ວ.ກ.ອອນໄລ - ເພື່ອເຮັດໃຫ້ປະເທດກາຍເປັນປະເທດ ອຸດສາຫະກຳ ຕາມທິດທັນສະໄໝໂດຍພື້ນຖານ ໃນປີ 2020 ຄືດັ່ງທີ່ ມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກ ໄດ້ລະບຸໄວ້; ຄວາມຮຽກຮ້ອງຕ້ອງການ ໄດ້ວາງອອກມາຄື ຕ້ອງມີລະບົບທັດສະນະ ແລະ ຈິນຕະນາການໃໝ່ ກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ (ວ-ຕ); ແກ້ “ຂອດປິດຕັນ” ຕ່າງໆ ທີ່ພວມກີດຂວາງຢູ່; ໃຫ້ບຸລິມະສິດ ແລະ ເຕົ້າໂຮມລວມສູນທຸກກຳລັງ ເພື່ອພັດທະນາ ວ-ຕ ໃຫ້ເປັນກຳລັງໝູນ ທີ່ສຳຄັນທີ່ສຸດ ໃນການພັດທະນາ ກຳລັງການຜະລິດທັນສະໄໝ ເພື່ອຍູ້ແຮງຂະບວນວິວັດ ການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ.

ທ່ານ ຫງວຽນກວັນ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ - ຮູບຂອງໜັງສືພິມອອນໄລ: chinhphu.vn

    ໃນພາລະກິດການສ້າງສາ ປົກປັກຮັກສາ ແລະ ພັດທະນາປະເທດ, ພັກເຮົາໄດ້ມີທັດສະນະກຳນົດທິດ ແລະ ຊີ້ນຳ ອັນຖືກຕ້ອງ ກ່ຽວກັບບົດບາບທີ່ຕັ້ງຂອງ ວ-ຕ ມາແຕ່ດົນນານແລ້ວ. ເອກະສານກອງປະຊຸມໃຫຍ່ ຄັ້ງທີ່ III ຂອງພັກ (1960) ໄດ້ກຳນົດວ່າ: ການປະຕິວັດ ວ-ຕ ແມ່ນການປະຕິວັດ ຫຼັກແຫຼ່ງ ໜຶ່ງ. ພາຍຫຼັງທີ່ ປະເທດຊາດ ໄດ້ໂຮມເປັນເອກະພາບແລ້ວ, ເອກະສານ ຂອງບັນດາກອງປະຊຸມໃຫຍ່ ຂອງພັກຄັ້ງທີ IV, V, VI, VII    ກໍ່ໄດ້ກຳນົດຢູ່ສະເໝີວ່າ ວ-ຕ ເປັນຮາກຖານ ແລະ ເປັນກຳລັງໝູນ ຂອງການພັດທະນາເສດຖະກິດ-ສັງຄົມ.  ພິເສດແມ່ນ, ພາຍຫຼັງ 10 ປີ ແຫ່ງການປະຕິບັດ ແນວທາງປ່ຽນແປງໃໝ່ (ປີ 1996), ກອງປະຊຸມ ຄະນະບໍລິຫານງານ ສູນກາງພັກຄັ້ງທີສອງ ສະໄໝທີ VIII ໄດ້ຜ່ານມະຕິວ່າດ້ວຍ: “ທິດທາງຍຸດທະສາດ ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໃນສະໄໝແຫ່ງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ ແລະ ໜ້າທີ່ເຖິງປີ 2000”.  ນີ້ເປັນຄັ້ງທຳອິດທີ່ ວ-ຕ ພ້ອມກັບການສຶກສາ ແລະ ການບຳລຸງສ້າງພະນະກງານ ໄດ້ຖືກຖືເປັນນະໂຍບາຍແຫ່ງຊາດ ອັນດັບໜຶ່ງ ແລະ ຕິດກັບການພັດທະນາ ເສດຖະກິດພູມປັນຍາ.

