ການຄ້າຕ່າງປະເທດຂອງຫວຽດນາມ: ຖານະທີ່ຕັ້ງໃໝ່
ຫຼັງຈາກການດຳເນີນຂະບວນການປ່ຽນແປງໃໝ່ເກືອບ 40 ປີ
ຫຼັງຈາກການດຳເນີນຂະບວນການປ່ຽນແປງໃໝ່ເກືອບ 40 ປີ
ວກ. - ພາຍຫຼັງການດຳເນີນຂະບວນການປ່ຽນແປງໃໝ່ເກືອບ 40 ປີ, ຂະແໜງການຄ້າຕ່າງປະເທດຂອງຫວຽດນາມ ບັນລຸໄດ້ບັນດາໝາກຜົນທີ່ໂດດເດັ່ນ. ຢ່າງໃດກໍຕາມ, ໃນສະພາບການເຊື່ອມໂຍງເຂົ້າກັບສາກົນນັບມື້ນັບກວ້າງຂວາງເລິກເຊິ່ງ, ເພື່ອພັດທະນາການຄ້າຕ່າງປະເທດຂອງຫວຽດນາມຢ່າງມີປະສິດທິຜົນແລະຍືນຍົງ ໃນໄລຍະຕໍ່ໄປ ຈຳເປັນຕ້ອງປະຕິບັດການແກ້ໄຂຫຼາຍວິທີຢ່າງພ້ອມໆກັນ.
ສະຖານະການການຄ້າຕ່າງປະເທດຂອງຫວຽດນາມໃນປະຈຸບັນ
ພາຍຫຼັງການດຳເນີນຂະບວນການປ່ຽນແປງໃໝ່ເກືອບ 40 ປີ
ພາບລວມຂອງຜົນໄດ້ຮັບທີ່ໂດດເດັ່ນ
ທີໜຶ່ງ, ໃນຕະຫຼອດເວລາເກືອບ 40 ປີແຫ່ງການດຳເນີນຂະບວນການປ່ຽນແປງໃໝ່, ໂດຍສະເພາະ ນັບແຕ່ຫວຽດນາມເຂົ້າຮ່ວມອົງການການຄ້າໂລກ (WTO) ຢ່າງເປັນທາງການໃນປີ 2007, ການເປີດເສດຖະກິດ ແລະ ການເພີ່ມກິດຈະກຳການຄ້າຕ່າງປະເທດກາຍເປັນແຮງຂັບເຄື່ອນທີ່ສຳຄັນ ໃນການຊຸກຍູ້ການເຕີບໂຕທາງເສດຖະກິດ-ສັງຄົມ ແລະ ປັບປຸງຍົກສູງຄຸນນະພາບຊີວິດຂອງປະຊາຊົນ. ກິດຈະກຳການຄ້າຕ່າງປະເທດໄດ້ພັດທະນາຢ່າງແຂງແຮງ ແລະ ບັນລຸໄດ້ບັນດາໝາກຜົນທີ່ໂດດເດັ່ນ ໃນຂະບວນການເຊື່ອມໂຍງເສດຖະກິດສາກົນທີ່ນັບມື້ນັບເລິກເຊິ່ງ. ຫວຽດນາມມີການເຕີບໂຕທາງການຄ້າທີ່ໜ້າປະທັບໃຈ, ຈາກອັນດັບທີ່ 39 ໃນປີ 2009 ຂຶ້ນເປັນອັນດັບທີ່ 11 ໃນ 15 ປະເທດຜູ້ສົ່ງອອກໃຫຍ່ທີ່ສຸດຂອງໂລກໃນປີ 2023. ຫວຽດນາມຖືກຖືວ່າເປັນປັດໄຈທີ່ສ້າງຄວາມປະຫຼາດໃຈໃຫ້ກັບການຄ້າໂລກ(1). ໂດຍສະເພາະ, ຫວຽດນາມໄດ້ກາຍເປັນໜຶ່ງໃນປະເທດເສດຖະກິດເປີດກວ້າງທີ່ສຸດໃນໂລກ. ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງຫວຽດນາມໃນປີ 1986 ຢູ່ທີ່ປະມານ 8 ຕື້ໂດລາສະຫະລັດເທົ່ານັ້ນ ແລະ ຢູ່ໃນອັນດັບທີ 9 ຈາກ 10 ປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້; ຮອດປີ 2024 ໄດ້ເພີ່ມຂຶ້ນເປັນ 476,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນປະມານ 58 ເທົ່າ, ໃນນັ້ນ GDP ຕໍ່ຫົວຄົນບັນລຸປະມານ 4.700 ໂດລາສະຫະລັດ, ເພີ່ມຂຶ້ນ 64 ເທົ່າເມື່ອທຽບກັບໄລຍະຕົ້ນຂອງການປ່ຽນແປງໃໝ່.ທ່ານ ຟ້າມ ມິງ ຈິ໊ງ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຢ້ຽມຊົມສາຍການຜະລິດລົດຍົນຂອງກຸ່ມບໍລິສັດ THACO _ພາບ: TTXVN
ການພັດທະນາການຄ້າຕ່າງປະເທດບໍ່ພຽງແຕ່ສ້າງການເຕີບໂຕດ້ານເສດຖະກິດເທົ່ານັ້ນ ແຕ່ຍັງຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢ່າງຫຼວງຫຼາຍ. ຈາກປະເທດທີ່ຂາດແຄນສະບຽງອາຫານ, ຫວຽດນາມໄດ້ກາຍເປັນປະເທດສົ່ງອອກຜະລິດຕະພັນກະສິກຳອັນດັບໜຶ່ງຂອງໂລກ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ການຊຸກຍູ້ການສົ່ງອອກຜະລິດຕະພັນອຸດສາຫະກຳໄດ້ສ້າງວຽກເຮັດງານທຳນັບລ້ານຕຳແໜ່ງ, ຊ່ວຍເພີ່ມລາຍຮັບ ແລະ ຍົກສູງຄຸນນະພາບຊີວິດຂອງຜູ້ອອກແຮງງານ. ນອກຈາກນັ້ນ, ດັດຊະນີການພັດທະນາສັງຄົມຍັງໄດ້ຮັບການປັບປຸງຢ່າງຫຼວງຫຼາຍ. ອັດຕາຄອບຄົວທຸກຍາກໄດ້ຫຼຸດລົງຢ່າງແຮງຈາກ 58% ໃນປີ 1993 ລົງເປັນ 1,9% ໃນປີ 2024. ດ້ານໂຄງສ້າງພື້ນຖານ ແລະ ການບໍລິການສາທາລະນະໄດ້ຮັບການຍົກລະດັບ ໂດຍຕາແສງຊົນນະບົດສ່ວນໃຫຍ່ມີໄຟຟ້າ, ໂຮງຮຽນ ແລະ ສະຖານີອະນາໄມ.
ບໍ່ພຽງແຕ່ເທົ່ານັ້ນ, ການຄ້າຕ່າງປະເທດຍັງໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພັດທະນາແບບຍືນຍົງ. ການເຂົ້າເຖິງຕະຫຼາດສາກົນທີ່ມີມາດຕະຖານດ້ານສິ່ງແວດລ້ອມແລະສັງຄົມສູງ ໄດ້ຊຸກຍູ້ໃຫ້ຍົກສູງຄຸນນະພາບຜະລິດຕະພັນ, ປັບປຸງເງື່ອນໄຂການເຮັດວຽກ ແລະ ຮັບປະກັນມາດຕະຖານຄວາມປອດໄພ. ສິ່ງດັ່ງກ່າວບໍ່ພຽງແຕ່ມີຜົນດີຕໍ່ເສດຖະກິດເທົ່ານັ້ນ ແຕ່ຍັງຊ່ວຍປັບປຸງຊີວິດການເປັນຢູ່ ແລະ ການເຮັດວຽກຂອງຜູ້ອອກແຮງງານ, ຊຸກຍູ້ການພັດທະນາຢ່າງສະເໝີພາບ ແລະ ຍືນຍົງ.
ທີສອງ, ການຄ້າຕ່າງປະເທດປະກອບສ່ວນຊ່ວຍໃຫ້ຫວຽດນາມມີສຽງແລະຖານະທີ່ຕັ້ງທີ່ສູງຂຶ້ນ ໃນການພົວພັນເສດຖະກິດສາກົນ ອັນສົ່ງຜົນຕໍ່ການຍົກສູງຖານະທີ່ຕັ້ງຂອງຫວຽດນາມໃນພາກພື້ນ ແລະ ໃນໂລກ. ກ່ອນໜ້ານີ້, ກິດຈະກຳການຄ້າຕ່າງປະເທດສ່ວນໃຫຍ່ເກີດຂຶ້ນໃນຮູບແບບການແລກປ່ຽນສິນຄ້າ ຜ່ານພິທີສານກັບປະເທດທີ່ເປັນສະມາຊິກສະພາການຊ່ວຍເຫຼືອດ້ານເສດຖະກິດຮ່ວມກັນ, ຕົ້ນຕໍແມ່ນກັບສະຫະພາບໂຊວຽດ ແລະ ຖືກຄວບຄຸມໂດຍລັດ. ເຖິງຢ່າງໃດກໍຕາມ, ຍ້ອນການຫັນເປັນເສດຖະກິດຕະຫຼາດ, ຫວຽດນາມໄດ້ຂະຫຍາຍການຄ້າກັບບັນດາປະເທດ ແລະ ເຂດແຄ້ວນຕ່າງໆ ໃນໂລກເທື່ອລະກ້າວ.
