ວກ. - ການ​ເຄົາລົບ​ແລະປົກ​ປ້ອງ​ສິດ​ເສລີພາບ​ໃນ​ຄວາມ​ເຊື່ອ​ແລະສາສະໜາ​ ແມ່ນ​ທັດສະນະ​ທີ່​ສອດຄ່ອງກັນ​ ແລະສະເໝີຕົ້ນສະເໝີປາຍ​ ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະລັດຫວຽດນາມ. ທຸກຄົນມີສິດເສລີພາບໃນຄວາມເຊື່ອ ແລະ ສາສະໜາ, ປະຕິບັດຕາມ ຫຼື ບໍ່ປະຕິບັດຕາມສາສະໜາ; ບໍ່​ມີ​ຜູ້​ໃດ​ມີ​ສິດ​​ລະ​ເມີດ​ສິດ​ເສລີພາບ​ໃນ​ຄວາມ​ເຊື່ອແລະ​ສາສະໜາ ຫຼື​ສວຍ​ໃຊ້​ສິດ​ເສລີພາບ​ໃນ​ຄວາມ​ເຊື່ອແລະ​ສາສະໜາ​ ເພື່ອ​ລະເມີດ​ຜົນ​ປະ​ໂຫຍ​ດຂອງ​ລັດ, ​ຊາດ, ປະຊາຊົນ, ຜົນ​ປະ​ໂຫຍ​ດຂອງ​ຊຸມ​ຊົນ, ສິດ​ແລະຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຜູ້​ອື່ນ. ​ແຕ່ໃນ​ເວລາທີ່ຜ່ານມາ, ບົດ​ລາຍ​ງານ​ສິດທິ​ມະນຸດ ​ແລະສາສະໜາ​ຂອງ​ບາງ​ປະ​ເທດ​ຕາ​ເວັນ​ຕົກ ​ມັກ​ມີ​ເນື້ອ​ໃນ​ບິດ​ເບືອນ, ​ກ່າວ​ຫາ ລັດຖະບານຫວຽດນາມຈຳກັດ​ສິດ​ເສລີ​ພາບທາງ​ສາສະໜາ”. ນີ້​ແມ່ນ​ການ​ເສກສັນປັ້ນແຕ່ງ, ​ໃສ່​ຮ້າຍ​ປ້າຍ​ສີຢ່າງເປີດແປນ ​ເພື່ອ​​ທຳລາຍກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ຄັດຄ້ານຕ້ານ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ລັດຫວຽດນາມ. ດັ່ງ​ນັ້ນ, ການ​ຊີ້​ແຈງ​​ຜົນສຳເລັດ​ຂອງ​ຫວຽດ​ນາມ ໃນ​ການ​ຮັບ​ປະ​ກັນ ແລະ ປະ​ຕິ​ບັດ​ສິດ​ເສລີພາບ​ໃນຄວາມ​ເຊື່ອ​ແລະສາ​ສະ​ໜາ ຈຶງມີຄວາມ​ສຳ​ຄັນ​ທີ່​ສຸດ.

ປະຕິບັດ​ຍຸດ​ທະ​ສາດ “ການຫັນປ່ຽນໂດຍ​ສັນຕິ”, ບັນດາອິດທິ​ກຳລັງ​ສັດຕູ​ແລະປະຕິ​ກິ​ລິ​ຍາບໍ່ຍອມລະຖິ້ມ​ກົນອຸບາຍ​ອັນ​ຊົ່ວ​ຮ້າຍ ​ເພື່ອ​ທຳລາຍ​ການ​ປະຕິວັດ​ຫວຽດນາມ. ໜຶ່ງ​ໃນ​ບັນດາ​ກົນອຸບາຍ​ອັນເລິກແລບແນບນຽນ​ນັ້ນ ​ແມ່ນ​ການ​ສວຍ​ໃຊ້​ບັນຫາ​ທາງ​ສາສະໜາ​ ເພື່ອ​ກໍ່​ຄວາມ​ວຸ້ນວາຍ, ຖື​ວ່າ​ເປັນ​ການ “ບຸກທະລຸ” ​ເພື່ອ​ລົບ​ລ້າງ​ບົດບາດ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ລະບອບ​ສັງຄົມ​ນິຍົມຢູ່ຫວຽດນາມ​ໃນ​ປະຈຸ​ບັນ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຄະນະ​ກຳມະການສະຫະລັດອາເມລິກາວ່າດ້ວຍ​ເສລີ​ພາບທາງ​ສາສະໜາສາກົນ (USCIRF) ເປັນອົງການທີ່ປຶກສາທີ່ຈັດຕັ້ງ​ຂຶ້ນ​ພາຍ​ໃຕ້​ກົດໝາຍ​ວ່າ​ດ້ວຍ​ເສລີພາບ​ທາງ​ສາສະໜາ​ສາກົນ​ຂອງ​ປີ 1988, ​ໄດ້​ອອກ​ບົດ​ລາຍ​ງານ​ເປັນ​ໄລຍະ​ ເພື່ອສະແດງຄວາມຄິດເຫັນ, ຕີ​ລາຄາ ແລະ ຕຳ​ໜິຕິຕຽນ​ສະຖານະການດ້ານ​ສິດທິ​ມະນຸດ ​ແລະ ສິດ​ເສລີ​ພາບທາງ​ສາສະໜາ​ຂອງ​ຫຼາຍ​ປະ​ເທດ ລວມທັງຫວຽດນາມ. ​ຕັ້ງແຕ່​ປີ 2012, USCIRF ໄດ້​ສະ​ເໜີ​ໃຫ້ຈັດຫວຽດນາມໄວ້ໃນລາຍ​ຊື່ “ບັນດາ​ປະ​ເທດ​ທີ່ໜ້າກັງວົນ​ເປັນ​ພິ​ເສດ, ຫຼືເອີ້ນ​ຫຍໍ້​ວ່າ CPC” ຢ່າງຕໍ່ເນື່ອງ, ​ເຖິງ​ວ່າຫວຽດນາມບັນລຸ​ໄດ້​ບັນດາ​ຜົນງານ​ໃນ​ການ​ຮັບປະກັນ​ສິດ​ເສລີພາບ​ໃນ​ຄວາມ​ເຊື່ອແລະ​ສາສະໜາ​ ເຊິ່ງ​ໄດ້​ຮັບ​ການ​ຍອມຮັບ​ຈາກ​ປະຊາ​ຄົມ​ໂລກ. ​ໃນ​ເດືອນ​ພຶດສະພາ 2023, USCIRF ສືບ​ຕໍ່​ແນະນຳ​ໃຫ້​ກະຊວງ​ການ​ຕ່າງປະ​ເທດສະຫະລັດ​ອາ​ເມ​ລິ​ກາ​ ຈັດ​ຫວຽດນາມ​​ໃນ "​ລາຍ​ຊື່ CPC" ​ໂດຍ​ກ່າວ​ວ່າ ຫວຽດນາມ​ໄດ້ “​ເພີ່ມ​ທະວີ​ການ​ຄວບ​ຄຸມ​ແລະປາບປາມ”, “ປາບປາມ​ສາສະໜາ​ຢ່າງ​ຮຸນ​ແຮງ”, “ການຄຸກຄາມ, ການຂົ່ມ​ເຫັງ”, “ການ​ບັງຄັບ”, "ການຍຶດຊັບສິນ"...

ການເຂົ້າເຖິງ, ການປະເມີນທີ່ມີເຈດຕະນາບໍ່ດີ ແລະບໍ່ເປັນກາງ ຂອງບຸກຄົນບາງຄົນໃນກະຊວງການຕ່າງປະເທດສະຫະລັດອາເມລິກາ ແລະ ພວກສັດຕູແລະຜູ້ບໍ່ເປັນມິດໃນ USCIRF ໄດ້ລະເມີດຂໍ້ 7 ມາດຕາ 2 ຂອງກົດບັດສະຫະປະຊາຊາດ: “ສະຫະປະຊາຊາດບໍ່ມີສິດທີ່ຈະແຊກແຊງໃນເລື່ອງທີ່ຢູ່ໃນຂອບອໍານາດພາຍໃນຂອງລັດໃດໆ. ຕາມ​ນັ້ນ​ແລ້ວ, ຂໍ້​ກຳນົດ​ໃນການ​ບໍ່ແຊກ​ແຊງກິດຈະການ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ​ກໍ່​ແມ່ນ​ພັນທະ​ທີ່​ໄດ້​ກຳນົດ​ໃຫ້​​ສະມາຊິກທຸກຄົນໃນ​ປະຊາ​ຄົມ​ສາກົນ (1).

ບັນດາຖ້ອຍທຳນອງ​​ບິດ​ເບືອນ ​ແລະກ່າວ​ຫາຢ່າງເປີດແປນດັ່ງ​ກ່າວຂ້າງເທິງ ບໍ່​ພຽງ​ແຕ່​ບໍ່​​ສະທ້ອນເຖິງ​ການ​ຮັບ​ຮອງ ​ແລະການຮັບປະກັນ​ກົດໝາຍ​ຂອງຫວຽດນາມ ກ່ຽວ​ກັບ​ເສລີພາບ​ໃນ​ຄວາມ​ເຊື່ອ ແລະສາສະໜາຢ່າງຖືກຕ້ອງ; ບໍ່ພຽງແຕ່ບໍ່ສະທ້ອນຄວາມເປັນຈິງຂອງການ​ປະຕິບັດ​ຕາມ​ເສລີພາບ​ໃນ​ຄວາມ​ເຊື່ອ​ຖື ​ແລະສາສະໜາ​ໃນ​ຫວຽດນາມໄດ້ຢ່າງຖືກຕ້ອງເທົ່ານັ້ນ, ແຕ່​ຍັງຈົງ​ໃຈເພີກເສີຍຄວາມສຳເລັດຂອງ​ຫວຽດນາມ​ໃນ​ການ​ເຄົາລົບ ​ແລະການຮັບປະກັນ​​ເສລີພາບ​ໃນຄວາມ​ເຊື່ອ​ແລະສາສະໜາ. ກົນອຸບາຍອັນເລິກເຊິ່ງ ແລະ ຈຸດປະສົງທາງການເມືອງອັນມືດມົນ ຂອງອິດທິກຳລັງສັດຕູແລະປະຕິກິລິຍາ ແມ່ນການໃຊ້ມາດຕະການຮອບດ້ານ ເພື່ອສ້າງ​ຈຸດ​ຮ້ອນ​​ທາງ​ຄວາມ​ເຊື່ອແລະສາສະໜາຈຳນວນຫຼາຍ​ ເພື່ອກໍ່​ໃຫ້ເກີດ​ຄວາມ​ບໍ່​ໝັ້ນຄົງ​ທາງ​ການ​ເມືອງ, ວັດທະນະທຳ ​ແລະ ສັງຄົມ​ ຢູ່​ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ.​ ຄຽງ​ຄູ່​ກັນ​ນັ້ນ, ການສວຍ​ໃຊ້ “​ແກັບລູກປືນ​” ຂອງ​ຄວາມ​ເຊື່ອແລະສາສະໜາ​ ເພື່ອຍຸຍົງໃຫ້ເກີດຄວາມ​ຂັດ​ແຍ່ງ​ລະຫວ່າງ​ສາສະໜາ, ລະຫວ່າງ​ຜູ້ຖືສາສະໜາ ​ແລະຜູ້ບໍ່​ຖືສາສະໜາ, ລະຫວ່າງ​ສາສະໜາ ​ແລະອຳນາດ​ການ​ປົກຄອງ​ທຸກ​ຂັ້ນ; ຈາກ​ນັ້ນ ແບ່ງ​ແຍກ​ກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດໃຫ້ແຕກແຍກ, ກ້າວ​​ໄປເຖິງການ​ແຊກ​ແຊງກິກຈະການ​ພາຍ​ໃນ, ຕ້ານຢັນທຳລາຍພັກ ​ແລະລັດຫວຽດນາມ, ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ກິດຈະການ​ປ່ຽນແປງໃໝ່ຂອງ​ຫວຽດນາມ​ໃນ​ປະຈຸ​ບັນ.

