ວກ. - ໂດຍ​ປະ​ຕິ​ບັດ​ການ​ຊີ້​ນຳ​ຂອງ​ລັດ​ດ​ຖະ​ບານ ​ກ່ຽວ​ກັບການປັບ​ຕົວ​ທີ່​ປອດ​ໄພ ຍືດຫຍຸ່ນ ​ແລະ ຄວບຄຸມ​ການ​ແຜ່​ລະບາດ​ຂອງ​ໂຄວິດ-19 ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ, ຂະ​ແໜງການ​ທ່ອງ​ທ່ຽວ​ສືບ​ຕໍ່​ຍູ້​ແຮງ​ການ​ເຄື່ອ​ນ​ໄຫວ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ ທີ່​ຕິດ​ພັນ​ກັບ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ກະ​ກຽມ​ແຕ່​ຫົວ​ທີ, ແຕ່​ທາງ​ໄກ ​ບັນ​ດາ​ມາດ​ຕະ​ການ​ຄ່ອຍໆປັບ​ຕົວ​ໃຫ້ເຂົ້າ​ກັບ​ສະ​ຖາ​ນະ​ການ​​ປົກ​ກະ​ຕິ​ໃໝ່, ປະ​ຕິ​ບັດ “ສອງ​ເປົ້າ​ໝາຍ” ທັງປ້ອງ​ກັນແລະຄວບຄຸມ​ການ​ແຜ່​ລະບາດ​ຂອງ​ພະ​ຍາດ, ທັງ​ຟື້ນ​ຟູ​ແລະພັ​ດ​ທະ​ນາ​ເສດ​ຖະ​ກິດ-ສັງຄົມ.

ທ່ານ ຟ້າມ ມິນຈີ໊ງ ກຳມະການກົມການເມືອງ, ນາຍົດລັດຖະມົນຕີ ແລະ ບັນດາຜູ້ແທນທີ່ເຂົ້າຮ່ວມພິທີເປີດປີທ່ອງທ່ຽວແຫ່ງຊາດ 2022 ພາຍໃຕ້ຫົວຂໍ້ “ກວ໋າງນາມ - ແຫຼ່ງທ່ອງທ່ຽວສີຂຽວ”, ຈັດຂຶ້ນທີ່ເກາະຄວາມຊົງ ຈຳໂຮ້ຍອານ (ນະຄອນໂຮ້ຍອານ, ແຂວງກວ໋າງນາມ) _ ພາບ: TTXVN

ຜົນກະທົບຂອງການລະບາດຂອງພະຍາດໂຄວິດ-19 ຕໍ່​ຂະ​ແໜງ​ການ​ທ່ອງ​ທ່ຽວ

ກ່ຽວ​ກັບຈຳ​ນວນນັກ​ທ່ອງ​ທ່ຽວ ​ແລະ ລາຍ​​ໄດ້​ຈາກ​ການ​ທ່ອງ​ທ່ຽວ: ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ໃນປີ 2020 ​ມີພຽງ 3,7 ລ້ານ​ຄົນ, ຫຼຸດ​ລົງ 80% ​ເມື່ອ​ທຽບ​ໃສ່​ປີ 2019; ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດມີ 56 ລ້ານ​ຄົນ, ຫຼຸດ​ລົງ 34% ​ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2019; ລວມຍອດ​ລາຍ​​ໄດ້​ຈາກ​ນັກ​ທ່ອງ​ທ່ຽວ​ປີ 2020 ບັນ​ລຸ​ໄດ້ 321.200 ຕື້​ດົ່ງ, ຫຼຸດ​ລົງ 57,8% ​ເມື່ອ​ທຽບ​ໃສ່​ປີ 2019. ປີ 2021, ຂະ​ແໜງ​ການ​ທ່ອງ​ທ່ຽວ​ຮັບໃຊ້​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ປະ​ມານ 40 ລ້ານ​ຄົນ ​ແລະ ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດປະ​ມານ 3.500 ຄົນ, ​ລວມຍອດລາຍ​ໄດ້​ຈາກ​ນັກ​ທ່ອງທ່ຽວບັນລຸ​ປະ​ມານ 180.000 ຕື້​​ດົ່ງ, ຫຼຸດ​ລົງ 42% ​ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020.

ກ່ຽວ​ກັບ​ແຮງ​ງານ​ການ​ທ່ອງ​ທ່ຽວ: ປີ 2020, ບັນ​ດາ​ວິ​ສາ​ຫະ​ກິດຕ້ອງ​ຫຼຸດບຸກຄະລາ​ກອນ​ປະມານ 70% ​ເຖິງ 80%. ​ຮອດ​ປີ 2021, ຈຳ​ນວນ​ແຮງ​ງານທີ່​ເຮັດ​ວຽກ​ເຕັມ​ເວ​ລາກວມ​ເອົາພຽງ 25% ຂອງຈຳ​ນວນນັ້ນ​ໃນປີ 2020, ແຮງ​ງານ​ລາ​ອອກ ຫຼືບອກ​ເລີກ​ສັນ​ຍາ​ແຮງ​ງານ ກວມປະມານ 30%, ແຮງ​ງານ​ຢຸດ​ງານ​ຊົ່ວ​ຄາວປະ​ມານ 35%, ແຮງ​ງານ​ທີ່​ເຮັດ​ວຽກ​ແບບ​ພໍ​ແລ້ວ​ມືກວມ 10%. ການ​ແຜ່​ລະບາດ​ຂອງໂຄວິດ-19 ໄດ້​ສົ່ງ​ຜົນ​ກະ​ທົບ​ຢ່າງ​ແຮງຕໍ່ແຮງ​ງານ 2,5 ລ້ານຄົນ​ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ ​ໂດຍ​ມີ​ພະນັກງານ​ໂດຍ​ກົງ 800.000 ຄົນ, ໃນ​ນັ້ນກຸ່ມ​ທີ່​ເສຍ​ງານ ​ແລະ ​ໄດ້​ຮັບ​ຜົນ​ກະ​ທົບຫຼາຍ​ກວ່າ​ໝູ່​ແມ່ນ​ພະນັກງານ​ນຳ​ທ່ຽວ, ພະນັກງານ​ທີ່​ເຮັດ​ວຽກ​ໃນ​ສະຖານ​ທີ່​ທີ່​ພັກ​ນັກ​ທ່ອງ​ທ່ຽວ, ສະຖານ​ທີ່​ທ່ອງ​ທ່ຽວ, ທຸລະ​ກິດນຳ​ທ່ຽວ, ທຸລະ​ກິດຂົນ​ສົ່ງ, ເຮືອ​ທ່ອງ​ທ່ຽວ, ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ​ອື່ນໆ…

ກ່ຽວ​ກັບ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ: ຈຳ​ນວນ​ວິ​ສາ​ຫະ​ກິດທີ່​ຂໍ​ເພີກຖອນໃບ​ອະ​ນຸ​ຍາດ​ປະກອບທຸ​ລະ​ກິດນຳ​ທ່ຽວ​ ​ກວມກວ່າ 35% ຂອງ​ຈຳ​ນວນວິ​ສາ​ຫະ​ກິດ​ທີ່​ໄດ້​ຮັບ​ອະ​ນຸ​ຍາດທັງ​ໝົດ, ຍັງ​ມີ​ວິ​ສາ​ຫະກິດ​ຫຼາຍ​ກວ່າ 2.000 ​ແຫ່ງ​ທີ່​ມີ​ໃບ​ອະ​ນຸ​ຍາດປະກອບ​ທຸ​ລະ​ກິດການທ່ອງ​ທ່ຽວ​ສາກົນ​ທົ່ວ​ປະ​ເທດ, ​ເຊິ່ງ​ວິ​ສາ​ຫະ​ກິດ​ຈຳ​ນວນຫຼາຍ​ໄດ້​ປິດຕົວ ຫຼືຢຸດ​ຕິ​ການ​ເຄື່ອນ​ໄຫ​ວ. ການ​ທຸ​ລະ​ກິດທີ່​ພັກນັກ​ທ່ອງ​ທ່ຽວ - ຂົງ​ເຂດ​ທີ່ກວມ​ເອົາ 46% ຂອງ​ໂຄງ​ປະ​ກອບ​ລາຍ​ໄດ້​ ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວຂອງຫວຽດ​ນາມ ກໍ່​ຕ້ອງ​ປິດຕົວ​ລົງ​ປະ​ມານ 90% ແລະ​ ເກືອບຄື​ວ່າບໍ່​ມີ​ແຂກ​ເລີຍ (ຍົກ​ເວັ້ນ​ບັນ​ດາ​ສະຖານ​ຕ້ອນ​ຮັບ​ແຂກ​ກັກ​ຕົວ).

