ວກ. - ໃນໄລຍະຕໍ່ໆໄປ, ເຖິງວ່າສະພາບການພູມສາດ-ການເມືອງຍັງມີຄວາມຜັນຜວນຫຼາຍຢ່າງ ແຕ່ທ່າ​ອ່ຽງ​ທົ່ວ​ໄປ​ແມ່ນ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ໃນ​ໂລກ​ຈະ​ພັດທະນາ​ຢ່າງ​ວ່ອງ​ໄວ​ ພ້ອມກັບ​ໂລກາພິວັດ ​ແລະ ​ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ ກໍ່ນັບ​ມື້​ນັບ​ເລິກ​ເຊິ່ງ, ສົ່ງ​ຜົນ​ກະທົບຢ່າງແຂງແຮງ​ ເຖິງ​ຂະ​ບວນການ​ພັດທະນາ​ຂອງ​ປະ​ເທດ​ຕ່າງໆ. ທຸກປະເທດກຳລັງປັບຍຸດທະສາດການພັດທະນາ, ເພີ່ມທະວີຄວາມສຳພັນ, ທັງຮ່ວມມືທັງແຂ່ງຂັນກັນ, ໂດຍສະເພາະດ້ານການຄ້າ, ການລົງທຶນ, ຊັບພະຍາກອນບຸກຄົນ, ວິທະຍາສາດ-ເຕັກໂນໂລຊີ. ສະຖານະການນີ້ກຳນົດໃຫ້ພັກກອມມູນິດຫວຽດນາມ ຕ້ອງສືບຕໍ່ດຳເນີນການປ່ຽນແປງໃໝ່ຢ່າງແຂງແຮງ, ເດັດຂາດ, ຂະຫຍັນຂັນແຂງ, ປະດິດສ້າງ, ຍາດ​ແຍ່ງ​ເອົາ​ກາລະ​ໂອກາດ​ທີ່​ສະດວກ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ ​ເພື່ອ​ນຳພາ​ການ​ພັດທະນາ​ເສດຖະກິດ, ນຳ​ປະ​ເທດ​ຊາດພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ.

ສະ​ພາບ​ການ​ໃໝ່​ທີ່​ມີ​ກາ​ລະ​ໂອ​ກາດ​ແລະ​ສິ່ງ​ທ້າ​ທາຍທີ່ກ່ຽວພັນກັນ​ຫຼາຍຢ່າງ

ບົນ​ພື້ນຖານ​ທັງ​ສືບ​ທອດ​ບັນດາເປົ້າໝາຍ ​ທີ່ກຳນົດໂດຍ​ກອງ​ປະຊຸມ​ໃຫຍ່ຄັ້ງກ່ອນ ​ແລະ ການຮັບເອົາ​ບັນດາ​ມາດ​ຖານ​ຕາມ​ການ​ປະຕິບັດ​ສາກົນ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ກຳນົດເປົ້າໝາຍສະເພາະ ເພື່ອພັດທະນາປະເທດໃນຊຸມປີຕໍ່ໜ້າ: “ເຖິງປີ 2025, ສະເຫຼີມສະຫຼອງ 50 ປີການປົດປ່ອຍພາກໃຕ້ຢ່າງສົມບູນ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ: ຫວຽດນາມກາຍເປັນປະເທດກຳລັງພັດທະນາ ມີອຸດສາຫະກຳຕາມທິດທັນສະໄໝ, ມີລາຍໄດ້ລື່ນກາຍລະດັບປານກາງຕ່ຳ. ເຖິງປີ 2030, ສະເຫຼີມສະຫຼອງວັນກໍ່ຕັ້ງພັກຄົບຮອບ 100 ປີ: ຫວຽດນາມກາຍເປັນປະເທດກຳລັງພັດທະນາ ມີອຸດສາຫະກຳທັນສະໄໝ, ມີລາຍໄດ້ປານກາງສູງ. ເຖິງປີ 2045, ສະເຫຼີມສະຫຼອງ 100 ປີ ການສະຖາປະນາສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ເຊິ່ງປະຈຸບັນແມ່ນສາທາລະນະລັດ ສັງຄົມນິຍົມ ຫວຽດນາມ: ຫວຽດນາມກາຍເປັນປະເທດທີ່ພັດທະນາແລ້ວ ແລະມີລາຍໄດ້ສູງ”(1). ພັກກອມມູນິດຫວຽດນາມນຳພາປະຊາຊົນທັງຊາດປະຕິບັດເປົ້າໝາຍ ແລະ ຄວາມປາດຖະໜາເຫຼົ່ານັ້ນ ໃນສະພາບການທີ່ມີການປ່ຽນແປງຫຼາຍຢ່າງໃນໂລກແລະໃນປະເທດ ເຊິ່ງມີຜົນກະທົບທີ່ສຳຄັນຕໍ່ການພັດທະນາເສດຖະກິດຂອງຫວຽດນາມ, ນັ້ນແມ່ນ:

ກ່ຽວ​ກັບ​ສະ​ພາບ​ການ​ສາ​ກົນ:

ສະ​ພາບ​ການ​ສາ​ກົນ​ໃນ​ປັດ​ຈຸ​ບັນ​ມີ​ລັກ​ສະ​ນະ​​ສໍາ​ຄັນ​ຈໍາ​ນວນ​ໜຶ່ງດັ່ງຕໍ່ໄປນີ້​:

ທີໜຶ່ງ, ໂລກກຳລັງປະເຊີນກັບ​ຄວາມ​ບໍ່​ແນ່​ນອນ​ທີ່​​ຄາດ​ຄະ​ເນບໍ່ໄດ້ຫຼາຍຢ່າງ. ການປະທະກັນ ແລະການປ່ຽນແປງສະພາບພູມອາກາດທີ່ເພີ່ມຫຼາຍຂຶ້ນ ເຮັດໃຫ້ເກີດຜົນກະທົບທີ່ນັບມື້ນັບຮຸນແຮງ; ໄພ​ເງິນ​ເຟີ້​ ແລະ​ຄວາມ​ສ່ຽງ​ຂອງ​ພາວະເສດຖະກິດ​ຖົດ​ຖອຍທົ່ວ​ໂລກ. ອັດຕາເງິນເຟີ້ໃນບາງປະເທດເສດຖະກິດໃຫຍ່ ຍັງບໍ່ຄົງຕົວ ແລະ ມີທ່າອ່ຽງທີ່ຈະເພີ່ມຂຶ້ນ. ນອກຈາກນັ້ນ, ໂລກກໍາລັງປະເຊີນກັບຄວາມສ່ຽງທີ່ຈະເກີດພາວະເສດຖະກິດຖົດຖອຍຄັ້ງໃໝ່. ນະ​ໂຍບາຍ​ເງິນຕາທີ່ເຂັ້ມງວດຂຶ້ນຈະ​ເຮັດ​ໃຫ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ມີ​ຄວາມ​ສ່ຽງທີ່ຈະ​ຫຼຸດ​ລົງ.

