ພັກກອມມູນິດຫວຽດນາມນຳພາການພັດທະນາເສດຖະກິດ
ຂອງປະເທດ ໃນໄລຍະການປ່ຽນແປງໃໝ່
ຕອນທີ 1: ຮອຍປະທັບໃນການນຳພາການພັດທະນາເສດຖະກິດ
ຂອງພັກກອມມູນິດຫວຽດນາມ ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່
ຂອງປະເທດ ໃນໄລຍະການປ່ຽນແປງໃໝ່
ຂອງພັກກອມມູນິດຫວຽດນາມ ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່
ຂະບວນການປ່ຽນແປງໃໝ່ຄວາມນຶກຄິດກ່ຽວກັບການພັດທະນາເສດຖະກິດ
ທີໜຶ່ງ, ການປ່ຽນແປງໃໝ່ຄວາມນຶກຄິດກ່ຽວກັບເສດຖະກິດ ແລະການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ.
ການປ່ຽນແປງໃໝ່ຄວາມນຶກຄິດກ່ຽວກັບເສດຖະກິດສະແດງອອກກ່ອນອື່ນໝົດ ໃນການປ່ຽນຜ່ານຈາກເສດຖະກິດທີ່ມີການວາງແຜນລວມສູນ ແບບອາດຍາສິດ ເກື້ອກູນ ໄປສູ່ເສດຖະກິດສິນຄ້າ ແລະ ພັດທະນາການຜະລິດສິນຄ້າ. ຂະບວນການປ່ຽນແປງໃໝ່ກໍ່ແມ່ນຂະບວນການລົບລ້າງກົນໄກລວມສູນອາດຍາສິດ ແລະ ວິທີການຄຸ້ມຄອງແບບບໍລິຫານແລະຄຳສັ່ງ ເພື່ອປ່ຽນໄປໃຊ້ກົນໄກຕະຫຼາດ ໂດຍເນັ້ນທີ່ການບັນຊີ, ການປະຕິບັດຕາມກົດເກນຄຸນຄ່າ ແລະບັນດາກົດເກນຂອງການຜະລິດສິນຄ້າ.
ຄຽງຄູ່ກັນນັ້ນ, ແນວຄິດກ່ຽວກັບການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ເຊິ່ງຕໍ່ມາພັດທະນາໄປສູ່ການເຊື່ອມໂຍງເຂົ້າກັບສາກົນ ກໍ່ມີການປ່ຽນແປງໃໝ່. ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່ ຫວຽດນາມໄດ້ເຊື່ອມໂຍງເຂົ້າກັບຕະຫຼາດໂລກຢ່າງເລິກເຊິ່ງຍິ່ງຂຶ້ນແລະ ຄວາມເປັນຈິງສະແດງໃຫ້ເຫັນວ່າ ການເຊື່ອມໂຍງໄດ້ສ້າງແລະກຳລັງສ້າງ ແຮງຜັກດັນໃຫ້ແກ່ການເຕີບໂຕທາງເສດຖະກິດ. ຄວາມສຳເລັດຂອງການເຊື່ອມໂຍງສະແດງໃຫ້ເຫັນເຖິງ ຄວາມຖືກຕ້ອງຂອງແຜນນະໂຍບາຍຂອງພັກແລະລັດ ໃນການເຊື່ອມໂຍງສາກົນຢ່າງເປັນເຈົ້າການແລະຕັ້ງໜ້າ. ຈາກປະເທດທີ່ຖືກປິດລ້ອມແລະຂວ້ຳບາດ, ອາໄສໂຍບາຍການຕ່າງປະເທດທີ່ຖືກຕ້ອງ ແລະການແກ້ໄຂການພົວພັນລະຫວ່າງເອກະລາດ, ການເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງສາກົນໄດ້ດີ ຫວຽດນາມຈຶງໄດ້ສ້າງຕັ້ງການພົວພັນຮ່ວມມືກັບບັນດາປະເທດແລະອົງການຈັດຕັ້ງສາກົນຢ່າງໄວວາ, ຂະຫຍາຍການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືຍຸດທະສາດ, ການລົງນາມ ແລະ ການຜັນຂະຫາຍສັນຍາການຄ້າເສລີຫຼາຍສະບັບ, ພິເສດແມ່ນບັນດາສັນຍາການຄ້າເສລີລຸ້ນໃໝ່ ເຊັ່ນ ສັນຍາຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ (CPTPP), ສັນຍາການຄ້າເສລີລະຫວ່າງຫວຽດນາມແລະສະຫະພາບເອີຣົບ (EVFTA),... ຫວຽດນາມໄດ້ເປັນເຈົ້າການໃນການເຂົ້າຮ່ວມ ແລະເສີມຂະຫຍາຍບົດບາດຂອງຕົນ ໃນບັນດາກົນໄກຫຼາຍຝ່າຍ, ພິເສດແມ່ນ ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ), ສະຫະປະຊາຊາດ, ບັນດາອົງການຈັດຕັ້ງສາກົນແລະພາກພື້ນທີ່ສຳຄັນ. ຈາກການຕີລາຄາໝາກຜົນການພົວພັນຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ, ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ຢືນຢັນວ່າ: “ການເຊື່ອມໂຍງເຂົ້າກັບສາກົນ ແລະການທູດທາງເສດຖະກິດທີ່ຮັບໃຊ້ການພັດທະນາ ມີຄວາມກ້າວໜ້າທີ່ສຳຄັນທາງດ້ານແຜນນະໂຍບາຍແລະນະໂຍບາຍ ເຊັ່ນດຽວກັບການຜັນຂະຫຍາຍໃນທາງປະຕິບັດ, ພ້ອມກັນກັບການປ້ອງກັນປະເທດແລະຄວາມໝັ້ນຄົງ ໄດ້ປັບປຸງສະພາບແວດລ້ອມທີ່ສັນຕິພາບແລະໝັ້ນຄົງ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດແລະສັງຄົມຂອງປະເທດ, ຍົກສູງຖານະຕຳແໜ່ງ ແລະບົດບາດຂອງຫວຽດນາມໃນເວທີສາກົນ”(1).
ທີສອງ, ຄວາມຮັບຮູ້ກ່ຽວກັບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ.
ການປ່ຽນຜ່ານສູ່ລະບົບເສດຖະກິດຕະຫຼາດເລີ່ມຕົ້ນຈາກນະໂຍບາຍການພັດທະນາການຜະລິດສິນຄ້າ, ພັດທະນາເສດຖະກິດສິນຄ້າຫຼາຍພາກສ່ວນ, ດໍາເນີນງານຕາມກົນໄກຕະຫຼາດ. ເຖິງກອງປະຊຸມໃຫຍ່ຄັ້ງທີ IX (ເດືອນເມສາ 2001), ພັກກອມມູນິດຫວຽດນາມກຳນົດວ່າ ລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແມ່ນຮູບແບບເສດຖະກິດທົ່ວໄປຂອງຫວຽດນາມໃນສະໄໝຂ້າມຜ່ານສູ່ລັດທິສັງຄົມນິຍົມ. ນັ້ນແມ່ນພື້ນຖານເສດຖະກິດສິນຄ້າຫຼາຍພາກສ່ວນ ທີ່ດຳເນີນງານຕາມກົນໄກຕະຫຼາດ ໂດຍມີການຄຸ້ມຄອງຂອງລັດຕາມທິດທາງສັງຄົມນິຍົມ. ນີ້ແມ່ນບາດກ້າວຫັນປ່ຽນທີ່ສຳຄັນ ຈາກການຮັບຮູ້ເສດຖະກິດຕະຫຼາດໃນຖານະເຄື່ອງມື ແລະກົນໄກການຄຸ້ມຄອງ, ໄປສູ່ການຖືເສດຖະກິດຕະຫຼາດເປັນລະບົບສົມບູນ ເປັນພື້ນຖານເສດຖະກິດຂອງການພັດທະນາຕາມທິດທາງສັງຄົມນິຍົມ. ໂດຍສືບທອດແນວຄວາມຄິດຂອງກອງປະຊຸມໃຫຍ່ຄັ້ນທີ່ IX, ໃນກອງປະຊຸມໃຫຍ່ຄັ້ງຕໍ່ໆໄປ ພັກກອມມູນິດຫວຽດນາມໄດ້ຊີ້ແຈງເພີ່ມເຕີມກ່ຽວກັບເນື້ອໃນພື້ນຖານຂອງທິດທາງສັງຄົມນິຍົມໃນການພັດທະນາເສດຖະກິດຕະຫຼາດຢູ່ຫວຽດນາມ.
ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກສືບຕໍ່ມີຄວາມຮັບຮູ້ເປັນເອກະພາບ ແລະຍົກສູງຄວາມຮັບຮູ້ກ່ຽວກັບການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. “ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມແມ່ນຮູບແບບເສດຖະກິດທົ່ວໄປຂອງປະເທດເຮົາໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ. ນັ້ນແມ່ນພື້ນຖານເສດຖະກິດຕະຫຼາດທີ່ທັນສະໄໝ, ເຊື່ອມໂຍງສາກົນ, ດຳເນີນງານຢ່າງເຕັມທີ່ແລະພ້ອມກັນ ຕາມບັນດາກົດເກນຂອງເສດຖະກິດຕະຫຼາດ ທີ່ມີການຄຸ້ມຄອງຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ເຊິ່ງນຳໂດຍພັກກອມມູນິດຫວຽດນາມ; ຮັບປະກັນທິດທາງສັງຄົມນິຍົມ ເພື່ອເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸດຕິທຳ ແລະ ອາລະຍະທຳ” ສອດຄ່ອງກັບການພັດທະນາປະເທດໃນແຕ່ລະໄລຍະ”(2). ນີ້ແມ່ນພື້ນຖານເສດຖະກິດທີ່ມີຫຼາຍຮູບການກຳມະສິດ, ຫຼາຍພາກສ່ວນເສດຖະກິດ. ບັນດາພາກສ່ວນເສດຖະກິດດຳເນີນງານຕາມກົດໝາຍ ແລະເປັນອົງປະກອບທີ່ສຳຄັນຂອງລະບົບເສດຖະກິດ, ສະເໝີພາບກັນພາຍໃຕ້ກົດໝາຍ, ພ້ອມກັນພັດທະນາໄລຍະຍາວ, ຮ່ວມມືກັນແລະແຂ່ງຂັນກັນທີ່ດີ; ໃນນັ້ນ, ເສດຖະກິດຂອງລັດມີບົດບາດນຳພາ; ເສດຖະກິດລວມໝູ່ແລະເສດຖະກິດສະຫະກອນໄດ້ຮັບການປັບປຸງແລະພັດທະນາຢ່າງຕໍ່ເນື່ອງ; ເສດຖະກິດເອກະຊົນເປັນແຮງຂັບເຄື່ອນທີ່ສຳຄັນໜຶ່ງຂອງພື້ນຖານເສດຖະກິດ; ເສດຖະກິດທີ່ລົງທຶນໂດຍຕ່າງປະເທດ ໄດ້ຮັບການສະໜັບສະໜູນໃຫ້ພັດທະນາ ສອດຄ່ອງກັບຍຸດທະສາດແລະແຜນກຳນົດການພັດທະນາເສດຖະກິດ-ສັງຄົມ. ການພົວພັນຈັດຈຳໜ່າຍຮັບປະກັນຄວາມເປັນທຳ ແລະສ້າງແຮງຜັກດັນການພັດທະນາ; ປະຕິບັດລະບອບການແຈກຢາຍອີງໃສ່ຜົນການອອກແຮງງານ ແລະ ປະສິດທິພາບທາງເສດຖະກິດເປັນຫຼັກ ແລະ ໃນເວລາດຽວກັນ ກໍ່ອີງຕາມລະດັບການປະກອບເງິນທຶນ ແລະຊັບພະຍາກອນອື່ນໆ.
ໃນລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ລັດ ຕະຫຼາດ ແລະ ສັງຄົມມີຄວາມສຳພັນໃກ້ຊິດ. ລັດສ້າງແລະປັບປຸງໃຫ້ສະຖາບັນສົມບູນແບບ, ປົກປ້ອງສິດທິໃນຊັບສິນ ແລະ ສິດທິທາງທຸລະກິດ, ຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ ແລະຄວາມສົມດຸນທີ່ສຳຄັນຂອງເສດຖະກິດ; ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ, ເປີດເຜີຍ ແລະໂປ່ງໃສ ໃຫ້ວິສາຫະກິດ ອົງການສັງຄົມ ແລະ ຕະຫຼາດດຳເນີນງານ; ຄວບຄຸມ ກຳນົດທິດທາງ ແລະ ຊຸກຍູ້ການພັດທະນາເສດຖະກິດ, ເຊື່ອມໂຍງການພັດທະນາເສດຖະກິດກັບການພັດທະນາວັດທະນະທຳແລະສັງຄົມ, ຮັບປະກັນຄວາມປອດໄພທາງສັງຄົມ ແລະ ຊີວິດຂອງປະຊາຊົນ, ປົກປ້ອງສິ່ງແວດລ້ອມ, ຮັບປະກັນການປ້ອງກັນປະເທດແລະຄວາມໝັ້ນຄົງ. ລັດຄຸ້ມຄອງເສດຖະກິດດ້ວຍກົດໝາຍ, ກົນໄກ, ນະໂຍບາຍ, ຍຸດທະສາດ, ແຜນກຳນົດ, ແຜນການ, ມາດຕະຖານ, ບັນທັດຖານ ແລະ ພະລັງທາງເສດຖະກິດຂອງລັດ ໃຫ້ສອດຄ່ອງກັບຄວາມຕ້ອງການ ແລະ ກົດເກນຂອງເສດຖະກິດຕະຫຼາດ. ຕະຫຼາດມີບົດບາດຕັດສິນຊີ້ຂາດໃນການກຳນົດລາຄາສິນຄ້າແລະບໍລິການ; ສ້າງແຮງຈູງໃຈໃນການລະດົມແລະຈັດແບ່ງຊັບພະຍາກອນຢ່າງມີປະສິດທິຜົນ; ດັດສົມການຜະລິດແລະການໝູນວຽນ; ດັດສົມການເຄື່ອນໄຫວຂອງວິສາຫະກິດ ແລະ ຊຳລະລ້າງວິສາຫະກິດທີ່ອ່ອນແອ. ອົງການຈັດຕັ້ງສັງຄົມມີບົດບາດໃນການສ້າງຄວາມສຳພັນ, ປະສານສົມທົບການເຄື່ອນໄຫວ ແລະແກ້ໄຂບັນຫາທີ່ເກີດຂຶ້ນລະຫວ່າງສະມາຊິກ; ເປັນຕົວແທນແລະປົກປ້ອງຜົນປະໂຫຍດຂອງສະມາຊິກໃນການພົວພັນກັບຫົວໜ່ວຍແລະຄູ່ຮ່ວມມືອື່ນໆ; ໃຫ້ບໍລິການສະໜັບສະໜູນແກ່ສະມາຊິກ; ສ່ອງແສງຄວາມປາດຖະໜາ ແລະຜົນປະໂຫຍດຂອງປະຊາຊົນທຸກຊັ້ນຄົນກັບລັດ ແລະ ເຂົ້າຮ່ວມການວິພາກວິຈານກົດໝາຍ, ກົນໄກ ແລະ ນະໂຍບາຍຂອງລັດ, ຕິດຕາມກວດກາບັນດາອົງການ ແລະ ພະນັກງານລັດຖະກອນ ໃນການປະຕິບັດກົດໝາຍ.
ທີສາມ, ຄວາມຮັບຮູ້ກ່ຽວກັບຮູບແບບການເຕີບໂຕທາງເສດຖະກິດ ແລະ ການຫັນເປັນອຸດສາຫະກຳ ແລະທັນສະໄໝ ຂອງປະເທດ.
