ເສດຖະກິດຫວຽດນາມ ປີ 2021 ​ແລະ ຄວາມມຸ່ງຫວັງໃນປີ 2022

ຮສ, ປອ ບຸ່ຍກວາງຕວັນ* - ປອ ຮ່າຮຸຍຫງອກ**
*ຫົວໜ້າສະຖາບັນເສດຖະກິດຫວຽດນາມ - **ສະຖາບັນເສດຖະກິດຫວຽດນາມ
03:10, 17-07-2022

ວກ - ປີ 2021, ສະພາບ​ການລະບາດ​ຂອງພະຍາດ​ໂຄ​ວິດ-19 ​ໄດ້​ຜັນ​ແປ​ໄປ​ຢ່າງ​ສັບສົນ​ໃນ​ທົ່ວ​ໂລກດ້ວຍ​ບັນດາ​ສາຍ​ພັນ​ໃໝ່, ອັນ​ເປັນ​ອຸປະສັກ​ກີດ​ຂວາງ​​​ການ​ຟື້ນ​ຕົວ​ຂອງ​ເສດຖະກິດ​ໂລກ. ຫວຽດນາມກໍ​ເປັນ​ໜຶ່ງ​ໃນ​ບັນດາ​ປ​ະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ໂລກລະບາດ​ດັ່ງກ່າວ, ການ​ເຕີບ​ໂຕ​ດ້ານ​ເສດຖະກິດຂອງ​ຫວຽດນາມ​ໃນ​ປີ 2021 ບັນລຸ​ພຽງ 2,58% ​ເທົ່າ​ນັ້ນ, ຕໍ່າ​ສຸດໃນ​ຮອບ 30 ປີຜ່ານມາ. ສະ​ນັ້ນ, ​ເພື່ອ​ໃຫ້​ສາມາດ​ກັບ​ຄືນ​ສູ່​ເສັ້ນ​ໂຄຈອນ​ແຫ່ງ​ການ​​ເຕີບ​ໂຕ, ຫວຽດນາມຕ້ອງ​ປະຕິບັດ​​ແຜນ​ງານ​ຕ່າງໆ ​ເພື່ອ​ຟື້ນ​ຟູ​ເສດຖະກິດ​ແບບ​ຍືນ​ຍົງ ​ທີ່​ຮັບປະກັນ​ທັງ​ດ້ານປະລິມານ, ທັງ​ຮັບປະກັນ​ເປົ້າ​ໝາຍ ແລະ ລະບຽບ​ການ​ຕ່າງໆ ຢ່າງ​ມີ​ປະສິດທິ​ຜົນ.

ສະຖານ​ະພາບ​ເສດຖະກິດ​ໂລກ​ໃນ​ປີ 2021:
ບົນ​ເສັ້ນທາງກັບ​ຄື​ນສູ່​ເສັ້ນ​ໂຄຈອນ​ແຫ່ງ​ການ​ເຕີບ​ໂຕ

​ເສດຖະກິດ​ໂລກພວມ​ຢູ່​ໃນ​ທ່າ​ອ່ຽງຟື້ນ​ຕົວ, ​ແຕ່​ເປັນ​ການ​ເຕີບ​ໂຕ​ທີ່​ບໍ່​ສະໝໍ່າສະ​ເໝີ ລະຫວ່າງ​ພາກ​ພື້ນ​ຕ່າງໆ.

ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ​-19 ທີ່​ຍືດ​ເຍື້ອຍາວ​ນານ ​ໄດ້​ຜັກ​ດັນ​ໃຫ້​ເສດ ຖະກິດ​ໂລກ​ຕົກ​​ເຂົ້າ​ສູ່​ວິ​ກິດ​ການ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ​ນັບ​ແຕ່​ປີ 1930 ​ເປັນ​ຕົ້ນ​ມາ, ​ເຊິ່ງ​ເຮັດ​ໃຫ້ການ​​ເຕີບ​ໂຕ​ຫຼຸດ​ລົງ​ເຖິງ​ລະດັບ​ຕິດ​ລົບ 3,1% ​ໃນ​ປີ 2020 ຍ້ອນ​ການ​ຂາດ​ຕິດ​ຂາດ​ຕອນ​ໃນ​ລະບົບ​ຕ່ອງ​ໂສ້ການ​ສະໜອງ, ບັນດາ​ມາດ​ຕະການ​ປ້ອງ​ກັນ, ຕ້ານ​ການ ລະບາດ ​ແລະ ຜົນ​ກະທົບ​ຂອງ​ມັນ ​ຕໍ່​​ການ​ເຄື່ອນ​ໄຫວ​ເສດຖະກິດ​ ໃນ​ຂອບ​ເຂດ​ທົ່ວ​ໂລກ.

​ໂດຍ​ປະ​ເຊີນ​ໜ້າ​ກັບ​ສະພາບ​ການ​ດັ່ງ​ກ່າວ, ບັນດາ​ປະ​ເທດ​ໄດ້​ມີ​ຄວາມ​ພະຍາຍາມ​ຟື້ນ​ຟູ​ພື້ນຖານ​ເສດຖະກິດ ​ແລະ ຮັບປະກັນ​​ສຸຂະພາບ, ຄວາມ​ປອດ​ໄພ​ສັງຄົມ​ຂອງ​ປະຊາຊົນ. ປະສິດທິ​ຜົນ​ຂອງ​ຄວາມ​ພະຍາຍາມ​ເຫຼົ່າ​ນີ້ສະ​ແດງ​ໃຫ້​ເຫັນ​ເມື່ອ​ຄາດ​ຄະ​ເນ​ວ່າ​ເສດຖະກິດ​ໂລກ​ຈະ​ເຕີບ​ໂຕ​ອີກ​ຄັ້ງ​ໃນ​ປີ 2021. ຢ່າງໃດກໍຕາມ, ການ​ຟຶ້ນຟູ​ກໍບໍ່​ສະໝໍ່າສະ​ເໝີ​ກັນ​ໃນທຸກ​ພາກ​ພື້ນຂອງ​ໂລກ​. ຄາດ​ຄະ​ເນ​ວ່າ ບັນດາ​ປະ​ເທດທີ່​ພັດທະນາ​​ແລ້ວໃນ​ໂລກ ຈະມີ​ອັດຕາ​ການ​​ເຕີບ​ໂຕ​ສູງເຊັ່ນ: ສະຫະລັດ​ອາ​ເມ​ລິກ 5,9%, ຈີນ 8,0%. ພາກ​ພື້ນ​ສະຫະພາບ​ເອີຣົບ (EU) ກໍ​ຄາດ​​ວ່າຈະ​​ເຕີບ​ໂຕ​ອີກ​ເທື່ອ​ໜຶ່ງ. ​ໃນ​ຂະນະ​ນັ້ນ, ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ຄາດ​​ວ່າ​ຈະ​ເຕີບ​ໂຕ​ພຽງ 3,0%. ​ການ​​ເຕີບ​ໂຕ​ກັບ​ຄືນ​ມາ​ອີກ​ເທື່ອ​​ຍ້ອນ​ມາດ​ຕະການ​​ແຊກ​ແຊງ​ທີ່​ແຕກ​ຕ່າງ​ກັນ​ໃນລະບົບ​ເສດຖະກິດ​ຂອງ​ແຕ່​ລະ​ພາກ​ພື້ນ.

ມາຮອດທ້າຍ​​ເດືອນຕຸລາ 2021, ບັນດາ​ບ້ວງ​ເງິນ​ໜູນ​ຊ່ວຍ​ດ້ານ​ການ​ເງິນ ​ແລະ  ເງິນຕາ​​ທົ່ວ​ໂລກມີ​ມູນ​ຄ່າ 18.272 ຕື້​​ໂດ​ລາ​ສະຫະລັດ, ​ເທົ່າ​ກັບ 16,4% ຂອງ​ລວມ ຍອດ​ຜະລິດ​ຕະພັນພາຍ​ໃນ (ຈີ​ດີ​ພີ) ​ທົ່ວ​ໂລກ, ​ໃນ​ນັ້ນ ບັນດາ​ປະ​ເທດ​ພັດທະນາ​​ມີ​ຂະ ໜາດການ​ສະໜັບສະໜູນ​ສະ​ເລ່ຍ​ເຖິງ 19,4% ຂອງຈີ​ດີ​ພີ; ບັນດາ​ປະ​ເທດ​ທີ່​ກໍາລັງ​ພັດທະນາ ​ແລະ ປະ​ເທດ​ທີ່​ພົ້ນ​​ເດັ່ນຂຶ້ນ​ໃໝ່ແມ່ນ 7,51% ຂອງຈີ​ດີ​ພີ; ​ໃນ​ຂະນະ​ທີ່​ປະ​ເທດທີ່​ມີ​ລາຍ​ໄດ້​ຕໍ່າ, ຂະໜາດຂອງບ້ວງ​​ເງິນ​ໜູນ​ຊ່ວຍພຽງແຕ່ 4,3% ຂອງຈີ​ດີ​ພີ​ໂດຍ​ສະ​ເລ່ຍ.

ການແຊກແຊງດ້ວຍຂະໜາດທີ່ແຕກຕ່າງກັນ ຂຶ້ນຢູ່ກັບສະພາບການຂອງ​ແຕ່ລະ​ປະ​ເທດ ແມ່ນສາເຫດຂອງການເຕີບໂຕທີ່ບໍ່ສະໝ່ຳສະເໝີກັນໃນພາກພື້ນຕ່າງໆ ​ແລະ ສິ່ງ​ດັ່ງກ່າວ​​ໄດ້​ສ້າງ​ຄວາມ​ກັງວົນ​ໃຫ້​ແກ່​ບັນດາ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ຕໍ່າ ເຊິ່ງອາດ​ຈະ “ພາດ​ໂອກາດ” ​​ເມື່ອ​ທຽບ​ກັບ​ການ​ຟື້ນ​ຕົວ​ຂອງ​ໂລກ.

ພາວະ​ເງິນ​​ເຟີ້​ໃນ​ທົ່ວ​ໂລກ​ສື​ບຕໍ່​ກໍ່​ໃຫ້​ເກີດຄວາມ​ສ່ຽງ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ.

