ຍູ້ແຮງການຈັດວາງ ໂຄງປະກອບຂະແໜງການກະສິກຳ ຄືນໃໝ່, ປະກອບສ່ວນຍົກສູງກຳລັງແຮງແຂ່ງຂັນ ຂອງກະສິກຳຫວຽດນາມ*
ວກ - ຍົກສູງກຳລັງແຮງແຂ່ງຂັນຂອງຂະແໜງການກະສິກຳຫວຽດນາມ ໄດ້ກາຍເປັນໜ້າທີ່ໜຶ່ງທີ່ຮີບດ່ວນ ແລະຍາວນານ, ປະກອບສ່ວນກໍ່ສ້າງລະບົບກະສິກຳຜະລິດສິນຄ້າໃຫຍ່ ແລະ ເຄື່ອງໝາຍການຄ້າແຫ່ງຊາດທີ່ແຂງແຮງ ໃນຕະຫຼາດຜະລິດຕະພັນກະສິກຳໂລກ, ດັ່ງນັ້ນ, ຕ້ອງປະຕິບັດຢ່າງຄົບຊຸດຫຼາຍວິທີແກ້ໄຂ, ໃນນັ້ນ ບຸລິມະສິດແລະສຸມໃສ່ຍູ້ແຮງການໝູນໃຊ້ວິທະຍາສາດ - ເຕັດໂນໂລຊີ ແລະ ຈັດຕັ້ງການຜະລິດຄືນໃໝ່, ສ້າງການບຸກທະລຸໃນການຈັດວາງໂຄງປະກອບຂະແໜງການຄືນໃໝ່.
ພາບປະກອບ (ພາບ: TTXVN)
ຄວາມຈຳເປັນຕ້ອງຈັດວາງໂຄງປະກອບຂະແໜງການກະສິກຳຄືນໃໝ່.
ໃນເວລາທີ່ຜ່ານມາ, ພັກແລະລັດຫວຽດນາມໄດ້ເອົາໃຈໃສ່ເຖິງກະສິກຳຢ່າງເປັນປະຈຳ, ໄດ້ມີຫຼາຍແຜນນະໂຍບາຍ, ນະໂຍບາຍຊຸກຍູ້ໃຫ້ກະສິກຳຂະຫຍາຍຕົວ. ມະຕິກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X ວ່າດ້ວຍກະສິກຳ ຊາວນາ ຊົນນະບົດ ໄດ້ກຳນົດວ່າ ການຫັນກະສິກຳ ຊົນນະບົດເປັນອຸດສາຫະກຳທັນສະໄໝ ແມ່ນໜ້າທີ່ສຳຄັນອັນດັບໜຶ່ງ ຂອງວິວັດການຫັນປະເທດຊາດເປັນອຸດສາຫະກຳທັນສະໄໝ. ຍ້ອມປະຕິບັດຕາມແຜນນະໂຍບາຍຂອງພັກ ແລະ ໄດ້ຮັບຄວາມເອົາໃຈໃສ່ ຄວາມຕັ້ງໜ້າພະຍາຍາມຂອງບັນດາຂັ້ນ ຂະແໜງການ ແລະ ກຳລັງຊາວນາ ດັ່ງນັ້ນ ກະສິກຳຈຶ່ງຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍລະດັບຄວາມເຕີບໂຕໄວພໍຄວນ. ປະລິມານຜະລິດຕະພັນຫຼາຍປະເພດເພີ່ມຂຶ້ນຫຼາຍ, ຄຸນະພາບໄດ້ຮັບການປົວແປງ, ການຈັດຕັ້ງຜະລິດໄດ້ຮັບການປ່ຽນແປງໃໝ່ ມີປະສິດທະຜົນສູງກວ່າເກົ່າ, ໂຄງສ້າງພື້ນຖານໄດ້ຮັບການປົວແປງໃຫ້ດີຂຶ້ນ, ລະດັບວິທະຍາສາດເຕັກນິກນັບມື້ນັບໄດ້ຍົກສູງ. ການຜະລິດກະສິກຳບໍ່ພຽງແຕ່ຕອບສະໜອງໄດ້ຢ່າງພຽງພໍຕໍ່ຄວາມຕ້ອງການຊົນໃຊ້ໃນປະເທດ ແລະ ຮັບປະກັນຄວາມສະຫງົບດ້ານສະບຽງແຫ່ງຊາດໄດ້ຢ່າງໝັ້ນຄົງເທົ່ານັ້ນ ແຕ່ຍັງໄດ້ສ້າງເງື່ອນໄຂສົ່ງນອກຜະລິດຕະພັນກະສິກຳຫຼາຍປະເພດດ້ວຍປະລິມານນັບມື້ນັບຫຼາຍອີກນຳ, ເຮັດໃຫ້ຫວຽດນາມກາຍເປັນປະເທດຂາຍສົ່ງນອກຜະລິດຕະພັນກະສິກຳຂະໜາດໃຫຍ່ໃນໂລກ. ກະສິກຳຂະຫຍາຍຕົວໄດ້ປະກອບສ່ວນອັນສຳຄັນເຂົ້າໃນການແກ້ໄຂວຽກເຮັດງານທຳ, ເພີ່ມລາຍຮັບລາຍໄດ້ໃຫ້ຊາວນາ, ຊ່ວຍໜູນໃຫ້ແກ່ການລົບລ້າງຄວາມທຸກຍາກຢູ່ຊົນນະບົດ.