    ພາຍຫຼັງ 16 ປີແຫ່ງການນຳເອົາມະຕິກອງປະຊຸມສູນກາງພັກຄັ້ງທີ 2 ສະໄໝທີ VIII ເຂົ້າໃນຊີວິດສັງຄົມ, ວ-ຕ ຂອງປະເທດເຮົາ ກໍ່ໄດ້ມີບາດກ້າວອັນຍາວໄກໃນການກໍ່ສ້າງ ແລະ ພັດທະນາກຳລັງຊ້ອນແຝງ, ບັນລຸຜົນງານ ອັນສຳຄັນຫຼາຍຢ່າງ, ປະກອບສ່ວນຢ່າງເໝາະສົມເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົວແປງສະຫວັດດິການສັງຄົມ ແລະ ຍົກສູງຄຸນນະພາບ ຊີວິດການເປັນຢູ່, ປະກອບສ່ວນເຂົ້າໃນການ ນຳເອົາປະເທດເຮົາ ຈາກບ່ອນເປັນປະເທດດ້ອຍພັດທະນາ ກາຍເປັນປະເທດ ທີ່ມີລາຍຮັບປານກາງໃນໄລກ. ພວກເຮົາໄດ້ສຳເລັດໂດຍພື້ນຖານ ການກໍ່ສ້າງຮາກຖານນິຕິທຳ ໃຫ້ແກ່ການເຄື່ອນໄຫວ ວ-ຕ ເຊິ່ງມີລະບົດກົດໝາຍ ທີ່ປະກອບດ້ວຍ 8 ກົດໝາຍສະເພາະຂະແໜງການ, ເລີ່ມຕົ້ນແມ່ນ ກົດໝາຍວິທະຍາສາດ ແລະ ເຕັກໂນໂຢຊີ (ປີ 2000) ແລະ ມ້ວນທ້າຍດ້ວຍກົດໝາຍ ວ່າດ້ວຍການວັດຜອງ (ປີ 2011). ທົ່ວປະເທດມີ 1.600 ກວ່າອົງການຈັດຕັ້ງ ວ-ຕ ທີ່ຂຶ້ນກັບ ໝົດທຸກພາກສ່ວນເສດຖະກິດ, ມີພະນັກງານຄົ້ນຄວ້າອາຊີບ 62.000 ກວ່າຄົນ, ໃນນັ້ນຫຼາຍໝື່ນຄົນ ມີລະດັບປະລິນຍາເອກ ແລະ ປະລິນຍາໂທ. ວົງການນັກວິທະຍາສາດ ຂອງປະເທດເຮົາ ອາດຈະເອກອ້າງທະນົງໃຈ ກ່ຽວກັບບັນດາຜົນງານ ວິທະຍາສາດ ທີ່ໄດ້ປະກອບສ່ວນເຂົ້າໃນການ ນຳເອົາປະເທດຫວຽດນາມ ກາຍເປັນປະເທດສົ່ງອອກເຂົ້າ, ກາເຟ, ໝາກພິກໄທ, ໝາກມ່ວງຫິມມະພານ ອັນດັບໜຶ່ງໃນໂລກ; ການສົ່ງອອກສິນໃນນ້ຳ ກໍ່ນຳໜ້າພາກພື້ນ; ພວກເຮົາໄດ້ອອກແບບ ແລະ ກໍ່ສ້າງດ້ວຍຕົນເອງ ບັນດາໂຮງງານໄຟຟ້ານ້ຳຕົກ ໂຮງງານໄຟຟ້າແລ່ນດ້ວຍເຊື້ອເພີງ ຂະໜາດໃຫຍ່, ໄດ້ປະດິດ ລະບົບເຄື່ອງຍົກຂະໜາດຍັກ, ໄດ້ເປັນເຈົ້າ ເຕັກໂນໂລຊີຕໍ່ກຳປັ່ນບັນທຸກສິນຄ້າ ເປັນແສນໂຕນ ແລະ ຜະລິດ ລະບົບເຄື່ອງຈັກຂຸດເຈາະນ້ຳມັນໃຕ້ດິນ ທີ່ຍົກດ້ວຍຕົນເອງເທິງທະເລເລິກ 90 ແມັດ, ຂຸດຄົ້ນໄດ້ ຢ່າງມີປະສິດທິຜົນ ບັນດາດາວທຽມສື່ສານ ທີ່ມີຊອບແວຮັກສາຄວາມປອດໄພ ຂອງຕາໜ່າງທີ່ໄດ້ນຳໃຊ້ຢູ່ 100 ກວ່າປະເທດ; ສາມາດຮັບປະກັນ ຄວາມຕ້ອງການຂອງຕົນ ດ້ວຍຕົນເອງໄດ້ ກ່ຽວກັບວັກຊີນ ທີ່ໃຊ້ເພື່ອສັກຢາກັນພະຍາດເປີດກວ້າງ, ຜະລິດໄດ້ວັກຊີນກັນ ແລະ ຕ້ານພະຍາດ ໄຂ້ຫວັດສັດປີກ,... ແລະ ພວມຕັ້ງໜ້າກໍ່ສ້າງ ໂຮງງານໄຟຟ້ານິວເຄຍ ທຳອິດຢູ່ພາກພື້ນ. ຫວຽດນາມໄດ້ ເປັນສະມາຊິກຂອງ WTO, APEC, ASEM, ມີຖານະທີ່ຕັ້ງສູງ ໃນເວທີໂລກ. ເຖິງວ່າກຳລັງເສດຖະກິດຊ້ອນແຝງ ຂອງຫວຽດນາມ ຍັງອ່ອນນ້ອຍ, ການລົງທຶນໃຫ້ແກ່ ວ-ຕ ຍັງຢູ່ໃນລະດັບຕ່ຳ ກໍຕາມ ແຕ່ຫວຽດນາມກໍ່ໄດ້ ສ້າງຕັ້ງລະບົບ ວ-ຕ ທີ່ສາມາດຕອບສະໜອງໄດ້ ໂດຍພື້ນຖານ ໃຫ້ແກ່ຄວາມຕ້ອງການຕ່າງໆ ຂອງພື້ນຖານເສດຖະກິດ ໃນຂະບວນວິວັດແຫ່ງການຫັນປ່ຽນ ເປັນເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ປະຕິບັດການ ຫັນເປັນອຸດສາຫິກຳທັນສະໄໝ ເປັນແຕ່ລະກ້າວ.