ພະຍາດ​ໂຄ​ວິດ-19 ​ໄດ້​ພາ​ໃຫ້​ເກີດ​ຄວາມ​ກັງວົນ​ຫຼາຍ​ຢ່າງ​ຕໍ່​ກັບ​ອັດຕາ​ເງິນ​ເຟີ້​ທີ່​ເພີ່ມ​ຂຶ້ນ​ສູງ ຍ້ອນ​ຫຼາຍ​ສາ​ເຫດ​ຕົ້ນຕໍ​ດັ່ງ​ນີ້: 1) ​ມາດ​ຕະການ​ແຊກ​ແຊງ​ຂອງ​ລັດຖະບານ​ປະເທດຕ່າງໆ ໃນນະ​ໂຍບາຍການ​ເງິນ​ແລະ​ເງິນຕາ ​ໄດ້​ເພີ່ມທະວີ​ການເຄື່ອນ​ໄຫວ​ທາງ​ດ້ານ​ເສດຖະກິດ ຫຼື ຫຼຸດຜ່ອນ​ຊ່ອງ​ຫວ່າງ​ໃນ​ຜົນ​ຜະລິດ​ ​ແນ​ໃສ່​ປົດ​ປ່ອຍ​ຄວາມ​ຕ້ອງການ​ທີ່ຖືກ​ກົດ​ໜີບ ​ແລະ ເງິນຝາກປະຢັດທີ່ສະສົມໃນ​ເວລາ​ທີ່​ຖືກ​ຢຸດ​ຊະ​ງັກຍ້ອນ​ການລະບາດ​ຂອງ​ພະຍາດ; 2) ລາຄາສິນຄ້າໂລກເພີ່ມຂຶ້ນຢ່າງໄວວາ ສໍາລັບສິນຄ້າວັດຖຸ​ດິບທີ່ຈໍາ​ເປັນ​ບາງ​ຢ່າງ, ນໍ້າມັນເຊື້ອໄຟແລະວັດສະດຸທີ່ໃຊ້ໃນການຜະລິດ ເນື່ອງຈາກການຢຸດ​ຊະ​ງັກຂອງ​ຕ່ອງ​ໂສ້ການສະໜອງ ຫຼື ຄ່າໃຊ້ຈ່າຍການຂົນສົ່ງ​ເພີ່ມຂຶ້ນ; 3) ບັນຫາ​ການ​ຂາດ​ແຄນທັງວັດສະດຸປ້ອນແລະຜົນຜະລິດໃນລະບົບຕ່ອງໂສ້ການສະໜອງ ເມື່ອບັນດາ​ປະ​ເທດປະຕິບັດມາດຕະການ​ເວັ້ນ​ໄລຍະຫ່າງ, ຈຳກັດ​ການ​ເຄື່ອນ​ໄຫວ​ເສດຖະກິດ. ດ້ວຍ​ເຫດ​ນັ້ນ, ອົງການ​ຮ່ວມ​ມື​ແລະພັດທະນາ​ເສດຖະກິດ​ແຫ່ງ​ສະຫະ​ປະຊາ​ຊາດ (OECD) ຈຶ່ງ​ໄດ້​ບອກ​ເຕືອນວ່າ ພື້ນຖານ​ເສດຖະກິດ​ໂລກ​ໃນ​ປີ 2021 ມີ​ຄວາມ​ສ່ຽງ​ຫຼາຍ​ທີ່​ສຸດ​ທີ່​ຈະ​ປະສົບ​ກັບ​ອັດຕາ​ເງິນ​ເຟີ້​​ໃນ​ລະດັບ 3,5% (ສູງ​ກວ່າ​ອັດຕາ​ເງິນ​ເຟີ້ 2% ​ໃນ​ປີ 2020).

ບາງ​ບັນຫາ​ທີ່​ພົ້ນ​ເດັ່ນ​ຂອງ​ເສດຖະກິດ​ຫວຽດນາມ ​ໃນ​ປີ 2021

ການ​ເຕີບ​ໂຕ​ຂອງ ຈີ​ດີ​ພີ: ອຸດສາຫະກໍາ​ປຸງ​ແຕ່ງ​ແລະການ​ຜະລິດ ​ສືບ​ຕໍ່​ເປັນ​ແຮງ​ຂັບ​ເຄື່ອນ​ຕົ້ນຕໍ.

ຄາດ​ຄະ​ເນ​ວ່າ ​ໃນ​ປີ 2021 ຈີ​ດີ​ພີຈະ​ເພີ່ມ​ຂຶ້ນ 2,58%. ​ໃນ​ອັດຕາ​ການ​ເຕີບ​ໂຕ​ທົ່ວ​​ໄປ​ຂອງ​ພື້ນຖານ​ເສດຖະກິດ​ທັງ​ໝົດ, ທັງ​ໃນ​ຂົງ​ເຂດ​ກະສິກໍາ, ປ່າ​​ໄມ້ ​ແລະ ການ​ປະມົງ​ເພີ່ມ​ຂຶ້ນ 2,9%, ປະກອບສ່ວນ 13,97% ​ເຂົ້າ​ໃນ​ອັດຕາ​ການ​ເພີ່ມ​ຂຶ້ນ​ຂອງ​ລວມຍອດ​ມູນ​ຄ່າ​ທີ່​ເພີ່ມ​ຂຶ້ນ​ຂອງພື້ນຖານ​ເສດຖະກິດ; ຂົງ​ເຂດ​ອຸດສາຫະກໍາ​ແລະການກໍ່ສ້າງ​ ເພີ່​ມຂຶ້ນ 4,05%, ປະກອບສ່ວນ 63,80%; ຂົງ​ເຂດ​ການ​ບໍລິການ​ເພີ່ມ​ຂຶ້ນ 1,22%, ປະກອບ​ສ່ວນ 22,23%. ຂົງ​ເຂດ​ອຸດສາຫະກໍາ​ແລະການ​ກໍ່ສ້າງ, ອຸດສາຫະກໍາ​ປຸງ​ແຕ່ງ ແລະການ​ຜະລິດ ສືບ​ຕໍ່​ເປັນ​ແຮງ​ຂັບ​ເຄື່ອນ​ຕົ້ນຕໍ​ ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ພື້ນຖານ​ເສດ ຖະກິດ​ທັງ​ໝົດ ດ້ວຍ​ອັດຕາ​ການ​ເຕີບ​ໂຕ 6,73%, ປະກອບສ່ວນ 1,61% ​ເຂົ້າ​ໃນ​ອັດ ຕາ​ການ​ເພີ່ມ​ຂຶ້ນ​ຂອງ​ລວມຍອດ​ມູນ​ຄ່າ​ທີ່​ເພີ່ມ​ຂຶ້ນ ​ຂອງ​ພື້ນຖານ​ເສດຖະກິດ​ທັງ​ໝົດ.

ການຮັກສາ​ສະຖຽນລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ ​ແລະ ຄວບ​ຄຸມ​ອັດຕາ​ເງິນ​ເຟີ້

ປີ 2021, ​ໃນ​ສະພາບ​ແວດ​ລ້ອມ​ທີ່​ພື້ນຖານ​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ຫຼາຍ​ຢ່າງ ຍ້ອນ​ຜົນ​ກະທົບ​ຈາກ​ການ​ແຜ່ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ທະນາຄານ​ແຫ່ງ​ລັດຫວຽດນາມ ​ໄດ້ດັດ​ປັບ​ອັດຕາ​ດອກ​ເບ້ຍ​ໃຫ້​ເໝາະ​ສົມ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາສະ​ຖາ​ບັນ​ສິນ​ເຊື່ອ​ສືບ​ຕໍ່​ຫຼຸດ​ອັດຕາດອກ​ເບ້ຍ​ເງິນ​ກູ້, ໜູນ​ຊ່ວຍ​ການ​ຟື້ນ​ຕົວ​ຂອງ​ພື້ນຖານ​ເສດຖະກິດ. ການ​ເຄື່ອນ​ໄຫວ​ທຸລະ​ກິດ​ທີ່​ຮັບປະກັນ​ຄວາມ​ໝັ້ນຄົງ; ຕະຫຼາດ​ຫຼັກ​ຊັບ​ໄດ້​ພັດທະນາ​ຢ່າງ​ແຂງ​ແຮງ ​ດ້ວຍ​ມູນ​ຄ່າ​ຕະຫຼາດ​ຫຼັກ​ຊັບ​ໃນ​ປີ 2021 ທີ່​ເພີ່ມ​ຂຶ້ນ​ເຖິງ 45,5% ​ເມື່ອ​ທຽບ​​ໃສ່​ທ້າຍ​ປີ 2020. ມາ​ຮອດ​ວັນ​ທີ 24 ທັນວາ 2021, ລວມຍອດ​ມູນ​ຄ່າ​ກາ​ນຊໍາລະ​ທັງ​ໝົດ​ເພີ່ມ​ຂຶ້ນ 8,93% ​ເມື່ອ​ທຽບ​ໃສ່​ທ້າຍ​ປີ 2020; ການລະດົມ​ທຶນ​ຂອງ​ບັນດາ​ສະ​ຖາ​ບັນ​ສິນ​​ເຊື່ອ​ເພີ່ມ​ຂຶ້ນ 8,44%; ການ​ເຕີບ​ໂຕຂອງ​ສິນ​ເຊື່ອ​ໃນ​ພື້ນຖານ​ເສດຖະກິດ​ ບັນລຸ 12,97%(1).

ຕາມ​ຂໍ້​ມູນ​ຂອງກົມ​ໃຫຍ່​ສະຖິຕິ​ໃຫ້​ຮູ້​ວ່າ ດັດ​ຊະ​ນີລາຄາ​ຜູ້​ບໍລິ​ໂພ​ກ (CPI) ​ໃນ​ເດືອນທັນວາ 2021 ​ໄດ້​ຫຼຸດ​ລົງ 0,18% ​ເມື່ອ​ທຽບ​​ໃສ່​ເດືອນ​ພະຈິກ 2021 ​ແລະ ​ເພີ່ມ​ຂຶ້ນ 1,81% ​ເມື່ອ​ທຽບໃສ່​ເດືອນ​ທັນວາ 2020. ​ໂດ​ຍສະ​ເລ່ຍ​ແລ້ວ, ​ໃນ​ປີ 2021, CPI ​ເພີ່ມ​ຂຶ້ນ 1,84% ​ເມື່ອ​ທຽບ​ກັບປີ 2020, ​ເພີ່ມ​ຂຶ້ນ​ຕໍ່າ​ສຸດ​ນັບ​ຕັ້ງ​ແຕ່​ປີ 2016. ອັດຕາ​ເງິນ​ເຟີ້​ພື້ນຖານ​ໃນ 12 ​ເດືອນ​ເພີ່ມ​ຂຶ້ນ 0,81%.