ແຕ່ວ່າ, ກະສິກຳຫວຽດນາມກໍ່ມີຂໍ້ຈຳກັດສິ່ງຄົງຄ້າງຫຼາຍຢ່າງ ແລະ ຕ້ອງປະຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ກ່ອນອື່ນແມ່ນລະດັບຄວາມເຕີບໂຕມີທ່າອຽງຕ່ຳລົງ ແລະ ບໍ່ໝັ້ນຖ່ຽງ; ຄວາມສາມາດແຂ່ງຂັນຂອງຜະລິດຕະພັນກະສິກຳຫຼາຍປະເພດຍັງຕ່ຳ, ຄຸນນະພາບ ປະສິດທິຜົນຍັງບໍ່ທັນສູງ, ໃນເວລານັ້ນ ການແຂ່ງຂັນສາກົນນັບມື້ນັບຂຸ້ນຂ້ຽວກວ່າເກົ່າ. ດ້ານອື່ນ, ເງື່ອນໄຂຂະຫຍາຍກະສິກຳກໍ່ໄດ້ມີການປ່ຽນແປງຫຼາຍແລ້ວ. ຢູ່ໃນປະເທດ, ຜູ້ບໍລິໂພກໄດ້ເອົາໃຈໃສ່ເຖິງຄຸນນະພາບ ອະນາໄມຄວາມປອດໄພຂອງສະບຽງອາຫານຫຼາຍກວ່າແຕ່ກ່ອນ; ກະສິກຳໄດ້ຫັນປ່ຽນຢ່າງແຮງມາສູ່ການຜະລິດເປັນສິນຄ້າ ແລະ ຕ້ອງແກ່ງແຍ້ງສາກົນນັບມື້ນັບຂຸ້ນຂ້ຽວ; ເນື້ອທີ່ດິນໃຊ້ເຮັດການກະເສດນັບມື້ນັບຫລຸດລົງ, ການແກ່ງແຍ້ງກັນດ້ານແຫຼ່ງພະລັງຕ່າງໆກໍ່ເພີ່ມຂຶ້ນ; ການປ່ຽນແປງດິນຟ້າອາກາດເຮັດໃຫ້ສິ່ງແວດລ້ອມແຫ່ງການຜະລິດກະສິກຳມີການປ່ຽນແປງຢ່າງສັບສົນ.
ໃນສະພາບການດັ່ງກ່າວນັ້ນ, ຂະແໜງການກະສິກຳຈະສາມາດປະຕິບັດບັນດາຈຸດໝາຍ, ໜ້າທີ່ອັນໃຫຍ່ຫຼວງທີ່ພັກ ລັດຖະບານວາງອອກມາ ແລະ ແຂ່ງຂັນຢ່າງສຳເລັດຜົນໃນຕະຫຼາດພາຍໃນ ແລະຕະຫຼາດໂລກໄດ້ ກໍ່ຕໍ່ເມື່ອມັນໄດ້ມີການປ່ຽນແປງຢ່າງແຂງແຮງ ນັບແຕ່ວິທິເຂົ້າເຖິງບັນຫາ ແລະ ບັນດາວິທີແກ້ໄຂການພັດທະນາ, ຫຼືເວົ້າຢ່າງອື່ນແມ່ນຕ້ອງການຈັດວາງໂຄງປະກອບຂະແໜງການຄືນໃໝ່.
ເລີ່ມຈາດເຫດຜົນຕ່າງໆເທິງນີ້ ແລະ ປະຕິບັດແຜນນະໂຍບາຍ “ປ່ຽນແປງໃໝ່ຕົວແບບເຕີບໂຕເສດຖະກິດ ແລະ ຈັດວາງໂຄງປະກອບເສດປະກິດຄືນໃໝ່” ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ສ້າງ ແລະ ຍື່ນສະເໜີໃຫ້ນາຍົກລັດຖະມົນຕີຜ່ານອະນຸມັດໂຄງການ “ຈັດວາງໂຄງປະກອບຂະແໜງການກະສິກຳ ຕາມທິດຍົກສູງຄຸນຄ່າເພີ່ມເຕີມ ແລະ ການພັດທະນາແບບຍືນຍົງ” ໃນມະຕິຕົກລົງສະບັບທີ 899/QĐ-TTg ລົງວັນທີ 10 ມິຖຸນາ 2013. ຈຸດໝາຍລວມແມ່ນພັດທະນາກະສິກຳແບບຍືນຍົງ ທາງດ້ານເສດຖະກິດ ສັງຄົມ ແລະ ສິ່ງແວດລ້ອມ; ຫັນປ່ຽນຢ່າງແຂງແຮງຈາກການພັດທະນາຕາມລວງກວ້າງ ມາສູ່ການພັດທະນາຕາມລວງເລິກ ຍົກສູງຄຸນນະພາບ ຄຸນຄ່າເພີ່ມເຕີມ ແລະ ປະສິດທິຜົນ ໂດຍສະແດງອອກເປັນຄຸນຄ່າ ແລະ ຜົນກຳໄລ; ຜະສິດສິນຄ້າທີ່ມີຄຸນນະພາບ ມີຄຸນຄ່າ, ຕອບສະໜອງໄດ້ກັບຄວາມຕ້ອງການນັບມື້ນັບສູງຂອງຜູ້ບໍລິໂພກໃນປະເທດ ແລະ ມີກຳລັງພຽງພໍເພື່ອແຂ່ງຂັນໃນຕະຫຼາດໂລກ.
ເພື່ອຜັນຂະຫຍາຍປະຕິບັດມະຕິຕົກລົງສະບັບທີ 899/QĐ-TTg, ກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ຊີ້ນຳການກໍ່ສ້າງ ແລະ ຜັນຂະຫຍາຍປະຕິບັດ 12 ແຜນງານ ຊຶ່ງເປັນການຫັນແຜນນະໂຍບາຍຈັດວາງໂຄງປະກອບຂະແໜງການຄືນໃໝ່ໃຫ້ເປັນອັນລະອຽດໃນບັນດາຂົງເຂດ (ປູກຝັງ, ລ້ຽງສັດ, ການປ່າໄມ້, ຂະແໜງສິນໃນນ້ຳ, ປຸງແຕ່ງຜະລິດຕະພັນກະສິກຳ ປ່າໄມ້ ສິນໃນນ້ຳ, ຊົນລະປະທານ) ແລະ ບັນດາວິທີແກ້ຕົ້ນຕໍທີ່ສອດຮ້ອຍຕະຫຼອດ (ປ່ຽນແປງໃໝ່ກົນໄກນະໂຍບາຍ; ຈັດວາງຄືນໃໝ່ໂຄງປະກອບການລົງທຶນພາກລັດ; ຂະຫຍາຍການຄົ້ນຄວ້າ ແລະ ມອບໂອນວິທະຍາສາດ ເຕັກນິກ; ຈັດຕັ້ງການຜະລິດຄືນໃໝ່; ກໍ່ສ້າງແຫຼ່ງກຳລັງຄົນ; ເພີ່ມທະວີຄວາມສາມາດ ຄວາມສັກສິດ ແລະ ປະສິດທິຜົນຂອງການຄຸ້ມຄອງລັດ).
