ວກ.-  ໃນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ເມື່ອປະເມີນຜົນໄດ້ຮັບໂດຍລວມທີ່ບັນລຸໄດ້ໃນຂົງເຂດວັດທະນະທໍາໃນໄລຍະທີ່ຜ່ານມາ ໄດ້ກ່າວວ່າ: “ການພັດທະນາວັດທະນະທໍາ, ຜູ້ຄົນແລະສັງຄົມ ໄດ້ບັນລຸຜົນທີ່ສໍາຄັນຫຼາຍຢ່າງ ໂດຍມີຫຼາຍດ້ານທີ່ກ້າວໜ້າ”(1). ພ້ອມກັນນັ້ນ ກໍ່ໄດ້ຊີ້ໃຫ້ເຫັນເຖິງຈຸດອ່ອນທີ່ຕ້ອງແກ້ໄຂວ່າ “ສະພາບແວດລ້ອມທາງວັດທະນະທໍາບໍ່ມີສຸຂະພາບດີຢ່າງແທ້ຈິງ; ຈະລິຍະທໍາທາງສັງຄົມຍັງສະແດງໃຫ້ເຫັນເຖິງສັນຍານຂອງການເສື່ອມຖອຍ”(2). ກອງປະຊຸມໃຫຍ່ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການພັດທະນາວັດທະນະທໍາ, ຜູ້ຄົນແລະສັງຄົມ, ລວມທັງການເສີມສ້າງຈະລິຍະທໍາທາງສັງຄົມ.

ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ XIV ແນະນຳຕົນເອງໃນກອງປະຊຸມໃຫຍ່ _ພາບ: baochinhphu.vn

ໃນປະຫວັດສາດການພັດທະນາຂອງແຕ່ລະປະເທດ, ຄຽງຄູ່ກັບການມີປັດໄຈຕ່າງໆເຊັ່ນ ຄຸນນະພາບຂອງຊັບພະຍາກອນມະນຸດ, ຊັບພະຍາກອນທຳມະຊາດ, ທຶນ, ເຕັກໂນໂລຊີ ຫຼືສະຖາບັນ, ຈະລິຍະທຳທາງສັງຄົມກໍ່ມີອິດທິພົນທີ່ເຂັ້ມແຂງແລະເລິກເຊິ່ງສະເໝີມາ. ຖ້າເຮົາຖືວ່າເສດຖະກິດເປັນ "ຮ່າງກາຍ" ແລະການເມືອງເປັນ “ສະໝອງ” ແລ້ວ, ມາດຕະຖານທາງຈະລິຍະທຳກໍ່ປຽບສະເໝືອນ “ເຊວປະສາດ” ທີ່ເຊື່ອມຕໍ່, ດັດປັບ ແລະເຮັດໃຫ້ລະບົບທັງໝົດດຳເນີນງານຢ່າງກົມກຽວ, ໝັ້ນຄົງແລະຍືນຍົງ. ສຳລັບຫວຽດນາມ, ປະເທດທີ່ກຳລັງຢູ່ລະຫວ່າງການປ່ຽນແປງຢ່າງແຂງແຮງ ດ້ວຍລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ໃນຂະນະດຽວກັນກໍ່ເຊື່ອມໂຍງເຂົ້າກັບຊີວິດສາກົນຢ່າງເລິກເຊິ່ງ ແລະເຂົ້າສູ່ຍຸກໃໝ່, ຍຸກແຫ່ງຄວາມກ້າວໜ້າພັດທະນາຂອງຊາດ, ບັນຫາເລື່ອງຈະລິຍະທຳທາງສັງຄົມບໍ່ພຽງແຕ່ເປັນບັນຫາຂອງມາດຕະຖານພຶດຕິກຳເທົ່ານັ້ນ, ແຕ່ໄດ້ກາຍເປັນເສົາຄ້ຳຂອງການພັດທະນາຢ່າງຍືນຍົງ. ໃນສະພາບການນີ້, ຄວາມຕ້ອງການທີ່ຈະພັດທະນາຄວາມຮັບຮູ້ທິດສະດີກ່ຽວກັບການເສີມສ້າງຈະລິຍະທຳທາງສັງຄົມແມ່ນໜ້າທີ່ຍຸດທະສາດ ທີ່ເປັນລະບົບ ແລະ ເຊື່ອມໂຍງຢ່າງໃກ້ຊິດ ກັບການພັດທະນາໄລຍະຍາວຂອງປະເທດຊາດ.

ກ່ອນອື່ນໝົດ, ຈຳເປັນຕ້ອງຮັບຮູ້ຢ່າງຄົບຖ້ວນແລະເລິກເຊິ່ງກ່ຽວກັບບັນຫາການພັດທະນາຄວາມຮັບຮູ້ທິດສະດີກ່ຽວກັບຈະລິຍະທຳທາງສັງຄົມ ແລະ ການເສີມສ້າງຈະລິຍະທຳທາງສັງຄົມໃນສະພາບການໃໝ່. ຈະລິຍະທຳທາງສັງຄົມມັກສະແດງອອກໃນຖານະການຕົກຜະລຶກຂອງຄວາມຮັບຮູ້ສັງຄົມກ່ຽວກັບຄວາມດີ, ຄວາມຊົ່ວ, ຈາກນັ້ນຈຶ່ງກາຍເປັນບັນທັດຖານທີ່ຜູ້ຄົນຍຶດຖືປະຕິບັດ. ໃນສັງຄົມຫວຽດນາມດັ້ງເດີມ, ຈະລິຍະທຳຖືກສ້າງຂຶ້ນບົນພື້ນຖານຂອງຄຸນຄ່າຕ່າງໆ ເຊັ່ນ: ມະນຸດສະທຳ, ຄວາມຊອບທຳ, ຄວາມສຸພາບ, ສະຕິປັນຍາ, ຄວາມໜ້າເຊື່ອຖື, ຄວາມກະຕັນຍູ, ຄວາມຈົງຮັກພັກດີ, ຄວາມເຄົາລົບຄວາມສຳພັນ ແລະການເນັ້ນຄວາມສຳຄັນຂອງຊຸມຊົນ. ຄຸນຄ່າເຫຼົ່ານີ້ຊ່ວຍໃຫ້ປະເທດຊາດເອົາຊະນະຄວາມທ້າທາຍທາງປະຫວັດສາດຫຼາຍຢ່າງ, ສ້າງກຳລັງແຮງແຫ່ງຄວາມສາມັກຄີ ແລະ ເຈດຈຳນົງທີ່ເດັດດ່ຽວ.