ອາດ​ຈະ​ເຫັນ​ໄດ້​ວ່າ, ຂະ​ແໜງ​ການ​ທ່ອງ​ທ່ຽວ​​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ ແລະ ຕ້ອງ​ໃຊ້​ເວ​ລານາມ​ໃນ​ການ​ຟື້ນຕົວ. ​ໃນສອງ​ປີ​ທີ່​ຜ່ານ​ມາ, ການ​ແຜ່​ລະ​ບາດຂອງ​ໂຄວິດ-19 ຄື​ກັບ “ຄື້ນສຶນາມິ” “ກວາດລ້າງ” ກິດຈະກໍາທ່ອງທ່ຽວທົ່ວໂລກເປັນອໍາມະພາດ. ຕາມ​ລາຍງານ​ຂອງ​ອົງ​ການ​ທ່ອງ​ທ່ຽວ​ໂລກ (UNWTO), ປີ 2020, ການທ່ອງທ່ຽວໂລກປະສົບ​ກັບວິກິດການທີ່ໃຫຍ່ທີ່ສຸດໃນປະຫວັດສາດ ເນື່ອງຈາກຜົນກະທົບຂອງ​ການ​ແຜ່​ລະບາດ​ຂອງ​ໂຄ​ວິດ-19, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ສ​າ​ກົນຫຼຸດ​ລົງ​ 73,9% ​ເມື່ອທຽບ​ກັບ​ປີ 2019, ກັບ​ຄືນ​ໄປ​ເມື່ອ 30 ປີທີ່​ແລ້ວ ແລະ ​ຄາດ​ຄະ​ເນ​ວ່າ ຈະຕ້ອງ​ໃຊ້​ເວ​ລາ 2-4 ປີ​ ຈຶ່ງຟື້ນ​ຟູ​ທ່າ​ເຕີບ​ໂຕສູ່​ລະດັບ​ກ່ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ປີ 2019.

ໃນ​ປະ​ຫວັດ​ສາດ 61 ປີ, ຂະ​ແໜງ​ການ​ທ່ອງ​ທ່ຽວຫວຽດ​ນາມປະສົບ​ກັບ​ວິ​ກິດການ​ຫຼາຍຄັ້ງ ຍ້ອນພະຍາດລະບາດ ໄພທຳມະຊາດ ເສດຖະກິດຖົດຖອຍ, ແຕ່ບໍ່​ເຄີຍ​ໄດ້​ຮັບ​ຄວາມເສຍຫາຍໜັກໜ່ວງ ຄືວິກິດການລະບາດຂອງພະຍາດໂຄວິດ-19 ໃນຄັ້ງນີ້. ການ​ແຜ່​ລະບາດ​ຂອງພະ​ຍາດ​ຜັນປ່ຽນ​ຢ່າງ​ສັບ​ສົນ ​ເຮັດ​ໃຫ້ຫຼາຍ​ປະ​ເທດຕ້ອງ​ໝູນ​ໃຊ້​ບັນ​ດາ​ມາດ​ຕະ​ການ​ຈຳ​ກັດ​ການ​ໄປ​ມາ, ສົ່ງ​ຜົນ​ກະ​ທົບ​ຢ່າງໜັກໜ່ວງຕໍ່​ຄວາມ​ສາ​ມາດ​ຟື້ນຕົວ​ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ.   ຄຽງ​ຄູ່​ກັນ​ນັ້ນ, ການ​ທ່ອງ​ທ່ຽວຫວຽດ​ນາມຍັງ​ບໍ່​ທັນ​ສ້າງພວງ​ພະ​ນັງ​ການ​ເຊື່ອມ​ຕໍ່​ທີ່​ແຂງ​ແຮງ​ຢ່າງ​ພຽງ​ພໍ​ ເພື່ອ​ແຂ່ງ​ຂັນ​ກັບ​ບັນ​ດາ​ປະ​ເທດ​​ໃນ​ພາກ​ພື້ນ. ນອກ​ຈາກນັ້ນ, ມີ​ບຸກ​ຄະ​ລາ​ກອນຂະ​ແໜງ​ການ​ທ່ອງ​ທ່ຽວຈຳ​ນວນຫຼາຍທີ່​ເສຍ​ງານ​ໄດ້​ຫັນ​ໄປເຮັດ​ວຽກ​ໃນ​ຂະ​ແໜງ​ການ, ອາ​ຊີບ​ອື່ນ​ ເພື່ອ​ລ້ຽງ. ຄື​ແນວນັ້ນ, ຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະຍາດ​ແລ້ວ, ເວ​ລາ​ທີ່​ການ​ທ່ອງ​ທ່ຽວ​ຟື້ນ​ຟູ​ຄືນ​ໃໝ່, ຂະ​ແໜງ​ການ​ທ່ອງ​ທ່ຽວ​ຈະ​ປະ​ເຊີນ​ໜ້າ​ກັບ​ຄວ​າມ​ຫຍຸ້ງ​ຍາກ​ອັນ​ໃຫຍ່ຫຼວງ ​ຍ້ອນ​ຂາດ​ບຸກ​ຄະ​ລາ​ກອນ.  ​

ບັນ​ດາ​ມາດ​ຕະ​ການ​ຟື້​ນ​ຟູ​ຂະ​ແໜງ​ການ​ທ່ອງ​ທ່ຽວ

​ໃນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ທີ່​ໄດ້​ສົ່ງ​ຜົນ​ສະທ້ອນ​ຢ່າງ​ແຮງ​ຕໍ່​ຂະ​ແໜງ​ການທ່ອງທ່ຽວນັ້ນ, ກົມ​ການ​ເມືອງສູນ​ກາງ​ພັກ​ໄດ້​ຊີ້​ນຳ​ລະ​ບົບ​ການ​ເມືອງ​ປະ​ຕິ​ບັດຫຼາຍ​ມາດ​ຕະ​ການ​ເພື່ອ​ຮັບ​ມື.

ລັດຖະບານ​ກໍ່​ໄດ້​ອອກ​ມະຕິ​ຫຼາຍ​ສະບັບ​ ເພື່ອ​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ປະຊາຊົນ ​ແລະ ວິ​ສາ​ຫະກິດ, ​ໃນ​ນັ້ນ​ມີ​ບັນດາ​ເນື້ອ​ໃນທີ່​ກ່ຽວຂ້ອງ​ເຖິງ​ຂະ​ແໜງ​ທ່ອງ​ທ່ຽວ​ໂດຍ​ກົງ​ຄື: ວັນ​ທີ 2 ພະ​ຈິກ 2021, ຫ້ອງວ່າການລັດຖະບານອອກ​ຈົດໝາຍ​ທາງ​ລັດຖະການເລກທີ 8044/VPCP-KGVX “ວ່າ​ດ້ວຍ​​ການ​ຊີ້​ນຳ​ຊົ່ວຄາວ​ກ່ຽວ​ກັບ​ການ​ທົດ​ລອງ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຫວຽດນາມ” ທີ່ 5 ທ້ອ​ງ​ຖິ່ນຕາມ 3 ໄລ​ຍະ; ປະ​ກາດ​ໃຊ້​ບັນ​ດາ​ນະ​ໂຍ​ບາຍ​ຊ່ວຍ​ເຫຼືອ​ຮ່ວມ​ກັນ (​ວິ​ສາ​ຫະ​ກິດມີ​ສິດ​ຂະຫຍາຍ​ເວລາ​ຊໍາລະພາສີ, ຫຼຸດ​ອັດຕາພາສີມູນຄ່າເພີ່ມ, ພາສີ​ລາຍ​ໄດ້​ບໍລິສັດ, ພາສີລາຍໄດ້ບຸກຄົນ ແລະ ຄ່າ​ເຊົ່າທີ່​ດິນໃນປີ 2021, ​ຍົກ​ເວັ້ນ​ແລະຫຼຸດ​ດອກ​ເບ້ຍ​ເງິນ​ກູ້, ຮັກສາ​ອັດຕາ​ດອກ​ເບ້ຍ​ເງິນ​ກູ້ ​ແລະ ກຸ່ມ​ໜີ້​ສິນ​​ບໍ່​ປ່ຽນ​ແປງ, ​ເລື່ອນ​ເວລາ​ຊໍາລະຄ່າທຳນຽມສະຫະພາບ​ແຮງ​ງານ​ໃຫ້​ຜູ້​ອອກ​ແຮງ​ງານ…; ຜູ້​ອອກ​ແຮງ​ງານ​ໄດ້​ຮັບ​ບັນ​ດາ​ນະ​ໂຍ​ບາ​ຍ​ຊ່ວຍ​ເຫຼືອເຊັ່ນ: ​ຊ່ວຍ​ເຫຼືອ​ການ​ສູນ​ເສຍ​ວຽກ​ເຮັດ​ງານ​ທໍາ​, ຢຸດ​ຊົ່ວ​ຄາວ​ການ​ປະ​ຕິ​ບັດ​ສັນ​ຍາ​ແຮງ​ງານ, ຢຸດງານ​ໂດຍ​ບໍ່​ມີຄ່າ​ຈ້າງໃນອັດຕາ 15 ມື້ຕິດຕໍ່ກັນ ຫຼື 30 ມື້ຕິດຕໍ່ກັນ ຫຼືຫຼາຍກວ່ານັ້ນ); ປະ​ກາດ​ໃຊ້​ບັນ​ດາ​ນະ​ໂຍ​ບາຍ​ຊ່ວຍ​ເຫຼືອ​ສະ​ເພາະ​ ໃຫ້​ແກ່​ຂະ​ແໜງ​ການ​ທ່ອງ​ທ່ຽວ (ຫຼຸດລາຄາຂາຍໄຟຟ້າ ສຳລັບສະຖານທີ່ພັກນັກທ່ອງທ່ຽວ ຈາກລາຄາຂາຍຍ່ອຍກະແສໄຟຟ້າທີ່ນຳໃຊ້​ໃນ​ທຸລະ​ກິດ ມາເປັນລາຄາຂາຍຍ່ອຍກະແສໄຟຟ້າທີ່ນຳໃຊ້ກັບອຸດສາຫະກຳການຜະລິດ, ຫຼຸດ 50% ຄ່າ​ທຳນຽມ​ການປະ​ເມີນ​​ອອກ​ໃບ​ອະ​ນຸ​ຍາດ​ປະກອບທຸ​ລະ​ກິດນຳທ່ຽວ​​, ຫຼຸດ 80% ຂອງເງິນຝາກເພື່ອສ້າງຕັ້ງທຸລະກິດການນຳທ່ຽວ… ພະນັກງານ​ທ່ອງ​ທ່ຽວ​​ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ທີ່​ເປັນ​ຜູ້​ນຳ​ທ່ຽວ​ ຈະ​ໄດ້​ຮັບ​ເງິນ​ສະໜັບສະໜູນ 3.710.000 ດົ່ງຕໍ່​ຄົນ ແລະ ຮອດ​ທ້າຍ​ປີ 2021, ຍອດ​ຈຳນວນ​ເງິນ​ໜູນ​ຊ່ວຍ​ພະນັກງານ​ນຳ​ທ່ຽວໄດ້​ຮັບ​ການ​ຕົກລົງ​ໜູນ​ຊ່ວຍ​ກ່ວາ 58,5 ​ຕື້​​ດົ່ງ ​ໃຫ້​ພະນັກງານ​ນຳ​ທ່ຽວ​ເກືອບ 16.000 ຄົນ).