ກະຊວງໄດ້ ແລະ ພວມເປັນທີ່ປຶກສາເພື່ອໃຫ້ລັດຖະບານປະກາດໃຊ້ນະໂຍບາຍອັນສຳຄັນຫຼາຍສະບັບກ່ຽວກັບການຄຸ້ມຄອງດິນນາປູກເຂົ້າ, ຂະຫຍາຍການລ້ຽງສັດແບບຄອບຄົວຊາວນາ, ຂະຫຍາຍສິນໃນນ້ຳ, ປົກປັກຮັກສາ ແລະ ຂະຫຍາຍປ່າໄມ້ ຕິດກັບການຊ່ວຍເຫຼືອລົບລ້າງຄວາມທຸກຍາກໃຫ້ພີ່ນ້ອງຊົນເຜົ່າສ່ວນນ້ອຍ; ຍູ້ແຮງການນຳໃຊ້ເຄື່ອງຈັກ ແລະ ຫລຸດຜ່ອນຄວາມເສຍຫາຍພາຍຫຼັງເກັບກ່ຽວ, ປ່ຽນແປງໃໝ່ນິຄົມກະເສດ ນິຄົມປ່າໄມ້ແຫ່ງລັດ, ຂະຫຍາຍສະຫະກອນ, ຮ່ວມສຳພັນໃນການກະເສດ.
ກະຊວງກໍ່ໄດ້ມີຄຳສັ່ງ, ມີແຜນງານ ແລະ ຈັດຕັ້ງກອງປະຊຸມຫຼາຍຄັ້ງ ເພື່ອຜັນຂະຫຍາຍລົງສູ່ທ້ອງຖິ່ນຕ່າງໆ. ໃນຕໍ່ໜ້າ, ບັນດາທ້ອງຖິ່ນສ່ວນຫຼາຍໄດ້ ແລະ ພວມວາງໂຄງການ, ແຜນງານການກະທຳອັນລະອຽດ. ຫຼາຍທ້ອງຖິ່ນໄດ້ເລືອກເອົາຕົ້ນປູກ, ສັດລ້ຽງ, ຂົງເຂດບຸລິມະສິດສ້າງເປັນໂຄງການ, ແຜນງານອັນລະອຽດເພື່ອຈະຜັນຂະຫຍາຍປະຕິບັດໃນພາກຕົວຈິງ.
ຜົນສຳເລັດຂອງການຈັດວາງໂຄງປະກອບຂະແໜງກາກະສິກຳຄືນໃໝ່
ພາຍຫຼັງການປະຕິບັດໂຄງການຈັດວາງໂຄງປະກອບຂະແໜງການກະສິກຳຄືນໃໝ່ເປັນເວລາກວ່າໜຶ່ງປີ, ໂຄງປະກອບບັນດາຂະແໜງການຜະລິດກະສິກຳໄດ້ຮັບການດັດສົມຕາມທິດ ເສີມຂະຫຍາຍທ່າດີຂອງຜະລິດຕະພັນຕົ້ນຕໍ່ແຕ່ລະປະເພດ, ຂອງແຕ່ລະທ້ອງຖິ່ນ, ຂອງທົ່ວປະເທດ ແລະ ຜະລິດຕິດກັບຕະຫຼາດເປັນແຕ່ລະກ້າວ ເພື່ອຍົກສູງຄວາມສາມາດແຂ່ງຂັນຂອງກະສິກຳຫວຽດນາມ. ລະອຽດຄືດັ່ງນີ້:
ທີໜຶ່ງ, ການຜະລິດກະສິກຳຮັກສາໄດ້ລະດັບຄວາມເຕີບໂຕສູງ, ຄຸນນະພາບການເຕີບໂຕໄດ້ຮັບການປົວແປງ, ໂຄງປະກອບຕົ້ນປູກ ສັດລ້ຽງຫັນປ່ຽນຕາມທິດກ້າວໜ້າ. ປີ 2014, ມູນຄ່າການຜະລິດກະສິກຳ ປ່າໄມ້ ສິນໃນນ້ຳເພີ່ນຂຶ້ນ 3,9%, ຄຸນຄ່າສ່ວນເຫຼືອເພີ່ມ 3,49%, ສູງກວ່າປີ 2013 (ທຽບເທົ່າ 3% ແລະ 2,67%); ປະລິມານການຜະລິດກະເສດຕະພັນທີ່ມີຕະຫຼາດສະດວກດີເກືອບທຸກປະເພດ ລ້ວນແຕ່ເພີ່ມຂຶ້ນຢ່າງໄວເຊັ່ນ ກຸ້ງເພີ່ມຂຶ້ນ 20%, ກາແຟເພີ່ມ 5,2%, ເນື້ອສັດລ້ຽງປະເພດຕ່າງໆເພີ່ມ 2,7%, ນ້ຳນົມເພີ່ມ 15,6%, ໄຂ່ເພີ່ມ 3,8%. ດ້ານອື່ນ, ຄຸນນະພາບການເຕີບໂຕໄດ້ຮັບການປົວແປງດີຂຶ້ນ, ອັດຕາສ່ວນຄຸນຄ່າສ່ວນເຫຼືອໃນຍອດມູນຄ່າການຜະລິດຂອງຂະແໜງການກໍ່ເພີ່ມຂຶ້ນ ແຕ່ 63,9% (ປີ 2012) ຂຶ້ນເປັນ 67,8% (ປີ 2014).