ຕະຫຼອດໄລຍະເວລາ 40 ປີທີ່ຜ່ານມາຂອງການປ່ຽນແປງໃໝ່ໃນຫວຽດນາມ, ຄວາມຮັບຮູ້ທິດສະດີກ່ຽວກັບຈະລິຍະທຳທາງສັງຄົມໄດ້ປ່ຽນແປງໄປຢ່າງຫຼວງຫຼາຍ. ຄຸນຄ່າໃໝ່ໆ, ເຊັ່ນ ຄວາມຂະຫຍັນຂັນເຄື່ອນ, ຄວາມຄິດສ້າງສັນ, ການເຄົາລົບກົດໝາຍ, ຄວາມຮັບຜິດຊອບຕໍ່ສັງຄົມ ແລະຈິດໃຈແຫ່ງການເຊື່ອມໂຍງ ໄດ້ຖືກເພີ່ມເຕີມເຂົ້າໃນລະບົບຄຸນຄ່າດັ້ງເດີມເທື່ອລະກ້າວ. ຢ່າງໃດກໍ່ຕາມ, ຂະບວນການນີ້ບໍ່ໄດ້ເກີດຂຶ້ນຢ່າງສະໝ່ຳສະເໝີ, ແຕ່ມີຄວາມກ່ຽວພັນກັບ ແລະບາງຄັ້ງກໍ່ຂັດແຍ້ງກັນ ລະຫວ່າງລະບົບຄຸນຄ່າເກົ່າແລະໃໝ່. ໃນສະພາບການນີ້ເອງທີ່ "ການເສີມສ້າງຈະລິຍະທຳທາງສັງຄົມ" ມີເປົ້າໝາຍເພື່ອເສີມສ້າງຄຸນຄ່າທາງຈະລິຍະທຳດັ້ງເດີມໃນທາງບວກ ແລະສ້າງຮາກຖານທາງຈະລິຍະທຳທີ່ຕອບສະໜອງຄວາມຕ້ອງການຂອງການພັດທະນາໃນຍຸກປະຈຸບັນ.

ດັ່ງນັ້ນ, ທິດສະດີຈະລິຍະທຳທາງສັງຄົມ ແລະການເສີມສ້າງຈະລິຍະທຳທາງສັງຄົມ, ໂດຍລວມແລ້ວ ຕ້ອງຕອບສະໜອງເງື່ອນໄຂຕໍ່ໄປນີ້: ທີໜຶ່ງ, ຟື້ນຟູແລະເສີມສ້າງຄຸນຄ່າທາງຈະລິຍະທຳແບບດັ້ງເດີມທີ່ດີ. ທີສອງ, ຄັດກອງແລະເລືອກຮັບເອົາຄຸນຄ່າທາງຈະລິຍະທຳທີ່ກ້າວໜ້າຂອງມະນຸດຊາດ. ທີສາມ, ການສ້າງຄຸນຄ່າໃໝ່ທີ່ເໝາະສົມກັບສະພາບການຂອງເສດຖະກິດຕະຫຼາດ, ສັງຄົມດິຈິຕອນ, ການເຊື່ອມໂຍງສາກົນ ແລະຄວາມສົດໃໝ່ທີ່ເປັນເອກະລັກຂອງຫວຽດນາມ. ນີ້ແມ່ນຂະບວນການທີ່ສັບສົນເຊິ່ງຕ້ອງອາໄສການມີສ່ວນຮ່ວມຂອງຫຼາຍພາກສ່ວນທີ່ກ່ຽວຂ້ອງ ແລະ ການປະສານງານຢ່າງໃກ້ຊິດ ລະຫວ່າງຂົງເຂດເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ, ຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍ.

ຈຳເປັນຕ້ອງລະບຸບັນຫາຄວາມທ້າທາຍໃນປະຈຸບັນທີ່ສົ່ງຜົນກະທົບຕໍ່ການພັດທະນາຄວາມຮັບຮູ້ທິດສະດີກ່ຽວກັບຈະລິຍະທຳທາງສັງຄົມໃນປະເທດຫວຽດນາມ. ພຶດຕິກຳຕົວຈິງສະແດງໃຫ້ເຫັນວ່າ ຄຽງຄູ່ກັບຄຸນຄ່າອັນດີງາມທີ່ໄດ້ຮັບການຮັກສາ ແລະເສີມຂະຫຍາຍນັ້ນ, ຈະລິຍະທຳທາງສັງຄົມກຳລັງປະເຊີນກັບປະກົດການທີ່ໜ້າເປັນຫ່ວງ ເຊິ່ງປະກົດການທີ່ໂດດເດັ່ນແມ່ນລັດທິອັດຕະບຸກຄົນສຸດຂົ້ວ. ໃນສັງຄົມດັ້ງເດີມ, ບຸກຄົນມີຄວາມຜູກພັນໃກ້ຊິດກັບຊຸມຊົນ, ແຕ່ໃນລະບົບເສດຖະກິດຕະຫຼາດ ບຸກຄົນຖືກຂັບເຄື່ອນດ້ວຍແຮງຈູງໃຈໃນການສະແຫວງຫາຜົນກຳໄລ ເຊິ່ງໃນລະດັບໜຶ່ງຂັດແຍ້ງກັບຜົນປະໂຫຍດສ່ວລວມຂອງສັງຄົມ. ນີ້ເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ ແລະມີແງ່ມຸມທີ່ດີ, ແຕ່ເມື່ອຖືກຜັກດັນໄປສູ່ຈຸດສຸດຂົ້ວ, ມັນອາດຈະນຳໄປສູ່ຄວາມເຫັນແກ່ຕົວ, ຄວາມບໍ່ສົນໃຈ ແລະ ແມ່ນແຕ່ການຢຽບຍ່ຳຜົນປະໂຫຍດຂອງຄົນອື່ນ ເພື່ອໃຫ້ບັນລຸເປົ້າໝາຍສ່ວນຕົວ.

