ຈິນຕະນາ​ການກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ
​ໃນ​ສະພາບ​ການ​ໃໝ່

ໂດຍ ຫງວຽນຈີຢຸ້ງ
ກຳມະການສູນກາງພັກ, ລັດຖະມົນຕີກະຊວງແຜນການແລະການລົງທຶ
13:36, 26-11-2021

ວກ. - ຫວຽດນາມກຳລັງ​ຢູ່​ໃນ​ຊ່ວງ​ເວລາ​ທີ່ສຳຄັນ​ເພື່ອບືນ​ຕົວ​ຂຶ້ນ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ​ແລະ​​ຍືນ​ຍົງ​, ດັ່ງ​ນັ້ນ ຕ້ອງ​ເປັນ​ເຈົ້າການ​ໃນ​ການ​ເລືອກ​ເປົ້າ​ໝາຍ​ແລະ​ເສັ້ນທາງ​ພັດທະນາ ​ແນ​ໃສ່​ປະຕິບັດ​ເປັນ​ຢ່າງ​ດີ ຍຸດ​ທະ​ສາດ​ພັດທະນາ​ເສດ​ຖະກິດ-ສັງຄົມ 10 ປີ 2021-2030 ​ແລະ ​ແຜນການພັດທະນາ​ເສດ​ຖະກິດ-ສັງຄົມ 5 ປີ 2021-2025.

ຕ້ອງການພັດທະນາກະສິກຳອັດສະລິຍະ, ມີປະສິດທິຜົນ ແລະ ຍືນຍົງ ຕາມທິດການກະສິກຳປະສິດທິພາບສູງ (ໃນພາບ: ຮູບແບບການປູກ ຕັງຖັ່ງແຫ່ເຊົ່າ ທີ່ມີປະສິດທິຜົນເສດຖະກິດສູງ) _ພາບ: hvnclc.vn

ປະເທດພາຍຫຼັງ 35 ປີແຫ່ງການປ່ຽນ​ແປງ​ໃໝ່: ບັນດາ​ສິ່ງ​ທ້າ​ທາຍ​ພາຍ​ໃນ

ພາຍຫຼັງ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ປະ​ເທດ​ຫວຽດນາມ​ໄດ້​ມີ​ບາດກ້າວ​ພັດທະນາ​ຢ່າງ​ແຂງ​ແຮງ​ພໍ​ສົມຄວນ, ບັນລຸ​ບັນດາຜົນ​ສໍາ​ເລັດ​ທີ່​ຍິ່ງ​ໃຫຍ່ ​ຮອບດ້ານ​ພໍ​ຄວນ ແລະ ມີຄວາມສໍາຄັນທາງປະຫວັດສາດ. ຂະ​ໜາດ​ຂອງ​ເສດ​ຖະ​ກິດ​ໃນ​ມື້​ນີ້​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 40 ເທົ່າ​ເມື່ອ​ທຽບ​ກັບ​ປີ 1990​, ລະດັບ​ຂອງ​ພື້ນຖານ​ເສດຖະກິດ​ເພີ່ມ​ສູງ​ຂຶ້ນ. ຊີວິດທາງ​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປົວ​ແປງ​ດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ພາລະກິດ, ກຳ​ລັງແຮງບົ່ມ​ຊ້ອນ, ຖານະ​ບົດບາດ ​ແລະ ກຽດ​ສັກ​ສີ​ຂອງ​ປະ​ເທດບໍ່​​ເຄີຍມີ​ເວລາ​ໃດ​ທີ່​ບັນລຸ​ໄດ້​ຄື​ທຸກ​ວັນ​ນີ້. ​ແຕ່​ວ່າ, ຫວຽດນາມ​ຍັງ​ຕ້ອງ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ ທີ່​ມາ​ຈາກ​ບັນດາ​ປັດ​ໄຈ​ພາຍ​ໃນ​ພື້ນຖານ​ເສດຖະກິດ ​ເຊັ່ນ:

ທີ​ໜຶ່ງ, ຫວຽດນາມ​ຍັງ​ເປັນ​ປະ​ເທດ​ໃນ​ກຸ່ມ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ປານ​ກາງຕ່ຳ, ເຊິ່ງຕ່ຳ​ກວ່າ​ລະດັບ​ສະ​ເລ່ຍ​ຂອງ​ໂລກຫຼາຍ. ​ປີ 2019, ລວມຍອດຜະລິດຕະພັນ​ພາຍ​ໃນ​ປະ​ເທດ (ຈີ​ດີ​ພີ) ສະ​ເລ່ຍຕໍ່​ຫົວ​ຄົນ​ແມ່ນ 2.715 ​ໂດ​ລາ​ສະຫະລັດ, ແຕ່​ຊ່ອງ​ຫວ່າງ​ກັບ​ປະ​ເທດ​ອື່ນໆ​ຍັງ​ບໍ່​ໄດ້ຫຼຸດ​ລົງ​ຫຼາຍ; ພຽງ​ແຕ່​ເທົ່າ​ກັບ 50% ຂອງ​ກຸ່ມ​ປະ​ເທດ​ທີ່​ມີລະດັບລາຍ​ຮັບ​ປານ​ກາງ​, ຕ່ຳກວ່າ 4,4 ເທົ່າຂອງຄ່າສະເລ່ຍທົ່ວໂລກ​ ​ເຊິ່ງແມ່ນ 12.000 ໂດ​ລາ​ສະຫະລັດ.

ທີ​ສອງ, ປັດໄຈພື້ນ​ຖານ​ຂອງ​ການ​ເຕີບ​ໂຕ​ເສດຖະກິດ​ຢ່າງ​ໄວ​ແລະ​ຍືນ​ຍົງ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນໂດຍ​ພື້ນຖານ ​ແຕ່​ຂາດ​ຄວາ​ມໝັ້ນຄົງ, ​ໃນ​ນັ້ນ, ຂະ​ບວນວິວັດ​ການ​ຫັນ​ເປັນ​ອຸ​ສະຫະ​ກຳ ທັນ​ສະ​ໄມ​ເປັນ​ໄປ​ຢ່າງ​ຊັກ​ຊ້າ, ຂາດບັນດາ​ຂະ​ແໜງ​​ອຸດ​ສາ​ຫະ​ກໍາ​ພື້ນ​ຖານ​ (ເຊັ່ນກົນ​ຈັກ, ການ​ຜະລິດ, ວັດ​ສະດຸ…), ​ເຕັກ​ໂນ​ໂລ​ຊີ​ຫຼັກ, ​ເຕັກ​ໂນ​ໂລ​ຊີ​ແຫຼ່ງ; ບົດບາດ​ຂອງ​ເສດຖະກິດ​ແຫ່ງ​ລັດ​ໃນ​ຂົງ​ເຂດ​ນີ້​ບໍ່​ໄດ້​ຈະ​ແຈ້ງ.

ທີ​ສາມ, ບັນດາຂະ​ບວນ​ການ​​ໃຫຍ່ທີ່​ສໍາ​ຄັນ​ ເຊັ່ນ​: ການ​ປັບ​ໂຄງ​ສ້າງ​ທາງ​ເສດ​ຖະ​ກິດ​, ການ​ຜັນ​ຂະຫຍາຍ​ການ​ບຸກທຸ​ລຸ​ຍຸດ​ທະ​ສາດ, ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ການ​ຍົກ​ສູງ​ສະມັດ​ຕະພາບ​ຂອງ​ງານ, ການ​ຍົກ​ສູງ​ຄວາມ​ເປັນ​ເຈົ້າ​ຕົນ​ເອງ, ຄວາມ​ສາມາດ​ປັບ​ຕົວ​ແລະ​ຄວາມ​ຍືດຫຍຸ່ນ​ຂອງ​ເສດ​ຖະ​ກິດນັ້ນ ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ແຕ່​ຍັງ​ຊ້າ, ບໍ່​ໄດ້​ຮັບ​ຜົນ​ທີ່​ຈະ​ແຈ້ງ​.

