ພັດທະນາກຳລັງການຜະລິດໃໝ່ທີ່ທັນສະໄໝຕາມຈິດໃຈຂອງ
ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV -
ການໝູນໃຊ້ແລະພັດທະນາລັດທິມາກ-ເລນິນ
ແລະແນວຄິດໂຮ່ຈີມິນ ຢ່າງປະດິດສ້າງ
ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV -
ການໝູນໃຊ້ແລະພັດທະນາລັດທິມາກ-ເລນິນ
ແລະແນວຄິດໂຮ່ຈີມິນ ຢ່າງປະດິດສ້າງ
ກຳມະກອນແລະຊ່າງເຕັກນິກ ກວດກາຄຸນນະພາບຜະລິດຕະພັນ ໂດຍໃຊ້ເຄື່ອງຈັກທີ່ທັນສະໄໝ ຢູ່ບໍລິສັດ Hana Micron Vina Co., Ltd., ເຊິ່ງເປັນບໍລິສັດທີ່ຊ່ຽວຊານດ້ານການຜະລິດ ແລະປຸງແຕ່ງແຜງວົງຈອນລວມທີ່ໃຊ້ໃນໂທລະສັບມືຖື ແລະຜະລິດຕະພັນເອເລັກໂຕຣນິກອັດສະລິຍະອື່ນໆ. ພາບ: TTXVN
ການໝູນໃຊ້ລັດທິມາກ-ເລນິນຢ່າງປະດິດສ້າງໂດຍພັກຄອມມູນິດຫວຽດນາມ
ໃນສະພາບການປະຈຸບັນ
ໃນລັດທິມາກ-ເລນິນ, ກຳລັງການຜະລິດແມ່ນມາດຕະເກນທີ່ໃຊ້ເພື່ອອະທິບາຍຄວາມສຳພັນລະຫວ່າງມະນຸດກັບທຳມະຊາດໃນຂະບວນການຜະລິດທາງວັດຖຸ. ກຳລັງການຜະລິດແມ່ນການລວມກັນຂອງ ຜູ້ອອກແຮງງານແລະພະຫະນະການຜະລິດ. ຜູ້ອອກແຮງງານແມ່ນປັດໄຈຊີ້ຂາດ, ເປັນຕົວກຳນົດຂະບວນການຜະລິດ; ພະຫະນະການຜະລິດປະກອບດ້ວຍວັດຖຸແຫ່ງແຮງງານ ແລະເຄື່ອງມືໃນການທຳງານ. ລະດັບຂອງເຄື່ອງມືໃນການທຳງານເປັນ "ເຄື່ອງວັດ" ຂອງລະດັບການພິຊິດທຳມະຊາດ ແລະ ເປັນມາດຕະຖານໃນການຈຳແນກຍຸກເສດຖະກິດ.
ໃນການກໍ່ສ້າງສັງຄົມໃໝ່, ປະທານໂຮ່ຈີມິນ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການປ່ຽນແປງໃໝ່ປະດິດສ້າງ, ການພັດທະນາວິທະຍາສາດ, ເຕັກນິກໂນໂລຊີ ແລະວິສະວະກຳ. ເພິ່ນໄດ້ຊີ້ໃຫ້ເຫັນວ່າ: “ໜ້າທີ່ຂອງວິທະຍາສາດ ແລະ ເຕັກໂນໂລຊີມີຄວາມສຳຄັນຢ່າງຍິ່ງ, ດັ່ງນັ້ນທຸກຂະແໜງການແລະທຸກຄົນ ຕ້ອງເຂົ້າຮ່ວມໃນວຽກງານວິທະຍາສາດ ແລະເຕັກໂນໂລຊີ ເພື່ອປັບປຸງຜະລິດຕະພາບແຮງງານ, ຜະລິດຄວາມຮັ່ງມີທາງດ້ານວັດຖຸໃຫ້ຫຼາຍຂຶ້ນ ແລະ ສ້າງສັງຄົມສັງຄົມນິຍົມທີ່ມີໄຊຊະນະ”(3).
ໃນຍຸກສະໄໝປະຈຸບັນ, ວິທະຍາສາດໄດ້ກາຍເປັນກຳລັງການຜະລິດໂດຍກົງ. ວິທະຍາສາດບໍ່ໄດ້ຈຳກັດຢູ່ແຕ່ທິດສະດີເທົ່ານັ້ນ, ແຕ່ຍັງໄດ້ນຳມາໃຊ້ເປັນເຄື່ອງມື, ຂະບວນການເຕັກໂນໂລຢີ ແລະ ທັກສະຂອງຜູ້ອອກແຮງງານ. ວິທະຍາສາດຊ່ວຍຫຼຸດເວລາໃນການຜະລິດ, ເພີ່ມຜົນຜະລິດ ແລະສ້າງບາດກ້າວກະໂດດທາງຄຸນນະພາບໃນການພັດທະນາເສດຖະກິດແລະສັງຄົມ.
ເມື່ອພິຈາລະນາເຖິງອົງປະກອບຫຼັກຂອງກຳລັງການຜະລິດໃນທິດສະດີຂອງລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນ, ໃນສະພາບການຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ໃນປະຈຸບັນ, ພັກກອມມູນິດຫວຽດນາມໄດ້ຮັບຮູ້ ແລະເນັ້ນໜັກເຖິງບົດບາດຂອງວິທະຍາສາດ ແລະເຕັກໂນໂລຊີ ໃນຖານະກຳລັງການຜະລິດໃໝ່ໃນເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.
ຄຳວ່າ "ກຳລັງການຜະລິດໃໝ່" (ຫຼື ກຳລັງການຜະລິດໃໝ່ທີ່ທັນສະໄໝ) ແມ່ນໜຶ່ງໃນຈຸດເດັ່ນທາງທິດສະດີທີ່ສຳຄັນທີ່ສຸດ ເຊິ່ງປາກົດຢູ່ທົ່ວເອກະສານຫຼັກ. ພັກໄດ້ລະບຸວ່າ: "ການປະຕິວັດອຸດສາຫະກຳຄັ້ງທີ 4 ສືບຕໍ່ພັດທະນາຢ່າງແຂງແຮງ ແລະສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ທຸກຂົງເຂດ. ກຳລັງການຜະລິດໃໝ່, ໂດຍສະເພາະແມ່ນເຕັກໂນໂລຢີຂັ້ນສູງ ແລະປັນຍາປະດິດ, ໄດ້ພັດທະນາຢ່າງກ້າວກະໂດດທີ່ບໍ່ເຄີຍມີມາກ່ອນ”(4).
ລາຍງານທາງການເມືອງໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກໄດ້ລະບຸວ່າ ການຫັນປ່ຽນດິຈິຕອນເປັນແຮງຂັບເຄື່ອນຫຼັກ ໃນການສ້າງກຳລັງການຜະລິດແລະແບບວິທີການຜະລິດໃໝ່ ທີ່ມີຄຸນນະພາບສູງ ໂດຍລະບຸວ່າ: “ການສ້າງຮູບແບບການເຕີບໂຕໃໝ່ດ້ວຍເປົ້າໝາຍໃນການປັບປຸງຜະລິດຕະພາບ, ຄຸນນະພາບ, ປະສິດທິພາບ, ມູນຄ່າເພີ່ມ ແລະຄວາມສາມາດໃນການແຂ່ງຂັນຂອງເສດຖະກິດ; ໂດຍໃຊ້ວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະການຫັນປ່ຽນດິຈິຕອນ ເປັນແຮງຂັບເຄື່ອນຫຼັກ; ສ້າງກຳລັງການຜະລິດແລະແບບວິທີການຜະລິດໃໝ່ທີ່ມີຄຸນນະພາບສູງ, ໂດຍສຸມໃສ່ເສດຖະກິດຂໍ້ມູນແລະເສດຖະກິດດິຈິຕອນ; ສົ່ງເສີມການຫັນປ່ຽນດິຈິຕອນ, ການຫັນປ່ຽນສີຂຽວ, ການຫັນປ່ຽນພະລັງງານ, ການຫັນປ່ຽນໂຄງສ້າງ ແລະ ຄຸນນະພາບຂອງຊັບພະຍາກອນມະນຸດ"(5). ພ້ອມກັນນັ້ນ, ລາຍງານທາງການເມືອງໄດ້ລະບຸຢ່າງຊັດເຈນເຖິງວິທີແກ້ໄຂທີ່ສຳຄັນ ໃນການພັດທະນາຢ່າງກ້າວກະໂດດ ຂອງວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະການຫັນປ່ຽນດິຈິຕອນຂອງປະເທດ ໂດຍລະບຸວ່າ: "ການປະຍຸກໃຊ້ເຕັກໂນໂລຊີດິຈິຕອນ ແລະປັນຍາປະດິດໃນການຄຸ້ມຄອງ ແລະການດຳເນີນງານຂອງພັກ ແລະລັດ; ການພັດທະນາຜູ້ຊ່ວຍສະເໝືອນຈິງສຳລັບທຸລະກິດແລະປະຊາຊົນຢ່າງແຂງຂັນ. ການພັດທະນາພົນລະເມືອງດິຈິຕອນ ໂດຍໃຫ້ຄວາມຮູ້ແລະທັກສະທີ່ຈຳເປັນແກ່ພວກເຂົາ ເພື່ອໃຫ້ສາມາດເຂົ້າຮ່ວມຢ່າງມີປະສິດທິພາບໃນເສດຖະກິດດິຈິຕອນ ແລະສັງຄົມດິຈິຕອນ”(6).
ລາຍງານທາງການເມືອງໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກໄດ້ກຳນົດໜ້າທີ່ຫຼັກ ແລະການບຸກທະລຸຍຸດທະສາດ 6 ປະການ, ໃນນັ້ນມີໜ້າທີ່ຫຼັກແລະຍຸດທະສາດ 2 ປະການ ໃນການພັດທະນາກຳລັງການຜະລິດໃໝ່ທີ່ທັນສະໄໝ ແລະ ວິທະຍາສາດແລະເຕັກໂນໂລຊີ ຄື: “- ຍູ້ແຮງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມທີ່ທັນສະໄໝ ແລະເຊື່ອມໂຍງສາກົນ, ຕອບສະໜອງຄວາມຕ້ອງການຂອງການພັດທະນາກຳລັງການຜະລິດໃໝ່; ພັດທະນາເສດຖະກິດຂອງລັດໃຫ້ມີບົດບາດນຳໜ້າຢ່າງແທ້ຈິງ, ພັດທະນາເສດຖະກິດເອກະຊົນເປັນກຳລັງຂັບເຄື່ອນທີ່ສຳຄັນທີ່ສຸດຂອງເສດຖະກິດ; ສ້າງຮູບແບບການເຕີບໂຕໃໝ່, ປັບໂຄງສ້າງເສດຖະກິດ, ຍູ້ແຮງການຫັນເປັນອຸດສາຫະກຳແລະທັນສະໄໝ, ໃຊ້ວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະການຫັນເປັນດິຈິຕອນເປັນແຮງຂັບເຄື່ອນຫຼັກ ຄວບຄູ່ກັບການຮັບປະກັນສະຖຽນລະພາບຂອງເສດຖະກິດມະຫາພາກ, ປັບປຸງຜະລິດຕະພາບ, ຄຸນນະພາບ, ປະສິດທິພາບ, ມູນຄ່າເພີ່ມ ແລະຄວາມສາມາດໃນການແຂ່ງຂັນຂອງເສດຖະກິດ..." (7).
ເອກະສານຂອງພັກໃນກອງປະຊຸມໃຫຍ່ຄັ້ງທີ XIV ກໍ່ໄດ້ລະບຸຢ່າງຈະແຈ້ງວ່າ: "4- ສຸມໃສ່ຜັນຂະຫຍາຍການບຸກທະລຸທາງດ້ານວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນປ່ຽນດິຈິຕອນ, ສ້າງຮາກຖານໃຫ້ແກ່ການພັດທະນາກໍາລັງການຜະລິດໃໝ່ທີ່ທັນສະໄໝ, ບຸລິມະສິດການພັດທະນາອຸດສາຫະກໍາ ແລະເຕັກໂນໂລຊີຍຸດທະສາດບາງຢ່າງ, ໂດຍສຸມໃສ່ຊິບເຄິ່ງຕົວນໍາ ແລະປັນຍາປະດິດ; ສົ່ງເສີມການຝຶກອົບຮົມ ແລະ ນໍາໃຊ້ຊັບພະຍາກອນບຸກຄົນທີ່ມີຄຸນນະພາບສູງ, ສ້າງກໍາລັງຂັບເຄື່ອນທີ່ສໍາຄັນ ເພື່ອປັບປຸງຜົນຜະລິດ, ຄຸນນະພາບ, ປະສິດທິພາບ, ມູນຄ່າເພີ່ມ, ຄວາມສາມາດໃນການແຂ່ງຂັນຂອງຜະລິດຕະພັນ, ວິສາຫະກິດ ແລະຂອງລະບົບເສດຖະກິດ"(8).
