປົກປັກຮັກສາສິ່ງແວດລ້ອມແລະທຳມະຊາດ...; ພ້ອມກັນນັ້ນ, ກຳນົດໜ້າທີ່ຈຸດສຸມໃນການພັດທະນາການທ່ອງທ່ຽວແມ່ນ ສຸມໃສ່ພັດທະນາຜະລິດຕະພັນການທ່ອງທ່ຽວທະເລ ໝູ່ເກາະ, ການທ່ອງທ່ຽວວັດທະນະທຳ ຈິດວິນຍານ, ການທ່ອງທ່ຽວນິເວດ, ການທ່ອງທ່ຽວຊຸມຊົນໃນພື້ນທີ່ທີ່ມີແຮງດຶງດູດແລະຄວາມສາມາດແຂ່ງຂັນສູງ. ມາດຕາ 4, ກົດໝາຍການທ່ອງທ່ຽວລະບຸຫຼັກການພັດທະນາການທ່ອງທ່ຽວຢ່າງຍືນຍົງ, ຕາມຍຸດທະສາດ ແຜນແມ່ບົດ ແຜນການ, ມີຈຸດໜັກໃຈກາງ; ພັດທະນາການທ່ອງທ່ຽວຕິດພັນກັບການອະນຸລັກແລະເສີມຂະຫຍາຍຄຸນຄ່າມໍລະດັກວັດທະນະທຳຂອງຊາດ, ຊັບພະຍາກອນທຳມະຊາດ, ການໃຊ້ປະໂຫຍດຈາກທ່າແຮງ ຂໍ້ໄດ້ປຽບຂອງແຕ່ລະທ້ອງຖິ່ນ ແລະເພີ່ມທະວີການເຊື່ອມໂຍງ​ພາກ​ພື້ນ.

ບົນພື້ນຖານການກຳນົດບົດບາດຂອງວັດທະນະທຳໃນການພັດທະນາເສດຖະກິດແລະສັງຄົມ, ຕໍ່ໜ້າຄວາມຕ້ອງການຂອງການພັດທະນາແບບຍືນຍົງ, ຂະແໜງການທ່ອງທ່ຽວຫວຽດນາມ ໄດ້ເຮັດໃຫ້ຜະລິດຕະພັນການທ່ອງທ່ຽວວັດທະນະທຳເປັນໜຶ່ງໃນສາຍຜະລິດຕະພັນທີ່ສຳຄັນທີ່ສຸດໃນ “ຍຸດທະສາດພັດທະນາການທ່ອງທ່ຽວຫວຽດນາມ ຮອດປີ 2030”, ພ້ອມກັນນັ້ນ, ເນັ້ນໜັກເຖິງການພັດທະນາການທ່ອງທ່ຽວແບບຍືນຍົງ ບົນພື້ນຖານການເຕີບໂຕສີຂຽວ, ເພີ່ມການມີສ່ວນຮ່ວມຂອງການທ່ອງທ່ຽວໃຫ້ສູງສຸດ ຕາມເປົ້າໝາຍການພັດທະນາທີ່ຍືນຍົງຂອງສະຫະປະຊາຊາດ... ໃຫ້ຄວາມສຳຄັນກັບການພັດທະນາການທ່ອງທ່ຽວວັດທະນະທຳ, ເຊື່ອມໂຍງການພັດທະນາການທ່ອງທ່ຽວ ກັບການອະນຸລັກແລະເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ ແລະເອກະລັກວັດທະນະທຳປະຈຳຊາດ. “ຍຸດທະສາດການພັດທະນາບັນດາຂະແໜງການອຸດສາຫະກຳວັດທະນທຳຫວຽດນາມເຖິງປີ 2020, ວິໄສທັດຮອດປີ 2030” ໄດ້ກຳນົດວ່າ ການທ່ອງທ່ຽວວັດທະນະທຳແມ່ນໜຶ່ງໃນບັນດາຂະແໜງການອຸດສາຫະກຳວັດທະນະທຳສຳຄັນ ທີ່ຫວຽດນາມມີ​ທ່າແຮງ ຂໍ້​ໄດ້​ປຽບ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ ​ເພື່ອ​ພັດທະນາ ​ແລະ ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ, ສ້າງ​ວຽກ​ເຮັດ​ງານ​ທຳ, ​ໂຄສະນາ​ພາບ​ພົດ​ຂອງ​ປະ​ເທດ ​ແລະຜູ້ຄົນຂອງຫວຽດນາມໄປທົ່ວ​ໂລກ. ວັນທີ 11 ທັນວາ 2020, ກະຊວງວັດທະນະທຳ, ກິລາແລະການທ່ອງທ່ຽວ ​ຍັງ​ໄດ້​ອອກ​ມະຕິ​ຕົກລົງ​​ເລກທີ 3767/QD-BVHTTDL ເພື່ອອະນຸມັດ​ໂຄງການ​ສ້າງ​ເຄື່ອງໝາຍ​ການ​ທ່ອງ​ທ່ຽວ​ວັດທະນະທຳ​ລະດັບ​ຊາດ ເຊິ່ງ​ຢືນຢັນ​ວ່າ ​ເຄື່ອງໝາຍ​ການທ່ອງ​ທ່ຽວ​ວັດທະນະທຳ​ຫວຽດນາມນັ້ນ ຕັ້ງຢູ່ບົນພື້ນຖານຂອງ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ ໂດຍສຸມ​ໃສ່​ບັນດາ​ຄຸນຄ່າ​ມໍລະດົກ ​ແລະ ​ຄຸນຄ່າ​ວັດທະນະທຳ​ດ້ານອາຫານ​, ຜ່ານ​ນັ້ນ​ ກໍ່ໃຫ້ເກີດລະບົບແຫຼ່ງທ່ອງທ່ຽວ ​ແລະຜະລິດ​ຕະພັນການທ່ອງ​ທ່ຽວ​ທີ່​ມີເອກະລັດສະເພາະຕົວທີ່ມີ​ຄຸນ​ນະພາ​ບແລະມູນຄ່າສູງ ​ແລະໄດ້ຮັບການຕອບຮັບທາງບວກຈາກ​ຕະຫຼາດ; ສູ້​ຊົນ​ຮອດ​ປີ 2030, ການທ່ອງທ່ຽວ​ວັດທະນະທຳ​ກວມ 20% - 25% ຂອງຍອດ​ລາຍ​ຮັບ​ຈາກ​ນັກ​ທ່ອງ​ທ່ຽວ​ປະມານ 130 ຕື້ໂດລາສະຫະລັດ. ກ່ອນ​ການແຜ່ລະບາດຂອງໂຄ​ວິດ-19, ການທ່ອງທ່ຽວຫວຽດນາມໄດ້ບັນລຸເປົ້າໝາຍສຳຄັນຫຼາຍຢ່າງ ແລະ ການທ່ອງທ່ຽວວັດທະນະທຳແລະການທ່ອງທ່ຽວນິເວດ ໄດ້ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ບັນດາ​ໝາກຜົນ​ດັ່ງກ່າວ.

