ເປັນ​ເວລາ​ທີ່​ເໝາະ​ສົມ​
ເພື່ອ​ໃຫ້​ຫວຽດນາມ​ອອກ​ພັນທະບັດລັດຖະບານ​ໃນ​ຕະຫຼາດ​ທຶນ​ສາກົນ

ໂດຍ ປອ ຫງວຽນດຶກກຽນ - ບັນດາຜູ້ຮ່ວມງານ*
ຫົວໜ້າກຸ່ມທີ່ປຶກສາເສດຖະກິດຂອງນາຍົກລັດຖະມົນຕີ
04:27, 16-05-2022
ວກ. - ການ​ອອກ​ພັນທະບັດ​ລັດຖະບານສູ່​ຕະຫຼາດ​ທຶນ​ສາກົນ​ ແມ່ນ​ຊ່ອງ​ທາງ​ສຳຄັນ​ເພື່ອ​ຮັບປະກັນ​ແຫຼ່ງທຶນ​ເພື່ອການ​ພັດທະນາ, ​ແຕ່ກໍ່​ພາ​ໃຫ້​ເກີດ​ບັນຫາ​ຫຼາຍ​ຢ່າງ​ທີ່ກ່ຽວຂ້ອງ​ກັບຄວາມໝັ້ນຄົງທາງການເງິນຂອງປະ​ເທດ ​ແລະ ໜີ້​ເງິນຕາ​ຕ່າງປະ​ເທດ. ສະ​ນັ້ນ, ​ເໝາະ​ສົມຫຼື​ບໍ່​ທີ່​ຫວຽດ​ນາມຈະ​ອອກ​ພັນທະ​ບັດ​ລັດ​ຖະ​ບານ​ໃນ​ຕະຫຼາດ​ທຶນ​ສາ​ກົນ​ໃນຂະນະ​ນີ້? ບົດ​ຄວາມ​ນີ້​ສຸມ​ໃສ່​ການ​ປຶກ​ສາ​ຫາ​ລື​ບັນ​ຫາ​ນີ້​.

ຕະຫຼາດຫຼັກຊັບຮ່າໂນ້ຍ (HNX) ເພີ່ມທະວີການປະມູນຂາຍພັນທະບັດລັດຖະບານ _ພາບ: TTXVN

ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ວາງ​ອອກ​ມາ ສຳລັບວຽກ​ງານການ​ລະດົມ​ທຶນ​ເພື່ອ​ການ​ພັດທະນາ

​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ກຳນົດ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ຄື​ ສູ້​ຊົນ​ເຖິງ​ປີ 2030, ຫວຽດ​ນາມ​ເປັນ​ປະ​ເທດ​ ກຳລັງ​ພັດທະນາທີ່​ມີ​ອຸດສາຫະກຳທັນ​ສະ​ໄໝ, ມີ​ລາຍ​​ໄດ້​ປານ​ກາງ​ສູງ ​ແລະ ຮອດ​ປີ 2045 ​ກາຍ​ເປັນ​ປະ​ເທດ​ພັດທະນາ​ແລ້ວ ​ແລະ ມີ​ລາຍ​​ໄດ້​ສູງ. ເພື່ອບັນລຸເປົ້າໝາຍເຫຼົ່ານີ້, ຫວຽດນາມ​ໄດ້​ວາງ​ການ​ບຸກທະລຸ​ຍຸດ​ທະ​ສາດ​ສາມ​ດ້ານ: ​ການ​ປັບປຸງ​ບູລະນະ ​ແລະ ​ຍົກ​ສູງ​ຄຸນນະພາບ​ຂອງ​ລະບອບ​ລະບຽບ; ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຢ່າງ​ຮອບດ້ານ; ການ​ປັບປຸງ​ໂຄງ​ສ້າງ​ພື້ນຖານ​ດ້ານເສດຖະກິດ​ແລະສັງຄົມ ທີ່​ຄົບ​ຊຸດ​ແລະ​ທັນ​ສະ​ໄໝ ​ແລະ ກຳນົດສິບ​ໜ້າ​ທີ່, ວິທີ​ແກ້​ໄຂຈຸດ​ສູ​ມ. ດ້ວຍ​ຂະໜາດ​ຂອງ​ພື້ນຖານ​ເສດຖະກິດ​ທ້າຍ​ປີ 2020 ທີ່ບັນລຸ 343,6 ຕື້​ໂດ​ລາ​ສະຫະລັດ ​ແລະ ຄາດໝາຍ​ການ​ເຕີບ​ໂຕ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ (ຈີ​ດີ​ພີ) ​ສະ​ເລ່ຍ​ປະມານ 7% ຕໍ່ປີ, ການ​ລົງທຶນ​ສັງຄົມ​ທັງໝົດ​ໂດຍສະ​ເລ່ຍ​ແມ່ນ​ແຕ່ 33% ຫາ 35%, ດັ່ງ​ນັ້ນ ຄວາມ​ຕ້ອງການ​ເງິນ​ທຶນ​ເພື່ອ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແມ່ນ​ຫຼາຍ​ທີ່​ສຸດ (ຄາດ​ວ່າ​ຈະ​ຕ້ອງ​ໃຊ້​ເງິນ​ປະ​ມານ 1.676 ຕື້​ໂດ​ລາ​ສະຫະລັດ ​ເຖິງ 1.778 ຕື້​ໂດ​ລາ​ສະຫະລັດ​ໃນ​ໄລຍະ 2021-2030). ການພັດທະນາ​ໂຄງ​ສ້າງ​ພື້ນຖານ​ທີ່ສຳຄັນ​ທາງ​ດ້ານຄົມມະນາຄົມ, ສ້າງຕາໜ່າງເສັ້ນທາງແຫ່ງຊາດໄລຍະ 2021-2030 ຄາດ​ວ່າ​ຈະ​ຕ້ອງ​ໃຊ້​ເງິນ​ປະ​ມານ 900 ຕື້​ດົ່ງ(1). ກ່ຽວ​ກັບ​ການ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ດ້ານ​ພະລັງ​ງານ, ​ແຜນການ​​ໄຟຟ້າ​ແຫ່ງ​ຊາດ​ໄລຍະ 2021-2030 ຄາດ​ວ່າຈະ​ຕ້ອງ​ໃຊ້​ເງິນ​ປະມານ 13 ຕື້​ໂດ​ລາ​ສະຫະລັດ​ຕໍ່​ປີ. ຫວຽດນາມ​ຍັງ​ຕ້ອງ​ລົງທຶນ​ປະມານ 3,5 ຕື້​ໂດ​ລາ​ສະຫະລັດ​ຕໍ່​ປີ​ ເຂົ້າ​ໃນ​ໂຄງສ້າງພື້ນຖານ ​ເພື່ອ​ຕອບ​ສະໜອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ຄຽງ​ຂ້າງ​ນັ້ນ, ບາງ​ຂະ​ແໜງການອຸດສາຫະກຳ​ປາຍ​ຫອກ, ​ເຕັກ​ໂນ​ໂລ​ຊີ​ໃໝ່, ເຕັກ​ໂນ​ໂລ​ຊີ​ສູງ​ທີ່​ໄດ້​ຮັບ​ບຸລິມະສິດ​ໃຫ້​ພັດທະນາ ລ້ວນ​ແຕ່​ແມ່ນ​ຂະ​ແໜງ​ການ​ທີ່​ໃຊ້​ເງິນ​ທຶນຈຳນວນຫຼາຍ.

