ລະດູບານໃໝ່ກຳລັງມາເຖິງ, ນຳຄວາມຊື່ນຊົມແລະຄວາມມີຊີວິດຊີວາມາສູ່ທຸກພາກຂອງປະເທດ. ລະດູບານໃໝ່ປີນີ້ມີຄວາມໝາຍຍິ່ງຂຶ້ນເນື່ອງຈາກພັກ, ປະຊາຊົນ ແລະ ກອງທັບທັງໝົດຮ່ວມສະເຫຼີມສະຫຼອງວັນຄົບຮອບ 95 ປີການສ້າງຕັ້ງພັກກອມມູນິດຫວຽດນາມ (3 ກຸມພາ 1930 – 3 ກຸມພາ 2025) ເຊິ່ງຖືປັນຂີດໝາຍສຳຄັນສຳລັບທົ່ວປະເທດກ້າວເຂົ້າສູ່ໄລຍະການພັດທະນາໃໝ່ ເພື່ອມຸ່ງສູ່ອະນາຄົດທີ່ສົດໃສ.
ກອງປະຊຸມສ້າງຕັ້ງພັກກອມມູນິດຫວຽດນາມ ວັນທີ 3 ກຸມພາ 1930 _ແຫຼ່ງ: TTXVN
ປີ 1930, ພັກກອມມູນິດຫວຽດນາມກຳເນີດເກີດຂຶ້ນມາໃນສະພາບປະຫວັດສາດພິເສດ ແລະ ມີພາລະກຳພິເສດ. ຕັ້ງແຕ່ກາງສະຕະວັດທີ XIX, ພວກລ່າເມືອງຂຶ້ນຝຣັ່ງມາຮຸກຮານຫວຽດນາມ ແລະ ບັງຄັບໃຊ້ການປົກຄອງທີ່ໂຫດຮ້າຍ, ສົ່ງຜົນໃຫ້ປະຊາຊົນຫວຽດນາມຕ້ອງທົນທຸກທໍລະມານຈາກການເປັນທາດ ແລະ ຄວາມທຸກຍາກ. ດ້ວຍມູນເຊື້ອຮັກຊາດ ແລະນ້ຳໃຈທີ່ບໍ່ຍອມຈຳນົນ, ປະຊາຊົນຫວຽດນາມໄດ້ລຸກຂຶ້ນຕໍ່ສູ້ຢ່າງບໍ່ຢຸດຢັ້ງແລະເຂັ້ມແຂງ ຜ່ານຫຼາຍເສັ້ນທາງແລະດ້ວຍທ່າອ່ຽງທີ່ແຕກຕ່າງກັນ, ນັບແຕ່ຂະບວນການ ເກິ່ນເວືອງ (ຊ່ວຍກະສັດ) ເຖິງການລຸກຮື້ຂຶ້ນຢູ່ ອຽນເຖ, ຈາກຂະບວນການ ດົງຢູ (ໄປທິດຕາເວັນອອກ), ດົງກິງເງ້ຍທຸກ (ໂຮງຮຽນເພື່ອການກຸສົນ), ຢູຍເຕິນ (ການປະຕິຮູບຕາມຄວາມໃໝ່) ເຖິງການລຸກຮື້ຂຶ້ນ ຢູ່ອຽນບ໊າຍ... ຢ່າງໃດກໍຕາມ, ການຕໍ່ສູ້ທີ່ກ້າຫານ ແລະ ເສຍສະລະຢ່າງຍິ່ງເຫຼົ່ານີ້ລ້ວນບໍ່ປະສົບຜົນສຳເລັດ ເພາະຂາດແນວທາງທີ່ຖືກຕ້ອງ, ລົ້ມເຫຼວໃນການລວບລວມແລະເສີມຂະຫຍາຍກຳລັງແຮງຂອງທັງປະເທດ, ຂາດວິທີການຕໍ່ສູ້ທີ່ເໝາະສົມ ແລະ ໂດຍສະເພາະແມ່ນຂາດອົງການຈັດຕັ້ງນຳພາ ແລະ ພັກການເມືອງທີ່ຕອບສະໜອງຄວາມຕ້ອງການຂອງປະເທດຊາດ ແລະ ຍຸກສະໄໝ.
ໃນຂະນະນັ້ນ, ໃນໂລກ, ການຂະຫຍາຍຕົວຂອງຂະບວນການກຳມະກອນ ພ້ອມກັບໄຊຊະນະຂອງການປະຕິວັດເດືອນຕຸລາປີ 1917 ຂອງລັດເຊຍ ໄດ້ເປີດຂອບຟ້າໃໝ່, ຈຸດປະກາຍຄວາມຫວັງໃຫ້ກັບບັນດາຊົນຊາດທີ່ຖືກກົດຂີ່ຂູດຮີດ ແລະ ປຸກລະດົມຂະບວນການຕໍ່ສູ້ຢ່າງແຂງແຮງ ເພື່ອເອກະລາດແຫ່ງຊາດຢູ່ທຸກທະວີບ.
ຕໍ່ໜ້າຄວາມຕ້ອງການຂອງປະຫວັດສາດ ແລະ ຄວາມປາຖະໜາອັນແຮງກ້າໃນການປົດປ່ອຍຊາດ, ຊາຍໜຸ່ມ ຫງວຽນເຕິ໊ດແທ່ງ ຜູ້ຮັກຊາດຢ່າງແຮງກ້າໄດ້ອອກເດີນທາງເພື່ອຫາເສັ້ນທາງກູ້ຊາດ. ເພິ່ນໄດ້ເດີນທາງຂ້າມທະວີບຕ່າງໆ, ເກືອບ 30 ປະເທດ, ຜ່ານຕົວເມືອງນັບຮ້ອຍ, ຜ່ານຜ່າຄວາມຍາກລຳບາກ ແລະ ຂວາກໜາມນັບບໍ່ຖ້ວນ ແລະ ເຮັດວຽກຫຼາຍຢ່າງເພື່ອລ້ຽງຊີບ ແລະ ເພື່ອຮຽນຮູ້ “ພູມປັນຍາ” ຂອງມະນຸດຊາດ. ການເດີນທາງຄັ້ງນີ້ຊ່ວຍໃຫ້ຊາວໜຸ່ມຫວຽດນາມເຂົ້າໃຈຢ່າງຈະແຈ້ງວ່າ ຕົ້ນສາຍປາຍເຫດຂອງຄວາມທຸກທໍລະມານຂອງຊົນຊັ້ນແຮງງານແມ່ນການຂູດຮີດ ແລະການກົດຂີ່ຂົ່ມເຫັງຂອງລັດທິທຶນນິຍົມຈັກກະພັດນິຍົມແລະ ກໍ່ໃຫ້ເກີດຈິດສຳນຶກຊົນຊັ້ນທີ່ຈະແຈ້ງ. ດ້ວຍຄວາມມຸ່ງໝັ້ນຕັ້ງໃຈທີ່ຈະໄປເຖິງ: “ອິດສະລະພາບເພື່ອພີ່ນ້ອງຮ່ວມຊາດຂອງຂ້າພະເຈົ້າ, ເອກະລາດເພື່ອປະເທດຊາດຂອງຂ້າພະເຈົ້າ”, ຫງວຽນເຕິ໊ດແທ່ງໄດ້ເຂົ້າມາສູ່ ລັດທິມາກ-ເລນິນໂດຍທຳມະຊາດ ເຊິ່ງຖືເປັນຄວາມຈຳເປັນທາງປະຫວັດສາດ ແລະ ພົບວ່າທີ່ນັ້ນມີບັນດາບັນຫາພື້ນຖານຂອງເສັ້ນທາງແຫ່ງການປົດປ່ອຍປະເທດທີ່ຕິດພັນກັບການປົດປ່ອຍຊົນຊັ້ນ ແລະ ການປົດປ່ອຍມະນຸດຊາດ; ເອກະລາດແຫ່ງຊາດຕິດພັນກັບລັດທິສັງຄົມນິຍົມ.
ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຂອງປະຫວັດສາດ ແລະ ພາຍໃຕ້ແສງນຳທາງຂອງລັດທິມາກ-ເລນິນ, ຊາຍໜຸ່ມ ຫງວຽນເຕິ໊ດແທ່ງ ຫຼື ຫງວຽນອ້າຍກ໊ວກ ໄດ້ດຳເນີນກິດຈະກຳຕ່າງໆຫຼາຍຢ່າງ ແລະ ໄດ້ກະກຽມອຸດົມຄະຕິ, ທິດສະດີ ແລະ ຜູ້ຄົນຢ່າງພິຖີພິຖັນ ເພື່ອການກຳເນີດອົງການການເມືອງນຳໜ້າທີ່ຈະນຳພາການປະຕິວັດຫວຽດນາມ. ເພິ່ນໄດ້ເຜີຍແຜ່ລັດທິມາກ-ເລນິນເຂົ້າໃນຫວຽດນາມຜ່ານບັນດາບົດນິພົນເຊັ່ນ: ຄຳພິພາກສາລະບອບລ່າເມືອງຂຶ້ນຝຣັ່ງ (ປີ 1925), ເສັ້ນທາງປະຕິວັດ (ປິ 1927), ຝຶກອົບຮົມພະນັກງານປະຕິວັດ ແລະ ຊຸກຍູ້ຂະບວນການຕໍ່ສູ້ພາຍໃນປະເທດ.