ປະຈຸບັນ, ຫວຽດນາມ ໄດ້ສ້າງການພົວພັນທາງການທູດກັບ 194 ປະເທດສະມາຊິກສະຫະປະຊາຊາດ, ໃນນັ້ນມີ 19 ປະເທດເປັນຄູ່ຮ່ວມມືຍຸດທະສາດ (9 ປະເທດເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ). ສິ່ງດັ່ງກ່າວ ບໍ່ພຽງແຕ່ຢືນຢັນຖານະທີ່ຕັ້ງຂອງຫວຽດນາມໃນເວທີສາກົນເທົ່ານັ້ນ ແຕ່ຍັງສ້າງເຄືອຂ່າຍຄູ່ຮ່ວມມືທີ່ກວ້າງຂວາງ, ຊ່ວຍໃຫ້ຫວຽດນາມມີກາລະໂອກາດຫຼາຍຂຶ້ນ ໃນການເຂົ້າຮ່ວມການເຄື່ອນໄຫວເສດຖະກິດທົ່ວໂລກ. ຫວຽດນາມຍັງໄດ້ສ້າງການພົວພັນດ້ານເສດຖະກິດແລະການຄ້າ ກັບຄູ່ຮ່ວມມື 230 ຄູ່ຮ່ວມແລະ ຮ່ວມມືກັບອົງການຈັດຕັ້ງສາກົນຮ້ອຍກວ່າແຫ່ງ ເຊິ່ງເປີດໂອກາດໃໝ່ໆໃນການພັດທະນາ.
ພ້ອມກັນນັ້ນ, ຫວຽດນາມໄດ້ລົງນາມໃນສັນຍາການຄ້າເສລີ (FTA) ສອງຝ່າຍ ແລະ ສັນຍາສົ່ງເສີມແລະຄຸ້ມຄອງການລົງທຶນຫຼາຍສະບັບ ກັບປະເທດເສດຖະກິດໃຫຍ່ໃນໂລກ, ກວມເອົາທຸກທະວີບ. ມາຮອດປະຈຸບັນ, ຫວຽດນາມເປັນສະມາຊິກທີ່ຕັ້ງໜ້າຂອງເກືອບ 70 ອົງການຈັດຕັ້ງພາກພື້ນແລະສາກົນ; ໄດ້ແລະກຳລັງເຂົ້າຮ່ວມສັນຍາການຄ້າເສລີຈຳນວນ 20 ສະບັບ, ລວມທັງສັນຍາການຄ້າເສລີທີ່ໄດ້ລົງນາມແລ້ວ 18 ສະບັບ (ໂດຍ 17 ສະບັບມີຜົນບັງຄັບໃຊ້ແລ້ວ) ກັບຄູ່ຮ່ວມສັນຍາການຄ້າເສລີຫຼາຍກວ່າ 60 ປະເທດໃນທຸກທະວີບ, ໂດຍມີ GDP ກວມເອົາເກືອບ 90% ຂອງ GDP ທົ່ວໂລກ. ປະຈຸບັນ, ຫວຽດນາມພວມເຈລະຈາສັນຍາການຄ້າເສລີຕື່ມອີກ 2 ສະບັບ. ການເຊື່ອມໂຍງສາກົນທີ່ເລິກເຊິ່ງນີ້ ໄດ້ຊ່ວຍຍົກສູງຖານະທີ່ຕັ້ງຂອງຫວຽດນາມ, ເຮັດໃຫ້ຫວຽດນາມກາຍເປັນ “ຈຸດເຊື່ອມໂຍງ” ທີ່ສຳຄັນ ໃນເຄືອຂ່າຍການຮ່ວມມືຂອງບັນດາປະເທດໃນທົ່ວໂລກ.
ດ້ວຍຮາກຖານທີ່ໝັ້ນຄົງຈາກຂະບວນການປ່ຽນແປງໃໝ່ ແລະ ການເຊື່ອມໂຍງສາກົນ, ຫວຽດນາມພວມມຸ່ງສູ່ເປົ້າໝາຍທີ່ຈະກາຍເປັນປະເທດທີ່ມີລາຍໄດ້ປານກາງສູງ ພາຍໃນປີ 2030 ແລະ ເປັນປະເທດພັດທະນາແລ້ວທີ່ມີລາຍໄດ້ສູງພາຍໃນປີ 2045. ຂັ້ນຕອນຍຸດທະສາດໃນການຄ້າຕ່າງປະເທດ ແລະ ການເຊື່ອມໂຍງເສດຖະກິດລະຫວ່າງປະເທດ ຍັງຄົງເປັນແຮງຜັກດັນຕົ້ນຕໍ ທີ່ຈະຊ່ວຍໃຫ້ປະເທດພັດທະນາຢ່າງແຂງແຮງ, ປັບປຸງຄຸນນະພາບຊີວິດຂອງປະຊາຊົນ ແລະ ສ້າງສັງຄົມທີ່ຈະເລີນຮຸ່ງເຮືອງ ແລະຍືນຍົງກວ່າອີກ.
ທີສາມ, ບັນດາການເຄື່ອນໄຫວນຳເຂົ້າ ແລະ ສົ່ງອອກໄດ້ຮັບການຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ຮັກສາອັດຕາການເຕີບໂຕທີ່ສູງໃນຫຼາຍປີ, ສົ່ງຜົນໃຫ້ການຄ້າຕ່າງປະເທດຂອງຫວຽດນາມມີການພັດທະນາຢ່າງເລິກເຊິ່ງ.
ຂະບວນການເຊື່ອມໂຍງເສດຖະກິດສາກົນຢ່າງເລິກເຊິ່ງ, ພິເສດແມ່ນການເຂົ້າຮ່ວມສັນຍາການຄ້າເສລີ ເຊິ່ງໄດ້ແລະກຳລັງເປີດກວ້າງຕະຫຼາດນຳເຂົ້າ ແລະ ສົ່ງອອກສິນຄ້າຂອງຫວຽດນາມ, ເປັນໂອກາດດີໃຫ້ຫວຽດນາມຊຸກຍູ້ການເຊື່ອມໂຍງ ແລະ ເຂົ້າຮ່ວມຢ່າງເລິກເຊິ່ງກ່ວາອີກ ໃນຕ່ອງໂສ້ມູນຄ່າ, ຕ່ອງໂສ້ການຜະລິດ ແລະ ການສະໜອງຂອງໂລກ. ໂດຍສະເພາະ, ຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ–19 ໄດ້ສິ້ນສຸດລົງ, ບັນດາສັນຍາການຄ້າລຸ້ນໃໝ່ເປີດໂອກາດຫຼາຍຢ່າງໃຫ້ເສດຖະກິດຫວຽດນາມຟື້ນຕົວໄດ້ຢ່າງວ່ອງໄວຫຼັງໂຄວິດ ຜ່ານການສົ່ງເສີມການສົ່ງອອກ.
ຈາກພື້ນຖານເສດຖະກິດໂດຍທົ່ວໄປທີ່ຈຳກັບຢູ່ໃນການພົວພັນກັບບັນດາປະເທດໃນ ສະພາການຊ່ວຍເຫຼືອດ້ານເສດຖະກິດຮ່ວມກັນ (SEV) ໃນເມື່ອກ່ອນ ຈົນເຖິງເວລາທີ່ອົງການການຄ້າໂລກ (WTO) ໄດ້ຍອມຮັບວ່າ ຫວຽດນາມເປັນພື້ນຖານເສດຖະກິດທີ່ເປີດກວ້າງສູງ (ເກືອບ 200% GDP); ພ້ອມກັນນັ້ນ, ເປັນເສດຖະກິດທີ່ມີລະດັບສູງໃນການເຊື່ອມໂຍງເຂົ້າກັນໃນທົ່ວໂລກ ເມື່ອກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 20 ໃນໂລກ. ຮອດປີ 2023, ຕາມຂໍ້ມູນຂອງສູນການຄ້າສາກົນ (ITC), ຫວຽດນາມໄດ້ກາຍເປັນປະເທດສົ່ງອອກໃຫຍ່ອັນດັບ 15 ໃນໂລກ (ກວມ 1,95% ຍອດມູນຄ່າການສົ່ງອອກຂອງໂລກ); ເປັນຜູ້ນໍາເຂົ້າໃຫຍ່ອັນດັບ 21 ຂອງໂລກ (ກວມ 1,42% ຂອງຍອດມູນຄ່າການນຳເຂົ້າທັງໝົດຂອງໂລກ). ຍອດມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າເພີ່ມຂຶ້ນຢ່າງຕໍ່ເນື່ອງ ດ້ວຍອັດຕາການເພີ່ມຂຶ້ນສະເລ່ຍ 15,83% ຕໍ່ປີ (ປີ 2024 ບັນລຸເກືອບ 800 ຕື້ໂດລາສະຫະລັດ, ສູງທີ່ສຸດໃນຮອບ 40 ປີຜ່ານມາ, ເພີ່ມຂຶ້ນ 15,4% ເມື່ອທຽບກັບປີກ່ອນ ແລະ ສູງກວ່າແຜນການທີ່ວາງໄວ້ເກືອບ 3 ເທົ່າ), ປະກອບສ່ວນທີ່ສຳຄັນ ແລະ ເປັນໜຶ່ງໃນແຮງຂັບເຄື່ອນຂອງການເຕີບໂຕທາງເສດຖະກິດຂອງປະເທດ.
