ບາງບັນຫາກ່ຽວກັບການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ,
ເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນ
ຜ່ານບົດນິພົນຂອງສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ
ເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນ
ຜ່ານບົດນິພົນຂອງສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ
ຜະລິດແລະປຸງແຕ່ງ ແຜ່ນວົງຈອນລວມ ສຳລັບໂທລະສັບມືຖື ແລະ ຜະລິດຕະພັນເອເລັກໂຕຮນິກອັດສະລິຍະ ໃນບໍລິສັດ ຮານາ ໄມຄຣອນ ວີນາ ຈຳກັດ ເງິນລົງທຶນຈາກ ສ.ເກົາຫຼີ 100% ຢູ່ໃນແຂວງ ບັກຢາງ _ພາບ: TTXVN
ແຜນນະໂຍບາຍກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ,
ເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນ
ຂອງພັກກອມມູນິດຫວຽດນາມ ຜ່ານບັນດາກອງປະຊຸມໃຫຍ່ຂອງພັກ
ບາດກ້າວທຳອິດຂອງຂະບວນການເຊື່ອມໂຍງເສດຖະກິດສາກົນໃນສະພາບການໂລກາພິວັດເສດຖະກິດຂອງຫວຽດນາມນັ້ນ ຖືກຂີດໝາຍໂດຍແຜນນະໂຍບາຍປະຕິບັດແນວທາງການພົວພັນຕ່າງປະເທດເປັນຫຼາຍຮູບແບບ, ຫຼາຍກ້ຳຫຼາຍຝ່າຍ ທີ່ໄດ້ຮັບການຮັບຮອງຈາກກອງປະຊຸມໃຫຍ່ຄັ້ງທີ 7 ຂອງພັກກອມມູນິດຫວຽດນາມ (ປີ 1991). ນັ້ນແມ່ນ : “ພວກເຮົາມີແຜນນະໂຍບາຍຮ່ວມມືທີ່ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ກັບທຸກປະເທດ, ໂດຍບໍ່ຈຳແນກລະບອບການເມືອງ - ສັງຄົມທີ່ແຕກຕ່າງກັນ ບົນພື້ນຖານຫຼັກການຢູ່ຮ່ວມກັນໂດຍສັນຕິ”(1), ແລະ “ດ້ວຍນະໂຍບາຍການຕ່າງປະເທດທີ່ເປີດກວ້າງ, ພວກຂ້າພະເຈົ້າປະກາດວ່າ: ຫວຽດນາມປາດຖະໜາຢາກເປັນເພື່ອນມິດກັບທຸກປະເທດໃນປະຊາຄົມໂລກ, ສູ້ຊົນເພື່ອສັນຕິພາບ ເອກະລາດ ແລະ ການພັດທະນາ”(2).
ກອງປະຊຸມໃຫຍ່ຄັ້ງທີ 8 (ປີ 1996), ພັກຂອງພວກເຮົາໄດ້ຕັດສິນຕົກລົງ: “ສືບຕໍ່ປ່ຽນແປງໃໝ່ກົນໄກເສດຖະກິດການຕ່າງປະເທດ, ຊຸກຍູ້ຂະບວນການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະ ໂລກ”(3). ໂດຍສອດຄ່ອງກັບທ່າອ່ຽງໂລກາພິວັດທາງເສດຖະກິດ ແລະ ຂະບວນການເຊື່ອມໂຍງເສດຖະກິດສາກົນ ທີ່ໄດ້ຮັບການຊຸກຍູ້ຢ່າງຕໍ່ເນື່ອງ, ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກ (ປີ 2001) ຢືນຢັນວ່າ: “ເປັນເຈົ້າການໃນການເຊື່ອມໂຍງເສດຖະກິດສາກົນແລະພາກພື້ນ ຕາມຈິດໃຈເສີມຂະຫຍາຍສຸດຂີດພະລັງພາຍໃນ, ຍົກສູງປະສິດທິຜົນຂອງການຮ່ວມມືສາກົນ, ຮັບປະກັນຄວາມເປັນເອກະລາດເປັນເຈົ້າຕົນເອງ ແລະ ທິດທາງສັງຄົມນິຍົມ, ປົກປ້ອງຜົນປະໂຫຍດຂອງຊາດ, ຄວາມໝັ້ນຄົງຂອງປະເທດຊາດ, ຮັກສາເອກະລັກວັດທະນະທຳຂອງຊາດ, ປົກປ້ອງສະພາບແວດລ້ອມ”(4). ໃນກອງປະຊຸມໃຫຍ່ຄັ້ງທີ 9, ເປັນຄັ້ງທຳອິດທີ່ບັນຫາການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ໃນສະພາບການໂລກາພິວັດທາງດ້ານເສດຖະກິດ ໄດ້ຖືກລວມເຂົ້າໃນເອກະສານຂອງກອງປະຊຸມໃຫຍ່ ດ້ວຍແຜນນະໂຍບາຍເຊື່ອມຕໍ່ຢ່າງແໜ້ນແຟ້ນ ການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ກັບການເປັນເຈົ້າການໃນການເຊື່ອມໂຍງເສດຖະກິດສາກົນ: “ການຫັນປະເທດເປັນອຸດສາຫະກຳແລະທັນສະໄໝ ຕ້ອງຮັບປະກັນການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ເຊິ່ງກ່ອນອື່ນໝົດແມ່ນຄວາມເປັນເອກະລາດ ເປັນເຈົ້າຕົນເອງທາງດ້ານແນວທາງ ນະໂຍບາຍ, ພ້ອມກັນນັ້ນ ກໍມີທ່າແຮງດ້ານເສດຖະກິດທີ່ເຂັ້ມແຂງພຽງພໍ: ມີລະດັບການສະສົມຈາກພາຍໃນລະບົບເສດຖະກິດເພີ່ມຂຶ້ນ; ມີໂຄງປະກອບເສດຖະກິດທີ່ສົມເຫດສົມຜົນ, ມີກຳລັງແຮງໃນການແຂ່ງຂັນ; ໂຄງສ້າງພື້ນຖານນັບມື້ນັບທັນສະໄໝ ແລະ ມີອຸດສາຫະກໍາໜັກທີ່ສໍາຄັນບາງປະເພດ; ມີຄວາມສາມາດພາຍໃນທາງດ້ານວິທະຍາສາດແລະເຕັກໂນໂລຊີ; ຮັກສາສະຖຽນລະພາບເສດຖະກິດມະຫາພາກແລະການເງິນ; ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມປອດໄພດ້ານພະລັງງານ, ການເງິນ, ສິ່ງແວດລ້ອມ... ການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ໄປຄຽງຄູ່ກັບຄວາມເປັນເຈົ້າການໃນການເຊື່ອມໂຍງເສດຖະກິດສາກົນ; ສົມທົບຊັບພະຍາກອນພາຍໃນ ແລະ ພາຍນອກເຂົ້າເປັນຊັບພະຍາກອນສັງລວມ ເພື່ອການພັດທະນາປະເທດ”(5). ດ້ວຍແຜນນະໂຍບາຍນີ້, ຫວຽດນາມໄດ້ເຂົ້າຮ່ວມຂະບວນການເຊື່ອມໂຍງເສດຖະກິດສາກົນຢ່າງຕັ້ງໜ້າ, ພ້ອມກັນນັ້ນ ກໍເປັນເຈົ້າການ ໃນການກະກຽມເງື່ອນໄຂຕ່າງໆພາຍໃນປະເທດ ເຊັ່ນ: ການປັບໂຄງສ້າງເສດຖະກິດຄືນໃໝ່, ການປັບປຸງບູລະນະລະບົບກົດໝາຍ ກົນໄກ ນະໂຍບາຍ, ຍົກສູງຄວາມສາມາດແຂ່ງຂັນຂອງບັນດາວິສາຫະກິດຫວຽດນາມ. ກົມການເມືອງສູນກາງພັກໄດ້ອອກມະຕິເລກທີ 07-NQ/TW, ລົງວັນທີ 27 ພະຈິກ 2001, “ວ່າດ້ວຍການເຊື່ອມໂຍງເສດຖະກິດສາກົນ”, ໃນນັ້ນ ໄດ້ເນັ້ນເຖິງບັນດາຫຼັກການຊີ້ນຳຂະບວນການເຊື່ອມໂຍງເສດຖະກິດສາກົນ. ເພື່ອຜັນຂະຫຍາຍການປະຕິບັດມະຕິເລກທີ່ 07-NQ/TW ຂອງກົມການເມືອງສູນກາງພັກນັ້ນ, ລັດຖະບານ, ນາຍົກລັດຖະມົນຕີ ໄດ້ປະກາດໃຊ້ແຜນປະຕິບັດການມອບໝາຍໜ້າທີ່ສະເພາະ ໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.
ກອງປະຊຸມໃຫຍ່ຄັ້ງທີ 10 (ປີ 2006), ພັກກອມມູນິດຫວຽດນາມໄດ້ຕົກລົງ “ສ້າງບາດລ້ຽວໃນການເຊື່ອມໂຍງເສດຖະກິດສາກົນ ແລະ ການເຄື່ອນໄຫວເສດຖະກິດການຕ່າງປະເທດ...; ເປັນເຈົ້າການ ແລະ ຕັ້ງໜ້າໃນການເຊື່ອມໂຍງເສດຖະກິດທີ່ເລິກເຊິ່ງແລະສົມບູນກວ່າອີກກັບພາກພື້ນແລະໂລກ”(6).
