ບາງເນື້ອໃນຕົ້ນຕໍໃນແນວທາງແລະແຜນນະໂຍບາຍ
ຂອງພັກກອມມູນິດຫວຽດນາມກ່ຽວກັບການຫັນເປັນອຸດສາຫະກຳ
ແລະທັນສະໄໝ ທີ່ກ່ຽວຂ້ອງກັບການປ່ຽນແປງອຸດສາຫະກຳ
ຂອງພັກກອມມູນິດຫວຽດນາມກ່ຽວກັບການຫັນເປັນອຸດສາຫະກຳ
ແລະທັນສະໄໝ ທີ່ກ່ຽວຂ້ອງກັບການປ່ຽນແປງອຸດສາຫະກຳ
ວກ. - ການຫັນປະເທດເປັນອຸດສາຫະກຳແລະທັນສະໄໝແມ່ນແຜນນະໂຍບາຍທີ່ສຳຄັນຂອງພັກກອມມູນິດຫວຽດນາມ ເພື່ອກໍ່ສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ພັດທະນາຢ່າງວ່ອງໄວ ແລະຍືນຍົງ, ກາຍເປັນປະເທດທີ່ພັດທະຍາ ມີລາຍໄດ້ສູງ ຕາມທິດທາງສັງຄົມນິຍົມ. ແນວທາງແລະແຜນນະໂຍບາຍຂອງພັກກ່ຽວກັບການຫັນເປັນອຸດສາຫະກຳແລະທັນສະໄໝ ກ່ຽວຂ້ອງກັບການປ່ຽນແປງອຸດສາຫະກຳ ເປັນພື້ນຖານໃນການສະເໜີກົນໄກແລະນະໂຍບາຍສະເພາະ, ໃນນັ້ນມີກົນໄກແລະນະໂຍບາຍທີ່ພິເສດແລະພົ້ນເດັ່ນ, ສ້າງແຮງຂັບເຄື່ອນໃໝ່ ແລະເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ແລະ ດຶງດູດບັນດາແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງ ໃຫ້ແກ່ການພັດທະນາປະເທດຊາດ.
ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຟ້າມ ມິງ ຈິ໊ງ ຢ້ຽມຊົມການຈັດສະແດງຜະລິດຕະພັນນະວັດຕະກຳ ໃນວັນປ່ຽນແປງໃໝ່ປະດິດສ້າງຫວຽດນາມ 2024 _ພາບ: TTXVN
ການຫັນເປັນອຸດສາຫະກຳແລະທັນສະໄໝແມ່ນແຜນນະໂຍບາຍທີ່ສອດຄ່ອງແລະສະເໝີຕົ້ນສະເໝີປາຍຂອງພັກກອມມູນິດຫວຽດນາມ ໃນຂະບວນການສ້າງສາແລະປົກປັກຮັກສາປະເທດຊາດ, ໂດຍສະເພາະແມ່ນ ນັບແຕ່ການປ່ຽນແປງໃໝ່ (ປີ 1986) ມາເຖິງປະຈຸບັນ. ໃນຕະຫຼອດຂະບວນວິວັດດັ່ງກ່າວນັ້ນ, ແນວທາງຂອງພັກກ່ຽວກັບການຫັນເປັນອຸດສາຫະກຳແລະທັນສະໄໝໄດ້ຮັບການອັບເດດ ເພີ່ມເຕີມ ແລະ ພັດທະນາຢ່າງຕໍ່ເນື່ອງ.
ແຜນນະໂຍບາຍຂອງພັກກອມມູນິດຫວຽດນາມກ່ຽວກັບການຫັນປະເທດເປັນອຸດສາຫະກຳແລະທັນສະໄໝທີ່ມີຄວາມກ່ຽວຂ້ອງກັບການປ່ຽນແປງອຸດສາຫະກຳນັ້ນ ສະແດງອອກໃນບັນດາຈຸດພື້ນຖານດັ່ງຕໍ່ໄປນີ້:
ທີໜຶ່ງ, ຢືນຢັນວ່າການຫັນເປັນອຸດສາຫະກຳແລະທັນສະໄໝແມ່ນຂະບວນການຫັນປ່ຽນພື້ນຖານເສດຖະກິດແລະຊີວິດສັງຄົມຢ່າງເປັນພື້ນຖານແລະຮອບດ້ານ; ແມ່ນໜ້າທີ່ຈຸດໜັກໃຈກາງຂອງຍຸດທະສາດການພັດທະນາເສດຖະກິດແລະສັງຄົມ, ເພື່ອຊຸກຍູ້ໃຫ້ເສດຖະກິດພັດທະນາຢ່າງວ່ອງໄວແລະຍືນຍົງ, ຊ່ວຍໃຫ້ບັນລຸບັນດາເປົ້າໝາຍການພັດທະນາປະເທດຮອດປີ 2030 ແລະວິໄສທັດຮອດປີ 2045 ເຊິ່ງຖືມະນຸດເປັນໃຈກາງ ໂດຍບໍ່ປະຜູ້ໃດໄວ້ຂ້າງຫຼັງ; ຮັບປະກັນຄວາມຍຸຕິທຳທາງສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດຢ່າງມີປະສິດທິຜົນ; ສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ຮັບປະກັນຄວາມໝັ້ນຄົງແລະການປ້ອງກັນປະເທດຢ່າງໝັ້ນຄົງ.