ທີສອງ, ການໝູນໃຊ້ວິທະຍາສາດເຕັກນິກໄດ້ຮັບການຍູ້ແຮງ; ການເຊື່ອມຕໍ່ຕາມພວງພະນັງໄດ້ຮັບການປະຕິບັດສອດຄ່ອງກັບເງື່ອນໄຂການຜະລິດຂອງແຕ່ລະເຂດ ແລະ ທ້ອງຖິ່ນ ເພື່ອຍົກສູງຄຸນຄ່າຂອງຜະລິດຕະພັນ; ວຽກງານຄຸ້ມຄອງຄຸນະພາບຂອງວັດຖຸອຸປະກອນການກະເສດ, ການຮັກສາອະນາໄມຄວາມປອດໄພຂອງສະບຽງອາຫານ ໄດ້ຮັບຄວາມເອົາໃຈໃສ່ເປັນສຳຄັນ. ອາໃສສິ່ງດັ່ງກ່າວນັ້ນ, ປະລິມານຜະລິດຕະພັນ ແລະ ຄວາມສາມາດແຂ່ງຂັນຂອງບັນດາປະເພດສິນຄ້າກະສິກຳ ປ່າໄມ້ ສິນໃນນ້ຳທີ່ມີຕະຫຼາດຈຳໜ່າຍສະດວກດີ ກໍ່ລ້ວນແຕ່ເພີ່ມຂຶ້ນຢ່າງໄວ, ເປັນຕົ້ນແມ່ນກຸ້ງ ກາແຟ ພິກໄທ ເຂົ້າ ມັນຕົ້ນ ໝາກໄມ້... ປະລິມານການຜະລິດຂອງຕົ້ນປູກ ສັດລ້ຽງຫຼາຍປະເພດເພີ່ມຂຶ້ນໃນເງື່ອນໄຂລາຄາສູງນັ້ນ ໄດ້ນຳເອົາຜົນປະໂຫຍດອັນໃຫຍ່ຫຼວງມາໃຫ້ຊາວກະສິກອນ.
ທີສາມ, ອຸດສາຫະກຳປຸງແຕ່ງໄດ້ຮັບການລົງທຶນຕາມທິດ ຂະຫຍາຍການປຸງແຕ່ງເລິກ, ນຳໃຊ້ເຕັກໂນໂລຊີສູງເພື່ອເພີ່ມຄຸນຄ່າຂຶ້ນ ແລະ ຍົກສູງຄວາມສາມາດແຂ່ງຂັນຂອງສິນຄ້າກະສິກຳ ປ່າໄມ້ ສິນໃນນ້ຳ; ຊ່ວຍເຫຼືອໂດຍກົງໃຫ້ຊາວນາ ແລະ ວິສາຫະກິດໃນຂອບເຂດຄຳໝັ້ນສັນຍາຂອງຫວຽດນາມ ເມື່ອເຂົ້າຮ່ວມໃນອົງການການຄ້າໂລກ (WTO), ປະກອບສ່ວນຫລຸດຜ່ອນຄ່າໃຊ້ຈ່າຍ, ຫລຸດຜ່ອນຄວາມຕົກເຮ່ຍເສຍຫາຍໃນເວລາເກັບກ່ຽວ ເກັບຮັກສາ ປຸງແຕ່ງ. ລະດັບໃຊ້ເຄື່ອງຈັກໃນບັນດາຂອດຄາດໄຖປັກດຳນາບັນລຸໄດ້ 80%, ໃນຂອດເກັບກ່ຽວໄດ້ 30%, ໃນການຂາງເຂົ້າເປືອກຢູ່ເຂດທົ່ງພຽງແມ່ນ້ຳຂອງບັນລຸໄດ້ 42%; ການໃຊ້ເຄື່ອງຈັກໃນການລ້ຽງສັດແບບອຸດສາຫະກຳບັນລຸໄດ້ 30% - 35%. ທົ່ວປະເທດມີພື້ນຖານປຸງແຕ່ງຜະລິດຕະພັນກະສິກຳ ປ່າໄມ້ ສິນໃນນ້ຳດ້ວຍຂະໜາດອຸດສາຫະກຳ 6.000 ກວ່າແຫ່ງ, ໃນນັ້ນການປຸງແຕ່ງຜະລິດຕະພັນຕ່າງໆເຊັ່ນ ສິນໃນນ້ຳ ໝາກມ່ວງຫິມະພານ ໝາກພິກໄທ ເຄື່ອງໄມ້ ສາມາດຕອບສະໜອງໄດ້ກັບຄວາມຕ້ອງການດ້ານຄຸນນະພາບຂອງບັນດາຕະຫຼາດທີ່ເອົາໃຈຍາກຄືສະຫະລັດອາເມຣິກາ ສະຫະພາບເອີຣົບ ຍີ່ປຸ່ນ,...
ທີສີ່, ແຮງແຂ່ງຂັນຂອງກະສິກຳຫວຽດນາມໄດ້ຮັບການຍົກສູງເທື່ອລະກ້າວ ທັງການແຂ່ງຂັນດ້ານຜະລິດຕະພັນ ວິສາຫະກິດ ຂະແໜງສິນຄ້າ ແລະ ຄວາມສາມາດແຂ່ງຂັນຂອງຊາດ.
ຕະຫຼາດຜະລິດຕະພັນກະສິກຳຂອງຫວຽດນາມໃນເວລາທີ່ຜ່ານມາໄດ້ມີການຂະຫຍາຍຕົວບາດກ້າວໃໝ່, ຜະລິດຕະພັນກະສິກຳຫຼາຍປະເພດໄດ້ມີທີ່ຕັ້ງສູງໃນຕະຫຼາດໂລກ. ປີ 2014, ລວມຍອດມູນຄ່າສິນຄ້າກະສິກຳ ປ່າໄມ້ ສິນໃນນ້ຳສົ່ງນອກບັນລຸໄດ້ປະມານ 30,85 ຕື້ໂດລາສະຫະລັດ, ເພີ່ມຂຶ້ນຫຼາຍກວ່າ 11,2% ທຽບກັບປີ 2013; ມີສິນຄ້າ 10 ປະເພດບັນລຸມູນຄ່າສົ່ງນອກຫຼາຍກວ່າ 1 ຕື້ໂດລາສະຫະລັດ.