ທີສອງ, ໂລກກໍາລັງຜ່ານຂະບວນການເຊື່ອມໂຍງເຂົ້າກັນ ແລະ ການແຍກອອກຈາກກັນ. ດ້ານ​ໜຶ່ງ, ສັນຍາ​ການ​ຄ້າ​ເສລີ​ລຸ້ນ​ໃໝ່ ​ແລະ ການ​ເຊື່ອມ​ຕໍ່​ພາກ​ພື້ນ ​ພວມ​ໄດ້​ຮັບ​ການ​ຊຸກຍູ້ ດ້້ວຍສັນຍາ​ທີ່ເປັນຕົວແບບສອງສະບັບຄື ​ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ​ແລະ​ກ້າວໜ້າ​ຂ້າມ​ປາຊີ​ຟິກ (CPTPP) ​ແລະ ສັນຍາຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP); ດ້ານອື່ນ, ທ່າອ່ຽງການແບ່ງແຍກກໍ່ປາກົດຕົວຂຶ້ນ ເຊັ່ນ ເຫດການທີ່ອັງກິດອອກຈາກສະພະພາບເອຣົບ (Brexit) ແລະ ການປະທະກັນລະຫວ່າງລັດເຊຍ ກັບອູແກຣນ, ການທີ່ລັດເຊຍຖືກຂວ້ຳບາດແລະໂລກຖືກແບ່ງແຍກ, ຫຼື​ການ​ປະ​ທະ​ກັນ​ທີ່ກຳລັງເກີດຂຶ້ນ​ໃນ​ຕາ​ເວັນ​ອອກ​ກາງ​. ຍ້ອນ​ເຫດ​ນັ້ນ, ບັນດາ​ປະ​ເທດ​ເອີ​ຣົບ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການຈັດຫາ​ພະລັງງານ ​ແລະ ຜົນ​ທີ່ຕາມມາ​ອື່ນໆ ອີກ​ຫຼາຍ​ຢ່າງ.

ທີສາມ, ກະແສເງິນທຶນກຳລັງເຄື່ອນອອກຈາກປະເທດດັ້ງເດີມບາງປະເທດ ແລະໄປສູ່ປະເທດທີ່ພົ້ນເດັ່ນໃໝ່ບາງປະເທດ. ຄວາມຈິງທີ່ວ່າ ບັນດາປະເທດດັດປັບເປົ້າໝາຍຍຸດທະສາດ ເພື່ອຕອບສະໜອງຕໍ່ຄວາມສ່ຽງທາງດ້ານພູມສາດ-ການເມືອງ ເຮັດໃຫ້ກະແສເງິນທຶນມີແນວໂນ້ມທີ່ຈະເຄື່ອນຍ້າຍອອກຈາກປະເທດດັ້ງເດີມ (ເຊັ່ນ: ຈີນ) ແລະ ໄປສູ່ປະເທດເສດຖະກິດເກີດໃໝ່ (ເຊັ່ນ: ອາຊຽນ). ເລື່ອງນີ້, ໃນດ້ານໜຶ່ງ, ມີຜົນກະທົບຕໍ່ການພັດທະນາເສດຖະກິດຂອງປະເທດທີ່ກະແສເງິນທຶນເຄື່ອນຕົວອອກໄປ; ໃນດ້ານອື່ນ, ສ້າງການແຂ່ງຂັນເພື່ອດຶງດູດເງິນທຶນໃໝ່. ສົ່ງຜົນໃຫ້ປະເທດຕ່າງໆຕ້ອງປັບນະໂຍບາຍການພັດທະນາເສດຖະກິດຂອງຕົນ.

ທີສີ່, ໂລກ​ກຳລັງ​ຢູ່​ໃນ​ຍຸກ​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີສີ່ ເຊິ່ງມີ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍຫຼາຍ​ຢ່າງ. ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີສີ່ ສ້າງ​ກາ​ລະ​ໂອ​ກາດ​ຫຼາຍ​ຢ່າງເຊັ່ນ: ພື້ນທີ່​ເສດ​ຖະ​ກິດ​ໃໝ່; ເຕັກໂນໂລຊີໃໝ່; ຜະ​ລິດ​ຕະ​ພັນ​ໃໝ່... ໂລກຈະເປີດກວ້າງກວ່າອີກ ຄວບຄູ່ໄປກັບການເຊື່ອມຕໍ່ທີ່ແໜ້ນແຟ້ນກວ່າອີກ. ຢ່າງໃດກໍ່ຕາມ, ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີສີ່ ຍັງສ້າງຄວາມທ້າທາຍ ແລະ ຄວາມສ່ຽງທີ່ອາດຈະເກີດຂຶ້ນ ກ່ຽວກັບການເຄື່ອນຍ້າຍເງິນທຶນ; ກ່ຽວກັບການແຂ່ງຂັນລະຫວ່າງໂລກຈິງ ແລະ ໂລກສະເໝືອນ. ໂດຍສະເພາະ, ຄວບຄູ່ໄປກັບການປັບເປົ້າໝາຍແລະຍຸດທະສາດການທຸລະກິດ, ວິສາຫະກິດດ້ານເຕັກໂນໂລຊີຈຳນວນໜຶ່ງກຳລັງເລີກຈ້າງຄົນງານຫຼາຍພັນຄົນ. ນອກຈາກນັ້ນ, ມີບໍລິສັດເຕັກໂນໂລຢີດິຈິຕອນຫຼາຍແຫ່ງທີ່ລົ້ມລະລາຍ, ສົ່ງຜົນກະທົບທີ່ແນ່ນອນຕໍ່ຜະລິດຕະພັນດິຈິຕອນໂດຍສະເພາະ ແລະເສດຖະກິດໂລກໂດຍລວມ.

ສາຍການຜະລິດຜະລິດຕະພັນເຊນເຊີອັດສະລິຍະທີ່ເປັນມິດກັບສິ່ງແວດລ້ອມ ຂອງບໍລິສັດ Hyundai Kefico Vietnam Co., Ltd. (ເງິນລົງທຶນຈາກເກົາຫຼີ) ໃນສວນອຸດສາຫະກຳ ດ້າຍອານ II, ແຂວງ ຫາຍເຢືອງ _ພາບ: TTXVN

ທີຫ້າ, ຄວາມສ່ຽງດ້ານຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມເລີ່ມຮ້າຍແຮງຫຼາຍຂຶ້ນ. ໄພຂົ່ມຂູ່ດ້ານຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ ເຊັ່ນ: ການລະບາດຂອງພະຍາດໂຄວິດ-19 ນັ້ນ ບໍ່ເຄີຍເກີດຂຶ້ນມາກ່ອນ, ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ລະບົບຕ່ອງໂສ້ການຜະລິດ ແລະ ການສະໜອງ ເນື່ອງຈາກການເວັ້ນໄລຍະຫ່າງທາງກາຍ. ນອກຈາກນີ້, ການ​ປ່ຽນ​ແປງ​ສະພາບ​ດິນ​ຟ້າ​ອາ​ກາດ​ທີ່​ເກີດ​ໄວຂຶ້ນ, ຮຸນແຮງຂຶ້ນ ແລະ ​ຍາກ​ທີ່​ຈະ​ຄາດການໄດ້ ກໍ່ສົ່ງ​ຜົນ​ກະ​ທົບ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ຂອງ​ປະ​ເທດ.