ວັນທີ 3 ກຸມພາປີ 1930, ຢູ່ເກົາລູນ (ຮ່ອງກົງ ປະເທດຈີນ), ພາຍໃຕ້ການນຳຂອງສະຫາຍ ຫງວຽນອ້ຽຍກ໊ວກ, ກອງປະຊຸມເພື່ອລວມອົງການກອມມູນິດທັງສາມແຫ່ງໃນຫວຽດນາມໄດ້ໄຂຂຶ້ນ ໂດຍມີຂໍ້ຕົກລົງເພື່ອຈັດຕັ້ງພັກກອມມູນິດຫວຽດນາມຂຶ້ນ. ນີ້ແມ່ນການຕັດສິນໃຈທີ່ມີຄວາມສຳຄັນທາງປະຫວັດສາດ ໂດຍເຕົ້າໂຮມບັນດາອົງການກອມມູນິດຫວຽດນາມເຂົ້າເປັນກຳລັງດຽວ ທີ່ມີແນວທາງການປະຕິວັດທີ່ຈະແຈ້ງ ແລະເປັນເອກະພາບ. ໂຄງການການເມືອງທຳອິດຂອງພັກກອມມູນິດຫວຽດນາມທີ່ໄດ້ຮັບການຮັບຮອງໃນກອງປະຊຸມສ້າງຕັ້ງພັກ ກຳນົດເສັ້ນທາງພື້ນຖານຂອງການປະຕິວັດຫວຽດນາມ, ຕອບສະໜອງຄວາມຕ້ອງການຮີບດ່ວນຂອງປະຫວັດສາດ ແລະ ກາຍເປັນທຸງທີ່ເຕົ້າໂຮມ ແລະ ສາມັກຄີບັນດາອົງການກອມມູນິດ, ກອງກຳລັງປະຕິວັດ ແລະ ປະເທດຊາດທົງໝົດເຂົ້ານຳກັນ. ເຫດການທາງປະຫວັດສາດຄັ້ງນີ້ຢຸດຕິວິກິດການດ້ານແນວທາງ ແລະ ການຈັດຕັ້ງຂອງການປະຕິວັດຫວຽດນາມ ແລະ ເປີດຍຸກໃໝ່ໃນປະຫວັດສາດຂອງປະເທດເຮົາ - ຍຸກແຫ່ງຕໍ່ສູ້ເພື່ອເອກະລາດຂອງຊາດ ແລະ ກ້າວໄປສູ່ລັດທິສັງຄົມນິຍົມ.
ນັບຕັ້ງແຕ່ສ້າງຕັ້ງຂຶ້ນ, ດ້ວຍແນວທາງທີ່ຖືກຕ້ອງ, ວິທີການທີ່ເໝາະສົມ ແລະ ປະດິດສ້າງ, ຄວາມສາມາດໃນການຈັດຕັ້ງປະຕິບັດ ແລະ ການຕໍ່ສູ້ທີ່ທໍລະຫົດອົດທົນ ແລະ ການເສຍສະລະຢ່າງກ້າຫານຂອງພະນັກງານ ແລະ ສະມາຊິກພັກຫຼາຍລຸ້ນ, ຄວາມໄວ້ເນື້ອເຊື່ອໃຈ, ການສະໜັບສະໜູນ, ການປົກປ້ອງແລະເບິ່ງແຍງດູແລຢ່າງສຸດຈິດສຸດໃຈຂອງປະຊາຊົນ, ພັກກອມມູນິດຫວຽດນາມໄດ້ນຳພາປະເທດໄປສູ່ໄຊຊະນະອັນຍິ່ງໃຫຍ່ທີ່ມີຄວາມສຳຄັນທາງປະຫວັດສາດ ແລະ ຍຸກສະໄໝ.
ພາຍໃນເວລາພຽງ 15 ປີນັບແຕ່ການສ້າງຕັ້ງ, ພັກກອມມູນິດຫວຽດນາມໄດ້ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ນຳພາການຕໍ່ສູ້ປົດປ່ອຍຊາດ ແລະ ໄດ້ຮັບໄຊຊະນະໃນການປະຕິວັດເດືອນສິງຫາ ແລະ ສະຖາປະນາສາທາລະນະລັດປະຊາທິປະໄຕຫວຽດນາມ ໃນວັນທີ 2 ກັນຍາ 1945, ຍົກເລີກລະບອບອານານິຄົມເຄິ່ງສັກດິນາຢູ່ຫວຽດນາມ, ເປີດໜ້າໃໝ່ໃນປະຫວັດສາດຂອງຊາດ. ປະຊາຊົນຫວຽດນາມໄດ້ປ່ຽນຈາກຂ້າທາດມາເປັນເຈົ້ານາຍຂອງປະເທດ, ເປັນເຈົ້າສັງຄົມ ແລະ ຊີວິດຂອງຕົນເອງ.
ທັນທີຫຼັງຈາກຄວາມສຳເລັດຂອງການປະຕິວັດເດືອນສິງຫາ, ຫວຽດນາມຕ້ອງປະສົບກັບຄວາມຫຍຸ້ງຍາກ ແລະ ຄວາມທ້າທາຍຫຼາຍຢ່າງ; ພ້ອມກັນນັ້ນ, ກໍຕ້ອງປະເຊີນກັບ “ຄວາມອຶດຫີວ, ຄວາມໂງ່ຈ້າ ແລະ ການຮຸກຮານຈາກຕ່າງປະເທດ”. ໃນສະຖານະການ “ວິກິດແບບຫາບໜັກທີ່ແຂວນຢູ່ບົນດ້າຍ”, ພັກກອມມູນິດຫວຽດນາມ ໄດ້ນຳພາປະຊາຊົນປົກປ້ອງແລະສ້າງອຳນາດການປົກຄອງໃໝ່ຢ່າງອົງອາດກ້າແກ່ນ, ພ້ອມທັງຕັ້ງໜ້າກະກຽມທຸກດ້ານສຳລັບການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານ. ດ້ວຍແນວທາງທີ່ຖືກຕ້ອງ ແລະ ເສີມຂະຫຍາຍກຳລັງແຮງຂອງທົ່ວປວງຊົນທັງຊາດ, ພັກກອມມູນິດຫວຽດນາມ ນຳພາປະຊາຊົນຫວຽດນາມ ສາມາດທັບມ້າງທຸກກົນອຸບາຍ ແລະ ແຜນການຮຸກຮານຂອງສັດຕູໄດ້ສຳເລັດຢ່າງຕໍ່ເນື່ອງຕະຫຼອດໄລຍະເວລາເກົ້າປີແຫ່ງການຕໍ່ຕ້ານອັນຍາກລຳບາກ ແລະກ້າຫານ ເຊິ່ງຈຸດສຸດຍອດຄືໄຊຊະນະປະຫວັດສາດທີ່ ດ້ຽນບຽນຝູ ເຊິ່ງບັງຄັບໃຫ້ພວກລ່າເມືອງຂຶ້ນຝຣັ່ງຕ້ອງລົງນາມໃນສັນຍາເຊີແນວ (ປີ 1954) ເພື່ອສັນຕິພາບໃນອິນດູຈີນ.
ໃນໄລຍະ 20 ປີຕໍ່ມາ, ຫວຽດນາມຖືກແບ່ງແຍກ ແລະ ບໍ່ມີສັນຕິພາບ. ພາຍໃຕ້ການນຳພາຂອງພັກ ແລະ ປະທານໂຮ່ຈີມິນ, ດ້ວຍເຈດຈຳນົງອັນແນ່ວແນ່ ແລະ ຄວາມມຸ່ງໝັ້ນອັນເດັດດ່ຽວ, ປະຊາຊົນຫວຽດນາມໄດ້ຜ່ານຜ່າຄວາມຍາກລຳບາກ ແລະ ການເສຍສະຫຼະນັບບໍ່ຖ້ວນ, ດຳເນີນສົງຄາມຕໍ່ຕ້ານອັນຍິ່ງໃຫຍ່, ເອົາຊະນະຍຸດທະສາດການສົງຄາມຂອງຈັກກະພັດອາເມລິກາໄດ້ຢ່າງຕໍ່ເນື່ອງ, ປົດປ່ອຍພາກໃຕ້ໃຫ້ເປັນອິດສະລະຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ຂຽນໜຶ່ງໃນໜ້າປະຫວັດສາດທີ່ພິລະອາດຫານທີ່ສຸດຂອງຊາດ,ເປັນເຫດການທີ່ມີສະຖານະລະດັບສາກົນ ແລະ ມີລັກສະນະຍຸກສະໄໝທີ່ເລິກເຊິ່ງ. ນີ້ແມ່ນການປະຕິບັດວິໄສທັດ ແລະ ຄວາມຕັດສິນໃຈທີ່ພັກກອມມູນິດຫວຽດນາມ ໄດ້ວາງອອກມາຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງທີ III (ເດືອນກັນຍາ 1960): “ປະເທດຫວຽດນາມຂອງເຮົາເປັນໜຶ່ງດຽວ, ປະຊາຊົນຫວຽດນາມຂອງເຮົາເປັນໜຶ່ງດຽວ, ປະເທດຂອງເຮົາຈະເປັນເອກະພາບຢ່າງແນ່ນອນບົນພື້ນຖານເອກະລາດ ແລະ ປະຊາທິປະໄຕ, ປະຊາຊົນຂອງເຮົາຈະມາເຕົ້າໂຮມກັນໃນສັນຕິພາບ, ເສລີພາບ ແລະ ຄວາມຜາສຸກ. ແມ່ນ້ຳອາດຈະເຫືອດແຫ້ງ, ພູເຂົາອາດຈະເຊາະເຈື່ອນ, ແຕ່ເຈດຈຳນົງ ທີ່ຈະໂຮມປະເທດຊາດເປັນເອກະພາບຂອງປະຊາຊົນຂອງເຮົາຈະບໍ່ຫວັ່ນໄຫວ ແລະ ໃນທີ່ສຸດພວກເຮົາຈະຊະນະຢ່າງແນ່ນອນ.”
ໃນຂະນະທີ່ປະເທດກຳລັງເລັ່ງລັດແກ້ໄຂຜົນກະທົບຮ້າຍແຮງທີ່ເກີດຈາກສົງຄາມ, ແຕ່ປະເທດຍັງຄົງປະເຊີນກັບຄວາມທ້າທາຍໃໝ່ໆ. ພັກກອມມູນິດຫວຽດນາມສືບຕໍ່ນຳພາກອງທັບ ແລະ ປະຊາຊົນທັງໃນໃນການຟື້ນຟູເສດຖະກິດ-ສັງຄົມ ແລະ ປັບປຸງຄຸນນະພາບຊີວິດຂອງປະຊາຊົນ ແລະ ຕໍ່ສູ້ຢ່າງເດັດດ່ຽວເພື່ອຮັກສາຜືນແຜ່ນດິນສັກສິດຂອງປະເທດຊາດທຸກຕາລາງນິ້ວ, ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະພື້ນທີ່ຢູ່ອາໄສຂອງຊາດ. ພ້ອມກັນນັ້ນ, ກໍປະຕິບັດໜ້າທີ່ສາກົນອັນສູງສົ່ງຂອງຕົນຕໍ່ປະຊາຊົນກຳປູເຈຍ.
ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່ໃນການພັດທະນາປະເທດຊາດ, ເພື່ອແກ້ໄຂຂໍ້ບົກຜ່ອງຂອງກົນໄກແຜນການລວມສູນ ເກື້ອກູນອຸດໜູນ ທີ່ພາໃຫ້ເກີດວິກິດການດ້ານເສດຖະກິດ-ສັງຄົມໃນຊຸມປີຫຼັງສົງຄາມ, ບົນພື້ນຖານສະຫຼຸບຂໍ້ລິເລີ່ມ ແລະ ຄວາມຄິກປະດິດສ້າງໃນການຊີ້ນຳນຳພາຂອງພັກ ແລະ ການຈັດຕັ້ງປະຕິບັດຂອງລະບົບການເມືອງທັງໝົດ ແລະ ປະຊາຊົນ, ພັກກອມມູນິດຫວຽດນາມໄດ້ວາງແຜນ ແລະປະຕິບັດແນວທາງປ່ຽນແປງໃໝ່ປະເທດຢ່າງຮອບດ້ານ, ຂີດໝາຍບາດລ້ຽວທີ່ສຳຄັນບົນເສັ້ນທາງຂ້າມຜ່ານໄປສູ່ລັດທິສັງຄົມນິຍົມຢູ່ຫວຽດນາມ. ການກຳເນີດຂອງແນວທາງການປ່ຽນແປງໃໝ່ໄດ້ຕອບສະໜອງຄວາມຕ້ອງການໃນທາງປະຕິບັດຂອງຂະບວນການສ້າງພື້ນຖານເສດຖະກິດ, ການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ກິດຈະການຕ່າງປະເທດຂອງປະເທດ, ສະແດງໃຫ້ເຫັນເຖິງເຈດຈຳນົງທີ່ໝັ້ນຄົງ, ຄວາມຄິດປະດິດສ້າງຂອງພັກກອມມູນິດຫວຽດນາມ ແລະ ເປີດຍຸກໃໝ່ສຳລັບການພັດທະນາຂອງປະເທດ.
ຫຼັງຈາກດຳເນີນກິດຈະການປ່ຽນແປງໃໝ່ປະເທດພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມມາເກືອບ 40 ປີ, ປະເທດເຮົາໄດ້ຜ່ານພົ້ນຄວາມຫຍຸ້ງຍາກທັງໝົດ ແລະ ບັນລຸຄວາມສຳເລັດທີ່ຍິ່ງໃຫຍ່ ແລະ ມີຄວາມໝາຍປະຫວັດສາດ. ຈາກປະເທດທຸກຍາກ, ຖືກທຳລາຍລ້າງຍ້ອນສົງຄາມ, ຖືກປິດລ້ອມແລະໂດດດ່ຽວ, ປະຈຸບັນ ຫວຽດນາມໄດ້ກາຍເປັນປະເທດພວມພັດທະນາທີ່ມີລາຍໄດ້ປານກາງ, ມີການເຊື່ອມໂຍງຢ່າງເລິກເຊິ່ງແລະກວ້າງຂວາງໃນວົງການການເມືອງໂລກ, ເສດຖະກິດໂລກ ແລະ ອາລະຍະທຳມະນຸດ, ຮັບຜິດຊອບໜ້າທີ່ສາກົນທີ່ສຳຄັນຫຼາຍຢ່າງ, ເສີມຂະຫຍາຍບົດບາດອັນຕັ້ງໜ້າໃນອົງການສາກົນ ແລະ ເວທີປາໄສຫຼາຍຝ່າຍທີ່ສຳຄັນຫຼາຍແຫ່ງ. ເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນໄດ້ຮັບການປົກປ້ອງຢ່າງໝັ້ນຄົງ; ຜົນປະໂຫຍດຂອງປະເທດ ແລະຜົນປະໂຫຍດຊົນເຜົ່າໄດ້ຮັບປະກັນ. ຂະໜາດຂອງເສດຖະກິດໃນປີ 2024 ສູງເຖິງ 470 ຕື້ໂດລາສະຫະລັດ, ຢູ່ໃນອັນດັບທີ 32 ຂອງໂລກ ແລະ ຢູ່ໃນກຸ່ມ 20 ພື້ນຖານເສດຖະກິດທີ່ມີການຄ້າ ແລະ ການດຶງດູດການລົງທຶນຈາກຕ່າງປະເທດ. ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນຢ່າງຈະແຈ້ງ, ອັດຕາຄອບຄົວທຸກຍາກຫຼຸດລົງຢ່າງຈະແຈ້ງ, ປະຈຸບັນເຫຼືອພຽງ 1,93% (ຕາມມາດຕະຖານຫຼາຍດ້ານ) ທຽບກັບລະດັບ 60% ຂອງປີ 1986. ກຳລັງແຮງຊ້ອນແຝງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ວິທະຍາສາດ-ເຕັກໂນໂລຊີ, ການປ້ອງກັນປະເທດ, ຄວາມໝັ້ນຄົງ ໄດ້ຮັບການເສີມສ້າງຢ່າງຕໍ່ເນື່ອງ. ສະຖານະການຕ່າງປະເທດຂະຫຍາຍຕົງຢ່າງຕໍ່ເນື່ອງ; ຖານະທີ່ຕັ້ງແລະກຽດສັກສີຂອງປະເທດໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ມີສ່ວນປະກອບອັນຕັ້ງໜ້າໃນການແກ້ໄຂບັນຫາໃນລະດັບພາກພື້ນແລະລະດັບໂລກ ແລະ ປະຕິບັດພາລະກິດຕ່າງໆ ໃນຖານະສະມາຊິກຂອງອາຊຽນ, ສະຫະປະຊາຊາດ ແລະ ອົງການແລະສະຖາບັນສາກົນອື່ນໆ ເຊິ່ງໄດ້ຮັບການຍອມຮັບ ແລະ ຊື່ຊົມຢ່າງສູງຈາກປະຊາຄົມໂລກ.