ທີ​ສີ່, ບັນດາ​ປັດ​ໄຈ​ແບບ​ດັ້ງ​ເດີມທີ່ບໍ່ມີປະສິດທິພາບສູງ, ຍັງຖືກນໍາໃຊ້ຢ່າງ​ກວ້າງຂວາງ ​ເຊັ່ນ: ​ເພີ່ມ​ເງິນລົງ​ທຶນ, ​ໃຊ້​ແຮງ​ງານ​ຫຼາຍ​ເກີນ​ຄວນ, ກຳລັງ​ຂັບ​ເຄື່ອນ​ການ​ເຕີບ​ໂຕຍັງຂຶ້ນ​ກັບ​ພາກ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ.

ທີ​ຫ້າ, ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ໂດຍ​ພື້ນຖານ​ແລ້ວ ຍັງ​ຢູ່​ໃນ​ລະດັບ​ປານ​ກາງຂອງ​ໂລກ, ​ໂດຍ​ສະ​​ເພາະ​ແມ່ນ ບັນດາມາດຖານທີ່ສຳຄັນ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ໃນອະນາຄົດ. ການ​ສົ່ງ​ອອກ, ການ​ຄ້າ, ການ​ລົງທຶນ​ແມ່ນ​ຂຶ້ນ​ກັບ​ບັນດາ​ວິ​ສາ​ຫະກິດ​ທິ່ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ ​ເຊິ່ງກວມ​ເອົາ 70% ຂອງ​ມູນ​ຄ່າ​ການ​ສົ່ງ​ອອກ​ທັງ​ໝົດ​ຂອງ​ປະ​ເທດ; ພາກການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດກວມ​ເອົາ​ຫຼາຍ​ກວ່າ 50% ຂອງ​ມູນ​ຄ່າຜົນຜະລິດອຸດສາຫະກໍາ. ອຸດສາຫະກໍາສະໜັບສະໜູນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ ແລະ ​ບໍ່​ໄດ້​ເຊື່ອມ​ຕໍ່​ກັບ​ພາກການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ. ວັດ​ສະດຸ, ປັດ​ໄຈ​ການ​ຜະລິດ​ລະຫວ່າງ​ກາງ​ຂຶ້ນ​ກັບບາງ​ຕະຫຼາດ.

ທີ​ຫົກ, ວຽກ​ງານ​ການ​ສ້າງ​ແລະ​ປະຕິບັດ​ນະ​ໂຍບາຍ​ຍັງ​ມີ​ຫຼາຍ​ບັນ​ຫາ (ຂໍ້​ກຳນົດ​ກົດໝາຍ​ຈຳນວນ​ໜຶ່ງບໍ່​ທັນ​ຄົບ​ຊຸດ, ບໍ່​ສອດຄ່ອງ, ຍັງ​ທັບ​ຊ້ອນ​ກັນ; ການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ຍັງ​ຊ້າ, ຂາດ​ຄວາມ​ຂຸ້ນຂ້ຽວ…).

ຈິນຕະນາການ​ແລະ​ວິ​ໄສ​ທັດ​ກ່ຽວ​ກັບ​ການ​ພັດທະນາ

​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ກຳ​ເອົາ​ໂອກາດ, ​ໃຊ້​ປະ​ໂຫຍ​ດຈາກ​ທ່າ​ແລະກຳລັງ​ແຮງ​ຂອງ​ປະ​ເທດ, ​ໄປ​ທັນ​ແລະ​ໄປ​ພ້ອມ​ກັນ​ກັບ​ການ​ພັດທະນາຂອງ​ໂລກ, ຈາກ​ແງ່​ມູນ​ຂອງ​ເສດຖະກິດ, ໜຶ່ງໃນບັນດາ​ວິທີແກ້ໄຂໃຫຍ່ທີ່ຕ້ອງສຸມໃສ່ແມ່ນ ການ​ປ່ຽນ​ແປງ​ໃໝ່​ຈິນຕະນາການ​ແລະ​ວິ​ໄສ​ທັດ​ການ​ພັດທະນາ, ດັ່ງ​ຕໍ່​ໄປ​ນີ້​:

ທີ​ໜຶ່ງ, ຕ້ອງການ​ຈິນຕະນາການ​ໃໝ່, ວິທີ​ເຂົ້າ​ເຖິງ​ໃໝ່ຕາມ​ທິດ​ຕັ້ງໜ້າ, ໂດຍ​ສະ​ເພາະ​ແມ່ນ ​ຫຼັງ​ຈາກ​ຜົນ​ກະ​ທົບ​ຂອງ​ການ​ລະ​ບາດ​ຂອງ​ໂຄ​ວິດ-19. ການ​ລະ​ບາດ​ໃຫຍ່​ຂອງ​ໂຄ​ວິດ-19 ​ເຮັດ​ໃຫ້ໂຄງ​ປະ​ກອບ​ເສດ​ຖະ​ກິດ (ການ​ຜະລິດ, ການ​ຄ້າ, ການ​ລົງທຶນ…) ​ແລະ ຄວາມ​ເປັນ​ລະ​ບຽບ​ຂອງ​ໂລກ ​ຈະ​ໄດ້​ຮັບ​ການ​ປັບປ່ຽນ​ແລະ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ. ຈາກ​ນັ້ນ, ຫວຽດນາມ​ດ້ວຍຄວາມ​ສຳ​ເລັດ​ໃນ​ການ​ຄວບ​ຄຸມ​ພະ​ຍາດ ແລະ ສະ​ພາບ​ແວດ​ລ້ອມ​ທີ່​ໝັ້ນ​ຄົງ ຈະ​ມີ​ກາ​ລະ​ໂອ​ກາດ​ສ້າງ​ບາດ​ກ້າວ​ໃໝ່.  

ທີ​ສອງ, ການ​ຕັດ​ສິນ​ໃຈ​ຕ້ອງ​ຖືກ​ຕ້ອງ​ແລະ​ທັນ​ເວ​ລາ​, ຕ້ອງຍູ້​ແຮງ​ການ​ປະຕິ​ຮູບ, ການປັບ​ຂະ​ແໜງ​ການ ຂົງ​ເຂດ ​ແລະ ພື້ນຖານ​ເສດຖະກິດ​ທັງ​ໝົດ​ຄືນ​ໃໝ່, ຍູ້​ແຮງ​ການ​ລົງທຶນ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ, ຍົກ​ສູງຄວາມ​ສາມາດ​ໃນ​ການ​ແຂ່ງຂັນ, ຝຶກ​ອົບຮົມ​ບຸກຄະລາ​ກອນ​ຄຸນ​ນະພາ​ບສູງ, ປ່ຽນ​ດິຈິ​ຕອນ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ… ເພື່ອໃຫ້ສາມາດເຂົ້າຮ່ວມ​ໃນ​ລະບຽບການໃຫມ່ໄດ້ທັນທີ. ມັນ​ເປັນ​ໄປ​ບໍ່​ໄດ້ທີ່ຈະຢືນຢູ່ຂ້າງນອກອີກຄັ້ງ ​ຫຼື​ໄປ​ຂ້າງ​ຫຼັງ​, ​ໄປ​ຕາມ​ເກມ​ໃຫມ່, ສະໜາມ​ຫຼິ້ນ​ໃໝ່​ທີ່ກຳລັງຈະເກີດຂຶ້ນ​.