ກ່ຽວ​ກັບ​ສະ​ພາບ​ການ​ພາຍໃນປະເທດ:

ທີໜຶ່ງ, ສືບຕໍ່ກໍ່ສ້າງພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ຫວຽດນາມ​ໄດ້​ຫັນປ່ຽນ​ມາສູ່​ພື້ນຖານ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ ຈາກ​ພື້ນຖານ​ເສດຖະກິດ​ວາງ​ແຜນການລວມສູນ​ ໃນ​ທ້າຍທົດສະວັດທີ 80 ຂອງສະຕະວັດທີ XX. ການສ້າງລະບົບເສດຖະກິດຕະຫຼາດ ດ້ວຍແກນຫຼັກຄືການສ້າງເງື່ອນໄຂໃຫ້ກົນໄກຕະຫຼາດດຳ​ເນີນການ ເພື່ອເປັນ​ພື້ນຖານ​ໃຫ້​ແກ່​ການ​ແຂ່ງຂັນ - ຈາກ​ນັ້ນ, ແຫຼ່ງກຳລັງຈະ​ຖືກ​ຈັດແບ່ງ​ໃຫ້​ບັນດາ​ພື້ນທີ່, ​ເຂດ ແລະ ຫົວໜ່ວຍ​ທີ່​ນຳ​ໃຊ້​ແຫຼ່ງກຳລັງ​ນັ້ນ ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ. ໃນເກືອບ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ. ພິເສດ, ສະຖາບັນເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ຈະ​ແຈ້ງຫຼາຍຂຶ້ນ. ໃນໄລຍະເຖິງປີ 2030 ວິໄສທັດເຖິງປີ 2045, ການສືບ​ຕໍ່​ກໍ່ສ້າງ​ພື້ນຖານ​ເສດຖະກິດ​​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ ​ຮຽກຮ້ອງ​ໃຫ້​ສືບ​ຕໍ່​ມີ​ການ​ປະດິດ​ສ້າງ ແລະປະຕິ​ຮູບ, ໃນນັ້ນ ມີການປັບປຸງສະຖາບັນການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ຢ່າງຮອບດ້ານແລະຄົບຊຸດ. ກ່າວໂດຍສະຫຼຸບ, ຈຳເປັນຕ້ອງສ້າງສະພາບແວດລ້ອມທາງທຸລະກິດ ໂດຍອີງໃສ່ການແຂ່ງຂັນທີ່ຍຸດຕິທໍາ ແລະມີປະສິດທິພາບ.

ທີສອງ, ຫວຽດນາມກຳລັງກາຍເປັນໜຶ່ງໃນປະເທດທີ່ນຳ​ໜ້າ​ໃນ​ໄລຍະ​ການ​ເຊື່ອມ​ໂຍງ​ສາກົນ​ລຸ້ນ​ໃໝ່. ການເຊື່ອມໂຍງສາກົນຂອງຫວຽດນາມມາພ້ອມກັນກັບຂະບວນການສ້າງລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິບົມ. ການເຊື່ອມໂຍງເສດຖະກິດສາກົນ - ໂດຍມີແກນຫຼັກແມ່ນການເປີດກວ້າງຕະຫຼາດ ແລະການຂະຫຍາຍພື້ນທີ່ເສດຖະກິດ ເຊິ່ງມີຄວາມຕ້ອງການພື້ນຖານແມ່ນເພີ່ມທະວີຄວາມສາມາດແຂ່ງຂັນ, ໃນນັ້ນ ມີຄວາມສາມາດແຂ່ງຂັນແຫ່ງຊາດ, ຄວາມສາມາດແຂ່ງຂັນຂອງຂະແໜງການ ແລະ ຄວາມສາມາດແຂ່ງຂັນຂອງວິສາຫະກິດ. ສິ່ງດັ່ງກ່າວສ້າງເງື່ອນໄຂໃຫ້ວິສາຫະກິດ ແລະຂະແໜງການໃນປະເທດ ໃນການເຊື່ອມຕໍ່ກັບຕ່ອງໂສ້ການຜະລິດ ແລະການສະໜອງທົ່ວໂລກ. ​ເຖິງ​ວ່າຫວຽດນາມຈະເປັນຜູ້ມາຊ້າໃນ​ຂະ​ບວນການ​ເຊື່ອມ​ໂຍງ​ສາກົນ, ​ແຕ່​ກໍ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ລິ​ເລີ່​ມການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລຸ້ນ​ໃໝ່. ຫວຽດນາມ​ແມ່ນ​ສະມາຊິກ​ຜູ້​ກໍ່​ຕັ້ງຂອງສັນຍາ CPTPP, ສັນຍາ RCEP ​ແລະ ສັນຍາການຄ້າເສລີສອງ​ຝ່າຍ​ລຸ້ນ​ໃໝ່​ຫຼາຍ​ສະບັບ. ຫວຽດນາມຍັງ​ໄດ້​ລົງ​ນາມ​​ຂໍ້​ຕົກລົງ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ ​ແລະ ດິນແດນສ່ວນໃຫຍ່​ໃນ​ໂລກ. ການ​ເປີດ​ກວ້າງ​ເສດຖະກິດ​ຂອງ​ຫວຽດນາມ ​ແມ່ນ​​ໜຶ່ງ​ໃນປະ​ເທດທີ່ມີລະດັບສູງທີ່ສຸດ​ໃນ​ໂລກ. ເພື່ອສືບຕໍ່ “ເກັບກ່ຽວ” ຄວາມສໍາເລັດໃນຂະບວນການເຊື່ອມໂຍງເສດຖະກິດສາກົນ, ຫວຽດນາມຕ້ອງ​ປະຕິບັດ​ຫຼາຍ​ມາດ​ຕະການ​ແກ້​ໄຂ​ພ້ອມ​ກັນ, ​ແຕ່​ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ ການ​ປັບປຸງ​ຄວາມສາມາດໃນການແຂ່ງຂັນຂອງ​ປະ​ເທດ, ຂະແໜງການ ​ແລະ ວິ​ສາ​ຫະກິດຫວຽດນາມ ຢ່າງ​ບໍ່​ຢຸດ​ຢັ້ງ.

ທີສາມ, ຫວຽດນາມແມ່ນປະເທດທີ່ກຳລັງຫັນເປັນອຸດສາຫະກຳຢ່າງແຂງແຮງ, ພ້ອມກັນນັ້ນ ກໍ່ແມ່ນປະເທດທີ່ໄດ້ຮັບທຶນໃນຂະບວນການເຄື່ອນຍ້າຍເງິນທຶນທົ່ວໂລກ. ໃນ​ສະ​ພາບ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ໃນ​ໂລກ, ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ພວມ​ໄດ້​ຮັບ​ການ​ປັບ​ປຸງໃຫ້​ເໝາະ​ສົມ. ແງ່ມູມໜຶ່ງທີ່ຈະແຈ້ງແມ່ນ ການເຄື່ອນຍ້າຍເງິນທຶນອອກຈາກປະເທດດັ້ງເດີມ ແລະເຂົ້າສູ່ປະເທດທີ່ພົ້ນເດັ່ນຂຶ້ນໃໝ່. ຫວຽດນາມແມ່ນປະເທດທີ່ຕ້ອນຮັບເງິນທຶນໄຫຼເຂົ້າມາ. ບັນຫາແມ່ນ ວິທີການແຂ່ງຂັນແລະດຶງດູດເງິນທຶນນັ້ນ. ​ແລະ​ ເມື່ອທຶນ​ມາ​ຮອດ​ແລ້ວ ຈະ​ເຮັດ​ແນວ​ໃດເພື່ອ​ຮັກສາທຶນນັ້ນໄວ້. ນອກຈາກນີ້, ຈະເຮັດຄືແນວໃດເພື່ອລະດົມ​ທຶນ​​ໃນ​ປະ​ເທດ​ເຂົ້າ​ຮ່ວມ​ຂະ​ບວນການ​ຜະລິດ​ຮ່ວມກັບ​ວິ​ສາ​ຫະກິດ​ຕ່າງປະ​ເທດທີ່​ລົງທຶນ​ຢູ່​ຫວຽດນາມ. ບັນຫາສຳຄັນທີ່ສຸດແມ່ນ ເຮັດຄືແນວໃດໃຫ້ທຶນຕ່າງປະເທດບໍ່ຄອບງຳ ຫຼືກົດຂີ່ ທຶນໃນປະເທດ ແຕ່ຮ່ວມມືກັນເພື່ອການພັດທະນາຮ່ວມກັນ (ຕາມຫຼັກການ Win - Win, ຜົນປະໂຫຍດຮ່ວມກັນ).