ນັກທ່ອງທ່ຽວມາຢ້ຽມຢາມແລະສຳຜັດກັບຫັດຖະກຳທໍຜ້າແພພື້ນເມືອງ ຂອງຊາວເຜົ່າມົ້ງ ຢູ່ຕາແສງ ລຸ່ງຕ໋າມ, ເມືອງ ກວ໋າງບ໋າ, ແຂວງ ຮ່າຢາງ _ແຫຼ່ງ: vnexpress

2- ໃນເວລາທີ່ຜ່ານມາ, ຂະ​ແໜງ​ການ​ທ່ອງ​ທ່ຽວ​ໄດ້​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນການຂະຫຍາຍ​ຜະລິດ​ຕະພັນ​ການທ່ອງທ່ຽວ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ແລະພັດທະນາ​ຢ່າງ​ຍືນ​ຍົງ. ຕາມຂໍ້ມູນຂອງກົມໃຫຍ່ການທ່ອງທ່ຽວ (ປະຈຸບັນແມ່ນກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຫວຽດນາມ - ​ໄດ້​ປ່ຽນ​ຊື່​ແຕ່​ວັນ​ທີ 1 ກໍລະກົດ 2023 ຕາມ​ມະຕິ​ຕົກລົງເລກທີ 1536/QD-BVHTTDL ລົງ​ວັນ​ທີ 15 ມິຖຸນາ 2023, ຂອງ​ກະຊວງ​ວັດທະນະທຳ, ກິລາ ​ແລະການທ່ອງ​ທ່ຽວ ກຳນົດ​ພາລະບັນດາ, ​ໜ້າ​ທີ່ວຽກ​ງານ, ອຳນາດ ​ແລະ ກົງຈັກ​ການຈັດ​ຕັ້ງ ຂອງກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຫວຽດ​ນາມ”), ໃນໄລຍະປີ 2010-2019, ການທ່ອງທ່ຽວ​ຫວຽດນາມ ​ໄດ້​ມີ​ການ​ພັດທະນາ​ທີ່​ໂດດເດັ່ນ. ຈຳນວນນັກທ່ອງທ່ຽວສາກົນເພີ່ມຂຶ້ນຈາກ 5 ລ້ານຄົນເປັນ 18 ລ້ານຄົນ (ເພີ່ມຂຶ້ນ 3,6 ເທົ່າ) ໂດຍສະເພາະໃນໄລຍະປີ 2015-2019 ແມ່ນໄລຍະທີ່ມີການເຕີບໂຕໄວທີ່ສຸດ, ຈາກ 7,9 ລ້ານຄົນເປັນ 18 ລ້ານຄົນ (ເພີ່ມຂຶ້ນເກືອບ 2,3 ເທົ່າ); ອັດຕາການເຕີບໂຕສະເລ່ຍຂອງນັກທ່ອງທ່ຽວສາກົນບັນລຸ 22,7% ຕໍ່ປີ; ຈໍານວນນັກທ່ອງທ່ຽວພາຍໃນປະເທດເພີ່ມຂຶ້ນຈາກ 57 ລ້ານຄົນເປັນ 85 ລ້ານຄົນ (ເພີ່ມຂຶ້ນ 1,5 ເທົ່າ). ລວມຍອດລາຍໄດ້ຈາກການທ່ອງທ່ຽວເພີ່ມຂຶ້ນຈາກ 355 ພັນຕື້ດົ່ງເປັນ 755 ພັນຕື້ດົ່ງ (ເພີ່ມຂຶ້ນ 2,1 ເທົ່າ). ໃນປີ 2019, ຂະແໜງການທ່ອງທ່ຽວທັງໝົດໄດ້ຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດຫຼາຍກວ່າ 18 ລ້ານຄົນ (ເພີ່ມຂຶ້ນ 16,2% ເມື່ອທຽບກັບປີ 2018), ໃຫ້ບໍລິການນັກທ່ອງທ່ຽວໃນປະເທດ 85 ລ້ານຄົນ, ລາຍຮັບທັງໝົດບັນລຸປະມານ 755.000 ຕື້ດົ່ງ, ປະກອບສ່ວນ 9,2% ໃນ ຈີດີພີ, ສ້າງ​ແຮງ​ງານທັງ​ທາງ​ກົງ​ແລະ​ທາງ​ອ້ອມ 2,5 ລ້ານ​ຄົນ(3). ໃນ 7 ເດືອນຕົ້ນປີ 2023, ຈຳນວນນັກທ່ອງທ່ຽວໃນປະເທດບັນລຸ 76,5 ລ້ານຄົນ; ​ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ບັນລຸ​ເກືອບ 6,6 ລ້ານ​​ຄົນ, ​ເທົ່າ​ກັບ 83% ຂອງ​ແຜນການ​ປີ 2023, ຍອດ​ລາຍ​ຮັບ​ຈາກ​ນັກ​ທ່ອງ​ທ່ຽວ​ໃນ 7 ​ເດືອນ​ຕົ້ນ​ປີ​ບັນລຸ​ປະມານ 416.600 ຕື້​ດົ່ງ. ຄາດ​ວ່າ ​ໃນ​ໄວໆ​ນີ້​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຈະ​ສຳ​ເລັດ​ຕາມ​ເປົ້າ​ໝາຍ​ຂອງ​ຕົນ​ ແລະ​ມີ​ພື້ນທີ່ອີກ​ຫຼາຍ​ທີ່​ຈະ​ສືບ​ຕໍ່​ຂະ​ຫຍາຍ​ຕົວ​ເມື່ອ​ເຂົ້າ​ສູ່​ລະ​ດູ​ການ​ທ່ອງ​ທ່ຽວ​ສາ​ກົນ​ໃນ​ທ້າຍ​ປີ (4).