ເປັນຄັ້ງທຳອິດທີ່ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ໄດ້ຈັດອັນດັບໂຄງສ້າງພື້ນຖານດິຈິຕອນໃຫ້ທຽບເທົ່າ ແລະມີຄວາມສຳຄັນເທົ່າກັບໂຄງສ້າງພື້ນຖານດ້ານການຂົນສົ່ງ: "ສືບຕໍ່ປັບປຸງຢ່າງຮອບດ້ານ ແລະສ້າງຄວາມກ້າວໜ້າທີ່ເຂັ້ມແຂງໃນການສ້າງໂຄງສ້າງພື້ນຖານເສດຖະກິດ ແລະສັງຄົມ; ໂດຍສະເພາະໂຄງສ້າງພື້ນຖານດ້ານການຂົນສົ່ງແບບຫຼາຍຮູບແບບ, ໂຄງສ້າງພື້ນຖານດ້ານເຕັກໂນໂລຊີທີ່ຮັບໃຊ້ຂະບວນການຄຸ້ມຄອງ, ການບໍລິຫານປົກຄອງ ແລະການສ້າງການພັດທະນາ, ໂຄງສ້າງພື້ນຖານທີ່ຮັບໃຊ້ການຫັນປ່ຽນດິຈິຕອນ, ການຫັນປ່ຽນສີຂຽວ, ການປ່ຽນແປງດ້ານພະລັງງານ, ການປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາກາດ, ໂຄງສ້າງພື້ນຖານດ້ານວັດທະນະທຳ, ການສຶກສາ ແລະ ກິລາ"(9).
ທິດສະດີໃໝ່ທີ່ກ້າວລ້ຳຂອງພັກກ່ຽວກັບກຳລັງການຜະລິດໃໝ່ທີ່ທັນສະໄໝ ເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາປະເທດ ໃນສະພາບການປະຈຸບັນ ແມ່ນການປະສົມປະສານ ລະຫວ່າງລັດທິມາກ-ເລນິນ ແລະແນວຄິດໂຮ່ຈີມິນ ກັບການປ່ຽນແປງຄວາມເປັນຈິງ, ລວມທັງການປະຕິວັດທາງດິຈິຕອນ, ໂດຍໃຊ້ການຫັນປ່ຽນດິຈິຕອນເປັນວິທີການ, ປະຊາຊົນເປັນສູນກາງ ແລະ ສະຖາບັນເປັນໄມ້ລັດ ເພື່ອສ້າງການປ່ຽນແປງຄັ້ງປະຫວັດສາດໃຫ້ກັບປະເທດ. ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຊີ້ແຈງເລື່ອງນີ້ຢ່າງຈະແຈ້ງໃນຄຳປາໄສຂອງເພິ່ນ ໃນກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XIV ເມື່ອບໍ່ດົນມານີ້ວ່າ: "ນັ້ນແມ່ນການຍຶດໝັ້ນ, ການໝູນໃຊ້ ແລະການພັດທະນາລັດທິມາກ-ເລນິນ ແລະແນວຄິດໂຮ່ຈີມິນ ຢ່າງປະດິດສ້າງ. ນີ້ແມ່ນພື້ນຖານສຳລັບພັກກອມມູນິດຫວຽດນາມໃນກາານຮັກສາທາດແທ້ປະຕິວັດ, ຈົງຮັກພັກດີຕໍ່ມູນຫຼັກພື້ນຖານ ແລະ ໃນຂະນະດຽວກັນກໍປະຍຸກໃຊ້ແລະພັດທະນາຢ່າງສ້າງສັນໃຫ້ສອດຄ່ອງກັບຄວາມເປັນຈິງຂອງຫວຽດນາມ ແລະຄວາມຕ້ອງການຂອງຍຸກສະໄໝ"(10).
ກຳລັງການຜະລິດໃໝ່ທີ່ທັນສະໄໝເປັນ “ແຮງຜັກດັນ” ທາງປະຫວັດສາດ
ທີ່ຈະຂັບເຄື່ອນປະເທດໄປສູ່ຍຸກແຫ່ງຄວາມກ້າວໜ້າພັດທະນາ.
ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV, ພັກກອມມູນິດຫວຽດນາມ ໄດ້ຮັບຮູ້ວ່າ ການບໍ່ເຂົ້າໃຈກຳລັງການຜະລິດໃໝ່ທີ່ທັນສະໄໝ ຈະນຳໄປສູ່ຄວາມສ່ຽງທີ່ຈະຖືກລ້າຫຼັງທາງເສດຖະກິດ ແລະສູນເສຍຄວາມໄດ້ປຽບໃນການແຂ່ງຂັນໃນເວທີສາກົນ. ລາຍງານທາງການເມືອງໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ໄດ້ປະເມີນຜົນງານທາງບວກຂອງ ວິທະຍາສາດແລະເຕັກໂນໂລຊີ ໃນການສົ່ງເສີມການພັດທະນາເສດຖະກິດໄວ້ຢ່າງຊັດເຈນວ່າ: "ລະບົບໂຄງສ້າງພື້ນຖານທາງດ້ານເສດຖະກິດ-ສັງຄົມ ໄດ້ກ້າວໜ້າພັດທະນາຢ່າງແຮງ, ໂຄງການໂຄງສ້າງພື້ນຖານຂະໜາດໃຫຍ່ທີ່ສຳຄັນຫຼາຍໂຄງການໄດ້ຮັບການລົງທຶນແລະຍົກລະດັບ ເຊັ່ນ ທາງຫຼວງ, ສະໜາມບິນ, ທ່າເຮືອ, ໂຄງສ້າງພື້ນຖານດິຈິຕອນ,... ເຊິ່ງປະກອບສ່ວນເຂົ້າໃນການປ່ຽນແປງໂສມໜ້າຂອງປະເທດ ແລະເປີດພື້ນທີ່ການພັດທະນາໃໝ່. ສຸມໃສ່ການລົງທຶນໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະກິດສ້າງ ແລະການຫັນປ່ຽນດິຈິຕອນຂອງປະເທດ, ໂດຍສະເພາະແມ່ນເຕັກໂນໂລຊີຂັ້ນສູງ, ການສ້າງສູນຂໍ້ມູນແຫ່ງຊາດ; ການປະຍຸກໃຊ້ຂໍ້ມູນປະຊາກອນ, ການລະບຸຕົວຕົນ ແລະ ການກວດສອບຄວາມຖືກຕ້ອງທາງເອເລັກໂຕຣນິກ... ສ້າງແຮງຜັກດັນໃຫ້ເກີດນະວັດຕະກຳໃນຮູບແບບການເຕີບໂຕ ແລະ ເພີ່ມມູນຄ່າເພີ່ມຂອງເສດຖະກິດ"(11).