ຖ້າຫາກ​ພຽງ​ແຕ່​ອີງ​ໃສ່​ຕະຫຼາດ​ການ​ເງິນ​ພາຍ​ໃນ​ປະ​ເທດ ​ແລະ ​ແຫຼ່ງ​ເງິນທຶນ​ຈາກ​ຕ່າງປະ​ເທດ​​ເຊັ່ນ: ​ເງິນ​ກູ້​ພິ​ເສດ, ​ເງິນ​ທຶນ​ຈາກການ​ຊ່ວຍ​ເຫຼືອ​​ເພື່ອ​ການ​ພັດທະນາ​ຢ່າງ​ເປັນ​ທາງ​ການ (ODA), ການລົງທຶນໂດຍກົງຈາກຕ່າງປະເທດ (FDI),... ເທົ່າ​ນັ້ນ, ຄວາມ​ສາມາດ​ລະດົມ​ເງິນ​ທຶນ​ໃນ​ປະລິມານ​ທີ່​ພຽງພໍ ​ແລະ ຮັບປະກັນ​ການ​ພັດທະນາ​ຢ່າງ​ກົມກຽວ, ສະໝ່ຳສະ​ເໝີ, ​ເປັນ​ເຈົ້າ​ການ ​ແລະ ພິ​ເສດ​ແມ່ນ​ການ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເງິນ​ຂອງ​ປະ​ເທດ ​ແມ່ນ​ຍາກ​ທີ່​ຈະ​ບັນລຸ​ໄດ້. ທ້າຍ​ປີ 2020, ຍອດສິນເຊື່ອຕໍ່ ຈີ​ດີ​ພີ ຂອງ​ຫວຽດນາມ ບັນ​ລຸ​ກວ່າ 140%, ມູນຄ່າຫຼັກຊັບຕາມ​ລາຄາ​ຕະຫຼາດຕໍ່ ຈີ​ດີ​ພີ ຫຼາຍກວ່າ 84%, ສູງ​ກວ່າ​ປະ​ເທດ​ສ່ວນ​ໃຫຍ່ທີ່ມີລາຍໄດ້ຄ້າຍຄືຫວຽດນາມ. ​ໃນ​ຂະນະ​ນັ້ນ, ​ເຖິງ​ວ່າ​ຕະຫຼາດ​ພັນທະບັດ​ມີ​ການ​ເຕີບ​ໂຕ​ຢ່າງ​ບໍ່​ຢຸດ​ຢັ້ງ​ເມື່ອ​ທຽບ​ໃສ່​ເປົ້າ​ໝາຍ​ທີ່​ຕັ້ງ​ໄວ້, ​ແຕ່​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ​ທີ່​ມີ​ລະດັບ​ລາຍ​​ໄດ້​ເທົ່າ​ກັບ, ພັນທະບັດ​ລັດຖະບານຂອງ​ຫວຽດນາມ​ກວມ​ອັດຕາ​ສ່ວນ​ຫຼາຍ (ປະມານ 80% ຂອງປະລິມານພັນທະບັດໃນທົ່ວປະເທດ). ດ້ວຍ​ໂຄງ​ສ້າງ​ຕະຫຼາດ​ການ​ເງິນໃນປະຈຸບັນ, ຕະຫຼາດ​ພັນທະບັດ​ພາຍ​ໃນ​ປະ​ເທດຈຳ​ເປັນ​ຕ້ອງ​ເພີ່ມ​ຊ່ອງ​ຫວ່າງ​ໃຫ້​ແກ່​ການ​ເຕີບ​ໂຕ​​ຂອງ​ບັນດາ​ວິ​ສາ​ຫະກິດ​ທີ່​ບໍ່​ສາມາດ​ລະດົມ​ທຶນ​ໃນ​ຕະຫຼາດ​ສາກົນ​ໄດ້. ນອກຈາກ​ນັ້ນ, ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ຊັບ​ສິນ​ຂະໜາດ​ໃຫຍ່, ມີ​ທ່າ​ແຮງ​ດ້ານ​ການ​ເງິນ ​ແລະ ​ກຽດ​ສັກ​ສີ ຈຳ​ເປັນ​ຕ້ອງ​ເຂົ້າ​ເຖິງ​ແຫຼ່ງ​ເງິນທຶນ​ພາຍ​ນອກ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ພັດທະນາ​ເປັນກຸ່ມ​ເສດຖະກິດ, ວິ​ສາ​ຫະກິດ​ລະດັບ​ສາກົນ. ການ​ລະດົມ​​ເງິນ​ທຶນ​ຂອງ​ລັດຖະບານ​ຈາກ​ການ​ອອກ​ພັນທະບັດ​​ໃນ​ຕະຫຼາດຕ່າງປະ​ເທດໄດ້ຫຼຸດຜ່ອນ​ແຮງ​ກົດ​ດັນຕໍ່​ຕະຫຼາດການເງິນໃນປະ​ເທດ, ທັງສ້າງ​​ເກນມາດຕະຖານ​ໃຫ້​ວິ​ສາ​ຫະກິດ​ໃນ​ປະ​ເທດ​ອອກ​ພັນທະບັດ​ຢູ່​ຕະຫຼາດ​ສາກົນ.

ປະສົບ​ການ​ໃນ​ການ​ອອກ​ພັນທະບັດ​ລັດຖະບານ​​ໃນ​ຕະຫຼາດ​ທຶນ​ສາກົນ​ຂອງ​ຫວຽດນາມ

​ໂດຍໄດ້ຮັບອະນຸຍາດຈາກລັດຖະບານ, ກະຊວງ​ການ​ເງິນ​ໄດ້​ອອກ​ພັນທະ​ບັດ​ສາກົນ​ຂອງ​ລັດຖະບານ​ຫວຽດນາມ ​​ໃນ​ຕະຫຼາດ​ພັນທະບັດ​ໂລກ​ຕາມ​ວິທີ 144A/ມາດຕາ S ​ໃນ​ປີ 2005, 2010 ​ແລະ 2014. ປະລິມານ​ການ​ອອກ​ພັນທະບັດ​ຂອງ​ສາມງວດນັ້ນ​ແມ່ນ 750 ລ້ານ​ໂດ​ລາ​ສະຫະລັດ, 1.000 ລ້ານ​ໂດ​ລາ​ສະຫະລັດ ​ແລະ 1.000 ລ້ານໂດ​ລາ​ສະຫະລັດ ຕາມ​ລຳດັບ ​ໂດຍ​ມີກຳນົດເວລາ 10 ປີຄືກັນ. ນອກຈາກຈຸດປະສົງ​ລະດົມ​ເງິນ​ທຶນ​ໃຫ້​ແກ່​ບັນດາ​ໂຄງການ​ລົງທຶນ​ຂະໜາດ​ໃຫຍ່​ຂອງ​ປະ​ເທດ​ແລ້ວ, ການ​ອອກ​ພັນທະບັດ​ໃນ​ປີ 2014 ຍັງ​ມີໜ້າ​ທີ່​ແລກປ່ຽນ​ພັນທະບັດ​ທີ່​ອອກ​ໃນ​ສອງ​ງວດ​ກ່ອນທີ່ກຳລັງ​ຈະ​ຄົບກຳນົດ. ອັດຕາ​ດອກ​ເບ້ຍທີ່ກຳນົດ ​ແລະ ດອກເບ້ຍການອອກພັນທະບັດ​ແຕ່​ລະ​ຄັ້ງ​ໄດ້ຫຼຸດລົງຈາກ 7,125% ​ເປັນ 6,75% ​ແລະ 4,8% ຕໍ່​ປີ. ຜ່ານ​ການ​ອອກ​ພັນທະບັດ​ລັດຖະບານໃນຕະຫຼາດທຶນສາກົນສາມຄັ້ງ ທີ່ປະສົບຄວາມສຳເລັດ ຂອງ​ລັດຖະບານ​ຫວຽດນາມ, ສາມາດຖອດຖອນບາງຈຸດຕໍ່ໄປນີ້:

ທີ​ໜຶ່ງ, ວຽກ​ງານ​ການ​ອອກ​ພັນທະບັດ​ໄດ້​ຢືນຢັນ​ຄວາມ​ຖືກຕ້ອງ​ຂອງ​ແຜນ​ນະ​ໂຍບາຍ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ພັກ, ຄວາມສຳເລັດ ​ແລະ ​ສັກ​ສີ​ສາກົນ​ຂອງ​ລັດຖະບານ ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ.