​ຄວາມເປັນຈິງສະແດງໃຫ້ເຫັນວ່າ ບັນດາ​ຜົນງານ​ຂອງ​ຫວຽດນາມ ​ໃນ​ການ​ຮັບປະກັນ ​ແລະປະຕິບັດ​ສິດຕາມ​ເສລີ​ພາບໃນ​ຄວາມເຊື່ອ​ແລະ​ສາສະໜາ​ ແມ່ນ​ອີງ​ໃສ່​ບັນດາ​ພື້ນຖານ​ວິທະຍາສາດດັງຕໍ່ໄປນີ້:

ທີໜຶ່ງ, ສິດ​ເສລີ​ພາບໃນ​ຄວາມ​ເຊື່ອແລະສາສະໜາ​ຢູ່ຫວຽດນາມ ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ເຄົາລົບ​ແລະຄຸ້ມຄອງ ໂດຍສະທ້ອນ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ໃນເອກະສານ​ນິຕິ​ກຳ​ຂອງຫວຽດນາມ ນັບ​ແຕ່​ປະ​ເທດ​ສ້າງ​ຕັ້ງ, ສອດຄ່ອງ​ກັບ​ກົດໝາຍ ​ແລະແນວປະຕິບັດສາກົນ.

ໃນກົດໝາຍແລະການປະຕິບັດສາກົນ, ເສລີພາບໃນຄວາມເຊື່ອແລະສາສະໜາເປັນຂອງກຸ່ມສິດທິພົນລະເຮືອນ, ທາງການເມືອງ ແລະ ເປັນໜຶ່ງໃນບັນດາສິດທິມະນຸດຂັ້ນພື້ນຖານ ເຊິ່ງໄດ້ຮັບການຍອມຮັບໃນກົດໝາຍແລະການປະຕິບັດສາກົນ ເຊັ່ນດຽວກັບຢູ່ໃນກົດໝາຍຂອງຫຼາຍປະເທດໃນໂລກ. ຂໍ້ 3, ມາດຕາ 1 ຂອງກົດບັດສະຫະປະຊາຊາດປີ 1945 ເນັ້ນໜັກວ່າ: "ປະຕິບັດການຮ່ວມມືກັບສາກົນໃນການແກ້ໄຂບັນຫາສາກົນທາງດ້ານເສດຖະກິດ, ສັງຄົມ, ວັດທະນະທໍາ ແລະ ມະນຸດສະທໍາ ແລະ ການສົ່ງເສີມແລະພັດທະນາຄວາມເຄົາລົບຕໍ່ສິດທິມະນຸດ ແລະເສລີພາບຂັ້ນພື້ນຖານສຳລັບທຸກຄົນ ໂດຍບໍ່ຈຳແນກເຊື້ອຊາດ, ເພດ, ພາສາ ຫຼືສາສະຫນາ”. ຖະ​ແຫຼ​ງການ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ກອງ​ປະຊຸມ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໃນ​ປີ 1948 - ​ເປັນ​ເອກະສານ​ສຳຄັນ​ໃນ​ປະຫວັດສາດ​ຂອງ​ການ​ສ້າງ​ລະບຽບ​ການ​ສິດທິ​ມະນຸດ, ຮ່າງ​ໂດຍ​ຜູ້ຕາງໜ້າ​ທີ່​ມີ​ພື້ນຖານ​ດ້ານ​ກົດໝາຍ ​ແລະ​ວັດທະນະທຳ​ທີ່​ແຕກ​ຕ່າງ​ກັນ ​ຈາກ​ພາກ​ພື້ນ​ຕ່າງໆ​ຂອງ​ໂລກ, ຖື​ວ່າ​ເປັນ​ມາດ​ຕະ​ຖານ​ທົ່ວ​ໄປ​ຂອງ​ທຸກ​ຊາດ, ທຸກປະເທດ ແລະ ທຸກ​ຄົນ, ເປັນ​ຄັ້ງ​ທຳ​ອິດ​ທີ່​ກຳ​ນົດ​ສິດ​ທິ​ມະ​ນຸດ​ຂັ້ນ​ພື້ນ​ຖານ​ ທີ່​ຕ້ອງ​ໄດ້​ຮັບ​ການ​ປົກ​ປ້ອງ​ໃນ​ທົ່ວ​ໂລກ, ລວມ​ທັງ​ສິດ​ເສລີພາບ​ໃນຄວາມ​ເຊື່ອ​ແລະ​ສາ​ສະ​ໜາ. ຖະ​ແຫຼ​ງການ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ​ປີ 1948 ບໍ່​ພຽງ​ແຕ່​ໃຊ້​ກັບ​ບັນດາ​ປະ​ເທດ​ສະມາຊິກ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ເທົ່າ​ນັ້ນ, ​ແຕ່ຍັງໃຊ້ກັບອານາເຂດທີ່ຢູ່ພາຍໃຕ້ສິດອໍານາດຂອງປະເທດເຫຼົ່ານີ້. ມາດຕາ 18 ຂອງ​ຖະ​ແຫຼ​ງການ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ​ປີ 1948 ລະບຸ​ວ່າ: “ທຸກ​ຄົນ​ມີ​ສິດ​ເສລີ​ພາບໃນ​ການ​ຄິດ, ເສລີພາບທາງມະໂນທຳ ​ແລະເສລີພາບທາງສາສະໜາ; ສິດທິນີ້ລວມເຖິງສິດເສລີພາບໃນການປ່ຽນສາສະໜາ ຫຼືຄວາມເຊື່ອ ແລະ ສິດເສລີພາບໃນການສະແດງອອກທາງສາສະຫນາຫຼືຄວາມເຊື່ອ ໂດຍ​ຜ່ານ​ການ​ສິດ​ສອນ, ການ​ປະ​ຕິ​ບັດ, ການບູຊາ​ແລະ​ພິທີກຳ ບໍ່ວ່າຈະເຮັດຄົນດຽວ ຫຼືຮ່ວມກັບຜູ້ອື່ນ ໃນທີ່ສາທາລະນະ ຫຼືສ່ວນຕົວກໍຕາມ”. ຂໍ້ 1 ແລະຂໍ້ 2, ມາດຕາ 18 ຂອງອະນຸສັນຍາສາກົນວ່າດ້ວຍສິດພົນລະເຮືອນ ແລະ ສິດທິການເມືອງທີ່ສະມັດຊາໃຫຍ່ແຫ່ງສະຫະປະຊາຊາດໄດ້ຮັບຮອງເອົາໃນປີ 1966 ແລະ ໃຫ້ສັດຕະຍາບັນໂດຍຫວຽດນາມໃນປີ 1982, ລະບຸວ່າ: “ທຸກ​ຄົນ​ມີ​ສິດ​ເສລີພາບ​ທາງ​ດ້ານ​ຄວາມ​ຄິດ, ເສລີພາບໃນຄວາມເຊື່ອ ແລະ​ສາ​ສະ​ໜາ. ສິດທິນີ້ລວມເຖິງເສລີພາບໃນການມີ ຫຼືຍຶດຖືສາສະໜາ ຫຼືຄວາມເຊື່ອຕາມທີ່ຕົນເລືອກ, ແລະ ເສລີພາບໃນການສະແດງອອກທາງສາສະໜາຫຼືຄວາມເຊື່ອຄົນດຽວ ຫຼືໃນຊຸມຊົນກັບຜູ້ອື່ນ, ຢ່າງເປີດ​ເຜີຍ​ຫຼືປິດ​ລັບ​, ໃນຮູບແບບຕ່າງໆ ເຊັ່ນ ການບູຊາ, ການອະທິຖານ, ການຝຶກປະຕິບັດ ແລະການເທດສະໜາ. ບໍ່​ມີ​ຜູ້​ໃດ​ຈະ​ຖືກ​ບີບ​ບັງ​ຄັບ​ທີ່​ເຮັດ​ໃຫ້​ອິດ​ສະ​ລະ​ພາບ​ຂອງ​ຕົນ​ມີ​ ຫຼື​ການ​ຮັບ​ຮອງ​ເອົາ​ສາ​ສະ​ໜາ​ຫຼື​ຄວາມ​ເຊື່ອ​ຂອງ​ການ​ເລືອກ​ຂອງ​ຕົນ​ໄດ້”. ຈະບໍ່ມີຜູ້ໃດຖືກບັງຄັບໃຫ້ເຮັດສິ່ງໃດໆ ທີ່ກະທົບຕໍ່ເສລີພາບໃນການເລືອກຂອງເຂົາ ຫຼືສັດທາໃນສາສະໜາຫຼືຄວາມເຊື່ອຂອງຕົນ”.

ໂດຍທົ່ວໄປ, ສິດເສລີພາບໃນຄວາມເຊື່ອແລະສາສະໜາໄດ້ກຳນົດໄວ້ໃນເອກະສານສາກົນທາງດ້ານເນື້ອໃນ, ເຊັ່ນ: ປະກາດຄວາມເປັນຢູ່ຂອງສິດເສລີພາບໃນຄວາມເຊື່ອແລະສາສະໜາ; ທຸກຄົນມີສິດທີ່ຈະໃຊ້ເສລີພາບໃນຄວາມເຊື່ອ ແລະສາສະໜາຢ່າງເປີດເຜີຍ ບໍ່ວ່າຈະໂດຍລຳພັງ ຫຼືໃນຊຸມຊົນ; ຫ້າມການຈຳແນກປະຕິບັດ ດ້ວຍເຫດຜົນທາງຄວາມເຊື່ອ ຫຼືສາສະໜາ.

ງານເທດສະການທີ່ຍິ່ງໃຫຍ່ແຫ່ງວັງ ອ໋ຽນຢຽວຈີ່ - ຄວາມງາມທາງວັດທະນະທໍາຂອງສາສະໜາ ກາວດ່າຍ (ພາບ: ເລເຕິ໊ນຟາດ) _ແຫຼ່ງ: nhiepanhdong.vn

