ທິດ​ທາງ​ການ​ລົງທຶນ ແລະ ພັດທະນາກິດຈະການ​ກໍ່ສ້າງ
ຄົມມະນາຄົມທີ່ສຳຄັນ ​ໃນໄລຍະປິ 2021-2025

ໂດຍ ຫງວຽນ ວັນເຖ
ກຳມະການສູນກາງພັກ, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ
09:08, 28-03-2022
ວກ. - ​ໃນ​ເວລາ​ທີ່​ຜ່ານ​ມາ, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ໄດ້​ສຸມ​ໃສ່​ການ​ປັບປຸງ​ບູລະນະ​ແຜນກຳນົດຂະ​ແໜງການຄົມ​ມະນະ​ຄົມ​ແຫ່ງ​ຊາດ ດ້ວຍ​ວິ​ໄສ​ທັດ​ໄລຍະ​ຍາວ ​ເພື່ອ​ວາງ​ທິດ​ທາງ​ການ​ລົງທຶນ​ພັດທະນາໂຄງ​ສ້າງພື້ນຖານ​​ຄົມມະນາຄົມ. ​ໄລຍະ​ປີ 2021–2025 ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ​ໄດ້​ເລືອກ​ການ​ລົງທຶນ​ໃສ່​ບັນດາກິດຈະການ​ກໍ່ສ້າງສຳຄັນ ທີ່​ມີ​ລັກສະນະ​ບຸກທະລຸ, ສາມາດ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ໃນ​ທັນທີ, ​ແນ​ໃສ່​ແກ້​ໄຂ​ບັນດາ “ຈຸດ​ອຸດ​ຕັນ”, ​ເພີ່​ມທະວີ​ການ​ການ​ເຊື່ອມ​ຕໍ່​ລະບົບ​ຄົມມະນາຄົມ​ຢ່າງ​ຄົບ​ຊຸດ ​ລະຫວ່າງບັນດາ​ພາກ​ພື້ນ ເຂດ​ເສດຖະກິດ​ຂັບເຄື່ອນ​, ທ່າ​ກຳ​ປັ່ນທະ​ເລ ​ແລະ ສະໜາມ​ບິນສາກົນ ​ເພື່ອ​ປັບປຸງ​ລະບົບ​​ໂຄງສ້າງພື້ນຖານ​ຄົມມະນາຄົມ​ທີ່​ຄົບ​ຊຸດ ​ແລະ ທັນ​ສະ​ໄໝ, ສ້າງ​ບາດກ້າວ​ບຸກທະລຸຂອງ​ພື້ນຖານ​ເສດຖະກິດ​ແຫ່ງ​ຊາດ.

ການນຳແຂວງ ດົ່ງນາຍ ແລະບັນດາໜ່ວຍງານທີ່ກ່ຽວຂ້ອງ ໃຫ້ຄຳໝັ້ນສັນຍາກັບກຳມະການກົມການເມືອງສູນກາງ, ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ວ່າຈະປະຕິບັດໂຄງການສະໜາມບິນສາກົນ ລອງແທ່ງ ໃຫ້ສຳເລັດຕາມກຳນົດເວລາ, ວັນທີ 21 ກໍລະກົດ 2020) _ພາບ: TTXVN

ສະພາບ​ການ​ພັດທະນາ​ຂອງ​ລະບົບ​​ໂຄງ​ສ້າງພື້ນຖານ​​ຄົມມະນາຄົມ​
ຂອງ​ຫວຽດນາມ​ໃນ​ປະຈຸ​ບັນ

ໂຄງ​ສ້າງພື້ນຖານຄົມມະນາຄົມມີ​ບົດບາດສຳຄັນ​ພິ​ເສດ​ ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ. ລະບົບໂຄງ​ສ້າງພື້ນຖານຄົມມະນາຄົມດີ ​ຈະ​ຊຸກຍູ້​ການ​ເຊື່ອມ​ໂຍງ ​ແລະ ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ພູມີພາກ, ​ເຊື່ອມຕໍ່​ຕະຫຼາດພາກ​ພື້ນ ແລະ ລະ​ຫວ່າງ​ພາກ​ພື້ນ ​ກັບ​ຕະຫຼາດ​ແຫ່ງ​ຊາດ ແລະ ສາ​ກົນ, ຂຸດ​ຄົ້ນ​ແລະ​​ເຮັດ​ໃຫ້​ທ່າ​ແຮງ​ເສດຖະກິດ​ຂອງ​ທ້ອງ​ຖິ່ນ​ປະກົດ​ຜົນເປັນ​ຈິງ; ຍົກ​ສູງ​ສະມັດ​ຕະພາບ​ການ​ລົງທຶນ, ພັດທະນາ​ການ​ຜະລິດ ທຸລະ​ກິດ... ດ້ວຍ​ບົດບາດ ​ແລະ ຄວາມ​ໝາຍທີ່ສຳຄັນ​ນັ້ນ, ​ໃນຍຸດ​ທະ​ສາດການ​ພັດທະນາ​​ເສດຖະກິດ-ສັງຄົມ 10 ປີ 2021-2030, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້ມີ​ການກຳນົດ “ສືບ​ຕໍ່​ປັບປຸງ​ບູລະຍະ​ລະບົບ​ໂຄງ​ສ້າງ​ພື້ນຖານ​ເສດຖະກິດ ສັງຄົມ​ທີ່​ຄົບ​ຊຸດ​ແລະ​ທັນ​ສະ​ໄໝ, ຈຸດ​ໜັກ​ແມ່ນ​ໃຫ້​ບຸລິມະສິດ​ການ​ພັດທະນາ​ໂຄງ​ສ້າງ​ພື້ນຖານທີ່ສຳຄັນ​ທາງ​ດ້ານ​ການ​ຄົມມະນາຄົມ”(1).  

ນັບ​​ແຕ່​ເມື່ອ​ປະ​ເທດ​ເຂົ້າ​ສູ່​ຂະ​ບວນ​ການປ່ຽນ​ແປງ​ໃໝ່, ໂດຍ​ສະ​ເພາະ​ແມ່ນ​ໃນ​ໄລ​ຍະ 10 ປີ​ທີ່​ຜ່ານ​ມາ, ລະບົບໂຄງ​ສ້າງພື້ນຖານຄົມມະນາຄົມ​ໄດ້​ມີ​ບາດກ້າວ​ການ​ພັດທະນາ​ຢ່າງ​ແຂງ​ແຮງ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ, ​ເພີ່ມ​ທະວີ​ຄວາມ​ສາມາດ​ແຂ່ງຂັນ​ຂອງ​ພື້ນຖານ​ເສດຖະກິດ ​ແລະ ການ​ເຊື່ອມ​ໂຍງ​ກັບ​ເສດຖະກິດ​ສາກົນ.

ທາງບົກ: ແມ່ນຮູບແບບການຄົມມະນາຄົມຂົນສົ່ງທີ່​ມີ​ຄວາມ​ຍືດຫຍຸ່ນ ​ແລະ ມີ​ປະສິດທິພາບສໍາລັບໄລຍະທາງປານກາງແລະ​ໄລຍະສັ້ນ (<300 ກິ​ໂລ​ແມັດ). ​ໃນ​ເວລາ​ທີ່​ຜ່ານ​ມາ, ​ໂຄງການ​ກໍ່ສ້າງ​ທາງບົກທີ່​ທັນ​ສະ​ໄໝ ​ແລະ ສຳຄັນ​ຫຼາຍ​​ແຫ່ງ​ ​ໄດ້ຖືກ​ນຳ​ໃຊ້,​ ເຊັ່ນ: ​ການ​ເປີດ​ກວ້າງ​ທາງ​ຫຼວງ​ແຫ່ງ​ຊາດເລກທີ 1 ​ ແລະ ເສັ້ນທາງໂຮ່ຈີມິນ (ຜ່ານບັນດາ​ແຂວງ​ເຂດ​ພູດ​ອຍພາກກາງ); ​ໄດ້​ເປີດ​ນຳ​ໃຊ້​ທາງ​ດ່ວນ​ຍາວ 1.163 ກິ​ໂລ​ແມັດ, ​ໃນ​ນັ້ນ​ມີ​ທາງ​ດ່ວນ​ຫຼາຍ​ເສັ້ນ​ທີ່​ເຊື່ອມ​ຕໍ່​ກັບ​ນະຄອນຫຼວງ​ຮ່າ​ໂນ້ຍ(2); ນະຄອນ​ໂຮ່ຈີ​ມິນ (3); ທາງ​ດ່ວນ​ເຊື່ອມ​ຕໍ່ລະຫວ່າງພາກພື້ນ(4); ​ເຊື່ອມ​ຕໍ່​ກັບທ່າ​ກຳ​ປັ່ນທະ​ເລ​ໄປ​ຕ່າງປະ​ເທດ (​ເຕິ​ນຫວຸ - ​ແລັກ​ຮ້ວຽນ); ຂົວ​ຂະໜາດ​ໃຫຍ່ຫຼາຍ​ແຫ່ງ (​ແບັກ​ດັ່ງ, ກາວ​ແຫຼ້ງ, ຫວ່າມ​​ໂກ໊ງ); ອຸ​ໂມງ​ທາງ​ໃຫຍ່ (ກູ່​ມົງ, ​ແດ່ວກ໋າ);...