    ແຕ່ເຖິງຢ່າງໃດກໍຕາມ, ເມື່ອທຽບກັບຈຸດໝາຍແລະໜ້າທີ່ທີ່ໄດ້ວາງອອກມາ, ວ-ຕ ຂອງປະເທດເຮົາກໍ່ຍັງບໍ່ທັນ ຂະຫຍາຍຕົວເໝາະສົມກັບ ຄວາມສາມາດບົ່ມຊ້ອນ ແລະ ທີ່ຕັ້ງຂອງມັນ ທີ່ເປັນນະໂຍບາຍແຫ່ງຊາດອັນດັບໜຶ່ງ, ຍັງບໍ່ທັນກາຍເປັນກຳລັງໝູນ ອັນແທ້ຈີງ ເພື່ອຊຸກຍູ້ຢ່າງແຂງແຮງ ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົນ ແລະ ເພື່ອຜ່ານຜ່າສະພາບລ້າຫຼັງ ທຽບກັບພາກພື້ນ ແລະ ໂລກ. ສະພາບດັ່ງກ່າວນັ້ນ ມີຫຼາຍສາເຫດ ແຕ່ຕົ້ນຕໍແມ່ນ ຍ້ອນອົງການຄຸ້ມຄອງຂັ້ນຕ່າງໆ ຊັກຊ້າໃນການປ່ຽນແປງໃໝ່ ຈິນຕະນາການ, ຍັງບໍ່ທັນຮັບຮູ້ຢ່າງຖືກຕ້ອງ ບົດບາດຂອງ ວ-ຕ ໃນການພັດທະນາ, ໂດຍສະເພາະຢ່າງຍິ່ງແມ່ນ ໃນສະພາບທີ່ຫວຽດນາມ ນັບມື້ນັບເຂົ້າຮ່ວມເລິກໃນອົງການ ການຄ້າໂລກ ຕາມລຳດັບເວລາທີ່ໄດ້ສັນຍາ. ທ່າດີຂອງການເຕີບໂຕ ທີ່ອີງໃສ່ການສົ່ງອອກຊັບພະຍາກອນ, ແຮງງານລາຄາຖືກ ແລະ ການແກ້ໄຂກົນໄກເກົ່າລ້າຫຼັງນັ້ນ ບໍ່ສາມາດເສີມຂະຫຍາຍຄຸນປະໂຫຍດ ໄດ້ອີກ; ສິ່ງແວດລ້ອມແຫ່ງການລົງທຶນ ແລະ ແກ່ງແຍ້ງ ຍັງບໍ່ທັນສະດວກດີ ໃຫ້ແກ່ການພັດທະນາ ວ-ຕ, ແຫຼ່ງກຳລັງຄົນ ກຳລັງຊັບທີ່ ລົງທຶນໃຫ້ແກ່ ວ-ຕ ຍັງຖືກຈຳກັດທີ່ສຸດ; ວຽກງານການຄຸ້ມຄອງລັດ ຕໍ່ກັບການເຄື່ອນໄຫວ ວ-ຕ ຍັງມີຄວາມຂາດຕົກບົກພ່ອງ ຫຼາຍຢ່າງ, ຍັງບໍ່ທັນຕອບສະໜອງໄດ້ ກັບຄວາມຕ້ອງການພັດທະນາຂອງ ວ-ຕ ກໍ່ຄື ຂອງການຫັນປ່ຽນເສດຖະກິດ, ກົນໄກການເງິນຍັງລ້າຫຼັງ ແລະ ຍັງບໍ່ທັນສອດຄ່ອງ ກັບລັກສະນະພິເສດສະເພາະ ຂອງການເຄື່ອນໄຫວ ວ-ຕ; ຍັງບໍ່ທັນມີນະໂຍບາຍເອົາໃຈໃສ່ເປັນສຳຄັນ ເຖິງການນຳໃຊ້ ແລະ ເກຶ້ອກູນ ຢ່າງເໝາະສົມ ຕໍ່ກັບຖັນແຖວພະນັກງານ ວ-ຕ, ພິເສດແມ່ນ ພະນັກງານວິທະຍາສາດ ນຳໜ້າຂະແໜງການ. ບັນຫາທັງໝົດເຫຼົ່ານັ້ນໄດ້ ແລະ ພວມກີດຂວາງການພັດທະນາ ວ-ຕ ຂອງປະເທດເຮົາ.