ບັນດາຜົນສຳເລັດອັນໃຫຍ່ຫຼວງຂອງການປະຕິວັດຫວຽດນາມ ຕະຫຼອດ 95 ປີທີ່ຜ່ານມາ ແມ່ນມາຈາກຫຼາຍປັດໄຈ, ໃນນັ້ນ, ການນຳພາທີ່ຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ແມ່ນປັດໄຈຕັດສິນຊີ້ຂາດ, ພ້ອມກັບການເສຍສະຫຼະ, ການຕໍ່ສູ້, ການອອກແຮງງານປະດິດສ້າງຂອງທົ່ວປວງຊົນ ແລະ ກອງທັບ ພາຍໃຕ້ການນຳພາຂອງພັກ, ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງເພື່ອນມິດສາກົນ. ໃນໄລຍະທີ່ຫຍຸ້ງຍາກແລະທ້າທາຍ, ພັກກອມມູນິດຫວຽດນາມໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມກ້າຫານແລະຄວາມສາມັກຄີ, ໂດຍເປັນກຸ່ມທີ່ເປັນເອກະພາບທາງດ້ານເຈດຈຳນົງ ແລະ ການກະທຳ, ຈາກນັ້ນຈຶງຊີ້ນຳນຳພາລະບົບການເມືອງທັງໝົດ ເພື່ອມຸ່ງໝັ້ນທີ່ຈະບັນລຸຜົນສຳເລັດທີ່ຍິ່ງໃຫຍ່ ແລະ ຮອບດ້ານໃນທຸກຂົງເຂດ. ພ້ອມກັນນັ້ນ, ຜ່ານຂະບວນການນຳພາການປະຕິວັດ, ພັກກອມມູນິດຫວຽດນາມໄດ້ຮັບການຝຶກຝົນຫຼໍ່ຫຼອມ ແລະ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ແລະ ໝັ້ນຄົງເຂັ້ມແຂງ, ສົມກັບບົດບາດ ແລະ ພາລະກິດໃນການນຳພາການປະຕິວັດ ແລະ ຄວາມໄວ້ວາງໃຈ, ຄວາມຄາດຫວັງຂອງປະຊາຊົນ. ຄວາມເປັນຈິງດັ່ງກ່າວໄດ້ຢືນຢັນວ່າ: ຢູ່ຫວຽດນາມ, ບໍ່ມີກຳລັງການເມືອງອື່ນໃດນອກເໜືອຈາກພັກກອມມູນິດຫວຽດນາມ ທີ່ມີຄວາມສາມາດ, ຄວາມກ້າຫານ, ຄວາມສະຫຼາດ, ປະສົບການ ແລະກຽດສັກສີພຽງພໍທີ່ຈະນຳພາປະເທດຜ່ານຜ່າຄວາມຫຍຸ້ງຍາກແລະຄວາມທ້າທາຍທັງໝົດ ແລະ ນຳພາພາລະກິດປະຕິວັດຂອງປະຊາຊົນຫວຽດນາມ ຈາກໄຊຊະນະຄັ້ງນີ້ສູ່ໄຊຊະນະຄັ້ງຕໍ່ໄປ.
ເມື່ອຫວນຄືນໄລຍະ 95 ປີແຫ່ງການກໍ່ສ້າງ, ການຕໍ່ສູ້ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມສະແດງຄວາມຮູ້ບຸນຄຸນຢ່າງບໍ່ມີທີ່ສິ້ນສຸດ ແລະ ລະນຶກເຖິງປະທານໂຮ່ຈີມິນຜູ້ຍິ່ງໃຫຍ່ດ້ວຍຄວາມເຄົາລົບ - ຜູ້ນຳອັດສະລິຍະ, ວິລະບຸລຸດແຫ່ງການປົດປ່ອຍຊາດ, ຜູ້ເປີດເສັ້ນທາງການປະຕິວັດ ແລະ ເຮັດໃຫ້ຫວຽດນາມມີຊື່ສຽງນໂລກ. ປະຊາຊົນຫວຽດນາມກໍ່ລະນຶກດ້ວຍຄວາມເຄົາລົບຢ່າງສູງເຖິງບັນພະບຸລຸດຂອງພັກ, ວິລະຊົນຜູ້ເສຍສະຫຼະ, ເພື່ອນຮ່ວມຊາດ ແລະ ສະຫາຍຜູ້ຕໍ່ສູ້ຢ່າງພິລະອາດຫານ ແລະ ເສຍສະຫຼະຕົນເອງໃນພາລະກິດປະຕິວັດອັນສະຫງ່າລາສີ ເພື່ອເອກະລາດແລະເສລີພາບຂອງປະເທດຊາດ, ເພື່ອສັງຄົມນິຍົມ, ເພື່ອຊີວິດທີ່ສະຫງົບສຸກ, ຄວາມສຸກ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະຊາຊົນ.
ພັກ, ລັດ ແລະ ປະຊາຊົນຫວຽດນາມຈະຈົດຈຳຕະຫຼອດໄປເຖິງຄຸນງາມຄວາມດີຂອງບັນດາຜູ້ທີ່ຮັບໃຊ້ຊາດ, ຄອບຄົວຂອງນັກຮົບເສຍສະຫຼະຊີວິດ, ແມ່ຫວຽດນາມວິລະຊົນ, ວິລະຊົນກຳລັງປະກອບອາວຸດ, ວິລະຊົນແຮງງານ, ທະຫານທີ່ບາດເຈັບແລະເຈັບປ່ວຍ, ສະຫາຍທີ່ຖືກຂັງໃນຄຸກອານານິຄົມແລະຈັກກະພັດນິຍົມ, ທະຫານທີ່ຕໍ່ສູ້ໃນທຸກແນວຮົບ ແລະປະຕິບັດໜ້າທີ່ສາກົນອັນສູງສົ່ງ, ນັກຮົບເກົ່າ ແລະ ຜູ້ທີ່ເຮັດວຽກໜັກແລະປະດິດສ້າງເພື່ອສ້າງຄວາມຮັ່ງມີທາງວັດຖຸໃຫ້ແກ່ສັງຄົມ. ປະຊາຊົນຫວຽດນາມຍາມໃດກໍ່ຮູ້ບຸນຄຸນຕໍ່ບັນດາສະຫາຍ ແລະ ເພື່ອນມິດສາກົນທີ່ຮ່ວມທາງສະໜັບສະໜູນ ແລະ ຊ່ວຍເຫຼືອຫວຽດນາມໂດຍຕະຫຼອດ ໃນພາລະກິດການຕໍ່ສູ້ເພື່ອເອກະລາດຂອງຊາດໃນອະດີດ, ກໍຄືການຮ່ວມມືແລະການສະໜັບສະໜູນຫວຽດນາມຢ່າງຕໍ່ເນື່ອງໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ.
ເມື່ອຫວນຄືນປະຫວັດສາດ, ມູນເຊື້ອອັນສະຫງ່າງາມ ແລະ ຄວາມພາກພູມໃຈຂອງພັກກອມມູນິດຫວຽດນາມ ໃນໄລຍະ 95 ປີທີ່ຜ່ານມາ, ຜູ້ນຳແລະສະມາຊິກພັກລຸ້ນປະຈຸບັນ ຈະເຫັນໄດ້ຈະແຈ້ງຍິ່ງຂຶ້ນເຖິງຄວາມຮັບຜິດຊອບຂອງຕົນໃນຂະບວນການປະຫວັດສາດຂອງຊາດ. ພາລະກຳຂອງພັກກອມມູນິດຫວຽດນາມໃນປະຈຸບັນແມ່ນການນຳພາປະເທດເຂົ້າສູ່ຍຸກແຫ່ງການພັດທະນາ, ຍຸກແຫ່ງຄວາມຈະເລີນຮຸ່ງເຮືອງ ແລະ ເຂັ້ມແຂງ, ສ້າງປະເທດຫວຽດນາມສັງຄົມນິຍົມຢ່າງສຳເລັດຜົນ ໃຫ້ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ອາລະຍະທຳ ທີ່ເທົ່າທຽມກັບບັນດາປະເທດມະຫາອຳນາດໃນໂລກ; ຮັບປະກັນໃຫ້ປະຊາຊົນທຸກຄົນມີຊີວິດທີ່ອິ່ມໜຳສຳລານແລະຜາສຸກ, ໄດ້ຮັບການຊ່ວຍເຫຼືອເພື່ອການພັດທະນາ ແລະຫາຄວາມຮັ່ງມີ; ປະກອບສ່ວນນັບມື້ນັບຫຼາຍໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງພາກພື້ນ ແລະ ໃນໂລກ, ເພື່ອຄວາມຜາສຸກຂອງມວນມະນຸດ ແລະ ອາລະຍະທຳທົ່ວໂລກ. ບຸລິມະສິດສູງສຸດຂອງຫວຽດນາມແມ່ນປະຕິບັດສຳເລັດບັນດາເປົ້າໝາຍຍຸດທະສາດຮອດປີ 2030, ຫວຽດນາມກາຍເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທັນສະໄໝ ແລະ ມີລາຍຮັບປານກາງສູງ; ຮອດປີ 2045, ຫວຽດນາມຈະກາຍເປັນປະເທດສັງຄົມນິຍົມທີ່ພັດທະນາ ມີລາຍຮັບສູງ.