ທີ​ສອງ, ການ​ອອກ​ພັນທະບັດ​ລັດຖະບານ​ໃນ​ຕະຫຼາດ​ທຶນ​ສາກົນ ​ໄດ້​ລະດົມ​ເງິນ​ທຶນ​ເພື່ອ​ລົງທຶນ​ພັດທະນາ​ເສດຖະກິດ​ພາຍ​ໃນ​ປະ​ເທດ, ປະກອບສ່ວນ​ຫຼຸດຜ່ອນ​ແຮງ​ກົດ​ດັນ​ຕໍ່​ການ​ລະດົມ​ເງິ​ນທຶນຢູ້ຕະຫຼາດ​ພາຍ​ໃນ​ປະ​ເທດ.

ທີ​ສາມ, ວຽກ​ງານ​ການ​ອອກ​ພັນທະບັດລັດຖະບານ​ໃນ​ຕະຫຼາດ​ທຶນ​ສາກົນ​ສ້າງ​ເກນ​ມາດຕະຖານ ​ເພື່ອ​ໃຊ້​ເປັນ​ພື້ນຖານ​ໃນ​ການ​ກຳນົດ​ລາຄາ​ພັນທະບັດ​ສຳລັບ​ການ​ອອກ​ພັນທະບັດ​ຄັ້ງ​ຕໍ່​ໄປ ພ້ອມ​ທັງ​ເປີດ​ໂອກາດ​ໃຫ້​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ຂອງ​ປະ​ເທດ​ສາມາດ​ລະດົມ​​ທຶນ​ໂດຍ​ກົງ​ເປັນ​ເງິນຕາ​ຕ່າງປະ​ເທດ​ຢູ່​ຕະຫຼາດ​ສາກົນ​ໄດ້.

ທີ​ສີ່, ບັນດາ​ນັກ​ລົງທຶນ​ສາກົນ​ຕີ​ລາຄາ​ສູງ​ຄວາມ​ເປີດ​​ເຜີຍ ​ແລະ ການປະຕິບັດ​ຕາມ​ມາດຕະຖານ​ສາກົນ ​ເມື່ອຫວຽດນາມ​ໃຫ້​ຂໍ້​ມູນ​ຂ່າວສານ​ໃນ​ຂະ​ບວນການ​ອອກ​ພັນທະບັດ​ສາກົນ. ລັດຖະບານໄດ້ສ້າງຊື່ສຽງແລະຄວາມໄວ້ວາງໃຈໃນບັນດານັກລົງທຶນສາກົນ ​ແລະ ສ້າງ​ເງື່ອນ​ໄຂ​ກະ​ກຽມ​ໃຫ້​ແກ່​ການ​ລະດົມ​ແຫຼ່ງທຶນ​ຂະໜາດ​ໃຫຍ່​ໃນ​ຊຸມ​ປີ​ຕໍ່ໜ້າ.

ທີ​ຫ້າ, ລະດັບ​ຄວາມໜ້າ​ເຊື່ອ​ຖື​ຂອງ​ປະ​ເທດມີ​ອິດ​ທະ​ພົນ​ໂດຍກົງ​ຕໍ່​ອັດຕາ​ດອກ​ເບ້ຍຂອງ​ພັນທະບັດ​ໃນ​ຕະຫຼາດ​ທຶນ​ສາກົນ. ອີງ​ຕາມລິ​ດັບ​ຄວາມໜ້າ​ເຊື່ອ​ຖື​ຂອງ​ປະ​ເທດ,  ນັກລົງທຶນຈະກໍານົດຂອບ​ຄວາມ​ແຕກ​ຕ່າງ​ເມື່ອ​ທຽບກັບອັດຕາ​ດອກ​ເບ້ຍ​ຂອງ​ຊັບ​ສິນ​ການ​ລົງທຶນທີ່ປອດໄພສູງ.​ ໃນການອອກພັນທະບັບລັດຖະບານທັງສາມຄັ້ງນັ້ນ, ອົງການ​ຈັດ​ອັນ​ດັບ​ຄວາມ​ໜ້າ​ເຊື່ອ​ຖື​ທີ່​ມີ​ຊື່​ສຽງ​ໃນ​ໂລກ ​ໄດ້​ມີ​ການ​ປ່ຽນ​ແປງ​ໃນ​ການຈັດ​ອັນ​ດັບ​ຄວາມ​ໜ້າ​ເຊື່ອ​ຖື ​ແລະ/ຫຼື ປະ​ເມີນ​ແງ່​ຫວັງ​ຂອງ​ຫວຽດນາມ.

​ເງື່ອນ​ໄຂ​ໃນ​ຕະຫຼາດ​ທຶນ​ສາກົນ ​ແລະ ຕະຫຼາດ​ທຶນພາຍ​ໃນ​ປະ​ເທດ

​ໃນ​ໄລຍະ 2016-2021, ຫຼາຍ​ປັດ​ໄຈ​ໃນ​ຕະ​ຫຼາດ​ທຶນ​ສາ​ກົນ​ຖື​ວ່າ​ເປັນ​ຄວາມ​ສະ​ດວກ ສຳລັບ​ການ​ລະດົມ​ເງິນ​ທຶນ. ອັດຕາດອກເບ້ຍໃນຕະຫຼາດທຶນຍັງຕໍ່າກວ່າ​ໄລຍະ 2011-2016 ເມື່ອລັດຖະບານຫຼາຍ​ປະ​ເທດເລືອກທີ່ຈະຮັກສານະໂຍບາຍການເງິນ​ຜ່ອນຄາຍທີ່​ເໝາະ​ສົມ ​ເພື່ອ​ຮັບປະກັນ​ການ​ຟື້ນ​ຟູ​ເສດຖະກິດ​ຢ່າງ​ໜັກ​ແໜ້ນ. ​ໃນ​ສະພາບ​ແວດ​ລ້ອມ​ຂອງ​ອັດຕາ​ດອກ​ເບ້ຍຕ່ຳ ​ແລະ ຄວາມ​ສາມາດຊຳລະ​ທີ່ອຸດົມ​ສົມ​ວູນ, ບັນດາ​ປະ​ເທດກຳລັງ​ພັດທະນາ, ​ໃນ​ນັ້ນ​ມີ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ-ປາຊີ​ຟິກ ​ໄດ້​ຍູ້​ແຮງ​ການ​ອອກ​ພັນທະບັດ​ເພື່ອ​ລະດົມ​ເງິນ​ທຶນ​ໃຫ້​ແກ່​ການລົງທຶນ​ພັດທະນາ​ເສດຖະກິດ​ໃນ​ປະ​ເທດ ກໍ່​ຄື​ເພື່ອ​ປະຕິບັດການຊໍາລະຄືນພັນທະບັດທີ່​​ເຖິງກຳນົດການຊຳລະ.