ທີສີ່, ຫວຽດນາມແມ່ນປະເທດທີ່ມາພາຍຫຼັງໃນການປະຕິວັດອຸດສາຫະກຳຄັ້ງກ່ອນ ແຕ່ມາພ້ອມກັບໂລກ ໃນການປະຕິວັດອຸດສາປະກຳຄັ້ງທີສີ່ - ການຫັນເປັນທັນສະໄໝ. ການປະຕິວັດອຸດສາປະກຳຄັ້ງທີສີ່ ໂດຍມີແກນຫຼັກຄືການຫັນເປັນດິຈິຕອນ, ສ້າງໂອກາດໃນການຂະຫຍາຍພື້ນທີ່ທາງເສດຖະກິດ. ຄຽງຄູ່ກັບໂລກ, ຫວຽດນາມພວມກໍ່ສ້າງລະບົບອຸດສາຫະກຳທີ່ທັນສະໄໝ. ຜະລິດຕະພັນເຕັກໂນໂລຢີໃໝ່ໄດ້ຖືກນຳມາໃຊ້. ບັນຫາແມ່ນ ວິທີການເອົາຊະນະ ຢກັບດັກການປຸງແຕ່ງ” ຊຶ່ງໝາຍເຖິງການຄົງຢູ່ໃນຂັ້ນຕອນການຮັບເໝົາປຸງແຕ່ງທີ່ມີມູນຄ່າເພີ່ມຕ່ຳ ໂດຍບໍ່ສາມາດກ້າວໄປສູ່ ຂັ້ນຕອນທີ່ມີມູນຄ່າເພີ່ມສູງຂຶ້ນໄດ້. ການສ້າງຕ່ອງໂສ້ການຜະລິດ ແລະການແຈກຢາຍ ຕິດກັບການສົ່ງເສີມເຄື່ອງໝາຍການຄ້າຫວຽດນາມ ແລະການເຂົ້າຮ່ວມໃນຕ່ອງໂສ້ຄຸນຄ່າທົ່ວໂລກ ແມ່ນໜຶ່ງໃນຈຸດສຸມຂອງການຫັນເປັນອຸດສາຫະກຳ.

ທີຫ້າ, ຫວຽດນາມກຳລັງຢູ່ໃນຂະບວນວິວັດການຫັນເປັນຕົວເມືອງຢ່າງແຂງແຮງ. ພ້ອມກັນກັນການຫັນເປັນອຸດສາຫະກຳແລະທັນສະໄໝ, ການສ້າງພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແລະ ການເຊື່ອມໂຍງສາກົນຢ່າງເລິກເຊິ່ງນັ້ນ, ຂະບວນການຍ້າຍປະຊາກອນໄປສູ່ສູນກາງແລະເຂດຕົວເມືອງທີ່ສຳຄັນ ແມ່ນທ່າອ່ຽງທີ່ຫຼີກລ່ຽງບໍ່ໄດ້. ຂະ​ບວນ​ການ​ຫັນ​ເປັນ​ຕົວ​ເມືອງ ​ແມ່ນ​ຜົນຕາມມາ​ທີ່​ຫຼີກ​ລ່ຽງ​ບໍ່​ໄດ້​ ຂອງບັນດາ​ຂະ​ບວນ​ການຫັນເປັນ​ອຸດ​ສາ​ຫະ​ກໍາ​, ການເປີດ​ຕະ​ຫຼາດ​, ການ​ເຊື່ອມ​ໂຍງສາກົນ ​ແລະ ​ການປ່ຽນແປງດິ​ຈິ​ຕອນ​. ເນື້ອແທ້ຂອງ​ການ​ຫັນ​ເປັນ​ຕົວ​ເມືອງ​ແມ່ນ ​ເພື່ອ​ເພີ່ມ​ທະວີ​ການເຕົ້າໂຮມຜູ້ທີ່ເກ່ງກ້າສາມາດ ​ແລະ ຊັບພະຍາກອນ​ວັດຖຸ ເຂົ້າໃນພື້ນທີ່ທີ່ໄດ້ປຽບ ເພື່ອເພີ່ມປະສິດທິພາບເສດຖະກິດຈາກຂະໜາດ. ປະຈຸບັນ, ຫວຽດນາມມີຂະໜາດການຂະຫຍາຍຕົວຂອງຕົວເມືອງຫຼາຍກວ່າ 40% ແລະມີແນວໂນ້ມວ່າຈະເພີ່ມຂຶ້ນເຖິງ 50% ພາຍໃນປີ 2030. ຄວາມສຳເລັດຂອງຫວຽດນາມໃນການພັດທະນາຕົວເມືອງ ໂດຍປາສະຈາກການກໍ່ຕົວຂອງຊຸມຊົນແອອັດນັ້ນ ໄດ້ຮັບການຕີລາຄາສູງຈາກທົ່ວໂລກ. ຈາກ​ນີ້​ຮອດ​ປີ 2030 ​ແລະ ​ວິ​ໄສ​ທັດ​ຮອດ​ປີ 2045, ການ​ຕອບ​ສະໜອງ​ຄວາມ​ຕ້ອງການດ້ານ​ການ​ຫັນ​ເປັນ​ຕົວ​ເມືອງ​ແມ່ນຄວາມ​ທ້າ​ທາຍທີ່​ແທ້​ຈິງ ສຳລັບ​ການ​ພັດທະນາ​ເສດຖະກິດ.

ທີຫົກ, ການເພີ່ມຂຶ້ນຢ່າງແຂງແຮງຂອງຊົນຊັ້ນກາງ, ຕາມມາດ້ວຍອັດຕາເງິນຝາກປະຢັດທີ່ສູງ ແລະ ມີຊັບພະຍາກອນທີ່ມີທ່າແຮງສໍາລັບການພັດທະນາ. ຫຼັງຈາກເກືອບ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມໄດ້ກາຍເປັນປະເທດທີ່ມີລາຍໄດ້ປານກາງ (ຕ່ຳ). ພ້ອມກັນນັ້ນ, ຫວຽດນາມຍັງຢູ່ໃນຍຸກທອງຄຳຂອງປະຊາກອນ ເປັນຜົນໃຫ້ອັດຕາການເຕີບໂຕຂອງຊົນຊັ້ນກາງຂອງຫວຽດນາມເພີ່ມຂຶ້ນໄວທີ່ສຸດໃນອາຊີ. ທະນາຄານໂລກປະເມີນການເພີ່ມຂຶ້ນຂອງຊົນຊັ້ນກາງໃນຫວຽດນາມວ່າ ເປັນຄວາມສຳເລັດໃນຂະບວນການພັດທະນາເສດຖະກິດ. ປະຊາຊົນ​ຫວຽດນາມ​ນັບ​ລ້ານ​ຄົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ​ແລະ ກ້າວ​ໄປ​ສູ່ “​ຂັ້ນ​ໄດ​ເສດຖະກິດ” ທີ່ສູງກວ່າ ​ເຊິ່ງ​ແມ່ນ​ຊົນ​ຊັ້ນ​ກາງ.

