ການ​ຄ້າ​​ຕ່າງປະ​ເທດ​ຂອງ​ຫວຽດນາມ: ຖານະທີ່ຕັ້ງໃໝ່
ຫຼັງຈາກການດຳເນີນຂະບວນການປ່ຽນແປງໃໝ່ເກືອບ 40 ປີ

ໂດຍ ຫງວຽນ ຮົ່ງ ຢຽນ
ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າ
10:46, 06-07-2025

ວກ. - ພາຍຫຼັງການດຳເນີນຂະບວນການປ່ຽນແປງໃໝ່ເກືອບ 40 ປີ, ຂະ​ແໜງ​ການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ທີ່​ໂດດ​ເດັ່ນ. ຢ່າງໃດກໍຕາມ, ໃນສະພາບການເຊື່ອມໂຍງເຂົ້າກັບສາກົນນັບມື້ນັບກວ້າງຂວາງເລິກເຊິ່ງ, ເພື່ອພັດທະນາການຄ້າຕ່າງປະເທດຂອງຫວຽດນາມຢ່າງມີປະສິດທິຜົນແລະຍືນຍົງ ໃນໄລຍະຕໍ່ໄປ ຈຳເປັນຕ້ອງປະ​ຕິ​ບັດ​ການ​ແກ້​ໄຂ​ຫຼາຍວິທີຢ່າງພ້ອມໆກັນ​.

ສະຖານະ​ການ​ການ​ຄ້າ​ຕ່າງປະ​ເທດ​ຂອງ​ຫວຽດນາມ​ໃນ​ປະຈຸ​ບັນ
ພາຍຫຼັງການດຳເນີນຂະບວນການປ່ຽນແປງໃໝ່ເກືອບ
40 ປີ

ພາບລວມຂອງຜົນໄດ້ຮັບທີ່ໂດດເດັ່ນ

ທີໜຶ່ງ, ໃນຕະຫຼອດເວລາເກືອບ 40 ປີແຫ່ງການດຳເນີນຂະບວນການປ່ຽນແປງໃໝ່, ໂດຍສະເພາະ ນັບແຕ່ຫວຽດນາມເຂົ້າຮ່ວມອົງການການຄ້າໂລກ (WTO) ຢ່າງເປັນທາງການໃນປີ 2007, ການເປີດເສດຖະກິດ ແລະ ການເພີ່ມກິດຈະກຳການຄ້າຕ່າງປະເທດກາຍເປັນແຮງຂັບເຄື່ອນທີ່ສຳຄັນ ໃນການຊຸກຍູ້ການເຕີບໂຕທາງເສດຖະກິດ-ສັງຄົມ ແລະ ປັບປຸງຍົກສູງຄຸນນະພາບຊີວິດຂອງປະຊາຊົນ. ກິດຈະກຳການຄ້າຕ່າງປະເທດໄດ້ພັດທະນາຢ່າງແຂງແຮງ ແລະ ບັນລຸໄດ້ບັນດາໝາກຜົນທີ່ໂດດເດັ່ນ ໃນຂະບວນການເຊື່ອມໂຍງເສດ​ຖະ​ກິດ​ສາ​ກົນທີ່​ນັບ​ມື້​ນັບ​ເລິກ​ເຊິ່ງ. ຫວຽດນາມມີການເຕີບໂຕທາງການຄ້າທີ່​ໜ້າ​ປະ​ທັບ​ໃຈ, ຈາກ​ອັນ​ດັບທີ່ 39 ​ໃນ​ປີ 2009 ຂຶ້ນ​ເປັນ​ອັນ​ດັບທີ່ 11 ​ໃນ 15 ​ປະ​ເທດຜູ້​ສົ່ງ​ອອກ​ໃຫຍ່ທີ່ສຸດຂອງ​ໂລກ​ໃນ​ປີ 2023. ຫວຽດນາມຖືກຖື​ວ່າ​ເປັນ​ປັດ​ໄຈ​ທີ່ສ້າງຄວາມ​​ປະຫຼາດໃຈໃຫ້ກັບການ​ຄ້າ​ໂລກ(1). ໂດຍສະເພາະ, ຫວຽດນາມໄດ້ກາຍເປັນໜຶ່ງໃນປະເທດເສດຖະກິດເປີດກວ້າງທີ່ສຸດໃນໂລກ. ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (GDP) ຂອງຫວຽດນາມໃນປີ 1986 ຢູ່ທີ່ປະມານ 8 ຕື້ໂດລາສະຫະລັດເທົ່ານັ້ນ ແລະ ຢູ່ໃນອັນດັບທີ 9 ຈາກ 10 ປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້; ຮອດປີ 2024 ໄດ້ເພີ່ມຂຶ້ນເປັນ 476,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນປະມານ 58 ເທົ່າ, ​ໃນ​ນັ້ນ GDP ຕໍ່​ຫົວ​ຄົນ​ບັນລຸ​ປະມານ 4.700 ໂດລາສະຫະລັດ, ​ເພີ່ມ​ຂຶ້ນ 64 ​ເທົ່າ​ເມື່ອ​ທຽບ​ກັບ​ໄລຍະ​ຕົ້ນ​ຂອງ​ການ​ປ່ຽນ​ແປງໃໝ່.

ທ່ານ ຟ້າມ ມິງ ຈິ໊ງ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຢ້ຽມຊົມສາຍການຜະລິດລົດຍົນຂອງກຸ່ມບໍລິສັດ THACO _ພາບ: TTXVN

ການ​ພັດທະນາ​ການ​ຄ້າ​ຕ່າງປະ​ເທດ​ບໍ່​ພຽງ​ແຕ່​ສ້າງ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ເທົ່າ​ນັ້ນ ແຕ່​ຍັງ​ຊ່ວຍ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢ່າງ​ຫຼວງ​ຫຼາຍ. ຈາກ​ປະ​ເທດ​ທີ່​ຂາດ​ແຄນ​ສະບຽງ​ອາຫານ, ຫວຽດນາມ​ໄດ້​ກາຍ​ເປັນ​ປະ​ເທດ​ສົ່ງ​ອອກຜະລິດຕະພັນ​ກະສິກຳ​ອັນ​ດັບ​ໜຶ່ງ​ຂອງ​ໂລກ, ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ການຊຸກຍູ້​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ອຸດສາຫະກຳ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ນັບ​ລ້ານ​ຕຳແໜ່ງ, ຊ່ວຍ​ເພີ່ມ​ລາຍ​ຮັບ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ຂອງ​ຜູ້ອອກແຮງ​ງານ. ນອກຈາກນັ້ນ, ດັດຊະນີການພັດທະນາສັງຄົມຍັງໄດ້ຮັບການປັບປຸງຢ່າງຫຼວງຫຼາຍ. ອັດຕາຄອບຄົວທຸກຍາກໄດ້ຫຼຸດລົງຢ່າງແຮງຈາກ 58% ໃນປີ 1993 ລົງເປັນ 1,9% ໃນປີ 2024. ດ້ານໂຄງສ້າງພື້ນຖານ ແລະ ການບໍລິການສາທາລະນະໄດ້ຮັບການຍົກລະດັບ ໂດຍຕາແສງຊົນນະບົດສ່ວນໃຫຍ່ມີໄຟຟ້າ, ໂຮງຮຽນ ແລະ ສະຖານີອະນາໄມ.

ບໍ່ພຽງແຕ່ເທົ່ານັ້ນ, ການ​ຄ້າ​ຕ່າງປະ​ເທດ​ຍັງໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ. ການເຂົ້າເຖິງຕະຫຼາດສາກົນທີ່ມີມາດຕະຖານດ້ານສິ່ງແວດລ້ອມແລະສັງຄົມສູງ ໄດ້ຊຸກຍູ້ໃຫ້ຍົກສູງຄຸນນະພາບຜະລິດຕະພັນ, ປັບປຸງເງື່ອນໄຂການເຮັດວຽກ ແລະ ຮັບປະກັນມາດຕະຖານຄວາມປອດໄພ. ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ເສດຖະກິດ​ເທົ່າ​ນັ້ນ ແຕ່​ຍັງ​ຊ່ວຍ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ແລະ ການ​ເຮັດ​ວຽກ​ຂອງ​ຜູ້​ອອກ​ແຮງ​ງານ, ຊຸກຍູ້​ການ​ພັດທະນາ​ຢ່າງ​ສະ​ເໝີ​ພາບ ​ແລະ ຍືນ​ຍົງ.

ທີສອງ, ການ​ຄ້າ​ຕ່າງປະ​ເທດ​ປະກອບສ່ວນຊ່ວຍໃຫ້ຫວຽດນາມມີ​ສຽງ​ແລະຖານະທີ່​ຕັ້ງທີ່ສູງຂຶ້ນ ​ໃນ​ການ​ພົວພັນ​ເສດຖະກິດ​ສາກົນ ອັນສົ່ງຜົນຕໍ່ການ​ຍົກ​ສູງຖານະ​ທີ່​ຕັ້ງ​ຂອງ​ຫວຽດນາມໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ກ່ອນ​ໜ້າ​ນີ້, ກິດຈະກຳ​ການ​ຄ້າ​ຕ່າງປະ​ເທດສ່ວນໃຫຍ່ເກີດຂຶ້ນ​ໃນ​ຮູບ​ແບບ​ການ​ແລກປ່ຽນ​ສິນຄ້າ ​ຜ່ານ​ພິທີສານ​ກັບ​ປະ​ເທດ​ທີ່ເປັນສະມາຊິກ​ສະພາ​ການ​ຊ່ວຍ​ເຫຼືອ​ດ້ານ​ເສດຖະກິດ​ຮ່ວມກັນ, ຕົ້ນຕໍແມ່ນກັບສະຫະພາບໂຊວຽດ ແລະ ຖືກ​ຄວບ​ຄຸມ​ໂດຍ​ລັດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍ້ອນ​ການ​ຫັນ​ເປັນ​​ເສດຖະກິດ​ຕະຫຼາດ, ຫວຽດນາມ​ໄດ້​ຂະຫຍາຍ​ການ​ຄ້າ​ກັບ​ບັນດາ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນຕ່າງໆ ​ໃນ​ໂລກ​ເທື່ອ​ລະ​ກ້າວ.