ຫຼັງຈາກສອງປີຂອງການຈໍາກັດການເດີນທາງ, ຄວາມຕ້ອງການ​​ໄປ​ທ່ອງ​ທ່ຽວ​ຂອງ​ປະຊາຊົນມີແນວໂນ້ມທີ່ຈະລະເບີດຂຶ້ນ. ​ການ​ສຳຫຼວດ​​ໂດຍ booking.com ກັບ 28.000 ຄົນ​ຈາກ 28 ປະ​ເທດ​ທົ່ວ​ໂລກ​ໃຫ້​ເຫັນ​ວ່າ, ນັກ​ທ່ອງ​ທ່ຽວຫຼາຍ​ຄົນ​ຫວັງ​ວ່າ​ຈະໄດ້​ໄປ​ທ່ອງ​ທ່ຽວ​ຄືນ​ໃໝ່​ໃນ​ປີ 2021. ຕາມ​ການ​ສຳຫຼວດ​ຂອງ​ສະ​ພາ​ທີ່ປຶກ​ສາ​ການ​ທ່ອງ​ທ່ຽວ ​ຂຶ້ນ​ກັບ​ກົມ​ໃຫຍ່ການ​ທ່ອງ​ທ່ຽວ, ນັກທ່ອງທ່ຽວພາຍໃນປະ​ເທດພ້ອມທີ່ຈະ​ເດີນທາງ​ທ່ອງ​ທ່ຽວທັນທີ ທີ່​ຄວບຄຸມການ​ແຜ່​ລະບາດ​ຂອງ​ພະຍາດ​ໄດ້ (ເກືອບ 30% ພ້ອມທີ່ຈະເດີນທາງທັນທີ, ກວ່າ 50% ​ກຽມ​ຄວາມ​ພ້ອມ​ໄປ​ທ່ອງທ່ຽວ​ໃນ​ລະ​ດູ​ທ່ອງ​ທ່ຽວ​ຕໍ່​ໄປ, 70% ຂອງຜູ້​ຕອບ​ແບບ​ສອບ​ຖາມຈະເດີນທາງໂດຍຍົນ).

​ໃນ​ສະພາບ​ການ​ແຜ່​ລະບາດຂອງ​ໂຄ​ວິດ-19 ​ທີ່​ສັບສົນ​ໃນ​ປະຈຸ​ບັນ, ທ່າ​ອ່ຽງ ​ແລະ ຄວາມ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ​ກໍ່​ມີ​ການ​ປ່ຽນ​ແປງ, ຂະ​ແໜງ​ການທ່ອງ​ທ່ຽວ​ຮັບ​ຮູ້​ໄດ້ ແລະ ກຳ​ລັງ​ພະ​ຍາ​ຍາມ​ຕອງ​ສະ​ໜອງ, ນັ້ນ​ແມ່ນ: ເລືອກ​ເອົາ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ມີ​ຄວາມ​ປອດ​ໄພ, ສະ​ໜິດ​ສະ​ໜົມ; ການທ່ອງ​ທ່ຽວ​​ທີ່ຮັບ​ປະ​ກັນ​ດູ​ແລ​ສຸ​ຂະ​ພາບ ​ແລະ​ການ​ປະກັນ​ໄພ. ນັກ​ທ່ອງ​ທ່ຽວມັກ​ຈະ​ຕ້ອງການຂໍ້ມູນລະອຽດ ກ່ຽວກັບລະບົບການຮັກສາພະຍາບານ​ຂອງປາຍທາງ ແລະ ຊຸດ​ປະກັນໄພການເດີນທາງ; ການ​ທ່ອງ​ທ່ຽວປ່ຽນ​ຈາກ​ຄວາມ​ຕ້ອງ​ການ​ທ່ອງ​ທ່ຽວຕ່າງ​ປະເທດ ​ເປັນ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ; ໃຊ້ຜະລິດ​ຕະພັນ​ການ​ເດີນທາງ, ​ແພ໊ກ​ເກດ (ຄຳສັ່ງ​ປະສົມ) ທີ່ອອກແບບມາສໍາລັບການເດີນທາງເປັນກຸ່ມນ້ອຍ ຫຼືຄອບຄົວ; ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ​ປັນ​ຍາປະດິດ, ອິນ​ເຕີ​ເນັ​ດ ເພື່ອ​ຊອກ​ຮູ້​ລະ​ອຽດ​ກ່ອນ​ການ​​ເດີນທາງ; ນັກທ່ອງທ່ຽວມີຄວາມຍືດຫຍຸ່ນໃນການໃຊ້ບໍລິການ… ດ້ວຍ​ເຫດນັ້ນ, ຂະ​ແໜງ​ການ​ທ່ອງ​ທ່ຽວ​ໄດ້​ກຳ​ນົດ​ທິດ​ໃຫ້ບັນ​ດາ​ວິ​ສາ​ຫະ​ກິດ, ຕົວ​ແທນ​ທ່ອງ​ທ່ຽວ ​ແລະ ຜູ້​ໃຫ້​ບໍລິການ​ດ້ານ​ການ​ທ່ອງ​ທ່ຽວ ຈຳ​ເປັນ​ຕ້ອງປ່ຽນ​ທິດທາງ​ເພື່ອ​ຕອບ​ສະ​ໜອງ​​ຄວາມຕ້ອງ​ການ​ຂອງ​ນັກ​ທ່ອງ​ທ່ຽວຢ່າງ​ທັນ​ທ່ວງທີ, ດູ​ແລ​ນັກ​ທ່ອງ​ທ່ຽວ​ໃຫ້​ດີ​ຂຶ້ນ, ​ໂດຍ​ສະ​ເພາະ​ແມ່ນ​ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ປັນຍາ​ປະດິດ​ ເຂົ້າ​ໃນ​ການ​ຄຸ້ມ​ຄອງ, ແນະນຳງານ, ສົ່ງ​ເສີມສິນຄ້າ ​ບໍລິການ ຮູບ​ພາບ​ ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ ​ແລະ ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ.

​ໃນ​ສະພາບ​ການ​ຜັນປ່ຽນ​ຢ່າງ​ສັບສົນ​ຂອງການ​ແຜ່​ລະບາດ​ຂອງ​ໂຄ​ວິດ-19, ຕິດຕາມ​ການ​ຊີ້​ນຳ​ຂອງ​ລັດຖະບານ​ຢ່າງ​ໃກ້ຊິດ​ ກ່ຽວ​ກັບ​ການ​ປະຕິບັດ “ສອງ​ເປົ້າ​ໝາຍ” ທັງ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່ລະບາດ​ຂອງໂຄວິດ-19, ທັງ​ສຸມ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ຂະ​ແໜງ​ການ​ທ່ອງ​ທ່ຽວ​ມີ​ມາດ​ຕະ​ການແກ້​ໄຂ​ຢ່າງ​ທັນ​ການ, ຫັນປ່ຽນ​ຈາກສະຖານະ “ບໍ່​ມີ​ໂຄ​ວິດ” ​ເປັນ “ການ​ປັບ​ຕົວ​ໄດ້​ຢ່າງ​ປອດ​ໄພ, ຍືດຫຍຸ່ນ, ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ໂຄ​ວິດ-19 ​ໄດ້ຢ່າງ​ມີ​ປະສິດທິ​ຜົນ”, ​ລະ​ອຽດ​ຄື:

ທີ​ໜຶ່ງ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ການເຄື່ອນ​ໄຫວ​ທ່ອງ​ທ່ຽວ.