ທີຫ້າ, ບັນດາວິສາຫະກິດແຫ່ງລັດໄດ້ຮັບການຈັດວາງຄືນໃໝ່ ແລະ ປ່ຽນແປງໃໝ່ກົນໄກເຄື່ອນໄຫວ, ຊຶ່ງຈຸດໜັກແມ່ນຍູ້ແຮງການຫັນເປັນຫຸ້ນສ່ວນ, ການຖອນທຶນທີ່ໄດ້ລົງທຶນຢູ່ນອກຂະແໜງການຄືນມາ ເພື່ອລົງໃຫ້ບັນດາຂົງເຂດທີ່ເປັນຫຼັກແຫຼ່ງ ເຮັດໃຫ້ການເຄື່ອງໄຫວມີປະສິດທິຜົນກວ່າເກົ່າ; ທຶນຂອງລັດຢູ່ວິສາຫະກິດຕ່າງໆໄດ້ຮັບການຮັກສາ ແລະ ຂະຫຍາຍຕື່ມ. ກົມການເມືອງສູນກາງພັກໄດ້ອອກມະຕິຕົກລົງສະບັບທີ 30-NQ/TW, ລົງວັນທີ 12 ມີນາ 2014, ວ່າດ້ວຍການຈັດວາງ, ປ່ຽນແປງໃໝ່ບັນດາບໍລິສັດກະສິກຳ ປ່າໄມ້. ການປະຕິບັດການເຊື່ອມຕໍ່ການຜະລິດຕາມຕົວແບບທົ່ງນາຜືນໃຫຍ່ ນັບມື້ຍິ່ງຂະຫຍາຍຕົວ.
ວິທີແກ້ເພື່ອຍູ້ແຮງວິວັດການຈັດວາງໂຄງປະກອບຂະແໜງການກະສິກຳຄືນໃໝ່
ຈັດວາງໂຄງປະກອບຂະແໜງການກະສິກຳຄືນໃໝ່ ເພື່ອແນໃສ່ຍົກສູງຄວາມສາມາດແຂ່ງຂັນຂອງກະສິກຳຫວຽດນາມ ມັນແມ່ນຂະບວນວິວັດທີ່ຕ້ອງມີເວລາ, ຕ້ອງໄດ້ຮັບການຍູ້ແຮງກວ່າອີກ ເພື່ອເພີ່ມລາຍຮັບລາຍໄດ້ຂອງຊາວນາ ແລະ ພັດທະນາເສດຖະກິດແຫ່ງຊາດ. ຍົກສູງຄວາມສາມາດແຂ່ງຂັນຂອງກະສິກຳຫວຽດນາມແມ່ນບັນຫາທັງຮີບດ່ວນ ແລະທັງຍາວນາມ ມັນຮຽກຮ້ອງໃຫ້ຕ້ອງປະຕິບັດເປັນຢ່າງດີບັນດາວິທີແກ້ອັນພື້ນຖານລຸ່ມນີ້:
ທີໜຶ່ງ, ປະຕິບັດເປັນຢ່າງດີວິວັດການຈັດວາງຄືນໃໝ່ໂຄງປະກອບຂະແໜງການ ຂົງເຂດອັນລະອຽດ ໂດຍຕິດກັບຍູ້ແຮງການປະຕິບັດໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດ; ກວດຄືນ, ດັດປັບແຜນສັງລວມການຜະລິດກະສິກຳ ປ່າໄມ້ ສິນໃນນ້ຳ. ກໍ່ສ້າງລະບົບກະສິກຳເປັນສິນຄ້າຂະໜາດໃຫຍ່, ມີປະສິດທິຜົນ, ຮັບປະກັນອະນາໄມຄວາມປອດໄພຂອງສະບຽງອາຫານ, ຍືນຍົງໝັ້ນຄົງທາງດ້ານສິ່ງແວດລ້ອມ. ແຕ່ລະທ້ອງຖິ່ນ, ແຕ່ລະເຂດກຳນົດຄັດເລືອກເອົາບັນດາຕົ້ນປູກ, ສັດລ້ຽງທີ່ເປັນທ່າດີ, ມີຕະຫຼາດ, ເພື່ອສ້າງເປັນເຂດຜະລິດສິນຄ້າຂະໜາດໃຫຍ່, ມີຄວາມສາມາດແຂ່ງຂັນສູງ.
ທີສອງ, ຊຸກຍູ້ການຄົ້ນຄວ້າ ມອບໂອນ ແລະ ໝູນໃຊ້ວິທະຍາສາດ - ເຕັດໂນໂລຊີ, ຖືວ່ານີ້ແມ່ນໜຶ່ງໃນບັນດາຂອດບຸກທະລຸໃນການພັດທະນາການຜະລິດກະສິກຳເປັນສິນຄ້າ. ຍູ້ແຮງການຊ່ວຍເຫຼືອໃຫ້ຊາວນານຳໃຊ້ບັນດາແນວພັນຕົ້ນປູກ ສັດລ້ຽງທີ່ມີສະມັດຕະພາບ ແລະ ຄຸນຄ່າຜະລິກຕະພັນການຄ້າສູງ; ເຜີຍແຜ່ການນຳໃຊ້ວິທີ ຫວຽດແກັບ (VietGap) ແລະ ບັນດາຫຼັກດຳເນີນການຜະລິດດີອື່ນ ທີ່ໄດ້ຮັບການຮັບຮອງແລ້ວ; ຍູ້ແຮງການນຳໃຊ້ເຄື່ອງຈັກ, ໝູນໃຊ້ເຕັກນິກການຫົດນ້ຳ ລະບາຍນ້ຳ, ເຕັກໂນໂລຊີສູງ, ເຕັກໂນໂລຊີຊີວະພາບ ໂທລະຄົມມະນາຄົມ ສຳຫຼວດແຕ່ໄກ… ເສີມຂະຫຍາຍກວ່າອີກ ບົດບາດຂອງວິສາຫະກິດ ໃນການຄົ້ນຄວ້າ ມອບໂອນ ໝູນໃຊ້ວິທະຍາສາດ - ເຕັກໂນໂລຊີ, ພົວພັນເຊື່ອມຕໍ່ ກັບບັນດາການຈັດຕັ້ງວິທະຍາສາດ - ເຕັກໂນໂລຊີ.
