ຫວຽດນາມ ປະຕິບັດບັນດາເປົ້າໝາຍ ການພັດທະນາສະຫັດສະວັດ*
ວກ.ອອນໄລ - ຕາມລາຍງານສະຖິຕິ 2015 ຂອງອົງການສາທາລະນະສຸກໂລກ ເຊິ່ງປະກາດເປັນທາງການວັນທີ 13 ພຶດສະພາ 2015, ເຖິງແມ່ນວ່າການປະຕິບັດເປົ້າໝາຍການພັດທະນາສະຫັດສະວັດ ຂອງອົງການສະຫະປະຊາຊາດ ກ່ຽວກັບສາທາລະນະສຸກຢູ່ 194 ປະເທດໃນໂລກ ບັນລຸຄວາມກ້າວໜ້າຫຼາຍຢ່າງທີ່ໜ້າຊົມເຊີຍກໍ່ຕາມ ແຕ່ກໍ່ຍັງມີຄວາມແຕກໂຕນກັນລະຫວ່າງບັນດາປະເທດ ແລະ ໃນແຕ່ລະປະເທດ, ກໍ່ຄືຍັງຄົງຄ້າງບັນຫາຈຳນວນໜຶ່ງທີ່ຕ້ອງແກ້ໄຂ. ໃນສະພາບການທີ່ຫຼາຍປະເທດບໍ່ສາມາດສຳເລັດບັນດາເປົ້າໝາຍການພັດທະນາສະຫັດສະວັດ ຖືກຕ້ອງຕາມກຳນົດເວລານັ້ນ, ຫວຽດນາມໄດ້ເປັນຈຸດສະຫວ່າງທີ່ໂດດເດັ່ນໃນໂລກ ໃນການປະຕິບັດບັນດາເປົ້າໝາຍເຫຼົ່ານີ້.

ທ່ານປະທານປະເທດ ເຈືອງເຕິນຊາງ ກ່າວປາໄສທີ່ກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ ທີ່ຈັດຂຶ້ນຢູ່ນະຄອນ ນິວຢອກ ສະຫະລັດອາເມຣິກາ, ເດືອນກັນຍາ 2015. (ພາບ: TTXVN)
ບັນດາສິ່ງທ້າທາຍ ໃນວິວັດການປະຕິບັດເປົ້າໝາຍການພັດທະນາສະຫັດສະວັດ ໃນໂລກ
ຕາມການປະເມີນຂອງອົງການສະຫະປະຊາຊາດ, ໃນລະດັບໂລກ ເປົ້າໝາຍການພັດທະນາສະຫັດສະວັດຈຳນວນໜຶ່ງໄດ້ບັນລຸຜົນສຳເລັດ. ນັ້ນຄື ຜົນສຳເລັດໃນການຕ້ານພະຍາດໄຂ້ຍຸງ ແລະ ວັນນະໂລກ; ການເຂົ້າເຖິງແຫຼ່ງນ້ຳດື່ມທີ່ສະອາດກວ່າ ໄດ້ປະກົດເປັນຈິງສຳລັບປະຊາຊົນ 2,3 ຕື້ຄົນ; ຄວາມບໍ່ສະເໝີພາບລະຫວ່າງເດັກຊາຍ ແລະ ເດັກຍິງ ໃນອັດຕາສ່ວນເຂົ້າຮຽນປະຖົມສຶກສາ ພວມຖືກລົບລ້າງ; ຈຳນວນແມ່ຍິງທີ່ເຂົ້າຮ່ວມໃນການເຄື່ອນໄຫວການເມືອງ ສືບຕໍ່ເພີ່ມຂຶ້ນ; ໄດ້ຟື້ນຟູການຊ່ວຍເຫຼືອຄວາມພັດທະນາ, ລະບົບການຄ້າພານິດ ໄດ້ອຳນວຍຄວາມສະດວກໃຫ້ບັນດາປະເທດກຳລັງພັດທະນາ ແລະ ແບກຫາບອັນໜັກໜາຈາກການກູ້ຢືມ ກໍ່ຖືກຈຳກັດໃນລະດັບຕ່ຳ.
ແຕ່ຍັງມີຄວາມແຕກຕ່າງກັນຫຼາຍ ລະຫວ່າງບັນດາປະເທດ (ຫຼາຍປະເທດຖືກຕົກຢູ່ຂ້າງຫຼັງ) ແລະ ຍັງມີສິ່ງທ້າທາຍຫຼາຍຢ່າງ ໃນການປະຕິບັດບັນດາເປົ້າໝາຍການພັດທະນາສະຫັດສະວັດ, ເຊັ່ນ ສະພາບຄວາມທຸກຍາກຫລຸດຜ່ອນລົງ ແຕ່ຍັງຕ້ອງມານະພະຍາຍາມແກ້ໄຂຢ່າງບໍ່ລົດລະ; ເຖິງວ່າອັດຕາການຂາດອາຫານຊ້ຳເຮື້ອຢູ່ເດັດນ້ອຍ ໄດ້ຫລຸດຜ່ອນລົງ ແຕ່ພວກເດັກນ້ອຍ 1/4 ຂອງຈຳນວນເດັກນ້ອຍທັງໝົດ ຍັງຖືກຜົນກະທົບຢູ່; ຕ້ອງສືບຕໍ່ເຄື່ອນໄຫວຢ່າງແຂງແຮງກວ່າອີກ ເພື່ອຫລຸດຜ່ອນອັດຕາສ່ວນການເສຍຊີວິດຂອງແມ່ແລະເດັກນ້ອຍລົງ; ການປິ່ນປົວຕ້ານເຊື້ອໂລກກຳລັງກູ້ຊີວິດຫຼາຍຄົນ ແຕ່ຕ້ອງສືບຕໍ່ເປີດກວ້າງຂະໜາດການປິ່ນປົວ; ຈຳນວນພົນລະເມືອງ 1/4 ຂອງໂລກ ໄດ້ເຂົ້າເຖິງເງື່ອນໄຂອະນາໄມທີ່ໄດ້ຮັບການປົວແປງນັບແຕ່ປີ 1990, ແຕ່ວ່າ ປະມານ 1 ຕື້ຄົນຍັງຕ້ອງມີຊີວິດຢູ່ໃນເງື່ອນໄຂບໍ່ມີອະນາໄມ…
ໃນຈຳນວນ 49 ປະເທດດ້ອຍພັດທະນາທີ່ສຸດ, ມີພຽງ 6 ປະເທດທີ່ມີອັດຕາຄວາມທຸກຍາກໃນລະດັບຕ່ຳກວ່າ 30% ແລະ ໃນທຸກຂົງເຂດ, ເຊັ່ນ ຂາດອາຫານ, ອັດຕາການເສຍຊີວິດຂອງເດັກນ້ອຍ, ສຸຂະພາບຂອງຜູ້ເປັນແມ່, ໂລກລະບາດ... ບັນດາປະເທດເຫຼົ່ານີ້ລ້ວນແຕ່ບໍ່ສາມາດສຳເລັດບັນດາເປົ້າໝາຍຢ່າງຖືກຕາງກຳນົດເວລາ. ຕາມທ່ານປະທານສະມັດຊາໃຫຍ່ສະຫະປະຊາຊາດ, ສາເຫດແມ່ນຍ້ອນບັນດາປະເທດເຫຼົ່ານີ້ພວມປະເຊີນໜ້າຕໍ່ “ບັນດາບັນຫາກ່ຽວກັບໂຄງປະກອບ” ແລະ ຄວາມຫຍຸ້ງຍາກ, ຂໍ້ຈຳກັດນັບມື້ນັບຮ້າຍແຮງເປັນພິເສດ ພາຍຫຼັງວິກິດການດ້ານການເງິນ-ເສດຖະກິດ ສະບຽງອາຫານ ແລະ ພະລັງງານ ທີ່ເກີດຂຶ້ນໃນໂລກ, ຊ້ຳຍັງຖືກກະທົບທາງລົບຈາກການປ່ຽນແປງດິນຟ້າອາກາດ.