ໃນຂົງເຂດເສດຖະກິດນັ້ນ ບໍ່ແມ່ນເລື່ອງຍາກທີ່ຈະພົບເຫັນການລະເມີດມາດຕະຖານທາງຈະລິຍະທຳ ແລະການຝ່າຝືນລະບົບຄຸນຄ່າ ເຊິ່ງສະແດງອອກໃນຮູບແບບຕ່າງໆເຊັ່ນ: ການສໍ້ໂກງ ແລະການຫຼອກລວງ... ພຶດຕິກຳເຫຼົ່ານີ້ບໍ່ພຽງແຕ່ກໍ່ໃຫ້ເກີດຄວາມເສຍຫາຍທາງເສດຖະກິດເທົ່ານັ້ນ ແຕ່ຍັງບັ່ນທອນຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ແລະທຳລາຍຮາກຖານຂອງຕະຫຼາດທີ່ມີສຸຂະພາບດີອີກນຳ. ໃນດ້ານການບໍລິຫານລັດ, ໃນເວລາທີ່ຜ່ານມາ ເຖິງວ່າການສໍ້ລາດບັງຫຼວງ, ຜົນປະໂຫຍດໝູ່ພວກ, ການໃຊ້ອຳນາດໃນທາງທີ່ຜິດ, ການໃຊ້ຈ່າຍສິ້ນເປືືຶອງ ແລະການລ່ວງອຳນາດ ໄດ້ຮັບການຄວບຄຸມແລະແກ້ໄຂຢ່າງເຂັ້ມງວດກໍຕາມ, ແຕ່ກໍຍັງເປັນສິ່ງທ້າທາຍສຳຄັນໃນການສ້າງການບໍລິຫານທີ່ຊື່ສັດ ແລະມຸ່ງເນັ້ນການຮັບໃຊ້.

ພິເສດ, ປະກົດການເສື່ອມຖອຍທາງສິນທຳຫຼາຍຢ່າງກຳລັງປະກົດໃຫ້ເຫັນໃນຊີວິດທາງສັງຄົມແລະວັດທະນະທຳ. ຄວາມຮຸນແຮງໃນໂຮງຮຽນ, ພຶດຕິກຳທີ່ບໍ່ສຸພາບໃນທີ່ສາທາລະນະ, ການແຜ່ລາມຂອງຄຳເວົ້າທີ່ກຽດຊັງໃນສື່ສັງຄົມອອນລາຍ, ວິຖີຊີວິດແບບເຫັນແກ່ຕົວ, ການໃຫ້ຄວາມສຳຄັນກັບວັດຖຸ ແລະລະເລີຍຄຸນຄ່າທາງຈິດໃຈ... ລ້ວນສະທ້ອນໃຫ້ເຫັນເຖິງຄວາມເປັນຈິງທີ່ສົມຄວນໄດ້ຮັບການພິຈາລະນາຢ່າງຈິງຈັງ. ຄວາມສຳພັນໃນຄອບຄົວ ເຊິ່ງເປັນຮາກຖານຂອງສິນທຳທາງສັງຄົມກໍ່ກຳລັງສະແດງສັນຍານຂອງການບ່ຽງເບນເຊັ່ນກັນ. ການເພີ່ມຂຶ້ນຂອງຄວາມຮຸນແຮງໃນຄອບຄົວ ແລະ ການຂາດຄວາມເອົາໃຈໃສ່ໃນໝູ່ສະມາຊິກໃນຄອບຄົວບົ່ງຊີ້ວ່າ ຄຸນຄ່າບາງຢ່າງທີ່ຄວບຄຸມພຶດຕິກຳ ເຊັ່ນ ຄວາມຮັກ, ຄວາມຮັບຜິດຊອບ ແລະການເສຍສະຫຼະ ກຳລັງຖືກທ້າທາຍ.

ໃນລະດັບທີ່ເລິກກວ່ານັ້ນ, ເມື່ອແຍກແລະວິເຄາະ, ເຮົາຈະເຫັນຊັ້ນຕ່າງໆ ຄື ຈະລິຍະທຳ (ບັນທັດຖານ), ຈິດຕະວິທະຍາສັງຄົມ (ວິທີທີ່ຜູ້ຄົນຮັບຮູ້ ແລະຕອບສະໜອງ), ອາລົມທາງສັງຄົມ (ຊີວິດທາງຈິດໃນແຕ່ລະໄລຍະ) ແລະ ວິຖີຊີວິດ (ຮູບແບບການໃຊ້ຊີວິດ, ວິຖີຊີວິດທີ່ກາຍເປັນນິໄສເຊິ່ງສະສົມມາຫຼາຍລຸ້ນຄົນ). ອົງປະກອບທັງສີ່ນີ້ແຍກຈາກກັນບໍ່ໄດ້, ມີປະຕິສຳພັນກັນຢ່າງໃກ້ຊິດ ແລະຫຼໍ່ຫຼອມພູມິທັດທາງຈິດວິນຍານຂອງສັງຄົມຫວຽດນາມໃນປະຈຸບັນ.