ອີງ​ຕາມ​ກົດໝາຍ​ແລະການ​ປະຕິບັດສາກົນ​ກ່ຽວ​ກັບ​ສິດ​ເສລີ​ພາບໃນຄວາມ​ເຊື່ອແລະສາສະໜາ, ບັນດາ​ເອກະສານ​ກົດໝາຍທີ່ຫວຽດນາມ​ໄດ້​ປະຕິບັດ​ຕາມ​​ຂໍ້​ກຳນົດ​ຂອງ​ກົດໝາຍ ​ແລະການປະຕິບັດ​ສາກົນ ​ວ່າດ້ວຍ​ເສລີ​ພາບໃນ​ຄວາມ​ເຊື່ອ​ແລະສາສະໜາ. ສະເພາະ, ໃນແງ່ຂອງ​ລັດຖະທຳ​ມະນູນ, ມາດຕາ 10 ຂອງ​ລັດຖະທຳ​ມະນູນ​ປີ 1946 ​ເນັ້ນ​ໜັກ​ວ່າ: “ພົນລະ​ເມືອງ​ຫວຽດນາມມີ​ສິດ: ​ເສລີພາບ​ໃນ​ການ​ປາກ​ເວົ້າ; ເສລີພາບໃນການພິມເຜີຍແຜ່; ເສລີພາບໃນການສ້າງຕັ້ງແລະການຊຸມນຸມ; ເສລີພາບໃນການເຊື່ອຖືສາສະໜາ; ​ເສລີ​ພາບໃນ​ການ​ຢູ່​ອາ​ໄສ, ການ​ເຄື່ອນ​ໄຫວ​ຢູ່ໃນປະເທດ ​ແລະ ຕ່າງປະ​ເທດ”; ມາດຕາ 26 ຂອງ​ລັດຖະທຳ​ມະນູນ​ປີ 1959 ​​ກຳນົດ​ວ່າ: “ພົນລະ​ເມືອງຂອງ​ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ ມີ​ສິດ​ເສລີພາບໃນຄວາມ​ເຊື່ອ, ນັບ​ຖືສາສະໜາ ຫຼື​ບໍ່​ນັບ​ຖື​ສາສະໜາ​ໃດ​ໆກໍ່ໄດ້”. ມາດຕາ 68 ຂອງ​ລັດຖະທຳ​ມະນູນ​ປີ 1980 ​ໄດ້​ລະບຸ​ຢ່າງ​ຈະ​ແຈ້ງ​ວ່າ: “ພົນລະ​ເມືອງ​ມີ​ສິດ​ເສລີ​ພາບໃນ​ຄວາມ​ເຊື່ອ, ນັບ​ຖືສາສະໜາ ຫຼື​ບໍ່​ນັລ​ຖື​ສາສະໜາ​ໃດໆກໍ່ໄດ້. ຫ້າມ​ບໍ່​ໃຫ້​ຜູ້​ໃດ​ສວຍ​ໃຊ້​ສາສະໜາ ເພື່ອ​ຝ່າຝືນ​ກົດໝາຍ ​ແລະ ນະ​ໂຍບາຍ​ຂອງ​ລັດ”. ມາດຕາ 70 ຂອງ​ລັດຖະທຳ​ມະນູນ​ປີ 1992 ຢືນຢັນ​ວ່າ: “ພົນລະ​ເມືອງ​ມີ​ສິດ​ເສລີ​ພາບໃນຄວາມ​ເຊື່ອແລະສາສະໜາ, ນັບ​ຖືສາສະໜາ ຫຼື​ບໍ່​ນັບ​ຖື​ສາສະໜາ​ໃດໆກໍ່ໄດ້. ສາສະໜາທັງໝົດມີຄວາມສະເໝີພາບກັນຕໍ່ໜ້າກົດໝາຍ”. ລັດຖະທຳ​ມະນູນ​ປີ 2013 ​ໄດ້​ເພີ່ມ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ສິດທິ​ມະນຸດ, ໃນນັ້ນ​ ຢືນຢັນ​ຢ່າງ​ຈະ​ແຈ້ງ​ເຖິງ​ການ​ຮັບປະກັນ​ສິດ​ເສລີ​ພາບໃນ​ຄວາມ​ເຊື່ອ​ແລະສາສະໜາ ເຊິ່ງ​ໄດ້​ລະບຸ​ໄວ້​ໃນ​ມາດຕາ 16: “ທຸກ​ຄົນ​ລ້ວນ​ແຕ່​ສະ​ເໝີ​ພາບ​ຕໍ່​ໜ້າກົດໝາຍ. ບໍ່​ມີ​ຜູ້​ໃດ​ຖືກ​ຈຳ​ແນ​ກປະຕິບັດ​ໃນ​ຊີວິດ​ທາງ​​ການ​ເມືອງ, ພົນລະ​ເຮືອນ, ​ເສດຖະກິດ, ວັດທະນະທຳ, ສັງຄົມ” ​ແລະ ​ໃນ​ຂໍ້ 1, 2, ມາດຕາ 24 ​ໄດ້​ຢືນຢັນ​ວ່າ: “ທຸກ​ຄົນ​ມີ​ສິດ​ເສລີພາບ​ໃນຄວາມ​ເຊື່ອແລະສາສະໜາ, ນັບຖືສາສະໜາ ​ຫຼື​ບໍ່​ນັບຖື​ສາສະໜາໃດໆກໍ່ໄດ້. ບັນດາສາສະໜາມີຄວາມສະເໝີພາບກັນຕໍ່ໜ້າກົດຫມາຍ. ລັດ​ເຄົາລົບ​ແລະ​ປົກ​ປ້ອງ​ສິດ​ເສລີພາບ​ໃນຄວາມ​ເຊື່ອ​ແລະ​ສາສະໜາ. ນີ້​ແມ່ນ​ພື້ນຖານ​ນິຕິ​ກຳ​ສູງ​ສຸດ​ຂອງ​ຫວຽດນາມ ​ໃນ​ການ​ຮັບປະກັນ​ສິດ​ເສລີ​ພາບໃນຄວາມ​ເຊື່ອແລະສາສະໜາ. ພ້ອມ​ກັນ​ນັ້ນ, ຍັງເປັນ​ພື້ນຖານ​ເພື່ອ​ໃຫ້​ລັດຫວຽດນາມ ອອກ​ເອກະສານ​ນິຕິ​ກຳ ​ເພື່ອ​ຮັບປະກັນ​ສິດ​ເສລີພາບ​ໃນ​ຄວາມ​ເຊື່ອແລະສາສະໜາ​ໃນທາງ​ປະຕິບັດ.

ບັນດາເອກະສານນິຕິກຳພາຍໃຕ້ລັດຖະທຳມະນູນຍັງສະແດງໃຫ້ເຫັນຄວາມສອດຄ່ອງໃນການເຄົາລົບ ແລະ ປົກປ້ອງສິດເສລີພາບໃນຄວາມເຊື່ອແລະສາສະໜາ. ຕົວຢ່າງ, ມາດຕາ 1 ຂອງດຳລັດເລກທີ 234/SL, ລົງວັນທີ 14 ມິຖຸນາ 1955, ກ່ຽວກັບບັນຫາສາສະໜາ, ລົງນາມແລະອອກໂດຍປະທານໂຮ່ຈີມິນ, ຢືນຢັນວ່າ: “ລັດຖະບານຮັບປະກັນສິດເສລີພາບໃນຄວາມເຊື່ອ ແລະ ເສລີພາບໃນການບູຊາຂອງປະຊາຊົນ. ບໍ່ມີຜູ້ໃດສາມາດລະເມີດສິດເສລີພາບນັ້ນໄດ້. ປະຊາຊົນ​ຫວຽດ​ນາມ​ທຸກ​ຄົນ​ລ້ວນ​ແຕ່​ມີ​ສິດທີ່ຈະນັບຖື​ສາ​ສະ​ໜາ​ໃດສາສະໜາໜຶ່ງ ຫຼື​ບໍ່ນັບ​ຖື​ສາ​ສະ​ໜາ​ໃດໆກໍ່ໄດ້”; ມາດຕາ 15 ຂອງດຳລັດ ເລກທີ 234/ SL ລະບຸວ່າ: “ເສລີ​ພາບ​ໃນ​ຄວາມ​ເຊື່ອ​ຖື​ ແລະ​​ເສລີພາບ​ໃນ​ການບູຊາ​ ການນະມັດສະການ​ ເປັນ​ສິດປະໂຫຍດໜຶ່ງ​ຂອງ​ປະຊາຊົນ. ລັດຖະບານສາທາລະນະລັດປະຊາທິປະໄຕເຄົາລົບສິດທິເຫຼົ່ານີ້ສະເໝີ ແລະຊ່ວຍໃຫ້ປະຊາຊົນໃຊ້ສິດທິເຫຼົ່ານີ້”. ມາດ​ຕາ 1 ຂອງ​ລັດ​ຖະດຳລັດວ່າດ້ວຍ​ຄວາມ​ເຊື່ອແລະສາ​ສະ​ໜາ ເຊິ່ງ​ຜ່ານໂດຍສະພາແຫ່ງຊາດ​ໃນ​ວັນ​ທີ 18 ມິ​ຖຸ​ນາ 2004 ​ລະ​ບຸ​ວ່າ: “ພົນ​ລະ​ເມືອງ​ມີ​ສິດ​ເສ​ລີ​ພາບ​ໃນ​ຄວາມ​ເຊື່ອແລະ​ສາ​ສະ​ໜາ, ນັບ​ຖື​ສາສະໜາ ຫຼື​ບໍ່ນັບ​ຖື​ສາ​ສະ​ໜາ​ໃດໆກໍ່ໄດ້. ລັດ​ຮັບປະກັນ​ເສລີພາບ​ໃນ​ຄວາມເຊື່ອ​ແລະສາສະໜາ​ຂອງ​ພົນລະ​ເມືອງ. ບໍ່ມີຜູ້ໃດສາມາດລະເມີດເສລີພາບນັ້ນໄດ້”. ນີ້​ແມ່ນ​ເອກະສານ​ນິຕິ​ກຳ​ທີ່​ມີ​ຄຸນຄ່າ​ດ້ານ​ກົດໝາຍ​ສູງ​ສຸດ ​ທີ່​ຄວບ​ຄຸມ​ຂົງ​ເຂດ​ຄວາມ​ເຊື່ອ​ແລະສາສະໜາ​ໂດຍ​ກົງ ນັບ​ແຕ່​ດຳລັດ​ເລກທີ 234/SL. ເພື່ອຜັນຂະຫຍາຍ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 2013, ​ໃນ​ວັນ​ທີ 18 ພະຈິກ 2016, ກົດໝາຍ​ວ່າ​ດ້ວຍ​ຄວາມ​ເຊື່ອ​ແລະສາສະໜາ​ໄດ້​ຮັບ​ຜ່ານໃນ​ກອງ​ປະຊຸມ​ຄັ້ງ​ທີ 2 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ XIV ໂດຍມີ 9 ພາກ, 8 ໝວດ ​ແລະ 68 ມາດຕາ ​ເຊິ່ງ​ກຳນົດ​ຢ່າງ​ຈະ​ແຈ້ງ​ເຖິງ​ສິດ​ເສລີ​ພາບໃນຄວາມ​ເຊື່ອແລະສາສະໜາ; ການເຄື່ອນໄຫວທາງດ້ານຄວາມເຊື່ອ, ການເຄື່ອນໄຫວທາງສາສະຫນາ; ການຈັດຕັ້ງທາງສາສະຫນາ; ສິດ​ແລະ​ພັນທະ​ຂອງ​ອົງການ, ການຈັດຕັ້ງ ​ແລະ ບຸກຄົນ​ທີ່​ກ່ຽວຂ້ອງ​ເຖິງ​ການເຄື່ອນໄຫວທາງດ້ານຄວາມເຊື່ອ, ການເຄື່ອນໄຫວທາງສາສະຫນາ, ​ເຊິ່ງໃຊ້​ໄດ້​ກັບ​ອົງການ, ການຈັດຕັ້ງ ​ແລະ ບຸກຄົນ​ໃນ​ການ​ຮັບປະກັນ ​ແລະ ປະຕິບັດ​ສິດ​ເສລີ​ພາບໃນຄວາມ​ເຊື່ອແລະຖື​ສາສະໜາ. ແມ້ແຕ່ຜູ້ຖືກຕັດສິດພົນລະເມືອງຊົ່ວຄາວກໍມີສິດເສລີພາບໃນຄວາມເຊື່ອແລະສາສະໜາ, ດັ່ງເຊັ່ນຂໍ້ 5, ມາດຕາ 6 ຂອງກົດໝາຍວ່າດ້ວຍຄວາມເຊື່ອແລະສາສະໜາ ປີ 2016 ທີ່ໄດ້ລະບຸໄວ້ຢ່າງຊັດເຈນວ່າ: “ຜູ້​ຖືກ​ກັກ​ຂັງ​ຊົ່ວ​ຄາວ ຫຼື​ຈຳ​ຄຸກ​ຊົ່ວ​ຄາວ ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ກັກ​ຂັງ​ແລະ​ຈຳ​ຄຸກ​ຊົ່ວ​ຄາວ; ບຸກຄົນທີ່ກຳລັງຮັບໂທດຄຸກ; ບຸກຄົນທີ່ກຳລັງຮັບການສົ່ງຕົວເຂົ້າໂຮງຮຽນດັດສັນດານ, ສະຖານສຶກສາພາກບັງຄັບ, ຫຼືສະຖານບຳບັດຢາເສບຕິດພາກບັງຄັບ, ມີສິດທີ່ຈະໃຊ້ໜັງສືທາງສາສະຫນາ ແລະສະແດງອອກເຖິງຄວາມເຊື່ອທາງສາສະໜາຂອງຕົນ”.

ສາມາດຫັນ​ໄດ້​ວ່າ, ລະບົບ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ຄວາມ​ເຊື່ອ​ແລະສາສະໜາຢູ່​ຫວຽດນາມ ​​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມຕໍ່ເນື່ອງ ​ແລະຄວາມສອດຄ່ອງ​ຂອງ​ພັກ ​ແລະ ລັດຫວຽດນາມ, ສອດຄ່ອງ​ກັບ​ສົນທິສັນຍາ​ສາກົນວ່າດ້ວຍ​ສິດທິ​ມະນຸດ ເຊິ່ງຫວຽດນາມ​ເປັນ​ສະມາຊິກ ພ້ອມທັງຕອບສະໜອງຄວາມປາດຖະໜາຂອງຜູ້ຄົນທີ່ມີຄວາມເຊື່ອແລະສາສະໜາ.