ກ່ອນການປ່ຽນແປງໃໝ່, ດ້ວຍການຄິດຮູບແບບການເຕີບໂຕພາຍໃຕ້ກົນໄກວາງແຜນການລວມສູນ, ການຫັນເປັນອຸດສາຫະກຳໄດ້ດຳເນີນການຕາມຮູບແບບການພັດທະນາອຸດສາຫະກຳໜັກ, ປິດແຈບ ແລະ ຫັນສູ່ພາຍໃນ. ນັບຕັ້ງແຕ່ການປ່ຽນແປງໃໝ່, ໂຄງສ້າງທາງເສດຖະກິດໄດ້ຄ່ອຍໆປ່ຽນແປງໄປ ຕາມທິດທາງການພັດທະນາອຸດສາຫະກຳແລະບໍລິການ ຢ່າງແຂງແຮງ. ການດຳເນີນການຫັນເປັນອຸດສາຫະກຳກໍ່ມີແນວຄິດ ແລະວິທີການທີ່ແຕກຕ່າງໄປຈາກເມື່ອກ່ອນ. ຈາກລະດັບການຫັນເປັນອຸດສາຫະກຳ ແລະທັນສະໄໝໃນເບື້ອງຕົ້ນ, ພວກເຮົາກ້າວໄປສູ່ການກຳນົດແນວທາງການຫັນເປັນອຸດສາຫະກຳແລະທັນສະໄໝ ໃນໄລຍະໃໝ່ໃຫ້ຈະແຈ້ງກວ່າອີກ, ຕໍ່ມາແມ່ນການປັບປຸງທັດສະນະແລະນະໂຍບາຍ ກ່ຽວກັບການຫັນເປັນອຸດສາຫະກຳແລະທັນສະໄໝ ທີ່ຕິດພັນກັບບັນດາຂະບວນການໃນການພັດທະນາປະເທດໂດຍລວມສົມບູນແບບ. ເຖິງກອງປະຊຸມໃຫຍ່ຄັ້ງທີ XI ພັກກອມມູນິດຫວຽດນາມກຳນົດການປ່ຽນຮູບແບບການເຕີບໂຕ ຈາກການພັດທະນາແບບກວ້າງເປັນຕົ້ນຕໍ ໄປເປັນການພັດທະນາຢ່າງສົມເຫດສົມຜົນ ລະຫວ່າງຄວາມກວ້າງແລະຄວາມເລິກ, ສົມທົບກັບການຂະຫຍາຍຂະໜາດ, ພ້ອມກັນນັ້ນກໍ່ໃຫ້ຄວາມສຳຄັນກັບການຍົກສູງຄຸນນະພາບ ປະສິດທິຜົນ ຄວາມຍືນຍົງ, ເຊື່ອມໂຍງການປ່ຽນແປງໃໝ່ຮູບແບບການເຕີບໂຕ ກັບການປັບໂຄງສ້າງເສດຖະກິດ. ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ສືບຕໍ່ກ່າວເຖິງເນື້ອໃນຂ້າງເທິງ, ແຕ່ເນັ້ນໜັກວ່າ ຮູບແບບການເຕີບໂຕໃໝ່ຈຳເປັນຕ້ອງໃຊ້ປະໂຫຍດຈາກໂອກາດຂອງການປະຕິວັດອຸດສາຫະກຳຄັ້ງທີສີ່ ໂດຍອາໄສຄວາມກ້າວໜ້າທາງວິທະຍາສາດ-ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງ. ການຫັນເປັນອຸດສາຫະກຳແລະທັນສະໄໝ ຖືກກຳນົດໃຫ້ຕິດພັນກັບການພັດທະນາເສດຖະກິດພູມປັນຍາ ແລະ ການປົກປ້ອງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ; ການສ້າງໂຄງປະກອບເສດຖະກິດທີ່ສົມເຫດສົມຜົນ, ທັນສະໄໝ, ມີປະສິດທິຜົນແລະຍືນຍົງ ເຊື່ອມໂຍງກັບອຸດສາຫະກຳ, ກະສິກຳ ແລະບໍລິການ ຢ່າງໃກ້ຊິດ. ມະຕິກອງປະຊຸມຄັ້ງທີ 6 ຂອງຄນະບໍລິຫານງານສູນກາງພັກສະໄໝທີ XIII “ວ່າດ້ວຍການສືບຕໍ່ຊຸກຍູ້ການຫັນເປັນອຸດສາຫະກຳແລະທັນສະໄໝຂອງປະເທດເຖິງປີ 2030 ວິໄສທັດເຖິງປີ 2045” ລະບຸເປົ້າໝາຍທົ່ວໄປ: “ກໍ່ສ້າງລະບົບອຸດສາຫະກຳແຫ່ງຊາດທີ່ເຂັ້ມແຂງ ດ້ວຍກຳລັງການຜະລິດໃໝ່, ເປັນເຈົ້າຕົນເອງ, ມີຄວາມສາມາດໃນການປັບຕົວ ແລະ ຄວາມຍືດຫຍູ່ນ, ຄ່ອຍໆເປັນເຈົ້າເຕັກໂນໂລຊີຫຼັກ, ເຕັກໂນໂລຊີຮາກຖານຂອງອຸດສາຫະກຳສຳຄັນ, ອຸດສາຫະກຳບຸລິມະສິດ, ອຸດສາຫະກຳຫົວຫອກ”(3).
ທີສີ່, ຄວາມຮັບຮູ້ກ່ຽວກັບບົດບາດຄຸ້ມຄອງເສດຖະກິດຂອງລັດ
ພາລະໜ້າທີ່ຂອງລັດໂດຍລວມ ແລະ ພາລະໜ້າທີ່ເສດຖະກິດຂອງລັດໂດຍສະເພາະຢູ່ຫວຽດນາມ ໄດ້ຮັບການກຳນົດທີລະຂັ້ນຕອນ ແລະປະຕິບັດຕາມທິດສອດຄ່ອງກັບຂະບວນການປ່ຽນຜ່ານສູ່ລະບົບເສດຖະກິດຕະຫຼາດ. ບົນພື້ນຖານຂອງການແຍກໜ້າທີ່ຄຸ້ມຄອງເສດຖະກິດຂອງລັດ, ໜ້າທີ່ເຈົ້າຂອງຂອງລັດວິສາຫະກິດ ແລະ ໜ້າທີ່ທຸລະກິດຂອງວິສາຫະກິດ ອອກຈາກກັນ, ການເຄື່ອນໄຫວຄຸ້ມຄອງບໍລິຫານຂອງລັດໄດ້ຮັບການປ່ຽນໃໝ່ເທື່ອລະກ້າວ ຈາກການແຊກແຊງໂດຍກົງ ດ້ວຍຄໍາສັ່ງບໍລິຫານ ເຂົ້າໃນການຜະລິດແລະທຸລະກິດ ຫັນໄປສູ່ການຄຸ້ມຄອງຕາມກົດໝາຍ, ນະໂຍບາຍ, ຍຸດທະສາດ, ແຜນກຳນົດ, ແຜນການພັດທະນາເສດຖະກິດ-ສັງຄົມ ແລະ ເຄື່ອງມືກຳກັບດູແລມະຫາພາກອື່ນໆ. ລັດບໍ່ໄດ້ດຳເນີນກິດຈະກຳການຜະລິດ ແລະທຸລະກິດໂດຍກົງຄືແຕ່ກ່ອນອີກຕໍ່ໄປ, ແຕ່ສຸມໃສ່ຂັ້ນຕອນຂອງການສ້າງສະພາບແວດລ້ອມທາງກົດໝາຍແລະເສດຖະກິດ, ລົງທຶນໃນການພັດທະນາໂຄງສ້າງພື້ນຖານທີ່ຈຳເປັນ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວທຸລະກິດ, ດຳເນີນການດັດປັບເສດຖະກິດມະຫາພາກ ຜ່ານບັນດາເຄື່ອງມືການວາງແຜນທິດທາງ ແລະ ບັນດານະໂຍບາຍເສດຖະກິດ-ສັງຄົມ ໂດຍອີງໃສ່ການດຳເນີນການຂອງບັນດາກົດເກນຕະຫຼາດ. ວິທີການດັດປັບເສດຖະກິດຂອງລັດມີຜົນກະທົບທາງບວກ, ບໍ່ພຽງແຕ່ຕອບສະໜອງຢ່າງໄວວາຕໍ່ຄວາມບໍ່ໝັ້ນຄົງທາງເສດຖະກິດໃນປະເທດແລະຕ່າງປະເທດ, ຮັບປະກັນສະພາບແວດລ້ອມທາງທຸລະກິດທີ່ຂ້ອນຂ້າງໝັ້ນຄົງເທົ່ານັ້ນ, ແຕ່ຍັງປະກອບສ່ວນແກ້ໄຂບັນຫາສັງຄົມທີ່ຮີບດ່ວນ, ພິເສດແມ່ນ ການລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ ໃນເງື່ອນໄຂຂອງລະດັບການພັດທະນາເສດຖະກິດທີ່ຍັງຕ່ຳ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ຊີ້ແຈງຄວາມສຳພັນລະຫວ່າງລັດ ຕະຫຼາດ ແລະ ສັງຄົມ. ຈຸດໃໝ່ທີ່ໂດດເດັ່ນແມ່ນ ໃນການພົວພັນນີ້ມີການເພີ່ມປັດໄຈທາງສັງຄົມ. ພ້ອມທັງລະບຸຢ່າງຊັດເຈນເຖິງບົດບາດຂອງລັດ ຕະຫຼາດ ແລະ ສັງຄົມ ໃນການພົວພັນຮ່ວມມື. ລັດປະຕິບັດໜ້າທີ່ກໍ່ສ້າງ ແລະ ຄຸ້ມຄອງການປະຕິບັດຍຸດທະສາດ, ແຜນກຳນົດ, ແຜນການ, ກົນໄກ, ນະໂຍບາຍ ແລະ ການຈັດແບ່ງຊັບພະຍາກອນການພັດທະນາ ຕາມກົນໄກຕະຫຼາດ. ປ່ຽນແປງໃໝ່ວິທີການຄຸ້ມຄອງເສດຖະກິດຂອງລັດຢ່າງແຂງແຮງ ໃນທິດທາງການໂອນວຽກງານທີ່ລັດບໍ່ຈຳເປັນຕ້ອງເຮັດ ໃຫ້ອົງການຈັດຕັ້ງສັງຄົມ, ປ່ຽນການໃຫ້ບໍລິການສາທາລະນະໂດຍກົງ ເປັນວິທີການສັ່ງຊື້.