ປະຈຸ​ບັນ, ຫວຽດນາມ ​ໄດ້​ສ້າງ​​ການ​ພົວພັນ​ທາງ​ການ​ທູດ​ກັບ 194 ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ, ​ໃນ​ນັ້ນ​ມີ 19 ປະເທດເປັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ (9 ປະເທດເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ). ສິ່ງ​ດັ່ງກ່າວ​ ບໍ່​ພຽງ​ແຕ່​ຢືນຢັນຖານະ​ທີ່​ຕັ້ງ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ​ເທົ່າ​ນັ້ນ ແຕ່​ຍັງ​ສ້າງ​ເຄືອ​ຂ່າຍ​ຄູ່​ຮ່ວມ​ມື​ທີ່ກວ້າງຂວາງ, ຊ່ວຍ​ໃຫ້ຫວຽດນາມມີ​ກາລະ​ໂອກາດ​ຫຼາຍຂຶ້ນ ໃນການເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ເສດຖະກິດ​ທົ່ວ​ໂລກ. ຫວຽດນາມຍັງ​ໄດ້​ສ້າງ​ການ​ພົວພັນ​ດ້ານ​ເສດຖະກິດແລະ​ການ​ຄ້າ​ ກັບຄູ່ຮ່ວມມື 230 ຄູ່​ຮ່ວມ​ແລະ ຮ່ວມ​ມື​ກັບ​ອົງການ​ຈັດ​ຕັ້ງ​ສາກົນຮ້ອຍກວ່າແຫ່ງ ເຊິ່ງເປີດ​ໂອກາດໃໝ່ໆໃນການພັດທະນາ​.

ພ້ອມ​ກັນ​ນັ້ນ, ຫວຽດນາມ​ໄດ້​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ (FTA) ສອງຝ່າຍ ​ແລະ ສັນຍາ​ສົ່ງເສີມ​ແລະຄຸ້ມຄອງການລົງທຶນຫຼາຍສະບັບ ​ກັບ​ປະເທດ​ເສດຖະກິດ​ໃຫຍ່​ໃນ​ໂລກ, ກວມ​ເອົາ​ທຸກ​ທະວີບ. ມາ​ຮອດ​ປະຈຸ​ບັນ, ຫວຽດນາມເປັນ​ສະມາຊິກ​ທີ່​ຕັ້ງໜ້າ​ຂອງ​ເກືອບ 70 ອົງການ​ຈັດ​ຕັ້ງ​ພາກ​ພື້ນ​ແລະສາກົນ; ໄດ້ແລະກຳລັງເຂົ້າຮ່ວມສັນຍາການຄ້າເສລີຈຳນວນ 20 ສະບັບ, ລວມທັງສັນຍາການຄ້າເສລີທີ່ໄດ້ລົງນາມແລ້ວ 18 ສະບັບ (ໂດຍ 17 ສະບັບມີຜົນບັງຄັບໃຊ້ແລ້ວ) ກັບຄູ່ຮ່ວມສັນຍາການຄ້າເສລີຫຼາຍກວ່າ 60 ປະເທດໃນທຸກທະວີບ, ໂດຍມີ GDP ກວມເອົາເກືອບ 90% ຂອງ GDP ທົ່ວໂລກ. ປະຈຸ​ບັນ, ຫວຽດນາມພວມ​ເຈລະຈາສັນຍາການຄ້າເສລີຕື່ມ​ອີກ 2 ສະບັບ. ການ​ເຊື່ອມ​ໂຍງສາກົນ​ທີ່​ເລິກ​ເຊິ່ງນີ້ ​ໄດ້​ຊ່ວຍ​ຍົກ​ສູງຖານະ​ທີ່​ຕັ້ງ​ຂອງ​ຫວຽດນາມ, ​ເຮັດ​ໃຫ້​ຫວຽດນາມ​ກາຍ​ເປັນ “ຈຸດ​ເຊື່ອມ​ໂຍງ” ທີ່​ສຳຄັນ​ ໃນ​ເຄືອ​ຂ່າຍ​ການຮ່ວມ​ມື​ຂອງ​ບັນດາ​ປະ​ເທດ​ໃນທົ່ວ​ໂລກ.

ດ້ວຍຮາກຖານທີ່ໝັ້ນຄົງຈາກຂະບວນການປ່ຽນແປງໃໝ່ ແລະ ການເຊື່ອມໂຍງສາກົນ, ຫວຽດນາມພວມມຸ່ງສູ່ເປົ້າໝາຍທີ່ຈະກາຍເປັນປະເທດທີ່ມີລາຍໄດ້ປານກາງສູງ ພາຍໃນປີ 2030 ແລະ ເປັນປະເທດພັດທະນາແລ້ວທີ່ມີລາຍໄດ້ສູງພາຍໃນປີ 2045. ຂັ້ນຕອນຍຸດທະສາດໃນການຄ້າຕ່າງປະເທດ ແລະ ການເຊື່ອມໂຍງເສດຖະກິດລະຫວ່າງປະເທດ ຍັງຄົງເປັນແຮງຜັກດັນຕົ້ນຕໍ ທີ່ຈະຊ່ວຍໃຫ້ປະເທດພັດທະນາຢ່າງແຂງແຮງ, ປັບປຸງຄຸນນະພາບຊີວິດຂອງປະຊາຊົນ ແລະ ສ້າງສັງຄົມທີ່ຈະເລີນຮຸ່ງເຮືອງ ແລະຍືນຍົງກວ່າອີກ.

ທີ​ສາມ, ບັນດາ​ການ​ເຄື່ອນ​ໄຫວ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ໄດ້​ຮັບ​ການຂະຫຍາຍ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ຮັກສາອັດຕາການ​ເຕີບ​ໂຕທີ່​ສູງ​ໃນ​ຫຼາຍ​ປີ, ສົ່ງຜົນ​ໃຫ້​ການ​ຄ້າ​​ຕ່າງປະ​ເທດ​ຂອງຫວຽດນາມມີການພັດທະນາ​ຢ່າງ​ເລິກ​ເຊິ່ງ.  

ຂະ​ບວນການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ຢ່າງ​ເລິກ​ເຊິ່ງ, ພິ​ເສດ​ແມ່ນ​ການ​ເຂົ້າ​ຮ່ວມສັນຍາການຄ້າເສລີ ເຊິ່ງ​ໄດ້ແລະກຳລັງ​ເປີດ​ກວ້າງ​ຕະຫຼາດ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ສິນຄ້າ​ຂອງ​ຫວຽດນາມ, ເປັນ​ໂອກາດ​ດີໃຫ້​ຫວຽດນາມຊຸກຍູ້​ການ​ເຊື່ອມ​ໂຍງ ​ແລະ ​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ ​ໃນ​ຕ່ອງ​ໂສ້​ມູນ​ຄ່າ, ຕ່ອງໂສ້ການ​ຜະລິດ ​ແລະ ການ​ສະໜອງ​ຂອງ​ໂລກ. ໂດຍສະເພາະ, ຫຼັງຈາກ​ການ​ແຜ່​ລະ​ບາດ​ຂອງ​ພະຍາດໂຄວິດ–19 ໄດ້ສິ້ນສຸດລົງ, ບັນດາສັນຍາການຄ້າລຸ້ນ​ໃໝ່​ເປີດ​​ໂອ​ກາດ​ຫຼາຍ​ຢ່າງ​ໃຫ້​ເສດ​ຖະ​ກິດ​ຫວຽດ​ນາມຟື້ນ​ຕົວໄດ້ຢ່າງວ່ອງໄວຫຼັງໂຄວິດ ຜ່ານ​ການ​ສົ່ງເສີມ​ການ​ສົ່ງ​ອອກ.

ຈາກ​ພື້ນຖານ​ເສດຖະກິດ​ໂດຍ​ທົ່ວ​ໄປທີ່ຈຳກັບຢູ່ໃນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃນ ​ສະພາ​ການ​ຊ່ວຍ​ເຫຼືອ​ດ້ານ​ເສດຖະກິດຮ່ວມກັນ (SEV) ໃນເມື່ອກ່ອນ ຈົນເຖິງເວລາທີ່ອົງການການຄ້າໂລກ (WTO) ​ໄດ້ຍອມຮັບວ່າ ​ຫວຽດນາມ​ເປັນ​ພື້ນຖານ​ເສດຖະກິດ​ທີ່ເປີດ​ກວ້າງສູງ (ເກືອບ 200% GDP); ພ້ອມ​ກັນ​ນັ້ນ, ເປັນ​ເສດຖະກິດ​ທີ່​ມີ​ລະດັບ​ສູງ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າກັນ​ໃນ​ທົ່ວ​ໂລກ​ ເມື່ອ​ກາຍ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ 20 ​ໃນ​ໂລກ. ຮອດ​ປີ 2023, ຕາມ​ຂໍ້​ມູນ​ຂອງ​ສູນ​ການ​ຄ້າ​ສາກົນ (ITC), ຫວຽດນາມ​ໄດ້​ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ໃຫຍ່​ອັນ​ດັບ 15 ​ໃນ​ໂລກ (ກວມ 1,95% ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ໂລກ); ເປັນ​ຜູ້​ນໍາ​ເຂົ້າ​ໃຫຍ່​ອັນ​ດັບ 21 ຂອງ​ໂລກ (ກວມ 1,42% ຂອງ​ຍອດມູນ​ຄ່າ​ການ​ນຳ​ເຂົ້າ​ທັງ​ໝົດ​ຂອງ​ໂລກ). ຍອດມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າເພີ່ມຂຶ້ນຢ່າງຕໍ່ເນື່ອງ ດ້ວຍອັດຕາການເພີ່ມຂຶ້ນສະເລ່ຍ 15,83% ຕໍ່ປີ (ປີ 2024 ບັນລຸເກືອບ 800 ຕື້ໂດລາສະຫະລັດ, ສູງທີ່ສຸດໃນຮອບ 40 ປີຜ່ານມາ, ເພີ່ມຂຶ້ນ 15,4% ເມື່ອທຽບກັບປີກ່ອນ ແລະ ສູງກວ່າແຜນການທີ່ວາງໄວ້ເກືອບ 3 ເທົ່າ), ປະກອບສ່ວນທີ່ສຳຄັນ ແລະ ເປັນໜຶ່ງໃນແຮງຂັບເຄື່ອນຂອງການເຕີບໂຕທາງເສດຖະກິດຂອງປະເທດ. 