ທີ​ສອງ, ລະບົບ​ເອກະສານ, ລະບຽບ​ການ​ກ່ຽວ​ກັບ​ຄວາມ​ເຊື່ອແລະ​ສາສະໜາ​ໃນ​ຫວຽດນາມ ນັບ​ມື້​ນັບສົມບູນແບບ, ​ປະຊາທິປະ​ໄຕກວ່າ, ​ເຄົາລົບ​ນັບຖື ແລະສ້າງ​ເງື່ອນ​ໄຂທີ່​ດີ​ທີ່​ສຸດ​ໃຫ້​​ຜູ້​ມີຕຳແໜ່ງທາງສາສະໜາ, ພະສົງ ນັກບວດ, ສາສະນິກະຊົນ ແລະອົງການທາງສາສະໜາທີ່​ຖືກຕ້ອງ​ຕາມ​ກົດໝາຍ ເພື່ອ​ພັດທະນາໄປໃນທາງທີ່ດີ ຍຸຕິທຳ ແລະເທົ່າ​ທຽມ​ກັນ​ຕໍ່ໜ້າ​ກົດ​ຫມາຍ.

ວັນ​ທີ 3 ກັນຍາ 1945, ປະທານ​ໂຮ່ຈີມິນ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ລັດຖະບານ​ຊົ່ວຄາວ ​ເພື່ອ​ປຶກສາ​ຫາລື 6 ບັນຫາ​ຮີບ​ດ່ວນ, ​ໃນ​ນັ້ນ​ມີ​ບັນຫາ​ຄວາມ​ເຊື່ອແລະສາສະໜາ, ເພິ່ນກ່າວ​ວ່າ: “ພວກລ່າເມືອງຂຶ້ນແລະສັກດິນາປະຕິບັດນະໂຍບາຍແບ່ງແຍກລະຫວ່າງຊາວກາໂຕລິກ ແລະຜູ້ທີ່ບໍ່ແມ່ນກາໂຕລິກ ເພື່ອໃຫ້ສາມາດຄອບງຳໄດ້ງ່າຍຂຶ້ນ. ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ລັດ​ຖະ​ບານ​ປະ​ກາດ​ວ່າ: ເສລີ​ພາບ​ທາງ​ສາດ​ສະ​ໜາ ແລະ ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ສາ​ສະ​ໜາ”(2). ຕໍ່​ຈາກນັ້ນ, ປະທານ​ໂຮ່ຈິີມິນ​ໄດ້​ລົງ​ນາມ​ໃນດຳລັດສອງສະບັບ​ກ່ຽວ​ກັບ​ຄວາມ​ເຊື່ອ​​ແລະສາສະໜາ, ​ໃນ​ນັ້ນ​ມີ​ດຳລັດ​ເລກທີ 35/SL, ລົງ​ວັນ​ທີ 20 ກັນຍາ 1945, ​​ກຳນົດ​ວ່າ “ວິຫານ, ວັດ, ທາດ, ສຸສານ, ໂບດ ແລະສະຖານທີ່ທາງສາສະໜາທຸກແຫ່ງ, ບໍ່​ວ່າ​ສາສະໜາ​ໃດ ຕ້ອງໄດ້ຮັບຄວາມເຄົາລົບຈາກປະຊາຊົນ ແລະຕ້ອງບໍ່ລະເມີດ” ແລະດຳລັດເລກທີ 65/SL, ລົງວັນທີ 23 ພະຈິກ 1945, ມອບໝາຍໃຫ້ສະຖາບັນໂບຮານຄະດີຕາເວັນອອກ ປະຕິບັດໜ້າທີ່ອະນຸລັກຮັກສາປຶ້ມບູຮານທັງໝົດໃນທົ່ວປະເທດຫວຽດນາມ.

ສືບຕໍ່ຕາມດຳລັດເລກທີ 35/SL ແລະ ດຳລັດເລກທີ 65/SL, ມາຮອດປະຈຸບັນ, ພັກ ແລະລັດຫວຽດນາມ ໄດ້ອອກເອກະສານຫຼາຍກວ່າ 30 ສະບັບ ກ່ຽວກັບຄວາມເຊື່ອແລະສາສະໜາ ເພື່ອຕອບສະໜອງຄວາມຕ້ອງການໃນຊີວິດທາງຄວາມເຊື່ອແລະສາສະໜາຂອງປະຊາຊົນ. ເພື່ອຢືນຢັນ​ສິດ​ເສລີພາບ​ໃນຄວາມ​ເຊື່ອແລະສາສະໜາ​ຂອງ​ພົນລະ​ເມືອງ​ຫວຽດນາມ ​ໃນ​ລະດັບ​ກົດໝາຍ​ສູງ​ສຸດ, ​ນັບແຕ່​ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນມາເຖິງປະຈຸບັນ, ສິດ​ເສລີ​ພາບໃນຄວາມ​ເຊື່ອແລະສາສະໜາ​ຂອງ​ປະຊາຊົນ ​ໄດ້​ຮັບ​ການ​ຢືນຢັນ​ໃນລັດຖະທຳ​ມະນູນ 5 ສະບັບ, ​ໃນ​ນັ້ນ​ມີ​ລັດຖະທຳ​ມະນູນ​ປີ 1946, ລັດຖະທຳ​ມະນູນ​ປີ 1959, ລັດຖະທຳ​ມະນູນ​ປີ 1980, ລັດຖະທຳ​ມະນູນ​ປີ 1992 ​ແລະ ລັດຖະທຳ​ມະນູນ​ປີ 2013. ແລະ​ໄດ້​ປະກາດ​ໃຊ້​ເອກະສານ​ສຳຄັນ​ອື່ນໆ​ຫຼາຍ​ສະບັບ(3). ພິເສດ, ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະໄໝທີ XIV, ວັນທີ 18 ພະຈິກ 2016, ສະພາແຫ່ງຊາດໄດ້ອອກກົດໝາຍວ່າດ້ວຍຄວາມເຊື່ອແລະສາສະໜາ (ມີຜົນສັກສິດແຕ່ປີ 2018). ນີ້​ແມ່ນ​ການ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 2013 ວ່າດ້ວຍ​ບັນດາ​ມາດຕາ ​ແລະ ຂໍ້​ກຳນົດ​ກ່ຽວ​ກັບ​ຄວາມ​ເຊື່ອແລະສາສະໜາ​ຢູ່ຫວຽດນາມ. ດ້ວຍ 9 ພາກ 8 ໝວດ ແລະ 68 ມາດຕາ ໄດ້ກຳນົດຢ່າງຈະແຈ້ງກ່ຽວກັບສິດເສລີພາບໃນຄວາມຊື່ອແລະສາສະໜາ; ການເຄື່ອນໄຫວທາງຄວາມເຊື່ອແລະສາສະຫນາ; ອົງການຈັດຕັ້ງທາງສາສະໜາ; ສິດ ແລະພັນທະຂອງອົງການ, ການຈັດຕັ້ງ ແລະ ບຸກຄົນທີ່ກ່ຽວຂ້ອງກັບການເຄື່ອນໄຫວທາງຄວາມເຊື່ອແລະສາສະໜາ ເຊິ່ງນຳໃຊ້ກັບບັນດາອົງການ, ການຈັດຕັ້ງ ແລະ ບຸກຄົນ ໃນການຮັບປະກັນ ແລະ ການໃຊ້ສິດເສລີພາບໃນຄວາມເຊື່ອແລະສາສະໜາ. ກົດໝາຍວ່າດ້ວຍຄວາມເຊື່ອແລະສາສະໜາ ກຳນົດຄວາມ​ຮັບຜິດຊອບ ​ແລະ ອຳນາດໜ້າທີ່​ຂອງ​ລັດຖະບານ, ​ກະຊວງ, ຂະແໜງການ, ຄະນະ​ກຳມະການ​ປະຊາຊົນ, ອົງການ​ຄຸ້ມ​ຄອງ​ລັດ ກ່ຽວ​ກັບຄວາມ​ເຊື່ອ​ແລະ​ສາ​ສະໜາ​ໃນ​ທຸກ​ຂັ້ນ ​ໃນ​ການ​ເຄື່ອນ​ໄຫວ​ທາງຄວາມເຊື່ອແລະ​ສາ​ສະໜາ​; ບົດບາດແລະຄວາມຮັບຜິດຊອບຂອງແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ ໃນການເຕົ້າໂຮມປະຊາຊົນຜູ້ມີຄວາມເຊື່ອແລະສາສະໜາ ແລະ ຄົນທີ່ບໍ່ມີຄວາມເຊື່ອສາສະໜາ ເຂົ້າໃນກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ປະກອບສ່ວນກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ. ນອກ​ນີ້, ກົດໝາຍ​ວ່າ​ດ້ວຍ​ຄວາມ​ເຊື່ອ​ແລະສາສະໜາ​ ຍັງ​ໄດ້​ກຳນົດ​ພັນທະ​ຂອງ​ອົງການ ​ແລະບຸກຄົນ ​ໃນ​ການໃຊ້​ສິດ​ເສລີພາບ​ໃນຄວາມ​ເຊື່ອແລະ​ສາສະໜາ...

ຈາກ​ບັນດາ​ບັນຫາ​ທີ່​ກ່າວ​ມາ​ນັ້ນ, ສາມາດ​ຢັ້ງຢືນ​ໄດ້​ວ່າ: ລະບົບ​ເອກະສານ, ລະບຽບ​ການ​ກ່ຽວ​ກັບ​ຄວາມ​ເຊື່ອແລະ​ສາສະໜາ​ຂອງ​ຫວຽດນາມ ນັບ​ມື້​ນັບ​ສົມບູນ​ຂຶ້ນ, ມີ​ປະຊາທິປະ​ໄຕ​ກວ່າ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງຊີວິດຈິດໃຈໃນຄວາມເຊື່ອແລະ​ສາສະໜາ​ຂອງ​ພົນລະ​ເມືອງ​ຫວຽດນາມທຸກຄົນ; ພ້ອມ​ກັນ​ນັ້ນ, ກໍ່​ສະ​ແດງ​ໃຫ້​ເຫັນ​ເຖິງແຜນນະ​ໂຍບາຍແລະນະໂຍບາຍທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະລັດຫວຽດນາມ ກ່ຽວ​ກັບ​ການ​ເຄົາລົບ ​ແລະ ປົກ​ປ້ອງສິດ​ເສລີ​ພາບໃນຄວາມ​ເຊື່ອແລະ​ສາສະໜາ ​ແລະ ສ້າງ​ເງື່ອນ​ໄຂທີ່​ດີ​ທີ່​ສຸດ​ໃຫ້ແກ່​​ຜູ້ມີຕຳແໜ່ງທາງສາສະໜາ, ພະສົງ ນັກບວດ, ສາສະນິກະຊົນ ແລະ ​ອົງການ​ສາສະໜາທີ່ຖືກຕ້ອງຕາມກົດໝາຍ ໃຫ້ພັດທະນາຈະເລີນເຕີບໂຕຢ່າງ​ມີ​ສຸຂະພາບດີ, ຍຸຕິທຳ ແລະ ສະເໝີພາບຕໍ່ໜ້າກົດໝາຍ.

  ທີ​ສາມ, ​ເພື່ອ​ປົກ​ປັກ​ຮັກສາ​ສິດ​ເສລີ​ພາບໃນຄວາມ​ເຊື່ອແລະ​ສາສະໜາ ​ແລະ ຄວາມ​​ປາດ​ຖະໜາ​ທີ່​ຈະ​ດຳລົງ​ຊີວິດ​ແບບ ຊີວິດ​ທີ່​ດີ, ສາສະໜາ​ທີ່​ດີຂອງ​ຜູ້​ເຊື່ອ​ຖື​ສາສະໜາ​ແຕ່​ລະ​ຄົນ, ກົດໝາຍ​ຫວຽດນາມ​ສະ​ແດງ​ໃຫ້​ເຫັນເຖິງການ​ລົງ​ໂທດ​ຢ່າງ​ເຂັ້ມ​ງວດ​ ຕໍ່​ການ​ການ​ກະທຳ​ສວຍ​ໃຊ້​ສາສະໜາ, ຝ່າຝືນ​ສິດ​ເສລີພາບ​ໃນຄວາມ​ເຊື່ອ ແລະ​ສາສະໜາ​ຂອງ​ຜູ້​ອື່ນ.