ສິ່ງທ້າທາຍໃຫຍ່ທີ່ສຸດໃນເວລານີ້ແມ່ນ ບັນຫາມະນຸດສະທຳ. ປັດຈຸບັນນີ້ ຍັງມີປະມານ 1.100 ລ້ານຄົນທີ່ດຳລົງຊີວິດໃນລະດັບຕ່ຳກວ່າ 1 ໂດລາສະຫະລັດ ຕໍ່ວັນ, ໃນນັ້ນເດັກນ້ອຍກວມເຖິງ 30%; ນັບທັງຢູ່ໃນປະເທດຮັ່ງມີ, ໃນຈຳນວນເດັກນ້ອຍ 6 ຄົນ ມີຄົນໜຶ່ງ ດຳລົງຊີວິດໃນລະດັບທຸກຍາກ ຕາມບັນທັດຖານແຫ່ງຊາດ. ໃນໂລກ, ແຕ່ລະປີ ມີເດັກນ້ອຍເກືອບ 11 ລ້ານຄົນອາຍຸບໍ່ເຖິງ 5 ປີຖືກເສຍຊີວິດ. ໃນຈຳນວນເດັກນ້ອຍ 884 ລ້ານຄົນ ມີຫຼາຍກວ່າ 500 ລ້ານຄົນບໍ່ໄດ້ຊົມໃຊ້ແຫຼ່ງນ້ຳສະອາດ; ເດັກນ້ອຍ 140 ລ້ານຄົນຢູ່ບັນດາປະເທດກຳລັງພັດທະນາ ບໍ່ໄດ້ໄປໂຮງຮຽນ; ເດັກນ້ອຍປະມານ 15 ລ້ານຄົນ ຖືກເສຍຊີວິດຍ້ອນ HIV/AIDS. ຢູ່ເກືອບທັງໝົດທຸກບັນດາປະເທດທີ່ຢູ່ໃກ້ທະເລຊາຍ ຊາຮາຣາ, ຜູ້ຍິງທີ່ເຂົ້າເຖິງຄວາມຮູ້ກ່ຽວກັບສຸຂະພາບການເກີດລູກ ແມ່ນມີຈຳນວນໜ້ອຍທີ່ສຸດ, ພິເສດແມ່ນເດັກຍິງເຍົາວະຊົນ. ຢູ່ເກືອບທັງໝົດທຸກປະເທດດ້ອຍພັດທະນາທີ່ຢູ່ເຂດ ລາຕິນອາເມຣິກາ ແລະ ອາຊີໃຕ້, ອັດຕາສ່ວນການເກີດລູກຂອງເດັກຍິງເຍົາວະຊົນ ຍັງສູງທີ່ສຸດ. ອັນຕະລາຍທີ່ກ່ຽວພັນກັບສຸຂະພາບການເກີດລູກ ພາໃຫ້ອັດຕາສ່ວນເດັກຍິງເຍົາວະຊົນຖືພາຖືກເສຍຊີວິດ ໄດ້ເພີ່ມສູງຂຶ້ນໃນທົ່ວໂລກ.
ຢູ່ກອງປະຊຸມສຸດຍອດກ່ຽວກັບເປົ້າໝາຍການພັດທະນາສະຫັດສະວັດ ທີ່ນະຄອນນິວຢອກ ສະຫະລັດອາເມຣິກາ ຫາກໍ່ຜ່ານມານີ້, ທ່ານເລຂາທິການໃຫຍ່ອົງການສະຫະປະຊາຊາດ ບານ ກີມູນ ໄດ້ເນັ້ນວ່າ: “ບັນດາເປົ້າໝາຍການພັດທະນາສະຫັດສະວັດ ອາດສາມາດບັນລຸໄດ້ໃນປີ 2015, ຖ້າຫາກບັນດາການນຳຂອງໂລກ ສະໜອງເງິນຕື່ມອີກ ແລະ ມີເຈດຈຳນົງການເມືອງແຂງແຮງກວ່າອີກ”. ຄາດຄິດວ່າ ໂລກຕ້ອງການປະມານ 120 ຕື້ໂດລາສະຫະລັດ ເພື່ອປະຕິບັດ 8 ເປົ້າໝາຍການພັດທະນາສະຫັດສະວັດ, ແຕ່ວ່າ, ຄຳໝັ້ນສັນຍາຂອງບັນດາການນຳເອີຣົບ ວ່າຈະຈ່າຍເງິນ 1,3 ຕື້ໂດລາສະຫະລັດ ເພື່ອໃຊ້ໃຫ້ແກ່ການປະຕິບັດເປົ້າໝາຍລົບລ້າງສະພາບຄວາມທຸກຍາກ ແລະ ການຂາດອາຫານນັ້ນ ຍັງຢຸດຢູ່ທີ່ຄຳໝັ້ນສັນຍາ.
ຫວຽດນາມ - ຈຸດສະຫວ່າງແຫ່ງການປະຕິບັດ ບັນດາເປົ້າໝາຍການພັດທະນາສະຫັດສະວັດ
ບົນເສັ້ນທາງແຫ່ງການປະຕິບັດ ບັນດາເປົ້າໝາຍການພັດທະນາສະຫັດສະວັດ, ຫວຽດນາມບັນລຸຜົນສຳເລັດອັນສຳຄັນຫຼາຍຢ່າງ ເຊິ່ງໄດ້ຮັບການຕີລາຄາສູງຈາກປະຊາຄົມໂລກ, ເປັນຕົ້ນແມ່ນ ບັນດາເປົ້າໝາຍກ່ຽວກັບການຫລຸດຜ່ອນຄວາມທຸກຍາກ, ປະຕິບັດຄວາມສະເໝີະພາບທາງດ້ານເພດ ແລະ ການສຶກສາ. ຜົນງານໃນການປະຕິບັດບັນດາເປົ້າໝາຍອື່ນ ກໍ່ໃຫ້ເຫັນທ່າອຽງຕັ້ງໜ້າ, ເລກໝາຍຫຼາຍຢ່າງດ້ານສາທາລະນະສຸກ ໄດ້ເຂົ້າເຖິງກັບເປົ້າໝາຍການພັດທະນາ, ບັນດາເລກໝາຍກ່ຽວກັບສິ່ງແວດລ້ອມ ໄດ້ຮັບຄວາມເອົາໃຈໃສ່ ແລະ ໄດ້ຫັນເປັນລະອຽດໃນບັນດາໂຄງການ ນະໂຍບາຍຂອງລັດ, ການພົວພັນຄູ່ຮ່ວມມືເພື່ອການພັດທະນາ ກໍ່ມີຄວາມກ້າວໜ້າ, ຢັ້ງຢືນບົດບາດທີ່ຕັ້ງຂອງຊາດໃນເວທີໂລກ.