ທີສາມ, ສຸມໃສ່ຈັດຕັ້ງການຜະລິດຄືນໃໝ່, ຂະຫຍາຍບັນດາຮູບການຈັດຕັ້ງການຜະລິດທີ່ສອດຄ່ອງ, ມີປະສິດທິຜົນເພື່ອສ້າງກຳລັງແຮງສະໜອງສິນຄ້າກະສິກຳ ປ່າໄມ້ ສິນໃນນ້ຳເປັນຈຳນວນຫຼາຍ ໃຫ້ຕະຫຼາດ. ກ່ອນອື່ນໝົດ, ເອົາໃຈໃສ່ເປັນສຳຄັນເຖິງການປະຕິບັດບັນດານະໂຍບາຍທີ່ອຳນວຍຄວາມສະດວກ ໂປ່ງໃສ ເປັນປົກກະຕິ ຍາວນານ, ແກ້ໄຂລະບຽບການບໍລິຫານໃຫ້ງ່າຍດາຍ ເພື່ອດຶງດູດເອົາການລົງທຶນຂອງເອກະຊົນ, ຂະຫຍາຍບັນດາວິສາຫະກິດທີ່ມີແຮງແຂ່ງຂັນສູງ, ຮ່ວມມືກັບຊາວນາເພື່ອຮັບປະກັນສະໜອງສົ້ນເຂົ້າທີ່ມີຄຸນນະພາບ, ປຸງແຕ່ງ ແລະ ຈຳໜ່າຍຜະລິດຕະພັນທີ່ຊາວນາຜະລິດອອກມາ. ພ້ອມກັນນັ້ນ, ສືບຕໍ່ກໍ່ສ້າງບັນດາສະຫະກອນ, ໜ່ວຍຮ່ວມງານ ເພື່ອເຕົ້າໂຮມຊາວນາໃຫ້ເຂົ້າຮ່ວມຢ່າງມີປະສິດທິຜົນ ໃນບັນດາພວງພະນັງຄຸນຄ່າ. ຕັ້ງໜ້າປະຕິບັດການຈັດວາງຄືນໃໝ່ໂຄງປະກອບວິສາຫະກິດແຫ່ງລັດ ແລະ ຫັນວິສາຫະກິດແຫ່ງລັດເປັນຫຸ້ນສ່ວນ; ຈັດວາງບັນດາບໍລິສັດກະສິກຳ ປ່າໄມ້ຄືນໃໝ່ ຕາມທິດຕະຫຼາດ.
ທີສີ່, ປະຕິບັດການຈັດວາງຄືນໃໝ່ການລົງທຶນພາກລັດ ເພື່ອລວມສູນທຶນໃຫ້ບັນດາໜ້າທີ່ຈຸດໜັກໃຈກາງ, ຮີບດ່ວນ, ບັນດາກິດຈະກຳທີ່ຮັບໃຊ້ໃຫ້ແກ່ການຈັດວາງຄືນໃໝ່ໂຄງປະກອບ, ຍູ້ແຮງການກໍ່ສ້າງເພື່ອສຳເລັດກິດຈະການໂດຍໄວ ແລະ ເປີດນຳໃຊ້; ຍົກສູງປະສິດທິຜົນການນຳໃຊ້ທຶນທີ່ລົງຂອງລັດ; ປະຕິບັດຢ່າງເຂັ້ມງວດຂໍ້ກຳນົດຕ່າງໆ ກ່ຽວກັບເພີ່ມທະວີການຄຸ້ມຄອງການລົງທຶນພາກລັດ, ເດັດດ່ຽວແກ້ໄຂຜ່ານຜ່າສະພາບການລົງທຶນແບບກະແຈກກະຈ່າຍ ແລະ ໜີ້ສິນຍືດເຍືອໃນການກໍ່ສ້າງພື້ນຖານ.
ຜັນຂະຫຍາຍບັນດານະໂຍບາຍ, ແກ້ໄຂຄວາມຫຍຸ້ງຍາກ ຂໍ້ຕິດຂັດ, ສົ່ງເສີມບັນດາພາກສ່ວນເສດຖະກິດລົງທຶນເຂົ້າໃນຂົງເຂດກະສິກຳ, ດຶງດູດວິສາຫະກິດໃຫ້ລົງທຶນເຂົ້າໃນບໍລິເວນຊົນນະບົດ, ໃນນັ້ນເອົາໃຈໃສ່ລົງທຶນເຂົ້າໃນອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ ປ່າໄມ້ ສິນໃນນ້ຳ ເພື່ອຊຸກຍູ້ການເຕົ້າໂຮມດິນນາ, ຍົກຍ້າຍໂຄງປະກອບແຮງງານ ແລະ ເສດຖະກິດຊົນນະບົດ. ຄຽງຂ້າງນັ້ນ, ບຸລິມະສິດຂະຫຍາຍບັນດາຮູບການລົງທຶນທີ່ມີການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ.