ຂະ​ແໜງ​ການ​ທ່ອງ​ທ່ຽວ​ໃຫ້​ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແຫຼ່ງ​ທ່ອງ​ທ່ຽວ ແລະ ນັກ​ທ່ອງ​ທ່ຽວ. ຕາມນັ້​ນ, ກົມ​ໃຫຍ່​ການທ່ອງ​ທ່ຽວ​ ​ໄດ້​ແນະນຳ​ໃຫ້​ກະຊວງ​ວັດທະນະທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ອອກ​ຄຳ​ແນະ​ນຳ​ຊົ່ວ​ຄາວ​ເລກ​ທີ 3862/HD-BVHTTDL, ​ລົງ​ວັນ​ທີ 18 ຕຸ​ລາ 2021, “ກ່ຽວ​ກັບ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 128/NQ-CP, ​ລົງ​ວັນ​ທີ 11 ຕຸ​ລາ 2021 ຂອງ​ລັດ​ຖະ​ບານ​ປະ​ກາດ​ໃຊ້​ຂໍ້​ກຳ​ນົດ​ຊົ່ວ​ຄາວ “ການປັບຕົວໄດ້ຢ່າງປອດໄພ, ຍືດຫຍຸ່ນ, ຄວບຄຸມການ​ແຜ່​ງລະບາດຂອງ​ໂຄ​ວິດ-19 ​ໄດ້ຢ່າງມີປະສິດທິຜົນ ໃນ​ການເຄື່ອນ​ໄຫ​ວ​ວັດ​ທະ​ນະ​ທຳ, ກິ​ລາ ແລ​ະ ການ​ທ່ອງ​ທ່ຽວ” ເພື່ອ​ຜັນ​ຂະ​ຫຍາຍ​ເຖິງ​ບັນ​ດາ​ທ້ອງ​ຖິ່ນ, ​ທຸ​ລະ​ກິດ​ທ່ອງ​ທ່ຽວ. ຄຽງ​ຄູ່​ກັນ​ນັ້ນ, ກົມ​ໃຫຍ່​ການ​ທ່ອງ​ທ່ຽວ ກໍ່​ສ້າງ​ລະບົບການລົງທະບຽນ ແລະການປະ​ເມີນ​ຄວາມ​ປອດ​ຈາກໂຄວິດ-19 ​ໃຊ້ກັບ​ສະຖານ​ທີ່​ທ່ອງ​ທ່ຽວ, ​ທຸລະ​ກິດ​ນຳທ່ຽວ, ສະຖານ​ປະ​ກອບ​ການ​ທີ່​ພັກ, ພະນັກງານ ນຳທ່ຽວ, ໜ່ວຍ​ທຸ​ລະ​ກິດ​ບໍ​ລິ​ການ​ທ່ອງ​ທ່ຽວ ຕາມ​ທີ່ຢູ່ https://safe.tourism.com.vn. ແນະນຳ ແລະ ຊຸກຍູ້ໃຫ້ນັກທ່ອງທ່ຽວນຳໃຊ້ແອັບພລິເຄຊັ່ນ “ການທ່ອງ​ທ່ຽວ​ຫວຽດນາມ​ທີ່​ປອດ​ໄພ” ເພື່ອຊອກຫາຂໍ້ມູນການເດີນທາງທີ່ປອດໄພ, ຄຳປະກາດທາງການແພດ ແລະ ການປະເມີນຈຸດໝາຍປາຍທາງ.

ທີ​ສອງ, ສຸມ​ໃສ່​ຍູ້​ແຮງການ​ເຄື່ອນ​ໄຫວ​ກະຕູ້ນ​ຄວາມ​ຕ້ອງ​ການ ​ແລະ ຟື້ນ​ຟູ​ການທ່ອງ​ທ່ຽວພາຍ​ໃນປະ​ເທດ​ທົ່ວ​ປະ​ເທດ.

ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​ປະ​ກາດ​ໃຊ້​ແຜນ​ການ​ເລກ​ທີ 3228/KH-BVHTTDL, ​ລົງ​ວັນ​ທີ 7 ກັນ​ຍາ 2021, “ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ຊຸກຍູ້​ຄວາມ​ຕ້ອງການ, ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ ​ແລະ ກິດຈະກຳການ​​ເດີນທາງ” ຕາມ​ຈິດ​ໃຈ​ມະ​ຕິ​ເລ​ກ​ທີ 63/NQ-CP, ​ລົງ​ວັນ​ທີ 29 ມິ​ຖຸ​ນາ 2021, “ກ່ຽວ​ກັບ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຕົ້ນ​ຕໍ່ ​ເພື່ອ​ການ​ເຕີບ​ໂຕ​ເສດ​ຖະ​ກິດ, ການ​ເບີກ​ຈ່າຍ​ການ​ລົງ​ທຶນພາກ​ລັດ ແລະ ການສົ່ງ​ອອກສິນຄ້າຢ່າງ​ຍືນ​ຍົງ​​ ໃນ​ຊຸມ​ເດືອນ​ທ້າຍ​ຂອງປີ 2021 ແລະ ຕົ້ນ​ປີ 2022”, ໃນ​ນັ້ນ ​ກຳ​ນົດ​ໜຶ່ງ​ໃນ​ບັນ​ດາ​ທັດ​ສະ​ນະ​ຕົ້ນ​ຕໍ່​ແມ່ນ ​ເຊື່ອມ​ຕໍ່ການ​ຟື້ນ​ຟູ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ ກັບ​ການຍົກ​ສູງ​ຄວາມ​ສາ​ມາດ​ພາຍໃນ ແລະ ຄວາມ​ເປັນ​ເຈົ້າ​​ຕົນ​ເອງ ​ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ, ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ, ຖື​ເອົາ​ນີ້​​ເປັນກຳ​ລັງ​ແຮງ​ພາຍ​ໃນ, ພື້ນ​ຖານ​ຕົ້ນ​ຕໍ​ ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ. ຄຽງ​ຄູ່​ກັນ​ນັ້ນ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການທ່ອງ​ທ່ຽວ ສືບ​ຕໍ່​ປະ​ກາດ​ໃຊ້​ໂຄງ​ການ​ເລກ​ທີ 4698/BVHTTDL-TCDL, ​ລົງ​ວັນ​ທີ 16 ທັນ​ວາ 2021, “ກ່ຽວ​ກັບໂຄງ​ການ​ເປີດ​ຕົວ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ ທີ່​ປັບ​ຕົວ​ໄດ້​ຢ່າງ​ປອດ​ໄພ, ຍືດຫຍຸ່ນ ແລະ ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​​ໂຄວິດ-19 ​ໄດ້ຢ່າງ​ມີ​ປະ​ສິດ​ທິ​ຜົນ” ແລະ ຜັນ​ຂະ​ຫຍາຍ​ພ້ອມ​ກັນ​​ທົ່ວ​ປະ​ເທດ​ໃນ​ຫົວ​ຂໍ້ “ການເດີນທາງທີ່ປອດໄພ - ປະສົບການທີ່ສົມບູນ” ​ໂດຍ​ມີ 2 ​ເປົ້າ​ໝາຍ​ພື້ນຖານ​ຄື: ​ເພື່ອ​ຟື້ນ​ຟູ​ການທ່ອງທ່ຽວ​ຕາມ​ເສັ້ນທາງ ​ຈາກ​ຕະຫຼາດ​ພາຍ​ໃນ​ແຂວງ, ​ໃນ​ເຂດ ​ເຖິງ​ຕະຫຼາດ​ພາຍ​ໃນ​ປະ​ເທດ, ປະກອບສ່ວນ​ຟື້ນ​ຟູ​ຂະ​ແໜງ​ທ່ອງ​ທ່ຽວ​ເທື່ອ​ລະ​ກ້າວ​ ໃຫ້ສາມາດ​ປັບ​ຕົວ​ໄດ້​ຢ່າງ​ປອດ​ໄພ, ຍືດຫຍຸ່ນ ​ແລະ ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ໂຄ​ວິດ-19 ​ໄດ້ຢ່າງ​ມີ​ປະສິດທິ​ຜົນ, ຕອງ​ສະ​ໜອງ​ຄວາມ​ຕ້ອງ​ການ​ໄປ​ທັດ​ສະ​ນະ​ສຶກ​ສາ, ທ່ອງ​ທ່ຽວ, ພັກ​ຜ່ອນ​ຂອງ​ປະ​ຊາ​ຊົນ; ແນະ​ນຳ​ ແລະ ໂຄສະ​ນາ​ບັນດາ​ແຫຼ່ງທ່ອງ​ທ່ຽວ, ຜະລິດຕະພັນ ແລະ ປະສົບການທີ່ຫຼາກຫຼາຍແລະດຶງດູດ, ຮັບປະກັນ​ຄວາມ​ປອດ​ໄພ​ໃນການປ້ອງກັນ ແລະ ຄວບຄຸມການ​ແຜ່​ງລະບາດ​ຂອງພະຍາດ, ຟື້ນ​ຟູ​ຄວາມເຊື່ອໝັ້ນຂອງຕະຫຼາດໃນການທ່ອງ​ທ່ຽວພາຍ​ໃນ​ປະ​ເທດທີ່ປອດໄພ. ໂຄງ​ການ​ສຸມ​ໃສ່​ 2 ການເຄື່ອນ​ໄຫວ​ຕົ້ນ​ຕໍ່: ແນະ​ນຳ​ການ​ຕ້ອນ​ຮັບ ແລະ ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ຢ່າງປອດ​ໄພ (ສຳ​ລັບສະຖານທີ່​ທ່ອງ​ທ່ຽວ, ໜ່ວຍ​ທຸ​ລະກິດ​ການທ່ອງ​ທ່ຽວ ແລະ ນັກ​ທ່ອງ​ທ່ຽວ, ນັກທ່ອງ​ທ່ຽວ​ໃຊ້​ບໍ​ລິ​ການ​ທ່ອງ​ທ່ຽວ) ແລະ ຈັດການ​ສື່ສານ ສົ່ງ​ເສີມ ​ແລະ ​ເປີດ​ການທ່ອງທ່ຽວ​ພາຍ​ໃນ​ປະ​ເທດ​ອີກ​ຄັ້ງ. ກົມ​ໃຫຍ່​ການ​ທ່ອງ​ທ່ຽວ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ບັນ​ດາ​​ສະຖານ​ທີ່​ທ່ອງ​ທ່ຽວ, ສະ​ມາ​ຄົມ​ທ່ອງ​ທ່ຽວ, ວິ​ສາ​ຫະ​ກິດ ແລະ ສາຍ​ການ​ບິນ ​ເພື່ອ​ພັດທະນາ​ໂຄງ​ການ​ທ່ອງ​ທ່ຽວ​ລວມ ​ທີ່​ມີ​ຄຸນ​ນະ​ພາບ​ແລະ​ແຮງ​ຈູງ​ໃຈ ​ແນ​ໃສ່​ກະ​ຕຸກ​ຊຸກ​ຍູ້​ການ​ທ່ອງ​ທ່ຽວ. ບັນດາທ້ອງຖິ່ນສ້າງເງື່ອນໄຂສະດວກ ແລະ ມີນະ​ໂຍບາຍ​ຊ່ວຍໜູນວິສາຫະກິດ, ເປັນຕົ້ນແມ່ນ ຍົກເວັ້ນແລະຫຼຸດຄ່າທຳນຽມ ແລະ ຄ່າເຂົ້າຊົມ​ໃນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່ຄຸ້ມຄອງ​ໂດຍ​ທ້ອງ​ຖິ່ນ.