ການລະບາດ​ຂອງ​ໄວຣັສ​ໂຄ​ວິດ-19 ​ໄດ້​ແຜ່​ລະບາດ​ແລະ​ແຜ່​ກະຈາຍ​ໄປ​ທົ່ວ​ໂລກ​ຢ່າງ​ໄວວາ, ສົ່ງ​ຜົນ​ກະທົບ​ຕໍ່​ຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ ​ແລະ ການ​ເຄື່ອນ​ໄຫວ​ທຸລະ​ກິດ. ເພື່ອຮັບມືຄວບ​ຄຸມຜົນກະທົບຂອງການລະບາດ, ລັດຖະບານຂອງ​ປະ​ເທດ​ຕ່າງໆ​ ໄດ້​ນຳ​ໃຊ້​ເຄື່ອງ​ມື​ດ້ານ​ເສດ​ຖະ​ກິດ​ເກືອບ​ທັງ​ໝົດ​ ເພື່ອກອບ​ກູ້ເສດ​ຖະ​ກິດ, ຫຼີກລ້ຽງ​ວິ​ກິດ​ການ​ທີ່​ຮ້າຍ​ແຮງ​ ແລະ ​ຟື້ນ​ຄືນ​ແຮງ​ຂັບ​ເຄື່ອນ​ເສດຖະກິດ. ໂດຍ​ຜ່ານ​ໂຄງການ​ຈັດຊື້​ຊັບ​ສິນ​ ແລະ ຊຸດ​ງົບ​ປະ​ມານ​ຂະ​ໜາດ​ໃຫຍ່​ຂອງ​ລັດ​ຖະ​ບານປະ​ເທດ​ຕ່າງໆ​, ອັດຕາ​ດອກ​ເບ້ຍ​ພັນທະບັດ​ລັດຖະບານ​ໄດ້​ຫຼຸດ​ລົງ​ຫຼາຍ​ເມື່ອ​ທຽບ​ໃສ່​ໄລຍະ​ກ່ອນ.

ປະກົດການຂອງ “ເງິນລາຄາຖືກ” ບວກກັບຄວາມຄາດຫວັງ​ໃນ​ການ​ເປີດ​ເສດຖະກິດຄືນໃໝ່ ເມື່ອການສັກຢາວັກຊີນໄດ້ປະຕິບັດຢ່າງກວ້າງຂວາງ ​ເຮັດ​ໃຫ້​ຄື້ນການ​ລົງທຶນ ແລະ ການ​ປັບໂຄງສ້າງລາຍ​ຊື່​ການ​ລົງທຶນທີ່​ເຂັ້ມແຂງຂຶ້ນ. ນັກ​ລົງທຶນ​ຫັນ​ໜີ​ຈາກ​ຕະຫຼາດທີ່ພັດທະນາແລ້ວ ແລະ ຊອກ​ຫາ​ໂອກາດ​ການ​ລົງທຶນທີ່​ມີ​ຜົນ​ຕອບ​ແທນ​ສູງ​ ໃນ​ຕະຫຼາດ​ໃກ້​ຄຽງ ​ແລະ​ຕະຫຼາດທີ່ຫາ​ກໍພົ້ນເດັ່ນຂຶ້ນ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ໃນ​ການ​ຟື້ນ​ຕົວ​ຢ່າງ​ແຂງ​ແຮງ​ຂອງ​ຕະ​ຫຼາດ​ຫຼັກ​ຊັບ ​ແລະ ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ຢ່າງ​ຫຼວງ​ຫຼາຍ​ເຂົ້າມາ​ໃນ​ປະ​ເທດ​ເຫຼົ່າ​ນີ້​.

ກ່ຽວ​ກັບ​ສະພາບ​ການ​ພາຍ​ໃນ​ປະ​ເທດ, ການ​ຄວບ​ຄຸມ​ການລະບາດ​ຂອງ​ພະຍາດ​ໄດ້​ດີ ​ແລະ ​ບັນລຸ​ການ​ເຕີບ​ໂຕ​ໃນ​ທາງ​ບວກ​ໃນ​ປີ 2020 ​ໃຫ້​ເຫັນ​ຄວາມ​ຖືກຕ້ອງ​ໃນ​ການ​ຊີ້​ນຳ​ແລະ​ການ​ບໍລິຫານ​ເສດຖະກິດ​ຂອງ​ພັກ​ແລະ​ລັດ ຄຽງ​ຄູ່​ກັບ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ. ບັນດາ​ດຸນລະຍາ​ມະຫາ​ພາກ​ເຊັ່ນ: ອັດຕາເງິນເຟີ້, ຄັງ​ສໍາ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​, ອັດຕາ​ແລກປ່ຽນ, ດຸນ​ການຊຳລະ​ເງິນ, ການຂາດດຸນງົບປະມານ, ໜີ້ສາທາລະນະ... ລ້ວນ​ແຕ່​ຖືກ​ຄວບ​ຄຸມ​ເປັນຢ່າງດີ. ​ໃນ​ໄລຍະ 2016-2020 ໄດ້​ເຫັນ​ຄວາມສຳເລັດຂອງລັດຖະບານ ​ໃນ​ການ​ຄວບ​ຄຸມບັນດາເປົ້າໝາຍ​ເຊັ່ນ: ການຂາດດຸນງົບປະມານ, ໜີ້ສາທາລະນະ, ໜີ້ຂອງລັດຖະບານ ແລະ ໜີ້​ຕ່າງປະ​ເທດ. ​ໃນ​ໄລຍະ​ນີ້, ການ​ຂາດ​ດຸນ​ງົບ​ປະມານ​ສະ​ເລ່ຍ​ແມ່ນ 3,45% ຂອງ​ຈີ​ດີ​ພີ, ບໍ່​ກາຍ​ເປົ້າ​ໝາຍທີ່​ວາງ​ໄວ້ ຄື 3,9% ຂອງ​ຈີ​ດີ​ພີ​. ອັດຕາ​ໜີ້​ສາທາລະນະ​ໃນ​ທ້າຍປີ 2020 ຢູ່​ໃນ​ລະດັບ 55,3% ຂອງ​ຈີ​ດີ​ພີ, ໜີ້ຂອງລັດຖະບານ​​ຢູ່​ໃນ​ລະດັບ 49,1% ​ແລະ ໜີ້​ຕ່າງປະ​ເທດຢູ່​ໃນ​ລະດັບ​​ 47,3% ຂອງ​ຈີ​ດີ​ພີ, ລ້ວນ​ແຕ່ຕ່ຳກວ່າລະດັບ​ແຜນການ​ການ​ເງິນ 5 ປີ​ທີ່​ຮັບຮອງ​ໂດຍ​ສະພາ​ແຫ່ງ​ຊາດ.