ໝາກຜົນທີ່ໂດດເດັ່ນພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່
ທີໜຶ່ງ, ເສດຖະກິດພັດທະນາຢ່າງໝັ້ນຄົງ, ຂະໜາດຂອງເສດຖະກິດເພີ່ມຂຶ້ນຢ່າງວ່ອງໄວ ແລະ ໂຄງສ້າງທາງເສດຖະກິດປ່ຽນໄປສູ່ຄວາມທັນສະໄໝ.
ການເຕີບໂຕທາງເສດຖະກິດມີຄວາມໄວສູງ. ໄລຍະຕົ້ນຂອງການປ່ຽນແປງໃໝ່ (1986-1990), ອັດຕາການເຕີບໂຕຂອງ GDP ສະເລ່ຍຕໍ່ປີພຽງ 4,4%. ໄລຍະປີ 1996-2000, ອັດຕາການເຕີບໂຕຂອງ GDP ສະເລ່ຍຕໍ່ປີສູງເຖິງ 7%. ຕັ້ງແຕ່ຕົ້ນວາລະກອງປະຊຸມໃຫຍ່ຄັ້ງທີ XII ມາເຖິງດຽວນີ້, ດ້ວຍການບໍລິຫານທີ່ຮຸນແຮງ ແລະຄວາມມຸ່ງໝັ້ນຢ່າງສູງຂອງລັດຖະບານ, ຫວຽດນາມໄດ້ຄ່ອຍໆປ່ຽນແປງໃໝ່ຮູບແບບການເຕີບໂຕ, ປັບປຸງຍົກສູງຄຸນນະພາບການເຕີບໂຕ, ຜົນໄດ້ຮັບສະແດງອອກໃນອັດຕາຄວາມໄວໃນການເຕີບໂຕຂອງ GDP ສະເລ່ຍຕໍ່ປີໃນໄລຍະປີ 2016-2019 ສູງເຖິງ 6,8%, ບັນລຸເປົ້າໝາຍການເຕີບໂຕສະເລ່ຍ 6,5% - 7% ຂອງແຜນການ 5 ປີ 2016-2020. ເຖິງວ່າໃນປີ 2020 ແລະ 2021 ເສດຖະກິດຈະໄດ້ຮັບຜົນກະທົບຢ່າງໜັກຈາກການແຜ່ລະບາດຂອງໂຄວິດ-19, ແຕ່ຍັງເຕີບໂຕ 2,91% ແລະ 2,58% ຕາມລຳດັບ ເຊິ່ງເປັນໜຶ່ງໃນບໍ່ຫຼາຍປະເທດທີ່ມີການເຕີບໂຕທາງບວກໃນພາກພື້ນແລະທົ່ວໂລກ. ໃນປີ 2022 ອັດຕາການເຕີບໂຕຂອງ GDP ແມ່ນ 8,02% ແລະປີ 2023 ແມ່ນ 5,05%, ໃນຂະນະທີ່ການເຕີບໂຕສະເລ່ຍທົ່ວໂລກໃນສອງປີນັ້ນແມ່ນ 3,4% ແລະ 2,9%(4). ຂະໜາດເສດຖະກິດນັບມື້ນັບເພີ່ມຂຶ້ນ. ການຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ ແລະການສ້າງເງື່ອນໄຂທີ່ເອື້ອອຳນວຍຕໍ່ການລົງທຶນແລະທຸລະກິດຖືເປັນນະໂຍບາຍທີ່ໄດ້ຮັບການປະຕິບັດຢ່າງຕໍ່ເນື່ອງ. ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່, ຂະໜາດເສດຖະກິດຂອງຫວຽດນາມໄດ້ເພີ່ມຂຶ້ນຈາກປະມານ 4 ຕື້ໂດລາສະຫະລັດ ເປັນຫຼາຍກວ່າ 430 ຕື້ໂດລາສະຫະລັດໃນປີ 2023.
ຄວາມເຂັ້ມແຂງທາງເສດຖະກິດເພີ່ມຂຶ້ນ; ເສດຖະກິດມະຫາພາກມີຄວາມໝັ້ນຄົງໂດຍພື້ນຖານ; ອັດຕາເງິນເຟີ້ຖືກຄວບຄຸມ; ການເຕີບໂຕທາງເສດຖະກິດຖືກຮັກສາໄວ້ຢ່າງສົມເຫດສົມຜົນ ແລະ ຖືວ່າຢູ່ໃນກຸ່ມປະເທດທີ່ມີອັດຕາການເຕີບໂຕຂ້ອນຂ້າງສູງໃນໂລກ. ຈາກເສດຖະກິດທີ່ຫຼ້າຫຼັງ ໂດຍປະຊາກອນ 90% ເຮັດວຽກໃນພາກກະສິກຳ, ຫວຽດນາມໄດ້ສ້າງພື້ນຖານວັດຖຸ-ເຕັກນິກ, ລວມເຖິງໂຄງສ້າງເສດຖະກິດ-ສັງຄົມ ທີ່ສາມາດຕອບສະໜອງເທື່ອລະກ້າວແກ່ພາລະກິດການຫັນເປັນອຸດສາຫະກຳແລະທັນສະໄໝ, ສ້າງສະພາບແວດລ້ອມທີ່ດຶງດູດຊັບພະຍາກອນທາງສັງຄົມ ເພື່ອການພັດທະນາ.
ໂຄງສ້າງເສດຖະກິດຂອງຫວຽດນາມເລີ່ມປ່ຽນ ໄປສູ່ຄວາມທັນສະໄໝ. ໂຄງສ້າງຂະແໜງການເສດຖະກິດ ໄດ້ປ່ຽນແປງໄປໃນທິດທາງ ຫຼຸດຜ່ອນພາກກະສິກຳ ແລະເພີ່ມພາກບໍລິຫານແລະອຸດສາຫະກຳ(5). ໂຄງສ້າງພາກສ່ວນເສດຖະກິດ ສືບຕໍ່ປ່ຽນແປງໄປໃນທິດທາງການສົ່ງເສີມຄວາມສາມາດບົ່ມຊ້ອນຂອງບັນດາພາກສ່ວນເສດຖະກິດ ແລະ ການປະສົມປະສານຫຼາຍຮູບການກຳມະສິດ. ໂຄງສ້າງແຮງງານ ມີການປ່ຽນແປງຢ່າງຕັ້ງໜ້າທີ່ຕິດພັນກັບຂະບວນການປັບໂຄງສ້າງເສດຖະກິດ. ໂຄງສ້າງຂອງສິນຄ້າສົ່ງອອກ ໄດ້ຮັບການປັບປຸງຢ່າງດີພໍຄວນ. ຍອດມູນຄ່າການສົ່ງອອກເພີ່ມຂຶ້ນຢ່າງວ່ອງໄວ(6). ສິນຄ້າສົ່ງອອກບາງປະເພດຂອງຫວຽດນາມມີປະລິມານແລະມູນຄ່າຢູ່ໃນອັນດັບຕົ້ນໆຂອງໂລກ ເຊັ່ນ ເຂົ້າ ກາເຟ ຢາງພາລາ ພິກໄທ ແລະເຄື່ອງຕັດຫຍິບ. ການສົ່ງອອກກຳລັງປ່ຽນໄປສູ່ການເພີ່ມອັດຕາສ່ວນຜະລິດຕະພັນອຸດສາຫະກຳເທື່ອລະກ້າວ ແລະ ການຫຼຸດອັດຕາສ່ວນຜະລິດຕະພັນກະເສດລົງເທື່ອລະກ້າວ, ຫຼຸດການຜະລິດວັດຖຸດິບລົງເທື່ອລະກ້າວ... ສ້າງຕັ້ງບັນດາເຂດເສດຖະກິດທີ່ສຳຄັນ ເພື່ອເປັນພະລັງຂັບເຄື່ອນການພັດທະນາເສດຖະກິດໃນພາກພື້ນແລະທົ່ວປະເທດ. ພັດທະນາເຂດເສດຖະກິດແລະສວນອຸດສາຫະກຳລວມສູນ ເພື່ອດຶງດູດເງິນລົງທຶນສຳລັບການພັດທະນາ, ພ້ອມກັນນັ້ນ ກໍ່ສ້າງບັນດາຂົງເຂດພິເສດກ່ຽວກັບການປູກຝັງແລະລ້ຽງສັດ ຕິດພັນກັບການປຸງແຕ່ງກະສິກຳ.