ລາຄາ​ຄໍາ​ພາຍ​ໃນ​ປະ​ເທດ​ມີ​ການ​ເໜັງ​ຕີງ​ທີ່​ສວນ​ທາງ​ກັບ​ລາຄາ​ຄໍາ​ໂລກ. ລາຄາ​ຄໍາ​ໂລກສະ​ເລ່ຍ​ໃນ​ວັນ​ທີ 25 ທັນວາ 2021 ຫຼຸດ​ລົງ 1,8% ​ເມື່ອ​ທຽບ​ກັບ​ເດືອນພະຈິກ 2021 ເນື່ອງຈາກ​ເງິນ​ໂດ​ລາ​ສະຫະລັດ ​ແລະ ອັດຕາ​ຜົນ​ກຳໄລ​ພັນທະບັດ​ສະຫະລັດ​ເພີ່ມຂຶ້ນ​ ຕາມການ​ຄາດຄະ​ເນ​ວ່າ​ອັດຕາ​ດອອກ​ເບ້ຍ​ຂອງ​ສະຫະລັດ​ຈະ​ເພີ່ມ​ຂຶ້ນ​ໃນ​ປີໜ້າ. ພາຍ​ໃນ​ປະ​ເທດ, ດັດຊະນີ​ລາຄາ​ຄໍາ​ໃນ​ເດືອນ​ທັນວາ 2021 ​ເພີ່ມຂຶ້ນ 0,25% ​ເມື່ອ​ທຽບ​ກັບ​ເດືອນ​ພະຈິກ 2020; ​ເພີ່ມ​ຂຶ້ນ 1% ​ເມື່ອ​ທຽບ​​​ກັບເດືອນທັນວາ 2020 ແລະ ​ເພີ່ມ​ຂຶ້ນ​ສະ​ເລ່ຍ 8,67% ​ໃນ​ປີ 2021 ​ເມື່ອ​ທຽບ​ກັບ​ປີຜ່ານມາ. ສ່ວນ​ເງິນ​ໂດ​ລະສະ​ຫະລັດ​ໃນ​ຕະຫຼາດ​ໂລກ​ກໍ​ເພີ່ມ​ຂຶ້ນ​​ທ່າມກາງ​ພາວະ​ອັດຕາ​ເງິນ​ເຟີ້​ຂອງ​ສະຫະລັດ​ທີ່​ເພີ່ມ​ຂຶ້ນ​ສູງ ຍ້ອນ​ບັນດາ​ນັກ​ລົງທຶນ​ໄດ້​ມີ​ທ່າທີ​ຖອນ​ຕົວ​ອອກ​ຈາກ​ປະ​ເພດສະກຸນ​ເງິນ​ທີ່​ມີ​ຄວາມ​ສ່ຽງ​ພາຍຫຼັງ​ທີ່​ທະນາຄານ​ກາງ ​ໄດ້​ຕັດສິນ​ໃຈ​ເພີ່ມ​ອັດຕາ​ດອກ​ເບ້ຍ ກໍ​ຄື​ຄວາມ​ກັງວົນ​ຕໍ່​ການລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ສາຍ​ພັນ​ໂອ​ໄມ​ຄຣອນ. ພາຍ​ໃນ​ປະ​ເທດ, ເນື່ອງຈາກ​ຄວາມ​ຕ້ອງການ​ຊື້​ເງິນຕາ​ຕ່າງປະ​ເທດ​ຂອງ​ບັນດາ​ວິ​ສາ​ຫະກິດ​ນໍາ​ເຂົ້າ​ທີ່​ເພີ່ມ​ຂຶ້ນ ​ໄດ້​ເຮັດ​ໃຫ້​ດັດຊະນີ​ມູນ​ຄ່າ​ເງິນ​ໂດ​ລາ​ສະຫະລັດ ​ໃນ​ເດືອນ​ທັນວາ 2021 ​ເພີ່ມ​ຂຶ້ນ 0,84% ​ເມື່ອ​ທຽບກັບ​ເດືອນ​ພະຈິກ 2021; ຫຼຸດ​ລົງ 0,58% ​ເມື່ອ​ທຽບ​ກັບ​ເດືອນ​ທັນວາ 2020 ​ແລະ ​ໂດຍ​ສະ​​ເລ່ຍ​ແລ້ວ ​ໃນ​ປີ 2021 ​ໄດ້​ຫຼຸດ​ລົງ 0,97% ​ເມື່ອ​ທຽບ​ກັບ​ປີ​ທີ່​ຜ່ານ​ມາ.

ຂົງ​ເຂດ​ວິ​ສາ​ຫະກິດ ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ການ​ແຜ່ລະບາດ​ຂອງ​ພະ ຍາດ​ໂຄ​ວິດ-19

ການລະບາດ​ຮອບ​ທີ 4 ຂອງ​ພະຍາດ​ໂຄ​ວິດ-19 ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ​ຕໍ່​ການ​ຜະລິດ, ​ການ​ເຄື່ອນ​ໄຫວ​ທຸລະ​ກິດ ​ແລະ ຈິດ​ໃຈ​ສ້າງ​ຕັ້ງ​ທຸລະ​ກິດ​ໃໝ່​ ຂອງປະຊາຊົນ. ອີງ​ຕາມ​ການ​ລາຍງານ​ຂອງ​ກົມ​ທະບຽນ​ວິ​ສາ​ຫະກິດ, ​ໃນ​ປີ 2021, ມີ​ວິ​ສາ​ຫະກິດ​ຈົດ​ທະບຽນ​ໃໝ່​ທັງ​ໝົດ 116.839 ຫົວໜ່ວຍ, ຫຼຸດ​ລົງ 13,4% ​ເມື່ອ​ທຽບ​ກັບ​ປີ 2020, ​ເຊິ່ງ​ເປັນ​ລະດັບ​ຕໍ່າ​ສຸດ​ນັບ​ແຕ່​ປີ 2017 ມາ​ຮອດ​ປັດຈຸບັນ. ຈໍານວນທຶນ​ຈົດ​ທະບຽນ​ສ້າງ​ຕັ້ງ​​ໃນ​ປີ 2021 ບັນລຸ​ພຽງ 1.611.109 ພັນ​ຕື້​ດົ່ງ, ຫຼຸ​ດລົງ 27,9% ​ເມື່ອ​ທຽບ​ກັບ​ປີ 2020. ຄຽງ​ຄູ່​ກັນ​ນັ້ນ, ຈໍານວນ​ວິ​ສາ​ຫະກິດ​ທີ່​ກັບ​ມາ​ດໍາ​ເນີນ​ທຸລະ​ກິດ​ໃນ​ປີ 2021 ກໍ​ມີ​ພຽງ​ແຕ່ 43.116 ຫົວໜ່ວຍ​ເທົ່າ​ນັ້ນ, ຫຼຸດ​ລົງ 2,2% ​ເມື່ອ​ທຽບ​ກັບ​ປີ 2020.

ອີກ​ດ້ານ​ໜຶ່ງ, ຈາກ​ການ​​ແຜ່​ລະບາດ​ຂອງ​ພະຍາດ​ທີ່​ແກ່ຍາວ​ເປັນ​ເວລາ​ດົນ​ນານ ມັນ​ໄດ້ “ບັ່ນ​ທອນ” ຄວາມ​ເຂັ້ມ​ແຂງ​ຂອງ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ຫຼາຍ​ແຫ່ງ, ​ໃນ​ນັ້ນ ສ່ວນ​ຫຼາຍ​ແມ່ນ​ວິສາຫະກິດ​ທີ່​ມີ​ອາຍຸ​ການ​ສ້າງ​ຕັ້ງ​ຕໍ່າ​ກວ່າ 5 ປີ ​ແລະ ມີ​ຂະໜາດ​ນ້ອຍ. ວິ​ສາ​ຫະກິດ​ທີ່​ຢຸດຕິ​ການ​ເຄື່ອນ​ໄຫວ​ຊົ່ວຄາວ, ຍຸບ​ຕົວ​ໃນ​ປີ 2021 ມີ​ເຖິງ 119.828 ຫົວ ໜ່ວຍ, ​ເພີ່ມ​ຂຶ້ນ 17,8% ​ເມື່ອ​ທຽບ​ກັບ​ປີ 2020. ​ໃນ​ຈໍານວນ​ວິ​ສາ​ຫະກິດ​ທີ່​ຖອນ​ຕົວ​ອອກ​ຈາກ​ຕະຫຼາດ, ມີ​ວິ​ສາ​ຫະກິດ​ທີ່​ຢຸດຕິ​ການ​ເຄື່ອນ​ໄຫວ​ຊົ່ວຄາວ​ຫຼາຍ​ເຖິງ 54.960 ຫົວໜ່ວຍ (ກວມ​ເອົາ 45,9%), ໝາຍວ່າ ຍັງ​ບໍ່​ທັນຖອນ​ຕົວ​ອອກ​ຈາກ​ຕະຫຼາດ ​ແຕ່​ຫາກ​ສືບ​ຕໍ່ “​ແຊ່​ແຂງ”, ລໍຖ້າ​ເວລາ​ທີ່​ເໝາະ​ສົມ​ເພື່ອ​ຈະ​ຊອກ​ຫາ​ໂອກາດ​ທາງ​ທຸລະ​ກິດ​ໃໝ່, ເພີ່ມ​ຂຶ້ນ 18% ​ເມື່ອ​ທຽບ​ກັບ​ປີ 2020.