ຫວຽດນາມໄດ້ປະຕິບັດເປົ້າໝາຍທີ 1 ກ່ຽວກັບກາລົບລ້າງສະພາບຄວາມທຸກຍາກອັບຈົນ ແລະ ອຶດຫີວ ສຳເລັດກ່ອນກຳນົດເວລາ ແຕ່ປີ 2002; ສຳເລັດການເຜີຍແຜ່ປະຖົມສຶກສາທົ່ວໄປ ໃນປີ 2010 ແລະ ກ້າວໄປສູ່ບັນດາຈຸດໝາຍທີ່ສູງກວ່າ ກ່ຽວກັບການເຜີຍແຜ່ການສຶກສາຂັ້ນມັດທະຍົມ ແລະ ອຸດົມສຶກສາ. ຫວຽດນາມກໍ່ໄດ້ສຳເລັດໂດຍພື້ນຖານ ເປົ້າໝາຍກ່ຽວກັບຄວາມສະເໝີພາບທາງດ້ານເພດ ແລະ ຍົກສູງຖານະບົດບາດຂອງແມ່ຍິງ; ໄດ້ຮັບຜົນສຳເລັດ ໃນການຄວບຄຸມພະຍາດໄຂ້ຍຸງ ແລະ ໂລກລະບາດທີ່ອັນຕະລາຍຈຳນວນໜຶ່ງ, ຄວບຄຸມກີດກັ້ນການແຜ່ລາມຂອງເຊື້ອໂລກເອດໄອວີ ໄດ້ໃນຂັ້ນຕົ້ນ ແລະ ພວມຢືນຢູ່ຕໍ່ໜ້າຄວາມສຳເລັດຜົນ ໃນເປົ້າໝາຍຫລຸດຜ່ອນການເສຍຊີວິດຂອງເດັກນ້ອຍ. ເຖິງວ່າຍັງມີສິ່ງທ້າທາຍ ກີດຂວາງຫຼາຍຢ່າງ ຕໍ່ການປະຕິບັດບັນດາເປົ້າໝາຍການພັດທະນາສະຫັດສະວັດໃຫ້ສຳເລັດໃນກຳນົດເວລາປີ 2015 ກໍ່ຕາມ, ແຕ່ບັນດາຜົນສຳເລັດທີ່ຫວຽດນາມບັນລຸໄດ້ມາເຖິງດຽວນີ້ ແມ່ນໂດດເດັ່ນ ແລະ ສຳຄັນທີ່ສຸດ.
ທີໜຶ່ງ, ການຫລຸດຜ່ອນຄວາມທຸກຍາກໄດ້ມີບາດກ້າວກ້າວໜ້າຢ່າງລື່ນຂັ້ນ ຫລຸດຜ່ອນຄວາມທຸກຍາກຢ່າງໄວ. ອັດຕາຄອບຄົວທຸກຍາກໄດ້ລົດລົງຢ່າງໄວ ຈາກ 58,1% (ປີ 1993) ຫລຸດລົງເປັນ 9,6% (ປີ 2012) ແລະຍັງເຫຼືອ 6% (ປີ 2014). ຜົນສຳເລັດຂອງການຫລຸດຜ່ອນຄວາມທຸກຍາກຢູ່ຫວຽດນາມ ແມ່ນຍ້ອນໝາກຜົນແຫ່ງການເຕີບໂຕເສດຖະກິດຢ່າງໄວວາ ພ້ອມກັບຄວາມມານະພະຍາຍາມຂອງທົ່ວທັງລະບົບການເມືອງຫວຽດນາມ ເຊິ່ງຍາມໃດກໍ່ຖືວ່າ ການຫລຸດຜ່ອນຄວາມທຸກຍາກ ເປັນເປົ້າໝາຍແຖວໜ້າຂອງຊາດ ໃນຕະຫຼອດສອງທົດສະວັດທີ່ຜ່ານມາ.
ທີສອງ, ຫວຽດນາມໄດ້ຮັບຜົນສຳເລັດໃນການເຜີຍແຜ່ປະຖົມສຶກສາທົ່ວໄປ (ຕາມມາດຕະຖານແຫ່ງຊາດ). ອັດຕາສ່ວນການເຂົ້າຮຽນຖືກຕາມອາຍຸຂັ້ນປະຖົມສຶກສາ ໄດ້ເພີ່ມຂຶ້ນຕາມແຕ່ລະປີ, ຮອດປີ 2012 ບັນລຸ 97,7%. ພ້ອມກັບການບັນລຸເປົ້າໝາຍກ່ຽວກັບ ການເຜີຍແຜ່ປະຖົມສຶກສາທົ່ວໄປ, ຫວຽດນາມພວມຕັ້ງໜ້າພະຍາຍາມປະຕິບັດ ການເຜີຍແຜ່ປະຖົມສຶກສາແລະມັດຖະຍົມສຶກສາທົ່ວໄປ ຖືກຕາມໄວອາຍຸ, ໂຄງການເຜີຍແຜ່ການສຶກສາທົ່ວໄປ ສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງແຂງແຮງ ຢູ່ທ້ອງຖິ່ນຕ່າງໆ.
ທີສາມ, ຫວຽດນາມໄດ້ບັນລຸຄວາມກ້າວໜ້າຫຼາຍປະການ ໃນການປະຕິບັດຄວາມສະເໝີພາບທາງດ້ານເພດ, ພິເສດແມ່ນໃນຂົງເຂດການສຶກສາ, ແກ້ໄຂວຽກເຮັດງານທຳ ແລະ ການເຄື່ອນໄຫວດ້ານການເມືອງຕ່າງໆ. ຫວຽດນາມໄດ້ລົບລ້າງຄວາມບໍ່ສະເໝີພາບທາງດ້ານເພດ ໃນການເຂົ້າເຖິງການສຶກສາຂັ້ນປະຖົງ ແລະ ມີອັດຕະສ່ວນຜູ້ຍິງເຂົ້າຮ່ວມກຳລັງແຮງງານ ແລະ ອັດຕາສ່ວນຜູ້ຍິງເປັນສະມາຊິກສະພາແຫ່ງຊາດ ທີ່ສູງພໍຄວນ. ດັດຊະນີກ່ຽວກັບເພດຂອງຫວຽດນາມ ສູງກວ່າທຽບກັບບັນດາປະເທດໃນໂລກທີ່ມີລະດັບການພັດທະນາຄືຫວຽດນາມ.