ການ​ເດີນ​ເຮືອທະ​ເລ: ເປັນ​ຮູບ​ແບບ​ການ​ຂົນ​ສົ່ງ​ຕົ້ນຕໍ​ໃນ​ການ​ສົ່ງ​ອອກ ​ແລະ ນຳ​ເຂົ້າ​ສິນຄ້າ(5). ມາ​ເຖິງ​ປະຈຸ​ບັນ, ລະບົບໂຄງ​ສ້າງພື້ນຖານຄົມມະນາຄົມປະກອບ​ມີ​ທ່າ​ເຮືອ​ປະ​ຕູ​ຈໍາ​ນວນໜຶ່ງ​ລວມ​ກັບ​ການ​ຂົນ​ສົ່ງ​ສາ​ກົນ ​ເພື່ອ​ຮັບ​ເຮືອ​ຄອນ​ເທ​ນ​ເນີຣ໌ຈາກ 132.000 DWT ​ເຖິງ 214.000 DWT​, ​ເຊັ່ນ: ທ່າ​ເຮືອ ​ແລັກ​ຮ້ວຽນ (ນະຄອນຫາ​ຍຟ່ອງ), ກ໊າຍ​ແມັບ (ແຂວງ​ບ່າ​ເຮ້ຍ - ຫວຸງ​ເຕົ່າ); ບັນດາທ່າທຽບເຮືອສະ​ເພາະຂະໜາດໃຫຍ່ທີ່​ກ່ຽວຂ້ອງ​ກັບສວນອຸດສາຫະກຳ, ໂຮງງານຫຼອມໂລຫະປະສົມ, ໂຮງກັ່ນນ້ຳມັນແລະປິໂຕເຄມີ, ສູນພະລັງງານຄວາມຮ້ອນຈາກຖ່ານຫີນ ​ເຊິ່ງສາມາດຮັບກຳປັ່ນຂະໜາດ 300,000DWT, ​ກຳປັ່ນບັນທຸກສິນຄ້າຂອງແຫຼວເຖິງ 150,000DWT (ກຳປັ່ນສົ່ງ​ອອກ​ຜະລິດ​ຕະພັນ), ກຳປັ່ນບັນທຸກນ້ຳມັນດິບເຖິງ 320,000DWT,...

ທາງ​ນ້ຳ​ພາຍ​ໃນ​ປະ​ເທດ: ​ເປັນ​ຮູບ​ແບບ​ທີ່​ໄດ້​ປຽບ​ສຳລັບ​ການ​ຂົນ​ສົ່ງ​ຂະໜາດ​ໃຫຍ່, ​ໄລຍະ​ກາງ ​ແລະ ການ​ເຊື່ອມ​ຕໍ່​ໂດຍ​ກົງ​ກັບ​ລະບົບ​ທ່າ​ກຳ​ປັ່ນທະ​ເລ; ຄວາມໄດ້ປຽບທາງ​ດ້ານຄ່າໃຊ້ຈ່າຍຕ່ຳ, ຫຼຸດຜ່ອນມົນລະພິດສິ່ງແວດລ້ອມ. ​ໃນ 10 ປີ​ທີ່​ຜ່ານ​ມາ, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ໄດ້​ລົງທຶນປັບປຸງ​ເສັ້ນທາງ​ຄົມມະນາຄົມ​ທາງ​ນ້ຳ​ຕົ້ນຕໍ 16 ​ເສັ້ນທາງ​ທີ່ມີ​ຄວາມ​ຕ້ອງການ​ຂົນ​ສົ່ງ​ສູງ; ​ເປີດນຳ​ໃຊ້​ເສັ້ນທາງ​ຄົມມະນາຄົມ​ທາງ​ນ້ຳຊາຍ​ຝັ່ງ​ຈາກກ໋ວາງ​ນິງ​ໄປກຽນຢາງ ​ເພື່ອໜູນ​ຊ່ວຍ​ແລວ​ທາງ​ເໜືອ-​ໃຕ້ ​ແລະ ​ເສັ້ນທາງ​ການ​ຂົນ​ສົ່ງ​ປະສົມທາງ​ນ້ຳ​ແລະ​ທາງ​ທະ​ເລ​ຈຳນວນ​ໜຶ່ງ ​ທີ່​ເຊື່ອມ​ຕໍ່​ບັນດາ​ແຂວງ​ແຄມ​ທະ​ເລ ​ແລະ ​ເຊື່ອມ​ຕໍ່​ທ່າ​ກຳ​ປັ່ນ​ທະ​ເລ​ຢູ່​ໃນ​ແມ່​ນ້ຳ​.

ການບິນ: ເປັນ​ຮູບ​ແບບ​ການ​ຂົນ​ສົ່ງ​ທີ່​ມີ​ຄວາມ​ສະ​ເພາະ​ສູງ, ມີຄວາມ​ໄດ້​ປຽບ​ໃນ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ ແລະ ​ສິນ​ຄ້າ​ທີ່​ມີ​ຄຸນ​ຄ່າ, ມີ​ໄລ​ຍະ​ທາງ​ປານກາງ​ເຖິງ​ໄກ (ກວ່າ 700 ກິ​ໂລ​ແມັດ - 800 ກິ​ໂລ​ແມັດ), ​ໃຊ້​ເວລາ​ສັ້ນ ​ແລະ ບໍ່ຖືກ​ຜົນ​ກະທົບ​ຈາກການ​ແຕກ​ແຍກທາງພູມສັນຖານ. ​ໃນ​ປະຈຸ​ບັນ, ລະ​ບົບ​ສະໜາມ​ບິນທີ່ກຳລັງດຳ​ເນີນ​ການ​ແມ່ນ 22 ​ໃນ 23 ສະໜາມ​ບິນ​ຕາມ​ແຜນ​ການ, ໃນ​ນັ້ນ​ມີ 9 ສະ​ຫນາມ​ບິນ​ສາ​ກົນ(6); 13 ສະ​ຫນາມ​ບິນພາຍ​ໃນ​ປະ​ເທດ (7). ຄວາມ​ສາມາດ​ດ້ານ​ການ​ຂົນ​ສົ່ງ​ຜູ້​ໂດຍສານ​ບັນລຸ 95 ລ້ານ​ຄົນ​ຕໍ່​ປີ ​ແລະສິນຄ້າ 1 ລ້ານ​ໂຕນຕໍ່ປີ.

ທາງ​ລົດ​ໄຟ: ເປັນ​ຮູບ​ແບບ​ການ​ຂົນ​ສົ່ງ​ທີ່​​ໄດ້​ປຽບ​ທາງ​ດ້ານ​ປະ​ລິ​ມານ​ຂະ​ຫນາດ​ໃຫຍ່​, ໄລ​ຍະ​ກາງ​ແລະ​​ໄລຍະ​ໄກ​ (300 ກິ​ໂລ​ແມັດ - 800 ກິ​ໂລ​ແມັດ). ຍ້ອນ​ແຫຼ່ງພະລັງ​ຖືກຈຳກັດ, ດັ່ງ​ນັ້ນ ​ໃນ​​ເວລາ​ທີ່​ຜ່ານ​ມາ, ຂະ​ແໜງ​ການ​​ລົດ​ໄຟພຽງ​ແຕ່​ໄດ້​ສ້ອມ​ແປງ ​ແລະ ຍົກ​ລະດັບ​ຈຸດ​ສຳຄັນ​ຈຳນວນ​ໜຶ່ງ​ໃນ​ເສັ້ນທາງ ຮ່າ​ໂນ້ຍ - ນະຄອນ​ໂຮ່ຈິ​ມິນ ​ແລະ  ​ເສັ້ນທາງ ຮ່າ​ໂນ້ຍ - ລ່າວ​ກາຍ; ສຳ​ເລັດ​ການ​ກໍ່ສ້າງ​ແລະ​ເປີດນຳ​ໃຊ້​ເສັ້ນທາງ ຮ້າລອງ - ກ໊າຍ​ເລິນ 5,67 ກິ​ໂລ​ແມັດ ຂອງ​ເສັ້ນທາງ ອຽນ​ວຽນ - ຮ້າ​ລອງ - ກ໊າຍ​ເລິນ;...