ລາຍງານສະຫຼຸບບັນຫາທາງທິດສະດີແລະການປະຕິບັດຕົວຈິງບາງຢ່າງ ກ່ຽວກັບຂະບວນການປ່ຽນແປງໃໝ່ຕາມທິດສັງຄົມນິຍົມໃນຫວຽດນາມໃນໄລຍະ 40 ປີທີ່ຜ່ານມາ ໃນເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ຍັງປະເມີນວ່າ ການພັດທະນາວິທະຍາສາດ ແລະເຕັກໂນໂລຊີ ປະສົບຄວາມສຳເລັດອັນໃຫຍ່ຫຼວງ: "ຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດສ້າງ ໄດ້ບັນລຸຜົນສຳເລັດໃໝ່ຫຼາຍຢ່າງ. ຮັບຮູ້ຢ່າງຈະແຈ້ງ ແລະສະເໜີວິທີແກ້ໄຂຫຼາຍຢ່າງ ເພື່ອຈັດຕັ້ງປະຕິບັດທັດສະນະທີ່ວ່າ "ວິທະຍາສາດແລະເຕັກໂນໂລຊີແມ່ນນະໂຍບາຍແຫ່ງຊາດອັນດັບໜຶ່ງ" ເປັນ "ແຮງຂັບເຄື່ອນສຳຄັນ" ສຳລັບການພັດທະນາກຳລັງການຜະລິດທີ່ທັນສະໄໝ" (12).
ຄຽງຄູ່ກັບຜົນສຳເລັດທີ່ບັນລຸໄດ້ນັ້ນ, ລາຍງານທາງການເມືອງໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຍັງຊີ້ໃຫ້ເຫັນເຖິງຂໍ້ຈຳກັດຂອງການພັດທະນາວິທະຍາສາດ ແລະເຕັກໂນໂລຊີວ່າ: "ຄວາມສາມາດແລະລະດັບເຕັກໂນໂລຊີຍັງອ່ອນແອ, ຂາດອຸດສາຫະກຳພື້ນຖານ ແລະເຕັກໂນໂລຊີຍຸດທະສາດທີ່ຂັບເຄື່ອນການເຕີບໂຕທາງເສດຖະກິດ. ວິທະຍາສາດ, ເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະກິດສ້າງ ຍັງບໍ່ທັນກາຍເປັນແຮງຂັບເຄື່ອນຫຼັກ ສຳລັບການຫັນເປັນອຸດສາຫະກຳ, ທັນສະໄໝ ແລະ ການພັດທະນາປະເທດ. ໂຄງສ້າງພື້ນຖານຍັງບໍ່ທັນສອດຄ່ອງກັນ, ຍັງອ່ອນແອ, ບໍ່ພຽງພໍ ແລະ ບໍ່ທັນຕໍ່ຄວາມຕ້ອງການ. ການປົດລ໊ອກ, ການລະດົມ ແລະ ການຈັດສັນຊັບພະຍາກອນເພື່ອການພັດທະນາ ຍັງມີຈຳກັດ”(13).
ລາຍງານສະຫຼຸບບັນຫາທາງທິດສະດີ ແລະການປະຕິບັດຕົວຈິງບາງຢ່າງກ່ຽວກັບຂະບວນການປ່ຽນແປງໃໝ່ຕາມທິດທາງສັງຄົມນິຍົມໃນຫວຽດນາມໃນໄລຍະ 40 ປີທີ່ຜ່ານມາ ໃນເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ໄດ້ຮັບຮູ້ວ່າ: “ບັນຫາສະມັດຕະພາບແລະປະສິດທິພາບ ໃນກິດຈະກຳດ້ານວິທະຍາສາດ, ເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະກິດສ້າງ ຍັງຄົງມີຈຳກັດ, ບໍ່ສອດຄ່ອງກັບຄວາມສາມາດ ແລະທ່າແຮງທີ່ແທ້ຈິງ ໃນຖານະຊັບພະຍາກອນສຳລັບການພັດທະນາປະເທດ”(14).