    ເພື່ອປ່ຽນແປງໃໝ່ຕົວແບບການເຕີບໂຕ, ຈັດຕັ້ງໂຄງປະກອບເສດຖະກິດຄືນໃໝ່ ຕາມທິດຍົກສູງຄຸນນະພາບ, ປະສິດທິຜົນ ແລະ ກຳລັງຄວາມສາມາດແກ່ງແຍ້ງ, ພັດທະນາປະເທດ ຢ່າງໄວ ແລະ ຍືນໂຍງນັ້ນ ແມ່ນບໍ່ມີເສັ້ນທາງອື່ນໃດ ນອກຈາກການທີ່ຕ້ອງນຳໃຊ້ ແລະ ອີງໃສ່ ວ-ຕ, ແຫຼ່ງບຸກຄະລາກອນ ຄຸນນະພາບສູງ ແລະ ພັດທະນາເສດຖະກິດພູມປັນຍາ. ຕ້ອງສຸມໃສ່ 6 ວິທີການແກ້ທີ່ສຳຄັນດັ່ງນີ້:

    1. ເພີ່ມທະວີບົດບາດນຳພາຂອງພັກ ຕໍ່ກັບພາລະກິດການພັດທະນາ ວ-ຕ

    ຄວາມເປັນຈິງໃນໄລຍະເວລາຜ່ານມາໄດ້ໃຫ້ເຫັນວ່າ ມີຫຼາຍແຜນນະໂຍບາຍ, ມະຕິຕົກລົງສຳຄັນ ຂອງພັກ ໄດ້ຮັບການຜັນຂະຫຍາຍຊ້າ ແລະ ເສິມຂະຫຍາຍປະສິດທິຜົນບໍ່ໄດ້ ຍ້ອນຫຼາຍສາເຫດ, ແຕ່ສາເຫດຕົ້ນຕໍ່ ແມ່ນຍ້ອນຄວາມຮັບຮູ້ຂອງຄະນະພັກ ແລະ ອົງການຄຸ້ມຄອງບໍລິຫານຂັ້ນຕ່າງໆ ຍັງບໍ່ທັນຄົບຖ້ວນ, ຊ້ຳບໍ່ໜຳຍັງເບິ່ງເບົາ. ດັ່ງນັ້ນ ຈຶ່ງຕ້ອງຮັບຮູ້ຄືນໃໝ່ ແລະ ຍົກສູງຄວາມຮັບຮູ້ ຂອງຄະນະພັກ ແລະ ອຳນາດການປົກຄອງຂັ້ນຕ່າງໆ ກ່ຽວກັບບົດບາດທີ່ຕັ້ງຂອງ ວ-ຕ ໃນພາລະກິດ ການຫັນປະເທດ ເປັນປະເທດອຸດສາຫະກຳທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ. ພັດທະນາ ວ-ຕ ເປັນໜ້າທີ່ການເມືອງ ຈຸດໜັກໃຈກາງໜຶ່ງ ຂອງບັນດາຄະນະພັກ ແລະ ອຳນາດການປົກຄອງທຸກຂັ້ນ.