ການ​ສົ່ງ​ອອກ​ສິນ​ຄ້າ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ສາມ​ເສົາ​ຄ້ຳ​ຂອງ​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ ​ພ້ອມ​ກັບ​ການ​ລົງ​ທຶນ ​ແລະ ​ການ​ບໍ​ລິ​ໂພກ​ພາຍ​ໃນ​ປະ​ເທດ. ຕາມ​ກົມ​ໃຫຍ່ສະຖິຕິ​, ປີ 1991, ການ​ສົ່ງ​ອອກ​ສິນຄ້າ​ກວມ​ເອົາ​ພຽງ 26,2% ຂອງ GDP, ​ຮອດ​ປີ 2023 ເພີ່ມ​ຂຶ້ນ​ເປັນ 82,6% ຂອງ GDP ​ ​ແລະໃນປີ 2024 ເປັນ 86,2% ຂອງ GDP​. ປະກອບສ່ວນ​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ​ເພີ່ມ​ລາຍ​ຮັບ​ໃຫ້​ຄົນ​ງານ​ນັບ​ລ້ານ​ຄົນ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ລົບ​ລ້າງ​ຄວາມ​ອຶດຫິວ ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ. ປີ 2024, ມູນຄ່າການ​ສົ່ງ​ອອກ​ຂອງ​ຫວຽດນາມ​ບັນລຸ​ກວ່າ 400 ຕື້ໂດລາສະຫະລັດ​ເປັນ​ຄັ້ງ​ທຳ​ອິດ ​ຖື​ເປັນເຫດການທາງປະຫວັດສາດ​ທີ່ສຳຄັນ, ໂດຍສະເພາະ ໃນ​ສະພາບ​ທີ່​ເສດຖະກິດ​ໂລກ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ທີ່ກີດຂວາງ​ການ​ສົ່ງ​ອອກ ​ເຊັ່ນ​ ​ເງິນ​ເຟີ້ຫຼຸດລົງຢ່າງຊັກ​ຊ້າ; ນະ​ໂຍບາຍ​ການເງິນ​ທີ່ເຂັ້ມງວດ​ຈາກ​ປີ​ກ່ອນໆ ​ຈະຍັງຄົງ​ດຳ​ເນີນຕໍ່​ໄປ​ຈົນ​ຮອດ​ທ້າຍ​ໄຕ​ມາດ​ທີ 3 ​ປີ 2024 ກ່ອນຈະ​ຜ່ອນ​ຄາຍລົງ​ບາງ​ສ່ວນ; ຕ່ອງໂສ້ການສະໜອງທົ່ວໂລກ ແລະ ການຂົນສົ່ງທີ່ສໍາຄັນ ມັກມີຄວາມສ່ຽງຕໍ່ການຢຸດຊະງັກ ເນື່ອງຈາກຄວາມຂັດແຍ້ງທາງພູມສາດການເມືອງ ໃນຫຼາຍສ່ວນຂອງໂລກ.

ດຸນການຄ້າສິນຄ້າປັບຕົວດີຂຶ້ນຢ່າງຫຼາຍ ໂດຍປ່ຽນຈາກການຂາດດຸນການຄ້າ ເປັນເກີນດຸນຕັ້ງແຕ່ປີ 2013 ແລະ ຮັກສາລະດັບເກີນດຸນການຄ້າຢ່າງຕໍ່ເນື່ອງ ຕັ້ງແຕ່ປີ 2016 ຈົນຮອດປະຈຸບັນ. ຕາມກົມໃຫຍ່ສະຖິຕິ, ແຕ່ປີ 2016 ຮອດປີ 2024, ດຸນການຄ້າຂອງຫວຽດນາມຢູ່ໃນພາວະເກີດຸນມາໂດຍຕະຫຼອດ ໂດຍດຸນການຄ້າເພີ່ມຂຶ້ນຢ່ງຄ່ອຍເປັນຄ່ອຍໄປໃນໄລຍະຫຼາຍປີທີ່ຜ່ານມາ: ຈາກ 1,77 ຕື້ໂດລາສະຫະລັດ (ປີ 2016) ຂຶ້ນເປັນ 2,1 ຕື້ໂດລາສະຫະລັດ (ປີ 2017), 6,8 ຕື້ໂດລາສະຫະລັດ (ປີ 2018), 10,9 ຕື້ໂດລາສະຫະລັດ (ປີ 2019); ໃນປີ 2020, ເຖິງວ່າຈະຖືກຜົນກະທົບອັນຮ້ານແຮງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍຕາມ ແຕ່ຫວຽດນາມຍັງຄົງເກີນດຸນການຄ້າເກືອບ 20 ຕື້ໂດລາສະຫະລັດ; ຮອດປີ 2024, ດຸນການຄ້າຂອງຫວຽດນາມຍັງຄົງບັນທຶກການເກີນດຸນເປັນປີທີ່ 9 ຕິດຕໍ່ກັນ ໂດຍມີດຸນການຄ້າເກີນດຸນ 24,77 ຕື້ໂດລາສະຫະລັດ, ປະກອບສ່ວນອັນ​ຕັ້ງໜ້າ​ຕໍ່​ດຸນ​ການ​ຊຳລະເງິນ, ສະຖຽນ​ລະ​ພາບຂອງ​ອັດຕາ​ແລກປ່ຽນ ​ແລະ ຕົວ​ຊີ້​ວັດ​ເສດຖະກິດ​ມະຫາ​ພາກ​ອື່ນໆ ​ຂອງ​ພື້ນຖານເສດຖະກິດ. ທີ່ໜ້າສັງເກດຄື, ການສົ່ງອອກຂອງພາກສ່ວນເສດຖະກິດໃນປີ 2024 ມີການຟື້ນຕົວທີ່ດີ ໂດຍມູນຄ່າການສົ່ງອອກຂອງບໍລິສັດໃນປະເທດບັນລຸປະມານ 113,7 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 18,9% ເມື່ອທຽບກັບປີກ່ອນ, ສູງກວ່າອັດຕາການເຕີບໂຕຂອງພາກການລົງທຶນໂດຍກົງຈາກຕ່າງປະເທດ (FDI) ບັນລຸປະມານ 290 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 11,9%. 

ທີ​ສີ່, ການ​ສົ່ງ​ອອກ​ເຕີບໂຕຢ່າງ​ແຂງ​ແຮງໃນລະດັບຂະໜາດ; ຄຸນ​ນະ​ພາບ​ການເຕີບໂຕຂອງການ​ສົ່ງ​ອອກ​ກໍ່ດີຂຶ້ນ​​ຫຼາຍພໍຄວນ​. 

ເມື່ອ​ເບິ່ງ​ຄືນ​ຂະ​ບວນການ​ປະຫວັດສາດ, ພື້ນຖານ​ເສດຖະກິດ​ຫວຽດນາມ ໄດ້​ໃຊ້​ເວລາ​ຫຼາຍ​ປີກວ່າຈະຜ່ານຫຼັກໄຊການສົ່ງອອກ 100 ຕື້ໂດລາສະຫະລັດໃນປີ 2012, ຈາກນັ້ນອີກ 5 ປີຈຶງຜ່ານຫຼັກໄຊ 200 ຕື້ໂດລາສະຫະລັດໃນປີ 2017, ແລະອີກ 4 ປີຈຶງຜ່ານຫຼັກໄຊ 300 ຕື້ໂດລາສະຫະລັດໃນປີ 2021. ແຕ່ພຽງ 3 ປີຕໍ່ມາ (ປີ 2024), ມູນຄ່າການສົ່ງອອກເພີ່ມຂຶ້ນ 100 ຕື້ໂດລາສະຫະລັດ ເຊິ່ງບັນລຸຫຼັກໄຊທາງປະຫວັດສາດທີ່ຫຼາຍກວ່າ 400 ຕື້ໂດລາສະຫະລັດເປັນຄັ້ງທຳອິດ. 

ຄຽງ​ຄູ່​ກັບ​ຂະ​ບວນ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ສາ​ກົນ, ຕະຫຼາດ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ຫວຽດ​ນາມ ກໍໄດ້​ຮັບ​ການເປີດກວ້າງຕາມທິດທາງຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍກ້ຳຫຼາຍຝ່າຍ. ຕະຫຼາດ​ສົ່ງ​ອອກຂະຫຍາຍ​ຕົວຢ່າງ​ວ່ອງ​ໄວ, ​ໂຄງ​ປະກອບ​ຕະຫຼາດ​ມີ​ການປ່ຽນ​ຢ່າງ​ຕັ້ງໜ້າ ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ປີ 1995, ຕະຫຼາດ​ອາ​ຊີ​ກວມ​ອັດ​ຕາ​ສ່ວນ​ສູງ​ທີ່​ສຸດ, ​ເຖິງ 75,3%, ທະວີບອາ​ເມ​ລິ​ກາ​ກວມ​ເອົາ 4,3% ຂອງ​ມູນ​ຄ່າ​ການ​ສົ່ງ​ອອກ​ທັງ​ໝົດ; ຮອດ​ປີ 2023, ອັດ​ຕາ​ສ່ວນ​ຕະ​ຫຼາດ​ອາ​ຊີ​ຫຼຸດ​ລົງ​ເປັນ 48,8%, ຕະ​ຫຼາດ​ທະວີບອາ​ເມ​ລິ​ກາ​ເພີ່ມ​ຂຶ້ນ​ເປັນ 31,8%. ປະຈຸ​ບັນ, ສິນຄ້າ​ສົ່ງ​ອອກ​ຂອງ​ຫວຽດນາມ ພວມ​ມີ​ຢູ່ໃນ​ຕະຫຼາດ​ຂອງ 230 ກວ່າ​ປະ​ເທດ​ແລະດິນແດນ. ຄຸນ​ນະ​ພາບ​ການເຕີບໂຕຂອງການ​ສົ່ງ​ອອກ​ໄດ້​ຮັບ​ການ​ປັບ​ປຸງ​ຫຼາຍພໍຄວນ, ລາ​ຄາ​ສົ່ງ​ອອກ​ໄດ້​ເພີ່ມ​ຂຶ້ນ ແລະເຮົາຄ່ອຍໆ​ເຂົ້າ​ຮ່ວມໃນ​ຕ່ອງ​ໂສ້​ມູນ​ຄ່າ​ທົ່ວ​ໂລກຢ່າງເລິກເຊິ່ງຍິ່ງຂຶ້ນ. ກ່ອນ​ໜ້າ​ນີ້, ຫວຽດນາມໄດ້​ສຸມ​ໃສ່​ການ​ສົ່ງ​ອອກ​ ໂດຍ​ອີງ​ໃສ່​ຂະ​ແໜງ​ການທີ່ໃຊ້​ແຮງ​ງານ​ແລະຊັບພະຍາກອນຈຳນວນຫຼາຍ ໂດຍເສີມຂະຫຍາຍຄວາມ​ໄດ້​ປຽບ​ດ້ານ​ແຮງ​ງານ ​ແລະ ຕົ້ນ​ທຶນ​ການ​ຜະລິດ​ຕ່ຳ ​ເຊັ່ນ ໄມ້, ຖ່ານ​ຫິນ, ແຮ່​ທາດ, ວັດຖຸ​ດິບ. ຂໍ້ມູນສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ມູນ​ຄ່າ​ການ​ສົ່ງ​ອອກ​ໄດ້​ເພີ່ມ​ຂຶ້ນ 10 ​ເທົ່າ​ໃນຮອບ 20 ປີ​ທຳ​ອິດ​ຂອງ​ການ​ປ່ຽນແປງໃໝ່, ​ແຕ່​ມູນ​ຄ່າ​ສະ​ເລ່ຍຕໍ່​ຫົວໜ່ວຍ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ພຽງ 2 ເທົ່າເທົ່ານັ້ນ. ມາ​ຮອດ​ປະຈຸ​ບັນ, ​ໂຄງ​ປະກອບ​ສິນຄ້າ​ສົ່ງ​ອອກ​ໄດ້​ຮັບ​ການ​ປັບປຸງ​ໃນ​ທິດ​ທາງ​ທີ່ດີ, ​ເພີ່ມ​ອັດຕາ​ສ່ວນ​ສິນຄ້າ​ປຸງ​ແຕ່ງ ​ແລະສິນຄ້າຜະລິດ, ຫຼຸດຜ່ອນອັດຕາ​ສ່ວນສິນຄ້າ​ດິບ ​ແລະ ສິນຄ້າ​ປຸງ​ແຕ່ງຂັ້ນຕົ້ນ; ສິນຄ້າ​ສົ່ງ​ອອກ​​ມີການຂະຫຍາຍ​ຂະ​ໜາດ​, ​ຫຼາກ​ຫຼາຍ, ອຸດົມສົມໄປດ້ວຍ​ປະ​ເພດ ​ແລະ ມີການພັດທະນາຜະລິດຕະພັນ​ໃໝ່ໆ ຈຳນວນຫຼາຍ, ປະກອບສ່ວນ​ເຂົ້າ​ໃນການປະຕິບັດເປົ້າໝາຍ​ການຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝຂອງປະເທດ. 