ການສ້າງແລະພັດທະນາປະເທດໃນຍຸກໃໝ່, ພັກໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງເຖິງໂອກາດ ແລະສິ່ງທ້າທາຍຕ່າງໆ: "ການພັດທະນາຢ່າງແຂງແຮງຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ດ້ວຍຄວາມກ້າວໜ້າທາງດ້ານປັນຍາປະດິດ, ຂໍ້ມູນຂະໜາດໃຫຍ່ ແລະລະບົບອັດຕະໂນມັດ ເປີດໂອກາດອັນຍິ່ງໃຫຍ່ທີ່ຕ້ອງຄວ້າເອົາໄວ້ ເພື່ອການພັດທະນາທີ່ກ້າວກະໂດດ. ການປະຕິວັດນີ້ສ້າງຜະລິດຕະພັນ ແລະບໍລິການໃໝ່ທີ່ມີຄຸນນະພາບສູງຂຶ້ນໃນຕົ້ນທຶນທີ່ຕ່ຳລົງ, ຊ່ວຍໃຫ້ເສດຖະກິດມີປະສິດທິພາບຫຼາຍຂຶ້ນ, ຊານສະຫຼາດຂຶ້ນ ແລະໃຊ້ຊັບພະຍາກອນຢ່າງປະຢັດຫຼາຍຂຶ້ນ, ພ້ອມທັງສ້າງເຕັກໂນໂລຊີການປົກປ້ອງສິ່ງແວດລ້ອມທີ່ກຳລັງພັດທະນາ"(15). ໂດຍສະເພາະ, ເອກະສານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກໄດ້ລະບຸໄວ້ຢ່າງຈະແຈ້ງວ່າ: "ຄວາມສ່ຽງສີ່ປະການທີ່ພັກໄດ້ຊີ້ໃຫ້ເຫັນນັ້ນ ໄດ້ຮັບການແກ້ໄຂເທື່ອລະກ້າວ, ແຕ່ບາງດ້ານຍັງພັດທະນາໄປໃນລັກສະນະທີ່ສັບສົນ. ຄວາມສ່ຽງທີ່ສຳຄັນທີ່ສຸດແມ່ນຄວາມສ່ຽງທີ່ຈະລ້າຫຼັງ, ໂດຍສະເພາະໃນດ້ານເຕັກໂນໂລຊີ ແລະຕົກຢູ່ໃນກັບດັກລາຍໄດ້ປານກາງ"(16).
ເພື່ອຫຼີກລ່ຽງການຕົກຢູ່ໃນກັບດັກລາຍໄດ້ປານກາງ ແລະການລ້າຫຼັງໃນຫຼາຍຂົງເຂດ, ພັກໄດ້ລະບຸວ່າ ກຳລັງການຜະລິດໃໝ່ທີ່ທັນສະໄໝ ເປັນແບບວິທີທີ່ຫຼີກລ່ຽງບໍ່ໄດ້ໃນການເປີດປະຕູສູ່ຍຸກໃໝ່ ເຊິ່ງການພັດທະນາວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະກິດສ້າງ ແລະການຫັນປ່ຽນດິຈິຕອນຂອງປະເທດ ແມ່ນໜຶ່ງໃນຄວາມກ້າວໜ້າທີ່ສຳຄັນ: “ເປັນເຈົ້າການ, ຕັ້ງໜ້າໃນການເຂົ້າເຖິງ ແລະໃຊ້ປະໂຫຍດຈາກໂອກາດ ແລະຄວາມສຳເລັດຂອງການປະຕິວັດອຸດສາຫະກຳຄັ້ງທີສີ່ ຢ່າງວ່ອງໄວແລະມີປະສິດທິພາບ. ໃຫ້ຄວາມສຳຄັນກັບການດູດຊຶມ, ການຖ່າຍໂອນ, ການປະຍຸກໃຊ້ທີ່ສ້າງສັນ ແລະຄວາມຊ່ຽວຊານໃນເຕັກໂນໂລຂັ້ນສູງ, ເຕັກໂນໂລຊີຍຸດທະສາດ, ເຕັກໂນໂລຊີຫຼັກ, ເຕັກໂນໂລຊີຕົ້ນທາງ, ເຕັກໂນໂລຊີດິຈິຕອນ, ໂດຍສະເພາະໃນຂົງເຂດອຸດສາຫະກຳເອເລັກໂຕຣນິກ, ຊິບເຄິ່ງຕົວນຳ, ປັນຍາປະດິດ, ເຕັກໂນໂລຊີນິວເຄຼຍ, ພະລັງງານປະລະມານູ, ພະລັງງານໃໝ່, ເຕັກໂນໂລຊີອາວະກາດ ແລະ ເຕັກໂນໂລຊີຄວອນຕຳ”(17).
ກຳລັງການຜະລິດໃໝ່ທີ່ທັນສະໄໝອະນຸຍາດໃຫ້ປະເທດກຳລັງພັດທະນາມີໂອກາດທີ່ຈະ "ກ້າວກະໂດດ" ໄດ້ ຖ້າພວກເຂົາຊ່ຽວຊານດ້ານເຕັກໂນໂລຊີຫຼັກ ແລະ ສ້າງລະບົບນິເວດເຊມິຄອນດັກເຕີ. ການຊ່ຽວຊານເຕັກໂນໂລຊີໃໝ່ໝາຍເຖິງການເພິ່ງຕົນເອງໃນດ້ານຄວາມປອດໄພທາງໄຊເບີ, ອະທິປະໄຕທາງດິຈິຕອນ ແລະຄວາມເປັນເອກະລາດຈາກລະບົບຕ່ອງໂສ້ການສະໜອງລະດັບໂລກ ໃນສະຖານະການທີ່ຜັນຜວນທາງພູມິສາດການເມືອງ. ກຳລັງການຜະລິດໃໝ່ທີ່ທັນສະໄໝນີ້ ມີບົດບາດສຳຄັນໃນການປ່ຽນແປງການພັດທະນາປະເທດໃນຫຼາຍດ້ານ. ກ່ອນອື່ນໝົດ ຊ່ວຍໃຫ້ເອົາຊະນະກັບດັກລາຍໄດ້ປານກາງ. ແທນທີ່ຈະອີງໃສ່ການໃຊ້ຊັບພະຍາກອນ ແລະການໃຊ້ແຮງງານລາຄາຖືກ, ກຳລັງການຜະລິດໃໝ່ທີ່ທັນສະໄໝນີ້ ສົ່ງເສີມການເຕີບໂຕບົນພື້ນຖານຂອງຜະລິດຕະພາບປັດໄຈລວມ (TFP) ແລະການປ່ຽນແປງໃໝ່ປະກິດສ້າງ, ຊ່ວຍໃຫ້ເສດຖະກິດກ້າວຂຶ້ນສູ່ລະດັບທີ່ສູງຂຶ້ນໃນຫ່ວງໂສ້ຄຸນຄ່າລະດັບໂລກ. ຍິ່ງໄປກວ່ານັ້ນ, ຍັງຊ່ວຍໃຫ້ບັນລຸເປົ້າໝາຍການຫັນປ່ຽນທີ່ເປັນມິດຕໍ່ສິ່ງແວດລ້ອມແລະຍືນຍົງ, ເພີ່ມປະສິດທິພາບການໃຊ້ຊັບພະຍາກອນ, ຫຼຸດຜ່ອນການປ່ອຍອາຍພິດ ແລະແກ້ໄຂຄວາມຂັດແຍ່ງລະຫວ່າງການພັດທະນາເສດຖະກິດ ແລະການຮັກສາສິ່ງແວດລ້ອມ ເຊິ່ງເປັນຂໍ້ກຳນົດທີ່ຈຳເປັນໃນຍຸກໃໝ່. ໂດຍສະເພາະ, ການເກີດຂຶ້ນຂອງເຄື່ອງມືດິຈິຕອນຊ່ວຍເພີ່ມຄວາມສາມາດໃນການບໍລິຫານປົກຄອງປະເທດ, ເຮັດໃຫ້ສາມາດປັບປຸງກົນໄກການບໍລິຫານໃຫ້ທັນສະໄໝ, ນຳໄປສູ່ການຄຸ້ມຄອງສັງຄົມທີ່ໂປ່ງໃສ ແລະມີປະສິດທິພາບຫຼາຍຂຶ້ນ ແລະ ຕອບສະໜອງຄວາມຕ້ອງການຂອງປະຊາຊົນໄດ້ໄວຂຶ້ນ.