    2. ສືບຕໍ່ປ່ຽນແປງໃໝ່ການຈັດຕັ້ງ, ກົນໄກຄຸ້ມຄອງ, ກົນໄກເຄື່ອນໄຫວ ວ-ຕ ຢ່າງແຂງແຮງ ແລະ ຄົບຊຸດ

    - ທາງດ້ານການຈັດຕັ້ງ, ສືບຕໍ່ປະຕິບັດດຳລັດໝາຍເລກ115/2005/NĐ-CP ວ່າດ້ວຍ ກົນໄກເປັນເຈົ້າຕົນເອງ, ຮັບຜິດຊອບດ້ວຍຕົນເອງ ຂອງບັນດາອົງການຈັດຕັ້ງ ວ-ຕ ຂອງລັດ, ແລະ ດຳລັດໝາຍເລກ 80/2007/NĐ-CP  ວ່າດ້ວຍວິສາຫະກິດ ວ-ຕ, ພ້ອມກັນນັ້ນ ກໍ່ວາງແຜນກຳນົດ, ສັບຊ້ອນ ລະບົບອົງການຈັດຕັ້ງ ວ-ຕ ຄືນໃໝ່, ຮັບປະກັນຄວາມສົມເຫດສົມຜົນ, ມີຈຸດໜັກໃຈກາງ, ຍົກສູງກຳລັງຄວາມສາມາດ ແລະ ປະສິດທິຜົນໃນການເຄື່ອນໄຫວ ສອດຄ່ອງກັບບັນດາຈຸດໝາຍ ແລະ ທິດທາງໜ້າທີ່ ພັດທະນາ ວ-ຕ ໃນແຕ່ລະໄລຍະ.

    - ກ່ຽວກັບການປ່ຽນແປງໃໝ່ກົນໄກຄຸ້ມຄອງ, ແບບວິທີການລົງທຶນ ແລະ ກົນໄກການເງິນ. ຕ້ອງປ່ຽນແປງໃໝ່ ຢ່າງຄົບຊຸດ ກົນໄກຄຸ້ມຄອງໜ້າທີ່ ວ-ຕ ຕາມລະບຽບການ ແລະ ມາດຕະຖານ ບັນທັດຖານສາກົນ ນັບແຕ່ຂອດກຳນົດໜ້າທີ່, ຈັດຕັ້ງປະຕິບັດ ຈົນເຖິງການຕີລາຄາ, ກວດຮັບຮອງ ແລະ ຕິດຕາມພາຍຫຼັງການກວດຮັບຮອງ.

    ຄ້າຍຄືແນວນັ້ນ, ຕ້ອງມອບສິດອຳນາດໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນການດັດສົມ ອັດຕາສ່ວນຈັດແບ່ງງົບປະມານ ວ-ຕ ຕາມຫຼັກການ ສ້າງແຜນງົບປະມານ ວ-ຕ ສູນກາງ ແລະ ທ້ອງຖິ່ນ ຕ້ອງອີງໃສ່ໝາກຜົນ ແລະ ປະສິດທິຜົນການນຳໃຊ້ງົບປະມານ. ຄວນລົບລ້າງສະພາບການທີ່ວ່າ ທ້ອງຖິ່ນທີ່ນຳໃຊ້ງົບປະມານບໍ່ຖືກຕ້ອງຕາມຈຸດປະສົງ ຫຼືບໍ່ມີໂຄງການນຳໃຊ້ງົບປະມານ ວ-ຕ ແຕ່ສູນກາງ ພັດບໍ່ສາມາດດັດສົມ ເອົາໄປໃຫ້ທ້ອງຖິ່ນທີ່ຕ້ອງການງົບປະມານ ແລະ ມີໂຄງການພ້ອມແລ້ວ. ຕ້ອງເຮັດໄດ້ຄືແນວນັ້ນ ຈຶ່ງຜ່ານພົ້ນໄດ້ສະພາບການລົງທຶນ ຢ່າງກະແຈກກະຈ່າຍ, ບໍ່ຖືກກັບຈຸດປະສົງ, ບໍ່ມີປະສິດທິຜົນ.