ໃນ​ປະ​ເທດ​ໃດໆ​ໃນ​ໂລກ, ສິດ​ເສລີພາບ​ໃນຄວາມ​ເຊື່ອ​ແລະ​ສາ​ສະ​ໜາ ຕ້ອງຢູ່ພາຍໃຕ້​ຂອບ​ຂອງ​ກົດ​ໝາຍ, ​ບໍ່​ສາມາດມີເສລີ​ພາບອະນາທິປະໄຕ ແລະເສລີພາບທີ່ປາສະຈາກ​ຫຼັກ​ການໄດ້(4). ສິ່ງນີ້​​ໄດ້​ລະບຸ​ໄວ້​ຢ່າງ​ຈະ​ແຈ້ງ​ໃນ​ຂໍ້ 3, ມາດຕາ 18 ຂອງອະນຸສັນຍາ​ວ່າ​ດ້ວຍ​ສິດ​ທິພົນລະ​ເມືອງ ​ແລະ​ສິດທິ​ທາງ​ການ​ເມືອງສາກົນ​ ຂອງ​ສະຫະ​ປະຊາ​ຊາດ​ ປີ ​​1966. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ສິດ​ເສລີພາບ​ໃນຄວາມ​ເຊື່ອແລະ​ສາສະໜາ​ແມ່ນ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ສະ​ຖາ​ບັນທາງ​ການ​ເມືອງ-ສັງຄົມ ​ແລະ ເງື່ອນໄຂທາງ​ເສດຖະກິດ, ວັດທະນະທຳ ​ແລະ ສັງຄົມ​ຂອງ​ແຕ່ລະ​ປະ​ເທດ ​ແລະ​ຊົນ​ເຜົ່າ​ສະ​ເພາະ, ບໍ່ອາດຈະມີ​ແນວຄວາມ​ຄິດ​ລວມໆ ທີ່ເປັນນາມມະທຳ ກ່ຽວກັບເສລີພາບ​ໃນຄວາມ​ເຊື່ອ​ແລະສາສະໜາໄດ້. ມັນເປັນໄປບໍ່ໄດ້ ທີ່ຈະນໍາຄຸນຄ່າແລະແນວຄວາມຄິດເລື່ອງເສລີພາບໃນຄວາມເຊື່ອແລະສາສະໜາໃນຊາດ ປະເທດຊາດໜຶ່ງ ໄປໃຊ້ເພື່ອວັດແທກ ຫຼືປະເມີນລະດັບເສລີພາບໃນຄວາມເຊື່ອແລະສາສະໜາໃນອີກປະເທດ ຫຼືຊົນຊາດໜຶ່ງ. ໃນດ້ານການພົວພັນລະຫວ່າງປະເທດ, ມັນເປັນໄປບໍ່ໄດ້ທີ່ຈະນຳມາດຕະຖານເສລີພາບໃນຄວາມເຊື່ອແລະສາສະໜາຂອງຊາດ, ປະເທດຊາດໜຶ່ງ ໄປໃຊ້ໃນອີກຊາດ, ປະເທດຊາດໜຶ່ງ.

ຕາມ​ນັ້ນ, ຂໍ້ 3, ມາດຕາ 24 ຂອງ​ລັດຖະທຳ​ມະນູນ​ປີ 2013 ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ວ່າ: “ບໍ່​ໃຫ້​ຜູ້​ໃດ​ລະເມີດ​ສິດ​ເສລີພາບ​ໃນຄວາມ​ເຊື່ອແລະສາສະໜາ ຫຼື​ສວຍ​ໃຊ້​ຄວາມ​ເຊື່ອແລະສາສະໜາ​ເພື່ອ​ລະ​ເມີດ​ກົດໝາຍ”. ການຜັນຂະຫຍາຍລັດຖະທຳ​ມະນູນ​ປີ 2013, ກົດໝາຍ​ວ່າ​ດ້ວຍ​ຄວາມ​ເຊື່ອ​ແລະສາສະໜາ​ປີ 2016 ​ໄດ້​ກຳນົດ​ໃນ​ຂໍ້ 1, ມາດຕາ 3: “ລັດ​ເຄົາລົບ​ແລະປົດປ້ອງ​ສິດ​ເສລີ​ພາບໃນ​ຄວາມ​ເຊື່ອແລະສາສະໜາ​ຂອງ​ທຸກ​ຄົນ; ຮັບປະກັນໃຫ້ບັນດາສາສະໜາມີຄວາມສະເໝີພາບຕໍ່ໜ້າກົດໝາຍ”; ກົດໝາຍ​ວ່າ​ດ້ວຍ​ຄວາມ​ເຊື່ອ​ແລະສາສະໜາ​ປີ 2016 ຍັງ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ໃນ​ມາດຕາ 5 ກ່ຽວ​ກັບ​ການ​ກະທຳ​ທີ່​ຕ້ອງ​ຫ້າມ​ກ່ຽວ​ກັບ​ຄວາມ​ເຊື່ອ​ແລະສາສະໜາ ເຊັ່ນ: ການ​ຈຳ​ແນ​ກ, ການເລືອກປະປະຕິບັດ​ຍ້ອນ​ເຫດຜົນທາງ​ຄວາມ​ເຊື່ອ​ແລະສາສະໜາ; ການບັງຄັບ, ການຊື້ຈ້າງຫຼືກີດຂວາງຄົນອື່ນນັບຖືສາສະໜາ ຫຼືບໍ່ປະຕິບັດຕາມຄວາມເຊື່ອແລະສາສະໜາ... ຄວາມຜິດຖານລະເມີດສິດເສລີພາບໃນຄວາມເຊື່ອແລະສາສະໜາຂອງຜູ້ອື່ນ ໄດ້ກຳນົດໄວ້ໃນມາດຕາ 164 ແຫ່ງປະມວນກົດໝາຍອາຍາປີ 2015 (ສະບັບປັບປຸງແລະເພີ່ມເຕີມໃນປີ 2017): 1- ຜູ້​ໃດໃຊ້​ກຳລັງ, ຂູ່ວ່າ​ຈະ​ໃຊ້​ກຳລັງ ຫຼື​ໃຊ້​ວິທີການ​ອື່ນ​ເພື່ອ​ກີດ​ກັ້ນ ຫຼື​ບັງຄັບ​ໃຫ້​ຜູ້​ອື່ນ​ໃຊ້​ສິດ​ເສລີ​ພາບໃນ​ຄວາມ​ເຊື່ອແລະ​ສາສະໜາ, ປະຕິບັດ​ຕາມ ​ຫຼື​ບໍ່​ປະຕິບັດຕາມ​ສາສະໜາ​ໃດສາສະໜາໜຶ່ງ, ຈະຕ້ອງ​ໄດ້ຮັບການລົງໂທດທາງ​ວິ​ໄນ, ​ຫາກບຸກຄົນໃດຖືກລົງໂທດທາງວິໄນ ຫຼືຖືກລົງໂທດທາງການບໍລິຫານ ສຳລັບການກະທຳດັງກ່າວຢ່າງໃດຢ່າງໜຶ່ງ ແລະ ຍັງຄົງກະທຳການລະເມີດອີກ, ເຂົາຈະຕ້ອງຮັບໂທດປັບໂດຍບໍ່ມີການກັກຂັງເປັນເວລາສູງສຸດ 1 ປີ ຫຼືຈໍາຄຸກຕັ້ງແຕ່ 3 ເດືອນເຖິງ 1 ປີ; 2- ການກະທຳ​ຄວາມຜິດ​ໃນ​ກໍລະນີ​ຕໍ່​ໄປ​ນີ້ ຕ້ອງ​ຖືກ​ລົງໂທດຈຳຄຸກຕັ້ງແຕ່ 1 ປີ ເຖິງ 3 ປີ: ​ມີການຈັດຕັ້ງ; ການໃຊ້ຕຳແໜ່ງແລະອຳນາດໃນທາງຜິດ; ກະທຳຄວາມຜິດຕັ້ງແຕ່ 2 ຄັ້ງຂຶ້ນໄປ; ນໍາໄປສູ່ການປະທ້ວງ; ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ໝັ້ນຄົງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ປອດ​ໄພ​ທາງສັງຄົມ; 3- ຜູ້ກະທຳຄວາມຜິດອາດຈະຖືກຫ້າມດຳລົງຕຳແໜ່ງ, ປະກອບວິຊາຊີບ ຫຼື ເຮັດອາຊີບບາງຢ່າງເປັນເວລາ 1 ເຖິງ 5 ປີ. 

ທີ​ສີ່, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ສິດ​ເສລີພາບ​ໃນຄວາມ​ເຊື່ອ​ແລະສາສະໜາ​ຢູ່​ຫວຽດນາມ ​ໄດ້​ຮັບ​ການ​ຮັບປະກັນ​ໃນ​ພາກ​ປະຕິບັດ ​ແມ່ນ​ຫຼັກ​ຖານ​ທີ່​ຊັດເຈນ​ຂອງການເຄົາລົບ​ສິດ​ເສລີພາບໃນຄວາມ​ເຊື່ອ​ແລະສາສະໜາ​ຢູ່​ຫວຽດນາມ.

​ໃນ​ຊີວິດ​ຈິງ​ຂອງ​ສັງຄົມຫວຽດນາມໃນປະຈຸ​ບັນ, ຄວາມ​ຫຼາກ​ຫຼາຍ​ທາງ​ສາສະໜາ, ຄວາມກົມກຽວ ​ແລະ ຄວາມສະ​ເໝີ​ພາບ ​ໄດ້​ຮັບ​ການ​ສະ​ແດງອອກ​ຢ່າງ​ຈະ​ແຈ້ງ, ໄດ້​ຮັບ​ການ​ປົກ​ປ້ອງ ​ແລະ ​ເຄົາລົບໂດຍ​ກົດໝາຍ; ທຸກ​ຄົນ​ມີ​ອິດ​ສະ​ລະຢ່າງສົມບູນໃນການ​ເລືອກ​ທີ່​ຈະປະຕິບັດ​ຕາມ ​ຫຼື​ບໍ່​ປະ​ຕິ​ບັດ​ຕາມ​ສາ​ສະໜາຫຼືຄວາມ​ເຊື່ອ​ໃດໆ; ບໍ່​ມີ​ສາ​ສະ​ໜາໃດມີອຳນາດເໜືອກວ່າ​, ແຕ່ທຸກສາສະໜາກໍ່​ເຊື່ອມໂຍງ​ກັນ​; ບັນດາ​ຜູ້​ມີຕຳແໜ່ງ ຜູ້ດຳເນີນການທາງສາສະໜາ, ພະສົງ ນັກບວດ ແລະ ສາສະນິກະຊົນ ໄດ້​ປະກອບສ່ວນ​ຢ່າງ​ແຂງຂັນ​ໃນຂະບວນການສັງຄົມ ​ແລະການ​ກຸສົນ ​ເພື່ອ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ, ປະກອບສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ປະ​ເທດ.