ໃນ​ໄລຍະ 2016-2021, ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ຫວຽດນາມ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ, ສະ​ແດງ​ໃຫ້​ເຫັນ​​ເຖິງການ​ຕີ​ລາຄາ​ທາງ​ບວກ ​ຂອງ​ບັນດາ​ອົງການ​ຈັດອັນ​ດັບ​ຄວາມ​ໜ້າ​ເຊື່ອ​ຖື​ສາກົນ ​ກ່ຽວ​ກັບ​ໝາກຜົນ​ຂອງ​ການ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ ​ແລະ ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ແບບ​ຍືນ​ຍົງ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ. ​ອົງການ​ຈັດອັນ​ດັບ​ຄວາມ​ໜ້າ​ເຊື່ອ​ຖື​ສາກົນ Moody’s ​ໄດ້​ຍົກລະດັບ​ຄວາມ​ໜ້າ​ເຊື່ອ​ຖື​​ແຫ່ງຊາດ​ຂອງ​ຫວຽດນາມຂຶ້ນຈາກ B1 ​ເປັນ Ba3 (​ເດືອນ​ສິງຫາ​ປີ 2018) ​ແລະ ​ຍົກ​ແງ່​ຫວັງຂຶ້ນຈາກ​ຫຍໍ້​ທໍ້ ​ເປັນ​ຕັ້ງໜ້າ (​ເດືອນ​ມີນາ​ປີ 2021). ​ອົງການ​ຈັດອັນ​ດັບ​ສິນ​ເຊື່ອ​ສາກົນ Fitch Ratings ​ໄດ້ຍົກລະດັບ​ຄວາມ​ໜ້າ​ເຊື່ອ​ຖື​​​ຂອງ​ຫວຽດນາມຂຶ້ນຈາກ BB- ​ເປັນ BB (​ເດືອນ​ພຶດສະພາ​ປີ 2018) ​ແລະ​ຢືນຢັນ​ຈະ​ຮັກສາ​ອັນດັບ BB ​ໄວ້ ​ແລະ ສືບ​ຕໍ່ຍົກ​ແງ່​ຫວັງຂຶ້ນ ຈາກມີ​ສະຖຽນ​ລະ​ພາບ ​ເປັນ​ຕັ້ງໜ້າ (​ເດືອນ​ເມສາ​ປີ 2021). ອົງການ​ຈັດ​ອັນ​ດັບ​ສິນ​ເຊື່ອ​ສາກົນ Standard & Poor’s ​ໄດ້​ປັບ​ອັນດັບ​ຄວາມ​ໜ້າ​ເຊື່ອ​ຖື​​​ຂອງ​ຫວຽດນາມ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ 9 ປີ​ຈາກ BB- ​ເປັນ BB (​ເດືອນ​ເມສາ​ປີ 2019).

ນອກຈາກ​ນັ້ນ, ອັດຕາ​ແລກປ່ຽນລະຫວ່າງ​​ ໂດ​ລະສະ​ຫະລັດ ​ກັບ ດົ່ງ​ຫວຽດນາມ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ມີ​ຄວາມ​ໝັ້ນຄົງ​ພໍ​ສົມຄວນ, ຍ້ອນ​ການ​ຄຸ້ມ​ຄອງ​ຂອງ​ທະນາຄານ​ແຫ່ງ​ລັດ ​ແລະ ການ​ສະໜອງ​ເງິນຕາ​ຕ່າງປະ​ເທດ​ທີ່​ອຸດົມສົມບູນ. ປັດ​ໄຈ​ເຫຼົ່າ​ນີ້ຊ່ວຍ​ຫຼຸດຜ່ອນ​ຄວາມ​ສ່ຽງ​ຈາກ​ອັດຕາ​ແລກປ່ຽນ​ ເມື່ອ​ລະດົມ​ເງິນ​ທຶນ​ໃນ​ຕະຫຼາດ​ການ​ເງິນ​ສາກົນ, ຫຼີກລ້ຽງມູນ​ຄ່າ​ໜີ້​ທີ່​ສູງ ​ແລະ ຮັບປະກັນແຜນການຊໍາລະຄືນຢ່າງທັນເວລາ.

ສະຫຼຸບ​ລວມ​ແລ້ວ, ຄວາມ​ສຳ​ເລັດ​ທາງ​ເສດຖະກິດ​ມະຫາ​ພາກ​ໃນ​ໄລຍະ​ທີ່​ຜ່ານ​ມາ ພ້ອມ​ທັງ​ເງື່ອນ​ໄຂທີ່​ເອື້ອອຳນວຍ​ໃນ​ຕະຫຼາດ​ການ​ເງິນ​ສາກົນ, ອະນຸຍາດໃຫ້​ລັດຖະບານ​ພິຈາລະນາ​ການ​ອອກ​ພັນທະບັດ​​ໃນ​ຕະຫຼາດ​ທຶນ​ຕ່າງປະ​ເທດ​ ​ເພື່ອ​ລະດົມ​ເງິນ​ທຶນ​ສຳລັບ​ເປົ້າ​ໝາຍການ​ພັດທະນາ​ເສດຖະກິດ-ສັງຄົມ​ໄລຍະ 2021-2030.

ຂໍ້​ສະ​ເໜີ​ແນະ​ບາງ​ປະການ​​ໃນ​ການ​ອອກ​ພັນທະບັດ​ລັດຖະບານ
​ໃນ​ຕະຫຼາດ​ທຶນ​ສາກົນ​ໄລຍະ 2021-2030

ອີງຕາມການວິເຄາະຂ້າງເທິງ, ​ເປົ້າ​ໝາຍ​ຕົ້ນຕໍ​ຂອງ​ການ​ອອກ​ພັນທະ​ບັດລັດຖະບານ​ໃນ​ຕະຫຼາດ​ທຶນ​ສາກົນ​ໃນ​ເວລາ​ຕໍ່ໜ້າ​ ແມ່ນ​ເພື່ອ​ເປັນ​ເຈົ້າ​ການ​ ໃນ​ການ​ຕອບ​ສະໜອງ​ຄວາມ​ຕ້ອງການ​ເງິນ​ທຶນ ​ເພື່ອ​ການ​ພັດທະນາ ​ແລະ ການປັບ​ໂຄງສ້າງ​ໜີ້​ຂອງລັດຖະບານ, ດ້ວຍຄ່າໃຊ້ຈ່າຍແລະຄວາມສ່ຽງທີ່ສອດຄ່ອງກັບສະພາວະຕະຫຼາດສາກົນ ​ແລະ ຄວາມ​ສາມາດໃນການຊໍາລະໜີ້ພາຍໃນປະ​ເທດ, ປະກອບສ່ວນ​ຮັບປະກັນ​ຄວາມ​ສາມາດ​ຊຳລະ​ໜີ້​ຂອງ​ລັດຖະບານ, ຄວາມ​ປອດ​ໄພ​ຂອງ​ໜີ້​ສາທາລະນະ ​ແລະ ຄວາມ​ໝັ້ນຄົງ​ຂອງການ​ເງິນ​ແຫ່ງ​ຊາດ​ໃນ​ໄລຍະ 2021-2030. ບົນ​ພື້ນຖານ​ນັ້ນ, ລັດຖະບານ​ຈະ​ພິຈາລະນາ​ການອອກ​ພັນທະບັດ​ລັດຖະບານ​ໃນ​ຕະຫຼາດ​ທຶນ​ສາກົນ​ຕະຫຼອດ​ໄລຍະ​ເວລາ​ປີ 2021-2030 ຕາມ​ແຕ່ລະ​ພາກສ່ວນ​ເປົ້າ​ໝາຍ​ດັ່ງ​ນີ້: 1- ຄວາມຕ້ອງການກູ້ຢືມ​ເພື່ອການ​ປັບ​ໂຄງ​ສ້າງ​ໜີ້ຂອງ​ລັດຖະບານ ດ້ວຍ​ເປົ້າ​ໝາຍ​ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ໃນ​ການ​ສະໜອງ​ເງິນທຶນ​ຄືນ​ໃໝ່, ເພີ່ມ​ອັດ​ຕາ​ສ່ວນ​ໜີ້​​ໄລ​ຍະ​ຍາວ ​ແລະ ຫຼຸດ​ຜ່ອນ​ແຮງ​ກົດ​ດັນຈາກ​ການ​ປ່ຽນ​ປີ້ນ​ໜີ້​ໄລ​ຍະ​ສັ້ນ; 2- ຄວາມຕ້ອງການ​ໃນ​ການອອກພັນທະບັດ​ເພີ່ມ​ເຕີມ​ເພື່ອ​ປ່ອຍ​ເງິນ​ກູ້​ສຳລັບບາງ​ໂຄງການ​ລົງທຶນຮັບໃຊ້ໂຄງສ້າງພື້ນຖານທີ່ສໍາຄັນ ແລະ ບັນດາ​ຂະ​ແໜງອຸດສາຫະກໍາປາຍ​ຫອກ; 3- ການກະຈາຍໂຄງສ້າງນັກລົງທຶນທີ່ຫຼາກຫຼາຍ ດ້ວຍ​ການ​ອອກພັນທະບັດ​ທີ່​ມີ​ເງື່ອນ​ໄຂ​ການ​ກູ້​ຢືມທີ່ຍາວກວ່າ, ຄ່າໃຊ້ຈ່າຍທີ່ຕ່ຳກວ່າ ແລະ ຂໍ້ຈໍາກັດດ້ານການເງິນໜ້ອຍລົງ; 4-ຫັນ​ປ່ຽນ​ຈາກຂໍ້​ຜູກ​ພັນ​ການ​​ຄ້ຳ​ປະ​ກັນ​ເງິນ​ກູ້​ຂອງ​ລັດຖະບານ ມາ​ໃຊ້ກົນ​ໄກ​ການ​ໃຫ້​ກູ້​ຢືມ​ຈາກ​​ແຫຼ່ງການ​ອອກ​ພັນທະບັດສາກົນ; 5- ​ພັດທະນາ​ເສັ້ນ​ອັດຕາ​ດອກ​ເບ້ຍ​ມາດຕະຖານ​ຂອງ​ພັນທະບັດ​ຫວຽດນາມ​ໃນ​ຕະຫຼາດ​ທຶນ​ສາກົນ.