ຫວຽດນາມ​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ 10 ປະ​ເທດ​ທີ່​ມີ​ການ​ທ່ອງທ່ຽວ​ເຕີບໂຕໄວ​ທີ່​ສຸດ​ໃນ​ໂລກ. ປະສິດທິຜົນ​ເສດຖະກິດ-ສັງຄົມ​ຂອງ​ກິດຈະກຳການ​​ທ່ອງ​ທ່ຽວ​ນັບ​ມື້​ນັບ​ຈະ​ແຈ້ງ, ປະກອບສ່ວນ​ສ້າງ​ການ​ບໍລິ​ໂພ​ກສິນຄ້າແລະບໍລິການໃນ​ທ້ອງ​ຖິ່ນ, ຊຸກຍູ້​ການ​ພັດທະນາ​ອຸດສາຫະກຳ​ອື່ນໆ, ຟື້ນ​ຟູ​ງານ​ບຸນແລະອາຊີບຫັດຖະກຳ​ພື້ນ​ເມືອງຫຼາຍຢ່າງ, ຊຸກຍູ້​ການປັບ​ໂຄງສ້າງ​ເສດຖະກິດ, ສ້າງ​ວຽກ​ເຮັດ​ງານ​ທຳຈຳນວນຫຼາຍ, ປະກອບສ່ວນ​ເຂົ້າ​ໃນ​ການລົບ​ລ້າງ​ຄວາມ​ອຶດ​ຫີ​ວແລະ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ການ​ປັບ​ປຸງ​ຮູບລັກສະນະ​ແລະ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ໃນ​ຫຼາຍ​ພື້ນທີ່ທົ່ວ​ປະ​ເທດ, ຕົວຢ່າງເຊັ່ນ: ຕົວເມືອງຊາປາ (ແຂວງລາວກາຍ), ນະຄອນຮ້າລອງ (ແຂວງກວ໋າງນິງ), ເມືອງກ້າດບ່າ (ນະຄອນຮາຍຟ່ອງ), ຕົວເມືອງເຊິ່ມເຊີນ (ແຂວງແທງຮວາ), ຕົວເມືອງເກື໋ອຫຼໍ່ (ແຂວງເງ້ອານ), ນະຄອນເວ້ (ແຂວງເທື່ອທຽນເວ້), ນະຄອນໂຮ້ຍອານ (ແຂວງກວ໋າງນາມ), ນະຄອນຍາຈາງ (ແຂວງແຂ່ງຮວ່າ), ຕາແສງ ໝຸ້ຍແນ້ (ແຂວງບິ່ງທ້ວນ), ບາມທ້ອງຖິ່ນໃນເຂດທົ່ງພຽງແມ່ນ້ຳຂອງ... ໃນນັ້ນ, ການເຊື່ອນຕໍ່ລະຫວ່າງການທ່ອງທ່ຽວກັບການຮັກສາຄຸນຄ່າວັດທະນະທຳ ແລະສິ່ງແວດລ້ອມນິເວດ ກໍ່ນັບ​ມື້​ນັບ​ໄດ້​ຮັບ​ການ​ສົ່ງ​ເສີມ ​ແລະ ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ທ້ອງ​ຖິ່ນ, ຊຸກຍູ້​ການ​ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ.

ດ້ານການທ່ອງທ່ຽວວັດທະນະທຳຫວຽດນາມແມ່ນປະເທດທີ່ມີຂໍ້ໄດ້ປຽບແລະຄວາມສາມາດບົ່ມຊ້ອນຫຼາຍຢ່າງ ໃນການສ້າງແລະພັດທະນາຜະລິດຕະພັນແລະບໍລິການດ້ານການທ່ອງທ່ຽວວັດທະນະທຳ ທີ່ມີບູຮານວັດຖຸທາງປະຫວັດສາດຫຼາຍກວ່າ 40.000 ແຫ່ງ, ລວມເຖິງບູຮານວັດຖຸຂອງແຂວງຫຼາຍກວ່າ 10.000 ແຫ່ງ, ບູຮານວັດຖຸແຫ່ງຊາດຫຼາຍກວ່າ 3.600 ແຫ່ງ, ບູຮານວັດຖຸພິເສດປະຈຳຊາດ 128 ແຫ່ງ, ມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນ 15 ແຫ່ງທີ່ຂຶ້ນທະບຽນໂດຍອົງການ UNESCO(5)... ບົນພື້ນຖານຂອງການຂຸດຄົ້ນແລະເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ, ຫຼາຍທ້ອງຖິ່ນທົ່ວປະເທດໄດ້ສ້າງແລະພັດທະນາຜະລິດຕະພັນການທ່ອງທ່ຽວວັດທະນະທຳທີ່ຂ້ອນຂ້າງຫຼາກຫຼາຍ ເຊັ່ນ: ເສັ້ນທາງທ່ອງທ່ຽວທີ່ເຊື່ອມຕໍ່ແຫຼ່ງມໍລະດົກໂລກຂອງບັນດາປະເທດໃນອາຊຽນ, ເສັ້ນທາງການທ່ອງທ່ຽວມໍລະດົກພາກກາງ, ງານບຸນເວ້, ງານບຸນທະເລຍາຈາງ, ງານບຸນຄາຣ໌ນິວັນທະເລຮ້າລອງ, ງານບຸນດອກໄມ້ດາລ້າດ, ງານບຸນອາຫານແລະໝາກໄມ້ໃນ​ແຂວງແລະນະຄອນ​ຕ່າງໆ​ທົ່ວ​ປະ​ເທດ; ບັນດາໂຄງການສະແດງສິລະປະພິເສດເຊັ່ນ: “ໂຮ້ຍອານແຫ່ງຄວາມຊົງຈຳ”, “ແກ່ນສານແຫ່ງພາກເໜືອ”, ອ່າໂອ້ ໂຊວ໌”... ນອກຈາກນີ້, ເສັ້ນທາງການທ່ອງທ່ຽວໝູ່ບ້ານຫັດຖະກຳໃນເວລາທີ່ຜ່ານມາກໍ່ເປັນທາງເລືອກຍອດນິຍົມສຳລັບນັກທ່ອງທ່ຽວຕ່າງຊາດ ເມື່ອມາຢ້ຽມຢາມຫວຽດນາມ. ກ່ອນການແຜ່ລະບາດຂອງພະຍາດ​ໂຄ​ວິດ-19, ໃນປີ 2016, ແຫຼ່ງ​ມໍລະດົກ​ໂລກ​ໃນຫວຽດນາມປະເທດດຽວສາມາດ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວໄດ້ 14,3 ລ້ານ​ຄົນ ໂດຍມີ​ລາຍໄດ້​ປະມານ 1.776 ຕື້​ດົ່ງ; ​ໃນ​ປີ 2019 ມີແຂກ​ເພີ່ມ​ຂຶ້ນ​ເປັນປະມານ 18,2 ລ້ານ​​ຄົນ ໂດຍ​ມີລາຍໄດ້​ປະມານ 2.322 ຕື້​ດົ່ງ. ການທ່ອງທ່ຽວຫວຽດນາມໄດ້ຮັບການຈັດອັນດັບສູງຢ່າງຕໍ່ເນື່ອງໃນການເລືອກຕັ້ງແລະລາງວັນລະດັບສາກົນຈຳນວນຫຼາຍ. ປີ 2018, 2019, 2020, ຫວຽດນາມໄດ້ຮັບລາງວັນ ຈຸດໝາຍປາຍທາງແຖວໜ້າຂອງອາຊີ, ຈຸດໝາຍ​ປາຍທາງ​ມໍລະດົກ​ອັນ​ດັບ​ໜຶ່ງ​ຂອງ​ອາຊີ, ແຫຼ່ງ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທໍາ​ຊັ້ນ​ນໍາ​ຂອງ​ອາ​ຊີ​, ຈຸດໝາຍປາຍທາງອາຫານການກິນຊັ້ນນໍາຂອງອາຊີ... ໃນປີ 2022, ອົງການລາງວັນ​ການທ່ອງທ່ຽວ​ໂລກ (WTA) ​ໄດ້​ລົງ​ຄະ​ແນນ​ສຽງ​ໃຫ້​ຫວຽດນາມ​ເປັນ ສະຖານທີ່ທ່ອງທ່ຽວທາງ​ມໍລະດົກ​ຊັ້ນນຳຂອງ​ໂລກ”. ສິ່ງເຫຼົ່ານີ້ເປັນຫຼັກຖານທີ່ຊັດເຈນໃນການສົ່ງເສີມ​ຄຸນຄ່າຂອງ​ມໍລະດົກ​ໃນ​ການ​ພັດທະນາ​ການທ່ອງທ່ຽວ, ຢັ້ງຢືນ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ ຂອງ​ມໍລະດົກ​ວັດທະນະທຳ​ຫວຽດນາມ ​ໃນ​ຂະ​ບວນການ​ພັດທະນາ​ເສດຖະກິດແລະສັງຄົມ, ສ້າງ​ວິຖີຊີວິດໃຫ້ກັບຊຸມຊົນ​ທີ່​​ມໍລະດົກຕັ້ງຢູ່, ປະກອບສ່ວນສ້າງ​ຄວາມສົມດຸນ ​ແລະ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ສົ່ງເສີມການ​ພັດທະນາທີ່​ຍືນ​ຍົງ.