ສິ່ງດັ່ງກ່າວໃຫ້ເຫັນວ່າ, ພັກບໍ່ໄດ້ຖືວ່າ ການຫັນເປັນອຸດສາຫະກຳແລະທັນສະໄໝເປັນອັນໜຶ່ງອັນດຽວກັບການພັດທະນາອຸດສາຫະກຳ; ການຫັນເປັນອຸດສາຫະກຳຕ້ອງຕິດກັບການຫັນເປັນທັນສະໄໝຕໍ່ຊີວິດສັງຄົມທັງໝົດ ເຊິ່ງໃນນັ້ນ ການພັດທະນາອຸດສາຫະກຳມີບົດບາດຫຼັກແຫຼ່ງ, ສ້າງຜົນກະທົບແຜ່ກະຈາຍໄປສູ່ທຸກຂະແໜງການແລະຊີວິດສັງຄົມທັງໝົດ (ແບບວິທີການຜະລິດອຸດສາຫະກຳ, ວັດທະນະທຳການຜະລິດອຸດສາຫພະກຳ, ເຕັກໂນໂລຊີການຜະລິດອຸດສາຫະກຳ, ການຈັດຕັ້ງການຜະລິດອຸດສາຫະກຳ...). ນອກຈາກນັ້ນ, ການຫັນເປັນອຸດສາຫະກຳແລະທັນສະໄໝຢູ່ຫວຽດນາມແມ່ນຂະບວນການທີ່ມີມະນຸດສະທຳສູງ ເຊິ່ງກ່ຽວຂ້ອງກັບມູນເຊື້ອ ແລະວັດທະນະທຳຂອງຊາດ.
ທີສອງ, ການຫັນເປັນອຸດສາຫະກຳແລະທັນສະໄໝຕິດພັນກັບຂະບວນການປ່ຽນແປງໃໝ່ຮູບແບບການເຕີບໂຕ ແລະ ການປັບໂຄງສ້າງເສດຖະກິດ ໂດຍຖືເອົາວິທະຍາສາດ-ເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດສ້າງ ເປັນແຮງຂັບເຄື່ອນ; ການພັດທະນາຕົວເມືອງ, ການພັດທະນາກະສິດກຳ ແລະຊົນນະບົດ ກັບການຫັນເປັນອຸດສາຫະກຳແລະທັນສະໄໝຕໍ່ກະສິກຳແລະຊົນນະບົດ ເປັນໜຶ່ງໃນໜ້າທີ່ທີ່ໄດ້ຮັບບຸລິມະສິດກ່ອນອື່ນໝົດ; ການພັດທະນາເສດຖະກິດ-ສັງຄົມໃນພາກພື້ນ ແລະ ທ້ອງຖິ່ນ; ການເພີ່ມທະວີການເຊື່ອມໂຍງສາກົນ; ການຮັບປະກັນຄວາມໝັ້ນຄົງຂອງເສດຖະກິດມະຫາພາກ; ການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ.
ພັກເຮົາໄດ້ກຳນົດການປະຕິບັດການຫັນເປັນອຸດສາຫະກຳແລະທັນສະໄໝ ຕາມແຜນງານ ແລະຂັ້ນຕອນທີ່ລະອຽດສະເພາະ, ມີຈຸດໜັກ ໃຈກາງ ດ້ວຍຊັບພະຍາກອນພາຍໃນປະເທດທີ່ເປັນພື້ນຖານ ຍຸດທະສາດ ຍາວນານ ແລະ ຕັດສິນຊີ້ຂາດ; ຊັບພະຍາກອນພາຍນອກມີຄວາມສໍາຄັນ, ບຸກທະລຸ. ຄຽງຄູ່ກັນນັ້ນ, ການຫັນເປັນອຸດສາຫະກຳແລະທັນສະໄໝຕ້ອງຂຸດຄົ້ນ ແລະ ເສີມຂະຫຍາຍຢ່າງດີທີ່ສຸດ ທຸກທ່າແຮງ ແລະ ຄວາມໄດ້ປຽບຂອງປະເທດ, ຂອງແຕ່ລະພາກພື້ນ ແລະ ທ້ອງຖິ່ນ; ຂໍ້ໄດ້ປຽບຂອງເສດຖະກິດທີ່ “ມາທີຫຼັງ” ແລະ ໃນໄລຍະເວລາ “ປະຊາກອນທອງ”; ການປະສົມປະສານຢ່າງຄົບຊຸດແລະມີປະສິດທິພາບລະຫວ່າງ ການພັດທະນາຕາມລຳດັບ ແລະການກ້າວກະໂດດ; ການຫັນເປັນດິຈິຕອນແມ່ນວິທີການບຸກທະລຸໃໝ່ ເພື່ອຫຍໍ້ຂະບວນການຫັນເປັນອຸດສາຫະກຳແລະທັນສະໄໝ.