ຖ້າ​ທຽບ​ໃສ່​ໄລຍະ​​ປີ 2016–2020 (​ແຕ່ລະ​ປີ​ມີວິ​ສາຫະກິດ​ທີ່ຢຸດການ​ທຸລະ​ກິດ​ຊົ່ວຄາວກວມ​ເອົາ​ 25,9​% ຂອງຈຳນວນຫມົດ) ເຫັນ​ວ່າ​ໃນ​ປີ 2021, ອັດຕາ​ດັ່ງກ່າວບໍ່ມີປ່ຽນ​ແປງ​ໂດຍ​ພື້ນຖານ. ຈໍານວນ​ວິ​ສາ​ຫະກິດ​ທີ່​ລໍ​ຖ້າ​ຂັ້ນ​ຕອນ​ການ​ຍຸບ​ເລີກ ມີ​ເຖິງ 48.127 ຫົວໜ່ວຍ, ​ເພີ່ມ​ຂຶ້ນ 27,8% ​ເມື່ອ​ທຽບ​ກັບປີ 2020. ຈໍານວນ​ວິ​ສາ​ຫະກິດ​ໄດ້​ຖືກ​ຍຸບ ​ຫຼື ຢຸດ​ເຊົາ​ຢ່າງຖາວອນ​ໃນ​ປີ 2021 ມີ​ເຖິງ 16.741 ຫົວໜ່ວຍ, ຫຼຸດ​ລົງ 4,1% ​ເມື່ອ​ທຽບ​ກັບ​ປີ 2020.

ການ​ເຕີບ​ໂຕ​ຂອງ​ການ​ນໍາ​​ເຂົ້າແລະການ​ສົ່ງ​ອອກ ​​ເປັນ​ສີທີ່ສົດ​ໃສ​ທີ່​ສຸດ​ໃນ​ພາບເສດຖະກິດ​ມະຫາ​ພາກ​ ໃນ​ປີ 2021.

ປີ 2021 ​ເປັນ​ປີ​ທີ່​ເຕັມ​ໄປ​ດ້ວຍ​ການຜັນ​ແປ​ໃນ​ທຸກ​ຂົງ​ເຂດ​ຂອງ​ພື້ນຖານ​ເສດ ຖະກິດ. ແຕ່ຍ້ອນ​ມີ​ການ​ຊີ້​ນໍາ​ຢ່າງ​ໃກ້ຊິດ​ຂອງ​ລັດຖະບານ, ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ອໍານາດ​ການ​ປົກຄອງ​ທ້ອງ​ຖິ່ນ, ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຂອງ​ວົງ​ຄະນາ​ຍາດ​ວິ​ສາ​ຫະກິດ, ບັນດາ​ອົງການ​ສົ່ງ​ເສີມ​ການ​ຄ້າ ​ໄດ້​ຊ່ວຍ​ຮັກສາການ​ຜະລິດ​ແລະການສົ່ງ​ອອກ ດ້ວຍ​ຍອດ​ມູນ​ຄ່າທີ່​ສູງ​ເຖິງ 668,5 ຕື້​ໂດ​ລາສະ​ຫະລັດ ອັນ​ເປັນ​ປະຫວັດ​ການ​ໃໝ່, ​ເພີ່ມຂຶ້ນ 22,6% ​ເມື່ອ​ທຽບ​ກັບ​ປີ 2020. ​ໃນ​ນັ້ນ, ມູນ​ຄ່າ​ການ​ສົ່ງ​ອອກ​ສິນຄ້າ ຄາດ​ຄະ​ເນ​ຈະ​ບັນລຸ 336,25 ຕື້​​ໂດ​ລາ​ສະຫະລັດ, ​​ເພີ່ມ​ຂຶ້ນ 19% ​ເມື່ອ​ທຽບ​ກັບ​ປີ 2020. ສ​ະ​ເພາະ​ໃນ​ຂົງ​ເຂດ​ເສດຖະກິດ​ພາຍ​ໃນ​ປະ​ເທດ ກໍ​ບັນລຸ​ 88,71 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 21,1%, ກວມ​ເອົາ 73,6%. ​​ໃນໂຄງ​ປະກອບ​ສິນ​ຄ້າ​ສົ່ງ​ອອກ, ​ມີ 35 ລາຍການທີ່​ມີ​ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​​ຫຼາຍ​ກວ່າ 1 ຕື້​ໂດ​ລາ​ສະຫະລັດຕໍ່​ລາຍການ, ກວມ​ເອົາ 93,8% ຂອງ​ລວມຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ທັງ​ໝົດ (ມີ 8 ລາຍການ​ສິນຄ້າ​ສົ່ງ​ອອກ​ທີ່​ມີ​ຍອດ​ມູນ​ຄ່າ​ການ​ສົ່ງອອກ​ຫຼາຍ​ກວ່າ 10 ຕື້​ໂດ​ລາ​ສະຫະລັດຕໍ່​ລາຍການ, ກວມ​ເອົາ 69,7%). ​ໃນ​ນັ້ນ, ຂົງ​ເຂດ​ທີ່​ມີ​ການ​ລົງທຶນຈາກ​ຕ່າງປະ​ເທດ ກວມ​ເອົາ​ອັດຕາ​ສ່ວນ​ໃຫຍ່​ຂອງ​​ມູນຄ່າ​ການ​ສົ່ງ​ອອກຜະລິດ​ຕະພັນຫຼັກ​​ໃນ​ປີ 2021, ​ໃນ​ນັ້ນມີ: ​ໂທລະສັບ​ມື​ຖື​ທຸກ​ປະ​ເພດ ​ແລະ ສິ້ນ​ສ່ວນ​ປະກອບ ກວມ​ເອົາ 99,3%; ​ເອ​ເລັກ​ໂຕ​ນິກ, ຄອມ​ພິວ​ເຕີ ​ແລະ ສິ້ນສ່ວນ​ອາ​ໄຫຼ່ ກວມ​ເອົາ 98,1%; ເຄື່ອງຈັກ, ອຸປະກອນ, ​ເຄື່ອງມື ​ແລະ ​ເຄື່ອງ​ອາ​ໄຫຼ່​ຕ່າງໆ ກວມ​ເອົາ 93%; ​ແຜ່ນ​ແພ ກວມ​ເອົາ 61,7%; ​ເກີບ​ທຸກ​ປະ​ເພດ ກວມ​ເອົາ 79,3%.

ສໍາ​ລັບ​ການ​ນໍາ​ເຂົ້າ​ໃນ​ປີ 2021, ​ມູນ​ຄ່າ​ການ​ນໍາ​ເຂົ້າ​ສິນ​ຄ້າຄາດວ່າ​ຈະ​ບັນລຸ 332,25 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 26,5% ​ເມື່ອ​ທຽບ​ກັບ​ປີຜ່ານມາ, ​ໃນ​ນັ້ນ ຂົງ​ເຂດ​​ເສດຖະກິດ​ພາຍ​ໃນ​ປະ​ເທດ​ໄດ້ນໍາ​ເຂົ້າ 114,07 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 21,8%; ຂົງ​ເຂດ​ທີ່​ມີ​ການ​ລົງທຶນ​ຈາກຕ່າງປະ​ເທດ​ໄດ້ນໍາ​ເຂົ້າ 218,18 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 29,1%. ​ໃນ​ນັ້ນ ມີ 47 ລາຍການ​ສິນຄ້າ​ນໍາ​ເຂົ້າດ້ວຍ​ມູນ​ຄ່າ​ຫຼາຍ​ກວ່າ 1 ຕື້​ໂດ​ລາ​ສະຫະລັດຕໍ່​ລາຍການ, ກວມ​ເອົາ 94,1% ຂອງ​​ມູນ​ຄ່າ​ການ​ນໍາ​ເຂົ້າ​ທັງ​ໝົດ.

ສໍາລັບ​ຕະຫຼາດ​ສົ່ງ​ອອກ ​ແລະ ນໍາ​ເຂົ້າ​ສິນຄ້າ​ໃນ​ປີ 2021, ​ອາ​ເມ​ລິ​ກາ​ເປັນ​ຕະຫຼາດ ສົ່ງ​ອອກ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ ດ້ວຍ​ຍອດ​ມູນ​ຄ່າ​ການ​ຄ້າ ຄາດ​ວ່າ​ຈະ​ບັນລຸ 95,6 ຕື້​ໂດ​ລາສະຫະລັດ. ຈີນ ​ເປັນ​ຕະຫຼາດ​ນໍາ​ເຂົ້າ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ ດ້ວຍ​ຍອດ​ມູນ​ຄ່າ​ການ​ຄ້າຄາດຄະ​ເນ​ບັນລຸ 109,9 ຕື້​ໂດ​ລາ​ສະຫະລັດ. ​ໃນ​ປີ 2021, ການ​ເກີນ​ດຸນການ​ຄ້າ​ໄປທີ່​ສະຫະພາບ​ເອີຣົບ​ແມ່ນ​ປະມານ 23 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 12,1% ເມື່ອ​ທຽບ​ກັບ​ປີຜ່ານມາ; ການຂາດ​ດຸນ​ການ​ຄ້າ​ຈາກ ຈີນ 54 ຕື້​​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 53%; ການ​ຂາດ​ດຸນ​ການ​ຄ້າ​ຈາກ ສ.​ເກົາຫຼີ 34,2 ຕື້​ໂດລາ​ສະຫະລັດ, ​ເພີ່​ມຂຶ້ນ 22,9%; ການ​ຂາດ​ດຸນ​ກາ​ນຄ້າ​ຈາກ​ບັນດາ​ປະ​ເທດ​ອາ​ຊຽນ 12 ຕື້​ໂດ​ລາສະຫະລັດ, ​ເພີ່ມຂຶ້ນ 63,1%; ການ​ຂາດ​ດຸນ​ການ​ຄ້າ​ຈາກຍີ່ປຸ່ນ 2,4 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມຂຶ້ນ 127,8%.

ການສົ່ງອອກລົດເຄິ່ງພ່ວງຊຸດທໍາອິດ ໄປສູ່ຕະຫຼາດອາເມລິກາ ຢູ່ທ່າເຮືອ PTSC ຢຸງກວັດ, ເຂດເສດຖະກິດຢຸງກວັດ, ແຂວງກວ໋າງງ້າຍ _ພາບ: baochinhphu.vn

ດຸນການ​ຄ້າ​ສິນຄ້າ​ໃນ​ປີ 2021 ຄາດວ່າ​ຈະເກີນ​ດຸນການ​ຄ້າ 4 ຕື້​ໂດ​ລາ​ສະຫະລັດ (ປີ 2020 ການສົ່ງອອກ​ເກີ​ນດຸນ 19,94 ຕື້​ໂດ​ລາ​ສະຫະລັດ). ​ໃນ​ນັ້ນ, ຂົງ​ເຂດ​ເສດຖະກິດ​ພາຍ​ໃນປະ​ເທດມີ​ການຂາດ​ດຸນ​ການ​ຄ້າ 25,36 ຕື້​​ໂດ​ລາ​ສະຫະລັດ; ຂົງ​ເຂດ​ທີ່​ມີ​ການ​ລົງທຶນ​ຈາກຕ່າງປະ​ເທດ (ນັບທັງ​ນໍ້າມັນ​ດິບ) ​ເກີນ​ດຸນການ​ຄ້າ 29,36 ຕື້​ໂດ​ລາ​ສະຫະລັດ(2).