ທີສີ່, ອັດຕາສ່ວນການເສຍຊີວິດຂອງເດັກນ້ອຍອາຍຸຕ່ຳກວ່າ 1 ຂວບ ໄດ້ຫລຸດລົງຢ່າງໄວ ຈາກ 44,4‰ (ປີ 1990) ມາເປັນ 15‰ (ປີ 2012) ແລະລົງເປັນ 15,2‰ (ປີ 2014). ອັດຕາສ່ວນການເສຍຊີວິດຂອງເດັກນ້ອຍອາຍຸຕ່ຳກວ່າ 5 ປີໄດ້ຫລຸດລົງກວ່າເຄິ່ງໜຶ່ງ ໃນສອງທົດສະວັດທີ່ຜ່ານມາ, ຈາກ 58‰ (ປີ 1990) ມາເປັນ 23,2‰ (ປີ 2012) ແລະລົງເປັນ 22,9‰ (ປີ 2014). ແຕ່ວ່າ, ເພື່ອບັນລຸເປົ້າໝາຍໃນປີ 2015 ໄດ້ນັ້ນ ແມ່ນຍັງຕ້ອງມານະພະຍາຍາມຫຼາຍກວ່າອີກ ໃນການກີດກັ້ນສາເຫດຕ່າງໆ ທີ່ພາໃຫ້ເດັກນ້ອຍເສຍຊີວິດ ຕົ້ນຕໍ່ແມ່ນພວກນ້ອງອາຍຸຕ່ຳກວ່າ 5 ປີ.
ທີຫ້າ, ອັດຕາສ່ວນການເສຍຊີວິດຂອງຜູ້ເປັນແມ່ ທີ່ກ່ຽວພັນເຖິງການເກີດລູກ ໄດ້ຫລຸດຜ່ອນລົງເລື້ອຍໃນສອງທົດສະວັດທີ່ຜ່ານມາ. ແຕ່ປີ 1990 ຮອດປີ 2012, ອັດຕາສ່ວນນີ້ໄດ້ຫລຸດລົງຫຼາຍກວ່າ 2/3, ຈາກ 233 ມາເປັນ 60 ຕໍ່ເດັກເກີດມີຊີວິດ 100.000 ຄົນ (ປີ 2014). ແຕ່ວ່າ, ນັບແຕ່ປີ 2006 ເປັນຕົ້ນມາ ການຫລຸດຜ່ອນມີທ່າອຽງຊ້າລົງ, ດັ່ງນັ້ນ ການບັນລຸເປົ້າໝາຍ ອັດຕາສ່ວນການເສຍຊີວິດຂອງເດັດນ້ອຍ 58,3 ຕໍ່ເດັກເກີດມີຊີວິດ 100.000 ຄົນ ຈຶ່ງເປັນສິ່ງທ້າທາຍອັນໜຶ່ງ ເຊິ່ງຮຽກຮ້ອງຕ້ອງການຄວາມຕັ້ງໜ້າພະຍາຍາມຍິ່ງກວ່າອີກ.
ທີຫົກ, ຫວຽດນາມໄດ້ຄອບງຳອັດຕາສ່ວນການຕິດແປດເຊື້ອໂລກເອດໄອວີ ໃນລະດັບຕ່ຳກວ່າ 0,3%, ເຊິ່ງຕ່ຳກວ່າເປົ້າໝາຍທີ່ໄດ້ກຳນົດໃນແຜນຍຸດທະສາດແຫ່ງຊາດໄລຍະ 2004 - 2010. ໂຄງການແຫ່ງຊາດ ກ່ຽວກັບການປ້ອງກັນແລະຕ້ານພະຍາດໄຂ້ຍຸງ ໄດ້ບັນລຸຜົນສຳເລັດອັນຕັ້ງໜ້າ, ໄດ້ຫລຸດຜ່ອນຈຳນວນຜູ້ເປັນໄຂ້ ແລະ ເສຍຊີວິດຍ້ອນໄຂ້ຍຸງ ລົງຫຼາຍພໍຄວນ; ໄດ້ສຳເລັດເລກຄາດໝາຍທີ່ກ່ຽວພັນກັບການຄວບຄຸມວັນນະໂລກ; ບັນລຸຄວາມກ້າວໜ້າຫຼາຍຢ່າງ ໃນການຄວບຄຸມບັນດາໂລກລະບາດທີ່ເປັນອັນຕະລາຍ.
ທີເຈັດ, ການພັດທະນາແບບຍືນຍົງໄດ້ກາຍເປັນເປົ້າໝາຍອັນພື້ນຖານ ໃນແຜນຍຸດທະສາດການພັດທະນາເສດຖະກິດ - ສັງຄົມຂອງຊາດ. ຫວຽດນາມໄດ້ວາງເປົ້າໝາຍຮັກສາສິ່ງແວດລ້ອມ ຄຽງຄູ່ກັບເປົ້າໝາຍພັດທະນາເສດຖະກິດ ແຕ່ກ່ອນໜ້ານີ້ 20 ກວ່າປີ, ໄດ້ຢັ້ງຢືນເປົ້າໝາຍພັດທະນາເສດຖະກິດຕິດແໜ້ນກັບເປົ້າໝາຍຮັກສາສິ່ງແວດລ້ອມຕະຫຼອດມາ. ງົບປະມານແຫ່ງລັດທີ່ຈ່າຍໃຫ້ແກ່ການຮັກສາສິ່ງແວດລ້ອມໄດ້ເພີ່ມຂຶ້ນຫຼາຍພໍຄວນ, ບໍ່ຕ່ຳກວ່າ 1% ຂອງຍອດລາຍຈ່າຍງົບປະມານປະຈຳປີແຫ່ງລັດ.
ທີແປດ, ນັບແຕ່ເມື່ອເຂົ້າເປັນສະມາຊິກອົງການການຄ້າໂລກມາເຖິງປີນີ້ ຫວຽດນາມໄດ້ສ້າງສາຍພົວພັນທາງການຄ້າກັບເກືອບ 230 ປະເທດແລະອານາເຂດ, ມີການພົວພັນລົງທຶນກັບ 84 ປະເທດແລະອານາເຂດ, ເຊັນສັນຍາການຄ້າສອງຝ່າຍກັບຕ່າງປະເທດຫຼາຍກວ່າ 90 ສະບັບ. ຫວຽດນາມເປັນສະມາຊິກຜູ້ຕັ້ງໜ້າ ຂອງອົງການສາກົນແລະພາກພື້ນ ຫຼາຍກວ່າ 70 ອົງການ, ໄດ້ດຶງດູດເອົາເງິນລົງທຶນຈາກການຊ່ວຍເຫຼືອການພັດທະນາເປັນທາງການ (ໂອດີເອ - ODA) ໄດ້ເປັນຈຳນວນຫຼວງຫຼາຍເພື່ອຮັບໃຊ້ໃຫ້ແກ່ການພັດທະນາປະເທດ. ການລົງທຶນໂດຍກົງຈາກຕ່າງປະເທດ (ແອຟດີໄອ - FDI) ຖືບົດບາດເປັນກຳລັງໝຸນທີ່ສຳຄັນ ໃນການພັດທະນາເສດຖະກິດ, ດຶງດູດ FDI ຍາມໃດກໍ່ເປັນໜຶ່ງໃນບັນດາຈຸດໜັກໃຈກາງແຖວໜ້າ.