ເພື່ອສືບຕໍ່ປະຕິບັດໜ້າທີ່ຮັບຜິດຊອບປະຫວັດສາດນັ້ນ, ພັກກອມມູນິດຫວຽດນາມຕ້ອງເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຮັກສາທາດແທ້ປະຕິວັດ, ປັບປຸງຍົກສູງຄວາມສາມາດໃນການນຳພາ, ການກຳອຳນາດ, ກຳລັງແຮງຕໍ່ສູ້ ແລະ ການພົວພັນໃກ້ຊິດສະໜິດແໜ້ນກັບປະຊາຊົນ. ພັກຕ້ອງປ່ຽນໃໝ່ຕົນເອງຢ່າງບໍ່ຢຸດຢັ້ງ, ປັບປຸງແກ້ໄຂຕົນເອງ, ເສີມຂະຫຍາຍປະຊາທິປະໄຕພາຍໃນ, ສ້າງຖັນແຖວພະນັກງານທີ່ເຂັ້ມແຂງແລະສະອາດ, ຍຶດໝັ້ນໃນຈຸດໝາຍແລະອຸດົມຄະຕິຂອງລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈິມິນ. ພ້ອມກັນນັ້ນ, ພັກຕ້ອງປັບປຸງທິດສະດີຢ່າງບໍ່ຢຸດຢັ້ງ, ຍົກສູງຄຸນນະພາບວຽກງານແນວຄິດ, ສ້າງພື້ນຖານອັນໜັກແໜ້ນເພື່ອນຳພາປະເທດຊາດໃຫ້ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ຕໍ່ໜ້າບັນດາຄວາມຕ້ອງການໃໝ່ຂອງພາລະກິດປະຕິວັດ, ໂດຍສະເພາະໃນສະພາບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ແລະ ສິ່ງທ້າທາຍຕ່າງໆຈາກສະພາບການໂລກ, ວຽກງານກໍ່ສ້າງພັກຕ້ອງໄດ້ຮັບຄວາມເອົາໃຈໃສ່, ປ່ຽນແປງໃໝ່ ແລະ ຜັນຂະຫຍາຍຢ່າງຕັ້ງໜ້າກວ່າອີກ ໂດຍສຸມໃສ່ບັນດາກຸ່ມບັນຫາສຳຄັນຕໍ່ໄປນີ້:
ທີໜຶ່ງ, ສືບຕໍ່ຍຶດໝັ້ນໃນຈຸດໝາຍ ແລະ ອຸດົມຄະຕິຂອງພັກ. ພັກກອມມູນິດຫວຽດນາມກຳເນີດຂຶ້ນດ້ວຍພາລະກຳນຳພາການປະຕິວັດ, ຕາງໜ້າໃຫ້ຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ປະຊາຊົນຜູ້ອອກແຮງງານ ແລະ ຊາດຫວຽດນາມທັງໝົດ. ຕັ້ງແຕ່ໄລຍະຕົ້ນຂອງການຕໍ່ສູ້ເພື່ອເອກະລາດ ຈົນກາຍເປັນພັກກຳອຳນາດ, ພັກກອມມູນິດຫວຽດນາມຍຶດໝັ້ນມາໂດຍຕະຫຼອດໃນຈຸດໝາຍການປົດປ່ອຍຊາດ, ການສ້າງສັງຄົມນິຍົມ ແລະ ນຳຄວາມຈະເລີນຮຸ່ງເຮືອງ ແລະ ຄວາມສຸກມາໃຫ້ປະຊາຊົນ. ພັກກອມມູນິດຫວຽດນາມບໍ່ໄດ້ດຳລົງຢູ່ເພື່ອຜົນປະໂຫຍດຂອງຕົນເອງ, ແຕ່ດຳເນີນການເພື່ອຜົນປະໂຫຍດຂອງປວງປະຊາຊົນ. ອຳນາດການນຳຂອງພັກບໍ່ໄດ້ມາຈາກຕົວພັກເອງ, ແຕ່ມາຈາກການມອບໝາຍຈາກປະຊາຊົນ ແລະ ເປັນອຳນາດທີ່ໄດ້ຮັບຈາກປະຊາຊົນ. ພັກກອມມູນິດຫວຽດນາມ ບໍ່ມີຈຸດໝາຍອື່ນໃດນອກຈາກການຕໍ່ສູ້ເພື່ອຜົນປະໂຫຍດຂອງຊາດ, ປະເທດຊາດ ແລະ ປະຊາຊົນ. ທ່ານປະທານໂຮ່ຈີມິນເຄີຍເນັ້ນໜັກວ່າ: “ພັກບໍ່ແມ່ນອົງການເພື່ອເຮັດໃຫ້ພະນັກງານຮັ່ງມີ. ມັນຕ້ອງປະຕິບັດຢ່າງສຳເລັດຜົນໜ້າທີ່ປົດປ່ອຍປະເທດຊາດ, ເຮັດໃຫ້ປະເທດຊາດຮັ່ງມີເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ”. ເພາະສະນັ້ນ, ພັກກອມມູນິດຫວຽດນາມຍາມໃດກໍ່ຕິດພັນສະໜິດແໜ້ນກັບປະຊາຊົນ, ຖືຜົນປະໂຫຍດຂອງປະຊາຊົນເປັນເປົ້າໝາຍສູງສຸດ, ຮັກສາທາດແທ້ປະຕິວັດ ແລະ ບົດບາດນຳໜ້າຂອງຕົນຢ່າງໝັ້ນຄົງ. ໃນສະພາບການປະຈຸບັນ, ພັກຕ້ອງຍຶດໝັ້ນໃນພື້ນຖານອຸດົມຄະຕິຂອງຕົນ, ສືບຕໍ່ໝູນໃຊ້ລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນຢ່າງປະດິດສ້າງເຂົ້າໃນພາກປະຕິບັດ, ປົກປ້ອງເສັ້ທາງສູ່ສັງຄົມນິຍົມຢ່າງໝັ້ນຄົງ. ພ້ອມກັນນັ້ນ, ພັກຕ້ອງປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ແກ້ໄຂປັບປຸງຕົນເອງ, ປັບປຸງຍົກສູງຄວາມສາມາດໃນການນຳພາ ແລະ ກຳອຳນາດ, ກໍ່ສ້າງພັກໃຫ້ສະອາດປອດໃສ ແລະ ໝັ້ນຄົງເຂັ້ມແຂງ ເພື່ອສືບຕໍ່ນຳພາປະເທດຊາດບົນເສັ້ນທາງແຫ່ງການພັດທະນາໃນຍຸກໃໝ່, ປະຕິບັດເປົ້າໝາຍ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ອາລະຍະທຳໃຫ້ປາກົດເປັນຈິງ.
ທີສອງ, ປັບປຸງບູລະນະລະບົບທິດສະດີຂອງພັກຢ່າງບໍ່ຢຸດຢັ້ງ. ພື້ນຖານທິດສະດີທີ່ໜັກແໜ້ນແມ່ນເຂັມທິດໃຫ້ແກ່ການເຄື່ອນໄຫວຂອງພັກ, ຕັດສິນຄວາມຖືກຕ້ອງຂອງແນວທາງການນຳພາ ແລະ ຍຸດທະສາດການພັດທະນາຂອງປະເທດ. ພາຍຫຼັງ 95 ປີແຫ່ງການນຳພາປະຕິວັດ, ພັກກອມມູນິດຫວຽດນາມ ໄດ້ຖອດຖອນບົດຮຽນຫຼາຍບົດ ແລະ ຄ່ອຍໆພັດທະນາແນວຄິດທິດສະດີກ່ຽວກັບເສັ້ນທາງສູ່ລັດທິສັງຄົມນິຍົມ, ກ່ຽວກັບຮູບແບບການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ກ່ຽວກັບການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ກ່ຽວກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ ພ້ອມຂົງເຂດສຳຄັນອື່ນໆ ຫຼາຍຂົງເຂດ. ການປັບປຸງພື້ນຖານທິດສະດີໃຫ້ສົມບູນແບບ ແມ່ນຄວາມຕ້ອງການອັນຮີບດ່ວນ ເພື່ອໃຫ້ພັກກອມມູນິດຫວຽດນາມສືບຕໍ່ນຳພາປະເທດໃນສະພາບການຂອງໂລກປະຈຸບັນທີ່ມີການປ່ຽນແປງຢ່າງເລິກເຊິ່ງໃນທຸກດ້ານຂອງຊີວິດ. ຢ່າງໃດກໍຕາມ, ໃນຂະບວນການພັດທະນາ, ຄວາມເປັນຈິງມັກຈະກໍ່ໃຫ້ເກີດບັນຫາໃໝ່ໆສະເໝີ ເຊິ່ງຮຽກຮ້ອງໃຫ້ພັກຕ້ອງສະຫຼຸບສັງລວມພຶດຕິກຳ, ເພີ່ມເຕີມ ແລະ ພັດທະນາທິດສະດີຢ່າງບໍ່ຢຸດຢັ້ງ.