ທີສອງ, ສ້າງຕັ້ງລະບົບຫົວໜ່ວຍທຸລະກິດທີ່ຫຼາກຫຼາຍ ແລະ ຂະຫຍັນຂັນເຄື່ອນຂອງເສດຖະກິດຕະຫຼາດ.
ຜ່ານໄລຍະເກືອບ 40 ປີແຫ່ງການປ່ຽນແປງໃໝ່ດ້ານເສດຖະກິດ ໄດ້ເຫັນບົດບາດອັນຕັ້ງໜ້າຂອງບັນດາຫົວໜ່ວຍເສດຖະກິດໃນພື້ນຖານເສດຖະກິດຂອງປະເທດ, ມີເສລີພາບທາງທຸລະກິດ ແລະ ການແຂ່ງຂັນຕາມລະບຽບກົດໝາຍ: ເສດຖະກິດຂອງລັດ ຄ່ອຍໆເສີມຂະຫຍາຍຢ່າງດີບົດບາດເປັນເຈົ້າພາທາງ; ລະບົບລັດວິສາຫະກິດໄດ້ຮັບການປັບໂຄງສ້າງເທື່ອລະກ້າວ, ໄດ້ຮັບການຫັນເປັນຫຸ້ນສ່ວນ, ໄດ້ເຄື່ອນໄຫວພາຍໃຕ້ກົດໝາຍວິສາຫະກິດ ແລະ ກໍາລັງຫຼຸດລົງຢ່າງໄວວາທາງດ້ານປະລິມານ. ເສດຖະກິດລວມໝູ່ ໄດ້ຮັບການປ່ຽນແປງໃໝ່ໃນເບື້ອງຕົ້ນ, ການຮ່ວມມືຮູບແບບໃໝ່ໄດ້ຮັບການຈັດຕັ້ງຂຶ້ນສອດຄ່ອງກັບກົນໄກຕະຫຼາດ. ເສດຖະກິດເອກະຊົນ ກຳລັງເຕີບໂຕຢ່າງວ່ອງໄວໃນດ້ານປະລິດມານ, ຄ່ອງໆປັບປຸງຍົກສູງປະສິດທິຜົນການທຸລະກິດ, ການແກ້ໄຂວຽກເຮັດງານທຳ ແລະ ປະກອບສ່ວນນັບມື້ນັບຫຼາຍເຂົ້າໃນ GDP(7). ເສດຖະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ຮັບການສົ່ງເສີມໃຫ້ພັດທະນາ, ວິສາຫະກິດ FDI ໄດ້ມີສ່ວນສຳຄັນໃນການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂວຽກເຮັດງານທຳ ແລະ ການສົ່ງອອກ(8).
ດັ່ງນັ້ນ, ຄຽງຄູ່ກັບບັນດາຫົວໜ່ວຍຜະລິດ ແລະ ທຸລະກິດຕົ້ນຕໍໃນເມື່ອກ່ອນຄື ລັດວິສາຫະກິດ ແລະ ສະຫະກອນແລ້ວ, ບັນດາຫົວໜ່ວຍທຸລະກິດທີ່ຂຶ້ນກັບກຳມະສິດເອກະຊົນ ແລະ ພາກການລົງທຶນໂດຍກົງຈາກຕ່າງປະເທດ ກໍ່ໄດ້ຮັບການສ້າງຕັ້ງຂຶ້ນເທື່ອລະກ້າວ ແລະພັດທະນາຢ່າງວ່ອງໄວ, ປະກອບສ່ວນເຂົ້າໃນການສ້າງລະບົບວິສາຫະກິດທີ່ຂະຫຍັນຂັນເຄື່ອນຂອງເສດຖະກິດຕະຫຼາດ. ການປ່ຽນແປງທີ່ສຳຄັນໃນໂຄງປະກອບຫົວໜ່ວຍທຸລະກິດ ຕະຫຼອດຈົນການປ່ຽນແປງຂອງຫົວໜ່ວຍທຸລະກິດແຕ່ລະປະເພດນັ້ນ ໄດ້ດຳເນີນໄປໃນທິດທາງການປັບຕົວໃຫ້ເຂົ້າກັບສະພາບແວດລ້ອມການຜະລິດແລະທຸລະກິດໃໝ່ ຂອງເສດຖະກິດຕະຫຼາດ.
ທີສາມ, ພັດທະນາລະບົບຕະຫຼາດທຸກປະເພດໄປພ້ອມໆກັນ, ສ້າງຕັ້ງສະຖາບັນເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ.
ການພັດທະນາຫົວໜ່ວຍທຸລະກິດຢ່າງວ່ອງໄວໃນທິດທາງຫຼາກຫຼາຍ ໄດ້ອຳນວຍຄວາມສະດວກໃຫ້ແກ່ການຫັນປ່ຽນຢ່າງວ່ອງໄວຂອງວິທີການປະຕິສຳພັນລະຫວ່າງບັນດາຫົວໜ່ວຍທຸລະກິດ ຈາກການວາງແຜນການສັ່ງການ ໄປສູ່ການຮ່ວມມືແລະການແຂ່ງຂັນໃນຕະຫຼາດ, ສ້າງເງື່ອນໄຂໃຫ້ແກ່ການສ້າງຕັ້ງແລະພັດທະນາລະບົບຕະຫຼາດທີ່ປະສານກັນຫຼາຍຂຶ້ນ. ຄຽງຄູ່ກັບການພັດທະນາ ແລະ ການປ່ຽນແປງພື້ນຖານຂອງຕະຫຼາດສິນຄ້າອຸປະໂພກບໍລິໂພກ ແລະບໍລິການ ຈາກການເກື້ອກູນອຸດໜູນ ໄປສູ່ການດຳເນີນງານຕາມກົນໄກຕະຫຼາດນັ້ນ, ຕະຫຼາດປັດໄຈການຜະລິດກໍ່ຄ່ອຍໆໄດ້ຮັບການສ້າງຕັ້ງຂຶ້ນ ແລະ ພັດທະນາຕາມຄວາມຕ້ອງການຂອງການພັດທະນາການຜະລິດແລະທຸລະກິດ ເຊັ່ນ ຕະຫຼາດການເງິນ, ຕະຫຼາດແຮງງານ, ຕະຫຼາດອະສັງຫາລິມະຊັບ, ຕະຫຼາດວິທະຍາສາດ-ເຕັກໂນໂລຊີ...