​ໃນ​ຫຼາຍ​ປີທີ່​ຜ່ານ​ມາ, ພັກ​ແລະ​ລັດ​ຫວຽດນາມ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ເຖິງ​ການ​ລົງທຶນກໍ່ສ້າງ, ພັດທະນາໂຄງ​ສ້າງພື້ນຖານຄົມມະນາຄົມ ​ແລະ ​ໄດ້​ບັນລຸຜົນສຳ​ເລັດ​ທີ່ສຳຄັນຫຼາຍຢ່າງ. ​ແຕ່​ມາ​ເຖິງ​ປະຈຸ​ບັນ, ລະບົບໂຄງ​ສ້າງພື້ນຖານຄົມມະນາຄົມຂອງ​ຫວຽດນາມ ຍັງ​ບໍ່​ທັນ​ມີ​ບາດກ້າວ​ພັດທະນາ​ທີ່​ກ້າວໜ້າ. ການ​ປະຕິບັດ​ເປົ້າໝາຍ​ການ​ພັດທະນາໂຄງ​ສ້າງພື້ນຖານທີ່​ຄົບ​ຊຸດ, ທັນ​ສະ​ໄໝ​ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ, ບໍ່​ສົມສ່ວນ​ລະຫວ່າງ​ເຂດ ພາກ​ພື້ນ... ຄຽງ​ຄູ່​ກັນ​ນັ້ນ, “ການເຊື່ອມຕໍ່​ໃນ​ການ​ພັດທະນາ​ໂຄງ​ສ້າງ​ພື້ນຖານ, ໂດຍສະເພາະ​ໂຄງ​ສ້າງ​ພື້ນຖານ​ຄົມມະນາຄົມ, ຍັງ​ຂາດ​ຄວາມ​ຄົບ​ຊຸດ”(8); ​ຕາ​ໜ່າງ​ທາງ​ດ່ວນ​ຫາ​ກໍ່​ສ້າງ​ຕັ້ງ​ຂຶ້ນ, ​ແຕ່​ຍັງ​ບໍ່​ທັນບັນລຸເປົ້າ​ໝາຍ​ທີ່​ໄດ້​ວາງ​ໄວ້​ (9); ລະບົບ​ທາງ​ລົດ​ໄຟທີ່ລ້າສະໄຫມ, ຍັງ​ບໍ່​ມີ​ການ​ລົງທຶນກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ, ທາງ​ລົດ​ໄຟ​ໃນ​ຕົວ​ເມືອງພຽງ​​ແຕ່ລົງທຶນກໍ່ສ້າງສາຍທຳອິດ; ທ່າກຳປັ່ນ​ທະ​ເລ​ຈຳນວນ​ໜຶ່ງ​ຍັງ​ບໍ່​​ໄດ້​ໃຊ້​ປະ​ໂຫຍ​ດ​ຢ່າງ​ເຕັມທີ່, ຂາດ​ທ່າ​ເຮືອ​ໃນ​ແມ່​ນ້ຳ ​​ແລະ ທ່າ​ກຳ​ປັ່ນທະ​ເລທີ່​ທັນ​ສະ​ໄໝ ​ເພື່ອ​ການ​ພັດທະນາເສດຖະກິດ ​ແລະ ການທ່ອງທ່ຽວ; ສະໜາມບິນສາກົນໃຫຍ່ບາງ​ແຫ່ງ​ເຊັ່ນ: ​ໂນ້ຍບ່າຍ, ​ເຕິນ​ເຊິ​ນ​ເຍິ໊ດ ແລະ ດາ​ນັ້ງ ລ້ວນແຕ່​ໄດ້ເຄື່ອນ​ໄຫວຢ່າງ​ໜັກໜ່ວງ,... ສາ​ເຫດ​ຕັ້ນຕໍ​ແມ່ນ​ຍ້ອນທຶນ​ຈາກ​ງົບປະມານຂອງລັ​ດ ​ເພື່ອ​ລົງທຶນ​ພັດທະນາ​ໂຄງ​ສ້າງພື້ນຖານ​ຄົມມະນາຄົມຍັງຈຳກັດຫຼາຍ(10); ຄວາມ​ສາມາດ​ໃນ​ການ​ເຂົ້າ​ເຖິງ​ເງິນ​ກູ້​ຊ່ວຍ​ເຫຼືອ​ດ້ານ​ການ​ພັດທະນາຢ່າງເປັນທາງການ (ODA) ​ແລະ ​ເງິນ​ກູ້ສໍາປະທານມີ​ທ່າ​ອຽງ​ຫຼຸດ​ລົງ​ຢ່າງ​ໄວ. ນອກຈາກນັ້ນ, ກອບກົດໝາຍບໍ່ສົມບູນ​ແບບ, ບໍ່ໜ້າສົນໃຈ, ມີຄວາມສ່ຽງແລະອື່ນໆ, ດັ່ງ​ນັ້ນ, ການລະດົມທຶນນອກງົບປະມານຂອງລັດ, ໂດຍສະເພາະແມ່ນທຶນ​ເອກະ​ຊົນ​ເຂົ້າ​ຮ່ວມ​ການລົງທຶນພັດທະນາໂຄງ​ສ້າງພື້ນຖານຄົມມະນາຄົມ ຍັງ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ...

​ເບິ່ງ​ລວມ​ແລ້ວ, ຍ້ອນ​ເສດຖະກິດ​ໃນ​ປະ​ເທດຕ້ອງ​ປະ​ເຊີນ​ໜ້າກັບສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ບັນດາ​ການ​ບຸກທະລຸ​ຍຸດ​ທະ​ສາດ, ເຖິງວ່າໄດ້ຮັບການຍອມຮັບ, ​ແຕ່​ກໍ​ບໍ່​ໄດ້​ຮັບ​ການ​ປັບປຸງ​ຫຼາຍ​ພໍ​ເທົ່າ​ໃດ. ໃນຊຸມປີມໍ່ໆມານີ້, ການ​ລົງທຶນ​​ໂຄງ​ສ້າງ​ພື້ນຖານຂອງ​ຫວຽດນາມ​ເປັນ​ອັດຕາ​ສ່ວນ​ຮ້ອຍຂອງລວມຍອດຜະລິດຕະພັນພາຍໃນປະ​ເທດ (ຈີ​ດີ​ພີ) ​ແມ່ນ​ຕ່ຳ​ສຸດ​ໃນ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ). ນີ້​ເປັນ​ສິ່ງ​ທ້າ​ທາຍສຳລັບ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ ຂອງ​ການ​ບໍ​ລິກາ​ນ​ໂຄງ​ສ້າງ​ພື້ນຖານທີ່​ທັນ​ສະ​ໄໝທີ່ຈຳ​ເປັນ​ ສໍາລັບໄລຍະ​ການ​ເຕີບ​ໂຕ​ຕໍ່​ໄປ (ຫວຽດນາມ​ຖືກ​ຈັດ​ອັນ​ດັບ​ທີ 89 ​ໃນຈຳນວນ 137 ປະ​ເທດ​ທາງ​ດ້ານຄຸນ​ນະພາ​ບຂອງໂຄງ​ສ້າງ​ພື້ນຖານ)(11).

ບັນດາ​ທິດ​ທາງ​ໃຫຍ່​ກ່ຽວ​ກັບ​ການ​ພັດທະນາໂຄງ​ສ້າງພື້ນຖານຄົມມະນາຄົມຂອງ​ຫວຽດນາມ
​ໃນ​ໄລຍະ​ປີ 2021-2030

ວຽກ​ງານ​ການວາງ​ແຜນກຳນົດໂຄງ​ສ້າງພື້ນຖານຄົມມະນາຄົມຂອງ​ທັງ 5 ສາຂາ​ໃຫຍ່​ຄື: ທາງບົກ, ທາງ​ລົດ​ໄຟ, ທາງ​ທະ​ເລ, ທາງ​ອາກາດ ​ແລະ ທາງ​ນ້ຳ​​ພາຍໃນປະ​ເທດ ​ແມ່ນ​ບຸລິມະສິດ​ອັນ​ດັບ​ໜຶ່ງ. ການວາງ​ແຜນກຳນົດລະບົບໂຄງ​ສ້າງພື້ນຖານດີ, ຮັບປະກັນ​ລັກສະນະ​ຍຸດ​ທະ​ສາດ, ວິ​ໄສ​ທັດ​ໄລຍະຍາວ ຈະ​ເສີມ​ຂະຫຍາຍ​ທ່າ​ໄດ້​ປຽບ​ຂອງ​ແຕ່ພາກ​ພື້ນ​ໄດ້ ​ແລະ ເຊື່​ອມຕໍ່​ບັນດາ​ສູນ​ເສດຖະກິດ​ນຳ​ກັນ, ສ້າງ​ພື້ນ​ທີ່​ການ​ພັດທະນາ​ເສດຖະກິດ​ໃໝ່, ສ້າງ​ແຫຼ່ງພະລັງ​ໃໝ່ ​ແລະ ​ເປັນ​ພື້ນຖານ​ເພື່ອ​ສ້າງ​ບັນດາ​ໂຄງການ​ທີ່​ດຶງ​ດູດ​ນັກ​ລົງທຶນ; ພິ​ເສດ​ແມ່ນ​ຈະ​ເສີມ​ຂະຫຍາຍ​ທ່າ​​ໄດ້​ປຽບ​ຂອງ​ແຕ່​ລະ​ສາຂາ ​​ເພື່ອ​ປະກອບສ່ວນ​​ໃນ​ການຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍດ້ານ ​ໂລ​ຈິ​ສະຕິ​ກ, ປັບ​ຄ່າ​ໃຊ້​ຈ່າຍ​ການ​ຂົນ​ສົ່ງ​ໃຫ້​ດີ​ທີ່​ສຸດ, ຈາກ​ນັ້ນ, ປະກອບສ່ວນ​ປັບປຸງ​ຄວາມ​ສາມາດ​​ໃນ​ການ​ແຂ່ງຂັນຂອງ​ເສດຖະກິດ.