ທີ​ຫ້າ, ກ່ຽວກັບການ​ນຳ​ເຂົ້າ, ນັບ​ແຕ່​ການ​ນຳ​ເຂົ້າ​ເພື່ອຕອບສະໜອງ​ຄວາມຕ້ອງການ​ບໍລິ​ໂພ​ກ​ໂດຍ​ກົງ ​ເຖິງ​ການ​ນຳ​ເຂົ້າ​ເພື່ອ​ຮັບ​ໃຊ້​ການ​ລົງທຶນ, ການຜະລິດ ແລະ ການປຸງ​ແຕ່ງສິນຄ້າ​ເພື່ອ​ສົ່ງ​ອອກ.

ໂດຍທົ່ວໄປແລ້ວ, ໃນໄລຍະການຈັດຕັ້ງປະຕິບັດຍຸດທະສາດການນໍາເຂົ້າ-ສົ່ງອອກໃນປີ 2011-2020, ອັດຕາການເຕີບໂຕຂອງການນໍາເຂົ້າແມ່ນຕໍ່າກວ່າອັດຕາການເຕີບໂຕຂອງການສົ່ງອອກຕາມເປົ້າໝາຍ, ດັງນັ້ນ, ອັດຕາການເຕີບໂຕໂດຍສະເລ່ຍຂອງມູນຄ່າການນໍາເຂົ້າສິນຄ້າຈຶງຢູ່ທີ່ 11,9% ຕໍ່ປີ. ການນໍາເຂົ້າສິນຄ້າເພີ່ມຂຶ້ນຢ່າງສົມເຫດສົມຜົນ, ໂຄງປະກອບສິນຄ້ານໍາເຂົ້າປ່ຽນໄປໃນທາງບວກ ໂດຍອັດຕາສ່ວນຂອງເຄື່ອງຈັກ ແລະ ອຸປະກອນເພີ່ມຂຶ້ນ, ອັດຕາສ່ວນຂອງສິນຄ້າບໍລິໂພກຫຼຸດລົງ, ສຸມໃສ່ກຸ່ມສິນຄ້າທີ່ຈຳເປັນຕໍ່ການກອບສະໜອງຄວາມຕ້ອງການການຜະລິດໃນປະເທດ ແລະ ໂຄງການລົງທຶນເປັນຕົ້ນຕໍ (ເຊັ່ນ: ວັດຖຸດິບ, ອຸປະກອນ, ເຄື່ອງຈັກ, ອຸປະກອນທີ່ໃຊ້ຜະລິດສິນຄ້າສົ່ງອອກ), ວຽກງານຄວບຄຸມການນໍາເຂົ້າໄດ້ຖືກປະຕິບັດເປັນຢ່າງດີ. ສະ​ເພາະ​ປີ 1995, ອັດ​ຕາ​ສ່ວນ​ເຄື່ອງ​ຈັກ​ນຳ​ເຂົ້າ​ກວມ 25,7% ຂອງຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ​ສິນ​ຄ້າ​ຂອງ​ຫວຽດ​ນາມ, ຮອດ​ປີ 2023 ເພີ່ມ​ຂຶ້ນ​ເປັນ 43,1%; ອັດຕາສ່ວນຂອງສິນຄ້າບໍລິໂພກຫຼຸດລົງຈາກ 15,2% ເປັນ 11,1%. ​ໃນ​ປີ 2024, ມູນຄ່າ​ການ​ນຳ​ເຂົ້າ​ສິນຄ້າ​ບັນລຸ 379,6 ຕື້ໂດລາສະຫະລັດ, ​ເພີ່ມ​ຂຶ້ນ 16,3% ​ເມື່ອ​ທຽບກັບ​ປີ 2023 ເຊິ່ງຕົ້ນຕໍ​ແມ່ນ​ເພື່ອ​ຮັບ​ໃຊ້​ການ​ຜະລິດ ​ແລະ ການ​ບໍລິ​ໂພ​ກ. ການນໍາເຂົ້າສ່ວນປະກອບ, ເຄື່ອງຈັກ ແລະ ວັດຖຸດິດ ເພື່ອການຜະລິດກັບມາເພີ່ມຂຶ້ນອີກເທື່ອ, ສະແດງໃຫ້ເຫັນເຖິງການຟື້ນຕົວຂອງການຜະລິດ ແລະ ການເຄື່ອນໄຫວທຸລະກິດ ໃນລະບົບເສດຖະກິດ, ລວມເຖິງເປັນສັນຍານທາງບວກກ່ຽວກັບຄໍາສັ່ງຊື້ທີ່ໄດ້ຮັບໃນໄລຍະເວລາຂ້າງໜ້າ.  

ຫວຽດນາມມີໂອກາດໃນການນຳເຂົ້າເຕັກໂນໂລຊີສະໄໝໃໝ່, ຮັບເອົາການຖ່າຍທອດເຕັກໂນໂລຊີ ແລະ ທັກສະການບໍລິຫານຄຸ້ມຄອງຂັ້ນສູງ ຈາກປະເທດອຸດສາຫະກຳທີ່ພັດທະນາແລ້ວ ຜ່ານສັນຍາການຄ້າເສລີທີ່ຫວຽດນາມເປັນສະມາຊິກ, ຜ່ານນັ້ນ ປັບປຸງລະດັບເຕັກໂນໂລຊີ ເພື່ອຍົກສູງຄຸນນະພາບ, ມູນຄ່າເພີ່ມ ແລະ ຄວາມສາມາດແຂ່ງຂັນຂອງສິນຄ້າສົ່ງອອກ ພ້ອມທັງສ້າງແຮງຜັກດັນການພັດທະນາການຜະລິດໃນປະເທດ ແລະ ເພີ່ມທະວີການສົ່ງອອກສິນຄ້າຕາມມາດຕະຖານເຕັກນິກ ແລະຄຸນນະພາບຂອງປະເທດນຳເຂົ້າ.

ທີ​ຫົກ, ການບໍລິຫານ​ຄຸ້ມ​ຄອງດ້ານ​ການ​ຄ້າ​ຕ່າງປະ​ເທດຂອງລັດມີຄວາມກ້າວ​ໜ້າທີ່​ສຳຄັນ ໂດຍຄ່ອຍໆ ສ້າງ​ລະບົບ​ກົດໝາຍ​ທີ່​ສອດຄ່ອງ​ກັບ​ກົນ​ໄກ​ໃໝ່ຂຶ້ນ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ພັດທະນາ​ການ​ຜະລິດ ​ແລະ ທຸລະ​ກິດ​ນຳ​ເຂົ້າ-ສົ່ງ​ອອກ.

ສິ່ງທີ່ໜ້າສົນໃຈຄື ​ການກຳເນີດຂອງ​ກົດໝາຍຕ່າງໆ​ ເຊັ່ນ ກົດໝາຍ​​ການ​ຄ້າ, ກົດໝາຍ​ສຸລະກາກອນ, ກົດໝາຍ​ວິ​ສາ​ຫະກິດ, ກົດໝາຍ​ວ່າ​ດ້ວຍ​ພາສີ​ສົ່ງ​ອອກ​ແລະນຳ​ເຂົ້າ, ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ການ​ຄ້າ​ຕ່າງປະ​ເທດ... ​ແລະ​ເອກະສານ​ຊີ້​ນຳ​ການ​ປະຕິບັດ​ກົດໝາຍ, ຈາກນັ້ນສ້າງ​ແລວ​ທາງ​ດ້ານ​ກົດໝາຍ​ໃຫ້​​ການ​ພັດທະນາ​ການດຳເນີນກິດຈະກຳການ​ຄ້າ​​ຕ່າງປະ​ເທດ, ພ້ອມກັນນັ້ນກໍສ້າງ​ສະພາບ​ແວດ​ລ້ອມ​ດ້ານ​ກົດໝາຍ​ທີ່ເປີດເຜີຍ ​ໂປ່ງ​ໃສ, ສົ່ງເສີມ ແລະສະໜັບສະໜູນວິສາຫະກິດ​ການນຳເຂົ້າແລະ​ສົ່ງ​ອອກ.