ທີ​ສາມ, ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ແລະ​ການ​ແບ່ງປັນ​ ແມ່ນ​ສອງ​ວິທີ​ທີ່ສຳຄັນ​ ເພື່ອ​ເຊື່ອມ​ໂຍງ, ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ​ແປງ​ຢ່າງ​ໄວວາ​ຂອງ​ການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີ​ສີ່. ​ເພາະສະ​ນັ້ນ, ການຕັດສິນໃຈຄວນຖືກຕ້ອງແລະທັນເວລາ. ຄວາ​ຮັບ​ຮູ້​ຂອງ​ປະຊາ​ຊົນ​ທັງ​ແມ່ນ​ອັດ​ຕະພາບ​ທັງ​ແມ່ນ​ເປົ້າ​ໝາຍທີ່​ຈະ​ມຸ່ງ​ສູ່. ຕາມ​ນັ້ນ, ນະ​ໂຍບາຍ​ຂອງ​ລັດຕ້ອງ​ໝູນອ້ອມ​ຮອບ ຫຼືມຸ່ງ​ໄປ​ທີ່ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ.

ທີສີ່, ຕ້ອງ​ຮັບປະກັນ​ສາຍ​ພົວພັນ​ກົມກຽວ​ລະຫວ່າງ​ຄວາມ​ໝັ້ນຄົງ​ ແລະ​ການ​ພັດທະນາ. ຄວາມໝັ້ນ​ຄົງ​ແມ່ນເງື່ອນໄຂເບື້ອງຕົ້ນສໍາລັບການພັດທະນາຢ່າງໄວວາ, ພ້ອມ​ກັນ​ນັ້ນ ການ​ພັດທະນາ​ຢ່າງ​ໄວ​ກໍ​ແມ່ນ​ເງື່ອ​ນ​ໄຂ​ທີ່ສຳຄັນ ​ເພື່ອ​ຄວາມ​ໝັ້ນຄົງ​ ແລະ​ຮັກສາ​ຄວາມ​ໝັ້ນຄົງ, ຈາກ​ນັ້ນ​ ຊຸກຍູ້​ໃຫ້​ປະ​ເທດ​ພັດທະນາຢ່າງ​ໄວ​ແລະ​ຍືນ​ຍົງ, ກໍ່ສ້າງ​ພື້ນຖານ​ເສດຖະກິດ​ທີ່​ມີ​ຄວາມ​ເປັນ​ເຈົ້າ​ຕົນ​ເອງ​ສູງ ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ.

ທີ​ຫ້າ, ຊັບພະຍາກອນ​ມະນຸດ​ແມ່ນ​ກຳລັງ​ແຮງ​ທີ່​ຕ້ອງ​ໄດ້​ນຳ​ໃຊ້​ເພື່ອ​ພັດທະນາ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໄລຍະ “​ໂຄງ​ປະກອບ​ປະຊາກອນ​ທອງຄຳ”. ການຈັດ​ແບ່ງ​ແຫຼ່ງພະລັງ​ຕ້ອງ​ຕາມ​ທິດ​ທາງ​ການ​ບຸລິມະສິດ ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ການນຳ​ໃຊ້ ​ແລະ ກົນ​ໄກ​ຕະຫຼາດ; ການ​ເຕີບ​ໂຕ​ເສດຖະກິດ​ຕ້ອງ​ໄປ​ຄຽງ​ຄູ່​ກັບການ​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ, ຮັບປະກັນ​ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ. ສ້າງ​ເງື່ອນ​ໄຂທຸກ​ຢ່າງ, ​​ໂດຍ​ສະ​ເພາະ​ສະ​ຖາ​ບັນ​ແລະແຫຼ່ງກຳລັງ, ​ເພື່ອ​ພັດທະນາ​ບັນດາ​​ເຂດ​ກຳລັງ​ໜູນ​ຢ່າງ​ໄວວາ, ຈາກ​ນັ້ນ​ສ້າງ​ແຮງ​ແຜ່​ກະຈາຍ ຊຸກຍູ້​ໃຫ້​ເຂດ​ອື່ນໆ​ຂະຫຍາຍຕົວ, ມຸ່ງ​ສູ່​ຄວາມ​ສົມ​ດຸນ​​ໄລຍະຍາວ. ການ​ເຕີບ​ໂຕ​ໄວ​ຕ້ອງ​ອີງ​ໃສ່​​ບັນດາເຂດ​ກຳລັງ​ໜູນ, ບັນດາ​ຕົວ​ເມືອງ​ສີຂຽວ, ຕົວ​ເມືອງອັດ​ສະ​ລິ​ຍະ, ພິ​ເສດ​ແມ່ນ​ຕົວ​ເມືອງ​ຂະໜາດ​ໃຫຍ່. ສຸມ​ໃສ່​ກໍ່ສ້າງ​ແລະຈັດ​ຕັ້ງ​ສູນກາງ​ການ​ເງິນສາກົນ​ຢູ່​ນະຄອນ​ໂຮ່ຈີ​ມິນ ​ແລະ ນະຄອນດ່າໜັງ ​ເພື່ອ​ໃຊ້​ປະ​ໂຫຍດຈາກ​ການ​ເຄື່ອນ​ໄຫວ​ຂອງ​ກະ​ແສ​ເງິນ​ທຶນ​ທົ່ວໂລກ, ທີ່​ມີ​ຄວາມ​ສາມາດ​ແຂ່ງຂັນ​ກັບ​ບັນດາ​ສູນ​ກາງ​ການ​ເງິນ​ໃຫຍ່​ໃນພາກ​ພື້ນ​ແລະ​ໃນ​ໂລກ.