ຕັ້ງ​ແຕ່​ຕົ້ນ​ປີ 2020, ກະຊວງຄົມມະນາຄົມ​ຂົນ​ສົ່ງ​ໄດ້​ສຸມ​ໃສ່​ຊີ້ນຳໃຫ້​ສຳ​ເລັດ​ແຜນ ກຳນົດຂະ​ແໜງ​ການຄົມມະນາຄົມ​ຂົນ​ສົ່ງ​ແຫ່ງ​ຊາດທັງ 5 ສາຂາ (​ໃນ​ຈຳ​ນວນ 37 ແຜນກຳນົດ​ຂະ​ແໜງ​ການ​ແຫ່ງ​ຊາດ​ໃນ​ທົ່ວ​ປະ​ເທດ). ມາ​ເຖິງ​ປະຈຸ​ບັນ, ດ້ວຍ​ຄວາມ​ເອົາ​ໃຈ​ໃສ່ຊີ້​ນຳ​ຢ່າງ​ໃກ້ຊິດ​ຂອງ​ການ​ນຳ​ລັດຖະບານ, ການປະສານ​ສົມທົບ​ຂອງ​ບັນດາ​ກະຊວງ ຂະ​ແໜງການ ​ແລະ ​ທ້ອງ​ຖິ່ນ, ກະຊວງຄົມມະນາຄົມ​ຂົນ​ສົ່ງ​ໄດ້​ສ້າງ​ສຳ​ເລັດ​ໂດຍ​ພື້ນຖານ 5 ​ແຜນກຳນົດສະ​ເພາະຂະ​ແໜງ​ການ.

ນີ້​ເປັນ​ຄັ້ງທຳອິດ​ທີ່ 5 ​ແຜນກຳນົດຂະ​ແໜງ​ການຄົມມະນາຄົມ​ຂົນ​ສົ່ງ​ໄດ້​ສ້າງ​ຂຶ້ນ​ພ້ອມໆ​ກັນ​ຕາມ​ທິດທາງຂອງການປະສົມ ດັ່ງນັ້ນ ຈຶ່ງຮັບປະກັນ​ລັກສະນະ​ຄົບ​ຊຸດ, ການ​ເຊື່ອມ​ຕໍ່​ລະຫວ່າງຂະ​ແໜງ​ການສະ​ເພາະ ​ແລະ ​ແກ້​ໄຂ​ຜ່ານ​ພົ້ນຂໍ້ຈຳກັດ​ຂອງ​ບັນດາ​ແຜນກຳນົດກ່ອນ​ໜ້າ​ນີ້; ສອດຄ່ອງ​ກັບ​ທັດສະນະ​ການ​ພັດທະນາ​ໃນມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ; ແຜນກຳນົດຮັບປະກັນ​ລັກສະນະ​ຍືດຫຍຸ່ນ​ໃນ​ຂະ​ບວນວິວັດ​ການຈັດ​ຕັ້ງ​ປະຕິບັດ, ອະນຸຍາດ​ໃຫ້​ບັນດາ​ທ້ອງ​ຖິ່ນ​ທີ່​ຕ້ອງ​ການ​ພັດທະນາ​ແລະລະດົມ​ແຫຼ່ງກຳລັງ​ໄດ້ ສາມາດ​ລາຍ​ງານ​ຕໍ່​ນາຍົກລັດຖະມົນຕີ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ລົງທຶນ​ໂດຍ​ໄວ. ຕາມ​ນັ້ນ, ທິດ​ທາງ​ທົ່ວ​ໄປ​ກ່ຽວ​ກັບ​ການ​ພັດທະນາໂຄງ​ສ້າງພື້ນຖານຄົມມະນາຄົມ​ໄລຍະ​ປີ 2021-2030 ​ໃນ​ບັນດາແຜນກຳນົດຂະ​ແໜ​ງການ​ແຫ່ງ​ຊາດປະກອບ​ດ້ວຍ:

ກ່ຽວ​ກັບ​ທາງບົກ, ຈະສຳ​ເລັດ​ໂດຍ​ພື້ນຖານບັນດາ​ສາຍ​ທາງ​ດ່ວນ​ທີ່​ເຊື່ອມ​ຕໍ່ລະ​ຫວ່າງ​ພາກ​ພື້ນ​, ​ເຊື່ອມ​ຕໍ່​​ກັບທ່າກຳປັ່ນທະ​ເລ​ໄປ​ຕ່າງປະ​ເທດ, ທ່າ​ອາກາດ​ສະຍານ​ສາກົນ, ບັນດາ​ດ່ານ​ສາກົນ​ຫຼັກທີ່​ມີ​ຄວາມ​ຕ້ອງການ​ສົ່ງ​ອອກ​ແລະນໍາ​ເຂົ້າ​ສິນຄ້າ​ເປັນ​ຈຳນວນ​ຫຼາຍ, ບັນດາ​ຕົວ​ເມືອງ​ພິ​ເສດ, ຕົວ​ເມືອງປະ​ເພດ I. ການ​ເຊື່ອມ​ຕໍ່​ທີ່ສະ​ດວກ​ລະຫວ່າງບັນດາ​ສາຍ​ທາງ​ຫຼວງ ​ກັບ​ທ່າກຳປັ່ນທະ​ເລ​ປະ​ເພດ II, ​ສະ​ໜາມ​ບິນ​ສາ​ກົນ​, ທ່າ​ເຮືອພາຍ​ໃນ​ປະ​ເທດທີ່ສຳຄັນ, ສະຖານີ​ລົດ​ໄຟສູນກາງ ​ແລະ ສູນກາງການຈະລາຈອນໃນຕົວເມືອງປະ​ເພດ II ຫຼື ໜ້ອຍກວ່າ. ສູ້ຊົນ​ໃຫ້​ສຳ​ເລັດ​ການ​ກໍ່ສ້າງ​ທາງ​ດ່ວນ​ປະມານ 5.000 ກິ​ໂລ​ແມັດ. ສຸມ​ໃສ່​ການ​ຍົກ​ລະ​ດັບພື້ນ​ຜິວ​ຖະໜົນ, ​ເພີ່ມ​ທະວີລະ​ບົບ​ຄວາມ​ປອດ​ໄພ​ຈະ​ລາ​ຈອນ​, ການ​ແກ້​ໄຂ​ຈຸດ​ດ່າງ​ດໍາ, ດຳ​ເນີນການ​ສ້ອມ​ແປງ​ແລະ​ຍົກ​ລະ​ດັບ​ຂົວ​ທີ່​ອ່ອນ​ແອ​, ຍົກ​ລະ​ດັບ​ທາງ​ຫຼວງ​ທີ່​ສຳ​ຄັນ​ຫຼາຍ​ເສັ້ນ​ເຊື່ອມ​ຕໍ່​ກັບ​ສູນ​ການ​ຂົນ​ສົ່ງ​ທີ່​ສຳ​ຄັນ (ທ່າກຳປັ່ນທະ​ເລ​, ທ່າ​ເຮືອພາຍ​ໃນປະ​ທດ, ສະໜາມ​ບິນ, ສະຖານີ​ລົດ​ໄຟ) ທີ່​ຍັງ​ບໍ່​ທັນ​ມີ​ເສັ້ນທາງ​ດ່ວນ​ເຊື່ອມ​ຕໍ່.

ກ່ຽວ​ກັບ​ການ​ເດີນ​ທະ​ເລ, ​ໃຫ້​ບຸລິມະສິດ​ການ​ພັດທະນາ​ທ່າ​ກຳ​ປັ່ນ​ທີ່​ສຳຄັນ, ປະກອບ​ດ້ວຍ: ທ່າ​ກຳ​ປັ່ນ​ດ່ານ​ສາກົນ​ສົມທົບ​ກັບ​ການ​ຂົນຖ່າຍ​ສາກົນ​ຢູ່​ນະຄອນ​ຫາຍ​ຟ່ອງ (​ແລັກ​ຫ້ວຽນ, ທາງ​​ໃຕ້​ຂອງ​ເມືອງ​​ໂດ່​ເຊີນ) ​ແລະ​ແຂວງ ບ່າ​ເຣ້ຍ - ຫວຸງ​ເຕົ່າ (ກ໊າຍ​ແມັບ - ຖີ້ຫວາຍ); ບັນດາທ່າ​ກຳ​ປັ່ນທະ​ເລຂະ​ໜາດ​ໃຫຍ່ທີ່​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທົ່ວ​ປະ​ເທດ ຫຼືລະຫວ່າງພາກພື້ນ, ບັນດາທ່າ​ກຳ​ປັ່ນ​ໂດຍສານ​ສາກົນ ​ຕິດ​ພັນ​ກັບ​​ເຂດ​ຊຸກຍູ້​ການ​ພັດທະນາ​ການທ່ອງທ່ຽວ, ບັນດາທ່າ​ກຳ​ປັ່ນຂະໜາດໃຫຍ່ຕິດ​ກັບ​ເຂດ​ເສດຖະກິດ, ເຂດອຸດສາຫະກຳ, ​ໂຮງງານຫຼອມໂລຫະ, ໂຮງກັ່ນນ້ຳມັນ, ​ໂຮງງານ​ຜະລິດ​ໄຟຟ້າ​ດ້ວຍ​ຖ່ານ​ຫີນ, ອາຍ​ແກ໊ສ. ​ຮຽກ​ຮ້ອງ​ໃຫ້​ມີ​ການ​ລົງ​ທຶນກໍ່ສ້າງ​ເທື່ອ​ລະ​ກ້າວ​ໃນທ່າ​ກຳ​ປັ່ນທະ​ເລທີ່​ມີ​ຄວາມ​ບົ່ມ​ຊ້ອນຈໍາ​ນວນໜຶ່ງ​, ເຊັ່ນ​:​ ​ເວິນ​ຟອງ, ​ເຈິ່ນ​ເດ່,... ທ່າ​ເຮືອ​ຢູ່​ບັນດາ​ເມືອງ​ເກາະ​ ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ຕິດ​ພັນກັບ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນຄວາມ​ໝັ້ນຄົງ, ອະທິປະ​ໄຕ​ທາງ​ທະ​ເລ ​ແລະ ໝູ່​ເກາະ.