ປະຊາຊົນສະເຫຼີມສະຫຼອງບຸນຄຣິດສະມາດ ຢູ່ບໍລິເວນຄຣິດຕະຈັກໃຫຍ່ຮ່າໂນ້ຍ _ແຫຼ່ງ: toquoc.vn

ຕາມ​ຂໍ້​ມູນ​ຂອງ​ຄະນະ​ກຳມະການ​ສາສະໜາ​ຂອງລັດຖະບານ, ນອກຈາກ​ການ​ກໍ່ສ້າງ ​ແລະ ປັບປຸງ​ລະບົບ​ກົດໝາຍ​ຄຸ້ມ​ຄອງ​ຂະ​ແໜງ​ການ​ຄວາມເຊື່ອແລະສາສະໜາ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,  ຫວຽດນາມບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ ​ແລະສຳຄັນ​ ໃນ​ການ​ຮັບປະກັນ​ສິດ​ເສລີພາບ​ໃນຄວາມ​ເຊື່ອ​ແລະສາສະໜາ​ຂອງ​ປະຊາຊົນ​ໃນ​ພາກ​ປະຕິບັດ​ຄື:

ບັນດາ​ອົງການ​ສາສະໜາ​ໄດ້​ຮັບ​ການ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຕາມ​ກົດ​ບັດ, ກົດລະບຽບ ​ແລະ ກົດໝາຍ​ຫວຽດນາມ ​ເພື່ອ​ຮັບປະກັນ ​ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ທາງຄວາມເຊື່ອແລະສາສະໜາ​ເປັນ​ປົກກະຕິໃນຂະໜາດໃຫຍ່​, ດຶງດູດສາສະນິກະຊົນເປັນ​ຈຳນວນ​ຫຼາຍ. ໃນປະຈຸ​ບັນ,  ທົ່ວ​ປະ​ເທດ​ມີກຸ່ມ​ທີ່​ໄດ້​ຮັບ​ອະນຸມັດ​ໃຫ້ຂຶ້ນ​ທະບຽນດຳເນີນ​ການ​ເຄື່ອນ​ໄຫວທາງ​ສາສະໜາ​ແບບລວມສູນແລ້ວ 3.700 ກຸ່ມ; ມີຜູ້ໄດ້​ຮັບ​ການ​ແຕ່ງຕັ້ງ, ​ເລືອກ​ຕັ້ງ ແລະສະເໜີຊື່​ໃຫ້ດຳລົງຕຳແໜ່ງທາງສາສະໜາຫຼາຍກວ່າ 6.500 ນາຍ; ມີຜູ້ໄດ້ຮັບການແຕ່ງຕັ້ງ, ເລືອກຕັ້ງ ແລະ ຈັດໃຫ້ປະຕິບັດງານ 16.783 ນາຍ; ສະຖານ​ຝຶກ​ອົບຮົມ​ສາສະໜາ 62 ​ແຫ່ງໃນ 36 ​ແຂວງ, ນະຄອນ;  ໜັງສືພິມ ແລະວາລະສານຂອງອົງການສາສະໜາທີ່ພວມດຳເນີນງານຈຳນວນ 15 ສະບັບ, ອົງການສາສະໜາສ່ວນຫຼາຍມີເວັບໄຊຂອງຕົນເອງ ເພື່ອຮັບໃຊ້ການເຄື່ອນໄຫວທາງສາສະໜາ ແລະເຜີຍແຜ່ສາສະໜາ. ຜູ້​ມີຕຳແໜ່ງ​ທາງ​ສາສະໜາ, ຜູ້ດຳເນີນງານ, ພະສົງ​ແລະນັກບວດ ​ມີ​ສິດ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ລັດ​ແລະສັງຄົມ ​ແລະລົງສະໝັກຮັບເລືອກ​ຕັ້ງ​ເປັນສະມາຊິກສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ ​ເຊັ່ນ​ດຽວ​ກັບພົນລະເມືອງທົ່ວໄປ​ຕາມຂໍ້ກຳນົດຂອງ​ກົດໝາຍ. ສະພາແຫ່ງຊາດຊຸດທີ XV ມີຜູ້ແທນເຊິ່ງເປັນບຸກຄົນສຳຄັນທາງສາສະໜາແລະພະສົງຈຳນວນ 5 ຄົນ. ຕາມຂໍ້ມູນສະຖິຕິຂອງ​ບັນດາ​ແຂວງ, ນະຄອນ, ປະຈຸ​ບັນ​ມີ​ຜູ້​ມີ​ຕຳແໜ່ງ, ພະສົງ ນັກບວດ ສາສະນິກະຊົນຫຼາຍກວ່າ 1 ໝື່ນ​ຄົນ ​ເຊິ່ງເປັນຜູ້​ແທນ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ໄລຍະປີ 2021-2026(5).

ອົງການ​ທາງສາສະໜາ ​ແລະ ບຸກຄົນທີ່ນັບຖືສາສະໜາ​ໄດ້​ຮັບ​ການອຳນວຍຄວາມສະດວກໃຫ້ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສາກົນ. ນັບ​ແຕ່​ປີ 2011 ​ເປັນ​ຕົ້ນ​ມາ, ມີ​ສາສະນິກະຊົນປະມານ 2.000 ຄົນ​ອອກ​ນອກ​ປະ​ເທດເພື່ອ​ເຂົ້າຮັບ​ການ​ຝຶກ​ອົບຮົມ​ຢູ່​ຕ່າງປະ​ເທດ, ເຂົ້າຮ່ວມກອງ​ປະຊຸມ​ສາ​ກົນ ​ແລະ ສຳ​ມະ​ນາ​ກ່ຽວ​ກັບ​ສາສະໜາ; ຄະ​ນະ​ຜູ້​ແທນ​ຕ່າງ​ປະ​ເທດເກືອບ 500 ຄະນະ ລວມ​ມີຫຼາຍກວ່າ 3.000 ​ຄົນ​ເດີນທາງມາເຖິງ​ຫວຽດ​ນາມ ເພື່ອ​ແລກ​ປ່ຽນ, ພົບປະ ແລະ ຮັບຄຳແນະ​ນຳ​ທາງ​​ສາ​ສະ​ໜາ​ຢູ່​ບັນ​ດາ​ສະ​ຖານ​ທີ່​ສາ​ສະ​ໜາ​ໃນ​ຫວຽດ​ນາມ ແລະ ເຂົ້າ​ຮ່ວມ​ງານສາສະໜາທີ່ຈັດໂດຍ​ອົງ​ການ​ສາ​ສະ​ໜາຂອງ​ຫວຽດ​ນາມ, ໃນ​ນັ້ນ​ມີກິດຈະກຳທາງສາສະໜາສຳຄັນລະດັບ​ສາກົນ​ຫຼາຍກິດຈະກຳ ທີ່ຈັດຂຶ້ນ​ຢ່າງຍິ່ງໃຫຍ່ ​ແລະ ປະສົບ​ຜົນສຳ​ເລັດ​ຢູ່​ຫວຽດນາມ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ຫາງ​ສຽງ​ສາກົນ, ​ເຊັ່ນ: ກອງ​ປະຊຸມ​ສະຫະພັນບາດຫຼວງແຫ່ງ​ອາຊີ (ປີ 2012), ວັນວິສາຂະບູຊາຂອງສະຫະປະຊາຊາດ (3 ຄັ້ງ: ປີ 2008, 2014, 2019 ແລະ ກຳນົດຈະຈັດຂຶ້ນໃນປີ 2025); ສະມັດຊາໃຫຍ່ໂລກ​ຄະນະໂດມິນິກັນ ​ຈັດ​ຂຶ້ນ​ຢູ່​ເມືອງຊວັນລົກ ແຂວງດົ່ງ​ນາຍ (ປີ 2019)... ບັນດາ​ອົງການ​ສາສະໜາ​ຢູ່​ຫວຽດນາມຍັງຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ, ​ເວທີ​ປາ​ໄສທາງ​ສາສະໜາລະດັບ​ພາກ​ພື້ນ ​ແລະສາກົນ ເຊັ່ນ ​ການປະຊຸມຫາລືລະຫວ່າງຄວາມເຊື່ອຖືສາສະໜາໃນ​ພາກ​ພື້ນ ອາຊີ-​ເອີຣົບ (ASEM), ການປະຊຸມຫາລືລະຫວ່າງຄວາມເຊື່ອຖືສາສະໜາໃນ​ພາກ​ພື້ນ ອາຊີ-ປາຊີ​ຟິກ...  

ອົງການສາສະໜາ ແລະ ບຸກຄົນທີ່ນັບຖືສາສະໜາ ໄດ້ຮັບການສົ່ງເສີມ ແລະອຳນວຍຄວາມສະດວກໃນການເຂົ້າຮ່ວມກິດຈະກຳຄວາມປອດໄພທາງສັງຄົມ. ປະຈຸ​ບັນ, ທົ່ວ​ປະ​ເທດ​ມີ​ໂຮງຮຽນ​ອະນຸບານ​ປະມານ 300 ​ແຫ່ງ, ຫ້ອງ​ຮຽນ​ການ​ກຸສົນ 2.000 ​ແຫ່ງ, ສະຖານຝຶກ​ອົບຮົມ​ວິຊາ​ຊີບ 12 ​ແຫ່ງ, ​ແລະ ​ສະຖານ​ພະຍາບານ​ກວດແລະປົວ​ພະຍາດ​ການ​ກຸສົນຫຼາຍກວ່າ 500 ​ແຫ່ງ ​ຂອງ​ອົງການ​ສາສະໜາ ເຊິ່ງສ້າງຕັ້ງຂຶ້ນໃນຮູບແບບຕ່າງໆ; ສະຖານສົງເຄາະສັງຄົມ​ຂອງອົງການ​ພຸດ, ກາ​ໂຕ​ລິກ, ກາວດ່າຍ ​ແລະອື່ນໆ ເກືອບ 800 ແຫ່ງ ກຳລັງ​ລ້ຽງ​ດູ​ເດັກ​ກຳພ້າ, ​ເດັກ​ພິການ, ຜູ້ສູງອາຍຸທີ່ໂດດດ່ຽວ, ຄົນ​ເຈັບ​ປ່ວຍ​ທາງ​ຈິດ, ຄົນ​ເຈັບ​ເອດ ຫຼາຍກວ່າ 12.000 ຄົນ (6). ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ໄດ້​ພົບ​ປະ ແລະ ຊົມ​ເຊີຍ​ບັນ​ດາ​ອົງ​ການ​ສາ​ສະ​ໜາ​ທີ່​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ສ້າງສາ ແລະປົກປັກຮັກສາ​ປະ​ເທດຊາດ (ປິ 2016, 2019, 2022).  ​ການ​ພົບ​ປະເຫຼົ່ານັ້ນ, ບັນດາ​ສາສະໜາ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ພັກ​ແລະລັດ ​ແລະ ປາດຖະໜາຢາກປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຮັກສາ​ເອກະລາດ ແລະ ອະທິປະ​ໄຕ​ຜືນ​ແຜ່ນດິນ.

ໃນດ້ານອື່ນ, ເຫດການທາງສາສະໜາທີ່ສຳຄັນຕ່າງໆຫຼວງຫຼາຍໄດ້ຮັບການບັນທຶກໄວ້. ຕົວຢ່າງ​ເຊັ່ນ: ໃນສ່ວນຂອງພະ​ພຸດທະ​ສາສະໜາ ໃນປີທຳອິດຂອງວາລະທີ່ 9 (2022–2027), ຄະນະ​ຜູ້ບໍລິຫານ​ ລວມເຖິງ​ອົງການ​ພຸດທະ​ສາສະໜາ​ຫວຽດນາມຢູ່​ບັນດາ​ແຂວງ, ນະຄອນ​ ໄດ້​ຕັ້ງໜ້າ​ຜັນ​ຂະຫຍາຍ​ວຽກ​ງານ​ປະຈຳ​ປີ ​ແລະ ​ແຜນປະຕິບັດການ​ປະຈຳວາລະຢ່າງຕັ້ງໜ້າ. ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສາກົນ,  ຄະນະ​ຜູ້​ແທນ​ຄະນະ​ພຸດທະ​ສາສະໜາ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ພຸດທະສາສະໜາ​ໂລກ ​ໃນ​ທ້າຍ​ເດືອນເມສາ 2023 ຢູ່ ອິນ​ເດຍ ຈັດ​ໂດຍ​ກະຊວງ​ວັດທະນະທຳ​ອິນ​ເດຍ ສົມທົບ​ກັບ​ສະຫະພັນ​ພຸດທະ​ສາສະໜາ​ສາກົນ. ນອກ​ນີ້, ຄະນະ​ສາສະໜາ​ພຸດ​ຫວຽດນາມ ຍັງ​ໄດ້​ສົ່ງ​ຄະນະ​ຜູ້​ແທນໄປຕ່າງປະ​ເທດ​ເພື່ອເຂົ້າ​ຮ່ວມ​ກອງ​ປະຊຸມ ​ແລະ ສຳ​ມະ​ນາ...