ທີເຈັດ, ຫວຽດນາມ​ແມ່ນ​ປະ​ເທດ​ທີ່ມີ​ລາຍ​ໄດ້​ປານ​ກາງ (ຕ່ຳ) ​ແລ້ວ, ​ໂຄງ​ສ້າງພື້ນຖານພວມ​ຢູ່​ໃນ​ໄລຍະ​ແຫ່ງ​ການ​ລົງທຶນ ​ແລະ ຍົກ​ລະດັບ​ຢ່າງ​ແຂງ​ແຮງ. ​ເພື່ອ​ຜ່ານພົ້ນ “​ກັບ​ດັກ​ລາຍ​ໄດ້​ປານ​ກາງ”, ​​ຄວາມ​ຮຽກຮ້ອງ​ຕ້ອງການໜຶ່ງ​ແມ່ນການ​ລົງທຶນ​ຈຳນວນຫຼາຍ ​ເພື່ອ​ປັບປຸງ ​ແລະ ຍົກ​ລະດັບ​ລະບົບ​ໂຄງສ້າງພື້ນຖານ​ຢ່າງ​ບໍ່​ຢຸດ​ຢັ້ງ, ໂດຍສະເພາະ ໂຄງສ້າງພື້ນຖານດ້ານການຄົມມະນາຄົມຂົນສົ່ງ, ເຊິ່ງຮຽກຮ້ອງຕ້ອງການມີກົນໄກທີ່ແຂງແຮງ ແລະມີປະສິດທິພາບ ໃນການດຶງດູດເງິນລົງທຶນ. ບັນຫາແມ່ນຈະ​ເຮັດ​ແນວ​ໃດ​ເພື່ອ​ສາມາດຍົກ​ລະດັບ​ໂຄງສ້າງພື້ນຖານໄດ້ ແຕ່ບໍ່​ຕົກ​ຢູ່ໃນ​ກັບ​ດັກ​ໜີ້​ຕ່າງປະ​ເທດ. ນີ້ແມ່ນບັນຫາທີ່ສຳຄັນຢ່າງ​ແທ້​ຈິງ​ ໃນ​ໄລຍະ​ນັບ​ແຕ່​ນີ້​ຮອດ​ປີ 2030, ໂດຍ​ມີວິ​ໄສ​ທັດ​ຮອດ​ປີ 2045.

ທີແປດ, ປະຈຸບັນຫວຽດນາມແມ່ນປະເທດທີ່ມີອັດຕາສ່ວນປະຊາກອນເປັນທອງຄຳ, ​ແຕ່​ມີ​ສັນຍານວ່າ ​ໃນ​ບໍ່​ຊ້າ​ນີ້ ​ປະຊາກອນ​ຈະ​ກ້າວ​ເຂົ້າ​ສູ່​ໄລຍະ​​ສູງໄວ. ຈາກຜົນການຄົ້ນຄວ້າທາງສັງຄົມວິທະຍາ ຍຸກທອງຄຳຂອງປະຊາກອນຫວຽດນາມເລີ່ມຕົ້ນໃນປີ 2006 ແລະ ຈະສິ້ນສຸດລົງໃນປີ 2039. ຍຸກທອງຄຳຂອງປະຊາກອນຖືເປັນຍຸກທອງຄຳຂອງການພັດທະນາຂອງແຕ່ລະປະເທດ ເມື່ອອັດຕາສ່ວນຄົນງານເປັນສອງເທົ່າຂອງຈຳນວນຜູ້ຢູ່ໃນອຸປະກະລະ. ພວກເຮົາມີເວລາເຫຼືອອີກປະມານ 15 ປີໃນການໃຊ້ປະໂຫຍດຈາກຂໍ້ໄດ້ປຽບນີ້ ພ້ອມທັງກຽມພ້ອມຮັບມືກັບຈຳນວນປະຊາກອນສູງອາຍຸ.

ທີເກົ້າ, ​ໂດຍ​ແມ່ນ​ປະ​ເທດ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບຢ່າງໜັກໜ່ວງ​ຈາກ​ການ​ປ່ຽນ​ແປງສະພາບ​ດິນ​ຟ້າ​ອາກາດຫຼາຍ, ຫວຽດນາມ​ໄດ້​ຮັບ​ການລະບຸໂດຍຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ປ່ຽນ​ແປງສະພາບ​ດິນ​ຟ້າ​ອາກາດ (IPCC) ​ເປັນ​ໜຶ່ງ​ໃນ​​ປະ​ເທດທີ່ມີແນວໂນ້ມວ່າ ​ຈະ​ໄດ້​ຮັບ​ຜົນ​ກະທົບ​ຢ່າງຮຸນແຮງ ຈາກ​ການ​ປ່ຽນ​ແປງສະພາບ​ດິນ​ຟ້າ​ອາກາດ ​ຍ້ອນ​ມີຝັ່ງ​ທະ​ເລ​ທີ່ຍາວຢຽດ, ພື້ນທີ່ມະຫາສະໝຸດອັນກວ້າງໃຫຍ່, ເຂດທົ່ງພຽງ​ແລະທົ່ງນ້ຳທ່ວມຂັງອັນ​ກວ້າງ​ຂວາງ, ​ເປັນ​ບ່ອນ​ຢູ່​ໃນ​ເສັ້ນທາງ​ຂອງ​ພະຍຸ ແລະ ​ມີ​ປະຊາກອນ​ທີ່​ທຸກ​ຍາກຈຳນວນ​ຫຼວງ​ຫຼາຍ. ການຮັບມືຕອບໂຕ້ກັບ​ໄພ​ແຫ້ງ​ແລ້ງ, ຕ້ານການ​ລ່ວງ​ລ້ຳ​ຂອງ​ນ້ຳ​ເຄັມ ແລະ ການ​ເຊາະ​ເຈື່ອນ​ແຄມ​ທະ​ເລ​ ຢູ່​ເຂດ​ທົ່ງ​ພຽງ​ຫາກແມ່​ນ້ຳ​ຂອງ ຖືເປັນ​ບັນ​ຫາ​ທີ່​ສຳ​ຄັນ​ທີ່​ສຸດ. ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ​ ການ​ປັບ​ຕົວ ​ແລະ ​ແກ້​ໄຂ​ຜົນ​ກະທົບ​ທາງ​ລົບ ​ຈາກ​ການ​ປ່ຽນ​ແປງ​ສະພາບ​ດິນ​ຟ້າ​ອາກາດ. ສິ່ງນີ້​ຮຽກ​ຮ້ອງ​ໃຫ້​ຫວຽດ​ນາມຕ້ອງໃຊ້ຄວາມ​ພະ​ຍາ​ຍາມ​ຢ່າງຫຼວງຫຼາຍ​ໃນ​ຂະ​ບວນ​ການ​ພັດ​ທະ​ນາປະເທດ.