ແຕ່, ຄຽງຂ້າງບັນດາຜົນສຳເລັດນັ້ນ ກໍ່ຍັງມີຄວາມຫຍຸ້ງຍາກຕ່າງໆ, ມີສິ່ງຄົງຄ້າງລວມໃນວິວັດການປະຕິບັດ ບັນດາເປົ້າໝາຍການພັດທະນາສະຫັດສະວັດ, ລະອຽດຄື:
ທີໜຶ່ງ, ຄວາມບໍ່ສະເໝີພາບແລະຄວາມທຸກຍາກ ມີທ່າອຽງເພີ່ມຂຶ້ນໃນກຸ່ມຄົນທີ່ອ່ອນແອດ້ອຍຄວາມສາມາດ. ການຫລຸດຜ່ອນຄວາມທຸກຍາກຍັງຊ້າ ແລະ ຄວາມທຸກຍາກຍັງແຜ່ຫຼາຍຢູ່ເຂດຊົນນະບົດ, ເຂດພູຜາ ຫ່າງໄກສອກຫຼີກ ແລະ ເຂດມີປະຊາຊົນຊົນເຜົ່າສ່ວນນ້ອຍດຳລົງຊີວິດລວມສູນຢູ່. ຈຳນວນຄອບຄົວທຸກຍາກທີ່ເປັນຄົນຊົນເຜົ່າສ່ວນນ້ອຍກວມເຖິງ 50% ຂອງຈຳນວນຄອບຄົວທຸກຍາກໃນທົ່ວປະເທດ; ລາຍຮັບສະເຫຼ່ຍຂອງຄອບຄົວຄົນຊົນເຜົ່າສ່ວນນ້ອຍພຽງແຕ່ເທົ່າກັບ 1/6 ລາຍຮັບສະເຫຼ່ຍຂອງຄອບຄົວໃນທົ່ວປະເທດ. ຜົນສຳເລັດຂອງການຫລຸດຜ່ອນຄວາມທຸກຍາກຍັງບໍ່ທັນໝັ້ນຄົງເທື່ອ, ຍັງມີສະພາບການຫຼາຍຄອບຄົວໄດ້ຫລຸດພົ້ນຈາກຄວາມທຸກຍາກແລ້ວ ແຕ່ກໍ່ມີຄວາມສ່ຽງຫຼາຍທີ່ຈະຖືກຕົກໃສ່ກຸ່ມຄອບຄົວທຸກຍາກຄືນໃໝ່ ແລະ ມີສະພາບການຫຼາຍຄອບຄົວບໍ່ທຸກຍາກ ຖືກຕົກໃສ່ຄວາມທຸກຍາກ. ວິວັດການຫັນເປັນຕົວເມືອງເກີດຂຶ້ນຢ່າງໄວວາ ພ້ອມກັນກັບການອົບພະບົບຍົກຍ້າຍຈາກຊົນນະບົດເຂົ້າສູ່ຕົວເມືອງ ພວມເປັນສິ່ງທ້າທາຍຕໍ່ກັບຄວາມມານະພະຍາຍາມຍົກລະດັບຊີວິດຄວາມເປັນຢູ່ ແລະ ພັດທະນາເສດຖະກິດ - ສັງຄົມຢູ່ເຂດຕົວເມືອງ. ຄົນຈົນຢູ່ຕົວເມືອງພວມປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງທີ່ສຸດ, ໃນຂະນະນັ້ນ ບັນດານະໂຍບາຍອຸປະຖຳຂອງລັດຖະບານ ຍັງບໍ່ທັນກະທົບຢ່າງແທ້ຈິງ ເຖິງກຸ່ມຄົນຈົນຢູ່ຕົວເມືອງນີ້.
ທີສອງ, ເຖິງວ່າຫວຽດນາມໄດ້ເຜີຍແຜ່ປະຖົມສຶກສາທົ່ວໄປ ແລະ ລົບລ້າງຄວາມບໍ່ສະເໝີພາບທາງດ້ານເພດຢູ່ຂັ້ນມັດທະຍົມສຶກສາ ແຕ່ອັດຕາສ່ວນການເຂົ້າຮຽນໃນການສຶກສາຂັ້ນສູງຂອງຜູ້ຍິງ ຢູ່ເຂດຊົນນະບົດ ເຂດຫ່າງໄກສອກຫຼີກ ແລະ ເຂດຊົນເຜົ່າສ່ວນນ້ອຍ ແມ່ນຕ່ຳກວ່າຕັ້ງຫຼາຍ ທຽບກັບຜູ້ຊາຍ. ແຮງງານຜູ້ຊາຍໄດ້ເຂົ້າຮ່ວມຫຼາຍກວ່າ ໃນຕະຫຼາດແຮງງານ ແລະ ສາມາດເຂົ້າເຖິງງ່າຍກວ່າ ໃນວຽກງານຍາວນານ. ຜູ້ຍີງພາກສ່ວນໜຶ່ງທີ່ຫຼາຍພໍສົມຄວນ ພວມຕ້ອງເຮັດວຽກງານຕ່າງໆທີ່ຖືກກະທົບກະເທືອນງ່າຍ, ພິເສດແມ່ນໃນຂົງເຂດທີ່ບໍ່ເປັນທາງການ. ຄວາມຮຸນແຮງໃນຄອບຄົວພວມກາຍເປັນບັນຫາຮ້ອນໃນສັງຄົມຫວຽດນາມ, ເປັນສິ່ງກີດຂວາງຕໍ່ການພັດທະນາຂອງຄອບຄົວ ແລະ ສັງຄົມ. ແນວຄິດນັບຄືຜູ້ຊາຍ ດູຖູກຜູ້ຍິງ ຍັງແຜ່ຫຼາຍຢູ່ ເຊິ່ງພາໄປເຖິງສະພາບການຜູ້ຊາຍໄດ້ຮັບຄວາມເຄົາລົບນັບຖືກວ່າ ແລະ ມີສິດພິເສດຕ່າງໆ ທຽບກັບຜູ້ຍິງຢູ່ໃນຄອບຄົວ ແລະ ໃນສັງຄົມ. ຄວາມມັກຢາກເກີດລູກຊາຍ ຍັງຄົງຕົວຢູ່ໃນຫຼາຍຄອບຄົວຫວຽດນາມທີ່ສຸດ, ພິເສດແມ່ນຢູ່ເຂດຊົນນະບົດ ເຂດຊົນເຜົ່າສ່ວນນ້ອຍ ເຊິ່ງພາໃຫ້ເກີດມີຄວາມແຕກໂຕນກັນຫຼາຍ ໃນອັດຕາທາງດ້ານເພດຂອງເດັກເກີດໃໝ່ ແລະ ສະພາບການນີ້ນັບມື້ນັບຫັນປ່ຽນທາງລົບໃນຊຸມປີທີ່ຜ່ານມາມໍ່ນີ້.