ບົນພື້ນຖານທັດສະນະເທິງນີ້, ພັກໄດ້ສະເໜີແຜນງານການຫັນເປັນອຸດສາຫະກຳ ແລະທັນສະໄໝໃນ 2 ໄລຍະຄື: ໄລຍະປີ 2021-2030 (ໄລຍະທີ່ຫວຽດນາມກ້າວສູ່ການມີລາຍໄດ້ປານກາງສູງ) ແລະໄລຍະປີ 2031-2045 (ໄລຍະທີ່ຫວຽດນາມສູ່ການບັນລຸຜົນລາຍໄດ້ສູງ).
ໃນໄລຍະປີ 2021-2030, ໜຶ່ງໃນໜ້າທີ່ແລະວິທີແກ້ໄຂແມ່ນການປ່ຽນແປງໃໝ່ຈິນຕະນາການ, ຄວາມຮັບຮູ້ ແລະ ການກະທຳ ຢ່າງດຸເດືອດ, ສືບຕໍ່ຍູ້ແຮງການຫັນປະເທດເປັນອຸດສາຫະກຳແລະທັນສະໄໝ ເຊິ່ງຕ້ອງການ: 1- ຍູ້ແຮງການໝູນໃຊ້ວິທະຍາສາດ-ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິສ້າງ ໂດຍສະເພາະແມ່ນ ຜົນສຳເລັດຂອງການປະຕິວັດອຸດສາຫະກຳຄັ້ງທີ 4. 2- ປະຕິບັດການຫັນເປັນດິຈິຕອນຢ່າງຮອບດ້ານ, ແທ້ຈິງ, ມີປະສິດທິຜົນ ແລະ ຍືນຍົງ; ປັບປຸງຍົກສູງຄວາມສາມາດເປັນເຈົ້າຕົນເອງທາງດ້ານການຜະລິດ, ເຕັກໂນໂລຊີ ແລະການຕະຫຼາດ, ປົກປ້ອງແລະເສີມຂະຫຍາຍຕະຫຼາດພາຍໃນປະເທດຢ່າງດີ. 3- ຫັນປ່ຽນໂຄງປະກອບຂະແໜງອຸດສາຫະກຳໄປສູ່ບັນດາຂະແໜງການທີ່ມີລັກສະນະຮາກຖານ, ບຸລິມະສິດ, ເປັນຫົວຫອກ, ດ້ວຍເນື້ອໃນທາງເຕັກໂນໂລຢີແລະມູນຄ່າເພີ່ມສູງ; ປ່ຽນຂະແໜງອຸດສາຫະກຳທີ່ໃຊ້ຊັບພະຍາກອນແລະພະລັງງານຢ່າງເຂັ້ມຂົ້ນ ໃຫ້ກາຍເປັນອຸດສາຫະກຳສີຂຽວ, ອຸດສາຫະກຳຄາຣ໌ບອນຕ່ຳ. 4- ການປັບໂຄງປະກອບຂະແໜງກະສິກຳແລະບໍລິການ ໂດຍອີງໃສ່ເຕັກໂນໂລຊີທັນສະໄໝ ແລະ ເຕັກໂນໂລຊີດິຈິຕອນ, ພັດທະນາຮູບແບບການບໍລິການໃໝ່ ທີ່ມີຄຸນຄ່າເພີ່ມແລະສະຫະວິທະຍາການສູງ, ເລັ່ງລັດການບໍລິການອຸດສາຫະກຳປຸງແຕ່ງແລະການຜະລິດ.
ສາມາດເຫັນໄດ້ວ່າ ນີ້ແມ່ນໄລຍະທີ່ຂະບວນການຫັນປ່ຽນຄູ່ເກີດຂຶ້ນ: ການຫັນປ່ຽນດິຈິຕອນ ແລະການຫັນປ່ຽນສີຂຽວ ດຳເນີນໄປຄວບຄູ່ກັບຂະບວນການປັບໂຄງສ້າງອຸດສາຫະກຳ ເພື່ອມຸ່ງສູ່ອຸດສາຫະກຳເຕັກໂນໂລຊີສູງ ແລະ ອຸດສາຫະກຳການນຳໃຊ້ເຕັກໂນໂລຊີຂັ້ນສູງ. ນີ້ກໍແມ່ນຂະບວນການປ່ຽນແປງໂຄງສ້າງເສດຖະກິດ ຈາກແຮງງານທັກສະຕ່ຳ ໄປເປັນເປັນແຮງງານທັກສະສູງ.