ກ່ອນອື່ນໝົດ, ໃນລະດັບທຳອິດ - ຈະລິຍະທຳ, ສິ່ງສຳຄັນຄືຕ້ອງຮັບຮູ້ວ່າຈະລິຍະທຳບໍ່ພຽງແຕ່ເປັນລະບົບຂອງ “ບັນທັດຖານທີ່ສົ່ງຕໍ່ກັນມາ" ເທົ່ານັ້ນ ແຕ່ຍັງເປັນ "ນິໄສການດຳລົງຊີວິດ". ສັງຄົມອາດຈະມີຄຳຂວັນທາງຈະລິຍະທຳທີ່ດີຫຼາຍຢ່າງ, ແຕ່ຖ້າພຶດຕິກຳຕົວຈິງບໍ່ສອດຄ່ອງກັນ, ປະກົດການການດຳລົງຢູ່ຄູ່ຂະໜານລະຫວ່າງບັນທັດຖານທາງທິດສະດີ ແລະບັນທັດຖານທາງປະຕິບັດກໍ່ຈະເກີດຂຶ້ນ. ໃນຫວຽດນາມປະຈຸບັນນີ້, ສິ່ງນີ້ເຫັນໄດ້ຊັດເຈນໃນຫຼາຍໆດ້ານເຊັ່ນ ເຖິງແມ່ນວ່າຄວາມຊື່ສັດຈະໄດ້ຮັບການຍົກຍ່ອງສູງ, ແຕ່ຄວາມບໍ່ຊື່ສັດກໍ່ຍັງຄົງມີຢູ່; ຄວາມຮັບຜິດຊອບໄດ້ຮັບການເຊີດຊູ, ແຕ່ການຫຼີກລ່ຽງຍັງຄົງມີຢູ່; ຄວາມຊື່ສັດສຸຈະລິດໄດ້ຮັບການສົ່ງເສີມ, ແຕ່ຜົນປະໂຫຍດສ່ວນຕົວກໍ່ຍັງສາມາດຢູ່ເໜືອຜົນປະໂຫຍດສ່ວນລວມໄດ້. ນີ້ບໍ່ແມ່ນພຽງແຕ່ບັນຫາສະເພາະບຸກຄົນ, ແຕ່ສະທ້ອນໃຫ້ເຫັນເຖິງ “ຄວາມຜິດດ່ຽງ” ລະຫວ່າງບັນທັດຖານ ແລະ ການຈັດຕັ້ງປະຕິບັດ.

ໃນລະດັບທີສອງ - ຈິດຕະວິທະຍາສັງຄົມ, ນີ້ແມ່ນລະດັບທີ່ເລິກເຊິ່ງກວ່າ, ເຊິ່ງສະທ້ອນໃຫ້ເຫັນວ່າ ຜູ້ຄົນຄິດ, ຮູ້ສຶກ ແລະ ຕອບສະໜອງຕໍ່ປະກົດການທີ່ເກີດຂຶ້ນໃນສະພາບແວດລ້ອມທາງສັງຄົມແນວໃດ. ຈິດຕະວິທະຍາສັງຄົມຫວຽດນາມໃນປະຈຸບັນສະແດງໃຫ້ເຫັນເຖິງໄລຍະ "ປ່ຽນຜ່ານ" ຢ່າງຊັດເຈນ. ໃນດ້ານໜຶ່ງ, ລັກສະນະດັ້ງເດີມຍັງຄົງມີຢູ່ ເຊັ່ນ ການໃຫ້ຄຸນຄ່າກັບຄວາມສຳພັນ, ຄວາມຍືດຫຍຸ່ນ, ຄວາມສາມາດໃນການປັບຕົວສູງ ແລະ ການເຄົາລົບສາຍພົວພັນ; ໃນອີກດ້ານໜຶ່ງ, ອົງປະກອບສະໄໝໃໝ່ກຳລັງເກີດຂຶ້ນ ເຊັ່ນ ການເນັ້ນຄວາມເປັນອິດສະລະຂອງແຕ່ລະບຸກຄົນ, ປະສິດທິພາບ ແລະ ການແຂ່ງຂັນ. ການປະສົມປະສານກັນນີ້ສ້າງສະພາວະທາງຈິດຕະວິທະຍາທີ່ສັບສົນຫຼາຍຢ່າງ.

ອີກໜຶ່ງປະກົດການຂອງຈິດຕະວິທະຍາສັງຄົມ ແມ່ນຈິດຕະວິທະຍາປຽບທຽບ ທີ່ກຳລັງເພີ່ມຂຶ້ນ. ໃນສະພາບການຂອງການພັດທະນາສື່ສັງຄົມອອນລາຍ ເຊິ່ງຊີວິດຂອງຄົນອື່ນຖືກ "ສະແດງ” ຢູ່ຕະຫຼອດເວລາ, ຜູ້ຄົນຈຶ່ງຕົກຢູ່ໃນສະພາບການປຽບທຽບໄດ້ງ່າຍ ສົ່ງຜົນໃຫ້ເກີດແຮງກົດດັນໃຫ້ "ປະສົບຜົນສຳເລັດຢ່າງໄວວາ" ແລະ “ອວດເກ່ງ”. ເມື່ອມາດຕະຖານຂອງຄວາມສຳເລັດຫຼຸດລົງເຫຼືອພຽງແຕ່ຊັບສິນທາງວັດຖຸແລະຊື່ສຽງທີ່ເບິ່ງບໍ່ເຫັນ, ຈະລິຍະທຳຈຶ່ງຖືກຫຼຸດຄວາມສຳຄັນລົງໄປເປັນອັນດັບຮອງ.