ການພັດທະນາການຄ້າຕ່າງປະເທດແລະການປະຕິບັດນະໂຍບາຍເຊື່ອມໂຍງເສດຖະກິດສາກົນຢ່າງເລິກເຊິ່ງກວ້າງຂວາງ ໄດ້ຊ່ວຍປັບປຸງດັດຊະນີຄວາມສາມາດໃນການແຂ່ງຂັນລະດັບໂລກ (GCI). ຕາມ​ການ​ປະເມີນແລະການຈັດອັນດັບ​ຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF), ​ໃນ 10 ປີ, ດັດຊະນີ​ຄວາມ​ສາມາດ​ແຂ່ງຂັນລະດັບ​ໂລກ (GCI) ຂອງຫວຽດນາມປັບຕົວດີຂຶ້ນ 13 ອັນດັບ, ຈາກອັຍດັບທີ 68/131 ​ໃນ​ປີ 2007 ​ເປັນ 55/137 ​ໃນ​ປີ 2017 ​ແລະ ​ຂະຫຍັບ​ຈາກ​ເຄິ່ງ​ລຸ່ມ​ຂອງ​ການຈັດ​ອັນ​ດັບ​ຄວາມ​ສາມາດ​ແຂ່ງຂັນ​ລະດັບ​ໂລກ ​ຂຶ້ນມາ​ຢູ່ໃນ​ເຄິ່ງ​ເທິງ. ປີ 2019, WEF ໄດ້ປັບອັນດັບ GCI ຂອງ​ຫວຽດນາມຂຶ້ນ 10 ອັນດັບ​ເມື່ອ​ທຽບກັບ​ປີ 2018 ໂດຍຢູ່ໃນອັນດັບທີ 67 ຈາກ 141 ພື້ນຖານ​ເສດຖະກິດ. ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ປີ 2020 ຈົນເຖິງປັດຈຸບັນ, ການປະເມີນ ແລະ ລາຍງານກ່ຽວກັບການຈັດອັນດັບ GCI ແລະ ຖານຂໍ້ມູນການດຳເນີນທຸລະກິດ ບໍ່ໄດ້ຮັບການເຜີຍແຜ່ຢ່າງລະອຽດຄືກັບປີກ່ອນໆ. 

ເບິ່ງ​ຄືນ​ໄລຍະ​ເກືອບ 40 ປີ​ແຫ່ງ​ການ​ປະຕິບັດ​ຂະ​ບວນການ​ປ່ຽນແປງໃໝ່, ​ໃນ​ໄລຍະ​ການຫັນປ່ຽນ​ຈາກ​ລະບົບເສດຖະກິດທີ່ຫຼ້າ​ຫຼັງ, ເກື້ອກູນອຸດໜູນ,​ແຜນ​ການລວມສູນ ມາ​ເປັນ​ພື້ນຖານ​ເສດຖະກິດ​​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ;  ພ້ອມ​ກັນ​ນັ້ນ, ເປັນເຈົ້າການແລະຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ຮອບດ້ານ ​ແລະ ​ເລິກ​ເຊິ່ງ; ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ພ້ອມດ້ວຍຄວາມຄິດເຂົ້າເຖິງ ແລະ ວິ​ທີດຳເນີນການແບບສ້າງສັນ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ໂດດເດັ່ນ ເຮັດໃຫ້ການ​ຄ້າ​​ຕ່າງປະ​ເທດ​ຂອງຫວຽດນາມບັນລຸ​​ຜົນສຳເລັດທີ່ຍິ່ງໃຫຍ່ ແລະມີ​ຄວາມ​ໝາຍ​ປະຫວັດສາດ, ປະກອບສ່ວນທີ່​ສຳຄັນ​ແລະ​ຕັ້ງໜ້າ ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ.   

ຂໍ້ຈຳກັດບາງປະການ

ທີໜຶ່ງ, ການສົ່ງອອກເຕີບໂຕໄດ້ໃນອັດຕາທີ່ສູງ ແຕ່ບໍ່ຍືນຍົງຢ່າງແທ້ຈິງ… ອັດຕາສ່ວນການສົ່ງອອກ ແລະ ການຄ້າເກີນດຸນທີ່ເພີ່ມຂຶ້ນໃນຕະຫຼາດຂະໜາດໃຫຍ່ບາງແຫ່ງອາດຈະເຮັດໃຫ້ເສດຖະກິດສ່ຽງຕໍ່ມາດຕະການປ້ອງກັນການຄ້າ ຫຼື ແຮງກະແທກຈາກພາຍນອກ.

ທີສອງ, ການ​ຫັນປ່ຽນ​ໂຄງ​ປະກອບ​ສິນຄ້າ​ສົ່ງ​ອອກ​ບໍ່​ໄດ້​ເອົາ​ໃຈ​ໃສ່​ເຖິງ​ການ​ປຸງ​ແຕ່ງ​ຢ່າງ​ເລິກ​ເຊິ່ງ ແລະ ການພັດທະນາ​​ຜະລິດ​ຕະພັນ​ສົ່ງ​ອອກ​ທີ່ມີ​ເຕັກ​ໂນ​ໂລຊີສູງ ​ແລະ ​ເນື້ອ​ໃນທາງ​ປັນຍາ; ຄວາມສາມາດໃນການແຂ່ງຂັນ ແລະ ເນື້ອໃນນະວັດຕະກໍາໃນຜະລິດຕະພັນຍັງບໍ່ສູງ; ອັດຕາສ່ວນຂອງຜະລິດຕະພັນປຸງແຕ່ງ ແລະຜະລິດທີ່ມີມູນຄ່າເພີ່ມສູງຍັງຢູ່ໃນລະດັບຕໍ່າ ເນື່ອງຈາກກຸ່ມສິນຄ້າປຸງແຕ່ງແລະຜະລິດ ຍັງຮັບເໝົາປຸງແຕ່ງແລະປະກອບໃຫ້ຕ່າງປະເທດເປັນຕົ້ນຕໍ (ແຜ່ນແພ, ເກີບ, ເຄື່ອງເອເລັກໂຕຣນິກ, ໂທລະສັບ).

 ທີສາມ, ຄວາມບໍ່ສົມດຸນໃນໂຄງປະກອບວິສາຫະກິດສົ່ງອອກ ຍັງຂຶ້ນກັບກຸ່ມວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຢ່າງຫຼາຍ, ຍັງບໍ່ສາມາດສ້າງກຸ່ມເສດຖະກິດທີ່ມີຂະໜາດໃຫຍ່ ແລະ ອິດທິພົນພຽງພໍ, ມີຄວາມສາມາດໃນການນຳພາເສດຖະກິດ. 

ທີ​ສີ່, ຄວາມ​ສາມາດ​ແຂ່ງຂັນ​ຂອງ​ສິນຄ້າ​ສົ່ງ​ອອກ​ຍັງ​ຕ່ຳ, ​ໂດຍ​ສະ​ເພາະ​ແມ່ນ​ສິນຄ້າ​ປຸງ​ແຕ່ງ ​ແລະ ຜະລິດ. ເນື້ອໃນນະວັດຕະກໍາໃນຜະລິດຕະພັນສົ່ງອອກບໍ່ສູງ; ຄວາມ​ສາມາດ ​ແລະ ຄວາມ​ສາມາດ​ເຂົ້າ​ຮ່ວມ​ໃນ​ຕ່ອງ​ໂສ້​ມູນ​ຄ່າ​ໂລກ​ຂອງ​ວິ​ສາ​ຫະກິດ​ຜະລິດ​ສົ່ງ​ອອກ​ຂອງ​ຫວຽດນາມ ຍັງ​ຈຳກັດ. 

ທີ​ຫ້າ, ການ​ພັດທະນາ​ການ​ສົ່ງ​ອອກ​ຍັງ​ບໍ່​ທັນ​ຕອບສະໜອງ​ຄວາມ​​ຕ້ອງການ​ຂອງ​​ປະ​ເທດ​ນຳ​ເຂົ້າ, ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຕະຫຼາດ​ສຳຄັນ​ທີ່​ມີ​ຄວາມ​ຕ້ອງການ​ສູງ. ໂອກາດໃນການເຂົ້າຮ່ວມການເຄື່ອນໄຫວນຳເຂົ້າ-ສົ່ງອອກ ແລະ ຮັບຜົນປະໂຫຍດຈາກການເຕີບໂຕຂອງການສົ່ງອອກຍັງບໍ່ມີຄວາມສະເໝີພາບ ລະຫວ່າງວິສາຫະກິດຂະໜາດໃຫຍ່ ກັບວິສາຫະກິດຂະໜາດນ້ອຍ ແລະນ້ອຍສຸດ; ລະຫວ່າງວິສາຫະກິດໃນປະເທດ ກັບວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ; ລະຫວ່າງຊາວກະສິກອນ ແລະວິສາຫະກິດສົ່ງອອກ.

ທີ​ຫົກ, ຍັງ​ບໍ່​ສາມາດ​ສ້າງ​ວິ​ສາ​ຫະກິດທີ່ຂະຫຍາຍໄປສູ່​ລະດັບ​ພາກ​ພື້ນ, ມີບົດບາດ​ໃນການນຳພາ​ຂະ​ແໜງ​ການ ​ແລະ ຂົງເຂດທີ່​ສຳຄັນ, ມີ​ທີ່ຕັ້ງ​ແລະບົດບາດ​ສຳຄັນ​ ໃນ​ຕ່ອງ​ໂສ້​ການ​ສະໜອງ, ຕ່ອງ​ໂສ້​ຄຸນຄ່າ​ລະດັບ​ໂລກ ​ແລະ ມີ​ຄວາມ​ສາມາດ​ແຂ່ງຂັນລະດັບໂລກ​ ໃນ​ບັນດາ​ຂະ​ແໜງ​ອຸດສາຫະກຳ​ພື້ນຖານ, ອຸດສາຫະກຳບຸລິມະສິດ ​ແລະ ​ອຸດສາຫະກຳຫົວຫອກ.

​ໜ້າ​ທີ່​​ແລະວິທີ​ແກ້​ໄຂສຳຄັນ ​ເພື່ອ​ພັດທະນາ​ການ​ຄ້າຕ່າງປະ​ເທດ​ຂອງຫວຽດນາມ ​ໃນ​ສະພາບ​ການ​ໃໝ່

ສະພາບການພາກພື້ນ ແລະ ສາກົນ ໃນໄລຍະຈະມາເຖິງ ຍັງສະແດງໃຫ້ເຫັນເຖິງການຜັນແປທີ່ສັບສົນ ແລະ ບໍ່ສາມາດຄາດເດົາໄດ້, ​ໄດ້​ສ້າງ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ໃຫ້​ແກ່​ຫວຽດນາມ ​ໃນ​ການ​ຮັກສາ​ອັດຕາການ​ເຕີບ​ໂຕ, ການປັບປຸງ​ຄວາມ​ສາມາດໃນການ​ແຂ່ງຂັນ ​ແລະ ການກ້າວ​ຂຶ້ນສູ່ອັນດັບສູງໃນ​ຕ່ອງ​ໂສ້​ມູນ​ຄ່າລະດັບ​ໂລກ, ການປະຕິບັດ​ບັນດາເປົ້າໝາຍການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ການຢືນຢັນ​ທີ່​ຕັ້ງຂອງຕົນ​ໃນ​ເວທີ​ສາກົນ. 