ການສົ່ງອອກສິນຄ້າໄດ້ກາຍເປັນໜຶ່ງໃນສາມເສົາຄ້ຳຂອງການເຕີບໂຕທາງເສດຖະກິດ ພ້ອມກັບການລົງທຶນ ແລະ ການບໍລິໂພກພາຍໃນປະເທດ. ຕາມກົມໃຫຍ່ສະຖິຕິ, ປີ 1991, ການສົ່ງອອກສິນຄ້າກວມເອົາພຽງ 26,2% ຂອງ GDP, ຮອດປີ 2023 ເພີ່ມຂຶ້ນເປັນ 82,6% ຂອງ GDP ແລະໃນປີ 2024 ເປັນ 86,2% ຂອງ GDP. ປະກອບສ່ວນສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ຄົນງານນັບລ້ານຄົນ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ລົບລ້າງຄວາມອຶດຫິວ ແລະ ຫຼຸດຜ່ອນຄວາມທຸກຍາກ. ປີ 2024, ມູນຄ່າການສົ່ງອອກຂອງຫວຽດນາມບັນລຸກວ່າ 400 ຕື້ໂດລາສະຫະລັດເປັນຄັ້ງທຳອິດ ຖືເປັນເຫດການທາງປະຫວັດສາດທີ່ສຳຄັນ, ໂດຍສະເພາະ ໃນສະພາບທີ່ເສດຖະກິດໂລກຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ທີ່ກີດຂວາງການສົ່ງອອກ ເຊັ່ນ ເງິນເຟີ້ຫຼຸດລົງຢ່າງຊັກຊ້າ; ນະໂຍບາຍການເງິນທີ່ເຂັ້ມງວດຈາກປີກ່ອນໆ ຈະຍັງຄົງດຳເນີນຕໍ່ໄປຈົນຮອດທ້າຍໄຕມາດທີ 3 ປີ 2024 ກ່ອນຈະຜ່ອນຄາຍລົງບາງສ່ວນ; ຕ່ອງໂສ້ການສະໜອງທົ່ວໂລກ ແລະ ການຂົນສົ່ງທີ່ສໍາຄັນ ມັກມີຄວາມສ່ຽງຕໍ່ການຢຸດຊະງັກ ເນື່ອງຈາກຄວາມຂັດແຍ້ງທາງພູມສາດການເມືອງ ໃນຫຼາຍສ່ວນຂອງໂລກ.
ດຸນການຄ້າສິນຄ້າປັບຕົວດີຂຶ້ນຢ່າງຫຼາຍ ໂດຍປ່ຽນຈາກການຂາດດຸນການຄ້າ ເປັນເກີນດຸນຕັ້ງແຕ່ປີ 2013 ແລະ ຮັກສາລະດັບເກີນດຸນການຄ້າຢ່າງຕໍ່ເນື່ອງ ຕັ້ງແຕ່ປີ 2016 ຈົນຮອດປະຈຸບັນ. ຕາມກົມໃຫຍ່ສະຖິຕິ, ແຕ່ປີ 2016 ຮອດປີ 2024, ດຸນການຄ້າຂອງຫວຽດນາມຢູ່ໃນພາວະເກີດຸນມາໂດຍຕະຫຼອດ ໂດຍດຸນການຄ້າເພີ່ມຂຶ້ນຢ່ງຄ່ອຍເປັນຄ່ອຍໄປໃນໄລຍະຫຼາຍປີທີ່ຜ່ານມາ: ຈາກ 1,77 ຕື້ໂດລາສະຫະລັດ (ປີ 2016) ຂຶ້ນເປັນ 2,1 ຕື້ໂດລາສະຫະລັດ (ປີ 2017), 6,8 ຕື້ໂດລາສະຫະລັດ (ປີ 2018), 10,9 ຕື້ໂດລາສະຫະລັດ (ປີ 2019); ໃນປີ 2020, ເຖິງວ່າຈະຖືກຜົນກະທົບອັນຮ້ານແຮງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍຕາມ ແຕ່ຫວຽດນາມຍັງຄົງເກີນດຸນການຄ້າເກືອບ 20 ຕື້ໂດລາສະຫະລັດ; ຮອດປີ 2024, ດຸນການຄ້າຂອງຫວຽດນາມຍັງຄົງບັນທຶກການເກີນດຸນເປັນປີທີ່ 9 ຕິດຕໍ່ກັນ ໂດຍມີດຸນການຄ້າເກີນດຸນ 24,77 ຕື້ໂດລາສະຫະລັດ, ປະກອບສ່ວນອັນຕັ້ງໜ້າຕໍ່ດຸນການຊຳລະເງິນ, ສະຖຽນລະພາບຂອງອັດຕາແລກປ່ຽນ ແລະ ຕົວຊີ້ວັດເສດຖະກິດມະຫາພາກອື່ນໆ ຂອງພື້ນຖານເສດຖະກິດ. ທີ່ໜ້າສັງເກດຄື, ການສົ່ງອອກຂອງພາກສ່ວນເສດຖະກິດໃນປີ 2024 ມີການຟື້ນຕົວທີ່ດີ ໂດຍມູນຄ່າການສົ່ງອອກຂອງບໍລິສັດໃນປະເທດບັນລຸປະມານ 113,7 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 18,9% ເມື່ອທຽບກັບປີກ່ອນ, ສູງກວ່າອັດຕາການເຕີບໂຕຂອງພາກການລົງທຶນໂດຍກົງຈາກຕ່າງປະເທດ (FDI) ບັນລຸປະມານ 290 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 11,9%.
ທີສີ່, ການສົ່ງອອກເຕີບໂຕຢ່າງແຂງແຮງໃນລະດັບຂະໜາດ; ຄຸນນະພາບການເຕີບໂຕຂອງການສົ່ງອອກກໍ່ດີຂຶ້ນຫຼາຍພໍຄວນ.
ເມື່ອເບິ່ງຄືນຂະບວນການປະຫວັດສາດ, ພື້ນຖານເສດຖະກິດຫວຽດນາມ ໄດ້ໃຊ້ເວລາຫຼາຍປີກວ່າຈະຜ່ານຫຼັກໄຊການສົ່ງອອກ 100 ຕື້ໂດລາສະຫະລັດໃນປີ 2012, ຈາກນັ້ນອີກ 5 ປີຈຶງຜ່ານຫຼັກໄຊ 200 ຕື້ໂດລາສະຫະລັດໃນປີ 2017, ແລະອີກ 4 ປີຈຶງຜ່ານຫຼັກໄຊ 300 ຕື້ໂດລາສະຫະລັດໃນປີ 2021. ແຕ່ພຽງ 3 ປີຕໍ່ມາ (ປີ 2024), ມູນຄ່າການສົ່ງອອກເພີ່ມຂຶ້ນ 100 ຕື້ໂດລາສະຫະລັດ ເຊິ່ງບັນລຸຫຼັກໄຊທາງປະຫວັດສາດທີ່ຫຼາຍກວ່າ 400 ຕື້ໂດລາສະຫະລັດເປັນຄັ້ງທຳອິດ.