ດ້ານການທ່ອງທ່ຽວຊຸມຊົນໃນເວລາທີ່ຜ່ານມາ, ການທ່ອງທ່ຽວຊຸມຊົນຫວຽດນາມໃນບົດບາດສຳຄັນໃນການພັດທະນາຂອງຂະແໜງການທ່ອງທ່ຽວ ໂດຍລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ຫຼາຍ​ພາກສ່ວນ​ທີ່ກ່ຽວຂ້ອງ. ຜະລິດຕະພັນການທ່ອງທ່ຽວຊຸມຊົນຈຳນວນຫຼາຍຖືກນຳໄປໃຊ້ປະໂຫຍດເຊັ່ນ: ການທ່ອງທ່ຽວເພື່ອສຳຜັດກັບການເຄື່ອນໄຫວວັດທະນະທຳ ແລະ ສຳຜັດວິຖີຊີວິດຂອງປະຊາຊົນທ້ອງຖິ່ນ, ການທ່ອງທ່ຽວບ້ານຫັດຖະກຳ, ການທ່ອງທ່ຽວຣີສອດໃນຊຸມຊົນ... ບັນດາ​ຜະລິດຕະພັນການ​ທ່ອງ​ທ່ຽວກ່ຽວຂ້ອງກັບການ​ໃຊ້ປະໂຫຍດຈາກ​ຊັບພະຍາກອນ, ຈຸດແຂງ ແລະສະຖານທີ່ດຶງດູດໃຈ​ຂອງ​ທ້ອງ​ຖິ່ນ ລວມເຖິງ​ປັດ​ໄຈ​ສຳຄັນ​ຄື: ຊັບພະຍາກອນວັດທະນະທຳ, ວິຖີ​ຊີວິດ, ຮີດຄອງ​ປະ​ເພນີ ແລະ ນິໄສ​ການ​ປູກຝັງ​ກະສິກຳ​ ຖື​ວ່າ​ເປັນ​ປັດ​ໄຈ​ພື້ນຖານ​ທີ່​ສ້າງ​ຄວາມ​ແຕກ​ຕ່າງ ​ແລະ ຄວາມ​ດຶງ​ດູດ​ຂອງ​ຜະລິດ​ຕະພັນ​ການທ່ອງທ່ຽວ. ປະຈຸ​ບັນ​ ການທ່ອງທ່ຽວ​ຊຸມ​ຊົນ​ໄດ້​ຂະຫຍາຍ​ໄປສູ່ກິດຈະກຳ​ຕ່າງໆເຊັ່ນ: ການທ່ອງທ່ຽວ​ສີຂຽວ, ການທ່ອງທ່ຽວ​ກະສິກຳ, ການທ່ອງ​ທ່ຽວ​ເພື່ອສຸຂະພາບ...

ຮູບ​ແບບ​ການ​ທ່ອງ​ທ່ຽວ​ຊຸມ​ຊົນ​ພວມ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢູ່​ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ ຄື: ແຂວງເຊີນລາ, ດ້ຽນບຽນ, ລາຍເຈົາ, ກາວບັ່ງ, ບັ້ກກ້ານ, ອຽນບ໊າຍ, ຖາຍງວຽນ, ລ້າງເຊີນ, ຮ່າຢາງ, ນາມດິ້ງ, ນິງບິ່ງ, ເງ້ອານ, ກວ໋າງນິງ, ເທື່ອທຽນເວ້, ດົ່ງທ້າບ, ຕ່ຽນຢາງ, ເບ໊ນແຈ, ຫວິ້ງລອງ, ເກິ່ນເທີ, ເຮົ້າຢາງ, ອານຢາງ, ເລິມດົ່ງ, ດັ້ກລັກ, ກອນຕຸມ, ບິ່ງດິ້ງ, ຝູອຽນ, ແຂ່ງຮວ່າ... ແລະ ຢູ່​ຕົວ​ເມືອງ​ໃຫຍ່ຕ່າງໆ​ ຄື: ຮ່າ​ໂນ້ຍ, ດານັ້ງ, ຮາຍຟ່ອງ... ຮອດ​ປີ 2020, ທົ່ວປະເທດມີປະມານ 300 ໝູ່ບ້ານ, ​ບ້ານທີ່​ມີກິດຈະ​ການ​ທ່ອງ​ທ່ຽວ​ຊຸມ​ຊົນ. ແຫຼ່ງທ່ອງ​ທ່ຽວ​ຊຸມ​ຊົນ​ຂອງ​ພວກ​ເຮົາ​ຫຼາຍ​ແຫ່ງ​ໄດ້​ບັນລຸ​ມາດຖານ ​ແລະ​ໄດ້​ຮັບ​ລາງວັນ​ສາກົນ ​ເຊັ່ນ: ລາງວັນການ​ທ່ອງ​ທ່ຽວ​ປະຊາ​ຄົມ​ອາ​ຊຽນປີ 2023 ທີ່ມອບ​ໃຫ້ແກ່​ສະຫະກອນ​ບໍລິການ​ທ່ອງ​ທ່ຽວ​ຊຸມ​ຊົນ ກວ໋ານ​ບ່າ (ແຂວງ ຮ່າ​ຢາງ); ແຫຼ່ງທ່ອງທ່ຽວຊຸມຊົນບ້ານ ຊີນສວຍໂຮ່ (ແຂວງ ລາຍເຈົາ); ຊຸມ​ຊົນ​ທ່ອງ​ທ່ຽວ​ບ້ານ​ປະ​ມົງ ເຕິນແທ່ງ (ແຂວງ ກວ໋າງ​ນາມ); ໝູ່ບ້ານ​ອະນຸລັກ​​ນິເວດ​ເຮືອນ​ເສົາ​​ຊົນ​ເຜົ່າ ຢູ່ຖາຍຫາຍ (​ແຂວງ​ຖາຍ​ງວຽນ). ນອກຈາກ​ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະ​ກິດ​ທີ່​ນຳ​ມາ​ໃຫ້​ຊຸມ​ຊົນແລ້ວ ການ​ທ່ອງ​ທ່ຽວ​ຊຸມ​ຊົນ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ​ໃນ​ການ​ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະວັດທະນະທຳອັນ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ປະ​ເທດ. 