ທັດສະນະ, ແຜນນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ຫວຽດນາມ ກ່ຽວ​ກັບ​ທິດທາງ​ພັດທະນາ​ການ​ຄ້າ​ຕ່າງປະ​ເທດ

ທີ​ໜຶ່ງ, ການພັດທະນາ​ການ​ຄ້າຕ່າງປະ​ເທດ​ໃນ​ສະພາບ​ການ​ຊຸກຍູ້​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ ຕິດ​ພັນ​ກັບ​ການ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ ​ເພື່ອ​ບັນລຸ​ເປົ້າ​ໝາຍ ​ແລະ ພາລະກິດທີ່ກຳນົດໄວ້​ໃນ​ຍຸດ​ທະ​ສາດ​ການພັດທະນາ​ເສດຖະກິດ-ສັງຄົມ ​ໄລຍະປີ 2021-2030: ຮອດ​ປີ 2030, ສູ້​ຊົນໃຫ້​ເປັນ​ປະ​ເທດ​ກຳລັງ​ພັດທະນາ​ທີ່​ມີ​ອຸດສາຫະກຳ​ທັນ​ສະ​ໄໝ ​ແລະ ມີ​ລາຍ​ຮັບປານກາງສູງ; ມີລະບົບການຄຸ້ມຄອງທີ່ທັນສະໄໝ, ແຂ່ງຂັນ, ມີປະສິດທິພາບ ແລະ ປະສິດທິຜົນ; ເສດ​ຖະ​ກິດຂະຫຍາຍຕົວ​ຢ່າງ​ຂະ​ຫຍັນ​ຂັນ​ແຂງ, ວ່ອງ​ໄວ ແລະ ຍືນ​ຍົງ, ເປັນ​ເອ​ກະ​ລາດ ແລະ ເປັນເຈົ້າຕົນເອງ ບົນ​ພື້ນ​ຖານ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການປ່ຽນແປງ​ດິ​ຈິ​ຕອນ; ປ່ຽນແປງໃໝ່ຄວາມຄິດແລະການກະທຳ, ເປັນເຈົ້າການໃນການກຳໂອກາດ ແລະ ໃຊ້ໂອກາດຈາກການປະຕິວັດອຸດສາຫະກຳຄັ້ງທີສີ່ຢ່າງມີປະສິດທິພາບ ເພື່ອປັບໂຄງປະກອບເສດຖະກິດ, ພັດທະນາເສດຖະກິດດິຈິຕອນ, ສັງຄົມດິຈິຕອນ ແລະ ລະບົບນິເວດປ່ຽນແປງໃໝ່ປະດິດສ້າງ, ສ້າງພະລັງຂັບເຄື່ອນ ແລະແຮງບັນດານໃຈໃຫ້ແກ່ປະຊາຄົມວິສາຫະກິດ, ນັກທຸລະກິດ ແລະຊາວຫວຽດນາມໃນປະເທດ ແລະ ຕ່າງປະເທດ; ໂດຍ​ສະ​ເພາະຄົນ​ລຸ້ນໃໝ່ຂອງ​ຫວຽດນາມ ໃຫ້​ເປັນຜູ້ນຳໜ້າ ​ແລະ ກ້າວໜ້າ​ຢ່າງ​ແຂງ​ແຮງ, ໂດຍຖື​ວ່າ​ປັດ​ໄຈນີ້ເປັນປັດໄຈສຳຄັນໃນການປັບປຸງ​ຍົກ​ສູງ​ສະມັດຕະພາບ, ຄຸນ​ນະພາ​ບ, ປະສິດທິພາບ ​ແລະ ຄວາມ​ສາມາດ​ແຂ່ງ​ຂັນ, ຍົກ​ສູງ​ບົດບາດທີ່​ຕັ້ງ ​ແລະ ກຽດ​ສັກ​ສີ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ; ການເສີມຂະຫຍາຍຄວາມເຂັ້ມແຂງພາຍໃນແມ່ນປັດໄຈຕັດສິນຊີ້ຂາດຕໍ່ການເຊື່ອມໂຍງກັບຄວາມເຂັ້ມແຂງພາຍນອກ ແລະ ກຳລັງແຮງຂອງຍຸກສະໄໝ. 

ທີສອງ, ທິດ​ທາງ​ພັດທະນາ​ການ​ຄ້າຕ່າງປະ​ເທດຈະ​ຕ້ອງ​ສອດຄ່ອງ​ກັບ​ທິດ​ທາງ​ຍຸດ​ທະ​ສາດ​ການພັດທະນາ​ເສດຖະກິດ-ສັງຄົມ ​ແລະ ຍຸດ​ທະ​ສາດ​ການ​ຄ້າ​ຕ່າງປະ​ເທດ​ໃນ​ແຕ່ລະ​ໄລຍະ​ທີ່​ລັດຖະບານ​ວາງ​ໄວ້; ນະ​ໂຍບາຍ​ແລະມາດຕະການພັດທະນາ​ການ​ເຄື່ອນ​ໄຫວ​ການ​ຄ້າ​ຕ່າງປະ​ເທດ​ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ, ມີການສົມທົບ​ກັບ​ບັນດາ​ມາດ​ຕະການ​ຊຸກຍູ້ ​ແລະ ດຶງ​ດູດ​ການ​ລົງທຶນ​ພາຍ​ໃນ​ປະ​ເທດ ​ແລະ ການລົງທຶນຈາກຕ່າງປະເທດ, ສຸມ​ໃສ່​ນະ​ໂຍບາຍ​ສິນ​ເຊື່ອ, ສົ່ງເສີມການຄ້າ ເພື່ອຊຸກຍູ້ການ​ເຄື່ອນ​ໄຫວ​ການ​ຄ້າ​​ຕ່າງປະ​ເທດ, ​ເປີດ​ກວ້າງ​ຕະຫຼາດ​ສົ່ງ​ອອກ ​ແລະ ນຳ​ເຂົ້າ, ສະໜັບສະໜູນການ​ກໍ່ສ້າງ, ປົກ​ປັກ​ຮັກສາ, ພັດທະນາ ​ແລະ ສົ່ງ​ເສີມ​ບັນດາ​ເຄື່ອງ​ໝາຍ​ການຄ້າຂອງ​ຫວຽດນາມ.   

ທີ​ສາມ, ສົ່ງເສີມ​ໃຫ້​​ອົງການ​ທຸລະ​ກິດ​ແລະບຸກຄົນໃນປະເທດ ​ແລະ ຕ່າງປະເທດ​ເຂົ້າ​ຮ່ວມໃນການ​ພັດທະນາ​ກິດຈະກຳຄ້າ​ຕ່າງປະ​ເທດໃຫ້ສອດຄ່ອງກັບ​ກົດໝາຍພາຍໃນປະເທດ ​ແລະ ສາກົນ; ພັດທະນາ​ຂະ​ແໜງ​ເສດຖະກິດ ​ແລະ ປະ​ເພດ​ວິ​ສາ​ຫະກິດ ​ຢ່າງ​ວ່ອງ​ໄວ ​ແລະ ​ສອດຄ່ອງກັນ, ຊຸກຍູ້ ​ແລະ ອຳນວຍ​ຄວາມ​ສະດວກ​ໃນ​ການ​ພັດທະນາພາກເສດຖະກິດເອກະ​ຊົນ ໂດຍຖື​ວ່າ​ເປັນ​​ແຮງຂັບເຄື່ອນທີ່ສຳຄັນຢ່າງແທ້ຈິງຕໍ່​ການ​ພັດທະນາ​ເສດຖະກິດ; ສ້າງ​ສະ​ຖາ​ບັນ​ເຊື່ອມ​ຕໍ່​ການ​ພັດ​ທະ​ນາ​ພາກ​ພື້ນ, ເສີມຂະຫຍາຍ​ທ່າ​ໄດ້​ປຽບ​ຂອງ​ພາກ​ພື້ນ ເຂດ, ພັດ​ທະ​ນາ​ການ​ເຊື່ອມ​ໂຍງ, ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ ລະ​ຫວ່າງ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ ແລະ ວິ​ສາ​ຫະ​ກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ; ສຸມໃສ່ພັດທະນາບັນດາຮູບແບບ ແລະ ຂົງເຂດເສດຖະກິດໃໝ່ ເຊັ່ນ: ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ, ຂະແໜງອຸດສາຫະກຳ ແລະບໍລິການໃໝ່ໆ ເຊັ່ນ: ອຸດສາຫະກຳເຊມິຄອນດັກເຕີ, ປັນຍາປະດິດ, ພະລັງງານສະອາດ, ພະລັງງານໝູນວຽນ, ຄຽງຄູ່ກັນນັ້ນ ຍັງສຸມໃສ່ລົງທຶນພັດທະນາອຸດສາຫະກຳການຜະລິດ ແລະ ການປຸງແຕ່ງຂະໜາດໃຫຍ່ເຊັ່ນ: ສ່ວນປະກອບເອເລັກໂຕຣນິກ, ເກີບ, ແຜ່ນແພ ແລະ ອື່ນໆ.

ທີສີ່, ຊາບຊຶມທັດສະນະທີ່ໄດ້ລະບຸໄວ້ໃນຂໍ້ຕົກລົງເລກທີ 493/QD-TTg, ລົງວັນທີ 19 ເມສາ 2022 ຂອງນາຍົກລັດຖະມົນຕີ “ການອະນຸມັດຍຸດທະສາດການນຳເຂົ້າ ແລະ ສົ່ງອອກສິນຄ້າຮອດປີ 2030” ໂດຍສະເພາະ:

ການພັດທະນາ​ການ​ນຳ​ເຂົ້າ​ແລະສົ່ງ​ອອກຢ່າງ​ຍືນ​ຍົງ ບົນ​ພື້ນຖານ​ການ​ປະສານ​ໂຄງ​ສ້າງ​ສິນຄ້າ, ​ໂຄງສ້າງ​ຕະຫຼາດ ​ແລະ ​ດຸນ​ການ​ຄ້າ​ກັບ​ແຕ່ລະ​ຕະຫຼາດ ​ແລະ ​ເຂດ​ຕະຫຼາດ; ຄວາມກົມກຽວລະຫວ່າງເປົ້າໝາຍໄລຍະສັ້ນ ແລະໄລຍະຍາວ; ຄວາມກົມກຽວລະຫວ່າງ​ກາລະ​ໂອກາດໃນການ​ເຂົ້າ​ຮ່ວມ ​ແລະ ຮັບຜົນປະໂຫຍດຈາກ​ການ​ເຕີບ​ໂຕຂອງ​ການ​ສົ່ງອອກແລະນຳ​ເຂົ້າ; ເຊື່ອມໂຍງກັບການຄ້າສີຂຽວ ແລະ ການຄ້າທີ່ເປັນທຳ ກັບການປົກປັກຮັກສາສິ່ງແວດລ້ອມ, ຄວາມຫຼາກຫຼາຍທາງຊີວະພາບ ແລະ ການປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາກາດ. 