ກ່ຽວ​ກັບ​ທາງນ້ຳພາຍ​ໃນ​ປະ​ເທດ, ສ້ອມ​ແປງ ຍົກ​ລະດັບ​​ເຕັກ​ນິກ​ທາງນ້ຳສາຍສຳຄັນ​ທີ່​ມີ​ການ​ຈະລາຈອນ​ໜາ​ແໜ້ນ ​ເພື່ອ​ຕອບ​ສະໜອງການເດີນເຮືອຕະຫຼອດ 24 ຊົ່ວໂມງ; ສູ້​ ສູ້​ຊົນ​ສ້າງ​ເສັ້ນ​ທາງການ​ນຳ​ໃຊ້​ແບບ​ຄົບ​ຊຸດ​ທີ່​ມີ​ຄວາມ​ຍາວ​ທັງ​ໝົດ​ຕາມ​ລະ​ດັບ​ເຕັກ​ນິກ​ທີ່​ໄດ້​ວາງ​ໄວ້​ໃຫ້​ບັນ​ລຸ 5.000 ກິ​ໂລ​ແມັດ. ພັດທະນາ​ລະບົບທ່າ​ເຮືອ​ໃນ​ແມ່ນ້ຳຕ່າງໆ ຕອບ​ສະໜອງ​ໄດ້​ກັບຄວາມຕ້ອງການການຂົນສົ່ງໃນແລວທາງການຂົນສົ່ງທາງນ້ຳ; ສ້າງ​ຄວາມ​ທັນ​ສະ​ໄໝ​ໃຫ້​ກັບທ່າເຮືອຕົ້ນຕໍ, ທ່າເຮືອພິເສດ. ແກ້​ໄຂ​ໂດຍ​ພື້ນຖານ​ການ​ເຊື່ອມ​ຕໍ່ທາງບົກ​ກັບ​ທ່າ​ເຮືອທີ່ສຳຄັນ​ພາຍ​ໃນ​ປະ​ເທດ, ລົງທຶນ​ໃນ​ທ່າ​ທຽບ​ເຮືອສຳລັບ​ພາຫະນະ​ຂົນ​ສົ່ງ​ທາງນ້ຳພາຍ​ໃນ​ໃນ​ເຂດນ້ຳຂອງ​ທ່າກຳປັ່ນ​ທະ​ເລ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່ທ່າກຳປັ່ນ ຫາຍຟ່ອງ ​ແລະ ທ່າກຳປັ່ນ ບ່າ​ເຣ້ຍ - ຫວຸງ​ເຕົ່າ; ລົງທຶນ​ໃນ​ທ່າ​ເຮືອຜູ້​ໂດຍສານ ​ເພື່ອ​ຮັບ​ໃຊ້​ການທ່ອງທ່ຽວ ​ແລະ ການ​ຂົນ​ສົ່ງ​ຜູ້​ໂດຍສານ.

ກ່ຽວ​ກັບ​ການບິນ, ​ໃຫ້​ບຸລິມະ​ສິດການ​ລົງທຶນ​ກໍ່ສ້າງ​ສະໜາມ​ບິນ​ຂະໜາດ​ໃຫຍ່​ຈຳນວນ​ໜຶ່ງ​ທີ່ຖື​ບົດບາດ​​ເປັນ​ຈຸດ​ເຊື່ອມ​ໂຍງ ​ໃນ​ເຂດ​ນະຄອນຫຼວງ​ຮ່າ​ໂນ້ຍ (ທ່າ​ອາກາດ​ສະຍານ​ໂນ້ຍບ່າຍ) ​ແລະ ນະຄອນ​ໂຮ່ຈີ​ມິນ (ທ່າ​ອາກາດ​ສະຍານ​ເຕິ​ນ​ເຊີ​ນ​ເຍິ໊ດ ​ແລະ ລອງ​ແທັ່ງ). ຂຸດ​ຄົ້ນ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຄ່ອຍໆປັບປຸງ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການຂອງສະໜາມບິນທີ່​ມີ​ຢູ່ 22 ແຫ່ງ, ລົງ​ທຶນ​ກໍ່ສ້າງ​ສະໜາມ​ບິນ​ໃໝ່ 6 ​ແຫ່ງ, ຍົກຈຳນວນ​ສະໜາມ​ບິນ​ທັງ​ໝົດ​ໃນ​ປະ​ເທດ​ທີ່​ໄດ້​ນຳ​ໃຊ້​ເປັນ 28 ​ແຫ່ງ, ຄວາມ​ສາມາດ​ໃນ​ການອອກແບບ​ໂດຍ​ລວມຂອງລະບົບສະໜາມບິນ​ແມ່ນປະມານ 278 ລ້ານຄົນ/ປີ, ​ເພື່ອ​ສູ້​ຊົນ​ໃຫ້​ປະຊາກອນ​ກວ່າ 95% ສາມາດ​ເຂົ້າ​ເຖິງ​ສະໜາມ​ບິນ​ໄດ້​ໃນ​ໄລຍະ 100 ກິ​ໂລ​ແມັດ. ລົງທຶນ​​ໃນລະບົບ​ໂຄງ​ສ້າງ​ພື້ນຖານ ​ແລະ ອຸ​ປະ​ກອນ​ຄວບ​ຄຸມ​ການ​ບິນ​ ຕາມທິດ​ທາງຄົບ​ຊຸດ ທັນ​ສະ​ໄໝ, ທຽບ​ເທົ່າ​ລະດັບ​ພາກ​ພື້ນ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂົນ​ສົ່ງ​ຜູ້​ໂດຍສານທີ່​ຄາດ​ການ​ໄວ້. ຄ່ອຍໆລະດົມຊັບພະຍາກອນ​ເພື່ອ​ລົງທຶນ​ໃນ​ສູນ​ໂລ​ຈິ​ສະຕິ​ກ, ສູນສຶກສາ​ແລະ​​ຝຶກ​ອົບ​ຮົມ​ການ​ບິນ​, ສູນສ້ອມແປງເຮືອບິນ ​ແລະ ລະບົບອຸປະກອນ ​ເພື່ອ​ຮັບປະກັນ​ດຳ​ເນີນການບິນ.  

ກ່ຽວ​ກັບ​ທາງ​ລົດ​ໄຟ, ປັບປຸງ​ແລະຍົກ​ລະດັບ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ທາງ​ລົດ​ໄຟ 7 ​ເສັ້ນ​ທີ່​ມີ​ຢູ່​ແລ້ວ; ຜັນ​ຂະຫຍາຍ​ການ​ລົງທຶນ​ໃນ 2 ສ່ວນສຳຄັນ​ຂອງທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ເໜືອ-ໃຕ້. ​ໃຫ້​ບຸລິມະສິດ​ການ​ກໍ່ສ້າງ​ທາງ​ລົດ​ໄຟບາງ​ສາຍ​ເຊື່ອມ​ຕໍ່​ທ່າ​ກຳ​ປັ່ນດ່ານ​ສາກົນ​ແຫ່ງ​ຕ່າງໆ, ​ໂດຍ​ສະ​ເພາະ​ຢູ່​ເຂດ​ກ໋ວາງນິງ, ຫາຍ​ຟ່ອງ ​ແລະ ບ່າ​ເຣ້ຍ - ຫວຸງ​ເຕົ່າ; ​ເຊື່ອມ​ຕໍ່​ນະຄອນ​ໂຮ່ຈີ​ມິນ​ກັບ​ນະຄອນ​ເກີ່​ນ​ເທີ, ​ເຊື່ອມ​ຕໍ່​ດ່ານ​ສາ​ກັນ​ຫຼັກ ​ກັບປະ​ເທດ​ຈີນ, ລາວ ​ແລະ ກຳປູ​ເຈຍ​ ສອດຄ່ອງ​ກັບສົນ​ທິ​ສັນ​ຍາ​ການ​ຂົນ​ສົ່ງ​ສາ​ກົນ ​ແລະ ສອດຄ່ອງ​ກັບ​ຄວາມ​ກ້າວໜ້າ​ທາງ​ດ້ານ​ການ​ລົງທຶນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ.