    ມີຈຸດໃໝ່ຈຳນວນໜຶ່ງໃນແບບວິທີສ້າງ ແລະ ປະຕິບັດໜ້າທີ່ ວ-ຕ ດັ່ງນີ້: ຫັນປ່ຽນຢ່າງແຂງແຮງ ໄປສູ່ການປະຕິບັດກົນໄກສັ່ງສິນຄ້າ ທີ່ຕິດກັບຄວາມຮັບຜິດຊອບ ໃນການນຳໃຊ້ໝາກຜົນ ເພື່ອຮັບໃຊ້ໃຫ້ແກ່ ການສ້າງສາພັດທະນາປະເທດ. ໝູນໃຊ້ກົນໄກເໝົາຄ່າໃຊ້ຈ່າຍ ຈົນເຖິງຜະລິດຕະພັນ ວ-ຕ ສຸດທ້າຍ ບົນພື້ນຖານສັ່ງສິນຄ້າ, ຄັດເລືອກໂດຍຜ່ານການແກ່ງແຍ້ງ, ຮັບປະກັນລັກສະນະປະຕິບັດໄດ້ດີ ແລະ ມີປະສິດທິຜົນເສດຖະກິດ-ສັງຄົມ.

    - ກ່ຽວກັບການວາງແຜນພັດທະນາຖັນແຖວປັນຍາຊົນ, ປ່ຽນແປງໃໝ່ກົນໄກ ນະໂຍບາຍຈັດຕັ້ງ, ນຳໃຊ້ ແລະ ເອົາໃຈໃສ່ເປັນສຳຄັນ ເຖິງພະນັກງານ ວ-ຕ, ຕ້ອງມີນະໂຍບາຍກໍ່ສ້າງ ບຳລຸງ ນຳໃຊ້ ເກື້ອກຸນ ແລະ ສະແດງຄວາມເຄົາລົບໃຫ້ກຽດສັກສີ ແກ່ຖັນແຖວປັນຍາຊົນ ວ-ຕ, ເປັນຕົ້ນແມ່ນ ນະໂຍບາຍ ນຳໃຊ້ເປັນພິເສດ ຕໍ່ພະນັກງານ ວ-ຕ 3 ຫຍ່ອມຄື: ພະນັກງານ ວ-ຕ ນຳໜ້າຂະແໜງການ, ພະນັກງານ ວ-ຕ ໄດ້ຖືກມອບໝາຍໃຫ້ຮັບຜິດຊອບໜ້າທີ່ແຫ່ງຊາດ, ພະນັກງານ ວ-ຕ ໜຸ່ມທີ່ເກັ່ງກ້າສາມາດ.

    3. ຜັນຂະຫຍາຍບັນດາທິດທາງໜ້າທີ່ ວ-ຕ ທີ່ມີການກະທົບໃຫຍ່ຫຼວງ ແລະ ປະກອບສ່ວນອັນຕັດສິນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມໝັ້ນຄົງຂອງຊາດ.

    - ກ່ຽວກັບການເພີ່ມທະວີການຄົ້ນຄວ້າພື້ນຖານ, ຄົ້ນຄວ້າຮັບໃຊ້ການວາງແນວທາງ, ນະໂຍບາຍ, ການປ້ອງກັນປະເທດ, ຮັກສາຄວາມສະຫງົບ ແລະ ຮັບໃຊ້ຈຸດປະສົງສາທາລະນະ. ຕ້ອງເອົາໃຈໃສ່ຢ່າງເໝາະສົມ ເຖິງການຄົ້ນຄວ້າພື້ນຖານທີ່ມີຈຸດໜັກ, ໃຫ້ບຸລິມະສິດແກ່ຂົງເຂດ ວິທະຍາສາດທຳມະຊາດຈຳນວນໜຶ່ງ ທີ່ຫວຽດນາມມີທ່າດີ, ມອບໜ້າທີ່ໃຫ້ວິທະຍາສາດສັງຄົມ ແລະ ມະນຸດສາດ ສຸມໃສ່ສະຫລຸບສັງລວມພຶດຕິກຳ ກ່ຽວກັບຂະບວນວິວັດການປ່ຽນແປງໃໝ່ ແລະ ພັດທະນາປະເທດ, ຄົ້ນຄວ້າທິດສະດີ, ຄາດຄະເນທ່າອ່ຽງການພັດທະນາ, ສະໜອງເຫດຜົນ ຫຼັກຖານ ເພື່ອຮັບໃຊ້ໃຫ້ແກ່ ການວາງແນວທາງ, ນະໂຍບາຍພັດທະນາ ແລະ ປົກປັກຮັກສາປະເທດໃນໄລຍະໃໝ່.