ຄຽງຄູ່ກັບຂະບວນການເຊື່ອມໂຍງເສດຖະກິດສາກົນ, ຕະຫຼາດສົ່ງອອກສິນຄ້າຂອງຫວຽດນາມ ກໍໄດ້ຮັບການເປີດກວ້າງຕາມທິດທາງຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍກ້ຳຫຼາຍຝ່າຍ. ຕະຫຼາດສົ່ງອອກຂະຫຍາຍຕົວຢ່າງວ່ອງໄວ, ໂຄງປະກອບຕະຫຼາດມີການປ່ຽນຢ່າງຕັ້ງໜ້າ ໃນຂະບວນການເຊື່ອມໂຍງເຂົ້າກັບສາກົນ. ປີ 1995, ຕະຫຼາດອາຊີກວມອັດຕາສ່ວນສູງທີ່ສຸດ, ເຖິງ 75,3%, ທະວີບອາເມລິກາກວມເອົາ 4,3% ຂອງມູນຄ່າການສົ່ງອອກທັງໝົດ; ຮອດປີ 2023, ອັດຕາສ່ວນຕະຫຼາດອາຊີຫຼຸດລົງເປັນ 48,8%, ຕະຫຼາດທະວີບອາເມລິກາເພີ່ມຂຶ້ນເປັນ 31,8%. ປະຈຸບັນ, ສິນຄ້າສົ່ງອອກຂອງຫວຽດນາມ ພວມມີຢູ່ໃນຕະຫຼາດຂອງ 230 ກວ່າປະເທດແລະດິນແດນ. ຄຸນນະພາບການເຕີບໂຕຂອງການສົ່ງອອກໄດ້ຮັບການປັບປຸງຫຼາຍພໍຄວນ, ລາຄາສົ່ງອອກໄດ້ເພີ່ມຂຶ້ນ ແລະເຮົາຄ່ອຍໆເຂົ້າຮ່ວມໃນຕ່ອງໂສ້ມູນຄ່າທົ່ວໂລກຢ່າງເລິກເຊິ່ງຍິ່ງຂຶ້ນ. ກ່ອນໜ້ານີ້, ຫວຽດນາມໄດ້ສຸມໃສ່ການສົ່ງອອກ ໂດຍອີງໃສ່ຂະແໜງການທີ່ໃຊ້ແຮງງານແລະຊັບພະຍາກອນຈຳນວນຫຼາຍ ໂດຍເສີມຂະຫຍາຍຄວາມໄດ້ປຽບດ້ານແຮງງານ ແລະ ຕົ້ນທຶນການຜະລິດຕ່ຳ ເຊັ່ນ ໄມ້, ຖ່ານຫິນ, ແຮ່ທາດ, ວັດຖຸດິບ. ຂໍ້ມູນສະຖິຕິສະແດງໃຫ້ເຫັນວ່າ, ມູນຄ່າການສົ່ງອອກໄດ້ເພີ່ມຂຶ້ນ 10 ເທົ່າໃນຮອບ 20 ປີທຳອິດຂອງການປ່ຽນແປງໃໝ່, ແຕ່ມູນຄ່າສະເລ່ຍຕໍ່ຫົວໜ່ວຍສົ່ງອອກເພີ່ມຂຶ້ນພຽງ 2 ເທົ່າເທົ່ານັ້ນ. ມາຮອດປະຈຸບັນ, ໂຄງປະກອບສິນຄ້າສົ່ງອອກໄດ້ຮັບການປັບປຸງໃນທິດທາງທີ່ດີ, ເພີ່ມອັດຕາສ່ວນສິນຄ້າປຸງແຕ່ງ ແລະສິນຄ້າຜະລິດ, ຫຼຸດຜ່ອນອັດຕາສ່ວນສິນຄ້າດິບ ແລະ ສິນຄ້າປຸງແຕ່ງຂັ້ນຕົ້ນ; ສິນຄ້າສົ່ງອອກມີການຂະຫຍາຍຂະໜາດ, ຫຼາກຫຼາຍ, ອຸດົມສົມໄປດ້ວຍປະເພດ ແລະ ມີການພັດທະນາຜະລິດຕະພັນໃໝ່ໆ ຈຳນວນຫຼາຍ, ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດ.
ທີຫ້າ, ກ່ຽວກັບການນຳເຂົ້າ, ນັບແຕ່ການນຳເຂົ້າເພື່ອຕອບສະໜອງຄວາມຕ້ອງການບໍລິໂພກໂດຍກົງ ເຖິງການນຳເຂົ້າເພື່ອຮັບໃຊ້ການລົງທຶນ, ການຜະລິດ ແລະ ການປຸງແຕ່ງສິນຄ້າເພື່ອສົ່ງອອກ.
ໂດຍທົ່ວໄປແລ້ວ, ໃນໄລຍະການຈັດຕັ້ງປະຕິບັດຍຸດທະສາດການນໍາເຂົ້າ-ສົ່ງອອກໃນປີ 2011-2020, ອັດຕາການເຕີບໂຕຂອງການນໍາເຂົ້າແມ່ນຕໍ່າກວ່າອັດຕາການເຕີບໂຕຂອງການສົ່ງອອກຕາມເປົ້າໝາຍ, ດັງນັ້ນ, ອັດຕາການເຕີບໂຕໂດຍສະເລ່ຍຂອງມູນຄ່າການນໍາເຂົ້າສິນຄ້າຈຶງຢູ່ທີ່ 11,9% ຕໍ່ປີ. ການນໍາເຂົ້າສິນຄ້າເພີ່ມຂຶ້ນຢ່າງສົມເຫດສົມຜົນ, ໂຄງປະກອບສິນຄ້ານໍາເຂົ້າປ່ຽນໄປໃນທາງບວກ ໂດຍອັດຕາສ່ວນຂອງເຄື່ອງຈັກ ແລະ ອຸປະກອນເພີ່ມຂຶ້ນ, ອັດຕາສ່ວນຂອງສິນຄ້າບໍລິໂພກຫຼຸດລົງ, ສຸມໃສ່ກຸ່ມສິນຄ້າທີ່ຈຳເປັນຕໍ່ການກອບສະໜອງຄວາມຕ້ອງການການຜະລິດໃນປະເທດ ແລະ ໂຄງການລົງທຶນເປັນຕົ້ນຕໍ (ເຊັ່ນ: ວັດຖຸດິບ, ອຸປະກອນ, ເຄື່ອງຈັກ, ອຸປະກອນທີ່ໃຊ້ຜະລິດສິນຄ້າສົ່ງອອກ), ວຽກງານຄວບຄຸມການນໍາເຂົ້າໄດ້ຖືກປະຕິບັດເປັນຢ່າງດີ. ສະເພາະປີ 1995, ອັດຕາສ່ວນເຄື່ອງຈັກນຳເຂົ້າກວມ 25,7% ຂອງຍອດມູນຄ່າການນຳເຂົ້າສິນຄ້າຂອງຫວຽດນາມ, ຮອດປີ 2023 ເພີ່ມຂຶ້ນເປັນ 43,1%; ອັດຕາສ່ວນຂອງສິນຄ້າບໍລິໂພກຫຼຸດລົງຈາກ 15,2% ເປັນ 11,1%. ໃນປີ 2024, ມູນຄ່າການນຳເຂົ້າສິນຄ້າບັນລຸ 379,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 16,3% ເມື່ອທຽບກັບປີ 2023 ເຊິ່ງຕົ້ນຕໍແມ່ນເພື່ອຮັບໃຊ້ການຜະລິດ ແລະ ການບໍລິໂພກ. ການນໍາເຂົ້າສ່ວນປະກອບ, ເຄື່ອງຈັກ ແລະ ວັດຖຸດິດ ເພື່ອການຜະລິດກັບມາເພີ່ມຂຶ້ນອີກເທື່ອ, ສະແດງໃຫ້ເຫັນເຖິງການຟື້ນຕົວຂອງການຜະລິດ ແລະ ການເຄື່ອນໄຫວທຸລະກິດ ໃນລະບົບເສດຖະກິດ, ລວມເຖິງເປັນສັນຍານທາງບວກກ່ຽວກັບຄໍາສັ່ງຊື້ທີ່ໄດ້ຮັບໃນໄລຍະເວລາຂ້າງໜ້າ.
ຫວຽດນາມມີໂອກາດໃນການນຳເຂົ້າເຕັກໂນໂລຊີສະໄໝໃໝ່, ຮັບເອົາການຖ່າຍທອດເຕັກໂນໂລຊີ ແລະ ທັກສະການບໍລິຫານຄຸ້ມຄອງຂັ້ນສູງ ຈາກປະເທດອຸດສາຫະກຳທີ່ພັດທະນາແລ້ວ ຜ່ານສັນຍາການຄ້າເສລີທີ່ຫວຽດນາມເປັນສະມາຊິກ, ຜ່ານນັ້ນ ປັບປຸງລະດັບເຕັກໂນໂລຊີ ເພື່ອຍົກສູງຄຸນນະພາບ, ມູນຄ່າເພີ່ມ ແລະ ຄວາມສາມາດແຂ່ງຂັນຂອງສິນຄ້າສົ່ງອອກ ພ້ອມທັງສ້າງແຮງຜັກດັນການພັດທະນາການຜະລິດໃນປະເທດ ແລະ ເພີ່ມທະວີການສົ່ງອອກສິນຄ້າຕາມມາດຕະຖານເຕັກນິກ ແລະຄຸນນະພາບຂອງປະເທດນຳເຂົ້າ.
ທີຫົກ, ການບໍລິຫານຄຸ້ມຄອງດ້ານການຄ້າຕ່າງປະເທດຂອງລັດມີຄວາມກ້າວໜ້າທີ່ສຳຄັນ ໂດຍຄ່ອຍໆ ສ້າງລະບົບກົດໝາຍທີ່ສອດຄ່ອງກັບກົນໄກໃໝ່ຂຶ້ນ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາການຜະລິດ ແລະ ທຸລະກິດນຳເຂົ້າ-ສົ່ງອອກ.
ສິ່ງທີ່ໜ້າສົນໃຈຄື ການກຳເນີດຂອງກົດໝາຍຕ່າງໆ ເຊັ່ນ ກົດໝາຍການຄ້າ, ກົດໝາຍສຸລະກາກອນ, ກົດໝາຍວິສາຫະກິດ, ກົດໝາຍວ່າດ້ວຍພາສີສົ່ງອອກແລະນຳເຂົ້າ, ກົດໝາຍວ່າດ້ວຍການຄຸ້ມຄອງການຄ້າຕ່າງປະເທດ... ແລະເອກະສານຊີ້ນຳການປະຕິບັດກົດໝາຍ, ຈາກນັ້ນສ້າງແລວທາງດ້ານກົດໝາຍໃຫ້ການພັດທະນາການດຳເນີນກິດຈະກຳການຄ້າຕ່າງປະເທດ, ພ້ອມກັນນັ້ນກໍສ້າງສະພາບແວດລ້ອມດ້ານກົດໝາຍທີ່ເປີດເຜີຍ ໂປ່ງໃສ, ສົ່ງເສີມ ແລະສະໜັບສະໜູນວິສາຫະກິດການນຳເຂົ້າແລະສົ່ງອອກ.