ວຽກງານການສະຫຼຸບສັງລວມພຶດຕິກຳຕ້ອງເບິ່ງກົງໄປທີ່ຄວາມຈິງ, ປະເມີນຜົນທີ່ໄດ້ຮັບຢ່າງຖືກຕ້ອງ, ຊີ້ໃຫ້ເຫັນຂໍ້ຈຳກັດ, ຈຸດອ່ອນ ຂໍ້ບົກພ່ອງ ແລະ ສາເຫດຢ່າງກົງໄປກົງມາ ແລະ ພາວະວິໄສ; ລະບຸຢ່າງຈະແຈ້ງເຖິງຈຸດອຸດຕັນ ແລະ ອຸປະສັກ ທີ່ຂັດຂວາງການພັດທະນາຂອງປະເທດ ເພື່ອສະເໜີມາດຕະການແກ້ໄຂບຸກທະລຸ, ສ້າງແຮງຜັກດັນທີ່ແຂງແຮງໃຫ້ແກ່ຂະບວນການພັດທະນາປະເທດໃນອະນາຄົດ. ວຽກງານຄົ້ນຄວ້າຍັງຕ້ອງຊີ້ແຈງໃຫ້ຈະແຈ້ງວ່າ ໂອກາດອັນຍິ່ງໃຫຍ່ໃດທີ່ຕ້ອງໃຊ້ປະໂຫຍດ, ຄວາມທ້າທາຍອັນຍິ່ງໃຫຍ່ໃດທີ່ຕ້ອງເອົາຊະນະ ແລະ ອົງປະກອບໃໝ່ໆຂອງຄວາມເປັນຈິງໃດທີ່ຕ້ອງເພີ່ມເຕີມເຂົ້າ. ຄວາມກົງໄປກົງມາ, ພາວະວິໄສ, ວິທະຍາສາດ, ຄວາມຊື່ສັດ, ຄວາມມຸ່ງໝັ້ນ ແລະຄວາມລະມັດລະວັງ ເປັນສິ່ງຈໍາເປັນເພື່ອຫຼີກລ້ຽງຄວາມຜິດພາດ ແລະ ແນວຄິດເຈດຈຳນົງນິຍົມ. ບັນດາບັນຫານີ້ຕ້ອງໄດ້ຮັບການຊີ້ແຈງໃນຂະບວນການຮ່າງເອກະສານເພື່ອນຳສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ. ນີ້ບໍ່ພຽງແຕ່ເປັນວຽກງານຂອງອົງການວິຊາຊີບຂອງພັກເທົ່ານັ້ນ ແຕ່ຍັງຕ້ອງມີການເຂົ້າຮ່ວມຂອງລະບົບການເມືອງທັງໝົດ, ຖັນແຖວປັນຍາຊົນ, ບັນດາອົງການຄົ້ນຄ້ວາທິດສະດີ, ພະນັກງານ ສະມາຊິກພັກແຕ່ລະຄົນ ແລະ ປະຊາຊົນໃນທົ່ວປະເທດ.
ທີສາມ, ສືບຕໍ່ກໍ່ສ້າງແລະປັບປຸງພັກໃຫ້ສະອາດປອດໃສ ແລະ ໝັ້ນຄົງເຂັ້ມແຂງ. ນີ້ແມ່ນວຽກງານທີ່ມີຄວາມໝາຍສຳຄັນຕໍ່ການດຳລົງຢູ່ ແລະ ການພັດທະນາຂອງພັກກອມມູນິດຫວຽດນາມ. ຕ້ອງປັບປຸງຄວາມສາມັກຄີ ແລະເປັນເອກະພາບຢູ່ພາຍໃນພັກຢ່າງບໍ່ຢຸດຢັ້ງ, ປັບປຸງຍົກສູງຄວາມສາມາດນຳພາ ແລະ ກຳລັງແຮງຕໍ່ສູ້ຂອງແຕ່ລະອົງການພັກ; ກໍ່ສ້າງອົງການຈັດຕັ້ງພັກຮາກຖານທີ່ສະອາດປອດໃສ ແລະ ໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ ເພື່ອເປັນແກນກາງຂອງລະບົບການເມືອງ ແລະ ຕິດພັນຢ່າງສະໜິດແໜ້ນກັບປະຊາຊົນ. ພ້ອມກັນນັ້ນ, ຍັງຈຳເປັນຕ້ອງສືບຕໍ່ເພີ່ມທະວີວຽກງານກວດກາ, ຕິດຕາມກວດກາ ແລະ ປະຕິບັດວິໄນຂອງພັກ; ຍູ້ແຮງການຕິຊົມຕົນເອງ ແລະ ຕິຊົມ, ຈັດການຢ່າງເດັດຂາດຕໍ່ພະນັກງານ ແລະ ສະມາຊິກພັກທີ່ເສື່ອມໂຊມດ້ານແນວຄິດການເມືອງ, ຄຸນສົມບັດສິນທຳແລະວິຖີ, ຜູ້ມີປະກົດການຂອງ “ການຫັນປ່ຽນຕົນເອງ” ແລະ “ການປ່ຽນແປງຕົນເອງ”; ຍົກສູງປະສິດທິພາບແລະປະສິດທິຜົນຂອງວຽກງານກວດກາ ແລະ ຕິດຕາມກວດກາ ເພື່ອຮັກສາລະບຽບວິໄນຂອງພັກ. ວຽກງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້ ແລະ ການສິ້ນເປືອງ ຈຳເປັນຕ້ອງດຳເນີນການຕໍ່ໄປຢ່າງເຂັ້ມງວດ, ຄົບຊຸດ, ຮອບດ້ານ ແລະ ເປັນແບບສະບັບ ໂດຍບໍ່ມີເຂດຕ້ອງຫ້າມ ຫຼື ຂໍ້ຍົກເວັ້ນ, ສ້າງການຂູ່ກັ້ນ ແລະ ເຕືອນສະຕິ, ປະກອບສ່ວນເຮັດຄວາມສະອາດກົງຈັກການຈັດຕັ້ງ ແລະ ເສີມສ້າງຄວາມໄວ້ວາງໃຈຂອງປະຊາຊົນທີ່ມີຕໍ່ພັກ. ພະນັກງານ, ສະມາຊິກພັກ, ພິເສດແມ່ນຜູ້ນຳຂອງຄະນະພັກທຸກຂັ້ນ ຕ້ອງເຊີດຊູຄວາມຮັບຜິດຊອບໃນການເປັນແບບຢ່າງ, ຮັບຟັງຄຳຄິດເຫັນຂອງປະຊາຊົນຢູ່ສະເໝີ, ແກ້ໄຂບັນຫາຄວາມປາຖະໜາອັນຊອບທຳຂອງປະຊາຊົນຢ່າງທັນການ ແລະ ສ້າງຄວາມເຫັນດີເຫັນພ້ອມທາງສັງຄົມ. ພ້ອມກັນນັ້ນ, ຍັງຕ້ອງເສີມຂະຫຍາຍບົດບາດຕິດຕາມກວດກາຂອງປະຊາຊົນຕໍ່ພະນັກງານ ແລະ ສະມາຊິກພັກ ເພື່ອໃຫ້ພັກເປັນກຳລັງນຳພາທີ່ຈົງຮັກພັກດີຕໍ່ຜົນປະໂຫຍດຂອງຊາດ ແລະ ຄວາມຜາສຸກຂອງປະຊາຊົນ.
ທີສີ່, ຕັດສິນໃຈປັບປຸງກົງຈັກກາຈັດຕັ້ງຂອງລະບົບການເມືອງໃຫ້ກະທັດລັດຮັດກຸມ, ມີປະສິດທິພາບແລະປະສິດທິຜົນໃນການດຳເນີນງານ, ແກ້ໄຂບັນຫາທີ່ຫຍຸ້ງຍາກ ແລະ ຊ້ຳຊ້ອນ. ໃນກອງປະຊຸມໃຫຍ່ຫຼາຍຄັ້ງທີ່ຜ່ານມາມໍ່ນີ້, ເອກະສານຂອງກອງປະຊຸມໃຫຍ່ໄດ້ເນັ້ນໜັກເຖິງວຽກງານສະເພາະກ່ຽວກັບການປັບປຸງກົງຈັກການຈັດຕັ້ງໃຫ້ກະທັດລັດຮັດກຸມ ຫຼືການຄົ້ນຄວ້າແລະການສ້າງຮູບແບບໂດຍລວມຂອງກົງຈັກການຈັດຕັ້ງອົງການຂອງລະບົບການເມືອງໃນໄລຍະໃໝ່. ພັກຍັງໄດ້ອອກມະຕິແລະຂໍ້ສະຫຼຸບຢ່າງຕໍ່ເນື່ອງ ເພື່ອນຳພາການຈັດຕັ້ງປະຕິບັດແຜນນະໂຍບາຍການປ່ຽນແປງໃໝ່ ແລະ ການປັບກົງຈັກການຈັດຕັ້ງລະບົບການເມືອງ. ຢ່າງໃດກໍ່ຕາມ, ຄວາມຮັບຮູ້ແລະການກະທຳຂອງຄະນະພັກບາງຄະນະ, ອົງການພັກ, ກຸ່ມຜູ້ນຳແລະຫົວໜ້າໜ່ວຍງານ, ອົງການ, ຫົວໜ່ວຍ ແລະ ທ້ອງຖິ່ນບາງແຫ່ງ ຍັງບໍ່ທັນຄົບຖ້ວນ, ບໍ່ເລິກເຊິ່ງ, ຄວາມມຸ່ງໝັ້ນບໍ່ສູງ, ດຳເນີນການບໍ່ເດັດຂາດ, ການຈັດລະບົບອົງການບໍ່ສອດປະສານກັນ, ບໍ່ຮອບດ້ານ ແລະ ການປັບໂຄງສ້າງບຸກຄະລາກອນບໍ່ໄດ້ເຊື່ອມໂຍງກັບການປັບໂຄງສ້າງອົງການ... ເພາະສະນັ້ນ, ມາຮອດປະຈຸບັນ, ກົງຈັກການຈັດຕັ້ງຂອງລະບົບການເມືອງຍັງພະລຸງພະລັງ, ຫຼາຍຊັ້ນຂັ້ນ ແລະ ຫຼາຍຫົວເງື່ອນ; ປະສິດທິພາບ ແລະ ປະສິດທິຜົນການດໍາເນີນງານຍັງບໍ່ທັນໄດ້ຕາມຄວາມຕ້ອງການແລະໜ້າທີ່; ພາລະບົດບາດ, ໜ້າທີ່, ອຳນາດຂອບເຂດ, ການຈັດຕັ້ງ ແລະ ຄວາມສຳພັນໃນການເຮັດວຽກລະຫວ່າງອົງການແລະພາກສ່ວນຕ່າງໆ ຍັງບໍ່ຊັດເຈນ ແລະ ຍັງທັບຊ້ອນກັນຢູ່; ການແບ່ງຄວາມຮັບຜິດຊອບ, ການແບ່ງຂັ້ນ ແລະ ແບ່ງອຳນາດການຄຸ້ມຄອງ ບໍ່ສອດຄ່ອງກັນ ແລະບໍ່ສົມເຫດສົມຜົນ, ມີບ່ອນໄດ້ອຸ້ມວຽກເຮັດຕ່າງຜູ້ອື່ນ, ໃນບາງສະຖານທີ່ມີການປ່ອຍປະລະເລິຍ ຫຼືການລົງທຶນບໍ່ພຽງພໍ. ເມື່ອປຽບທຽບກັບການປ່ຽນແປງອັນຍິ່ງໃຫຍ່ຂອງປະເທດຊາດພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ການພັດທະນາຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ແລະ ຜົນສຳເລັດທາງດ້ານວິທະຍາສາດແລະເຕັກໂນໂລຊີແລ້ວ ການຈັດຕັ້ງກົງຈັກລະບົບການເມືອງຂອງປະເທດເຮົາໂດຍພື້ນຖານແລ້ວ ຍັງຄົງຍຶດຖືຮູບແບບທີ່ອອກແບບໄວ້ເມື່ອຫຼາຍສິບປີກ່ອນ, ຫຼາຍບັນຫາບໍ່ເໝາະສົມກັບສະພາບການໃໝ່ອີກຕໍ່ໄປ ເຊິ່ງຂັດຕໍ່ກົດແຫ່ງການພັດທະນາ; ກໍ່ໃຫ້ເກີດສະຖານະການທີ່ "ການເວົ້າບໍ່ສອດຄ່ອງກັບການກະທຳ". ດັ່ງນັ້ນ, ໜ້າທີ່ສຳຄັນໃນໄລຍະປະຈຸບັນ ແລະ ໄລຍະຈະມາເຖິງແມ່ນກໍ່ສ້າງ ແລະ ຈັດຕັ້ງຜັນຂະຫຍາຍຮູບແບບໂດຍລວມການຈັດຕັ້ງກົງຈັກລະບົບການເມືອງຫວຽດນາມ ໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ໃນໄລຍະການປະຕິວັດໃໝ່.
ທີຫ້າ, ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານ, ໂດຍສະເພາະແມ່ນພະນັກງານຫຼັກແຫຼ່ງທຸກຂັ້ນ. ຕໍ່ໜ້າຄວາມຮຽກຮ້ອງຕ້ອງການດ້ານການພັດທະນາ ແລະ ການເຊື່ອມໂຍງທີ່ນັບມື້ນັບສູງຂຶ້ນ, ຖັນແຖວພະນັກງານ, ໂດຍສະເພາະແມ່ນພະນັກງານຫຼັກແຫຼ່ງທຸກຂັ້ນ, ຈະຕ້ອງປະຕິບັດຕາມມາດຕະການທີ່ສຳຄັນດັງຕໍ່ໄປນີ້: ມີຄວາມກ້າຫານແລະຫຼັກໝັ້ນທາງການເມືອງທີ່ເຂັ້ມແຂງ; ມີຄຸນທຳບໍລິສຸດ, ມີຄວາມຮັບຜິດຊອບສູງ, ເປັນແບບຢ່າງທີ່ດີ, ມີຄວາມຊື່ສັດ, ອຸທິດຕົນເພື່ອຮັບໃຊ້ປະຊາຊົນ, ບໍ່ເຫັນແກ່ຕົວ, ບໍ່ສໍ້ລາດບັງຫຼວງ, ບໍ່ຫຍໍ້ທໍ້; ມີຄວາມຄິດປ່ຽນແປງໃໝ່ແລະປະດິດສ້າງ; ຮູ້ຈັກຍຶດຖືໂອກາດ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ເພື່ອຜົນປະໂຫຍດລວມ, ບໍ່ຫຼີກລ່ຽງ, ນິ້ງເສີຍຫຼືເສີຍເມີຍເມື່ອປະເຊີນກັບບັນຫາໃໝ່ໆທີ່ເກີດຂຶ້ນ; ມີຄວາມສາມາດໃນການປະຕິບັດ, ຄວາມສາມາດໃນການນຳພາ ແລະຄຸ້ມຄອງ. ເພື່ອເຮັດໄດ້ຄືແນວນັ້ນ, ຈຳເປັນຕ້ອງປ່ຽນແປງໃໝ່ຄວາມຄິດໃນວຽກງານພະນັກງານຢ່າງແຂງແຮງ. ຂະບວນການກ່ຽວກັບວຽກງານພະນັກງານຈະຕ້ອງກາຍເປັນກົນໄກໃນການຄັດເລືອກບຸກຄະລາກອນທີ່ດີທີ່ສຸດ ແລະ ຄູ່ຄວນທີ່ສຸດ, ແຕ່ບໍ່ແມ່ນກົນໄກທີ່ຈະເຮັດໃຫ້ການຄັດເລືອກ, ແຕ່ງຕັ້ງ ແລະ ເລື່ອນຕຳແໜ່ງບຸກຄົນທີ່ບໍ່ໄດ້ຕາມມາດຕະຖານ, ບໍ່ເປັນຕົວແທນທີ່ແທ້ຈິງ ແລະ ບໍ່ໄດ້ເປັນຂອງປະຊາຊົນຢ່າງແທ້ຈິງ. ນອກເໜືອຈາກການເຮັດໃຫ້ຂະບວນການແຕ່ງຕັ້ງແລະໝູນວຽນພະນັກງານທີ່ມີຄວາມໂປ່ງໃສ ແລະເພີ່ມທະວີການກວດກາ ແລະ ຕິດຕາມກວດກາແລ້ວ ຍັງຈຳເປັນຕ້ອງສ້າງກົນໄກການກວດພົບ, ປົກປ້ອງ ແລະ ສົ່ງເສີມບຸກຄະລາກອນທີ່ມີຄວາມເກັ່ງກ້າສາມາດ, ແລະໃນເວລາດຽວກັນ ກໍມີກົນໄກທີ່ຈະແຈ້ງໃນການຈັດການຄວາມຮັບຜິດຊອບ ເຊິ່ງຜູ້ໃດກໍຕາມທີ່ສະເໜີແນະ ຫຼືແຕ່ງຕັ້ງພະນັກງານທີ່ບໍ່ໄດ້ຕາມມາດຕະຖານ, ຂາດຄຸນສົມບັດ ຫຼືບໍ່ມີຄວາມສາມາດ ຈະຕ້ອງຮັບຜິດຊອບ. ພ້ອມກັນນັ້ນ, ຈຳເປັນຕ້ອງຕໍ່ສູ້ຢ່າງເດັດດ່ຽວຕໍ່ການວິ້ງເຕັ້ນຫາຕຳແໜ່ງ, ຫາອຳນາດ ແລະ ຜົນປະໂຫຍດຂອງກຸ່ມໃນວຽກງານວາງແຜນ, ການແຕ່ງຕັ້ງ ແລະ ການໃຊ້ພະນັກງານ.