ການວາງທິດ​ທາງໂຄງການ​ທີ່ສຳຄັນ​ໃນ​ໄລຍະ 2021–2025

​ເພື່ອພັດທະນາໂຄງ​ສ້າງພື້ນຖານຄົມມະນາຄົມຕາມ​ເປົ້າ​ໝາຍ ​ແລະ ທິດ​ທາງ​ທີ່ລະບຸ​ໄວ້​ໃນມະຕິ​ຂອງ​ພັກ, ສອດຄ່ອງ​ກັບ​ເນື້ອ​ໃນຂອງ​ແຜນກຳນົດຂະ​ແໜງ​ການ​ແຫ່ງ​ຊາດ, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ໄດ້​ສ້າງ​ແຜນການ​ໄລຍະ​ກາງປີ 2021–2025 ດ້ວຍ​​ຈຸດໝາຍ​ສຳຄັນຈຳນວນ​ໜຶ່ງ​ເຊັ່ນ: ສູ້​ຊົນ​ສ້າງ​ສຳ​ເລັດ​ທາງ​ດ່ວນ​ເໜືອ-ໃຕ້​ຕາ​ເວັນ​ອອກ; ສ້ອມແປງ ຍົກ​ລະດັບ​ທາງ​ຫຼວງ​​ແຫ່ງ​ຊາດປະມານ 1.000 ກິ​ໂລ​ແວັດ, ຂົວຂະໜາດ​ໃຫຍ່ຈຳນວນ​ໜຶ່ງຢູ່​ເທິງເສັ້ນທາງຫຼວງ ​ເພື່ອຕອບ​ສະໜອງ​ຄວາມ​ຕ້ອງການ​ຂົນ​ສົ່ງ, ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ຄົມມະນາຄົມ​ຕາມ​ແລວ​ທາງ​ການ​ຂົນ​ສົ່ງ​ທີ່ສຳຄັນຈຳນວນ​ໜຶ່ງ. ສຳ​ເລັດ​ການ​ລົງທຶນໃນຊ່ອງທາງແມ່ນ້ຳ ​ເຮົ້າ ຢ່າງ​ຄົບ​ວົງ​ຈອນ ​ເພື່ອ​ຮັບປະກັນໃຫ້​ກຳ​ປັ່ນ​ຂະໜາດ​ໃຫຍ່​ສາມາດ​ເຂົ້າ​ສູ່​ທ່າ​ກຳ​ປັ່ນ ​ເກິ່ນ​ເທີ; ປັບປຸງ​ຊ່ອງ​ທາງ​ແມ່ນ້ຳ​ໄປ​ຍັງ​ທ່າ​ກຳ​ປັ່ນ ກ໊າຍ​ແມັບ - ຖີ້ຫວາຍ ​ເພື່ອ​ຮັບປະກັນ​ການຮັບກຳ​ປັ່ນ 200.000 ​ໂຕນ ​ໂດຍ​ບໍ່​ຕ້ອງ​ຫຼຸດນ້ຳໜັກ; ສ້ອມ​ແປງ​ຍົກ​ລະດັບ​ຊ່ອງ​ທາງນ້ຳຢູ່ທ່າ​ກຳ​ປັ່ນ ກູ​ຍ​ເຍິນ ​ເພື່ອ​ຮັບປະກັນ​ການຮັບກຳ​ປັ່ນ 50.000 ໂຕນ; ສາຍ​ທາງນ້ຳ ທໍ້​ກວາງ ເພື່ອ​ຮັບປະກັນ​ການຮັບກຳ​ປັ່ນ 8.000 ໂຕນ - 100.000 ໂຕນ; ສາຍ​ທາງນ້ຳ​ເຂົ້າ​ທຽບ​ທ່າ​ທ່າ​ເຮືອທາງ​ໃຕ້​ງີ​ເຊີນ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ບັນດາເຂດ​ອຸດສາຫະກຳຢູ່​ ແທັງ​ຮ໋ວາໃຕ້ ​- ​ເງ້ອານ​ເໜືອ. ລົງທຶນ​ເຂົ້າ​ໃນ​ບັນດາ​ກິກຈະກຳ​ຮັບປະກັນ​ອະທິປະ​ໄຕ​ຢູ່​ທະ​ເລ ​ແລະ ໝູ່​ເກາະ (ປະພາຄານ, ກຳ​ປັ່ນສະໜອງ, ກຳ​ປັ່ນ​ກູ້​ໄພ,...); ລົງທຶນປັບປຸງ​ເສັ້ນທາງຄອງ ​ເຈີ້​ກ້າວ ​ໃຫ້ສຳ​ເລັດ​ສົມບູນ; ຍົກ​ຄວາມ​ສູງ​ຂອງ​ຂົວ​ເທິງ​ເສັ້ນທາງ​ນ້ຳ​​ແຫ່ງ​ຊາດ​ຈຳນວນ​ໜຶ່ງ​ທີ່​ມີ​ປະລິມານ​ການ​ສັນຈອນ​ສູງ (ຊ່ອງທາງແມ່ນ້ຳແດງ ​ແລະ ຊ່ອງທາງນ້ຳຈຳນວນ​ໜຶ່ງ​ໃນ​ເຂດ​ແມ່ນ້ຳຂອງ). ປັບປຸງບັນດາ​ເສັ້ນທາງ​ນ້ຳພາຍ​ໃນຢູ່ທາງທິດ​ໃຕ້ ​ເພື່ອຍົກ​ສູງ​ຄວາມ​ສາມາດ​ເຊື່ອມ​ຕໍ່ ​ແລະ ຂົນ​ສົ່ງ​ສິນຄ້າ​ລະຫວ່າງ​ເຂດ​ທົ່ງ​ພຽງ​ແມ່ນ້ຳຂອງ ກັບພາກ​ຕາ​ເວັນ​ອອກ​ຂອງ ນາມ​ໂບ້ ​ແລະ ທ່າກຳ​ປັ່ນ ກ໊າຍ​ແມັບ - ຖີ້ຫວາຍ. ສຳ​ເລັດ​ການ​ກໍ່ສ້າງ​ໄລຍະ 1 ຂອງ​ທ່າ​ອາກາດ​ສະຍານ​ສາກົນ ລອງ​ແທັ່ງ, ປັບປຸງ​ເສັ້ນທາງ​ບິນຂຶ້ນ​ແລະ​ລົງ ຂອງ​ສະໜາມ​ບິນ ໂກນດ່າວ, ຍົກ​ລະດັບ​ສະໜາມ​ບິນ ດ້ຽນບຽນ, ອາຄານ​ຜູ້​ໂດຍສານ T3 ຂອງ​ສະໜາມ​ບິນ ​ເຕິ​ນ​ເຊີນ​ເຍິ໊ດ, ​ໄລຍະ​ທີ 2 ຂອງ​ເສັ້ນທາງ​ບິນ​ຂຶ້ນ​ແລະ​ລົງຢູ່ສະໜາມບິນສາກົນ ໂນ້ຍບ່າຍ ແລະ ສະໜາມ​ບິນ​ສາກົນ ​ເຕິ​ນ​ເຊີນ​ເຍິ໊ດ. ສຳ​ເລັດ​ການ​ຕໍ່ລາງ​ລົດ​ໄຟທີ່ ຮ່າ​ເຂົາ ​ເພື່ອ​ຮັບປະກັນ​ການຂົນ​ຖ່າຍທາງ​ລົດ​ໄຟ​ກັບ​ຝ່າຍ​ຈີນ; ສ້ອມ​ແປງ​ສະຖານີ​ລົດ​ໄຟ​ບາງ​ແຫ່ງ ​ເພື່ອ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ຂົນ​ຖ່າຍ ແລະ ການ​ເຕົ້າ​ໂຮມ​ສິນຄ້າ; ສຳ​ເລັດ​ການ​ສ້ອມ​ແປງ​ຂົວ​ທີ່​ອ່ອນ​ແອ ອຸ​ໂມງທີ່​ອ່ອນ​ແອຈຳນວນ​ໜຶ່ງ ແລະ ສະຖາປັດຕະຍະກໍາຊັ້ນເທິງ,... ຮັບ​ປະ​ກັນ​ເງື່ອນ​ໄຂ​ທີ່​ປອດ​ໄພ​ໃນ​ການ​ເດີນ​​ລົດ​ໄຟ​, ຍົກ​ສູງ​ຄວາມ​ສາມາດ​ການ​ຂຸດ​ຄົ້ນ​ເສັ້ນທາງ​ລົດ​ໄຟ ຖົງ​​ເຍິ໊ດ; ກະກຽມ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ບາງ​ສ່ວນຂອງ​ທາງ​ລົດ​ໄຟ​ຄວາມ​​ໄວ​ສູງ​ເໜືອ-​ໃຕ້.