ໃນໄລຍະປີ 2031-2045: ຕ້ອງສຸມໃສ່ຍົກສູງຄຸນນະພາບຂອງການຫັນເປັນອຸດສາຫະກຳ ແລະຍູ້ແຮງການຫັນເປັນທັນສະໄໝຢ່າງຮອບດ້ານໃນທຸກຂົງເຂດຂອງລະບົບເສດຖະກິດ ແລະຊີວິດສັງຄົມ. ນີ້ແມ່ນໄລຍະການພັດທະນາແບບກ້າວກະໂດດ ທີ່ຈະຊ່ວຍໃຫ້ຫວຽດນາມຫຼີກລ່ຽງຄວາມສ່ຽງໃນການຕິດກັບດັກລາຍໄດ້ປານກາງ ເພື່ອກ້າວໄປສູ່ການເປັນປະເທດພັດທະນາແລ້ວທີ່ມີລາຍໄດ້ສູງ.
ການກຳນົດບັນດາໄລຍະການຫັນເປັນອຸດສາຫະກຳແລະທັນສະໄໝນັ້ນ ແມ່ນສອດຄ່ອງກັບທ່າອ່ຽງການພັດທະນາທົ່ວໄປຂອງບັນດາປະເທດໃນໂລກ.
ຈາກການວິເຄາະດ້ານປະລິມານການພັດທະນາຂອງ 150 ປະເທດ, ລາຍງານຄວາມສາມາດໃນການແຂ່ງຂັນລະດັບໂລກ ຂອງເວທີປາໄສເສດຖະກິດໂລກ ປະຈຳປີ 2014 ສະແດງໃຫ້ເຫັນໄລຍະການພັດທະນາຂອງປະເທດຕ່າງໆ ທົ່ວໂລກທີ່ສອດຄ່ອງກັບລະດັບ GDP ຕໍ່ຫົວ. ລາຍງານລະບຸວ່າ, ໃນໂລກມີພຽງບໍ່ເທົ່າໃດປະເທດ (ກວມເອົາປະມານ 1/4 ຂອງປະຊາກອນໂລກ) ທີ່ສາມາດກ້າວຈາກໄລຍະທີ່ 2 ໄປຢູ່ໄລຍະທີ່ 3, ແລະປະເທດທີ່ບໍ່ສາມາດກ້າວໄປສູ່ໄລຍະທີ 3 ໄດ້ນັ້ນ ຖືວ່າຢູ່ໃນ “ກັບດັກລາຍໄດ້ປານກາງ”. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ການບັນລຸສະຖານະລາຍໄດ້ປານກາງນັ້ນເປັນເລື່ອງຍາກ, ແຕ່ການກາຍເປັນປະເທດທີ່ມີລາຍໄດ້ສູງນັ້ນຍາກກວ່າ.
ຕາມວິທີເຂົ້າເຖິງນີ້, ຫວຽດນາມພວມຢູ່ໃນໄລຍະທີ່ຕ້ອງສຸມໃສ່ນຳໃຊ້ແຫຼ່ງກຳລັງຢ່າງມີປະສິດທິຜົນ, ພ້ອມກັນນັ້ນ ກໍສ້າງຮາກຖານໃຫ້ກັບໄລຍະການພັດທະນາໂດຍອີງໃສ່ເຕັກໂນໂລຊີ ແລະການປ່ຽນແປງໃໝ່ເປັນຕົ້ນຕໍ; ແລະໜ້າທີ່ສຳຄັນໜຶ່ງທີ່ຕ້ອງໄດ້ຮັບການປະຕິບັດແມ່ນ ສ້າງລະບົບການປ່ຽນແປງໃໝ່ປະດິສ້າງແຫ່ງຊາດ ໂດຍມີການເຊື່ອມໂຍງຢ່າງແໜ້ນແຟ້ນລະຫວ່າງລັດ, ວິສາຫະກິດ, ສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລ; ໃນນັ້ນ ວິສາຫະກິດເປັນໃຈກາງ ແລະ ລັດມີບົດບາດໃນການສ້າງສັນ. ເວົ້າອີກຢ່າງໜຶ່ງ, ຫວຽດນາມຕ້ອງກໍ່ສ້າງ ແລະ ປະຕິບັດຢ່າງມີປະສິດທິຜົນ ບັນດາສະຖາບັນ ແລະນະໂຍບາຍທີ່ເໝາະສົມກັບແຕ່ລະໄລຍະການພັດທະນາ, ເພື່ອສ້າງກຳລັງແຮງຊຸກຍູ້ການເຕີບໂຕທາງເສດຖະກິດ, ນັ້ນແມ່ນການສະສົມບັນດາປັດໃຈການຜະລິດ; ປັບປຸງຍົກສູງປະສິດທິພາບ; ຫຼໍ່ລ້ຽງການປ່ຽນແປງໃໝ່ປະດິດສ້າງ; ບັນລຸກຳລັງແຮງສັງລວມຂອງສາມກຸ່ມປັດໃຈຂ້າງເທິງ. ສິ່ງດັ່ງກ່າວຈະຊ່ວຍເພີ່ມສະມັດຕະພາບແຮງງານຢ່າງຍືນຍົງ, ໂດຍສະເພາະ ໃນສະພາບການປະຊາກອນສູງອາຍຸເພີ່ມຂຶ້ນຢ່າງວ່ອງໄວ.