ກອງປະຊຸມໃຫຍ່ຄັ້ງທີ 11 (ປີ 2011) ຂອງພັກໄດ້ຢືນຢັນທັດສະນະກ່ຽວກັບການເຊື່ອມໂຍງສາກົນວ່າ: “ປະຕິບັດຢ່າງສະເໝີຕົ້ນສະເໝີບາຍ ນະໂຍບາຍການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະ ການພັດທະນາ; ເປີດການພົວພັນທີ່ຫຼາຍຮູບຫຼາຍແບບ ຫຼາຍກ້ຳຫຼາຍຝ່າຍ, ເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າແລະເປັນເຈົ້າການ”(7). ນີ້ແມ່ນໜຶ່ງໃນຂໍ້ຄິດທິດສະດີໃໝ່ ທີ່ສືບທອດ ແລະ ພັດທະນາ ໃນແນວທາງການຕ່າງປະເທດຂອງພັກ ເມື່ອທຽບກັບແຜນນະໂຍບາຍເຊື່ອມໂຍງເສດຖະກິດສາກົນຢ່າງເປັນເຈົ້າການແລະຕັ້ງໜ້າ, ພ້ອມກັນນັ້ນກໍເປີດກວ້າງການຮ່ວມມືສາກົນໃນບັນດາຂົງເຂດອື່ນໆ ທີ່ໄດ້ຮັບການຮັບຮອງເອົາຈາກກອງປະຊຸມໃຫຍ່ຄັ້ງທີ 9 ແລະ ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ.
ກອງປະຊຸມໃຫຍ່ຄັ້ງທີ 12 (ປີ 2016) ຂອງພັກໄດ້ກຳນົດວ່າ: “ຍູ້ແຮງການຜັນຂະຫຍາຍຍຸດທະສາດການເຊື່ອມໂຍງສາກົນຢ່າງເປັນເຈົ້າການແລະຕັ້ງໜ້າ... ຍູ້ແຮງການເຊື່ອມໂຍງບົນພື້ນຖານເສີມຂະຫຍາຍສູງສຸດພະລັງພາຍໃນ, ເຊື່ອມຕິດຢ່າງແໜ້ນແຟ້ນ ແລະ ຊຸກຍູ້ຂະບວນການຍົກສູງກຳລັງແຮງສັງລວມ ແລະ ຄວາມສາມາດແຂ່ງຂັນຂອງປະເທດ; ການເຊື່ອມໂຍງທາງດ້ານເສດຖະກິດເປັນຈຸດໜັກໃຈກາງ, ການເຊື່ອມໂຍງທາງດ້ານອື່ນຕ້ອງອຳນວຍຄວາມສະດວກໃຫ້ແກ່ການເຊື່ອມໂຍງທາງດ້ານເສດຖະກິດ”(8).
ກອງປະຊຸມໃຫຍ່ຄັ້ງທີ 13 (ປີ 2021) ຂອງພັກກຳນົດຢ່າງຈະແຈ້ງກ່ຽວກັບເນື້ອໃນຂອງການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ໂດຍຕິດກັບການເຊື່ອມໂຍງທາງດ້ານເສດຖະກິດວ່າ: “ຮັກສາຄວາມເປັນເອກະລາດ ແລະ ຄວາມເປັນເຈົ້າຕົນເອງໃນການກຳນົດແຜນນະໂຍບາຍ, ແນວທາງ ແລະ ຍຸດທະສາດການພັດທະນາເສດຖະກິດຂອງປະເທດ. ພັດທະນາວິສາຫະກິດຫວຽດນາມໃຫ້ເຕີບໃຫຍ່ເຂັ້ມແຂງ ກາຍເປັນຫຼັກແຫຼ່ງແກ່ນສານຂອງເສດຖະກິດຂອງປະເທດ; ຮັກສາບັນດາສົມດຸນໃຫຍ່ທີ່ສຳຄັນ, ສຸມໃສ່ຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ; ເພີ່ມທະວີທ່າແຮງດ້ານເສດຖະກິດຂອງປະເທດຢ່າງບໍ່ຢຸດຢັ້ງ. ເປີດການພົວພັນເສດຖະກິດສາກົນຢ່າງຫຼາຍຮູບຫຼາຍແບບ, ຫຼາຍກ້ຳຫຼາຍຝ່າຍ, ຫຼີກລ້ຽງການຂຶ້ນກັບຕະຫຼາດດຽວ, ຄູ່ຄ້າດຽວ. ຍົກສູງຄວາມສາມາດຕ້ານທານຂອງເສດຖະກິດ ຕໍ່ກັບຜົນກະທົບທາງລົບຈາກການຜັນຜວນພາຍນອກ; ເປັນເຈົ້າການໃນການປັບປຸງລະບົບປ້ອງກັນໃຫ້ສົມບູນ ເພື່ອປົກປ້ອງເສດຖະກິດ ວິສາຫະກິດ ແລະ ຕະຫຼາດພາຍໃນປະເທດ ຕາມຄຳໝັ້ນສັນຍາສາກົນ. ປະຕິບັດການເຊື່ອມໂຍງເສດຖະກິດສາກົນຫຼາຍຮູບແບບ ດ້ວຍແຜນການທີ່ຍືດຫຍຸ່ນ, ເໝາະສົມກັບສະພາບ ແລະ ເປົ້າໝາຍຂອງປະເທດໃນແຕ່ລະໄລຍະ. ປັບປຸງລະບົບກົດໝາຍໃຫ້ສົມບູນ, ສອດຄ່ອງກັບສົນທິສັນຍາສາກົນ ແລະ ຄຳໝັ້ນສັນຍາສາກົນທີ່ຫວຽດນາມໄດ້ລົງນາມ. ເພີ່ມທະວີການຝຶກອົບຮົມ ແລະ ກໍ່ສ້າງພະນັກງານ ທີ່ມີຄວາມຮູ້ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບກົດໝາຍສາກົນ, ການຄ້າ ແລະ ການລົງທຶນສາກົນ, ມີຄວາມສາມາດເຮັດວຽກໃນສະພາບແວດລ້ອມສາກົນ, ກ່ອນອື່ນໝົດແມ່ນ ພະນັກງານທີ່ຮັບຜິດຊອບໂດຍກົງດ້ານການເຊື່ອມໂຍງເສດຖະກິດສາກົນ ແລະ ການແກ້ໄຂຂໍ້ພິພາດສາກົນ”(9).
ດັ່ງນັ້ນ, ຜ່ານບັນດາກອງປະຊຸມໃຫຍ່ຂອງພັກ, ແຜນນະໂຍບາຍ ແລະ ແນວທາງກ່ຽວກັບການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນ ມີການພັດທະນາສອດຄ່ອງກັບສະຖານະການໂລກແລະໃນປະເທດ: ຈາກການເຊື່ອມໂຍງ ເຖິງຄວາມເປັນເຈົ້າການໃນການເຊື່ອມໂຍງ; ຄວາມຕັ້ງໜ້າແລະເປັນເຈົ້າການໃນການເຊື່ອມໂຍງ ເຖິງຄວາມເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງເສດຖະກິດກັບພາກພື້ນແລະໂລກ ຢ່າງເຕັມທີແລະເລິກເຊິ່ງກວ່າອີກ...
ຄວາມເປັນເອກະລາດແລະເປັນເຈົ້າຕົນເອງທາງດ້ານເສດຖະກິດ ສ້າງພື້ນຖານໃຫ້ແກ່ການເຊື່ອມໂຍງສາກົນຢ່າງມີປະສິດທິຜົນ. ການເຊື່ອມໂຍງສາກົນມີປະສິດທິຜົນສ້າງ ເງື່ອນໄຂທີ່ຈຳເປັນໃຫ້ແກ່ການສ້າງເສດຖະກິດທີ່ເປັນເອກະລາດ ແລະ ເປັນເຈົ້າຕົນເອງ.
ການສ້າງເສດຖະກິດທີ່ເປັນເອກະລາດແລະເປັນເຈົ້າຕົນເອງ, ກ່ອນອື່ນໝົດແມ່ນຄວາມເປັນເອກະລາດ, ເປັນເຈົ້າຕົນເອງທາງດ້ານແນວທາງການພັດທະນາຕາມທິດທາງສັງຄົມນິຍົມ; ຍູ້ແຮງການຫັນເປັນອຸດສາຫະກຳແລະທັນສະໄໝ, ສ້າງກຳລັງຊ້ອນແຝງທາງເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີ, ພື້ນຖານວັດຖຸ ແລະ ເຕັກນິກ ທີ່ເຂັ້ມແຂງພຽງພໍ; ມີໂຄງສ້າງເສດຖະກິດທີ່ສົມເຫດສົມຜົນ, ມີປະສິດທິຜົນ ແລະ ແຮງແຂ່ງຂັນ; ມີລະບອບລະບຽບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ; ຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ; ຮັບປະກັນໃຫ້ເສດຖະກິດມີຄວາມເຂັ້ມແຂງພຽງພໍທີ່ຈະຮັບມືກັບສະຖານະການທີ່ສັບສົນ ແລະ ອຳນວຍຄວາມສະດວກໃຫ້ການປະຕິບັດບັນດາຄຳໝັ້ນສັນຍາສາກົນຢ່າງມີປະສິດທິຜົນ...
ເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງສາກົນ, ຍາດແຍ່ງເອົາທຸກໆໂອກາດເພື່ອພັດທະນາປະເທດບົນຫຼັກການຮັກສາເອກະລາດ, ເປັນເຈົ້າຕົນເອງ ແລະ ທິດທາງສັງຄົມນິຍົມ, ອະທິປະໄຕຂອງປະເທດ ແລະ ເອກະລັກວັດທະນະທຳຂອງຊາດ; ຄວາມສະເໝີພາບ, ຜົນປະໂຫຍດຮ່ວມກັນ, ທັງຮ່ວມມືແລະທັງຕໍ່ສູ້; ເປີດການຮ່ວມມືຫຼາຍຝ່າຍ, ຫຼາຍຮູບແບບໃນການພົວພັນເສດຖະກິດການຕ່າງປະເທດ; ລະມັດລະວັງຢ່າງສູງ ຕໍ່ທຸກກົນອຸບາຍທໍາລາຍຂອງກອງກໍາລັງສັດຕູ...
ໃນຂະບວນການເຊື່ອມໂຍງສາກົນຢ່າງເປັນເຈົ້າການແລະຕັ້ງໜ້ານັ້ນ, ໃຫ້ເອົາໃຈໃສ່ເຖິງການເສີມຂະຫຍາຍທ່າໄດ້ປຽບ, ຍົກສູງຄຸນນະພາບແລະປະສິດທິຜົນ, ເພີ່ມຄວາມສາມາດໃນການແຂ່ງຂັນ ຂອງພື້ນຖານເສດຖະກິດຂອງປະເທດ. ຍົກສູງປະສິດທິຜົນການຮ່ວມມືກັບພາຍນອກ; ເພີ່ມທະວີບົດບາດແລະອິດທິພົນຂອງປະເທດເຮົາຕໍ່ເສດຖະກິດໃນພາກພື້ນແລະໃນໂລກ...
ການປະຕິບັດບັນດາທັດສະນະ ແລະ ແຜນນະໂຍບາຍຂອງພັກກ່ຽວກັບການຮັກສາ ແລະ ປົກປ້ອງເອກະລາດ, ອຳນາດອະທິປະໄຕແຫ່ງຊາດ ແລະ ການແກ້ໄຂສາຍພົວພັນລະຫວ່າງ ການກໍ່ສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ກັບການເຊື່ອມໂຍງສາກົນ ໄດ້ບັນລຸຄວາມສໍາເລັດ ແລະ ຜົນງານທີ່ສໍາຄັນຫຼາຍຢ່າງ: ຄວາມຮັບຮູ້ຂອງສັງຄົມ, ຂອງບັນດາອັດຕະພາບທີ່ເຂົ້າຮ່ວມການເຊື່ອມໂຍງສາກົນ, ໂດຍສະເພາະບັນດາວິສາຫະກິດ, ກ່ຽວກັບຄວາມຈຳເປັນ ແລະ ຜົນກະທົບທາງບວກແລະທາງລົບສະຫຼັບສັບກັນຂອງການເຊື່ອມໂຍງສາກົນ ຕໍ່ລະບົບເສດຖະກິດຂອງປະເທດ, ກໍ່ຄືຄວາມຮຽກຮ້ອງໃຫ້ສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ພ້ອມກັນກັບການຊຸກຍູ້ການເຊື່ອມໂຍງເສດຖະກິດ ກໍ່ໄດ້ຮັບການຍົກສູງຂຶ້ນ ແລະ ເປັນເອກະພາບຫຼາຍຂຶ້ນເລື້ອຍໆ. ຢ່າງໃດກໍ່ຕາມ, ບໍ່ແມ່ນທຸກບັນຫາທີ່ເກີດຂຶ້ນໃນການສ້າງເສດຖະກິດທີ່ເປັນເອກະລາດ ເປັນເຈົ້າຕົນເອງໃນສະພາບການເຊື່ອມໂຍງເຂົ້າກັບສາກົນ ກໍ່ໄດ້ຮັບການແກ້ໄຂ...
ໃນຂະນະນັ້ນ, ການພັດທະນາຂອງໂລກແລະສະຖານະການພາຍໃນປະເທດສືບຕໍ່ກໍ່ໃຫ້ເກີດບັນຫາໃໝ່. ຄວາມຈິງນັ້ນແມ່ນໜຶ່ງໃນບັນດາປັດໄຈສຳຄັນ ເພື່ອໃຫ້ພັກກອມມູນິດຫວຽດນາມ ສືບຕໍ່ເພີ່ມເຕີມ ແລະ ພັດທະນາທັດສະນະກ່ຽວກັບການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ ແລະ ເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນ.
ເພື່ອໃຫ້ການເຊື່ອມໂຍງເຂົ້າກັບສາກົນມີປະສິດທິຜົນຢ່າງແທ້ຈິງ ແລະ ນຳປະເທດຊາດພັດທະນາ, ພັກກອມມູນິດຫວຽດນາມໄດ້ກຳນົດວ່າ ຕ້ອງແກ້ໄຂການພົວພັນລະຫວ່າງການກໍ່ສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ ແລະ ເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນ. ການກໍ່ສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ ແລະ ເປັນເຈົ້າຕົນເອງ ແລະ ລ້ວນແຕ່ມຸ່ງສູ່ເປົ້າໝາຍລວມແມ່ນ ຍູ້ແຮງຂະບວນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ພັດທະນາລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ນຳພາປະເທດໃຫ້ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ເພື່ອເສີມຂະຫຍາຍທ່າແລະ ກຳລັງແຮງຂອງປະເທດໃຫ້ສຳເລັດຜົນຄື: ປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ອາລະຍະທຳ. ສອງໜ້າທີ່ນີ້ມີຄວາມພົວພັນກັນຢ່າງໃກ້ຊິດ, ກະທົບເຊິ່ງກັນແລະກັນ, ມີຄວາມສຳພັນສັດຈະວິພາກເຊິ່ງກັນແລະກັນ, ເປັນສອງດ້ານຂອງຄວາມເປັນເອກະພາບ, ມີທັງດ້ານບວກແລະດ້ານລົບ, ທັງສ້າງທ່າແຮງ ສ້າງຈຸດຢືນໃຫ້ກັນ, ທັງສົ່ງຜົນກະທົບໃນທິດທາງກົງກັນຂ້າມ, ຊ້ຳຍັງຂັດກັນ. ດ້ານໜຶ່ງ, ມີພະລັງພາຍໃນທີ່ເຂັ້ມແຂງ, ມີຄວາມເປັນເອກະລາດແລະເປັນເຈົ້າຕົນເອງ ຈຶ່ງຈະສ້າງຖານະບົດບາດແລະຄວາມສາມາດໃຫ້ປະເທດ ໃນການເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າແລະເປັນເຈົ້າການ; ການເຊື່ອມໂຍງເຂົ້າກັບສາກົນກໍ່ນຳ “ໂລກມາສູ່ຫວຽດນາມ”, ນຳມາເຊິ່ງເຕັກໂນໂລຊີ, ບົດຮຽນປະສົບການໃນການຄຸ້ມຄອງ ແລະ ເງິນທຶນ, ເພີ່ມຄວາມເຂັ້ມແຂງຢ່າງໄວວາໃຫ້ກັບຊັບພະຍາກອນພາຍໃນທີ່ຍັງຂາດແຄນແລະບໍ່ພຽງພໍ, ຫຼຸດເສັ້ນທາງການພັດທະນາໃຫ້ສັ້ນລົງ ເພື່ອປັບປຸງບູລະນະຕົນເອງຢ່າງຕໍ່ເນື່ອງ ເພື່ອຮັກສານຄວາມເປັນເອກະລາດ ເປັນເຈົ້າຕົນເອງ ແລະ ປົກປ້ອງຜົນປະໂຫຍດອັນຊອບທຳຂອງປະເທດ ໃນສະຖານະການຂອງການພົວພັນສອງຝ່າຍ, ຫຼາຍຝ່າຍລະຫວ່າງບັນດາປະເທດ, ບັນດາອົງການຈັດຕັ້ງພາກພື້ນແລະສາກົນ ທີ່ແຊກຊ້ອນກັນ ຫຼາກຫຼາຍ ແລະ ສັບສົນຫຼາຍຂຶ້ນເລື້ອຍໆ. ການເຊື່ອມໂຍງເຂົ້າກັບສາກົນມີຄຸນນະພາບຫຼາຍຂຶ້ນ, ລະບົບເສດຖະກິດຈະເປັນເອກະລາດ ເປັນເຈົ້າຕົນເອງສູງຂຶ້ນ. ລະບົບເສດຖະກິດມີຄວາມເປັນເອກະລາດ, ເປັນເຈົ້າຕົນເອງສູງຂຶ້ນທໍ່ໃດ ຍິ່ງມີເງື່ອນໄຂສະດວກໃຫ້ແກ່ການເຊື່ອມໂຍງເຂົ້າກັບສາກົນຢ່າງເປັນເຈົ້າການແລະຕັ້ງໜ້າຫຼາຍທໍ່ນັ້ນ.