ສຳລັບ​ຊາວ​ກາ​ໂຕ​ລິກ, ນອກຈາກ​ບັນດາ​ການ​ເຄື່ອນ​ໄຫວ​ເປັນ​ປະຈຳ ເຊັ່ນ: ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາບາດຫຼວງຫວຽດນາມ, ​ແມ່ນ​ເຫດການ​ສຳຄັນ​ໃນ​ຊີວິດ​ກາ​ໂຕ​ລິກ ​ຢູ່ຫວຽດນາມ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ໂດຍສະເພາະໃນປີ 2023 ກໍ່ຄືການປັບປຸງການພົວພັນທາງການທູດລະຫວ່າງຫວຽດນາມ ແລະນະຄອນລັດວາຕີກັງ ດ້ວຍການລົງນາມໃນ “ສັນຍາ​ວ່າ​ດ້ວຍ​ກົດລະບຽບການ​ເຄື່ອນ​ໄຫວ​ຂອງ​ຜູ້​ແທນຖາວອນຂອງນະຄອນລັດວາຕີກັງ ​ແລະ ສຳນັກງານ​ຜູ້​ແທນ​ຖາວອນຂອງວາຕີກັງໃນຫວຽດນາມ”.

ສຳລັບສາສະໜາ​ໂປຣ​ແຕສ​ຕັງ, ​ໃນ​ເດືອນ ມີນາ 2023, ສາສະໜາ​ໂປຣ​ແຕສ​ຕັງ​ຫວຽດນາມ ​ໄດ້​ຈັດໂຄງການ​ເທດສະໜາ​ພາຍໃຕ້​ຫົວ​ຂໍ້ “ລະດູບານ​ໃໝ່​ແຫ່ງ​ຄວາມ​ຮັກ” ຢູ່​ນະຄອນ​ໂຮ່ຈີ​ມິນ. ໂຄງ​ການນີ້ປະສານງານໂດຍ​ຄຣິດສະຕະຈັກໂປຣແຕສຕັງ​ໃນ​ນະ​ຄອນ​ໂຮ່​ຈີມິນໂດຍມີສິດສະຍາພິບານ ຟ.ເກຣແຮນ (Franklin Graham) ເປັນຜູ້ຈັດງານ ແລະມີອາສາສະໝັກກວ່າ 2.000 ຄົນ. ເຫດການທີ່ໜ້າສັງເກດຢ່າງໜຶ່ງຂອງສາສະໜາໂປຣແຕສຕັງກໍ່ຄື ຄຣິດສະຕະຈັກໂປຣແຕສຕັງບາງແຫ່ງມີກິດຈະກຳຕ່າງໆ ທີ່ຕ້ອງດຳເນີນການ ເພື່ອໃຫ້ໄດ້ຮັບການຍອມຮັບເປັນນິຕິບຸກຄົນ.

ສໍາລັບບັນດາສາສະໜາພື້ນເມືອງ, ສາສະໜາເຫຼົ່ານີ້ດໍາເນີນການເປັນປົກກະຕິ ຕາມໂຄງການປະຕິບັດສາສະໜາທີ່ລົງທະບຽນກັບລັດຖະບານ. ສິ່ງທີ່ໜ້າສັງເກດຄື ໃນ​ປີ 2023 ​ແມ່ນ​ປີ​ກະກຽມ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ສຳຄັນ​ຂອງ​ບາງ​ສາສະ​ໜາ​ພື້ນ​ເມືອງ, ​ເຊັ່ນ: ຄົບຮອບ 100 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສາສະໜາມິ​ງຫຼີ - ​ໄຕສາສະໜາ (2024), ງານເທດສະການອໍລະຫັນຂອງກາວດ່າຍ ຈະ​ສະ​ເຫຼີມ​ສະ​ຫຼອງ 100 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາ​ສະ​ໜາ (ປີ 2026),  ຫຼືສະມາຄົມພຸດທະສາສະໜາບໍລິສຸດຫວຽດນາມ ກໍ່ຄົບ​ຮອບ 90 ປີ​ແຫ່ງ​ວັນ​ສ້າງ​ຕັ້ງນິກາຍ (ປີ 2024),...  ພ້ອມກັນນັ້ນ, ບັນດາສາສະໜາ​ພື້ນເມືອງ​ຍັງຄົງ​ດຳ​ເນີນ​ພິທີ​ກຳ​ຕາມ​ປະຕິທິນ​​ສາສະໜາ​ໃນແຕ່ລະ​ປີ. ການ​ເຄື່ອນ​ໄຫວ​ທາງ​ສາສະໜາ​ມີ​ຄວາມ​ໝັ້ນຄົງ ​ແລະເປັນໄປ​ຕາມ​ຂໍ້​ກຳນົດ​ກົດໝາຍ​ຂອງ​ລັດ (7).

ສະ​ນັ້ນ, ກົດໝາຍ​ວ່າ​ດ້ວຍ​ສິດ​ເສລີພາບ​ໃນຄວາມ​ເຊື່ອແລະ​ສາສະໜາ​ຂອງ​ຫວຽດນາມ ບໍ່​ພຽງ​ແຕ່​ສອດຄ່ອງ​ກັບ​ກົດໝາຍ ​ແລະການ​ປະຕິບັດ​ສາກົນ​ເທົ່າ​ນັ້ນ, ແຕ່​ຍັງ​ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ບຸກຄົນ​ທີ່​ເຂົ້າ​ຮ່ວມ​ຊີວິດທາງຄວາມເຊື່ອແລະ​ສາສະໜາ ດ້ວຍ​ຄວາມ​ປາດ​ຖະໜາ​ດຳ​ເນີນ​ຊີວິດ​ແບບ “ຊີວິດທີ່ດີ, ສາສະໜາທີ່ດີ”. ດັງ​ນັ້ນ, ບັນດາ​ການ​ເຄື່ອນ​ໄຫວ​ແບບລັບໆລີ້ໆ, ສວຍ​ໃຊ້​ສາສະໜາ, ຂັດ​ຕໍ່​ວັດທະນະທຳ​ດັ້ງເດີມຂອງ​ຫວຽດນາມ, ແຟງໄປດ້ວຍຄວາມເຊື່ອລາງຖືຜີ, ສະ​ແດງ​ກິລິຍາສະແຫວງຫາ​ກຳ​ໄລເກີນຄວນ, ຝ່າຝືນ​ກົດໝາຍ, ຂັດຕໍ່​ຈັນຍາ​ບັນທາງ​ສັງຄົມ.... ຈະຕ້ອງ​ໄດ້​ຮັບ​ການ​ກ່າວ​ປະນາມ​ແລະ​ລົງ​ໂທດ​ຢ່າງເຂັ້ມງວດ. ສາມາດຢືນຢັນໄດ້ຢ່າງແນ່ນອນວ່າ ຢູ່ຫວຽດນາມບໍ່ມີສິ່ງທີ່ເອີ້ນວ່າ “ລັດຖະບານຫວຽດນາມຈຳກັດເສລີພາບທາງສາສະໜາ” ຫຼື “ການປາບປາມທາງສາສະໜາ” ຄືທີ່ກອງກໍາລັງສັດຕູແລະປະຕິກິລິຍາມັກຈະແຜ່ຂ່າວລື.  ບັນດາຖ້ອຍທຳນອງ​ບິດ​ເບືອນ ​ແລະ ​ໃສ່​ຮ້າຍ​ປ້າຍ​ສີ​ນັ້ນ ​ເປັນ​ພຽງ​ກົນອຸບາຍ​ທີ່ບັນດາອິດທິກຳລັງ​ສັດຕູ​ແລະປະຕິ​ກິ​ລິ​ຍາ​ສວຍ​ໃຊ້​ເພື່ອ​ຮັບ​ໃຊ້​ແຜນການ​ຂອງພວກເຂົາ​ໃນ​ປະຈຸ​ບັນ ​ເພື່ອ​ທຳລາຍ​ພັກ, ລັດ ​ແລະ ປະຊາຊົນຫວຽດນາມ.  ສະ​ນັ້ນ, ເຊັ່ນດຽວກັບປະ​ເທດ​ອື່ນໆ, ຫວຽດນາມບໍ່​ຍອມ​ຮັບ​ການ​ສວຍ​ໃຊ້​ສິດ​ເສລີພາບ​ໃນຄວາມ​ເຊື່ອແລະ​ສາສະໜາ ​ເພື່ອ​ທຳລາຍ​ສັນຕິພາບ, ​ເອກະລາດ, ​ເອກະ​ພາບ​ຂອງ​ຊາດ, ຫຼືຍຸຍົງ​​ໃຫ້​ເກີດ​ຄວາມ​ຮຸນ​ແຮງແລະ​ແບ່ງ​ແຍກ​ປະຊາຊົນ, ແບ່ງແຍກຊົນ​ເຜົ່າ, ສາສະໜາ, ກໍ່ກວນ​ຄວາມ​ສະຫງົບ​ຮຽບຮ້ອຍຂອງປະຊາຊົນ, ລະເມີດ​ຊີວິດການເປັນຢູ່ຂອງປະຊາຊົນ, ສຸ​ຂະ​ພາບ​, ​ສັກ​ສີ​, ກຽດຕິຍົດ​ ແລະ​ຊັບ​ສິນ​ຂອງ​ຜູ້​ອື່ນ​, ກີດ​ຂວາງ​ການ​ໃຊ້​ສິດ​ແລະ​ພັນ​ທະ​ຂອງ​ພົນ​ລະ​ເມືອງ​. ນະ​ໂຍບາຍດັງກ່າວ​ໄດ້​ຮັບ​ການ​ຢືນຢັນ ​ແລະ ປະຕິບັດ​ຢ່າງຕໍ່ເນື່ອງໂດຍ​ລັດຫວຽດນາມ. 