ໜ້າ​ທີ່ ​ແລະ ວິທີ​ແກ້​ໄຂ​ທີ່ສຳຄັນ​ ​ເພື່ອສຳ​ເລັດ​ບັນດາ​ເປົ້າ​ໝາຍ​ແຜນການ

​ໃນ​ໄລຍະ​ປີ 2021 - 2025, ​ເພື່ອ​ສ້າງ​ການ​ບຸກທະລຸ​ທີ່ແທ້​ຈິງ​ໃນ​ການ​ພັດທະນາໂຄງ​ສ້າງພື້ນຖານຄົມມະນາຄົມ, ກະຊວງ​ຄົມມະນາຄົມຂົ່ນສົ່ງ​ໄດ້​ວາງໜ້າ​ທີ່ ​ແລະ ວິທີ​ແກ້​ໄຂສະເພາະທີ່ຕ້ອງ​ຜັນ​ຂະຫຍາຍປະຕິບັດ, ​ໃນ​ນັ້ນກໍານົດຈຸດ​ໜັກ​ແມ່ນວິທີ​ແກ້​ໄຂ 2 ປະການ ກ່ຽວ​ກັບ​ການ​ປັບປຸງ​ບູລະນະ​ລະບຽບ​ລະບອບ ​ແລະ ການ​ລະດົມ​ແຫຼ່ງພະລັງ.

ທີ​ສອງ, ສຸມ​ໃສ່​ກໍ່ສ້າງ ​ແກ້​ໄຂ ​ແລະ ປະກາດ​ໃຊ້ບັນດາ​ກົນ​ໄກ, ນະ​ໂຍບາຍທີ່ມີ​ລັກສະນະ​ບຸກທະລຸ ​ແລະ ຄົບ​ຊຸດ ບົນ​ຫຼັກການຍຶດໝັ້ນ​ກັບ​ຄວາມ​ເປັນ​ຈິງ​ ຕາມ​ທິດ​ຫຼຸດ​ຜ່ອນ​ຂັ້ນ​ຕອນ​ການ​ບໍ​ລິ​ຫານ ​ເພື່ອສຸມໃສ່ຄວາມຮັບຜິດຊອບ, ຫຼຸດ​ໄລຍະເວລາດໍາ​ເນີນ​ງານ, ​ໂດຍ​ສະ​ເພາະ​ແມ່ນ​ສ້າງ​ກອບ​ກົດໝາຍ​ເພື່ອ​ຍູ້​ແຮງ​ການ​ແບ່ງ​ຂັ້ນ​ໃຫ້​ທ້ອງ​ຖິ່ນ​ຕ່າງໆ​ເປັນ​ອົງການທີ່​ມີອຳນາດ ​ເພື່ອ​ເພີ່ມ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ລະດົມ​ແຫຼ່ງພະລັງ. ກະຊວງ​ຄົມມະນາຄົມ​ຂົນ​ສົ່ງສຸມ​ໃສ່​ປະຕິບັດ​ບັນດາ​ພາລະ​ໜ້າ​ທີ່ຄຸ້ມ​ຄອງ​ລັດ, ​ເຊັ່ນ: ສ້າງ​ລະບຽບ​ລະບອບ, ສ້າງ​ແຜນກຳນົດ ​ແລະ ​ເພີ່ມ​ທະວີ​ການ​ກວດກາ ຕິດຕາມ​ກວດກາ.

ທີ​ສອງ, ກຳນົດ​ແຫຼ່ງທຶນ​ງົບ​ປະມານຂອງ​ລັດມີ​ບົດບາດນຳພາ​ ເພື່ອ​ລະດົມຫຼາຍ​ສຸດ​ແຫຼ່ງພະລັງ​ທີ່​ຖືກ​ກົດໝາຍ​ນອກ​ງົບ​ປະມານ ​ໂດຍ​ຕິດ​ກັບ​ບັນດາ​ກົນ​ໄກ ນະ​ໂຍບາຍທີ່​ມີ​ລັກສະນບຸກທະລຸ; ເລືອກ​​ແລະ​ນຳ​ໃຊ້​ຢ່າງ​ຍືດຫຍຸ່ນ ຕົວ​ແບບ​ການ​ລະດົມ​ທຶນ​ທີ່​ປະສົບ​ຜົນສຳ​ເລັດ​ຈຳນວນ​ໜຶ່ງ; ນຳໃຊ້ທຶນຂອງລັດໃນແຕ່ລະຂົງເຂດຢ່າງມີປະສິດທິຜົນ ​ເຊັ່ນ: 1- ກ່ຽວ​ກັບ​ທາງບົກ, ​ແບ່ງ​ຂັ້ນ​ຫຼາຍ​ສຸດ​ໃຫ້​ບັນດາ​ທ້ອງ​ຖິ່ນ​ເປັນ​ອົງການ​ລັດ​ທີ່​ມີ​ສິດ​ຂອບ​ເຂດ​ຕໍ່ບັນດາ​ໂຄງການ​ທີ່​ປະ​ຕິ​ບັດຕາມ​ຮູບ​ແບບ​ການ​ຮ່ວມ​ມື​ພາກ​ລັດ​ແລະ​ເອ​ກະ​ຊົນ (PPP) ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ໂຄງການ​ທາງ​ດ່ວນ; 2- ກ່ຽວ​ກັບ​ການ​ເດີນ​ທະ​ເລ ​ແລະ ທາງນ້ຳພາຍ​ໃນ​ປະ​ເທດ, ງົບ​ປະມານ​ຂອງ​ລັດພຽງ​ແຕ່​ສຸມ​ໃສ່ລົງທຶນ​ໃນໂຄງສ້າງ​ພື້ນຖານ​ສາທາ​ລະນະ​ເຊັ່ນ: ການ​ຂຸດ​ລອກທາງນ້ຳ, ຮັບປະກັນ​ການ​ເດີນ​ທະ​ເລ...; ລະດົມ​ແຫຼ່ງພະລັງຂອງ​ເອກະ​ຊົນ ​ເພື່ອ​ລົງທຶນ​ໃນ​ລະບົບ​ທ່າກຳປັ່ນ, ທ່າ​ທຽບ​ເຮືອ​ທັງ​ໝົດ ​ແລະ ​ແບ່ງ​ມອບອຳນາດ​ທັງ​ໝົດ​ໃນ​ການ​ອອກ​ໃບ​ອະນຸຍາດ ​ແລະ ຮຽກຮ້ອງ​ການ​ລົງທຶນ​ໃຫ້​ບັນດາ​ທ້ອງ​ຖິ່ນ; 3- ສຳລັບ​ການບິນ, ມອບ​ໃຫ້​ທ້ອງ​ຖິ່ນ​ເປັນ​ອົງການ​ທີ່​ມີ​ອຳນາດ​ຈັດ​ຕັ້ງ​ການລົງທຶນ​ຕາມ​ຮູບ​ແບບການ​ຮ່ວມ​ມື​ລັດ​ແລະ​ເອກະ​ຊົນ ສຳລັບ​ສະໜາມ​ບິນ​ໃໝ່ ​ແລະ ສະໜາມ​ບິນ​ທີ່​ບໍ່ສຳຄັນ​ທັງ​ໝົດ, ​ໂດຍ​ສະ​ເພາະ​ແມ່ນ​ສະໜາມ​ບິນ​ຢູ່​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ; 4- ສຳລັບ​ທາງ​ລົດ​ໄຟ, ງົບປະມານ​ຂອງ​ລັດ​ສຸມ​ໃສ່​ການ​ລົງທຶນ​ໃນ​ໂຄງ​ສ້າງ​ພື້ນຖານ, ລະດົມ​ແຫຼ່ງພະລັງ​ນອກ​ງົບປະມານ​ເພື່ອ​ລົງທຶນ​ໃນ​ອຸປະກອນ, ດໍາ​ເນີນ​ການ ​ແລະ ​ໃຊ້​ປະ​ໂຫຍ​ດຈາກ​ບາງ​ສະຖານີ. ພ້ອມ​ກັນ​ນັ້ນ, ສ້າງ​ກົນ​ໄກ​ເພື່ອ​ໃຫ້​ທ້ອງ​ຖິ່ນວາງ​ແຜນກຳນົດ ​ແລະ ຫາ​ປະ​ໂຫຍ​ດຈາກ​ກອງ​ທຶນ​ທີ່​ດິນ​ບໍລິ​ເວນ​ສະຖານີ​ລົດ​ໄຟ ​ເພື່ອ​ເຂົ້າ​ຮ່ວມ​ການ​ລົງທຶນ​ສ່ວນ​ໜຶ່ງ, ຫຼຸດຜ່ອນຄວາມກົດດັນຕໍ່ງົບປະມານສູນກາງ. 