ທີສາມ, ສ້າງຂະແໜງອຸດສາຫະກຳແຫ່ງຊາດທີ່ເຂັ້ມແຂງ, ເປັນເຈົ້າຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ເພື່ອກໍ່ສ້າງອຸດສາຫະກຳແຫ່ງຊາດທີ່ເຂັ້ມແຂງ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໄດ້ມີການນຳໃຊ້ໜ້າທີ່ແລະວິທີແກ້ໄຂສະເພາະຕ່າງໆດັງຕໍ່ໄປນີ້:
- ສ້າງລະບົບເຂດອຸດສາຫະກຳຂະໜາດໃຫຍ່ທັນສະໄໝ ຕາມທິດນິເວດວິທະຍາ ໄປຄຽງຄູ່ກັບການພັດທະນາເຂດອຸດສາຫະກຳ, ກຸ່ມອຸດສາຫະກຳຂະໜາດກາງ ແລະຂະໜາດນ້ອຍ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາອຸດສາຫະກຳໃນເຂດຊົນນະບົດ ແລະເຂດພູດອຍ.
- ຈັດແບ່ງພື້ນທີ່ພັດທະນາອຸດສາຫະກຳໂດຍເຊື່ອມໂຍງກັບບັນດາເຂດທີ່ຂະຫຍັນຂັນເຄື່ອນ, ຂົ້ວການເຕີບໂຕ, ແລວທາງເສດຖະກິດທີ່ສຳຄັນ ແລະ ເພີ່ມທະວີການເຊື່ອມໂຍງພາຍໃນພາກພື້ນ ແລະ ລະຫວ່າງພາກພື້ນ.
- ປັບປຸງຄວາມເປັນເຈົ້າຕົນເອງທາງດ້ານວັດຖຸດິບ, ເຕັກໂນໂລຊີ, ການຜະລິດ ແລະ ຕະຫຼາດ, ເສີມຂະຫຍາຍຄວາມສາມາດປະດິດສ້າງແລະການອອກແບບ, ພັດທະນາບັນດາຂະແໜງອຸດສາຫະກຳທີ່ໃຊ້ເຕັກໂນໂລຢີເຂັ້ມຂົ້ນ, ມີມູນຄ່າເພີ່ມສູງ ແລະ ອຸດສາຫະກຳຄາຣ໌ບອນຕ່ຳ; ສົ່ງເສີມວິສາຫະກິດລົງທຶນໃນການປ່ຽນແປງໃໝ່, ດູດຊຶມ ແລະເປັນເຈົ້າຂອງເຕັກໂນໂລຊີ, ໂດຍສະເພາະແມ່ນ ເຕັກໂນໂລຊີຫຼັກ ແລະ ເຕັກໂນໂລຊີຕົ້ນທາງ.
- ພັດທະນາອຸດສາຫະກຳປ້ອງກັນປະເທດ ແລະອຸດສາຫະກຳຄວາມໝັ້ນຄົງຕາມທິດທາງໃຊ້ສອງຢ່າງ, ທັນສະໃໝ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕິດພັນກັບອຸດສາຫະກຳພົນລະເຮືອນຢ່າງແໜ້ນແຟ້ນ, ກາຍເປັນຫົວໜອກຂອງອຸດສາຫະກຳແຫ່ງຊາດ. ເພີ່ມທະວີການເຊື່ອມໂຍງ, ການຖ່າຍທອດເຕັກໂນໂລຊີ ແລະ ການປ່ຽນແປງລະຫວ່າງອຸດສາຫະກຳພົນລະເຮືອນ ແລະ ອຸດສາຫະກຳປ້ອງກັນປະເທດ, ສ້າງພື້ນຖານການປ່ຽນແປງໃໝ່ປະດິດສ້າງຮ່ວມກັນຈຳນວນໜຶ່ງ.