ບັນດາຫຼັກພິນິດເທິງ​ນີ້ເປັນ​ພື້ນຖານທາງກົດໝາຍ​ແລະທາງປະຕິບັດ​ທີ່ຊັດເຈນແລະເຂັ້ມຂົ້ນ ສຳລັບຄວາມສຳເລັດໃນການ​ຮັບປະກັນ ​ແລະປະຕິບັດ​ສິດ​ເສລີ​ພາບໃນຄວາມ​ເຊື່ອ​​ແລະສາສະໜາ​ຢູ່​ຫວຽດນາມ ເຊິ່ງ​ບໍ່​ມີຜູ້ໄດ​ບິດ​ເບືອນຫຼືປະຕິ​ເສດໄດ້.  ໃນ​ຈົດໝາຍ​ຂອງພະສັນຕະປາປາ ຟຣານຊິດ ​ເຖິງ​ສະຫະພາບແຮງງາ​ກາ​ໂຕ​ລິກຫວຽດນາມ ​ໃນ​ໂອກາດການ​ຮັບ​ຮອງຂໍ້​ຕົກລົງວ່າດ້ວຍ​ກົດລະບຽບຜູ້ແທນຖາວອນ​ຂອງນະຄອນລັດ​ວາ​ຕິ​ກັງ ​ໃນ​ວັນ​ທີ 8 ກັນຍາ 2023 ​ໄດ້​ຂຽນໄວ້ວ່າ: “ບົນ​ພື້ນຖານຂອງ​ຄວາມໄວ້ວາງ​ໃຈ​ເຊິ່ງກັນ​ແລະກັນ ​ທີ່ສ້າງຂຶ້ນທີລະຂັ້ນຕອນ ຕະຫຼອກ​ຫຼາຍປີທີ່ຜ່ານມາ ​ແລະໄດ້ຮັບການ​ເພີ່ມ​ທະວີ​ຈາກການ​ຢ້ຽມຢາມ​ປະຈຳ​ປີ ​ຂອງ​ຄະນະ​ຜູ້​ແທນວາຕິກັງ ກໍ່​ຄື​ການປະຊຸມ​ຂອງ​ຄະນະ​ປະຕິບັດ​ງານ​ຮ່ວມກັນ​ລະຫວ່າງ​ຫວຽດນາມ ​ແລະວາຕິກັງ, ທັງສອງຝ່າຍຈຶງ​ສາມາດ​ກ້າວໄປຂ້າງໜ້າຮ່ວມກັນໄດ້. ຈະ​ສືບ​ຕໍ່​ກ້າວ​ໄປຂ້າງ​ໜ້າ ດ້ວຍ​ການຍອມ​ຮັບຄວາມ​ຄ້າຍ​ຄື​ກັນ ແລະ​ເຄົາ​ລົບ​ຄວາມ​ແຕກ​ຕ່າງ. ນອກຈາກນີ້, ທັງສອງ​ຝ່າຍ​ຍັງສາມາດຮ່ວມຕິດຕາມ, ​ຮັບ​ຟັງ ແລະ​ເຂົ້າ​ໃຈ​ກັນອີກນຳ. ​ເຖິງ​ວ່າ​ແຕ່ລະ​ຝ່າຍຈະມີ​ຄວາມ​ແຕກ​ຕ່າງ​ກັນ​ໃນ​ດ້ານປະຫວັດສາດ ​ແລະ ປະສົບ​ການ​ຊີວິດ​, ​ແຕ່​ກໍ່​ບໍ່​ສາມາດຂັດຂວາງ​ບໍ່​ໃຫ້​ພວກເຂົາ​ຮ່ວມກັນຄົ້ນຫາ​ວິທີ​ທີ່​ດີ​ທີ່​ສຸດໃນການ​ຮັບ​ໃຊ້ປະໂຫຍດ​ຂອງ​ປະຊາຊົນ​ຫວຽດນາມ ​ແລະ ຄຣິດສະຕະ​ຈັກໄດ້ (8).  ດັງນັ້ນ, ສາມາດເວົ້າໄດ້ຢ່າງແນ່ນອນວ່າ: ສິດເສລີພາບໃນຄວາມເຊື່ອແລະສາສະໜາຂອງຫວຽດນາມ ບໍ່ພຽງແຕ່ສອດຄ່ອງກັບບັນດາຂໍ້ກຳນົດຂອງກົດໝາຍ ແລະ ການປະຕິບັດສາກົນວ່າດ້ວຍສິດເສລີພາບໃນຄວາມເຊື່ອແລະ ສາສະໜາເທົ່ານັ້ນ, ແຕ່ຍັງຕອບສະໜອງຕໍ່ຄວາມຄິດ, ຄວາມຮູ້ສຶກ ແລະ ຄວາມປາດຖະໜາທີ່ຊອບທຳຂອງ​ຜູ້ມີຕຳແໜ່ງ​ທາງ​ສາສະໜາ, ພະນັກງານ ​ແລະ ຜູ້​ຕິດຕາມ, ໜ່ວຍງານ, ອົງການ ​ແລະ ບຸກຄົນ​ທີ່​ກ່ຽວຂ້ອງກັບ​ການ​ເຄື່ອນ​ໄຫວ​ທາງ​ສາສະໜາອີກນຳ. ບັນດາ​ຖ້ອຍທຳນອງ​ຂອງ​ບັນດາ​ອິດ​ທິກຳລັງສັດຕູແລະປະຕິກິລິຍາ ​ກ່ຽວ​ກັບ​ສິດ​ເສລີພາບ​ໃນຄວາມ​ເຊື່ອແລະສາສະໜາ​ຢູ່ຫວຽດນາມ ບໍ່​ພຽງ​ແຕ່ຂາດ​ເຈດ​ຕະນາ​ດີ, ຕັ້ງໃຈ​ບິດ​ເບືອນ, ​ໃສ່​ຮ້າຍ​ຢ່າງໂຈ່ງແຈ້ງ ​ແລະ ປະຕິ​ເສດຄວາມສຳເລັດ​ຂອງ​ຫວຽດນາມໃນ​ການຮັບປະກັນແລະການປະຕິບັດ​ສິດທິ​ມະນຸດ ​ແລະ ສິດ​ເສລີ​ພາບໃນຄວາມ​ເຊື່ອແລະ​ສາສະໜາເທົ່ານັ້ນ ແຕ່ຍັງຂັດຕໍ່​ກົດໝາຍ ​ແລະ ການ​ປະຕິບັດ​ສາກົນອີກນຳ ເຊິ່ງຕ້ອງ​ໄດ້ຮັບການ​ປະນາມຢ່າງຮຸນແຮງ ​ແລະ ຖືກປະຕິ​ເສດ./.

--------------------

(1) ເບິ່ງ: “International Religious Freedom Act of 1998” (ແປໂດຍຫຍໍ້: ກົດໝາຍວ່າດ້ວຍເສລີພາບທາງສາສະໜາສາກົນ ປີ 1998) Congress.gov, https://www.congress.gov/bill/105th-congress/house-bill/2431:~:text=International%20Religious%20Freedom%20Act%20of%201998%20%2D%20
Declares%20it%20to%20be,and%20development%20assistance%20to%20governments

(2)  ໂຮ່ຈີມິນ: 
ນິພົນຄົບຊຸດສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 4, ໜ້າ 8
(3) ຕົວຢ່າງເຊັ່ນ: ດຳລັດເລກທີ 22/SL, ລົງວັນທີ 18 ກຸມພາ 1946, ຂອງປະທານປະເທດ, ກຳນົດວັນສຳຄັນວັນບຸນປີໃໝ່ເຕ໊ດ, ວັນຄົບຮອບປະຫວັດສາດ ແລະ ວັນພັກທາງສາສະໜາ; ດຳລັດເລກທີ
49/SL, ລົງວັນທີ 18 ມິຖຸນາ 1949, ຂອງປະທານປະເທດ, ກຳນົດກ່ຽວກັບພາສີທີ່ດິນ ແລະພືດຜົນສໍາລັບສາສະໜາ; ດຳລັດເລກທີ 315/TTg ລົງວັນທີ 4 ຕຸລາ 1953, “ກ່ຽວກັບນະໂຍບາຍຕໍ່ສາສະໜາ”; ດຳລັດເລກທີ 234/SL, ລົງວັນທີ 14 ມິຖຸນາ 1955, ຂອງປະທານປະເທດ, “ວ່າດ້ວຍບັນຫາທາງສາສະໜາ”; ມະຕິໝາຍເລກ 297-CP, ລົງວັນທີ 11 ພະຈິກ 1977, ຂອງຄະນະລັດຖະມົນຕີ (ປະຈຸບັນແມ່ນລັດຖະບານ), “ກ່ຽວກັບບາງນະໂຍບາຍຕໍ່ສາສະໜາ” ເຊິ່ງສືບເນື່ອງຈາກດຳລັດເລກທີ 234/SL, ລົງວັນທີ 14 ມິຖຸນາ 1955; ມະຕິໝາຍເລກ 24- NQ/TW, ລົງວັນທີ 16 ຕຸລາ 1990, ຂອງກົມການເມືອງສູນກາງຊຸດທີ VI, “ກ່ຽວກັບການເພີ່ມທະວີວຽກງານທາງສາສະໜາໃນສະພາບການໃໝ່” ເຊິ່ງໄດ້ຫັນເປັນສະເພາະໃນດຳລັດເລກທີ 69/HĐBT, ລົງວັນທີ 21 ມີນາ 1991, ຂອງຄະນະລັດຖະມົນຕີ, “ກ່ຽວກັບບັນດາການເຄື່ອນໄຫວທາງສາສະໜາ”; ມະຕິໝາຍເລກ 25/NQ, ລົງວັນທີ 12 ມີນາ 2003, ຂອງກອງປະຊຸມສູນກາງພັກຄັ້ງທີ 7 ສະໄໝທີ IX, “ກ່ຽວກັບວຽກງານທາງສາສະໜາ”; ດຳລັດເລກທີ 26/1999/NĐ-CP, ລົງວັນທີ 19 ເມສາ 1999, ຂອງລັດຖະບານ, “ກ່ຽວກັບບັນດາການເຄື່ອນໄຫວທາງສາສະໜາ”; ໜັງສືວຽນເລກທີ 01/1999/TT-TGCP, ລົງວັນທີ 16 ມິຖຸນາ 1999, ແນະນຳການຈັດຕັ້ງປະຕິບັດບາງມາດຕາໃນດຳລັດເລກທີ 26/ NĐ, ລົງວັນທີ 19 ເມສາ 1999 ຂອງລັດຖະບານ, “ກ່ຽວກັບການເຄື່ອນໄຫວທາງສາສະໜາ”; ໜັງສືວຽນເລກທີ 03/1999/TT-TGCP, ລົງວັນທີ 16 ມິຖຸນາ 1999, ຂອງ​ຄະນະ​ກຳມະການ​ສາສະໜາຂອງລັດ​ຖະ​ບານ, “ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ທາງສາ​ສະ​ໜາ​ຂອງ​ຊາວ​ຕ່າງ​ປະ​ເທດ​ທີ່​ອາໄສຢູ່ໃນ​ຫວຽດ​ນາມຢ່າງ​ຖືກ​ກົດໝາຍ”; ຄຳສັ່ງເລກທີ 37/CT, ລົງວັນທີ 2 ກໍລະກົດ 1998, ຂອງກົມການເມືອງສູນກາງພັກ “ກ່ຽວກັບວຽກງານທາງສາສະໜາຢູ່ຫວຽດນາມໃນສະພາບການໃໝ່”; ດຳລັດເລກທີ 22/2005/NĐ-CP, ລົງວັນທີ 1 ມີນາ 2005, ຂອງລັດຖະບານ, ຊີ້​ນຳ​ການ​ປະຕິບັດ​ບາງ​ມາດຕາ​ຂອງ​ລັດຖະບັນຍັດ​ກ່ຽວ​ກັບ​ຄວາມ​ເຊື່ອ​ຖື ​ແລະ ສາສະໜາ; ດຳລັດເລກທີ 92/2012/NĐ/CP, ລົງວັນທີ 8 ພະຈິກ 2012, ຂອງລັດຖະບານ, ກຳນົດລາຍລະອຽດແລະມາດຕະການໃນການບັງຄັບໃຊ້ລັດຖະບັນຍັດກ່ຽວກັບຄວາມເຊື່ອຖື ແລະ ສາສະໜາ.
(4) ເບິ່ງ: Conference Report: “Selective Service Act of 1948” (ແປໂດຍຫຍໍ້: ກົດໝາຍວ່າດ້ວຍໜ້າທີ່ຄັດເລືອກ ປີ 1948), House of Representatives, No. 2438, ວັນທີ 19 ມິຖຸນາ 1948, https://tile.loc.gov/storage-services/service/ll/llmlp/act-1948/act-1948.pdf
(5) ຄະນະ​ກຳມະການ​ສາສະໜາຂອງລັດ​ຖະ​ບານ​: ​ສາ​ສະໜາ ​ແລະ ​ນະ​ໂຍ​ບາຍສາ​ສະ​ໜາ​ຂອງ​ຫວຽດ​ນາມ
ສພຈ. ສາສະໜາ, ຮ່າໂນ້ຍ, 2022, ໜ້າ 88-97
(6) ຄະນະ​ກຳມະການ​ສາສະໜາຂອງລັດ​ຖະ​ບານ​: ​ສາ​ສະໜາ ​ແລະ ​ນະ​ໂຍ​ບາຍສາ​ສະ​ໜາ​ຂອງ​ຫວຽດ​ນາມ
ສພຈ. ສາສະໜາ, ຮ່າໂນ້ຍ, 2022, ໜ້າ 88-92
(7), (8) ເບິ່ງ: ຈູວັນຕ໊ວນ: “ຊີ​ວິດ​ທາງ​ສາ​ສະ​ໜາ ແລະຄວາມເຊື່ອໃນ​ຫວຽດນາມ ​ໃນ​ປີ 2023, ເຫດການສຳຄັນ ແລະຂໍ້ສະເໜີແນະນະໂຍບາຍ”, 
ການຄົ້ນຄວ້າສາສະໜາ, ສະບັບທີ 1 (239), 2024, ໜ້າ 38-56