ບັນດາ​ໝາກຜົນ​ດັ່ງກ່າວ​ບັນລຸ​ໄດ້​ ຍ້ອນ​ຫວຽດນາມຂຸດ​ຄົ້ນ​​ຕະຫຼາດ​ຕ່າງປະ​ເທດ​​ໄດ້​​ເປັນ​ຢ່າງ​ດີ. ຄຽງ​ຄູ່​ກັບ​ການ​ຮັກສາ​ຕະຫຼາດ​ສົ່ງ​ອອກ​ແບບ​ດັ້ງ​ເດີມ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ​ໄດ້​ໃຊ້ປະ​ໂຫຍ​ດຈາກ​ໂອກາດ​ທີ່​ດີ​ຈາກ​ສັນຍາ​ການ​ຄ້າ​ເສລີ, ​ໂດຍ​ສະ​ເພາະ​ແມ່ນສັນຍາ​ການ​ຄ້າ​ເສລີຮຸ່ນ​ໃໝ່.

ການ​ລົງທຶນ​ເພື່ອ​ການ​ພັດທະນາຍັງ​ມີ​ຊ່ອງ​ຫວ່າງ​ຫຼາຍ​ສໍາ​ລັບ​ການ​​ເຕີບ​ໂຕ​ໄລ​ຍະ​ກາງ​.

​ຕາມ​ລາຍ​ງານ​ຂອງ​ກະຊວງ​ແຜນການ​ແລະການ​ລົງທຶນ, ມູນ​ຄ່າ​ການ​ລົງທຶນ​ຂອງ​ທົ່ວ​ສັງຄົມ​ໃນ​ລາຄາ​ປະຈຸ​ບັນ​ໃນ​ປີ 2021 ​ເພີ່ມ​ຂຶ້ນ 3,2% ​ເມື່ອ​ທຽບ​ໃສ່​ປີ 2020. ເຖິງ​ວ່າ​ນີ້​ເປັນ​ການ​ເພີ່ມ​ຂຶ້ນ​ຕ່ຳ​ທີ່​ສຸດ​ໃນຮອບ​ຫຼາຍ​ປີ, ​ແຕ່​ກໍ​ເປັນ​ຜົນ​ດີ​ໃນ​ສະພາບ​ການ​ຜັນ​​ແປ​ທີ່ສັບ​ສົນ​ຂອງ​ພະຍາດ​ໂຄ​ວິດ-19 ​ໃນ​ທົ່ວ​ປະ​ເທດ ​ແລະ ​ໃນ​ໂລກ. ການ​​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດມີ​ການ​ຟື້ນ​ຕົວຄືນ​​ໃໝ່, ທຶນຈົດທະບຽນໃໝ່ ແລະ ທຶນ​ຈົດ​ທະບຽນເພີ່ມເຕີມເພີ່ມຂຶ້ນອີກ, ສະແດງໃຫ້ເຫັນວ່າ ບັນດານັກລົງທຶນຕ່າງປະ​ເທດ​ສືບ​ຕໍ່​ເຊື່ອ​ໝັ້ນໃນສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ. ​

ຄາດ​ຄະ​ເນ​ວ່າ, ​ປີ 2021, ມູນ​ຄ່າ​ການ​ລົງທຶນ​ຂອງ​ທົ່ວ​ສັງຄົມ​ໃນລາຄາ​ປະຈຸ​ບັນຈະ​ສູງ​ເຖິງ 2.891,9 ພັນ​ຕື້ດົ່ງ, ​ເພີ່ມ​ຂຶ້ນ 3,2% ​ເມື່ອ​ທຽບ​ກັບ​ປີຜ່ານມາ, ​ໃນ​ນັ້ນປະກອບ​ມີ: ທຶນ​ຂອງ​ລັດ​ບັນລຸ 713,6 ພັນ​ຕື້​ດົ່ງ, ກວມ​ເອົາ 24,7% ຂອງ​ຈໍານວນ​ທຶນ​ທັງ​ໝົດ ແລະ ຫຼຸດ​ລົງ 2,9% ​ເມື່ອ​ທຽບ​ກັບ​ປີຜ່ານມາ; ການ​ລົງທຶນ​ຂອງຂົງ​ເຂດນອກ​ພາກ​ລັດ​ບັນລຸ 1.720,200 ພັນ​ຕື້​ດົ່ງ, ​ເທົ່າກັບ 59,5% ​ແລະ ​ເພີ່ມ​ຂຶ້ນ 7,2%; ຂົງ​ເຂດທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ຈະ​ບັນລຸ 458,1 ພັນ​ຕື້​ດົ່ງ, ​ເທົ່າກັບ 15,8% ​ແລະ ຫຼຸດ​ລົງ 1,1%(3).

ຕາມ​​ລາຍ​ງານ​ຂອງ​ກົມ​ການ​ລົງທຶນ​ຕ່າງປ​ະ​ເທດ, ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດຢູ່​ຫວຽດນາມ​ໃນ​ປີ 2021 ມີ​ມູນ​ຄ່າ 19,74 ຕື້​​ໂດ​ລາ​ສະຫະລັດ, ຫຼຸດ​ລົງ 1,2% ​ເມື່ອ​ທຽບ​ກັບ​ປີ 2020. ​ໃນ​ນັ້ນ, ອຸດສາຫະກໍາ​ປຸງ​ແຕ່ງ​ແລະການ​ຜະລິດ ບັນລຸ 14,30 ຕື້​ໂດ​ລາ​ສະຫະລັດ, ກວມ​ເອົາ 72,5% ຂອງ​ຈໍານວນ​​ເງິນ​​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ທີ່​ໄດ້​ຈັດ​ຕັ້ງ​ປະຕິບັດ​ທັງ​ໝົດ; ການ​ເຄື່ອນ​ໄຫວທຸລະ​ກິດ​ອະສັງຫາລິມະ​ຊັບ ບັນລຸ 2,63 ຕື້​ໂດ​ລາ​ສະຫະລັດ, ກວມ​ເອົາ 13,3%; ການ​ຜະລິດ​ແລະຈໍາໜ່າຍ​ໄຟຟ້າ, ອາຍ​ແກັສ, ນໍ້າ​ຮ້ອນ, ອາຍ​ນໍ້າ ​ແລະ ​ເຄື່ອງ​ປັບ​ອາກາດ ບັນລຸ 1,54 ຕື້​ໂດ​ລາ​ສະຫະລັດ, ກວມ​ເອົາ 7,8%(4).

ຄວາມ​ມຸ່ງ​ຫວັງ​ຂອງ​ເສດຖະກິດ​ໂລກ ​ແລະ ຫວຽດນາມ ​ໃນ​ປີ 2022

ຄວາມ​ສາມາດ​ຂອງປະ​ເທດຕ່າງໆ​ໃນ​ການ​ຟື້ນ​ຟູ​ການ​ເຕີບ​ໂຕທາງ​ເສດຖະກິດ ຂຶ້ນກັບ​ນະ​ໂຍບາຍ​ການ​ຄວບ​ຄຸມການ​ແຜ່ລະບາດ​ຂອງພະຍາດ ​ແລະ ຂະໜາດ​ວົງ​ເງິນ​ຟື້ນ​ຟູ​ເສດຖະກິດ. ຕາມ​ການ​ຄາດ​ຄະ​ເນ​ທີ່​ເຜີຍ​ແຜ່​ໃນ​ເດືອນ​ທັນວາປີ 2021 ຂອງ​ກອງ​ທຶນ​ການ​ເງິນ​ສາກົນ (IMF), ເສດຖະກິດ​ອາ​ເມ​ລິ​ກາຈະ​ເຕີບ​ໂຕ​ 5,6% ​ໃນ​ປີ 2021. ​ແນວ​ໃດ​ກໍ​ຕາມ, ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ຂອງ​ອາ​ເມ​ລິ​ກາ​ໄດ້​ຖືກ​ເຕືອນ​ວ່າ ​ຈະ​ປີ້ນ​ກັບກັນ​ຕັ້ງ​ແຕ່​ໄຕ​ມາດ​ທໍາ​ອິດ​ຂອງ​ປີ 2022 ​ແລະ ມີ​ແນວ​​ໂນ້ມຈະ​ບັນລຸ​ພຽງ 3,5% ​ໃນ​ປີ 2022 ​ແລະ 2,9% ​ໃນ​ປີ 2023. ​ໃນ​ຂະນະ​ທີ່ຄາດ​ວ່າ ​ພາກ​ພື້ນສະຫະພາບ​ເອີຣົບຈະ​ຟື້ນ​ຕົວຢ່າງ​ແຂງ​ແຮງ ດ້ວຍ​ອັດຕາ​ການ​ເຕີບ​ໂຕ 5,2% ​ໃນ​ປີ 2021, ​ຫຼັງຈາ​ກນັ້ນ ຈະ​ຫຼຸດລົງ​ 4,3% ​ໃນ​ປີ 2022 ​ແລະ 2,3% ​ໃນ​ປີ 2023. ສໍາລັບ​ຈີນ ມີ​ແນວ​ໂນ້ມຈະ​ບັນລຸ​ອັດຕາ​ການ​ເຕີບ​ໂຕ​​ສູງ​ເຖິງ 8,1% ​ໃນ​ປີ 2021 ກ່ອນ​ທີ່​ຈະ​ຫຼຸດ​ລົງ​ເປັນ 5,1% ​ໃນ​ປີ 2022 ​ແລະ 2023. ​ເຖິງ​​ວ່າ​ເສດຖະກິດ​ຍີ່ປຸ່ນຈະ​ຟື້ນ​ຕົວ​ຊ້າ​ກວ່າ (ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຈະ​ບັນລຸ 1,8% ​ໃນ​ປີ 2021) ​ເມື່ອ​ທຽບ​ກັບ​ພື້ນຖານ​ເສດຖະກິດ​ໃຫຍ່ໆຂອງ​ໂລກ, ​ແຕ່​ເສດຖະກິດ​ຍີ່ປຸ່ນຖືກ​ຄາດ​ຄະ​ເນ​ວ່າ ຈະ​ເຕີບ​​ໂຕ​ຢ່າງ​ໜ້າປະ​ທັບ​ໃຈ​ໃນ​ລະດັບ 3,4% ​ໃນ​ປີ 2022, ​ແລະ​ຫຼັງ​ຈາກ​ນັ້ນ, ​ຈະ​ຊ້າ​ລົງ​ເປັນ 1,1% ​ໃນປີ 2023(5).