ຕະຫຼາດສິນຄ້າແລະບໍລິການ ມີການພັດທະນາແລະປັບປຸງໃຫ້ສົມບູນແບບ ທັງໃນດ້ານຂະໜາດ, ໂຄງປະກອບສິນຄ້າ - ຕະຫຼາດໃນປະເທດແລະຕ່າງປະເທດ, ໂຄງສ້າງພື້ນຖານດ້ານການຄ້າ, ການບໍລິການ, ກົນໄກການຄຸ້ມຄອງ ແລະ ລະດັບການແຂ່ງຂັນ. ຂະໜາດຂອງຕະຫຼາດພາຍໃນປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຕາມການຄິດໄລ່ທົ່ວໄປ, ໃນຊຸມປີມໍ່ໆມານີ້, ອັດຕາການເຕີບໂຕສະເລ່ຍຂອງການຄ້າຂາຍຍ່ອຍ ຈະສູງກວ່າອັດຕາການເຕີບໂຕສະເລ່ຍຂອງ GDP ໃນໄລຍະເວລາດຽວກັນເຖິງ 2-3 ເທົ່າ. ຕະຫຼາດການເງິນແລະເງິນຕາ ກຳລັງພັດທະນາຂ້ອນຂ້າງແຂງແຮງ ແລະມີຊີວິດຊີວາ. ຄຽງຄູ່ກັບຊ່ອງທາງລະດົມເງິນທຶນຈາກທະນາຄານນັ້ນ ຕະຫຼາດຫຼັກຊັບໄດ້ຮັບການສ້າງຕັ້ງຂຶ້ນ, ປະກອບສ່ວນໃຫ້ແຫຼ່ງເງິນລົງທຶນມີຄວາມຫຼາກຫຼາຍ. ພ້ອມກັນນັ້ນ, ການເຄື່ອນໄຫວຂອງຕະຫຼາດປະກັນໄພໄດ້ປະກອບສ່ວນອັນຕັ້ງໜ້າເຂົ້າໃນການຮັກສາສະຖຽນລະພາບການຜະລິດ ແລະ ຊີວິດຂອງປະຊາຊົນ, ລະດົມເງິນທຶນເພື່ອພາລະກິດການຫັນເປັນອຸດສາຫະກຳ ແລະທັນສະໄໝຂອງປະເທດ. ອັດຕາແລກປ່ຽນເງິນຕາ, ລາຄາສະກຸນເງິນຕ່າງປະເທດ ແລະລາຄາທອງຄຳ ມີສະຖຽນລະພາບໂດຍພື້ນຖານ. ຕະຫຼາດອະສັງຫາລລິມະຊັບ ມີການພັດທະນາທີ່ແນ່ນອນ, ໂຄງການເຮືອນຢູ່ແລະເຂດຕົວເມືອງໃໝ່ຫຼາຍແຫ່ງ ທີ່ມີລະບົບໂຄງສ້າງພື້ນຖານດ້ານເຕັກນິກແລະສັງຄົມທີ່ຂ້ອນຂ້າງຄົບຊຸດໄດ້ຮັບການສ້າງຕັ້ງຂຶ້ນ, ປະກອບສ່ວນເຂົ້າໃນການຂະຫຍາຍຕົວເມືອງ ແລະປ່ຽນໂຄງສ້າງເສດຖະກິດໄປສູ່ການຫັນເປັນອຸດສາຫະກຳແລະທັນສະໄໝ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ(9). ຕະຫຼາດແຮງງານ ໄດ້ຮັບການສ້າງຕັ້ງຂຶ້ນໃນທົ່ວປະເທດ. ການສະໜອງແຮງງານຂ້ອນຂ້າງຫຼາຍ ແລະເພີ່ມຂຶ້ນຢ່າງວ່ອງໄວ. ຂະໜາດກຳລັງແຮງງານອາຍຸ 15 ປີຂຶ້ນໄປ ເພີ່ມຂຶ້ນຈາກ 50,51 ລ້ານຄົນ (ທ້າຍປີ 2010) ເປັນ 52,4 ລ້ານຄົນ (ທ້າຍປີ 2023) ແລະ ແຮງງານມີວຽກເຮັດງານທຳໃນໄຕມາດທີ 4 ປີ 2023 ແມ່ນ 51,5 ລ້ານຄົນ. ຕະຫຼາດວິທະຍາສາດແລະເຕັກໂນໂລຊີ ໄດ້ຮັບການສ້າງຕັ້ງຂຶ້ນແລະພັດທະນາ, ໃນຊຸມປີທີ່ຜ່ານມາ ຈຳນວນແລະມູນຄ່າຂອງທຸລະກໍາທາງເຕັກໂນໂລຢີມີຄວາມກ້າວໜ້າຢ່າງຫຼາຍ. ຕະຫຼາດບໍລິການສາທາລະນະພື້ນຖານຈຳນວນໜຶ່ງ, ໂດຍສະເພາະແມ່ນ ສາທາລະນະສຸກແລະການສຶກສາ, ໄດ້ມີການພັດທະນາໃໝ່ ໂດຍລະດົມການເຂົ້າຮ່ວມຂອງຊັບພະຍາກອນຈຳນວນຫຼາຍທີ່ຢູ່ນອກງົບປະມານຂອງລັດ. ສະຖາບັນແລະນະໂຍບາຍການພັດທະນາຕະຫຼາດວິທະຍາສາດແລະເຕັກໂນໂລຊີ ໄດ້ຮັບການປັບປຸງໃຫ້ສົມບູນແບບເທື່ອລະກ້າວ; ການສະໜອງສິນຄ້າໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ອັດຕາການເຕີບໂຕຂອງມູນຄ່າທຸລະກຳສະເລ່ຍຕໍ່ປີເຖິງ 22%; ຜົນການຄົ້ນຄວ້າຂອງສະຖາບັນ, ໂຮງຮຽນ, ນັກວິທພຍາສາດ ຄ່ອຍໆກາຍເປັນສິນຄ້າທີ່ວິສາຫະກິດຍອມຮັບ; ຄວາມຕ້ອງການແລະຄວາມສາມາດຂອງວິສາຫະກິດໃນການຮັບ ການດູດຊຶມ ແລະການເປັນເຈົ້າເຕັກໂນໂລຊີໃໝ່ທີ່ກ້າວໜ້າ ກຳລັງເພີ່ມຂຶ້ນແລະປັບປຸງໃຫ້ດີກວ່າເກົ່າ; ອົງການຈັດຕັ້ງຕົວກາງຕະຫຼາດວິທະຍາສາດແລະເຕັກໂນໂລຊີ, ເວທີການຄ້າເຕັກໂນໂລຊີ ໄດ້ຮັບການສ້າງຕັ້ງຂຶ້ນແລະພັດທະນາເທື່ອລະກ້າວ, ວຽກງານສົ່ງເສີມການຂາຍ, ການເຊື່ອມໂຍງການສະໜອງແລະຄວາມຕ້ອງການຂອງຜະລິດຕະພັນວິທະຍາສາດ-ເຕັກໂນໂລຊີ ສືບຕໍ່ໄດ້ຮັບການຮັກສາແລະສົ່ງເສີມຢ່າງແຂງແຮງ.
ການພົວພັນທາງເສດຖະກິດຕ່າງປະເທດມີການພັດທະນາຢ່າງໄວວາ, ຊຸກຍູ້ກິດຈະກຳການນຳເຂົ້າແລະສົ່ງອອກ, ດຶງດູດການລົງທຶນຈາກຕ່າງປະເທດ, ຊ່ວຍໃຫ້ພື້ນຖານເສດຖະກິດປ່ຽນແປງໃໝ່ເຕັກໂນໂລຊີເທື່ອລະກ້າວ ແລະປັບປຸງຍົກສູງຄວາມສາມາດໃນການແຂ່ງຂັນ. ການສ້າງຕັ້ງ ແລະ ພັດທະນາລະບົບຕະຫຼາດເທື່ອລະກ້າວ ໄດ້ສ້າງພື້ນຖານສຳຄັນໃຫ້ເສດຖະກິດດຳເນີນງານຕາມກົນໄກຕະຫຼາດ, ຊຸກຍູ້ຂະບວນການຫັນປ່ຽນເສດຖະກິດໃຫ້ເປັນເສດຖະກິດຕະຫຼາດ.
ພ້ອມກັນນັ້ນ, ໃນໄລຍະເກືອບ 40 ປີແຫ່ງການປ່ຽນແປງໃໝ່, ລັດຖະທຳມະນູນໄດ້ຮັບການແກ້ໄຂແລະປະກາດໃຊ້ເຖິງ 3 ຄັ້ງ ແລະ ມີການແກ້ໄຂແລະປະກາດໃຊ້ປະມວນກົດໝາຍແລະກົດໝາຍຫຼາຍສະບັບ. ການປະກາດໃຊ້ກົດໝາຍທີ່ດິນໃນປີ 2024 ແລະກົດໝາຍສຳຄັນອື່ນໆອີກຫຼາຍສະບັບ ມີສ່ວນຊ່ວຍໃນການປັບປຸງສະຖາບັນເສດຖະກິດຕະຫຼາດຕາມທິດສັງຄົມນິຍົມໃຫ້ສົມບູນແບບ ແລະ ຊຸກຍູ້ການປ່ຽນແປງຮູບແບບການເຕີບໂຕ ແລະການປັບໂຄງສ້າງເສດຖະກິດ. ບັນດາເອກະສານທາງກົດໝາຍເຫຼົ່ານີ້ ໂດຍພື້ນຖານແລ້ວ ໄດ້ສ້າງພື້ນຖານທາງກົດໝາຍ ເພື່ອສ້າງຕັ້ງແລະຊຸກຍູ້ການພັດທະນາສະຖາບັນເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ.