ເພື່ອເຮັດໃຫ້ການອອກພັນທະບັດປະສົບຜົນສຳເລັດ, ບັນລຸປະສິດທິຜົນ​ໃນ​ການນຳ​ໃຊ້​ເງິນທຶນ, ພ້ອມດຽວກັນນັ້ນ ກໍ່ຮັບປະກັນຄວາມປອດໄພຂອງໜີ້ສາທາລະນະ ແລະ ຄວາມ​ໝັ້ນຄົງ​ຂອງການເງິນແຫ່ງຊາດ, ຈຳ​ເປັນຕ້ອງສຸມໃສ່ແກ້ໄຂບັນດາບັນຫາດັ່ງນີ້:

ທີ​ໜຶ່ງ, ​ໃນ​ໄລຍະ​ສະ​ເພາະ​ໜ້າ, ຕ້ອງ​ອີງ​ໃສ່​ກອບ​ດຸນ​ງົບປະມານ​​ແຫ່ງ​ລັດ​ໄລຍະ 2021-2025, ອີງ​ຕາມ​ມາດຖານ​ກ່ຽວ​ກັບ​ອັດຕາ​ການ​ລະດົມ​ແຫຼ່ງທຶນ​ເຂົ້າ​ງົບປະມານ, ອັດຕາການໃຊ້ຈ່າຍເກີນປະຈໍາປີ, ເງິນກູ້ຈາກ​ການ​ຊ່ວຍ​ເຫຼືອ​ການ​ພັດທະນາ​ຢ່າງ​ເປັນ​ທາງ​ການ ແລະ ​ເງິນ​ກູ້​ພິ​ເສດ, ຄວາມສາມາດໃນການອອກພັນທະບັດລັດຖະບານໃນປະເທດ, ລະດົມ​ທຶນ​ຈາກກອງທຶນການເງິນຂອງລັດ ເພື່ອກໍານົດຄວາມຕ້ອງການທີ່ຈະ​ອອກ​ພັນທະບັດລັດຖະບານໃນຕະຫຼາດສາກົນ. ການສ້າງແຜນການ​ຄວນ​ອີງ​ໃສ່ສະພາບການ​ທີ່​ຄວາມ​ສາມາດ​ລະດົມ​ທຶນການຊ່ວຍ​ເຫຼືອ​ຢ່າງ​ເປັນ​ທາງ​ການ (ODA) ​ແລະ ​ເງິນ​ກູ້​ພິ​ເສດ ​ທີ່​ມີ​ແນວ​ໂນ້ມຫຼຸດ​ລົງຢ່າງ​ຕໍ່​ເນື່ອງ. ກໍ່​ຕ້ອງເອົາ​ໃຈ​ໃສ່​ເຖິງເວລາ​ການ​ອອກ​ພັນທະບັດ​ລັດຖະບານ​ໃນ​ຕະຫຼາດ​ທຶນ​ສາກົນ ​ຢູ່​ໃນ​ການ​ອອກ​ພັນທະບັດ​ລັດຖະບານ​ໂດຍ​ລວມ ​ເມື່ອ​ພັນທະ​ການຊຳລະ​ໜີ້ຂອງ​ລັດຖະບານ​ໂດຍ​ກົງທຽບ​ກັບ​ລາຍ​ໄດ້​ງົບ​ປະມານຂອງ​ລັດມີ​ແນວ​ໂນ້ມ​ເພີ່ນ​ຂຶ້ນ​ຢ່າງ​ໄວວາ ​ແລະ ອາດຈະ​ເພີ່ມ​ຂຶ້ນລື່ນກາຍລະດັບ 25% ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ.