​ໃນ​ຫວຽດນາມ, ການຄາດ​ຄະ​ເນ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່ມີ​ຊື່​ສຽງ​ໄດ້​ປະ​ເມີນ​ວ່າ ຫວຽດນາມມີ​ຄວາມ​ສາມາດ​ໃນ​ການ​ຟື້ນຟູ​ສູງ​ເຖິງ 6% ຫາ 6,5% ​ໃນ​ປີ 2022 ​ໃນສະພາບ​​ທີ່​ການ​ແຜ່​ລະບາດ​ຂອງພະຍາດຢູ່ພາຍໃຕ້ການຄວບຄຸມ, ອັດຕາ​ການ​ສັກ​ວັກ​ຊີ​ນຈະ​ແຜ່​ຫຼາຍ ​ແລະ ສາຍ​ພັນ​ໃໝ່ ​ໂອ​ໄມ​ຄຣອນ ບໍ່​ໄດ້ກໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍຕໍ່​ເສດຖະກິດ​ຫຼາຍ​ເກີນ​ໄປ. ການ​ຄາດ​ຄະ​ເນ​ຂ້າງ​ເທິງ​ແມ່ນ​ອີງ​ໃສ່​ຈຸດຕ່າງໆດັ່ງຕໍ່ໄປນີ້:

ກ່ອນ​ອື່ນ​ໝົດ, ພື້ນ​ທີ່​ນ​ະ​ໂຍບາຍ​ການ​ເງິນ​ຂອງ​ຫວຽດນາມຍັງ​ຄົງ​ມີ​ຢູ່ນັ້ນ ​ສ້າງ​​ເງື່ອນ​​ໄຂ​ໃຫ້​ການ​​ດຳ​ເນີນ​ງານຂອງ​ລັດຖະບານ​ໃນ​ການ​ຟື້ນ​ຟູ​ເສດຖະກິດ. ລາຍ​ໄດ້​ງົບປະມານທີ່​ຄາດ​ຫວັງ​ທັງ​ປີຍັງຄົງເພີ່ມ​ຂຶ້ນ​ເມື່ອ​ທຽບ​​ກັບ​ແຜນການ; ການ​ຂາດ​ດຸນ​ງົບປະມານ ​ແລະ ​ເພດານ​ໜີ້​ສາທາລະນະ ຍັງ​ຢູ່​ໃນ​ລະດັບ​ທີ່​ອະນຸຍາດ. ໜີ້​ສາທາລະນະຍັງ​ຢູ່​ໃນ​ລະດັບ​ຕໍ່າ​ເມື່ອທຽບ​ກັບ​ເກນ​ຄວາມ​ປອດ​ໄພ ​ແລະ ​ເພ​ດານ​ທີ່​ສະ​ພາ​ແຫ່ງ​ຊາດ​ອະນຸມັດ; ຄວາມ​ສາມາດ​ໃນ​ການ​ລະດົມ​ເງິນ​ທຶນ​ໃນ​ປະ​ເທດ​ຍັງມີ​ຢູ່​ຫຼາຍພໍ​ຄວນ ​ເມື່ອ​ອັດຕາດອກ​ເບ້ຍ​ພັນທະບັດລັດຖະບານຢູ່​ທີ່ 2,09% ຕໍ່​ປີ ສໍາລັບ​​ກໍານົດ​ເວລາ 10 ປີ. ໃນຂະນະ​ທີ່ອັດຕາ​ດອກ​ເບ້ຍ​ພັນທະບັດ​ລັດຖະບານ​ອາ​ເມ​ລິ​ກາ ​ໃນ​ໄລຍະ​ດຽວ​ກັນ​ສູງ​ກວ່າ 1,6% ຕໍ່​ປີ; ທະນາຄານ​ກາງ​​ໃຊ້​ປະລິມານ​ເງິນ ຫຼື​ເງິນ​ຝາກ​ຈາກ​ສະ​ຖາ​ບັນ​ສິນ​ເຊື່ອ, ລວມທັງ​ເງິນສຳລອງ​ທີ່ຈຳ​ເປັນ ຫຼື​ເງິນ​ຝາກ​ຊໍາລະ ​ເພື່ອ​ຊື້​ພັນທະບັດ​​ລັດຖະບານ.

ສອງ, ເສດຖະກິດ​ຫວຽດນາມຈະ​ຟື້ນຕົວ​ແລະ​ເຕີບ​ໂຕ ​ເມື່ອ​ລັດຖະບານ​ສະ​ເໜີໃຫ້ສະພາແຫ່ງ​ຊາດຮັບ​ຮອງ​ເອົາ​ມະຕິວ່າ​ດ້ວຍ​ນະ​ໂຍບາຍ​​ການ​ເງິນ​ແລະ​ເງິນຕາ ​ເພື່ອ​ໜູນ​ຊ່ວຍ​ການຈັດ​ຕັ້ງ​ປະຕິບັດ​​ໂຄງການ​ຟື້ນ​ຟູ​ເສດຖະກິດ​ແລະ​ສັງຄົມ​ໃນ​ໄລຍະ​ປີ 2022 ​ແລະ ​ປີ 2023 ດ້ວຍໜ້າ​ທີ່ແລະວິທີແກ້ໄຂ​ແຕ່​ລະ​ກຸ່ມ​ເຊັ່ນ: ການເປີດປະຕູ​ເສດຖະກິດປະ​ເທດ ຕິດ​ພັນ​ກັບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ການ​ລົງທຶນ​​​ຍົກ​ສູງ​ຄວາມ​ສາມາດ​ດ້ານ​ສາທາລະນະ​ສຸກ (60.000 ຕື້​ດົ່ງ); ຮັບປະກັນ​ຄວາມ​ປອດ​ໄພທາງສັງຄົມ ​ແລະ ສະ​ໜັບ​ສະໜູນ​ວຽກ​ເຮັດ​ງານ​ທໍາ​ (53.150 ຕື້​ດົ່ງ); ຊ່ວຍ​ເຫຼືອ​ຟື້ນ​ຟູ​ວິ​ສາ​ຫະກິດ, ສະຫະກອນ ​ແລະ ໜ່ວຍ​ທຸລະ​ກິດ (110.000 ຕື້​ດົ່ງ); ພັດທະນາ​ໂຄງສ້າງພື້ນຖານ, ປົດ​ປ່ອຍ​ຊັບ​ພະ​ຍາ​ກອນ​ສັງ​ຄົມ​ສໍາ​ລັບ​ການ​ລົງ​ທຶນ​ເພື່ອ​ການພັດ​ທະ​ນາ​ (113.850 ​ຕື້​ດົ່ງ); ການ​ປະຕິ​ຮູບລະບຽບ​ລະບອບ​ການ, ການ​ປະຕິ​ຮູບການ​ບໍລິຫານ, ການປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ແລະ​ທຸລະ​ກິດ, ນອກ​ຈາກນັ້ນ, ລະດົມ​ຈາກ​ແຫຼ່ງທຶນ​ການ​ເງິນ​ນອກ​ງົບປະມານ​ແຫ່ງ​ລັດ​​ປະມານ 10.000 ​ຕື້​ດົ່ງ. ຂະໜາດ​ຂອງ​ນະ​ໂຍບາຍ​ງົບປະມານ​ທັງ​ໝົດ​ແມ່ນປະມານ 291.000 ​ຕື້ດົ່ງ, ປະກອບ​ດ້ວຍຂະໜາດການ​ໃຊ້​ຈ່າຍເກີນ​ດຸນ ​ເພື່ອສະໜັບສະໜູນໂດຍ​ກົງ​ຈາກງົບປະມານ​ຂອງ​ລັດ​ແມ່ນ 240.000 ຕື້ດົ່ງ.