ການພັດທະນາການຄ້າຕ່າງປະເທດແລະການປະຕິບັດນະໂຍບາຍເຊື່ອມໂຍງເສດຖະກິດສາກົນຢ່າງເລິກເຊິ່ງກວ້າງຂວາງ ໄດ້ຊ່ວຍປັບປຸງດັດຊະນີຄວາມສາມາດໃນການແຂ່ງຂັນລະດັບໂລກ (GCI). ຕາມການປະເມີນແລະການຈັດອັນດັບຂອງເວທີປາໄສເສດຖະກິດໂລກ (WEF), ໃນ 10 ປີ, ດັດຊະນີຄວາມສາມາດແຂ່ງຂັນລະດັບໂລກ (GCI) ຂອງຫວຽດນາມປັບຕົວດີຂຶ້ນ 13 ອັນດັບ, ຈາກອັຍດັບທີ 68/131 ໃນປີ 2007 ເປັນ 55/137 ໃນປີ 2017 ແລະ ຂະຫຍັບຈາກເຄິ່ງລຸ່ມຂອງການຈັດອັນດັບຄວາມສາມາດແຂ່ງຂັນລະດັບໂລກ ຂຶ້ນມາຢູ່ໃນເຄິ່ງເທິງ. ປີ 2019, WEF ໄດ້ປັບອັນດັບ GCI ຂອງຫວຽດນາມຂຶ້ນ 10 ອັນດັບເມື່ອທຽບກັບປີ 2018 ໂດຍຢູ່ໃນອັນດັບທີ 67 ຈາກ 141 ພື້ນຖານເສດຖະກິດ. ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ປີ 2020 ຈົນເຖິງປັດຈຸບັນ, ການປະເມີນ ແລະ ລາຍງານກ່ຽວກັບການຈັດອັນດັບ GCI ແລະ ຖານຂໍ້ມູນການດຳເນີນທຸລະກິດ ບໍ່ໄດ້ຮັບການເຜີຍແຜ່ຢ່າງລະອຽດຄືກັບປີກ່ອນໆ.
ເບິ່ງຄືນໄລຍະເກືອບ 40 ປີແຫ່ງການປະຕິບັດຂະບວນການປ່ຽນແປງໃໝ່, ໃນໄລຍະການຫັນປ່ຽນຈາກລະບົບເສດຖະກິດທີ່ຫຼ້າຫຼັງ, ເກື້ອກູນອຸດໜູນ,ແຜນການລວມສູນ ມາເປັນພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ; ພ້ອມກັນນັ້ນ, ເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະ ເລິກເຊິ່ງ; ຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ພ້ອມດ້ວຍຄວາມຄິດເຂົ້າເຖິງ ແລະ ວິທີດຳເນີນການແບບສ້າງສັນທີ່ເປັນເອກະລັກສະເພາະ ແລະ ໂດດເດັ່ນ ເຮັດໃຫ້ການຄ້າຕ່າງປະເທດຂອງຫວຽດນາມບັນລຸຜົນສຳເລັດທີ່ຍິ່ງໃຫຍ່ ແລະມີຄວາມໝາຍປະຫວັດສາດ, ປະກອບສ່ວນທີ່ສຳຄັນແລະຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ຂໍ້ຈຳກັດບາງປະການ
ທີໜຶ່ງ, ການສົ່ງອອກເຕີບໂຕໄດ້ໃນອັດຕາທີ່ສູງ ແຕ່ບໍ່ຍືນຍົງຢ່າງແທ້ຈິງ… ອັດຕາສ່ວນການສົ່ງອອກ ແລະ ການຄ້າເກີນດຸນທີ່ເພີ່ມຂຶ້ນໃນຕະຫຼາດຂະໜາດໃຫຍ່ບາງແຫ່ງອາດຈະເຮັດໃຫ້ເສດຖະກິດສ່ຽງຕໍ່ມາດຕະການປ້ອງກັນການຄ້າ ຫຼື ແຮງກະແທກຈາກພາຍນອກ.
ທີສອງ, ການຫັນປ່ຽນໂຄງປະກອບສິນຄ້າສົ່ງອອກບໍ່ໄດ້ເອົາໃຈໃສ່ເຖິງການປຸງແຕ່ງຢ່າງເລິກເຊິ່ງ ແລະ ການພັດທະນາຜະລິດຕະພັນສົ່ງອອກທີ່ມີເຕັກໂນໂລຊີສູງ ແລະ ເນື້ອໃນທາງປັນຍາ; ຄວາມສາມາດໃນການແຂ່ງຂັນ ແລະ ເນື້ອໃນນະວັດຕະກໍາໃນຜະລິດຕະພັນຍັງບໍ່ສູງ; ອັດຕາສ່ວນຂອງຜະລິດຕະພັນປຸງແຕ່ງ ແລະຜະລິດທີ່ມີມູນຄ່າເພີ່ມສູງຍັງຢູ່ໃນລະດັບຕໍ່າ ເນື່ອງຈາກກຸ່ມສິນຄ້າປຸງແຕ່ງແລະຜະລິດ ຍັງຮັບເໝົາປຸງແຕ່ງແລະປະກອບໃຫ້ຕ່າງປະເທດເປັນຕົ້ນຕໍ (ແຜ່ນແພ, ເກີບ, ເຄື່ອງເອເລັກໂຕຣນິກ, ໂທລະສັບ).
ທີສາມ, ຄວາມບໍ່ສົມດຸນໃນໂຄງປະກອບວິສາຫະກິດສົ່ງອອກ ຍັງຂຶ້ນກັບກຸ່ມວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຢ່າງຫຼາຍ, ຍັງບໍ່ສາມາດສ້າງກຸ່ມເສດຖະກິດທີ່ມີຂະໜາດໃຫຍ່ ແລະ ອິດທິພົນພຽງພໍ, ມີຄວາມສາມາດໃນການນຳພາເສດຖະກິດ.
ທີສີ່, ຄວາມສາມາດແຂ່ງຂັນຂອງສິນຄ້າສົ່ງອອກຍັງຕ່ຳ, ໂດຍສະເພາະແມ່ນສິນຄ້າປຸງແຕ່ງ ແລະ ຜະລິດ. ເນື້ອໃນນະວັດຕະກໍາໃນຜະລິດຕະພັນສົ່ງອອກບໍ່ສູງ; ຄວາມສາມາດ ແລະ ຄວາມສາມາດເຂົ້າຮ່ວມໃນຕ່ອງໂສ້ມູນຄ່າໂລກຂອງວິສາຫະກິດຜະລິດສົ່ງອອກຂອງຫວຽດນາມ ຍັງຈຳກັດ.
ທີຫ້າ, ການພັດທະນາການສົ່ງອອກຍັງບໍ່ທັນຕອບສະໜອງຄວາມຕ້ອງການຂອງປະເທດນຳເຂົ້າ, ໂດຍສະເພາະແມ່ນບັນດາຕະຫຼາດສຳຄັນທີ່ມີຄວາມຕ້ອງການສູງ. ໂອກາດໃນການເຂົ້າຮ່ວມການເຄື່ອນໄຫວນຳເຂົ້າ-ສົ່ງອອກ ແລະ ຮັບຜົນປະໂຫຍດຈາກການເຕີບໂຕຂອງການສົ່ງອອກຍັງບໍ່ມີຄວາມສະເໝີພາບ ລະຫວ່າງວິສາຫະກິດຂະໜາດໃຫຍ່ ກັບວິສາຫະກິດຂະໜາດນ້ອຍ ແລະນ້ອຍສຸດ; ລະຫວ່າງວິສາຫະກິດໃນປະເທດ ກັບວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ; ລະຫວ່າງຊາວກະສິກອນ ແລະວິສາຫະກິດສົ່ງອອກ.
ທີຫົກ, ຍັງບໍ່ສາມາດສ້າງວິສາຫະກິດທີ່ຂະຫຍາຍໄປສູ່ລະດັບພາກພື້ນ, ມີບົດບາດໃນການນຳພາຂະແໜງການ ແລະ ຂົງເຂດທີ່ສຳຄັນ, ມີທີ່ຕັ້ງແລະບົດບາດສຳຄັນ ໃນຕ່ອງໂສ້ການສະໜອງ, ຕ່ອງໂສ້ຄຸນຄ່າລະດັບໂລກ ແລະ ມີຄວາມສາມາດແຂ່ງຂັນລະດັບໂລກ ໃນບັນດາຂະແໜງອຸດສາຫະກຳພື້ນຖານ, ອຸດສາຫະກຳບຸລິມະສິດ ແລະ ອຸດສາຫະກຳຫົວຫອກ.
ໜ້າທີ່ແລະວິທີແກ້ໄຂສຳຄັນ ເພື່ອພັດທະນາການຄ້າຕ່າງປະເທດຂອງຫວຽດນາມ ໃນສະພາບການໃໝ່
ສະພາບການພາກພື້ນ ແລະ ສາກົນ ໃນໄລຍະຈະມາເຖິງ ຍັງສະແດງໃຫ້ເຫັນເຖິງການຜັນແປທີ່ສັບສົນ ແລະ ບໍ່ສາມາດຄາດເດົາໄດ້, ໄດ້ສ້າງຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃຫ້ແກ່ຫວຽດນາມ ໃນການຮັກສາອັດຕາການເຕີບໂຕ, ການປັບປຸງຄວາມສາມາດໃນການແຂ່ງຂັນ ແລະ ການກ້າວຂຶ້ນສູ່ອັນດັບສູງໃນຕ່ອງໂສ້ມູນຄ່າລະດັບໂລກ, ການປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຢືນຢັນທີ່ຕັ້ງຂອງຕົນໃນເວທີສາກົນ.