ດ້ານການທ່ອງທ່ຽວແບບນິເວດ: ການທ່ອງທ່ຽວແບບນິເວດແມ່ນຮູບແບບການທ່ອງທ່ຽວທີ່ອີງໃສ່ການຂຸດຄົ້ນຄຸນຄ່າທໍາມະຊາດ ແລະ ວັດທະນະທໍາໃນທ້ອງຖິ່ນ ເຊິ່ງກ່ຽວຂ້ອງກັບການຄຸ້ມຄອງສິ່ງແວດລ້ອມ ແລະປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ. ຫວຽດນາມມີເງື່ອນໄຂສະດວກ​ຫຼາຍ​ຢ່າງ​ເພື່ອ​ພັດທະນາ​ການທ່ອງທ່ຽວ​ນິເວດດ້ວຍ​ທຳ​ມະ​ຊາດ​ທີ່​ຫຼາກ​ຫຼາຍ, ມີ​ຊາຍ​ຝັ່ງ​ທະ​ເລ​ຍາວ​ກວ່າ 3.200 ກິ​ໂລ​ແມັດ ແລະໝູ່​ເກາະ​ໃຫຍ່​ນ້ອຍ​ຫຼາຍ​ແຫ່ງ, ​ລະບົບ​ນິ​ເວດ​ຂອງສັດ​ແລະພືດທີ່ອຸດົມສົມບູນແລະມີເອກະລັກ. ການທ່ອງທ່ຽວ​ນິເວດ​ສຸມ​ໃສ່​ພັດທະນາ​ຕາມ​ເຂດ​ແຄວ້ນ. ເຂດ​ພູດ​ອຍ​ແລະຊາຍຝັ່ງຕາ​ເວັນ​ອອກ​ສ່ຽງ​ເໜືອ ​ມີ​ລະບົບ​ນິ​ເວດ​ພູ​ຫິນປູນ, ລະບົບ​ນິ​ເວດພື້ນທີ່ຊຸ່ມນ້ຳ, ລະບົບ​ນິ​ເວດ​ປະ​ກາ​ລັງ...; ຕົວຢ່າງທົ່ວໄປແມ່ນເຂດອະນຸລັກທຳມະຊາດ ບັກເຊີນ, ເຂດອະນຸລັກທຳມະຊາດ ຫຶວລຽນ (ແຂວງລ້າງເຊີນ), ອຸທະຍານແຫ່ງຊາດ ບາເບ໋ (ແຂວງ ບັກກ້ານ), ທະເລສາບ ໜູຍກົ້ດ (ແຂວງຖາຍວຽນ), ອຸທະຍານແຫ່ງຊາດ ບ໊າຍຕື໋ລອງ (ແຂວງກວ໋າງນິງ); ອຸທະຍານແຫ່ງຊາດ ກ໊າດບ່າ (ນະຄອນຮາຍຟ່ອງ); ລະບົບນິເວດປະກາລັງໃນເຂດທະເລຮ້າລອງ ແລະກ໊າດບ່າ ເໝາະສົມກັບການພັດທະນາການທ່ອງທ່ຽວນິເວດຫຼາຍຊະນິດ... ເຂດພູດອຍທາງທິດຕາເວັນຕົດສ່ຽງເໜືອມີລະບົບນິເວດພູເຂົາສູງ ທີ່ມີພັນພືດເຂດອົບອຸ່ນຫຼາຍຊະນິດ ແລະ ອຸທະຍານແຫ່ງຊາດຮວ່າງລຽນ ທີ່ມີສັດຫາຍາກຫຼາຍຊະນິດ ເໝາະສຳລັບການທ່ອງທ່ຽວແບບໄປທ່ຽວຊົມ ແລະ ຄົ້ນຄວ້າລະບົບນິເວດພູສູງ ແລະການທ່ອງທ່ຽວແບບພະຈົນໄພ. ເຂດທົ່ງພຽງແມ່ນ້ຳແດງມີອຸທະຍານແຫ່ງຊາດຫຼາຍແຫ່ງເຊັ່ນ: ບາວີ່, ຕາມດ໋າວ, ຊວັນຖຸຍ, ກຸ໊ກເຟືອງ ດ້ວຍການເຄື່ອນໄຫວທ່ອງທ່ຽວນິເວດຕົ້ນຕໍ່ແມ່ນ ການທ່ຽວຊົມແລະຄົ້ນຄວ້າລະບົບນິເວດສະເພາະ ລວມກັບການທ່ອງທ່ຽວວັດທະນະທຳ. ພາກກາງຕອນເໜືອມີຄວາມຫຼາກຫຼາຍທາງຊີວະພາບສູງ ດ້ວຍອຸທະຍານແຫ່ງຊາດຫຼາຍແຫ່ງ (ເບ໊ນແອນ, ປູ່ມ້າດ, ຫວູ ກວາງ, ຟອງຍາ-ແກ໋ບ່າງ, ແບັ້ກໝະ) ເຊິ່ງແມ່ນປ່າດຶກດຳບັນຂະໜາດໃຫຍ່ ທີ່ມີຄວາມຫຼາກຫຼາຍທາງຊີວະພາບ, ມີຂໍ້ດີຫຼາຍປະການສຳລັບການທ່ອງທ່ຽວປະເພດນີ້ ເພື່ອຄົ້ນຄວ້າລະບົບນິເວດ, ການທ່ອງທ່ຽວແບບພະຈົນໄພ, ການທ່ອງທ່ຽວດຳນ້ຳທະເລ... ພາກກາງຕອນໃຕ້ແລະເຂດເນີນສູງພາກກາງ ມີລະບົບນິເວດທົ່ວໄປຄື: ລະບົບນິເວດປ່າໂຄກ, ລະບົບນິເວດພື້ນທີ່ຊຸ່ມນ້ຳ, ລະບົບນິເວດພູເຂົາສູງ, ລະບົບນິເວດປະກາລັງ, ລະບົບນິເວດດິນຊາຍ... ເຊິ່ງເປັນພູມພາກທີ່ໂລກຍອມຮັບວ່າມີຄວາມຫຼາກຫຼາຍທາງຊີວະພາບສູງ, ແມ່ນສະຖານທີ່ແຫ່ງດຽວໃນຫວຽດນາມ ແລະປະເທດໃນອາຊີຕາເວັນອອກສ່ຽງໃຕ້ ທີ່ມີງົວສີຂີ້ເຖົ່າແລະເຂົາບິດທັງ 4 ສາຍພັນ, ພ້ອມກັນນັ້ນ ຍັງເປັນທີ່ຢູ່ຂອງນົກ, ສັດ, ສັດເລືອຄານ, ປາ, ພັນພືດເປັນສັດຫາຍາກແລະສະເພາະຖິ່ນຢູ່ຫວຽດນາມ ແລະ ທົ່ວໂລກ. ການທ່ອງທ່ຽວນິເວດຫຼາຍປະເພດໄດ້ຖືກຂຸດຄົ້ນແລະໃຊ້ປະໂຫຍດໃນພື້ນທີ່ນີ້, ລວມທັງການທ່ອງທ່ຽວການຄົ້ນຄວ້າລະບົບນິເວດ, ການທ່ອງທ່ຽວຜະຈົນໄພ, ການທ່ອງທ່ຽວດໍານ້ຳທະເລ... ເຂດຕະເວັນອອກຂອງພາກໃຕ້ສ່ວນໃຫຍ່ປະກອບດ້ວຍເຂດອຸທະຍານແຫ່ງຊາດເຊັ່ນ: ອຸທະຍານແຫ່ງຊາດກ໊າດຕຽນ, ອຸທະຍານແຫ່ງຊາດໂກນດ໋າວ, ເຂດສະຫງວນຊີວະພາບເກິ່ນເຢີ່... ທີ່ມີຄວາມຫຼາກຫຼາຍທາງຊີວະພາບຂ້ອນຂ້າງສູງ. ເຂດທົ່ງພຽງແມ່ນ້ຳຂອງມີ 2 ລະບົບນິເວດທີ່ເປັນຕົວແທນຄື ພື້ນທີ່ຊຸ່ມນ້ຳ ແລະ ປ່າຊາຍເລນ ທີ່ມີກິດຈະກຳການທ່ອງທ່ຽວທີ່ໜ້າດຶງດູດເຊັ່ນ ການທ່ອງທ່ຽວທາງແມ່ນ້ຳ ແລະສວນໝາກໄມ້, ດຶງດູດນັກທ່ອງທ່ຽວທັງໃນປະເທດແລະຕ່າງປະເທດຫຼາຍຂຶ້ນເລື້ອຍໆ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທ້ອງ​ຖິ່ນ.