ທີຫ້າ, ຍູ້ແຮງການກໍ່ສ້າງວິຊາຊ່າງໃຫ້ຊາວນາ, ຍົກສູງຄຸນນະພາບແຫຼ່ງກຳລັງແຮງງານຂອງຂະແໜງການ. ປ່ຽນແປງໃໝ່ແບບວິທີ ແລະ ຍົກສູງປະສິດທິຜົນຂອງການກໍ່ສ້າງວິຊາຊ່າງໃຫ້ຊາວນາ; ບຸລິມະສິດກໍ່ສ້າງຖັນແຖວພະນັກງານເຕັກນິກຂອງຂະແໜງການ, ເຊັ່ນພະນັກງານຄຸ້ມຄອງຊົນລະປະທານ, ສັດຕະວະແພດ, ປາບສັດຕູພືດ, ສົ່ງເສີມການກະເສດ, ກວດກາປ່າໄມ້, ກວດກາການປະມົງ, ພະນັກງານສະຫະກອນ, ກັບຕັນແລະຫົວໜ້າເຄື່ອງຈັກຂອງກຳປັ່ນຫາປາທະເລທາງໄກ... ສືບຕໍ່ປະຕິບັດໂຄງການກໍ່ສ້າງ ບຳລຸງພະນັກງານ ລັດຖະກອນ ແລະ ແຫຼ່ງກຳລັງແຮງງານຄຸນນະພາບສູງ, ຮັບໃຊ້ໃຫ້ແກ່ການຈັດວາງໂຄງປະກອບຂະແໜງການຄືນໃໝ່.
ທີຫົກ, ປ່ຽນແປງໃໝ່ ແລະ ປັບປຸງບູລະນະລະບຽບກົດໝາຍ ນະໂຍບາຍໃຫ້ສົມບູນເປັນແຕ່ລະກ້າວ ຕາມທິດເສີມຂະຫຍາຍກົນໄກຕະຫຼາດໃຫ້ສູງກວ່າ ມີປະສິດທິຜົນກວ່າອີກ, ເປັນຕົ້ນແມ່ນໃນຂົງເຂດຄຸ້ມຄອງທີ່ດິນ ແຮງງານ ວັດຖຸອຸປະກອນ ແລະ ສິນຄ້າກະສິກຳ ປ່າໄມ້ ສິນໃນນ້ຳ ທຶນຮອນ ກຳມະສິດພູມປັນຍາ... ຜ່ານກົນໄກຕະຫຼາດເພື່ອດັດສົມ ຈັດແບ່ງແຫຼ່ງພະລັງລະຫວ່າງບັນດາຈຸດໝາຍ ແລະ ນຳໃຊ້ແຫຼ່ງພະລັງຢ່າງມີປະສິດທິຜົນ.
ສ້າງໃຫ້ມີການຫັນປ່ຽນຢ່າງຈະແຈ້ງໃນວຽກງານຄຸ້ມຄອງຄຸນນະພາບວັດຖຸອຸປະກອນກະສິກຳ, ອະນາໄມຄວາມປອດໄພສະບຽງອາຫານ ຂອງຂະແໜງການກະສິກຳ ປ່າໄມ້ ສິນໃນນ້ຳ ເພື່ອແກ້ໄຂຄວາມຮ້ອນເຄືອງໃນສັງຄົມ. ເພີ່ມທະວີຄວາມສາມາດຂອງລະບົບກວດກາ, ກວດພິສູດ, ກວດການ, ແກ້ໄຂຄວາມລະເມີດຂໍ້ກຳນົດກ່ຽວກັບຄຸນະພາບ, ອະນາໄມຄວາມປອດໄພຂອງສະບຽງອາຫານ. ແກ້ໄຂສິ່ງກີດຂວາງຕ່າງໆທາງດ້ານເຕັກນິກ ແລະ ກວດກາຢ່າງແໜ້ນແຟ້ນຕໍ່ສິນຄ້າຂາເຂົ້າທີ່ມີແຫຼ່ງກຳເນີດຈາກສັດ ພືດ ເພື່ອແນໃສ່ກີດກັ້ນສິນຄ້າຄຸນນະພາບຕ່ຳ, ບໍ່ຮັບປະກັນດ້ານອະນາໄມຄວາມປອດໄພ ທີ່ນຳເຂົ້າ ແລະ ຈໍລະຈອນຢູ່ຫວຽດນາມ.
ນອກຈາກນັ້ນ, ລັດຕ້ອງສືບຕໍ່ຮັກສາ ແລະ ປະຕິບັດບັນດານະໂຍບາຍຊ່ວຍເຫຼືອຊາວນາໃນການຂະຫຍາຍການຜະລິດກະສິກຳ ປ່າໄມ້ ສິນໃນນ້ຳທີ່ມີຂະໜາດໃຫຍ່, ເຊັ່ນນະໂຍບາຍສົ່ງເສີມຊາວນາ “ທ້ອນດິນ, ແລກປ່ຽນນາ”, ຜະລິດຕາມແຜນກຳນົດສັງລວມ; ປະຕິບັດສັນຍາຂາຍຜະລິດຕະພັນໃຫ້ວິສາຫະກິດປຸງແຕ່ງ ແລະ ສົ່ງນອກ; ນະໂຍບາຍຊ່ວຍເຫຼືອຊາວນາຊື້ເຄື່ອງຈັກ ເຄື່ອງປະກອບຮັບໃຊ້ໃຫ້ແກ່ການຜະລິດ, ປຸງແຕ່ງເບື້ອງຕົ້ນ, ປູງແຕ່ງ ເກັບຮັກສາຜະລິດຕະພັນ... ເພື່ອແນໃສ່ຍົກສູງສະມັດຕະພາບແຮງງານ ແລະ ຄຸນນະພາບຂອງຜະລິດຕະພັນ.
ທີເຈັດ, ສືບຕໍ່ປັບປຸງບູລະນະກົງຈັກຄຸ້ມຄອງແຫ່ງລັດກ່ຽວກັບກະສິກຳ ໃຫ້ມີຄວາມສາມາດພຽງພໍໃນການປະຕິບັດໜ້າທີ່ ພາລະບົດບາດ. ເປັນເຈົ້າການປັບປຸງບູລະນະລະບົບການຈັດຕັ້ງຂອງກະຊວງ; ສົມທົບກັບບັນດາກະຊວງ ທ້ອງຖິ່ນໃນການຈັດວາງສັບຊ້ອນ ປັບປຸງ ແລະ ເພີ່ມທະວີກຳລັງຄວາມສາມາດໃຫ້ກົງຈັກຄຸ້ມຄອງຂະແໜງການຢູ່ທ້ອງຖິ່ນ, ຮັບປະກັນການຊີ້ນຳເປັນເອກະພາບ ໄວໄຫວພິບ ທະລຸລົ່ງ ເປັນເຈົ້າການ ແລະ ມີປະສິດທິຜົນກວ່າອີກ.