ທີສີ່, ການພົວພັນໃນການແຈກຢາຍໄດ້ຮັບປະກັນຄວາມຍຸຕິທຳ ແລະ ສ້າງພະລັງຂັບເຄື່ອນການພັດທະນາ.
ປະຕິບັດລະບອບການແຈກຢາຍທີ່ອີງໃສ່ຜົນງານແຮງງານ ແລະ ປະສິດທິພາບທາງເສດຖະກິດເປັນຕົ້ນຕໍ, ພ້ອມກັນນັ້ນ ກໍ່ອີງຕາມລະດັບການປະກອບເງິນທຶນ ແລະຊັບພະຍາກອນອື່ນໆ ແລະ ແຈກຢາຍຜ່ານລະບົບປະກັນສັງຄົມ ແລະສະຫວັດດີການສັງຄົມ. ເຊື່ອມໂຍງເສດຖະກິດກັບສັງຄົມຢ່າງເປັນປະຈຳ, ລວມນະໂຍບາຍເສດຖະກິດເຂົ້າກັບນະໂຍບາຍສັງຄົມ, ການເຕີບໂຕທາງເສດຖະກິດຄວບຄູ່ໄປກັບການປະຕິບັດຄວາມກ້າວໜ້າ ແລະຄວາມຍຸຕະທຳທາງສັງຄົມໃນທຸກຂັ້ນຕອນ, ທຸກນະໂຍບາຍ ແລະ ຕະຫຼອດຂະບວນການພັດທະນາ. ນະໂຍບາຍເສດຖະກິດແຕ່ລະນະໂຍບາຍມຸ່ງເປົ້າໄປທີ່ການພັດທະນາສັງຄົມ; ນະໂຍບາຍສັງຄົມແຕ່ລະນະໂຍບາຍສ້າງແຮງຈູງໃຈໃນການຊຸກຍູ້ການພັດທະນາເສດຖະກິດ; ສົ່ງເສີມການສ້າງຮັ່ງຄູນມີທີ່ຊອບດ້ວຍກົດໝາຍ ພ້ອມກັນກັບການລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ຜູ້ຄົນທີ່ປະສົບກັບຄວາມຫຍຸ້ງຍາກລຳບາກ. ນີ້ແມ່ນຄວາມຮຽກຮ້ອງຕ້ອງການທີ່ມີລັກສະນະຫຼັກການສຳລັບການພັດທະນາທີ່ສົດໃສແລະຍືນຍົງ ຕາມທິດທາງສັງຄົມນິຍົມ.
ໃນໄລຍະເວລາເກືອບ 40 ປີແຫ່ງການປ່ຽນແປງໃໝ່, ຜົນງານຂອງຫວຽດນາມໃນການສ້າງຄົນກໍ່ສະແດງໃຫ້ເຫັນຜ່ານດັດຊະນີການພັດທະນາມະນຸດ (HDI) ເຊິ່ງມີທ່າອ່ຽງເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ຂ້ອນຂ້າງຄົງທີ່, ທັງໃນດ້ານມູນຄ່າທີ່ແທ້ຈິງ ແລະການຈັດອັນດັບ. ປີ 2022, ດັດຊະນີ HDI ຂອງຫວຽດນາມບັນລຸ 0,737, ຢູ່ໃນກຸ່ມປະເທດທີ່ມີ HDI ສູງໃນໂລກ, ພິເສດແມ່ນ ເມື່ອທຽບກັບບັນດາປະເທດທີ່ມີລະດັບການພັດທະນາທີ່ສູງກວ່າ. ດັດຊະນີຄວາມສຸກຂອງຫວຽດນາມໃນປີ 2023 ຢູ່ໃນອັນດັບທີ 65/137 ປະເທດ(10).
ຕາມຜົນການສຳຫຼວດມາດຕະຖານຊີວິດການເປັນຢູ່ຂອງປະຊາກອນປີ 2021 ຂອງກົມໃຫຍ່ສະຖິຕິ, ອັດຕາຄອບຄົວທຸກຍາກຫຼາຍມະຕິໃນປີ 2022 ຢູ່ຫວຽດນາມແມ່ນ 4,3%, ຫຼຸດລົງ 0,5 ເປີເຊັນ ເມື່ອທຽບກັບປີ 2020. ອັດຕາຄອບຄົວທຸກຍາກໄດ້ຫຼຸດລົງຢ່າງຕໍ່ເນື່ອງໃນໄລຍະປີ 2016-2022, ໂດຍສະເລ່ຍຫຼຸດລົງປະມານ 1 ເປີເຊັນຕໍ່ປີ.
ທີຫ້າ, ເສດຖະກິດຫວຽດນາມໄດ້ເຂົ້າຮ່ວມນັບມື້ນັບເລິກເຊິ່ງ ແລະ ຢືນຢັນທີ່ຕັ້ງຂອງຕົນໃນຕ່ອງໂສ້ມູນຄ່າລະດັບໂລກ.
ເກືອບ 40 ປີແຫ່ງການປ່ຽນແປງໃໝ່ກໍ່ແມ່ນຂະບວນການເຊື່ອມໂຍງເສດຖະກິດສາກົນຢ່າງເລິກເຊິ່ງໃນຫຼາຍລະດັບ ແລະ ຫຼາກຫຼາຍຮູບແບບ, ຕາມຫຼັກການ ແລະ ມາດຕະຖານຂອງຕະຫຼາດໂລກ. ຫວຽດນາມໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດດ້ານເສດຖະກິດກັບຫຼາຍປະເທດ. ຫວຽດນາມກໍ່ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການສ້າງປະຊາຄົມອາຊຽນ ແລະ ປັບປຸງຕະຫຼາດພາຍໃນປະເທດໃຫ້ຄົບຖ້ວນຫຼາຍຂຶ້ນ ຕາມຄຳໝັ້ນສັນຍາຂອງອົງການການຄ້າໂລກ (WTO); ການເຈລະຈາ, ລົງນາມ ແລະ ປະຕິບັດສັນຍາການຄ້າເສລີລຸ້ນໃໝ່ຫຼາຍສະບັບ. ບັນດາອົງປະກອບຮາກຖານພື້ນຖານຂອງລະບົບເສດຖະກິດຕະຫຼາດໄດ້ຮັບການສ້າງຕັ້ງຂຶ້ນເທື່ອລະກ້າວ ແລະ ໄດ້ຮັບການຍອມຮັບຈາກຫຼາຍປະເທດ.
ການເຂົ້າຮ່ວມໃນການເຈລະຈາ, ລົງນາມ ແລະ ປະຕິບັດສັນຍາການຄ້າເສລີມີຜົນກະທົບທາງບວກຕໍ່ການພັດທະນາເສດຖະກິດ, ປັບປຸງຍົກສູງຄວາມສາມາດໃນການແຂ່ງຂັນຂອງປະເທດ, ວິສາຫະກິດ ແລະຜະລິດຕະພັນ, ການພັດທະນາກະສິກຳແລະຊົນນະບົດ, ການແກ້ໄຂບັນຫາແຮງງານ ສ້າງວຽກເຮັດງານທຳ...
ການເຊື່ອມໂຍງເສດຖະກິດສາກົນຢ່າງເລິກເຊິ່ງແລະກວ້າງຂວາງ ໄດ້ມີຜົນດີຕໍ່ການພັດທະນາເສດຖະກິດຂອງປະເທດເຮົາ. ຕະຫຼາດສົ່ງອອກຂອງຫວຽດນາມໄດ້ຂະຫຍາຍໄປເຖິງ 230 ປະເທດແລະດິນແດນ, ໂດຍມີມູນຄ່າການສົ່ງອອກເພີ່ມຂຶ້ນສະເລ່ຍຫຼາຍກວ່າ 10% ຕໍ່ປີ. ໃນປີ 2022, ການສົ່ງອອກບັນລຸມູນຄ່າປະມານ 371,5 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 10,5% ເມື່ອທຽບກັບປີ 2021. ນີ້ແມ່ນຄັ້ງທຳອິດທີ່ມູນຄ່າການສົ່ງອອກແລະນຳເຂົ້າຂອງຫວຽດນາມ ໄດ້ສ້າງສະຖິຕິໃໝ່, ລື່ນກາຍລະດັບ 730 ຕື້ໂດລາສະຫະລັດ (ໃນກຸ່ມ 20 ປະເທດທີ່ນຳໜ້າດ້ານການຄ້າສາກົນ). ສະພາບແວດລ້ອມແຫ່ງການດຳເນີນທຸລະກິດນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນ, ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ບັນດາວິສາຫະກິດເຂົ້າຮ່ວມຢ່າງຕັ້ງໜ້າໃນຕ່ອງໂສ້ມູນຄ່າລະດັບໂລກ. ສິນຄ້າບາງປະເພດຂອງຫວຽດນາມໄດ້ຢືນຢັນເຄື່ອງໝາຍການຄ້າຂອງຕົນໃນເບື້ອງຕົ້ນ ແລະ ມີຄວາມສາມາດແຂ່ງຂັນໃນຕະຫຼາດສາກົນ.