ຄຽງຄູ່ກັບຜົນສຳເລັດທີ່ບັນລຸໄດ້, ການພັດທະນາການທ່ອງທ່ຽວຍັງປະເຊີນກັບຄວາມທ້າທາຍຫຼາຍຢ່າງ ໃນການປົກປ້ອງມໍລະດົກ ແລະຄວາມຫຼາກຫຼາຍຂອງການສະແດງອອກທາງວັດທະນະທຳ, ພ້ອມຄວາມຕ້ອງການ ໃນການປົກປ້ອງສິ່ງແວດລ້ອມທາງນິເວດວິທະຍາ ແລະການພັດທະນາການທ່ອງທ່ຽວແບບຍືນຍົງ. ສາມາດເຫັນໄດ້ວ່າ, ກິດຈະກຳການທ່ອງທ່ຽວ, ໃນດ້ານໜຶ່ງ, ປະກອບສ່ວນອະນຸລັກແລະເສີມຂະຫຍາຍຄຸນຄ່າວັດທະນະທຳດັ້ງເດີມຂອງຊຸມຊົນໃນອີກດ້ານໜຶ່ງ, ຍັງເປັນປັດໄຈທີ່ເຮັດໃຫ້ເອກະລັກທາງວັດທະນະທຳ ແລະວິຖີຊີວິດດັ້ງເດີມຂອງຊຸມຊົນປ່ຽນຮູບແລະປ່ຽນແປງໄປ ແລະໃນຂະນະດຽວກັນ ກໍ່ສົ່ງຜົນກະທົບດ້ານລົບບໍ່ໜ້ອຍ ຕໍ່ສະພາບແວດລ້ອມທາງນິເວດ. ນອກຈາກນີ້, ໂຄງສ້າງທາງສັງຄົມໃນຊຸມຊົນ ກໍ່ອາດຈະໄດ້ຮັບຜົນກະທົບເນື່ອງຈາກຄວາມຂັດແຍ້ງທີ່ອາດຈະເກີດຂຶ້ນ ຈາກການແບ່ງຜົນປະໂຫຍດຈາກການທ່ອງທ່ຽວ, ຊ່ອງ​ຫວ່າງ​ລະຫວ່າງ​ຄົນ​ຮັ່ງມີ​ແລະ​ຄົນ​ທຸກ​ເພີ່ມ​ຂຶ້ນ, ລາຄາ​ທີ່​ດິນ​ ແລະ​ຄ່າ​ຄອງ​ຊີບ ​ປ່ຽນ​ແປງ​ຕາມ​ຄວາມ​ຕ້ອງການ ​ແລະ ຄວາມ​ສາມາດ​ໃນການ​ໃຊ້​ຈ່າຍ​ຂອງ​ນັກ​ທ່ອງ​ທ່ຽວ. ຄຸນ​ນະ​ພາບ​ຂອງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ການ​ທ່ອງ​ທ່ຽວມີ​ຈໍາ​ກັດ​ແລະ​ບໍ່​ສະ​ໝ່ຳສະເໝີ. ນອກ​ນີ້, ໂຄງສ້າງພື້ນຖານ​ແລະການ​ຄົມມະນາຄົມຂົນສົ່ງ​ໄປ​ຍັງ​ສະຖານ​ທີ່​ທີ່​ມີ​ທ່າ​ແຮງ​ໃນ​ການ​ພັດທະນາ​ການທ່ອງທ່ຽວ ຍັງ​ບໍ່​ສອດຄ່ອງ ​ແລະ ບໍ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາ​ການທ່ອງທ່ຽວ, ​ໂດຍ​ສະ​ເພາະ​ແມ່ນ​ ແຫຼ່ງທ່ອງ​ທ່ຽວ​ຊຸມ​ຊົນ ​ແລະ ແຫຼ່ງທ່ອງ​ທ່ຽວນິເວດ ໃນ​ເຂດ​ພູດ​ອຍ​ພາກ​ເໜືອ.