ທີສາມ, ຍັງມີຄວາມແຕກຕ່າງກັນທາງດ້ານສຸຂະພາບຂອງຜູ້ຍິງທີ່ຂຶ້ນກັບບັນດາກຸ່ມຄົນທີ່ຕ່າງກັນ, ເປັນຕົ້ນແມ່ນຜູ້ຍິງຢູ່ຊົນນະບົດ ເຂດຫ່າງໄກສອກຫຼີກ; ຜູ້ຍິງທີ່ມີລະດັບຄວາມຮູ້ຕ່ຳ, ໃນຄອບຄົວທຸກຍາກ ແລະ ເປັນຄົນຊົນເຜົ່າສ່ວນນ້ອຍ. ຄວາມຕ້ອງການກ່ຽວກັບແຜນການຄອບຄົວ ຍັງບໍ່ທັນໄດ້ຕອບສະໜອງຢ່າງພຽງພໍເທື່ອ, ອັດຕາສ່ວນຜູ້ຍິງມີຄວາມຕ້ອງການແຜນການຄອບຄົວແຕ່ບໍ່ໄດ້ຕອບສະໜອງ ກໍ່ຍັງຢູ່ໃນລະດັບສູງພໍຄວນ. ປັດຈຸບັນ ຍັງມີສິ່ງກີດຂວາງທາງດ້ານສັງຄົມ ແລະ ວັດທະນະທຳ ຕໍ່ກັບການເຂົ້າເຖິງບັນດາມາດຕະການແຜນການຄອບຄົວຢູ່ຫວຽດນາມ. ຈິດສຳນຶກທີ່ຜິດພາດກ່ຽວກັບສຸຂະພາບການເກີດລູກຍັງມີຢູ່ຢ່າງແຜ່ຫຼາຍໃນສັງຄົມ. ຄຽງຂ້າງນັ້ນ, ແຜນການຄອບຄົວຍັງຖືກຖືວ່າເປັນໜ້າທີ່ຂອງຜູ້ຍິງ, ພ້ອມກັບບົດບາດທີ່ບໍ່ຕັ້ງໜ້າຂອງຜູ້ຊາຍ ໄດ້ເປັນອຸປະສັກ ແລະ ແບກຫາບອັນໜັກໜ່ວງໃຫ້ແກ່ຜູ້ຍິງ. ຂ່າວສານກ່ຽວກັບສຸຂະພາບການເກີດຍັງຂາດເຂີນຫຼາຍ, ເປັນຕົ້ນແມ່ນຕໍ່ກັບຊາວໜຸ່ມ ແລະ ເຍົາວະຊົນ.
ທີສີ່, ການຮັບປະກັນຄວາມຍືນຍົງທາງດ້ານສິ່ງແວດລ້ອມ ຍັງພົບຄວາມຫຍຸ້ງຍາກຫຼາຍ ເຊິ່ງຮຽກຮ້ອງໃຫ້ມີຄວາມມານະພະຍາຍາມຢ່າງບໍ່ຂາດສາຍ. ຈຳນວນກໍລະນີລ່ວງລະເມີດທຳລາຍສິ່ງແວດລ້ອມ, ເຮັດໃຫ້ແຫຼ່ງຊັບພະຍາກອນບົກແຫ້ງນັ້ນ ນັບມືນັບເພີ່ມຂຶ້ນ ແລະ ຮ້າຍແຮງ. ລະບົບກົດໝາຍກ່ຽວກັບສິ່ງແວດລ້ອມຍັງມີຊ່ອງວ່າງຂໍ້ບົກພ່ອງຫຼາຍ. ການລົງທຶນໃຫ້ແກ່ສິ່ງແວດລ້ອມຍັງບໍ່ທັນສົມຄູ່ກັບຄວາມຕ້ອງການ. ງົບປະມານທີ່ໃຊ້ໃຫ້ແກ່ການປົກປັກຮັກສາສິ່ງແວດລ້ອມຂອງປະເທດເຮົາຍັງຕ່ຳຫຼາຍ ທຽບກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ.
ທີຫ້າ, ສິ່ງທ້າທາຍຕ່າງໆກ່ຽວກັບຮົ້ວກັ້ນການຄ້າ ນັບມື້ນັບໜັກໜ່ວງ, ພິເສດແມ່ນຮົ້ວກັ້ນການຄ້າທີ່ບໍ່ແມ່ນສຸນລະກາກອນ. ກະແສທຶນ ແອຟດີເອ ຫລຸດຜ່ອນລົງເທື່ອລະກ້າວ; ການດຶງດູດທຶນ ແອຟດີເອ ເຂົ້າໃນບັນດາຂະແໜງການສຳຄັນ ກໍ່ພົບຄວາມຫຍຸ້ງຍາກ. ໜີ້ສິນຫຼວງຂອງຫວຽດນາມມີທ່າອຽງເພີ່ມຂຶ້ນ ພາໃຫ້ເກີດຄວາມກັງວົນ ແລະ ເຮັດໃຫ້ເສດຖະກິດຕ້ອງປະເຊີນໜ້າກັບຄວາມສ່ຽງຫຼາຍ. ໜີ້ຕ່າງປະເທດກວມອັດຕາສ່ວນຫຼາຍໃນໜີ້ສິນຫຼວງ ເປັນເຫດທີ່ພາໃຫ້ຫວຽດນາມອາດຈະຖືກກະທົບກະເທືອນໂດຍງ່າຍ ຈາກການວິກິດຂອງເສດຖະກິດໂລກ ແລະ ເປັນຄວາມສ່ຽງທາງດ້ານອັດຕາແລກປ່ຽນເງິນຕາ.
ທີຫົກ, ການສ້າງກອບນິຕິກຳສຳລັບບັນດາເປົ້າໝາຍທີ່ໄດ້ຕົກລົງກັນໃນຂອບເຂດສາກົນ ຍັງພົບຄວາມຫຍຸ້ງຍາກຫຼາຍປະການ ເມື່ອຍັງມີຄວາມແຕກຕ່າງທີ່ແນ່ນອນກ່ຽວກັບບັນທັດຖານ ແລະ ມາດຕະຖານ ລະຫວ່າງປະເທດ ແລະ ສາກົນ. ດັ່ງນັ້ນ ຈຶ່ງຕ້ອງມີເວລາເພື່ອຄົ້ນຄ້ວາວິທີແກ້ ເພື່ອແນໃສ່ເຮັດໃຫ້ມີຄວາມປະສົມກົມກຽວ ລະຫວ່າງບັນທັດຖານສາກົນ ແລະ ບັນທັດຖານຂອງຊາດ, ພ້ອມກັນນັ້ນກໍ່ຕ້ອງມີວິທີໝູນໃຊ້ຂໍ້ກຳນົດຕ່າງໆຂອງສາກົນຢ່າງເປັນເອກະພາບ.