ຄວາມໄຝ່ຝັນທີ່ຈະ "ກ້າວຂຶ້ນສູ່ຈຸດສູງສຸດ" ຮຽກຮ້ອງໃຫ້ມີການບຸກທະລຸທາງດ້ານຄຸນນະພາບ ແລະ ກຳລັງການຜະລິດໃໝ່ທີ່ທັນສະໄໝແມ່ນຄຳຕອບ. ພວກເຮົາຕ້ອງຈັບເອົາໂອກາດທອງຄຳນີ້ ເນື່ອງຈາກໂລກກຳລັງຢູ່ໃນຂະບວນການປັບໂຄງສ້າງລະບົບຕ່ອງໂສ້ການສະໜອງເຕັກໂນໂລຢີ (ເຊັ່ນ: ຊິບເຄິ່ງຕົວນຳ). ການເປັນເຈົ້າຂອງຂອງກຳລັງການຜະລິດໃໝ່ທີ່ທັນສະໄໝ ຊ່ວຍໃຫ້ສາມາດຄວ້າໂອກາດທີ່ຫາຍາກເພື່ອບຸກທະລຸ, ບໍ່ແມ່ນຜູ້ຕາມອີກຕໍ່ໄປ, ແຕ່ສາມາດກ້າວທັນ, ຫຼືແມ່ນແຕ່ນຳພາໃນບາງຂົງເຂດໃໝ່ໆ. ເມື່ອນຳໃຊ້ເຕັກໂນໂລຊີຢ່າງກວ້າງຂວາງ ຈະຊ່ວຍປົດປ່ອຍຄວາມຄິດສ້າງສັນຂອງມະນຸດ ແລະສ້າງພື້ນທີ່ໃໝ່ສຳລັບການພັດທະນາ (ເສດຖະກິດດິຈິຕອນ, ສັງຄົມດິຈິຕອນ).
ເພື່ອໃຫ້ກຳລັງການຜະລິດໃໝ່ທີ່ທັນສະໄໝກາຍເປັນ "ຕົວກະຕຸ້ນ" ຢ່າງແທ້ຈິງ, ຈຳເປັນຕ້ອງເອົາຊະນະຄວາມທ້າທາຍຫຼາຍຢ່າງ, ຄືການແກ້ໄຂຄວາມສຳພັນລະຫວ່າງກຳລັງການຜະລິດ ແລະການພົວພັນການຜະລິດຢ່າງມີປະສິດທິພາບ. ໂດຍສະເພາະ, ການສ້າງຂອບກົດໝາຍສຳລັບຮູບແບບທຸລະກິດໃໝ່, ການສົ່ງເສີມການທົດລອງ ແລະ ການປົກປ້ອງສິດທິຊັບສິນທາງປັນຍາ. ການຝຶກອົບຮົມຊັບພະຍາກອນບຸກຄົນເພື່ອຕອບສະໜອງຄວາມຕ້ອງການຂອງສະຖານະການໃໝ່, ໂດຍສຸມໃສ່ຂະແໜງວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳ..., ການຝຶກອົບຮົມພະນັກງານຄືນໃໝ່ຊ່ວຍໃຫ້ໝັ້ນໃຈວ່າ ບໍ່ມີໃຜຖືກປະໄວ້ທາງຫຼັງໃນການປະຕິວັດດິຈິຕອນ. ການສ້າງໂຄງສ້າງພື້ນຖານຍຸດທະສາດ, ບໍ່ພຽງແຕ່ທາງຫຼວງ ແລະ ສະໜາມບິນ, ແຕ່ຍັງລວມທັງໂຄງສ້າງພື້ນຖານດິຈິຕອນ (5G, 6G, ສູນຂໍ້ມູນ) ແລະໂຄງສ້າງພື້ນຖານດ້ານພະລັງງານສະອາດ.
ກຳລັງການຜະລິດໃໝ່ທີ່ທັນສະໄໝ ແມ່ນ "ກຸນແຈ" ທີ່ຈະໄຂ "ປະຕູ" ສູ່ຍຸກໃໝ່. ຖ້າລະບຸໄດ້ຢ່າງຖືກຕ້ອງ ແລະ ລົງທຶນຢ່າງເດັດຂາດ, ພະລັງນີ້ຈະເປັນຕົວຂັບເຄື່ອນໃນການພັດທະນາຢ່າງວ່ອງໄວ ແລະຍືນຍົງຂອງປະເທດ ແລະບັນລຸຄວາມປາດຖະໜາໃນການສ້າງຄວາມເຂັ້ມແຂງ ແລະ ຄວາມຈະເລີນຮຸ່ງເຮືອງຂອງຊາດ.
ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງ ກ້າວສຳຄັນໃນການພັດທະນາແນວຄິດຂອງພັກ ໂດຍລະບຸວ່າວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະກິດສ້າງ ແລະການຫັນປ່ຽນດິຈິຕອນ ເປັນແຮງຂັບເຄື່ອນຫຼັກ ຂອງຮູບແບບການເຕີບໂຕແບບໃໝ່ (ໃນພາບ: ສາຍການຜະລິດຂອງບໍລິສັດຮອນດ້າ ຫວຽດນາມ, ເຂດອຸດສາຫະກຳ ດົ່ງວັນ 2) _ພາບ: TTXVN
ເງື່ອນໄຂທີ່ຮັບປະກັນການພັດທະນາກຳລັງການຜະລິດໃໝ່ທີ່ທັນສະໄໝ
ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກໄດ້ກຳນົດວິທີແກ້ໄຂຍຸດທະສາດຫຼາຍຢ່າງ ສຳລັບການພັດທະນາກຳລັງການຜະລິດແບບໃໝ່ທີ່ທັນສະໄໝ ໂດຍສຸມໃສ່ບັນຫາຫຼັກດັ່ງຕໍ່ໄປນີ້:
ທີໜຶ່ງ, ສຸມໃສ່ການຈັດຕັ້ງປະຕິບັດຄວາມກ້າວໜ້າທາງດ້ານວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະກິດສ້າງ ແລະ ການຫັນປ່ຽນດິຈິຕອນ ເພື່ອສ້າງຮາກຖານສຳລັບການພັດທະນາກຳລັງການຜະລິດໃໝ່ທີ່ທັນສະໄໝ, ໂດຍໃຫ້ຄວາມສຳຄັນກັບການພັດທະນາອຸດສາຫະກຳ ແລະເຕັກໂນໂລຊີຍຸດທະສາດຫຼາຍຢ່າງ, ໂດຍສຸມໃສ່ຊິບເຄິ່ງຕົວນຳແລະປັນຍາປະດິດ. ໃຫ້ຄວາມສຳຄັນກັບການພັດທະນາ ແລະຄ່ອຍໆ ຊ່ຽວຊານເຕັກໂນໂລຊີການຜະລິດໃນຫຼາຍອຸດສາຫະກຳເກີດໃໝ່ຫຼາຍດ້ານ ເຊັ່ນ: ອຸດສາຫະກຳຊິບເຄິ່ງຕົວນຳ, ອຸດສາຫະກຳຫຸ່ນຍົນ ແລະລະບົບອັດຕະໂນມັດ, ປັນຍາປະດິດ, ວັດສະດຸຂັ້ນສູງ, ວັດສະດຸສຳລັບວິສະວະກຳກົນຈັກ, ເຕັກໂນໂລຊີຊີວະພາບ, ອຸດສາຫະກຳສິ່ງແວດລ້ອມ, ພະລັງງານໝູວຽນ ແລະພະລັງງານໃໝ່. ຄ່ອຍໆສ້າງແລະພັດທະນາອຸດສາຫະກຳທີ່ໃຊ້ພະລັງງານປະລະມານູ, ອຸດສາຫະກຳການບິນອະວະກາດ ແລະ ອຸດສາຫະກຳຄວອນຕຳ. ກອງປະຊຸມໃຫຍ່ຜູ້ແທນທົ່ວຄັ້ງທີ XIV ຂອງພັກໄດ້ລະບຸຢ່າງຊັດເຈນເຖິງຄວາມຕ້ອງການທີ່ຈະພັດທະນາ ແລະໃຊ້ປະໂຫຍດຈາກໂຄງສ້າງພື້ນຖານດ້ານວິທະຍາສາດ, ເຕັກໂນໂລຊີ, ແລະການປ່ຽນແປງໃໝ່ປະກິດສ້າງຢ່າງມີປະສິດທິພາບ, ໂດຍສະເພາະໂຄງສ້າງພື້ນຖານດິຈິຕອນ, ຂໍ້ມູນຂະໜາດໃຫຍ່ ແລະເສດຖະກິດຂໍ້ມູນ, ໂດຍມີທິດທາງສະເພາະເຊັ່ນ ການສ້າງຖານຂໍ້ມູນລະດັບຊາດ, ຖານຂໍ້ມູນພິເສດ ແລະການເຊື່ອມຕໍ່ກັບຖານຂໍ້ມູນແຫ່ງຊາດ; ຖານຂໍ້ມູນສຳລັບການຄຸ້ມຄອງ ແລະການໃຊ້ຊັບພະຍາກອນ ແລະ ການປົກປ້ອງສິ່ງແວດລ້ອມ; ຄວາມໝັ້ນຄົງທາງໄຊເບີແລະຂໍ້ມູນ; ການສ້າງສູນຂໍ້ມູນແຫ່ງຊາດ; ການປະຍຸກໃຊ້ຂໍ້ມູນປະຊາກອນ, ການລະບຸຕົວຕົນ ແລະ ການກວດສອບຄວາມຖືກຕ້ອງທາງອີເລັກໂທຣນິກ...
ທີສອງ, ການບຸກທະລຸທາງດ້ານການພົວພັນການຜະລິດ ຕິດພັນກັບການບຸກທະລຸຍຸດທະສາດດ້ານສະຖາບັນ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກໄດ້ລະບຸວ່າ ສະຖາບັນເປັນ "ຄວາມກ້າວໜ້າທີ່ສຳຄັນທີ່ສຸດ", ໂດຍມຸ່ງເນັ້ນການປ່ຽນແປງການ ພົວພັນການຜະລິດຢ່າງແຂງແຮງໄປໃນທິດທາງຕໍ່ໄປນີ້: 1- ຈາກ "ການຄຸ້ມຄອງ" ສູ່ "ການສ້າງການພັດທະນາ": ແທນທີ່ຈະໃຊ້ກົດລະບຽບທີ່ຜູກມັດກ່ຽວກັບຂັ້ນຕອນຕ່າງໆ, ສະຖາບັນໃໝ່ຈະຕ້ອງສ້າງຂອບສຳລັບການສ້າງການພັດທະນາ; 2- ການປ່ຽນແປງໃໝ່ໃນການຄຸ້ມຄອງວິທະຍາສາດແລະເຕັກໂນໂລຊີ: ຍອມຮັບຄວາມສ່ຽງທີ່ມີຢູ່ໃນການຄົ້ນຄວ້າເຕັກໂນໂລຊີຂັ້ນສູງ. ປ່ຽນວິທີການປະເມີນຜົນ ຈາກແບບອີງຂະບວນການ ໄປເປັນການປະເມີນຕາມຜະລິດຕະພັນຂັ້ນສຸດທ້າຍ ແລະຜົນກະທົບທາງສັງຄົມ; 3- ການແບ່ງຂັ້ນຄຸ້ມຄອງ ແລະການມອບອຳນາດຢ່າງແຂງແຮງ: ຍົກເລີກກົນໄກ "ການຂໍແລະການໃຫ້" ໃນການອະນຸມັດໂຄງການເຕັກໂນໂລຊີ, ຊ່ວຍເລັ່ງຄວາມໄວໃນການຕອບສະໜອງຂອງທຸລະກິດແລະສະຖາບັນຄົ້ນຄວ້າຕໍ່ການປ່ຽນແປງໃນໂລກ.