ດັ່ງນັ້ນ, ການເຊື່ອມໂຍງເຂົ້າກັບສາກົນກາຍເປັນທິດທາງໃຫຍ່ໃນແນວທາງການທູດຂອງປະເທດ ເພື່ອດຶງດູດແຫຼ່ງພະລັງຈາກພາຍນອກ, ຫຼໍ່ລ້ຽງ ແລະ ເສີມຂະຫຍາຍຊັບພະຍາກອນໃນປະເທດ, ປ່ຽນພະລັງພາຍນອກໃຫ້ເປັນຊັບພະຍາກອນໃນປະເທດ, ກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ ເປັນເຈົ້າຕົນເອງ, ຕອບສະໜອງຄວາມຕ້ອງການຂອງປະເທດ ໃນຂະບວນການພັດທະນາຕາມທິດທາງທີ່ໄດ້ເລືອກ, ພ້ອມກັນນັ້ນກໍເສີມຂະຫຍາຍບົດບາດ ແລະ ສ່ວນປະກອບຂອງປະເທດ ເພື່ອສັນຕິພາບແລະການພັດທະນາຂອງພາກພື້ນແລະໂລກ... ອີກດ້ານໜຶ່ງ, ເມື່ອເຊື່ອມໂຍງສາກົນໝາຍເຖິງການຍອມຮັບຫຼັກການ, ຂໍ້ບັງຄັບ, ພັນທະຂອງສະມາຊິກ... ທີ່ກຳນົດໂດຍອັດຕະພາບຂອງກົດໝາຍສາກົນ. ນັ້ນເປັນສິ່ງທີ່ບໍ່ອາດຈະບໍ່ຄຳນຶງເຖິງ ແລະ ບໍ່ອາດຈະບໍ່ສົ່ງຜົນກະທົບ ເມື່ອກຳນົດບັນດານະໂຍບາຍການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ... ຂອງປະເທດ, ກໍຄືເມື່ອປະຕິບັດນະໂຍບາຍເຫຼົ່ານັ້ນ...
ການເຊື່ອມໂຍງສາກົນນຳສິດແລະໂອກາດມາໃຫ້ຫວຽດນາມ, ພ້ອມກັນນັ້ນຫວຽດນາມກໍຕ້ອງປະຕິບັດພັນທະ ແລະ ຕ້ອງປະເຊີນກັບສິ່ງທ້າທາຍ. ການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມມີຫຼາຍລັກສະນະ, ໃນນັ້ນມີຄວາມຫຍຸ້ງຍາກທີ່ສຸດ ແມ່ນລະດັບການພັດທະນາເສດຖະກິດຕ່ຳ, ປະເທດຫາກໍພົ້ນອອກຈາກກຸ່ມປະເທດທຸກຍາກ ແລະ ມີຄວາມສ່ຽງທີ່ຈະຕົກໃສ່ “ກັບດັກລາຍໄດ້ປານກາງ” ຖ້າຫາກບໍ່ມີບັນດານະໂຍບາຍການພັດທະນາທີ່ເໝາະສົມ. ຄຽງຄູ່ກັນນັ້ນ, ບັນດາຜົນສະທ້ອນຂອງສົງຄາມທີ່ແກ່ຍາວ, ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ຊີວິດສັງຄົມ, ຊີວິດຂອງປະຊາຊົນ, ຈິດຕະສາດ ແລະ ວິທີຄິດຂອງປະຊາຊົນ, ຍຸດທະສາດ “ຫັນປ່ຽນໂດຍສັນຕິ” ຂອງອິດທິກຳລັງສັດຕູ ປະຕິການ, ແລະ ສິ່ງທີ່ອັນຕະລາຍອີກຢ່າງຄື ບັນດາປະກົດການ “ການຫັນປ່ຽນຕົນເອງ”, “ການປ່ຽນແປງຕົນເອງ” ຢູ່ພາຍໃນ ທີ່ກຳລັງຜັນປ່ຽນຢ່າງສັບສົນ...
ຄວາມຫຍຸ້ງຍາກໃນການແກ້ໄຂສາຍພົວພັນລະຫວ່າງການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງເຂົ້າກັບສາກົນນັ້ນ ມີຄວາມຈະແຈ້ງຍິ່ງຂຶ້ນ ເມື່ອຕັ້ງຢູ່ໃນສະຖານະການໂລກແລະພາກພື້ນ ທີ່ມີການຜັນຜວນຫຼາຍ, ໄວ, ສັບສົນ ແລະ ຄາດເດົາໄດ້ຍາກ.
ບັນດາບັນຫາຫຼັກກ່ຽວກັບການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ,
ເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຜ່ານບົດນິພົນ
ໃນບົດນິພົນຂອງຕົນ, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ຢືນຢັນວ່າ: “ຈັດການຢ່າງຖືກຕ້ອງສາຍພົວພັນລະຫວ່າງ ຄວາມເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານແລະເລິກເຊິ່ງ”(10). ສະຫາຍເລຂາທິການໃຫຍ່ໄດ້ຍົກໃຫ້ເຫັນຢ່າງຮອບດ້ານ ຄົບຖ້ວນ ແລະ ເລິກເຊິ່ງ ກ່ຽວກັບບັນດາທັດສະນະ ແຜນນະໂຍບາຍ ແລະ ມາດຕະການ ເພື່ອແກ້ໄຂສາຍພົວພັນນີ້ຢ່າງມີປະສິດທິຜົນ, ໃນນັ້ນມີສອງບັນຫາຄື:
ທີ່ໜຶ່ງ, ການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແມ່ນການບຸກທະລຸທາງດ້ານທິດສະດີ ຂອງພັກກອມມູນິດຫວຽດນາມ ໃນການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດແລະເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງສາກົນ.
ບັນຫາໜຶ່ງທີ່ເປັນແບບຢ່າງກ່ຽວກັບ “ການຮັກສາເອກະລາດແລະຄວາມເປັນເຈົ້າຕົນເອງໃນການກຳນົດແຜນນະໂຍບາຍ ແນວທາງ ແລະ ຍຸດທະສາດການພັດທະນາເສດຖະກິດຂອງປະເທດ”, ຄືທີ່ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໄດ້ຊີ້ແຈງ: “ການນຳສະເໜີແນວຄວາມຄິດ ການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ເປັນການບຸກທະລຸທາງດ້ານທິດສະດີທີ່ເປັນພື້ນຖານ ແລະ ປະດິດສ້າງຂອງພັກເຮົາ, ແມ່ນຜົນງານທາງດ້ານທິດສະດີທີ່ສຳຄັນ ຜ່ານ 35 ປີແຫ່ງການປະຕິບັດແນວທາງການປ່ຽນແປງໃໝ່, ເລິ່ມຈາກພຶດຕິກຳຕົວຈິງຂອງຫວຽດນາມ ແລະ ການເລືອກຮັບເອົາບົດຮຽນປະສົບການຂອງບັນດາປະເທດໃນໂລກ”(11). ທັງທິດສະດີແລະພຶດຕິກຳຕົວຈິງລ້ວນພິສູດວ່າ ຄຳພິນິດໄສຂ້າງເທິງຂອງເລຂາທິການໃຫຍ່ແມ່ນຖືກຕ້ອງສົມບູນ. ເສດຖະກິດຕະຫຼາດ (ມີລະດັບການພັດທະນາທີ່ສູງກວ່າເສດຖະກິດສິນຄ້າ, ເມື່ອຜະລິດຕະພັນທຸກປະເພດລ້ວນກາຍເປັນສິນຄ້າ) ແມ່ນຜະລິດຕະພັນຂອງອາລະຍະທໍາມະນຸດ, ປະກົດມາແຕ່ດົນນານໃນສະໄໝສັກດິນາ, ພັດທະນາສູ່ລະດັບສູງພາຍໃຕ້ລັດທິທຶນນິຍົມ, ແຕ່ລະບົບເສດຖະກິດຕະຫຼາດນັ້ນບໍ່ໄດ້ມີຄວາມໝາຍເໝືອນກັນກັບລັດທິທຶນນິຍົມ. ໝາຍຄວາມວ່າ, ເສດຖະກິດຕະຫຼາດບໍ່ແມ່ນຜະລິດຕະພັນສະເພາະຂອງລັດທິທຶນນິຍົມ, ແຕ່ແມ່ນເສດຖະກິດສິນຄ້າ - ແຫຼ່ງຫຼໍ່ລ້ຽງ ແລະ ຈຸດເລີ່ມຕົ້ນຂອງເສດຖະກິດຕະຫຼາດ - ມີຢູ່ໃນຫຼາຍລະບອບສັງຄົມທີ່ແຕກຕ່າງກັນ, ແຕ່ບໍ່ມີລະບົບເສດຖະກິດຕະຫຼາດຮ່ວມກັນ, ຄືກັນ ສໍາລັບທຸກລະບອບສັງຄົມທີ່ແຕກຕ່າງກັນ. ເຖິງວ່າ, ເສດຖະກິດຕະຫຼາດແມ່ນຮູບແບບການພັດທະນາທົ່ວໄປ, ມີບັນດາລັກສະນະລວມ, ມີຄຸນຄ່າ ຫຼັກການ ມາດຕະຖານລວມ, ດຳເນີນການຕາມກົດເກນທົ່ວໄປ..., ແຕ່ໃນແຕ່ລະປະເທດ, ເສດຖະກິດຕະຫຼາດມີຄວາມແຕກຕ່າງຂອງຕົນເອງ, ມີເຄື່ອງໝາຍສະເພາະທາງປະຫວັດສາດ ການເມືອງ ວັດທະນະທຳ ສັງຄົມ ຂະໜົບທຳນຽມປະເພນີ... ໃນແຕ່ລະລະບອບສັງຄົມທີ່ແຕກຕ່າງກັນ, ເສດຖະກິດຕະຫຼາດມີລັກສະນະ ແລະ ທາດແທ້ທີ່ແຕກຕ່າງກັນ ຂຶ້ນຢູ່ກັບລະດັບການພັດທະນາຂອງກຳລັງຜະລິດ, ທາດແທ້ການເມືອງຂອງລະບົບສັງຄົມນັ້ນ ແລະ ສອດຄ່ອງກັບປະຫວັດສາດ ວັດທະນະທຳ ແລະ ຮີດຄອງປະເພນີຂອງແຕ່ລະຊາດ ປະເທດຊາດ. ເຖິງວ່າ, ບັນດາກົດເກນເສດຖະກິດທີ່ຄວບຄຸມການເຄື່ອນໄຫວ ແລະ ການພັດທະນາເສດຖະກິດຕະຫຼາດນັ້ນແມ່ນເປັນພາວະວິໄສ ແລະ ມີຄວາມຕ້ອງການທີ່ຈຳເປັນຄືກັນ, ແຕ່ທັດສະນະ ຮີດຄອງປະເພນີ ແລະ ນິໄສຂອງການນຳໃຊ້ກົດເກນເສດຖະກິດພາວະວິໄສນັ້ນ ໃນແຕ່ລະປະເທດ ແມ່ນແຕກຕ່າງກັນ. ຈະບໍ່ສາມາດມີ ເສດຖະກິດຕະຫຼາດໃນປະເທດໜຶ່ງເປັນສໍາເນົາຂອງເສດຖະກິດຕະຫຼາດໃນປະເທດອື່ນໄດ້. ໃນໂລກມີຫຼາຍຮູບແບບການພັດທະນາເສດຖະກິດຕະຫຼາດເຊັ່ນ: ເສດຖະກິດຕະຫຼາດເສລີ ຢູ່ອາເມລິກາ, ເສດຖະກິດຕະຫຼາດສັງຄົມ ຢູ່ເຢຍລະມັນ, ເສດຖະກິດຕະຫຼາດຊຸມຊົນຮັບຜິດຊອບ (ຫຼືປະສານງານ) ໃນຍີ່ປຸ່ນ, ເສດຖະກິດຕະຫຼາດລັດສະຫວັດດີການ ໃນຊູແອັດ, ເສດຖະກິດຕະຫຼາດສັງຄົມນິຍົມທີ່ມີລັກສະນະສະເພາະ ຂອງຈີນ...
ເປັນຄັ້ງທຳອິດໃນປະຫວັດສາດສັງຄົມມະນຸດທີ່ປະຫວັດການພັດທະນາເສດຖະກິດຕະຫຼາດມີຮູບແບບໃໝ່ - ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ນີ້ແມ່ນ “ການບຸກທະລຸທາງດ້ານທິດສະດີທີ່ເປັນພື້ນຖານ ແລະ ປະດິດສ້າງທີ່ສຸດ ຂອງພັກເຮົາ”. ຜ່ານໄລຍະຫຼາຍກວ່າ 35 ປີແຫ່ງການປ່ຽນແປງໃໝ່ປະເທດຢ່າງຮອບດ້ານ, ຜົນທາງທິດສະດີທີ່ສຳຄັນໜຶ່ງໄດ້ຮັບການຢືນຢັນຄື: ການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມແມ່ນຖືກຕ້ອງຢ່າງແທ້ຈິງ, ແມ່ນການໝູນໃຊ້ຢ່າງປະດິດສ້າງຂອງພັກເຮົາ ແລະ ແມ່ນເສັ້ນທາງ, ແບບວິທີການເພື່ອກໍ່ສ້າງສັງຄົມນິຍົມໃນປະເທດຫວຽດນາມ. ຫວຽດນາມກຳລັງຢູ່ໃນສະໄໝຂ້າມຜ່ານສູ່ສັງຄົມນິຍົມ, ລະບົບເສດຖະກິດແມ່ນລະບົບເສດຖະກິດຂ້າມຜ່ານ, ບໍ່ສາມາດມີເສດຖະກິດຕະຫຼາດສັງຄົມນິຍົມທັນທີທັນໃດໄດ້, ຫວຽດນາມກຳລັງພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ - ຮູບແບບເສດຖະກິດທົ່ວໄປໃນສະໄໝຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ - ທັງເລືອກຮັບເອົາບົດຮຽນປະສົບການໃນການພັດທະນາເສດຖະກິດຕະຫຼາດຂອງໂລກ, ທັງໝູນໃຊ້ ແລະ ພັດທະນາຢ່າງປະດິດສ້າງໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງໃນຫວຽດນາມ. ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແມ່ນອົງປະກອບທີ່ເປັນເອກະພາບລວມມີສອງດ້ານທີ່ພົວພັນແບບອີນຊີ ສັດຈະວິພາກ ນຳກັນ, ແມ່ນເສດຖະກິດຕະຫຼາດທີ່ທັນສະໄໝ, ເຊື່ອມໂຍງກັບສາກົນ, ດຳເນີນການຢ່າງເຕັມທີ ແລະ ຄົບຊຸດຕາມບັນດາກົດເກນຂອງເສດຖະກິດຕະຫຼາດ ພາຍໃຕ້ການຄຸ້ມຄອງຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ນຳພາໂດຍພັກກອມມູນິດຫວຽດນາມ; ພ້ອມກັນນັ້ນ, ຮັບປະກັນຕາມທິດທາງສັງຄົມນິຍົມ ເພື່ອເປົ້າໝາຍ “ປະຊາຊົນຮັ່ງມີ ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ແລະ ອາລະຍະທຳ” ສອດຄ່ອງກັບແຕ່ລະໄລຍະການພັດທະນາຂອງປະເທດ; ຜູ້ຄົນເປັນທັງເປົ້າໝາຍ ກຳລັງຂັບເຄື່ອນ ແລະ ຊັບພະຍາກອນການພັດທະນາ,.... “ນັ້ນເປັນພື້ນຖານເສດຖະກິດຕະຫຼາດປະເພດໃໝ່ ໃນປະຫວັດສາດການພັດທະນາຂອງເສດຖະກິດຕະຫຼສດ; ອົງການຈັດຕັ້ງເສດຖະກິດປະເພດໜຶ່ງທີ່ທັງປະຕິບັດຕາມບັນດາກົດເກນຂອງເສດຖະກິດຕະຫຼາດ ທັງອີງຕາມແລະຖືກຊີ້ນຳ ແລະ ຄວບຄຸມ ໂດຍບັນດາຫຼັກການ ແລະ ທາດແທ້ ຂອງລັດທິສັງຄົມນິຍົມ ເຊິ່ງສະແດງອອກໃນທັງສາມດ້ານ: ກຳມະສິດ, ການຈັດຕັ້ງຄຸ້ມຄອງ ແລະ ການແຈກຢາຍຜະລິດຕະພັນ. ນີ້ບໍ່ແມ່ນລະບົບເສດຖະກິດຕະຫຼາດທຶນນິຍົມ ແລະ ບໍ່ແມ່ນລະບົບເສດຖະກິດຕະຫຼາດສັງຄົມນິຍົມເຕັມຮູບແບບ (ເພາະວ່າ ປະເທດເຮົາຍັງຢູ່ໃນສະໄໝຂ້າມຜ່ານ)”(12).
ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມພັດທະນາຢ່າງຄົມຊຸດແລະຮອບດ້ານ ໃນສີ່ຂັ້ນຕອນຂອງຂະບວນການຜະລິດຊ້ຳສັງຄົມ: ການຜະລິດ, ການແຈກຢາຍ, ການແລກປ່ຽນ, ການບໍລິໂພກ. ລະບົບເສດຖະກິດຕະຫຼາດຕາມທິດທາງສັງຄົມນິຍົມຢູ່ຫວຽດນາມມີຫຼາຍຮູບແບບກຳມະສິດ, ຫຼາຍພາກສ່ວນເສດຖະກິດ, ໃນນັ້ນເສດຖະກິດຂອງລັດມີບົດບາດນຳ; ເສດຖະກິດລວມໝູ່, ເສດຖະກິດການຮ່ວມມື ໄດ້ຮັບການປັບປຸງແລະພັດທະນາຢ່າງບໍ່ຢຸດຢັ້ງ; ເສດຖະກິດເອກະຊົນເປັນກຳລັງຂັບເຄື່ອນທີ່ສຳຄັນ; ເສດຖະກິດທີ່ມີເງິນລົງທຶນຈາກຕ່າງປະເທດໄດ້ຮັບການສົ່ງເສີມໃຫ້ພັດທະນາສອດຄ່ອງກັບຍຸດທະສາດ, ແຜນກຳນົດ ແລະ ແຜນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ. ບັນດາພາກສ່ວນເສດຖະກິດຮ່ວມມືແລະແຂ່ງຂັນກັນຢ່າງສະເໝີພາບ ໂປ່ງໃສ ແລະ ເຄື່ອນໄຫວຕາມກົດໝາຍ ລ້ວນແຕ່ເປັນອົງປະກອບອິນຊີທີ່ສຳຄັນ ຂອງເສດຖະກິດຂອງຊາດ, ຮ່ວມກັນດຳລົງຄົງຕົວແລະພັດທະນາມາຍາວນານ. ບັນດາພາກສ່ວນເສດຖະກິດມີຄວາມສະເໝີພາບໃນການລະດົມ, ຈັດແບ່ງ, ນຳໃຊ້ບັນດາແຫຼ່ງພະລັງການພັດທະນາ ແລະ ມີຄວາມຮັບຜິດຊອບ, ພັນທະຕໍ່ປະເທດ, ຕໍ່ສັງຄົມ. ການແຈກຢາຍແຫຼ່ງພະລັງເຂົ້າໃນການຜະລິດ ແລະ ການແຈກຢາຍຜົນຜະລິດທີ່ຜະລິດອອກມາ ຮັບປະກັນຄວາມເປັນທຳ, ຄວາມເປີດເຜີຍ, ຄວາມໂປ່ງໃສ ແລະ ສ້າງແຮງຈູງໃຈໃນການພັດທະນາ. ຢູ່ປະເທດຫວຽດນາມໃນປະຈຸບັນ, ການປະຕິບັດລະບອບແຈກຢາຍໃນຫຼາຍຮູບການ, ຕົ້ນຕໍແມ່ນການແຈກຢາຍຕາມແຮງງານ, ຕາມຜົນຂອງການອອກແຮງງານ, ປະສິດທິຜົນເສດຖະກິດ, ພ້ອມກັນນັ້ນກໍແຈກຢາຍຕາມລະດັບຂອງເງິນທຶນແລະຊັບພະຍາກອນອື່ນໆ ແລະ ການແຈກຢາຍຜ່ານລະບົບຄວາມປອດໄພທາງສັງຄົມແລະສະຫວັດດີການສັງຄົມ. ລັດຄຸ້ມຄອງລະບົບເສດຖະກິດດ້ວຍກົດໝາຍ, ຍຸດທະສາດ, ແຜນກຳນົດ, ແຜນການ, ນະໂຍບາຍ... ລັດມີບົດບາດກຳນົດທິດທາງ, ສ້າງແລະປັບປຸງລະບອບລະບຽບເສດຖະກິດ, ສ້າງສະພາບແວດລ້ອມທາງການແຂ່ງຂັນທີ່ດີ ສະເໝີພາບ ແລະ ໂປ່ງໃສ; ນຳໃຊ້ບັນດາເຄື່ອງມື ນະໂຍບາຍ ແລະ ແຫຼ່ງພະລັງຂອງລັດ ເພື່ອກຳນົດທິດທາງ ແລະ ດັດປັບເສດຖະກິດ, ຊຸກຍູ້ການຜະລິດ ທຸລະກິດ ແລະ ປົກປ້ອງສະພາບແວດລ້ອມ; ປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ ໃນແຕ່ລະບາດກ້າວ, ແຕ່ລະນະໂຍບາຍການພັດທະນາ. ເສີມຂະຫຍາຍບົດບາດເປັນເຈົ້າຂອງປະຊາຊົນໃນການພັດທະນາເສດຖະກິດ-ສັງຄົມ... ສະຫາຍເລຂາທິການໃຫຍ່ຊີ້ແຈງວ່າ: “ຄຸນລັກສະນະພື້ນຖານ, ລັກສະນະສະເພາະທີ່ສຳຄັນຂອງທິດທາງສັງຄົມນິຍົມ ໃນເສດຖະກິດຕະຫຼາດຢູ່ຫວຽດນາມ ແມ່ນຕ້ອງເຊື່ອມຕິດເສດຖະກິດກັບສັງຄົມ, ລວມນະໂຍບາຍເສດຖະກິດເຂົ້າເປັນເອກະພາບກັບນະໂຍບາຍສັງຄົມ, ການເຕີບໂຕທາງເສດຖະກິດໄປຄຽງຄູ່ກັບການປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ ໃນແຕ່ລະບາດກ້າວ, ແຕ່ລະນະໂຍບາຍ ແລະ ໃນຕະຫຼອດຂະບວນການພັດທະນາ. ສິ່ງດັ່ງກ່າວໝາຍຄວາມວ່າ: ບໍ່ລໍຖ້າຈົນກ່ວາເສດຖະກິດບັນລຸລະດັບສູງຂອງການພັດທະນາກ່ອນທີ່ຈະສ້າງຄວາມກ້າວໜ້າ ແລະ ຄວາມຍຸຕິທໍາທາງສັງຄົມ, ຄວາມກ້າວໜ້າ, “ການເສຍສະລະ” ໜ້ອຍລົງ ແລະ ຄວາມຍຸຕິທໍາທາງສັງຄົມເພື່ອດໍາເນີນການການຂະຫຍາຍຕົວທາງດ້ານເສດຖະກິດຢ່າງດຽວ. ຍິ່ງກວ່ານັ້ນ, ບໍ່ “ເສຍສະຫຼະ” ຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ ເພື່ອມຸ່ງສູ່ການເຕີບໂຕທາງເສດຖະກິດພຽງຢ່າງດຽວ. ກົງກັນຂ້າມ, ແຕ່ລະນະໂຍບາຍເສດຖະກິດລ້ວນແຕ່ມຸ່ງສູ້ເປົ້າໝາຍການພັດທະນາສັງຄົມ; ແຕ່ລະນະໂຍບາຍສັງຄົມຕ້ອງແນໃສ່ສ້າງກຳລັງຂັບເຄື່ອນຊຸກຍູ້ການພັດທະນາເສດຖະກິດ; ການສົ່ງເສີມການສ້າງຮັ່ງຄູນມີທີ່ຖືກກົດໝາຍ ຕ້ອງໄປຄຽງຄູ່ກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ປະເທດ, ຜູ້ທີ່ຕົກທຸກໄດ້ຍາກ. ນີ້ແມ່ນຄວາມຮຽກຮ້ອງຕ້ອງການທີ່ເປັນຫຼັກການ ເພື່ອຮັບປະກັນການພັດທະນາທີ່ສົດໃສແລະຍືນຍົງ, ຕາມທິດທາງສັງຄົມນິຍົມ”(13).
ຜ່ານໄລຍະຫຼາຍກວ່າ 35 ປີແຫ່ງການປ່ຽນແປງໃໝ່ປະເທດຢ່າງຮອບດ້ານ, “ໃນນັ້ນມີການພັດທະນາລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໄດ້ເຮັດໃຫ້ປະເທດມີການປ່ຽນແປງຢ່າງໃຫຍ່ຫຼວງ ແລະ ດີງານທີ່ສຸດ”(14), “ເສດຖະກິດພັດທະນາ, ກຳລັງການຜະລິດໄດ້ຮັບການເພີ່ມທະວີ; ຄວາມອຶດຫີວທຸກຍາກຫຼຸດລົງຢ່າງໄວແລະຕໍ່ເນື່ອງ; ຊີວິດຂອງປະຊາຊົນໄດ້ຮັບການປົວແປງໃຫ້ດີຂຶ້ນ, ບັນຫາສັງຄົມຫຼາຍຢ່າງໄດ້ຮັບການແກ້ໄຂ; ການເມືອງແລະສັງຄົມມີສະຖຽນລະພາບ, ການປ້ອງກັນປະເທດແລະການປ້ອງກັນຄວາມສະຫງົບໄດ້ຮັບປະກັນ; ການຕ່າງປະເທດແລະການເຊື່ອມໂຍງກັບສາກົນມີການຂະຫຍາຍຕົວຫຼາຍຂຶ້ນເລື້ອຍໆ; ທ່າແລະກຳລັງແຮງຂອງປະເທດໄດ້ຮັບການເພີ່ມທະວີ; ຄວາມເຊື່ອໝັ້ນຂອງປະຊາຊົນໃນການນຳພາຂອງພັກ ໄດ້ຮັບການປັບປຸງຍົກສູງ”(15). ສິ່ງເຫຼົ່ານີ້ແມ່ນບັນດາຜົນງານທີ່ບໍ່ອາດປະຕິເສດໄດ້, ເຖິງວ່າໃນຄວາມເປັນຈິງ, ລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຂອງຫວຽດນາມ ຍັງມີຂໍ້ຈຳກັດຫຼາຍຢ່າງ ແລະ ຈຳເປັນຕ້ອງປັບປຸງຕໍ່ໄປ...
ການພັດທະນາລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມບໍ່ພຽງແຕ່ແມ່ນບັນຫາທີ່ຂາດບໍ່ໄດ້ ຂອງຂະບວນການປ່ຽນແປງໃໝ່ເທົ່ານັ້ນ, ແຕ່ຍັງແມ່ນຄວາມຖືກຕ້ອງຕາມຫຼັກການ ແລະ ທັດສະນະຂອງພັກ, ພ້ອມກັນນັ້ນ ແມ່ນຄວາມຮຽກຮ້ອງຕ້ອງການຂອງປະເທດທີ່ມີຈຸດເລີ່ມຕົ້ນຕ່ຳໄປສູ່ສັງຄົມນິຍົມຄືຫວຽດນາມ; ບໍ່ພຽງແຕ່ແມ່ນພື້ນຖານເພື່ອຮັບປະກັນເອກະລາດ ແລະ ຄວາມເປັນເຈົ້າຕົນເອງໃນດ້ານເສດຖະກິດ ການເມືອງ ສັງຄົມ, ການປ້ອງກັນປະເທດ ແລະ ຄວາມໝັ້ນຄົງເທົ່ານັ້ນ, ແຕ່ຍັງເປັນເງື່ອນໄຂພື້ນຖານ ແລະ ສະພາບແວດລ້ອມແບບເປີດທີ່ດີທີ່ສຸດ ສຳລັບການພັດທະນາທີ່ຂະຫຍັນຂັນເຄື່ອນ ແຂງແຮງ ແລະ ຍືນຍົງຂອງເສດຖະກິດ ຕິດພັນກັບຄວາມຍຸຕິທຳທາງສັງຄົມ ແລະ ເພື່ອເປົ້າໝາຍຄວາມກ້າວໜ້າທາງສັງຄົມ, ພິຈາລະນາທັງສອງດ້ານການເຊື່ອມຕໍ່ພາຍໃນ ແລະ ການເຊື່ອມໂຍງສາກົນຢ່າງເປັນເຈົ້າການແລະມີປະສິດທິຜົນ. ມັນຍັງເປັນການສະແດງໃຫ້ເຫັນເຖິງ ຄວາມດີເລີດຢ່າງແທ້ຈິງຂອງລະບົບສັງຄົມຂອງພວກເຮົາ ເມື່ອຖືວ່າເສດຖະກິດຕະຫຼາດເປັນພຽງແຕ່ວິທີການ ແລະ ເຄື່ອງມື ທີ່ມີປະສິດທິພາບ ໃນການກໍ່ສ້າງສັງຄົມນິຍົມ ເພື່ອຮັບໃຊ້ປະຊາຊົນ ເມື່ອທຽບກັບລະບອບສັງຄົມອື່ນໆທີ່ມີການພັດທະນາເສດຖະກິດຕະຫຼາດ...
ທີສອງ, ເສີມຂະຫຍາຍກຳລັງແຮງສັງລວມ ຂອງທັງພະລັງພາຍໃນແລະພະລັງພາຍນອກ ໃນການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດແລະເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງກັບສາກົນ.
ການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ ເປັນເຈົ້າຕົນເອງບໍ່ແມ່ນການກໍ່ສ້າງລະບົບເສດຖະກິດແບບປິດ, ແຕ່ແມ່ນເສດຖະກິດເປີດ, ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນ, ເສີມຂະຫຍາຍກຳລັງແຮງສັງລວມ, ໃນທິດທາງດຽວກັນຂອງພະລັງພາຍໃນ ແລະ ພະລັງພາຍນອກ... ໃນບົດນິພົນຂອງຕົນ, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງຢືນຢັນວ່າ: “ເສີມຂະຫຍາຍກຳລັງແຮງສັງລວມຂອງປະເທດຢ່າງມີປະສິດທິຜົນ ສົມທົບກັບກຳລັງແຮງຂອງຍຸກສະໄໝ. ຂຸດຄົ້ນແລະນຳໃຊ້ຊັບພະຍາກອນທັງໝົດຢ່າງມີປະສິດທິຜົນ ເພື່ອຕອບສະໜອງຄວາມຕ້ອງການຂອງການສ້າງສາ ພັດທະນາປະເທດ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່”(16); “ເຈດຈຳນົງອີງໃສ່ຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ພະລັງພາຍໃນ ເປັນປັດໄຈຊີ້ຂາດ ພື້ນຖານ ແລະ ຍາວນານ; ການສະໜັບສະໜູນ, ການຊ່ວຍເຫຼືອ ແລະ ພະລັງພາຍນອກແມ່ນມີຄວາມສຳຄັນທີ່ສຸດ”(17); “ການລະດົມ ແລະ ສົມທົບບັນດາພະລັງພາຍນອກ ກັບຊັບພະຍາກອນພາຍໃນປະເທດຢ່າງມີປະສິດທິຜົນ ເພື່ອຮັບໃຊ້ພາລະກິດການສ້າງສາ ພັດທະນາປະເທດ ແລະ ປົກປັກຮັກສາປະເທດຊາດ”(18). ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ເນັ້ນວ່າ: “ບຸລິມະສິດການຊອກຫາຕະຫຼາດ ແລະ ເປີດກວ້າງຕະຫຼາດສຳລັບສິນຄ້າ, ບໍລິການ ແລະ ແຮງງານຫວຽດນາມ, ດຶງດູດແຫຼ່ງທຶນ ເຕັກໂນໂລຊີ ແລະ ບົດຮຽນປະສົບການການຄຸ້ມຄອງ, ໂດຍສະເພາະ ການລົງທຶນໂດຍກົງຈາກຕ່າງປະເທດສຸມໃສ່ບັນດາຂົງເຂດບຸລິມະສິດຂອງປະເທດ. ຕັ້ງໜ້າສົມທົບກັບບັນດາປະເທດຊຸກຍູ້ການເຈລະຈາ ລົງນາມ ໃຫ້ສັດຕະຍາບັນ ແລະ ປະຕິບັດບັນດາສັນຍາການຄ້າເສລີຫຼາຍຝ່າຍ; ຄົ້ນຄວ້າຄວາມສາມາດເຂົ້າຮ່ວມບັນດາຂໍ້ຄິດລິເລີ່ມຫຼາຍຝ່າຍໃນພາກພື້ນກ່ຽວກັບການເຊື່ອມຕໍ່ເສດຖະກິດ ແລະ ການພັດທະນາໂຄງສ້າງພື້ນຖານ; ດຳເນີນການເຈລະຈາສັນຍາການຄ້າເສລີສອງຝ່າຍລຸ້ນໃໝ່ກັບບັນດາປະເທດ, ໂດຍສະເພາະກັບຄູ່ຮ່ວມມືການຄ້າໃຫຍ່”(19).
ເພື່ອປະຕິບັດເປົ້າໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ວາງອອກໃຫ້ສຳເລັດຜົນ, ຈຳເປັນຕ້ອງຍູ້ແຮງການຫັນປະເທດເປັນອຸດສາຫະກຳ ແລະ ທັນສະໄໝ, ພັດທະນາລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ໃນສະພາບການໂລກາພິວັດ ແລະ ພາກພື້ນພິວັດທາງດ້ານເສດຖະກິດ ພວມເກີດຂຶ້ນຢ່າງແຂງແຮງນັ້ນ, ຕ້ອງມີແຫຼ່ງທຶນ, ເຕັກໂນໂລຢີ, ພະນັກງານວິທະຍາສາດ ແລະ ກຳມະກອນທີ່ມີຄວາມຊຳນານ, ຍົກສູງຄວາມສາມາດແຂ່ງຂັນ ຂອງພື້ນຖານເສດຖະກິດ, ເຊື່ອມໂຍງກັບຕະຫຼາດໂລກ ແລະຕະຫຼາດພາກພື້ນ,... ບັນຫາເຫຼົ່ານີ້ບໍ່ສາມາດແກ້ໄຂໄດ້ ຖ້າປະເທດເຮົາພຽງແຕ່ອາໄສຊັບພະຍາກອນພາຍໃນເທົ່ານັ້ນ ແລະ ຍິ່ງເປັນໄປບໍ່ໄດ້ ຖ້າພວກເຮົາພຽງແຕ່ອາໄສກຳລັງພາຍນອກເທົ່ານັ້ນ, ພວກເຮົາຕ້ອງສະຫຼາດຄ່ອງແຄ້ວໃນການໃຊ້ກຳລັງແຮງສັງລວມຂອງທັງພາຍໃນ ແລະ ພາຍນອກ. ພະລັງພາຍໃນມີບົດບາດຕັດສິນຊີ້ຂາດ, ແມ່ນແຫຼ່ງກຳລັງຊຸກຍູ້ການພັດທະນາເສດຖະກິດໂດຍກົງ, ນຳພາປະເທດໃຫ້ຈະເລີນກ້າວໜ້າ. ພະລັງພາຍນອກມີບົດບາດສໍາຄັນ. ເສດຖະກິດໂລກໃນປັດຈຸບັນມີທ່າອ່ຽງທີ່ຈະກາຍເປັນລະບົບເສດຖະກິດຕະຫຼາດໂລກທີ່ເປັນເອກະພາບ, ເສດຖະກິດຂອງແຕ່ລະປະເທດເປັນສ່ວນໜຶ່ງຂອງໂລກ, ໃນເງື່ອນໄຂດັງກ່າວ, ຢາກໃຫ້ເສດຖະກິດຂອງປະເທດເຮົາພັດທະນາໄດ້ດີ ຕ້ອງຕິດພັນກັບເສດຖະກິດຕະຫຼາດຂອງໂລກ ແລະ ພາກພື້ນ. ຄໍາຖາມແມ່ນ, ຈະແກ້ໄຂການພົວພັນລະຫວ່າງການເສີມຂະຫຍາຍຊັບພະຍາກອນພາຍໃນ ແລະ ການຂະຫຍາຍການເຊື່ອມໂຍງສາກົນ ເພື່ອໃຊ້ປະໂຫຍດຈາກຊັບພະຍາກອນພາຍນອກ?