ໃນລະດັບທີສາມ - ອາລົມທາງສັງຄົມ, ສາມາດເຂົ້າໃຈໄດ້ວ່າເປັນການປ່ຽນແປງຂອງຄວາມຮັບຮູ້ໃນຊຸມຊົນເມື່ອເວລາຜ່ານໄປ. ອາລົມທາງສັງຜັນຜວນຢ່າງວ່ອງໄວ ໂດຍໄດ້ຮັບອິດທິພົນຈາກເຫດການທາງເສດຖະກິດ, ການເມືອງ ແລະສື່. ປະຈຸບັນ, ອາລົມທາງສັງຄົມໃນຫວຽດນາມສາມາດສະຫຼຸບໄດ້ດ້ວຍລັກສະນະຫຼາຍຢ່າງ ຄື: ຄວາມຄາດຫວັງສູງສຳລັບອະນາຄົດ, ແຕ່ກໍ່ມີຄວາມກັງວົນຢູ່ໃນລະດັບໃດໜຶ່ງ; ທັງຄວາມເຊື່ອໃນການພັດທະນາປະເທດ ແລະຄວາມກັງວົນກ່ຽວກັບຄວາມຍຸຕິທຳທາງສັງຄົມ ແລະຄຸນນະພາບຊີວິດ.

ລັກສະນະທີ່ເດັ່ນຢ່າງໜຶ່ງຄື ອາລົມທີ່ "ອ່ອນໄຫວຕໍ່ຄວາມຫຍໍ້ທໍ້”. ໃນສະພາບແວດລ້ອມສື່ສະໄໝໃໝ່, ຂໍ້ມູນທາງລົບມັກແຜ່ກະຈາຍໄດ້ໄວກວ່າ ແລະມີຜົນກະທົບແຮງກວ່າຂໍ້ມູນທາງບວກ. ເມື່ອອາລົມຂອງສັງຄົມຖືກຄອບງຳດ້ວຍຄວາມຮູ້ສຶກໃນແງ່ລົບເປັນເວລານານ, ຄວາມໄວ້ວາງໃຈທາງສັງຄົມສາມາດຫຼຸດລົງ, ນຳໄປສູ່ການອ່ອນແອລົງຂອງມາດຕະຖານທາງສິນທຳ. ໃນທາງກົງກັນຂ້າມ, ເມື່ອຄວາມໄວ້ວາງໃຈເຂັ້ມແຂງຂຶ້ນ, ຜູ້ຄົນມັກຈະມີພຶດຕິກຳໃນທາງບວກຫຼາຍຂຶ້ນ.

ໃນລະດັບທີສີ່ – ວິຖີຊີວິດ, ແມ່ນລະດັບທີ່ເລິກເຊິ່ງ ແລະຍືນຍົງທີ່ສຸດ. ວິຖີຊີວິດເຊື່ອມໂຍງກັບວິທີການດຳລົງຊີວິດ ເຊິ່ງເປັນວິຖີຊີວິດທີ່ກາຍເປັນນິໄສທີ່ສະສົມມາຫຼາຍລຸ້ນຄົນ. ວິຖີຊີວິດແບບດັ້ງເດີມນັ້ນ ເນັ້ນຄວາມເປັນຊຸມຊົນຢ່າງເລິກເຊິ່ງ ໂດຍໃຫ້ຄວາມສຳຄັນກັບຄວາມພັກດີແລະຄວາມຮັກ, ຄວາມເຄົາລົບຫຼັກສິນທຳ ແລະ ມີຄວາມຍືດຫຍຸ່ນສູງໃນການປະຕິສຳພັນກັບຜູ້ອື່ນ. ຄຸນຄ່າຕ່າງໆເຊັ່ນ ຄວາມກະຕັນຍູຕໍ່ພໍ່ແມ່, ຄວາມເຄົາລົບຜູ້ໃຫຍ່, ການຊ່ວຍເຫຼືອເຊິ່ງກັນແລະກັນພາຍໃນຊຸມຊົນ ແລະ ການຮັກສາກຽດສັກສີຂອງຄອບຄົວ ເຄີຍເປັນ "ລະບົບພູມຄຸ້ມກັນທາງສິນທຳ" ທີ່ເຂັ້ມແຂງຫຼາຍຂອງສັງຄົມ.

ຢ່າງໃດກໍ່ຕາມ, ວິຖີຊີວິດແບບດັ້ງເດີມບໍ່ແມ່ນສິ່ງທີ່ບໍ່ປ່ຽນແປງ. ໃນຂະບວນການພັດທະນາສູ່ຄວາມທັນສະໄໝ, ອົງປະກອບບາງຢ່າງຂອງວິຖີຊີວິດແບບດັ້ງເດີມອາດຈະຫຼຸດໜ້ອຍລົງ ຫຼືປ່ຽນແປງໄປ. ຕົວຢ່າງ, ຈິດໃຈແຫ່ງຊຸມຊົນອາດຈະຫົດຕົວລົງໃນສະພາບການຂອງການຂະຫຍາຍຕົວຂອງຕົວເມືອງ; ຄວາມສຳພັນໃນໝູ່ບ້ານອາດຈະຫຼວມລົງ; ຄວາມຜູກພັນລະຫວ່າງລຸ້ນໃນຄອບຄົວອາດຈະຫຼຸດລົງ. ໃນເວລາດຽວກັນ, ບາງປັດໄຈຫຍໍ້ທໍ້ຂອງວິຖີຊີວິດແບບເກົ່າ ເຊັ່ນ: ຄວາມຄິດຢາກ "ຮັກສາຄວາມປອງດອງ”, ການຫຼີກລ່ຽງຄວາມຂັດແຍ້ງ, ຄວາມຜ່ອນຜັນໃນການຈັດການການລະເມີດ... ອາດຈະກາຍເປັນອຸປະສັກຕໍ່ການສ້າງລະບຽບສັງຄົມສະໄໝໃໝ່ໄດ້ໃນບາງຄັ້ງ.