3- ຫຼັງການແຜ່ລະບາດຂອງພະຍາດໂຄວິດ-19, ກະແສການທ່ອງທ່ຽວສີຂຽວ, ການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ ທີ່ຕິດພັນກັບການອະນຸລັກຄຸນຄ່າວັດທະນະທຳແມ່ນເພີ່ມຂຶ້ນ, ມັນຮຽກ​ຮ້ອງ​ໃຫ້​ມີ​ການ​ແກ້​ໄຂຢ່າງຮອບດ້ານ ດັ່ງ​ຕໍ່​ໄປ​ນີ້​:

ທີໜຶ່ງ, ສືບຕໍ່ມີກົນໄກແລະນະໂຍບາຍສະໜັບສະໜູນທີ່ເໝາະສົມ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ການທ່ອງທ່ຽວພັດທະນາຢ່າງຍືນຍົງ ແລະກາຍເປັນຂະແໜງເສດຖະກິດຫົວຫອກທີ່ແທ້ຈິງ. ບັນດາ​ທ້ອງ​ຖິ່ນ, ອີງ​ຕາມ​ເງື່ອນ​ໄຂ​ສະ​ເພາະ​ທາງເສດຖະກິດ-ສັງຄົມ, ຕ້ອງ​ມີ​ນະ​ໂຍ​ບາຍ​ສະ​ໜັບ​ສະໜູນ​ທີ່​ເໝາະ​ສົມ​ສໍາ​ລັບ​ກິດ​ຈະ​ກໍາ​ການ​ທ່ອງ​ທ່ຽວ. ຕາມນັ້ນ, ນະໂຍບາຍແລະແຜນການໃຊ້ປະໂຫຍດຈາກຄຸນຄ່າຂອງມໍລະດົກວັດທະນະທຳແລະທຳມະຊາດ ເພື່ອຮັບໃຊ້ການພັດທະນາການທ່ອງທ່ຽວ ຈຶງຈຳເປັນຕ້ອງໄດ້ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ແທ້​ຈິງ​ຈາກ​ທ້ອງ​ຖິ່ນ ໃນການ​ປະກາດ​ໃຊ້ແລະການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນໃນທ້ອງຖິ່ນ.

ທີສອງ, ມີ​ນະ​ໂຍບາຍ​ໃຫ້​ບຸລິມະສິດ​ໃນ​ການ​ລົງທຶນ​ພັດທະນາໂຄງສ້າງພື້ນຖານ​ໃຫ້​ແກ່​ແຫຼ່ງທ່ອງ​ທ່ຽວ​ຊຸມ​ຊົນ, ການທ່ອງທ່ຽວ​ແບບນິ​ເວດ ແລະ​ແຫຼ່ງທ່ອງ​ທ່ຽວ​ວັດທະນະທຳ​ໃນ​ເຂດ​ຊາຍ​ແດນ, ​ເຂດ​ພູດ​ອຍ, ໝູ່​ເກາະ. ອີງ​ຕາມ​ແຜນ​ແມ່​ບົດ​ຂອງ​ປະ​ເທດ, ບັນດາ​ທ້ອງ​ຖິ່ນ​ສືບ​ຕໍ່​ກວດກາ ​ແລະ ສ້າງ​ແຜນການ​ລະອຽດສຳລັບແຕ່ລະພື້ນທີ່ ສະຖານທີ່ ແລະກຸ່ມສະຖານ​ທີ່ທ່ອງທ່ຽວຈຸດໜັກ ໂດຍສຸມ​ໃສ່​ບັນດາ​ປັດ​ໄຈທີ່ຍຶນຍົງ. ໃນການວາງແຜນ, ຕ້ອງຮັບປະກັນຫຼັກການຂອງຄວາມຫຼາກຫຼາຍທາງຊີວະພາກ ແລະ ການຄຸ້ມຄອງສິ່ງແວດລ້ອມ, ອະນຸລັກແລະເສີມຂະຫຍາຍຄຸນຄ່າວັດທະນະທຳ, ໂດຍສະເພາະ ຄຸນຄ່າຂອງມໍລະດົກ, ເອກະລັກທາງວັດທະນະທຳຂອງຊາດ ແລະ ບັນດາສີສັນວັດທະນະທຳທີ່ຫຼາກຫຼາຍຂອງຊຸມຊົນທ້ອງຖິ່ນ. ການປົກປັກຮັກສາສິ່ງແວດລ້ອມຕ້ອງໄດ້ຮັບການເຄົາລົບນັບຖືຈາກບັນດາອົງການຄຸ້ມຄອງທຸກຂັ້ນ ແລະ ກາຍເປັນຄວາມຮຽກຮ້ອງຕ້ອງການໃນການວາງແຜນພັດທະນາຂອງແຕ່ລະທ້ອງຖິ່ນ.

ທີສາມ, ຊຸກຍູ້​ການ​ເຊື່ອມຕໍ່ແລະສົມທົບ​ກັນ​ຢ່າງ​ມີ​ປະສິດທິ​ຜົນ ​ລະຫວ່າງ​ບັນດາຂະແໜງການ, ວິສາຫະກິດ, ປະຊາຊົນ ​ແລະ ​ຜູ້​ມີ​ສ່ວນ​ຮ່ວມ​ໃນ​ການສ້າງ ​ແລະ ພັດທະນາ​​ຜະລິດ​ຕະພັນ​ແລະ​ບໍລິການການ​ທ່ອງ​ທ່ຽວ​ຊຸມ​ຊົນ, ການທ່ອງທ່ຽວນິເວດ ແລະການທ່ອງທ່ຽວວັດທະນະທຳ. ແກ້ໄຂບັນຫາຜົນປະໂຫຍດຂອງລັດ ຜູ້ອອກແຮງງານ ແລະວິສາຫະກິດຢ່າງກົມກຽວ ເພື່ອສ້າງຄວາມໄວ້ວາງໃຈ ແລະດຶງດູດຊັບພະຍາກອນສັງຄົມເຂົ້າໃນສ້າງພື້ນທີ່ ສະຖານທີ່ ແລະກຸ່ມສະຖານ​ທີ່ທ່ອງທ່ຽວໃຫ້ສົມບູນແບບ, ສູ້​ຊົນ​ສ້າງ​ແຫຼ່ງທ່ອງ​ທ່ຽວ​ລະດັບພາກ​ພື້ນ ​ແລະລະກັບສາກົນ, ຈາກນັ້ນສ້າງ​ຄວາມ​ດຶງ​ດູດ ​ແລະ ການ​ແຜ່ກະຈາຍ​ໃຫ້ກັບ​ແຫຼ່ງທ່ອງ​ທ່ຽວ.