ປະຊາຊົນຫວຽດນາມ, ພາຍໃຕ້ການນຳພາຂອງພັກກອມມູນິດທີ່ກໍ່ຕັ້ງໂດຍປະທານ ໂຮ່ຈີມິນທີ່ຮັກແພງ, ໄດ້ເລືອກເອົາເສັ້ນທາງທີ່ຖືກຕ້ອງໄປສູ່ສັງຄົມນິຍົມ. ພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ ກຳແໜ້ນແລະຊາບຊຶມຢ່າງເລິກເຊິ່ງ ທິດນຳທີ່ວ່າ: ຮັກສາຄວາມເປັນເອກະລາດແລະເປັນເຈົ້າຕົນເອງ ໄປຄຽງຄູ່ກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເປັນເຈົ້າການແລະຕັ້ງໜ້າ; ການລະດົມແຫຼ່ງຊັບພະຍາກອນພາຍໃນປະເທດຢ່າງສູງເປັນສຳຄັນຕົ້ນຕໍ ໄປຄຽງຄູ່ກັບການນຳໃຊ້ຊັບພະຍາກອນພາຍນອກໃຫ້ໄດ້ຫຼາຍທີ່ສຸດ; ກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ ເປັນເຈົ້າຕົນເອງ, ເປີດປະຕູແລະເຊື່ອມໂຍງກັບພາກພື້ນແລະໂລກ, ມຸ່ງສູ່ການສົ່ງອອກຢ່າງແຂງແຮງ, ພ້ອມກັນນັ້ນ ກໍເອົາໃຈໃສ່ເຖິງສິນຄ້າພາຍໃນທີ່ສາມາດຜະລິດ ແລະ ຜະລິດໄດ້ຢ່າງມີປະສິດທິຜົນ, ຕອບສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ຄວາມຕ້ອງການຂອງປະຊາຊົນ. ພະລັງພາຍໃນຍິ່ງແຂງແຮງເທົ່າໃດ ກໍຍິ່ງສາມາດໃຊ້ພະລັງພາຍນອກໄດ້ຫຼາຍ ແລະ ມີປະສິດທິຜົນຫຼາຍທໍ່ນັ້ນ; ບົນພື້ນຖານນັ້ນ, ສາມາດຮັກສາເອກະລາດແລະຄວາມເປັນເຈົ້າຕົນເອງຂອງປະເທດໄດ້. ເພາະສະນັ້ນ, ສາມາດຢືນຢັນວ່າ: ການເສີມຂະຫຍາຍພະລັງພາຍໃນໃນການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ ເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງກັບສາກົນຢ່າງເປັນເຈົ້າການແລະຕັ້ງໜ້ານັ້ນ ກາຍເປັນຄວາມຮຽກຮ້ອງຕ້ອງການພື້ນຖານ ຂອງກິດຈະກຳປ່ຽນແປງໃໝ່ປະເທດຢ່າງຮອບດ້ານ. ດັ່ງນັ້ນ, ເພື່ອສືບຕໍ່ຊຸກຍູ້ການປ່ຽນແປງໃໝ່ນັ້ນ, ບັນຫາສຳຄັນແມ່ນ ການປຸກລະດົມ ແລະ ເສີມຂະຫຍາຍແຫຼ່ງກຳລັງພາຍໃນໃຫ້ເກີດປະໂຫຍດສູງສຸດ, ໃຊ້ປະໂຫຍດຈາກຂໍ້ໄດ້ປຽບທາງປຽບທຽບທັງໝົດ ຂອງປະເທດ ເພື່ອຜະລິດສິນຄ້າສົ່ງອອກ, ສະສົມເງິນຕາຕ່າງປະເທດ, ນຳເຂົ້າສິນຄ້າແລະປັດໄຈການຜະລິດ ທີ່ບໍ່ມີເງື່ອນໄຂການຜະລິດໃນປະເທດ ຫຼືການຜະລິດບໍ່ມີປະສິດທິພາບ. ຜ່ານການເຄື່ອນໄຫວເສດຖະກິດການຕ່າງປະເທດ ເພື່ອຜະລິດສິນຄ້າໃນປະເທດທີ່ມີຄວາມໄດ້ປຽບທາງປຽບທຽບ ເພື່ອແລກກັບວັດສະດຸແລະປັດໄຈການຜະລິດທີ່ຮັບໃຊ້ໃຫ້ແກ່ການຜະລິດຊ້ຳເປີດກວ້າງຢູ່ໃນປະເທດ. ຍິ່ງກວ່ານັ້ນ, ພະລັງພາຍໃນຍັງເປັນແຫຼ່ງສົມທົບເພື່ອຮັບແລະນຳໃຊ້ກຳລັງພາຍນອກຢ່າງມີປະສິດທິຜົນ ແລະ ປ່ຽນພະລັງພາຍນອກເປັນພະລັງພາຍໃນ. ການຍົກສູງປະສິດທິຜົນການເຊື່ອມໂຍງສາກົນ ກາຍເປັນປັດໄຈສຳຄັນ ເພື່ອຊຸກຍູ້ການຫັນປະເທດເປັນອຸດສາຫະກຳ ແລະ ທັນສະໄໝ, ຍົກສູງປະສິດທິຜົນ ແລະ ຄວາມສາມາດໃນການແຂ່ງຂັນຂອງເສດຖະກິດ...
ໃນນິພົນຂອງຕົນ, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ສະຫຼຸບວ່າ: “ພັກນຳພາແລະກຳອຳນາດ, ໃນເມື່ອກຳນົດທິດທາງການເມືອງ ແລະ ນະໂຍບາຍ, ບໍ່ພຽງແຕ່ເລີ່ມຈາກຄວາມເປັນຈິງຂອງປະເທດແລະຊາດຕົນເທົ່ານັ້ນ, ແຕ່ຍັງຄົ້ນຄວ້າ ແລະ ຮຽນຮູ້ປະສົບການຈາກສະພາບຕົວຈິງຂອງໂລກ ແລະ ຍຸກສະໄໝ. ໃນໂລກທີ່ມີການໂລກາພິວັດໃນປະຈຸບັນ, ການພັດທະນາຂອງແຕ່ລະຊາດ ປະເທດຊາດ ບໍ່ອາດຈະໂດດດ່ຽວ ຢືນຢູ່ນອກການກະທົບຂອງໂລກ ແລະ ຍຸກສະໄໝ, ຂອງກາລະເວລາແລະສະຖານະການຂອງມັນ. ເພາະສະນັ້ນ, ພວກເຮົາຕ້ອງເປັນເຈົ້າການແລະຕັ້ງໜ້າໃນການເຊື່ອມໂຍງເຂົ້າກັບສາກົນ, ປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ ການຮ່ວມມື ແລະ ການພັດທະນາ, ເປີດຄວາມຫຼາກຫຼາຍ ແລະ ຫຼາຍຝ່າຍໃນການພົວພັນສາກົນ ບົນພື້ນຖານເຄົາລົບເອກະລາດ ອຳນາດອະທິປະໄຕ ຜືນແຜ່ນດິນອັນຄົຍຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນແລະກັນ, ສະເໝີພາບ ແລະ ມີຜົນປະໂຫຍດຮ່ວມກັນ”(20)./.
-------------------
(1), (2), (3) ເອກະສານກອງປະຊຸມໃຫຍ່ຂອງພັກໃນສະໄໝແຫ່ງການປ່ຽນແປງໃໝ່, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2019, ພາກ 1, ໜ້າ 410, 336, 808.
(4), (5), (6), (7), (8) ເອກະສານກອງປະຊຸມໃຫຍ່ຂອງພັກໃນສະໄໝແຫ່ງການປ່ຽນແປງໃໝ່, ປຶ້ມທີ່ໄດ້ແນະນຳ, ພາກ 1, ໜ້າ 935, 914, 187, 434-435, 691.
(9) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 135-136.
(10), (11) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ໜ້າ 191, 25.
(12) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 26.
(13), (14), (15) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 26-27, 30, 33.
(16), (17), (18), (19) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 49, 191, 191, 196.
(20) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 37.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1004 (ເດືອນທັນວາ 2022)