    - ກ່ຽວກັບການໃຫ້ບຸລິມະສິດແກ່ການພັດທະນາເຕັກໂນໂລຊີທັນສະໄໝ, ເຕັກໂນໂລຊີສູງ, ເຕັກໂນໂລຊີ ລະຫວ່າງຂະແໜງ ເພື່ອເປັນໄມ້ງັດໃຫ້ແກ່ການຫັນເປັນອຸດສາຫະກຳທັນສະໄໝ ຕໍ່ຂະແໜງການ ແລະ  ຂົງເຂດຕ່າງໆ. ຕ້ອງຍູ້ແຮງການພັດທະນາສອງຂົງເຂດ ທີ່ຫວຽດນາມມີທ່າແຮງ, ໄດ້ຮັບຜົນງານ ທີ່ສຳຄັນຫຼາຍຢ່າງ ແລະ ມີຄວາມສຳຄັນຍຸດທະສາດ, ນັ້ນແມ່ນເຕັກໂນໂລຊີສື່ສານ(ຊອບແວຮັກສາຄວາມປອດໄພຕາໜ່າງ, ຊອບແວ ປະຢຸກໃຊ້ໃນອຸດສາຫະກຳ, ເຕັກໂນໂລຊີດິຈີຕອນ, ລວບລວມ ແລະ ຂຸດຄົ້ນຂໍ້ມູນຂ່າວສານດາວທຽມ,..) ແລະ ເຕັກໂນໂລຊີຊີວະສາດ ທີ່ຮັບໃຊ້ໃຫ້ແກ່ການກະເສດ ແລະ ສາທາລະນະສຸກ. ພ້ອມກັນນັ້ນ ກໍ່ສືບຕໍ່ພັດທະນາ ບັນດາເຕັກໂນໂລຊີອຸປະກອນໃໝ່, ເຕັກໂນໂລຊີປະດິດເຄື່ອງຈັກ - ອັດຕະໂນມັດ, ເຕັກໂນໂລຊີສິ່ງແວດລ້ອມ, ເຕັກໂນໂລຊີພະລັງງານໃໝ່, ເຕັກໂນໂລຊີອາວະກາດ.   

    4. ເພີ່ມທະວິກຳລັງຊ້ອນແຝງ ວ-ຕ ແຫ່ງຊາດ

    ນອກຈາກການພັດທະນາແຫຼ່ງບຸກຄະລາກອນລະດັບສູງແລ້ວ ຍັງຕ້ອງສຸມໃສ່ລົງທຶນ ພັດທະນາສະຖາບັນ ວ-ຕ, ມະຫາວິທະຍາໄລ ຈຳນວນໜຶ່ງ ທີ່ມີກຳລັງຄວາມສາມາດຄົ້ນຄວ້າແຂງແຮງ ຕາມຕົວແບບທັນສະໄໝ ຂອງໂລກ. ນຳເອົາສາມເຂດເຕັກໂນໂລຊີສູງແຫ່ງຊາດ ຢູ່ ຮ່າໂນ້ຍ, ນະຄອນໂຮຈີມິນ ແລະ ດານັງ ເຂົ້າເຄື່ອນໄຫວ ໂດຍໄວ ແລະ ມີປະສິດທິຜົນ, ພ້ອມກັນນັ້ນກໍ່ຂຶ້ນແຜນກຳນົດ ບັນດາເຂດກະສິກຳ ປະຢຸກໃຊ້ເຕັກໂນໂລຊີສູງ, ເຂດເຕັກໂນໂລຊີລວມສູນ ຂອງທ້ອງຖິ່ນ, ສືບຕໍ່ລົງທຶນໃຫ້ແກ່ ບັນດາຫ້ອງທົດລອງຈຸດໜັກແຫ່ງຊາດ, ຫ້ອງທົດລອງສະເພາະຂະແໜງ, ບັນດາສູນສື່ສານ ແລະ ສະຖິຕິ ວ-ຕ, ຫໍພິພິດຕະພັນ ວ-ຕ.

    5. ພັດທະນາຕະຫຼາດ ວ-ຕ

   ຕະຫຼາດ ວ-ຕ ກຳເນີດຂຶ້ນມາຊ້າກວ່າຕະຫຼາດອື່ນໆ, ດັ່ງນັ້ນ ຈຶ່ງຕ້ອງການເຖິງການລົງທຶນໃນເບື້ອງຕົ້ນ ຂອງລັດໃຫ້ແກ່ ລະບົບບັນດາອົງການຈັດຕັ້ງບໍລິການເຕັກນິກ, ເປັນສື່ກາງ, ມອບໂອນ, ທີ່ປຶກສາ, ຕີລາຄາ ແລະ ກຳນົດລາຄາເຕັກໂນໂລຊີ, ສ້າງບັນດາຕະຫຼາດ ວ-ຕ ແຫ່ງຊາດຢູ່ ຮ່າໂນ້ຍ, ນະຄອນໂຮຈີມິນ, ດານັງ ທີ່ເຊື່ອມຕໍ່ກັບ ລະບົບບັນດາສູນປະຢຸກໃຊ້ ແລະ ມອບໂອນເຕັກໂນໂລຊີ ຂອງບັນດາແຂວງ, ນະຄອນຕ່າງໆ ແລະ ເຊື່ອມຕໍ່ກັບ ບັນດາຕະຫຼາດເຕັກໂນໂລຊີຢູ່ພາກພື້ນ ແລະ ໃນໂລກ.