ທີ​ສາມ, ທົດ​ລອງ​ການ​ເປີດ​ປະ​ຕູ​ຕະຫຼາດ​ສາ​ກົນ​​ເທື່ອ​ລະ​ກ້າວ.

ປະ​ຕິ​ບັດ​ການ​ຊີ້​ນຳ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃນຈົດໝາຍທາງການ ສະບັບເລກທີ 8044/VPCP-KGVX, ​ລົງ​ວັນ​ທີ 2 ພະ​ຈິກ 2021, “ກ່ຽວ​ກັບຄໍາແນະນໍາ​ການ​ທົດ​ລອງ​ຊົ່ວ​ຄາວ​​ໃນ​ການ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຫວຽດນາມ”, ກົມ​ໃຫຍ່​ການ​ທ່ອ​ງ​ທ່ຽວ​ກໍ່​ໄດ້ແນະນຳ​ໃຫ້​ກະຊວງ​ວັດທະນະທຳ​, ກິ​ລາ ແລະ ການ​ທ່ອງ​ທ່ຽວ​ ອອກ​ຄຳ​ແນະນຳ​ເລກທີ 4122/HD-BVHTTDL, ​ລົງ​ວັນ​ທີ 5 ພະ​ຈິກ 2021, “ຄໍາແນະນໍາ​ການ​ທົດ​ລອງ​ຊົ່ວ​ຄາວ​ໃນ​ການ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ຫວຽດ​ນາມ”. ເສັ້ນທາງ​ທົດ​ລອງ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຫວຽດນາມ ​ເປັນ 3 ​ໄລຍະ, ​ໃນ​ນັ້ນ​ໄລຍະ​ທົດ​ລອງ​ທີ 1 ຈະ​ເປີດ​ໂຄງການຕ້ອນຮັບ​ນັກ​ທ່ອງ​ທ່ຽວຕ່າງ​ຊາດ​ສູ່​ເກາະຝູກວັກ (​ແຂວງ ກຽນ​ຢາງ), ແຂງ​ຮ່​ວາ, ກວ໋າງ​ນາມ, ດາ​ໜັງ, ກວ໋າງ​ນິນ ໂດຍ​ຜ່ານທ່ຽວ​ບິນ​ເຊົ່າ​ເໝົາ​ລຳ ພາຍ​ໃຕ້​ໂຄງ​ການ​ທ່ອງ​ທ່ຽວ​ແບບ​ແພ໊ກ​ເກດ ​ໃນ​ພື້ນ​ທີ່​ທີ່ກຳນົດ ​ແລະ ສະ​ຖານ​ບໍ​ລິ​ການທ່ອງ​ທ່ຽວ. ປີ 2021, ຂ​ະ​ແໜງ​ການ​ທ່ອງ​ທ່ຽວ​ຕ້ອນ​ຮັບນັກ​ທ່ອງ​ທ່ຽວ​ປະ​ມານ 3.500 ຄົນ, ​ຮອດ​ເດືອນມັງ​ກອນ 2022, ສືບ​ຕໍ່​ຕ້ອນ​ຮັບນັກ​ທ່ອງ​ທ່ຽວ​​ຈາກ​ ສ.ເກົາຫຼີ, ລັດ​ເຊຍ, ອູ​ເຊີ​ເບ​ກີ​ສະຖານ, ກາ​ຊັກ​ສະຖານ, ໄທ ແລະ ອີນ​ເດຍ.

ທີ​ສີ່, ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ສື່​ສານ ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​, ນຳໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນຂ່າວສານໃນການທ່ອງທ່ຽວ.

ຜັນ​ຂະ​ຫຍາຍ​ບັ້ນ​ໂຄສະນາ​ສື່ສານ​ເພື່ອ​ເລີ່​ມຕົ້ນການ​ທ່ອງ​ທ່ຽວພາຍ​ໃນ​ປະ​ເທດ “ການທ່ອງທ່ຽວ​ທີ່​ປອດ​ໄພ​ແລະ​ໜ້າ​ສົນ​ໃຈ”. ປະ​ສານງານ​​ຈັດ​ຕັ້ງ​​ການ​ເຄື່ອນ​ໄຫວ, ຊຸກຍູ້​ຄວາມ​ຕ້ອງການ​ຂອງ​ຕະຫຼາດ, ງານ​ຕະຫຼາດນັດ​ທ່ອງ​ທ່ຽວ, ການ​ສຳ​ມະ​ນາ​ແນະ​ນຳ​ສະຖານ​ທີ່​ທ່ອງ​ທ່ຽວ, ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ ​ປະ​ສານ​ງານຢ່າງ​ໄຫວ​ພິບ​ລະ​ຫວ່າງ​ຮູບ​ກາ​ນ​ໂດຍ​ກົງ ແລະອອນ​ໄລນ໌, ໂຄງການສຳຫຼວດປາຍທາງ ແລະ ຜະລິດຕະພັນ. ຜັນ​ຂະຫຍາຍ​ການ​ສື່​ສານ​ຕໍ່​ແຂກ​ສາກົນ ດ້ວຍ​ຂະ​ບວນການ​ໂຄສະນາ “Live fully in Vietnam” (ດຳ​ລົງ​ຊີ​ວິດ​ຢ່າງ​ຄົບ​ຖ້ວນຢູ່ຫວຽດ​ນາມ) ໃນ​ຊ່ອງ​ທາງ​ສື່​ມວນ​ຊົນ​ອອນ​ໄລ​ນ໌໌​ຂອງ​ກົມ​ໃຫຍ່​ການ​ທ່ອງ​ທ່ຽວ, ເຊັ່ນ ​ເວັບ​ໄຊ​ທ໌ vietnam.travel, ​ບັນ​ດາ​ເວັບ​ໄຊ​ທ໌ເຄືອ​ຂ່າຍ​ສັງ​ຄົມ​ Facebook, Instagram, Pinterest...

ທີ​ຫ້າ, ​ສ້າງຄວາມ​ຫຼາກ​ຫຼາຍ​ຂອງ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ ​ເພື່ອ​ຕອບ​ສະໜອງ​ທ່າ​ອ່ຽງ​ການ​ຕະ​ຫຼາດ​ໃໝ່.

ວາງ​ແຜນ​ກຳນົດ​ລະບົບ​ການທ່ອງທ່ຽວ​ຫວຽດນາມໄລ​ຍະ 2021-2030, ວິ​ໄສ​ທັດ​ເຖິງ​ປີ 2045. ພັດ​ທະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ໃໝ່, ເຮັດ​ໃໝ່​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ທີ່​ມີຢູ່​ເໝາະ​ສົມ​ກັບ​ຄວາມ​​ຕ້ອງ​ການທີ່​ໄດ້​ປ່ຽນ​ແປງ​ຍ້ອນ​ຜົນ​ກະ​ທົບ​ຂອງການ​ແຜ່​ລະ​ບາດຂອງ​ໂຄວິດ-19; ພັດ​ທະ​ນາ​ບັນ​ດາ​ຮູບ​​ແບບ, ການເຄື່ອນ​ໄຫວ​ເສດ​ຖະ​ກິດ​ກາງ​ຄືນ, ປະ​ກອບ​ສ່ວນ​ເພີ່​ມ​ການໃຊ້​ຈ່າຍ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງກິດຈະກຳ​ການທ່ອງ​ທ່ຽວ. ບັນ​ດາ​ທ້ອງ​ຖິ່ນ​ກຳ​ນົດ​ການ​ລົງ​ທຶນ, ພັດ​ທະ​ນາຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ຕາມ​ຫົວ​ຂໍ້, ບົນ​ພື້ນ​ຖານ​ທ່າ​ແຮງ ​ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທີ່​​ມີຢູ່, ມີ​ຄວາມ​ແປກຕ່າງ​, ສ້າງ​ເປັນ​ເຄືອ​ຂ່າຍ​ບັນ​ດ​າ​ຜະ​ລິດ​ຕະ​ພັນ​ແບບຫຼາຍ​ຮູບຫຼາຍ​ສີ, ຊ່ວຍ​ເຫຼືອ​ເຊິ່ງ​ກັນແລະກັນ.

ທີ​ຫົກ, ຍູ້​ແຮງ​ຂະ​ບວນ​​ການ​ຫັນ​​​ເປັນ​ດິຈີຕອນ​ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ.