ການຈັດອັນດັບຂອງຫວຽດນາມໃນການຈັດອັນດັບສາກົນທີ່ສຳຄັນທັງໝົດ ໄດ້ຮັບການປັບປຸງ. ດັດຊະນີລະດັບການພັດທະນາຂອງຕະຫຼາດຫວຽດນາມເພີ່ມຂຶ້ນ 12 ອັນດັບເມື່ອທຽບກັບປີ 2020, ຈາກອັນດັບທີ 34 ມາຢູ່ທີ່ອັນດັບທີ 22. ກຸ່ມດັດຊະນີການຄ້າ, ຄວາມຫຼາກຫຼາຍ ແລະຂະຫນາດຕະຫຼາດເພີ່ມຂຶ້ນ ຈາກອັນດັບທີ 49 ເປັນອັນດັບທີ 15 ເຊິ່ງເປັນການປ່ຽນແປງຢ່າງແຂງແຮງ; ຫຼືດັດຊະນີຄວາມຫຼາກຫຼາຍຂອງຂະແໜງການໃນປະເທດກໍຢູ່ໃນອັນດັບທີ່ຂ້ອນຂ້າງສູງ (9/134 ປະເທດ)(11).
(ຍັງມີອີກ)
------------------------
(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 2, ໜ້າ 59.
(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 128.
(3) ເອກະສານກອງປະຊຸມຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ໜ້າ 120-121.
(4) ລາຍງານຂອງກອງທຶນສາກົນປີ 2023 ກ່ຽວກັບແນວໂນ້ມຂອງໂລກ
(5) ອັດຕາສ່ວນຂອງພາກກະສິກໍາ - ປ່າໄມ້ - ປະມົງ ໃນຜະລິດຕະພັນສັງຄົມທັງໝົດໃນປີ 1990 ແມ່ນ 38,74%, ຂອງພາກອຸດສາຫະກຳ ແລະການກໍ່ສ້າງ ແມ່ນ 22,67% ແລະ ຂອງພາກບໍລິການ ແມ່ນ 38,59%; ໃນປີ 2000, ກະສິກຳກວມພຽງ 24,53%, ອຸດສາຫະກຳ 36,73%, ບໍລິການ 38,74%; ໃນປິ 2010 ກະສິກຳກວມ 18,89%, ອຸດສາຫະກຳ 38,23%, ບໍລິການ 42,88% ແລະ ໃນປີ 2022 ພາກກະສິກໍາ, ປ່າໄມ້ ແລະປະມົງ ກວມເອົາອັດຕາສ່ວນ 11,88%, ພາກອຸດສາຫະະກຳແລະການກໍ່ສ້າງກວມ 38,26%, ພາກບໍລິການກວມເອົາ 41,33% ແລະ ພາສີຜະລິດຕະພັນທີ່ຫັກເງິນອຸດໜູນສິນຄ້າ ກວມເອົາ 8,53%.
(6) ປີ 1990, ຍອດມູນຄ່າການສົ່ງອອກຂອງຫວຽດນາມໄດ້ພຽງ 2,4 ຕື້ໂດລາສະຫະລັດ, ປີ 2000: 14,5 ຕື້ໂດລາສະຫະລັດ, ປີ 2010: 72,2 ຕື້ໂດລາສະຫະລັດ, ປີ 2022: 371,85 ຕື້ໂດລາສະຫະລັດ
(7) ເສດຖະກິດເອກະຊົນຍັງຄົງຮັກສາອັດຕາການເຕີບໂຕທີ່ດີຢ່າງຕໍ່ເນື່ອງ, ກວມອັດຕາສ່ວນ 40 - 43% ຂອງ GDP; ດຶງດູດແຮງງານປະມານ 85% ຂອງກຳລັງແຮງງານທັງໝົດ ເຊິ່ງປະກອບສ່ວນສຳຄັນໃນການລະດົມຊັບພະຍາກອນສັງຄົມ ເພື່ອການລົງທຶນໃນການພັດທະນາການຜະລິດແລະທຸລະກິດ, ການເຕີບໂຕທາງເສດຖະກິດ, ການປັບໂຄງສ້າງເສດຖະກິດ ແລະ ເພີ່ມລາຍໄດ້ງົບປະມານຂອງລັດ.
(8) ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມສາມາດດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ປະມານ 400 ຕື້ໂດລາສະຫະລັດ ດ້ວຍໂຄງການ FDI ຫຼາຍກວ່າ 70.000 ໂຄງການ. ກະແສເງິນທຶນຈາກ FDI ໄດ້ປະກອບສ່ວນທີ່ສຳຄັນຢ່າງແທ້ຈິງຕໍ່ການພັດທະນາເສດຖະກິດແລະສັງຄົມ ເຊັ່ນ ການເສີມການຂາດແຄນເງິນລົງທຶນ, ສົ່ງເສີມການສົ່ງອອກ, ການຖ່າຍທອດເຕັກໂນໂລຊີ, ການພັດທະນາຊັບພະຍາກອນມະນຸດ ແລະ ການສ້າງວຽກເຮັດງານທຳ, ເພີ່ມລາຍໄດ້ໃຫ້ກັບງົບປະມານຂອງລັດ... ໂດຍທົ່ວໄປແລ້ວ, ຂົງເຂດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດຢູ່ຫວຽດນາມໄດ້ປະກອບສ່ວນປະມານ 20% ຂອງ GDP, ປະມານ 25% ຂອງເງິນລົງທຶນທາງສັງຄົມທັງໝົດ ແລະກວມເອົາຫຼາຍກວ່າ 40% ຂອງມູນຄ່າການຜະລິດອຸດສາຫະກຳ, ຫຼາຍກວ່າ 50% ຂອງມູນຄ່າການສົ່ງອອກແລະນຳເຂົ້າທັງໝົດ ແລະ ປະມານ 30% ຂອງລາຍຮັບງົບປະມານທັງໝົດຂອງລັດ.
(9) ປະຈຸບັນ, ຄາດວ່າທົ່ວປະເທດໄດ້ດຳເນີນໂຄງການກໍ່ສ້າງທັງໝົດກວ່າ 5.000 ໂຄງການ ໂດຍມີເງິນທຶນລວມຫຼາຍກວ່າ 4,5 ລ້ານຕື້ດົ່ງ ເຊິ່ງເພີ່ມຂຶ້ນຫຼາຍກວ່າ 3 ເທົ່າເມື່ອທຽບກັບປີ 2009, ມີວິສາຫະກິດກໍ່ສ້າງຫຼາຍກວ່າ 100.000 ແຫ່ງ ແລະ ວິສາຫະກິດດຳເນີນການທຸລະກິດອະສັງຫາລິມະຊັບ 15.000 ແຫ່່ງ ເຊິ່ງໄດ້ສ້າງຕັ້ງເວທີຊື້ຂາຍອະສັງຫາລິມະຊັບຫຼາຍກວ່າ 1.000 ແຫ່ງ.
(10) ເບິ່ງ: ຫງວຽນຝູຈ້ອງ: “ຄວາມເອກອ້າງທະນົງໃຈ ແລະ ຄວາມເຊື່ອໝັ້ນພາຍໃຕ້ທຸງອັນສະຫງ່າລາສີຂອງພັກ, ຕັ້ງໃຈສ້າງສາຫວຽດນາມໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ມີອາລະຍະທຳ ວັດທະນະທຳ ແລະ ວິລະຊົນ”, ວາລະສານກອມມູນິດ, ສະບັບທີ 1030 (ເດືອນມັງກອນ 2024), ໜ້າ 11.
(11) ຫວຸທີ້ທູຮັ່ງ: “ການປ່ຽນແປງໃໝ່ປະດິດສ້າງຢູ່ຫວຽດນາມໃນປະຈຸບັນ”, ວາລະສານກອມມູນິດເອເລັກໂຕຣນິກ, ອອກວັນທີ 18 ຕຸລາ 2022, https://tapchicongsan.org.vn/web/guest/nghien-cu/-/2018/826023/doi-moi-sang-tao-o-viet-nam-hien-nay.aspx
* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1035 (ເດືອນເມສາ 2024)