ທີສີ່, ປັບໂຄງສ້າງຂະແໜງການທ່ອງທ່ຽວ, ຕັ້ງແຕ່ການເຄື່ອນໄຫວສົ່ງເສີມການຂະຫຍາຍ ການໂຄສະນາ ແລະ ການກຳນົດຕະຫຼາດເປົ້າໝາຍ, ຈົນເຖິງການສ້າງຜະລິດຕະພັນທີ່ເໝາະສົມ; ໃຫ້​ບຸລິມະສິດ​ໃນ​ການ​ພັດທະນາ​ມາດຕະການກະຕຸ້ນເສດຖະກິດ ​ແລະ ການ​ຮ່ວມ​ມື​ຢ່າງ​ໃກ້​ຊິດ ​ລະຫວ່າງ​ຂະ​ແໜງ​ການ​ທ່ອງ​ທ່ຽວ ​ແລະ ​ຜູ້​ໃຫ້ບໍລິການ​ທີ່​ກ່ຽວຂ້ອງ, ​ເຊັ່ນ: ການບິນ, ການຜະລິດ​ສິນຄ້າ ​ແລະພາກ​ບໍລິການ​ນັກ​ທ່ອງ​ທ່ຽວ. ກະຈາຍຜະລິດຕະພັນການທ່ອງທ່ຽວ, ໃຊ້ປະໂຫຍດຈາກຜະລິດຕະພັນການທ່ອງທ່ຽວປະເພດຕ່າງໆ ທີ່ມີຈຸດແຂງສະເພາະຂອງແຕ່ລະທ້ອງຖິ່ນ; ສຸມໃສ່ພັດທະນາຜະລິດຕະພັນການທ່ອງທ່ຽວທາງວັດທະນະທຳ-ປະຫວັດສາດ, ການທ່ອງທ່ຽວທາງອາຫານ, ການທ່ອງທ່ຽວຊ້ອບປິ້ງ, ການທ່ອງທ່ຽວກະສິກໍານິເວດ, ການທ່ອງທ່ຽວກອງປະຊຸມ-ສໍາມະນາ (MICE), ການທ່ອງທ່ຽວທາງການແພດ... ສືບ​ຕໍ່ປັບປຸງ​ຍົກ​ສູງ​ປະລິມານ ​ແລະ ຄຸນ​ນະພາ​ບຊັບພະຍາກອນ​ມະນຸດ​ການທ່ອງທ່ຽວ ​ໂດຍ​ສະ​ເພາະ ​ຖັນແຖວພະນັກງານ​ຄຸ້ມ​ຄອງ, ພະນັກງານ​ນຳ​ທ່ຽວ ​ແລະຜູ້​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວໂດຍກົງ, ຮັບປະກັນ​ຄຸນ​ນະພາ​ບການ​ຝຶກ​ອົບຮົມ​ວິຊາ​ຊີບ​ທ່ອງ​ທ່ຽວ​ຕາມ​ມາດຕະຖານ​ອາຊີບ​ອາ​ຊຽນ.  

ທີຫ້າ, ສົ່ງ​ເສີມ​ກິດ​ຈະ​ກໍາ​ການ​ໂຄ​ສະ​ນາ​ເຜີຍແຜ່ຊວນເຊື່ອ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ນັກ​ທ່ອງ​ທ່ຽວ ​ແລະປະຊາຊົນ​ກ່ຽວ​ກັບ ວິຖີ​ຊີວິດ​ສີຂຽວ”, ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ດຳລົງ​ຊີວິດ, ຈິດ​ສໍາ​ນຶກ​ການ​ທ່ອງ​ທ່ຽວ​ຢ່າງ​ຮັບ​ຜິດ​ຊອບ​, ຈິດ​ສໍາ​ນຶກໃນການ​ອະນຸລັກ​ແລະ​ສົ່ງ​ເສີມ​ຄຸນ​ຄ່າ​ຂອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທໍາ ​ໃນ​ກິດ​ຈະ​ກໍາ​ການ​ທ່ອງ​ທ່ຽວ. ຮັບປະກັນເປົ້າໝາຍຂອງການພັດທະນາການທ່ອງທ່ຽວຢ່າງຍືນຍົງ, ລວມເຖິງການຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວ, ປະສິດທິຜົນເສດຖະກິດ, ການພັດທະນາທ້ອງຖິ່ນ, ການຮັກສາຄຸນຄ່າວັດທະນະທຳ, ການປົກປ້ອງສິ່ງແວດ​ລ້ອມ​ນິເວດ​ວິທະຍາ, ການນຳ​ໃຊ້​ຊັບພະຍາກອນ​ຢ່າງ​ມີ​ປະສິດທິ​ຜົນ, ການຮັບປະກັນຄວາມປອດໄພທາງສັງຄົມ ແລະ ຄວາມຍຸຕິ​ທຳ​ສັງຄົມ, ມຸ່ງ​ໄປ​ເຖິງ​ການ​ກໍ່ສ້າງ​ຂະແໜງການທ່ອງທ່ຽວ​ທີ່ເປັນມືອາຊີບແລະ​ຍືນ​ຍົງ, ກາຍ​ເປັນ​ຂະ​ແໜງ​ເສດຖະກິດ​ສຳຄັນ​ຢ່າງ​ແທ້​ຈິງ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ./.

-------------------------

(1), (2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ່ຍ, 2021, ເຫຼັ້ມ 1, ໜ້າ 214, 145-146

(3) ເບິ່ງ: ສູນຂໍ້ມູນຂ່າວສານການທ່ອງທ່ຽວ (ກົມການທ່ອງທ່ຽວແຫ່ງຊາດຫວຽດນາມ): “ອັດຕາ​ການ​ເຕີບ​ໂຕ​ຂອງ​ນັກ​ທ່ອງ​ທ່ຽວ​ສູງ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ໜ້າ​ຂໍ້​ມູນ​​ເອ​ເລັກ​ໂຕຣນິກຂອງກົມການ​ທ່ອງ​ທ່ຽວ​ແຫ່ງ​ຊາດຫວຽດນາມ, ວັນທີ 9 ກໍລະກົດ 2020, https://www.vietnamtourism.gov.vn/post/32527

(4) ເບິ່ງ: ສູນຂໍ້ມູນຂ່າວສານການທ່ອງທ່ຽວ (ກົມການທ່ອງທ່ຽວແຫ່ງຊາດຫວຽດນາມ): “ນັກທ່ອງທ່ຽວສາກົນຫຼາຍກວ່າ 1 ລ້ານຄົນມາຢາມຫວຽດນາມໃນເດືອນກໍລະກົດ 2023”, ໜ້າ​ຂໍ້​ມູນ​​ເອ​ເລັກ​ໂຕຣນິກຂອງກົມການ​ທ່ອງ​ທ່ຽວ​ແຫ່ງ​ຊາດຫວຽດນາມ, ວັນທີ 27 ກໍລະກົດ 2023, https://vietnamtourism.gov.vn/post/51439

(5) ເບິ່ງ: ສູນຂໍ້ມູນຂ່າວສານການທ່ອງທ່ຽວ (ກົມການທ່ອງທ່ຽວແຫ່ງຊາດຫວຽດນາມ):ເສີມຂະຫຍາຍບົດບາດຂອງມໍລະດົກທາງວັດທະນະທຳ ຕິດພັນກັບການພັດທະນາການທ່ອງທ່ຽວແບບຍືນຍົງ”, ໜ້າ​ຂໍ້​ມູນ​​ເອ​ເລັກ​ໂຕຣນິກຂອງກົມການ​ທ່ອງ​ທ່ຽວ​ແຫ່ງ​ຊາດຫວຽດນາມ, ວັນທີ 22 ເມສາ 2023, https://vietnamtourism.gov.vn/post/49222

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1019 (ເດືອນສິງຫາ 2023)