ກໍ່​ສ້າງ​ແຜນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ດິຈີຕອນ​ໄລ​ຍະ 2021-2025. ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ປະ​ຕິ​ບັດ​ການຫັນ​ເປັນ​ດິຈິ​ຕອນທາງ​ຂໍ້​ມູນ​ ເພື່ອ​ຮັບ​ໃຊ້​ການ​ຄຸ້ມ​ຄອງສະຖານ​ທີ່​ພັກ, ອົງ​ການ​ທ່ອງ​ທ່ຽວ, ຄົນ​ນຳ​ທ່ຽວ, ແຫຼ່ງ​ທ່ອງ​ທ່ຽວ, ສະ​ຖານ​ທີ່​ບໍ​ລິ​ການ​ທ່ອງ​ທ່ຽວ; ຖານຂໍ້ມູນການຄົ້ນຄວ້າຕະຫຼາດ, ໂຄ​ສະ​ນາ​ ​ແລະ ສົ່ງເສີມການທ່ອງທ່ຽວ. ກໍ່ສ້າງ​ພື້ນຖານ​ການ​ເຊື່ອມ​ຕໍ່​ເພື່ອ​ໜູນ​ຊ່ວຍ​ທຸລະ​ກິດ​ການທ່ອງ​ທ່ຽວ, ຄ່ອຍໆຕັ້ງ​ເປັນ​ເວທີ​ທຸລະ​ກິດ​​ເອເລັກ​ໂຕຣນິກ​ ເພື່ອ​ບໍລິການ​ການທ່ອງ​ທ່ຽວ​ຂອງປະ​ເທດ.

ທີ​ເຈັດ, ຊ່ວຍ​ເຫຼືອ​ວິ​ສາ​ຫະ​ກິດ​ຍູ້​ແຮງ​ຂະ​ບວນ​ວິ​ວັດ​ການ​ຟື້ນ​ຟູ ​ແລະ ປັບ​ໂຄງສ້າງ​ວິ​ສາ​ຫະ​ກິດການ​ທ່ອງ​ທ່ຽວ.

ຕິດ​ຕາມ, ສັງ​ລວມ, ທົບ​ທວນ, ສະ​ເໜີ, ສະ​ເໜີ​ແນະ ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ​​ທີ່ປະ​ກາດ​ໃຊ້ໂດຍ​ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ ​ເພື່ອ​ສະໜັບສະໜູນ ຊ່ວຍ​ເຫຼືອ​ການ​ທ່ອງ​ທ່ຽວ. ແນະ​ນຳ​ການປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຊ່ວຍ​ເຫຼືອ​ຕໍ່​ວິ​ສາ​ຫະ​ກິດ ​ແລະ ຜູ້​ອອກ​ແຮງງານ​ໃນ​ຂະ​ບວນ​ການ​ຟື້ນ​ຟູ ແລະ ກະ​ຕຸກ​ຊຸກ​ຍູ້​ການ​ທ່ອງ​ທ່ຽວ. ຊ່ວຍ​ເຫຼືອ​ກຳ​ນົດ​ທິດ​ໃຫ້​ຕະຫຼາດ, ກຳ​ນົດ​ທິດ​ຜະ​ລິດ​ຕະ​ພັນ ​ກໍ່​ຄື​ຊ່ວຍ​ເຫຼືອ​ຊຸກ​ຍູ້ ​ແລະ ໂຄງ​ສະ​ນາ​ແຫຼ່ງ​ທ່ອງ​ທ່ຽວ.

ທີ່​ແປດ, ຊ່ວຍ​ເຫຼືອ​ພັດ​ທະ​ນາ​ແຫຼ່ງ​ບຸກ​ຄະ​ລາ​ກອນ​ຕາມ​ໂຄງ​ປະ​ກອບ​ທີ່​ເໝາະ​ສົມ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຟື້ນ​ຟູ​ການ​ທ່ອງທ່ຽວ, ປັບ​ໂຄງສ້າງ​ຊັບພະຍາກອນ​ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ.

ການພັດ​ທະ​ນາ​ແຫຼ່ງ​ບຸກ​ຄະ​ລາ​ກອນ​ການ​ທ່ອງ​ທ່ຽວ​ມີ​ບົ​ດ​ບາດ​ສຳ​ຄັນ ​ໃນ​ການ​ຟື້ນ​ຟູ​ໃນ​ໄລ​ຍະ​ສັ້ນ; ຮັບ​ໃຊ້​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ ​ແລະ ຍົກ​ສູງ​ຄວາມ​ສາ​ມາດ​ແຂ່ງ​ຂັນ​ໃນ​ໄລ​ຍະ​ຍາວ. ກໍ່​ສ້າງ​ແຜນ​ການ, ລົງ​ທຶນ, ຕີ​ລາ​ຄາ​ຄືນ​ໃໝ່​ ແຫຼ່ງ​ບຸກ​ຄະ​ລາ​ກອນ​ທ່ອງ​ທ່ຽວ. ລົງ​ທຶນ​​ໃນການຝຶກ​ອົບຮົມ​ ແລະ ບຳລຸງ​ສ້າງ​ພະນັກງານອາຊີບ​ການທ່ອງທ່ຽວ ເພື່ອ​ຮັບ​ໃຊ້​ທຸ​ລະ​ກິດ​ໂຮງ​ແຮມ, ​ສະຖານ​ທີ່ທ່ອງ​ທ່ຽວ, ຄົນ​ນຳ​ທ່ຽ​ວ, ສົ່ງ​ເສີມ​ການ​ທ່ອງ​ທ່ຽວ.

ຄໍາແນະນໍາ ​ຂໍ້​ສະ​ເໜີ​ແນະ​ບາງ​ປະການ

ເພື່ອ​ຟື້ນ​ຟູ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ໃນ​ສະ​ຖາ​ນະ​ການ​ໃໝ່, ຊ່ວຍ​ເຫຼືອ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ ແລະ ຜູ້​ແຮງ​ງານ​ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຢ່າງ​ທັນ​ເວ​ລາ ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ຜົນ​ກະ​ທົບ​ຂອງການ​​ແຜ່ລະບາດ​ຂອງວິດ-19 ແລະ ກະ​ກຽ​ມ​ເງື່ອນ​ໄຂ​ເພື່ອ​ກະ​ຕຸກ​ຊຸກ​ຍູ້ການ​ທ່ອງ​ທ່ຽວ​ໃນ​ເວ​ລາ​ຕໍ່​ໄປ; ​ເພື່ອ​​ເປົ້າ​ໝາຍ​ປີ 2022 ຫວຽດ​ນາມຈະ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​​ໄດ້ 65 ລ້ານ​ຄົນ, ໃນ​ນັ້ນ​ມີນັກ​ທ່ອງ​ທ່ຽວຕ່າງປະ​ເທດປະ​ມານ 5 ລ້ານ​ຄົນ, ມີ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ປະ​ມານ 60 ລ້ານຄົນ, ຍອດ​ລາຍ​ຮັບ​ຈາກ​ນັກ​ທ່ອງ​ທ່ຽວ​ບັນ​ລຸ​ໄດ້ 400.000 ຕື້​ດົ່ງ, ຈຳ​ເປັນຕ້ອງ​​ປະ​ຕິ​ບັດ​​ນະ​ໂຍ​ບາຍຈຳນວນ​ໜຶ່ງດັ່ງຕໍ່ໄປນີ້:

ທີ​ໜຶ່ງ, ການຟື້ນ​ຟູ, ພັດ​ທະ​ນາການ​ທ່ອງ​ທ່ຽວ​ຕ້ອງ​​ໄດ້​ກຳ​ນົດວ່າ​ເປັນ​ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ຈຸດ​ໜັກ​ໃຈ​ກາງ​ຂອງ​ໂຄງ​ການ​ຟື້ນ​ຟູ ​ແລະ ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​​ໃນ​ປີ 2022 ​ແລະ 2023. ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ໂຄງ​ການ​ຟື້ນ​ຟູ​ ພັດ​ທະ​ນາ​ການ​ທ່ອງທ່ຽວ​ຢ່າງ​ຄົບ​ຊຸດ, ເດັດ​ຂາດ ​ແລະ ມີ​ປະ​ສິດ​ທິ​ຜົນ​, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ທີ່ລະບຸ​ໃນ​ໂຄງ​ການ​ຟື້ນ​ຟູ ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ. ​ເປີດ​ບໍລິການ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຄືນ​ໃໝ່​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ປອດ​ໄພ​ແຕ່​ວັນ​ທີ 15 ມີ​ນາ 2022 ໃນ​ສະ​ພາບ​ການ​ປົກ​ກະ​ຕິ​ໃໝ່ ທັງ​ທາງ​ອາ​ກາດ, ທາງ​ບົກ ​ແລະ ທາງ​ທະ​ເລ ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ ​ແລະ ຄົບ​ຊຸດ ​ກັບ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ລັດ​ຖະ​ບານ. ອີງ​ໃສ່​ສະ​ພາບ​ການ, ຜົນ​​ການປ້ອງ​ກັນ​ແລະຄວບ​ຄຸມການ​ແຜ່​ລະບາດ​ຂອງ​ໂຄວິດ-19 ແລະ ການ​ປະ​ເມີນ​ຜົນ​​ການ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ໃນ​ໄລ​ຍະ​ປົກ​ກະ​ຕິແບບ​ໃໝ່​ ເພື່ອ​ເປີດການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດຢ່າງ​ເຕັມ​ສ່ວນ. ຈັດ​ຕັ້ງ​ໂຄງ​ການສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດຢ່າງ​ທົ່ວ​ເຖິງ ​ເພື່ອ​ປັບ​ຕົວຢ່າງ​ປອດ​ໄພ, ຍືດຫຍຸ່ນ ​ແລະ ຄວບ​ຄຸມ​​ການ​ແຜ່​ລະ​ບາດ​ຂອງໂຄວິດ-19 ​ໄດ້ຢ່າງ​ມີ​ປະ​ສິດ​ທິ​ຜົນ ​ໃນຈົດໝາຍ​ທາງ​ການ​ເລກ​ທີ 4698/BVHTTDL-TCDL, ​ລົງ​ວັນ​ທີ 16 ທັນ​ວາ 2021, ຂອງ​ກະ​ຊວງວັດ​ທະ​ນ​ະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ. ຊາຍ​ຊຶມ​ບົດ​ແນະນຳເລກທີ 3862/HD-BVHTTDL ​ລົງ​ວັນ​ທີ 18 ຕຸ​ລາ 2021, ຂອງ​ກະ​ຊວງວັດ​ທະ​ນ​ະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ທີ່ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 128/NQ-CP, ​ລົງ​ວັນ​ທີ 11 ຕຸ​ລາ 2021, ຂອງ​ລັດ​ຖະ​ບານ​ປະ​ກາດ​ໃຊ້​ຂໍ້​ກຳ​ນົດ​ຊົ່ວ​ຄາວກ່ຽວ​ກັບ “ການ​ປັບ​ຕົວ​ໄດ້​ຢ່າງ​ປອດໄພ, ຍືດຫຍຸ່ນ, ຄວບຄຸມການລະບາດຂອງ​ໂຄ​ຍິດ-19 ຢ່າງ​ມີ​ປະສິດທິ​ຜົນ” ໃນການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ. ບັນ​ດາ​ທ້ອ​ງ​ຖິ່ນ​ປະ​ກາດ​ການ​ເປີດ​ປະ​ຕູ​ການ​ທ່ອງ​ທ່ຽວ, ຕ້ອບ​ຮັບ ແລະ ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ ຕາມ​ແຕ່​ລະ​ລະ​ດັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ຂອບ​ເຂດ​ ເຊິ່ງ​ຕິດ​ກັບ​ບັນ​ດາ​ມາດ​ຕະ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​​ທີ່​ເໝາະ​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ.

ທີ​ສອງ, ໜ້າ​ທີ່ ມາດ​ຕະ​ການ​ຟື້ນ​ຟູ, ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຕ້ອງ​ໄດ້​ຮັບ​ການສ້າງ​ພື້ນ​ຖານ​ກົດໝາຍ ​ແລະ ຈັດສັນ​ແຫຼ່ງພະລັງ​ຢ່າງ​ພຽງພໍ​ ເພື່ອການ​ຜັນ​ຂະ​ຫຍາຍ. ຕ້ອງ​ປະ​ກາດ​ໃຊ້​ບັນ​ດາ​ນະ​ໂຍ​ບາຍ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ທ່ອງ​ທ່ຽວ, ເຊັ່ນ​ ຕັ້ງ​ຫ້ອງ​ການ​ຜູ້ຕາງ​ໜ້າ​ການ​ທ່ອງ​ທ່ຽວຫວຽດ​ນາມຢູ່​ຕ່າງ​ປະ​ເທ​ດ, ດຳ​ເນີນ​ການຫັນ​ປ່ຽ​ນ​​ດິຈີຕອນ​ໃນ​ການ​ທ່ອງ​ທ່ຽວ, ຊຸກ​ຍູ້​ການໂຄ​ສະ​ນາ ຂຸດ​ຄົ້ນ​ຕະຫຼາດ, ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ, ດຶງ​ດູດນັກ​ທ່ອງ​ທ່ຽວ​ສາ​ກົນ​​ມາ​ທ່ອງທ່ຽວຫວຽດ​ນາມ, ຍູ້​ແຮງ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ, ກະ​ຕຸກ​ຊຸກ​ຍູ້​ການ​ໃຊ້​ຈ່າຍ​ຂອງນັກ​ທ່ອງ​ທ່ຽວ​ ເພື່ອ​ປະ​ກອບ​ສ່ວນ​ເພີ່ມ​ອັດ​ຕາ​ສ່ວນ​ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ໃນຂົງ​ເຂດ​ບໍ​ລິ​ການ, ຊຸກ​ຍູ້​ໃຫ້​ການ​ທ່ອງ​ທ່ຽວຫວຽດ​ນາມພັດ​ທະ​ນາ​ການ​ເປັນ​ຂະ​ແໜງ​ການ​ເສດ​ຖະ​ກິດ​ຫົວ​ຫອກ.

ທີ​ສາມ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສືບ​ຕໍ່​ຄົ້ນ​ຄວ້າ, ສະ​ເໜີ, ປະ​ກາດ​ໃຊ້​ຕາມ​ສິດ​ອຳ​ນາ​ດ​ຂອງ​ຕົນ ບັນ​ດານະ​ໂຍ​ບາຍ​ງົບປະມານ, ນະ​ໂຍ​ບາຍ​ເງິນ​ຕາ, ນະ​ໂຍບ​າຍ​ສະ​ຫວັດ​ດິ​ການ​ສັງ​ຄົມ ແລະ​ນະ​ໂຍ​ບາຍ​ອື່ນໆ ​​ເພື່ອ​ຊ່ວຍ​ເຫຼືອ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ ​ແລະ ຜູ້​ອອກ​ແຮງ​ງານ​ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ໂຄວິ​ດ-19. ບາງນະໂຍບາຍທີ່ແນະນຳໃຫ້ສືບຕໍ່ສະໜັບສະໜູນມີດັ່ງນີ້:

- ຂະຫຍາຍໄລຍະເວລານຳໃຊ້ນະໂຍບາຍພາສີ, ຄ່າ​ທຳນຽມ, ເປີດກວ້າງ​ເງື່ອນ​ໄຂ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຈາກ​ນະ​ໂຍ​ບາຍ​ສະ​ຫວັດ​ດິ​ການ​ສັງ​ຄົມ: ຂະຫຍາຍນະ​ໂຍບາຍ​ຫຼຸດ​ພາສີມູນຄ່າເພີ່ມ ສຳ​ລັບ​ບັນ​ດາ​ການ​ບໍ​ລິ​ການ​ທີ່​ຂຶ້ນ​ກັບ​ຂົງ​ເຂດ​ທ່ອງ​ທ່ຽວ; ນະ​ໂຍ​ບາຍຫຼຸດ​ພາສີ​ລາຍ​ໄດ້​ວິ​ສາ​ຫະ​ກິດ; ນະ​ໂຍ​ບາຍຂະ​ຫຼາຍ​ເວ​ລາຊຳລະ​ພາສີ​ມູນ​ຄ່າ​ເພີ່ມ​, ພາສີ​ລາຍ​ໄດ້​ວິ​ສາ​ຫະ​ກິດ, ພາສີ​ລາຍ​ໄດ້​ບຸກ​ຄົນ ແລະ ເງິນເຊົ່າທີ່ດິນ ຈົນຮອດທ້າຍປີ 2023. ​ເລື່ອນ​ການຊຳລະ​ຄ່າ​ທຳນຽມສະ​ຫະ​ພັນ​ແຮງ​ງານເປັນ​ເວ​ລາ 6 ເດືອນ​ ສຳ​ລັບ​​ວິ​ສາ​ຫະ​ກິດ​ທີ່​ມີ​ຈຳ​ນ​ວນ​ແຮງ​ງານ​ທີ່​ເຂົ້າ​ຮ່ວມ​ປະ​ກັນ​ໄພ​ສັງ​ຄົມຫຼຸດ​ລົງ 15% ຫຼື​ຫຼາຍ​ກວ່າ​ເມື່ອ​ທຽບ​ກັບ​ເດືອນ​ມັງກອນ 2020 ​ໂດຍ​ບໍ່​ຖືກ​ເອີ້ນ​ເກັບ​ດອກ​ເບ້ຍ​ ແລະ ​ຄ່າ​ປັດ ສຳລັບ​ການຊຳລະຊ້າ ຫຼື​ຊຳລະ​ເປັນ​ເວລາ​ນານ ​ໄລຍະ​ເວ​ລານຳ​ໃຊ້​ເຖິງ​ທ້າຍ​ປີ 2023; ຫຼຸດ 50% ຄ່າ​ທຳ​ນຽມ​ໃບ​ອາ​ນຸ​ຍາດປະກອບ​ທຸ​ລະ​ກິດ​ນຳທ່ຽວ​ ແລະ ການອອກ​ບັດ​ຜູ້​ນຳ​ທ່ຽວຈົນ​ເຖິງ​ທ້າຍ​ປີ 2023; ຫຼຸດ​ລາ​ຄາ​ໄຟ​ຟ້າ​ທີ່ໃຊ້​ກັບ​ສະຖານ​ປະກອບ​ການ​ທີ່​ພັກ​ນັກ​ທ່ອງ​ທ່ຽວ​ ເທົ່າ​ກັບ​ລາ​ຄາ​ໄຟ​ຟ້າ​ທີ່ຜະ​ລິດ​ໄດ້. ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ເລກ​ທີ 33/2021/QĐ-TTg, ​ລົງ​ວັນ​ທີ 6 ພະ​ຈິກ 2021, ຂອງ​ລັດ​ຖະ​ບານ, “ປົວ​ແປງ, ປັບ​ປຸງບາງ​ມາດ​ຕາ​ຂອ​ງ​ຂໍ້​ຕົກ​ລົງ​ເລກ​ທີ 23/2021/QĐ-TTg, ​ລົງ​ວັນ​ທີ 7 ກໍ​ລະ​ກົດ 2021, ຂອງ​ລັດ​ຖະ​ບານ​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ບາງ​ນະ​ໂຍ​ບາຍ​ຊ່ວຍ​ເຫຼືອ​ຜູ້​ອອກແຮງ​ງານ ແລະ ຄົນ​ນຳ​ໃຊ້​ແຮງ​ງານ ​ທີ່​ພົບ​ຄວາມ​ຫຍຸ້ງ​ຍາກຍ້ອນ​ການ​ແຜ່​ລະບາດ​ຂອງ​ໂຄວິດ-19”.