ການພັດທະນາການສົ່ງອອກແລະນໍາເຂົ້າສິນຄ້າ ຕິດພັນກັບການລົງທຶນພັດທະນາໂຄງສ້າງພື້ນຖານເສດຖະກິດ-ເຕັກນິກ, ວິທະຍາສາດ-ເຕັກໂນໂລຊີ, ການປ່ຽນແປງດິຈິຕອນ, ພັດທະນາເສດຖະກິດດິຈິຕອນ, ພັດທະນາການຜະລິດສີຂຽວ, ສະອາດ, ຍືນຍົງ, ການຜະລິດໝູນວຽນ ແລະ ການຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ. ເພີ່ມ​ເນື້ອ​ໃນ​ນະ​ວັດ​ຕະ​ກໍາ​ໃນ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກ; ກໍ່ສ້າງ ​ແລະ ພັດທະນາ​ເຄື່ອງໝາຍ​ສິນຄ້າ​ສົ່ງ​ອອກ​ຂອງ​ຫວຽດນາມ.

ການພັດທະນາການສົ່ງອອກແລະນໍາເຂົ້າສິນຄ້າຕິດພັນກັບການວາງແຜນກຳນົດແລະ ແຜນການພັດທະນາຂອງຂະແໜງການ ແລະ ທ້ອງຖິ່ນ ເພື່ອເສີມຂະຫຍາຍຂໍ້ໄດ້ປຽບທາງການແຂ່ງຂັນ, ໃຊ້ປະໂຫຍດຈາກໂອກາດຢ່າງມີປະສິດທິຜົນ ແລະ ຈຳກັດຜົນກະທົບຂອງຄວາມທ້າທາຍໃນການປະຕິບັດບັນດາຄໍາໝັ້ນສັນຍາເຊື່ອມໂຍງເສດຖະກິດສາກົນ, ເຂົ້າຮ່ວມຢ່າງເລິກເຊິ່ງໃນລະບົບຕ່ອງໂສ້ການສະໜອງ ແລະ ຕ່ອງໂສ້ມູນຄ່າລະດັບໂລກ.

ໜ້າທີ່ແລະວິທີ​ແກ້​ໄຂທີ່ສຳຄັນບາງປະການ​

ທີ​ໜຶ່ງ, ຍູ້ແຮງ​ແລະຍົກ​ສູງ​ປະສິດທິ​ຜົນການເຄື່ອນໄຫວ​ສື່ສານ ​ແລະ ​ໂຄສະນາ​ເຜີຍ​ແຜ່ ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ພະນັກງານ​ທຸກ​ຂັ້ນ, ຄະນະ, ກະຊວງ, ຂະແໜງການ, ທ້ອງ​ຖິ່ນ ແລະ ວິ​ສາ​ຫະກິດ ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ; ສືບ​ຕໍ່​ກໍ່ສ້າງ, ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ການ​ຄ້າ ​ກັບ​ບັນດາ​ປະ​ເທດ​ໃນ​ທົ່ວ​ໂລກ ​ໂດຍ​ຜ່ານ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ໃນສັນຍາການຄ້າເສລີສອງຝ່າຍ, ຫຼາຍ​ຝ່າຍ ​ແລະ ສັນຍາການຄ້າເສລີລຸ້ນ​ໃໝ່, ຜ່ານ​ນັ້ນ​ຊຸກຍູ້​ການ​ສົ່ງ​ອອກ, ນຳ​ເຂົ້າ ​ແລະ ປະຕິບັດ​ບັນດາ​ຈຸດໝາຍ​ການພັດທະນາ​ແບບ​ຍືນ​ຍົງ.

ທີສອງ, ສືບ​ຕໍ່​ປ່ຽນແປງໃໝ່ ​ແລະ ປັບປຸງຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ສະ​ຖາ​ບັນ, ກຳນົດ​ວ່າ ​ນີ້​ແມ່ນ​ໜ້າທີ່ “​ບຸກທະລຸ”, ປັບປຸງ​ລະບົບ​ກົດໝາຍ ​ແລະ ນະ​ໂຍບາຍ​ໃຫ້​ສົມບູນ​ແບບເທື່ອລະກ້າວ, ສ້າງ​ແລວ​ທາງ​ດ້ານ​ກົດໝາຍ​ທີ່ຄົບຖ້ວນ​ແລະເປັນໄປໄດ້​, ເພື່ອ​ປະຕິບັດ​ຢ່າງ​ຄົບ​ຖ້ວນ ​ແລະ ສອດຄ່ອງ​ກັບ​​ພັນທະ​ ແລະຄຳ​ໝັ້ນ​ສັນຍາ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ ພ້ອມກັນນັ້ນ ກໍ່ຊຸກຍູ້ການດຶງດູດການລົງທຶນ ເພື່ອພັດທະນາການພັດທະນາອຸດສາຫະກຳ, ພະລັງງານ ແລະ ການຄ້າ. ຍູ້​ແຮງ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ການ​ທຸລະ​ກິດ, ການປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ລັດ​ໃນ​ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ນຳ​ເຂົ້າ​ແລະສົ່ງ​ອອກ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ທາງການ​ຄ້າ, ຕ້ານ​ການ​ສໍ້​ໂກງທາງ​ການ​ຄ້າ ​ແລະ ກ້າວ​ໄປ​ສູ່​ການ​ຄ້າ​ທີ່ເປັນ​ທຳ. ຍູ້ແຮງການພັດທະນາ ແລະ ນຳໃຊ້ລະບົບມາດຕະຖານແຫ່ງຊາດ ໃຫ້ສອດຄ່ອງກັບມາດຕະຖານສາກົນ ແລະ ພາກພື້ນ ລວມທັງມາດຕະຖານເຕັກນິກ, ມາດຕະຖານຄຸນນະພາບຜະລິດຕະພັນ, ສຸຂະອະນາໄມ, ຄວາມປອດໄພຂອງອາຫານ, ການກວດສອບແຫຼ່ງກຳເນີດສິນຄ້າ, ມາດຕະຖານສັງຄົມ ແລະ ສິ່ງແວດລ້ອມ. ແນະນຳວິສາຫະກິດໃຫ້ຍື່ນຂໍ ແລະ ຮັບໃບຮັບຮອງການເຕີບໂຕສີຂຽວ ແລະ ເຕີບໂຕຢ່າງຍືນຍົງ ຕາມມາດຕະຖານສາກົນ ແລະ ມາດຕະຖານຂອງຕະຫຼາດເປົ້າໝາຍ.

ສືບ​ຕໍ່​ກວດ​ຄືນ​ບັນດາ​ລະບຽບ​ກົດໝາຍ​ກ່ຽວ​ກັບ​ການ​ປ້ອງ​ກັນ​ການຄ້າ, ການຄວບຄຸມ​ການ​ແຂ່ງຂັນ, ການພັດທະນາ​ຢ່າງ​ຍືນ​ຍົງ, ຊັບ​ສິນ​ທາງ​ປັນຍາ, ການ​ຄ້າ​ເອ​ເລັກ​ໂຕຣນິກ, ການຈັດ​ຊື້ຈັດຈ້າງ​ພາກ​ລັດ ​ແລະອື່ນໆ ຢ່າງຕໍ່ເນື່ອງ ເພື່ອຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ຊາດ, ​ວິ​ສາ​ຫະກິດ ແລະ ຜູ້​ອອກ​ແຮງ​ງານ, ທັງເໝາະສົມ​ກັບ​​ຄຳ​ໝັ້ນ​ສັນຍາ​ໃນ​ສົນທິສັນຍາ​ການ​ຄ້າ​ສາກົນ.

ທີ​ສາມ, ​ຍູ້ແຮງຄວາມຄືບໜ້າໃນການສ້າງແຜນການ ​ແລະ ຍຸດ​ທະ​ສາດການ​ພັດທະນາ​ຜະລິດ​ຕະພັນ ​ແລະ ຂະແໜງການສະ​ເພາະ; ຍົກ​ສູງ​ປະສິດທິ​ຜົນ​ການ​ປະຕິບັດ​ຍຸດ​ທະ​ສາດ, ​ແຜນການ, ​ໂຄງການ ​ແລະ ​ແຜນ​ພັດທະນາ​ການ​ຜະລິດ, ສ້າງ​ແຫຼ່ງສະໜອງ​ສິນຄ້າ​ສົ່ງ​ອອກ​ທີ່ຍືນຍົງໃນພາກການຜະລິດ​ອຸດສາຫະກຳ ​ແລະ ການ​ຜະລິດ​ກະສິກຳ​. ຊຸກຍູ້​ການປັບ​ໂຄງ​ປະກອບ​ອຸດສາຫະກຳ ​​ຕິດ​ກັບ​ການ​ປ່ຽນແປງ​ດິ​ຈິ​ຕອນ, ​ໂດຍ​ສະ​ເພາະ ໃນ​ຂະ​ແໜງ​ການ​ປຸງ​ແຕ່ງ ​ແລະ ການ​ຜະລິດ ​ເພື່ອ​ສ້າງ​ບາດກ້າວ​ບຸກທະລຸ ​ແລະ ແຮງຂັບເຄື່ອນໃໝ່​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ການ​ຜະລິດ ​ແລະ ການ​ສົ່ງ​ອອກ. ສືບ​ຕໍ່​ຊຸກຍູ້​ການປັບ​ໂຄງ​ປະກອບ​ກະສິກຳ​ ​ຕິດ​ກັບ​ການ​ພັດທະນາ​ການ​ຜະລິດ​ສີຂຽວ, ສະອາດ ​ແລະ ຍືນ​ຍົງ. ພັດທະນາ​ເຕັກ​ໂນ​ໂລ​ຊີ​ອະນຸລັກ ​ເພື່ອ​ເພີ່ມ​ມູນ​ຄ່າ​ເພີ່ມ​ໃຫ້​ຜະລິດ​ຕະພັນ​ກະ​ເສດ​ປຸງ​ແຕ່ງ; ສຸມ​ໃສ່​ສ້າງ ​ແລະ ນຳ​ໃຊ້​ລະບົບ​ກວດສອບແຫຼ່ງກຳເນີດຂອງ​ສິນຄ້າ​ກະສິກຳ ​ແລະ ສິນ​ໃນ​ນ້ຳ​ສົ່ງ​ອອກ, ປະກອບສ່ວນ​ຕອບ​ສະໜອງ​ຄວາມ​​ຕ້ອງການ​ສົ່ງ​ອອກ​ຢ່າງ​ເປັນ​ທາງ​ການ.