ເພື່ອ​ບັນລຸ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາໃນ​ການ​ພັດທະນາ​ປະ​ເທດ​

ທີໜຶ່ງ, ສືບຕໍ່ປ່ຽນແປງໃໝ່ຈິນຕະນາການກ່ຽວກັບເສດຖະກິດ, ກຳນົດແນວທາງແລະແຜນນະໂຍບາຍການພັດທະນາເສດຖະກິດທີ່ຖືກຕ້ອງ ແລະ ​ນຳພາການປະຕິບັດ​ແນວທາງ ​ແລະແຜນນະ​ໂຍບາຍ​ນັ້ນ​ ຢ່າງ​ສຳ​ເລັດ​ຜົນ.

ຜ່ານເກືອບ 40 ປີແຫ່ງການປ່ຽນແປງໃໝ່, ພັກກອມມູນິດຫວຽດນາມໄດ້ປ່ຽນແປງໃໝ່ຈິນຕະນາການຢ່າງບໍ່ຢຸດຢັ້ງ, ປັບປຸງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມໃຫ້ສົມບູນແບບ ແລະ ເສີມຂະຫຍາຍຊັບພະຍາກອນທັງໝົດ ໂດຍສະເພາະແມ່ນ ຄວາມສາມາດປະດິດສ້າງຂອງທຸກຊົນຊັ້ນ ແລະປະຊາຊົນທຸກຊັ້ນວັນນະ... ໃນໄລຍະຈະມາເຖິງ, ເພື່ອກຳນົດແນວທາງ,ນະໂຍບາຍ ແລະ ແຜນນະໂຍບາຍທີ່ສຳຄັນທາງເສດຖະກິດໄດ້ຢ່າງຖືກຕ້ອງ, ພັກຈຳເປັນຕ້ອງສືບຕໍ່ເສີມຂະຫຍາຍປະຊາທິປະໄຕໃນທົ່ວສັງຄົມ, ເລີ່ມຈາກຜົນປະໂຫຍດຂອງປະຊາຊົນ, ອີງໃສ່ປະຊາຊົນ ແລະ ເສີມຂະຫຍາຍສະຕິປັນຍາຂອງທົ່ວປວງຊົນ ໃນການສ້າງແຜນນະໂຍບາຍແລະ ນະໂຍບາຍຂອງພັກ. ເພື່ອປັບປຸງຍົກສູງຄຸນນະພາບຂອງການປະກາດໃຊ້ແນວທາງ, ແຜນນະໂຍບາຍ ແລະນະໂຍບາຍເສດຖະກິດ... ຈໍາເປັນຕ້ອງເອົາຊະນະການບັງຄັບແບບອັດຕະວິໄສ, ເຈດຈຳນົງນິຍົມ ແລະ ຄຳພີຕາຍຕົວ, ຕ້ອງເຄົາລົບກົດເກນພາວະວິໄສ, ເລີ່ມຈາກພຶດຕິກຳຕົວຈິງ ແລະ ຕິດແໜ້ນກັບຄວາມເປັນຈິງຂອງປະເທດ.

ຮັບປະກັນຄວາມເປັນເອກະພາບແບບສັດຈະວິພາກ ລະຫວ່າງເສດຖະກິດແລະການເມືອງ. ນະໂຍບາຍ, ແຜນນະໂຍບາຍ ແລະ ແນວທາງເສດຖະກິດ ຕ້ອງໄດ້ຮັບການພິນິດພິສູດທາງດ້ານເສດຖະກິດແລະການເມືອງ ໃນຄວາມເປັນເອກະພາບແບບສັດຈະວິພາກ, ແກ້ໄຂຂໍ້ຜິດພາດໃນການແຍກເສດຖະກິດອອກຈາກການເມືອງ; ແກ້ໄຂການພົວພັນລະຫວ່າງຜົນປະໂຫຍດໄລຍະສັ້ນແລະໄລຍະຍາວ, ຜົນປະໂຫຍດພາກສ່ວນແລະທ້ອງຖິ່ນ ກັບຜົນປະໂຫຍດລວມ, ຜົນປະໂຫຍດຂອງສັງຄົມທັງໝົດ ກັບຜົນປະໂຫຍດຂອງແຕ່ລະຊົນຊັ້ນ, ແຕ່ລະຊັ້ນຄົນ ແລະ ແຕ່ລະບຸກຄົນ ຢ່າງເໝາະສົມ. ​ໃຫ້ຄວາມສຳຄັນກັບຜົນ​ປະ​ໂຫຍດ​ຂອງ​ປະເທດແລະຊົນຊາດ​ເປັນ​ອັນ​ດັບ​ໜຶ່ງ; ຍຶດໝັ້ນໃນເອກະລາດແລະຄວາມເປັນເຈົ້າຕົນເອງຂອງຊາດ ພ້ອມກັນນັ້ນກໍ່ເປັນເຈົ້າການແລະຕັ້ງໜ້າໃນການເຊື່ອມໂຍງເຂົ້າກັບສາກົນ ບົນພື້ນຖານຂອງຄວາມສະເໝີພາບ ການຮ່ວມມື ແລະ ມີຜົນປະໂຫຍດຮ່ວມກັນ.

ເພື່ອປະຕິບັດແຜນນະໂຍບາຍແລະແນວທາງຂອງຕົນປະສົບຜົນສໍາເລັດ, ພັກຕ້ອງນຳພາການກໍ່ສ້າງ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ເຮັດໜ້າທີ່ບໍລິຫານ​ຄຸ້ມ​ຄອງ ​ແລະຈັດ​ຕັ້ງ​ການ​ກໍ່ສ້າງ ​ແລະ ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ ​ຢ່າງ​ດີ. ດ້ວຍບົດບາດນີ້, ພັກນຳພາການກໍ່ສ້າງແລະປັບປຸງບູລະນະ​ກົນ​ໄກແຫ່ງ​ລັດ, ກໍ່ສ້າງ​ກົນ​ໄກແຫ່ງ​ລັດ​ໃຫ້​ສະອາດ ​ແລະ ​ເຂັ້ມ​ແຂງ; ຫັນປ່ຽນ​ຈາກ​ແນວຄວາມ​ຄິດກ່ຽວກັບ​ລັດ​ຜູ້ບໍລິຫານປົກຄອງ ໄປ​ສູ່ລັດສ້າງສາ​ພັດ​ທະ​ນາ; ປະສານ​ສົມທົບ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ຂອງ​ລັດ, ຮັບປະກັນ​ການ​ດຳເນີນງານຂອງ​ອົງການເຫຼົ່າ​ນັ້ນຢ່າງຊ່ອງລ່ອງຄ່ອງດີ​. ພັກ​ບໍ່​ໄດ້​ຕັດສິນ​​ບັນຫາ​ສະ​ເພາະ​ທີ່​ຢູ່​ພາຍ​ໃຕ້​ສິດ​ອຳນາດ​ຂອງ​ອົງການ​ລັດ. ການກຳນົດ​ບົດບາດ​ນຳພາ​ຂອງ​ພັກ ​ແລະ ພາລະໜ້າທີ່ຄຸ້ມ​ຄອງ​ເສດຖະກິດ​ຂອງ​ລັດ​ຢ່າງ​ຈະ​ແຈ້ງ ​ເພື່ອແກ້ໄຂ​ຜ່ານ​ຜ່າ​ສະຖານະ​ການ​ທີ່ເກີດຂຶ້ນໃນບາງຄັ້ງ ​ແລະ ບາງ​ແຫ່ງ ທີ່​ອົງການ​ຂອງ​ພັກເຂົ້າມາແທນທີ່​ໜ້າ​ທີ່​ບໍລິຫານຂອງ​ລັດ, ​ໃນ​ຂະນະ​ທີ່ ອົງການ​ຂອງລັດ​ຄອບ​ງຳ​ສິດ​ຄຸ້ມ​ຄອງຂອງ​ວິ​ສາ​ຫະກິດ.