ທີແປດ, ຍູ້ແຮງການເຊື່ອມໂຍງເສດຖະກິດສາກົນ ແລະ ຂະຫຍາຍຕະຫຼາດສິນຄ້າຈາກຜະລິດຕະພັນກະສິກຳ ປ່າໄມ້ ສິນໃນນ້ຳ. ປ່ຽນແປງໃນວິທີເຂົ້າເຖິງຂະແໜງການ, ຫັນມາສູ່ວິທີເຂົ້າເຖິງຕະຫຼາດສິນຄ້າທີ່ມີການແຂ່ງຂັນສາກົນ; ບໍ່ແລ່ນຕາມປະລິມານ ແຕ່ຕ້ອງສຸມໃສ່ຍົກສູງຄຸນນະພາບ ປະສິດທິຜົນ; ບໍ່ຜະລິດດ້ວຍທຸກລາຄາ, ບໍ່ສວຍໃຊ້ເກີນຄວນຊັບພະຍາກອນທຳມະສາດ ແລະ ວັດຖຸອຸປະກອນກະສິກຳ, ແຕ່ຕ້ອງຫັນສູ່ລະບົບການຜະລິດປອດໄພ ຍືນຍົງໝັ້ນຄົງທາງດ້ານສິ່ງແວດລ້ອມ. ປະຕິບັດການປຸກກະຕູ້ນຄວາມຕ້ອງການຂອງຕະຫຼາດພາຍໃນປະເທດ, ຮັບປະກັນການຈຳໜ່າຍຂາຍສິນຄ້າຢ່າງທັນການ ມີປະສິດທິຜົນ. ກໍ່ສ້າງ ແລະ ພັດທະນາເຄື່ອງໝາຍການຄ້າ; ກໍ່ຕັ້ງບັນດາວິສາຫະກິດທີ່ມີການຜະລິດ ທຸລະກິດຂະໜາດໃຫຍ່, ເພີ່ມທະວີການກໍ່ສ້າງບັນດາພວງພະນັງລຳລຽງສະໜອງຜະລິດຕະພັນກະສິກຳ... ເປັນພື້ນຖານເພື່ອສ້າງບັນດາເຄື່ອງໝາຍການຄ້າທີ່ແຂງແຮງຂອງບັນດາວິສາຫະກິດ ແລະ ຂອງຂະແໜງການກະສິກຳ ປ່າໄມ້ ສິນໃນນ້ຳຫວຽດນາມໃນຕະຫຼາດໂລກ.
ເພີ່ມທະວີວຽກງານສື່ຂ່າວ, ຄາດຄະເນຕະຫຼາດ; ຜ່ານການຄົ້ນຄວ້າ ສືບສວນຕະຫຼາດຈຳໜ່າຍຜະລິດຕະພັນກະສິກຳ ປ່າໄມ້ ສິນໃນນ້ຳ ເພື່ອຊອກຮູ້ເກັບກຳຄວາມນິຍົມບໍລິໂພກ, ໂຄງປະກອບຜະລິດຕະພັນ, ລາຄາ, ປະເພນີຂອງບັນດາຕະຫຼາດ ແນໃສ່ສົ່ງຂ່າວຢ່າງທັນການໃຫ້ວິສາຫະກິດ ແລະ ຊາວນາ, ກຳນົດທິດຊ່ວຍໃຫ້ການຜະລິດຢ່າງມີປະສິດທິຜົນ. ຍົກສູງບົດບາດຂອງບັນດາສະມາຄົມຂະແໜງສິນຄ້າ ໃນການສະໜອງຂໍ້ມູນຂ່າວສານ, ເປັນເອກະພາບໃນການປະຕິບັດບັນດາແຜນຍຸດທະສາດພັດທະນາການຜະລິດ, ເຊື່ອມສຳພັນໃນການທຸລິກິດ, ເຈລະຈາເຊັນສັນຍາ, ຫຼີກລ່ຽງບໍ່ໃຫ້ລູກຄ້າສວຍໃຊ້ໂອກາດສ້າງແຮງໜີບລົດລາຄາ ຊຶ່ງເປັນການກໍ່ຄວາມເສຍຫາຍລວມ.
ຄຽງຂ້າງນັ້ນ, ສືບຕໍ່ຍູ້ແຮງການເຈລະຈາກັບບັນດາປະເທດ, ຜັນຂະຫຍາຍການເຊັນສັນຍາ ຂໍ້ຕົກລົງຮ່ວມມື, ແກ້ໄຂຂໍ້ຕິດຂັດ ສິ່ງກີດຂວາງຢູ່ບັນດາຕະຫຼາດສົ່ງນອກ. ປ່ຽນແປງໃໝ່ແບບວິທີການເຄື່ອນໄຫວ, ຍົກສູງປະສິດທິຜົນຂອງວຽກງານສົ່ງເສີມການຄ້າ. ຂະຫຍາຍໂຄງສ້າງພື້ນຖານການຄ້າ, ຊຸກຍູ້ການສ້າງຕັ້ງບັນດາຫ້ອງການແນະນຳຜະລິດຕະພັນຢູ່ໃນຕະຫຼາດໃຫຍ່ຕ່າງໆ; ຂະຫຍາຍລະບົບການຈຳໜ່າຍໂດຍກົງສິນຄ້າກະສິກຳ ປ່າໄມ້ ສິນໃນນ້ຳຂອງຫວຽດນາມ ຢູ່ໃນບັນດາຕະຫຼາດສົ່ງນອກທີ່ເປັນຈຸດໜັກ./.
ຂຽນໂດຍ ກາວດຶກຝາດ,
ກຳມະການສູນກາງພັກ, ລັດຖະມົນຕີວ່າການ
ກະຊວງກະສິກຳ ແລະ ພັດທະນາຊົນນະບົດ
* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ - ສະບັບທີ 870 (ເມສາ 2015)