- ສະ​ເໜີ​ການ​ປະ​ກາດ​ໃຊ້​ບັນ​ດາ​ນະ​ໂຍ​ບາຍ​ຊ່ວຍ​ເຫຼືອ​​ເພີ່ມ​ເຕີມ. 1- ອະນຸ​ຍາດ​ໃຫ້ຫຼຸດພາສີລາຍໄດ້ບຸກຄົນ 50% ໃນປີ 2022 ແລະ 2023 ສໍາລັບຂົງເຂດ: ການ​ບໍ​ລິ​ການ​ຂົນ​ສົ່ງ, ບໍ​ລິ​ການທີ່​ພັກນັກ​ທ່ອງ​ທ່ຽວ, ບໍ​ລິ​ການ​ກິນ​ດື່ມ, ​ບໍ​ລິ​ການ​ຂອງ​ຕົວ​ແທນ​​ທ່ອງ​ທ່ຽວ, ທຸລະກິດການທ່ອງທ່ຽວ ແລະ ​ບໍ​ລິ​ການສະໜັບສະໜູນ​ທີ່​ກ່ຽວຂ້ອງ​ກັບ​ການ​ສົ່ງ​ເສີມ ແລະ ຈັດຕັ້ງການທ່ອງທ່ຽວ; 2- ອະ​ນຸ​ຍາດໃຫ້​ບັນ​ດາວິ​ສາ​ຫະ​ກິດດຳ​ເນີນ​ທຸ​ລະ​ກິດ​ດ້ານ​ການ​ຂົນ​ສົ່ງ; ການ​ບໍ​ລິ​ການທີ່​ພັກນັກ​ທ່ອງ​ທ່ຽວ; ບໍ​ລິ​ການ​ກິນ​ດື່ມ; ​ບໍ​ລິ​ການ​ຂອງຕົວ​ແທນ​ທ່ອງ​ທ່ຽວ, ທຸ​ລະ​ກິດການທ່ອງ​ທ່ຽວ ແລະ ​ບໍ​ລິ​ການສະໜັບສະໜູນ​ທີ່​ກ່ຽວຂ້ອງ​ກັບ​ການ​ສົ່ງ​ເສີມ ແລະ ຈັດ​ຕັ້ງການ​ທ່ອງ​ທ່ຽວ ຈະ​ໄດ້​ກູ້​ຢືມ​ເງິນ​ດ້ວຍ​ອັດຕາດອກ​ເບ້ຍ​ຕ່ຳ ແລະ ​ເງື່ອນ​ໄຂການກູ້ຢືມງ່າຍໆ: ຄ້ຳ​ປະ​ກັນ ຫຼື ຈໍານອງໂດຍກະແສເງິນສົດຈາກທຸລະກິດ, ອັດຕາ​ດອກເບ້ຍເງິນກູ້ 3% ຕໍ່ປີ, ໄລຍະເວລາກູ້ຢືມ 30 ເດືອນ, ໃນນັ້ນ ໄລຍະຜ່ອນຜັນ 3 ເດືອນຕົ້ນຍັງບໍ່ທັນໄດ້ຊຳລະດອກເບ້ຍ ແລະ ເງິນຕົ້ນ; 3- ​ໃຊ້​ຄ່າ​ທຳສະ​ຫະ​ພັນ​ແຮງ​ງານ 1% ຂອງກອງ​ທຶນ​ເງິນ​ເດືອນ​ຂອງວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ​ໃນ​ປີ 2022 ແລະ 2023; 4- ບັນ​ດາ​ທ້ອງ​ຖິ່ນ​ພິ​ຈາ​ລະ​ນາ​ມີ​ນະ​ໂຍ​ບາຍ​ໃຫ້​ເຂົ້າ​ຊົມ​ສະຖານ​ທີ່​ທ່ອງ​ທ່ຽວ​​ໂດຍ​ບໍ່​ເສຍ​ຄ່າ​ຈົນ​ເຖິງ​ທ້າຍ​ປີ 2022 ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດຫຼຸດຕົ້ນ​ທຶນການ​ທ່ອງ​ທ່ຽວ ​ແລະ ກະ​ຕຸກ​ຊຸກ​ຍູ້​ການ​ທ່ອງ​ທ່ຽວ ​ແລະ ການ​ເດີນທາງ.

ໃນ​ປີ 2020 ແລະ 2021, ເຖິງວ່າຈະ​ຖືກ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຈາກ​ການ​ແຜ່​ລະບາດ​ຂອງໂຄວິດ-19 ກໍ່ຕາມ, ​ແຕ່ການ​ທ່ອງ​ທ່ຽວຫວຽດ​ນາມ ​ຍັງ​ໄດ້​ຮັບ​ລາງວັນ​ອັນ​ມີ​ກຽດ​ສະຫງ່າລະດັບສາ​ກົນຫຼາຍ​ຢ່າງ​, ເຊັ່ນ ຫວຽດນາມ​ແມ່ນ​ຈຸດໝາຍ​ປາຍທາງ​ວັດທະນະທຳ, ​ຈຸດ​ໝາຍ​ປາຍທາງ​ແຫ່ງມໍລະດົກ, ຈຸດໝາຍ​ປາຍທາງ​ອາຫານຊັ້ນນໍາຂອງ​ອາຊີ, ຈຸດໝາຍ ກອລ໌​ຟ ທີ່ດີທີ່ສຸດຂອງອາຊີ. ກົມ​ໃຫຍ່​ການ​ທ່ອງ​ທ່ຽວຫວຽດ​ນາມ ໄດ້​ຮັບ​ການ​ຄັດ​ເລືອກ​ເປັນ​ອົງການ​ຄຸ້ມ​ຄອງ​ການ​ທ່ອງ​ທ່ຽວ​ຊັ້ນນໍາຂອງອາຊີ (ລາງ​ວັນ​ທີ່ຄັດ​ເລືອກໂດຍ World Travel Award). ຫວຽດ​ນາມ​ຍັງ​ຢູ່​ໃນອັນ​ດັບທີ 16 ​ໂດຍ​ວາ​ລະ​ສານ Travel & Leisure ຂອງສະຫະລັດ​ອາ​ເມ​ຣີ​ກາ ຈັດ​ໃນ​ລາຍ​ຊື່​ ຈຸດ​ໝາຍປາຍທາງ 20 ​ແຫ່ງ ສຳລັບ​ການທ່ອງທ່ຽວສ່ວນ​ຕົວ​ໃນ​ປີ 2021; CNN Travel ​ໄດ້​ເລືອກ​ຫວຽດນາມ​ໃຫ້​ຢູ່​ໃນ​ອັນ​ດັບທີ 13 ​ໃນ​ບັນດາ​ຈຸດໝາຍ​ປາຍທາງ​ທີ່​ດີ​ທີ່​ສຸດ 21 ​ແຫ່ງ​ໃນ​ປີ 2021 ​ໂດຍອີງ​ຕາມ​ການປະ​ເມີນ​ການ​ຄວບ​ຄຸມ​ການ​ແຜ່​ລະບາ​ດຂອງ​ໂຄວິດ-19 ທີ່​ດີ. ດັ່ງ​ນັ້​ນ, ພວກ​ເຮົາ​ສາ​ມາດ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ເຕັມ​ທີ່​ ໃນ​ການ​ຊີ້​ນໍາ​ ນໍາ​ພາ​ຂອງ​ພັກກອມ​ມູນິດຫວຽດ​ນາມ, ລັດ​ຖະ​ບານ, ການ​ປະ​ສານ​ສົມ​ທົບ​ຢ່າງ​​ເຂົ້າ​ແກັບ​ເຂົ້າ​ເກ​ຍ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ພິ​ເສດ​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຈາກ​ຝ່າຍ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ການ​ທ່ອງ​ທ່ຽວ, ຂະ​ແໜງ​ການ​ທ່ອງ​ທ່ຽວຫວຽດ​ນາມ ຈະຟື້ນຕົວ ແລະ ໜ້າ​ດຶງ​ດູດ​ໃຈຫຼາຍ​ຂຶ້ນ, ມີ​ຄວາມເປັນມື​ອາ​ຊີບ​ແລະ​ຍືນ​ຍົງ, ກາຍ​ເປັນ​ຂະ​ແໜງ​ການ​ປ​ເສດ​ຖະ​ກິດຫົວ​ຫອກ​ຢ່າງແທ້​ຈິງ, ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ຟື້ນ​ຟູ ​ແລະ ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ./.

-------------------

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ ສະບັບ​ທີ 988 (​ເດືອນ​ເມ​ສາ 2022)