ທີ​ຫົກ, ຕ້ອງ​ມີ​ແຜນ​ນະ​ໂຍບາຍ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ການ​ສະ​ສົມ​ໃຫ້​ພື້ນຖານ​ເສດຖະກິດ, ນຳ​ໃຊ້​ທຶນ​ຢ່າງປະຢັດ​ແລະ​ມີ​ປະສິດທິ​ຜົນ, ຫຼຸດ​ການ​ໃຊ້​ຈ່າຍ​ປະຈຳ,​ເພີ່ມ​ການ​ໃຊ້​ຈ່າຍ​ໃນ​ການ​ລົງທຶນ​ໂຄງ​ສ້າງ​ພື້ນຖານທີ່ສຳຄົນ, ​ໂຄງ​ສ້າງ​ພື້ນຖານ​ທີ່ຈຳ​ເປັນ​ເພື່ອການ​ພັດທະນາ. ສຳລັບ​ທ້ອງ​ຖິ່ນ​ທີ່​ມີ​ເງື່ອນ​ໄຂທຳມະ​ຊາດ​ຫຍຸ້ງຍາກ, ບໍ່​ມີ​ຄວາມ​ສະດວກ​ເພື່ອ​ດຶງດູດການ​ລົງທຶນພັດທະນາ​ເສດຖະກິດນັ້ນ, ຕ້ອງກຳນົດໜ້າ​ທີ່​ການ​ເມືອງ​ຈຸດ​ໜັກ, ​ແຖວ​ໜ້າ, ຕະຫຼອດ​ແມ່ນ​ຮັກສາ​ດິນ, ຮັກສາ​ປ່າ, ຮັກສາ​ປະຊາຊົນ (ຮັບປະກັນ​ການ​ປ້ອງ​ກັນປະ​ເທດ-ປ້ອງ​ກັນ​ຄວາມ​ໝັ້ນຄົງ, ປົກ​ປັກ​ຮັກສາອຳນາດ​ອະທິປະ​ໄຕ​ເໜືອທະ​ເລ, ​ເກາະດອນ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວຍ​ຂອງ​ປະ​ເທດ; ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ສະຫງົບ​ປອດ​ໄພ​ທາງ​ສັງຄົມ; ສ້າງ​ຊີວິດ​ການ​ເປັນ​ຢູ່, ວຽກ​ເຮັດ​ງານ​ທຳ, ລາຍ​ຮັບ ​ແລະ ປັບປຸງ​ຊີວິດ​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ຂອງ​ປະຊາຊົນ) ໂດຍ​ບໍ່​ໄດ້​ເອົາ​ໃຈ​ໃສ່​ຫຼາຍ​ເກີນ​ໄປ​ໃນ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ, ເພີ່ມ​ລາຍ​ຮັບ​ງົບ​ປະ​ມານ​ດ້ວຍ​ທຸກ​ວິ​ທີ.