    6. ຮ່ວມມື ແລະ ເຊື່ອມໂຍງເຂົ້າກັບສາກົນທາງດ້ານ ວ-ຕ

    ຫວຽດນາມໄດ້ກາຍເປັນສະມາຊິກ WTO, ມີການພົວພັນຮ່ວມມືທາງດ້ານ ວ-ຕ ກັບ 80 ກວ່າປະເທດ, ເພາະສະນັ້ນ ຕ້ອງກຳນົດແຈ້ງຄູ່ຮ່ວມມືຍຸດທະສາດ ໃນການຮ່ວມມືຄົ້ນຄວ້າລວມ ແລະ ບໍລິເວນຈຸດໜັກ ທີ່ມີເຕັກໂນໂລຊີບໍ່ເກີດ ເຊິ່ງຕ້ອງການຂຸດຄົ້ນ, ມອບໂອນ, ຜັນຂະຫຍາຍການຮ່ວມມື ວ-ຕ ລະດັບຊາດ ກັບບັນດາປະເທດທີ່ແຂງແຮງດ້ານ ວ-ຕ ທີ່ເປັນຄູ່ຮ່ວມມືຍຸດທະສາດ ຂອງຫວຽດນາມ. ເສີມຂະຫຍາຍ ຄຸນປະໂຫຍດຂອງຕາໜ່າງຜູ້ຕາງໜ້າ ວ-ຕ ຫວຽດນາມຢູ່ 17 ບໍລິເວນທີ່ສຳຄັນໃນ 12 ປະເທດຈະເລີນພັດທະນາ.

    ກໍ່ຮ່າງສ້າງຮູບສູນຄົ້ນຄວ້າທີ່ດີເດັ່ນ ຈຳນວນໜຶ່ງ ບົນພື້ນຖານການຮ່ວມມືໄລຍະຍາວນານ ລະຫວ່າງ ບັນດາອົງການຈັດຕັ້ງ ຄົ້ນຄວ້າ ວ-ຕ ຂອງຫວຽດນາມ ກັບຕ່າງປະເທດ. ສືບຕໍ່ປົວແປງລະບົບນະໂຍບາຍ ໃຫ້ສົມບູນ, ເປັນຕົ້ນແມ່ນກ່ຽວກັບການລົງທຶນ, ທີ່ດິນ, ພື້ນຖານໂຄງລ່າງ, ລະບຽບການບໍລິຫານ ເພື່ອດຶງດູດ ນັກຊ່ຽວຊານ, ນັກວິທະຍາສາດຫວຽດນາມ ຢູ່ຕ່າງປະເທດ ໃຫ້ເຂົ້າຮ່ວມການເຄື່ອນໄຫວ ວ-ຕ ຢູ່ຫວຽດນາມ.

    ບົບບາດຂອງ ວ-ຕ ໃນພື້ນຖານເສດຖະກິດພູມປັນຍາ ແມ່ນປັດໃຈຕັດສິນ, ເພາະສະນັ້ນ ຈຶ່ງຕ້ອງປ່ຽນແປງໃໝ່ ຈິນຕະນາການຢ່າງແຂງແຮງ ໃນທົ່ວທັງລະບົບການເມືອງ ເພື່ອຊຸກຍູ້ໃຫ້ ວ-ຕ ຂອງປະເທດພັດທະນາ, ປະກອບສ່ວນຕັດສິນ ຜົນສຳເລັດຂອງພາລະກິດການຫັນເປັນອຸດສາຫະກຳ ທັນສະໄໝ ແລະ ສ້າງສາພັດທະນາປະເທດຢ່າງໄວ ແລະ ຍືນຍົງ, ຮັກສາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ເອກະລາດ, ອຳນາດອະທິປະໄຕແຫ່ງຊາດ ໄວ້ຢ່າງໝັ້ນຄົງ./.