ທີ​ສາມ, ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ, ການ​ແບ່ງ​ຂັ້ນ​ຢ່າງ​ແຂງ​ແຮງ​ໃຫ້​ທ້ອງ​ຖິ່ນ​ໃນ​ການ​ລົງທຶນ ຄຸ້ມ​ຄອງ ນຳ​ໃຊ້ໂຄງ​ສ້າງພື້ນຖານຄົມມະນາຄົມ ຈະ​ລະດົມ​ແລະ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂ​ອງບັນດາ​ແຫຼ່ງພະລັງ ຄວາມ​ສາ​ມາ​ບົ່ມ​ຊ້ອນ ​ແລະ ຂໍ້​ໄດ້​ປຽບ​ທີ່​ມີ​ຢູ່ຂອງ​ທ້ອງ​ຖິ່ນ. ການ​ເສີມ​ຂະຫຍາຍ​ຄວາມ​ເປັນ​ເຈົ້າ​ການ ຄວາມ​ຄິດ​ປະດິດ​ສ້າງ ​ແລະ ຄວາມ​ຮັບຜິດຊອບຂອງອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແມ່ນ​ປັດ​ໄຈ​ທີ່​ສຳຄັນ​ທີ່​ສຸດ. ​ເວລາ​ນັ້ນ, ບັນດາ​ແຂວງ ນະຄອນ​ທີ່​ມີ​ໂຄງການ​ລົງທຶນ​ກໍ່ສ້າງໂຄງ​ສ້າງພື້ນຖານຄົມມະນາຄົມ,​ໂດຍ​ສະ​ເພາະ​ແມ່ນ​ທາງ​ດ່ວນ ຈະ​ເປັນ​ເຈົ້າ​ການ​ໃນ​ການ​ສ້າງ ​ແລະ ດັດ​ແປງບັນດາ​ແຜນກຳນົດອື່ນ​ຂອງ​ທ້ອງ​ຖິ່ນ​ຢ່າງ​ຄົບ​ຊຸດ, ​ໂດຍ​ສະ​ເພາະ​ແມ່ນແຜນກຳນົດການ​ພັດທະນາ​ກອງ​ທຶນ​ທີ່​ດິນ, ສ້າງ​ພື້ນ​ທີ່​ການ​ພັດທະນາ​ອຸດສາຫະກຳ ການ​ບໍລິການ ການ​ທ່ອງ​ທ່ຽວ ຕົວ​ເມືອງ.... ການ​ລະດົມ​ການ​ເຂົ້າ​ຮ່ວມ​ງານ​ຂອງລະບົບ​ການ​ເມືອງ​ຢູ່​ທ້ອງ​ຖິ່ນ​ທັງ​ໝົດ ຈະ​ແກ້​ໄຂ​ຢ່າງ​ທັນ​ການ​ ຄວາມ​ຫຍຸ້ງຍາກຂໍ້​ຄົງ​ຄ້າງອັນ​ຍາວ​ນານທີ່​ກ່ຽວຂ້ອງ​ກັບການຈັດ​ຫາ​ສະຖານ​ທີ່, ການ​ສະໜອງ​ອຸປະກອນ​ການ​ກໍ່ສ້າງ.... ຄຽງ​ຄູ່​ກັນ​ນັ້ນ, ຕ້ອງ​ມີ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ​ແລະ ​ມີ​ປະສິດທິ​ຜົນ ​ກັບບັນດາ​ກະຊວງ, ຂ​ະ​ແໜງ​ການ​ສູນ​ກາງ​ໃນ​ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ການ​ລົງທຶນ, ການກໍ່ສ້າງ. ​ເພື່ອ​ສ້າງ​ກອບ​ກົດໝາຍເພື່ອປະຕິບັດວິທີ​ການແກ້ໄຂດັງ​ກ່າວ, ​ໃນ​ປະຈຸ​ບັນ, ກະຊວງ​ຄົມມະນາຄົມຂົ່ນສົ່ງ ກຳລັງກວດ​ຄືນ​ກົດ​ລະບຽບທາງ​ກົດໝາຍທັງ​ໝົດ ​ແລະ ສະ​ເໜີ​ການ​ແກ້​ໄຂ ປັບປຸງ ​ເພື່ອລາຍ​ງານ​ຕໍ່​ລັດຖະບານ, ນາຍົກ​ລັດຖະມົນຕີ ຍື່ນ​ສະ​ເໜີ​ໃຫ້​ອົງ​ການ​ທີ່​ມີ​ອຳນາດ​ຕັດ​ສິນ​. ຂະ​ແໜງ​ການ​ຄົມມະນາຄົມ​ຂົນ​ສົ່ງ, ດ້ວຍການ​ຊີ້​ນຳ​ຢ່າງ​​ໃກ້ຊິດ​ຂອງ​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ, ການ​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນຂອງ​ບັນດາ​ກະຊວງ ​ແລະ​ ຂະ​ແໜງ​ການ​ສູນ​ກາງ, ການ​ເຂົ້າ​ຮ່ວ​ມງານ​ຢ່າງຂັນ​ແຂງ​ຂອງທ້ອງ​ຖິ່ນ​ຕ່າງໆ ຈະ​ປະສົບ​ຄວາມສຳ​ເລັດ​ໃນ​ການ​ປະຕິບັດ​ເປົ້າ​ໝາຍ​ພັດທະນາ​ເສດຖະກິດ - ສັງຄົມ​ໄລຍະ​ປີ 2021-2025 ທີ່ກຳນົດ​ໄວ້​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ ​ແລະ ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ 5 ປີ 2021-2025./.   

-----------------

(1) ​ເອກະສາ​ນກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ I, ໜ້າ 222.

(2) ຮ່າ​ໂນ້ຍ - ຖາ​ຍງວຽນ, ຮ່າ​ໂນ້ຍ - ບັກ​ຢາງ, ​ຟ໊າບ​ເວິນ - ​ເກົ່າ​ແຢ໋, ​ໂນ້ຍບ່າຍ - ລ່າວ​ກາຍ.

(3) ນະຄອນ​ໂຮ່ຈີ​ມິນ - ລອງ​ແທັ່ງ - ​ເຢົ່າ​​ຢາຍ.

(4) ດາ​ນັ້ງ - ກ໋ວາງ​ງ້າຍ, ຮ່າ​ໂນ້ຍ - ຫານ​ຟ່ອງ, ຫານ​ຟ່ອງ - ຮ້າ​ລອງ.

(5) 90% ຂອງ​ສິນຄ້າ​ສົ່ງ​ອອກ​ແລະນຳ​ເຂົ້າ​ໄດ້​ຜ່ານ​ລະບົບທ່າ​ກຳ​ປັ່ນທະ​ເລ.

(6) ​ໂນ້ຍບ່າຍ, ​ເວິນ​ໂດ່​ນ, ກ໊າດບີ, ຝູບ່າຍ, ດາ​ນັ້ງ, ການ​ແຣງ, ​ເຕິ​ນ​ເຊີນ​ເຍິ໊ດ, ​ເກິ່ນ​ເທີ ​ແລະ ຝູກວັກ.

(7) ດ້ຽນບຽນ, ທໍ້​ຊວັນ, ວິ​ງ, ດົ່ງ​ເຫີຍ, ຈູ​ລາຍ, ຝູ່ກ໊າດ, ຕຸຍ​ຮ່ວາ, ປະ​ເລີຍ​ກູ, ບວນມາ​ທ້ວດ, ລຽນ​ເຄືອງ, ກ່າ​ເມົາ, ​ແຣັກຢ໊າ ​ແລະ ​ໂກນ​ດ໋າວ. ສະ​ເພາະ​ສະໜາມ​ບິນ​ຟານ​ຖ໊ຽດທີ່ກຳລັງກະ​ກຽມ​ການ​ລົງທຶນ.

(8) ເອກະສາ​ນກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ II, ໜ້າ 68.

(9) ​ເປົ້າ​ໝາຍ​ຕາມ​ມະຕິ​ສະບັບ​ເລກທີ 13-NQ/TW, ລົງ​ວັນ 16 ມັງກອນ 2012, ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ 11 ​ແມ່ນ​ເຖິງ​ປີ 2020 ຈະສຳ​ເລັດ​ແລະ​ເປີດນຳ​ໃຊ້​ສາຍ​ທາງ​ດ່ວນ​ທີ່​ມີ​ຄວາມ​ຍາວປະມານ 2.000 ກິ​ໂລ​ແມັດ.

(10) ​ໃນ​ໄລຍະປີ 2016 - 2020, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ພຽງ​ແຕ່​ຈັດຄວາມສົມດຸນ ​ແລະ ຕອບສະໜອງໄດ້ປະມານ 24% ຂອງ​ຄວາມ​ຕ້ອງການ​ຕົວ​ຈິງ​ຂອງການລົງທຶນພັດທະນາ​ໂຄງ​ສ້າງພື້ນຖານຄົມມະນາຄົມ.

(11) ​ເບິ່ງ: “ພາບລວມຂອງຫວຽດນາມ”, https://www.worldbank.org/vi/country/vietnam/overview, ວັນ​ທີ 7 ​ເມສາ 2021

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 978 (​ເດືອນ​ພະຈິກ 2021)