ທີ​ເຈັດ, ​ປ່ຽນຈິນຕະນາການ​ການ​ຄຸ້ມ​ຄອງ, ການບໍລິຫານ​ປະ​ເທດ​ ຈາກ​ການ​ຄວບ​ຄຸມ ​ການ​ອະ​ນຸ​ຍາດ​ໃຫ້​ເປັນ​ຕົ້ນຕໍ (ກ່ອນ​ການ​ກວດ​ກາ) ​​ໄປ​ເປັນການ​ຮັບ​ໃຊ້​ ການ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ເປັນ​ຕົ້ນຕໍ (ຫຼັງ​ການ​ກວດ​ກາ). ຄ່ອຍໆ​ສ້າງ​ກອບ​ກົດໝາຍ​ທີ່​ເໝາະ​ສົມ​ເພື່ອສົ່ງ​ເສີມ​ຄວາມ​ຄິດ​ສ້າງ​ສັງ ​ແລະ ​ສົ່ງ​ເສີມ​ການ​ພັດທະນາ.

ທີ​​ແປດ, ​ໃນ​ການ​ຄຸ້ມ​ຄອງ​ໜີ້​ພາກລັດ, ຈຳ​ເປັນ​ຕ້ອງ​ພິຈາລະນາ​ປະສິດທິຜົນ​ການ​ໃຊ້​ແລະຄວາມ​ສາມາດ​ໃນ​ການ​ຊໍາລະໜີ້ເປັນມາດຕະການທີ່ສຳຄັນ​ທີ່​ສຸດ, ​ແທນການຈຳກັດເພດານ​ໜີ້​ພາກ​ລັດ (ຫຼາຍ​ປະ​ເທດ​ທີ່​ພັດທະນາ​ແລ້ວ ​ມີ​ອັດ​ຕາ​ໜີ້​​ພາກ​ລັດ/ຈີ​ດີ​ພີ ສູງ​ຫຼາຍ ​ຄື​ຍີ່​ປຸ່ນ 200%, ອາ​ເມ​ລິ​ກາຫຼາຍກ​ວ່າ 100%...). ສຸມ​ໃສ່​ຊຸກຍູ້​ການ​ເຕີບ​ໂຕ​ເພື່ອ​ເພີ່ມ​ຂະໜາດ​ຂອງ ຈີ​ດີ​ພີ ​ແລະ ຈາກ​ນັ້ນ​ອັດຕາ​ໜີ້​ພາກ​ລັດ​ຈະ​ຫຼຸດ​ລົງ, ບໍ່​ຄວນ​ເນັ້ນ​ແຕ່​ການ​ຮັກສາ​ອັດ​ຕາ​ໜີ້​ພາກ​ລັດ ​ໂດຍ​ບໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ລົງທຶນ ​ແລະ ການ​ພັດທະນາ​ເພື່ອ​ເພີ່ມ​ຂະໜາດ​ເສດຖະກິດ.

ທີ​ເກົ້າ, ພັດທະນາ​ກະສິກຳອັດ​ສະລີ​ຍະ, ມີ​ປະສິດທິ​ຜົນ​ ​ແລະ ຍືນ​ຍົງ ຕາມ​ທິດການກະສິກຳປະສິດທິພາບ​ສູງ. ​ເຕັກ​ໂນ​ໂລ​ຊີ​ສູງ​ເປັນ​ພຽງ​ເຄື່ອງມື​ເພື່ອ​ປະຕິບັດ​ເປົ້າ​ໝາຍ​ນີ້, ຕາມ​ນັ້ນ ຕ້ອງເພີ່ມປະສິດທິພາບຂອງຜະລິດຕະພັນ, ບໍ່ພຽງແຕ່ເພີ່ມຜົນຜະລິດ​ໃຫ້​ສູງ​ສຸດ./.

----------------------

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດອອນ​​ໄລ ວັນ​ທີ 20 ​ເດືອນ​ສິງຫາ 2021