ທີສອງ, ເພີ່ມທະວີການກວດກາ ແລະ ຕິດຕາມກວດກາ ໃນການປະຕິບັດແນວທາງແລະແຜນນະໂຍບາຍດ້ານເສດຖະກິດຂອງພັກ.

ການກວດກາ ແລະ ຕິດຕາມກວດກາແມ່ນໜຶ່ງໃນບັນດາແບບວິທີການນຳພາພື້ນຖານຂອງພັກ. ຜ່ານວຽກງານນີ້, ພັກກຳແໜ້ນສະພາບການທຸກດ້ານຂອງບັນດາອົງການຈັດຕັ້ງພັກ, ກຳແໜ້ນຖັນແຖວພະນັກງານ ສະມາຊິກພັກທີ່ປະຕິບັດຕາມທັດສະນະແລະແນວທາງຂອງພັກ ເພື່ອ​ມີວິທີການນຳພາ​ແລະຊີ້ນຳ​ທີ່​ເໝາະ​ສົມ. ນອກຈາກນັ້ນ, ຍັງເປັນການກວດສອບຄວາມຖືກຕ້ອງ ແລະ ແມ່ນຢຳ ຂອງແຜນນະໂຍບາຍແລະແນວທາງເສດຖະກິດ, ດັດແກ້ການຈັດຕັ້ງ ການປະຕິບັດ ແລະ ປັບປ່ຽນຖ້າຈຳເປັນ.  

ພາລະໜ້າທີ່ສຳຄັນຂອງການກວດກາແລະຕິດຕາມກວດກາ ແມ່ນເພື່ອຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ແລະຄວາມຫຍໍ້ທໍ້ ເຊິ່ງກ່ອນອື່ນໝົດແມ່ນ ການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ໃນຂົງເຂດເສດຖະກິດ. ເພື່ອສາມາດເຮັດສິ່ງນີ້ໄດ້ ຈຳເປັນຕ້ອງມີກົດລະບຽບທີ່ເຂັ້ມງວດກ່ຽວກັບການລາຍງານໄລ່ລຽງຊັບສິນແລະລາຍໄດ້ ຂອງພະນັກງານທີ່ມີຕໍາແໜ່ງແລະອຳນາດ; ຊີ້​ແຈງ​ສິດ​ອຳ​ນາດ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ພະ​ນັກ​ງານແລະລັດ​ຖະ​ກອນ ​ແຕ່​ລະ​ຕຳ​ແໜ່ງ; ຄວບ​ຄຸມ​ລາຍ​ຮັບ​ແລະ​ລາຍ​ຈ່າຍທາງການເງິນ​ ຂອງ​ອົງການ​ແລະການຈັດ​ຕັ້ງ... ຄວາມໂປ່ງໃສແລະເປີດເຜີຍຂໍ້ມູນເພື່ອເສີມຂະຫຍາຍປະຊາທິປະໄຕ, ສ້າງເງື່ອນໄຂໃຫ້ອົງການຈັດຕັ້ງພັກ, ອົງການຈັດຕັ້ງມວນຊົນແລະປະຊາຊົນສ່ວຍໃຫຍ່ ຄົ້ນພົບ, ລາຍງານຕໍ່ອົງການທີ່ມີອຳນາດ ເພື່ອກວດ​ສອບ ​ແລະ ຈັດການ​ແກ້​ໄຂ​ການ​ກະທຳ​ສໍ້​ລາດ​ບັງ​ຫຼວງໃນຖັນແຖວພະນັກງານ ສະມາຊິກພັກ. ຈຳເປັນທີ່ສຸດທີ່ຕ້ອງ​ມີ​ກົນ​ໄກໃນການປ້ອງກັນ, ​ລົງ​ໂທດ, ສັ່ງເຕືອນ ​ແລະ ຮັບປະກັນວ່າ ບໍ່​ຢາກ​ສໍ້​ລາດ​ບັງ​ຫຼວງ, ບໍ່​ສາມາດ​ສໍ້​ລາດ​ບັງ​ຫຼວງ, ບໍ່​ກ້າ​ສໍ້​ລາດ​ບັງ​ຫຼວງ, ບໍ່​ຈຳ​ເປັນ​ຕ້ອງ​ສໍ້​ລາດ​ບັງ​ຫຼວງ.

ທີສາມ, ໃຫ້ຄວາມສຳຄັນກັບວຽກງານສະຫຼຸບສັງລວມພຶດຕິກຳ.

ການສະຫຼຸບສັງລວມພຶດຕິກຳ, ການຄົ້ນຄວ້າແລະພັດທະນາທິດສະດີ, ປະກອບສ່ວນໃນການສ້າງແລະປັບປຸງບູລະນະແນວທາງ, ແຜນນະໂຍບາຍ ແລະ ແຜນການພັດທະນາເສດຖະກິດໃນປະຈຸບັນແລະໄຍະຍາວ ແມ່ນໜ້າທີ່ທີ່ສຳຄັນ. ພາກປະຕິບັດຕົວຈິງໃນເກືອບ 40 ປີແຫ່ງການປ່ຽນແປງໃໝ່ສະແດງໃຫ້ເຫັນວ່າ ພັກ​ໄດ້​ສະຫຼຸບສັງລວມພຶດຕິກຳ, ສ້າງ ​ແລະ ​​ປັບປຸງ​ລະບົບ​ທິດ​ສະ​ດີ​ເສດຖະກິດ​ທີ່​ໜັກ​ແໜ້ນ​ໃຫ້ສົມບູນແບບຫຼາຍຂຶ້ນເລື້ອຍໆ. ​ພັກ​ເອົາ​ໃຈ​ໃສ່ເຖິງການ​ນຳພາ​ຮອບດ້ານ, ​ແຕ່​ບັນດາ​ແຜນນະ​ໂຍບາຍ​ໃຫຍ່​ແລະສຳຄັນ ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ທົດ​ລອງ ​ແລະ ສະຫຼຸບ​ເປັນ​ບົດຮຽນ​ທາງທິດ​ສະ​ດີ ​ເພື່ອ​ຊີ້​ນຳ​ໃນ​ວົງກວ້າງ. ໃນເວລາທີ່ຈະມາເຖິງນີ້, ວຽກງານນີ້ຈະຕ້ອງເນັ້ນການສະຫຼຸບສັງລວມພຶດຕິກຳຕົວຈິງ, ເລີ່ມຈາກຄວາມເປັນຈິງ ແລະ ຕິດຕາມການປະຕິບັດຢ່າງໃກ້ຊິດ, ການຄົ້ນຄວ້າທິດສະດີຈຳເປັນຕ້ອງໄດ້ສຸມໃສ່ການແກ້ບັນຫາທີ່ເກີດຈາກພຶດຕິກຳຕົວຈິງຢ່າງທັນການແລະປະສິດທິພາບ. ຕີລາຄາສູງການນຳໃຊ້ທີ່ຖືກຕ້ອງ ແລະ ຄວາມຮັບຮູ້ຂອງກົດໝາຍເສດຖະກິດຕາມເປົ້າໝາຍ, ປັບປຸງຄວາມສາມາດໃນການຄາດຄະເນ ແລະ ວິໄສທັດໄລຍະຍາວ. ໃຫ້ຄວາມສຳຄັນກັບການໝູນໃຊ້​ແລະ​ເຂົ້າ​ໃຈ​ກົດເກນ​ເສດຖະກິດພາວະວິໄສ ຢ່າງ​ຖືກຕ້ອງ, ປັບປຸງຍົກສູງ​ຄວາມ​ສາມາດໃນ​ການ​ຄາດ​ຄະ​ເນ​ແລະ​ວິ​ໄສ​ທັດ​​ໄລຍະ​ຍາວ.