ທີເຈັດ, ຜົນສຳເລັດໜຶ່ງທີ່ສຳຄັນໃນທົດສະວັດທີ່ຜ່ານມາແມ່ນ ຫວຽດນາມໄດ້ກາຍເປັນປະເທດກຳລັງພັດທະນາທີ່ມີລາຍຮັບປານກາງຕ່ຳໃນປີ 2010. ຜົນສຳເລັດນີ້ໄດ້ສະແດງໃຫ້ເຫັນເຖິງຄວາມມານະພະຍາຍາມຂອງຫວຽດນາມໃນການພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ແຕ່ຄຽງຄູ່ກັບຂະບວນວິວັດດັ່ງກ່າວນັ້ນ ການຊ່ວຍເຫຼືອຂອງວົງຄະນາຍາດສາກົນ ໂດຍຜ່ານແຫຼ່ງທຶນ ໂອດີເອ ກໍ່ມີທ່າອຽງຫລຸດຜ່ອນລົງ ເພື່ອຫັນໄປສູ່ສະຖານະໃໝ່ ຄືການຮ່ວມມືກັບບັນດາຄູ່ຮ່ວມ ແລະ ແຫຼ່ງທຶນກູ້ຢືມຕາມທຳມະດາ. ສະພາບການດັ່ງກ່າວກໍ່ຄວາມຫຍຸ້ງຍາກຫຼາຍຢ່າງໃຫ້ແກ່ການລະດົມແຫຼ່ງພະລັງ ເພື່ອປະຕິບັດບັນດາເປົ້າໝາຍໃນຂົງເຂດສັງຄົມ ແລະ ຫລຸດຜ່ອນຄວາມທຸກຍາກ.
ບັນຫາສຳຄັນໜຶ່ງອີກຄື ວຽກງານໂຄສະນາອົບຮົມຍົງສູງຄວາມຮັບຮູ້ຂອງທົ່ວສັງຄົມຕ້ອງໄດ້ຮັບຄວາມເອົາໃຈໃສ່ຍິ່ງກວ່າອີກ; ຍົກສູງຄວາມສາມາດຕິດຕາມ ກວດກາ, ເປັນຕົ້ນແມ່ນຕິດຕາມກວດກາຢ່າງເປັນປະຈຳ ແລະ ຕິດຕາມກວດກາຢ່າງເປັນລະບົບ.
ບົດຮຽນປະສົບການຈຳນວນໜຶ່ງ
ທີໜຶ່ງ, ຫວຽດນາມໄດ້ໃຫ້ຄຳໝັ້ນສັນຍາ ແລະ ຕັດສິນໃຈການເມືອງສູງ. ດ້ວຍການຮັບຮອງຜ່ານຖະແຫຼງການສະຫັດສະວັດໃນປີ 2000, ຫວຽດນາມຕັດສິນໃຈປະຕິບັດບັນດາເປົ້າໝາຍການພັດທະນາສະຫັດສະວັດ, ໃຫ້ຄຳໝັ້ນສັນຍາຈະສ້າງສັງຄົມທີ່ໝັ້ນຄົງຍືນຍົງ ເຊິ່ງໃນນັ້ນການເຕີບໂຕທາງດ້ານເສດຖະກິດຍາມໃດກໍ່ໄປຄຽງຄູ່ກັບຄວາມກ້າວໜ້າ ຄວາມສະເໝີພາບທາງສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ.
ທີສອງ, ມີລະບົບການຄຸ້ມຄອງບໍລິຫານທີ່ດີ ແລະ ບັນດາສະຖາບັນແຫ່ງລັດທີ່ເຂັ້ມແຂງ. ຄຸ້ມຄອງບໍລິຫານດີແມ່ນໜຶ່ງໃນບັນດາປັດໄຈສຳຄັນກວ່າໝູ່ໝົດ ທີ່ຊ່ວຍໃຫ້ຫວຽດນາມບັນລຸຜົນສຳເລັດໃນການປະຕິບັດບັນດາເປົ້າໝາຍການພັດທະນາສະຫັດສະວັດ. ບົດຮຽນປະສົບການຂອງຫວຽດນາມໃຫ້ເຫັນວ່າ, ລະບົບການຄຸ້ມຄອງບໍລິຫາດີຕ້ອງປະກອບດ້ວຍບັນດາປັດໃຈເຊັ່ນ ລະບົບກົນໄກນະໂຍບາຍຈະແຈ້ງ, ມີຄວາມສັກສິດ ແລະ ປະສິດທິຜົນສູງ; ມີກົງຈັກຄຸ້ມຄອງເຂັ້ມແຂງ ສາມາດດຳເນີນປະຕິບັດບັນດາເປົ້າໝາຍສັງຄົມເວົ້າລວມ ແລະ ບັນດາເປົ້າໝາຍການພັດທະນາສະຫັດສະວັດເວົ້າໂດຍສະເພາະ ເຊິ່ງໄດ້ສ້າງຕັ້ງຂຶ້ນແຕ່ຂັ້ນສູນກາງ ຈົນຮອດຂັ້ນທ້ອງຖິ່ນ; ມີຄວາມສາມາດລະດົມ ແລະ ນຳໃຊ້ບັນດາແຫຼ່ງພະລັງຢ່າງມີປະສິດທິຜົນ; ມີການປະສານສົມທົບລະຫວ່າງອົງການລັດ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ; ຄວາມສາມາດຕິດຕາມ ແລະ ຄວາມສາມາດປະເມີນຕີລາຄາ ໄດ້ຮັບການເພີ່ມທະວີ ເພື່ອຮັບປະກັນປະຕິບັດບັນດາເປົ້າໝາຍການພັດທະນາສະຫັດສະວັດ ຢ່າງສຳເລັດຜົນ.
ທີສາມ, ມີວິທີເຂົ້າເຖິງການປະຕິບັດຢ່າງປະດິດສ້າງ ແລະ ສົມເຫດສົມຜົນ ໃນວິວັດການປະຕິບັດບັນດາເປົ້າໝາຍການພັດທະນາສະຫັດສະວັດ. ວິທີເຂົ້າເຖິງຫຼາຍວິທີໄດ້ກາຍເປັນບົດຮຽນທີ່ປະດິດສ້າງຂອງຫວຽດນາມ ບົນເສັ້ນທາງແຫ່ງການປະຕິບັດບັນດາເປົ້າໝາຍການພັດທະນາສະຫັດສະວັດ ເຊິ່ງໃນນັ້ນບົດຮຽນທີ່ສຳຄັນຄື: ການ “ຫັນເປັນຂອງຊາດ” ແລະ ແຊກຊ້ອນບັນດາເປົ້າໝາຍການພັດທະນາສະຫັດສະວັດ ໄດ້ຊ່ວຍໃຫ້ຫວຽດນາມໄປເຖິງຈຸດໝາຍຢ່າງໄວວາ ແລະ ໝັ້ນຄົງ; ຫວຽດນາມໄດ້ປະຕິບັດການລົບລ້າງຄວາມອຶດຫີວ ຫລຸດຜ່ອນຄວາມທຸກຍາກ ໂດຍອິງບົນພື້ນຖານຄວາມເຕີບໂຕທາງດ້ານເສດຖະກິດທີ່ສູງ, ເອົາໃຈໃສ່ພັດທະນາບັນດາເຂດຊົນນະບົດ ແລະ ຂົງເຂດກະສິກຳ.