ຂໍ້​ສະ​ເໜີ​ແນະນະ​ໂຍບາຍຈໍານວນ​ໜຶ່ງ​ ​ເພື່ອການ​ຟື້ນ​ຟູ​ແລະການ​ເຕີບ​ໂຕ​ແບບ​ຍືນ​ຍົງ

ທີ​ໜຶ່ງ, ຕ້ອງບຸລິມະສິດແຫຼ່ງຊັບພະຍາກອນ ເພື່ອປັບປຸງລະບົບສາທາລະນະສຸກ ແລະ ​ແຜ່​ຂະຫຍາຍ​ການ​ສັກວັກຊີນທົ່ວ​ປະ​ເທດ ແລະ ການຊື້ຢາປົວ​ພະຍາດ. ຄື້ນການລະບາດ​ຂອງພະຍາດຫຼາຍ​ຄັ້ງ​ຕໍ່​ເນື່ອງ​ກັນ​ ໄດ້​​ເຮັດ​ໃຫ້​ລະບົບ​ສາທາລະນະ​ສຸກໃນ​ຫຼາຍ​ແຂວງ, ນະຄອນ ປະສົບ​ປັນຫາ​ທັງ​ດ້ານຊັບພະຍາກອນ​ມະນຸດ ​ແລະ ວັດຖຸ. ການ​ແຜ່ລະບາດຂອງພະຍາດ​ໃນ​ໂລກສືບ​ຕໍ່​ເກີດ​ຂຶ້ນ​ຢ່າງ​ສັບສົນ, ລະບົບ​ສາທາ​ລະນະ​ສຸກ​ເປັນ​ແນວ​ປ້ອງ​ກັນທໍາອິດ​ແລະສໍາຄັນ​ທີ່​ສຸດ ບໍ່​ພຽງ​ແຕ່​ຕໍ່​ກັບ​ເສດຖະກິດ​ເທົ່າ​ນັ້ນ, ຫາກ​ລວມ​ທັງປະ​ເທດ​ຊາດນໍາ​ອີກ. ສະ​ນັ້ນ, ການ​ປັບປຸງ​ລະບົບ​ສາທາ​ລະນະ​ສຸກ, ​ໂດຍ​ສະ​ເພາະ​ແມ່ນ​ສາທາ​ລະນະສຸກ​ຂັ້ນ​ຮາກ​ຖານ, ສາທາລະນະ​ສຸກ​ປ້ອງ​ກັນ ຕ້ອງ​ຖື​ເປັນ​ບຸລິ​ມະ​ສິດອັນ​ດັບ​ໜຶ່ງ​ຂອງ​ບ້ວງ​ເງິນ​ໜູນ​ຊ່ວຍ. ທັງ​ນີ້, ​ຕ້ອງ​ຮັບປະກັນ​ການ​ສະໜອງ​ວັກ​ຊີ​ນ​ໃຫ້​ກວ້າງຂວາງ, ທົ່ວ​ເຖິງ​ໃນຂອບ​ເຂດ​ທົ່ວ​ປະ​ເທດ, ບໍ່​ພຽງ​ແຕ່​ການ​ສັກ​ວັກ​ຊີ​ນ​ເຂັມ​ທີ 2, 3 ​ແລະ 4 ​ເທົ່ານັ້ນ. ພ້ອມດຽວ​ກັນ​ນັ້ນ, ຕ້ອງມີແຜນການ​ສັ່ງ​ຊື້​ຢາ​ປິ່ນປົວ​ພະຍາ​ຍາດ ​ແລະ ສະກັດກັ້ນ​ການລະບາດຂອງພະຍາດຢູ່​ໃນ​ຊຸມ​ຊົນ.

ທີສອງ, ຕ້ອງ​ປັບປຸງລະບົບ​ຄວາມ​ປອດ​ໄພ​ທາງ​ສັງຄົມ. ​ເປົ້າ​ໝາ​ຍຕົ້ນຕໍ​ແມ່ນ​ ເພື່ອ​ສະໜັບສະໜູນກຸ່ມປະຊາກອນ ​ແລະ ຊາວ​ຜູ້​ອອ​ກ​ແຮ​ງງານ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຫຼາຍ​ທີ່​ສຸດ​ຈາກ​ການລະບາດຂອງພະຍາດ. ບັນດາ​ມາດ​ຕະການ​ສະ​ເພາະລວມ​ເຖິງ​ການ​ສະ​ໜັບສະ​ໜູນ​ເພື່ອ​​ແກ້​ໄຂ​ການ​ຂາດ​ແຄນ​ແຮງງານ​. ໃນສະຖານທີ່ທີ່ມີການປິດລ້ອມ, ຮັບປະກັນ​ໃຫ້​ແຮງ​ງານເຄື່ອນຍ້າຍທີ່ມາເຮັດວຽກໃນຂະແໜງການບໍ່ເປັນທາງການ​ໂດຍ​ບໍ່​ມີ​ສັນຍາ ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ເຕັມທີ່ ເພື່ອຢູ່ກັບເຮືອນດ້ວຍຄວາມສະຫງົບ, ​​ຈ່າຍ​ເງິນ​ຊ່ວຍ​ເຫຼືອ​ຢ່າງ​ໄວ​ໃຫ້​​ຜູ້​ທີ່ຢູ່​ໃນ​​ບັນຊີລາຍ​ຊື່​ຄອບຄົວ​ທຸກ​ຍາກ ​ແລະ ​ຜູ້​ທີ່ເຂົ້າຮ່ວມ​ປະກັນ​ສັງຄົມ​ຢ່າງ​ເປັນ​ທາງ​ການ ເພື່ອຮັບປະກັນວ່າ ເຂົາເຈົ້າໄດ້ຮັບການສະໜັບສະໜຸນຢ່າງທັນການ ບົນພື້ນຖານການ​ຄວບ​ຄຸມໂດຍລະບົບປະກັນສັງຄົມຢ່າງເປັນທາງການ.

ທີສາມ, ຕ້ອງ​ຊ່ວຍ​ເຫຼືອ​ວິ​ສາ​ຫະກິດ​ໃຫ້​ແທດ​ຈິງ​ກວ່າ​ເກົ່າ. ​​ຄວາມ​ເປັນ​ຈິງ​ຂອງ​ການ​ປະຕິບັດ​ນະ​ໂຍບາຍ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ໃນ​​ເວລາ​ຜ່ານ​ມາ ​ໃຫ້​ເຫັນ​ວ່າ ປະສິດທິພາບ​ບໍ່​ທັນ​ສູງ, ຍັງ​ບໍ່​ຖືກ​ກັບ​ເປົ້າ​ໝາຍ ​ຫຼື ຂັ້ນ​ຕອນ​ການ​ສະໜັບສະໜູນຍັງ​ສັບສົນ. ວິ​ສາ​ຫະ ກິດ​ຈໍານວນ​ໜຶ່ງ​ມີ​ຜົນ​ກໍາ​ໄລ​ຕິດ​ລົບ ຍ້ອນ​ການ​ເພີ່ມ​ຂຶ້ນ​ຂອງ​ລາຄາ​ວັດຖຸ​ດິບ, ນໍ້າມັນ​ເຊື້ອ​ໄຟ, ວັດ​ສະດຸ, ຄ່າ​ໃຊ້​ຈ່າຍ​ໃນການ​ຂົນ​ສົ່ງ ​ແລະ ​​ຄ່າ​ໃຊ້​ຈ່າຍ​​ໃນ​ການ​ຮັບປະກັນ​ການຜະລິດ​ແລະການ​ຕ້ານ​ການລະບາດຂອງພະຍາດ… ຫຼືບໍ່​ໄດ້​​ຢູ່​ໃນ​ກຸ່ມຜູ້​ທີ່​ໄດ້​ຮັບ​ການ​ໜູນ​ຊ່ວຍ. ​ໃນ​ຂະນະ​ທີ່​ມີ​ວິ​ສາ​ຫະກິດ​ຈໍານວນ​ໜຶ່ງ, ​ເຖິງ​ວ່າ​ປະລິມານ​ການ​ຜະລິດ​ຈະ​ຫຼຸດ​ລົງ ​ແຕ່​ລາຍ​ຮັບ​ຍັງ​ສູງ​ຢູ່, ພັດ​ໄດ້​ຮັບ​ການໜູນ​ຊ່ວຍ. ​ໂດຍ​ສະ​ເພາະ, ສຳລັບ​ບັນດາ​ວິ​ສາ​ຫະກິດ​ທີ່​ດຳ​ເນີນ​ທຸລະ​ກິດ​ໃນຂົງ​ເຂດຈໍານວນ​ໜຶ່ງ​​ທີ່​ “ຖືກ​ແຊ່​ແຂງ” ​ເນື່ອງ​ຈາກການ​ແຜ່​ລະບສດຂອງ​ພະຍາດ ​ເຊັ່ນ: ການທ່ອງທ່ຽວ, ​ໂຮງ​ແຮມ, ຮ້ານອາຫານ​ແລະອື່ນໆ, ການ​ຍົກ​ເວັ້ນ​ແລະ​ຫຼຸດ​ຜ່ອນພາສີ​ລາຍ​​ໄດ້ ​ບໍ່​ມີ​ຄວາມ​ໝາຍຫຼາຍ​ສຳລັບພວກ​ເຂົາ. ນອກຈາກ​ນັ້ນ, ກໍ​ຈໍາ​ເປັນ​ຕ້ອງ​ໃຊ້​ເຄື່ອງມື​ນະ​ໂຍບາຍການ​ເງິນເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​​ເຫຼົ່າ​ນັ້ນ. ການປັບ​ຫຼຸດ​​ອັດຕາ​ດອກ​ເບ້ຍ​ແມ່ນ​ເລື່ອງ​ຮີບ​ດ່ວນ. ເຖິງ​ວ່າ​ອັດຕາ​ດອກ​ເບ້ຍ​ຂອງ​ຫວຽດນາມ​ໄດ້​ຫຼຸດ​ລົງ​ເມື່ອ​ທຽບ​ໃສ່​ປີ 2020, ​ແຕ່​ຍັງ​ສູງ​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ຖ້າ​ບໍ່​ຫຼຸດ​ອັດຕາ​ດອກ​ເບ້ຍລົງ, ພຽງ​ແຕ່​ຂະ​ແໜງ​ການ​ເງິນ​ ແລະ ການ​ທະນາຄານ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ​ໃນ​ຂະນະ​ທີ່​ບັນດາ​ອົງການ ​ແລະ ວິ​ສາ​ຫະກິດ​ໃນ​ຂະ​ແໜງ​ການ​ຜະລິດ​ ແລະ ທຸລະກິດອື່ນໆ ຈະ​ຖືກ​ເສຍ​ຫາຍ, ການຟື້ນຕົວຂອງ​ການ​ເຕີບ​ໂຕຈະ​ຖືກຜົນກະທົບຢ່າງ​ແນ່ນອນ.