ອຸດສາຫະກຳແຫ່ງຊາດທີ່ທັນສະໄໝ, ເຂັ້ມແຂງ, ເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຈະຮັບປະກັນໃຫ້ຫວຽດນາມ ມີພື້ນຖານເສດຖະກິດເປັນເຈົ້າຕົນເອງ, ສ້າງພື້ນຖານດ້ານວັດຖຸແລະເຕັກນິກໃຫ້ແກ່ລັດທິສັງຄົມນິຍົມ.
ທີສີ່, ປັບປຸງສະຖາບັນ, ກົນໄກ ແລະ ນະໂຍບາຍໃຫ້ສົມບູນແບບ ແລະ ສ້າງບາດກ້າວບຸກທະລຸໃນສະຖາບັນ, ກົນໄກ ແລະ ນະໂຍບາຍ. ເພື່ອຜັນຂະຫຍາຍຂະບວນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ໃຫ້ສຳເລັດຜົນ, ພັກກອມມູນິດຫວຽດນາມ ໄດ້ວາງໜ້າທີ່ ແລະວິທີແກ້ໄຂຕ່າງໆ ກ່ຽວກັບການປັບປຸງສະຖາບັນໃຫ້ສົມບູນແບບ, ພິເສດແມ່ນ ສ້າງບາດກ້າວບຸກທະລຸໃນສະຖາບັນ, ກົນໄກ ແລະ ນະໂຍບາຍ. ສິ່ງດັ່ງກ່າວແມ່ນສອດຄ່ອງກັບທ່າອ່ຽງການພັດທະນາທົ່ວໄປ, ພິເສດແມ່ນ ໃນສະພາບການການປະຕິວັດອຸດສາຫະກຳຄັ້ງທີ 4. ເວົ້າອີກຢ່າງໜຶ່ງ, ຈຳເປັນຕ້ອງປັບປຸງການພົວພັນການຜະລິດໃຫ້ສົມບູນແບບ ເພື່ອຮັບປະກັນຄວາມສອດຄ່ອງ ແລະ ປູທາງໄປສູ່ການພັດທະນາກຳລັງການຜະລິດທີ່ກ້າວໜ້າແລະທັນສະໄໝ ໃນໄລຍະທີ່ປະເທດເຮົາພວມກ້າວເຂົ້າສູ່ສັກກະລາດໃໝ່ ເຊິ່ງເປັນສັກກະລາດແຫ່ງຄວາມກ້າວໜ້າ, ອາລະຍະທຳ ແລະ ທັນສະໄໝ, ສັກກະລາດແຫ່ງການຂະຫຍາຍຕົວຂອງຊາດ(2). ໜ້າທີ່ແລະວິທີແກ້ໄຂສະເພາະບາງຢ່າງມີດັ່ງນີ້:
ສໍາລັບການພັດທະນາຂະແໜງການອຸດສາຫະກໍາຈໍານວນຫນຶ່ງ
ທີ່ໜຶ່ງ, ໃຫ້ບຸລິມະສິດແຫຼ່ງຊັບພະຍາກອນ ແລະ ມີກົນໄກ ນະໂຍບາຍຊຸກຍູ້ຢ່າງພຽງພໍ ເພື່ອພັດທະນາບັນດາຂົງເຂດບຸລິມະສິດຂອງອຸດສາຫະກຳພື້ນຖານຄື: 1- ຫຼອມໂລຫະ (ໃຫ້ບຸລິມະສິດກັບການພັດທະນາໂລຫະຜະສົມເຫຼັກ, ເຫຼັກກ້າພິເສດ ເພື່ອຮັບໃຊ້ອຸດສາຫະກຳການຜະລິດເຄື່ອງຈັກລຸ້ນໃໝ່, ພິເສດແມ່ນ ສຳລັບການປ້ອງກັນປະເທດ-ຄວາມໝັ້ນຄົງ). 2- ວິສະວະກຳກົນຈັກ (ໃຫ້ບຸລິມະສິດການພັດທະນາວິສະວະກຳເຄື່ອງກົນຈັກກະສິກຳ, ລົດໂອໂຕ, ກຳປັ່ນທະເລ, ອຸປະກອນກໍ່ສ້າງ, ອຸປະກອນພະລັງງານ, ອຸປະກອນໄຟຟ້າ, ອຸປະກອນການແພດ). 3- ສານເຄມີ (ໃຫ້ບຸລິມະສິດໃນການພັດທະນາເຄມີພັນຂັ້ນພື້ນຖານ, ປິໂຕຣເຄມີ, ເພສັດຊະພັນ ແລະ ຝຸ່ນ); ອຸດສາຫະກໍາພະລັງງານ (ໃຫ້ບຸລິມະສິດໃນການພັດທະນາພະລັງງານໝູວຽນ ແລະພະລັງງານໃໝ່). 4- ວັດສະດຸ (ໃຫ້ບຸລິມະສິດໃນການພັດທະນາວັດສະດຸໃໝ່). 5- ເຕັກໂນໂລຊີດິຈິຕອນ (ໃຫ້ບຸລິມະສິດໃນການພັດທະນາປັນຍາປະດິດ, ຂໍ້ມູນໃຫຍ່, ບຼ໊ອກເຊນ, ຄຼາວຕ໌ຄອມພິວຕິ້ງ, ອິນເຕີເນັດຂອງສັບພະສິ່ງ, ອຸປະກອນເອເລັກໂຕຣນິກ-ໂທລະຄົມມະນາຄົມ, ການອອກແບບແລະການຜະລິດຊິບເຊມິຄອນດັກເຕີ).