ທີສີ່, ຈິດໃຈເປັນເຈົ້າຂອງອຳນາດການປົກຄອງໄດ້ຮັບການຍົກສູງຂຶ້ນ, ພ້ອມກັນນັ້ນ ກໍ່ເອົາໃຈໃສ່ເຖິງການດຶງດູດການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາຝ່າຍທີ່ກ່ຽວຂ້ອງ. ເພື່ອເສີມຂະຫຍາຍຈິດໃຈຕັ້ງໜ້າເຂົ້າຮ່ວມຂອງປະຊາຊົນ ໃນວິວັດການວາງກຳນົດ ແລະ ປະຕິບັດບັນດາເປົ້າໝາຍການພັດທະນາສະຫັດສະວັດ, ຫວຽດນາມໄດ້ປະຕິບັດຫຼັກການຈຳນວນໜຶ່ງຄື ຮັບປະກັນສະໜອງຂ່າວສານໃນລະດັບດີທີ່ສຸດເທົ່າທີ່ຈະດິໄດ້; ສະໜອງແຫຼ່ງພະລັງຢ່າງພຽງພໍໃຫ້ແກ່ບັນດາເປົ້າໝາຍບຸລິມະສິດ ທີ່ໄດ້ວາງໄວ້; ມີກົນໄກດີທີ່ສຸດສຳລັບຄວາມຄິດເຫັນສະເໜີແນະຂອງປະຊາຊົນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ.
ທີຫ້າ, ເອົາໃຈໃສ່ນຳໃຊ້ບັນດາຮູບການໂຄສະນາຂົນຂວາຍປະຊາຊົນ ແນໃສ່ປະຕິບັດບັນດາເປົ້າໝາຍການພັດທະນາສະຫັດສະວັດ ໃຫ້ສຳເລັດຜົນ. ການໂຄສະນານະໂຍບາຍແມ່ນການສະໜອງບັນດາຂ່າວສານທີ່ຊັດເຈນ ສອດຄ່ອງເໝາະສົມ ແລະ ພາວະວິໄສ ກ່ຽວກັບເປົ້າໝາຍ ຄວາມຮຽກຮ້ອງຕ້ອງການ ເນື້ອໃນ ແລະ ຜົນສຳເລັດຕ່າງໆ ຂອງນະໂຍບາຍນັ້ນ. ວຽກງານໂຄສະນາຂົນຂວາຍ ຍາມໃດກໍ່ໄດ້ຮັບຄວາມເອົາໃນໃສ່ເປັນສຳຄັນ ຂອງລັດຖະບານ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ແລະ ມັນຖືກນຳໃຊ້ຄືກັນກັບເຄື່ອງມື ຫຼື “ແຫຼ່ງພະລັງ” ໜຶ່ງ ທີຕ້ອງໄດ້ລະດົມຫຼາຍທີ່ສຸດ ເພື່ອບັນລຸບັນດາເປົ້າໝາຍການພັດທະນາສະຫັດສະວັດ.
ບົດຮຽນປະສົບການຂອງຫວຽດນາມໃຫ້ເຫັນວ່າ, ບັນດາເປົ້າໝາຍການພັດທະນາສະຫັດສະວັດ ອາດຈະບັນລຸໄດ້ໃນກະທັ່ງເງື່ອນໄຂແຫຼ່ງພະລັງຍັງຈຳກັດ ເຖິງແມ່ນວ່າຄວາມພ້ອມຂອງບັນດາແຫຼ່ງພະລັງຖືກຖືວ່າເປັນເງື່ອນໄຂທີ່ບໍ່ອາດຈະຂາດໄດ້ ເພື່ອຮັບປະກັນຄວາມສຳເລັດໃນການປະຕິບັດບັນດາເປົ້າໝາຍການພັດທະນາສະຫັດສະວັດ ກໍ່ຕາມ. ນອກນັ້ນ, ຍັງຕ້ອງມີຄຳໝັ້ນສັນຍາທີ່ໜັກແໜ້ນ ແລະ ຄວາມຕັດສິນໃຈການເມືອງສູງ, ມີວິທີເຂົ້າເຖິງຢ່າງປະດິດສ້າງ ແລະ ສອດຄ່ອງກັບເງື່ອນໄຂພິເສດສະເພາະຂອງປະເທດ, ມີສະຕິເປັນເຈົ້າທີ່ໄດ້ເສີມຂະຫຍາຍຢ່າງແຂງແຮງ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາຝ່າຍທີ່ກ່ຽວຂ້ອງ. ຄຽງຂ້າງນັ້ນ, ການປະຕິບັດບັນດາເປົ້າໝາຍການພັດທະນາສະຫັດສະວັດໃຫ້ສຳເລັດຜົນ ຍັງຮຽກຮ້ອງຕ້ອງການຍົກສູງປະສິດທິຜົນຂອງກົງຈັກຄຸ້ມຄອງບໍລິຫານ ແລະ ປະສິດທິຜົນຂອງບັນດາສະຖາບັນແຫ່ງລັດອື່ນອີກ, ຮັບປະກັນບົດບາດສຳຄັນຂອງບັນດາອົງການຫົວເງື່ອນ, ບັນດາກະຊວງ ຂະແໜງການ ທ້ອງຖິ່ນທີ່ກ່ຽວ, ຕ້ອງເພີ່ມທະວີຄວາມສາມາດປຸກລະດົມ ຊຸກຍູ້ ແລະ ສົ່ງເສີມການກະທຳ ຂອງບັນດາປັດໄຈຢູ່ທັງສູນກາງ ແລະ ທ້ອງຖິ່ນ. ລະບົບນະໂຍບາຍໜຶ່ງທີ່ມີຄວາມສັກສິດ ມີປະສິດທິຜົນ, ຕອບສະໜອງໄດ້ກັບຄວາມຕ້ອງການຂອງປະຊາຊົນ ບວກກັບການສະໜັບສະໜູນຊ່ວຍເຫຼືອຢ່າງຕັ້ງໜ້າຂອງບັນດາອົງການສາກົນ, ຂອງບັນດາອົງການນອກພາກລັດ ແລະ ບັນດາຄູ່ຮ່ວມການພັດທະນາອື່ນ ກໍ່ເປັນປັດໄຈທີ່ປະກອບສ່ວນບໍ່ໜ້ອຍເຂົ້າໃນຄວາມສຳເລັດຂອງການປະຕິບັດບັນດາເປົ້າໝາຍການພັດທະນາສະຫັດສະວັດ./.
ໂດຍ ຫງວຽນເຖຟອງ
ລັດຖະມົນຕີຊ່ວຍວ່າການກະຊວງແຜນການແລະການລົງທຶນ
* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 875 (ເດືອນກັນຍາ 2015)