 ທີສີ່, ສືບ​ຕໍ່​ປະ​ຕິ​ຮູບລະບຽບ​ລະບອບ​ການ, ແກ້​ໄຂ​​ບັນຫາອຸດ​ຕັນ​ໃນ​ການ​ເບີກ​ຈ່າຍ​ເງິນ​ລົງ​ທຶນ​ພາກ​ລັດ. ການ​ລົງທຶນ​ພາກ​ລັດ​ເປັນ​ກໍາລັງ​ຜັກ​ດັນ​ເພື່ອ​ຊຸກຍູ້​ສົ່ງ​ເສີມ​ການ​ລົງທຶນ​ຂອງ​ສັງຄົມ, ​ໂດຍ​ສະ​ເພາະການ​ລົງທຶນ​ໃນ​ໂຄງ​ສ້າງ​ພື້ນຖານ, ພິ​ເສດ​ແມ່ນ​ ໂຄງ​ສ້າງ​ພື້ນຖານ​ດ້ານ​ສາທາລະນະ​ສຸກ​​ຈໍາ​ເປັນຕ້ອງມີ​ຫຼາຍ​ໂຄງການ. ດັ່ງ​ນັ້ນການ​ເບີກ​ຈ່າຍ​ເງິນລົງທຶນ​ພາກ​ລັດ ຈຶ່ງ​ເປັນ​ຊ່ອງ​ທາງ​ສໍາຄັນ​ໃນ​ການ​ຊຸກຍູ້​​ເສດຖະກິດໃນ​ໄລຍະປະຈຸ ​ເຊິ່ງ​ການ​ລົງທຶນ​ຂອງ​ພາກ​ເອກະ​ຊົນ​ພົບ​ຄວາມ​ຫຍຸ້ງຍາກຫຼາຍ​ຢ່າງ. ຕ້ອງ​ສືບ​ຕໍ່ຖື​ເອົາ​ການ​ເບີກ​ຈ່າຍ​ເງິນ​ລົງທຶນ​ພາກ​ລັດ​ເປັນ​ວຽກ​ງານ​ສຳຄັນ​ໃນ​ປີ 2022 ​ແລະ 2023 ເພື່ອ​ຈັດ​ຕັ້ງ​ປະຕິບັດ​ເປົ້າໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ (ຄົມມະນາຄົມ, ພະລັງງານ, ​ໂທລະ​ຄົມ, ນໍ້າ​ປະປາ…); ລົງທຶນ​​ກໍ່ສ້າງ​ໂຄງສ້າງພື້ນຖານ​ເພື່ອ​ໜູນ​ຊ່ວຍ​ການ​ສົ່ງ​ອອກ; ໂຄງສ້າງພື້ນຖານ​​ດິຈີ​ຕອນ; ໂຄງສ້າງພື້ນຖານ​​ສີຂຽວ ​ເພື່ອ​ປັບ​ຕົວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ຄຽງ​ຄູ່​ກັບ​ການ​ໃຫ້​ບຸລິ​ມະ​ສິດ​ຊຸກຍູ້​ການ​ເບີກ​ຈ່າຍ​ເງິນ​ຂອງ​ບັນດາ​ໂຄງການ​ໃຫຍ່, ​ໂຄງການ​ຈຸດ​ສຸມ​ລະດັບ​ຊາດ ທີ່​ມີ​ການ​ກະຈາຍ​ຂະໜາດ​ໃຫຍ່​ ຢູ່​ໃນ​ຂັ້ນ​ຕອນການຈັດ​ຕັ້ງ​ປະຕິບັດນັ້ນ ກໍ່​ອາດ​ຈະ​ຊຸກຍູ້​ການຈັດ​ຕັ້ງ​ປະຕິບັດ​ບັນດາ​ໂຄງການ​​ໃນທ້ອງ​ຖິ່ນ, ດຳ​ເນີນ​ການ​ສ້ອມ​​ແປງ​ແລະ​ການບໍ​າລຸງຮັກສາ​ໂຄງສ້າງພື້ນ​ທີ່​ມີ​ຢູ່​ ຄື​ກັນ​ກັບ​ປະສົບການຂອງປະເທດອື່ນໆໃນພາກພື້ນ.

ທີຫ້າ, ເພື່ອ​ຮັບປະກັນ​ໃຫ້​ບັນດາ​ມາດ​ຕະການ​ດັ່ງກ່າວ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ສຳ​ເລັດ​ຜົນ, ຕ້ອງ​ມີ​ການ​ປະສານ​ສົມທົບລະ​ຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ລະຫວ່າງ​ລັດຖະບານແລະສະພາ​ແຫ່ງ​ຊາດ ​ໃນ​ການ​ສ້າງ​ແລະຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ຕ່າງໆ,​ໂດຍ​ສະ​ເພາະ​ ນະ​ໂຍບາຍ​​ການ​ເງິນ​ແລະ​ເງິນ​ຕາ ຕ້ອງມີ​ປະລິມານ​ທີ່​ເໝາະ​ສົມ, ຖືກ​ເວລາ ​ແລະ ກຸ່ມ​ເປົ້າ​ໝາຍທີ່​ເໝາະ​ສົມ. ມີຄວາມກັງວົນກ່ຽວກັບຄວາມ​ກົດ​ດັນ​ຂອງອັດຕາ​ເງິ​ເຟີ້ ໃນເວລາພັດທະນາ ແລະ ປະຕິບັດຊຸດສະໜັບສະໜູນ, ​ໃນຂະນະນັ້ນ ກໍ່​ມີ​ຄວາມ​ຄິດ​ເຫັນ​ອື່ນທີ່ຢາກໃຫ້ຊຸດສະໜັບສະໜູນເສດຖະກິດມີຂະໜາດໃຫຍ່ພຽງພໍ, ດັ່ງນັ້ນ ຄວາມ​ສ່ຽງ​ຈາກ​ພາວະເງິນເຟີ້ຈຶງ​ເປັນ​ສິ່ງທີ່​ຫຼີກລ້ຽງບໍ່ໄດ້.​ ສະ​ນັ້ນ, ບັນດາອົງການຈັດຕັ້ງ​ຂອງ​ລັດຖະບານ, ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ອົງການ​ທີ່​ເປັນ​ເສນາ​ທິການ ຕ້ອງ​ມີ​ການ​ປະສານ​ສົມທົບ​ຢ່າງ​ແໜ້ນແຟ້ນ ​ໃນ​ການ​ຄິດ​ໄລ່​ຄໍານວນ ເພື່ອ​ຮັບປະກັນ​ໃຫ້​ກະ​ແສ​ເງິນ​ໜູນຊ່ວຍ​ຖືກນຳ​ໄປ​​ໃຊ້ຈິງ​ ໃນ​ກິດຈະກຳການຜະລິດ​ຂອງ​ວິ​ສາ​ຫະກິດ ​ແລະ ຄົວ​ເຮືອນ, ແທນ​ທີ່​ຈະຫັນ​ໄປ​ຫາ​ຊ່ອງ​ທາງການກັກ​ຕຸ​ນຫາກຳຂອງ​ຊັບ​ສິນທາງ​ການ​ເງິນ​ທີ່​ມີຄວາ​ມສ່ຽງ ​ເຊິ່ງ​ບໍ່ສົ່ງ​ຜົນ​ໃຫ້ການ​ຟື້ນ​ຟູ ​ການ​ເຕີບ​ໂຕ.

ທີຫົກ, ​ໃນ​ໄລຍະ​ຍາວ, ການ​ຄົ້ນຄວ້າ​ກ່ຽວ​ກັບ​ການ​ພັດທະນາ ​ແລະ ການ​ປ່ຽນ​ແປງໃໝ່​ປະດິດ​ສ້າງ ໃນ​ສະ​ພາບ​ການ​ຂອງ​ຍຸກ​ອຸດ​ສາ​ຫະ​ກໍາ 4.0 ​ໄດ້, ພວມ​ແລະຈະ​ເປັນ​ກໍາລັງ​ຜັກ​ດັນ​​​ການພັດ​ທະ​ນາ​ໄລ​ຍະ​ຍາວ ​ສຳລັບ​ເສດ​ຖະ​ກິດ. ​ເສດຖະກິດ​ດິຈີ​ຕອນພວມ​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່ ແລະ ​ເປັນ​ທ່າ​ອ່ຽງພັດທະນາ​ຂອງ​ຫຼາຍໆ ປະ​ເທດ​ທີ່ພັດທະນາ​ໃນ​ໂລກ, ​ໄປ​ພ້ອມ​ກັບ​ທ່າ​ອ່ຽງການ​ເຕີບ​ໂຕ​ສີຂຽວ ​ແລະ ​ເສດຖະກິດ​ໝູນວຽນ. ​ເສດຖະກິດ​ດິຈີ​ຕອນ ​ແລະ ການ​ເຕີບ​ໂຕ​ສີຂຽວ ພວມສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນ​ປະ​ໂຫຍ​ດ ກໍ​ຄື​ຖານະ​ບົດບາດ ຕໍ່​ກັບ​ການ​ເຕີບ​ໂຕ​ຂອງ​ເສ​ດຖະກິດ ກໍ​ຄື​ການປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ຫຼາຍໆປະ​ເທດ. ຍ້ອນ​ແນວ​ນັ້ນ, ຕ້ອງ​ໄດ້​ມີ​ການ​ຄົ້ນຄວ້າ, ພັດທະນາ ​ແລະ ສ້າງ​ສະພາບ​ແວດ​ລ້ອມ​ທີ່​ເໝາະ​ສົມ​ ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ດິຈີຕອນ ​ແລະ ການ​​ເຕີບ​ໂຕ​ສີ​ຂຽວ ​ເພື່ອ​ເປັນ​ກໍາລັງ​ຜັກ​ດັນ​​ການ​ພັດທະນາ​​ເສດຖະກິດຢ່າງ​ຍາວ​ນານ.

------------------------

(1) ທະນາຄານ​ແຫ່​ງລັດ: ບົດ​ລາຍ​ງານ​ກ່ຽວ​ກັບ​ນະ​ໂຍບາຍ​ສິນ​ເຊື່ອ - ​ເງິນຕາ ປະ​ຈໍາ​ເດືອນທັນວາ ​ແລະ ​ເຕັມ​ປີ 2021.

(2), (3) ກົມ​ໃຫຍ່​ສະຖິຕິ: ສະພາບ​ເສດຖະກິດ​ - ສັງຄົມ ປະ​ຈໍາ​ໄຕມາດ 4 ​ແລະ ປີ 2021.

(4) ກົມ​ລົງທຶນ​ຕ່າງປະ​ເທດ: ສະພາບ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ ​ໃນ​ເດືອນທັນວາ ​ແລະ ປີ 2021.

(5) ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຫວຽດນາມ: ບົດ​ລາຍ​ງານ​​ກ່ຽວ​ກັບ​ບາງ​ບັນຫາ​ພົ້ນ​ເດັ່ນ​ຂອງ​ເສດຖະກິດ​​ໂລກ ​ແລະ ​ເສດຖະກິດ​ຫວຽດນາມ ​ໃນ​ເດືອນທັນວາ ​ແລະ ປີ 2021.

- ​ບົດນີ້​ໄດ້​ລົງ​ພິມ​ໃນວາລະສານ​ກອມ​ມູນິດ ສະບັບເລກ​ທີ 983 (ເດືອນກຸມພາ 2022).