ທີສອງ, ຜັນຂະຫຍາຍກົນໄກ ແລະນະໂຍບາຍສະເພາະ ສຳລັບການພັດທະນາອຸດສາຫະກຳການປ້ອງກັນປະເທດ ແລະອຸດສາຫະກຳປ້ອງກັນຄວາມໝັ້ນຄົງ ຕາມທິດນຳໃຊ້ສອງທາງແລະທັນສະໄໝ.
ສໍາລັບການພັດທະນາວິທະຍາສາດ-ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງ
ທີໜຶ່ງ, ບຸລິມະສິດໃນການລົງທຶນດ້ານວິທະຍາສາດ-ເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດສ້າງ ໃຫ້ກ້າວໄປກ່ອນກ້າວໜຶ່ງ; ມີນະໂຍບາຍບຸລິມະສິດທີ່ເໝາະສົມກ່ຽວກັບພາສີ, ການເງິນ, ສິນເຊື່ອ, ທີ່ດິນ... ເພື່ອຄົ້ນຄ້ວາວິທະຍາສາດ ແລະ ເຕັກໂນໂລຊີ; ຊຸກຍູ້ໃຫ້ວິສາຫະກິດລົງທຶນໃນການຄົ້ນຄວ້າ ແລະຜັນຂະຫຍາຍປະຕິບັດ; ມີແຜນງານເພີ່ມອັດຕາສ່ວນລາຍຈ່າຍງົບປະມານແຫ່ງລັດ ຕໍ່ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ສູ້ຊົນຮອດປີ 2030 ບັນລຸໄດ້ອັດຕາຢູ່ໃນກຸ່ມສາມປະເທດອັນດັບໜຶ່ງໃນສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ), ເຂົ້າໃກ້ອັດຕາສະເລ່ຍຂອງປະເທດທີ່ຢູ່ໃນອົງການຮ່ວມມືແລະການພັດທະນາທາງເສດຖະກິດ (OECD).
ທີສອງ, ປະຕິບັດການທົດລອງກົນໄກ ແລະນະໂຍບາຍໃໝ່ ສະເພາະ ກ່ຽວກັບວິທະຍາສາດ-ເຕັກໂນໂລຊີ ແລະປ່ຽນແປງໃໝ່ປະດິດສ້າງໃນບາງທ້ອງຖິ່ນ, ມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາ ແລະ ວິສາຫະກິດທີ່ໄດ້ຮັບມອບໝາຍໜ້າທີ່ໃນການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີຕົ້ນຕໍ, ເຕັກໂນໂລຊີແຫຼ່ງ. ສ້າງແລະປະກາດໃຊ້ກົນໄກການທົດສອບທີ່ຄວບຄຸມ, ນະໂຍບາຍການທົດລອງ ແລະນະໂຍບາຍສະເພາະສໍາລັບການພັດທະນາ, ການທົດສອບ, ແລະ ການນໍາໃຊ້ຜະລິດຕະພັນ, ວິທີແກ້ໄຂ, ການບໍລິການ ແລະຮູບແບບທຸລະກິດ ໂດຍອີງໃສ່ເຕັກໂນໂລຊີດິຈິຕອນ ແລະ ເວທີດິຈິຕອນ.