ເປັນທີ່ໜ້າສັງເກດວ່າ ວິຖີຊີວິດດັ້ງເດີມກຳລັງຢູ່ໃນຂະບວນການປະຕິສຳພັນ ແລະປະສົມປະສານກັບຄຸນຄ່າບາງຢ່າງຂອງຊີວິດສະໄໝໃໝ່. ຄຸນຄ່າໃໝ່ໆບາງຢ່າງຂອງຊີວິດສະໄໝໃໝ່ກຳລັງສົ່ງຜົນກະທົບຕໍ່ຊີວິດທາງສັງຄົມ. ຢ່າງໃດກໍ່ຕາມ, ຂະບວນການນີ້ຍັງບໍ່ທັນສຳເລັດສົມບູນ, ເຮັດໃຫ້ເກີດການ "ທັບຊ້ອນ" ລະຫວ່າງສິ່ງເກົ່າແລະສິ່ງໃໝ່. ໜ້າທີ່ຂອງເຮົາບໍ່ແມ່ນການປະຕິເສດວິຖີຊີວິດດັ້ງເດີມ, ແຕ່ແມ່ນການຄັດເລືອກ, ເສີມສ້າງ ແລະຍົກລະດັບວິຖີຊີວິດເຫຼົ່ານັ້ນ ເພື່ອສ້າງວິຖີຊີວິດທີ່ມີເອກະລັກສະເພາະຂອງຊາດ ແລະເໝາະສົມກັບສັງຄົມສະໄໝໃໝ່ ແລະຍຸກສະໄໝ.

ຈາກການວິເຄາະທັງສີ່ລະດັບນີ້, ສາມາດສະຫຼຸບຂໍ້ສຳຄັນໄດ້ວ່າ: ຈະລິຍະທຳ​ທາງສັງຄົມບໍ່ສາມາດປັບປຸງໄດ້ດ້ວຍການແກ້ໄຂພຽງແຕ່ຜິວເຜີນ (ບັນທັດຖານ) ເທົ່ານັ້ນ, ແຕ່ຕ້ອງສົ່ງຜົນກະທົບຕໍ່ຈິດຕະວິທະຍາ, ອາລົມ ແລະ ວິຖີຊີວິດໄປພ້ອມໆກັນ. ເວົ້າອີກຢ່າງໜຶ່ງ, ເພື່ອເສີມສ້າງຈະລິຍະທຳ, ເຮົາຕ້ອງແນ່ໃຈວ່າສິ່ງທີ່ຖືກຕ້ອງນັ້ນບໍ່ພຽງແຕ່ “ຖືກສອນ” ເທົ່ານັ້ນ ແຕ່ຍັງຕ້ອງ “ຖືກເຊື່ອຖື”, “ຖືກຮູ້ສຶກ” ແລະ “ຖືກສະແດງອອກ” ທົ່ວທັງສັງຄົມອີກດ້ວຍ.

ແມ່ນຈຸດນີ້ເອງທີ່ການພັດທະນາຄວາມຮັບຮູ້ທິດສະດີ ກ່ຽວກັບການເສີມສ້າງຈະລິຍະທຳໃນຫວຽດນາມຈຶງກາຍເປັນບັນຫາຮີບດ່ວນທີ່ມີຄວາມສຳຄັນທາງຍຸດທະສາດ ເຊິ່ງຮຽກຮ້ອງໃຫ້ມີການເຂົ້າເຖິງແບບອົງລວມ: ການປັບປຸງສະຖາບັນເພື່ອສ້າງແຮງຈູງໃຈໃຫ້ປະພຶດຕົນຢ່າງຖືກຕ້ອງ; ປ່ຽນແປງໃໝ່ການສຶກສາເພື່ອສ້າງບຸກຄະລິກລັກສະນະ; ການຊີ້ນຳສື່ເພື່ອສ້າງສະຖຽນລະພາບທາງອາລົມສັງຄົມ; ການບຳລຸງລ້ຽງວິຖີຊີວິດທີ່ດີເພື່ອສ້າງຮາກຖານທີ່ຍືນຍົງ. ເມື່ອທັງສີ່ລະດັບນີ້ໄດ້ສົ່ງຜົນກະທົບພ້ອມໆກັນ, ຈະລິຍະທຳທາງສັງຄົມຈະບໍ່ເປັນພຽງຄຳຂວັນອີກຕໍ່ໄປ ແຕ່ຈະລິຍະທຳຈະກາຍເປັນ “ລະບົບນິເວດທີ່ມີຊີວິດຊີວາ” ເຊິ່ງແຕ່ລະບຸກຄົນແມ່ນທັງຜູ້ໄດ້ຮັບປະໂຫຍດ ແລະຜູ້ສ້າງ.      

ທະຫານຊາຍແດນແຂວງຮ່າຕິ້ງໃຫ້ການກວດສຸຂະພາບແກ່ປະຊາຊົນລາວ (ພາບ: ເຈິ່ນເຍິດລິນ) - ແຫຼ່ງຂໍ້ມູນ: nhiepanhdoisong.vn

ການພັດທະນາຄວາມຮັບຮູ້ທິດສະດີກ່ຽວກັບການເສີມສ້າງຈະລິຍະທຳທາງສັງຄົມ ຈຳເປັນຕ້ອງໄດ້ຈັດຕັ້ງປະຕິບັດ ບົນພື້ນຖານຂອງລະບົບທິດທາງ ແລະວິທີແກ້ບັນຫາທີ່ຮອບດ້ານ. ໃນດ້ານຄວາມຮັບຮູ້, ຈຳເປັນຕ້ອງຢືນຢັນຢ່າງຈະແຈ້ງວ່າ ຈະລິຍະທຳບໍ່ແມ່ນບັນຫາ "ເສີມ", ແຕ່ເປັນຮາກຖານຂອງການພັດທະນາ. ເສດຖະກິດອາດຈະເຕີບໂຕຢ່າງວ່ອງໄວ, ແຕ່ຖ້າຂາດຄຸນທຳ, ຊີວິດທາງສັງຄົມຈະໄດ້ຮັບຜົນກະທົບດ້ວຍຄວາມບໍ່ໝັ້ນຄົງ ແລະ ວິກິດຄວາມເຊື່ອໝັ້ນ. ດັ່ງນັ້ນ, ເປົ້າໝາຍຂອງການພັດທະນາຈະລິຍະທຳທາງສັງຄົມຈຶງຄວນຖືກລວມໄວ້ເປັນອົງປະກອບສຳຄັນໃນຍຸດທະສາດການພັດທະນາປະເທດ.