ທັດສະນະ, ແຜນນະໂຍບາຍຂອງພັກ ແລະ ລັດ ຫວຽດນາມ ກ່ຽວກັບທິດທາງພັດທະນາການຄ້າຕ່າງປະເທດ
ທີໜຶ່ງ, ການພັດທະນາການຄ້າຕ່າງປະເທດໃນສະພາບການຊຸກຍູ້ການເຊື່ອມໂຍງເສດຖະກິດສາກົນ ຕິດພັນກັບການຍົກສູງປະສິດທິຜົນການເຄື່ອນໄຫວວຽກງານການຕ່າງປະເທດ ເພື່ອບັນລຸເປົ້າໝາຍ ແລະ ພາລະກິດທີ່ກຳນົດໄວ້ໃນຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໄລຍະປີ 2021-2030: ຮອດປີ 2030, ສູ້ຊົນໃຫ້ເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທັນສະໄໝ ແລະ ມີລາຍຮັບປານກາງສູງ; ມີລະບົບການຄຸ້ມຄອງທີ່ທັນສະໄໝ, ແຂ່ງຂັນ, ມີປະສິດທິພາບ ແລະ ປະສິດທິຜົນ; ເສດຖະກິດຂະຫຍາຍຕົວຢ່າງຂະຫຍັນຂັນແຂງ, ວ່ອງໄວ ແລະ ຍືນຍົງ, ເປັນເອກະລາດ ແລະ ເປັນເຈົ້າຕົນເອງ ບົນພື້ນຖານວິທະຍາສາດ-ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການປ່ຽນແປງດິຈິຕອນ; ປ່ຽນແປງໃໝ່ຄວາມຄິດແລະການກະທຳ, ເປັນເຈົ້າການໃນການກຳໂອກາດ ແລະ ໃຊ້ໂອກາດຈາກການປະຕິວັດອຸດສາຫະກຳຄັ້ງທີສີ່ຢ່າງມີປະສິດທິພາບ ເພື່ອປັບໂຄງປະກອບເສດຖະກິດ, ພັດທະນາເສດຖະກິດດິຈິຕອນ, ສັງຄົມດິຈິຕອນ ແລະ ລະບົບນິເວດປ່ຽນແປງໃໝ່ປະດິດສ້າງ, ສ້າງພະລັງຂັບເຄື່ອນ ແລະແຮງບັນດານໃຈໃຫ້ແກ່ປະຊາຄົມວິສາຫະກິດ, ນັກທຸລະກິດ ແລະຊາວຫວຽດນາມໃນປະເທດ ແລະ ຕ່າງປະເທດ; ໂດຍສະເພາະຄົນລຸ້ນໃໝ່ຂອງຫວຽດນາມ ໃຫ້ເປັນຜູ້ນຳໜ້າ ແລະ ກ້າວໜ້າຢ່າງແຂງແຮງ, ໂດຍຖືວ່າປັດໄຈນີ້ເປັນປັດໄຈສຳຄັນໃນການປັບປຸງຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິພາບ ແລະ ຄວາມສາມາດແຂ່ງຂັນ, ຍົກສູງບົດບາດທີ່ຕັ້ງ ແລະ ກຽດສັກສີຂອງຫວຽດນາມໃນເວທີສາກົນ; ການເສີມຂະຫຍາຍຄວາມເຂັ້ມແຂງພາຍໃນແມ່ນປັດໄຈຕັດສິນຊີ້ຂາດຕໍ່ການເຊື່ອມໂຍງກັບຄວາມເຂັ້ມແຂງພາຍນອກ ແລະ ກຳລັງແຮງຂອງຍຸກສະໄໝ.
ທີສອງ, ທິດທາງພັດທະນາການຄ້າຕ່າງປະເທດຈະຕ້ອງສອດຄ່ອງກັບທິດທາງຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ແລະ ຍຸດທະສາດການຄ້າຕ່າງປະເທດໃນແຕ່ລະໄລຍະທີ່ລັດຖະບານວາງໄວ້; ນະໂຍບາຍແລະມາດຕະການພັດທະນາການເຄື່ອນໄຫວການຄ້າຕ່າງປະເທດຕ້ອງໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ, ມີການສົມທົບກັບບັນດາມາດຕະການຊຸກຍູ້ ແລະ ດຶງດູດການລົງທຶນພາຍໃນປະເທດ ແລະ ການລົງທຶນຈາກຕ່າງປະເທດ, ສຸມໃສ່ນະໂຍບາຍສິນເຊື່ອ, ສົ່ງເສີມການຄ້າ ເພື່ອຊຸກຍູ້ການເຄື່ອນໄຫວການຄ້າຕ່າງປະເທດ, ເປີດກວ້າງຕະຫຼາດສົ່ງອອກ ແລະ ນຳເຂົ້າ, ສະໜັບສະໜູນການກໍ່ສ້າງ, ປົກປັກຮັກສາ, ພັດທະນາ ແລະ ສົ່ງເສີມບັນດາເຄື່ອງໝາຍການຄ້າຂອງຫວຽດນາມ.
ທີສາມ, ສົ່ງເສີມໃຫ້ອົງການທຸລະກິດແລະບຸກຄົນໃນປະເທດ ແລະ ຕ່າງປະເທດເຂົ້າຮ່ວມໃນການພັດທະນາກິດຈະກຳຄ້າຕ່າງປະເທດໃຫ້ສອດຄ່ອງກັບກົດໝາຍພາຍໃນປະເທດ ແລະ ສາກົນ; ພັດທະນາຂະແໜງເສດຖະກິດ ແລະ ປະເພດວິສາຫະກິດ ຢ່າງວ່ອງໄວ ແລະ ສອດຄ່ອງກັນ, ຊຸກຍູ້ ແລະ ອຳນວຍຄວາມສະດວກໃນການພັດທະນາພາກເສດຖະກິດເອກະຊົນ ໂດຍຖືວ່າເປັນແຮງຂັບເຄື່ອນທີ່ສຳຄັນຢ່າງແທ້ຈິງຕໍ່ການພັດທະນາເສດຖະກິດ; ສ້າງສະຖາບັນເຊື່ອມຕໍ່ການພັດທະນາພາກພື້ນ, ເສີມຂະຫຍາຍທ່າໄດ້ປຽບຂອງພາກພື້ນ ເຂດ, ພັດທະນາການເຊື່ອມໂຍງ, ການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງວິສາຫະກິດພາຍໃນປະເທດ ແລະ ວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ; ສຸມໃສ່ພັດທະນາບັນດາຮູບແບບ ແລະ ຂົງເຂດເສດຖະກິດໃໝ່ ເຊັ່ນ: ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ, ຂະແໜງອຸດສາຫະກຳ ແລະບໍລິການໃໝ່ໆ ເຊັ່ນ: ອຸດສາຫະກຳເຊມິຄອນດັກເຕີ, ປັນຍາປະດິດ, ພະລັງງານສະອາດ, ພະລັງງານໝູນວຽນ, ຄຽງຄູ່ກັນນັ້ນ ຍັງສຸມໃສ່ລົງທຶນພັດທະນາອຸດສາຫະກຳການຜະລິດ ແລະ ການປຸງແຕ່ງຂະໜາດໃຫຍ່ເຊັ່ນ: ສ່ວນປະກອບເອເລັກໂຕຣນິກ, ເກີບ, ແຜ່ນແພ ແລະ ອື່ນໆ.
ທີສີ່, ຊາບຊຶມທັດສະນະທີ່ໄດ້ລະບຸໄວ້ໃນຂໍ້ຕົກລົງເລກທີ 493/QD-TTg, ລົງວັນທີ 19 ເມສາ 2022 ຂອງນາຍົກລັດຖະມົນຕີ “ການອະນຸມັດຍຸດທະສາດການນຳເຂົ້າ ແລະ ສົ່ງອອກສິນຄ້າຮອດປີ 2030” ໂດຍສະເພາະ:
ການພັດທະນາການນຳເຂົ້າແລະສົ່ງອອກຢ່າງຍືນຍົງ ບົນພື້ນຖານການປະສານໂຄງສ້າງສິນຄ້າ, ໂຄງສ້າງຕະຫຼາດ ແລະ ດຸນການຄ້າກັບແຕ່ລະຕະຫຼາດ ແລະ ເຂດຕະຫຼາດ; ຄວາມກົມກຽວລະຫວ່າງເປົ້າໝາຍໄລຍະສັ້ນ ແລະໄລຍະຍາວ; ຄວາມກົມກຽວລະຫວ່າງກາລະໂອກາດໃນການເຂົ້າຮ່ວມ ແລະ ຮັບຜົນປະໂຫຍດຈາກການເຕີບໂຕຂອງການສົ່ງອອກແລະນຳເຂົ້າ; ເຊື່ອມໂຍງກັບການຄ້າສີຂຽວ ແລະ ການຄ້າທີ່ເປັນທຳ ກັບການປົກປັກຮັກສາສິ່ງແວດລ້ອມ, ຄວາມຫຼາກຫຼາຍທາງຊີວະພາບ ແລະ ການປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາກາດ.
ການພັດທະນາການສົ່ງອອກແລະນໍາເຂົ້າສິນຄ້າ ຕິດພັນກັບການລົງທຶນພັດທະນາໂຄງສ້າງພື້ນຖານເສດຖະກິດ-ເຕັກນິກ, ວິທະຍາສາດ-ເຕັກໂນໂລຊີ, ການປ່ຽນແປງດິຈິຕອນ, ພັດທະນາເສດຖະກິດດິຈິຕອນ, ພັດທະນາການຜະລິດສີຂຽວ, ສະອາດ, ຍືນຍົງ, ການຜະລິດໝູນວຽນ ແລະ ການຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ. ເພີ່ມເນື້ອໃນນະວັດຕະກໍາໃນຜະລິດຕະພັນສົ່ງອອກ; ກໍ່ສ້າງ ແລະ ພັດທະນາເຄື່ອງໝາຍສິນຄ້າສົ່ງອອກຂອງຫວຽດນາມ.
ການພັດທະນາການສົ່ງອອກແລະນໍາເຂົ້າສິນຄ້າຕິດພັນກັບການວາງແຜນກຳນົດແລະ ແຜນການພັດທະນາຂອງຂະແໜງການ ແລະ ທ້ອງຖິ່ນ ເພື່ອເສີມຂະຫຍາຍຂໍ້ໄດ້ປຽບທາງການແຂ່ງຂັນ, ໃຊ້ປະໂຫຍດຈາກໂອກາດຢ່າງມີປະສິດທິຜົນ ແລະ ຈຳກັດຜົນກະທົບຂອງຄວາມທ້າທາຍໃນການປະຕິບັດບັນດາຄໍາໝັ້ນສັນຍາເຊື່ອມໂຍງເສດຖະກິດສາກົນ, ເຂົ້າຮ່ວມຢ່າງເລິກເຊິ່ງໃນລະບົບຕ່ອງໂສ້ການສະໜອງ ແລະ ຕ່ອງໂສ້ມູນຄ່າລະດັບໂລກ.
ໜ້າທີ່ແລະວິທີແກ້ໄຂທີ່ສຳຄັນບາງປະການ
ທີໜຶ່ງ, ຍູ້ແຮງແລະຍົກສູງປະສິດທິຜົນການເຄື່ອນໄຫວສື່ສານ ແລະ ໂຄສະນາເຜີຍແຜ່ ເພື່ອຍົກສູງຄວາມຮັບຮູ້ຂອງພະນັກງານທຸກຂັ້ນ, ຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ ກ່ຽວກັບການເຊື່ອມໂຍງເສດຖະກິດສາກົນ; ສືບຕໍ່ກໍ່ສ້າງ, ປັບປຸງ ແລະ ພັດທະນາການພົວພັນຮ່ວມມືດ້ານເສດຖະກິດ ແລະ ການຄ້າ ກັບບັນດາປະເທດໃນທົ່ວໂລກ ໂດຍຜ່ານການປະຕິບັດບັນດາຄຳໝັ້ນສັນຍາໃນສັນຍາການຄ້າເສລີສອງຝ່າຍ, ຫຼາຍຝ່າຍ ແລະ ສັນຍາການຄ້າເສລີລຸ້ນໃໝ່, ຜ່ານນັ້ນຊຸກຍູ້ການສົ່ງອອກ, ນຳເຂົ້າ ແລະ ປະຕິບັດບັນດາຈຸດໝາຍການພັດທະນາແບບຍືນຍົງ.
ທີສອງ, ສືບຕໍ່ປ່ຽນແປງໃໝ່ ແລະ ປັບປຸງຍົກສູງຄຸນນະພາບວຽກງານສະຖາບັນ, ກຳນົດວ່າ ນີ້ແມ່ນໜ້າທີ່ “ບຸກທະລຸ”, ປັບປຸງລະບົບກົດໝາຍ ແລະ ນະໂຍບາຍໃຫ້ສົມບູນແບບເທື່ອລະກ້າວ, ສ້າງແລວທາງດ້ານກົດໝາຍທີ່ຄົບຖ້ວນແລະເປັນໄປໄດ້, ເພື່ອປະຕິບັດຢ່າງຄົບຖ້ວນ ແລະ ສອດຄ່ອງກັບພັນທະ ແລະຄຳໝັ້ນສັນຍາເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ພ້ອມກັນນັ້ນ ກໍ່ຊຸກຍູ້ການດຶງດູດການລົງທຶນ ເພື່ອພັດທະນາການພັດທະນາອຸດສາຫະກຳ, ພະລັງງານ ແລະ ການຄ້າ. ຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ການທຸລະກິດ, ການປະຕິຮູບລະບຽບການບໍລິຫານ, ເພີ່ມທະວີການຄຸ້ມຄອງລັດໃນການຈັດຕັ້ງການເຄື່ອນໄຫວນຳເຂົ້າແລະສົ່ງອອກ ເພື່ອອຳນວຍຄວາມສະດວກທາງການຄ້າ, ຕ້ານການສໍ້ໂກງທາງການຄ້າ ແລະ ກ້າວໄປສູ່ການຄ້າທີ່ເປັນທຳ. ຍູ້ແຮງການພັດທະນາ ແລະ ນຳໃຊ້ລະບົບມາດຕະຖານແຫ່ງຊາດ ໃຫ້ສອດຄ່ອງກັບມາດຕະຖານສາກົນ ແລະ ພາກພື້ນ ລວມທັງມາດຕະຖານເຕັກນິກ, ມາດຕະຖານຄຸນນະພາບຜະລິດຕະພັນ, ສຸຂະອະນາໄມ, ຄວາມປອດໄພຂອງອາຫານ, ການກວດສອບແຫຼ່ງກຳເນີດສິນຄ້າ, ມາດຕະຖານສັງຄົມ ແລະ ສິ່ງແວດລ້ອມ. ແນະນຳວິສາຫະກິດໃຫ້ຍື່ນຂໍ ແລະ ຮັບໃບຮັບຮອງການເຕີບໂຕສີຂຽວ ແລະ ເຕີບໂຕຢ່າງຍືນຍົງ ຕາມມາດຕະຖານສາກົນ ແລະ ມາດຕະຖານຂອງຕະຫຼາດເປົ້າໝາຍ.
ສືບຕໍ່ກວດຄືນບັນດາລະບຽບກົດໝາຍກ່ຽວກັບການປ້ອງກັນການຄ້າ, ການຄວບຄຸມການແຂ່ງຂັນ, ການພັດທະນາຢ່າງຍືນຍົງ, ຊັບສິນທາງປັນຍາ, ການຄ້າເອເລັກໂຕຣນິກ, ການຈັດຊື້ຈັດຈ້າງພາກລັດ ແລະອື່ນໆ ຢ່າງຕໍ່ເນື່ອງ ເພື່ອຮັບປະກັນຜົນປະໂຫຍດຂອງຊາດ, ວິສາຫະກິດ ແລະ ຜູ້ອອກແຮງງານ, ທັງເໝາະສົມກັບຄຳໝັ້ນສັນຍາໃນສົນທິສັນຍາການຄ້າສາກົນ.
ທີສາມ, ຍູ້ແຮງຄວາມຄືບໜ້າໃນການສ້າງແຜນການ ແລະ ຍຸດທະສາດການພັດທະນາຜະລິດຕະພັນ ແລະ ຂະແໜງການສະເພາະ; ຍົກສູງປະສິດທິຜົນການປະຕິບັດຍຸດທະສາດ, ແຜນການ, ໂຄງການ ແລະ ແຜນພັດທະນາການຜະລິດ, ສ້າງແຫຼ່ງສະໜອງສິນຄ້າສົ່ງອອກທີ່ຍືນຍົງໃນພາກການຜະລິດອຸດສາຫະກຳ ແລະ ການຜະລິດກະສິກຳ. ຊຸກຍູ້ການປັບໂຄງປະກອບອຸດສາຫະກຳ ຕິດກັບການປ່ຽນແປງດິຈິຕອນ, ໂດຍສະເພາະ ໃນຂະແໜງການປຸງແຕ່ງ ແລະ ການຜະລິດ ເພື່ອສ້າງບາດກ້າວບຸກທະລຸ ແລະ ແຮງຂັບເຄື່ອນໃໝ່ໃຫ້ແກ່ການເຕີບໂຕຂອງການຜະລິດ ແລະ ການສົ່ງອອກ. ສືບຕໍ່ຊຸກຍູ້ການປັບໂຄງປະກອບກະສິກຳ ຕິດກັບການພັດທະນາການຜະລິດສີຂຽວ, ສະອາດ ແລະ ຍືນຍົງ. ພັດທະນາເຕັກໂນໂລຊີອະນຸລັກ ເພື່ອເພີ່ມມູນຄ່າເພີ່ມໃຫ້ຜະລິດຕະພັນກະເສດປຸງແຕ່ງ; ສຸມໃສ່ສ້າງ ແລະ ນຳໃຊ້ລະບົບກວດສອບແຫຼ່ງກຳເນີດຂອງສິນຄ້າກະສິກຳ ແລະ ສິນໃນນ້ຳສົ່ງອອກ, ປະກອບສ່ວນຕອບສະໜອງຄວາມຕ້ອງການສົ່ງອອກຢ່າງເປັນທາງການ.