ທີ​ສອງ, ລັດ​ຖະ​ບານ​ຕ້ອງ​ຄາດ​ຄະ​ເນ​ຜົນ​ກະ​ທົບ​ທາງ​ເສດ​ຖະ​ກິດ (​ໂດຍ​ສະ​ເພາະ​ແມ່ນງົບປະມານແລະການເງິນ) ​ທີ່​ອາດ​ເກີດ​ຂຶ້ນຈາກ​ການ​ອອກ​ພັນ​ທະ​ບັດ​ແຕ່​ລະ​ຄັ້ງ​ໃນ​ຕະ​ຫຼາດ​ທຶນ​ສາ​ກົນ. ບັນດາ​ບັນຫາ​ກ່ຽວ​ກັບ​ການ​ໄຈ້​ແຍກ​ຜົນ​ກະທົບ​ນະ​ໂຍບາຍ​ເຊັ່ນ: ຜົນ​ກະທົບ​ຕໍ່​ໜີ້​ຂອງ​ປະທ​ເດ, ຄວາມ​ສາມາດ​ເຕີບ​ໂຕ​ຢ່າງ​ຍືນ​ຍົງ, ການບໍລິຫານ​ນະ​ໂຍ​ບາຍ​ເງິນຕາ, ນະ​ໂຍບາຍ​ອັດຕາ​ແລ​ກປ່ຽນ, ການສຳຮອງເງິນຕາຕ່າງປະເທດ ແລະ ສະພາບຄ່ອງຂອງເສດຖະກິດ ທັງໝົດຕ້ອງໄດ້ຮັບການພິຈາລະນາຢ່າງຮອບ​ຄອບ. ພິ​ເສດ​ແມ່ນ, ທະນາຄານ​ແຫ່ງ​ລັດ ​ແລະ ກະຊວງ​ການ​ເງິນ ຕ້ອງ​ປະສານ​ສົມທົບ​ໃນ​ການ​ຄິດ​ໄລ່ ​ແລະ ຄາດຄະເນຜົນກະທົບຈາກການຜັນ​ຜວນ​ຂອງອັດຕາແລກປ່ຽນທີ່​ມີ​ຕໍ່​ຄ່າ​ໃຊ້​ຈ່າຍ​ດອກ​ເບ້ຍ​ເງິນ​ກູ້ ​ແລະ ຄວາມສາມາດຊໍາລະໜີ້ໃນໄລຍະເວລາຂອງພັນທະບັດ. ​ເບິ່ງ​ລວມ​ແລ້ວ, ການອອກພັນທະບັດ​ທຸກ​ຄັ້ງຈະສະດວກ​ດີ ຖ້າມັນ​ໄດ້​ຮັບ​ການສ້າງຕັ້ງບົນກອບງົບປະມານ​ແລະ​ເງິນຕາ​ທີ່ໝັ້ນຄົງ. ນອກຈາກ​ນັ້ນ, ລັດ​​ຕ້ອງ​ແຍກ​ການ​ຄຸ້ມຄອງ​ໜີ້​ຕ່າງປະ​ເທດ​ຂອງ​ພາກ​ລັດ ​ແລະ ພາກ​ເອກະ​ຊົນ. ຕາມ​ນັ້ນ, ຄວນ​ກຳນົດ​ພຽງ​ເພດານໜີ້​ສາທາລະນະ​ຕ່າງປະ​ເທດ ​ໃນ​ຈຳນວນ​ໜີ້​ສາທາລະນະ​ທັງ​ໝົດ ​ແລະ ຕັ້ງ​ເປົ້າໝາຍ​ເຕືອນ​ໄພ (​ແທນ​ທີ່​ຈະ​ເປັນ​ເພດານ​ແຂງ) ສຳລັບ​ເປົ້າ​ໝາຍການຊຳລະ​ໜີ້​ຕ່າງປະ​ເທດ​ຂອງ​ພາກ​ລັດ ​ແລະ ພາກ​ເອກະ​ຊົນ ເພື່ອ​ໃຊ້​ມາດ​ຕະການດັດ​ປັບ​ຢ່າງ​ທັນ​ການ.

ທີ​ສາມ, ລັດ​ຖະ​ບານ​ຄວນ​ພິ​ຈາ​ລະ​ນາ​ເລືອກ​ເອົາ​ແຜນ​ການ​ອອກພັນ​ທະ​ນາ​ບັດ​ທີ່​ເໝາະ​ສົມ​ໃນ​ບັນ​ດາ​ທາງ​ເລືອກ​ການ​ອອກພັນ​ທະ​ນາ​ບັດ​ສາ​ກົນ​ທີ່​ນິ​ຍົມ​ໃນ​ປັດ​ຈຸ​ບັນ. ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊີ​ມັກຈະ​ເລືອກ​ເອົາ​​ແຜນ​ການອອກ​ພັນທະບັດ​ໃນ​ຮູບ​ແບບ​ຕ່າງໆ​ເຊັ່ນ​: ພັນທະ​ບັດ​ທົ່ວ​ໂລກ​ທີ່​ອອກ​ພາຍ​ໃຕ້​ຮູບ​ແບບ 144A/Regulation S, ພັນທະບັດ Eurobond, ພັນທະບັດ Samurai ແລະ​ ພັນທະບັດ Sukuk. ​ໃນ​ໄລຍະ​ຕົ້ນ, ຫວຽດນາມ​ຄວນ​ເລືອກ​ເອົາ​ແຜນການ​ອອກ​ພັນທະບັດ​​​ໃນ​ຮູບ​ແບບ 144A/Regulation S ດ້ວຍ​ເງິນ​ໂດ​ລາ​ສະຫະລັດ ເນື່ອງຈາກຕະຫຼາດທຶນສະກຸນເງິນໂດລາມີ​ການ​ພັດທະນາ​ຢ່າງ​ກວ້າງຂວາງ​ ແລະ ມີສະພາບຄ່ອງສູງ, ຊ່ວຍ​ລະດົມ​​ເງິນທຶນ​ໄດ້​ຢ່າງ​ຫຼວງ​ຫຼາຍ​ແລະ​ໄລຍະ​ຍາວ. ອັດຕາ​ດອກ​ເບ້ຍ​ຂອງກະຊວງ​ການຄັງ​ສະຫະລັດ​ອາ​ເມ​ລິ​ກາກຳລັງ​ຢູ່​ໃນ​ລະດັບ​ຕ່ຳ​ ​ເນື່ອງ​ຈາກ​ນະ​ໂຍບາຍ​ເງິນຕາທີ່​ຜ່ອນຄາຍ​ຂອງ​ລັດຖະບານ​ອາ​ເມ​ລິ​ກາ. ນອກຈາກ​ນັ້ນ, ຫວຽດນາມ​ໄດ້​ມີ​ບົດຮຽນ​ປະສົບ​ການ​ໃນ​ການ​ອອກ​ພັນທະບັດ​ສາກົນ​ດ້ວຍ​ສະກຸນ​ເງິນ​ໂດ​ລາ​ສະຫະລັດກ່ອນ​ໜ້າ​ນີ້.

ທີ​ສີ່, ລັດຖະບານຄວນພິຈາລະນາ​​ສ້າງ​ໂຄງການ​ອອກ​ພັນທະບັດ​ໄລຍະ​ກາງ​ທົ່ວ​ໂລກ. ນີ້​ແມ່ນ​ຂອບມາດຕະຖານ​ການ​ອອກ​ພັນທະບັດ​ສາກົນ​ ທີ່​ໄດ້​ຮັບ​ການຍອມຮັບ​ຢ່າງ​ກວ້າງຂວາງ​ ຈາກ​ນັກ​ລົງທຶນ​ທົ່ວ​ໂລກ ​ແລະ ມັກຈະຖືກນຳໃຊ້ໂດຍຜູ້ອອກພັນທະບັດສາກົນ​ເປັນ​ປະຈຳ. ​ໂຄງການ​ອອກ​ພັນທະບັດ​ໄລຍະ​ກາງຊ່ວຍ​ໃຫ້​ລັດຖະບານສາມາດ​ອອກ​ພັນທະບັດ​ສາກົນ​ໄດ້​ຢ່າງ​ຍືດຫຍຸ່ນ​ໃນ​ສະກຸນ​ເງິນ​ຕ່າງໆ ​ໂດຍ​ມີ​ປະລິມານ​ຕ່າງ​ກັນ​ໃນ​ເວລາ​ຕ່າງ​ກັນ ​ໃນ​ຂະນະ​ທີ່​ໃຊ້​ກອບ​ກົດໝາຍ​ດຽວ​ກັນ. ຂໍ້​ໄດ້​ປຽບ​ຂອງໂຄງການນີ້ຢູ່​ທີ່​ຄວາມ​ສາມາດ​ໃນ​ການ​ຫາ​ເວລາ​ທີ່​ເໝາະສົມ​ ໃນ​ການດໍາເນີນທຸລະກໍາ​ໂດຍຜ່ານ​ການ​ຫຼຸດຜ່ອນ​ເວລາກະກຽມຂັ້ນຕອນ, ​ເອກະສານທາງດ້ານກົດໝາຍ ແລະ ຄ່າ​ໃຊ້​ຈ່າຍສໍາລັບການ​ອອກ​ພັນທະບັດແຕ່ລະຄັ້ງ.