ທີສີ່, ຍົກສູງບົດບາດ ແລະປະສິດທິຜົນ ການນຳພາເສດຖະກິດຂອງອົງການຈັດຕັ້ງພັກ ແລະສະມາຊິກພັກທີ່ດຳເນີນງານໃນອົງການຂອງລັດ ແລະອົງການທາງເສດຖະກິດ.

ບັນດາອົງການຈັດຕັ້ງພັກແລະສະມາຊິກພັກ ຊາບຊຶມແລະຜັນຂະຫຍາຍປະຕິວັດຄຳສັ່ງແລະມະຕິຂອງພັກໂດຍກົງ, ດຳເນີນ​ວຽກ​ງານ​ດ້ານ​ການ​ເມືອງ​ແລະແນວຄິດ ເພື່ອ​ມະຫາຊົນ​ໃນ​ວິ​ສາ​ຫະກິດ ແລະອົງການຕ່າງໆ. ຜ່ານບັນດາອົງການຈັດຕັ້ງພັກແລະສະມາຊິກພັກ, ອົງການຈັດຕັ້ງພັກ ນຳພາອົງການຈັດຕັ້ງມະຫາຊົນປະຕິບັດຕາມແຜນນະໂຍບາຍແລະແນວທາງຂອງພັກ, ນະໂຍບາຍແລະກົດໝາຍຂອງລັດ, ໃນນັ້ນມີ ແນວທາງແລະນະໂຍບາຍດ້ານເສດຖະກິດ. ດັ່ງນັ້ນ, ຈຳເປັນຕ້ອງຍົກສູງບົດບາດ​ນຳໜ້າ ເປັນ​ແບບຢ່າງ ແລະ ຄວາມ​ສາມາດ​ຄຸ້ມ​ຄອງ​ເສດຖະກິດ​ຂອງ​ສະມາຊິກ​ພັກ, ໂດຍ​ສະ​ເພາະ​ແມ່ນ ​ສະມາຊິກ​ພັກ​ທີ່​ດຳລົງ​ຕຳ​ແໜ່​ງສຳຄັນ​ໃນ​ກົນ​ໄກ​ຄຸ້ມ​ຄອງ​ເສດຖະກິດ.

ທີຫ້າ, ປ່ຽນແປງໃໝ່ວຽກງານພະນັກງານໃນຂົງເຂດການນຳພາແລະຄຸ້ມຄອງເສດຖະກິດ.

ເພື່ອ​ຕອບ​ສະໜອງ​ຄວາມ​​ຕ້ອງການ​ຂອງ​ການ​ເຊື່ອມ​ໂຍງ​ທີ່ນັບມື້ນັບ​ເລິກ​ເຊິ່ງ ຈຳເປັນ​ຕ້ອງ​ສ້າງ​ຖັນແຖວ​ພະນັກງານ ແລະລັດຖະກອນ​ໃນ​ກົງຈັກ​ຂອງ​ລັດ ແລະ ບຳລຸງ​ສ້າງຊັບພະຍາກອນ​ມະນຸດທີ່ມີຄຸນນະພາບ​ໃຫ້​ພື້ນຖານເສດຖະກິດທັງໝົດ, ​ໂດຍ​ສະ​ເພາະ​ແມ່ນ ​ການ​ຄົ້ນ​ຫາ, ການຝຶກອົບຮົມ ແລະການບຳລຸງ​ສ້າງ ພະນັກງານນຳພາທີ່​ສຳຄັນ​ໃນ​ຂົງ​ເຂດ​ເສດຖະກິດ.

ປ່ຽນແປງໃໝ່ວຽກງານພະນັກງານ; ມີກົນໄກໃນການຄົ້ນພົບ, ວາງແຜນ, ຝຶກອົບຮົມ, ບຳລຸງສ້າງ ແລະ ຈັດວາງພະນັກງານທີ່ມີຄວາມກ້າຫານ, ມີຄວາມສາມາດໂດດເດັ່ນ ແລະ ມີໂອກາດກ້າວເຂົ້າສູ່ຕຳແໜ່ງຜູ້ນໍາ ແລະຜູ້ບໍລິຫານ, ລວມທັງການເລື່ອນຕຳແໜ່ງເກີນລະດັບ, ໂດຍສະເພາະພະນັກງານໜຸ່ມ. ​ປັບປຸງ​ລະບົບ​ລະບຽບ​ການ​ກຳນົດ​ສິດອຳນາດ ​ແລະ ຄວາມ​ຮັບຜິດຊອບ​ ຂອງກຳມະການ​ພັກ, ສະມາຊິກ​ພັກແຕ່ລະຂັ້ນໃຫ້ຄົບຖ້ວນ, ໂດຍສະເພາະຕຳແໜ່ງການນຳພາແລະຄຸ້ມຄອງເສດຖະກິດ ເພື່ອ​ເປັນ​ພື້ນຖານ​ໃນການ​ສະແດງຄວາມຄິດເຫັນ ​ແລະ ປະ​ເມີນ​​ຜູ້ນຳ ​ແລະ ຜູ້​ບໍລິຫານ​ຄຸ້ມຄອງ ໃນ​ຂົງ​ເຂດ​ເສດຖະກິດ. ນອກຈາກນັ້ນ, ມີມາດຕະການທີ່ມີປະສິດທິພາບໃນການຈັດການຢ່າງເຄັ່ງຄັດ, ພ້ອມກັນນັ້ນ ສະ​ເໜີ​ໃຫ້ຍົກ​ເລີກ​ສະມາຊິກ​ພັກ​ທີ່ມີຕຳແໜ່ງສຳຄັນ​ໃນ​ຂະ​ແໜງ​ເສດຖະກິດ​ ທີ່​ມີ​ຄວາມ​ສາມາດ​ອ່ອນ​ແອ ​ແລະ ມີ​ພຶດຕິ​ກຳ​ສໍ້​ລາດ​ບັງ​ຫຼວງ ​ແລະໃຊ້ຈ່າຍຟຸມເຟືອຍ./.

------------------------

(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 12.

* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1036 (ເດືອນເມສາ 2024)