ທີສີ່, ຊຸກຍູ້ການສົ່ງເສີມການຄ້າເພື່ອຂະຫຍາຍຕະຫຼາດນຳເຂົ້າ ແລະສົ່ງອອກ, ຮັບປະກັນການເຕີບໂຕຢ່າງຍືນຍົງໃນໄລຍະຍາວ. ເພີ່ມຄວາມສາມາດແຂ່ງຂັນ ແລະ ສ້າງຍຸດທະສາດການພັດທະນາເຄື່ອງໝາຍແຫ່ງຊາດໃຫ້ກັບຜະລິດຕະພັນ ແລະ ປະເພດສິນຄ້າສົ່ງອອກທີ່ມີທ່າແຮງຂອງຫວຽດນາມ. ເພີ່ມທະວີການຕິດຕາມ ວິໄຈຕະຫຼາດ, ການຄາດຄະເນ ແລະ ການປັບປຸງການປ່ຽນແປງນະໂຍບາຍການຄ້າ ແລະ ອຸປະສັກທີ່ບໍ່ແມ່ນພາສີສຸລະກາກອນໃນຕະຫຼາດສົ່ງອອກ. ສ້າງກຳລັງການຜະລິດແຫ່ງຊາດໃໝ່ທີ່ເປັນເຈົ້າຕົນເອງ, ເຂົ້າຮ່ວມຢ່າງມີປະສິດທິຜົນ ແລະ ປັບປຸງຕຳແໜ່ງໃນລະບົບຕ່ອງໂສ້ມູນຄ່າລະດັບໂລກແລະ ເພີ່ມທະວີຄວາມຍືດຫຍຸ່ນຕໍ່ຜົນກະທົບພາຍນອກທີ່ໃຫຍ່ແລະຜິດປົກກະຕິ.
ທີຫ້າ, ລະດົມ ແລະ ນຳໃຊ້ແຫຼ່ງຊັບພະຍາກອນທາງດ້ານການເງິນ, ວິທະຍາສາດ-ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງຢ່າງມີປະສິດທິຜົນ ສຳລັບການພັດທະນາການສົ່ງອອກ ເພື່ອສ້າງບາດກ້າວບຸກທະລຸໃນການຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິພາບ ແລະ ຄວາມສາມາດແຂ່ງຂັນ ຂອງພື້ນຖານເສດຖະກິດ. ຍົກລະດັບໂຄງສ້າງພື້ນຖານດ້ານການຂົນສົ່ງ, ຫຼຸດຜ່ອນຄ່າໃຊ້ຈ່າຍໃນການຂົນສົ່ງ, ການຝຶກອົບຮົມປັບປຸງຄຸນນະພາບຂອງຊັບພະຍາກອນບຸກຄົນໃຫ້ເປັນພະລັງຂັບເຄື່ອນການພັດທະນາການຄ້າຕ່າງປະເທດຢ່າງແທ້ຈິງ. ຮຽກຮ້ອງໃຫ້ບໍລິສັດຂ້າມຊາດຂະໜາດໃຫຍ່ລົງທຶນໃນໂຄງການຜະລິດສົ່ງອອກ ໂດຍໃຫ້ບຸລິມະສິດກັບໂຄງການຂະໜາດໃຫຍ່ທີ່ມີເຕັກໂນໂລຊີທີ່ທັນສະໄໝ, ຜະລິດຕະພັນທີ່ມີການແຂ່ງຂັນສູງ ແລະ ມີຄວາມສາມາດເຂົ້າຮ່ວມໃນຕ່ອງໂສ້ມູນຄ່າລະດັບໂລກ.
ທີຫົກ, ເພີ່ມທະວີການຄຸ້ມຄອງ ແລະ ຄວບຄຸມການນຳເຂົ້າ ເພື່ອຕອບສະໜອງຄວາມຕ້ອງການການຜະລິດພາຍໃນປະເທດ ແລະ ມຸ່ງເປົ້າສູ່ການດຸນການຄ້າທີ່ເໝາະສົມແລະໂປ່ງໃສ. ການພັດທະນາສະຖາບັນໃຫ້ສົມບູນແບບ ແລະ ປັບປຸງຍົກສູງຄວາມສາມາດຂອງໜ່ວຍງານສືບສວນດ້ານການປ້ອງກັນການຄ້າ; ເພີ່ມປະສິດທິຜົນ ແລະ ກົນໄກການປະສານງານລະຫວ່າງພາກສ່ວນ ໃນການຈັດການຄະດີດ້ານການປ້ອງກັນການຄ້າ; ຍູ້ແຮງການຝຶກອົບຮົມ ແລະ ໂຄສະນາເຜີຍແຜ່ ກ່ຽວກັບການປ້ອງກັນການຄ້າ ໃຫ້ແກ່ພະນັກງານບໍລິຫານຄຸ້ມຄອງລັດ, ປະຊາຄົມວິສາຫະກິດ, ສະມາຄົມ ແລະ ອົງການທີ່ກ່ຽວຂ້ອງ.
ທີເຈັດ, ຊຸກຍູ້ການເຈລະຈາ ແລະ ລົງນາມໃນສັນຍາການຄ້າເສລີສອງຝ່າຍແລະຫຼາຍຝ່າຍ / ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ກັບປະເທດແລະພາກພື້ນ ທີ່ມີຄວາມສາມາດບົ່ມຊ້ອນ ແລະ ພື້ນທີ່ການເຕີບໂຕຫວ້າງໃຫຍ່ (ເຊັ່ນ ໃນອາຊີໃຕ້, ຕາເວັນອອກກາງ, ອາຟຼິກາ). ຄົ້ນຄວ້າສ້າງຍຸດທະສາດໃໝ່ໃນການເຂົ້າຮ່ວມສັນຍາການຄ້າເສລີ ຕາມທິດຊຸກຍູ້ການພົວພັນເສດຖະກິດສາກົນໃຫ້ເລິກເຊິ່ງ, ມີປະສິດທິຜົນ, ແທດຈິງ, ພ້ອມກັນນັ້ນກໍ່ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ. ສືບຕໍ່ເສີມຂະຫຍາຍເປັນຢ່າງດີ ບົດບາດຂອງລະບົບຫ້ອງການການຄ້າຫວຽດນາມຢູ່ຕ່າງປະເທດ ເພື່ອເພີ່ມການສະໜັບສະໜູນໃຫ້ວິສາຫະກິດແລະທ້ອງຖິ່ນ ສາມາດໃຊ້ປະໂຫຍດຈາກສັນຍາການຄ້າເສລີ ທີ່ຫວຽດນາມເປັນສະມາຊິກໄດ້ຢ່າງມີປະສິດທິພາບ ເພື່ອຂະຫຍາຍແລະກະຈາຍຕະຫຼາດ, ຕ່ອງໂສ້ການສະໜອງ ແລະ ສົ່ງເສີມການສົ່ງອອກທີ່ຍືນຍົງ.
ທີແປດ, ເສີມຂະຫຍາຍບົດບາດຂອງສະມາຄົມຂະແໜງສິນຄ້າ ແລະ ວິສາຫະກິດຫຼັກ, ຊຸກຍູ້ການກໍ່ຕັ້ງຕ່ອງໂສ້ມູນຄ່າການສົ່ງອອກຂະໜາດໃຫຍ່. ພັດທະນາວິສາຫະກິດພາກເອກະຊົນ, ພະຍາຍາມແກ້ໄຂຜ່ານຜ່າ ແລະ ຫຼຸດຜ່ອນຜົນກະທົບຂອງອຸປະສັກ ແລະ ມາດຕະການປ້ອງກັນການຄ້າໃນຕະຫຼາດຕ່າງປະເທດ. ເພີ່ມທະວີການເຊື່ອມໂຍງລະຫວ່າງວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ ແລະວິສາຫະກິດໃນປະເທດ, ສ້າງຜົນກະທົບແຜ່ກະຈາຍ, ການເຊື່ອມໂຍງ, ການຮ່ວມມື ແລະ ການພັດທະນາ. ເສີມຂະຫຍາຍບົດບາດຂອງສະມາຄົມຂະແໜງສິນຄ້າ ໃນຖານະຂົວຕໍ່ ລະຫວ່າງອົງການບໍລິຫານຄຸ້ມຄອງລັດ ກັບວິສາຫະກິດຕ່າງໆ, ປະກອບສ່ວນປົກປັກຮັກສາສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງວິສາຫະກິດ ໃນການເຮັດທຸລະກຳການຄ້າຕ່າງປະເທດໃຫ້ດີຂຶ້ນ.
-----------------------------------
(1) ອານອານ: ຫວຽດນາມເປັນໜຶ່ງໃນ 15 ປະເທດທີ່ມີການຄ້າຂາຍຫຼາຍທີ່ສຸດໃນໂລກ, ວາລະສານໂຄສະນາອົບຮົມ, ວັນທີ 3 ທັນວາ 2024, https://tuyengiao.vn/viet-nam-la-mot-trong-15-nuoc-co-dong-thuong-mai-lon-nhat-tren-the-gioi-158215