ທີ​ຫ້າ, ລັດຖະບານ​ຕ້ອງການກຳນົດກົນ​ໄກ​ລະດົມ, ນຳ​ໃຊ້ ​ແລະ ຄຸ້ມ​ຄອງ​ຈຳນວນ​ເງິນ​ທີ່​​​ໄດ້ຮັບ​ພາຍຫຼັງ​ການ​ອອກ​ພັນທະບັດ​ໃຫ້​ມີ​ປະສິດທິ​ຜົນ. ຈຳນວນ​ເງິນ​ທີ່​ໄດ້ຮັບ​ຈາກ​ການ​ອອກ​ພັນທະບັດສາກົນ ຕ້ອງຕິດພັນກັບການເບີກຈ່າຍໃຫ້ບັນດາ​ໂຄງການ​ລົງທຶນ ​ເພື່ອ​ຈຳ​ກັດສະພາວະ​ການ​ເງິນ​ທຶນ​ຄົງ​ຄ້າງ ທີ່​ພາ​ໃຫ້​ເກີດ​ການ​ສິ້ນ​ເປືອງ​ຊັບພະຍາກອນ, ຫຼຸດຜ່ອນຄວາມສ່ຽງທີ່ເກີດຂຶ້ນລະຫວ່າງປະລິມານການອອກພັນທະບັດ ແລະ ຄວາມ​ຕ້ອງການ​ເງິນທຶນຕາມກຳນົດການຈັດຕັ້ງປະຕິບັດ ​ແລະ ຮັບປະກັນ​ຄວາມ​ສາມາດ​ໃນ​ການ​ສ້າງແຫຼ່ງຊໍາລະໜີ້ເມື່ອຄົບກໍານົດ. ດັ່ງ​ນັ້ນ, ອີງ​ໃສ່​ບັນຊີ​ລາຍ​ຊື່​​ຂອງ​ໂຄງ​ການ​ບຸ​ລິ​ມະ​ສິດ​ສໍາ​ລັບ​ການ​ກູ້​ຢືມ​ຄືນ​ຈາກ​ພັນ​ທະ​ບັດ​ສາ​ກົນ​ທີ່​​ໄດ້​ຮັບອະ​ນຸ​ມັດ​, ບັນດາ​ເຈົ້າ​ຂອງ​ໂຄງການ​ລົງທຶນ​ຕ້ອງມີແຜນການເບີກຈ່າຍສະເພາະ ເພື່ອໃຫ້ລັດຖະບານ​ເປັນ​ເຈົ້າ​ການ​ໃນ​ການສ້າງແລະຈັດ​ຕັ້ງ​ປະຕິບັດ​ແຜນການອອກພັນທະບັດທີ່ສອດຄ່ອງ, ​ໃນ​ສະພາບ​ການ​ທີ່​ຕະຫຼາດ​ທຶນ​ສາກົນມີ​ການ​ຜັນ​ຜວນ. ກະຊວງ​ແຜນການ​ແລະ​ການ​ລົງທຶນ, ກະຊວງ​ການ​ເງິນ ​ແລະ ທະນາຄານ​ແຫ່ງ​ລັດ ຕ້ອງ​ປະສານ​ສົມທົບ​ກັນ​ ເພື່ອກຳນົດຄວາມ​ຕ້ອງການ​ເງິນ​ທຶນ, ຄວາມ​ສາມາດ​ລະດົມ​ເງິນ​ທຶນ​ຂອງ​ພື້ນຖານ​ເສດຖະກິດ​ໃນ​ປະ​ເທດ, ຂອງ​ລັດຖະບານ (ການ​ປັບ​ໂຄງ​ສ້າງ​ໜີ້ສິນ, ​ເງິນ​ທຶນ​ເພີ່ມ​ເຕີມ​ໃຫ້​ບັນດາ​ໂຄງການ​ຈຸດສຸມ, ​ເງິນ​ກູ້​ຕ່າງປະ​ເທດ​ທີ່​ລັດຖະບານ​ຮັບປະກັນຈະ​ຖືກປ່ຽນເປັນ​ເງິນ​ໃຫ້ກູ້ຢືມ) ​ເພື່ອສະເໜີແຜນການອອກ​ພັນທະບັດ​ໃນ​ຕະຫຼາດ​ທຶນສາກົນ ຕໍ່ລັດຖະບານ​.

ທີ​ຫົກ, ລັດຖະບານອາດຈະພິຈາລະນາການ​ຫັນປ່ຽນ​ເງິນ​ກູ້​ຕ່າງປະ​ເທດທີ່​ມີຕົ້ນ​ທຶນ​ສູງທີ່​ລັດຖະບານຮັບປະກັນ ມາ​ໃຊ້​ກົນ​ໄກການ​ໃຫ້​ກູ້​ຢືມຈາກ​ແຫຼ່ງການ​ອອກ​ພັນທະບັດ​ສາກົນທີ່ມີຄ່າໃຊ້ຈ່າຍຕ່ຳກວ່າ ເມື່ອລວມຄ່າທໍານຽມພາວະ​ຜູກ​ພັນ​ແລະຄ່າ​ປະກັນ​ໄພ​ຄວາມ​ສ່ຽງ.

ທີ​ເຈັດ, ການອອກພັນທະບັດລັດຖະບານຈໍານວນຫຼາຍຈະສະ​ແດງ​​ໃຫ້​ເຫັນເຖິງ​ຄວາມ​ທ້າ​ທາຍ​ທີ່ສໍາຄັນໃນອະນາຄົດຕໍ່ລັດຖະບານ ​ເມື່ອພັນທະບັດດັງ​ກ່າວ​ເຖິງກຳນົດ​ເວລາຊໍາລະ. ນອກ​ເໜືອ​ຈາກ​ການດຳ​ເນີນການປ່ຽນ​ປີ້ນໜີ້ສິນຜ່ານ​ການ​ອອກ​ໃໝ່​ພັນທະບັດ​ເຊິ່ງເປັນ​ການ​ປະຕິບັດ​ທົ່ວ​ໄປ, ລັດຖະບານ​ສາມາດ​ພິຈາລະນາ​ທາງ​ເລືອກ​ໃນ​ການຊຳລະ​ຄືນ​ເງິນ​ຕົ້ນ​ເປັນ​ງວດ, ​ເລືອກ​ຊື້​ຄືນ​ກ່ອນວັນຄົບກຳນົດ ຫຼື ຈັດ​ຕັ້ງ​ກອງ​ທຶນ​ເພື່ອ​ສະ​ສົມ​ເງິນສໍາລັບການຊໍາລະໜີ້​ໃນ​ການອອກພັນທະບັດແຕ່ລະຄັ້ງ./.

----------------

* ປອ ຈູ​ແຂ໊ງ​ເລິນ, ປທ ດ່າວມິ​ງຖັງ, ພາກສ່ວນ​ຊ່ວຍ​ວຽກ​ຂອງ​ກຸ່ມ​ທີ່​ປຶກສາ​ຂອງ​ນາຍົກລັດຖະມົນຕີ.

(1) ​ເບິ່ງ: ຄຳຕັດສິນ​ເລກ​ທີ 1454/QĐ-TTg, ລົງ​ວັນ​ທີ 1 ກັນຍາ 2021, ຂອງ​ນາຍົກລັດຖະມົນຕີ, “ອະນຸມັດແຜນການສ້າງຕາໜ່າງຖະໜົນໄລຍະ 2021-2030, ວິໄສທັດຮອດປີ 2050”

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 979 (​ເດືອນ​ທັນວາ​ປີ 2021)