ໜຶ່ງໃນວິທີແກ້ໄຂທີ່ສຳຄັນຄືການສ້າງ, ປັບປຸງ ແລະ ຈັດຕັ້ງປະຕິບັດລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າທາງວັດທະນະທຳ ແລະ ມາດຕະຖານມະນຸດທີ່ກ່ຽວຂ້ອງກັບການຮັກສາ ແລະພັດທະນາຄຸນຄ່າຄອບຄົວຫວຽດນາມໃນຍຸກໃໝ່ຢ່າງຈິງຈັງ. ລະບົບຄຸນຄ່ານີ້ຈຳເປັນຕ້ອງໄດ້ຮັບການກຳນົດຢ່າງຈະແຈ້ງ, ເຂົ້າໃຈງ່າຍ, ມີທິດທາງ ແລະ ຄວາມສາມາດແຜ່ຂະຫຍາຍໄດ້. ຄຸນຄ່າຕ່າງໆ ເຊັ່ນ ຄວາມຮັກຊາດ, ຄວາມຊື່ສັດ, ຄວາມຮັບຜິດຊອບ, ຄວາມມີລະບຽບວິໄນ, ຄວາມຄິດສ້າງສັນ ແລະຄວາມເຫັນອົກເຫັນໃຈ ຈຳເປັນຕ້ອງໄດ້ຮັບການປູກຝັງຢ່າງເປັນຮູບປະທຳໃນທຸກດ້ານຂອງຊີວິດ, ຕັ້ງແຕ່ການສຶກສາ ແລະເສດຖະກິດ ຈົນເຖິງການຄຸ້ມຄອງສັງຄົມ.

ການສຶກສາຍັງຄົງມີບົດບາດສຳຄັນໃນການພັດທະນາຄວາມຮັບຮູ້ທິດສະດີ ແລະການເສີມສ້າງຈະລິຍະທຳທາງສັງຄົມ. ຢ່າງໃດກໍ່ຕາມ, ການສຶກສາດ້ານຈະລິຍະທຳຕ້ອງການປ່ຽນແປງໃໝ່ພື້ນຖານ ໂດຍຕ້ອງເພີ່ມກິດຈະກຳປະສົບການ ແລະການສຶກສາຜ່ານການປະຕິບັດ, ຜ່ານນັ້ນ ຊ່ວຍໃຫ້ນັກຮຽນບໍ່ພຽງແຕ່ເຂົ້າໃຈເທົ່ານັ້ນ ແຕ່ຍັງສາມາດ "ດຳເນີນຊີວິດ" ດ້ວຍຄຸນຄ່າທາງຈະລິຍະທຳໄດ້ອີກນຳ. ໃນເວລາດຽວກັນ, ຈຳເປັນຕ້ອງສ້າງສະພາບແວດລ້ອມທາງການສຶກສາທີ່ດີ ເຊິ່ງມີການນຳມາດຕະຖານທາງສິນທຳໄປໃຊ້ຢ່າງສະເໝີຕົ້ນສະເໝີປາຍ.

ນອກຈາກນັ້ນ, ຈຳເປັນຕ້ອງເສີມຂະຫຍາຍບົດບາດຂອງສື່ມວນຊົນໃນການເຜີຍແຜ່ຄຸນຄ່າທາງສິນທຳ. ສື່ມວນຊົນ, ໂດຍສະເພາະສື່ສັງຄົມອອນລາຍ, ຄວນໄດ້ຮັບການຊີ້ນຳໃຫ້ເປັນເຄື່ອງມືທາງບວກໃນການສ້າງວັດທະນະທຳການປະພຶດທີ່ດີ, ຍົກຍ່ອງສິ່ງທີ່ດີ ແລະວິພາກວິຈານສິ່ງທີ່ບໍ່ດີ ຢ່າງມີຄວາມຮັບຜິດຊອບ. ວັນນະຄະດີແລະສິລະປະ ກໍ່ຈຳເປັນຕ້ອງມີບົດບາດໃນການໃຫ້ຄວາມຮູ້, ປຸກລະດົມຄຸນຄ່າມະນຸດສະທຳ ແລະປະກອບສ່ວນເຂົ້າໃນການສ້າງບຸກຄະລິກະພາບຂອງມະນຸດ.

ໃນດ້ານສະຖາບັນ, ຈຳເປັນຕ້ອງສືບຕໍ່ປັບປຸງລະບົບກົດໝາຍ ແລະກົນໄກການບັງຄັບໃຊ້ກົດໝາຍໃຫ້ສົມບູນແບບ, ຮັບປະກັນຄວາມເຂັ້ມງວດ, ຄວາມຍຸຕິທຳ ແລະ ຄວາມໂປ່ງໃສ. ກົດໝາຍບໍ່ສາມາດແທນທີ່ສິນທຳໄດ້, ແຕ່ເປັນເຄື່ອງມືສຳຄັນໃນການປົກປ້ອງຄຸນຄ່າທາງສິນທຳຂັ້ນພື້ນຖານ. ພ້ອມກັນນັ້ນ ຈຳເປັນຕ້ອງສ້າງລະບົບບໍລິຫານທີ່ຊື່ສັດສຸຈະລິດ ເຊິ່ງໃຫ້ຄວາມສຳຄັນກັບການຮັບໃຊ້ປະຊາຊົນ ເພື່ອສົ່ງເສີມຄວາມໄວ້ວາງໃຈໃນສັງຄົມ.