ສໍາລັບສູນແລະໂຄງການທີ່ສໍາຄັນ
ທີໜຶ່ງ, ມີຍຸດທະສາດ, ກົນໄກ ແລະ ນະໂຍບາຍໃໝ່ທີ່ໂດດເດັ່ນ ພ້ອມຄວາມສາມາດໃນການແຂ່ງຂັນລະດັບສາກົນສູງ ເພື່ອຊຸກຍູ້ການສ້າງຕັ້ງສູນກາງທ່ອງທ່ຽວ, ສູນໂລຈິສະຕິກ ແລະ ສູນປ່ຽນແປງໃໝ່ປະດິດສ້າງ ທີ່ມີຊື່ສຽງລະດັບພາກພື້ນ ແລະສາກົນຢູ່ບາງນະຄອນ; ສ້າງສະພາບແວດລ້ອມທີ່ສະດວກ ເພື່ອດຶງດູດໂຄງການໃຫຍ່ລະດັບຊາດ, ໂຄງການເຕັກໂນໂລຊີສູງ, ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດຈາກບັນດາຄູ່ຮ່ວມມືໃນບັນດາປະເທດພັດທະນາ.
ທີສອງ, ປັບປຸງກົນໄກ ແລະ ນະໂຍບາຍໃຫ້ສົມບູນແບບ, ທົດລອງປະຕິບັດກົນໄກທີ່ເໝາະສົມ ເພື່ອສ້າງບາດກ້າວບຸກທະລຸໃນການພັດທະນາພື້ນຖານໂຄງລ່າງ, ໂດຍສະເພາະແມ່ນ ເສັ້ນທາງບົກ ແລະ ທາງລົດໄຟ.
ສໍາລັບເຂດອຸດສາຫະກໍາ, ເຂດຕັກໂນໂລຊີສູງ, ເຂດການຄ້າເສລີ, ສູນການເງິນສາກົນ
ທີໜຶ່ງ, ສ້າງຂອບມາດຕະຖານ ແລະປັບປຸງແລວທາງກົດໝາຍໃຫ້ສົມບູນແບບ ເພື່ອການພັດທະນາເຂດອຸດສາຫະກຳອັດສະລິຍະແລະນິເວດ ແລະ ເຂດຕົວເມືອງອຸດສາຫະກຳ-ການຄ້າ-ບໍລິການ.
ທີສອງ, ປ່ຽນແປງໃໝ່ຮູບແບບການຈັດຕັ້ງ ແລະ ກົນໄກການເຄື່ອນໄຫວ ຂອງເຂດເຕັກໂນໂລຊີສູງ, ເຂດກະສິກຳເຕັກໂນໂລຊີສູງ, ເຂດເຕັກໂນໂລຊີຂໍ້ມູນຂ່າວສານທີ່ເຂັ້ມແຂງ.
ທີສາມ, ສືບຕໍ່ຄົ້ນຄວ້າ ແລະ ຜັນຂະຫຍາຍທົດລອງຮູບແບບເຂດເສດຖະກິດພິເສດ, ເຂດການຄ້າເສລີ, ສູນການເງິນສາກົນ ແລະຮູບແບບເສດຖະກິດໃໝ່ ຢູ່ທ້ອງຖິ່ນບາງແຫ່ງທີ່ມີຄວາມສາມາດບົ່ມຊ້ອນ ແລະຕອບສະໜອງເງື່ອນໄຂ ແລະມາດຖານໃນການດຳເນີນການທົດລອງ.
ສຳລັບການພັດທະນາຊັບພະຍາກອນມະນຸດ
ສຸມໃສ່ໃຫ້ບຸລິມະສິດການລົງທຶນທີ່ເໝາະສົມ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາຊົນຊັ້ນກຳມະກອນຢ່າງແຂງແຮງ ທັງດ້ານປະລິມານແລະຄຸນນະພາບ, ມີຄວາມກ້າຫານທາງການເມືອງ, ມີລະດັບການສຶກສາ, ຄວາມຊຳນານ, ວິຊາສະເພາະ, ມີຫົວຄິດປະດິດສ້າງ, ມີລະບຽບວິໄນດ້ານແຮງງານ ຕາມຄວາມຕ້ອງການຂອງການຫັນເປັນອຸດສາຫະກຳ ແລະທັນສະໄໝ ໃນສະຖານະການໃຫມ່./.
----------------------
(1) ໃນປະຈຸບັນ, GDP ຕໍ່ຫົວຂອງຫວຽດນາມປະມານ 4.000 ໂດລາສະຫະລັດ, ຄາດວ່າຮອດປີ 2030 ຈະຢູ່ທີ່ປະມານ 7.000 - 8.000 ໂດລາສະຫະລັດ
(2) ໂຕເລິມ: “ການປ່ຽນແປງທາງດິຈິຕອນ - ແຮງຜັກດັນທີ່ສຳຄັນສຳລັບການພັດທະນາກຳລັງການຜະລິດ, ປັບປຸງການພົວພັນການຜະລິດໃຫ້ສົມບູນແບບ ເພື່ອນຳປະເທດເຂົ້າສູ່ສັກກະລາດໃໝ່”, ວາລະສານກອມມູນິດ, ສະບັບທີ 1045, ເດືອນກັນຍາ2024, ໜ້າ 3.