ທີຫົກ, ເພີ່ມທະວີການນຳໃຊ້ວິທະຍາສາດ-ເຕັກໂນໂລຊີ ແລະ ການຫັນປ່ຽນດິຈິຕອນ ໃນການກໍ່ສ້າງພັກ. ຄວາມກ້າວໜ້າທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ປັນຍາປະດິດ, ຂໍ້ມູນຂະໜາດໃຫຍ່ ແລະ ການຫັນປ່ຽນດິຈິຕອນ ກໍາລັງສົ່ງຜົນກະທົບຢ່າງແຮງຕໍ່ທຸກດ້ານຂອງຊີວິດສັງຄົມ. ການນຳໃຊ້ບັນດາຜົນງານດ້ານວິທະຍາສາດ-ເຕັກໂນໂລຊີ ເຂົ້າໃນການກໍ່ສ້າງພັກ ບໍ່ພຽງແຕ່ແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນເທົ່ານັ້ນ ແຕ່ຍັງແມ່ນບາດກ້າວບຸກທະລຸ ເພື່ອຍົກສູງຄວາມສາມາດນຳພາ ແລະ ກຳລັງແຮງຕໍ່ສູ້ຂອງພັກໃນສະພາບການໃໝ່. ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ປັນຍາປະດິດ ຈະປະກອບສ່ວນປັບປຸງວຽກງານຄຸ້ມຄອງສະມາຊິກພັກ ແລະ ການດຳເນີນງານຂອງອົງການຈັດຕັ້ງພັກໃຫ້ທັນສະໄໝ. ການສ້າງລະບົບການຄຸ້ມຄອງສະມາຊິກພັກບົນແພຼດຟອມດິຈິຕອນຈະຊ່ວຍເພີ່ມຄວາມໂປ່ງໃສ, ຄວາມຖືກຕ້ອງ ແລະ ປະສິດທິພາບໃນການຄຸ້ມຄອງບັນທຶກ, ຂະບວນການເຮັດວຽກ, ການປະເມີນ ແລະ ການຈຳແນກປະເພດສະມາຊິກພັກ. ສິ່ງດັ່ງກ່າວຊ່ວຍໃຫ້ຄະນະພັກທຸກຂັ້ນເຂົ້າໃຈສະຖານະການຂອງຖັນແຖວພະນັກງານໄດ້ຢ່າງຖືກຕ້ອງ, ຈາກນັ້ນຈະມີກົນໄກການຝຶກອົບຮົມ ການສົ່ງເສີມ ແລະ ການໝູນວຽນພະນັກງານຢ່າງເໝາະສົມ, ເອົາຊະນະພະຍາດອາດຍາສິດ ແລະຄວາມບໍ່ແທດຈິງ. ເຕັກໂນໂລຊີດິຈິຕອນຍັງຊ່ວຍປັບປຸງຍົກສູງປະສິດທິພາບຂອງການໂຄສະນາເຜີຍແຜ່ ແລະການສຶກສາອົບຮົມການເມືອງ, ແນວຄິດ. ສາມາດໃຊ້ແພຼດຟອມດິຈິຕອນ ແລະ ເຄືອຂ່າຍສັງຄົມອອນໄລນ໌ ເພື່ອໂຄສະນາເຜີຍແຜ່ແນວທາງ ແຜນນະໂຍບາຍຂອງພັກໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນຈຳນວນຫຼາຍ ໄດ້ຢ່າງວ່ອງໄວ, ຊັດເຈນ ແລະ ມີປະສິດທິພາບ. ເຕັກໂນໂລຊີໃໝ່ຍັງຊ່ວຍປັບປຸງຄວາມສາມາດໃນການກວດພົບບັນຫາທີ່ເກີດຂຶ້ນໃນໄລຍະເລີ່ມຕົ້ນ, ວິເຄາະ, ຄາດຄະເນ ແລະສະເໜີວິທີແກ້ໄຂທີ່ເໝາະສົມ. ເຕັກໂນໂລຊີດິຈິຕອນສະໜອງຂໍ້ມູນທີ່ແມ່ນຢຳແລະພາວະວິໄສ, ຊ່ວຍໃຫ້ຄະນະພັກສາມາດຕັດສິນໃຈໄດ້ຖືກຕ້ອງ ໂດຍອາໄສການວິເຄາະທາງວິທະຍາສາດແທນທີ່ຈະໃຊ້ຄວາມຮູ້ສຶກ.
ທີເຈັດ, ໜ້າທີ່ສຳຄັນຮີບດ່ວນໃນປີ 2025 ຂອງຄະນະພັກທຸກຂັ້ນ, ແຕ່ລະໜ່ວຍພັກ, ສະມາຊິກພັກແຕ່ລະຄົນ ແມ່ນຕ້ອງສຸມກຳລັງວັງຊາ ແລະ ສະຕິປັນຍາ ເພື່ອພ້ອມກັບປະຊາຊົນສູ້ຊົນໃຫ້ສຳເລັດ ແລະ ສຳເລັດລື່ນຄາດໝາຍທີ່ວາງໄວ້ໃນມະຕິຂອງຄະນະພັກທຸກຂັ້ນ, ໂດຍສະເພາະເອົາໃຈໃສ່ເປັນພິເສດຕໍ່ບັນດາຕົວຊີ້ວັດການພັດທະນາເສດຖະກິດ-ສັງຄົມ; ຈັດຕັ້ງ ແລະ ດຳເນີນກອງປະຊຸມໃຫຍ່ຄະນະພັກທຸກຂັ້ນ, ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ເຊິ່ງໃຫ້ຄວາມສຳຄັນກັບການປະກອບຄຳຄິດຄຳເຫັນໃສ່ບັນດາເນື້ອໃນເອກະສານຂອງພັກ; ແນະນຳ ແລະ ຄັດເລືອກບຸກຄົນແບບຢ່າງທີ່ອຸທິດຕົນເພື່ອປະເທດຊາດແລະປະຊາຊົນຢ່າງແທ້ຈິງ ໃຫ້ເຂົ້າຮ່ວມລະບົບການເມືອງທຸກຂັ້ນ; ສ້າງບັນຍາກາດການເຮັດວຽກ, ການຜະລິດ, ການກໍ່ສ້າງ ແລະການພັດທະນາບ້ານເກີດເມືອງນອນທີ່ເປັນປະຊາທິປະໄຕຢ່າງແທ້ຈິງ ມີຄວາມສາມັກຄີ ແລະ ກະຕືລືລົ້ນໃນໝູ່ຄົນທຸກຊົນຊັ້ນ.
ເມື່ອຫວນຄືນໄລຍະ 95 ປີແຫ່ງການສ້າງຕັ້ງແລະການເຕີບໃຫຍ່ຂະຫຍາຍຕົວຂອງພັກ, ປະຊາຊົນຫວຽດນາມທຸກຄົນມີສິດທີ່ຈະພາກພູມໃຈ ແລະໝັ້ນໃຈຢ່າງເຕັມທີ່ ໃນອະນາຄົດທີ່ສົດໃສຂອງພັກ ແລະປະເທດຊາດ. ປີ 1945, ເມື່ອນຳພາທົ່ວປວງຊົນດຳເນີນການປະຕິວັດເດືອນສິງຫາຢ່າງສຳເລັດຜົນ, ພັກກອມມູນິດຫວຽດນາມມີສະມາຊິກພຽງເກືອບ 5.000 ຄົນ, ແຕ່ດ້ວຍແນວທາງທີ່ຖືກຕ້ອງ, ຈິດໃຈເດັດດ່ຽວໜຽວແໜ້ນ, ຄວາມມຸ່ງໝັ້ນທີ່ບໍ່ຫຍໍ້ທໍ້ ແລະ ນ້ຳໃຈຮັກຊາດ, ພັກໄດ້ນຳພາປະຊາຊົນຍາດໄດ້ໄຊຊະນະອັນສະຫງ່າລາສີ ແລະ ສະຖາປະນາສາທາລະນະລັດປະຊາທິປະໄຕຫວຽດນາມ. ຮອດປີ 1960, ເມື່ອປະເທດເຂົ້າສູ່ການຕໍ່ຕ້ານໄລຍະຍາວຕໍ່ສະຫະລັດອາເມລິກາເພື່ອກູ້ປະເທດ, ຈຳນວນສະມາຊິກພັກເພີ່ມຂຶ້ນເປັນປະມານ 500.000 ຄົນ, ກາຍເປັນແກນຫຼັກທີ່ນຳພາປະເທດຊາດໄປສູ່ການຕໍ່ສູ້ເພື່ອເອກະລາດ ແລະ ການທ້ອນໂຮມປະເທດຊາດເປັນເອກະພາບຢ່າງສົມບູນ. ປະຈຸບັນ, ພັກຂອງເຮົາມີສະມາຊິກຫຼາຍກວ່າ 5,4 ລ້ານຄົນ, ກຳລັງຂອງພັກນັບມື້ນັບພັດທະນາຢ່າງບໍ່ຢຸດຢັ້ງທັງດ້ານປະລິມານ ແລະ ຄຸນນະພາບ, ມີຄວາມສາມາດທີ່ຈະແບກຮັບຄວາມຮັບຜິດຊອບໃນການນຳພາປະເທດກ້າວໄປຂ້າງໜ້າໃນຍຸກໃໝ່ໄດ້. ສະມາຊິກພັກແຕ່ລະຄົນເປັນສັນຍາລັກຂອງຄວາມເຊື່ອໝັ້ນ, ສະຕິປັນຍາ ແລະ ເຈດຈຳນົງສາມັກຄີຂອງທົ່ວທັງຊາດ. ພັກກອມມູນິດຫວຽດນາມ ພາຍໃຕ້ແສງສະຫວ່າງຂອງລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນ ຈະສືບຕໍ່ປະຕິບັດໜ້າທີ່ປະຫວັດສາດຢ່າງສຳເລັດຜົນ. ດ້ວຍຄວາມເຊື່ອໝັ້ນໃນກຳລັງແຮງຂອງພັກ ແລະ ຄວາມສາມັກຄີທົ່ວປວງຊົນທັງຊາດ, ສາມາດຢືນຢັນໄດ້ວ່າ: ທົ່ວພັກ, ທົ່ວປວງຊົນ ແລະ ກອງທັບຂອງພວກເຮົາ ຈະສາມັກຄີກັນຜ່ານຜ່າຄວາມຫຍຸ້ງຍາກແລະສິ່ງທ້າທາຍທັງໝົດ, ນຳພາປະເທດໄປສູ່ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນຍຸກໃໝ່ ແລະ ສ້າງອະນາຄົດທີ່ຮຸ່ງເຮືອງ ແລະ ສົດໃສໃຫ້ແກ່ປະຊາຊົນຫວຽດນາມ./.