ຄອບຄົວແລະຊຸມຊົນຈຳເປັນຕ້ອງໄດ້ຮັບການເສີມສ້າງໃຫ້ເຂັ້ມແຂງໃນຖານະ "ປ້ອມປາການ" ແຫ່ງການເສີມສ້າງຈະລິຍະທຳ. ເພາະໃນສະພາບແວດລ້ອມຂອງຄອບຄົວນັ້ນເອງທີ່ຜູ້ຄົນຮຽນຮູ້ບົດຮຽນທຳອິດກ່ຽວກັບຄວາມຮັກ, ຄວາມຮັບຜິດຊອບ ແລະ ວິທີການປະພຶດຕົນ. ດັ່ງນັ້ນ, ຈຶ່ງຈຳເປັນຕ້ອງມີນະໂຍບາຍ ເພື່ອສະໜັບສະໜູນຄອບຄົວ ແລະສ້າງເງື່ອນໄຂໃຫ້ພໍ່ແມ່ມີເວລາ ແລະຊັບພະຍາກອນໃນການດູແລ ແລະອົບຮົມສັ່ງສອນລູກໆ.

ທ້າຍທີ່ສຸດແລ້ວ, ການພັດທະນາຄວາມຮັບຮູ້ທິດສະດີກ່ຽວກັບການເສີມສ້າງຈະລິຍະທຳທາງສັງຄົມນັ້ນ ບໍ່ແມ່ນຄວາມຮັບຜິດຊອບຂອງລັດ ຫຼືອົງການຈັດຕັ້ງພຽງຢ່າງດຽວ, ແຕ່ຕ້ອງເລີ່ມຕົ້ນຈາກແຕ່ລະບຸກຄົນ. ທຸກຄົນຈຳເປັນຕ້ອງຮູ້ເຖິງຄວາມຮັບຜິດຊອບຂອງຕົນໃນການສ້າງສັງຄົມໃຫ້ດີຂຶ້ນ ໂດຍເລີ່ມຕົ້ນຈາກການກະທຳທີ່ເລັກໆ ນ້ອຍໆ ໃນຊີວິດປະຈຳວັນ. ເມື່ອສິນທຳກາຍເປັນຄວາມຕ້ອງການພາຍໃນທີ່ແທ້ຈິງ, ເມື່ອແຕ່ລະຄົນພະຍາຍາມເຮັດສິ່ງດີຢ່າງມີສະຕິ, ສັງຄົມກໍຈະມີຮາກຖານທີ່ໝັ້ນຄົງສຳລັບການພັດທະນາຢ່າງຍືນຍົງ.

ການພັດທະນາຄວາມຮັບຮູ້ທິດສະດີກ່ຽວກັບການເສີມສ້າງຈະລິຍະທຳທາງສັງຄົມໃນຫວຽດນາມແມ່ນຂະບວນການທີ່ຍາວນານ ແລະສັບສົນ, ແຕ່ເປັນສິ່ງທີ່ບໍ່ອາດຈະຊັກຊ້າໄດ້. ໃນຍຸກໃໝ່, ເມື່ອປະເທດປະເຊີນກັບໂອກາດອັນຍິ່ງໃຫຍ່ ແຕ່ກໍມີຄວາມທ້າທາຍຫຼາຍຢ່າງ, ການສ້າງຮາກຖານທາງຄຸນທຳທີ່ແຂງແກ່ນເປັນເງື່ອນໄຂເບື້ອງຕົ້ນ ເພື່ອຮັບປະກັນການພັດທະນາທີ່ກົມກຽວແລະຍືນຍົງ. ສັງຄົມທີ່ຈະເລີນຮຸ່ງເຮືອງບໍ່ໄດ້ວັດຈາກຜະລິດຕະພັນມວນລວມພາຍໃນປະເທດ (GDP) ພຽງຢ່າງດຽວ, ແຕ່ຍັງວັດຈາກຄວາມຍຶດໝັ້ນໃນມາດຕະຖານທາງຈະລິຍະທຳ, ສັດທາ ແລະຄວາມສຳພັນລະຫວ່າງຜູ້ຄົນດ້ວຍກັນ. ແລະຂະບວນການພັດທະນາຄວາມຮັບຮູ້ທິດສະດີກ່ຽວກັບການເສີມສ້າງຈະລິຍະທຳທາສັງຄົມນີ້ເອງ ທີ່ຈະເປັນຕົວກຳນົດອະນາຄົດຂອງຊາດຢ່າງເລິກເຊິ່ງແລະຍືນຍົງ. ເອກະສານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກລະບຸວ່າ: "ການເສີມສ້າງຈະລິຍະທຳທາງສັງຄົມໄດ້ຮັບການກ່າວເຖິງກ່ອນອື່ນໝົດໃນການສຸມໃສ່ການຕໍ່ສູ້ກັບການເສື່ອມຖອຍຂອງແນວຄິດການເມືອງ, ສິນທຳ ແລະ ວິຖີຊີວິດໃນສັງຄົມ ແລະ ໃນໝູ່ພະນັກງານແລະສະມາຊິກພັກຈຳນວນໜຶ່ງ, ການປ້ອງກັນແລະກຳຈັດຄວາມຄິດທາງລົບ ແລະຄວາມຊົ່ວຮ້າຍທາງສັງຄົມ. ພ້ອມກັນນັ້ນ, ເຮົາຈະສ້າງຄຸນຄ່າ ແລະມາດຕະຖານທາງຈະລິຍະທຳໃໝ່ ເພື່ອຕອບສະໜອງຄວາມຕ້ອງການຂອງການສ້າງ ແລະພັດທະນາປະເທດ ເພື່ອເປົ້າໝາຍ: ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຄວາມຍຸຕິທຳ ແລະ ອາລະຍະທຳ"(3).    

-----------------------

(1), (2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2026, ເຫຼັ້ມ 1, ໜ້າ 50, 66

(3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 57–58