ທີສີ່, ຊຸກຍູ້​ການ​ສົ່ງ​ເສີມ​ການ​ຄ້າ​ເພື່ອຂະຫຍາຍ​ຕະຫຼາດ​ນຳ​ເຂົ້າ ​ແລະສົ່ງ​ອອກ, ຮັບປະກັນ​ການ​ເຕີບ​ໂຕ​ຢ່າງ​ຍືນ​ຍົງ​ໃນ​ໄລຍະ​ຍາວ. ​ເພີ່ມ​ຄວາມ​ສາມາດ​ແຂ່ງຂັນ ​ແລະ ສ້າງ​ຍຸດ​ທະ​ສາດ​ການພັດທະນາ​ເຄື່ອງ​ໝາຍ​ແຫ່ງ​ຊາດ​ໃຫ້ກັບ​ຜະລິດ​ຕະພັນ ​ແລະ ປະເພດສິນຄ້າສົ່ງ​ອອກ​ທີ່​ມີ​ທ່າ​ແຮງ​ຂອງ​ຫວຽດນາມ. ເພີ່ມ​ທະວີ​ການ​ຕິດຕາມ ວິໄຈຕະຫຼາດ, ການຄາດ​ຄະ​ເນ ​ແລະ ການປັບປຸງ​ການ​ປ່ຽນ​ແປງ​ນະ​ໂຍບາຍ​ການ​ຄ້າ ​ແລະ ອຸປະສັກທີ່​ບໍ່​ແມ່ນ​ພາສີສຸລະກາກອນໃນ​ຕະຫຼາດ​ສົ່ງ​ອອກ. ສ້າງ​ກຳລັງ​ການ​ຜະລິດ​ແຫ່ງ​ຊາດ​ໃໝ່ທີ່ເປັນເຈົ້າ​ຕົນ​ເອງ, ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະສິດທິ​ຜົນ ແລະ ປັບປຸງຕຳແໜ່ງ​ໃນ​ລະບົບ​ຕ່ອງ​ໂສ້​ມູນ​ຄ່າ​ລະດັບ​ໂລກ​ແລະ ​ເພີ່ມ​ທະວີ​ຄວາມ​ຍືດຫຍຸ່ນ​ຕໍ່​ຜົນ​ກະທົບ​ພາຍ​ນອກ​ທີ່​ໃຫຍ່​ແລະຜິດ​ປົກກະຕິ.

ທີ​ຫ້າ, ລະດົມ ​ແລະ ນຳ​ໃຊ້​ແຫຼ່ງຊັບພະຍາກອນ​ທາງ​ດ້ານ​ການ​ເງິນ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ແລະ ການປ່ຽນແປງໃໝ່​ປະດິດສ້າງຢ່າງມີປະສິດທິ​ຜົນ ​ສຳລັບການ​ພັດທະນາ​ການ​ສົ່ງ​ອອກ ​ເພື່ອ​ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ປະສິດທິພາບ ​ແລະ ຄວາມ​ສາມາດ​ແຂ່ງຂັນ ຂອງພື້ນຖານເສດຖະກິດ. ຍົກລະດັບໂຄງສ້າງພື້ນຖານດ້ານການຂົນສົ່ງ, ຫຼຸດຜ່ອນຄ່າໃຊ້ຈ່າຍໃນການຂົນສົ່ງ, ການຝຶກອົບຮົມປັບປຸງຄຸນນະພາບຂອງຊັບພະຍາກອນບຸກຄົນໃຫ້ເປັນພະລັງຂັບເຄື່ອນການພັດທະນາການຄ້າຕ່າງປະເທດຢ່າງແທ້ຈິງ. ຮຽກຮ້ອງໃຫ້ບໍລິສັດຂ້າມຊາດຂະໜາດໃຫຍ່​ລົງທຶນ​ໃນໂຄງການ​ຜະລິດ​ສົ່ງ​ອອກ ໂດຍ​ໃຫ້​ບຸລິມະສິດກັບໂຄງການ​ຂະໜາດ​ໃຫຍ່ທີ່ມີ​ເຕັກ​ໂນ​ໂລຊີທີ່​ທັນ​ສະ​ໄໝ, ຜະລິດ​ຕະພັນ​ທີ່​ມີການ​ແຂ່ງຂັນ​ສູງ ​ແລະ ມີ​ຄວາມ​ສາມາດ​ເຂົ້າ​ຮ່ວມ​ໃນ​ຕ່ອງ​ໂສ້​ມູນ​ຄ່າລະດັບໂລກ.   

ທີ​ຫົກ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ ​ແລະ ຄວບ​ຄຸມ​ການ​ນຳ​ເຂົ້າ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ການຜະລິດ​ພາຍ​ໃນ​ປະ​ເທດ ​ແລະ ມຸ່ງເປົ້າສູ່​ການດຸນ​​ການ​ຄ້າທີ່ເໝາະສົມແລະໂປ່ງໃສ. ການພັດທະນາສະ​ຖາ​ບັນໃຫ້ສົມບູນແບບ ​ແລະ ປັບປຸງຍົກສູງ​ຄວາມ​ສາມາດຂອງໜ່ວຍງານ​ສືບສວນ​ດ້ານ​ການປ້ອງກັນການ​ຄ້າ; ເພີ່ມ​ປະ​ສິດ​ທິ​ຜົນ ​ແລະ ກົນ​ໄກການປະສານ​ງານ​ລະຫວ່າງ​ພາກສ່ວນ ​ໃນ​ການ​ຈັດການຄະດີ​ດ້ານການປ້ອງ​ກັນ​ການ​ຄ້າ; ຍູ້​ແຮງການ​ຝຶກ​ອົບຮົມ ​ແລະ ​ໂຄສະນາເຜີຍ​ແຜ່ ກ່ຽວກັບການ​ປ້ອງ​ກັນການ​ຄ້າ​ ໃຫ້​ແກ່​ພະນັກງານບໍລິຫານ​ຄຸ້ມ​ຄອງ​ລັດ, ປະຊາ​ຄົມ​ວິ​ສາ​ຫະກິດ, ສະມາຄົມ ​ແລະ ອົງການ​ທີ່​ກ່ຽວຂ້ອງ.

ທີ​ເຈັດ, ​ຊຸກຍູ້​ການ​ເຈລະຈາ ​ແລະ ລົງ​ນາມ​ໃນ​ສັນຍາການຄ້າເສລີສອງຝ່າຍແລະຫຼາຍ​ຝ່າຍ ​/ ສັນຍາຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ ກັບປະເທດແລະພາກພື້ນ ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ພື້ນທີ່ການເຕີບ​ໂຕຫວ້າງ​ໃຫຍ່ (​ເຊັ່ນ ໃນ​ອາຊີ​ໃຕ້, ຕາ​ເວັນ​ອອກ​ກາງ, ອາ​ຟຼິກາ). ຄົ້ນຄວ້າສ້າງຍຸດທະສາດໃໝ່ໃນການເຂົ້າຮ່ວມສັນຍາການຄ້າເສລີ ຕາມທິດຊຸກຍູ້ການພົວພັນເສດຖະກິດສາກົນໃຫ້ເລິກເຊິ່ງ, ມີປະສິດທິຜົນ, ແທດຈິງ, ພ້ອມກັນນັ້ນກໍ່ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ. ສືບ​ຕໍ່​ເສີມ​ຂະຫຍາຍເປັນຢ່າງດີ​ ບົດບາດ​ຂອງ​ລະບົບ​ຫ້ອງການ​ການ​ຄ້າ​ຫວຽດນາມຢູ່​ຕ່າງປະ​ເທດ ​ເພື່ອ​ເພີ່ມ​ການສະໜັບສະໜູນ​ໃຫ້​ວິ​ສາ​ຫະກິດ​ແລະທ້ອງ​ຖິ່ນ ສາມາດໃຊ້ປະໂຫຍດຈາກສັນຍາການຄ້າເສລີ ທີ່ຫວຽດນາມ​ເປັນ​ສະມາຊິກໄດ້ຢ່າງມີປະສິດທິພາບ ​ເພື່ອ​​ຂະຫຍາຍ​ແລະກະຈາຍ​ຕະຫຼາດ, ຕ່ອງ​ໂສ້​ການ​ສະໜອງ ແລະ ​ສົ່ງເສີມການສົ່ງ​ອອກ​ທີ່​ຍືນ​ຍົງ.   

ທີ​ແປດ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ສະມາຄົມຂະແໜງສິນຄ້າ ​ແລະ ວິ​ສາ​ຫະກິດ​ຫຼັກ, ຊຸກຍູ້​ການ​ກໍ່ຕັ້ງ​ຕ່ອງ​ໂສ້​ມູນ​ຄ່າການ​ສົ່ງ​ອອກ​ຂະໜາດ​ໃຫຍ່. ພັດທະນາ​​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ, ພະຍາຍາມແກ້ໄຂ​ຜ່ານ​ຜ່າ ​ແລະ ຫຼຸດຜ່ອນ​ຜົນ​ກະທົບ​ຂອງອຸປະສັກ ​ແລະ ມາດ​ຕະການ​ປ້ອງ​ກັນ​ການ​ຄ້າໃນຕະຫຼາດ​ຕ່າງປະ​ເທດ. ເພີ່ມທະວີ​ການ​ເຊື່ອມໂຍງ​ລະຫວ່າງ​ວິ​ສາ​ຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ ແລະ​ວິ​ສາ​ຫະກິດ​​ໃນ​ປະ​ເທດ, ສ້າງຜົນກະທົບແຜ່ກະຈາຍ, ການເຊື່ອມໂຍງ, ການຮ່ວມ​ມື ​ແລະ ການພັດທະນາ. ເສີມຂະຫຍາຍບົດບາດຂອງສະມາຄົມຂະແໜງສິນຄ້າ ໃນຖານະຂົວຕໍ່ ລະຫວ່າງອົງການບໍລິຫານຄຸ້ມຄອງລັດ ກັບວິສາຫະກິດຕ່າງໆ, ປະກອບສ່ວນປົກປັກຮັກສາສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງວິສາຫະກິດ ໃນການເຮັດທຸລະກຳການຄ້າຕ່າງປະເທດໃຫ້ດີຂຶ້ນ. 

-----------------------------------

(1) ອານອານ: ຫວຽດນາມເປັນໜຶ່ງໃນ 15 ປະເທດທີ່ມີການຄ້າຂາຍຫຼາຍທີ່ສຸດໃນໂລກ, ວາລະສານໂຄສະນາອົບຮົມ, ວັນທີ 3 ທັນວາ 2024, https://tuyengiao.vn/viet-nam-la-mot-trong-15-nuoc-co-dong-thuong-mai-lon-nhat-tren-the-gioi-158215