ທີສາມ, ການຝຶກອົບຮົມບຸກຄະລາກອນເຕັກໂນໂລຊີຂັ້ນສູງຖືກລະບຸວ່າເປັນ "ການບຸກທະລຸທາງຍຸດທະສາດ" ເພື່ອຕອບສະໜອງຄວາມຕ້ອງການຂອງກຳລັງການຜະລິດໃໝ່ທີ່ທັນສະໄໝ. ກົນໄກການ “ສັ່ງຊື້” ບຸກຄະລາກອນທີ່ເຂົ້າຮ່ວມໃນວຽກງານວິທະຍາສາດ ແລະເຕັກໂນໂລຊີທີ່ສຳຄັນ ແມ່ນວິທີແກ້ໄຂຫຼັກໃນຍຸດທະສາດການພັດທະນາຊັບພະຍາກອນບຸກຄົນ, ໂດຍເຊື່ອມໂຍງການຝຶກອົບຮົມ, ການຄົ້ນຄວ້າ ກັບຄວາມຕ້ອງການຕົວຈິງຂອງປະເທດຊາດຢ່າງໃກ້ຊິດ. ການບຸກທະລຸຍຸດທະສາດໃນດ້ານຊັບພະຍາກອນບຸກຄົນ "ສັ່ງຊື້" ທີ່ເຂົ້າຮ່ວມໃນຂົງເຂດຍຸດທະສາດ, ໂຄງການ, ໜ້າທີ່ຄົ້ນຄວ້າວິທະຍາສາດລະດັບຊາດທີ່ສຳຄັນ, ໜ້າທີ່ຮີບດ່ວນແລະສຳຄັນ. ຮູບແບບການຝຶກອົບຮົມໃໝ່ນີ້ຕ້ອງມີການຮ່ວມມືຢ່າງໃກ້ຊິດລະຫວ່າງລັດ, ນັກວິທະຍາສາດ ແລະວິສາຫະກິດ. ຮູບແບບການຮ່ວມມືແບບ "ສາມຝ່າຍ" - ພາກລັດ, ມະຫາວິທະຍາໄລ ແລະພາກທຸລະກິດ - ແມ່ນວິທີແກ້ໄຂຕົວຈິງເພື່ອປັບປຸງປະສິດທິພາບຂອງການຝຶກອົບຮົມ, ການຄົ້ນຄວ້າວິທະຍາສາດ ແລະ ການຖ່າຍທອດເຕັກໂນໂລຊີ.
ທີສີ່, ຮັບປະກັນຄວາມໝັ້ນຄົງ ແລະອະທິປະໄຕດ້ານດິຈິຕອນຂອງຊາດ ໃນໂລກໄຊເບີ. ກຳລັງການຜະລິດແບບໃໝ່ທີ່ທັນສະໄໝ ດ້ວຍການປະຍຸກໃຊ້ຜົນສຳເລັດດ້ານວິທະຍາສາດ ແລະເຕັກໂນໂລຊີຂັ້ນສູງຢ່າງແຂງແຮງ ໂດຍມີປັນຍາປະດິດເປັນຫຼັກ, ມີບົດບາດສຳຄັນໃນການປົກປ້ອງປະເທດຊາດໃນໂລກໄຊເບີ.
ການພັດທະນາກຳລັງການຜະລິດໃໝ່ທີ່ທັນສະໄໝ ເຊິ່ງເນັ້ນໜັກໃນເອກະສານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ເປັນການບຸກທະລຸທາງທິດສະດີທີ່ສຳຄັນ, ຢືນຢັນວິໄສທັດຍຸດທະສາດຂອງພັກ. ນີ້ແມ່ນພັກກອມມູນິດຫວຽດນາມ, ເປັນ "ກຸນແຈ" ສຳລັບຫວຽດນາມໃນການບັນລຸການບຸກທະລຸດ້ານອັດຕາການເຕີບໂຕ, ເພີ່ມປະສິດທິພາບການຜະລິດທາງສັງຄົມ ແລະສ້າງຕຳແໜ່ງໃນລະບົບຕ່ອງໂສ້ຄຸນຄ່າລະດັບໂລກ, ກ້າວໄປສູ່ຍຸກແຫ່ງການພັດທະນາທີ່ຈະເລີນຮຸ່ງເຮືອງ ແລະເປັນເຈົ້າຕົນເອງ.
-------------------------
(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2026, ເຫຼັ້ມ 1, ໜ້າ 145
(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 375
(3) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 14, ໜ້າ 97
(4), (5), (6) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 78, 90-91, 106
(7), (8), (9) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 144-145, 145, 148
(10) ສຈ. ປອ. ໂຕເລິມ: "ຍຶດໝັ້ນໃນຫຼັກການທາງການເມືອງແລະອຸດົມການ, ຍຶດໝັ້ນໃນເປົ້າໝາຍຍຸດທະສາດ, ຮ່ວມແຮງຮ່ວມໃຈກັນ, ຕັດສິນໃຈຢ່າງເດັດຂາດແລະແນ່ວແນ່ ເພື່ອຊີວິດທີ່ຈະເລີນຮຸ່ງເຮືອງ ແລະມີຄວາມສຸກຂອງປະຊາຊົນ", ວາລະສານກອມມູນິດ, ສະບັບທີ 1.082, ເດືອນມີນາ 2026, ໜ້າ 7-8
(11) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 49-50
(12) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 206
(13) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 65
(14), (15) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 128, 247
(16), (17) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 80, 106